ما لا يسع أطفال المسلمين جهله
ບັນທຶກໂດຍ ອັດ-ຕັຣມີຊີ ແລະ ອະຫມັດ.
These files are generated automatically from the book's text; their layout may differ from the printed edition.
ບັນທຶກໂດຍ ອັດ-ຕັຣມີຊີ ແລະ ອະຫມັດ.
ມຸກໍອດດິມະຫ໌ ອິບນິອະບີ ໄຊດ ອັລກໍອຍຣຸວານີ (ໜ້າ:5)
ບັນທຶກໂດຍມຸສລິມ.
ບັນທຶກໂດຍຕິຣມີຊີ.
ບັນທຶກໂດຍອະບູດາວູດ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ ແລະ ຜູ້ອື່ນຈາກທ່ານທັ້ງສອງ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍຕິຣມີຊີ.
ບັນທຶກໂດຍອະບູດາວູດ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍອະບູດາວູດ.
ບັນທຶກໂດຍອະບູດາວູດ.
ບັນທຶກໂດຍ ທ່ານອີມ່າມອະມັດ.
ບັນທຶກໂດຍບັນດາອີມ່ານທັ້ງສີ່ ອະລຸສຸນັນ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ.
ບັນທຶກໂດຍ ອະບູດາວູດ ແລະ ອິບນຸມາຈະຫ໌.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ ແລະ ຜູ້ອື່ນຈາກທ່ານທັ້ງສອງ.
ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ ແລະ ຜູ້ອື່ນຈາກທ່ານທັ້ງສອງ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍມຸສລິມ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍທ່ານອະມັດ ແລະ ຕິຣມີຊີ ແລະ ຄົນອື່ນໆນອກຈາກທ່ານທັ້ງສອງ.
ບັນທຶກໂດຍບັນດາອີມ່ານທັ້ງສີ່ ອະລຸສຸນັນ.
ບັນທຶກໂດຍ ອັລ-ບຸກຄໍຣີ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍອັລ-ບຸກຄໍຣີ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ ອັນນະສາອີ ໂດຍໃຫ້ສາຍລາຍງານທີ່ມາຈາກຊໍຮິຫ໌ຂອງອີມ່າມທັ້ງສອງ.
ບັນທຶກໂດຍຕິຣມີຊີ ແລະ ທ່ານອື່ນນອກຈາກລາວ.
ບັນທຶກໂດຍ ມຸສລິມ ແລະ ອະຫມັດ ແລະທ່ານອື່ນໆ.
ບັນທຶກໂດຍ ອະບູດາວູດ ແລະ ທ່ານອື່ນໆ.
ບັນທຶກໂດຍ ອະບູດາວູດ ແລະ ທ່ານອື່ນໆ.
ບັນທຶກໂດຍອັລ-ບຸກຄໍຣີ.
ບັນທຶກໂດຍທ່ານອະມັດ ແລະ ຕິຣມີຊີ .
ບັນທຶກໂດຍ: ອິບນຸມາຈະຫ໌ ແລະ ທ່ານມາລິກໃນມຸວັດຕໍ.
ບັນທຶກໂດຍ: ຕິຣມີຊີ ແລະ ນະສາອີ.
ບັນທຶກໂດຍ : ອິບນຸ ມາຈະຫ໌.
ບັນທຶກໂດຍ : ອັລຮາກິມ ແລະ ທ່ານອື່ນໆ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍມຸສລິມ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍ ອັລ-ບຸກຄໍຣີ ແລະ ທ່ານອື່ນໆ.
ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ
ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ.
ບັນທຶກໂດຍ ມຸສລິມ.
ບັນທຶກໂດຍອັດຕິຣມີຊີ ແລະ ທ່ານກ່າວວ່າ: ເປັນຫະດິຊ "ຫະສັນ ຊໍຮິຫ໌".
ບັນທຶກໂດຍອັດຕິຣມີຊີ.
ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ.
ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ.
ບັນທຶກໂດຍອັລ-ບຸກຄໍຣີ.
ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ.
ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ.
ບັນທຶກໂດຍອະບູດາວູດ.
ບັນທຶກໂດຍຕິຣມີຊີ.
ບັນທຶກໂດຍຕິຣມີຊີ ແລະ ທ່ານອື່ນນອກຈາກລາວ.
ບັນທຶກໂດຍຕິຣມີຊີ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍອັດຕິຣມີຊີ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ ອັດຕິຣມີຊີ ແລະ ອະບູ ດາວູດ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ .
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍອະບູດາວູດ.
ບັນທຶກໂດຍ ອັລ-ບຸກຄໍຣີ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍມຸສລິມ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍ ອັດຕິຣມີຊີ ແລະ ອະບູ ດາວູດ.
ບັນທຶກໂດຍ ອັລ-ບຸກຄໍຣີ ແລະ ມຸສລິມ.
ບັນທຶກໂດຍມຸສລິມ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍອະບູດາວູດ.
ບັນທຶກໂດຍ ອິບນຸມາຈະຫ໌.
ບັນທຶກໂດຍ ອັດຕິຣມີຊີ ແລະ ດາຣໍມີ.
ບັນທຶກໂດຍອະບູດາວູດ.
ບັນທຶກໂດຍ ອັລ-ບຸກຄໍຣີ.
ບັນທຶກໂດຍ ອັດຕິຣມີຊີ ແລະ ອະບູ ດາວູດ.
ບັນທຶກໂດຍ ອັລ-ບຸກຄໍຣີ.
ບັນທຶກໂດຍ ອັລ-ບຸກຄໍຣີ.
ບັນທຶກໂດຍ ອັດ-ຕັຣມີຊີ ແລະ ອະຫມັດ.
ບັນທຶກໂດຍ ອັລ-ບຸກຄໍຣີ.
ບັນທຶກໂດຍ ທ່ານອີມ່າມອະມັດ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍ ອັດ-ຕັຣມີຊີ ແລະ ອະຫມັດ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍ ອັດ-ຕັຣມີຊີ ແລະ ອິບນຸ ມາຈະຫ໌.
ບັນທຶກໂດຍ ອະຫ໌ມັດ ແລະ ອິບນຸ ມາຈະຫ໌.
ບັນທຶກໂດຍ ອະບູ ດາວູດ ແລະ ອິບນຸ ມາຈະຫ໌.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ ອະບູດາວູດ ແລະ ອີຫມ່ຳອະມັດ.
ບັນທຶກໂດຍ ອັລ-ບຸກຄໍຣີ.
ບັນທຶກໂດຍ ອະບູດາວູດ ແລະ ອີຫມ່ຳອະມັດ.
ບັນທຶກໂດຍອະບູດາວູດ.
ບັນທຶກໂດຍ ອັດ-ຕ໋ອບຣໍນີ ແລະ ອິບນຸ ອະບີ ໄຊບະຫ໌.
ບັນທຶກໂດຍ ອັລ-ບຸກຄໍຣີ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍ ອິບນຸມາຈະຫ໌.
ບັນທຶກໂດຍ ອະບູ ດາວູດ ແລະ ອິບນຸ ມາຈະຫ໌.
ບັນທຶກໂດຍມຸສລິມ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ ອັນ-ນະຊາອີ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ ອັດຕິຣມີຊີ ແລະ ດາຣໍມີ.
ບັນທຶກໂດຍ ອັດຕິຣມີຊີ ແລະ ອະບູ ດາວູດ ແລະ ອະຫມັດ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍມຸສລິມ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍອະບູດາວູດ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍອະບູດາວູດ.
ບັນທຶກໂດຍ ອະບູດາວູດ ແລະ ອີຫມ່ຳອະມັດ.
ບັນທຶກໂດຍ ມຸສລິມ ແລະ ອະບູ ດາວູດ ເປັນການລາຍງານຂອງເຂົາ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ: ອະບູ ດາວູດ ແລະ ອະຫ໌ມັດ ແລະ ຕິຣມີຊີ .
ບັນທຶກໂດຍ ອະບູດາວູດ ແລະ ອີຫມ່ຳອະມັດ.
ບັນທຶກໂດຍ ອັດ-ຕັຣມີຊີ ແລະ ອິບນຸ ມາຈະຫ໌.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍ ທ່ານອີມ່າມອະມັດ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍອັດຕິຣມີຊີ.
ບັນທຶກໂດຍ ອັດຕິຣມີຊີ ແລະ ອະບູ ດາວູດ.
ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ
ບັນທຶກໂດຍອັດຕິຣມີຊີ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ ອັດ-ຕັຣມີຊີ ແລະ ອະຫມັດ.
ບັນທຶກໂດຍ ອັລຮາກີມ ແລະ ອັດຕ໋ອບຣໍນີ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ .
ບັນທຶກໂດຍ ທ່ານອີມ່າມອະມັດ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ .
ບັນທຶກໂດຍ ທ່ານອີມ່າມອະມັດ.
ບັນທຶກໂດຍມຸສລິມ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍມຸສລິມ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍ ອັລ-ບຸກຄໍຣີ.
ບັນທຶກໂດຍ ຕິຣມີຊີ ແລະ ອິບນຸ ມາຈະຫ໌.
ມຸດຕະຟັກ ກຸລອະໄລ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ ທ່ານອີມ່າມອະມັດ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ .
ບັນທຶກໂດຍ ອັລ-ບຸກຄໍຣີ.
ບັນທຶກໂດຍ ອັລ-ບຸກຄໍຣີ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍອັດຕິຣມີຊີ.
ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ
ບັນທຶກໂດຍມຸສລິມ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ ຕິຣມີຊີ ແລະ ອິບນຸ ຮິບບານ.
ບັນທຶກໂດຍ ອັລ-ບຸກຄໍຣີ.
ບັນທຶກໂດຍ ອັດ-ຕັຣມີຊີ ແລະ ອິບນຸ ມາຈະຫ໌.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ ແລະ ຜູ້ອື່ນຈາກທ່ານທັ້ງສອງ.
ບັນທຶກໂດຍອັດຕິຣມີຊີ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ .
ບັນທຶກໂດຍອະບູດາວູດ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ .
ບັນທຶກໂດຍ ອະບູດາວູດ ແລະ ທ່ານອື່ນໆ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ .
ບັນທຶກໂດຍອະບູດາວູດ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍມຸສລິມ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍມຸສລິມ.
ອັລບຸກຄໍຣີ ຜູ້ບັນທຶກ.
ບັນທຶກໂດຍ ອັລ-ບຸກຄໍຣີ.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ .
ບັນທຶກໂດຍ ອະບູດາວູດ ອິບນຸມາຈະຫ໌ ແລະ ທ່ານອື່ນໆ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ ອັລ-ບຸກຄໍຣີ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ ແລະ ຜູ້ອື່ນຈາກທ່ານທັ້ງສອງ.
ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ .
ແລະ ເມື່ອຂາກັບໃຫ້ອ່ານວ່າ: ( ອາອິບູນະ ຕາອິບູນະ ອາບິດູນະ, ລິຣ໊ອບບິນາ ຮາມີດູນ) ເຮົາຜູ້ຫວນຄືນສູ່ພຣະອົງ ເຮົາຜູ້ກັບເນື້ອກັບຕົວສຳນຶກຜິດ ເຮົາຜູ້ພັກດີເຮັດອີບາດະຫ໌ ແລະ ເຮົາຜູ້ສັນລະເສິນຕໍ່ພຣະເຈົ້າຂອງເຮົາ. ບັນທຶກໂດຍມຸສລິມ.
ບັນທຶກໂດຍ ອະຫ໌ມັດ ແລະ ອິບນຸ ມາຈະຫ໌.
ບັນທຶກໂດຍທ່ານອະມັດ ແລະ ຕິຣມີຊີ .
ບັນທຶກໂດຍ ອັດ-ຕັຣມີຊີ ແລະ ອິບນຸ ມາຈະຫ໌.
ມຸດຕະຟັກ ກຸລອະໄລ.
ບັນທຶກໂດຍອັດຕິຣມີຊີ.
ບັນທຶກໂດຍອະບູດາວູດ.
ບັນທຶກໂດຍ : ອັລຮາກິມ ແລະ ທ່ານອື່ນໆ.
ບັນທຶກໃນຊໍຮິຫ໌ ຈາມຽະ
ໃນໜັງສື ທ່ານຕິຣມີຊີ ແລະ ອາບູ ດາວູດ ແລະ ທ່ານອື່ນໆ ນອກຈາກທ່ານທັ້ງສອງ.
ອັລບຸກຄໍຣີ ຜູ້ບັນທຶກ.
ບັນທຶກໂດຍ ອັລ-ບຸກຄໍຣີ ແລະ ມຸສລິມ.
ອະບູ ດາວູດ ແລະ ອິບນຸ ມາຈະຫ໌ ບັນທຶກ.
ບັນທຶກໃນໜັງສືມຸວັດຕໍ ຂອງທ່ານມາລິກ.
ບັນທຶກໂດຍອັດຕິຣມີຊີ.
ບັນທຶກໂດຍ ອະຫ໌ມັດ ແລະ ອິບນຸ ມາຈະຫ໌ ແລະ ທ່ານອື່ນໆ ນອກຈາກທ່ານທັ້ງສອງ.
ມຸດຕະຟັກ ກຸລອະໄລ.
ພາກວິຊາທົ່ວໄປທີ່ຈຳເປັນ:
ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ
ບັນທຶກໂດຍ ທ່ານມຸສລິມ.
ບັນທຶກໂດຍມຸສລິມ.
ບັນທຶກໂດຍ ອະບູ ດາວູດ.
ບັນທຶກໂດຍ ອະບູ ດາວູດ ແລະ ຕິີຣມີຊີ ແລະ ອິບນຸ ມາຈະຫ໌.
ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ
ສິ່ງທີ່ເດັກນ້ອຍມຸສລິມຄວນຮູ້
ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງເມດຕາ ກະລຸນາ ປານີສະເໝີ
ບົດນຳ
ບິສມິລລາຫ໌, ວັລຮຳດຸລິລລາຫ໌; ແລະ ຕໍ່ຈາກນີ້:
ນີ້ແມ່ນຫຼັກສູດທີ່ກວມເອົາປະເດັນຕ່າງໆ ທາງສາສະໜາທີ່ເດັກນ້ອຍມຸສລິມຄວນຮູ້, ໂດຍພໍ່ແມ່ຄວນສອນເລື່ອງເຫຼົ່ານີ້ໃຫ້ເຂົາເຈົ້າຕັ້ງແຕ່ຍັງນ້ອຍ. ຫຼັກສູດນີ້ປະກອບດ້ວຍເນື້ອຫາດ້ານອາກີດະຫ໌ (ຄວາມເຊື່ອ), ຟິກຫ໌ (ນິຕິສາດອິສລາມ), ຊີເຣາະຫ໌ (ຊີວະປະຫວັດທ່ານສາດສະດາ), ຈະລິຍະທັມ, ຕັຟຊີຣ (ການຕີຄວາມໝາຍອັລ-ກຸຣອານ), ຫະດິຊ, ຄຸນນະທັມ ແລະ ອັຊກາຣ (ບົດລຳລຶກປະຈຳວັນ), ທີ່ເຫມາະສົມສໍາລັບເດັກນ້ອຍ ທຸກເພດທຸກໄວ, ແລະ ຜູ້ທີ່ຫາກໍ່ເຂົ້າຮັບສາສະໜາອິສລາມ, ທັ້ງຍັງເຫມາະສົມສໍາລັບການທ່ອງຈໍາ ແລະ ອະທິບາຍໄດ້ ສາມາດນຳໄປສອນຢູ່ເຮືອນ, ສູນເດັກນ້ອຍ, ແລະສະຖາບັນການສຶກສາໄດ້ ຂ້າພະເຈົ້າໄດ້ຈັດລຽງຕາມຫົວຂໍ້ ແລະ ເຮັດໃຫ້ຢູ່ໃນຮູບແບບຂອງຄໍາຖາມ ແລະ ຄໍາຕອບ, ເພື່ອກະຕຸ້ນການຄິດ ແລະ ຊ່ວຍໃນການທ່ອງຈໍາໃຫ້ໄດ້ດີຂຶ້ນ ຄູບາອາຈານສາມາດເລືອກໃຊ້ໄດ້ຕາມຄວາມເໝາະສົມຕາມອາຍຸຂອງຜູ້ຮຽນ.
ຂໍຕໍ່ເອກອົງອັລລໍຫ໌ໃຫ້ຜົນງານຊິ້ນນີ້ມີປະໂຫຍດ ແລະ ຖືກຕອບຮັບຈາກພຣະອົງ.
ແລະແຫລງມາຂອງສິ່ງນີ້ຄື:
-ຄຳກ່າວຂອງພຣະອົງອັລລໍຫ໌: (ໂອ້ ບັນດາຜູ້ສັດທາທັ້ງຫຼາຍ ຈົ່ງປົກປ້ອງຕົນເອງ ແລະ ຄອບຄົວຂອງ ທ່ານຈາກໄຟນະລົກ ເພາະ ເຊື້ອເພິງຂອງມັນແມ່ນມະນຸດ ແລະ ກ້ອນ ຫີນ ມີມະລາກະຫ໌ ທີ່ເຂັ້ມແຂງທີ່ຄ່ອຍເຝົ້າຮັກສາມັນຢູ່ ພວກເຂົາຈະບໍ່ ຝ່າຝືນອັລລໍຫ໌ໃນສິ່ງທີ່ພຣະອົງໄດ້ຊົງບັນຊາແກ່ພວກເຂົາ ແລະ ພວກ ເຂົາຈະປະຕິບັດຕາມທີ່ຖືກບັນຊາ. [ສຸເຣາະຫ໌ ອັດ-ຕະຫ໌ຣີມ : 6].
-ແລະ ຫະດິຊລາຍງານຈາກທ່ານອາບູ ອັລ-ອັບບາສ ອັບດຸລລໍຫ໌ ອິບນຸ ອັບບາສ ຣໍດີຍັລລໍ ອັນຫຸມາ ເລົ່າວ່າ: ມີຢູ່ມື້ໜຶ່ງໃນຂະນະທີ່ຂ້ອຍຂີ່ຫຼັງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລໍາ ທ່ານໄດ້ກ່າວກັບຂ້ອຍວ່າ: “ໂອ້ເດັກນ້ອຍ ຂ້ອຍຈະສອນບາງຄຳເວົ້າໃຫ້ແກ່ເຈົ້າ: ເຈົ້າຈົ່ງພິທັກຮັກສາອັລລໍຫ໌ ແລ້ວອັລລໍຫ໌ຈະພິທັກຮັກສາເຈົ້າ ເຈົ້າຈົ່ງພິທັກອັລລໍຫ໌ ແລ້ວເຈົ້າຈະພົບພຣະອົງຢູ່ເບື້ອງໜ້າ ເມື່ອເຈົ້າວິງວອນຂໍ ກໍ່ຈົ່ງວິງວອນຂໍຕໍ່ອັລລໍຫ໌ ແລະ ເມື່ອເຈົ້າຈະຂໍຄວາມຊ່ວຍເຫຼືອ ກໍ່ຈົ່ງຂໍຄວາມຊ່ວຍເຫຼືອຈາກອັລລໍຫ໌ ແລະ ເຈົ້າຈົ່ງຮູ້ໄວ້ວ່າ ຫາກປະຊາຊາດທັ້ງໝົດນີ້ຮ່ວມຕົວກັນເພື່ອສ້າງປະໂຫຍດຢ່າງໜຶ່ງແກ່ເຈົ້າ ພວກເຂົາກໍ່ບໍ່ສາມາດເຮັດປະໂຫຍດໃດ ໆ ໃຫ້ແກ່ເຈົ້າໄດ້ເລີຍ ນອກຈາກສິ່ງທີ່ອັລລໍຫໄດ້ຊົງກຳໜົດໄວ້ແກ່ເຈົ້າແລ້ວ, ແລະຫາກປະຊາຊາດທັ້ງໝົດນີ້ຮ່ວມຕົວກັນເພື່ອເຮັດອັນຕະລາຍແກ່ເຈົ້າດ້ວຍບາງສິ່ງ ພວກເຂົາກໍ່ບໍ່ສາມາດເຮັດອັນຕະລາຍໃດ ໆ ໃຫ້ແກ່ເຈົ້າໄດ້ເລີຍ ນອກຈາກສິ່ງທີ່ອັລລໍຫ໌ໄດ້ຊົງກຳໜົດໄວ້ແກ່ເຈົ້າແລ້ວ, ປິກທີ່ຂຽນໄດ້ຢົກຂຶ້ນ ແລະ ເຈ່ຍທີ່ບັນທຶກກໍ່ແຫ້ງແລ້ວ”
ຄວາມສຳຄັນໃນການອົບຮົມສັ່ງສອນເດັກນ້ອຍ:
ເດັກນ້ອຍຄວນໄດ້ຮັບການສອນສິ່ງທີ່ຈຳເປັນໃນສາສະໜາຂອງລາວ ເພື່ອໃຫ້ລາວກາຍເປັນມະນຸດທີ່ສົມບູນແບບ ມີແນວໂນ້ມຕາມທຳມະຊາດທີ່ຖືກຕ້ອງຕາມສາສະໜາອິສລາມ ແລະ ເປັນຜູ້ທີ່ສັດທາໃນພຣະເຈົ້າຢ່າງແທ້ຈິງ ໂດຍຍຶດມັ່ນໃນແນວທາງແຫ່ງຄວາມເຊື່ອສັດທາ.
- ຄຳເວົ້າຂອງທ່ານອີຫມ່ຳອິບນິ ອະບີ ໄຊດ ອັລກໍອຍຣຸວານີ ຂໍອັລລໍຫ໌ເມດຕາທ່ານ: "ມີການບອກເຫຼົ່າວ່າຄວນສັ່ງໃຫ້ເດັກເລິ່ມປະຕິບັດເຮັດລະຫມາດເມື່ອອາຍຸເຈັດປີ, ແລະ ຫາກບໍ່ລະຫມາດຄວນລົງໂທດເມື່ອອາຍຸສິບປີ, ແລະ ຄວນແຍກບ່ອນນອນ, ນອກຈາກນີ້ຄວນສອນໃຫ້ພວກເຂົາເຂົ້າໃຈຄຳເວົ້າ ແລະ ການກະທຳທີ່ອັລລໍຫ໌ຊົງກຳໜົດເປັນໜ້າທີ່ແກ່ບ່າວຂອງພຣະອົງກ່ອນເຂົ້າສູ່ໄວຈະເລິນເຕິບໂຕ, ດ້ວຍວິທິນີ້ ເມື່ອພວກເຂົາເຂົ້າສູ່ໄວແຕກໜຸ່ມ ຫົວໃຈ ຈິດວິນຍານ ແລະ ຮ່າງກາຍຈະຍອມຮັບ ແລະ ຄຸ້ມເຄີຍກັບຄຳສັ່ງສອນເຫຼົ່ານີ້ຢ່າງສະງົບສຸກ"
ພາກວິຊາ ອັລ-ອາກີດະຫ໌
ຄວາມຮູ້ເລື່ອງອາກີດະຫ໌ (ຫຼັກຄວາມເຊື່ອ)
ອັລ-ອາກີດະຫ໌ ອັລ-ອິສລາມີຍະຫ໌: ຄື ຄວາມເຊື່ອໝັ່ນສັດທາຢ່າງແນ່ວແນ່ໃນຄວາມເປັນພຣະເຈົ້າອັນສູ່ງສົ່ງຂອງອັລລໍຫ໌ ພຣະເຈົ້າຜູ້ຊົງອຳນາດ ຄວາມສັກສິດຂອງພຣະອົງ ພຣະນາມ ແລະ ຄຸນນະລັກສະນະຂອງພຣະອົງ, ບັນດາເຫລົ່າທູດສະຫວັນມະລິກະຫ໌ຂອງພຣະອົງ, ບັນດາຄຳພີຂອງພຣະອົງ, ບັນດາສາສະນະທູດຂອງພຣະອົງ, ວັນສິ້ນໂລກ, ການກຳໜົດສະພາວະທັ້ງໝົດ ທັ້ງຄວາມດີ ແລະ ຄວາມຊົ່ວ, ບົດບັນຍັດທີ່ກ່ຽວກັບສິ່ງເລັ້ນຫຼັບ, ຮາກຖານຂອງສາສະໜາ, ແລະ ທຸກສິ່ງທີ່ບັນພະຊົນຜູ້ຊົງຄຸນນະທັມໄດ້ເຫັນດີມະຕິເອກະພານໃນເລື່ອງດັງກ່າວ, ແລະ ຮ່ວມທັ້ງປະເດັນອື່ນ ໆ.
ຄຳຖາມທີ່ 1: ພຣະເຈົ້າຂອງເຈົ້າແມ່ນໃຜ?
ຄຳຕອບ: ພຣະເຈົ້າຂອງຂ້ອຍຄື ອັລລໍຫ໌ ຜູ້ຊົງປະທານຄວາມໂປດປານແກ່ຂ້ອຍ ແລະ ສັບພະສິ່ງທັ້ງປວງ, ພຣະອົງຄືພຣະເຈົ້າທີ່ຂ້ອຍບູຊາ ແລະ ຂ້ອຍບໍ່ບູຊາຜູ້ໃດນອກຈາກພຣະອົງ, ພຣະອົງຄືຜູ້ຊົງສ້າງ, ຜູ້ຊົງຄອບຄອງ ຜູ້ປະທານປັດໃຈຍັງຊີບ ແລະ ຜູ້ຊົງບໍລິຫານຈັກກະວານທັ້ງຫຼາຍ.
ຫຼັກຖານທີ່ກ່າວອ້າງກໍ່ຄື: ຄຳກ່າວຂອງອັລລໍຫ໌: (ການສັນລະເສິນທັ້ງໝົດທັ້ງມວນ ເປັນສິດທິຂອງອັລລໍຫ໌ ພຣະເຈົ້າແຫ່ງຈັກກະວານໂລກ) [ສຸເຣາະຫ໌ ອັລ-ຟາຕີຮະຫ໌ : 2].
ຄຳຖາມທີ່ 2 : ສາສະໜາຂອງເຈົ້າແມ່ນຫຍັງ?
ຄຳຕອບ: ສາສະໜາຂອງຂ້ອຍແມ່ນ ອິສລາມ, ຄືການຍອມຈຳນົນຕໍ່ອັລລໍຫ໌ພຽງໜຶ່ງດຽວ, ຍອມຮັບປະຕິບັດ ແລະ ເຊື່ອຟັງ, ອອກຫ່າງຈາກການເຮັດຊີຣິກ (ການຕັ້ງພາຄີຮ່ວມກັບອັລລໍຫ໌) ແລະ ຜູ້ທີ່ເຮັດສິ່ງນັ້ນ.
ອັລລໍຫ໌ໄດ້ກ່າວວ່າ : (ແທ້ຈິງ ສາສະໜາ ນະ ທີ່ອັລລໍຫ໌ນັ້ນຄຶ່ ອັລ-ອິສລາມ) [ສຸເຣາະຫ໌ ອະລາອິມຣອນ : 19].
ຄຳຖາມທີ່ 3 : ໃຜຄືນະບີຂອງເຈົ້າ?
ຄຳຕອບ: ນະບີຂອງຂ້ອຍຄື ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ.
ອັລລໍຫ໌ໄດ້ກ່າວວ່າ : (ມຸຮຳມັດນັ້ນເປັນຣໍຊູລ "ສາດສະນະທູດ" ຂອງອັລລໍຫ໌) [ສຸເຣາະຫ໌ ອັລ-ຟັຕຫ໌ : 29].
ຄຳຖາມທີ່ 4 : ຄຳວ່າເຕົາຮີດແມ່ນຫຍັງ ແລະ ມີຄວາມໝາຍແນວໃດ?
ຄຳຕອບ : ຄຳວ່າເຕົາຮີດ ຄືຄຳວ່າ "ລາອິລາຮະ ອິລລັລລໍຫ໌" ມີຄວາມໝາຍວ່າ: ບໍ່ມີການເຄົາລົບພັກດີທີ່ແທ້ຈິງນອກຈາກອັລລໍຫ໌.
ອັລລໍຫ໌ໄດ້ກ່າວວ່າ : ສະນັ້ນ ຈົ່ງຮັບຮູ້ເຖິດວ່າ ບໍ່ມີພຣະເຈົ້າອື່ນໃດ (ທີ່ຖືກກາບໄຫວ້ໂດຍທຽງແທ້) ນອກຈາກອັລລໍຫ໌. [ສຸເຣາະຫ໌ ມຸຮຳມັດ : 19].
ແລະ ພຣະອົງໄດ້ຕຣັດວ່າ: (ເຊັ່ນນັ້ນແຫລະ ເພາະວ່າອັລລໍຫ໌ ຄືຜູ້ຊົງສັດຈະ "ຄືພຣະອົງຊົງເປັນພຣະເຈົ້າຢ່າງແທ້ຈິງ" ແລະ ແທ້ຈິງສິ່ງທີ່ພວກເຂົາວິງວອນຂໍອື່ນຈາກພຣະອົງ ນັ້ນມັນເປັນເທັດ ແລະ ແທ້ຈິງອັລລໍຫ໌ເປັນຜູ້ຊົງສູງສົ່ງ ຜູ້ຊົງຍິ່ງໃຫຍ່) [ສຸເຣາະຫ໌ ອັລ-ຮັຈ : 62]
ຄຳຖາມທີ່ 5 : ອັລລໍຫ໌ຢູ່ໃສ?
ຄຳຕອບ: ອັລລໍຫ໌ຢູ່ເທິ່ງຟ້າ ຢູ່ເຫນືອອະຣາຊ, ຢູ່ເໜືອສັບພະສິງຖືກສ້າງທັ້ງຫມົດທັ້ງມວນ. ອັລລໍຫ໌ໄດ້ກ່າວວ່າ : (ຜູ້ຊົງກະລຸນາປານີ ສະຖິດຢູ່ບົນບັນລັງ) [ສູເຣາະຫ໌ ຕໍຮາ: 5].
ແລະ ພຣະອົງກ່າວຕື່ມອີກວ່າ: (ແລະພຣະອົງຄືຜູ້ຊົງຊະນະເຫນືອປວງບ່າວຂອງພຣະອົງ ແລະ ພຣະອົງຄືຜູ້ຊົງປຣີຊາຍານຜູ້ຊົງຮອບຮູ້ຢ່າງລະອຽດຖີ່ຖ້ວນ) [ສູເຣາະຫ໌ ອັນອາມ : 18].
ຄຳຖາມທີ່ 6 : ຄວາມໝາຍການປະຕິຍານຕົນວ່າ "ມຸຮຳດັຣ ຣໍຊູລ ລຸລລໍຫ໌" ແມ່ນຫຍັງ?
ຄຳຕອບ: ຄວາມໝາຍກໍ່ຄື: ອັລລໍຫ໌ສົ່ງທ່ານມາແກ່ມະນຸດສະຍາຊາດ ເພື່ອເປັນຜູ້ເເຈ້ງຂ່າວດີ ແລະ ເປັນຜູ້ຕັກເຕືອນ.
ເຮົາຈຳເປັນຕ້ອງ:
1.ເຊື່ອຟັງຄຳສັ່ງສອນຂອງທ່ານ.
2.ເຊື່ອໃນສິ່ງທີ່ທ່ານນຳມາບອກສອນ.
3.ງົດເວັ້ນຈາກການບໍ່ເຊື່ອຟັງທ່ານ.
4.ເຄົາລົບກາບໄຫວ້ອັລລໍຫ໌ຕາມຮູບແບບຂອງຊາຣີອະຫ໌, ກໍ່ຄືປະຕິບັດຕາມສຸນນະຫ໌ແບບຢ່າງຂອງທ່ານ ແລະ ລະຖິ້ມສິ່ງທີ່ເປັນບິດອະຫ໌. (ການປະດິດໃຫມ່ທາງສາສະໜາ)
ອັລລໍຫ໌ໄດ້ກ່າວວ່າ : (ຜູ້ໃດ້ເຊື່ອຟັງຣໍຊູລ ເເນ່ນອນລາວກໍເຊື່ອຟັງອັລລໍຫ໌ເເລ້ວ) [ສູເຣາະຫ໌ ນິຊາ : 80].
ແລະ ອັລລໍຫ໌ໄດ້ຕຣັດວ່າ: (ແລະເຂົາ "ທ່ານນະບີ" ບໍ່ໄດ້ເວົ້າຕາມອາລົມ 3 ສິ່ງ "ທີ່ເຂົາວ່າ" ນັ້ນ ບໍ່ເເມ່ນສິ່ງອື່ນໃດນອກຈາກເປັນວະຫ໌ຮີ ທີ່ຖືກປະທານລົງມາ 4) [ສູເຣາະຫ໌ ນັຈມີ : 3-4].
ແລະ ອັລລໍຫ໌ໄດ້ຕຣັດອີກວ່າ: (ໂດຍແນ່ນອນ ໃນຣໍຊູລຂອງອັລລໍຫ໌ມີແບບສະບັບອັນດີງາມສຳຫຼັບພວກເຈົ້າແລ້ວ ສຳຫຼັບຜູ້ທີ່ຫວັງ "ຈະພົບ" ອັລລໍຫ໌ ແລະ ວັນສິ້ນໂລກ, ແລະລຳລຶກເຖິງອັລລໍຫ໌ຢ່າງຫຼວງຫຼາຍ) [ຊູເຣາະຫ໌ ອັລອະຫ໌ຊາບ : 21].
ຄຳຖາມທີ່ 7 : ເປັນຫຍັງອັລລໍຫ໌ຈຶ່ງສ້າງມະນຸດ?
ຄຳຕອບ: ອັລລໍຫ໌ສ້າງມະນຸດມາເພື່ອເຄົາລົບພັກດີກາບໄຫວ້ພຣະອົງພຽງອົງດຽວ. ພຣະອົງບໍ່ໄດ້ສ້າງເຮົາຂຶ້ນມາໂດຍໄຮ້ປະໂຫຍດ ຫຼື ບໍ່ສ້າງມາເພື່ອຫລີ້ນລະເລິ່ງສະນຸກສະນານ ແລະບໍ່ໄດ້ປ່ອຍໃຫ້ເຮົາຢູ່ໂດຍບໍ່ມີການເບິ່ງແຍງ ແລະ ບໍ່ມີຈຸດໝາຍໃດໆ.
ອັລລໍຫ໌ໄດ້ກ່າວວ່າ : (ແລະ ຂ້າບໍ່ໄດ້ສ້າງຢິນ(ຜີ) ແລະ ມະນຸດ ມາເພື່ອຈຸດປະສົງອື່ນໃດ ເວັ້ນແຕ່ການກາບໄຫວ້ເຄົາລົບພັກດີຕໍ່ຂ້າ) [ຊູເຣາະຫ໌ ອັຊສາຣິຍາຕ : 56].
ຄຳຖາມທີ່ 8 : ແມ່ນຫຍັງຄືການອີບາດະຫ໌?
ຄຳຕອບ: ມັນຄືຊື່ທີ່ກວ້າງຂວາງກວມເອົາທັງຄຳເວົ້າ ແລະ ການກະທຳຈາກພາຍໃນຈິດໃຈ ແລະ ສິ່ງສະແດງອອກ ເປັນສິ່ງທີ່ພຣະອົງຮັກ ແລະ ພຣະອົງຊົງພໍໃຈ.
ການສະແດງອອກມາໃຫ້ເຫັນໄດ້ຊັດກໍ່ຄື : ການລຳລຶກເຖິ່ງອັລລໍຫ໌ດ້ວຍລິນ ຈາກການກ່າວ ສະດຸດີ ສັນລະເສິນ ຕັຊບີຫ໌ ຕະຫ໌ມີດ ຕັກບິຣ , ແລະ ການລະຫມາດນະມາຊການ ການປະກອບພິທີຮັຈ.
-ການງານຈາກພາຍໃນຈິດໃຈຄື: ການມອບໝາຍເຊື່ອໝັ່ນ ຄວາມຢ້ານ ຄວາມຫວັງ.
ຄຳຖາມທີ່ 9 : ແມ່ນຫຍັງຄືໜ້າທີ່ຈຳເປັນທີ່ສຸດສຳຫຼັບເຮົາ?
ຄຳຕອບ: ໜ້າທີ່ຈຳເປັນທີ່ສຸດສຳຫຼັບເຮົາຄື: ການເຊື່ອໃນຄວາມເປັນເອກະພາບໜຶ່ງດຽວຂອງອັລລໍຫ໌ ແມ່ນການຍຶດຫມັ້ນໃນເຕົາຮີດ.
ອັລລໍຫ໌ໄດ້ກ່າວວ່າ : (ແລະພວກເຂົາບໍ່ໄດ້ຖືກບັນຊາໃຫ້ເຮັດສິ່ງອື່ນໃດ ນອກຈາກເພື່ອເຄົາລົບພັກດີຕໍ່ອັລລໍຫ໌ ເປັນຜູ້ມີເຈດຕະນາບໍລິສຸດໃນການເຄົາລົບພັກດີຕໍ່ພຣະອົງ ເປັນຜູ້ຢູ່ໃນແນວທາງທີ່ທຽງກົງ) [ສູເຣາະຫ໌ ອັລອຳບິຍາ : 5].
ຄຳຖາມທີ່ 10 : ເຕົາຮີດມີຈັກປະເພດ?
ຄຳຕອບ: ເຕົາຮີດມີສາມປະເພດ 1. ເຕົາຮີດອັຣຣູບູບີຍະຫ໌: ຄືການສັດທາເຊື່ອວ່າອັລລໍຫ໌ເປັນຜູ້ສ້າງ ຜູ້ປະທານປັດໄຈ ຜູ້ເປັນເຈົ້າຂອງ ດູແລຈັດການ, ພຽງຜູ້ດຽວເທົ່ານັ້ນ ບໍ່ມີຜູ້ອື່ນຮ່ວມພາຄີກັບພຣະອົງ.
2. ເຕົາຮີດ ອັລອຸລູຮີຍະຫ໌: ຄືການມອບການເຄົາລົບພັກດີບູຊາຕໍ່ອັລລໍຫ໌ພຽງຜູ້ດຽວ, ແລະບໍ່ເຄົາລົບບູຊາສິ່ງອື່ນນອກຈາກອັລລໍຫ໌.
3. ເຕົາຮີດອັສມາ-ວັສຊີຟາຕ: ຄືການສັດທາຕໍ່ພຣະນາມ ແລະ ຄຸນນະລັກສະນະຂອງພຣະອົງອັລລໍຫ໌ທີ່ຖືກລະບຸໄວ້ໃນຄຳພີອັລກຸຣອານ ແລະ ຄຳສອນສຸນນະຫ໌ຂອງທ່ານນະບີ, ໂດຍປາດສະຈາກການປຽບທຽບພຣະອົງຄືກັບ ຫຼື ຄ້າຍກັບສິ່ງໃດ, ແຕ່ຕ້ອງບໍ່ປະຕິເສດ, ແລະບໍ່ອະທິບາຍຮູບແບບວິທີການຂອງພຣະອົງ.
ຫຼັກຖານຈາກເຕົາຮີດທັ້ງສາມປະເພດ: ຄຳກ່າວຂອງພຣະອົງອັລລໍຫ໌: (ພຣະເຈົ້າແຫ່ງບັນດາຊັ້ນຟ້າ ແລະ ແຜ່ນດິນ ແລະ ສິ່ງທີ່ຢູ່ລະຫວ່າງນັ້ນທັ້ງສອງ ດັງນັ້ນຈົ່ງເຄົາລົບພັກດີຕໍ່ພຣະອົງ ແລະ ຈົ່ງອົດທົນຕໍ່ການເຄົາລົບພັກດີພຣະອົງ ເຈົ້າຮູ້ບໍວ່າມີຜູ້ໃດສະເຫມີເຫມືອນພຣະອົງ) [ສູເຣາະຫ໌ ມັຣຍຳ : 65].
ຄຳຖາມທີ່ 11 : ບາບທີ່ໃຫຍ່ທີ່ສຸດແມ່ນຫຍັງ?
ຄຳຕອບ: ການຕັ້ງພາຄີກັບພຣະອົງ (ຊິຣິກ)
ອັລລໍຫ໌ໄດ້ກ່າວວ່າ : (ເເທ້ຈິງອັລລໍຫ໌ ຈະບໍ່ຊົງອະໄພໂທດໃຫ້ແກ່ການທີ່ສິ່ງໜຶ່ງຈະຖືກໃຫ້ມີພາຄີ ຂຶ້ນແກ່ພຣະອົງ ແລະ ພຣະອົງຈະຊົງອະໄພໃຫ້ແກ່ສິ່ງອື່ນນອກຈາກນັ້ນ ສຳຫຼັບຜູ້ທີ່ພຣະອົງຊົງປະສົງ ແລະ ຜູ້ໃດໃຫ້ມີພາຄີຂຶ້ນແກ່ອັລລໍຫ໌ແລ້ວ ແນ່ນອນລາວກໍ່ໄດ້ອຸປະໂລກບາບກຳອັນໃຫຍ່ຫຼວງຂຶ້ນ) [ສູເຣາະຫ໌ ນິຊາ: 48]
ຄຳຖາມທີ່ 12: ການຕັ້ງພາຄີ(ຊີຣິກ)ແມ່ນຫຍັງ ແລະມີຈັກປະເພດ?
ຄຳຕອບ : ຊີຮິກ: ໝາຍເຖິງ ການຕັ້ງສິ່ງໃດໆ ຂຶ້ນມາຮ່ວມ ຫຼື ຄຽງຄູ່ກັບອັລລໍຫ໌ ໃນດ້ານການບູຊາ ການປົກຄອງ, ຫຼືໃນພຣະນາມ ແລະຄຸນລັກສະນະຂອງພຣະອົງ.
ການອຸທິດການເຄົາລົບບູຊາໃນຮູບແບບໃດກໍຕາມໃຫ້ກັບສິ່ງອື່ນນອກເໜືອຈາກພຣະເຈົ້າອັລລໍຫ໌ ກໍຖືວ່າເປັນຊິຣິກເຊັ່ນກັນ.
ປະເພດຂອງຊີຣິກມີດັງນີ້:
1. ຊິຣິກໃຫຍ່ : ເຊັ່ນການຂໍພອນ, ການກາບໄຫວ້, ການຖວາຍບູຊາໂດຍການເຊື່ອດສັດ ໃຫ້ແກ່ສິ່ງອື່ນນອກເໜືອຈາກພຣະເຈົ້າອັລລໍຫ໌.
2. ຊິຣິກນ້ອຍ ເປັນປະເພດທີ່ບໍ່ເຮັດໃຫ້ຜູ້ກະທຳອອກຈາກສາສນາອິດສະລາມ, ຕົວຢ່າງເຊັ່ນ: ການສາບານໂດຍໃຊ້ຊື່ສິ່ງອື່ນນອກເໜືອຈາກພຣະເຈົ້າອັລລໍຫ໌, ການໃຊ້ເຄື່ອງລາງຂອງຂັງທີ່ແຂວນ ຫຼື ໃສ່ເພື່ອຫວັງປະໂຫຍດ ຫຼື ລົບລ້າງຄວາມອັນຕະລາຍ, ແລະ ການໂອວດເພື່ອໃຫ້ຄົນອື່ນເຫັນຕົວຢ່າງ ເຊັ່ນການລະຫມາດໃຫ້ດູດີເພື່ອໃຫ້ຄົນເເນມເບີ່ງ.
ຄຳຖາມທີ່ 13: ມີຜູ້ໃດຮູ້ເລື່ອງເລັ້ນລັບຄືກັບອັລລໍຫ໌ບໍ່?
ຄຳຕອບ: ບໍ່ມີຜູ້ໃດຮູ້ໃນເລື່ອງເລັ້ນລັບ ເວັ້ນແຕ່ອັລລໍຫ໌ເທົ່ານັ້ນ.
ອັລລໍຫ໌ໄດ້ກ່າວວ່າ : (ຈົ່ງກ່າວເຖິດ *ມູຮັມມັດ* ບໍ່ມີຜູ້ໃດໃນຊັ້ນຟ້າທັງຫລາຍ ແລະໃນແຜ່ນດິນ ທີ່ຈະຮູ້ໃນສິ່ງທີ່ຢູ່ເຫນືອຍານວິໄສນອກເໜືອຈາກພຣະອົງອັລລໍຫ໌ ແລະ ພວກເຂົາຈະບໍ່ຮູ້ເລີຍວ່າເມື່ອໃດພວກເຂົາຈະຖືກພື້ນຄືນຊີບ) [ສູເຣາະຫ໌ ອັລ-ນັມລຸ: 65].
ຄຳຖາມທີ່ 14 : ຫຼັກການສັດທາມີຫຍັງເດ?
ຄຳຕອບ: ຫຼັກການສັດທາມີຢູ່ 6 ປະການ:
1. ການສັດທາຕໍ່ອັລລໍຫ໌.
2. ການສັດທາຕໍ່ມະລາອິກະຫ໌ (ເທວະທູດ)
3. ການສັດທາບັນດາຄຳພີຂອງອັລລໍຫ໌.
4. ການສັດທາຕໍ່ບັນດາຣໍຊູລ (ສາດສະດາທູດ)
5.ການສັດທາຕໍ່ວັນສິ້ນໂລກ.
6. ການສັດທາຕໍ່ກົດກຳໜົດທັ້ງດີ ແລະ ຊົ່ວ.
ຫຼັກຖານຈາກສິ່ງດັງກ່າວ: ຫະດິຊທ່ານຈິບຣີລທີ່ໂດ່ງດັງຈາກບັນທຶກຂອງທ່ານມຸສລິມ, ທ່ານຈິບຣີລໄດ້ກ່າວແກ່ທ່ານນະບີ ຊໍລັລລໍຮຸ ອະໄລຮິ ວະສັລລຳ ວ່າ: "ຈົ່ງບອກໃຫ້ຂ້ອຍຮູ້ກ່ຽວກັບອີມ່ານ ທ່ານນະບີຈຶ່ງຕອບວ່າ - ການທີທ່ານສັດທາເຊື່ອຕໍ່ອັລລໍຫ໌ - ການສັດທາຕໍ່ບັນດາມະລາອີກະຫ໌ຂອງພຣະອົງ - ການສັດທາຕໍ່ບັນດາຄຳພີຂອງພຣະອົງ - ການສັດທາຕໍ່ບັນດາສາສະໜະທູດຂອງພຣະອົງ - ການສັດທາຕໍ່ວັນປໍລະໂລກ (ໂລກໜ້າ) - ແລະການສັດທາ ເຊື່ອຕໍ່ການກຳໜົດຂອງພຣະອົງໃນຄວາມດີຄວາມຊົ່ວ”
ຄຳຖາມທີ່ 15 : ຄວາມໝາຍຂອງຫຼັກສັດທາແມ່ນຫຍັງ?
ຄຳຕອບ : ການສັດທາຕໍ່ອັລລໍຫ໌ຄື: ການສາທະທາຕໍ່ອັລລໍຫ໌ ໝາຍເຖິງ ການເຊື່ອວ່າພຣະອັລລໍຫ໌ເປັນຜູ້ສ້າງເຮົາ ແລະຊົງປະທານປັດໃຈຍັງຊີບໃຫ້ແກ່ພວກເຮົາ ພຣະອົງເປັນເຈົ້າຂອງ ແລະ ເປັນຜູ້ດູແລຈັດການເລື່ອງລາວຂອງສິ່ງທີ່ພຣະອົງໄດ້ສ້າງຂື້ນມາທັງໝົດ. ພຣະອົງເປັນຜູ້ທີ່ສົມຄວນໄດ້ຮັບການບູຊາພຽງຜູ້ດຽວ. ການສ້າງ, ການບັນຊາ, ການຕັດສິນ, ແລະການກຳນົດກົດບັງຄັບຕ່າງໆ ເປັນຂອງພຣະອົງພຽງຜູ້ດຽວ ໂດຍປາດສະຈາກຫຸ້ນສ່ວນ.
ພຣະອົງເປັນຜູ້ຊົງຍິ່ງໃຫຍ່ ແລະ ຜູ້ຊົງມີຄວາມສົມບູນທີ່ຄວນໄດ້ຮັບການສັນລະເສີນທັງຫມົດ, ພຣະອົງມີພຣະນາມທີ່ງົດງາມ ແລະຄຸນລັກສະນະທີ່ສູງສົ່ງ, ພຣະອົງບໍ່ມີຜູ້ປຽບທຽບ ແລະບໍ່ມີສິ່ງໃດຄືກັບພຣະອົງ.
ການສັດທາຕໍ່ບັນດາມະລາອິກະຫ໌ຄື: ບັນດາມະລາອິກະຫ໌ເປັນສິ່ງຖືກສ້າງທີ່ສ້າງມາຈາກລັດສະໝີຂອງອັລລໍຫ໌, ເພື່ອເຄົາລົບບູຊາຕໍ່ພຣະອົງ ແລະ ເຊື່ອຟັງຄຳບັນຊາຂອງພຣະອົງຢ່າງດຽວເທົ່ານັ້ນ.
ອັລລໍຫ໌ໄດ້ກ່າວວ່າ: (ແຕ່ວ່າພວກເຂົາ *ມະລາອິກະຫ໌* ເປັນບ່າວຜູ້ມີກຽດ- ພວກເຂົາຈະບໍ່ເວົ້າກາຍໜ້າກ່ອນພຣະອົງ ພວກເຂົາມີມະລາຍາດດີຍີ່ງ ແລະ ພວກເຂົາປະຕິບັດຕາມພຣະບັນຊາຂອງພຣະອົງ) [ສູເຣາະຫ໌ ອຳບິຍາ: 26-27].
ທ່ານນະບີມູຮຳມັດ ຊັລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ: <<ມະລາອິກະຫ໌ຖືກສ້າງມາຈາກນູຣ (ລັດສະໝີ)>>
ໜຶ່ງຈາກບັນດາມະລາອີກະຫ໌ ຄືທ່ານຈິບຣີລ (ຂໍຄວາມສັນຕິຈົ່ງມີແກ່ທ່ານ) ຜູ້ທີ່ໄດ້ຮັບມອບໝາຍໃຫ້ນຳວະຫ໌ຮີ(ສານຈາກອັລລໍຫ໌)ໄປສອນໃຫ້ແກ່ບັນດານະບີ. ອັລລໍຫ໌ໄດ້ກ່າວວ່າ: (ແລະ ແທ້ຈິງມັນ ເປັນການປະທານລົງມາຂອງພຣະເຈົ້າແຫ່ງສາກົນລະໂລກ ອັຣຣູຫ໌ ຜູ້ສັດຊື່ ໄດ້ນຳມັນລົງມາ (ຜູ້ສັດຊື່ແຫ່ງຊັ້ນຟ້າ ຄືທ່ານ ຈິບຣີລ) ມາຍັງຫົວໃຈຂອງເຈົ້າ ເພື່ອເຈົ້າຈັກໄດ້ເປັນຜູ້ຕັກເຕືອນຄົນໜຶ່ງ ເປັນພາສາອາຣັບອັນຊັດແຈ້ງ) [ສູເຣາະຫ໌ ຊຸອະຣໍ : 192-195].
