Books
Books
ວິທີນະມາຊການຕາມແບບຢ່າງຂອງທ່ານນະບີ ﷺ
ໜັງສື كيفية صلاة النبي ﷺ "ແປເປັນລາວກໍ່ຄື ວິທີນະມາຊການຕາມແບບຢ່າງຂອງທ່ານນະບີ ﷺ ຫຼືເອີ້ນອີກແບບຄືການລະຫມາດ" ເປັນຜົນງານທີ່ທ່ານເຊັກອັບດຸລອະຊິຊ ບິນ ບາຊ ຣໍຫິມາຮຸລລໍຫ໌ ໄດ້ສະຫຼຸບລັກສະນະການລະຫມາດຂອງທ່ານນະບີ ﷺ ໄວ້ຢ່າງກະທັດຮັດ ດ້ວຍສຳນວນທີ່ເຂົ້າໃຈງ່າຍ ແລະ ວິທີການທີ່ແມັ່ນຍຳ ອິງຈາກບົດຫຼັກຖານທີ່ຖືກຕ້ອງຊັດເຈນ ເພື່ອເປັນແນວທາງແດ່ຊາວມຸສລິມໃນການລະຫມາດຂອງເຂົາ ໃນໜັງສືເລັ່ມນີ້ ທ່ານໄດ້ອະທິບາຍເຖິງ ຣຸກົນ (ຫຼັກການສຳຄັນ), ຊຸນນະຫ໌ (ສິ່ງທີ່ສົ່ງເສິມ) ແລະ ລັກສະນະຕ່າງໆ ຂອງການລະຫມາດ ຕັ້ງແຕ່ການອາບນ້ຳລະຫມາດໄປຈົນເຖິງການໃຫ້ສະລາມ ໂດຍລວມທັ້ງຫຼັກຖານຈາກສາສະໜາ ແລະ ຄຳອະທິບາຍທີ່ເຂົ້າໃຈງ່າຍ ພ້ອມທັ້ງເຊີນຊວນໃຫ້ຍຶດຖືແບບຢ່າງຂອງທ່ານນະບີ ﷺ…
ແນວທາງທີ່ເປັນປະໂຫຍດເພື່ອຊີວິດແຫ່ງຄວາມຜາສຸກ
ໜັງສື ຫົນທາງທີ່ເປັນປະໂຫຍດເພື່ອຊີວິດແຫ່ງຄວາມຜາສຸກ ຂອງທ່ານເຊັກທ່ານອາຈານ ອັບດຸຣເຣາະຫ໌ມານ ບິນ ນາເຊັຣ ອັສ-ສະອຼດີ ໄດ້ເວົ້າເຖິງສາເຫດແຫ່ງຂອງຄວາມສຸກທີ່ແທ້ຈິງຈາກມຸມມອງຂອງຄວາມເຊື່ອສັດທາ (ອີມານ) ທີ່ເລິກເຊິ່ງ, ໂດຍຊີ້ແນະນຳທາງໃຫ້ຜູ້ອ່ານໄປສູ່ຄວາມສະຫງົບໃນຫົວໃຈ ຜ່ານການມີ (ອີມານ) ຄວາມເຊື່ອສັດທາ ແລະ ການປະຕິບັດຄວາມດີ, ການລຳລຶກເຖິງພຣະເຈົ້າ, ຄວາມພໍພຽງພໍໃຈ, ການໄຕ່ຕອງໃນຄວາມໂປດປານ, ການເຮັດຄວາມດີ, ການມອບໝາຍ, ຄວາມອົດທົນ, ແລະ ການເຫັນຄຸນຄ່າຂອງສິ່ງຕ່າງໆ. ດ້ວຍການຂຽນສຳນວນທີ່ສວຍງາມ, ທີ່ນຳສະເໜີແຜນສຳຫຼັບຊີວິດແຫ່ງຄວາມສະຫງົບ, ສົມດຸນ ແລະ ມີຄວາມສຸກ ເຖິງແມ່ນວ່າຈະຕ້ອງຜະເຊີນກັບຄວາມຜັນຜວນຂອງຊີວິດກໍ່ຕາມ.
ການຈັດແຈ້ງ ແລະ ຊີ້ແຈງບັນດາປະເດັນຕ່າງໆ ຂອງຮັຈ, ອຸມເຣາະຫ໌ ແລະ ການຢ້ຽມຢາມ ຕາມແນວທາງຂອງຄຳພີ ແລະ ແບບສະບັບຊຸນນະຫ໌
ຫນັງສືເຫຼັ້ມນີ້ ອະທິບາຍຂໍ້ບັນຍັດຂອງຮັຈ, ອຸມເຣາະຫ໌ ແລະ ການຢ້ຽມຢາມ ຕາມຄຳພີອັນກຸຣອານ ແລະ ຊຸນນະຫ໌, ໂດຍຊີ້ແຈງເຖິງພັນທະຕ່າງໆ ຂອງຫັຈ ແລະ ອຸມເຣາະຫ໌, ຂໍ້ຫ້າມຕ່າງໆ ໃນຂະນະຄອງອິຫ໌ຣອມ, ແລະ ມາລະຍາດໃນການຢ້ຽມຢາມມັສຍິດນະບະວີ, ພ້ອມທັງເຕືອນໃຫ້ລະວັງຈາກການອຸຕະຣິກຳ (ບິດອະຫ໌) ໃນພິທີກຳເຫຼົ່ານີ້.
ສິ່ງທີ່ເດັກນ້ອຍມຸສລິມຄວນຮູ້
ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງເມດຕາ ກະລຸນາ ປານີສະເໝີ ບົດນຳ ບິສມິລລາຫ໌, ວັລຮຳດຸລິລລາຫ໌; ແລະ ຕໍ່ຈາກນີ້: ນີ້ແມ່ນຫຼັກສູດທີ່ກວມເອົາປະເດັນຕ່າງໆ ທາງສາສະໜາທີ່ເດັກນ້ອຍມຸສລິມຄວນຮູ້, ໂດຍພໍ່ແມ່ຄວນສອນເລື່ອງເຫຼົ່ານີ້ໃຫ້ເຂົາເຈົ້າຕັ້ງແຕ່ຍັງນ້ອຍ. ຫຼັກສູດນີ້ປະກອບດ້ວຍເນື້ອຫາດ້ານອາກີດະຫ໌ (ຄວາມເຊື່ອ), ຟິກຫ໌ (ນິຕິສາດອິສລາມ), ຊີເຣາະຫ໌ (ຊີວະປະຫວັດທ່ານສາດສະດາ), ຈະລິຍະທັມ, ຕັຟຊີຣ (ການຕີຄວາມໝາຍອັລ-ກຸຣອານ), ຫະດິຊ, ຄຸນນະທັມ ແລະ ອັຊກາຣ (ບົດລຳລຶກປະຈຳວັນ), ທີ່ເຫມາະສົມສໍາລັບເດັກນ້ອຍ ທຸກເພດທຸກໄວ, ແລະ ຜູ້ທີ່ຫາກໍ່ເຂົ້າຮັບສາສະໜາອິສລາມ, ທັ້ງຍັງເຫມາະສົມສໍາລັບການທ່ອງຈໍາ ແລະ ອະທິບາຍໄດ້ ສາມາດນຳໄປສອນຢູ່ເຮືອນ,…
ສາມຫຼັກການພື້ນຖານ ພ້ອມດ້ວຍຫຼັກຖານຂອງມັນ
ຫນັງສືເຫຼັ້ມນີ້ເວົ້າກ່ຽວກັບຫຼັກການພື້ນຖານສຳຫຼັບມຸສລິມທີ່ຕ້ອງຮຽນຮູ້ມັນ: ການຮູ້ຈັກພຣະເຈົ້າ, ການຮູ້ຈັກສາສະໜາອິດສະລາມ, ແລະ ການຮູ້ຈັກທ່ານນະບີ ມູຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ, ແລະ ເນັ້ນໜັກເຖິງຄວາມສຳຄັນຂອງຫຼັກການເຫຼົ່ານີ້ໃນການສ້າງຄວາມເຊື່ອສັດທາ ແລະ ການປະຕິບັດຄວາມດີງາມ ໂດຍອ້າງອີງຫຼັກຖານຈາກພຣະຄຳພີອັລ-ກຸຣອານ ແລະ ຊຸນນະຮ໌.