ການສັດທາຕໍ່ບັນດາຄຳພີຂອງອັລລໍຫ໌ຄື: ຄຳພີທີ່ຖືກປະທານລົງມາໃຫ້ແກ່ບັນດາຣໍຊູລ (ສາດສະດາທູດຂອງອັລລໍຫ໌)
-ດັງເຊັ່ນ : ອັລກຸຣອານ ປະທານລົງມາໃຫ້ແກ່ທ່ານນະບີມຸຮຳມັດ.
-ອັລອິນຈີນ : ປະທານລົງມາໃຫ້ແກ່ທ່ານນະບີອີຊາ.
-ອັດເຕົາຣອດ : ປະທານລົງມາໃຫ້ແກ່ທ່ານນະບີມູຊາ.
-ອັຊຊາບູຣ : ປະທານລົງມາໃຫ້ແກ່ທ່ານນະບີດາວູດ.
- ສຸຮູຟ ປະທານລົງມາໃຫ້ທ່ານນະບີອິບຣໍຫີມ ແລະ ນະບີມູຊາ.
ການສັດທາຕໍ່ບັນດາຣໍສຸລຄື: ພວກທ່ານຄືຜູ້ປະກາດສານຈາກພຣະເຈົ້າ, ອັລລໍຫ໌ໄດ້ສົ່ງພວກທ່ານໄປຍັງບ່າວຂອງພຣະອົງເພື່ອສອນພວກເຂົາ, ນຳຂ່າວດີກ່ຽວກັບສວນສະຫວັນມາແຈ້ງໃຫ້ຊາບ ແລະຕັກເຕືອນພວກເຂົາກ່ຽວກັບຄວາມຊົ່ວຮ້າຍຂອງໄຟນະລົກ.
ບັນດານະບີທີ່ປະເສີດທີ່ສຸດແມ່ນ ອູລຸລອັຊມີ ຄື:
-ນະບີນັວຫ໌ (ໂນອາ)
ນະບີອິບຣໍຫິມ (ອັບຣາຮຳ)
-ນະບີມູຊາ (ໂມເຊດ)
-ນະບີອີຊາ (ພະເຍຊູ)
-ນະບີມຸຮຳມັດ ຂໍພອນຈາກອັລລໍຫ໌ມີແດພວກທ່ານ.
ການສັດທາຕໍ່ວັນສິ້ນໂລກຄື: ເລື່ອງນີ້ ໝາຍຖືງສິ່ງທີ່ເກີດຂຶ້ນຫຼັງຈາກຄວາມຕາຍ, ໃນຫຼຸມຝັງສົບ, ໃນວັນແຫ່ງການພິພາກສາ, ແລະໃນວັນແຫ່ງການຟື້ນຄືນຊີວິດ ແລະການພິພາກສາ, ຫຼັງຈາກນັ້ນຜູ້ອາໄສໃນສະຫວັນຈະຢູ່ໃນທີ່ພຳນັກຂອງພວກເຂົາ, ແລະຜູ້ອາໄສໃນນະລົກຈະຢູ່ໃນທີ່ພຳນັກຂອງພວກເຂົາ.
ອັລລໍຫ໌ໄດ້ກ່າວວ່າ: (ທຸກຊີວິດນັ້ນຈະຕ້ອງໄດ້ລິ້ມລົດແຫ່ງຄວາມຕາຍ ແລະ ແທ້ຈິງແລ້ວພວກເຈົ້າຈະໄດ້ຮັບລາງວັນຕອບແທນຂອງພວກເຈົ້າຢ່າງຄົບຖ້ວນໃນວັນປໍລະໂລກ(ກີຍາມະຫ໌) ແລະຜູ້ໃດທີ່ຖືກໃຫ້ຫ່າງໄກຈາກໄຟນະລົກ ແລະ ຖືກເຂົ້າສວັນແລ້ວ ແນ່ນອນ ລາວກໍ່ໄດ້ໄຊຊະນະແລ້ວ ແລະຊີວິດຄວາມເປັນຢູ່ແຫ່ງໂລກນີ້ບໍ່ໄດ້ເປັນອີ່ຫຍັງອື່ນ ນອກໄປຈາກສິ່ງທີ່ມີໄວ້ເພື່ອການຫລອກລວງເທົ່ານັ້ນ) [ສູເຣາະຫ໌ ອະລາອິມຣອນ : 185].
ຄວາມໝາຍຂອງການສັດທາຕໍ່ກົດສະພາວະກຳໜົດທັ້ງຄວາມດີ ແລະ ຊົ່ວຄື:
ອັລ-ກໍດັຣ ໝາຍເຖິງການເຊື່ອວ່າພຣະອົງ (ອັລລໍຫ໌) ຮູ້ທຸກສິ່ງທີ່ເກີດຂຶ້ນໃນຈັກກະວານ ໂດຍທີ່ພຣະອົງໄດ້ບັນທຶກໄວ້ລ່ວງໜ້າໃນແຜ່ນຈາລຶກທີ່ຖືກປົກປ້ອງໄວ້, ແລະພຣະອົງຊົງປະສົງໃຫ້ສິ່ງນັ້ນຖືກສ້າງ ແລະເກີດຂຶ້ນ.
ພຣະອົງອັລລໍຫ໌ໄດ້ກ່າວວ່າ: (ແທ້ຈິງທຸກໆ ສິ່ງນັ້ນເຮົາສ້າງມັນຕາມສັດສວນ) [ສູເຣາະຫ໌ ອັລ-ກໍມັຣ : 49].
-ມີຢູ່ດ້ວຍກັນ 4 ປະການຂັ້ນລຳດັບ
ປະການທີ່ໜຶ່ງ: ຄວາມຮູ້ຂອງອັລລໍຫ໌ຜູ້ຊົງກຽງໄກ, ເຊິ່ງລວມເຖິງຄວາມຮູ້ຂອງອັລລໍຫ໌ສາມາດຮູ້ລ່ວງຫນ້າກ່ຽວກັບທຸກສິ່ງ, ທັ້ງກ່ອນ ແລະ ຫຼັງທີ່ສິ່ງນັ້ນຈະເກິດຂຶ້ນ.
ຫຼັກຖານຈາກເລື່ອງດັງກ່າວ : (ແທ້ຈິງແລ້ວພຣະອົງອັລລໍຫ໌ ຄວາມຮູ້ແຫ່ງວັນອາວະສານຢູ່ ນະທີ່ພຣະອົງ ແລະ ພຣະອົງໄດ້ປະທານຝົນລົງມາ ແລະພຣະອົງຮອບຮູ້ສິ່ງທີ່ຢູ່ໃນມົດລູກ ແລະ ບໍ່ມີຊີວິດໃດຮູ້ວ່າສິ່ງທີ່ຈະຫາມາໄດ້ໃນມື້ອື່ນແມ່ນຫຍັງ ແລະບໍ່ມີຊີວິດໃດຮູ້ວ່າໃນແຜ່ນດິນໃດທີ່ຈະຕາຍ ແທ້ຈິງພຣະອົງຄືຜູ້ມີຄວາມຮູ້ຢ່າງລະອຽດຖີ່ຖ້ວນ) [ສູເຣາະຫ໌ ລຸກມານ : 34].
ປະການທີ່ສອງ: ອັລລໍຫ໌ຊົງບັນທຶກສິ່ງນັ້ນໄວ້ໃນແຜ່ນຈາລຶກທີ່ຖືກປົກປ້ອງ ດັງນັ້ນສິ່ງທີ່ເກິດຂຶ້ນແລ້ວ ແລະ ສິ່ງທີ່ຈະເກິດຂຶ້ນໃນອະນາຄົດລ້ວນຖືກບັນທຶກໄວ້ກັບອັລລໍຫ໌ແລ້ວ ໃນຫນັງສືບັນທຶກນັ້ນ.
ຫຼັກຖານຈາກເລື່ອງດັງກ່າວ : (ແລະຢູ່ກັບພຣະອົງນັ້ນ ມີກະແຈແຫ່ງຄວາມເລັ້ນລັບ ໂດຍບໍ່ມີໃຜຮູ້ກະແຈເຫຼົ່ານັ້ນ ນອກເຫນືອຈາກພຣະອົງເທົ່ານັ້ນ ແລະພຣະອົງຮູ້ທຸກສິ່ງທີ່ຢູ່ໃນແຜ່ນດິນ ແລະໃນທະເລ ແລະບໍ່ມີໃບໄມ້ໃດລ່ວງລົງມາ ນອກຈາກພຣະອົງຈະຮູ້ມັນ ແລະບໍ່ມີເມັດພືດໃດທີ່ຢູ່ໃນຄວາມມືດຂອງແຜ່ນດິນ ແລະບໍ່ມີສິ່ງໃດທີ່ອ່ອນນຸ່ມ(ມີຊີວິດ) ແລະສິ່ງທີ່ແຫ້ງໃດໆ (ຕາຍ) ນອກຈາກຈະຢູ່ໃນບັນທຶກອັນຊັດແຈ້ງ) [ສູເຣາະຫ໌ ອັນອາມ : 59].
ປະການທີ່ສາມ: ທຸກສິ່ງເກີດຂຶ້ນຕ້ອງເປັນໄປຕາມພຣະປະສົງຂອງອັລລໍຫ໌ ກ່າວຄື ບໍ່ມີສິ່ງໃດເກີດຂຶ້ນຈາກພຣະອົງ ຫຼື ຈາກສິ່ງຖືກສ້າງຂອງພຣະອົງ ນອກຈາກວ່າມັນເກີດຈາກພຣະປະສົງຂອງພຣະອົງ. ບ່າວມີສິດເລືອກ ແລະ ມີອິດສະລະໃນການຕັດສິນໃຈ ຢ່າງໃດກໍ່ຕາມ ຄວາມຕັ້ງໃຈຂອງລາວຢັງຄົງຢູ່ພາຍໃນຂອບເຂດຂອງພຣະປະສົງຂອງອັລລໍຫ໌.
ຫຼັກຖານຈາກເລື່ອງດັງກ່າວ : (ສຳຫຼັບຜູ້ໃດໃນຫມູ່ພວກເຈົ້າທີ່ປະສົງທີ່ຈະຢູ່ໃນແນວທາງອັນທຽງກົງ 28 ແລະ ພວກເຈົ້າຈະບໍ່ສົມດັງປະສົງສິ່ງໃດ ເວົ້ນແຕ່ອັລລໍຫ໌ ພຣະເຈົ້າແຫ່ງສາກົນລະໂລກຈະຊົງປະສົງ 29) [ສູເຣາະຫ໌ ຕັກວີຣ : 28-29].
ການເຊື່ອວ່າມວນສັບພະສິ່ງທັ້ງປວງຖືກສ້າງໂດຍອັລລໍຫ໌ ພຣະອົງຊົງສ້າງພວກເຂົາ ລວມເຖິງຄຸນລັກສະນະ ການເຄື່ອນໄຫວ ແລະ ທຸກສິ່ງທີ່ກ່ຽວຂ້ອງກັບພວກເຂົານຳດ້ວຍ.
ຫຼັກຖານຈາກເລື່ອງດັງກ່າວ : (ທັ້ງ ໆ ທີ່ພຣະອົງອັລລໍຫ໌ສ້າງພວກເຈົ້າ ແລະສິ່ງທີ່ພວກທ່ານປະດິດມັນຂຶ້ນມາ) [ສູເຣາະຫ໌ ສໍຟາດ : 96].
ຄຳຖາມທີ່ 16 : ອັລກຸຣອານແມ່ນຫຍັງ?
ຄຳຕອບ: ອັລກຸຣອານຄືຄຳເວົ້າຂອງອັລລໍຫ໌ຜູ້ຊົງສູງສົ່ງ, ບໍ່ແມ່ນສິ່ງຖືກສ້າງ.
ພຣະອົງອັລລໍຫ໌ໄດ້ກ່າວວ່າ: (ແລະ ຫາກວ່າມີຄົນໃດໃນຫມູ່ພວກມຸຊຣິກ(ຕັ້ງພາຄີ) ໄດ້ຂໍໃຫ້ເຈົ້າຄຸ້ມຄອງ ກໍ່ຈົ່ງຄຸ້ມຄອງເຂົາເຖີດ ຈົນກວ່າເຂົາຈະໄດ້ຍິນດຳລັດໂອງການຂອງອັລລໍຫ໌) [ສູເຣາະຫ໌ ເຕົາບະຫ໌ : 6].
ແລະ ຫຼັກຖານຈາກຫະດິຊທ່ານນະບີ: <<ຄວາມປະເສິດຂອງຄຳຕຣັດຂອງອັລລໍຫ໌ເຫນືອຄຳເວົ້າອື່ນ ໆ ທັ້ງໝົດ ປຽບໄດ້ກັບຄວາມປະເສິດຂອງອັລລໍຫ໌ເຫນືອສັບພະສິ່ງຖືກສ້າງທັ້ງຫຼາຍ>>
ຄຳຖາມທີ່ 17 : ສຸນນະຫ໌ ແມ່ນຫຍັງ?
ຄຳຕອບ: ຄືທຸກຄຳເວົ້າ ຫຼື ການກະທຳ ທຸກສິ່ງທີ່ທ່ານຮັບຮອງ ຫຼື ລັກສະນະພາຍນອກ, ລັກສະນະນິໄສຂອງທ່ານນະບີ (ຂໍພອນອັນປະເສິດຄວາມສັນຕິຈົ່ງມີແດ່ທ່ານ)
ຄຳຖາມທີ່ 18 : ບິດອະຫ໌ແມ່ນຫຍັງ?ແລ້ວ ເຮົາຍອມຮັບມັນໄດ້ບໍ່?
ຄຳຕອບ: ທຸກການງານທີ່ມະນຸດແຕ່ງເຕິ່ມຂຶ້ນໃຫມ່ໃນສາດສະໜາ, ທີ່ບໍ່ມີໃນຍຸກສະໄໝຂອງທ່ານນະບິມຸຮຳຫມັດ ແລະ ບັນດາຊໍຫາບະຫ໌ (ສະຫາຍຂອງທ່ານ).
- ເຮົາຈະບໍ່ຍອມຮັບໃນສິ່ງນັ້ນ ແລະ ຕ້ອງປະຕິເສດສິ່ງດັງກ່າວ.
ດັງຄຳເວົ້າຂອງທ່ານນະບີມຸຮຳມັດ ວ່າ: << ທຸກ ໆ ບິດອະຫ໌ເປັນການຫລົງຜິດ >>
-ແລະຄຳເວົ້າຂອງທ່ານນະບີມຸຮຳມັດ ອີກວ່າ: << ໃຜກໍ່ຕາມທີເຮັດສິ່ງອືນໃນກິດຈະການສາດສະໜາທີ່ເຮົາບໍ່ໄດ້ສັ່ງໃຊ້ ດັງນັ້ນກິດຈະການນັ້ນຈະຖືກປະຕິເສດບໍ່ຕອບຮັບ>>
ຕົວຢ່າງການປະດິດເພິ່ມເຕິມໃນສາດສະໜາຄື : ການເພິ່ມເຕິມໃນເລື່ອງອີບາດະຫ໌, ເຊັ່ນການເພິ່ມຈຳນອນການລ້າງຮ່າງກາຍໃນວິທີການອາບນ້ຳລະຫມາດໃຫ້ເປັນສີ່ເທື່ອ, ແລະ ສະເລີມສະລອງວັນເກິດຂອງທ່ານນະບີ, ເຊິ່ງບໍ່ໄດ້ມີບັນທຶກວ່າທ່ານນະບີ ແລະ ບັນດາຊໍຮາບະຫ໌ເຄີຍເຮັດ.
ຄຳຖາມທີ່ 19 : ຄວາມເຊື່ອໃນເລື່ອງ ອັລ-ວະລາ ວັລ-ບະຣໍ ແມ່ນຫຍັງ?
ຄຳຕອບ: ອັລ-ວະລາຄືການສະແດງຄວາມຮັກ ພັກດີ ແລະ ສະນັບສະໜູນຕໍ່ບັນດາຜູ້ສັດທາທັ້ງຫຼາຍ
ພຣະອົງອັລລໍຫ໌ໄດ້ກ່າວວ່າ: (ແລະບັນດາມຸມິນຜູ້ຊາຍ ແລະ ບັນດາມຸມິນແມ່ຍິງນັ້ນ ບາງສ່ວນຂອງພວກເຂົາຕ່າງເປັນຜູ້ຊ່ວຍເຫຼືອອີກບາງສ່ວນ) [ສູເຣາະຫ໌ ເຕົາບະຫ໌ : 71].
ອັລ-ບະຣໍຄື: ການສະແດງຄວາມກຽດຊັງບໍ່ມັກອອກຫ່າງຈາກຜູ້ປະຕິເສດ ແລະ ຖືວ່າພວກເຂົາເປັນສັດຕູ.
ອັລລໍຫ໌ໄດ້ກ່າວວ່າ : (ແນ່ນອນ ໄດ້ມີແບບຢ່າງອັນດີງາມໃຫ້ພວກເຈົ້າແລ້ວ ໃນໂຕຂອງອີບຣໍຮີມ ແລະ ເຫລົ່າມຸມີນທີ່ຢູ່ກັບລາວ ເມື່ອພວກເຂົາກ່າວກັບຊົນຊາດຂອງພວກເຂົາວ່າ ແທ້ຈິງພວກເຮົາຂໍປີກຕົວອອກຫ່າງຈາກພວກເຈົ້າ ແລະ ສິ່ງທີ່ພວກເຈົ້າເຄົາລົບບູຊາອື່ນຈາກອັລລໍຫ໌ ພວກເຮົາຂໍປະຕິເສດສັດທາຕໍ່ສາດສະໜາຂອງພວກເຈົ້າ ແລະການເປັນສັດຕູ ແລະການກຽດຊັງລະຫວ່າງພວກເຮົາກັບພວກເຈົ້າກໍໄດ້ປະກົດຂຶ້ນແລ້ວ ແລະຈະຄົງຢູ່ຕະຫຼອດໄປ ຈົນກວ່າພວກເຈົ້າຈະສັດທາຕໍ່ອັລລໍຫ໌ພຽງອົງດຽວ) [ສູເຣາະຫ໌ ອັລມຸມຕະຮິນະຫ໌ : 4].
ຄຳຖາມທີ່ 20 : ອັລລໍຫ໌ຕອບຮັບສາດສະໜາອື່ນນອກຈາກອິສລາມບໍ່?
ຄຳຕອບ: ບໍ່! ອັລລໍຫ໌ບໍ່ຕອບຮັບສາດສະໜາອື່ນ ຕ້ອງເປັນສາສະໜາອິສລາມເທົ່ານັ້ນ.
ພຣະອົງອັລລໍຫ໌ໄດ້ກ່າວວ່າ: (ແລະ ຜູ້ໃດທີ່ສະແຫວງຫາສາດສະຫນາອື່ນນອກຈາກອິສລາມ ສາດສະໜານັ້ນກໍ່ຈະບໍ່ຖືກຕອບຮັບເປັນອັນຂາດ ແລະ ໃນໂລກຫນ້າເຂົາຈະຢູ່ໃນບັນດາຄົນຂາດທຶນ) [ສູເຣາະຫ໌ ອະລາອີມຣອນ: 85]
ຄຳຖາມທີ່ 21: ການຕົກສາສະໜາ (ກຸຟຣ໌) ສາມາດເກິດຂຶ້ນໄດ້ຈາກຄຳເວົ້າ ການກະທຳ ຄວາມເຊື່ອ, ດັງຕົວຢ່າງຕໍ່ໄປນີ້.
ຄຳຕອບ: ຕົວຢ່າງດ້ວຍຄຳເວົ້າກໍ່ຄື: ການດ່າ ເວົ້າຈາເສຍຫາຍ ຫມິ່ນປະມາດ ຕໍ່ອັລລໍຫ໌ ຫຼື ທ່ານນະບີ.
ຕົວຢ່າງດ້ວຍການກະທຳກໍ່ຄື: ການທຳລາຍມຸຊຮັບ (ຄຳພີອັລກຸຣອານ) ຫຼື ການກາບໄຫວ້ສິ່ງອື່ນນອກຈາກພຣະອັລລໍຫ໌
ຕົວຢ່າງດ້ວຍຄວາມເຊື່ອເຊັ່ນ : ການເຊື່ອວ່າມີຜູ້ທີ່ສົມຄວນຖືກເຄົາລົບພັກດີນອກຈາກອັລລໍຫ໌ ຫຼື ເຊື່ອວ່າມີຜູ້ສ້າງອື່ນນອກເໜືອຈາກອັລລໍຫ໌.
ຄຳຖາມທີ່ 22 : ນິຟາກແມ່ນຫຍັງ? ແລະມີຈັກຢ່າງ?
ຄຳຕອບ: ນິຟາກ(ການກັບກອບ ຄືການທີ່ສະແດງອອກມາວ່າເປັນຜູ້ສັດທາແຕ່ເຊື່ອງການປະຕິເສດສັດທາໄວ້ພາຍໃນ) ມີສອງແບບຄື: 1. ນິຟາກໃຫຍ່ ຄືການເຊື່ອງການປະຕິເສດສັດທາ ແລະ ສະແດງອອກມາວ່າເປັນຜູ້ສັດທາ.
ນັບວ່າເປັນການປະຕິເສດສັດທາຢ່າງຮ້າຍແຮງ ແລະ ເຮັດບຸກຄົນນັ້ນອອກຈາກສາສະໜາອິສລາມ.
ອັລລໍຫ໌ໄດ້ກ່າວວ່າ : (ແທ້ຈິງ ບັນດາມຸນາຟິກນັ້ນຢູ່ໃນຊັ້ນຕ່ຳທີ່ສຸດຈາກຂຸມນະລົກ ແລະຈະບໍ່ພົບຜູ້ຊ່ວຍເຫລືອໃດໆ ສໍາລັບພວກເຂົາເປັນອັນຂາດ) [ສູເຣາະຫ໌ ນິຊາ: 145].
2.ນິຟາກນ້ອຍຄື: ເຊັ່ນ: ການເວົ້າຕົວະ, ຜິດນັດໝາຍ, ຜິດສັນຍາທີ່ໃຫ້ກັບຜູ້ອື່ນ.
ແລະບໍ່ເຮັດໃຫ້ອອກຈາກອິສລາມ, ແຕ່ຖືວ່າເປັນບາບ ຜູ້ທີ່ກະທຳຈະຕ້ອງຜະເສິນກັບການລົງໂທດ.
ທ່ານຣໍຊຸລ ໄດ້ກ່າວໄວ້ວ່າ: << ລັກສະນະຂອງມຸນາຟິກສາມປະການຄື: ເມື່ອລາວເວົ້າ ລາວກໍ່ຈະເວົ້າຕົວະ, ເມື່ອລາວໃຫ້ສັນຍາ ລາວກໍ່ຈະບໍ່ຮັກສາສັນຍາ, ແລະ ເມື່ອລາວຖືກມອບໃຫ້ເຮັດສິ່ງໃດ ລາວກໍ່ຈະຫັກຫຼັງຄວາມໄວ້ວາງໃຈນັ້ນ >>
ຄຳຖາມທີ່ 23 : ໃຜແມ່ນສາດສະດາທູດຄົນສຸດທ້າຍ?
ຄຳຕອບ: ຄື ທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ.
ອັລລໍຫ໌ໄດ້ກ່າວວ່າ : (ມູຮຳມັດ ບໍ່ໄດ້ເປັນພໍ່ຂອງຜູ້ໃດຈາກບັນດາບຸລຸດຂອງພວກເຈົ້າ ແຕ່ເປັນຣໍຊູລຂອງອັລລໍຫ໌ ແລະ ເປັນນະບີຄົນສຸດທ້າຍ) [ຊູເຣາະຫ໌ ອັລອະຫ໌ຊາບ : 40]
ທ່ານນະບີມຸຮຳມັດໄດ້ກ່າວວ່າ: << ຂ້ອຍຄືນະບີຄົນສຸດທ້າຍ ແລະ ບໍ່ມີໃຜຈະມາຫຼັງຈາກຂ້ອຍ >>
ຄຳຖາມທີ່ 24 : ແມ່ນຫຍັງຄືມັວະຈິຊະຫ໌?
ຄຳຕອບ: ມຸອ໌ຈິຊະຫ໌ ຄືການກະທຳ ຫຼືເຫດການທີ່ອັດສະຈັນເໜືອທຳມະຊາດທີ່ອັລລໍຫ໌ໄດ້ຊ່ວຍສະນັບສະນຸນແກ່ບັນດາສາສະທູດຂອງພຣະອົງ ເພື່ອພິສູດຄວາມຈິງພວກເຂົາ ຕົວຢ່າງຂອງສິ່ງອັດສະຈັນໄດ້ແກ່:
-ການຜ້າດວງເດືອນຂອງທ່ານນະບີມຸຮຳມັດ ອັລລໍຫ໌ໄດ້ກ່າວວ່າ : (ວັນກິຍາມະຫ໌ໄດ້ໃກ້ເຂົ້າມາແລ້ວ ແລະ ດວງຈັນໄດ້ແຍກອອກ) (ແລະຫາກພວກເຂົາເຫັນສັນຍານ (ປະຕິຮານ) ພວກເຂົາກໍ່ຜິນຫຼັງໃຫ້ ແລະກ່າວວ່າ ນີ້ຄືມາຍາກົນທີ່ມີມາກ່ອນແລ້ວ) ແລະ ພວກເຂົາໄດ້ປະຕິເສດ ແລະ ປະຕິບັດຕາມອາລົມໃຝ່ຕ່ຳຂອງພວກເຂົາ ແລະ ກິດຈະການທຸກຢ່າງຍ່ອມເປັນໄປຕາມກຳໜົດ) [ສູເຣາະຫ໌ ອັລ-ກໍມັຣ : 1-3].
- ການແຍກທະເລແດງ ຂອງທ່ານນະບີມູຊາ ເມື່ອຍາມທີ່ທ່ານນຳພາຊາວອິສຣໍອີນລົບຫນີ້ຈາກການຖືກກົດຂີ່ຂອງຟາໂຣ. ອັລລໍຫ໌ໄດ້ກ່າວວ່າ : (ແລະຈົ່ງລຳລຶກເຖິ່ງຂະນະທີ່ເຮົາໄດ້ແຍກທະເລອອກເພາະພວກເຈົ້າ ແລ້ວເຮົາກໍ່ໄດ້ຊ່ວຍພວກເຈົ້າໃຫ້ລອດພົ້ນ ແລະ ໄດ້ໃຫ້ຟິຣເອົາຈົມນ້ຳຕາຍ ຂະນະພວກເຈົ້າແໜມເບິ່ງກັນຢູ່) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 50].
ຄຳຖາມທີ່ 25 : ໃຜແມ່ນບັນດາສໍຮາບະຫ໌? ຈຳເປັນທີ່ເຮົາຕ້ອງຮັກພວກເພິ່ນບໍ່?
ຄຳຕອບ: ບັນດາສໍຮາບະຫ໌ຄື: ຜູ້ທີ່ທັນພົບເຫັນ ລວມໃຊ້ຊີວິດພ້ອມກັບທ່ານນະບີ ມີຄວາມສັດທາຕໍ່ທ່ານ ແລະ ສິ້ນຊີວິດໃນສະພາບການເປັນມຸສລິມ.
ເຮົາຄວນຮັກພວກເຂົາ ແລະ ຍຶດຖືພວກເຂົາເປັນແບບຢ່າງ ເພາະພວກເຂົາເປັນບຸກຄົນທີ່ດີທີ່ສຸດຮອງຈາກບັນດານະບີ.
ຈາກບັນດາສໍຮາບະຫ໌ທີ່ດີເລິດ: ຄືຜູ້ປົກຄອງທັ້ງ 4 :
ທ່ານອະບູ ບັກຣ ຣໍດິຍັລລໍຮຸ ອັນຮຸ.
ທ່ານອຸມັຣ ຣໍດິຍັລລໍຮຸ ອັນຮຸ.
ທ່ານອຸສມານ ຣໍດິຍັລລໍຮຸ ອັນຮຸ.
ທ່ານອາລີ ຣໍດິຍັລລໍຮຸ ອັນຮຸ.
ພຣະອົງອັລລໍຫ໌ໄດ້ກ່າວກ່ຽວກັບບັນດາສໍຮາບະຫ໌ທັ້ງຫຼາຍເຫຼົ່ານັ້ນວ່າ: ພວກບັນພະຊົນຮຸ່ນກ່ອນໃນຫມູ່ຜູ້ອົບພະຍົບ (ຊາວມຸຮາຍິຣີນຈາກມັກກະຮ໌) ແລະໃນຫມູ່ຜູ້ໃຫ້ຄວາມຊ່ວຍເຫຼືອ (ຊາວອັນສໍຣຈາກມາດີນະຮ໌) ແລະ ບັນດາຜູ້ດໍາເນີນຕາມພວກເຂົາດ້ວຍການເຮັດຄວາມດີນັ້ນ, ອັລລໍຮ໌ຊົງພໍໃຈໃນພວກເຂົາ ແລະພວກເຂົາກໍ່ພໍໃຈໃນພຣະອົງດ້ວຍ ແລະ ພຣະອົງຊົງກຽມໄວ້ໃຫ້ພວກເຂົາແລ້ວ ເຊິ່ງບັນດາສວນສະຫວັນທີ່ມີແມ່ນ້າຫລາຍສາຍໄຫລຜ່ານຢູ່ເບື້ອງລຸ່ມ ພວກເຂົາຈະພຳນັກຢູ່ໃນນັ້ນຕະຫຼອດການ ນັ້ນຄືຄວາມສໍາເລັດໄຊຊະນະອັນຍິ່ງໃຫຍ່) [ສູເຣາະຫ໌ ເຕົາບະຫ໌ : 100].
ຄຳຖາມທີ່ 26 : ໃຜແມ່ນແມ່ຂອງບັນດາຜູ້ສັດທາ?
ຄຳຕອບ: ພວກນາງຄືບັນດາພັນລະຍາຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ.
ອັລລໍຫ໌ໄດ້ກ່າວວ່າ : (ນະບີນັ້ນເປັນຜູ້ໃກ້ຊິດກັບບັນດາຜູ້ສັດທາຢ່າງຍິ່ງ ຫຼາຍກວ່າຕົວຂອງພວກເຂົາເອງ ແລະ ບັນດາພັນລິຍາຂອງນະບີ ຄືແມ່ຂອງພວກເຂົາ) [ຊູເຣາະຫ໌ ອັລອະຫ໌ຊາບ : 6].
ຄຳຖາມທີ່ 27 : ສິດໜ້າທີ່ຂອງວົງຕະກູນຂອງທ່ານນະບີທີ່ເຮົາຄວນຮູ້ມີຫຍັງແດ?
ຄຳຕອບ: ອະຫ໌ລຸລໄບຕ ຫຼື ຄອບຄົວຂອງທ່ານນະບີ (ຂໍຄວາມສັນຕິ ແລະ ຄວາມເມດຕາຈົງມີແດ່ທ່ານ) ໝາຍເຖິງ ບັນດາພັນລະຍາຂອງທ່ານ ລູກຫຼານຂອງທ່ານ ແລະ ຜູ້ສັດທາຈາກວົງຕະກູນບະນູຮາຊິມ ແລະ ບະນູມຸດຕໍລິບ, ຫນ້າທີ່ເຮົາຄວນມີຄືການຮັກ ແລະ ສະນັບສະນຸນພວກເຂົາ ກຽດຊັງຜູ້ທີ່ບໍ່ມັກພວກເຂົາ ແລະ ຫຼີກລ່ຽງການສຸດໂຕ່ງ ຫຼື ການກະທຳທີ່ເກິນຂອບເຂດກ່ຽວກັບພວກເຂົາ.
ອັລລໍຫ໌ໄດ້ກ່າວວ່າ : (ແທ້ຈິງ ອັລລໍຫ໌ພຽງຕ້ອງການທີ່ຈະຂະຈັດຄວາມໂສໂຄກອອກໄປຈາກພວກເຈົ້າ ໂອ້ສະມາຊິກຂອງວົງຕະກູນ (ນະບີ) ເອີ໋ຍ ແລະ ຊົງປະສົງທີ່ຈະຂັດເກົາພວກເຈົ້າໃຫ້ສະອາດບໍລິສຸດ) [ຊູເຣາະຫ໌ ອັລອະຫ໌ຊາບ : 33].
ໃນລາຍງານຫະດິຊຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວວ່າ: << ຂ້າຂໍເຕືອນພວກທ່ານໃຫ້ລຳລຶກເຖິ່ງອັລລໍຫ໌ໃນການປະຕິບັດຕໍ່ວົງວານຕະກູນຂອງຂ້ອຍ ຂ້າຂໍເຕືອນພວກທ່ານໃຫ້ລຳລຶກເຖິ່ງອັລລໍຫ໌ໃນການປະຕິບັດຕໍ່ວົງວານຕະກູນຂອງຂ້ອຍ ຂ້າຂໍເຕືອນພວກທ່ານໃຫ້ລຳລຶກເຖິ່ງອັລລໍຫ໌ໃນການປະຕິບັດຕໍ່ວົງວານຕະກູນຂອງຂ້ອຍ >>
ຄຳຖາມທີ່ 28 : ໜ້າທີ່ຂອງເຮົາທີ່ຕ້ອງມີຕໍ່ຜູ້ປົກຄອງມຸສລິມມີຫຍັງແດ່?
ຄຳຕອບ: ຈຳເປັນທີ່ເຮົາຕ້ອງເຊື່ອຟັງປະຕິບັດຕາມພວກເຂົາທຸກສິ່ງທີ່ບໍ່ກ່ຽວຂ້ອງກັບບາບ ຫຼືການຝ່າຝືນຄຳສັ່ງຂອງອັລລໍຫ໌, ດຸອາອະທິຖານໃຫ້ພວກເຂົາທັ້ງເປິດເຜີຍ ແລະ ແບບລັບໆ, ແລະ ບໍ່ກໍ່ກະບົດຕໍ່ເປັນປະຕິປັກພວກເຂົາ ເວັ້ນແຕ່ເຮົາຈະເຫັນການປະຕິເສດສັດທາຢ່າງຊັດເຈນ.
ອັລລໍຫ໌ໄດ້ກ່າວວ່າ : (ໂອ້ ບັນດາຜູ້ສັດທາທັງຫຼາຍ ຈົ່ງເຊື່ອຟັງອັລລໍຫ໌ ແລະເຊື່ອຟັງຣໍຊູລເຖິດ ແລະ ຜູ້ປົກຄອງໃນຫມູ່ພວກເຈົ້າດ້ວຍ ແຕ່ຖ້າພວກເຈົ້າຂັດແຍ້ງກັນໃນສິ່ງໃດ ກໍພາສິ່ງນັ້ນກັບຄືນໄປຫາອັລລໍຫ໌ ແລະ ຣໍຊູລ ຫາກວ່າພວກເຈົ້າສັດທາຕໍ່ອັລລໍຫ໌ ແລະ ວັນອາຄິເຣາະຫ໌ ນັ້ນແຫລະ ເປັນສິ່ງທີ່ດີຍິ່ງ ແລະ ເປັນການກັບໄປ ທີ່ສວຍງາມຍິ່ງ) [ສູເຣາະຫ໌ ນິຊາ: 59].
ຄຳຖາມທີ່ 29: ສະຖານທີ່ພຳນັກຂອງຜູ້ສັດທາແມ່ນຢູ່ໃສ?
ຄຳຕອບ: ຄືສວນສະຫວັນ, ພຣະອົງອັລລໍຫ໌ໄດ້ກ່າວວ່າ: (ແທ້ຈິງອັລລໍຫ໌ຈະຊົງໃຫ້ບັນດາຜູ້ສັດທາເຊື່ອຟັງ ແລະ ກະທຳຄວາມດີທັງຫຼາຍ ໄດ້ເຂົ້າສູ່ສວນສະຫວັນທີ່ຫລາກຫລາຍ ນະເບື້ອງລູມຂອງສວນສະຫວັນນັ້ນ ມີລຳນ້ຳຫລາຍສາຍໄຫລຜ່ານ) [ສຸເຣາະຫ໌ ມຸຮຳມັດ : 12].
ຄຳຖາມທີ່ 30: ສະຖານທີ່ພຳນັກຂອງຜູ້ປະຕິເສດສັດທາຢູ່ໃສ?
ຄຳຕອບ: ຄືໄຟນະລົກ, ພຣະອົງອັລລໍຫ໌ໄດ້ກ່າວວ່າ: (ຈົ່ງລະວັງໄຟນະລົກ ເຊິ່ງເຊື້ອເພິງຂອງມັນນັ້ນ ຄືມະນຸດ ແລະ ຫິນ ໂດຍມັນໄດ້ຖືກກຽມໄວ້ ສຳຫຼັບບັນດາຜູ້ປະຕິເສດສັດທາ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 24].
ຄຳຖາມທີ່ 31 : ຄວາມຢ້ານແມ່ນຫຍັງ? ຄວາມຫວັງແມ່ນຫວັງ? ແລະ ຫຼັກຖານມັນແມ່ນຫຍັງ?
ຄຳຕອບ: ຄວາມຢ້ານຄື: ການຢ້ານກົວຕໍ່ອັລລໍຫ໌ ແລະ ຢ້ານການລົງໂທດຂອງພຣະອົງ.
ຄວາມຫວັງ: ແມ່ນການມີຄວາມປາດຖະນາທີ່ຫວັງຢາກໄດ້ຮັບລາງວັນຕອບແທນຈາກອັລລໍຫ໌, ການໃຫ້ອະໄພໂທດ, ແລະ ຄວາມເມດຕາຂອງພຣະອົງ.
ຫຼັກຖານຄື ຄຳກ່າວຂອງອັລລໍຫ໌: (ເຫຼົ່ານັ້ນທີ່ພວກເຂົາວິງວອນນັ້ນ ພວກມັນກໍ່ຢັງຫວັງທີ່ຈະຫາທາງເຂົ້າສູ່ພຣະເຈົ້າຂອງພວກມັນວ່າ ຜູ້ໃດໃນຫມູ່ພວກມັນຈະເຂົ້າໃກ້ທີ່ສຸດ ແລະ ພວກມັນຢັງຫວັງໃນຄວາມເມດຕາຂອງພຣະອົງ ແລະ ຢ້ານການລົງໂທດຂອງພຣະອົງ ແທ້ຈິງການລົງໂທດຂອງພຣະເຈົ້າຂອງເຈົ້ານັ້ນຄວນລະມັດລະວັງໃຫ້ດີໆ) [ສູເຣາະຫ໌ ອິສຣໍອຼ: 57].
ພຣະອົງກ່າວຕື່ມອີກວ່າ: (ຈົ່ງແຈ້ງແກ່ປວງບ່າວຂອງຂ້າວ່າ ແທ້ຈິ່ງຂ້າຄືຜູ້ອະໄພ ຜູ້ເມດຕາສະເໝີ 49 ແລະ ແທ້ຈິງການລົງໂທດຂອງຂ້ານັ້ນ ເປັນການລົງໂທດທີ່ເຈັບແສບ 50) [ສູເຣາະຫ໌ ອັລຫັຈ: 49-50].
ຄຳຖາມທີ່ 32: ຈົ່ງບອກພຣະນາມຂອງອັລລໍຫ໌ ແລະ ຄຸນລັກສະນະຂອງພຣະອົງ.
ຄຳຕອບ: ພຣະອັລລໍຫ໌, ພຣະຜູ້ອະພິບານ, ພຣະຜູ້ຊົງເມດຕາປານີ, ພຣະຜູ້ຊົງໄດ້ຍິນ, ພຣະຜູ້ຊົງແນ້ມເຫັນ, ພຣະຜູ້ຊົງປະທານປັດໃຈ, ພຣະຜູ້ຊົງຊີວິນ, ພຣະຜູ້ຊົງຍິ່ງໃຫຍ່, ພຣະຜູ້ຊົງໃຈບຸນ.... ແລະ ອື່ນໆ ຈາກພຣະນາມອັນງົດງາມ ແລະ ຄຸນລັກສະນະອັນສູງສົ່ງຂອງອັລລໍຫ໌.
ຄຳຖາມທີ່ 33 : ຈົ່ງອະທິບາຍບັນດາຊື່ເລົ່ານີ້.
ຄຳຕອບ: ``ອັລລໍຫ໌``: ຄວາມໝາຍຄື ພຣະເຈົ້າອົງດຽວເທົ່ານັ້ນທີ່ໄດ້ຮັບການເຄົາລົບກາບໄຫວ້ຢ່າງແທ້, ບໍ່ມີການຕັ້ງພາຄີຄຽງຄູ່ກັບພຣະອົງ.
"ພຣະຜູ້ອະພິບານ" : ຄືຜູ້ຊົງສ້າງ ພຣະຜູ້ເປັນເຈົ້າຂອງ ຜູ້ຊົງປະທານປັດໄຈ ຈັດການເບິ່ງແຍງພຽງພຣະອົງຜູ້ດຽວ.
(ອັສ-ຊະມີອຼ) ໝາຍເຖິງ ຜູ້ຊົງໄດ້ຍິນທຸກສຽງຂອງສັບພະສິ່ງ, ແລະໄດ້ຍິນທຸກສຽງແມ້ວ່າຈະຄວາມແຕກຕ່າງ ຫຼື ຫຼາກຫຼາຍກໍ່ຕາມ.
- (ອັລ-ບະສິຣ) ໝາຍເຖິງ ຜູ້ຊົງເຫັນທຸກສິ່ງ, ບໍ່ວ່າສິ່ງນັ້ນຈະນ້ອຍ ຫຼືໃຫຍ່ເທົ່າໃດ.
- (ອັລ-ອະລີມ) ໝາຍເຖິງ ຜູ້ຊົງມີຄວາມຮູ້ຄອບຄຸມທຸກສິ່ງ, ບໍ່ວ່າຈະເປັນອະດີດ, ປັດຈຸບັນ, ຫຼື ອະນາຄົດ.
- (ອັຣເຣາະຮ໌ມານ) ໝາຍເຖິງ ຜູ້ຊົງມີຄວາມເມດຕາ ທີ່ຄອບຄຸມທຸກສັບພະສິ່ງ ແລະ ທຸກສິ່ງມີຊີວິດ.
(ອັຣ-ຣໍຊາກ) ໝາຍເຖິງ ຜູ້ຊົງປະທານປັດໄຈຢັງຊີບໃຫ້ທຸກສັບພະສິ່ງ, ລວມທັງມະນຸດ, ຈິນ, ແລະ ສັດທັງຫມົດ.
(ອັລ-ຮັຍ) ໝາຍເຖິງ ຜູ້ຊົງມີຊີວິດບໍ່ຕາຍ ອຳມາຕະ, ໃນຂະນະທີ່ສັບພະສັງສິ່ງມີຊີວິດທັງຫມົດຈະຕ້ອງຕາຍ.
(ອັລ-ອະຊີມ) ໝາຍເຖິງ ຜູ້ຊົງຄອບຄອງຄວາມສົມບູນແບບ ແລະ ຄວາມຍິ່ງໃຫຍ່ໃນພຣະນາມ, ພຣະຄຸນລັກສະນະ, ແລະ ການກະທຳຂອງພຣະອົງ.
(ອັລ-ຮາກີມ) ໝາຍເຖິງ ຜູ້ຊົງສ້າງສັນທຸກສິ່ງຢ່າງສົມບູນ ແລະ ທຸກສິ່ງທີ່ພຣະອົງສ້າງ ແລະກຳໜົດໄວ້ມີພື້ນຖານມາຈາກພຣະປັນຍາຂອງພຣະອົງ.
(ອັລ-ຫິກມະຫ໌) ຄື ການວາງສິ່ງບາງຢ່າງໃນສະຖານທີ່ຂອງມັນທີ່ເຫມາະສົມ ແລະ ໃຫ້ຄວາມສຳຄັນຕາມຄວນ.
ຄຳຖາມທີ່ 34: ໜ້າທີ່ຂອງເຮົາທີ່ມີຕໍ່ບັນດານັກວິຊາການອິສລາມມີຫຍັງແດ?
ຄຳຕອບ: ຄືການຮັກ ແລະ ເຄົາລົບພວກເຂົາ ລວມເຖິງປຶກສາສອບຖາມພວກເຂົາໃນເລື່ອງທີ່ກ່ຽວກັບຫຼັກຊາຣີອະຫ໌ ແລະ ເຫດການໃຫມ່ໆ ທີ່ບໍ່ເຄີຍເກິດຂຶ້ນມາກ່ອນ ເຮົາຄວນກ່າວເຖິງນັກວິຊາການໃນທາງທີ່ດີ ແລະ ຜູ້ໃດທີ່ກ່າວເຖິງພວກເຂົາໃນທາງລົບບໍ່ດີ ຖືວ່າບໍ່ໄດ້ດຳເນິນໃນແນວທາງອັນຖືກຕ້ອງ.
ອັລລໍຫ໌ໄດ້ກ່າວວ່າ : (ອັລລໍຫ໌ຈະຊົງຢົກຍ່ອງໃຫ້ກຽດແກ່ບັນດາຜູ້ສັດທາໃນໝູ່ພວກເຈົ້າ ແລະ ບັນດາຜູ້ໄດ້ຮັບຄວາມຮູ້ຫຼາຍຊັ້ນ ແລະ ອັລລໍຫ໌ຊົງຮອບຮູ້ຍິ່ງ ໃນສິ່ງທີ່ພວກເຈົ້າກະທຳ) [ສູເຣາະຫ໌ ອັລ-ມຸຈາດາລະຫ໌ : 11].
ຄຳຖາມທີ່ 35 : ໃຜຄືບັນດາ ເອົາລິຍາອຸລລໍຫ໌ (ຜູ້ໃກ້ຊິດ) ຂອງອັລລໍຫ໌?
ຄຳຕອບ: ເອົາລິຍາອະ ຄືບັນດາຜູ້ສັດທາຊົງທັມ ທີ່ປະຕິບັດຕາມສຸນນະຫ໌ຂອງທ່ານສາສະດາມຸຮຳມັດ ຂໍຄວາມສັນຕິ ແລະ ພອນຈາກອັລລໍຫ໌ຈົງມີແກ່ທ່ານ. ພຣະອົງອັລລໍຫ໌ໄດ້ກ່າວວ່າ: (ພຶງຊາບເຖີດວ່າ ແທ້ຈິງບັນດາຄົນທີ່ອັລລໍຫ໌ຮັກນັ້ນ ບໍ່ມີຄວາມຫວາດກົວໃດໆ ແກ່ພວກເຂົາ ແລະ ພວກເຂົາຈະບໍ່ເສົ້າໂສກເສຍໃຈ 62 , ຄືບັນດາຜູ້ສັດທາ ແລະ ພວກເຂົາມີຄວາມຢຳເກຼງ 63) [ສູເຣາະຫ໌ ຍູນຸສ : 62-63].
ຄຳຖາມທີ່ 36 : ການເຊື່ອສັດທານັ້ນ ລວມເຂົ້າດ້ວຍກັບຄຳເວົ້າ ແລະ ການກະທຳຫຼືບໍ່?
ຄຳຕອບ: ການສັດທາຄື ຄຳເວົ້າ ປະຕິບັດ ເຊື່ອໝັ່ນ.
- ນັ້ນກໍ່ຄື ໂດຍຄຳເວົ້າມາຈາກລິ້ນ, ເຊື່ອໝັ່ນດ້ວຍຫົວໃຈ, ແລະ ການກະທຳປະຕິບັດອອກມາຜ່ານອະໄວຍາວະຮ່າງກາຍ.
- ໃນລາຍງານຫະດິຊ ຈາກທ່ານອະບູ ຮຸຣອຍເຣາະຫ໌ ຣໍດີຍັລລໍຮຸ ອັນຮຸ, ຈາກທ່ານນະບີຊັລລັລລໍຮຸ ອະໄລຮິ ວະສັລລຳ ກ່າວວ່າ: << ຄວາມເຊື່ອສັດທານັ້ນແບ່ງອອກເປັນ ເຈັດສິບ ຫຼື ຫົກສິບ ຂະແໜ່ງ, ແລະ ໜຶ່ງໃນນັ້ນທີ່ມີຄວາມປະເສິດດີທີ່ສຸດແມ່ນ ການກ່າວ: ລາອີລາຮະ ອິລລັລລໍຫ໌, ແລະ ສິ່ງທີ່ຕ່ຳທີ່ສຸດ ຄືການຂະຈັດອັນຕະລາຍອອກຈາກທ້ອງຖະນົນ, ແລະ ຄວາມລະອາຍໃຈນັ້ນ ເປັນສ່ວນໜຶ່ງຂອງຄວາມສັດທາ>>
ຄຳຖາມທີ່ 37 : ຄວາມສັດທານັ້ນ ສາມາດເພິ່ມຂຶ້ນ ແລະ ລົດລົງ ຫຼືບໍ່?
ຄຳຕອບ: ຄວາມເຊື່ອສັດທານັ່ນ ຈະເພິ່ມຂຶ້ນດ້ວຍການເຊື່ອຟັງຕໍ່ອັລລໍຫ໌ ແລະ ຈະລົດລົງດ້ວຍການຝ່າຝືນຄຳຕໍ່ອັລລໍຫ໌.
ອັລລໍຫ໌ໄດ້ກ່າວວ່າ : (ແທ້ຈິງບັນດາຜູ້ສັດທານັ້ນ ຄື ຜູ້ທີ່ເມື່ອອັລລໍຫ໌ຖືກກ່າວຂຶ້ນແລ້ວ ຫົວໃຈຂອງພວກເຂົາກໍ່ຫວັ່ນເກຼງ ແລະ ເມື່ອບັນດາໂອງການຂອງພຣະອົງຖືກອ່ານແກ່ພວກເຂົາ ໂອງການເຫຼົ່ານັ້ນກໍ່ເພິ່ມພູນຄວາມສັດທາແກ່ພວກເຂົາ ແລະ ສຳຫຼັບພຣະເຈົ້າຂອງພວກເຂົານັ້ນ ຄືບ່ອນທີ່ພວກເຂົາມອບໝາຍກັນ) [ສູເຣາະຫ໌ ອັນຟານ : 2].
ຄຳຖາມທີ່ 38 : ອັລ-ອິຫ໌ຊານ (ຄວາມດີ) ໝາຍຫຍັງ?
ຄຳຕອບ: ຄືການເຄົາລົບພັກດີຕໍ່ອັລລໍຫ໌ປຽບດັງວ່າເຈົ້ານັ້ນເຫັນອັລລໍຫ໌, ແຕ່ຖ້າຫາກຄຶດວ່າບໍ່ເຫັນອັລລໍຫ໌; ກໍ່ໃຫ້ຄິດວ່າອັລລໍຫ໌ກຳລັງເບິ່ງເຈົ້າຢູ່.
ຄຳຖາມທີ່ 39 : ເມື່ອໃດການງານທີ່ປະຕິບັດຈະຖືກຕອບຮັບຈາກອັລລໍຫ໌?
ຄຳຕອບ: ການງານຈະຖືກຕອບຮັບກໍ່ດ້ວຍກັບສອງເງື່ອນໄຂຕໍ່ໄປນີ້:
1. ການງານນັ້ນຈະຕ້ອງມີຄວາມບໍລິສຸດຈິງໃຈຕໍ່ອັລລໍຫ໌ຢ່າງແທ້ຈິງ
2. ການງານນັ້ນຈະຕ້ອງຖືກຕ້ອງຕາມແບບຢ່າງຂອງທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ.
ຄຳຖາມທີ່ 40 : ການຕະວັກກັລ ຕໍ່ອັລລໍຫ໌ແມ່ນຫຍັງ?
ຄຳຕອບ: "ຕະວັກກັລ" ຄືການເພິ່ງພາຕໍ່ອັລລໍຫ໌ ໃນການໃຫ້ຄຸນປະໂຫຍດ ແລະ ປົກປ້ອງຈາກອັນຕະລາຍ ທີ່ອາດຈະເກິດຂຶ້ນໂດຍສາເຫດຕ່າງໆ.
ອັລລໍຫ໌ໄດ້ກ່າວວ່າ : (ແລະຜູ້ໃດມອບໝາຍແດ່ອັລລໍຫ໌ ພຣະອົງກໍ່ຈະຊົງພໍພຽງແກ່ເຂົາ) [ສູເຣາະຫ໌ ອັດຕໍລາກ :3]
(ຄຳວ່າຮັສບຸຮຸ) : ກໍ່ຄື ພຽງພໍສຳຫຼັບເຂົາ.
ຄຳຖາມທີ່ 41 : ໜ້າທີ່ໃນການສັ່ງໃຊ້ໃຫ້ເຮັດຄວາມດີ ແລະ ຫັກຫ້າມການກະທຳຄວາມຊົ່ວແມ່ນຫຍັງ?
ຄຳຕອບ: ຄຳວ່າຄວາມດີ ໝາຍເຖິງ: ການກະຕຸ້ນໃຫ້ຜູ້ຄົນປະຕິບັດທຸກສິ່ງທີ່ເປັນການເຊື່ອຟັງຕໍ່ອັລລໍຫ໌. ຄຳວ່າຄວາມຊົ່ວ ໝາຍເຖິງ: ການຫ້າມປາມຜູ້ຄົນຈາກການເຮັດບາບທີ່ເປັນການບໍ່ເຊື່ອຟັງອັລລໍຫ໌.
ອັລລໍຫ໌ໄດ້ກ່າວວ່າ : (ພວກເຈົ້ານັ້ນເປັນປະຊາຊາດທີ່ດີຍິ່ງ ເຊິ່ງຖືກໃຫ້ອຸບັດຂຶ້ນສຳຫຼັບມະນຸດຊາດ ໂດຍທີ່ພວກເຈົ້າໃຊ້ໃຫ້ປະຕິບັດສິ່ງທີ່ເປັນຄວາມດີ ແລະ ຫ້າມບໍ່ໃຫ້ປະຕິບັດສິ່ງທີ່ບໍ່ດີຊົ່ວ ແລະ ສັດທາຕໍ່ອັລລໍຫ໌) [ສູເຣາະຫ໌ ອະລາອີມຣອນ: 110]
ຄຳຖາມທີ່ 42 : ໃຜຄືກຸ່ມ ອະຫ໌ລຸສ-ສຸນນະຫ໌ ວັລຈະມາອະຫ໌?
ຄຳຕອບ: ພວກເຂົາຄືຜູ້ທີ່ຍຶດມັ່ນໃນຫົນທາງຂອງທ່ານສາສະດາ (ຂໍຄວາມສັນຕິສຸກເຈົ້າມີແດ່ທ່ານ) ແລະ ບັນດາຊໍຮາບະຫ໌ ທັ້ງໃນຄຳເວົ້າ ການກະທຳ ແລະ ຄວາມເຊື່ອ.
-ທີ່ຖືກຮຽກວ່າ "ອະຫ໌ລຸສ-ສຸນນະຫ໌: ເພາະວ່າພວກເຂົາປະຕິບັດຕາມສຸນນະຫ໌ແບບຢ່າງຂອງທ່ານນະບີ ແລະ ລະຖິ້ມຫຼີກລ່ຽງການກະທຳສິ່ງໃຫມ່ໆໃນສາສະໜາ ບິດອະຫ໌.
"ອັລ-ຈະມາອະຫ໌" (ກຸ່ມ) ໝາຍເຖິງຄວາມຈິງທີ່ວ່າພວກເຂົາລວມຕົວກັນຢູ່ບົນຄວາມຈິງ ແລະ ບໍ່ແຕກແຍກອອກຈາກກັນໃນເລື່ອງນັ້ນ.
- ທ່ານນະບີໄດ້ກ່າວໄວ້ວ່າ: << ລູກຫຼານຂອງບະນີອິສຣໍອີລ ໄດ້ແຕກອອກເປັນເຈັດສິບສອງກຸ່ມ ແລະ ປະຊາຊາດຂອງຂ້ອຍຈະຖືກແບ່ງອອກເປັນເຈັດສິບສາມກູ່ມ ທັ້ງໝົດຈະຢູ່ໃນນະລົກ ຢົກເວັ້ນກຸ່ມໜຶ່ງເທົ່ານັ້ນ>>. ພວກເຂົາຖາມວ່າ: ກຸ່ມໃດຫຼື ທ່ານສາສະນະທູດຂອງອັລລໍຫ໌? ທ່ານກ່າວວ່າ: << ຄືກຸ່ມທີ່ຍຶດມັ່ນໃນສິ່ງທີ່ຂ້ອຍ ແລະ ບັນດາຊໍຮາບະຫ໌ຂອງຂ້ອຍຍຶດໝັ່ນຢູ່>>
ພາກວິຊາ ຟີກຮ໌
ສາດຄວາມຮູ້ດ້ານວິຊາຟິກຮ໌:
ວິຊາຟິກຮ໌: ເປັນສາດຄວາມຮູ້ກ່ຽວຂ້ອງກັບບົດບັນຍັດທາງກົດເກນຫຼັກປະຕິບັດ ເຊັ່ນ ເລື່ອງຄວາມສະອາດ ການສຳລະລ້າງທາງພິທິກຳສາສະໜາ ການລະໝາດ ການບໍລິຈາກ ການຖືສິນອົດ ການປະກອບພິທິຮັຈ ການຈິຮາດ ລວມເຖິງກົດເກນອື່ນ ໆ .
ຄຳຖາມທີ່ 1: ຄວາມສະອາດແມ່ນຫຍັງ?
ຄຳຕອບ : ຕໍຮາເຣາະຫ໌ ໝາຍເຖິງການສຳລະລ້າງຈາກ ຮະດັຊ, ແລະ ການຈຳກັດ ຄໍບັຊ. ເວົ້າກໍ່ຄື : ການຈຳກັດສິ່ງໃດກໍ່ຕາມທີ່ເປັນອຸປະສັກຕໍ່ການລະຫມາດ.
ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ກ່າວວ່າ: << ຄວາມສະອາດຄືກະເເຈໄຂສູ່ການລະຫມາດ >>
ການສຳລະລ້າງຈາກຄໍບັຊ ໝາຍເຖິງ: ການທີ່ມຸສລິມກຳຈັດສິ່ງສົກກະປົກທີ່ເປັນວັດຖຸອອກຈາກຮ່າງກາຍ ເສື້ອຜ້າ ຫຼື ສະຖານທີ່ໃຊ້ເຮັດລະຫມາດ.
ການສຳລະລ້າງຮາດັຊ ໝາຍເຖິງ: ການເຮັດວຸດູ (ການລ້າງບາງສ່ວນຂອງຮ່າງກາຍ) ຫຼື ການອາບນ້ຳທົ່ວທັ່ງຕົວ, ດ້ວຍນ້ຳທີ່ສະອາດ ຫຼື ການເຮັດຕະຍຳມຸມ (ການສຳລະລ້າງແບບແຫ້ງ) ໃນກໍລະນີທີ່ບໍ່ມີນ້ຳ ຫຼື ບໍ່ສາມາດໃຊ້ນ້ຳໄດ້.
ຄຳຖາມທີ່ 2 : ເມື່ອມີນາຍິສສິ່ງສົກກະປົກມາແປດເປື່ອນໂຕ ຈະຕ້ອງລ້າງແບບໃດ?
ຄຳຕອບ: ລ້າງດ້ວຍນ້ຳຈົນກວ່າຈະສະອາດ. ສ່ວນສິ່ງທີ່ຫມາເລຍນັ້ນ, ໃຫ້ລ້າງດ້ວຍນ້ຳເຈັດຮອບ ແລະ ລ້າງດ້ວຍນ້ຳຂີ້ເຖົ່າໜຶ່ງຮອບ.
ທ່ານອາບີຮູຣອຍເຣາະຫ໌ ຂໍອັລລໍຫ໌ໂປດປານຕໍ່ທ່ານ ໄດ້ລາຍງານວ່າ: ທ່ານນະບີມຸຮຳມັດໄດ້ກ່າວວ່າ: << ການສຳລະລ້າງພາຊານະຄົນໜຶ່ງໃນພວກທ່ານ ຫາກຫມາເລ່ຍ ຄືໃຫ້ລ້າງນ້ຳເຈັດຄັ້ງ ຄັ້ງທຳອິດແມ່ນໃຫ້ລ້າງດ້ວຍນ້ຳຂີ້ເຖົ່າ >>
ຄຳຖາມທີ່ 3: ຄວາມປະເສິດຂອງການເອົານ້ຳວຸດຸ (ອາບນ້ຳລະຫມາດ) ແມ່ນຫຍັງ?
ຄຳຖາມທີ່ 4: ຈະອາບນ້ຳລະຫມາດຕ້ອງເຮັດແບບໃດ?
ຄຳຕອບ: ດ້ວຍການລ້າງຝ່າມືສາມເທື່ອ. ແລ້ວບ້ວນປາກ ສູດນ້ຳເຂົ້າຫູດັງ ແລະ ສັ່ງນ້ຳມູກ ໃຫ້ເຮັດສາມເທື່ອ.
- ການບ້ວນປາກ : ໃຫ້ເອົານ້ຳເຂົ້າປາກ ບ້ວນນ້ຳໃນປາກແລ້ວຄາຍອອກ.
- ການສູດນ້ຳເຂົ້າດັງ : ການສູດນ້ຳເຂົ້າດັງດ້ວຍການສູດອາກາດ ໂດຍໃຊ້ມືຂວາ.
- ການສັ່ງນ້ຳມູກ : ມັນຄືການນຳນ້ຳອອກຈາກຫູດັງ ຫຼັງຈາກການສູດເຂົ້າ ໂດຍໃຊ້ມືຊ້າຍ.
- ຫຼັງຈາກນັ້ນໃຫ້ລ້າງໜ້າ ສາມເທື່ອ.
-ຫຼັງຈາກນັ້ນໃຫ້ລ້າງແຂນທັ້ງສອງຈົນຮອດຂໍ້ສອກ ສາມເທື່ອ.
ຈາກນັ້ນໃຫ້ເສັດຜົມໂດຍໃຊ້ທັ້ງສອງມືລູບແຕ່ທາງຫນ້ນຈົນຮອດດ້ານຫລັງແລ້ວລູບຂື້ນກັບມາທາງຫນ້າ ແລ້ວເສັດຫູ
ຈາກນັ້ນໃຫ້ລ້າງຕີນຈົນທົ່ວຕາຕຸ້ມສາມເທື່ອ
ນີ້ຄືສິ່ງທີ່ສົມບູນທີ່ສຸດ ແລະ ໄດ້ຮັບການຍືນຍັນຈາກທ່ານສາດສະດາມຸຮຳມັດ ﷺ ໃນຫະດິຊທີ່ປະກົດໃນບຸກຄໍຣີ ແລະ ມຸສລິມ ເຊິ່ງຖືກຖ່າຍທອດໂດຍອຸສມານ ອັບດຸລລໍຫ໌ ບິນ ໄຊດ໌ ແລະ ບຸກຄົນອື່ນ ໆ, ແລະ ຢັງໄດ້ຮັບການຢືນຍັນຈາກທ່ານສາສະດາໃນບຸກຄໍຣີ ແລະ ແຫຼ່ງອື່ນໆ ອີກນຳ. "ແທ້ຈິງທ່ານໄດ້ອາບນ້ຳລະຫມາດເທື່ອດຽວ ໆ ແລະ ທ່ານໄດ້ອາບນ້ຳລະຫມາດສອງເທື່ອໆ " ໝາຍເຖິງ: ທ່ານລ້າງວະໄວຍາວະແຕ່ລະສ່ວນຂອງອາບນ້ຳລະຫມາດ ໜຶ່ງເທື່ອ ຫຼື ສອງເທື່ອ.
ຄຳຖາມທີ່ 5: ແມ່ນຫຍັງຄືຂໍ້ບັງຄັບໃນການອາບນ້ຳລະຫມາດ? ແລະ ຫຍັງແດ່?
ຕອບ: ສິ່ງເຫຼົ່ານັ້ນຄື ການອາບນ້ຳລະຫມາດຂອງມຸສລິມຈະບໍ່ຖືກຕ້ອງ ຫາກຕົກຂາດຂໍ້ໃດຂໍ້ຫນຶ່ງ.
1. ການລ້າງໃບຫນ້າ, ເຊິ່ງລວມເຖິງການບ້ວນປາກ ແລະ ສູດນ້ຳເຂົ້າຫູດັງ.
2. ການລ້າງມືທັ້ງສອງຈົນຮອດຂໍ້ສອກທັ້ງສອງ.
3. ການເຊັດຫົວ ແລະ ລວມເຖິງໃບຫູທັ້ງສອງ.
4. ການລ້າງຕີນທັ້ງສອງ ຈົນຮອດຕາຕຸ່ມທັ້ງສອງ.
5. ເຮັດຕາມລຳດັບລະຫວ່າງອະໄວຍາວະ, ໂດຍໃຫ້ລ້າງຫນ້າ, ຕາມດ້ວຍລ້າງແຂນທັ້ງສອງ, ຕາມດ້ວຍເຊັດຫົວ, ແລ້ວລ້າງຕີນທັ້ງສອງ.
ອັລລໍຫ໌ໄດ້ກ່າວວ່າ: (ໂອ້ ບັນດາຜູ້ສັດທາທັ້ງຫຼາຍ ເມື່ອພວກເຈົ້າຢື່ນຂຶ້ນຈະໄປລະຫມາດ ກໍ່ຈົງລ້າງໜ້າຂອງພວກເຈົ້າ ແລະ ມືຂອງພວກເຈົ້າຮອດຂໍ້ສອກ ແລະ ຈົງລູບຫົວພວກຂອງເຈົ້າ ແລະ ລ້າງຕີນຂອງພວກເຈົ້າຮອດຕາຕຸ່ມທັ້ງສອງ) (ສູເຣາະຫ໌ອັລ-ມາອິດະຫ໌ :6)
6. ຄຳວ່າ "ອັລມຸວາລາຕຸ" ໝາຍເຖິງ ການອາບນ້ຳລະຫມາດ ຫຼື ເຮັດວຸດຸ ໃນຊ່ວງເວລາຕໍ່ເນື່ອງ ໂດຍບໍ່ມີການຢຸດພັກລະຫວ່າງການລ້າງອະໄວຍາວະຈົນກວ່າຈະບໍ່ມີນ້ຳເຫຼືອຢູ່ບົນຜິວໜັງ(ແຫ້ງໄປ). ຫາກເຮັດການອາບນ້ຳລະຫມາດ ຫຼື ວຸດຸ ແຕ່ບາງສ່ວນແລ້ວຢຸດໄປເຮັດກິດຈະກຳແນວອື່ນ ແລ້ວກັບມາເຮັດສ່ວນທີ່ເຫຼືອໃນພາບຫຼັງໂດຍບໍ່ເຮັດໃຫ້ເເລ້ວພາຍໃນເວລາຕໍ່ເນື່ອງ ການອາບນ້ຳວຸດຸແບບນີ້ຈະບໍ່ຖືກຕ້ອງ ແລະ ບໍ່ສົມບູນ.
ຈາກຮະດິຊ: "ທ່ານນະບີ (ຊໍລັລລໍຯ) ໄດ້ເຫັນຊາຍຄົນໜຶ່ງກຳລັງລະຫມາດ ແລະ ຢູ່ຫຼັງຕີນຂອງລາວມີຈຸດແຫ້ງຂະນາດເທົ່າກັບລຽນດິຣຫັມ ເຊິ່ງບໍ່ຖືກນ້ຳຈາກການອາບນ້ຳວຸດຸ ທ່ານນະບີຈຶ່ງສັ່ງໃຫ້ລາວເຮັດນ້ຳລະຫມາດໃຫມ່ ແລະ ລະຫມາດໃຫມ່".
ຄຳຖາມທີ່ 6: ແມ່ນຫຍັງຄືສຸນນະຫ໌ໃນການອາບນ້ຳລະຫມາດ? ມີຫຍັງແດ່?
ຄຳຕອບ: ສຸນນະຫ໌ໃນການອາບນ້ຳລະຫມາດ, ຄືການກະທຳທີ່ຖ້າຫາກຜູ້ເອົານ້ຳລະຫມາດເຮັດມັນ ລາວຈະໄດ້ຮັບລາງວັນ ແລະ ຜົນຕອບແທນທີ່ຫຼາຍຂຶ້ນ ແລະ ຜູ້ເຮັດນ້ຳລະຫມາດລະເວັ້ນມັນ ກໍ່ບໍ່ມີບາບ ແລະ ການລະຫມາດຂອງລາວກໍ່ຢັງສົມບູນ.
1. ການກ່າວ: بسم الله ບິສມິລລາຫ໌. ຫຼັກຖານຈາກຮະດິຊ: "ບໍ່ມີການອາບນ້ຳລະຫມາດ ສຳຫຼັບຜູ້ໃດທີ່ບໍ່ໄດ້ກ່າວພຣະນາມຂອງອັລລໍຫ໌"
2. ການໃຊ້ໄມ້ສິວາກ. ຈາກລາຍງານຮະດິຊ: "ຖ້າຫາກບໍ່ເປັນການລຳບາກແກ່ປະຊາຊາດຂອງຂ້ອຍແລ້ວ, ຂ້ອຍຈະສັ່ງໃຊ້ໃຫ້ພວກເຂົາໃຊ້ໄມ້ສິວາກທຸກຄັ້ງຕອນເຮັດນ້ຳລະຫມາດ"
3. ລ້າງຝ່າມືທັ້ງສອງ.
4. ສອດນິ້ວມືເຂົ້າຫາກັນ. ຫຼັກຖານຈາກຮະດິຊ: "ການເຮັດນ້ຳລະຫມາດໃຫ້ສົມບູນ, ສອດນິ້ວມືລະຫວ່າງນິ້ວ, ແລະ ໃຫ້ເຮັດການສູດນ້ຳເຂົ້າດັງໃຫ້ຫຼາຍ ເວັ້ນແຕ່ເຈົ້າກຳລັງຖືສິນອົດ"
5. ລ້າງນ້ຳສອງເທື່ອ ຫຼື ສາມເທື່ອຕາມອະໄວຍາວະຕ່າງໆ.
6. ເລິ່ມທຸກຄັ້ງດ້ວຍເບື້ອງຂວາ. ຈາກຫະດິຊ: ລາຍງານຈາກແມ່ຂອງບັນດາຜູ້ສັດທາ ອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ໄດ້ກ່າວວ່າ: "ທ່ານນະບີມຸຮຳມັດ (ຊໍລລັລລໍຮຸ ອະໄລຮິ ວະຊັລສຳ) ທ່ານມັກການເລິ່ມຕົ້ນດ້ວຍເບື້ອງຂວາ ໃນການໃສ່ເກີບ, ການຫວີຜົມ, ແລະ ການເຮັດຄວາມສະອາດ (ເຮັດນ້ຳລະຫມາດ) ແລະ ໃນທຸກເລື່ອງຂອງທ່ານ"
7. ກ່າວບົດດຸອາ ຫຼັງຈາກເຮັດນ້ຳລະຫມາດ: "ອັຊຮາດະ ອັນລາ ອິລາຮະ ອັລລັລລໍຫ໌ , ວະຫ໌ດາຮູ ລາຊະຣີ ກາລະຫ໌ , ວະອັຊຮາດຸ ອັນນາ ມຸຮຳມະດັນ ອັບດຸຮຸ ວະຣໍສູລຸຮຸ".
8. ລະຫມາດສອງຣໍກະອັດຫຼັງຈາກເຮັດນ້ຳລະຫມາດ. ຫຼັກຖານຈາກຮະດິຊ: "ໃຜທີ່ເຮັດນ້ຳລະຫມາດຕາມວິທີເຮັດນ້ຳລະຫມາດຂອງຂ້ອຍ (ທ່ານນະບີ) ແລ້ວລະຫມາດສອງຣໍກະອັດ ໂດຍບໍ່ຄິດສິ່ງໃດໃນລະຫວ່າງນັ້ນ ພຣະອົງຈະຊົງອະໄຜລົບລ້າງບາບຂອງເພິ່ນທີ່ຜ່ານມາ"
ຄຳຖາມທີ່ 7: ເເມ່ນຫຍັງທີ່ເຮັດໃຫ້ນ້ຳລະຫມາດເສຍ?
ຕອບ: -ສິ່ງທີ່ອອກຈາກຮູທັ້ງສອງ : ອະໄວຍາວະເພດ ແລະ ທະວານໜັກ, ກໍ່ຄືປັດສະວະ, ອຸດຈະລະ, ຫຼື ຕົດ.
- ການນອນລັບສະນິດ, ເປັນບ້າ, ຫຼື ສະລົບໝົດສະຕິ. ຈາກຫຼັກຖານຫະດິຊ: "ດວງຕາເປັນເຊືອກທີ່ມັດທະວານໜັກ, ດັງນັ້ນຜູ້ໃດນອນຫຼັບ ຈົ່ງເຮັດນ້ຳລະຫມາດໃຫມ່"
- ກິນຊີ້ນອູດ. ມີຊາຍຜູ້ໜຶ່ງໄດ້ຖາມທ່ານນະບີວ່າ: ຂ້ອຍຕ້ອງເຮັດລະຫມາດໃຫມ່ບໍ່ ຫຼັງຈາກກິນຊິ້ນອູດ? ທ່ານກ່າວວ່າ: "ແມ່ນ".
- ສຳຜັດອະໄວຍາວະເພດ ຫຼື ທະວານໜັກ ໂດຍບໍ່ມີສິ່ງກີດຂວາງ. ຫຼັກຖານຈາກຮະດິຊ: "ໃຜສຳຜັດຖືກອະໄວຍາລະເພດຂອງລາວ ຈົ່ງອາບນ້ຳລະຫມາດໃຫມ່"
ຄຳຖາມທີ່ 8 : ການເຮັດຕະຍຳມຸມ ແມ່ນຫຍັງ?
ຄຳຕອບ: ການເຮັດຕະຍຳມຸມຄື: ການໃຊ້ດິນຂີ້ຝຸ່ນ ຫຼື ສິ່ງອື່ນໆ ຈາກດິນຝຸ່ນທີ່ສະອາດ ເມື່ອບໍ່ມີນ້ຳ ຫຼື ບໍ່ສາມາດຖືກນ້ຳໄດ້.
ອັລລໍຫ໌ໄດ້ກ່າວວ່າ: ( ແລ້ວຖ້າວ່າພວກເຈົ້າບໍ່ພົບນ້ຳ ກໍ່ຈົ່ງມຸ່ງສູ່ດິນທີ່ດີ ແລ້ວຈົ່ງລູບໃນໜ້າຂອງພວກເຈົ້າ ແລະ ມືຂອງພວກເຈົ້າ ແທ້ຈິງອັລລໍຫ໌ເປັນຜູ້ຊົງອະໄພ ຜູ້ຊົງຍົກໂທດສະເໝີ) (ສູເຣາະຫ໌ ນິຊາ: 43)
ຄຳຖາມທີ່ 9: ຕະຍຳມຸມເຮັດແນວໃດ?
ຕອບ: ຕົບດິນຝຸ່ນໜຶ່ງຄັ້ງ ດ້ວຍຝ່າມືທັ້ງສອງ, ແລະ ລູບໃບໜ້າໃຫ້ທົ່ວ ແລະ ລູບແຂນ ເທື່ອດຽວ.
ຈາກຄຳກ່າວຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລສຳ ແກ່ ອຳມັຣ ບິນ ຍາຊິຣ ຣໍດິຍັລລໍຮຸ ອັນຮຸ ວ່າ: "ເເທ້ຈິງ ເທົ່ານີ້ກໍ່ພຽງພໍສຳຫຼັບທ່ານແລ້ວ". ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ຕົບມືທັ້ງສອງຂອງທ່ານລົງພື້ນດິນ ແລ້ວເປົ່າຝຸ່ນອອກຈາກມືທັ້ງສອງ ຈາກນັ້ນກໍ່ລູບເຊັດໃບ້ຫນ້າ ແລະ ມືທັ້ງສອງຂອງທ່ານ.
ຄຳຖາມທີ່ 10: ສິ່ງໃດທີ່ເຮັດໃຫ້ຕະຍຳມຸມເສຍ?
ຕອບ: -ທຸກຢ່າງທີ່ເຮັດໃຫ້ເສຍນ້ຳລະຫມາດ ກໍ່ເຮັດໃຫ້ເສຍຕະຍຳມຸມ.
- ເມື່ອພົບວ່າມີນ້ຳ.
ຄຳຖາມທີ່ 11 : "ອັລຄຸຟ" ແລະ "ອັລເຈົາບານ" ແມ່ນຫຍັງ?, ແລ້ວສາມາດລູບເຊັດມັນໄດ້ບໍ່?
ຕອບ: - ອັລຄຸຟ ໝາຍເຖິິງ: ສິ່ງທີ່ສວມໃສ່ທີ່ເຮັດຈາກຫນັງ.
- ອັລເຈົາບານ ໝາຍເຖິງ : ຖົງຕີນທີ່ສວມໃສ່ທີ່ບໍ່ໄດ້ເຮັດຈາກຫນັງ.
ຫຼັກສາສະໜາອະນຸຍາດໃຫ້ລູບເຊັດທັ້ງສອງສິ່ງໄດ້ ໂດຍບໍ່ຕ້ອງລ້າງຕີນທັ້ງສອງ.
- ຈາກຫະດິຊ ຂອງທ່ານມຸກິເຣາະຫ໌ ບິນ ຊວັະບະຫ໌ ຣໍໍດີຍັລລໍຮຸ ອັນຮຸ, ແທ້ຈິງທ່ານຣໍສູລ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ເຮັດນ້ຳລະຫມາດ, ແລະ ທ່ານໄດ້ລູບເຊັດຖົງຕີນທັ້ງສອງ.
-ແລະ ໃນບັນທຶກຂອງອັລ-ບຸກຄໍຣີ ແລະ ມຸສລິມ: ທ່ານໄດ້ເຮັດນ້ຳລະຫມາດ, ແລະໄດ້ລູບເຊັດບົນຖົງຕີນທັ້ງສອງ.
ຄຳຖາມທີ່ 12: ຫຼັກການຂອງການລູບເຊັດ ຄຸຟໄຟນ໌ (ຖົງຕີນ) ແມ່ນຫຍັງ?
ຄຳຕອບ: ເປັນການອະລຸມອະລວຍ ແລະ ການລົດຄວາມລຳບາກໃຫ້ແກ່ຜູ້ຄົນ, ໂດຍສະເພາະແມ່ນໃນຊ່ວງເວລາທີ່ອາກາດຫນາວ ລະດູໜາວ ແລະ ຊ່ວງເດິນທາງ, ເຊິ່ງການປົດສິ່ງທີ່ຢູ່ກັບເທົ້າອາດຈະກໍ່ໃຫ້ເກິດຄວາມຍາກລຳບາກ. ອັລລໍຫ໌ໄດ້ກ່າວວ່າ: (ພຣະອົງຊົງປະສົງໃຫ້ມີຄວາມສະດວກແກ່ພວກເຈົ້າ ແລະ ບໍ່ຊົງໃຫ້ມີຄວາມລຳບາກແກ່ພວກເຈົ້າ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:185].
ຄຳຖາມທີ່ 13: ເງື່ອນໄຂຂອງຄວາມຖືກຕ້ອງໃນການເຊັດເຖິງຖົງຕີນແມ່ນຫຍັງ?
ຕອບ: 1. ຈະຕ້ອງສ່ວມໃສ່ຖົງຕີນໃນຂະນະທີ່ສະອາດ, ກໍ່ຄືສ່ວມໃສ່ຫຼັງຈາກອາບນ້ຳລະຫມາດ.
ໂດຍຈາກຫະດິຊ ອັລ-ມຸກິເຣາະຫ໌ ຣໍດິຍັລລໍຮຸ ອັນຮຸ ກ່າວວ່າ: ມີຢູ່ເທື່ອໜຶ່ງລາວໄດ້ເດິນທາງກັບທ່ານນະບີ, ໃນຂະນະທີ່ຂ້ອຍກຳລັງກົ້ມລົງເພື່ອທີ່ຈະປົດຖົງຕີນໃຫ້ທ່ານຢູ່ນັ້ນ, ທ່ານໄດ້ກ່າວວ່າ: "ປ່ອຍໄວ້ເຖິດ ເພາະຂ້ອຍສວມມັນ ໃນຂະນະທີ່ເທົ້າສະອາດແລ້ວ" ຈາກນັ້ນທ່ານກໍ່ລູບເຊັດເຖິງຖົງຕີນທັ້ງສອງ.
2. ຖົງຕີນຕ້ອງສະອາດ ບໍ່ອະນຸຍາດໃຫ້ລູບເຊັດຫາກສິ່ງນັ້ນບໍ່ສະອາດມີນາຈິສ.
3. ຖົງຕີນຕ້ອງປົກປິດບໍລິເວນທີ່ຈຳເປັນຕ້ອງລ້າງໃນການອາບນ້ຳລະຫມາດ.
4. ການລູບເຊັດຕ້ອງຢູ່ໃນລະຍະເວລາທີ່ກຳໜົດ, ສຳຫຼັບຜູ້ພຳນັກທີ່ບໍ່ໄດ້ເດິນທາງ ແມ່ນ: ໜຶ່ງມື້ໜຶ່ງຄືນ, ແລະ ສຳຫຼັບຜູ້ເດິນທາງ ແມ່ນ: ສາມມື້ສາມຄືນ.
ຈາກຫຼັກຖານຫະດິຊຂອງທ່ານອາລີ ຣໍດິຍັລລໍຮຸ ອັນຮຸ: ທ່ານສາສະນະທູດ ມຸຮຳມັດ (ຊໍລລັລລໍຮຸ ອະໄລຮິ ວະສັລລຳ) ກຳໜົດສາມມື້ສາມຄືນ ສຳຫຼັບຜູ້ເດິນທາງ ແລະ ໜຶ່ງມື້ໜຶ່ງຄືນ ສຳຫຼັບຜູ້ພຳນັກ.
ຄຳຖາມທີ່ 14 : ການເຊັດລູບຖົງຕີນມີວິທີການເຮັດແນວໃດ?
ຕອບ : ວິທີການ ເຊັດເທົ້າຕີນ ແມ່ນ: ໃຫ້ໃຊ້ປາຍນິ້ວມືທີ່ປຽກນ້ຳ ວາງບົນປາຍນິ້ວເທົ້າ ແລ້ວລູບຂຶ້ນໄປຮອດໜ້າແຂ້ງ, ໂດຍເຊັດຕີນຂວາດ້ວຍມືຂວາ ແລະ ຕີນຊ້າຍດ້ວຍມືຊ້າຍ ແລະ ໃຫ້ແຍກນິ້ວມືຂະນະເຊັດ ແລະ ບໍ່ຕ້ອງເຊັດຊ້ຳອີກເທື່ອ.
ຄຳຖາມທີ່ 15: ສິ່ງໃດທີ່ເຮັດໃຫ້ການເຊັດຖົງຕີນຕົກຂາດໄປ?
ຄຳຕອບ: 1. ຄົບກຳໜົດລະຍະເວລາການເຊັດ, (ເຊັດຖົງຕີນ/ເກີບ) : ບໍ່ອະນຸຍາດໃຫ້ເຊັດບົນຖົງຕີນ ຫຼື ເກີບຫຼັງຈາກໝົດລະຍະເວລາທີ່ສາສະໜາກຳໜົດໄວ້ ໄດ້ແກ່ : ໜຶ່ງມືໜຶ່ງຄືນສຳຫຼັບຜູ້ພຳນັກ (ບໍ່ໄດ້ເດິນທາງ) ແລະ ສາມມືສາມຄືນສຳຫຼັບຜູ້ເດີນທາງ.
2. ການປົດຖົງຕີນ (ຫຼື ເກີບ): ຫາກບຸກຄົນໃດປົດຖົງຕີນທັ້ງສອງຂ້າງ ຫຼື ຂ້າງໃດຂ້າງໜຶ່ງ ຫຼັງຈາກເຊັດມັນແລ້ວ, ການເຊັດບົນຖົງຕີນນັ້ນຖືວ່າເປັນໂມຂະ (ໃຊ້ບໍ່ໄດ້ອີກຕໍ່ໄປ).
ຄຳຖາມທີ່ 16: ປະໂຫຍດຂອງການລະຫມາດມີຫຍັງແດ່?
ຄຳຕອບ: ລາຍງານຈາກທ່ານອາບູ ຫູຣອຍເຣາະຫ໌ ຣໍດີຢັລລໍອັນຮຸ ເລົ່າວ່າ: ທ່ານຣໍສູລຸລລໍຫ໌ ﷺ ກ່າວວ່າ: «ພວກທ່ານເຫັນວ່າແນວໃດແດ່ ຫາກຫນ້າບ້ານຂອງຄົນໃດຄົນໜຶ່ງມີແມ່ນ້ຳໄຫຼຢູ່ ແລ້ວເຂົາກໍ່ອາບໃນແມ່ນ້ຳນັ້ນມື້ລະ 5 ເວລາ, ຈະມີສິ່ງສົກກະປົກເຫຼືອຢູ່ອີກບໍ່? ». ບັນດາຊໍຮາບະຫ໌ ຕອບວ່າ: ແນ່ນອນ ບໍ່ມີສິ່ງສົກປົກເຫຼືອໄວ້ເລີຍ. ທ່ານຈຶ່ງກ່າວວ່າ : «ເຊັ່ນນັ້ນແຫລະ ການລະໝາດທັ້ງ 5 ເວລາ ອັລລໍຫ໌ຊົງລົບລ້າງບາບດ້ວຍມັນ. (ດ້ວຍການລະຫມາດ)»
- ວັນນະໂລກ : ສິ່ງສົກກະປົກ.
ຄຳຖາມທີ່ 17 : ການລະຫມາດແມ່ນຫຍັງ?
ຄຳຕອບ : ການລະຫມາດ ຫຼື ນະມາຊການ ໝາຍເຖິງ: ການນະມາຊການ (ການອະທິຖານ) ຕໍ່ອັລລໍຮ໌ ໂດຍຜ່ານຄໍາເວົ້າ ແລະ ການກະທໍາທີ່ມີຮູບແບບສະເພາະ, ເລີ່ມຕົ້ນດ້ວຍການກ່າວ ອັລລໍຮຸ ອັກບັຣ ແລະ ສິ້ນສຸດດ້ວຍການກ່າວ ອັສສະລາມມຸ .
ຄຳຖາມທີ່ 18: ຣູກົນຂອງການລະຫມາດແມ່ນຫຍັງ?
ຄຳຕອບ: ການລະຫມາດມີຜົນຜູກມັດບັງຄັບສຳຫຼັບມຸສລິມທຸກຄົນ.
ອັລລໍຫ໌ໄດ້ກ່າວວ່າ : (ແທ້ຈິງການລະຫມາດນັ້ນ ເປັນບັນຫຍັດທີ່ຖືກກຳໜົດເວລາໄວ້ແກ່ຜູ້ສັດທາທັ້ງຫຼາຍ) [ສູເຣາະຫ໌ ນິຊາ: 103].
ຄຳຖາມທີ່ 19: ຂໍ້ບົ່ງຊີ້ຂອງຄົນທີ່ຖິ້ມການລະຫມາດແມ່ນຫຍັງ?
ຄຳຕອບ: ການຖິ້ມລະຫມາດເທົ່າກັບການປະຕິເສດສັດທາ(ອອກຈາກອິສລາມ) ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ: « ພັນທະສັນຍາລະຫວ່າງເຮົາກັບພວກເຂົາຄືການລະຫມາດ ດັງນັ່ນໃຜທີ່ຖິ້ມການລະຫມາດ ລາວໄດ້ຕົກສາສະໜາແລ້ວ»
ຄຳຖາມທີ່ 20 : ການລະຫມາດທີ່ຖືກບັງຄັບສຳຫຼັບມຸສລິມໃນໜຶ່ງມື້ມີຈັກເວລາ? ແລະ ມີຈັກຣໍກະອັດໃນແຕ່ລະການລະຫມາດ?
ຄຳຕອບ: ການລະຫມາດມີ 5 ເວລາຕໍ່ມື້ ເຊົ້າຫາແລງ.
- ລະຫມາດຟະຈັຣ (ຕອນເຊົ້າ) : ສອງຣໍກະອັດ.
- ລະຫມາດຊຸຫ໌ຣີ (ຕອນສວາຍ) : ສີ່ຣໍກະອັດ.
- ລະຫມາດອັສຣີ (ກ່ອນແລງ) : ສີ່ຣໍກະອັດ.
- ລະຫມາດມັກຣິບ (ຕະເວັ້ນຕົກ) : ສາມຣໍກະອັດ.
- ແລະ ລະຫມາດອີຊາ (ຕອນມືດ) : ສີ່ຣໍກະອັດ.
ຄຳຖາມທີ່ 21 : ເງື່ອນໄຂຂອງການລະຫມາດມີຫຍັງແດ່?
ຄຳຕອບ: 1. ຕ້ອງເປັນມຸສລິມ, ການງານຈະບໍ່ຖືກຕອບຮັບຖ້າຫາກເປັນຄົນກາຟິີຣ; ການງານນັ້ນຈະຖືເປັນໂມຄະເນື່ອງຈາກມີການຕັ້ງພາຄີ.
ພຣະອົງອັລລໍຫ໌ໄດ້ກ່າວວ່າ : (ຫາກເຈົ້າຕັ້ງພາຄີກັບອັລລໍຫ໌ ແນ່ນອນການງານຂອງເຈົ້າກໍ່ຈະໄຮ້ຜົນ) [ສູເຣາະຫ໌ ຊຸມັຣ: 65].
2. ຕ້ອງມີສະຕິປັນຍາຄົບຖ້ວນ; ການງານຈະບໍ່ສົມບູນຫາກເປັນບ້າບໍ່ມີສະຕິ.
3. ການມີສະຕິຮູ້ຈັກການຈໍາແນກ; ຈະບໍ່ຖືກຕ້ອງຈາກເດັກນ້ອຍທີ່ຍັງບໍ່ຮູ້ຈໍາແນກ.
ດັ່ງທີ່ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ໄດ້ກ່າວວ່າ : « ປາກກາຖືກຍົກຂຶ້ນກັບສາມຢ່າງ: ກັບຄົນນອນທີ່ຢັງບໍ່ທັນຕື່ນ, ກັບເດັກນ້ອຍຈົນກວ່າຈະໃຫຍ່, ແລະ ກັບຄົນບໍ່ມີສະຕິຈົນກວ່າຈະມີສະຕິຄືນມາ ຫຼື ຟື້ນຕື່ນ »
4. ຕ້ອງຕັ້ງເຈດຕະນາ.
ດັງໃນຫະດິຊ: « ແທ້ຈິງທຸກຫານງານຂຶ້ນຢູ່ກັບການຕັ້ງເຈດຕະນາ, ແລະ ແທ້ຈິງທຸກໆການງານຈະໄດ້ຮັບຜົນຕາມທີ່ໄດ້ຕັ້ງເຈດຕະນາໄວ້»
5. ຕ້ອງເຂົ້າເວລາທີ່ກຳໜົດ. ອັລລໍຫ໌ ຕະອາລາ ຕຣັດວ່າ: (ແທ້ຈິງການລະຫມາດນັ້ນ ເປັນບັນຫຍັດທີ່ຖືກກຳໜົດເວລາໄວ້ແກ່ຜູ້ສັດທາທັ້ງຫຼາຍ) [ສູເຣາະຫ໌ ນິຊາ: 103].
6. ຕ້ອງສະອາດ ປາດສະຈາກ ຮະດັຊ. ຫຼັກຖານຈາກຮະດິຊ: « ອັລລໍຫ໌ຈະບໍ່ຕອບຮັບການລະຫມາດຂອງຜູ້ໃດໜຶ່ງຈາກພວກເຈົ້າເມື່ອລາວມີຮະດັຊ ຈົນກວ່າຈະອາບນ້ຳລະຫມາດ»
7. ຕ້ອງສະອາດຈາກສິ່ງສົກກະປົກ ນະຈິສ. ຈາກຄຳຕຣັັດຂອງອັລລໍຫ໌: (ແລະ ເສື້ອຜ້າຂອງເຈົ້າ ຈົ່ງເຮັດຄວາມສະອາດ) [ສູເຣາະຫ໌ ມຸຮັດດິຊ: 4].
8. ຕ້ອງປົກປິດຮ່າງກາຍ (ເອົາເຣາະຫ໌). ອັລລໍຫ໌ ຕະອາລາ ຕຣັດວ່າ: (ລູກຫຼານອາດຳເອີ໋ຍ ຈົ່ງເອົາເຄື່ອງປະດັບກາຍຂອງພວກເຈົ້າ ນະທຸກມັສຍິດ) [ຊູເຣາະຫ໌ ອັລ-ອະຣໍຟ : 31].
9. ຕ້ອງຫັນໜ້າໄປທາງກິບລະຫ໌. (ທິດຕະເວັ້ນຕົກ) ອັລລໍຫ໌ໄດ້ກ່າວວ່າ : (ດັງນັ້ນເຈົ້າຈົ່ງຜິນໃບໜ້າຂອງເຈົ້າໄປທາງມັສຍິດິລຫະຣອມເຖິດ ແລະ ບ່ອນໃດກໍ່ຕາມທີ່ພວກເຈົ້າປະກົດຢູ່ ກໍ່ຈົ່ງຜິນໃບໜ້າຂອງພວກເຈົ້າໄປທາງທິດນັ້ນ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:144].
ຄຳຖາມ : ຂໍ້ປະຕິບັດຫຼັກການໃນລະຫມາດມີຫຍັງແດ່?
ຄຳຕອບ : ຂໍ້ປະຕິບັດໃນລະຫມາດມີ 14 ຂໍ້ ດັງນີ້:
-ຫນຶ່ງໃນນັ້ນຄື: ການຢືນໃນການລະມາດຟັຣດູ ສໍາລັບຜູ້ທີ່ມີຄວາມສາມາດ. ຈາກຫະດິຊຂອງ ອິມຣອນ ບິນ ຮູໄຊນ໌ ຣໍດິຍັລລໍຮຸ ອັນຮຸ, ຈາກທ່ານນະບີ (ຊລຯ) : << ເຈົ້າຈົ່ງລະໝາດໃນສະພາບທີ່ຢືນ ແຕ່ຖ້າຫາກບໍ່ສາມາດທີ່ຈະຢືນໄດ້ກໍ່ຈົ່ງນັ່ງເສ່ຍ ແລະ ຖ້າຫາກບໍ່ສາມາດທີ່ຈະນັ່ງກໍ່ຈົ່ງລະໝາດບົນສີຂ້າງ (ຕະແຄງຂວາ) >>.
- ຕັກບີຣ ອັລ-ອິຫຣອມ, ກໍ່ຄືການກ່າວ: (ອັລລໍຮຸ ອັກບັຣ). ເນື່ອງຈາກທ່ານນະບີໄດ້ສອນໄວ້ວ່າ: « ຫາກເຈົ້າຢືນຂຶ້ນເພື່ອຈະລະຫມາດ ຈົ່ງກ່າວຕັກບິຣ»
- ອ່ານສູເຣາະຫ໌ ອັລ-ຟາຕິຫະຫ໌. ຈາກຄຳສອນຂອງທ່ານນະບີ ຊລຯ ວ່າ: ຄວາມໝາຍວ່າ: «ການລະຫມາດຈະບໍ່ຖືກຕອບຮັບ ສຳລັບຜູ້ໃດທີ່ບໍ່ໄດ້ ອ່ານສູເຣາະຫ໌ ອັລ-ຟາຕີຫະຫ໌»
- ກົ້ມຣູກົວະ (ກົ້ມໂຄ້ງ), ໃຫ້ຫລັງຊື່ກົງລຽບເທົ່າກັບຫົວ.
ຈາກນັ້ນໃຫ້ເງີຍຫົວຂຶ້ນ.
ໃຫ້ຢືນຫຍຸດນິ່ງພໍປະມານ. ຈາກຄຳກ່າວຂອງທ່ານຣໍຊຸລລຸລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ: «ໃຫ້ມີຕັດຕໍມະອິນນະຫ໌ ສະມາທິ ຫຼື ການເວັ້ນຊ່ວງໃຫ້ດົນພໍປະມານ ໃນການຣູກົວະ, ຫຼັງຈາກນັ້ນຈຶ່ງເງີຍຫົວຂຶ້ນຈົນກະທັ່ງແຜ່ນຫຼັງຊື່ກົງ»
- ການສຸຈູດ (ກົ້ມກາບ) ຫາກເປັນການສະດວກໃຫ້ເອົາຝ້າມືທັັ້ງສອງລົງກ່ອນຫົວເຂົ່າ ແລະ ນິ້ວມືກັບນິ້ວຕີນຢັນກັບພື້ນ ພ້ອມຫັນທັັ້ງນິ້ວມື ແລະ ນິ້ວຕີນໄປທາງກິບລັດໃນຂະນະສຸຈູດ ໃຫ້ຍຶດເອົາວ່າອະໄວຍະວະທັັ້ງເຈັດຕ້ອງສຳຜັດກັບພື້ນທີ່ຈະສຸຈູດ ຄື ໜ້າຜາກກັບຫູດັງ, ຝ່າມືທັັ້ງສອງຂ້າງ, ຫົວເຂົົ່າທັັ້ງສອງຂ້າງ, ແລະ ນິ້ວຕີນທັັ້ງສອງຂ້າງ.
- ເງີຍຫົວຂຶ້ນຈາກສຸຈູດ.
- ນັ່ງລະຫວ່າງສຸຈູດທັ້ງສອງ. ຈາກຄຳສອນຂອງທ່ານນະບີ ຊລຯ ວ່າ: «ກົ້ມລົງກາບສຸຈູດໃຫ້ມີຕັດຕໍມະອິນນະຫ໌ ສະມາທິ ຫຼື ການເວັ້ນຊ່ວງໃຫ້ດົນພໍປະມານ, ຫຼັງຈາກນັ້ນຈຶ່ງເງີຍຫົວຂຶ້ນຈົນກະທັ່ງນັ່ງລະຫວ່າງສຸຈູດໄດ້ພໍປະມານ»
ແລະສຸນນະຫ໌ໃນການນັ່ງ : ຄືເມື່ອລຸກຂຶ້ນຈາກສຸຈູດໃຫ້ນັ່ງທັບເຖິງຕີນຊ້າຍທີ່ວາງພັບເຖິງພື້ນ ແລະ ໃຫ້ຕີນຂວາຍັນກັບພື້ນ ແລະ ນຳມືໄປວາງເຖິງຫົວເຂົົ່າ ແລະ ຕົ້ນຂາທັ້ັງສອງຂ້າງ ອະໄວຍາວະທັ້ງໝົດຫັນໄປທາງກິບລະຫ໌. ໂດຍມີຫະດິຊ: ລາຍງານຈາກແມ່ຂອງບັນດາຜູ້ສັດທາ ອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ໄດ້ກ່າວວ່າ: « ທ່ານນະບີເຄີຍລະຫມາດແລະ ໄດ້ນັ່ງທັບເຖິງຕີນຊ້າຍທີ່ວາງລາບກັບເຖິງພື້ນ ແລະ ໃຫ້ຕີນຂວາຍັນກັບພື້ນ »
- ຕັດຕໍມະອີນນະຫ໌ , ຄືການສະຫງົບນິ່ງໃນທຸກໆ ອິລິຍະບົດຂອງການລະຫມາດ.
- ການນັ່ງຕະຊາຮຸດຄັ້ງສຸດທ້າຍ. ໂດຍມີຫະດິຊ: ລາຍງານຈາກອິບນຸ ມັສອູດ ຣໍດິຍັລລໍຮຸ ອັນຮຸ ໄດ້ກ່າວວ່າ: ພວກເຮົາເຄີຍກ່າວ (ຖ້ອຍຄຳບາງຢ່າງ) ໃນລະຫມາດກ່ອນທີ່ການອ່ານ ຕະຊະຫ໌ຮຸດຈະຖືກກຳໜົດໃຊ້.
- ວີທິການນັ່ງຂອງລາວ.
- ການກ່າວສະລາມທັ້ງສອງຄັ້ງ , ຄືການກ່າວສອງຄັ້ງວ່າ : ອັສສະລາມມຸອະໄລກຸມ ວະເຣາະມາຕຸລລໍຫ໌. ຫຼັກຖານຈາກຮະດິຊ: « ທ່ານນະບີເຄີຍລະຫມາດ ເພິ່ນໄດ້ຫັນໄປທາງຂວາ ແລະ ທາງຊ້າຍພ້ອມກ່າວວ່າ : ອັສສະລາມ ມຸອະໄລກຸມ ວະເຣາະມາ ຕຸລລໍຫ໌, ອັສສະລາມ ມຸອະໄລກຸມ ວະເຣາະມາ ຕຸລລໍຫ໌ »
- ການຮຽງຕາມລຳດັບຂອງຣູກົ້ນລະຫມາດ : ດັງທີ່ເຮົາກ່າວໄປແລ້ວ : ດັງນັ້ນ ຫາກລາວກົ້ມກາບສຸຈູດກ່ອນການກົ້ມໂຄ້ງຣູກົວະໂດຍຕັ້ງໃຈ ຖືເປັນການຂ້າມຂັ້ນຕອນ ການລະຫມາດຂອງລາວຈະຖືເປັນໂມຂະ, ແຕ່ຫາກເກິດດ້ວຍຄວາມຫລົງລືມ ກໍ່ຈຳເປັນຕ້ອງກັບໄປເຮັດການຣູກົວະ ເເລ້ວຈຶ່ງເຮັດການສຸຈູດ.
ຄຳຖາມທີ່ 23 : ຫຼັກຂໍ້ບັງຄັບ(ວາຈິບ)ໃນລະຫມາດມີຫຍັງແດ່?