الدروس المهمة لعامة الأمة
يهدف الكتاب إلى تعليم المسلمين أساسيات دينهم بطريقة مبسطة وشاملة. يتناول مجموعة من الدروس المهمة مثل قراءة الفاتحة وقصار السور، وأركان الإسلام والإيمان، وأقسام التوحيد والشرك، وشروط وأركان وواجبات الصلاة، بالإضافة إلى مبطلاتها، مع بيان مختصر لشروط الوضوء وفروضه ونواقضه. كما يسلط الضوء على التحلي بالأخلاق الإسلامية والآداب الشرعية، ويقدم إرشادات لطيفة حول تجهيز الميت والصلاة عليه ودفنه.
نبذة في العقيدة الإسلامية (شرح أصول الإيمان)
رسالة لطيفة تتناول أصول العقيدة الإسلامية بأسلوب مبسط وميسر. تبدأ بمقدمة حول أهمية علم التوحيد، كونه أشرف العلوم وأجلّها، ثم تتناول مفهوم الدين الإسلامي وأركانه الخمسة: الشهادتان، والصلاة، والزكاة، والصوم، والحج. كما يشرح الإيمان بالله، وملائكته، وكتبه، ورسله، واليوم الآخر، ويؤكد على أهمية التوحيد في بناء دين المسلم بشكل سليم. الكتاب يهدف إلى تعزيز الفهم الصحيح للعقيدة الإسلامية وتطبيقها في حياة المسلم اليومية.
حقوق دعت إليها الفطرة
رسالة لطيفة تقدم شرحًا مفصلًا لعشرة حقوق أساسية تشمل حقوق الله تعالى، وحقوق النبي صلى الله عليه وسلم، وحقوق الوالدين، والأولاد، والأقارب، والجيران، والزّوجين، والرّعية والولاة، والمسلمين عمومًا، وغير المسلمين. يهدف الكتاب إلى تعزيز الفهم الصحيح للعلاقات الاجتماعية والواجبات الفردية تجاه الآخرين، مستندًا إلى نصوص الوحي من القرآن الكريم والسنة النبوية، مما يجعله مرجعًا مهمًا لكل مسلم يسعى لتطبيق الشريعة في حياته اليومية مع ربه ومع الآخرين.
ແຜ່ນພັບສະບັບຫຍໍ້ກ່ຽວກັບຂັ້ນຕອນການປະຕິບັດພິທີອຸມເຣາະຫ໌ ແລະ ຂໍ້ບັນຍັດຕ່າງໆ ຂອງມັນ
ມວນການສັນລະເສີນທັ້ງປວງເປັນສິດຂອງອັລລໍຮ໌ ຜູ້ອະພິບານແຫ່ງສາກົນລະໂລກ, ແລະ ຂໍສໍລະວາດ ແລະ ສະລາມສັນຕິຈົ່ງປະສົບຕໍ່ທ່ານນະບີຂອງເຮົາ ມຸຮຳມັດ, ພ້ອມດ້ວຍວົງວານ ແລະ ມິດສະຫາຍຂອງທ່ານທັ້ງຫຼາຍ. ຕໍ່ຈາກນີ້: ນີ້ຄືຂໍ້ຄວາມສະບັບຫຍໍ້ກ່ຽວກັບຂັ້ນຕອນການປະຕິບັດພິທີອຸມເຣາະຫ໌, ຂໍ້ບັນຍັດ ແລະ ກິລິຍາມາລະຍາດຂອງມັນ, ເຊິ່ງພວກເຮົາໄດ້ເອົາໃຈໃສ່ໃນຂໍ້ສັ່ງໃຊ້ນີ້ ການອະທິບາຍເຖິງສ່ວນໃຫຍ່ຂອງສິ່ງທີ່ຜູ້ປະກອບພິທີອຸມເຣາະຫ໌ຕ້ອງການ. ຂໍຕໍ່ອັລລໍຫ໌ ໄດ້ຊົງໂປດເຮັດໃຫ້ຜົນງານນີ້ເປັນສິ່ງທີ່ບໍລິສຸດໃຈເພື່ອພຣະພັກອັນຊົງກຽດຂອງພຣະອົງ, ແລະ ຊົງໂປດໃຫ້ບັນດາມຸສລິມທົ່ວໄປໄດ້ຮັບປະໂຫຍດຈາກຜົນງານນີ້.