ຕອບ : ຫຼັກຂໍ້ບັງຄັບໃນລະຫມາດ ມີທັ້ງໝົດ 8 ປະການດັງນີ້:
1. ການກ່າວຕັກບິຣທຸກທ່າທາງໃນລະຫມາດ ທີ່ບໍ່ແມ່ນກ່າວຕັກບິຣອິຫ໌ຣອມ.
2. ການກ່າວ '' ສະມີອັລລໍຮຸ ລິມັນຮາມີດະ " ທັ້ງອີມ່າມ ແລະ ຜູ້ຕາມ (ຫຼືຄົນດຽວ).
3. ການກ່າວ '' ຣອບບະນາ ວະລາກັລຮຳ" .
4. ການກ່າວ " ຊຸບຮານະ ຣອບບິຍັລ ອະຊີມ" ເທື່ອດຽວຂະນະຣູກົວະ.
5. ການກ່າວ " ຊຸບຮານະ ຣອບບິຍັລ ອະລາ" ເທື່ອດຽວຂະນະສຸຈູດ.
6. ການກ່າວ "ຣອບບິກຣ ຟິຣລີ" ລະຫວ່າງນັ່ງສອງສຸຈູດ.
7. ການນັ່ງຕະຊາຮຸດເທື່ອທຳອິດ.
8. ການນັ່ງເພື່ອລະຫມາດຕະຊາຮຸດທຳອິດ.
ຄຳຖາມທີ່ 24 : ແມ່ນຫຍັງຄືສຸນນະຫ໌ ໃນລະຫມາດ?
ຕອບ : 11 ຂໍ້ສຸນນະຫ໌ ດັງຕໍ່ໄປນີ້:
1. ການກ່າວ "ຊຸບຮານະ ກັລລໍຮຸມມະ ວະບິຮຳດິກະ ວະຕະບາຣໍກັສມຸກະ ວະຕະອາລາ ຈັດດຸກະ ວະລາອີລາຮະ ກ໋ອຍຣຸກະ" ຫຼັງຈາກການຕັກບິຣ ຣໍຕຸລອິຫ໌ ຣອມ, ກໍ່ຄືການດຸອາອິສຕິຟຕາຫ໌.
2. ການອ່ານອະອູບິລລາຫ໌.
3. ການອ່ານບິສມິລລາຫ໌.
4. ການກ່າວ " ອາມີນ ".
5. ການອ່ານສູເຣາະຫ໌ໃດກໍ່ໄດ້ຫຼັງອ່ານຟາຕີຫະຫ໌.
6. ການອ່ານສຽງດັງໃນລະຫມາດຫາກເປັນອີມ່າມ.
7. ການກ່າວ " ມິລອັສສະມາ ວາຕິ ວະມິລ ອັລ-ອັຣດຼ ວະມິລອະ ມາຊິຕະ ມິນໄຊອິນ ບະດະຮຸ" ຫຼັງຈາກການກ່າວສຳມີອັລລໍຮຸ ລິມັນຮາ ມີດະ.
8. ສົງເສິມໃຫ້ກ່າວສັນລະເສີນຫຼາຍກວ່າໜຶ່ງຄັ້ງໃນການຣຸກົວະ : ຄືກ່າວສອງສາມເທື່ອໄດ້ເລີຍ.
9. ສົງເສິມໃຫ້ກ່າວສັນລະເສີນຫຼາຍກວ່າໜຶ່ງຄັ້ງໃນການສຸຈູດ.
10. ສົງເສິມໃຫ້ກ່າວໃນລະຫວ່າງນັ້ນສອງສຸຈູດໃຫ້ຫຼາຍກວ່າໜຶ່ງຄັ້ງ "ຣອບບິກຟິຣລີ".
11. ໃນການລະຫມາດຂະນະນັ່ງຕະຊາຮຸດຄັ້ງສຸດທ້າຍ ໃນກ່າວສັນລະເສີນທ່ານນະບີ ແລະ ຄອບຄົວວົງຕະກູນຂອງທ່ານ, ແລະ ເພິ່ມພູນບະຣໍກະຫ໌ໃຫ້ແກ່ທ່ານ, ແລະ ດຸອາກ່ອນໃຫ້ສະລາມ.
ສຸນນະຫ໌ ດ້ານການກະທຳ, ເອີ້ນວ່າ ອັລ-ໄຮອາຕຸ:
1. ຢົກມືທັ້ງສອງຂຶ້ນພ້ອມການກ່າວຕັກບິີຣ ຣໍຕຸລອິຫ໌ຣອມ.
2. ຢົກມືທັ້ງສອງກ່ອນຣູກົວະ.
3. ຢົກມືທັ້ງສອງຂະນະເງີຍຫົວຂຶ້ນ.
4. ນຽບວ່າງມືທັ້ງສອງໄວ້ລຳຕົວ ຫຼັງເງີຍຫົວຂຶ້ນ.
5. ເອົາມືຂວາວ່າງທັບມືຊ້າຍ ຕອນກອດອົກ.
6. ແນມສາຍຕາເບິ່ງແຕ່ບ່ອນທີ່ຈະສຸຈູດ.
7. ຢືນກົງ ແລະ ແຍກຕີນອອກຈາກກັນ.
8. ທ່ານນະບີ ວ່າງມືທັັ້ງສອງຂ້າງບົນຫົວເຂົ່າຂະນະຣູກົວະ ໂດຍກາງນິ້ວມືແຍກອອກຈາກກັນ ແລະ ໃຫ້ຫົວຕັັ້ງກົງກັບແຜ່ນຫຼັງ .
9. ການວາງອະໄວຍະວະທີ່ໃຊ້ສຸຈູດແນບຕິດກັບພື້ນ ແລະ ສຳຜັດໂດຍກົງກັບບ່ອນກາບສຸຈູດ.
10. ໃນຂະນະສຸຢູດ ຕ້ອງຢືດແຂນໃຫ້ຫ່າງຈາກລຳຕົວ ໜ້າທອງ ແລະ ສະໂພກ, ແລະ ໃຫ້ສະໂພກຫ່າງ ຫຼື ແຍກອອກຈາກຂາ ພ້ອມກັບຍົກແຂນໃຫ້ຂຶ້ນເໜືອພື້ນ ແລະ ແບມືລາບກັບພື້ນ.
11. ວິທີນັ່ງຫຼັງລະຫວ່າງສອງສຸຈູດ ໃຫ້ນັ່ງທັບເຖິງຕີນຊ້າຍທີ່ວາງພັບເຖິງພື້ນ ແລະ ໃຫ້ຕີນຂວາຍັນກັບພື້ນ , ວິທີນັ່ງຫຼັງສຸຢູດຄັັ້ງທີ່ສອງ ໃຫ້ນັ່ງເຖິງຕີນຊ້າຍທີ່ສຽບເຂົ້າໄປວາງໃຕ້ສະໂພກ ແລະ ໃຫ້ຕີນຂວາຍັນກັບພື່ນ.
12. ການວາງມືທັ້ງສອງເຖິງຫົວເຂົົ່າ ແລະ ຕົ້ນຂາທັ້ັງສອງຂ້າງ ຂະນະນັ່ງລະຫວ່າງສອງສຸຈູດ ເຊັ່ນດຽວກັບໃນຕະຊາຮຸດ ພ້ອມກັບກຳນິ້ວມືເປັນວົງກົມເບື້ອງຂວາ ພ້ອມຊີ້ນິ້ວດ້ວຍນິ້ວຊີ້ເພື່ອເປັນສັນຍະລັກແຫ່ງຄວາມເປັນເອກະພາບຂອງພຣະອົງອັລລໍຫ໌.
13. ການຫັນຫົວໄປທາງຂວາ ແລະ ທາງຊ້າຍ ພ້ອມກ່າວ ສະລາມ.
ຄຖ ທີ່ 25: ແມ່ນຫຍັງທີ່ເຮັດໃຫ້ການລະຫມາດເປັນໂມຂະ (ບໍ່ຖືກຕອບຮັບ).
ຕອບ : 1. ການຖິ້ມຣູກົ້ນຫຼັກການ ຫຼື ເງື່ອນໄຂຂອງການລະຫມາດ.
2. ການເວົ້າໃນລະຫມາດ ດ້ວຍຄວາມຕັ້ງໃຈ.
3. ການກິນດື່ມໃນລະຫມາດ.
4. ການເຄື່ອນໄຫວຫຼາຍຈົນເກິນໄປໃນລະຫມາດ.
5. ການຖິ້ມຂໍ້ບັງຄັບທີ່ຈຳເປັນໃນລະຫມາດຢ່າງຕັ້ງໃຈ.
ຄຖ ທີ່ 26 : ຊາວມຸສລິມເພິ່ນລະຫມາດແນວໃດ?
ຕອບ : ເພິ່ນລະຫມາດແບບນີ້ :
1. ຈະຕ້ອງຫັນໜ້າ ແລະ ຮ່າງກາຍທັ້ງໝົດໄປທາງທິດກະບະຫ໌ ເຊິ່ງຕັ້ງຢູ່ທີ່ນະຄອນເມືອງ ມັກກະຫ໌ ປະເທດຊາອຸດິ ອາຣາເບັຍ.
2. ຕໍ່ດ້ວຍການຕັ້ງເຈດຈະນາວ່າຈະເຮັດການລະຫມາດຕາມທີໄດ້ຕັ້ງໃຈເອົາໄວ້ ບໍວ່າຈະເປັນການລະຫມາດຟັຣດູ (ພາກບັງຄັບ) ຫຼື ສຸນັດ (ພາກສົ່ງເສິມ) ແລະ ບໍ່ຕ້ອງເວົ້າວາຈາອອກມາຈາກສິ່ງທີ່ຕັ້ງໃຈໄວ້ແຕ່ຢ່າງໃດ.
3. ຕໍ່ດ້ວຍການກ່າວຕັກບິຣ ຣໍຕຸລອິຫ໌ຣອມ “ອັລລໍຮຸ ອັກບັຣ” ມີຄວາມໝາຍວ່າ “ອັລລໍຫ໌ຜູ້ຊົງຍິ່ງໃຫຍ່” ພ້ອມຍົກຝ່າມືທັ້ງສອງຂຶ້ນຈົນແຕະລະຫວ່າງຕິງຫູທັ່ງສອງຂ້າງ.
4. ຫຼັງຈາກນັ້ນໃຫ້ວ່າງມືຂວາທັບບົນມືຊ້າຍ ແລະ ກອດເອິກ.
ແລ້ວ ອ່ານເພິ່ມອີກ: ຄຳອ່ານ: (ຊູບຮານະ ກັລລໍຮຸມມະ ວະບິຮຳດິກະ ວະຕະບາຣໍ ກັສມຸກາ ວະຕະອາລາ ຈັດດຸກະ ວະລາອີລາຮະ ກ໋ອຍຣູກະ) ຄຳແປ: ມະຫາຄວາມບໍລິສຸດແດ່ພຣະອົງ, ໂອ້ອັລລໍຫ໌ ແລະ ການສັນເສີນທັງຫມົດເປັນຂອງພຣະອົງ, ຄວາມປະເສີດຢູ່ໃນພຣະນາມຂອງພຣະອົງ, ກຽດຂອງພຣະອົງນັ້ນສູງສົງ, ແລະ ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ”
6. ແລ້ວກໍ່ອ່ານອະອູຊຸ ບິລລາຫ໌ ຂໍຄວາມຄຸ້ມຄອງຈາກອັລລໍຫ໌. (ອະອູຊູ ບິລລາຮິ ມິນັຊ ໄຊຕອນ ນິຣຣໍຈີມ) ຄວາມຫມາຍ: “ຂ້ອຍຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ໃຫ້ຮອດພົ້ນຈາກໄຊຕອນມານຮ້າຍຜູ້ຖືກສາບແຊ່ງ”
7. ຕໍ່ດ້ວຍການອ່ານສຸເຣາະຫ໌ ອັລ-ຟາຕິຫະຫ໌ ຄື: ( 1 ບິສມິລລາ ຫິຣເຣາະມານ ນິຣເຣາະຮີມ) ( 2 ອັລຮັມດຸ ລິລລາຮິ ຣອບບິລ ອາລາມີນ) ( 3 ອັຣເຣາະມານ ນິຣເຣາະຮີມ) ( 4 ມາລິກິ ເຢົາມິດດິນ) ( 5 ອີຍາການະ ບຸດຸ ວາອີຍາ ການັສຕະອີນ) ( 6 ອິຫ໌ ດິນັສ ສີຣໍ ຕັລມຸສຕະກີມ) ( 7 ສີຣໍ ຕັລລະຊິ ນະອັນອຳ ຕະອາໄລຫິມ ກ໊ອຍຣິລ ມັກດູ ບິອາໄລຫິມ ວາລັດດອນລີ່ນ) [ສຸເຣາະຫ໌ ອັລ-ຟາຕີຮະຫ໌ : 1-7].
ໃຫ້ກ່າວ "ອາມີນ" ຄວາມໝາຍຄື: ຂໍອັລລໍຫ໌ຊົງຕອບຮັບດ້ວຍທອນ.
8. ໃຫ້ອ່ານຫຼັງຈາກນັ້ນຕາມດ້ວຍອາຍະຫ໌ອັລກຸຣອານທີ່ທ່ານສະດວກຈະອ່ານ ຈະເປັນການທີ່ດີສຸດຖ້າຫາກອ່ານສູເຣາະຫ໌ທີ່ມີຄວາມຍາວປານກາງ ໃນການລະຫມາດຊຸບຮີ (ຕອນເຊົ້າ) .
9. ແລ້ວໃຫ້ຍົກມືທັ້ງສອງຂ້າງໃຫ້ຢູ່ໃນລະດັບຫົວໄລ ຫຼື ຕິ່ງຫູ ພ້ອມກ່າວຕັກບິຣເພື່ອກົ້ມຣູກົວະ ສຸນນະຫ໌ : ໃຫ້ຫົວຕັ້ງກົງກັບແຜ່ນຫຼັງ ແລະ ວ່າງມືທັ້ງສອງຂ້າງເຖິງຫົວເຂົ່າໂດຍນິ້ວມືແຍກອອກຈາກກັນ( ນິ້ວມືບໍ່ຕິດກັນ) .
10. ໃນການຣູກົວະ ໃຫ້ກ່າວວ່າ: "ຊຸບຮານະ ຣອບບິຍັລ ອະຊີມ" ຄວາມໝາຍວ່າ: ມະຫາບໍລິສຸດ ພຣະຜູ້ອະພິບານຂອງຂ້ອຍ ຜູ້ສົງຍິ່ງໃຫຍ່. ຈະເປັນການດີຖ້າຫາກອ່ານສາມຄັ້ງ ຫຼື ຫຼາຍກວ່ານັ້ນ ແລະ ສຸນັດໃຫ້ກ່າວພ້ອມດຸອາດັງນີ້ ຄື : ຊຸບຮານະ ກັລລໍຮຸມມະ ວະບິຮຳດິກະ , ອັລລໍຮຸມ ມັກຟິຣ ລີ. ຄວາມໝາຍວ່າ: ມະຫາບໍລິສຸດແດ່ພຣະອົງ ໂອ້ອັລລໍຫ໌ ພຣະຜູ້ອະພິບານຂອງພວກເຮົາ ແລະ ດ້ວຍການສັນລະເສິນແດ່ພະອົງ ໂອ້ອັລລໍຫ໌ໂປດປະທານອະໄພຍະໂທດແກ່ຂ້ອຍດ້ວຍເຖິດ.
11. ໃຫ້ເງີຍຫົວຂຶ້ນພ້ອມຢົກມືທັ້ງສອງຂ້າງໃຫ້ຢູ່ໃນລະດັບຫົວໄຫລ ຫຼື ຕິ່ງຫູ ພ້ອມກ່າວຕັກບິຣຂະນະເງີຍຫົວຂຶ້ນ ຈາກການຣູກົວະ ພ້ອມກ່າວວ່າ: “ສາມີອັລລໍຮຸ ລິມັນຮາ ມີດະຫ໌” ຄວາມໝາຍວ່າ: ອັລລໍຫ໌ຊົງໄດ້ຍິນ ສຳຫຼັບຜູ້ທີ່ສັນລະເສິນພຣະອົງ. ແລະ ສຳຫຼັບມະມູມ (ຜູ້ຕາມ) ແມ່ນບໍ່ໃຫ້ກ່າວ “ສາມີອັລລໍຮຸ ລິມັນຮາ ມີດະຫ໌” ແຕ່ໃຫ້ກ່າວແທນວ່າ : "ຣອບບະນາ ວະລາ ກັລຮຳດຸ".
12. ໃຫ້ກ່າວຈາກນັ້ນວ່າ : “ຣອບບະນາ ວະລາກັລຮຳ ມິລອັສສາມາ ວາຕິ ວະມິລອັລອັຣ ວະມິລອະ ມາຊິຕະ ມີນໄຊອິນ ບະດະຫ໌”. ຄວາມໝາຍວ່າ: ໂອ້ພະຜູ້ອະພິບານແຫ່ງພວກເຮົາ ຂໍສັນລະເສິນແດ່ພຣະອົງ ດ້ວຍການສັນລະເສີນທີ່ທັ້ງຫຼາຍທີ່ດີ ແລະ ປະເສິດ ໃຫ້ເຕັມທັ້ງຟາກຟ້າ ແລະ ແຜ່ນດິນ, ແລະ ສິ່ງທີ່ຢູ່ໃນລະຫວ່າງທັ້ງສອງ ແລະ ເຕັມທຸກສິ່ງທີ່ພຣະອົງປະຊົງນອກເໜືອຈາກນັ້ນ.
13. ຕໍ່ດ້ວຍ ການສຸຢູດກົ້ມກາບພ້ອມກ່າວຕັກບິຣ "ອັລລໍຮຸ ອັກບັຣ" ຫາກເປັນການສະດວກໃຫ້ເອົາຝ້າມືທັ້ງສອງລົງກ່ອນຫົວເຂົ່າ ແລະ ນິ້ວມືກັບນິ້ວຕີນຢັນກັບພື້ນ ພ້ອມຫັນທັ້ງນິ້ວມື ແລະ ນິ້ວຕີນໄປທາງກິບລັດໃນຂະນະສຸຢູດ ໃຫ້ຍຶດເອົາວ່າອະໄວຍະວະທັ້ງເຈັດຕ້ອງສຳຜັດກັບພື້ນທີ່ຈະສຸຢູດ ຄື ໜ້າຜາກກັບຫູດັງ, ຝ່າມືທັ້ງສອງຂ້າງ, ຫົວເຂົ່າທັ້ງສອງຂ້າງ, ແລະ ນິ້ວຕີນທັ້ງສອງຂ້າງ .
14. ໃຫ້ກ່າວຂະນະສຸຢູດ ວ່າ: "ຊູບຮານະ ຣອບບິຍັລ ອະລາ" ຄວາມໝາຍວ່າ: ມະຫາບໍລິສຸດແດ່ພະຜູ້ອະພິບານຜູ້ສົງສູງສົ່ງຂອງຂ້ອຍ ອ່ານສາມຄັ້ງ ຫຼື ຫຼາຍກວ່ານັ້ນ ແລະ ສຸນັດໃຫ້ກ່າວເພິ່ມອີກ : "ຊຸບຮານະ ກັລລໍຮຸມມະ ວະບິຮຳດິກະ , ອັລລໍຮຸມ ມັກຟິຣ ລີ." ຄວາມໝາຍວ່າ: ມະຫາບໍລິສຸດແດ່ພຣະອົງ ໂອ້ອັລລໍຫ໌ ພຣະຜູ້ອະພິບານຂອງພວກເຮົາ ແລະ ດ້ວຍການສັນລະເສິນແດ່ພະອົງ ໂອ້ອັລລໍຫ໌ໂປດປະທານອະໄພຍະໂທດແກ່ຂ້ອຍດ້ວຍເຖິດ.
15. ຍົກຫົວຂຶ້ນຈາກສຸຈູດພ້ອມກ່າວຕັກບິຣ "ອັລລໍຮຸ ອັກບັຣ".
16.ເມື່ອເງີຍຫນ້າຈາກສຸຢູດໃຫ້ນັ່ງທັບເຖິງຕີນຊ້າຍທີ່ວາງພັບເຖິງພື້ນ ແລະ ໃຫ້ຕີນ ຂວາຍັນກັບພື້ນ ແລະ ນຳມືໄປວາງເຖິງຕົ້ນຂາທັ້ງສອງຂ້າງ.
17.ໃຫ້ກ່າວລະຫວ່າງນັ່ງທັ້ງສອງສຸຈູດວ່າ: “ຣອບບິກ ຟິຣລີ ວັຣຮັມນີ ວະຫ໌ດີນີ ວັຣຊຸກນີ ວັຈບຸຣນີ ວະອາຟີນີ ”.
18. ໃຫ້ສຸຢຸດຄັ້ງທີ່ສອງ ແລະປະຕິບັດໃຫ້ຄືກັບການສຸຢູດໃຫ້ຄັ້ງທຳອິດ, ແລະ ກ່າວຕັກບິຣ ຂະນະກົ້ມສຸຢູດ.
19. ຕໍ່ດ້ວຍການລຸກຂຶ້ນຈາກການສຸຈູດຄັ້ງທີ່ສອງພ້ອມກ່າວ "ອັລລໍຮຸ ອັກບັຣ" ເມື່ອຢືນກົງແລ້ວໃຫ້ລະຫມາດຣໍກະອັດທີ່ສອງ ອ່ານ ສູເຣາະຫ ອັລ-ຟາຕິຫະຫ໌ ແລະ ຕາມດ້ວຍອາຍະຫ໌ຕາມສະດວກທີ່ຈະອ່ານ ໃຫ້ປະຕິບັດຄືກັບ ຣໍກະອັດ ທຳອິດ, ນອກຈາກວ່າຣໍກະອັດທີ່ສອງບໍ່ມີການອ່ານດຸອາເປິດການລະຫມາດ.
20. ແລ້ວກໍ່ໃຫ້ນັ່ງຫຼັງຈາກເງີຍຫນ້າສຸຢູດຄັ້ງທີ່ສອງ ພ້ອມກ່າວ "ອັລລໍຮຸ ອັກບັຣ" ໃຫ້ນັ່ງດັງທີ່ນັ່ງລະຫວ່າງສອງສຸຈູດ ຄືໆກັນ.
21. ໃນຂະນະນັ່ງໃຫ້ອ່ານຕະຊະຮຸດ ຄື : ຄວາມໝາຍ: ຄວາມເຄົາລົບ, ຄວາມພັກດີ ແລະຄຸນນະທຳສິລະທັມທັ້ງຫລາຍ ເປັນສິດຂອງອັລລໍຮ໌ (ຫຼື ຄວາມພັກດີ ຄືການເຮັດຄວາມດີທາງຄຳເວົ້າ ທາງກິລິຍາມາລະຍາດ ແລະທາງຊັບສິນທັ້ງຫລາຍເປັນສິດທິຂອງອັລລໍຮ໌ທັ້ງຫມົດ), ຂໍຄວາມສັນຕິສຸກ ຄວາມເມດຕາແຫ່ງອັລລໍຮ໌ ແລະ ຄວາມຈະເລີນແຫ່ງພຣະອົງຈົງມີແດ່ທ່ານ ໂອ້ທ່ານນະບີ , ຂໍຄວາມສັນຕິສຸກ ຈົ່ງມີແກ່ພວກເຮົາ ແລະ ແກ່ບັນດາບ່າວຜູ້ທີ່ມີຄຸນນະທຳແຫ່ງອັລລໍຮ໌, ຂ້ອຍຂໍປະຕິຍານຕົນວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຮ໌ ແລະ ມຸຮຳມັດນັ້ນ ເປັນບ່າວ ແລະ ສາດສະດາທູດຂອງພຣະອົງ , ໂອ້ອັລລໍຫ໌, ຂໍພຣະອົງປະທານຄວາມເມຕາແກ່ນະບີມູຮຳມັດ ແລະ ແກ່ຄອບຄົວຂອງທ່ານນະບີມູຮຳມັດ, ດັ່ງຄວາມເມດຕາທີ່ພຣະອົງໄດ້ປະທານໃຫ້ແກ່ນະບີອິບຣໍຮິມ ແລະຄອບຄົວຂອງທ່ານ, ແທ້ຈິງ ພຣະອົງແມ່ນຜູ້ຄວນຖືກສັນລະເສີນ ແລະ ຜູ້ຄອບຄອງກຽດທີ່ສູງສົງ. ແລະ ຂໍພຣະອົງຊົງປະທານຄວາມບາຣໍກະຮ໌ທານແກ່ນະບີມູຮຳມັດ ແລະຄອບຄົວຂອງທ່ານ, ດັ່ງຄວາມບາຣໍກະຮ໌ທີ່ພຣະອົງປະທານໃຫ້ແກ່ນະບີອິບຣໍຮິມ ແລະຄອບຄົວຂອງທ່ານ, ແທ້ຈິງ ພຣະອົງແມ່ນຜູ້ຄວນຖືກສັນເສີນ ແລະ ຜູ້ຄອບຄອງກຽດທີ່ສູງສົງ. “ຂ້າພະເຈົ້າຂໍວິງວອນຈາກພະອົງອັລລໍຫ໌ ຂໍຊົງໂປດໃຫ້ ຂ້າພະເຈົ້າຫ່າງໄກຈາກການທໍລະມານໃນນະຣົກ ແລະ ຊົງໂປດໃຫ້ຂ້າພະເຈົ້າຫ່າງໄກ ຈາກການທໍລະມານໃນລຸ່ມຝັງສົບ (ປ່າແຫ່ວ) ແລະ ຊົງໂປດໃຫ້ຂ້ອຍຫ່າງໄກຈາກ ຄວາມຫາຍະນະໃນການໃຊ້ຊີວິດປັດຈຸບັນ ແລະ ຊີວິດຫຼັງຄວາມຕາຍ ແລະ ຊົງໂປດໃຫ້ ຂ້າພະເຈົ້າຫ່າງໄກຈາກຄວາມຫາຍະນະຂອງດັດຈາລ”. ໃຫ້ກ່າວຕໍ່ດ້ວຍການດຸອາຂໍຄວາມໂຊກດີ ທັ້ງໂລກນີ້ ແລະ ໂລກໜ້າຕາມ ຄວາມປະສົງ ແລະ ຄວາມຕ້ອງການ.
22. ແລ້ວໃຫ້ສະລາມດ້ວຍການຫັນຫົວໄປທາງຂວາ ພ້ອມກ່າວວ່າ: « ອັສສະລາມ ມຸອະໄລກຸມ ວະເຣາະມາ ຕຸລລໍຫ໌ » ຕໍ່ດ້ວຍຫັນຫົວໄປທາງຊ້າຍພ້ອມກ່າວເຊັ່ນກັນ.
23. ຖ້າຫາກການລະຫມາດຊໍລາຕ ມີສາມ,ສີ່ ຣໍກະອັດ; ໃຫ້ອ່ານຕະຊາຮຸດຄັ້ງທີ່ໜຶ່ງຫຍຸດບ່ອນ , « ອັຊຮາດຸ ອັລລາ ອິລາຮະ ອິລລັລລໍຫ໌ , ວະອັຊຮາດຸ ອັນນະ ມຸຮຳມະດັນ ອັບດຸຮຸ ວະຣໍສູລຸຫ໌ ».
24. ຫຼັງຈາກນັ່ງຕະຊາຮຸດຄັ້ງທຳອິດແລ້ວ ໃນລຸກຢືນຂຶ້ນພ້ອມກ່າວ : "ອັລລໍຮຸ ອັກບັຣ" ແລະ ຍົກມືຂຶ້ນສະເໝີຫົວໄຫລ່ຂອງຕົນໃນຂະນະນັ້ນ.
25. ຈາກນັ້ນກໍ່ໃຫ້ລະຫມາດສ່ວນທີ່ເຫຼືອໃນລະຫມາດຂອງຕົນ ຄືກັບຣໍກະອະຫ໌ທີ່ສອງ ພຽງແຕ່ຈຳກັດການໄວ້ແຕ່ສູເຣາະຫ໌ ອັລ-ຟາຕິຫະຫ໌ເທົ່ານັ້ນ.
26. ແລ້ວກໍ່ໃຫ້ນັ່ງທ່າ ມຸຕົວຣໍກັນ (ນັ່ງພັບພຽບສະເພາະທ່ານີ້) ໂດຍຢືນຕີນຂວາດັນກັບພື້ນ ແລະ ເອົາຕີນຊ້າຍສຽບເຂົ້າໄປວາງໃຕ້ສະໂພກຕີນຂວາ,ໃຫ້ກົ້ນນຽບຕິດກັບພື້ນ, ແລ້ວວາງມືທັ້ງສອງບົນຕົ້ນຂາ ຫຼື ຫົວເຂົ່າ ເຊັ່ນດຽວກັບທີ່ວາງໄວ້ໃນທ່າຕະຊາຮຸດທຳອິດ.
27. ແລະໃຫ້ອ່ານບົດຕະຊາຮຸດທັງໝົດໃນເທື່ອສຸດທ້າຍນີ້.
28. ເສັດແລ້ວກໍ່ໃຫ້ສະລາມດ້ວຍການຫັນຫົວໄປທາງຂວາ ພ້ອມກ່າວວ່າ: « ອັສສະລາມ ມຸອະໄລກຸມ ວະເຣາະມາ ຕຸລລໍຫ໌ » ຕໍ່ດ້ວຍຫັນຫົວໄປທາງຊ້າຍພ້ອມກ່າວເຊັ່ນກັນ.
ຄຳຖາມທີ່ 27 : ມີບົດລຳເລິກໃດແດ່ໃຫ້ອ່ານຫຼັງລະຫມາດ?
ຕອບ: ກ່າວ "ອັສຕັກຟີ ຣຸລລໍຫ໌" 3 ຄັ້ງ.
(ອັລລໍຮຸມມະ ອັນຕັສສະລາມ ວະມິນກັສສະລາມ, ຕະບາຣອກຕະ ຢາຊັລຈະ ລາລິວັລ ອິກຣອມ) . ຄວາມໝາຍວ່າ: “ຂ້າພະເຈົ້າຂໍວິງວອນຈາກພຣະອົງອັລລໍຫ໌ ພຣະອົງຄືຄວາມສັນຕິສຸກ, ຄວາມສັນຕິທັ້ງຫຼາຍມາຈາກພຣະອົງ ພຣະອົງຊົງເປັນຜູ້ທີ່ປະເສິດ ໂອ໋ ພຣະອົງຊົງເປັນຜູ້ຄອບຄອງທັ້ງຄວາມຍິ່ງໃຫຍ່ ແລະ ກຽດຕິຢົດ.
ກ່າວ "ຊຸບຮາ ນັລລໍຫ໌" 33 ເທື່ອ.
ກ່າວ "ອັລຮຳດຸ ລິລລາຫ໌" 33 ເທື່ອ.
ກ່າວ "ອັລລໍຮຸ ອັກບັຣ" 33 ເທື່ອ.
- ແລະ ໃຫ້ອ່ານສຸເຣາະຫ໌ອັລ-ອິກລາສ ແລະ ສອງກູລ. ແຕ່ລະສຸເຣາະຫ໌ແມ່ນອ່ານສາມຮອບຫຼັງລະຫມາດຟະຈັຣ ແລະ ມັກຣິບ, ແລະ ອ່ານຮອບດຽວສຳຫຼັບລະຫມາດເວລາອື່ນ.
- ແລະໃຫ້ອ່ານອາຍະຫ໌ ກຸຣຊີ, ຮອບດຽວ.
ຄຳຖາມທີ່ 28: ສຸນນະຫ໌ຣໍວາຕິບແມ່ນຫຍັງ? ແລ້ວມີຄວາມປະເສິດແນວໃດ?
ຕອບ : ສຸນນະຫ໌ຣໍວາຕິບແມ່ນ ລະຫມາດສອງຣໍກະອັດກ່ອນຟະຈັຣ.
- ສອງ ຣໍກະອັດກ່ອນຊູຫ໌ຣີ.
- ສອງ ຣໍກະອັດຫຼັງອັສຣີ.
- ສອງ ຣໍກະອັດຫຼັງມັກຣິບ.
- ສອງ ຣໍກະອັດຫຼັງອີຊາ.
ຄວາມປະເສີດຂອງມັນຄື: ຈາກຄຳເວົ້າຂອງທ່ານຣໍຊູລລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະສັລລຳ: "ຜູ້ໃດທີ່ລະຫມາດສຸນນະຫ໌ 12 ຣໍກະອັດໃນໜື່ງມື້ ໜຶ່ງຄືນ, ດ້ວຍຄວາມສະໝັກໃຈ ອັລລໍຫ໌ຈະສ້າງເຮືອນໃຫ້ລາວໃນສວນສະຫວັນ."
ຄຳຖາມ ທີ່ 29 : ວັນສຳຄັນທີ່ສຸດໃນໜຶ່ງອາທິດ ແມ່ນມື້ໃດ?
ຄຳຕອບ: ວັນສຸກ, ດັງທີ່ທ່ານນະບີໄດ້ກ່າວວ່າ: «ແທ້ຈິງ ໃນບັນດາວັນທັ້ງຫຼາຍຂອງພວກທ່ານ ວັນດີທີ່ສຸດແມ່ນວັນສຸກ, ໃນວັນນັ້ນເປັນມື້ທີ່ອະດຳຖືກສ້າງຂຶ້ນ, ແລະ ໃນມື້ນັ້ນອະດຳຖືກເອົາຊີວິດກັບໄປ, ແລະ ໃນມື້ນັ້ນຈະມີການເປົ່າສັງ, ແລະ ໃນມື້ນັ້ນຈະເກິດວັນສິ້ນໂລກ. ດັ່ງນັ້ນ ພວກທ່ານຈົ່ງກ່າວສໍລະວາດໃຫ້ຫຼາຍ ໆ ແກ່ຂ້ອຍໃນມື້ນັ້ນ, ເນື່ອງຈາກວ່າການສໍລະວາດຂອງພວກທ່ານຈະຖືກນຳມາສະເໜີຕໍ່ຂ້ອຍ.” ມີຄົນກ່າວຂຶ້ນວ່າ ໂອ້ທ່ານຣໍຊູລລຸລລໍຫ໌ ແລ້ວການທີ່ເຮົາກ່າວສໍລະວາດແກ່ທ່ານນັ້ນ ຈະຖືກນຳມາສະເໜີຕໍ່ທ່ານໄດ້ແນວໃດ ໃນເທື່ອທ່ານໄດ້ເພພັງແລ້ວ? (ຫມາຍເຖິງຮ່າງກາຍສະລາຍໄປແລ້ວ) - ທ່ານນະຈຶ່ງຕອບວ່າ: « ແທ້ຈິງອັລລໍຫ໌ຜູ້ຊົງຍິ່ງໃຫຍ່ ໄດ້ຊົງຫ້າມບໍ່ໃຫ້ແຜ່ນດິນກັດກິນຮ່າງກາຍຂອງບັນດານະບີທັ້ງຫຼາຍ».
ຄຳຖາມທີ່ 30: ລະຫມາດວັນສຸກ ສຳຄັນແນວໃດ?
ຕອບ : ເປັນສາສະໜາບັງຄັບສຳຫຼັບມຸສລິມທຸກຄົນທີ່ເປັນ ຜູ້ຊາຍ, ບັນລຸນິຕິພາວະ, ມີສະຕິປັນຍາຄົບຖ້ວນ, ເປັນຜູ້ພັກອາໄສ ບໍ່ໄດ້ເດິນທາງ.
ພຣະອົງອັລລໍຫ໌ໄດ້ກ່າວວ່າ: ( ໂອ້ ບັນດາຜູ້ສັດທາເອີ໋ຍ ເມື່ອໄດ້ມີສຽງຮຽກຮ້ອງ "ອະຊານ" ເພື່ອເຮັດລະຫມາດໃນວັນສຸກ ກໍ່ຈົ່ງຮີບຝ້າວໄປສູ່ການລຳເລິກເຖິງອັລລໍຫ໌ ແລະ ຈົ່ງລະຖີ້ມການຄ້າຂາຍເສຍ ນັ້ນເປັນການດີສຳຫຼັບພວກເຈົ້າຫາກພວກເຈົ້າຮູ້) [ສຸເຣາະຫ໌ ຈຸມມະອະຫ໌ : 9].
ຄຳຖາມທີ່ 31: ລະຫມາດວັນສຸກ ມີຈັກຣໍກະອັດ?
ຕອບ : ການລະຫມາດວັນສຸກ ມີສອງຣໍກະອັດ, ອ່ານສຽງດັງໃນລະຫມາດ, ຫຼັງຈາກເສັດສີ້ນການຂຶ້ນຄຸດບະຫ໌ທັ້ງສອງທີ່ຮັບຮູ້ດ້ວຍທົ່ວໄປ.
ຄຳຖາມທີ່ 32: ເຮົາສາມາດຂາດລະຫມາດວັນສຸກໄດ້ບໍ່?
ຕອບ : ບໍ່ສາມາດການຂາດລະຫມາດວັນສຸກໄດ້ ຍົກເວັ້ນມີເຫດຈຳເປັນທາງສາສະໜາ, ຈາກຄຳເວົ້າຂອງທ່ານນະບີທີ່ເລົ່າວ່າ: «ຜູ້ໃດທີ່ຖິ້ມລະຫມາດວັນສຸກ ສາມເທື່ອຕິດຕໍ່ກັນ ດ້ວຍຄວາມປະມາດບໍ່ໃຫ້ຄວາມສຳຄັນ; ອັລລໍຫ໌ຈະປະທັບລົງບົນຫົວໃຈຂອງເຂົາ».
ຄຳຖາມທີ່ 33 : ຈົ່ງບອກສຸນນະຫ໌ທີ່ຄວນເຮັດໃນວັນສຸກ.
ຕອບ : 1.ອາບນ້ຳລ້າງຕົວໃຫ້ສະອາດ. ຈາກຄຳສອນຂອງທ່ານນະບີ ຊລຯ ວ່າ: « ອາບນ້ຳໃນວັນສຸກ ວາຈິບ ສຳຫຼັບມຸສລິມສາວໜຸ່ມທຸກຄົນ».
2. ໃສ່ນ້ຳຫອມ. ຫຼັກຖານຈາກຮະດິຊ: « ສິດທິເໜືອຊາວມຸສລິມທຸກຄົນຄືຕ້ອງອາບນ້ຳໃນວັນສຸກ, ແລະ ໃຫ້ຄົນໜຶ່ງຈາກພວກທ່ານສຳພັດໃສ່ນ້ຳຫອມ ຂອງຄອບຄົວຂອງເຂົາ. (ຫາກຕົວເອງບໍ່ມີກໍ່ໃຫ້ຂໍນຳເມຍ ຫຼື ຄົນໃນຄອບຄົວ)
3. ໃຫ້ສ້ວມໃສ່ເສື້ອຜ້າທີ່ດີງາມ. ຫຼັກຖານຈາກຮະດິຊ: « ບໍ່ເປັນການລຳບາກອີ່ຫຍັງແກ່ຄົນໃດຄົນໜຶ່ງໃນພວກທ່ານ ຫາກລາວມີຄວາມສາມາດ (ມີກຳລັງຊັບສິນ) ທີ່ຈະຈັດກຽມເສື້ອຜ້າສອງຊຸດສຳຫຼັບວັນສຸກ ນອກເໜືອຈາກເຄື່ອງນຸງທີ່ໃຊ້ເຮັດວຽກເປັນປະຈຳຂອງລາວ» -ຫະດິຊນີ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການແຕ່ງກາຍສະອາດ ແລະ ເໝາະສົມ.
4. ໃຫ້ຝ້າວໄປມັສຍິດຕັ້ງແຕ່ເນິ່ນໆ.
5. ໃຫ້ຢາງໄປມັສຍິດ. ຫຼັກຖານຈາກຮະດິຊ: « ຜູ້ໃດເຮັດການສຳລະລ້າງອາບນ້ຳໃນວັນສຸກ, ແລ້ວອອກໄປແຕ່ເຊົ້າ ຝ້າວໄປສູ່ມັສຍິດ, ນັ່ງແຖວຫນ້າ ຕັ້ງໃຈຟັງຄຸດບະຫ໌, ແລະ ສະງົບງຽບ, ແລະ ທຸກ ໆ ກ້າວທີ່ລາວຢາງໄປລາວຈະໄດ້ຮັບຜົນລະບຸນເທົ່າກັບການເຮັດອີບາດະຫ໌ ໜຶ່ງປີ ທັ້ງການຖືສິນອົດ ແລະ ການລະຫມາດໃນຍາມມືດ.
6. ໃຫ້ກ່າວສໍລະວາດຕໍ່ທ່ານນະບີຫຼາຍໆ. ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ: « ພວກທ່ານຈົ່ງກ່າວຫຼາຍ ໆ ໃນການກ່າວສໍລະວາດມຸ່ງມາທີ່ຂ້ອຍ ໃນວັນສຸກເຖິດ ເພາະວັນນັ້ນເປັນມື້ທີ່ມີພະຍານ ເຊິ່ງບັນດາມະລາອິກະຫ໌ເປັນພະຍານ ແລະ ແທ້ຈິງຈະບໍ່ມີໃຜກ່າວສໍລະວາດແກ່ຂ້ອຍເລີຍ ນອກຈາກສໍລະວາດຂອງລາວຈະຖືກນຳສະເໜີຕໍ່ຂ້ອຍ ຈົນກວ່າລາວຈະເສັດສິ້ນຈາກການກ່າວນັ້ນ».
7. ໃຫ້ອ່ານສຸເຣາະຫ໌ ອັລ-ກະຫ໌ຟີ. ຈາກລາຍງານຮະດິຊ: «ໃຜທີ່ອ່ານສຸເຣາະຫ໌ ອັລ-ກະຫ໌ຟີໃນວັນສຸກ, ລາວຈະໄດ້ຮັບແສງນູຣຄຸ້ມຄອງ ລະຫວ່າງສອງສຸກ ຄືວັນສຸກນີ້ ແລະ ວັນສຸກທີ່ຈະມາຮອດ.
8. ຮັກສາເວລາເພື່ອຂໍດຸອາຫຼາຍໆ ໃນວັນສຸກ. ໂດຍມີລາຍງານຫາດິຊ ຈາກທ່ານອະບີ ຫູຣອຍເຣາະຫ໌ ຣໍດິຍັລລໍຮຸ ອັນຮຸ ເລົ່າຈາກທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ເຄີຍກ່າວໄວ້ເຖິງຄວາມສຳຄັນຂອງວັນສຸກ ວ່າ: « ໃນວັນສຸກນັ້ນ ມີຊ່ວງເວລາໜຶ່ງ ທີ່ບ່າວມຸສລິມຄົນໃດກົງກັບມັນ ຂະນະທີ່ລາວຢືນລະຫມາດ ແລະ ວິງວອນຂໍຕໍ່ອັລລໍຫ໌ ຕະອາລາ ໃນສິ່ງໃດກໍ່ຕາມ ອັລລໍຫ໌ຈະປະທານສິ່ງນັ້ນແກ່ລາວ».
ຄຳຖາມທີ່ 34 : ຄວາມປະເສິດຂອງການລະຫມາດຈະມາອະຫ໌ ແມ່ນຫຍັງ?
ຕອບ: ຈາກລາຍງານຂອງທ່ານອັບດຸລລໍຫ໌ ບິນ ອຸມັຣ ຣໍດິຍັລລໍຮຸ ອັນຮຸມາ, ແທ້ຈິງທ່ານຣໍຊຸລ ໄດ້ກ່າວວ່າ: « ການລະຫມາດຮ່ວມກັນເປັນຈະມາອະຫ໌ປະເສິດກວ່າ ລະຫມາດຄົນດຽວຫຼາຍເຖິງ 27 ຜົນລະບຸນ»
ຄຳຖາມທີ່ 35 : ການມີຄວາມ ຄູຊົວະ (ມີສະມາທິ) ໃນລະຫມາດແມ່ນຫຍັງ?
ຕອບ: ຄືການມີຈິດໃຈຈົດຈໍ່ ແລະ ຮ່າງກາຍນອບນ້ອມຖ່ອມຕົນ ສະງົບສຳລວມຢູ່ໃນຂະນະ ລະໝາດ.
ພຣະອົງອັລລໍຫ໌ໄດ້ກ່າວວ່າ: ( 1 ແນ່ນອນບັນດາຜູ້ສັດທາ ໄດ້ປະສົບຄວາມສຳເລັດແລ້ວ ) ( 2 ບັນດາຜູ້ທີ່ພວກເຂົາເປັນຜູ້ນອບນ້ອມຖ່ອມຕົນໃນເວລາລະຫມາດຂອງພວກເຂົາ) [ຊູເຣາະ ອັລ-ມູມີນູນ :1-2].
ຄຳຖາມທີ່ 36 : ຊະກາດ ແມ່ນຫຍັງ?
ຕອບ : ມັນຄືສິດທິທີ່ຈຳເປັນ (ບັງຄັບ) ໃນຊັບສິນປະເພດໜຶ່ງ ສຳຫຼັບກຸ່ມຄົນທີ່ສະເພາະເຈາະຈົງ ແລະ ໃນລະຍະເວລາກຳໜົດໄວ້ສະເພາະ.
ແລະ ຊະກາດ (ການຈ່າຍພາສີ) ຫຍັງເປັນສ່ວນໜຶ່ງຂອງຫຼັກການສາສະໜາອິສລາມ, ເປັນທານພາກບັງຄັບທີ່ໄດ້ມາຈາກຄົນລ່ຳລວຍເພື່ອມອບໃຫ້ແກ່ຄົນທຸກຍາກຂັດສົນ.
ອັລລໍຫ໌ ຕະອາລາ ຕຣັດວ່າ: ຄວາມວ່າ: (ແລະ ພວກທ່ານຈົ່ງຈ່າຍຊະກາດ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 43].
ຄຳຖາມທີ່ 37 : ສໍດາເກາະ ການເຮັດທານທີ່ສົ່ງເສິ່ມມີຫຍັງແດ່?
ຕອບ: ສໍດາເກາະ ບໍ່ແມ່ນ ຊະກາດ, ຕົວຢ່າງ: ການສໍດາເກາະນັ້ນ ຄືສິ່ງໃດກໍ່ຕາມທີ່ເຮົາພົບເຈີວ່າມັນເປັນສິ່ງທີ່ດີ ເຮົາກໍ່ໃຫ້ ຫຼື ບໍລິຈາກໄດ້ເລີຍ.
ພຣະອົງອັລລໍຫ໌ໄດ້ກ່າວວ່າ : ( ແລະ ພວກທ່ານຈົ່ງບໍລິຈາກໃນຫົນທາງຂອງອັລລໍຫ໌) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 195].
ຄຳຖາມທີ່ 38 : ຈົ່ງບອກຄວາມໝາຍຂອງການສິຍາມ? (ຖືສິນອົດ)
ຕອບ : ຄືການເຮັດອິບາດະຫ໌ຕໍ່ອັລລໍຫ໌ ດ້ວຍການຖືສິນງົດອາຫານການກິນດື່ມ ຕັ້ງແຕ່ເຊົ້າກ່ອນຕະເວັ້ນຂຶ້ນ ຈົນໄປຮອດແລງ ຫຼັງຕະເວັ້ນຕົກດິນ, ດ້ວຍການຕັ້ງເຈດຕະນາ ນຽດ, ແລະ ມີຢູ່ສອງປະເພດ:
1. ການຖືສິນອົດທີ່ເປັນວາຈິບ (ພາກບັງຄັບ) ຄື: ການຖືສິນອົດໃນເດືອນຣໍມະດອນ, ແລະ ການຖືສິນອົດນັ້ນກໍ່ເປັນສວນໜຶ່ງຂອງຂໍ້ປະຕິບັດໃນຫຼັກການຂອງອິສລາມ.
ອັລລໍຫ໌ ຕະອາລາ ຊົງຕຣັດວ່າ: (ໂອ້ບັນຜູ້ທີ່ສັດທາທັ້ງຫລາຍ ການຖືສິນອົດໄດ້ຖືກກຳຫນົດໄວ້ແກ່ພວກເຈົ້າແລ້ວ ດັ່ງເຊັ່ນ ທີ່ໄດ້ຖືກກຳຫນົດໄວ້ ກ່ອນຫນ້າພວກເຈົ້າ ເພື່ອຫວັງວ່າພວກເຈົ້າຈະມີຄວາມຍຳເກຣງ ຍ້ານກົວ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 183].
2. ການຖືສິນອົດທີ່ບໍ່ບັງຄັບ ຄື: ການຖືສິນອົດໃນວັນຈັນ ແລະ ວັນພະຫັດໃນທຸກ ໆ ອາທິດ, ແລະ ການສິຍາມ 3 ມື້ໃນທຸກ ໆ ເດືອນ, ແລະ ປະເສິດສຸດແມ່ນຖືສິນອົດໄອຍາມມຸລບີດ ຄືວັນທີ່ 13,14,15 ໃນແຕ່ລະເດືອນພະຈັນເຕັມ.
ຄຳຖາມທີ່ 39 : ຜົນລະບຸນຄວາມປະເສິດຂອງການຖືສິນອົດໃນເດືອນຣໍມະດອນ ແມ່ນຫຍັງ?
ຕອບ : ລາຍງານຈາກທ່ານ ອະບີ ຫູຣອຍເຣາະ ຣໍດິຍັລລໍຮຸ ອັນຮຸ, ແທ້ຈິງທ່ານຣໍຊູລລຸລລໍຫ໌ ໄດ້ກ່າວວ່າ : « ໃຜກໍ່ຕາມທີ່ຖືສິນອົດໃນເດືອນຣໍມະດອນ ດ້ວຍຄວາມສັດທາ ແລະ ມຸ່ງຫວັງຜົນລະບຸນຢ່າງແນ່ວແນ່; ອັລລໍຫ໌ຈະຊົງລົບລ້າງບາບຂອງລາວທີ່ຜ່ານມາທັ້ງໝົດ»
ຄຳຖາມທີ່ 40 : ຜົນລະບຸນຂອງການຖືສິນອົດສຸນັດສົ່ງເສີມ ທີ່ບໍ່ແມ່ນໃນເດືອນຣໍມະດອນມີຫຍັງແດ່?
ຕອບ : ລາຍງານຈາກ ອະບີ ສະອີດ ອັລ-ຄຸດຣີ ຣໍດີຍັລລໍຮຸ ອັນຮຸ ເລົ່າວ່າ: ທ່ານຣໍຊຸລລຸລລໍຫ໌ ໄດ້ກ່າວວ່າ: « ບໍ່ມີບ່າວຄົນໃດທີ່ຖືສິນອົດໜຶ່ງມື້ໃນຫົນທາງຂອງອັລລໍຫ໌. ນອກຈາກອັລລໍຫ໌ຈະຊົງເຮັດໃຫ້ໃບຫນ້າຂອງລາວ ຫ່າງໄກຈາກໄຟນະຣົກ 70 ລະດູເກັບກຽວ»
- ຄວາມໝາຍຂອງ " 70 ລະດູເກັບກຽວ" ຄື: 70 ປີ.