ບົດຄວາມວ່າດ້ວຍເລື່ອງ ເລືອດປະຈຳເດືອນຂອງແມ່ຍິງ
ໜັງສື ບົດຄວາມວ່າດ້ວຍເລື່ອງ ເລືອດປະຈຳເດືອນຂອງແມ່ຍິງ ຂອງທ່ານອາຈານ ມຸຮຳມັດ ບິນ ຊໍແລະຫ໌ ອັລອຸໄຊມິນ ຣໍຫິມາຮຸລລໍຫ໌ ເປັນບົດຄວາມທາງວິຊາການທີ່ໜັກແໜ້ນ ເຊິ່ງໄດ້ຄົ້ນຄວ້າ ແລະ ກວດສອບກ່ຽວກັບເລືອດທຳມະຊາດຂອງແມ່ຍິງ ເຊັ່ນ: ເລືອດປະຈຳເດືອນ (ເຮດ), ເລືອດຜິດປົກກະຕິ (ອິສຕິຮາເດາະຫ໌) ແລະ ເລືອດຫຼັງເກີດລູກ (ນິຟາສ), ໂດຍອີງໃສ່ຫຼັກຖານຈາກອັລກຸຣອານ ແລະ ຊຸນນະຫ໌ຂອງທ່ານສາດສະດາ, ພ້ອມດ້ວຍຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ທັດສະນະຂອງບັນດານັກວິຊາຜູ້ຮູ້ໃນບັນຫາເຫຼົ່ານີ້. ໃນບົດຄວາມນີ້ໄດ້ວາງຂໍ້ຕັດສິນຕ່າງໆ ກ່ຽວກັບເລືອດ, ໂດຍຊີ້ແຈງຄວາມແຕກຕ່າງລາຍລະອຽດລະຫວ່າງແຕ່ລະກໍລະນີ, ແລະ ນຳສະເໜີຫຼັກຖານທາງສາສະໜາ ເພື່ອເປັນແນວທາງ ແລະ…
رسول الإسلام محمد صلى الله عليه وسلم
ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປານີ ຜູ້ຊົງເມດຕາສະເໝີ ສາສະນະທູດແຫ່ງອິສລາມ ມຸຮຳມັດ ຊໍລລັລໍຮຸ ອະໄລຮິ ວະຊັລລັມ ຊີວະປະຫວັດໂດຍຫຍໍ້ຂອງສາດສະດາແຫ່ງອິສລາມ ມຸຮຳມັດ [1] ຂໍອັລລໍຫ໌ປະທານຄວາມເມດຕາ ສັນຕິແກ່ທ່ານ. ເຮົາຈະເວົ້າເຖິງ ຊື່ນາມຂອງທ່ານ, ວົງຕະກູນ, ບ້ານເກິດ ແລະ ບ່ອນຢູ່ອະໄສ, ຄອບຄົວ, ຂໍ້ພິສູດຄວາມເປັນສາສະດາ, ແລະເລື່ອງລາວຜູ້ທີ່ຕໍ່ຕ້ານທ່ານ. [1] ຂ້ອຍພະຍາຍາມທີ່ຈະປຽບທຽບຕະຫຼອດລະຫວ່າງຄຳສອງຄຳທີ່ວ່າ ຣໍຊູລ ແລະ ມຸຮຳມັດ ຄໍານຶງເຖິງການແປພາສາ, ໃຫ້ສັງເກດນີ້. 1. ຊື່ສຽງ ວົງຕະກູນ ແລະ ບ້ານເກິດຂອງທ່ານ ສາດສະດາຂອງສາດສະໜາອິສລາມຄືທ່ານນະບີມຸຮັມຫມັດ ລູກຊາຍຂອງທ່ານອັບດຸລເລາະຫ໌ ລູກຊາຍຂອງອັບດຸລມຸດຕໍລິບ ລູກຊາຍຂອງຮາຊິມ…
ຄວາມຮູ້ທົ່ວໄປທີ່ມຸສລິມຄວນຈະຮູ້
ປື້ມ (ຄວາມຮູ້ທົ່ວໄປທີ່ມຸສລິມຄວນຈະຮູ້) ເປັນປື້ມທີ່ຍິ່ງໃຫຍ່, ທີ່ຖືກຮຽບຮຽງຂຶ້ນ ວ່າດ້ວຍຄວາມຮູ້ ແລະ ການອະທິບາຍທີ່ແຈ່ມແຈ້ງ, ໄດ້ຮວບຮວມສິ່ງທີ່ມຸສລິມຄວນຮູ້ ກ່ຽວກັບຫລັກການພື້ນຖານຂອງອະກີດະຮ໌, ບັນຍັດຂອງອິດສະລາມ, ແລະ ມາລະຍາດອັນດີງາມ, ດ້ວຍສຳນວນທີ່ປານີດງົດງາມ, ທີ່ຊ່ວຍເປີດປັນຍາໃຫ້ສະຫວ່າງ, ແລະ ເຮັດໃຫ້ຫົວໃຈສະຫງົບສຸກ, ຊ່ວຍຂັດເກົາຄວາມເຂົ້າໃຈ, ແລະ ຊີ້ນຳການກະທຳໃຫ້ຖືກຕ້ອງ, ສະນັ້ນ ປື້ມເຫຼັ້ມນີ້ຈຶ່ງເປັນກະແຈສູ່ການລອດພົ້ນຢ່າງແທ້ຈິງ, ແລະ ເປັນຄູ່ມືຂອງຜູ້ເດີນທາງໃນເສັ້ນທາງແຫ່ງການເຊື່ອຟັງພັກດີ ແລະ ການສະແຫວງຫາຄວາມຮູ້.
ຂໍ້ຄວາມສັ້ນໆກ່ຽວກັບອິດສະລາມທີ່ໄດ້ກ່າວໄວ້ໃນ ພຣະຄຳພີອັລກຸຣອານ ແລະ ຊູນນະຫ໌ ຂອງທ່ານສາດສະດາ
ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງເມດຕາ ກະລຸນາ ປານີສະເໝີ ອັລ-ອິສລາມ (ສະບັບຖອດຖອນຫຼັກຖານ)[1] [1] ມີສໍາເນົາຂອງຈົດຫມາຍສະບັບນີ້ມີຫຼັກຖານຈາກອັລກຸຣອານ ແລະ ຊຸນນະຫ໌ຂອງທ່ານສາດສະດາໃນທຸກບັນຫາໃນນັ້ນ ສາມາດເຂົ້າແລະຄົ້ນຫາໄດ້ຕາມລິ່ງ https://islamhouse.com/ar/books/2830071 ຂໍ້ຄວາມສໍາຄັນທີ່ປະກອບດ້ວຍຄໍານິຍາມສັ້ນໆ ຂອງອິດສະລາມ ທີ່ສະແດງໃຫ້ເຫັນເຖິງຫຼັກການ, ຄໍາສອນແລະຄຸນງາມຄວາມດີ ທີ່ສໍາຄັນທີ່ສຸດແມ່ນໄດ້ມາຈາກແຫຼ່ງດັ້ງເດິມ ເຊິ່ງກໍ່ຄືຈາກ ອັລກຸຣອານ ແລະ ຊູນນະຫ໌ ຂອງນະບີ ແລະຂໍ້ຄວາມນີ້ສົ່ງເຖິງຊາວມຸດສະລິມທຸກຄົນ ແລະຄົນທີ່ບໍ່ແມ່ນມຸດສະລິມ ໃນພາສາຂອງເຂົາເຈົ້າໃນທຸກເວລາແລະສະຖານທີ່…
ຄູ່ມືສະບັບຫຍໍ້ທີ່ເປັນປະໂຫຍດສຳຫຼັບມຸສລິມ
ຫນັງສືເຫຼັ້ມນີ້ສົນທະນາພື້ນຖານຂອງອິດສະລາມໃນລັກສະນະທີ່ຫຍໍ້ກະທັດຫັດ ແລະ ຄົບຖ້ວນສົມບູນ, ໂດຍການອະທິບາຍໃຫ້ຜູ້ອ່ານຮູ້ເຖິງພື້ນຖານຂອງການເຄົາລົບພັກດີທີ່ຖືກຕ້ອງ ແລະຄວາມໝາຍຂອງ(ອີມານ) ຄວາມເຊື່ອສັດທາໃນພຣະເຈົ້າ ມາລາອີກະຮ໌ຂອງພຣະອົງ ຄຳພີຂອງພຣະອົງ ແລະ ສາດສະດາທູດຂອງພຣະອົງ ສັດທາຕໍ່ວັນສິ້ນໂລກ ແລະ ກົດກຳນົດສະພາວະ.
ດ້ວຍນາມຂອງອັລລໍຫ໌ ຜູ້ຊົງກະລຸນາປານີ ຜູ້ຊົງເມດຕາສະເໝີ
ຄຳພີອັລກຸຣອານແມ່ນ ສັບຄຳເວົ້າຂອງອັລລໍຫ໌ ພຣະເຈົ້າແຫ່ງສາກົນໂລກ ແລະ ພຣະຜູ້ສ້າງຂອງພວກເຮົາ, ທີ່ຊົງປະທານແກ່ສາດສະດາທູດທ່ານສຸດທ້າຍ ເຊິ່ງກໍຄືທ່ານນະບີ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ເພື່ອຊີ້ແຈງໃຫ້ມວນມະນຸດໄດ້ຮູ້ເຖິງຈຸດປະສົງຂອງການສ້າງພວກເຂົາມາ, ແລະນຳພາພວກເຂົາໄປສູ່ຄວາມສຸກທັງໃນໂລກນີ້ ແລະ ໂລກໜ້າ, ພ້ອມທັງຊ່ວຍໃຫ້ພວກເຂົາລອດພົ້ນຈາກຄວາມທຸກທໍລະມານຕະຫຼອດການຫຼັງຈາກຄວາມຕາຍ, ເຊິ່ງເປັນຄຳພີຈາກພຣະເຈົ້າເຫຼັ້ມສຸດທ້າຍທີ່ຖືກປະທານລົງມາ ເພື່ອຢັ້ງຢືນຄວາມຈິງຂອງບັນດາຄຳພີກ່ອນໜ້ານັ້ນ ແລະ ຍົກເລີກກົດຂໍ້ບັນຍັດເດີມຕ່າງ ໆ. ແລະ ຄຳພີອັລກຸຣອານເປັນໂອງການ ແລະ ສິ່ງມາຫັດສະຈັນຕະຫຼອດການ,…
ຄູ່ມືສະບັບຫຍໍ້ທີ່ເປັນປະໂຫຍດສຳຫຼັບມຸອັຊຊິນ, ອິມ່ຳ, ຄໍຕີບ ແລະ ຂໍ້ກຳຫນົດຕ່າງໆ ກ່ຽວກັບມັສຍິດ
ຫນັງສືເຫຼັ້ມນີ້ນຳສະເໜີພາບລວມທີ່ຄົບຖ້ວນກ່ຽວກັບຂໍ້ບັນຍັດຂອງການອະຊານ ແລະ ການອີກໍມະຫ໌, ການເປັນຜູ້ນຳໃນການລະຫມາດ, ການຄຸດບະຫ໌ວັນສຸກ, ແລະ ມາລະຍາດໃນມັສຍິດ, ນອກຈາກນີ້ ຫນັງສືເຫຼັ້ມນີ້ຍັງເວົ້າລວມເຖິງຫນ້າທີ່ຂອງຜູ້ປະກາດເຊີນຊວນສູ່ການລະຫມາດ (ມຸອັຊຊິນ), ຜູ້ນຳລະຫມາດ (ອີມ່ຳ) ແລະ ຜູ້ກ່າວຄຸດບະຫ໌ (ຄໍຕີບ) ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການຮຽນຮູ້ຂໍ້ບັນຍັດທາງສາສະໜາທີ່ກ່ຽວຂ້ອງກັບຫນ້າທີ່ເຫຼົ່ານີ້ ເພື່ອຮັບປະກັນການປະຕິບັດທີ່ຖືກຕ້ອງ, ລວມໄປເຖິງຕົວບົດຕ່າງໆ ທີ່ລາຍງານມາຈາກທ່ານນະບີ ﷺ ພ້ອມດ້ວຍຄຳອະທິບາຍ ເພື່ອຮັບປະກັນການນຳໄປປະຕິບັດຢ່າງຖືກຕ້ອງ.
ອິສລາມ
ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປຣາໜີ ຜຸ້ຊົງເມດຕາສະເໝີ ເຈົ້າເຄີຍຖາມໂຕເຈົ້າບໍ່? ໃຜແມ່ນຜູ້ສ້າງທ້ອງຟ້າທັ້ງຫລາຍ ແລະ ແຜ່ນດິນ ແລະ ທຸກສິ່ງທີ່ມີຢູ່ໃນທັ້ງສອງນັ້ນ ຈາກສິ່ງທີ່ຖືກສ້າງທີ່ຍິ່ງໃຫຍ່? ແລະ ໃຜແມ່ນຜູ້ສ້າງລະບົບທີ່ແມັ່ນຍຳຮັດກຸມຂຶ້ນມາ?
ໃຜແມ່ນຜູ້ສ້າງຈັກວານນີ້? ແລ້ວໃຜແມ່ນຜູ້ສ້າງຕົວຂ້ອຍ? ແລ້ວເປັນຫຍັງຈຶ່ງສ້າງ?
ຂ້ອຍມີວິທີຊິວິດຖືກຕ້ອງແລ້ວລະບໍ່? ແມ່ນໃຜສ້າງໂລກ ແລະ ຈັກກະວານ ຮ່ວມເຖິງສັບພະສິ່ງຈຳນວນຫລວງຫລາຍມະຫາສານນີ້? ແມ່ນໃຜສ້າງລະບົບອັນຊັບຊ້ອນ ແລະ ລະອຽດອ່ອນໃນທຳມະຊາດຂອງຊັ້ນຟ້າແລະແຜ່ນດິນ? ໃຜຄືຜູ້ສ້າງມະນຸດເຮັດໃຫ້ມະນຸດມີປະສາດສຳພັດ ໄດ້ຍິນ ແນມເຫັນ ມີສະມອງປັນຍາທີ່ຮັບຮູ້ ແລະ ເຂົ້າເຖິງຄວາມຈິງ?