ຄຳຖາມທີ່ 41: ສິ່ງໃດແດ່ທີ່ເຮັດໃຫ້ການຖືສິນອົດເສຍ?
ຕອບ : 1.ການກິນ ແລະ ການດື່ມດ້ວຍຄວາມຕັ້ງໃຈ.
2. ຕັ້ງໃຈເຮັດໃຫ້ຮ້າກ.
ຄຖ ທີ່ 42 : ສຸນນະຫ໌ສົ່ງເສິ່ມໃຫ້ເຮັດຕອນບວດມີຫຍັງແນ່?
ຕອບ : 1 ຮີບຝ້າວລະສິນອົດ (ແກ້ບວດ).
2. ຊັກຊ້າຊ່ວງກິນເຂົ້າຊູໂຫຣ ໃກ້ໆຫມົດເວລາ.
3. ພາຍະຍາມເຮັດອິບາດະຫ໌ ສິ່ງດີໆ ຫຼາຍໆ ເພິ່ມຂຶ້ນຈາກເກົ່າ.
4. ຄົນບວດຖືສິນອົດ ຫາກມີຫຍັງມາກະທົບເວົ້າຮ້າຍບໍ່ດີໃຫ້ກ່າວສະເໝີວ່າ : "ອິນນີ ສໍອິມ" : ແທ້ຈິງ ຂ້ອຍຖືສິນອົດ
5. ດຸອາຂໍພອນຫຼາຍໆ ຂະນະຖືສິນອົດ.
6. ໃຫ້ແກ້ບວດລະສິນອົດດ້ວຍໝາກອິນທະຜາລຳ, ຫາກບໍ່ມີ; ໃຫ້ແກ້ບວດດ້ວຍນ້ຳລ້າໆ.
ຄຳຖາມທີ່ 43: ການເຮັດພິທິຫັຈ ແມ່ນຫຍັງ?
ຄຳຕອບ : ອັລ-ຫັຈ: ຄືການອີບາດະຫ໌ ຕໍ່ອັລລໍຫ໌ ຕະອາລາ ໂດຍການມີເຈດຕະນາຕັ້ງໃຈຢາກໄປຍັງໄບຕຸລລໍຫ໌ (ກະບະຫ໌) ເພື່ອເຮັດອີບາດະຫ໌ທີ່ສະເພາະເຈາະຈົງ ໃນເວລາທີ່ກຳໜົດໄວ້.
ອັລລໍຫ໌ ຕະອາລາ ຊົງຕຣັດວ່າ: " ແລະ ສິດທິຂອງອັລລໍຫ໌ທີ່ມີແກ່ມະນຸດນັ້ນ ຄືການມຸ່ງສູ່ບ້ານຫຼັງນັ້ນ (ໝາຍເຖິງກະບະຫ໌ ໄບຕຸລລໍຫ໌ເພື່ອປະກອບພິທີຫັຈ ແລະ ອຸມເຣາະຫ໌) ອັນໄດ້ແກ່ ຜູ້ທີ່ມີຄວາມສາມາດຫາທາງໄປຍັງບ້ານຫຼັງນັ້ນໄດ້ ແລະ ຜູ້ໃດປະຕິເສດ ( ບໍ່ໄປປະກອບພິທີຫັຈ) ແທ້ຈິງ ອັລລໍຫ໌ບໍ່ຊົງເພິ່ງພາປະຊາຊາດທັ້ງຫຼາຍ" [ສຸເຣາະຫ໌ ອະລາອິມຣອນ : 97].
ຄຳຖາມທີ່ 44: ຣູກົນ ການເຮັດຫັຈມີຫຍັງແດ່?
ຕອບ : 1.ຕ້ອງໃສ່ຜ້າຂາວ (ຄອງອິຫ໌ຣອມ)
2. ພັກແຮມທີ່ທຸ່ງອາຣໍຟະຫ໌.
3. ຕໍວາຟ ອິຟາເດາະຫ໌.
4. ຢາງສະເເອ້ ລະຫວາງພູເຂົາ ຊໍວາ ແລະ ມັຣວະຫ໌.
ຄຳຖາມທີ່ 45: ການເຮັດພິທິຫັຈ ມີຜົນລະບຸນຫຍັງ?
ຕອບ : ລາຍງານຈາກອະບີ ຫູຣອຍເຣາະຫ໌ ຣໍດີຍັລລໍຮຸ ອັນຮຸ, ເລົ່າວ່າຂ້ອຍໄດ້ຍິນທ່ານຣໍຊຸລລຸລລໍຫ໌ ໄດ້ກ່າວວ່າ: « ຜູ້ໃດເຮັດພິທິຫັຈ ເພື່ອອັລລໍຫ໌ ໂດຍບໍ່ເວົ້າຈາລາມົກ(ເວົ້າບໍ່ດີ ຈົມ) ແລະ ບໍ່ເຮັດບາບ ລາວຈະກັບມາຈາກຫັຈ ປຽບດັງຫາກໍ່ເກິດອອກຈາກທ້ອງແມ່ »
- ປຽບດັງຫາກໍ່ເກິດໃຫມ່ຈາກທ້ອງແມ່ : ຫມາຍເຖິງ ບໍ່ມີບາບຄວາມຜິດ.
ຄຳຖາມທີ່ 46 : ການເຮັດພິທິ ອຸມເຣາະຫ໌ ແມ່ນຫຍັງ?
ຄຳຕອບ : ອຸມເຣາະຫ໌ : ຄືການອີບາດະຫ໌ ຕໍ່ອັລລໍຫ໌ ຕະອາລາ ໂດຍການມີເຈດຕະນາຕັ້ງໃຈຢາກໄປຍັງໄບຕຸລລໍຫ໌ (ກະບະຫ໌) ເພື່ອເຮັດອີບາດະຫ໌ທີ່ສະເພາະເຈາະຈົງ ໃນເວລາໃດກໍ່ໄດ້.
ຄຳຖາມທີ່ 47: ຣູກົນ ການເຮັດອຸມເຣາະຫ໌ມີຫຍັງແດ່?
ຕອບ : 1.ຕ້ອງໃສ່ຜ້າຂາວ (ຄອງອິຫ໌ຣອມ)
2. ຕໍວາຟ ໄບຕຸລລໍຫ໌.
3. ຢາງສະເເອ້ ລະຫວາງພູເຂົາ ຊໍວາ ແລະ ມັຣວະຫ໌.
ຄຳຖາມທີ່ 48: ການຈິຮາດ ຕໍ່ສູ້ ໃນຫົນທາງຂອງອັລລໍຫ໌ ແມ່ນຫຍັງ?
ຕອບ : ຄືການທຸ່ມເທ ຄວາມພະຍາຍາມ ແລະ ຄວາມສາມາດໃນການເຜີແຜ່ອິສລາມ ແລະ ໃນການປົກປ້ອງອິສລາມ ແລະ ຊາວມຸສລິມ, ຫຼື ການຕໍ່ສູ້ກັບສັດຕູຂອງອິສລາມ ແລະ ພວກພ້ວງຂອງມັນ.
ອັລລໍຫ໌ ຕະອາລາ ຊົງຕຣັດວ່າ: ( ແລະ ຈົ່ງເສຍສະລະ ທັ້ງດ້ວຍຊັບສິນຂອງພວກເຈົ້າ ແລະ ຊີວິດຂອງພວກເຈົ້າໃນຫົນທາງຂອງອັລລໍຫ໌ ນັ້ນແຫລະ ຄືສິ່ງທີ່ດີຍິ່ງສຳຫຼັບພວກເຈົ້າ ຫາກພວກເຈົ້າຮູ້) [ສູເຣາະຫ໌ ເຕົາບະຫ໌ : 41].
*******
ພາກວິຊາ ຊີວະປະຫວັດຂອງທ່ານນະບີ
ຄວາມຮູ້ດ້ານຊີວະປະຫວັດຂອງທ່ານນະບີ:
ຊີວະປະຫວັດຂອງທ່ານນະບີ: ກໍ່ຄືຄວາມຮູ້ການເປັນຢູ່ໃຊ້ຊີວິດຂອງທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ຕັ້ງແຕ່ການເກິດຂອງທ່ານ ຈົນເຖິງການເສຍຊີວິດຂອງທ່ານ.
ຄຳຖາມທີ່ 1: ການສືບເຊື້ອສາຍຂອງທ່ານນະບີມູຮຳມັດ ﷺ
ຄຳຕອບ: ຊື່ຂອງທ່ານກໍ່ຄື: ມຸຮຳມັດ ລູກຂອງທ່ານອັບດິລລາຫ໌ ບິນອັບດິລມຸດຕໍລິບ ບິນຮາຊີມ ບີນອັບດິລມະນາຟ ບິນກຸຊ໊ອຍ ບິນກິລາບ ບິນມູຣເຣາະຫ໌ ເຊື້ອສາຍຂອງທ່ານໄປຈົບທີ່ທ່ານອັດນານ ມາຈາກຕະກູນ ກູຣອຊ ຈາກຊົນເຜົາອາຣັບ, ແລະ ອາຣັບມາຈາກວົງວານຂອງອິສມາອີລເຊິ່ງທ່ານອິສມາອີລເປັນ ລູກຂອງທ່ານນະບີອິບຣໍຫີມ ອະໄລຮິສສະລາມ ແລະ ນະບີຂອງເຮົາເປັນນະບີທີ່ປະເສີດເລິດເລີທີ່ສຸດ.
ຄຳຖາມທີ່ 2: ມານດາຂອງທ່ານນະບີມຸຮຳມັດ ﷺ ຊື່ຫຍັງ?
ຄຳຕອບ: ຊື່ຂອງນາງກໍ່ຄື ອາມີນະຫ໌ ລູກຂອງວະຫ໌ບີ.
ຄຳຖາມທີ່ 3: ພໍ່ຂອງທ່ານນະບີເສຍຊີວິດຊ່ວງໃດ?
ຄຳຕອບ: ພໍ່ຂອງທ່ານນະບີເສຍຊີວິດທີ່ເມືອງມາດີນະຫ໌, ໃນຂະນະທີ່ທ່ານຢູ່ໃນທ້ອງຂອງແມ່, ຫຍັງບໍ່ທັນທີ່ຈະເກິດທ່ານນະບີ ຊໍລລັລລໍ ຮຸອະໄລຮິ ວະສັລລຳ.
ຄຳຖາມທີ່ 4: ທ່ານນະບີມຸຮຳມັດເກິດເມື່ອໃດ?
ຄຳຕອບ : ທ່ານສາດສະດາມູຮໍາມັດ ﷺ ເກີດໃນປີຊ້າງ, ວັນຈັນ ວັນທີ່ 12 ເດືອນ ຣໍບີອຸລ ເອົາວັລ (ເດືອນ 3 ຕາມປະຕິທິນອິສລາມ) .
ຄຳຖາມທີ່ 5 : ທ່ານຖືກເກິດໃນເມືອງໃດ?
ຄຳຕອບ: ໃນເມືອງມັກກະຫ໌.
ຄຳຖາມທີ່ 6 : ໃຜເປັນຜູ້ໃຫ້ນົມ ແລະ ເບິ່ງແຍງທ່ານ ນອກເໜືອຈາກແມ່ຂອງທ່ານ?
ຄຳຕອບ: - ແມ່ບ້ານຂອງພໍ່ຂອງທ່ານ ນາມວ່າ ອຸມມຸ ໄອມັນ.
- ແມ່ບ້ານຂອງອາຂອງທ່ານ ອາບີລະຮັບ , ສຸໄວບະຫ໌
- ແມ່ນົມ ຮາລີມະຫ໌ ອັສສະອາດີ.
ຄຳຖາມທີ່ 7: ເມືອໃດທີ່ແມ່ຂອງທ່ານນະບີເສຍຊີວິດ?
ຄຳຕອບ : ແມ່ຂອງທ່ານນະບີຊີວິດໃນຂະນະທີ່ທ່ານມີອາຍຸ 6 ປີ, ແລະໄດ້ຢູ່ພາຍໃຕ້ການເບິ່ງແຍງຂອງລຸງ ອັບດຸລ ມຸດຕໍລິບ.
ຄຳຖາມທີ່ 8: ໃຜເປັນຜູ້ເບິ່ງແຍງທ່ານນະບີຕໍ່ ຫຼັງຈາກລຸງຂອງທ່ານເສຍຊີວິດລົງ?
ຄຳຕອບ: ຫຼັງຈາກການເສຍຊີວິດລຸງຂອງທ່ານນະບີ ໃນຂະນະທີ່ທ່ານມີອາຍຸ 8 ປີ, ທ່ານກໍ່ໄດ້ຢູ່ພາຍໃຕ້ການເບິ່ງແຍງດູແລຂອງອາບ່າວ ອາບູ ມຸດຕໍລິບ.
ຄຳຖາມທີ່ 9: ເມືອໃດທີ່ທ່ານນະບີໄດ້ອອກເດິນທາງໄປທີ່ເມືອງຊາມກັບອາວຂອງທ່ານ?
ຄຳຕອບ : ອອກເດີນທາງໄປເມືອງຊາມກັບອາວຂອງທ່ານຕອນອາຍຸ 12 ປີ.
ຄຳຖາມທີ່ 10: ເມືອໃດທີ່ທ່ານໄດ້ອອກເດີນທາງເທື່ອທີ່ສອງ?
ຄຳຕອບ: ທ່ານໄດ້ອອກເດິນເທື່ອທີ່ສອງເພື່ອໄປຄ້າຂາຍໃຫ້ກັບທ່ານນາງຄໍດີຈະຫ໌ ຣໍດີຍັລລໍຮຸ ອັນຮູ, ແລ້ວຫຼັງຈາກກັບມາທ່ານໄດ້ແຕ່ງງານກັບທ່ານນາງຄໍດີຈະຫ໌, ໃນຂະນະທີ່ທ່ານນະບີຊໍລລັລລໍຮຸອະໄລຮິ ວະສັລລຳ ອາຍຸໄດ້ 25 ປີ.
ຄຳຖາມທີ່ 11: ຊາວກູຣໍຊໄດ້ບູລານະ ກະບະຫ໌ຂຶ້ນໃໝ່ເມື່ອໃດ?
ຄຳຕອບ : ຊາວກຸຣໍຊໄດ້ເຮັດການຕໍ່ເຕິມບູລານະ ອາຄານກະບະຫ໌ຂຶ້ນໃຫມ່, ຊ່ວງທີ່ທ່ານນະບີອາຍຸ 35 ປີ.
ແລະ ດ້ວຍສະຕິປັນຍາອັນສະລຽວສະຫຼາດຂອງທ່ານນະບີ ເມື່ອເກິດຂໍ້ຂັດແຍ້ງລະຫວ່າງເຜົາກຸຣໍຊທີ່ຈະເລືອກຜູ້ໃດມາວ່າງຫິນດຳ (ຕ່າງຄົນກໍ່ຕ້ອງການທີ່ຈະເປັນຄົນເຮັດ ໂດຍຕົກລົງກັນບໍ່ໄດ້) ທ່ານນະບີຈຶ່ງໄດ້ນຳຜ້າມາ ແລະ ໄດ້ວ່າງກອນຫິນລົງບົນຜ້ານັ້ນ ແລ້ວໃຫ້ທັ້ງສີເຜົາກູຣໍຊຈັບຄອບຜ້າຜືນນັ້, ຫຼັງຈາກນັ້ນກໍ່ຍົກຜ້າຂຶ້ນເພື່ອວ່າງຫິນໃນມຸ່ມຂອງມັນ, ແລະ ໄດ້ວ່າງຫິນນັ້ນດ້ວຍມືຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ.
ຄຳຖາມທີ່ 12: ທ່ານສາສະດາມຸຮຳມັດຖືກແຕ່ງຕັ້ງໃຫ້ເປັນນະບີຕອນທີ່ທ່ານອາຍຸເທົ່າໃດ? ແລະ ຖືກແຕ່ງຕັ້ງມາເພື່ອຫຍັງ?
ຄຳຕອບ: ທ່ານຖືກແຕ່ງຕັ້ງໃຫ້ເປັນສາດສະດາ(ນະບີ) ຕອນອາຍຸ 40 ປີ, ແລະ ຖືກບັນຊາໃຫ້ເປັນຜູ້ແຈ້ງຂ່າວ ແລະ ຕັກເຕືອນແກ່ມະນຸດຊາດທັ້ງມວນ.
ຄຳຖາມທີ່ 13: ສິ່ງທໍາອິດທີ່ເລີ່ມຕົ້ນໃນການປະທານວະຫ໌ຮີ ແມ່ນຫຍັງ?
ຄຳຕອບ: ມັກຈະມາໃນຮູບແບບຝັນທີ່ເປັນຄວາມຈິງ, ແລະ ທ່ານຈຶ່ງບໍ່ເຫັນຄວາມຝັນໃດໆ ເວັ້ນແຕ່ມັນຈະເກີດຂື້ນຈິງ ເໝືອນກັບແສງອາທິດຍາມເຊົ້າ.
ຄຳຖາມທີ່ 14: ກ່ອນການປະທານວະຫ໌ຮີ ທ່ານມີສະພາບເປັນແນວໃດ? ແລະ ຄັ້ງທໍາອິດທີ່ມີການປະທານວະຫ໌ຮີລົງມາແກ່ທ່ານ ເກີດຂື້ນບ່ອນໃດ?
ຄຳຕອບ: ທ່ານໄດ້ປີກໂຕເພື່ອປະກອບການນະມັດສະການຕໍ່ອັລລໍຫ໌ໃນຖ້ຳຫິຣໍ ແລະ ໄດ້ຈັດກະກຽມອາຫານເພື່ອຢູ່ທີ່ນັ້ນ.
ແລະ ວະຫ໌ຮີໄດ້ຖືກປະທານແກ່ທ່ານ ໃນຂະນະທ່ານຢູ່ໃນຖ້ຳເພື່ອນະມັສການ.
ຄຳຖາມທີ່ 15: ບົດອາຍະຫ໌ ອັລກຸຣອ່ານ ທຳອິດທີ່ຖືກປະທານລົງມາແມ່ນຫຍັງ?
ຄຳຕອບ: ຄື ອາຍະຫ໌ທີ່ພຣະອົງຕຣັດວ່າ: ຄວາມວ່າ (ຈົ່ງອ່ານ! ດ້ວຍພຣະນາມແຫ່ງພຣະເຈົ້າຂອງເຈົ້າ ຜູ້ຊົງບັງເກິດ 1 ຊົງບັງເກີດມະນຸດຈາກກ້ອນເລືອດ 2 ຈົ່ງອ່ານເຖິດ ແລະ ພຣະເຈົ້າຂອງເຈົ້ານັ້ນຜູ້ຊົງໃຈບຸນຍິ່ງ 3 ຜູ້ຊົງສອນການໃຊ້ປາກກາ 4 ຜູ້ຊົງສອນມະນຸດໃນສິ່ງທີ່ເຂົາບໍ່ຮູ້ 5 [ອັລ-ອະລັກ 1-5].
ຄຳຖາມທີ່ 16: ໃຜຄືຜູ້ທີ່ເຊື່ອຕໍ່ການຖືກແຕ່ງຕັ້ງເປັນຜູ້ທຳອິດ?
ຄຳຕອບ : ຈາກບັນດາຊາຍແມ່ນ: ທ່ານອະບູບັກກັຣ ອັຊສິດດີກ.
- ຈາກບັນດາແມ່ຍິງແມ່ນ: ທ່ານຍິງຄໍດີຍະຫ໌ ບິນຕິ ຄຸໄວລິດ.
- ແລະ ຈາກບັນດາເດັກນ້ອຍແມ່ນ: ທ່ານອາລີ ບິນ ອາບີຕໍລິບ.
- ແລະຈາກບັນດາຜູ້ຖືກໄຖ່ທາສ : ທ່ານໄຊດ໌ ບິນ ຫາຣິຊະຫ໌.
- ແລະ ຈາກບັນດາທາສ : ທ່ານບິລາລ ອັລຮາບະຊີ (ຣໍດີຍັລລໍຮຸ ອັນຮຸມ).
ຄຳຖາມທີ່ 17 : ການເຜີຍແຜ່ສາສະໜາອິສລາມເປັນຈັງໃດໃນຊ່ວງນັ້ນ?
ຄຳຕອບ: ການເຜີຍເເຜ່ສາສະໜາໃນຊ່ວງທຳອິດແມ່ນ ແບບລັບໆ 3 ປີ, ຫຼັງຈາກນັ້ນທ່ານນະບີໄດ້ຖືດບັນຊາໃຫ້ເຜີຍແຜ່ອິສລາມແບບເປິດເຜີຍ.
ຄຳຖາມທີ່ 18: ສະພາບຂອງທ່ານນະບີ ﷺ ແລະບັນດາຜູ້ທີ່ເຊື່ອຕາມທ່ານຫຼັງຈາກການປະກາດອິສລາມຢ່າງເປີດເຜີຍມີສະພາບເປັນແນວໃດ?
ຄຳຕອບ : ບັນດາມຸຊຣີກີນ(ຜູ້ບູຊາຮູບປັ່ນ) ໄດ້ທຳຮ້າຍຕໍ່ທ່ານ ແລະ ບັນດາມຸສລິມຢ່າງຫນັກໜ່ອງ, ຈົນກະທັ່ງມີບັນຊາອະນຸຍາດໃຫ້ບັນດາຜູ້ສັດທາອົບພະຍົບໄປຢັງເມືອງນະຈາຊີ ໃນປະເທດຮາບາຊະຫ໌ (ອິທິໂອເປຍປັດຈຸບັນ).
ແລະ ບັນດາຜູ້ບູຊາຮູບຈະເວັດໄດ້ພ້ອມໃຈກັນໃນການທຳຮ້າຍ ແລະ ຕັ້ງໃຈທີ່ຈະຂ້າທ່ານນະບີ ﷺ ແຕ່ດ້ວຍການປົກປ້ອງຈາກພຣະອົງອັລລໍຫ໌ ຈຶ່ງເຮັດໃຫ້ລຸງຂອງທ່ານກໍ່ຄື ອະບູ ຕໍລິບ ຄຸ້ມຄອງດູແລລ້ອມຮອບທ່ານນະບີໃຫ້ປອດໄພຈາກພວກເຂົາ.
ຄຳຖາມທີ່ 18: ໃນປີທີ່ 10 ແຫ່ງການແຕ່ງຕັ້ງຂອງທ່ານນະບີ ມີໃຜແດ່ທີ່ເສຍຊີວິດ?
ຄຳຕອບ: ລຸງຂອງທ່ານ ອະບູ ຕໍລິບ, ແລະ ພັນລະຍາສຸດທີ່ຮັກຂອງທ່ານ ຄໍດີຈະຫ໌ ຣໍດີຍັລລໍຮຸ ອັນຮາ.
ຄຳຖາມທີ່ 20: ເຫດການອິສຣໍມຽະຣອຕ ເກິດຂຶ້ນປີໃດ?
ຄຳຕອບ : ເຫດການຕັ້ງກ່າວເກິດຂຶ້ນຕອນອາຍຸຂອງທ່ານໄດ້ 50 ປີ, ແລະ ເປັນການຂຶ້ນໄປຮັບການນະມາຊການຯ ລະຫມາດ 5 ເວລາ.
- ອິສຣໍ ໝາຍເຖິງ: ການເດິນທາງຈາກມັສຍິດຫາຣອມ ມັກກະຫ໌ ໄປຢັງມັສຍິດອັກສໍ.
- ມຽະຣອຕ ໝາຍເຖິງ: ການສະເດັດຂຶ້ນຝາກຟ້າຈາກມັສຍິດອັກສໍ ໄປຢັງ ບັນດາຊັ້ນຟ້າ, ຈົນຮອດຕົ້ນໄມ້ສິຕເຣາະ ມຸນຕະຮາ.
ຄຳຖາມທີ່ 21: ທ່ານນະບີມຸຮຳມັດ ຊລ, ເຄີຍອອກໄປເຊີນຊວນຊາວເມືອງອື່ນທີ່ນອກຈາກມັກກະຫ໌ບໍ່?
ຄຳຕອບ: ທ່ານເຄີຍອອກໄປເຊີນຊວນຊາວເມືອງຕໍອິຟ ແລະ ທ່ານຈະປະກົດຕົນໃນເທດສະການຕ່າງໆ ແລະ ບ່ອນຊຸມນຸມຂອງຜູ້ຄົນ, ຈົນກະທັ້ງຊາວເມືອງມາດີນະຫ໌ ຈາກກຸ່ມອັນສໍຣໄດ້ມາ ແລະ ເຊື່ອມັ້ນໃນການເປັນນະບີຂອງທ່ານ ແລະໄດ້ສັນຍາທີ່ຈະຊ່ວຍເຫຼືອທ່ານ.
ຄຳຖາມທີ່ 22: ທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ເຊີນຊວນດະວະຫ໌ໃນເມືອງມັກກະຫ໌ເປັນລະຍະເວລາຈັກປີ?
ຄຳຕອບ: ເປັນລະຍະເວລາ ທັ້ງໝົດ 13 ປີ.
ຄຳຖາມທີ່ 23 : ທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ອົບພະຍົບໄປທີ່ໃດ?
ຄຳຕອບ: ຈາກເມືອງມັກກະຫ໌ ໄປຢັງເມືອງມາດີນະຫ໌.
ຄຳຖາມທີ່ 24: ທ່ານນະບີໄດ້ພັກອະໄສຢູ່ເມືອງມາດີນະຫ໌ຈັກປີ?
ຕອບ: 10 ປີ.
ຄຳຖາມທີ່ 25: ຂໍ້ບັງຄັບໃດແດ່ທີ່ຖືກນຳມາໃຊ້ໃນເມືອງມາດີນະຫ໌ ຈາກກົດໝາຍຂອງອິສລາມ?
ຄຳຕອບ: ຂໍ້ບັງຄັບການຈ່າຍຊະກາດ, ການຖືສິນອົດ, ການເຮັດຫັຈ, ການຈິຮາດ (ປົກປ້ອງຊີວິດ), ແລະ ການອະຊານ ແລະ ອື່ນໆ ຈາກກົດໝາຍຂອງອິສລາມ.
ຄຳຖາມທີ່ 26: ສົງຄາມທີ່ສຳຄັນໃນປະຫວັດສາດອິສລາມມີຫຍັງແດ່?
ຄຳຕອບ: - ສົງຄາມບະດັຣ ອັລກຸບຣໍ: ໃນປີທີ່ສອງແຫ່ງການອົບພະຍົບ (ຮິດຈະເຣາະຫ໌).
- ສົງຄາມອູຮຸດ : ໃນປີທີ່ສາມແຫ່ງການອົບພະຍົບ.
ສົງຄາມອັລອະຫ໌ຊາບ: ໃນປີທີ່ຫ້າແຫ່ງການອົບພະຍົບ.
- ສົງຄາມການພິຊິດມັກກະຫ໌ : ໃນປີທີ່ແປດແຫ່ງການອົບພະຍົບ.
ຄຳຖາມທີ່ 27: ໂອງການສຸດທ້າຍທີ່ຖືກປະທານລົງມາແມ່ນໂອງການໃດຈາກອັລກຸຣອານ?
ຄຳຕອບ: ດັງທີ່ພຣະອົງຕຣັດວ່າ: ຄວາມໝາຍ: (ແລະ ພວກເຈົ້າຈົ່ງຍຳເກຣງມື້ຫນຶ່ງ ເຊິ່ງພວກເຈົ້າຈະຖືກນຳກັບໄປຢັງອັລລໍຫ໌ ໃນມື້ນັ້ນແລ້ວ ແຕ່ລະຊີວິດຈະຖືກຕອບແທນໂດຍຄົບຖ້ວນ ຕາມທີ່ຊີວິດນັ້ນໄດ້ສະແວງຫາໄວ້ ແລະ ພວກເຂົາຈະບໍ່ຖືກອະທັມ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:281].
ຄຳຖາມທີ່ 28: ທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ເສຍຊີວິດເມື່ອໃດ? ແລະ ທ່ານມີອາຍຸ ເທົ່າໃດ?
ຄຳຕອບ: ທ່ານເສຍຊີວິດໃນເດືອນ ຣໍບິອຸລ ເອົາວັນ, ໃນປີທີ່ 11 ຂອງການຮິດຈະເຣາະຫ໌, ໂດຍທ່ານມີອາຍຸ ຮອດ 63 ປີ.
ຄຳຖາມທີ່ 29: ຈົ່ງບອກຊື່ຂອງບັນດາພັນລະຍາຂອງທ່ານນະບີ.
ຄຳຕອບ : 1. ທ່ານຍິງຄໍດີຍະຫ໌ ບິນຕິ ຄຸໄວລິດ ຣໍດີຍັລລໍຮຸ ອັນຮາ.
2. ທ່ານຍິງເຊົາດະຫ໌ ບິນຕິ ຊັມອະຫ໌ ຣໍດີຍັລລໍຮຸ ອັນຮາ.
3. ທ່ານຍິງອາອີຊະຫ໌ ບິນຕິ ອະບີ ບັກກັຣ ຣໍດີຍັລລໍຮຸ ອັນຮາ.
4. ທ່ານຍິງ ຮັຟເສາະ ບິນຕິ ອຸມັຣ ຣໍດີຍັລລໍຮຸ ອັນຮາ.
5. ທ່ານຍິງໄຊນັບ ບິນຕິ ຄຸໄຊມະຫ໌ ຣໍດີຍັລລໍຮຸ ອັນຮາ.
6. ທ່ານຍິງ ອຸມມຸ ສະລາມະຫ໌ ບິນຕິ ອະບີ ອຸໄມຍະ ຣໍດີຍັລລໍຮຸ ອັນຮາ.
7. ທ່ານຍິງ ອຸມມຸ ຮາບີບະຫ໌ ບິນຕິ ອາບີ ຊຸຟຢານ ຣໍດີຍັລລໍຮຸ ອັນຮາ.
8. ທ່ານຍິງ ຈຸໄວຣີຍະຫ໌ ບິນຕິ ອັລຫາຣີສ ຣໍດີຍັລລໍຮຸ ອັນຮາ.
9. ທ່ານຍິງ ໄມມູນະຫ໌ ບິນຕິ ອັລຫາຣີສ ຣໍດີຍັລລໍຮຸ ອັນຮາ.
10. ທ່ານຍິງ ຊໍຟີຍະຫ໌ ບິນຕິ ຍະຫ໌ຢາ ຣໍດີຍັລລໍຮຸ ອັນຮາ.
11. ທ່ານຍິງ ໄຊນັບ ບິນຕິ ຈິຮັຊ ຣໍດີຍັລລໍຮຸ ອັນຮາ.
ຄຳຖາມທີ່ 30: ບັນດາລູກໆ ຂອງທ່ານນະບີມີໃຜແດ່?
ຄຳຕອບ: ທ່ານມີລູກຊາຍ 3 ຄົນຄື:
- ກໍຊີມ, ທ່ານຖືກເອີ້ນດ້ວຍຊາຍານີ້ ອາບູກໍຊີມ.
- ອັບດຸລລໍຫ໌.
- ອິບຣໍຫີມ.
ແລະ ທ່ານມີລູກສາວສີ່ຄົນຄື:
- ຟາຕີມະຫ໌.
- ຣູກອຍຢະຫ໌.
- ອຸມມຸ ກັລສູມ.
- ໄຊນັບ.
ລູກທຸກຄົນແມ່ນເກິດຈາກທ່ານນາງຄໍດີຍະຫ໌ ຣໍດິຍັລລໍຮຸ ອັນຮຸ, ຢົກເວັ້ນ ອິບຣໍຫີມ ເປັນລູກຂອງມາຣີຍະຫ໌ ອັລກຸບຕອຍະຫ໌, ແລະທັ້ງໝົດແມ່ນເສຍຊີວິດລົງກ່ອນທ່ານນະບີ ເຫຼືອແຕ່ທ່ານຍິງຟາຕີມະຫ໌ ທີ່ເສຍຊີວິດຫຼັງຈາກທ່ານນະບີ 6 ເດືອນ.
ຄຳຖາມທີ່ 31: ຈົ່ງຍົກຕົວຢ່າງບ້າງຄຸນນະລັກສະນະ ແລະ ມາລະຍາດຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ມາເບິ່ງ?
ຄຳຕອບ: ທ່ານນະບີອັນເປັນທີ່ຮັກຂອງພວກເຮົາ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ມີຮ່າງກາຍປານກາງ ບໍ່ເຕ້ຍ ແລະ ບໍ່ສູງເກີນໄປ ຄືຢູ່ລະຫວ່າງທັ້ງສອງນັ້ນ, ຜິວຂາວປະສົມສີແດງ, ມີຫນວດຫນາ, ດວງຕາໃຫຍ່, ປາກໃຫຍ່, ຜົມສີດໍາເຂັ້ມ, ຫົວໄຫຼ່ໃຫຍ່, ມີກິ່ນຫອມດີ, ແລະ ອື່ນໆ ອີກຫຼາຍຢ່າງໃນຄວາມງາມຂອງຮູບຮ່າງຂອງທ່ານ.
ຄຳຖາມທີ່ 32: ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ຖິ້ມຫຍັງໄວ້ແດ່ໃຫ້ກັບອຸມມະຫ໌ ປະຊາຊາດຂອງທ່ານ?
ຄຳຕອບ: ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ຖິ້ມໃຫ້ກັບອຸມະຫ໌ຂອງທ່ານ ຄືກັບສາຍທາງສີ່ຂາວ, ກາງຄືນຂອງມັນກໍ່ເຫມືອນກາງເວັນ, ຜູ້ໃດທີ່ຫັນແຮອອກຈາກມັນກໍ່ຈະພົບແຕ່ຄວາມພິນາດ. ທ່ານນະບີບໍ່ໄດ້ປ່ອຍໃຫ້ມີຄວາມດີໃດ ໆ ໂດຍທີ່ທ່ານຫຍັງບໍ່ທັນຊີ້ນຳໃຫ້ອຸມະຫ໌ຂອງທ່ານ, ແລະ ບໍ່ໄດ້ປ່ອຍໃຫ້ມີຄວາມຊົ່ວໃດ ໆ ໂດຍທີ່ທ່ານຫຍັງບໍ່ທັນຕັກເຕືອນໃຫ້ພວກເຂົາລະມັດລະວັງ.
*******
ພາກວິຊາການອັດທະທິບາຍອັລກຸຣອານ
ຄວາມຮູ້ດ້ານການຕັຟຊີຣ:
ການຕີຄວາມໝາຍ (ຕັຟຊີຣ): ຄືຄວາມຮູ້ວິຊາການ ຄວາມໝາຍຂອງອາຍາຕໃນຄຳພີອັລກຸຣອານ ທີ່ປະກອບໄປດ້ວຍການຊີ້ນຳໃນເລື່ອງຫຼັກຄວາມເຊື່ອ (ຫລັກຄຳສອນ), ການເຮັດອີບາດະຫ໌ (ລະຫມາດ) ແລະ ການປະກອບສາສະນະກິດອື່ນ ໆ, ຄຸນນະທັທ ຈະລິຍາທັມ, ສິ່ງທີ່ອະນຸຍາດ ແລະສິ່ງທີ່ບໍ່ອະນຸຍາດ, ຄຳສັ່ງ ແລະ ຄຳສັ່ງຫ້າມ ແລະ ສິ່ງອື່ນໆ.
ຂໍ້ສົ່ງເສິ່ມ: ພາກວິຊານີ້ຈະຕ້ອງທ່ອງຈຳອາຍະຫ໌ຕ່າງ ໆ ແລະ ເຮັດຄວາມເຂົ້າໃຈຄວາມໝາຍຂອງມັນ.
ຖາມ 1: ຈົ່ງອ່ານບົດອັລ-ຟາຕີຫະຫ໌ ແລະ ບອກຄວາມໝາຍຂອງມັນ.
ຕອບ: ສຸເຣາະຫ໌ອັລ-ຟາຕີຫະຫ໌ ແລະ ອັດທາທິບາຍ:
( 1 ບິສມິລລາ ຫິຣເຣາະມານ ນິຣເຣາະຮີມ) ( 2 ອັລຮັມດຸ ລິລລາຮິ ຣອບບິລ ອາລາມີນ) ( 3 ອັຣເຣາະມານ ນິຣເຣາະຮີມ) ( 4 ມາລິກິ ເຢົາມິດດິນ) ( 5 ອີຍາການະ ບຸດຸ ວາອີຍາ ການັສຕະອີນ) ( 6 ອິຫ໌ ດິນັສ ສີຣໍ ຕັລມຸສຕະກີມ) ( 7ສີຣໍ ຕັລລະຊິ ນະອັນອຳ ຕະອາໄລຫິມ ກ໊ອຍຣິລ ມັກດູ ບິອາໄລຫິມ ວາລັດດອນລີ່ນ) [ສຸເຣາະຫ໌ ອັລ-ຟາຕີຮະຫ໌ : 1-7].
ອັດທະທິບາຍຄວາມໝາຍ:
ທີ່ໄດ້ຊື່ວ່າ ອັລ-ຟາຕີຫະຫ໌ຢ່ອນວ່າ; ເປັນບົດເປິດຄຳພີອັລກຸຣອານ.
1. ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປຣານີ ຜູ້ຊົງເມດຕາສະເໝີ (ບິສມິລລາຫ໌ ເປັນການເລິ່ມເພື່ອຈະອ່ານອັລ-ກຸຣອານ, ຂໍຄວາມຊ່ວຍເຫຼືອຈາກອັລລໍຫ໌ ຕະອາລາ ພ້ອມທັງສະເເວງຫາຄວາມເປັນສິລິມົງຄົນດ້ວຍການກ່າວເຖິງພຣະນາມຂອງພຣະອົງ.
- ຄຳວ່າ (ອັລລໍຫ໌) ໝາຍເຖິງ: ຜູ້ທີ່ຄວນແກ່ການກາບໄຫວ້ຢ່າງແທ້ຈິງ, ແລະ ບໍ່ມີໃຜສາມາດຕັ້ງຊື່ນີ້ໄດ້ນອກຈາກພຣະອົງຜູ້ຊົງບໍລິສຸດເທົ່ານັ້ນ.
- (ອັຣເຣາະ ມານ) ໝາຍເຖິງ: ຜູ້ຊົງມີຄວາມເມດຕາອັນກວ້າງຂວາງ, ເຊິ່ງຄວາມເມດຕາຂອງພຣະອົງຄອບຄຸມເໜືອທຸກສັບພະສິ່ງ.
- (ອັຣ ຣໍຫິມ) ຫມາຍເຖິງ: ຜູ້ຊົງມີຄວາມເມຕາ ທີ່ມີໄວ້ສຳຫຼັບຜູ້ສັດທາເທົ່ານັ້ນ.
2. ການສັນລະເສິນທັ້ງໝົດທັ້ງມວນ ເປັນສິດທິຂອງອັລລໍຫ໌ ພຣະເຈົ້າແຫ່ງຈັກກະວານໂລກ ໝາຍເຖິງ: ທຸກ ໆ ການສັນລະເສິນສະດຸດີບົນ ຄວາມສົມບູນແບບທຸກປະການໃນໂລກນີ້ ເປັນສິດຂອງພຣະອົງອັລລໍຫ໌ເທົ່ານັ້ນ.
3. ຜູ້ຊົງກະລຸນາປຣານີ ຜູ້ຊົງເມດຕາສະເໝີ ໝາຍເຖິງ: ພຣະຜູ້ຊົງມີຄວາມເມດຕາອັນກວ້າງຂວາງ, ເຊິ່ງຄວາມເມດຕາຂອງພຣະອົງຄອບຄຸມເໜືອທຸກສັບພະສິ່ງ, ແລະ ອັລລໍຫ໌ຜູ້ຊົງມີຄວາມເມດຕາພິເສດໄວ້ສະເພາະມຸມິນຜູ້ສັດທາ.
4. ພຣະອົງເປັນເຈົ້າຂອງແຫ່ງວັນຕອບແທນ: ກໍ່ຄືວັນກີຍາມະຫ໌ ມື້ສິ້ນໂລກ
5. ມີພຽງພຣະອົງເທົ່ານັ້ນທີ່ພວກເຮົາສັກກາລະພັກດີ, ແລະພຽງພຣະອົງເທົ່ານັ້ນທີ່ພວກເຮົາຂໍຄວາມຊ່ວຍເຫລືອ ໝາຍເຖິງ: ເຮັດການນະມາຊການຕໍ່ພຣະອົງພຽງອົງດຽວ ແລະ ຂໍຄວາມຊ່ວຍເຫຼືອຈາກພຣະອົງພຽງອົງດຽວ.
6. ຂໍພຣະອົງຊົງຊີ້ນຳພວກເຮົາໃຫ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ: ນັ້ນກໍ່ຄື ທາງນຳທີ່ຖືກຕ້ອງຕາມຄຳລອງຂອງສາດສະໜາ ແລະ ແບບຢ່າງຂອງທ່ານນະບີ.
7. ຄືເສັ້ນທາງຂອງຜູ້ທີ່ພຣະອົງໄດ້ປະທານຄວາມເມດຕາ, ບໍ່ແມ່ນເສັ້ນທາງຂອງຜູ້ທີ່ຖືກພຣະອົງກຽດກິ້ວ, ແລະ ບໍ່ແມ່ນແນວທາງຂອງຜູ້ທີ່ຫລົງຜິດ). ໝາຍເຖິງ: ເສັ້ນທາງແຫ່ງການເຄົາລົບພັກດີຕໍ່ອັລລໍຫ໌ ຂອງບັນດາຜູ້ຊົງທັມ ຈາກບັນດາອັມບິຍາ ແລະ ຜູ້ທີ່ປະຕິບັດຕາມພວກເຂົາ, ບໍ່ແມ່ນແນວທາງຂອງພວກນະຊໍຣໍ ແລະ ພວກຍະຮູດ.
- ແລະມີສຸນນະຫ໌ໃຫ້ກ່າວ "ອາມີນ" ຫຼັງຈາກສຸເຣາະຫ໌ຟາຕິຫະຫ໌, ໝາຍເຖິງ: ຂໍພຣະອົງຊົງຕອບຮັບດ້ວຍເຖິດ.
ຖາມ 2 : ຈົ່ງອ່ານສູເຣາະຫ໌ ອັຊ-ຊັລຊີລະຫ໌ ແລະ ພ້ອມບອກຄວາມໝາຍມາ.
ຕອບ: ສູເຣາະຫ໌ ອັຊ-ຊັລຊີລະຫ໌ ແລະ ອັດທະທິບາຍແມ່ນ:
(1 ອິຊາ ຊຸລ ຊີລາຕິລ ອັຣດຸ ຊິລຊາ ລະຮາ) (2 ວະອັຄ ຣໍຈະຕິລ ອັຣດຸ ອັຊກໍລະຮາ) (3 ວະກໍລັລ ອິນຊານຸ ມາລະຮາ) (4 ເຢົາມະອິຊິນ ຕຸຮັດດິສຸ ອັຄບາຣໍຫາ) (5 ບິອັນນະ ຣອບບະກາ ເອົາຮາ ລະຮາ) (6 ເຢົາມະ ອິຊີ ຍັສດຸຣູນ ນາສຸ ອັຊຕາຕັລ ລິຍຸເຣົາ ອະມາລະຮຸມ) (7 ຟະໄມ ຍະມັລ ມິສກໍລະ ຊັຣຣໍຕິນ ຄ່ອຍຣ່ອຍ ຍະເຣາະຫ໌) (8 ວະໄມ ຍະມັລ ມິສກໍລະ ຊັຣຣໍຕິນ ຊັຣ ຣ່ອຍ ຍະເຣາະຫ໌) [ສຸເຣາະຫ໌ ອັຊ-ຊັລຊີລະຫ໌ : 1-8].
ອັດທະທິບາຍຄວາມໝາຍ:
1. ເມື່ອແຜນດິນຖືກໃຫ້ສັ່ນໄຫວຢ່າງສັ່ນສະທ້ານຂອງມັນ : *ເມື່ອແຜນດິນໄດ້ເຄື່ອນໄຫວ ແລະ ສັ່ນສະເທືອນຢ່າງຮຸນແຮງອັນເນື່ອງຈາກໄດ້ເກີດວັນກີຍາມະຫ໌ຂຶ້ນແລ້ວ.
2. ເມື່ອແຜນດິນໄດ້ລະບາຍຂອງໜັກມັນອອກມາ : * ແຜນດິນຈະລະບາຍສິ່ງທີ່ໜັກອອກເຊັ່ນ ຂຸມຊັບທີ່ຖືກສະສົມໄວ້ ແລະຄົນຕາຍອອກມາ.
3. ມະນຸດຈະກ່າວຂຶ້ນວ່າ ເກີດຫຍັງຂຶ້ນກັບມັນ : * ມະນຸດຈະມຶນງົງ ແລະ ກ່າວອອກມາດ້ວຍຄວາມປະຫຼາດໃຈວ່າ : ແມ່ນຫຍັງຫນໍເຮັດໃຫ້ແຜ່ນດິນສັ່ນສະເທືອນ ແລະ ປັ່ນປ່ວນເຊັ່ນນີ້?!
4. ໃນວັນນັ້ນມັນຈະບອກຂ່າວຄາວຂອງມັນ : * ໃນວັນອັນຍາກລຳບາກນັ້ນ, ແຜນດິນຈະບອກຂ່າວຄາວຂອງມະນຸດທຸກຄົນທີ່ກະທຳຄວາມດີ ຫຼື ຄວາມຊົ່ວໄວ້ໃນແຜນດິນ.
5. ຄວາມຈິງພະເຈົ້າໄດ້ມີບັນຊາແກ່ມັນ. *ເພາະວ່າພຣະເຈົ້າຂອງມັນ ຊົງອະນຸມັດໃຫ້ມັນບອກຂ່າວຄາວທີ່ໄດ້ເກີດຂຶ້ນຈາກການກະທຳຂອງມະນຸດ.
6. ໃນວັນນັ້ນມະນຸດຈະກະຈາຍອອກມາເປັນໝູ່ໆ ເພື່ອພວກເຂົາຈະຖືກໃຫ້ເຫັນຜົນງານຂອງພວກເຂົາ : * ໃນວັນອັນຍິ່ງໃຫຍ່ນັ້ນ, ວັນທີ່ແຜ່ນດິນສັ່ນສະເທືອນ ມະນຸດຈະອອກມາສະສາງບັນຊີຂອງພວກເຂົາໂດຍກະຈ່າຍອອກມາເປັນໝູ່ໆ ເພື່ອຈະໄດ້ເຫັນ ຜົນງານແຕ່ລະຄົນ ທີ່ໄດ້ກະທຳໄວ້ໃນໂລກດຸນຍາ.
7. ດັ່ງນັ້ນ, ຜູ້ໃດກະທຳຄວາມດີໜັກເທົ່າລະອອງທຸລີ ເຂົາກໍ່ຈະເຫັນມັນ : * ດັງນັ້ນ ຜູ້ໃດທີ່ກະທຳຄວາມດີ ຫຼື ຄວາມຊອບທັມ ແມ້ພຽງເທົ່າກັບນ້ຳໜັກມົດໂຕນ້ອຍໆ ລາວກໍ່ຈະເຫັນມັນຢູ່ຕໍ່ໜ້າ.
8. ແລະ ສ່ວນຜູ້ໃດກະທຳຄວາມຊົ່ວໜັກເທົ່າລະອອງທຸລີ ເຂົາກໍ່ຈະເຫັນມັນ : * ແລະ ຜູ້ໃດທີ່ກະທຳຄວາມຊົວ ຫຼື ຄວາມອະຍຸດຕິທັມ ລາວກໍ່ຈະເຫັນມັນຢູ່ຕໍ່ໜ້າ.
ຖາມ 3 : ຈົ່ງອ່ານສູເຣາະຫ໌ ອັລ-ອາດິຍາຕ ແລະ ພ້ອມບອກຄວາມໝາຍມາ.
ຕອບ: ສູເຣາະຫ໌ ອັລ-ອາດິຍາຕ ແລະ ອະທິບາຍຄວາມໝາຍມັນ:
(1 ວັລ ອາດິຍາ ຕິດ໋ອບຮາ) (2 ຟັລມຸຣິ ຍາຕິ ກ໋ອດຮາ) (3 ຟັລມຸກິ ຣໍຕິ ຊູບຮາ) (4 ຟາອະຊັຣ ນາບິຮິ ນັກອາ) (5 ຟະວາ ສັດຕໍນາ ບິຮິ ຈັມອາ) (6 ອິນນັລ ອິນຊານະ ລິຣອບບິຮິ ລະກະນູດ) (7 ວະອິນນະຮຸ ອະລາ ຊາຣິກະ ລະຊາຫີດ) (8 ວະອິນນະຮຸ ລະຮຸບບິລ ຄ໋ອຍຣິ ລະຊາດີດ) (9 ອະຟາລາ ຢະລາມຸ ອິຊາ ບັວະ ຊິຣໍ ມາຟິລ ກຸບູຣ) (10 ວະຮຸສສິຣໍ ມາຟິສສຸດູຣ) (11 ອິນນະ ຣ໊ອບບະຮຸມ ບິຮິມ ເຍົາມະອິຊິນ ລະຄໍບິຣ) [ສຸເຣາະຫ໌ ອັລ-ອາດິຍາຕ: 1-11].
ອັດທະທິບາຍຄວາມໝາຍ:
1. ຂໍສາບານດ້ວຍມ້າທີ່ສົ່ງສຽງຫອບ ຂະນະແລ່ນ : * ອັລລໍຫ໌ ຕະອາລາ ຊົງສາບານດ້ວຍມ້າທີ່ໄດ້ຮ່ວມເຂົ້າຕໍ່ສູ້ໃນແນວທາງຂອງອັລລໍຫ໌, ໂດຍທີ່ມັນແລ່ນເຂົ້າສູ່ສະໜາມ ແລະ ມີສຽງຫອບຮັກໆ ເນຶ່ອງຈາກຄວາມເມື່ອຍຂອງມັນ.
2. ແລ້ວດ້ວຍມ້າທີ່ກີບຕີນຂອງມັນກະທົບກັບຫີນຈົນເກີດ ປະກາຍໄຟ : * ແລະ ດ້ວຍມ້າທີ່ແລ່ນໄວຈົນເຮັດໃຫ້ມີປະກາຍໄຟອອກມາຈາກກີບຕີນ ຂອງມັນ ເພາະມັນກະທົບກັບພື້ນດິນ ຫຼື ຫີນຂະນະທີ່ແລ່ນ.
3. ແລ້ວດ້ວຍມ້າທີ່ໂຈມຕີສັດຕູໃນຍາມຮຸ່ງອະລຸນເຊົ້າ : * ແລະ ດ້ວຍມ້າທີ່ແລ່ນເຂົ້າໂຈມຕີສັດຕູ ໃນຍາມຮຸ່ງອະລຸນເຊົ້າ ກ່ອນຕາເວັນຈະຂຶ້ນ.
4. ແລ້ວມັນໄດ້ເຮັດໃຫ້ຝຸ່ນຕະລົບຟຸ້ງໃນຍາມນັ້ນ : * ດັງນັ້ນພວກມັນ (ບັນດາມ້າ) ເມື່ອແລ່ນໄປຢ່າງໄວກໍ່ເຮັດໃຫ້ຝຸ່ນລະອອງປິວກະຈາຍຂຶ້ນມາ.
5. ແລ້ວມັນໄດ້ບຸກເຂົ້າໄປໃນທ່າມກາງໝູ່ສັດຕູໃນຍາມນັ້ນ : * ແລ້ວພວກມັນ (ບັນດາມ້າ) ກໍ່ໄດ້ບຸກເຂົ້າໄປຢູ່ທ່າມກາງໝູ່ສັດຕູ ພ້ອມກັບເຫຼົ່ານັກຮົບທີ່ຂີ່ມັນ.
6. ແທ້ຈິງມະນຸດເປັນຜູ້ເນລະຄຸນຕໍ່ພຣະເຈົ້າພວກເຂົາ : * ແທ້ຈິງມະນຸດນັ້ນ ເປັນຜູ້ຂັດຂວາງຕໍ່ຄວາມດີທີ່ພຣະເຈົ້າຕ້ອງການຈາກເຂົາ.
7. ແລະ ແທ້ຈິງພວກເຂົາໄດ້ເປັນພະຍານຕໍ່ການນັ້ນ ຢ່າງແນ່ນອນ : * ແລະ ເເທ້ຈິງ ເຂົາເປັນຜູ້ທີ່ປິດກັ້ນຄວາມດີນັ້ນໄວ້ ເຊິ່ງເປັນສິ່ງທີ່ປະກົດຊັດເຈນ ບໍ່ສາມາດປະຕິເສດໄດ້ເພາະຄວາມຊັດເຈນຂອງມັນ.
8. ແລະ ແທ້ຈິງພວກເຂົາມີຄວາມຫວງແຫນ, ເພາະຮັກໃນຊັບສົມບັດ : * ແລະທຳມະຊາດຂອງມະນຸດນັ້ນມີຄວາມຮັກໄຄ້ ແລະ ຫວງແຫນໃນຊັບສົມບັດ ແລະ ມັກສະສົມມັນ.
9. ລາວບໍ່ຮູ້ບໍ່ວ່າ ເມື່ອສິ່ງທີ່ຢູ່ໃນຫຼຸມຝັງສົບ ຖືກໃຫ້ຟື້ນຂຶ້ນມາ : * ມະນຸດຜູ້ຫຼົງໄຫລໄປກັບຊີວິດໃນໂລກດຸນຍານີ້ ບໍ່ຮູ້ດອກແນ່ວ່າ ເມື່ອອັລລໍຫ໌ຊົງເຮັດສິ່ງທີ່ຢູ່ໃນຫຼຸມຝັງສົບຖືກໃຫ້ຟື້ນຊີບຂຶ້ນມາ ແລະ ຊົງນຳພວກເຂົາອອກມາຈາກແຜ່ນດິນເພື່ອການສອບສວນ ແລະ ການຕອບແທນ ຜົນລັບນັ້ນຫາໄດ້ເປັນໄປດັງທີ່ເຂົາເຄີຍຫຼົງເຂົ້າໃຈໄວ້ບໍ່?!
10. ແລະ ສິ່ງທີ່ຢູ່ໃນຫົວອົກຖືກເປີດເຜີຍອອກ : * ແລະ ສິ່ງທີ່ຢູ່ໃນຊວງອົກ ເຊັ່ນຄວາມລັບ ເຈດຕະນາ ຄວາມເຊື່ອ ແລະ ສິ່ງອື່ນໆ ທີ່ປົກປິດເອົາໄວ້ ກໍ່ຈະຖືກນຳມາເປີດເຜີຍໃຫ້ເປັນປະຈັກແກ່ສາຍຕາ.
11. ແທ້ຈິງ ພຣະເຈົ້າຂອງພວກເຂົາໃນວັນນັ້ນ ຊົງຕະໜັກເຖິງພວກເຂົາຢ່າງແນ່ນອນ : * ໃນວັນກິຍາມະຫ໌ ພຣະເຈົ້າຂອງພວກເຂົາ ຊົງຮອບຮູ້ທຸກໆສິ່ງ ທີ່ພວກເຂົາໄດ້ກະທຳເອົາໄວ້ ແລະ ຊົງຕອບແທນແກ່ພວກເຂົາ ຕາມຜົນງານທີ່ພວກເຂົາໄດ້ກະທຳໄວ້ຢ່າງຍຸຕິທຳທີ່ສຸດ.
ຖາມ 4 : ຈົ່ງອ່ານສູເຣາະຫ໌ ອັລ-ກໍຣີອະຫ໌ ແລະ ພ້ອມບອກຄວາມໝາຍມາ.
ຕອບ : ສູເຣາະຫ໌ ອັລ-ກໍຣິອະຫ໌ ແລະ ອະທິບາຍຄວາມໝາຍ.
(1 ອັລກໍຣີອະຫ໌) (2 ມັລກໍຣີອະຫ໌) (3 ວະມາອັດຣໍ ກະມັລກໍຣີອະຫ໌) (4 ເຢົາມະ ຍາກູນຸນ ນາສຸ ກັລຟະຣໍ ຊີລມັບສຸສ) (5 ວະຕະກູ ນຸລຈິບາລຸ ກັລອິຫ໌ ນິລມັນ ຟູຊ) (6 ຟະອຳມາ ສະກຸລັຕ ມະວາຊິ ນຸຮຸ) (7 ຟະຮຸວາ ຟີ ອີຊາຕິຣ ຣໍດີຍະຫ໌) (8 ວະອຳມາ ມັນຄໍຟ ຟັຕ ມະວາ ຊີນຸຮຸ) (9 ຟະອຸມ ມຸຮຸ ຮາວິຍະຫ໌) (10 ວະມາ ອັດຣໍ ກະມາ ຮິຍະຫ໌) (11 ນາຣຸນ ຫາມິຍະຫ໌) [ສຸເຣາະຫ໌ ອັລກໍຣີອະຫ໌ 1-11].
ອັດທະທິບາຍຄວາມໝາຍ:
1. ອັລ-ກໍຣີອະຫ໌ : * ຊົ່ວໂມງ ທີ່ເຮັດໃຫ້ຫົວໃຈຂອງຜູ້ຄົນສັ່ນສະທ້ານ ເພາະຄວາມນ່າຫວາດກົວອັນຍິ່ງໃຫຍ່ຂອງມັນ.
2. ແລ້ວອັລ-ກໍຣິອະຫ໌ ນັ້ນຄືຫຍັງ? * ຊົ່ວໂມງໃດເລົ່າ ທີ່ເຮັດໃຫ້ຫົວໃຈຂອງຜູ້ຄົນສັ່ນສະທ້ານ ເພາະຄວາມຢ້ານກົວອັນຍິ່ງໃຫຍ່ຂອງມັນ?!
3. ແລ້ວແມ່ນຫຍັງທີ່ເຮັດໃຫ້ເຈົ້າຮູ້ໄດ້ວ່າອັລ-ກໍຣິອະຫ໌ນັ້ນຄືຫຍັງ? * ແລະ ອີ່ຫຍັງນໍ່ຈະເຮັດໃຫ້ທ່ານຮູ້ - ໂອ້ສາສະນະທູດ - ວ່າເວລານັ້ນຄືຊົ່ວໂມງໃດ ທີ່ເຮັດໃຫ້ຫົວໃຈຂອງຜູ້ຄົນສັ່ນສະທ້ານ ເພາະຄວາມຢ້ານກົວອັນຍິ່ງໃຫຍ່ຂອງມັນ?! ນັ້ນກໍ່ຄື : ວັນກິຍາມະຫ໌ (ວັນສິນໂລກ).
4. ວັນທີ່ມະນຸດຈະເປັນເຊັ່ນແມງເມົ່າທີ່ກະແຈກກະຈ່າຍ : * ເຫດການໃນວັນດັ່ງກ່າວ ຈະເກີດຂຶ້ນລັກສະນະທີ່ມະນຸດອອກມາໃນສະພາບທີ່ຕົກໃຈ, ບາງກຸ່ມສະພາບຂອງພວກເຂົາປຽບຄືກັບແມງເໝົາທີ່ບິນໄປໃນທຸກທິດທຸກທາງ ກະຈຸຍກະຈາຍ.
5. ແລະ ສ່ວນບັນດາພູຜາຈະເປັນເຊັ່ນຂົນສັດທີ່ປິວວ່ອນ : * ແລະ ບາງກຸ່ມສະພາບລັກສະນະກໍ່ປຽບດັ່ງພູຜາຈະແຕກຫຼາຍກາຍເປັນປູນຜົງຄືກັບຂົນສັດທີ່ປິ່ວກະແຈກກະຈາຍ.
6. ສ່ວນຜູ້ທີ່ຕາຊັງຂອງພວກເຂົາໜັກ : * ສະພາບຂອງມະນຸດໃນວັນນັ້ນ ຈະແບ່ງອອກເປັນ 2 ສະພາບຄື: ຜູ້ທີ່ມີຄວາມທຸກ ແລະ ຄວາມສຸກ, ກ່າວຄືໃຜທີ່ຕາຊັ່ງແຫ່ງຄວາມດີຂອງເຂົາໜັກ ກວ່າຕາຊັ່ງຄວາມຊົ່ວ.
7. ລາວກໍ່ຈະຢູ່ໃນສະພາບມີຊີວິດທີ່ຜາສຸກ : * ເຂົາກໍ່ຈະມີຊີວິດຢ່າງຜາສຸກ ຢູ່ໃນສວນສະຫວັນຕະຫຼອດກາລະນານ.
8. ແລະ ສ່ວນຜູ້ທີ່ຕາຊັງຂອງພວກເຂົາເບົາ : * ກ່າວຄືຫາກໃຜທີ່ຕາຊັ່ງຄວາມຊົ່ວ ໜັກກວ່າຕາຊັ່ງແຫ່ງຄວາມດີ ຫຼື ບໍ່ມີຄວາມດີເລີຍ.
9. ທີ່ພັກອາໄສຂອງເຂົາກໍ່ຄືເຫວເລິກ (ຮາວິຍະຫ໌) : * ທີ່ພັກອາໄສ ທາງກັບ ບັ້ນປານຂອງເຂົາ ໃນວັນກິຍາມະຫ໌ກໍ່ຄື ນະລົກ (ຈະຮັນນຳ).
10. ແລ້ວແມ່ນຫຍັງທີ່ເຮັດໃຫ້ເຈົ້າຮູ້ວ່າເຫວເລິກຄືຫຍັງ : * ແລ້ວແມ່ນຫຍັງເຮັດໃຫ້ເຈົ້າຮູ້ -ໂອ້ສາສະນະທູດ- ວ່າ ຮາວິຍະຫ໌ ມັນຄືອີ່ຫຍັງ?!
11. ຄືໄຟອັນຮ້ອນແຮງ: * ຄຳຕອບກໍ່ຄື: ນະລົກ (ຈະຮັນນຳ) ທີ່ມີໄຟເຜົ່າໄໝ້ ຢ່າງຮ້ອນແຮງທີ່ສຸດ.
ຖາມ 5 : ຈົ່ງອ່ານສູເຣາະຫ໌ ອັດ-ຕະກາຊຸຣ ແລະ ພ້ອມບອກຄວາມໝາຍມາ.
ຕອບ : ສູເຣາະຫ໌ ອັດ-ຕະກາຊຸຣ ແລະ ອະທິບາຍຄວາມໝາຍຄື:
(1 ອັລຮາກຸມຸດຕະ ກາຊຸຣ) (2 ຮັດຕາ ຊຸຣ ຕຸມຸລ ມາກໍບິຣ) (3 ກັລລາເສົາ ຟະຕະຯ ລະມູນ) (4 ສຸມມະ ກັລລາ ເຊົາຟະຕະຯ ລະມູນ) (5 ກັລລາ ເລົາຕະຯ ລະມູນະ ອິລມັລ ຍາກີນ) (6 ລະຕາຣໍວຸນ ນັລຈະຮິມ) (7 ສຸມມະ ຕະຣໍວຸນນະຮາ ໄອນັລ ຍະກີນ) (8 ສຸມມະ ລະຕຸສອາລຸນ ນະເຍົາມະ ອິຊິນ ອະນິນ ນະອີມ) [ສຸເຣາະຫ໌ ອັດຕະກາຊຸຣ 1-8].
ອັດທະທິບາຍຄວາມໝາຍ:
1. ການສະສົມຊັບສົມບັດເພື່ອອວດອ້າງ ໄດ້ເຮັດໃຫ້ພວກເຈົ້າເພີດເພີນ : * ການສະສົມຊັບສົມ ແລະ ມີລູກຫຼານ ເປັນເຄື່ອງເຊີດໜ້າຊູຕາ ເຮັດ ໃຫ້ພວກເຈົ້າມີຄວາມເພີດເພີນຫຼົງລືມຈາກການຈົງຮັກພັກດີຕໍ່ອັລລໍຫ໌.
2. ຈົນກະທັ່ງພວກເຈົ້າໄດ້ເຂົ້າໄປເຍືອນຫຼຸມຝັ່ງສົບ : * ຈົນກວ່າຄວາມຕາຍມາເຖິງຕົວພວກເຈົ້າ ແລະ ໄດ້ນຳພວກເຈົ້າໄປຍັງບ່ອນຝັງສົບ ເມື່ອເວລານັ້ນ, ພວກເຈົ້າຈຶ່ງໄດ້ຮູ້ສຶກຕົວ ແຕ່ມັນກໍ່ສວາຍ ໄປແລ້ວ.
3. ບໍ່ດອກ ພວກເຈົ້າຈະໄດ້ຮູ້: * ເປັນການຂູ່ ແລະ ເຕືອນເພື່ອບໍ່ໃຫ້ເພີດເພີນກັບສິ່ງບໍ່ມີສາລະ, ບໍ່ມີປະໂຫຍດແລ້ວ ພວກເຈົ້າຈະໄດ້ຮູ້ເຖິງບັ້ນປາຍ ແລະ ການກະທຳທີ່ຖືກບໍ່ເຊື່ອຟັງອັລລໍຫ໌, ພວກເຈົ້າຈະໄດ້ຮູ້ໃນໂລກອາຄິເຣາະຫ໌ ເມື່ອການລົງໂທດໄດ້ ປະສົບແກ່ພວກເຈົ້າ.
4. ແລ້ວກໍ່ບໍ່ດອກ ພວກເຈົ້າຈະໄດ້ຮູ້ : * ແລ້ວພວກເຈົ້າຈະໄດ້ຮູ້ເຖິງບັ້ນປາຍຂອງມັນ.
5. ບໍ່ເຊັ່ນນັ້ນ, ຖ້າພວກເຈົ້າໄດ້ຮູ້ຢ່າງແທ້ຈິ່ງແລ້ວ : * ຫາກພວກເຈົ້າໄດ້ຮູ້ຢ່າງແທ້ຈິ່ງ ໂດຍປາສະຈາກຂໍ້ສົ່ງໃສໃດໆ, ກໍ່ຈະບໍ່ເຮັດໃຫ້ພວກເຈົ້າເພີດເພີ່ນຢູ່ກັບເລື່ອງຂອງໂລກດຸນຍາ ສະສົມຊັບສົມບັດ ລູກຫຼານ ລືມການພັກດີຕໍ່ອັນລໍຫ໌, ດັ່ງທ່ານ ນະບີ ຊັລລັລລໍຮຸ ອະໄລຣິ ວະຊັລລຳ ໄດ້ກ່າວວ່າ: ຫາກພວກເຈົ້າຮູ້ໃນສິ່ງທີ່ຂ້ອຍຮູ້ ພວກເຈົ້າກໍ່ຈະຫົວຂວັນແຕ່ໜ້ອຍໜຶ່ງ ຈະຮ້ອງໄຫ້ຢ່າງຫຼວງຫຼາຍ.
6. ແນ່ນອນ ພວກເຈົ້າຈະໄດເຫັນໄຟທີ່ລຸກໂຊນ : * ຂໍຢືນຍັນວ່າ ພວກເຈົ້າຈະໄດ້ເຫັນໄຟທີ່ລຸກລາມ ໃນວັນກີຍາມະຫ໌.
7. ແລ້ວແນ່ນອນ ພວກເຈົ້າຈະໄດ້ເຫັນມັນດ້ວຍສາຍຕາທີ່ຊັດເຈນ : * ໂດຍສາຍຕາຂອງພວກເຈົ້າຢ່າງຊັດເຈນ ແລະ ແນ່ນອນໃນວັນກິຍາມະຫ໌ ຄົນມຸຊຣິກ ຈະເຫັນມັນ ແລະອຈະຖືກເຜົາໄໝ້, ສ່ວນຄົນມຸມິນຈະເຫັນມັນ ແລະ ອັລລໍຫ໌ ຕະອາລາ ຈະໃຫ້ພວກເຂົາ ລອດພົ້ນຈາກມັນ.
8. ແລ້ວໃນວັນນັ້ນ ພວກເຈົ້າຈະຖືກສອບຖາມກ່ຽວກັບ ຄວາມເມດຕາໂປດປານທີ່ໄດ້ຮັບ (ໃນໂລກດຸນຍາ) : * ໃນໂລກອາຄີເຣາະຫ໌ ພວກເຈົ້າຈະຖືກສອບຖາມເຖິງຄວາມເມດຕາປານີ ທີ່ໄດ້ຮັບໃນໂລກດຸນຍາ ເຊິ່ງເປັນທີ່ປິຕິຊົມຊື່ນກັບພວກເຈົ້າ ເຊັ່ນວ່າ: ອາຫາການກິນ, ເຄື່ອງດື່ມ, ພາຫະນະ, ທີ່ຢູ່ອາໄສ, ຄວາມປອດໄພ, ຄວາມສົມບູນ, ສຸກຂະພາບແຂງແຮງ, ລຳລວຍ ແລະ ສິ່ງອື່ນ ໆ.
ຖາມ 6 : ຈົ່ງອ່ານສູເຣາະຫ໌ ອັລ-ອັສຣ ແລະ ພ້ອມບອກຄວາມໝາຍມາ.
ຕອບ : ສູເຣາະຫ໌ ອັລ-ອັສ ພ້ອມອະທິບາຍຄວາມໝາຍ.
(1 ວັລ ອັສຣ) (2 ອິນນັລ ອິນສານະ ລະຟີ ຄຸສຣ) (3 ອິລລັລ ລະຊິນະ ອາມະນູ ວະອາມິ ລຸສຊໍລິຮາດ ວະຕາວາ ເສົາບິລຮັກ ວະຕາວາ ເສົາບິສ ສ໋ອບບັຣ) [ ສຸເຣາະອັລ-ອັສຣ :1-3].
ອະທິບາຍຄວາມໝາຍ:
1. ຂໍສາບານດ້ວຍການເວລາ : * ອັລລໍຫ໌ຊູບຮານະຮຸ ວະຕາອາລາ ຊົງສາບານດ້ວຍການເວລາທັ້ງໝົດ, ເວລາກາງຄືນ ກາງເວັນ ເຊົ້າ ແລງ.
2. ແທ້ຈິງມະນຸດນັ້ນ ຢູ່ໃນສະພາບທີ່ຂາດທຶນ : * ຄືມະນຸດນັ້ນຢູ່ໃນສະພາບເສື່ອມຖອຍຊົ່ວຊ້າຫາຍານະ.
3. ນອກຈາກບັນດາຜູ້ສັດທາ ແລະ ກະທຳຄວາມດີທັງຫຼາຍ ແລະ ຕັກເຕືອນເຊິ່ງກັນ ແລະ ກັນ ໃນສິ່ງທີ່ເປັນສັດຈະທຳ ແລະ ຕັກເຕືອນເຊິ່ງກັນ ແລະ ກັນໃຫ້ມີຄວາມອົດທົນ : * ຍົກເວັ້ນແຕ່ບຸກຄົນທີ່ມີຄຸນສົມບັດ 4 ປະການຄື: ເປັນຜູ້ສັດທາ, ກະທຳຄວາມດີ, ສັ່ງເສຍກັນໃນສັດຈະທຳ ແລະ ສັ່ງເສຍກັນໃຫ້ມີຄວາມອົດທົນ ບຸກຄົນທີ່ມີລັກສະນະດັ່ງກ່າວ ເປັນຜູ້ປະສົບໄຊຊະນະຈາກບັນດາຜູ້ຂາດທຶນ.
ຖາມ 7 : ຈົ່ງອ່ານສູເຣາະຫ໌ ອັລ-ຮຸມາຊະຫ໌ ແລະ ພ້ອມບອກຄວາມໝາຍມາ.
ຕອບ : ສູເຣາະຫ໌ ອັລ-ຮຸມາຊະຫ໌ ພ້ອມອະທິບາຍຄວາມໝາຍຄື:
(1 ໄວລຸລ ລິກຸລ ລິຮຸມະ ຊາຕິນ ລຸມາຊະຫ໌) (2 ອັລລະຊີ ຈະມາອາ ມາເລົາ ວະອັດດາດະຫ໌) (3 ຍາຫ໌ສະບຸ ອັນນະ ມາລະຮູ ອັຄລາດະຫ໌) (4 ກັລລາ ລະຍຸນບະ ຊັນນະ ຟີລ ຮຸຕໍມະຫ໌) (5 ວະມາ ອັດຣໍກະ ມັລຮຸຕໍມະຫ໌) (6 ນາຣຸລລໍຫ໌ ຮິລມຸກໍດະຫ໌) (7 ອັລລະຕີ ຕັດຕໍລິອຸ ອະລັລ ອັຟອິດະຫ໌) (8 ອິນນະຮາ ອະໄລຮິມ ມຸສໍດະຫ໌) (9 ຟີອະມາດິນ ມຸມັດ ດາດະຫ໌) [ ສຸເຣາະອັລ-ອັລ-ຮຸມາຊະຫ໌:1-9].
ອັດທະທິບາຍຄວາມໝາຍ:
1. ຄວາມຫາຍະນະຈົ່ງປະສົບແກ່ຜູ້ທີ່ເວົ້າຂວັນນິນທາ ແລະ ໃສ່ຮ້າຍຜູ້ອື່ນ : * ຄືການລົງໂທດຢ່າງໜັກໜ່ວງ, ຄວາມວິບັດ, ຄວາມຫາຍະນະຈົ່ງເກີດແກ່ຜູ້ທີ່ເວົ້າຂວັນ ແລະໃສ່ຮ້າຍ, ທຳລາຍກຽດສັກສີຂອງຜູ້ອື່ນ, ການສະແດງອາການຍຶກຄິ້ວຫຼິ້ວຕາ.
2. ເຊິ່ງເຂົາສະສົມຊັບສົມບັດ ແລະ ໝັ່ນນັບມັນຢູ່ສະເໝີ : * ເຊິ່ງພວກເຂົາໄດ້ສະສົມ ແລະ ເກັບກຳຊັບສົມບັດຢ່າງຫຼວງຫຼາຍ ແລະໝັ່ນນັບມັນຢູ່ສະເໝີ, ເພາະວ່າຢ້ານມັນຈະຂາດຈຳນວນ.
3. ໂດຍຄິດວ່າຊັບສົມບັດຂອງລາວນັ້ນ ຈະເຮັດໃຫ້ລາວຢູ່ໄດ້ຕະຫຼອດໄປ : * ພວກເຂົາຈຶ່ງບໍ່ຄິດຈະເຮັດບຸນ ຫຼື ແຈກຈ່າຍໄປໃນຫົນທາງຂອງອັລລໍຫ໌, ໃນຂະນະດຽວກັນພວກເຂົາຄິດວ່າຊັບສົມບັດທີ່ພວກເຂົາໄດ້ສະສົມມັນໄວ້ນັ້ນ ຈະຊ່ວຍໃຫ້ພວກເຂົາມີຊີວິດຢູ່ຕະຫຼອດໄປໃນໂລກນີ້.
4. ບໍ່ເປັນເຊັ່ນນັ້ນດອກ, ແນ່ນອນລາວຈະຖືກໂຍນລົງໃນໄຟນາລົກ (ອັລ-ຮຸຕໍມະຫ໌) : * ບໍ່ເປັນດັ່ງທີ່ຄົນໂງ່ນີ້ເຂົ້າໃຈດອກ, ພວກເຂົາຈະຖືກໂຍນລົງໄປໃນກອງໄຟ ເຊິ່ງມັນຈະໄໝ້ທຸກ ໆ ສິ່ງທີ່ໂຍນລົງໄປໃນນະລົກ ເຊິ່ງໄຟນັ້ນຈະບົດຂະຍີ້ ດ້ວຍຄວາມຮຸນແຮງອັນນ່າສະພຶງຂອງມັນ.
5. ແລ້ວແມ່ນຫຍັງທີ່ເຮັດໃຫ້ເຈົ້າຮູ້ວ່າໄຟນາລົກ (ອັລ-ຮຸຕໍມະຫ໌) ນັ້ນຄືອີຫຍັງ : * ເຈົ້າຮູ້ບໍ່ວ່າ ອັລຮູຕໍມະຫ໌ ນັ້ນຄືຫຍັງ , ເປັນໄຟອີ່ຫຍັງທີ່ທຳລາຍທຸກສິ່ງທີ່ຖືກໂຍນລົງໄປ?
6. ຄືໄຟຂອງອັລລໍຫ໌ ທີ່ຖືກຈຸດໃຫ້ລຸກໂຊນ : * ມັນຄືໄຟທີ່ອັລລໍຫ໌ ຊົງຈູດໃຫ້ມັນລຸກ ໂດຍການບັນຊາ ແລະ ຄວາມປະສົງຂອງພຣະອົງ, ມັນຈະບໍ່ຄືກັບໄຟຊະນິດອື່ນ ໆ ເພາະຈະບໍ່ມີວັນມອດ ຫຼື ດັບຢ່າງເດັດຂາດ, ມີລາຍງານຮະດິຊກ່າວວ່າ “ໄຟນາລົກຖືກຈູດຂຶ້ນເປັນເວລາ ໜຶ່ງພັນປີຈົນເປັນ ສີດຳ ຈາກນັ້ນມັນຈະເປັນສີດຳເຂັ້ມ.
7. ເຊິ່ງມັນຈະລຸກໄໝ້ເຂົ້າໄປໃນທົ່ວໃຈ : * ໄຟນາລົກທີ່ລຸກໄໝ້ນີ້ມັນຈະເຮັດໃຫ້ຫົວໃຈເຈັບປວດ ແລະ ໄໝ້.
8. ແທ້ຈິງມັນຈະລຸກໄໝ້ຄຸມທົ່ວພວກເຂົາຢ່າງມິດຊິດ : * ເຊິ່ງຈະເຮັດໃຫ້ພວກເຂົາຢູ່ໃນສະພາບທີ່ບໍ່ເປັນ ແລະ ບໍ່ຕາຍ, ໄຟນາລົກນັ້ນຈະລຸກໄໝ້ລາມຮ່າງກາຍຂອງພວກເຂົາທັງໝົດ ບໍ່ມີແສງ ແລະ ລົມໄປຍັງພວກເຂົາ.
9. ຢູ່ໃນສະພາບຂອງເສົາອັນສູງ : * ອັນເນື່ອງມາຈາກອະໄວຍະວະທຸກສ່ວນຂອງພວກເຂົາຖືກດຶງຍືດອອກໄປ ແລະ ສະພາບຂອງພວກເຂົາປຽບສະເຫມືອນເສົາທີ່ສູງຕະການຟ້າ.
ຖາມ 8 : ຈົ່ງອ່ານສູເຣາະຫ໌ ອັລ-ຟີລ ແລະ ພ້ອມບອກຄວາມໝາຍມາ.
ຕອບ: ສຸເຣາະອັລຟີລ ແລະ ຄວາມໝາຍ.
(1 ອະລຳຕະຣໍ ໄກຟະຟາ ອະລະຣອບ ບຸກະ ບິອັສຮາ ບິລຟີລ) (2 ອະລຳ ຍັຈອັລ ໄກດະຮຸມ ຟີ ຕັດລີລ) (3 ວະອັຣ ສະລະ ອະໄລຮິມ ຕອຍຣອນ ອະບາບີລ) (4 ຕັຣມີຮິມ ບິຮີຈາ ຣໍຕິນ ມິນສິດ ຈີລ) (5 ຟະຈະ ອາລາຮຸມ ກະອັສ ຟິມ ມະກູລ) [ ສຸເຣາະອັລ-ອັລ-ຟີລ :1-5].
ອັດທະທິບາຍຄວາມໝາຍ:
1. ເຈົ້າບໍ່ເຫັນບໍ ພຣະເຈົ້າຂອງເຈົ້າໄດ້ເຮັດຫຍັງກັບບັນດາເຈົ້າຂອງຊ້າງແນວໃດ : * ເຈົ້າບໍ່ຮູ້ບໍວ່າ ອັລລໍຫ໌ ຕະອາລາ ຊົງກະທຳກັບເຈົ້າຂອງເຊືອກຊ້າງຄື: “ອັບຣໍຫະຫ໌ ອັນອັຊຣອມ” ກະສັດເຍເມນເປັນແນວໃດ, ເຊິ່ງອັບຣໍຮະຫ໌ ໄດ້ຍົກກອງທັບຊ້າງມາເພື່ອມາທຳລາຍອັລ-ກະອຼບະຫ໌.
2. ພຣະອົງບໍ່ຊົງເຮັດໃຫ້ແຜນການຂອງພວກເຂົາສູນສິ້ນດອກລື? : * ໂດຍກະສັດເຍເມນໄດ້ສ້າງກະບະຫ໌ຂຶ້ນຫຼັງໜຶ່ງ ເພື່ອທົດແທນອັລ-ກະບະຫ໌ ແລ້ວໃຫ້ຊາວອາຣັບ ຫັນໄປສູ່ບ້ານຂອງອັລລໍຫ໌ທີ່ເຢເມນ ເພື່ອປະກອບພິທີຮັຈ ໃນເວລາດຽວກັນກໍ່ຄືມີຈຸດໝາຍທາງເສດຖະກິດ. ດັ່ງນັ້ນ, ພຣະອົງຈຶ່ງທຳລາຍແຜນການຂອງພວກເຂົາໃນການຈະປ່ຽນແປງສະຖານທີ່ປະກອບພິທີຮັຈໃນເຢເມນໃຫ້ສູນຫາຍໄປ.
3. ແລະ ໄດ້ຊົງສົ່ງນົກເປັນຝຸງໆ ລົງມາເໜືອພວກເຂົາ : * ໂດຍການສົ່ງນົກມາເປັນຝຸງໆ, ນົກແຕ່ລະໂຕຈະມີກ້ອນຫີນໜ້ອຍໆ 3 ກ້ອນ, ກ້ອນໜຶ່ງຈະຄາບຢູ່ປາກຂອງມັນ, ອີກສອງ ກ້ອນຈະຢູ່ທີ່ຂາທັງສອງຂ້າງ ຈາກນັ້ນຝຸງນົກເຫຼົ່ານັ້ນ ກໍ່ຈະຖີ້ມກ້ອນຫີນແຕ່ລະກ້ອນລົງມາເພື່ອທຳລາຍລ້າງກອງທັບຊ້າງຂອງ ອັບຣໍຫະຫ໌ໃຫ້ກ້ຽງ.
4. ມັນໄດ້ໂຍນຫີນໃສ່ພວກເຂົາທີ່ເຮັດດ້ວຍດິນແຂງ : * ກ້ອນຫີນແຕ່ລະກ້ອນປຽບຄືລູກປືນທີ່ຍິງເຂົ້າໃນເຮືອນຮ່າງທະຫານຂອງອັບຣໍຫະຫ໌ ທັ້ງຄົນ ແລະ ສັດ.
5. ແລ້ວພຣະອົງຊົງເຮັດໃຫ້ພວກເຂົາເປັນດັງໃບໄມ້ ທີ່ຖືກ (ສັດ) ກິນ : * ພຣະອົງຊົງເຮັດໃຫ້ບັນດາທະຫານເຫຼົ່ານັ້ນເປັນຄືກັບໃບໄມ້ທີ່ຖືກລົມພະຍຸພັດເອົາໄປ ເພື່ອໃຫ້ສັດຕ່າງ ໆ ກິນເປັນອາຫານ.
ຖາມ 9 : ຈົ່ງອ່ານສູເຣາະຫ໌ ກຸເຣຊ ແລະ ພ້ອມບອກຄວາມໝາຍມາ.
ຕອບ: ສຸເຣາະຫ໌ ກຸເຣຊ ພ້ອມແປຄວາມໝາຍ:
(1 ລິອີລາ ຟິກຸຣອຊ) (2 ອີລາ ຟິຮິມ ຣຽະຫ໌ລະ ຕັຊຊີຕາ ອິວັສຊອຍຟ໌) (3 ຟັລຍະບຸດູ ຣອບບະ ຮາຊັລ ໄບຕ໌) (4 ອັລລະຊີ ອັດຕໍອະມາ ຮູມ ມິນຈູອິນ ວະອາມະນາ ຮູມ ມິນເຄົາຟ໌) [ ສຸເຣາະຫ໌ ກຸເຣຊ :1-4].
ອັດທະທິບາຍຄວາມໝາຍ:
1. ເພື່ອໃຫ້ຄວາມຄຸ້ນເຄີຍແກ່ຊາວກຸເຣຊ : * ຄືການທີ່ອັລລໍຫ໌ ຊົງອຳນວຍຄວາມສະດວກແກ່ຊາວກຸເຣຊນັ້ນກໍ່ເພາະວ່າ ພວກເຂົາມີຄວາມຄຸ້ນເຄີຍການເດີນທາງ.
2. ເພື່ອໃຫ້ຄວາມຄຸ້ນເຄີຍແກ່ພວກເຂົາໃນການເດີນທາງ ລະດູຫນາວ (ໄປເຍເມນ) ແລະ ລະດູຮ້ອນ (ໄປເມືອງຊາມ) : * ໃນລະດູໜາວໄປປະເທດເຢເມນ ແລະ ໃນລະດູຮ້ອນໄປປະເທດຊີເຣຍ, ພວກເຂົາເດີນທາງໄປເພື່ອການຄ້າຂາຍ ແລະໄດ້ນຳເອົາອາຫານພໍລ້ຽງຊີບທີ່ສຳຄັນ ແລະ ເສື້ອຜ້າມາຍັງປະເທດຂອງພວກເຂົາ. ເລື່ອງທີ່ພວກເຂົາໄດ້ຮັບຄວາມປອດໄພ ໂດຍທີ່ບໍ່ໄດ້ຮັບໄພອັນຕະລາຍ, ເພາະວ່າຊາວບ້ານ ຊາວເມືອງຈະກ່າວກັນວ່າຊົນເຫຼົ່ານັ້ນ (ອາຫຼັບກຸເຣຊ) ເປັນເພື່ອນບ້ານຂອງໄບຕຸລລໍຫ໌ ແລະ ເປັນພົນລະເມືອງທີ່ອາໄສຢູ່ເຂດຫວງຫ້າມ.
3. ດັ່ງນັ້ນ, ຈົ່ງໃຫ້ພວກເຂົາເຄົາລົບພັກດີພຣະເຈົ້າ ແຫ່ງບ້ານຫຼັງນີ້ເຖິດ (ຄືອັລ-ກະບະຫ໌) : * ຄືໃຫ້ພວກເຂົາເຄົາລົບພັກດີຕໍ່ອັລລໍຫ໌ຜູ້ຊົງຍິ່ງໃຫຍ່, ພຣະເຈົ້າແຫ່ງບ້ານໄບຕຸລລໍຫ໌ຫຼັງນີ້ພຽງອົງດຽວ, ທີ່ໃຫ້ຄວາມງ່າຍດາຍໃນການເດິນທາງໄປຄ້າຂາຍ ແລະ ຈົ່ງໃຫ້ພວກເຂົາເຮັດອິບາດະຫ໌ຕໍ່ພຣະອົງ ເພື່ອເປັນການຂອບໃຈຕໍ່ຄວາມເມດຕາປານີຂອງພຣະອົງ ທີ່ມີຕໍ່ພວກເຂົາ, ແລະ ຢ່າໄດ້ຕັ້ງພາຄີນຳຜູ້ໃດມາຮ່ວມກັບພຣະອົງເປັນອັນຂາດ.
4. ຜູ້ຊົງໃຫ້ອາຫານແກ່ພວກເຂົາ ໃຫ້ພົ້ນຈາກຄວາມຫິວ ແລະ ຊົງໃຫ້ຄວາມປອດໄພແກ່ພວກເຂົາໃຫ້ພົ້ນຈາກຄວາມຍ້ານກົວ : * ຄືພຣະເຈົ້າອົງນີ້ຜູ້ຊົງໃຫ້ອາຫານແກ່ພວກເຂົາ ພາຍຫຼັງທີ່ພວກເຂົາໄດ້ປະສົບກັບຄວາມຫິວໂຫຍ, ແລະ ຊົງໃຫ້ຄວາມປອດໄພ ແລະ ຄວາມສຸກແກ່ພວກເຂົາ ພາຍຫຼັງທີ່ພວກເຂົາປະສົບກັບຄວາມຍ້ານກົວ.
ຖາມ 10 : ຈົ່ງອ່ານສູເຣາະຫ໌ ອັລ-ມາອູນ ແລະ ພ້ອມບອກຄວາມໝາຍມາ.
ຕອບ: ສູເຣາະຫ໌ ອັລ-ມາອູນ ແລະ ແປຄວາມໝາຍ:
(1 ອະຣໍ ໄອຕັລລະຊີ ຍຸກັຊຊິ ບຸບິດດີນ) (2 ຟະຊາລິ ກັລລະຊີ ຍະດວັະ ອຸລຍະຕີມ) (3 ວະລາ ຍະຮຸດດຸ ອະລາ ຕໍອາມິລ ມິສກີນ) (4 ຟະໄວລຸລ ລິລ ມຸສໍລ ລີນ) (5 ອັລລະຊີ ນະ ຮູມ ອັນສໍລາ ຕິຮີມ ສາຮູ໋ນ) (6 ອັລລະຊີ ນະຮູມ ຍຸຣໍ ອູ໋ນ) (7 ວະຍຳ ນະອູ ນັລມາອູ໋ນ) [ ສຸເຣາະຫ໌ ອັລ-ມາອູ໋ນ :1-7].
ອັດທະທິບາຍຄວາມໝາຍ:
1. ເຈົ້າເຫັນແລ້ວບໍ ຜູ້ທີ່ປະຕິເສດການຕອບແທນໃນໂລກໜ້າ : * ເປັນຄຳຖາມທ່ານຣໍຊູລວ່າ ທ່ານຮູ້ບໍ່ວ່າໃຜຄືຜູ້ປະຕິເສດສັດທາຕໍ່ວັນແຫ່ງການຕອບແທນໃນຄວາມດີ ແລະ ຄວາມຊົ່ວ!?
2. ນັ້ນກໍ່ຄືຜູ້ທີ່ຂັບໄລ່ເດັກກຳພ້າ : * ຜູ້ນັ້ນກໍ່ຄື ຜູ້ທີ່ຂັບໄລ່ບໍ່ຈ່າຍຕໍ່ສິດຂອງເຂົາເດັກກຳພ້າ , ບໍ່ໃຫ້ສິ່ງທີ່ສົມຄວນທີ່ຈະໄດ້ຮັບເປັນການຢ້ຽວຢາ.
3. ແລະ ບໍ່ສະໜັບສະໜູນໃນການໃຫ້ອາຫານແກ່ຜູ້ທຸກຍາກ: * ແລະ ບໍ່ສະໜັບສະໜູນ ສົ່ງເສີມ ຊຸກຢູ້ ລ້ຽງອາຫານບໍລິຈາກແກ່ຜູ້ຍາກຈົນຂັດສົນ ທຸກຍາກ.
4. ດັ່ງນັ້ນ ຄວາມຫາຍານະຈົ່ງມີແດ່ບັນດາຜູ້ທີ່ລະຫມາດ : * ຄວາມວິບັດ ແລະ ຄວາມຫາຍະນະ ຈົ່ງປະສົບແດ່ຜູ້ທີ່ລະເລີຍຕໍ່ການເຮັດລະໝາດ (ກາບໄຫວ້).
5. ຜູ້ທີ່ພວກເຂົາລະເລີຍຕໍ່ການລະຫມາດຂອງພວກເຂົາ : * ພວກເຂົາເຫຼົ່ານັ້ນ ເປັນພວກມຸນາຟີກີນທີ່ປ່ອຍເວລາລະໝາດໃຫ້ລ່ວງເລີຍໄປ ແລະ ຈະເຮັດການລະຫມາດເມື່ອໃກ້ຈະໝົດເວລາ.
6. ຜູ້ທີ່ພວກເຂົາໂອ້ອວດກັນ : * ພວກເຂົາຈະໂອ້ອວດໃນການເຮັດລະຫມາດຂອງພວກເຂົາ ເພື່ອໃຫ້ມະນຸດກ່າວວ່າພວກເຂົາເປັນຄົນດີ ແລະ ເຮັດທ່າເປັນຄົນທີ່ເຄັ່ງຄັດໃນສາສະໜາ ໂດຍບໍ່ໄດ້ບໍລິສຸດໃຈໃນການງານຕໍ່ອັລລໍຫ໌.
7. ແລະ ພວກເຂົາຫວງແຫນເຄື່ອງໃຊ້ເລັກໆ ນ້ອຍໆ (ແກ່ເພື່ອນບ້ານ) : * ຄວາມຫາຍານະຈົ່ງເກີດແກ່ຜູ້ຫວງແຫນເຄື່ອງ ໃຊ້ເລັກ ໆ ໜ້ອຍ ໆ ແກ່ເພື່ອນບ້ານ ເຊັ່ນ: ໝາກເຜັດ, ຫົວຫ້ອມ, ຜັກທຽມ, ຂວານ, ໄມ້ຄ້ອນ, ປະຕູ ແລະ ອື່ນໆ ໃນອາຍະຫ໌ ນີ້ເປັນການຫ້າມບໍ່ໃຫ້ຂີ້ຖີ່ເລື່ອງເຄື່ອງໃຊ້ເລັກ ໆ ໜ້ອຍ ໆ ທີ່ມີຄຸນຄ່າເລັກໜ້ອຍ, ແຕ່ການໃຫ້ດ້ວຍຄວາມບໍລິສຸດໃຈ ແລະ ບໍ່ຖ້ວງຄືນຖືວ່າເປັນການກະທຳທີ່ມີຄຸນຄ່າຫຼາຍ.
ຖາມ 11 : ຈົ່ງອ່ານສູເຣາະຫ໌ ອັລ-ເກົາຊັຣ ແລະ ພ້ອມບອກຄວາມໝາຍມາ.
ຕອບ : ສູເຣາະຫ໌ ອັລ-ເກົາຊັຣ ພ້ອມແປຄວາມໝາຍ:
(1 ອິນນາ ອ້ະ ຕ່ອຍນາ ກັລເກົາຊັຣ) (2 ຟະສໍລລີ ລິຣອບບິກະ ວັນຫັຣ) (3 ອິນນະຊາ ນິອະກະ ຮູວັລ ອັບຕັຣ) [ ສຸເຣາະຫ໌ ອັລ-ເກົາຊັຣ :1-3].
ອັດທະທິບາຍຄວາມໝາຍ:
1. ແທ້ຈິງເຮົາໄດ້ປະທານອັລ-ເກົາຊັຣແກ່ເຈົ້າແລ້ວ : * ອາຍາຕ ນີ້ຖືກປະທານລົງມາເປັນການສະເພາະກິດແກ່ທ່ານຣໍຊູລ ລຸລເຣາະຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ເປັນການປອບໃຈແກ່ທ່ານ ຄືພາຍຫຼັງທີ່ບຸດຊາຍຂອງທ່ານຊື່ ກໍເຊັມ ເສຍຊີວິດ ເປັນການແຈ້ງຂ່າວດີແກ່ທ່ານ ແລະ ປະຊາຊາດຂອງທ່ານ ດ້ວຍແມ່ນ້ຳ ອັລ-ເກົາຊັຣ ເຊິ່ງເປັນແມ່ນ້ຳໃນສະຫວັນ ແຄມຝັງທັງສອງຂອງແມ່ນ້ຳມີທອງຄຳ, ທາງນ້ຳໄຫຼປະກອບມີມຸກ, ເພັດ,ພອຍ, ແມ່ນ້ຳມີກິນຫອມ, ນ້ຳມີລົດຫວານຍິ່ງກວ່ານ້ຳເຜີ້ງ ມີສີຂາວຍິ່ງກວ່ານ້ຳຫິມະ ຈະມີບໍ່ນ້ຳທີ່ມາຈາກແມ່ນ້ຳເກົາຊັຣໃນວັນກີຍາມະຫ໌ ແລະ ຜູ້ທີ່ມີສິດຈະເຂົ້າໄປດື່ມນ້ຳບໍ່ແຫ່ງນັ້ນຄື: ບັນດາຄົນດີຊໍແລະຫ໌ ທີ່ເປັນປະຊາຊາດຂອງທ່ານນະບີ ມຸຮຳມັດ ຊັລລັລລໍຮຸ ອະໄລຮິ ວະຊັລລຳ.
2. ດັງນັ້ນ ເຈົ້າຈົ່ງລະຫມາດເພື່ອພຣະເຈົ້າຂອງເຈົ້າ ແລະ ຈົ່ງເຊືອດສັດຖະວາຍ : * ດັ່ງນັ້ນດ້ວຍຄວາມເມດຕາປານີອັນມະຫາສານ ທີ່ອັລລໍຫ໌ໄດ້ປະທານໃຫ້ແກ່ເຈົ້ານັ້ນ ຈົ່ງຂອບໃຈພຣະເຈົ້າຂອງເຈົ້າ ດ້ວຍການ ລະຫມາດ ເພື່ອພຣະເຈົ້າຂອງພວກເຈົ້າແຕ່ພຽງອົງດຽວ, ບໍ່ມີສິ່ງໃດມາຄຽງຄູ່ກັບພຣະອົງ ແລະ ເຈົ້າຢ່າຂ້າສັດເພື່ອສິ່ງອື່ນນອກຈາກພຣະອົງເປັນອັນຂາດ ນີ້ຄືບົດຮຽນເປັນການສອນແກ່ປວງຊົນຂອງທ່ານອີກວິທີໜຶ່ງ.
3. ແທ້ຈິງສັດຕູຂອງເຈົ້ານັ້ນ ເຂົາເປັນຜູ້ຖືກຕັດຂາດ : * ແທ້ຈິງຜູ້ທີ່ກຽດຊັງເຈົ້າຄື ສັດຕູຂອງເຈົ້າທຸກເວລານາທີ ແລະ ທຸກສະຖານທີ່ນັ້ນ ຄືຜູ້ທີ່ຄອຍກຽດຊັງ, ຜູ້ທີ່ຕຳຕ້ອຍ ແລະ ເປັນຜູ້ທີ່ຖືກຕັດຂາດຈາກຄວາມເມດຕາຂອງອັລລໍຫ໌.
ຖາມ 12 : ຈົ່ງອ່ານສູເຣາະຫ໌ ອັລ-ກາຟິຣູນ ແລະ ພ້ອມບອກຄວາມໝາຍມາ.
ຕອບ: ສູເຣາະຫ໌ ອັລ-ກາຟິຣູນ ພ້ອມແປຄວາມໝາຍ:
(1ກຸລຍາ ໄອຍຸຮັລ ກາຟິຣູນ) (2 ລາອະບຸດຸ ມາ ຕ້ະບຸດູ໋ນ) (3 ວະລາ ອັນຕຸມ ອາບິດູ ນະມາ ອ່ະບຸດ) (4 ວະລາ ອະນາ ອາບິດຸ ມາ ອະບັດຕຸມ) (5 ວະລາ ອັນຕຸມ ອາບິດູ ນະມາ ອ່ະບຸດ) (6 ລະກຸມດີ ນຸກູມ ວະລີຍະ ດີນ) [ ສຸເຣາະຫ໌ ອັລ-ກາຟິຣູນ :1-6].
ອັດທະທິບາຍຄວາມໝາຍ:
1. ຈົ່ງກ່າວເຖິດ (ມຸຮຳມັດ) ວ່າ ໂອ້ບັນດາຜູ້ປະຕິເສດສັດທາເອີ່ຍ : * ຈົ່ງກ່າວເຖິດ - ໂອ້ບັນດາ ຣໍຊູລ :- ຕໍ່ຫນ້າພວກປະຕິເສດສັດທາໃນອັລລໍຫ໌.
2. ຂ້ອຍຈະບໍ່ເຄົາລົບພັກດີສິ່ງທີພວກທ່ານເຄົາລົບພັກດີຢູ່ : * ຂ້ອຍຈະບໍ່ເຄົາລົບພັກດີທັ້ງປັດຈຸບັນ ແລະ ໃນອະນາຄົດ ຕໍ່ສິ່ງທີ່ພວກເຈົ້າເຄົາລົບພັກດີຈາກຮູບປັ່ນຈະເວັດ.
3. ແລະ ພວກທ່ານກໍ່ບໍ່ໄດ້ເປັນຜູ້ທີ່ເຄົາລົບພັກດີຕໍ່ພຣະເຈົ້າທີ່ຂ້ອຍເຄົາລົບພັກດີ : * ແລະ ພວກເຈົ້າກໍ່ຈະບໍ່ເຄົາລົບພັກດີຕໍ່ສິ່ງທີ່ຂ້ອຍເຄົາລົບພັກດີ, ຄືອັລລໍຫ໌ຜູ້ຊົງເອກະອົງດຽວ.
4. ຂ້ອຍກໍ່ບໍ່ໄດ້ເປັນຜູ້ເຄົາລົບພັກດີສິ່ງທີ່ພວກທ່ານເຄົາລົບພັກດີ : * ແລະ ຂ້ອຍກໍ່ຈະບໍ່ເຄົາລົບພັກດີຕໍ່ສິ່ງທີ່ພວກເຈົ້າເຄົາລົບພັກດີຈາກຮູບປັ່ນຈະເວັດ.
5. ແລະ ພວກທ່ານກໍ່ບໍ່ໄດ້ເປັນຜູ້ທີ່ເຄົາລົບພັກດີຕໍ່ພຣະເຈົ້າທີ່ຂ້ອຍເຄົາລົບພັກດີ : * ແລະ ພວກເຈົ້າກໍ່ຈະບໍ່ເຄົາລົບພັກດີຕໍ່ສິ່ງທີ່ຂ້ອຍເຄົາລົບພັກດີ, ຄືອັລລໍຫ໌ຜູ້ຊົງເອກະອົງດຽວ.