ບົດບັນຍາຍ ດ້ວຍສະຫຼຸບສອງບົດໃນເລື່ອງຊະກາດ ແລະ ການຖືສິນອົດ
ຫນັງສືເຫຼັ້ມນີ້ ກ່າວກ່ຽວກັບພັນທະສອງປະການ ຄື ຊະກາດ ແລະ ການຖືສິນອົດ, ໂດຍການຊີ້ແຈງຂໍ້ບັນຍັດ ແລະ ຜົນປະໂຫຍດຂອງທັງສອງ, ພ້ອມທັງເຕືອນສະຕິເຖິງສິດທິຂອງພຣະເຈົ້າທີ່ມີຕໍ່ບ່າວຂອງພຣະອົງ, ແລະ ປະກອບດ້ວຍຄຳອະທິບາຍກ່ຽວກັບຂໍ້ບັນຍັດຂອງຊະກາດ, ປະເພດຕ່າງໆຂອງສັບສິນທີ່ຕ້ອງຈ່າຍຊະກາດ, ຄວາມປະເສີດຂອງເດືອນຣໍມະດອນ, ຂໍ້ບັນຍັດຂອງການຖືສິນອົດ ແລະ ມາລະຍາດຂອງມັນ, ດ້ວຍລັກສະນະທາງວິຊາການທີ່ລວມເອົາທັງການອ້າງອີງຫຼັກຖານທາງສາສະໜາ ແລະ ການຊີ້ແນະດ້ານການຂັດເກົາຈິດໃຈ.
ຂໍ້ຄວາມສັ້ນໆ ເຖິງຄົນທີ່ບໍ່ເຊື່ອໃນພຣະເຈົ້າ
ສານສະບັບຫຍໍ້ ເຖິງຄົນທີ່ບໍ່ເຊື່ອໃນພຣະເຈົ້າ, ເຊິ່ງບອກກ່າວຕໍ່ສະຕິປັນຍາວ່າ ລະບົບຂອງຈັກກະວານທີ່ລະອຽດຮັດກຸມນີ້ ຍ່ອມປະຕິເສດຄວາມບັງເອີນ ແລະ ຊີ້ບົງເຖິງຜູ້ສ້າງທີ່ຊົງປີຊາຍານ, ແລ້ວສະຕິປັນຍາຈະຍອມຮັບໄດ້ແນວໃດວ່າສິ່ງທັງໝົດນີ້ເກີດຂຶ້ນມາຈາກຄວາມວ່າງເປົ່າ? ດັ່ງນັ້ນ ຈົ່ງເປີດໃຈຂອງເຈົ້າເພື່ອການຄິດ ແລະ ພິຈາລະນາ, ແລະ ຈົ່ງຄົ້ນຫາຄວາມຈິງ, ເພາະບາງເທື່ອເຈົ້າອາດຈະພົບແສງສະຫວ່າງທີ່ຈະນຳພາທາງເຈົ້າໃນສິ່ງນັ້ນ.
ໃຜແມ່ນຜູ້ສ້າງຈັກວານນີ້? ແລ້ວໃຜແມ່ນຜູ້ສ້າງຕົວຂ້ອຍ? ແລ້ວເປັນຫຍັງຈຶ່ງສ້າງ?
ຫນັງສືເຫຼັ້ມນີ້ເວົ້າກ່ຽວກັບຕົ້ນກຳເນີດຂອງຈັກກະວານ ແລະ ມະນຸດ, ໂດຍຢືນຢັນວ່າມີຜູ້ສ້າງຜູ້ຍິ່ງໃຫຍ່ ນັ້ນຄືພຣະເຈົ້າ, ຜູ້ທີ່ໄດ້ວາງກົດເກນທີ່ຄວບຄຸມການດຳເນີນຊີວິດ, ແລະ ອະທິບາຍເຖິງຄຸນລັກສະນະຂອງພຣະເຈົ້າ ແລະ ຄວາມສຳຄັນຂອງຄວາມເຊື່ອສັດທາຕໍ່ບັນດາສາດສະດາທູດ ແລະ ບັນດາຄຳພີຈາກຟາກຟ້າ, ແລະ ຢືນຢັນວ່າອິດສະລາມຄືສາສະໜາທີ່ແທ້ຈິງເພື່ອບັນລຸເຖິ່ງຄວາມສຸກໃນໂລກນີ້ ແລະ ໂລກຫນ້າ.
ສາສະນະທູດແຫ່ງອິສລາມ ມຸຮຳມັດ ຊໍລລັລໍຮຸ ອະໄລຮິ ວະຊັລລັມ
ປຶ້ມ "ສາດສະດາຂອງອິດສະລາມ ມູຮຳມັດ (ຂໍຄວາມສັນຕິສຸກຈົ່ງມີແດ່ທ່ານ)" ໄດ້ນຳສະເໜີຊີວະປະຫວັດຂອງທ່ານນົບີ ມູຮຳມັດ ຕັ້ງແຕ່ເຊື້ອສາຍວົງຕະກູນ, ການເຕີບໃຫຍ່ຊ່ວງໄວໜຸ່ມ ຈົນເຖິງການແຕ່ງງານອັນເປັນສິລິມຸງຄຸນ ແລະ ຈຸດເລີ່ມຕົ້ນຂອງການໄດ້ຮັບໂອງການ (ວະຫ໌ຮີ) ເພື່ອປະກາດສາດສະໜາສຸດທ້າຍ. ປຶ້ມຫົວນີ້ຍັງໄດ້ຊີ້ໃຫ້ເຫັນເຖິງສັນຍານແຫ່ງການເປັນສາດສະດາ ແລະ ຫຼັກຖານແຫ່ງຄວາມສັດຊື່ຂອງທ່ານ, ພ້ອມທັງອະທິບາຍກົດໝາຍອິດສະລາມ (ຊາຣີອະຫ໌) ທີ່ທ່ານໄດ້ນຳມາ ເຊິ່ງມີບົດບາດສຳຄັນໃນການປົກປ້ອງສິດທິມະນຸດ ແລະ ກຽດສັກສີຂອງຄວາມເປັນມະນຸດ ນອກຈາກນັ້ນ, ຢັງໄດ້ຍົກໃຫ້ເຫັນທັດສະນະຄະຕິຂອງຝ່າຍກົງກັນຂ້າມ ແລະ ຄຳຢືນຢັນຂອງພວກເຂົາທີ່ມີຕໍ່ທ່ານ,…
ເຈົ້າເຄີຍຖາມຕົວເອງບໍ່? ໃຜແມ່ນຜູ້ສ້າງໂຕເຈົ້າ? ແລ້ວສ້າງມາເພື່ອຫຍັງ? ແລ້ວຈະມີຫຍັງເກີດຂື້ນຫລັງຈາກຄວາມຕາຍ?
ຫນັງສືເຫຼັ້ມນີ້ປະພັນຂຶ້ນເພື່ອຕອບຄຳຖາມກ່ຽວກັບເລື່ອງການມີຢູ່ ແລະ ການສ້າງ, ແລະ ພິສູດຢ່າງມີເຫດຜົນເຖິງການມີຢູ່ຂອງຜູ້ສ້າງຜູ້ທີ່ສົມບູນພ້ອມດ້ວຍສະຕິປັນຍາ ແລະ ຄວາມສົມບູນແບບ, ແລະ ອະທິບາຍວ່າຈຸດປະສົງຂອງການມີຊີວິດຄືການຈົ່ງຮັກພັກດີເຄົາລົບຕໍ່ພຣະອົງອັລລໍຮ໌ພຽງອົງດຽວ, ແລະ ອິດສະລາມຄືສາສະໜາທີ່ແທ້ຈິງທີ່ຖືກປົກປ້ອງໄວ້, ແລະ ຮຽກຮ້ອງໃຫ້ມີຄວາມເຊື່ອສັດທາຕໍ່ສາດສະດາທູດຂອງອັລລໍຮ໌, ມູຮຳມັດ, ແລະ ໃຫ້ປະຕິບັດຕາມຄຳສອນຂອງເພິ່ນ, ແລະ ເຕືອນໃຫ້ລະວັງຈາກການຕັ້ງພາຄີ ແລະ ຢືນຢັນເຖິງການມີຢູ່ຂອງການຄິດບັນຊີ ແລະ ການຕອບແທນໃນໂລກຫນ້າ.