6. ສໍາລັບພວກທ່ານ ກໍຄືສາສະໜາຂອງພວກທ່ານ ແລະ ສໍາລັບຂ້ອຍກໍ່ຄືສາສະໜາຂອງຂ້ອຍ : * ສາສະໜາຂອງພວກເຈົ້າ ທີ່ພວກເຈົ້າປະດິດຂຶ້ນເພື່ອຕົນເອງນັ້ນ ກໍ່ເປັນຂອງພວກເຈົ້າໄປເຖິດ ສ່ວນສາສະໜາຂອງຂ້ອຍ ຄືສິ່ງທີ່ອັລລໍຫ໌ຊົງປະທານລົງມາແກ່ຂ້ອຍ.
ຖາມ 13 : ຈົ່ງອ່ານສູເຣາະຫ໌ ອັນນາສ ແລະ ພ້ອມບອກຄວາມໝາຍມາ.
ຕອບ : ສູເຣາະຫ໌ ອັນນາສ ພ້ອມແປຄວາມໝາຍ:
(1 ອິຊາ ຈ່າອະ ນັສຣຸລລໍ ຮິວັລຟັຕຮ໌) (2 ວະຣໍໄອ ຕັນນາສ ສະຍັດ ເດາະ ຄຸລູນະ ຟີດີນິລ ລາຮິ ອັຟວາຈາ) (3 ຟະສັບ ບິຫ໌ ບິຮຳດິ ຣອບບິກະ ວັສຕັກຟິຣ ຫຸ ອິນນະຮຸ ການະ ເຕົາວາບາ) [ ສຸເຣາະຫ໌ ອັນນາສ :1-3].
ອັດທະທິບາຍຄວາມໝາຍ:
1. ເມື່ອຄວາມຊ່ວຍເຫຼືອຂອງອັລລໍຫ໌ ແລະ ການພິຊິດໄດ້ມາຮອດແລ້ວ! : * ສາມອາຍະຫ໌ຂອງຊູເຣາະນີ້ຖືກປະທານລົງມາໃນໄລຍະສຸດທ້າຍຂອງທ່ານຣໍຊູລ ຊັລລັລລໍຮຸ ອະໄລຮິ ວະຊັລລຳ, ແລະ ເປັນສັນຍານບົ່ງບອກເຖິງໄລຍະສຸດທ້າຍຂອງທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ເມື່ອຄວາມຊ່ວຍເຫລືອຂອງອັລລໍຫ໌ໄດ້ມາເຖິງເຈົ້າແລ້ວ, ຄືການພິຊິດເປິດເມືອງມັກກະຫ໌ ກັບຄືນມາ.
2. ແລະ ເຈົ້າຈະໄດ້ເຫັນຜູ້ຄົນຫຼາກຫລາຍເຂົ້າໃນສາສະໜາຂອງອັລລໍຫ໌ ເປັນໝູ່ເປັນຝູງ : * ເຈົ້າຈະໄດ້ເຫັນນານາກຸ່ມຊົນ ຕ່າງໆ ພາກັນເຂົ້າສາສະໜາຂອງເຈົ້າ ຄືສາສະໜາອິສລາມເປັນໝູ່ເປັນຝູງ ເຊິ່ງແຕ່ກ່ອນມີຜູ້ເຂົ້າສາສະໜານີ້ເທື່ອລະຄົນເພາະຄວາມຢ້ານກົວ.
3. ດັ່ງນັ້ນ ຈົ່ງສັນລະເສີນສະດຸດີດ້ວຍການສັນລະເສີນພຣະເຈົ້າຂອງເຈົ້າ ແລະ ຈົ່ງຂໍອະໄພໂທດຕໍ່ພຣະອົງເຖິດ ແທ້ຈິງພຣະອົງເປັນຜູ້ຊົງອະໄພຍະໂທດສະເໝີ : * ດັ່ງນັ້ນ ເມື່ອເຈົ້າພົບເຫັນດັ່ງກ່າວແລ້ວ ກໍ່ຈົ່ງສະດຸດີສັນລະເສີນພຣະເຈົ້າຂອງເຈົ້າເປັນການຂອບໃຈຕໍ່ພຣະອົງ, ເນື່ອງຈາກວ່າການຊ່ວຍເຫຼືອ, ການພິຊິດນະຄອນມັກກະຫ໌, ເລື່ອງທີ່ມີນານາປະຊາຄົມເຂົ້າໃນສາສະໜາຂອງເຈົ້າ ແລະ ການສິ້ນສຸດຂອງສາສະໜາຂອງພວກມຸຊຣີກີນ, ຈົ່ງຂໍອະໄພໂທດຕໍ່ພຣະອົງ ແລະ ຂໍຄວາມເມດຕາ, ແທ້ຈິງແລ້ວພຣະເຈົ້າຂອງເຈົ້ານັ້ນເປັນຜູ້ຊົງອະໄພໂທດຢ່າງຫລວງຫລາຍຕໍ່ບ່າວຂອງພະອົງ, ພຣະອົງຊົງຮັບການເຕົາບະຫ໌ຂອງພວກເຂົາ, ຊົງອະໄພໂທດໃນຄວາມຜິດຂອງພວກເຂົາ ແລະ ຊົງເມດຕາສົ່ງສານຕໍ່ພວກເຂົາ.
ຖາມ 14 : ຈົ່ງອ່ານສູເຣາະຫ໌ ອັລ-ມະສັດ ແລະ ພ້ອມບອກຄວາມໝາຍມາ.
ຕອບ: ສູເຣາະຫ໌ ອັລ-ມະສັດ ພ້ອມບອກຄວາມໝາຍ:
(1 ຕັບບັດ ຍະດາ ອະບີ ລະຮາບິວ ວະຕັບ) (2 ມາ ອັກນາ ອັນຮຸ ມາລຸຮຸ ວະມາ ກະສັບ) (3 ສະຍັສ ລາ ນາຣອນ ຊາຕະ ລະຮັບ) (4 ວາມຣໍອະ ຕຸຮຸ ຮຳມາລະ ຕັລຮະຕ໋ອບ) (5 ຟີຈີ ດີຮາ ຮັບລຸມ ມິນ ມະສັດ) [ ສຸເຣາະຫ໌ ອັລ-ມະສັດ :1-5].
ອັດທະທິບາຍຄວາມໝາຍ:
1. ມືທັງສອງຂອງອະບີລະຮັບ ຈົ່ງພິນາດ ແລະ ເຂົາກໍ່ພິນາດແລ້ວ : * ມືທັ້ງສອງຂອງລຸງທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ຄື ອະບີ ລະຮັບ ບິນ ອັບດຸລມຸດຕໍລິບ ໄດ້ຂາດທຶນ ແລະ ພັງພິນາດໄປແລ້ວ, ເພາະການກະທຳອັນໄຮ້ຄ່າເນື່ອງຈາກລາວເຄີຍທຳລາຍເຮັດບໍ່ດີຕໍ່ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ແລະ ຄວາມພະຍາຍາມຂອງລາວກໍ່ສູນໄປລ້າໆ.
2. ຊັບສົມບັດຂອງລາວ ແລະ ສິ່ງທີ່ລາວໄດ້ຂົນຂວາຍເອົາໄວ້ນັ້ນ ບໍ່ໄດ້ອໍານວຍປະໂຫຍດແກ່ລາວເລີຍ : * ສົມບັດຂອງລາວ ລູກຫຼານ ແລະ ຊັບສິນເງິນທອງທີ່ລາວສະແຫວງຫາເອົາໄວ້ນັ້ນ ກໍບໍ່ອາດຈະປົກປ້ອງລາວໃຫ້ພົ້ນຈາກການລົງໂທດ, ແລະ ລາວຈະບໍ່ໄດ້ຮັບຄວາມເມດຕາໃດໆທັ້ງສິ້ນ.
3. ລາວຈະເຂົ້າໄປເຜົາໄໝ້ໃນນາລົກທີ່ມີໄຟລຸກໂຊນ : * ລາວຈະຖືກໂຢນເຂົ້າສູ່ນາລົກ (ຈະຮັນນຳ) ແລະ ຈະເຂົ້າໄປເຜົາໄໝ້ ໃນນາລົກທີ່ມີໄຟລຸກໂຊ່ນ.
4. ທັ້ງພັນລະຍາຂອງລາວນຳ ນາງເປັນຜູ້ແບກຟືນ : * ພັນລະຍາຂອງເຂົາ ຄື: ອຸມມຸ ຍະມີນ ຕາປອດເບື້ອງໜື່ງກໍ່ຈະເປັນຜູ້ແບກຟຶນຂອງໄຟນາລົກ ເພາະນາງເປັນຜູ້ຂັດຂວາງທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໂດຍການເອົາໜາມມາໃສ່ຕາມທາງ ທີ່ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໃຊ້ເດີນທາງໄປລະໝາດສຸບຮີ ທີ່ມັສຍິດອັລ ຫະຣອມ.
5. ຢູ່ທີ່ຄໍຂອງນາງ ມີເຊືອກຖັກດ້ວຍໃຍອິນທະຜາລໍາ : * ແລະ ທີ່ຄໍຂອງນາງຈະມີເຊືອກທີ່ຖັກດ້ວຍໄຍ ອິນທະຜາລໍາ ຄ້ອງຄໍນາງຢູ່ ເພື່ອໃຊ້ດຶງນາງໄປສູ່ໄຟນາລົກ (ຈະຮັນນຳ).
ຖາມ 15 : ຈົ່ງອ່ານສູເຣາະຫ໌ ອັລ-ອິກລາສ ແລະ ພ້ອມບອກຄວາມໝາຍມາ.
ຕອບ : ສູເຣາະຫ໌ ອັລ-ອິກລາສ ພ້ອມບອກເລົ່າຄວາມໝາຍ:
(1 ກຸລຮຸ ວັລລໍຮຸ ອະຮັດ) ( 2 ອັລລໍຮຸສ ສໍມັດ) (3 ລຳຍະລິດ ວະລຳຍູ ລັດ) (4 ວະລຳ ຍະກຸນ ລະຮູ ກຸຟູວັນ ອະຮັດ) [ ສຸເຣາະຫ໌ ອັລ-ອິກລາສ :1-4].
ອັດທະທິບາຍຄວາມໝາຍ:
1. ຈົ່ງກ່າວເຖີດ ( ມຸຮຳມັດ) ພຣະອົງຄືອັລລໍຮ໌ ຜູ້ຊົງເອກະ : * ຈົ່ງກ່າວເຖິດ ໂອ້ທ່ານຣໍຊູລຂອງອັລລໍຫ໌ກໍ່ຄືທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ: ວ່າ- ຜູ້ຊົງເອກະນັ້ນຄື ອັລລໍຫ໌, ພຣະອົງເປັນພຣະເຈົ້າພຽງອົງດຽວທີ່ຄູ່ຄວນແກ່ການເຄົາລົບພັກດີ.
2. ອັລລໍຮ໌ ນັ້ນຊົງເປັນທີ່ເພິ່ງ : * ກໍ່ຄື ທຸກສິ່ງທີ່ຖືກບັງເກິດມາຍ່ອມມີຄວາມຕ້ອງການຕໍ່ພຣະອົງ.
3. ພຣະອົງບໍ່ປະສູດ (ມີລູກ) ແລະ ບໍ່ຊົງຖືກປະສູດ (ຖືກໃຫ້ເກິດ) : * ພຣະອົງຜູ້ຊົງມະຫາບໍລິສຸດບໍ່ຊົງເປັນພໍ່ຄົນແຕ່ຢ່າງໃດ ແລະ ບໍ່ຊົງເປັນລູກຂອງໃຜຜູ້ໃດຫນຶ່ງ.
4. ແລະບໍ່ມີຜູ້ໃດສະເໝີເຫມືອນພຣະອົງ : * ບໍ່ມີຜູ້ໃດ ຫຼື ສິ່ງຂອງໃດໆ ສະເໝີເຫມືອນ ຫລືທຽບເທົ່າກັບພຣະອົງ ແລະ ພຣະອົງກໍ່ຄືກັບສີ່ງທີ່ຖືກສ້າງ.
ຖາມ 16 : ຈົ່ງອ່ານສູເຣາະຫ໌ ອັລ-ຟະລັກ ແລະ ພ້ອມບອກຄວາມໝາຍມາ.
ຕອບ : ສູເຣາະຫ໌ ອັລ-ຟະລັກ ພ້ອມບອກເລົ່າຄວາມໝາຍ:
(1 ກຸລ ອະອູຊຸ ບິຣອບບິລ ຟະລັກ) (2 ມິນຊັຣ ຣິມາຄໍລັກ) (3 ມິນຊັຣ ຣິກໍສິກິນ ອິຊ໊າ ວະກ໋ອບ) (4 ວະມິນ ຊັຣຣິນ ນັຟຟາສາ ຕິຟິລ ອຸກ໋ອດ) (5 ວະມິນ ຊັຣຣິ ຮາສິດິນ ອິຊາ ຮາສັດ) [ ສຸເຣາະຫ໌ ອັລ-ຟະລັກ :1-5].
ອັດທະທິບາຍຄວາມໝາຍ:
1. ຈົ່ງກ່າວເຖິດ (ມຸຮໍາມັດ) ຂ້ານ້ອຍຂໍຄວາມຄຸ້ມຄອງຕໍ່ພະເຈົ້າແຫ່ງຮຸ່ງອາລຸນ : * ຈົ່ງກ່າວເຖິດ ໂອ້ທ່ານຣໍຊູລຂອງອັລລໍຫ໌ :- ຜູ້ຂ້າຂໍເພິ່ງພາ ແລະ ຂໍຄວາມຄຸ້ມຄອງນໍາພຣະເຈົ້າແຫ່ງຮຸ່ງອາລຸນ .
2. ໃຫ້ລອດພົ້ນຈາກຄວາມຊົ່ວຮ້າຍທີ່ພະອົງຊົງໄດ້ບັນດານຂຶ້ນ : * ຈາກຄວາມຊົ່ວຮ້າຍໄພອັນຕະລາຍທັ້ງຫຼາຍທີ່ຖືກສ້າງຂຶ້ນ.
3. ແລະ ຈາກຄວາມຊົ່ວຮ້າຍແຫ່ງຄວາມມືດຂອງເວລາກາງຄືນ ທີ່ປົກຄຸມ : * ຂ້ອຍຂໍເພິ່ງພາແລະຄວາມຄຸ້ມຄອງຈາກອັລລໍຫ໌ ໃຫ້ລອດພົ້ນຈາກຄວາມຊົ່ວຮ້າຍທັ້ງຫຼາຍທີ່ປະກົດຂຶ້ນໃນຍາມຄ່ຳຄືນ ບໍ່ວ່າຈະເປັນສັດຮ້າຍ ຫຼື ໂຈນບໍ່ດີກໍ່ຕາມ.
4. ແລະ ຈາກຄວາມຊົ່ວຮ້າຍຂອງບັນດາຜູ້ເສກເປົ່າ ໃນ ປົມເງື່ອນ: * ຂ້ອຍຂໍເພິ່ງພາແລະຄວາມຄຸ້ມຄອງຕໍ່ພຣະອົງ ໃຫ້ລອດພົ້ນຈາກຄວາມຊົ່ວຮ້າຍຂອງພວກແມ່ມົດ ຫມໍຜີ ຜູ້ທີ່ເປົ່າມົນດຳໃສ່ເງື່ອນປົມທັ້ງຫລາຍ.
5. ແລະ ຈາກຄວາມຊົ່ວຮ້າຍຂອງຜູ້ອິດສາ ເມື່ອລາວອິດສາ : * ແລະ ຈາກຄວາມຊົ່ວຮ້າຍຂອງຜູ້ອິດສາລິດສະຍາ ຜູ້ທີ່ມີຄວາມກຽດຊັງຕໍ່ຜູ້ຄົນ ເມື່ອລາວອິດສາສິ່ງທີ່ອັລລໍຫ໌ໄດ້ປະທານເປັນຄວາມໂປດປານແກ່ພວກເຂົາ ໂດຍຫວັງໃຫ້ຄວາມໂປດປານນັ້ນໝົດສິ້ນໄປຈາກພວກເຂົາ ແລະ ຕ້ອງການໃຫ້ເກິດໂທດໄພແກ່ພວກເຂົາ.
ຖາມ 17: ຈົ່ງອ່ານສຸເຣາະ ອັນນາສ ພ້ອມບອກຄວາມໝາຍ.
ຕອບ: ສຸເຣາະຫ໌ ອັນນາສ ແລະ ອະທິບາຍຄວາມໝາຍ:
ຄຳອ່ານ 1 (ກຸລ ອະອູຊຸ ບິຣອບບິນ ນາາສ) (2 ມາລິກິນ ນາສ) (3 ອີລາຮິນ ນາສ) (4 ມິນ ຊິຣ ຮິລ ວັສວາ ສິລ ຄ໋ອນ ນາສ) (5 ອັລລະຊີ ຍຸວັສ ວິສູ ຟີສຸດູ ຣີນ ນາສ) (6 ມິນັລຈິນນະ ຕິວັນ ນາສ) [ສຸເຣາະ ອັນ-ນາສ: 1-6].
ອະທິບາຍຄວາມໝາຍ:
ຄວາມໝາຍ : 1.ຈົ່ງກ່າວເຖີດ (ມຸຮຳມັດ) ຂ້ອຍຂໍຄວາມຄຸ້ມຄອງຕໍ່ພຣະເຈົ້າແຫ່ງມະນຸດຊາດ. * ຈົ່ງກ່າວເຖິດ ໂອ້ທ່ານຣໍຊູລຂອງອັລລໍຫ໌ :- ຜູ້ຂ້າຂໍເພິ່ງພາ ແລະ ຂໍຄວາມຄຸ້ມຄອງນໍາພຣະຜູ້ສ້າງມວນມະນຸດ .
2. ເຈົ້າຊີວິດແຫ່ງມະນຸດຊາດ: * ພຣະຜູ້ຊົງກໍານົດຈັດສັນກິດຈະການຕ່າງ ໆ ຂອງມວນມະນຸດ ຕາມພຣະປະສົງຂອງພຣະອົງ ບໍ່ມີເຈົ້າຊິວິດໃດໆ ນອກຈາກພຣະອົງ.
3. ພຣະເຈົ້າແຫ່ງມວນມະນຸດ: * ພຣະອົງຊົງເປັນພຣະເຈົ້າແຫ່ງມະນຸດຊາດ ເປັນຜູ້ຖືກເຄົາລົບສັກກາລະທີ່ແທ້ຈິງ ເຊິ່ງບໍ່ມີພຣະເຈົ້າອື່ນໃດທີ່ຄວນແກ່ການເຄົາລົບພັກດີນອກຈາກພຣະອົງ.
4. ໃຫ້ພົ້ນຈາກຄວາມຊົ່ວຮ້າຍຂອງຜູ້ກະຊິບກະຊາບທີ່ຫຼອກລໍ່: * ໃຫ້ຮອດພົ້ນຈາກຄວາມຊົ່ວຮ້າຍຂອງໄຊຕອນ ເຊິ່ງມັນຈະກະຊິບກະຊາກໃຫ້ມະນຸດມີປະຕິກິລິຍາຕໍ່ຕ້ານ ແລະ ດື້ລັ້ນຝ່າຝືນ.
5. ທີ່ກະຊິບກະຊາກໃນຫົວອົກຂອງມະນຸດ: * ເຊິ່ງມັນມັກຈະນຳຊຶ່ງຄວາມນຶກຄິດທີ່ຊົ່ວຮ້າຍໃຫ້ເກິດຂຶ້ນໃນຈິດໃຈຂອງມະນຸດ.
6. ຈາກໝູ່ຈິນ ແລະ ໝູ່ມະນຸດ: * ຄື: ການກະຊິບກະຊາກນັ້ນເກິດຂຶ້ນຈາກມະນຸດ ແລະ ເກິດຂຶ້ນຈາກຈິນໄຊຕອນ.
*******
ພາກວິຊາອັລ-ຫະດິຊ
ສາດຄວາມຮູ້ດ້ານຫະດິຊ:
ອັລ-ຫະດິຊ ໝາຍເຖິງສິ່ງທີ່ພາດພິງໄປເຖິ່ງທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ບໍ່ວ່າຈະດ້ວຍຄຳເວົ້າ, ການກະທຳ, ການຍອມຮັບ, ຫຼື ຄຸນລັກສະນະທັ້ງທາງກາຍຍະພາບ(ລັກສະນະພາຍນອກ) ແລະ ທາງຈິດໃຈ(ລັກສະນະນິໄສ) ຂອງທ່ານ.
ຫະດິຊ ບົດທີ່ໜຶ່ງ:
ຄຳຖານ 1: ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ: «إنما الأعمال بالنيات ...», ແລະ ລອງບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ຄຳຕອບ: ລາຍງານຈາກທ່ານອາມີຣຸລ ມຸມີນີນ ອາບູຫັຟສິນ ອຸມັຣ ອິບນຸ ອັລ-ຄອດຕອບ ຣໍດີຍັລລໍອັນຮຸ ໄດ້ເລົ່າວ່າ: ຂ້ອຍໄດ້ຍິນທ່ານຣໍສູນລຸລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ກ່າວວ່າ: ‘‘ແທ້ຈິງການງານທັ້ງຫຼາຍນັ້ນຂຶ້ນຢູ່ກັບການຕັ້ງເຈດຕະນາ ແລະ ແທ້ຈິງສຳຫຼັບທຸກຄົນນັ້ນຄື ເຂົາຈະໄດ້ຮັບດັງທີ່ເຂົາໄດ້ຕັ້ງເຈດຕະນາໄວ້ ດັງນັ້ນຜູ້ໃດກໍຕາມທີ່ການອົບພະຍົບຂອງເຂົາມີເຈດຕະນາເພື່ອອັລລໍຫ໌ ແລະ ຣໍສູລຂອງພຣະອົງ ດັງນັ້ນການອົບພະຍົບຂອງເຂົານັ້ນກໍຈະເປັນໄປເພື່ອອັລລໍຫ໌ ແລະ ຣໍສຸລຂອງພຣະອົງ ແລະ ຜູ້ໃດກໍຕາມທີ່ການອົບພະຍົບຂອງເຂົາເພື່ອໂລກດຸນຍາ (ໂລກນີ້) ເຂົາກໍຈະໄດ້ຮັບມັນ ຫຼື ເພື່ອຜູ້ຍິງທີ່ເຂົາຈະແຕ່ງງານດ້ວຍ ດັງນັ້ນການອົບພະຍົບຂອງເຂົາກໍຈະເປັນໄປຕາມຄວາມປະສົງທີເຂົາໄດ້ອົບພະຍົບ’’
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
1.ການງານທຸກຢ່າງທີ່ເຮັດຈຳເປັນຈະຕ້ອງຕັ້ງເຈດຕະນາ ເຊັ່ນ ການລະຫມາດ, ການຖືສິນອົດ, ການເຮັດຮັຈຍ໌, ແລະ ການງານອື່ນໆ.
2. ຈຳເປັນຈະຕ້ອງມີເຈດຕະນາອັນບໍລິສຸດໃຈຕໍ່ອັລລໍຫ໌.
ຫະດິຊ ບົດທີ່ສອງ :
ຄຳຖາມທີ່ 2: ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «من أحدث في أمرنا هذا ...» ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ຄຳຕອບ: ລາຍງານຈາກມານດາຂອງສັດທາຊົນທັ້ງຫຼາຍ ອຸມມູ ອັບດິລລະຫ໌ ອາອີຊະຫ໌ ຣໍດີຍັລລໍ ຫູອັນຫາ ເລົ່າວ່າ: ທ່ານຣໍສູ ລຸລລໍຫ໌ ﷺ ກ່າວວ່າ: “ໃຜກໍ່ຕາມທີເຮັດສິ່ງອືນໃນກິດຈະການສາສະໜາຂອງເຮົາ ເຊິ່ງສິ່ງນັ້ນ ເຮົາບໍ່ໄດ້ສັ່ງໃຊ້ໃຫ້ເຮັດ (ບໍ່ມີແບບຢ່າງ) ດັງນັ້ນສິ່ງທີ່ເຮັດຂຶ້ນມາໃໝ່ນັ້ນຍ່ອມຖືກປະເສດ (ບໍ່ຖືກຕອບຮັບຈາກອັລລໍຫ໌)”
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
1. ແນ່ນຍ້ຳບໍ່ໃຫ້ເຮັດສິ່ງທີ່ບໍ່ມີໃນຫຼັກຄຳສອນຂອງສາສະໜາ.
2. ແທ້ຈິງການງານທີ່ເຮັດຂຶ້ນມາໃຫມ່ນັ້ນ ຈະຖືກບໍຕິເສດ ແລະຈະບໍ່ຖືກຕອບຮັບເປັນອັນຂາດ.
ຫະດິຊ ບົດທີ່ສາມ :
ຄຳຖາມທີ່ 3 : ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «بينما نحن جلوس عند رسول الله صلى الله عليه وسلم ...»، ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ຄຳຕອບ: ຈາກທ່ານອຸມັຣ ບິນ ຄອດຕ໊ອບ ຣໍດີຍັລລໍອັນຮຸ ໄດ້ເລົ່າວ່າ: “ມີມື້ໝຶ່ງ ໃນຂະນະທີພວກເຮົາກຳລັງນັ່ງຢູ່ກັບທ່ານຣໍສູລ ລຸລລໍຫ໌ ﷺ ທັນໃດນັ້ນກໍ່ມີຊາຍຄົນໜຶ່ງສວມເສື້ອຜ້າທີຂາວສະນິດ ມີຜົມດຳເຂັ່ມ ແລະບໍ່ເຫັນຮອງຮ້ອຍໃນການເດິນທາງ ໄດ້ປະກົດຂຶ້ນໃນໝູ່ພວກເຮົາ ແລະບໍ່ມີຜູ້ໃດໃນໝູ່ພວກເຮົາຮູ້ຈັກລາວ ແລະໃນທີສຸດລາວໄດ້ເຂົ້າມານັ່ງກົງກັບທ່ານນະບີ ﷺ ແລ້ວລາວກໍເອົາຫົວເຂົາທັ້ງສອງຂ້າງຂອງລາວມາກົງກັບຫົວເຂົາຂອງທ່ານນາບີ ﷺ ແລະໄດ້ວາງມືຂອງລາວເຖິງຂາຂອງທ່ານະບີ ﷺ ແລ້ວກໍ່ກ່າວຂຶ້ນວ່າ “ໂອ້ມຸຮຳມັດເອີ໋ຍ ຈົ່ງບອກໃຫ້ຂ້ອຍຮູ້ກຽ່ວກັບອີສລາມ ແລ້ວທ່ານຣໍສູລໄດ້ກ່າວວ່າ: ອິສລາມຄື! - ການທີທ່ານກ່າວປະຕິຢານຕົນວ່າ “ບໍ່ມີພຣະເຈົ້າອື່ນໃດທີ່ຄວນແກ່ການເຄົາລົບພັກດີນອກຈາກອັລລໍຫ໌ ແລະມຸຮຳມັດນັ້ນເປັນ ຣໍສູລຂອງອັລລໍຫ໌” - ການທີທ່ານນັ້ນດຳລົງເຊິ່ງການລະຫມາດ - ການຈ່າຍຊະກາດ - ການຖືສິນອົດໃນເດືອນຣໍມະດອນ - ແລະການໄປປະກອບພິທີຫັຈ ທີ່ ບັຍຕຸລລໍຫ໌ ຫາກທ່ານມີຄວາມສາມາດເດິນທາງໄປໄດ້ “ແມ່ນຢ່າງທີທ່ານເວົ້າ” (ທ່ານອຸມັຣກ່າວວ່າ) ດັງນັ້ນພວກເຮົາພາກັນແປກໃຈ ທີລາວຖາມທ່ານນະບີແລ້ວລາວກໍຮັບຮອງວ່າທ່ານນະບີເວົ້າຄວາມຈິງ ລາວກ່າວອີກວ່າ “ຈົ່ງບອກໃຫ້ຂ້ອຍຮູ້ກຽ່ວກັບອີມ່ານ” ທ່ານນາບີຈຶ່ງຕອບວ່າ - ການທີທ່ານສັດທາເຊື່ອໃນອັລລໍຫ໌ - ການສັດທາຕໍ່ບັນດາມະລາອີກະຫຂອງພຣະອົງ - ການສັດທາຕໍ່ບັນດາຄຳພີຂອງພຣະອົງ - ການສັດທາຕໍ່ບັນດາສາສະໜະທູດຂອງພຣະອົງ - ການສັດທາຕໍ່ວັນປໍລະໂລກ(ໂລກໜ້າ) - ແລະການສັດທາ ເຊື່ອຕໍ່ການກຳໜົດຂອງພຣະອົງໃນຄວາມດີຄວາມຊົ່ວ” ລາວໄດ້ກ່າວວ່າ “ແມ່ນຄວາມຢ່າງທີທ່ານເວົ້າ” ແລ້ວລາວໄດ້ກ່າວອີກວ່າ “ດັງນັ້ນທ່ານຈົ່ງບອກໃຫ້ຂ້ອຍຮູ້ກຽ່ວກັບ ອິຫ໌ຊານ?” ທ່ານນະບີຕອບວ່າ “ຄືການທີທ່ານເຮັດອີບາດະຫ໌ (ຄວາມດີ) ຕໍ່ອັລລໍຫ໌ ດັ່ງກັບວ່າທ່ານເຫັນພຣະອົງ ແມ້ວ່າທ່ານບໍ່ເຫັນພຣະອົງ ກໍ່ໃຫ້ຄິດວ່າພຣະອົງນັ້ນເຫັນທ່ານແນ່ນອນ” ແລ້ວລາວໄດ້ກ່າວອີກວ່າ “ດັງນັ້ນຈົ່ງບອກໃຫ້ຂ້ອຍຮູ້ກຽ່ວກັບວັນກີຍາມະຫ໌?” ທ່ານນະບີຕອບວ່າ “ຜູ້ທີຖາມກໍ່ບໍ່ຮູ້ໄປກວ່າຜູ້ຖຶກຖາມເລີຍ” ແລ້ວລາວກໍ່ກ່າວວ່າ “ຖ້າເຊັ່ນນັ້ນບອກໃຫ້ຂ້ອຍຮູ້ເຖິ່ງສັນຍານຂອງມັນ” ທ່ານນະບີຕອບວ່າ “ຄືການທີແມ່ຍິງ ຈະເກິດລູກມາເປັນເຈົ້ານາຍຂອງນາງ, ທ່ານຈະໄດ້ເຫັນຜູ້ທີບໍ່ສ້ວມເກິບ ບໍ່ມີເສື້ອຜ້າທີ່ຈະສ້ວມໃສ່ ເປັນຜູ້ຍາກຈົນສຸດໆ ແລະ ລ້ຽງແບ້ ແຕ່ກັບແຂ່ງຂັນກັນສ້າງອາຄານສູງໆ” ຈາກນັ້ນລາວກໍ່ຈາກໄປ ແລະຂ້ອຍ (ໝາຍເຖິ່ງອຸມັຣ) ກໍ່ຫາຍໜ້າໄປຫຼາຍມື້ ຕໍ່ມາທ່ານນະບີ ﷺ ໄດ້ຖາມຂ້ອຍວ່າ “ໂອ້ອຸມັຣ ເຈົ້າຮູ້ບໍ່ວ່າ ຜູ້ຖາມຕອນນັ້ນແມ່ນໃຜ?” ຂ້ອຍຕອບວ່າ “ອັລລໍຫ໌ ແລະຣໍສູລຂອງພຣະອົງເທົ່ານັ້ນທີ່ຮູ້” ທ່ານນະບີຕອບວ່າ “ແທ້ຈິງລາວຄື ຈິບລິລ (ເທວະທູດຂອງອັລລໍຫ໌) ລາວມາຫາພວກທ່ານ ເພື່ອສອນພວກທ່ານ ກ່ຽວກັບເລື່ອງສາສະໜາຂອງພວກທ່ານ”
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
1. ໄດ້ຮູ້ວ່າຫຼັກປະຕິບັດໃນອິສລາມມີ ຫ້າປະການ; ໄດ້ແກ່:
- ການກ່າວປະຕິຍານຕົນບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ແລະ ມຸຮຳມັດນັ້ນເປັນ ຣໍສູລຂອງອັລລໍຫ໌
- ການດຳລົງເຊິ່ງການລະຫມາດ .
- ການຈ່າຍຊະກາດ.
- ການຖືສິນອົດໃນເດືອນຣໍມະດອນ.
- ການປະກອບພິທິຮັຈຍ໌ ທີ່ໄບຕຸລລໍຫ໌.
1. ໄດ້ຮູ້ວ່າຫຼັກສັດທາໃນອິສລາມມີ ຫົກຂໍ້; ໄດ້ແກ່:
- ການທີທ່ານສັດທາເຊື່ອໃນອັລລໍຫ໌.
- ການສັດທາຕໍ່ບັນດາມະລາອີກະຫຂອງພຣະອົງ.
- ການສັດທາຕໍ່ບັນດາຄຳພີຂອງພຣະອົງ.
- ການສັດທາຕໍ່ບັນດາສາດສະດາທູດຂອງພຣະອົງ.
- ການສັດທາຕໍ່ວັນປໍລະໂລກ(ໂລກໜ້າ).
- ແລະການສັດທາຕໍ່ການກຳໜົດຂອງພຣະອົງໃນຄວາມດີຄວາມຊົ່ວ.
3. ໄດ້ຮູ້ກ່ຽວກັບ ຫຼັກອິຫ໌ຊານ ຄືຫຼັກການດຽວ, ນັ້ນກໍ່ຄືການທີທ່ານເຮັດອີບາດະຫ໌ (ຄວາມດີ) ຕໍ່ອັລລໍຫ໌ ດັ່ງກັບທີ່ທ່ານເຫັນພຣະອົງ, ແມ້ວ່າທ່ານບໍ່ເຫັນພຣະອົງ ກໍ່ໃຫ້ຄິດວ່າພຣະອົງນັ້ນເຫັນທ່ານຢູ່ຢ່າງແນ່ນອນ.
4. ວັນກີຍາມະຫ໌ສິ້ນໂລກ, ບໍ່ມີຜູ້ໃດຮູ້ ນອກຈາກອັລລໍຫ໌ເທົ່ານັ້ນ.
ຫະດິຊ ບົດທີສີ່:
ຄຳຖາມທີ່ 4: ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «أكمل المؤمنين إيمانًا ...» ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ຄຳຕອບ: ລາຍງານຈາກທ່ານອາບູ ຫູຣອຍເຣາະຫ໌ ຣໍດີຢັລລໍອັນຮຸ ເລົ່າວ່າ: ທ່ານຣໍສູລຸລລໍຫ໌ ﷺ ກ່າວວ່າ: "ຜູ້ທີ່ມີສັດທາສົມບູນທີ່ສຸດ ຄືຜູ້ທີ່ມີຄຸນນະທຳມາລະຍາດທີ່ດີທີ່ສຸດ"
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
1. ສົ່ງເສິມໃຫ້ປະພຶດຕົວມີຄຸນນະທຳມາລະຍາດອັນດີງາມ.
2. ແລະ ແທ້ຈິງແລ້ວ ຄວາມສົມບູນຂອງການສັດທາ ມາຈາກຄວາມສົມບູນຂອງມາລະຍາທີ່ດີ.
3. ແລະໃຫ້ຮູ້ວ່າອີມ່າມການສັດທາມີຂຶ້ນມາລົງ.
ຫະດິຊ ບົດທີ່ຫ້າ:
ຄຳຖາມທີ່ 5: ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «من حلف بغير الله ...» ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ຄຳຕອບ: ລາຍງານຈາກອິບນຸ ອຸມັຣ ຣໍດິຍັລລໍຮຸ ອັນຮຸມາ ແທ້ຈິງທ່ານນະບີ ﷺ ໄດ້ກ່າວວ່າ: "ໃຜທີ່ສາບານໂດຍສິ່ງອື່ນທີ່ບໍ່ແມ່ນອັລລໍຫ໌; ລາວໄດ້ຕົກສາສະໜາແລ້ວ ຫຼື ເຮັດຊີຣິກ (ຕັ້ງພາຄີກັບອັລລໍຫ໌)"
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
- ຫ້າມບໍ່ໃຫ້ສາບານກັບສິ່ງອື່ນນອກຈາກກັບອັລລໍຫ໌ເທົ່ານັ້ນ.
- ການສາບານທີ່ບໍ່ໄດ້ເຮັດກັບອັລລໍຫ໌ແລ້ວ ເທົ່າກັບການເຮັດຊີຣິກນ້ອຍ.
ຫະດິຊ ບົດທີ່ຫົກ:
ຄຳຖາມທີ່ 6: ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «لا يؤمن أحدكم حتى أكون أحب إليه ...» ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ຄຳຕອບ: ລາຍງານຈາກທ່ານ ອະນັສ ອິບນຸ ມາລິກ ຣໍດີຍັລລໍ ອັນຫຸ ﷺ ຈາກທ່ານນາບີ ﷺ ໄດ້ກ່າວວ່າ: “ຜູ້ໃດຜູ້ໜຶ່ງໃນໝູ່ພວກທ່ານຈະຢັງບໍ່ສັດທາ(ໂດຍສົມບູນ) ຈົນກວ່າລາວຈະຮັກຂ້ອຍ(ທ່ານນະບີ) ຫຼາຍກວ່າພໍ່ແມ່ ລູກຫຼານ ແລະ ມະນຸດທັ້ງມວນ".
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
- ຈຳເປັນຈະຕ້ອງຮັກນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ຫຼາຍວ່າມະນຸດທຸກຄົນ.
- ແທ້ຈິງນັ້ນຄືສາເຫດເຮັດໃຫ້ການສັດທາສົມບູນ.
ຫະດິຊ ບົດທີ່ເຈັດ:
ຄຳຖາມທີ່ 6: ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «لا يؤمن أحدكم حتى يحب لأخيه ...» ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ຄຳຕອບ: ລາຍງານຈາກທ່ານ ອະນັສ ອິບນຸ ມາລິກ ຣໍດີຍັລລໍ ອັນຮຸ ﷺ ຈາກທ່ານນາບີ ﷺ ໄດ້ກ່າວວ່າ: “ຜູ້ໃດຜູ້ໜຶ່ງໃນໝູ່ພວກທ່ານຈະຍັງບໍ່ສັດທາ(ໂດຍສົມບູນ) ຈົນກວ່າລາວຈະຮັກພີ່ນ້ອງຂອງລາວປຽບດັ່ງລາວຮັກຕົວຂອງລາວເອງ”
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
- ເປັນໜ້າທີ່ຂອງຜູ້ສັດທາຄົນໜຶ່ງທີ່ຈະຕ້ອງຮັກໃນຄວາມດີແກ່ພີ່ນ້ອງຜູ້ສັດທາ ຄືດັງທີ່ລາວຮັກໃນຄວາມດີສຳຫຼັບຕົວເອງ.
- ການຮັກພີ່ນ້ອງນັ້ນຄືການເຮັດໃຫ້ອີ່ມານສົມບູນ.
ຫະດິຊ ບົດທີ່ແປດ:
ຄຳຖາມທີ່ 8: ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «والذي نفسي بيده! ...» ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ຄຳຕອບ: ລາຍງານຈາກອະບີ ສະອີດ ຣໍດິຍັລລໍຮຸ ອັນຮຸ ຈາກທ່ານຣໍຊູລລຸລລໍຫ໌ ﷺ ໄດ້ກ່າວວ່າ: "ຂໍສາບານຕໍ່ຜູ້ທີ່ຊີວິດຂອງຂ້ອຍຢູ່ໃນກຳມືຂອງພຣະອົງ! ແທ້ຈິງແລ້ວ ສິ່ງນີ້ມີຄ່າທຽບເທົ່າກັບໜຶ່ງໃນສາມຂອງອັລກຸຣອານ"
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
1. ຄວາມປະເສິດຂອງສູເຣາະຫ໌ ອັລ-ອິກລາສ.
2. ແທ້ຈິງມັນຄ່າທຽບເທົ່າໜຶ່ງໃນສາມຂອງອັລກຸຣອານ.
ຫະດິຊ ບົດທີ່ເກົ້າ:
ຄຳຖາມທີ່ 8: ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «لا حول ولا قوة إلا بالله ...» ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ຄຳຕອບ: ລາຍງານຈາກອະບີ ມູຊາ ຣໍດິຍັລລໍຮຸ ອັນຮຸ ທ່ານຣໍຊູລລຸລລໍຫ໌ ﷺ ກ່າວວ່າ: "(ລາເຮົາລະ ວະລາກູວາຕະ ອິລລາ ບິລລາຮິ) ເປັນສ່ວນໜຶ່ງຂອງສົມບັດອັນລ້ຳຄ່າຈາກບັນດາສົມບັດໃນສະຫວັນ"
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
1. ໄດ້ຮູ້ວ່າຄວາມປະເສິດຂອງຄຳໆນີ້, ເເທ້ຈິງມັນມີຄ່າເທົ່າກັບສ່ວນໜຶ່ງຂອງສົມບັດລ້ຳຄ່າໃນສວນສະຫວັນ.
2. ການທີ່ບ່າວປ່ອຍວ່າງຈາກຄວາມພະຍາຍາມ ແລະ ຄວາມສາມາດຂອງຕົນເອງ ແລະ ພຶ່ງພາອະໄສອັລລໍຫ໌ ພຽງພຣະອົງດຽວ.
ຫະດິຊ ບົດທີ່ສິບ:
ຄຳຖາມທີ່ 10: ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «ألا إن في الجسد مضغة...» ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ລາຍງານຈາກອາບີ ອັນ-ນຸມານ ອິບນຸ ບາຊີຣ ຣໍດີຍັລລໍ ອັນຫຸ ເລົ່າວ່າ: ຂ້ອຍໄດ້ຍິນທ່ານຣໍສູລຸລລໍຫ໌ ﷺ ກ່າວວ່າ: "ຈົ່ງຮູ້ໄວ້ວ່າ ໃນຮ່າງກາຍຂອງມະນຸດນັ້ນມີກ້ອນຊີ້ນສວນໜຶ່ງ ເມື່ອກ້ອນຊີ້ນນັ້ນມັນດີ ຮ່າງກາຍທັ້ງໝົດກໍ່ຈະດີຕາມໄປດ້ວຍ ແລະຖ້າຫາກວ່າມັນບໍ່ດີ ທັ້ງຮ່າງກາຍກໍ່ຈະບໍ່ດີຕາມໄປດ້ວຍ ຈົ່ງຮູ້ໄວ້ວ່າ ມັນຄື ຫົວໃຈ"
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
1. ຄສາມດີງາມຂອງຫົວໃຈນຳໄປສູ່ຄວາມດີງາມທັ້ງຮ່າງກາຍພາຍນອກ ແລະ ຈິດໃຈພາຍໃນ.
2. ການໃສ່ໃຈໃຫ້ຄວາມສຳຄັນໃນເລື່ອງຄວາມດີງາມຂອງຫົວໃຈ ເພາະຫົວໃຈເປັນສິ່ງທີ່ເຮັດໃຫ້ມະນຸດດີງາມໄດ້.
ຫະດິຊ ບົດທີ່ສິບເອັດ:
ຄຳຖາມທີ່ 10: ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «من كان آخر كلامه -من الدنيا- لا إله إلا الله..» ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ຄຳຕອບ: ລາຍງານຈາກມຸອາຊ ບິນ ຈະບັລ ຣໍດິຍັລລໍຮຸ ອັນຮຸ ກ່າວວ່າ: ທ່ານຣໍສູລຸລລໍຫ໌ ﷺ ໄດ້ກ່າວວ່າ: "ໃຜກໍ່ຕາມທີ່ຄຳເວົ້າສຸດທ້າຍຂອງລາວແມ່ນ : ລາອິລາຫະ ອິລລັລລໍຫ໌ ; ລາວຈະໄດ້ເຂົ້າສະຫວັນ"
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
1. ໄດ້ຮູ້ເຖິງຄວາມປະເສິດຂອງຄຳວ່າ ລາອິລາຫະ ອິລລັລລໍຫ໌, ແລະບ່າວຜູ້ສັດທາຈະໄດ້ເຂົ້າສະຫວັນດ້ວຍຄຳນັ້ນ.
2. ຜູ້ທີ່ກ່າວຄຳວ່າ "ລາອິລາຫະ ອິລລັລລໍຫ໌ (ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌) ເປັນຄຳສຸດທ້າຍກ່ອນຈາກໂລກດຸນຍານີ້ ຍ່ອມປະເສິດທີ່ສຸດ.
ຫະດິຊ ບົດທີ່ສິບສອງ:
ຄຳຖາມທີ່ 12: ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «ليس المؤمن بالطعان، ولا اللعان ...» ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ຄຳຕອບ: ລາຍງານຈາກທ່ານອັບດຸລໍຫ໌ ບິນ ມັສອູດ ຣໍດິຍັລລໍຮຸ ອັນຮຸ ເລົ່າວ່າ: ທ່ານຣໍສູລຸລລໍຫ໌ ﷺ ໄດ້ກ່າວວ່າ: "ຜູ້ສັດທາທີ່ແທ້ຈິງນັ້ນ ຈະບໍ່ແມ່ນຄົນທີ່ມັກໃສ່ຮ້າຍຜູ້ອື່ນ, ບໍ່ມັກສາບແຊ່ງ, ບໍ່ເວົ້າຈາຫຍາບຄາຍ, ແລະບໍ່ໃຊ້ຄຳເວົ້າທີ່ບໍ່ມ່ວນ"
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
- ຫ້າມຄຳເວົ້າຂີ້ຕົວະບໍ່ດີ ແລະ ຄຳເວົ້າຫຍາບຄາຍນ່າລັງກຽດທຸກຮູບແບບ.
- ສອນໃຫ້ຮູ້ວ່າສິ່ງນີ້ຄືຄຸນລັກສະນະຂອງຜູ້ສັດທາທີ່ສະແດງອອກຜ່ານຄຳເວົ້າຂອງລາວ.
ຫະດິຊ ບົດທີ່ສິບສາມ:
ຄຳຖາມທີ່ 13: ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «من حسن إسلام المرء ...» ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ຄຳຕອບ: ລາຍງານຈາກທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍອັນຮຸ ເລົ່າວ່າ: ທ່ານຣໍສູລຸລລໍຫ໌ ﷺ ກ່າວວ່າ: “ສ່ວນໜຶ່ງຈາກຄວາມດີງາມສຳລັບອິສລາມຂອງຄົນ ໆ ໜຶ່ງ ຄືການທີ່ລາວລະເວັ່ນ (ຖິ້ມ) ສິ່ງທີ່ບໍ່ເປັນປະໂຫຍດ (ບໍ່ມີສາລະ) ໃຫ້ກັບຕົວເອງ"
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
1. ການລະເວັ້ນຈາກສິ່ງທີ່ບໍ່ເປັນປະໂຫຍດທາງໂລກທີ່ບໍ່ກ່ຽວກັບສາສະໜາ ແລະຈາກເລື່ອງຂອງຄົນອື່ນ ໆ.
2. ແທ້ຈິງການລະເວັ້ນໃນສິ່ງທີ່ບໍ່ເປັນປະໂຫຍດ ເຮັດໃຫ້ຄວາມເປັນມຸສລິມສົມບູນ.
ຫະດິຊ ບົດທີ່ສິບສີ່:
ຄຳຖາມທີ່ 14: ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «من قرأ حرفًا من كتاب الله...» ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
ຄຳຕອບ: ລາຍງານຈາກອັບດິລລາຫ໌ ບິນ ມັສອູດ ຣໍດິຍັລລໍຮຸ ອັນຮຸ: ແທ້ຈິງທ່ານນະບີ ﷺ ກ່າວວ່າ: "ຜູ້ໃດທີ່ອ່ານຕົວອັກສອນໜຶ່ງຈາກຄຳພີຂອງອັລລໍຫ໌ ລາວຈະໄດ້ຮັບຜົນລະບຸນ1 ຜົນລະບຸນ, ແລະ ຜົນລະບຸນນັ້ນຈະເພິ່ມຂຶ້ນເປັນສິບເທົ່າ, ຂ້ອຍບໍ່ໄດ້ບອກວ່າ (ອະລິຟ ລາມ ມີມ) ເປັນຕົວອັກສອນດຽງ, ແຕ່ (ອະລິຟ) ຄືໂຕອັກສອນໜຶ່ງ, (ລາມ) ຄືໂຕອັກສອນໜຶ່ງ, (ມີມ) ຄືໂຕອັກສອນໜຶ່ງ"
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
1. ຄວາມປະເສິດຂອງການອ່ານກຸຣອານ.
2. ແລະ ທຸກໆ ຕົວອັກສອນທີ່ເຈົ້າອ່ານມັນ ຈະໄດ້ຮັບຜົນລະບຸນ.
*******
ພາກວິຊາຄຸນນະທັມໃນອິສລາມ
ສາດຄວາມຮູ້ເລື່ອງຄຸນນະທຳ ກິລິຍາມາລະຍາດ
ມາລະຍາດອິສລາມ : ຄືພຶດຕິກຳ ການກະທຳ ເເລະ ການວາງຕົວທີ່ງົດງາມ ເຊິ່ງປະກົດຢູ່ໃນບົດບັນຫຍັດອິສລາມ ໂດຍລວມເຖິງມາລະຍາດກັບອັລລໍຫ໌ ແລະ ມາລະຍາດກັບເພື່ອນມະນຸດສິ່ງຖືກສ້າງດ້ວຍກັນ.
ມາລະຍາດກັບພຣະອົງອັລລໍຫ໌ຜູ້ຊົງສູງສົ່ງ:
ຄຳຖາມທີ່ 1 : ມາລະຍາດຕໍ່ພຣະອົງອັລລໍຫ໌ ຜູ້ຊົງສູງສົ່ງ ຈຳເປັນຕ້ອງປະຕິບັດຕົນແນວໃດ?
ຕອບ : 1.ຕ້ອງໃຫ້ຄວາມຍິ່ງໃຫຍ່ຕໍ່ພຣະອົງອັລລໍຫ໌ ຜູ້ຊົງສູງສົ່ງ. ພຣະອົງອັລລໍຫ໌ໄດ້ກ່າວວ່າ: ( ແລະ ພວກເຂົາບໍ່ໄດ້ໃຫ້ຄວາມຍິ່ງໃຫຍ່ແດ່ອັລລໍຫ໌ ອັນພຶງມີຕໍ່ພຣະອົງຢ່າງແທ້ຈິງ ແລະ ແຜ່ນດິນນີ້ທັ້ງໝົດເປັນພຽງກຳມືໜຶ່ງຂອງພຣະອົງໃນວັນກີຍາມະຫ໌ ແລະ ຊັ້ນຟ້າທັ້ງຫຼາຍຈະມ້ວນກິ້ງດ້ວຍມືຂວາຂອງພຣະອົງ ມະຫາບໍລິສຸດຍິ່ງແດ່ພຣະອົງ ແລະ ພຣະອົງຊົງສູງສົ່ງເຫນືອຈາກສິ່ງທີ່ພວກເຂົາຕັ້ງພາຄີ ) [ສູເຣາະຫ໌ ອັຊຊຸມັຣ : 67].