ອະທິບາຍຖ້ອຍຄຳໃນອະຊານ
ຫນັງສືເຫຼັ້ມນີ້ເວົ້າກ່ຽວກັບຖ້ອຍຄຳຂອງການປະກາດເຊີນຊວນ (ອະຊານ) ໂດຍອະທິບາຍໃນດ້ານຄວາມເຊື່ອສັດທາ (ອີມານ), ໂດຍເນັ້ນໃຫ້ເຫັນເຖິງມິຕິດ້ານຫຼັກຄວາມເຊື່ອ ແລະ ດ້ານການສຶກສາອົບຮົມ ແລະ ຊີ້ແຈງໃຫ້ເຫັນວ່າ ການປະກາດເຊີນຊວນ (ອະຊານ) ບໍ່ແມ່ນພຽງແຕ່ການເອີ້ນສູ່ການລະຫມາດ, ແຕ່ມັນຄືການເຊີນຊວນປະຈຳວັນສູ່ການໃຫ້ເອກະພາບຕໍ່ພຣະເຈົ້າ (ເຕົາຮີດ) ແລະ ຄວາມສຳເລັດ. ຫນັງສືເຫຼັ້ມນີ້ໄດ້ນຳສະເໜີຖ້ອຍຄຳຂອງການປະກາດເຊີນຊວນ (ອະຊານ) ແລະ ອະທິບາຍລາຍລະອຽດຄວາມໝາຍຂອງມັນ: ເລີ່ມຈາກການໃຫ້ຄວາມຍິ່ງໃຫຍ່ແກ່ພຣະເຈົ້າ ແລະ ການປະຕິຍານຕົນໃນການໃຫ້ເອກະພາບຕໍ່ພຣະເຈົ້າ (ເຕົາຮີດ) ແລະ ການເປັນສາດສະດາທັ້ງຫຼາຍຂອງພຣະອົງ, ໄປສູ່ການເຊີນຊວນສູ່ການລະຫມາດ( ນະມາຊ) ແລະ ຄວາມສຳເລັດ,…
ສະຫຼຸບ ພ້ອມອະທິບາຍຖ້ອຍຄຳໃນອະຊານ
ສະບັບຫຍໍ້ຂອງຫນັງສື ອະທິບາຍຖ້ອຍຄຳໃນອະຊານ ເປັນການສະຫຼຸບຫຍໍ້ຈາກຫນັງສືເຫຼັ້ມເຕັມ, ເຊິ່ງເວົ້າກ່ຽວກັບຖ້ອຍຄຳຂອງການປະກາດເຊີນຊວນ (ອະຊານ) ໂດຍອະທິບາຍໃນດ້ານຄວາມເຊື່ອສັດທາ (ອີມານ), ພ້ອມທັງເນັ້ນໃຫ້ເຫັນເຖິງມິຕິດ້ານຫຼັກຄວາມເຊື່ອ ແລະ ດ້ານການສຶກສາອົບຮົມ, ແລະ ຍັງໄດ້ນຳສະເໜີຖ້ອຍຄຳຂອງການປະກາດເຊີນຊວນ (ອະຊານ) ແລະ ອະທິບາຍລາຍລະອຽດຄວາມໝາຍຂອງມັນ, ເລີ່ມຈາກການໃຫ້ຄວາມຍິ່ງໃຫຍ່ແກ່ພຣະເຈົ້າ ແລະ ການປະຕິຍານຕົນໃນການໃຫ້ເອກະພາບຕໍ່ພຣະເຈົ້າ (ເຕົາຮີດ) ແລະ ການເປັນສາດສະດາທັ້ງຫຼາຍຂອງພຣະອົງ, ໄປສູ່ການເຊີນຊວນສູ່ການລະຫມາດ ແລະ ຄວາມສຳເລັດ, ຈົນເຖິງການຈົບທ້າຍດ້ວຍການກ່າວ (ຕັກບີຣ) ແລະ ການໃຫ້ເອກະພາບຕໍ່ພຣະເຈົ້າ (ເຕົາຮີດ) ດ້ວຍລັກສະນະທີ່ປະທັບໃຈ.
ຊີວະປະຫວັດສະບັບຫຍໍ້ຂອງສາດສະດາ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ
ປຶ້ມສະບັບຫຍໍ້ກ່ຽວກັບຊີວະປະຫວັດຂອງທ່ານນະບີ, ເຊິ່ງໄດ້ນຳສະເໜີເຫດການສຳຄັນຕ່າງໆ ການເປັນຢູ່ ການໃຊ້ຊີວິດຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ຕັ້ງແຕ່ການເກິດຂອງທ່ານ ແລະ ການເຕີບໃຫຍ່ຊ່ວງໄວໜຸ່ມ, ຜ່ານໄລຍະການໄດ້ຮັບໂອງການ, ການຮຽກຮ້ອງ, ການອົບພະຍົບ ແລະການສູ້ຮົບຕ່າງໆ, ຈົນເຖິງການເສຍຊີວິດຂອງທ່ານ ຊໍລລັລລໍຮຸ ອະໄລຮິ ວະສັລລຳ, ດ້ວຍຮູບແບບທີ່ງ່າຍດາຍ ແລະເຂົ້າໃຈງ່າຍ ເຊິ່ງໄດ້ລວບລວມເອົາການນຳສະເໜີເຫດການຕ່າງໆ, ຂໍ້ຄິດ ແລະບົດຮຽນທີ່ໄດ້ຮັບ; ເພື່ອເປັນສິ່ງຊ່ວຍເຫຼືອໃນການຮຽນຮູ້ແນວທາງຂອງທ່ານ ແລະການເອົາທ່ານເປັນແບບຢ່າງ.
ວິທີການອາບນ້ຳລະຫມາດ: (ຄຳອະທິບາຍພາກປະຕິບັດແບບຫຍໍ້)
ວິທີການອາບນ້ຳລະຫມາດ (ສະບັບວິດີໂອແບບງ່າຍ ໆ) ການສາທິດພາກປະຕິບັດວິທີການອາບນ້ຳລະຫມາດເທື່ອລະຂັ້ນຕອນ, ເປັນສິ່ງສຳຄັນຫຼາຍ ເພາະການອາບນ້ຳລະຫມາດເປັນເງື່ອນໄຂທີ່ເຮັດໃຫ້ການລະຫມາດສົມບູນ. ເບິ່ງວິດີໂອ ແລະ ຮຽນຮູ້ວິທີການອາບນ້ຳລະຫມາດທີ່ຖືກຕ້ອງ. ລັກສະນະຂອງການອາບນ້ຳລະຫມາດ
ລັກສະນະ ແລະ ວິທີການລະຫມາດ: ວິດີໂອໂດຍຫຍໍ້
ການສາທິດວິທີການລະຫມາດໂດຍຫຍໍ້, ເພື່ອທີ່ພວກເຮົາຈະໄດ້ນະມັດສະການອັລລໍຫ໌ດ້ວຍຄວາມເຂົ້າໃຈ ແລະ ເພື່ອໃຫ້ການລະຫມາດຂອງເຮົາສົມບູນຄົບຖ້ວນທັງຫຼັກການ ແລະ ເງື່ອນໄຂ. ວິທີການລະຫມາດ ເມື່ອເຮົາຕ້ອງການທີ່ຈະລະຫມາດ, ຈຳເປັນຕ້ອງຊຳລະລ້າງຕົນເອງ ຈາກຫະດັສນ້ອຍ ແລະ ຫະດັສໃຫຍ່. ແລະ ພວກເຮົາຕ້ອງລະມາດດ້ວຍເຄື່ອງນຸ່ງທີ່ສະອາດ ແລະ ປົກປິດເອົາເຣາະຫ໌ຂອງພວກເຮົາ. ຮ່າງກາຍ ແລະ ສະຖານທີ່ລະຫມາດຂອງພວກເຮົາ ຈະຕ້ອງສະອາດປາດສະຈາກສິ່ງສົກກະປົກ ນະຈິສ. ຫັນໜ້າໄປທາງກິບລະຫ໌ ແລະ ສົມຄວນລະຫມາດ ໂດຍມີສຸຕເຣາະ (ທີ່ກັ້ນ).
ຂັ້ນຕອນການປະຕິບັດອຸມເຣາະຫ໌
ຂັ້ນຕອນການປະຕິບັດພິທີອຸມເຣາະຫ໌: ຄຳອະທິບາຍພາກປະຕິບັດແບບຫຍໍ້ ວິທີການປະກອບພິທີອຸມເຣາະຫ໌ເຮັດແນວໃດ? : (ວິດີໂອສອນແບບງ່າຍໆ) ວິດີໂອ ອະທິບາຍພິທີກຳຂອງອຸມເຣາະຫ໌ຕາມລຳດັບ ຕັ້ງແຕ່ການຄອງອິຫ໌ຣອມຈົນເຖິງການຕະຫັລລຸລ, ດ້ວຍຮູບແບບທີ່ງ່າຍດາຍ ແລະ ຊັດເຈນ, ເບິ່ງວິດີໂອ ແລະ ຮຽນຮູ້ວິທີການປະຕິບັດອຸມເຣາະຫ໌ຂອງທ່ານ ຢ່າງງ່າຍດາຍ ແລະ ສົມບູນແບບ. ຜູ້ທີ່ປະສົງຈະປະກອບພິທີອຸມເຣາະຫ໌ ຈຳເປັນຕ້ອງຄອງອິຫ໌ຣອມຈາກມີກ໊ອດທີ່ຖືກກຳນົດໄວ້ສຳລັບລາວ. ອັລ-ມະວາກີດ: ຄືບັນດາສະຖານທີ່ ທີ່ທ່ານນບີ ﷺ ໄດ້ກຳໜົດໄວ້ ເພື່ອໃຫ້ຜູ້ທີ່ປະສົງຈະປະກອບພິທີຮັຈ ຫຼື ອຸມເຣາະຫ໌ ຄອງອິຫ໌ຣອມຈາກທີ່ນັ້ນ. ດັ່ງນັ້ນ ຜູ້ໃດທີ່ຜ່ານໜຶ່ງໃນສະຖານທີ່ເຫຼົ່ານັ້ນ ໂດຍຕັ້ງໃຈຈະປະກອບພິທີຮັຈ ຫຼື…
ບົດລຳລຶກທີ່ໃຊ້ອ່ານຕອນເຊົ້າ ແລະ ຕອນແລງ
ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປຣາໜີ ຜູ້ຊົງເມດຕາສະເໝີ ຄຳອ່ານ (ອັລລໍຮຸລາ ອິລາຮະ ອິລລາ ຮຸວັລ ໄຮຍູລ ກອຍຍູມ, ລາຕະ ຄູຊູຮຸ ຊິນະຕູ ວະລາເນົາມຸ, ລະຮູມາ ຟິສຊະມາ ວາຕິ ວະມາ ຟິລອັຣດ໌, ມັນ ຊັລລະຊີ ຍັຊຟະອຸ ອິນດະຮູ ອິລລາ ບິອິຊນິຮ໌, ຍະລະມຸ ມາໄບ ນະໄອດີຮິມ ວະມາ ຄອລຟະຮຸມ, ວະລາ ຢຸຮິຕູ ນະ ບິໄຊອິນ ມິນ ອິລມິຮີ ອິລລາ ບິມາຊາາອ໌, ວະຊິອະ ກຸຣຊິຢຸ ຮຸສຊະມາ ວາຕິ ວັລອັຣດ໌, ວະລາຢາ ອູດຸຮຸ ຮິຟຊຸຮຸມາ ວະຮຸວັລ ອະລິຍຸລ ອະຊິມ) ຄຳແປ (ອັລລໍຫ໌ ຄືຜູ້ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ ຜູ້ຊົງເປັນ, ຜູ້ຊົງບໍລິຫານ ຄວາມເງົານອນ ແລະ ການນອນ ບໍ່ສາມາດຄວບງຳພຣະອົງ ທຸກສິ່ງໃນຊັ້ນຟ້າ ແລະ ແຜ່ນດິນເປັນຂອງພຣະອົງ ບໍ່ມີໃຜສາມາດຂໍໃຫ້ການຊ່ວຍເຫຼືອໄດ້…
ໃຜຄືຜູ້ສ້າງຕົວເຮົາ? ແລ້ວສ້າງມາເຮັດຫຍັງ?
ທຸກໆ ສິ່ງຊີ້ໃຫ້ເຫັນເຖິງການມີຢູ່ຂອງຜູ້ສ້າງ ແມ່ນໃຜສ້າງຊັ້ນຟ້າແຜ່ນດິນໂລກ ແລະ ຈັກກະວານ ຮ່ວມເຖິງສັບພະສິ່ງຈຳນວນຫລວງຫລາຍມະຫາສານນີ້? ແມ່ນໃຜສ້າງລະບົບອັນຊັບຊ້ອນ ແລະ ລະອຽດອ່ອນໃນທຳມະຊາດຂອງຊັ້ນຟ້າແລະແຜ່ນດິນ? ໃຜຄືຜູ້ສ້າງມະນຸດເຮັດໃຫ້ມະນຸດມີປະສາດສຳພັດ ໄດ້ຍິນ ແນມເຫັນ ມີສະມອງປັນຍາທີ່ຮັບຮູ້ ແລະ ເຂົ້າເຖິງຄວາມຈິງ? ເຈົ້າອະທິບາຍການເຮັດວຽກທີ່ຊັດເຈນນີ້ແນວໃດໃນລະບົບຂອງຮ່າງກາຍຂອງເຈົ້າແລະຮ່າງກາຍຂອງສິ່ງມີຊີວິດ? ໃຜເປັນຜູ້ສ້າງມັນ? ຈັກກະວານໃບນີ້ດຳລົງຢູ່ເປັນລະບົບລະບຽບພາຍໃຕ້ກົດເກນທຳມະຊາດອັນຊັບຊ້ອນຢ່າງທີ່ສຸດນັບພັນລ້ານປີໄດ້ແນວໃດ?
ຄວາມປະເສີດ ແລະ ມາລະຍາດທີ່ຄວນມີຕໍ່ມັສຍິດອັນ-ນະບະວີ, ແລະ ຂໍ້ບັນຍັດຂອງການຢ້ຽມຢາມຫລຸມຝັງສົບຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ແລະ ຫລຸມຝັງສົບຂອງສະຫາຍທັ້ງສອງຂອງທ່ານ ຣໍດິຍັລລໍຮຸ ອັນຮຸມາ
ຫນັງສືເຫຼັ້ມນີ້ ຊີ້ແຈງເຖິງຄວາມປະເສີດຂອງມັສຍິດນະບະວີ ແລະ ມາລະຍາດໃນການຢ້ຽມຢາມ, ນອກຈາກນີ້ ຫຍັງນຳສະເໜີມາລະຍາດໃນການຢ້ຽມຢາມຫລຸມຝັງສົບຂອງທ່ານນະບີ ﷺ ແລະ ຫລຸມຝັງສົບຂອງສະຫາຍທັ້ງສອງຂອງທ່ານ (ຂໍອັລລໍຮ໌ຊົງພໍພຣະໄທຕໍ່ທັງສອງ), ໂດຍເນັ້ນໜັກເຖິງຄວາມສຳຄັນຂອງຄວາມສະຫງົບສຳລວມ, ຄວາມສະອາດ, ແລະ ການອອກຫ່າງຈາກການກະທຳຕ່າງໆ ທີ່ເປັນການອຸຕະຣິກຳ (ບິດອະຫ໌) ໃນຂະນະຢ້ຽມຢາມ.
ອິສລາມ ສາສະໜາຂອງບັນດາສາສະດາທູດຂອງອັລລໍຫ໌
ອິສລາມຄືການຍອມຈຳນົນຕໍ່ພຣະເຈົ້າ ຜູ້ສ້າງ ແລະ ຜູ້ບໍລິຫານຈັດການຈັກກະວານ, ການນໍາພາຕົນເອງໄປສູ່ຄວາມເຊື່ອຟັງພຣະອົງດ້ວຍຄວາມຮັກ ແລະ ການເທີດທູນ, ແລະ ພື້ນຖານຂອງອິສລາມຄືການສັດທາຕໍ່ພຣະເຈົ້າອັລລໍຫ໌, ແລະ ວ່າພຣະອົງຄືຜູ້ສ້າງ ແລະ ສິ່ງອື່ນໆທັງໝົດນອກຈາກພຣະອົງລ້ວນແຕ່ເປັນສິ່ງທີ່ຖືກສ້າງ, ແລະ ວ່າພຣະອົງຄືຜູ້ທີ່ສົມຄວນໄດ້ຮັບການເຄົາລົບພັກດີພຽງອົງດຽວ ໂດຍບໍ່ມີພາກີໃດໆຮ່ວມກັບພຣະອົງ, ບໍ່ມີຜູ້ທີ່ສົມຄວນໄດ້ຮັບການເຄົາລົບພັກດີຢ່າງແທ້ຈິງນອກຈາກພຣະອົງ, ພຣະອົງຊົງມີພຣະນາມອັນຈົບງາມ ແລະ ຄຸນລັກສະນະອັນສູງສົ່ງ, ແລະ ພຣະອົງຊົງມີຄວາມສົມບູນແບບຢ່າງແທ້ຈິງປາສະຈາກຄວາມບົກຜ່ອງໃດໆ, ພຣະອົງບໍ່ໄດ້ໃຫ້ກຳເນີດ ແລະ ບໍ່ໄດ້ຖືກໃຫ້ກຳເນີດ ແລະ ບໍ່ມີສິ່ງໃດທຽບເທົ່າ…
ບົດສະຫລຸບໂດຍຫຍໍ້ກ່ຽວກັບອິສລາມທີ່ໄດ້ກ່າວໄວ້ໃນ ພຣະຄຳພີອັລກຸຣອານ ແລະ ຊຸນນະຫ໌ ຂອງທ່ານສາດສະດາ
ອິດສະລາມ ປື້ມສໍາຄັນທີ່ປະກອບດ້ວຍຄໍານິຍາມສັ້ນໆ ຂອງອິດສະລາມ ທີ່ສະແດງໃຫ້ເຫັນເຖິງຫຼັກການ, ຄໍາສອນ ແລະ ຄຸນງາມຄວາມດີ ທີ່ສໍາຄັນທີ່ສຸດຈາກແຫຼ່ງດັ້ງເດິມ ເຊິ່ງກໍ່ຄືຈາກ ອັລກຸຣອານ ແລະ ຊຸນນະຫ໌ ຂອງທ່ານນະບີ ແລະ ປື້ມເຫຼັ້ມນີ້ສົ່ງເຖິງຊາວມຸດສະລິມທຸກຄົນ ແລະ ຄົນທີ່ບໍ່ແມ່ນມຸດສະລິມ ໃນພາສາຂອງເຂົາເຈົ້າໃນທຸກເວລາ ແລະ ສະຖານທີ່ ຕາມໃນສະພາບວະການ ແລະ ເງື່ອນໄຂທີ່ແຕກຕ່າງກັນ (ສະບັບປະກອບມີຫຼັກຖານຈາກອັລກຸຣອານ ແລະ ຊຸນນະຫ໌ຂອງທ່ານສາດສະດາ) 1- ອິດສະລາມເປັນສານຂອງອັລລໍຫ໌ສຳຫຼັບມະນຸດທຸກຄົນ ເນື່ອງຈາກເປັນສານຈາກສະຫວັນອັນນິລັນດອນ ອັນເປັນສານສຸດທ້າຍຂອງບັນດາສານຈາກພຣະເຈົ້າ: ອິດສະລາມເປັນສານຂອງອັລລໍຫ໌ສຳຫຼັບມະນຸດທຸກຄົນ ອັລລໍຫ໌ ຕະອາລາ ໄດ້ດຳລັດວ່າ:…