2. ຕ້ອງໃຫ້ການເຄົາລົບພັກດີກາບໄຫວ້ຕໍ່ອັລລໍຫ໌ພຽງພຣະອົງດຽວ. ພຣະອົງຜູ້ຊົງມະຫາບໍລິສຸດຕຣັດວ່າ: ( ແລະ ພວກເຂົາບໍ່ໄດ້ຖືກບັນຊາໃຫ້ກະທຳອື່ນໃດນອກຈາກ ເພື່ອເຄົາລົບພັກດີຕໍ່ອັລລໍຫ໌ ເປັນຜູ້ມີເຈຕະນາບໍລິສຸດໃນການພັກດີຕໍ່ອັລລໍຫ໌ ເປັນຜູ້ຢູ່ໃນແນວທາງທີ່ທຽງກົງ) [ສູເຣາະຫ໌ ອັລອຳບິຍາ : 5].
3. ຕ້ອງເຊື່ອຟັງ ແລະ ປະຕິບັດຕາມຄຳບັນຊາຂອງອັລລໍຫ໌. ພຣະອົງອັລລໍຫ໌ໄດ້ກ່າວວ່າ: ( ໂອ້ບັນດາຜູ້ສັດທາທັ້ງຫຼາຍ ຈົ່ງເຊື່ອຟັງຕໍ່ອັລລໍຫ໌) [ສຸເຣາະຫ໌ ມຸຮຳມັດ : 33].
4. ຈະຕ້ອງລະຖິ້ມສິ່ງບໍ່ດີ ສິ່ງທີ່ຝ່າຝືນຕໍ່ອັລລໍຫ໌. ພຣະອົງຜູ້ຊົງມະຫາບໍລິສຸດຕຣັດວ່າ: ( ແລະ ບໍ່ໃດຝ່າຝືນຕໍ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງ ແລະ ລະເມິດຂອບເຂດຂອງພຣະອົງຢ່າງແທ້ແລ້ວ, ພຣະອົງກໍ່ຈະຊົງໃຫ້ລາວເຂົ້ານະລົກ ໂດຍທີ່ລາວຈະຢູ່ໃນນະລົກນັ້ນຕະຫຼອດການ ເເລະ ລາວຈະໄດ້ຮັບການລົງໂທດທີ່ແສນອັບປະຍົດ) [ສູເຣາະຫ໌ ອັນ-ນິຊາ: 14].
5. ຕ້ອງຮູ້ຂອບໃຈ ສັນລະເສິນຕໍ່ອັລລໍຫ໌ຜູ້ຊົງກຽດອັນສູງສົ່ງ ຈາກນຽະມະຫ໌ຄວາມໂປດປານທີ່ເຮົາບໍ່ສາມາດຈະນັບໄດ້. ອັລລໍຫ໌ ຕະອາລາ ຕຣັດວ່າ: ( ແລະ ພວກເຈົ້າຈົ່ງຂອບໃຈຕໍ່ຄວາມໂປດປານຂອງອັລລໍຫ໌ ຫາກພວກເຈົ້າເຄົາລົບພັກດີສະເພາະພຣະອົງເທົ່ານັ້ນ ) [ສຸເຣາະຫ໌ ອັນ ນະຫ໌ລຸ :114].
6. ແລະ ຕ້ອງມີຄວາມອົດທົນ ຕໍ່ກົດສະພາວະກຳໜົດຂອງອັລລໍຫ໌. ພຣະອົງຜູ້ຊົງມະຫາບໍລິສຸດຕຣັດວ່າ: ( ແລະ ຈົ່ງອົດທົນ ແທ້ຈິງອັລລໍຫ໌ຢູ່ກັບບັນດາຜູ້ອົດທົນທັ້ງຫຼາຍ) [ສູເຣາະຫ໌ ອັນຟານ : 46].
ມາລະຍາດທີ່ຕ້ອງມີກັບທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ:
ຄຳຖາມທີ່ 2 : ມາລະຍາດທີ່ຕ້ອງມີຕໍ່ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ມີຫຍັງແດ່?
ຕອບ : 1. ຕ້ອງປະຕິບັດຕາມແບບຢ່າງຂອງທ່ານ. ອັລລໍຫ໌ ຕະອາລາ ຕຣັດວ່າ: ( ໂດຍແນ່ນອນ ໃນຣໍຊູລຂອງອັລລໍຫ໌ມີແບບຢ່າງອັນດີງາມສຳຫຼັບພວກເຈ້າແລ້ວ ສຳຫຼັບຜູ້ທີ່ຫວັງຈະພົບອັລລໍຫ໌ ແລະ ວັນໂລກຫນ້າ ແລະ ລຳເລິກເຖິງອັລລໍຫ໌ຢ່າງຫຼວງຫຼາຍ ) [ຊູເຣາະຫ໌ ອັລ-ອະຫ໌ຊາບ : 21].
2. ເຊື່ອຟັງຕໍ່ທ່ານ.
3. ລະຖິ້ມການກະທຳທີ່ຝ່າຝືນຕໍ່ທ່ານ. ອັລລໍຫ໌ ຕະອາລາ ຕຣັດວ່າ: ( ຜູ້ໃດເຊື່ອຟັງຣໍຊູລ ແນ່ນອນລາວກໍ່ໄດ້ເຊື່ອຟັງອັລລໍຫ໌ແລ້ວ ແລະ ຜູ້ໃດຜິນຫຼັງໃຫ້ ເຮົາກໍ່ບໍ່ໄດ້ສົ່ງເຈົ້າໄປໃນຖານະເປັນຜູ້ຄວບຄຸມພວກເຂົາແຕ່ຢ່າງໃດ) [ສູເຣາະຫ໌ ອັນ-ນິຊາ: 80].
4. ເຊື່ອມັ່ນໃນສິ່ງທີ່ທ່ານນຳມາ. ອັລລໍຫ໌ໄດ້ກ່າວວ່າ: ( ແລະ ລາວບໍ່ໄດ້ເວົ້າຕາມອາລົມ) ( ສິ່ງທີ່ລາວເວົ້ານັ້ນ ບໍ່ແມ່ນສິ່ງອື່ນໃດນອກຈາກເປັນວະຫ໌ຮີ ທີ່ຖືກປະທານລົງມາ) [ສູເຣາະຫ໌ ນັຈມີ : 3-4].
5. ຫ້າມບໍ່ໃຫ້ເຮັດສິ່ງທີ່ບໍ່ມີ ແລະ ເພິ່ມເຕີມໃນສຸນນະຫ໌ຂອງທ່ານ. ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ: “ໃຜກໍ່ຕາມທີເຮັດສິ່ງອືນໃນກິດຈະການສາສະໜາຂອງເຮົາ ເຊິ່ງສິ່ງນັ້ນ ເຮົາບໍ່ໄດ້ສັ່ງໃຊ້ໃຫ້ເຮັດ (ບໍ່ມີແບບຢ່າງ) ດັງນັ້ນສິ່ງທີ່ເຮັດຂຶ້ນມາໃໝ່ນັ້ນຍ່ອມຖືກປະເສດ (ບໍ່ຖືກຕອບຮັບຈາກອັລລໍຫ໌)”
6. ຕ້ອງຮັກທ່ານນະບີ ໃຫ້ຫຼາຍກວ່າຕົວເອງ ແລະ ທຸກຄົນ. ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ: “ຜູ້ໃດຜູ້ໜຶ່ງໃນໝູ່ພວກທ່ານຈະຫຍັງບໍ່ສັດທາ (ໂດຍສົມບູນ) ຈົນກວ່າລາວຈະຮັກຂ້ອຍ (ທ່ານນະບີ) ຫຼາຍກວ່າພໍ່ແມ່ ລູກຫຼານ ແລະ ມະນຸດທັ້ງມວນ".
7. ຕ້ອງໃຫ້ກຽດຕໍ່ທ່ານນະບີ ຊ່ວຍເຫລືອຕໍ່ທ່ານ ແລະ ສະໜັບສະໜູນສົ່ງເສິມຊຸນນະຫ໌ຂອງທ່ານ. ພຣະອົງຜູ້ຊົງມະຫາບໍລິສຸດຕຣັດວ່າ: ( ເພື່ອໃຫ້ພວກເຈົ້າສັດທາຕໍ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງ ແລະ ໃຫ້ຄວາມຊ່ວຍເຫລືອຕໍ່ຣໍຊູລ ແລະ ຢົກຍ່ອງໃຫ້ກຽດເພິ່ນ ) [ສຸເຣາະຫ໌ ອັລ-ຟັຕຫ໌ : 9].
ມາລະຍາດຕໍ່ບິດາ ມານດາ:
ຄຳຖາມທີ່ 3 : ມາລະຍາດຕໍ່ພໍ່ແມ່ ມີຫຍັງແດ່?
ຕອບ: 1. ເຊື່ອຟັງພໍ່ແມ່ ໃນສິ່ງທີ່ບໍ່ເຮັດໃຫ້ຝ່າຝືນພຣະເຈົ້າ.
2. ບໍລິການຮັບໃຊ້ເອົາໃຈໃສ່ຕໍ່ທ່ານທັ້ງສອງ.
3. ໃຫ້ການຊ່ວຍເຫລືອທ່ານທັ້ງສອງ.
4. ປົດທຸກແບ່ງເບົາພາລະໃຫ້ທ່ານທັ້ງສອງ.
5. ຂໍດຸອາວິງວອນໃຫ້ທ່ານທັ້ງສອງ.
6. ມີມາລະຍາດຕໍ່ທ່ານດ້ວຍຄຳເວົ້າວ່າທີ່ດີ ບໍ່ອະນຸຍາດໃຫ້ເວົ້າ "ອຸຟ" ກັບທ່ານທັ້ງສອງ.
7. ຍິ້ມແຍ່ມ ແຈ່ມໃສບົນໃບຫນ້າ ຢ່າສຸເຮັດຫນ້າບຶ່ງຕໍ່ທ່ານທັ້ງສອງ.
8. ບໍ່ໃຫ້ເວົ້ານ້ຳສຽງດັງກວ່າພໍ່ແມ່ ໃຫ້ຟັງທ່ານທັ້ງສອງ ບໍ່ຂັດຈັງວະທ່ານດ້ວຍຄຳເວົ້າ ແລະ ບໍ່ໃຫ້ເອິ້ນຊື່ທ່ານໂດຍກົງ ໃຫ້ເອີ້ນ : ພໍ່ຂ້ອຍ, ແມ່ຂ້ອຍ.
9. ຕ້ອງຂໍອະນຸຍາດກ່ອນຈະເຂົ້າອອກ ຫາກທ່ານທັ້ງສອງຢູ່ບ້ານ.
10. ຫອມຈູບມື ແລະ ຫນ້າຜາກທ່ານທັ້ງສອງ.
- ອັລລໍຫ໌ໄດ້ກ່າວວ່າ: ( ແລະ ພຣະເຈົ້າຂອງເຈົ້າບັນຊາວ່າ ພວກເຈົ້າຢ່າເຄົາລົບພັກດີຜູ້ໃດນອກຈາກພຣະອົງເທົ່ານັ້ນ ແລະ ຈົ່ງເຮັດດີຕໍ່ບິດາມານດາ ເມື່ອຜູ້ໃດໃນທັ້ງສອງ ຫຼື ທັ້ງສອງບັນລຸສູ່ໄວສະລາເຖົ້າແກ່ຢູ່ກັບເຈົ້າ ດັງນັ່ນ ຢ່າໄດ້ເວົ້າແກ່ທ່ານທັ້ງສອງວ່າ ອຸຟ ແລະ ຢ່າຂູ່ເຂັນທ່ານທັ້ງສອງ ແລະ ຈົ່ງເວົ້າແກ່ທ່ານທັ້ງສອງດ້ວຍຖ້ອຍຄຳທີ່ອ່ອນໂຍນ) ( ແລະ ຈົ່ງນອບນ້ອມແກ່ທ່ານທັ້ງສອງ ເຊິ່ງການຖ່ອມຕົນເນື່ອງຈາກຄວາມເມດຕາ ແລະ ຈົ່ງກ່າວວ່າ ຂ້ານ້ອຍຂໍແຕ່ພຣະເຈົ້າຂອງຂ້ອຍ ຊົງໂປດເມດຕາແກ່ທ່ານທັ້ງສອງເຊັ່ນທີ່ທ່ານທັ້ງສອງໄດ້ລ້ຽງດູຂ້ອຍ ເມື່ອເຍົາໄວ) [ສູເຣາະຫ໌ ອິສຣໍອຼ: 23-24].
- ແລະ ໃນຫະດິຊ ມີຊາຍຜູ້ໜຶ່ງໄດ້ມາຢັງທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ເພື່ອຂໍອະນຸຍາດໄປອອກສົງຄາມ ຈິຮາດ, ທ່ານຈຶງກ່າວວ່າ: "ເຈົ້າຢັງມີພໍ່ແມ່ໃຫ້ດູແລບໍ່?" ລາວກໍ່ຕອບວ່າ "ມີ" ທ່ານກໍ່ກ່າວວ່າ: "ຈົ່ງພະຍາຍາມໃນສິ່ງເຫຼົ່ານັ້ນ" ໝາຍເຖິງດູແລທ່ານທັ້ງສອງກໍ່ເທົ່າກັບການຈິຮາດ.
ມາລະຍາດຕໍ່ພີ່ນ້ອງເຄື່ອຍາດ:
ຄຳຖາມທີ່ 4: ມາລະຍາດທີ່ຄວນມີຕໍ່ພີ່ນ້ອງເຄື່ອຍາດໃກ້ຊິດມີຫຍັງແດ່?
ຕອບ : 1. ໃຫ້ໄປຢຽມຍາມບັນດາພີ່ນ້ອງໃກ້ຊິດ ບໍ່ວ່າຈະເປັນອ້າຍ ເອື້ອຍ ນ້ອງ, ລຸງປ້າ ນ່າອາ, ພໍ່ຕູເແມ່ຕູ້ ແລະ ຄົນອື່ນໆຮອບຂ້າງ.
2. ເຮັດດີຕໍ່ເພິ່ນ ທັ້ງຄຳເວົ້າ ແລະ ການກະທຳ ແລະ ພ້ອມຊ່ວຍເຫລືອຫາກເພິ່ນຕ້ອງການໃຫ້ຊ່ວຍ .
3. ມີການຕິດຕໍ່ລະຫວ່າງເຮົາກັບເຂົາຢູ່ສະມຳສະເໝີ ຖາມໄທທຸກສຸກ ສະພາບການເປັນຢູູ່.
ພຣະອົງອັລລໍຫ໌ໄດ້ກ່າວວ່າ : (ດັງນັ້ນ ຫວັງກັນວ່າ ຫາກພວກເຈົ້າຜິນຫຼັງໃຫ້ ກັບການອີມານແລ້ວ ພວກເຈົ້າກໍຈະກໍ່ຄວາມເສຍຫາຍໃນແຜ່ນດິນ ແລະ ຕັດຄວາມສຳພັນທາງເຄື່ອຍາດຂອງພວກເຈົ້າກະນັ້ນລື) [ສຸເຣາະຫ໌ ມຸຮຳມັດ : 22].
- ແລະ ໃນຫະດິຊ: « ຈະບໍ່ໄດ້ເຂົ້າສວນສະຫວັນ ໃຜທີ່ຕັດສຳພັນພີ່ນ້ອງເຄື່ອຍາດ»
ມາລະຍາດຕໍ່ພີ່ນ້ອງຮ່ວມໃນສາສະໜາ:
ຄຳຖາມທີ່ 5: ມາລະຍາດທີ່ຄວນມີຕໍ່ພີ່ນ້ອງຮ່ວມໃນສາສະໜາ ແລະ ໝູ່ເພື່ອນມີຫຍັງແດ?:
ຕອບ : 1. ຂ້ອຍຈະຮັກແພງ ແລະ ເລືອກຄົບໝູ່ຄູ່ທີ່ດີ.
2. ຂ້ອຍຈະອອກຫ່າງ ບໍ່ຄົບກັບໝູ່ທີ່ບໍ່ດີ. ດັງໃນຫະດິຊ: « ຢ່າເປັນໝູ່ກັບໃຜນອກຈາກຜູ້ສັດທາ ແລະ ໃຫ້ສະເພາະຜູ້ມີຕັກວາກິນອາຫານຂອງເຈົ້າ»
3. ຂ້ອຍຈັບມືໃຫ້ສະລາມກັບໝູ່ຄູ່ . ດັງໃນຫະດິຊ: « ບໍ່ມີມຸສລິມສອງຄົນພົບເຈີກັນ ແລະ ຈັບມືສະລາມຕໍ່ກັນ, ນອກຈາກເຂົາທັ້ງສອງຈະໄດ້ຮັບການອະໄພ ຈົນກວ່າພວກເຂົາຈະແຍກຈາກກັນ »
4. ຂ້ອຍໄປຢ້ຽມຍາມໝູ່ຄູ່ ຫາກໄດ້ໄຂ້ເຈັບເປັນ ແລະ ດຸອາໃຫ້ລາວໄດ້ຮັບການຮັກສາ.
5. ຂ້ອຍກ່າວອວຍພອນ ເມື່ອມີຄົນຈາມ.
6. ຂ້ອຍຕອບຮັບການເຊີນ ຫາກລາວເຊີນໃຫ້ໄປຢ້ຽມຍາມ. ດັງໃນຫະດິຊ: «ສິດທິຂອງມຸສລິມຕໍ່ມຸສລິມມີ 5 ປະການ: ການຕອບສະລາມ, ການໄປຢ້ຽມຍາມຄົນເຈັບ, ການຕິດຕາມໄປສົ່ງພິທິຝັງສົບ, ການຕອບຮັບຄໍາເຊີນ, ແລະ ການອວຍພອນໃຫ້ຄົນຈາມ»
7. ຂ້ອຍມອບຄຳນະຊີຫະຫ໌ໃນບາງຄັ້ງ ບາງຄ່າວໃຫ້ລາວ. ດັງໃນຫະດິຊ: «ແລະ ຜູ້ໃດຊີ້ນໍາໃຫ້ພີ່ນ້ອງຂອງຕົນໃນເລື່ອງໜຶ່ງ ໃນຂະນະທີ່ຕົນຮູ້ດີວ່າຄວາມຖືກຕ້ອງຢູ່ໃນສິ່ງອື່ນ ນັ້ນແຫລະ ລາວໄດ້ຫັກຫຼັງພີ່ນ້ອງຂອງຕົນແລ້ວ.»
8. ຂ້ອຍໃຫ້ຄວາມຊ່ວຍເຫລືອເມື່ອພີ່ນ້ອງຖືກອະທຳ, ແລະ ຫັກຫ້າມບໍ່ໃຫ້ມີການອະທຳ. ທ່ານຣໍຊຸລ ລຸລລໍຫ໌ ໄດ້ກ່າວໄວ້ວ່າ: «ຈົ່ງຊ່ວຍເຫຼືອພີ່ນ້ອງຂອງເຈົ້າ ບໍ່ວ່າເຂົາຈະເປັນຜູ້ກໍ່ຄວາມອະທັມ ຫຼື ເປັນຜູ້ຖືກອະຍຸດຕິທໍາກໍ່ຕາມ. ຊາຍຄົນໜຶ່ງກ່າວວ່າ: ຂ້ອຍຈະຊ່ວຍລາວ ຖ້າຫາກລາວຖືກອະຍຸດຕິທໍາ, ແຕ່ຖ້າຫາກລາວເປັນຜູ້ກໍ່ຄວາມບໍ່ເປັນທັມ ຂ້ອຍຈະຊ່ວຍລາວແນວໃດ? ທ່ານນະບີ (ﷺ) ກ່າວວ່າ: «ເຈົ້າຈົ່ງຫ້າມ ຫຼື ປ້ອງກັນລາວຈາກການກໍ່ຄວາມບໍ່ເປັນທັມ ເພາະວ່ານັ້ນຄືການຊ່ວຍລາວເຊັ່ນກັນ.»
9. ຂ້ອຍຈະຕ້ອງຮັກພີ່ນ້ອງມຸສລິມ ປຽບດັງຮັກຕົນເອງ. - ໃນລາຍງານຫະດິຊ ຈາກທ່ານອະນັສ ຣໍດີຍັລລໍຮຸ ອັນຮຸ, ຈາກທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ກ່າວໄວ້ວ່າ: «ຜູ້ໃດຜູ້ໜຶ່ງໃນໝູ່ພວກທ່ານ ຈະຍັງບໍ່ສັດທາ(ໂດຍສົມບູນ) ຈົນກວ່າລາວຈະຮັກພີ່ນ້ອງຂອງລາວ ປຽບດັ່ງລາວຮັກຕົວຂອງລາວເອງ»
10. ຂ້ອຍຈະໃຫ້ຄວາມຊ່ວຍເຫຼືອ ຫາກພີ່ນ້ອງຂອງຂ້ອຍຕ້ອງການຄວາມຊ່ວຍເຫລືອ. ດັງໃນຫະດິຊ: « ອັລລໍຫ໌ຈະຢັງຄົງໃຫ້ການຊ່ວຍເຫຼືອແກ່ບ່າວ ຕາບໃດທີ່ບ່າວຢັງຢູ່ໃນການຊ່ວຍເຫລືອພີ່ນ້ອງຂອງເຂົາ»
11. ຂ້ອຍຈະບໍ່ກໍ່ຄວາມເດືອດຮ້ອນແກ່ພີ່ນ້ອງມຸສລິມ ທັ້ງຄຳເວົ້າ ແລະ ການກະທຳ. ດັງໃນຫະດິຊ: « ມຸສລິມ ຄືຜູ້ເຊິ່ງມຸສລິມທັ້ງຫຼາຍປອດໄພຈາກລິ້ນ ແລະ ມືຂອງລາວ»
12. ຂ້ອຍຮັກສາຄວາມລັບຂອງລາວ. ດັງໃນຫະດິຊ: « ຖ້າມີຊາຍໃດເລົ່າຫຍັງໃຫ້ຂ້ອຍຟັງແລ້ວ ຂ້ອຍກໍ່ຫັນຫຼັງກວດສອບ (ຫຼື ຍືນຍັນ) ສິ່ງທີ່ລາວເລົ່າ ນັ້ນຄືຄວາມຊື່ສັດ (ຄວາມໄວ້ວາງໃຈ) »
13. ຂ້ອຍຈະບໍ່ເວົ້າຮ້າຍດ່າທໍ່ຄົນອື່ນ, ບໍ່ນິນທາ, ບໍ່ດູຫມິ່ນຢຽດຍາມ, ບໍ່ອິດສາ, ບໍ່ສອດແນມ, ແລະ ບໍ່ໂກງກິນຄົນອື່ນ.
ດັງໃນຫະດິຊ: « ມຸສລິມຄື ພີ່ນ້ອງຂອງມຸສລິມດ້ວຍກັນ ເຂົາບໍ່ເຮັດຜິດອະທັມຕໍ່ກັນ, ບໍ່ເຮັດໃຫ້ພີ່ນ້ອງຜິດຫວັງ, ຫຼື ດູຖູກຢຽດຫຍາມກັນ, ການດູຖູກຫຢຽດຫຍາມພີ່ນ້ອງມຸສລິມດ້ວຍກັນນັ້ນ ຊົ່ວຮ້າຍຫຼາຍພໍແລ້ວ»
ມາລະຍາດຕໍ່ຄົນໃກ້ ເຮືອນຄຽງ:
ຄຳຖາມທີ່ 6 : ມາລະຍາດຕໍ່ ຄົນໃກ້ເຮືອນຄຽງ ມີຫຍັງແນ?:
ຕອບ: 1. ຂ້ອຍເຮັດດີກັບຄົນໃກ້ຊິດທັ້ງຄຳເວົ້າ ແລະ ການກະທຳ, ຂ້ອຍຊ່ວຍເຫລືອລາວ ຫາກຕ້ອງການຄວາມຊ່ວຍຈາກຂ້ອຍ.
2. ຂ້ອຍສະແດງຄວາມຍິນດີຕໍ່ງານຕ່າງ ໆ ບໍ່ວ່າຈະເປັນງານດອງແຕ່ງງານ, ຈັດງານວັນອີດ ແລະ ງານອື່ນໆ.
3. ຂ້ອຍໄປຢຽມຍາມເມື່ອລາວໄດ້ໄຂ້ເຈັບເປັນ ແລະ ສະແດງຄວາມເຫັນອົກເຫັນໃຈທີ່ປະສົບທຸກໄດ້ຍາກ.
4. ຂ້ອຍແບ່ງປັນອາຫານໃຫ້ລາວໄດ້ກິນດັງທີ່ຂ້ອຍໄດ້ກິນ.
5. ຂ້ອບບໍ່ເຮັດລ້ວງເກີນຕໍ່ລາວທັ້ງຄຳເວົ້າ ແລະ ການກະທຳ.
6. ຂ້ອຍບໍ່ລົບກວນລາວ ດ້ວຍສຽງທີ່ດັງ ຫຼື ແອບເບິ່ງສອດຮູ້ເຫັນ ແລະ ຂ້ອຍກໍ່ອົດທົນກັບເພິ່ນ.
- ອັລລໍຫ໌ໄດ້ກ່າວວ່າ: ( ແລະ ຈົ່ງເຄົາລົບພັກດີສັກກາລະອັລລໍຫ໌ເຖິດ ແລະ ຢ່າໃຫ້ມີສິ່ງໜຶ່ງໃດເປັນພາຄີກັບພຣະອົງ ແລະ ຈົ່ງເຮັດດີຕໍ່ຜູ້ບັງເກິດທັ້ງສອງທ່ານ ແລະ ຕໍ່ຜູ້ເປັນຍາດໃກ້ຊິດ ແລະ ເດັກກຳພ້າ ແລະ ຜູ້ຂັດສົນ ແລະ ເພື່ອນບ້ານໃກ້ຄຽງ ແລະ ເພື່ອນທີ່ຫ່າງໄກ ແລະ ເພື່ອນບ້ານຄຽງຂ້າງ ແລະ ຜູ້ເດິນທາງ ແລະ ຜູ້ທີ່ມືຂວາຂອງພວກເຈົ້າຄອບຄອງ ແທ້ຈິງອັລລໍຫ໌ ບໍ່ຊົງມັກຜູ້ຍະໂສ ໂອ້ຫັງ ຜູ້ໂອ້ອວດ) [ສູເຣາະຫ໌ ນິຊາ: 36].
ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: « ໂອ້ ພໍ່ຂອງທ້າວຊັຣ, ເມື່ອເຈົ້າເຮັດກິນ ກໍ່ຈົ່ງເຕິມນ້ຳໃຫ້ຫຼາຍ ເພື່ອມັນຈະສາມາດເເບ່ງປັນໃຫ້ເພືອນບ້ານຂອງເຈົ້າ»
- ໃນຄຳກ່າວຂອງທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ວ່າ: « ໃຜກໍ່ຕາມທີ່ສັດທາຕໍ່ອັລລໍຫ໌ ແລະ ວັນກີຍາມະຫ໌ແລ້ວ ດັງນັ້ນ; ລາວກໍ່ຈະບໍ່ເຮັດສິ່ງບໍ່ດີ ເກິດໂທດໃຫ້ເພື່ອນບ້ານ»
ມາລະຍາດຕໍ່ແຂກຜູ້ມາເຢືອນ:
ຄຳຖາມທີ່ 7: ມາລະຍາດຕໍ່ແຂກຜູ້ມາເຢືອນແມ່ນຫຍັງ?
ຕອບ : 1. ຂ້ອຍຕອບຮັບສະເໝີ ຫາກມີຄົນຊວນໃຫ້ໄປເປັນແຂກຂອງລາວ.
2. ເມື່ອຂ້ອຍຕອບຮັບຄຳເຊີນຂອງໃຜ ຂ້ອຍກໍ່ຈະຂໍອະນຸຍາດ ແລະ ໄປຕາມນັດ.
3. ຂ້ອຍຂໍອະນຸຍາດເຈົ້າຂອງເຮືອນກ່ອນຈະເຂົ້າ.
4. ຂ້ອຍຈະບໍ່ມາສາຍໃນການຢຽມຍາມ ນັດໝາຍ.
5. ຂ້ອຍລົດສາຍຕາລົງ ຕອນຢູ່ໃນບ້ານຂອງຜູ້ອື່ນ.
6. ຂ້ອຍຕອນຮັບແຂກ ແລະ ຮັບຮອງລາວເປັນຢ່າງດີທີ່ສຸດ ດ້ວຍໃບຫນ້າຍິ້ມແຍ້ມ ແລະ ດ້ວຍຖ້ອຍຄຳທັກທາຍທີ່ມ່ວນອ່ອນນ້ອມ.
7. ຂ້ອຍໃຫ້ແຂກນັ່ງໃນບ່ອນທີ່ດີທີ່ສຸດ .
8. ຂ້ອຍບໍລິການແຂກທັ້ງອາຫານ ແລະ ເຄື່ອງດື່ມ .
ພຣະອົງອັລລໍຫ໌ໄດ້ກ່າວວ່າ : ( ໂອ້ ບັນດາຜູ້ສັດທາເອີ໋ຍ ພວກເຈົ້າຢ່າເຂົ້າໄປໃນບ້ານໃດ ອື່ນຈາກບ້ານຂອງພວກເຈົ້າ ຈົນກວ່າຈະຂໍອະນຸຍາດ ແລະ ໃຫ້ສະລາມແກ່ເຈົ້າຂອງເຮືອນເສຍກ່ອນ ເຊັ່ນນັ້ນແຫລະ ເປັນການດີສຳຫຼັບພວກເຈົ້າ ເພື່ອວ່າພວກເຈົ້າຈະໃຄ່ຄວນຄິດໄດ້). [ຊູເຣາະຫ໌ ອັນນູຣ: 27].
ດັງໃນຫະດິຊ: « ແທ້ຈິງ ອັລລໍຫ໌ຊົງບັນຫຍັດການຂໍອະນຸຍາດກໍ່ເພື່ອສາຍຕາ»
- ແລະ ຄຳເວົ້າຂອງທ່ານນະບີມຸຮຳມັດ ﷺ ກ່າວວ່າ: « ໃຜກໍ່ຕາມທີ່ສັດທາຕໍ່ອັລລໍຫ໌ ແລະ ວັນກີຍາມະຫ໌ແລ້ວ ດັງນັ້ນ; ລາວຈົ່ງຕອນຮັບບໍລິການແຂກຜູ້ມາເຢືອນ»
ມາລະຍາດເມື່ອເຈັບປ່ວຍບໍ່ສະບາຍ:
ຄຳຖາມທີ່ 8 : ມາລະຍາດຕໍ່ຄົບເຈັບປ່ວຍ ແລະ ການຢຽມຍາມຄົນເຈັບໄດ້ປ່ວຍ:
ຕອບ: 1. ເມື່ອຂ້ອຍຮູ້ສຶກເຈັບປວດ ຂ້ອຍຈະວາງມືຂວາຂອງຂ້ອຍບົນຕຳແຫນ່ງທີ່ເຈັບ, ແລ້ວຂ້ອຍກໍ່ກ່າວວ່າ "ບິສມິລລາຫ໌" ສາມເທື່ອ; ຈາກນັ້ນຂ້ອຍຈະກ່າວວ່າ : "ອະອູຊຸ ບິອິຊຊະ ຕິລລາຫ໌ ວະກູດຣໍ ຕິຮິ ມິນຊັຣຣິ ມາອະຈິດຸ ວະອຸຮາ ຊິຣ" ອ່ານ 7 ເທື່ອ.
2. ຂ້ອຍພໍໃຈໃນສິ່ງທີ່ຖືກກຳຫນົດຈາກອັລລໍຫ໌ ແລະ ຂ້ອຍກໍ່ອົດທົນ. ໃນຫະດິຊຂອງອຸມມຸລ ອະລາອຼ ຣໍດີຍັລລໍຮຸ ອັນຮາ ເລົ່າວ່າ: ທ່ານນະບີຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ມາຢຽມຂ້ອຍເມື່ອຄັ້ງທີ່ຂ້ອຍບໍ່ສະບາຍ, ທ່ານກໍ່ກ່າວວ່າ: «ຈົ່ງມີຄວາມຍິນດີເຖີດ ໂອ້ແມ່ຂອງອັລລາອິ ; ເພາະຄວາມຈິງແລ້ວ ການໄດ້ໄຂ້ເຈັບເປັນຂອງມຸສລິມນັ້ນ ອັລລໍຫ໌ຈະຊົງລົບລ້າງບາບຂອງລາວດ້ວຍມັນ ປຽບດັງທີ່ໄຟເຜົາສິ່ງສົກກະປົກອອກຈາກທອງຄຳ ແລະ ເງີນ»
3. ຂ້ອຍເລັ່ງຮີບທີ່ຈະໄປຢຽມຍາມພີ່ນ້ອງຂອງຂ້ອຍທີ່ໄດ້ເຈັບບໍ່ສະບາຍ, ແລ້ວກໍ່ດຸອາໃຫ້ລາວ, ແລະ ຂ້ອຍຈະບໍ່ນັ່ງຢູ່ດົນນຳລາວ (ເພື່ອໃຫ້ລາວພັກຜ່ອນ) .
4. ຂ້ອຍອ່ານຣຸກຍະຫ໌ໃຫ້ລາວ ໂດຍບໍ່ຖ້າໃຫ້ລາວຂໍຮ້ອງ.
5. ຂ້ອຍມອບຄຳເວົ້າ ກຳລັງໃຈໃຫ້ລາວອົດທົນ ແລະ ດຸອາ, ໃຫ້ລະຫມາດ ເຮັດຄວາມສະອາດຮ່າງກາຍເທົ່າທີ່ມີຄວາມສາມາດ.
6. ດຸອາໃຫ້ແກ່ຜູ້ເຈັບເປັນ: ຄຳອ່ານ: «ອັສອະລຸລລໍ ຮັລອະຊີມ ຣອບບັລ ອັຣຊີລ ອະຊີມ ໄອຍັຊ ຟີກະ» ຄວາມໝາຍ : ຂ້ອຍຂໍວິງວອນຕໍ່ອັລລໍຫ໌ ຜູ້ຊົງຍິ່ງໃຫຍ່ ພຣະເຈົ້າຜູ້ຊົງບັນລັງອັນຍິ່ງໃຫຍ່ ໃຫ້ພຣະອົງຊົງຮັກສາເຈົ້າໃຫ້ຫາຍດີ. ອ່ານ 7 ຮອບ.
ມາລະຍາດຕໍ່ການສຶກສາຫາຄວາມຮູ້:
ຄຳຖາມທີ່ 9 : ມາລະຍາດຕໍ່ການສຶກສາຫາຄວາມຮູ້ມີຫຍັງແດ່?
ຕອບ : 1. ຕ້ອງບໍລິສຸດໃຈຕໍ່ອັລລໍຫ໌ຜູ້ຊົງກຽງໄກ. ດັງໃນຫະດິຊ: «ຜູ້ໃດຮຽນຮູ້ຄວາມຮູ້ (ສາສະໜາ) ເພື່ອໂອ້ອວດແກ່ບັນດານັກວິຊາການ, ແຂ່ງຂັນກັບຄົນອັນຕະພານ, ແລະ ເພື່ອຫັນຫນ້າ (ຄວາມສົນໃຈ) ຂອງຜູ້ຄົນມາທາງຕົນເອງ ອັລລໍຫ໌ຈະຊົງນຳລາວເຂົ້າສູ້ໄຟນະລົກຈະຮັນນຳ»
2. ປະຕິບັດຕາມຄວາມຮູ້ທີ່ໄດ້ຮຽນມາ. ດັງໃນຫະດິຊ: « ຕີນຂອງບ່າວຈະບໍ່ເຄື່ອນຂະຍັບໄປໃນວັນກິຍາມະຫ໌ ຈົນກວ່າຈະຖືກສອບຖາມກ່ຽວກັບສີ່ປະການ - ແລະ ທ່ານໄດ້ກ່າວເຖິງໜຶ່ງໃນນັ້ນຄື - ຄວາມຮູ້ຂອງລາວ ວ່າລາວໄດ້ນຳໄປປະຕິບັດແນວໃດແນ»
3. ຂ້ອຍໃຫ້ກຽດເຄົາລົບນັບຖືຄູຜູ້ສອນທັ້ງຕໍ່ຫນ້າ ແລະ ລັບຫຼັງ.
4. ຂ້ອຍນັ່ງຂ້າງຫນ້າຜູ້ສອນດ້ວຍດີ.
5. ຂ້ອຍຕັ້ງໃຈຟັງຢ່າງດີ, ແລະ ຈະບໍ່ເວົ້າແຊກຂະນະເພິ່ນສອນ.
6. ຂ້ອຍຕັ້ງຄຳຖາມດ້ວຍດີມີມາລະຍາດ.
7. ຂ້ອຍບໍ່ເອີ້ນຊື່ລາວໂດຍກົງ. ດັງໃນຫະດິຊ: « ແທ້ຈິງ ສ່ວນໜຶ່ງຈາກການຢົກຍ່ອງຕໍ່ອັລລໍຫ໌ ຄືການໃຫ້ກຽດຜູ້ອະວຸໂສທີ່ເປັນມຸສລິມ ແລະ ຜູ້ທີ່ແບກ (ທ່ອງຈຳ) ອັລກຸຣອານ»
ມາລະຍາດໃນກອງປະຊຸມ:
ຄຳຖາມທີ່ 10 : ມາລະຍາດໃນກອງປະຊຸມແນວແມ່ນຫຍັງ?
ຕອບ: 1. ຂ້ອຍກ່າວສະລາມໃຫ້ຄົນໃນວົງປະຊຸມ.
2. ຂ້ອຍນັ່ງລົງໃນບ່ອນນັ່ງຂອງຂ້ອຍຈົນຈົບວົງປະຊຸມ ບໍ່ລຸກໃຫ້ໃຜອອກຈາກບ່ອນນັ່ງຂອງເຂົາ ແລະ ບໍ່ເຂົ້າໄປນັ່ງລະຫວ່າງຄົນສອງຄົນ ເວັ້ນແຕ່ຈະໄດ້ຮັບອະນຸຍາດຈາກພວກເຂົາ.
3. ຂ້ອຍເປິດຊ່ອງຂະຍັບຂະຍາຍວົງບ່ອນນັ່ງໃຫ້ຄົນອື່ນໄດ້ນັ່ງ.
4. ຂ້ອຍບໍ່ເວົ້າຕັດ ແຊກຄຳເວົ້າໃນວົງປະຊຸມ.
5. ຂ້ອຍຂໍຕົວອອກ ແລະ ໃຫ້ສະລາມກ່ອນຂ້ອຍຈະອອກຈາກວົງປະຊູມ.
- ດັງລາຍງານຈາກທ່ານອັບດຸລລໍຫ໌ ບິນ ອຸມັຣ ຣໍດິຍັລລໍຮຸ ອັນຮຸມາ, ຈາກທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ກ່າວວ່າ: « ແທ້ຈິງ ທ່ານນະບີ ﷺ ໄດ້ຫ້າມບໍ່ໃຫ້ມີການໃຫ້ຊາຍຄົນໜຶ່ງລຸກຈາກບ່ອນນັ່ງຂອງລາວ ແລ້ວອີກຄົນໜຶ່ງມານັ່ງແທນ ແຕ່ຈົ່ງເອື້ອເຟື້ອ ແລະ ຂະຍັບຂະຍາຍບ່ອນນັ່ງໃຫ້ກັນ»
6. ຫຼັງຈາກເສັດສິ້ນການປະຊຸມ ຂ້ອຍຈະອ່ານດຸອາກັຟຟາຣໍຫ໌ ປິດວົງປະຊຸມຄື: ຄຳອ່ານ : (ຊຸບຫານະ ກັລລໍຮຸມມະ ວະບິຮຳດິກະ , ອັຊຮາດຸ ອັລລາອິລາຮະ ອິລລາ ອັນຕະ, ອັສຕັກ ຟີຣຸກະ ວະອະຕູບຸ ອີໄລກະ).
ມາລະຍາໃນການນອນ:
ຄຳຖາມທີ່ 11 : ມາລະຍາດ ຕອນສິນອນມີຫຍັງແດ່?
ຕອບ : 1. ຂ້ອຍເຂົ້ານອນໄວ. ຈາກຮະດິຊ: ຈາກທ່ານອະບີ ຊັຣ ຣໍດິຍັລລໍຮຸ ອັນຮຸ ແທ້ຈິງ ທ່ານຣໍຊູລ ລຸລລໍຫ໌ ﷺ ບໍ່ມັກທີ່ຈະນອນກ່ອນອີຊາ ແລະ ສົນທະນາຫຼັງຈາກນັ້ນ.
2. ຂ້ອຍຈະນອນບ່ອນສະອາດ.
3. ຂ້ອຍບໍ່ນອນທັບທ້ອງ (ນອນຄ້ອມ).
4. ຂ້ອຍນອນຕະແຄງໄປທາງຂວາ, ແລ້ວກໍ່ເອົາມືຂວາສອດເຂົ້າໄປແກ້ມຂອງຂ້ອຍ.
5. ຂ້ອຍປັດກວດບ່ອນນອນ.
- ດັງໃນຫະດິຊ: ຈາກທ່ານບະຣໍ ບິນ ອາຊິບ ຣໍດິຍັລລໍຮຸ ອັນຮຸ ເລົ່າວ່າ: ທ່ານນະບີ ﷺ ກ່າວໄວ້ວ່າ: « ເມື່ອເຈົ້າຈະເຂົ້ານອນ ກໍ່ຈົ່ງອາບນ້ຳລະຫມາດ ເຊັ່ນດຽວກັບການເອົານ້ຳລະຫມາດເພື່ອທີ່ຈະລະຫມາດ ແລ້ວເອນກາຍລົງເທິງຕຽງດ້ານຂວາຂອງເຈົ້າ»
- ແລະ ລາຍງານຈາກທ່ານອະບີ ຫູຣອຍເຣາະ ຣໍດິຍັລລໍຮຸ ອັນຮຸ ເລົ່າວ່າ: ທ່ານຣໍຊູລ ﷺ ເຫັນຊາຍຄົນໜຶ່ງນອນຄ້ອມ ທັບທ້ອງຂອງລາວ ທ່ານນະບີ ຈຶ່ງເວົ້າວ່າ: « ແທ້ຈິງ ການນອນເຊັ່ນນີ້ ເປັນການນອນທີ່ອັລລໍຫ໌ບໍ່ມັກ»
- ແລະ ຄຳກ່າວຂອງທ່ານຣໍຊູລ ﷺ ວ່າ: «ເມື່ອຄົນໜຶ່ງໃນພວກທ່ານຈະຂຶ້ນໄປນອນເທິງຕຽງຂອງຕົນ ກໍ່ຈົ່ງປັດກວດຕຽງຂອງຕົນ ດ້ວຍດ້ານໃນຂອງເສື້ອຜ້າ ເພາະແທ້ຈິງ ລາວບໍ່ຮູ້ວ່າແມ່ນຫຍັງອາດຈະຢູ່ບົນນັ້ນ»
6. ຂ້ອຍອ່ານດູອາກ່ອນນອນ, ອ່ານອາຍະຫ໌ກຸຣຊີ, ແລະ ສູເຣາະຫ໌ອັລ-ອິກລາສ, ແລະ ສອງສຸເຣາະຫ໌ແຫ່ງຄວາມຄຸ້ມຄອງ ສາມເທື່ອ. ພ້ອມກ່າວວ່າ; «ບິສມິ ກັລລໍຮຸມມາ ອະມູຕຸ ວະອະຫ໌ຢາ». ຄວາມໝາຍ: ດ້ວຍພຣະນາມຂອງອັລລໍຫ໌ ຜູ້ໃຫ້ຂ້ອຍຕາຍ (ຫຼັບ) ແລະ ໃຫ້ັຟືນຕື່ນ.
7. ຂ້ອຍຕື່ນນອນເພື່ອລະຫມາດຟະຈັຣ.
8. ແລະ ຂ້ອຍກໍ່ອ່ານດຸອາຫຼັງຈາກຕື່ນນອນ. «ອັລຮຳດຸ ລິລລາຫ໌ ຮິລລະຊີ ອະຫ໌ຢານາ ບະອຼດະມາ ອະມາຕານາ ວະອິໄລ ຮິນນຸຊູຣ». ຄວາມໝາຍ: ມວນການສັນລະເສີນເປັນຂອງອັລລໍຫ໌ ຜູ້ຊົງເຮັດໃຫ້ເຮົາມີຊີວິດຫຼັງຈາກທີ່ພວກເຮົາໄດ້ຕາຍ (ຫຼັບ)ໄປ ພຣະອົງເທົ່ານັ້ນຄືການຟືນຄືນຊີບກັບໄປ.
ມາລະຍາດຕໍ່ອາຫານການກິນ:
ຄຳຖາມທີ່ 8 : ແມ່ນຫຍັງຄືມາລະຍາດຕໍ່ອາຫານ?
ຕອບ : 1.ການກິນດື່ມຂອງຂ້ອຍນັ້ນມີເຈດຕະນາເພື່ອໃຫ້ຂ້ອຍມີຕັກວາເຊື່ອຟັງຕໍ່ອັລລໍຫ໌ຜູ້ຊົງກຽງໄກ.
2. ຂ້ອຍລ້າງມືທັ້ງສອງກ່ອນຈະກິນ.
- ອ້າງລາຍງານຈາກແມ່ຂອງບັນດາຜູ້ສັດທາ ທ່ານຍິງອາອີຊະຫ໌ ຣໍດີຍັລລໍຮຸ ອັນຮາ ທ່ານນະບີ ﷺ ເຄີຍປະຕິບັດໄວ້: « ເມື່ອທ່ານຕ້ອງການຈະກິນ ຫຼື ດື່ມ, ທ່ານກໍ່ລ້າງມືຂອງທ່ານ ແລ້ວຈຶ່ງກິນ ແລະ ດື່ມ»
3. ຂ້ອຍກ່າວ "ບິສມິລລາຫ໌" ແລະ ກໍ່ກິນດ້ວຍມືຂວາ ແລະ ຂ້ອຍກິນສະເພາະອາຫານທີ່ຢູ່ຕໍ່ຫນ້າຂ້ອຍ, ຂ້ອຍຈະບໍ່ກິນອາຫານບ່ອນກາງ ຫຼື ອາຫານທີ່ຢູ່ຕໍ່ໜ້າຄົນອື່ນ.
ຈາກຮະດິຊ: « ໂອ້ ເດັກນ້ອຍ, ຈົ່ງກ່າວບິສມິລລາຫ໌, ແລະ ກິນດ້ວຍມືຂວາຂອງເຈົ້າ, ແລະ ກິນອາຫານທີ່ຢູ່ຫນ້າຕົວເອງ.
4. ເມື່ອຂ້ອຍລືມທີ່ຈະອ່ານບິສມິລລາຫ໌ ຂ້ອຍກໍ່ຈະກ່າວແທນຄືນວ່າ: "ບິສມິລລາຮິ ເອົາວະລາຮູ ວະອາຄິຣໍຫູ"
- ອ້າງລາຍງານຈາກແມ່ຂອງບັນດາຜູ້ສັດທາ ທ່ານຍິງອາອີຊະຫ໌ ຣໍດີຍັລລໍຮຸ ອັນຮາ ເລົ່າວ່າ: ທ່ານນະບີ ﷺ ກ່າວວ່າ: « ເມື່ອຄົນໃດໜຶ່ງໃນພວກທ່ານຈະກິນອາຫານ, ກໍ່ຈົ່ງກ່າວ ບິສມິລລາຫ໌, ຖ້າຫາກລືມກ່າວດຸອາຕອນທຳອິດ, ກໍ່ຈົ່ງອ່ານ ບິສມິລລາຮິ ຟີເອົາວະລາຮູ ວະອາຄິຣໍຫູ»
5. ຂ້ອຍພໍໃຈອາຫານທີ່ໄດ້ກິນ, ຂ້ອຍຈະບໍ່ຕຳຫນິອາຫານ, ຖ້າຂ້ອຍມັກແຊ່ບຂ້ອຍກໍ່ກິນ, ແລະ ຖ້າບໍ່ມັກບໍ່ຫິວຂ້ອຍກໍ່ບໍ່ກິນ.
- ຈາກຮະດິຊ ທ່ານອະບີ ຫູຣອຍເຣາະຫ໌ ຣໍດິຍັລລໍຮຸ ອັນຮຸ, ກ່າວວ່າ: « ທ່ານນະບີ ﷺ ບໍ່ເຄີຍຕຳຫນິອາຫານເລີຍຈັກເທື່ອ ຫາກທ່ານຢາກ ທ່ານກໍ່ຈະກິນມັນ ແລະ ຫາກບໍ່ຫິວກໍ່ຈະເວັ້ນໄວ້»
6. ຂ້ອຍກິນໃຫ້ອິ່ມພໍປະມານ, ແລະ ບໍ່ກິນຫຼາຍຈົນເກິນໄປ.
- ດັງໃນຫະດິຊ: « ມະນຸດບໍ່ເຄີຍເຕິມເຕັມພາຊະນະໃດທີ່ຊົ່ວຮ້າຍຍິ່ງກວ່າທ້ອງຂອງລາວ ພໍພຽງສຳຫຼັບມະນຸດ້ວຍອາຫານພຽງບໍ່ຈັກຄຳ ເພື່ອໃຫ້ຮ່າງກາຍຕັ້ງກົງຢູ່ໄດ້ ແຕ່ຫາກລາວຫຼີກລ່ຽງບໍ່ໄດ້ (ຕ້ອງການກິນຫຼາຍ) ກໍ່ຈົງທ້ອງໄວ້ໃຫ້ໜຶ່ງໃນສາມສຳຫຼັບອາຫານ ໜື່ງໃນສຳຫຼັບນ້ຳດື່ມ ແລະ ໜຶ່ງໃນສາມສຳຫຼັບລົມຫາຍໃຈ »
7. ຂ້ອຍຈະບໍ່ເປົ່າອາຫານ ຫຼື ເຄື່ອງດື່ມ, ຂ້ອຍຈະປ່ອຍໃຫ້ມັນເຢັນແລ້ວຈຶ່ງກິນ.
- ດັງໃນຫະດິຊ: « ທ່ານນະບີ ﷺ ໄດ້ສັ່ງຫ້າມເປົ່າລົມຫາຍໃຈໃສ່ອາຫານ ແລະ ເຄື່ອງດື່ມ »
8. ຂ້ອຍກິນເຂົ້າຮ່ວມກັບຄົນໃນຄອບຄົວ ແລະ ແຂກຜູ້ມາເຢືອນ.
- ຈາກຮະດິຊ ມີຊາຍຄົນໜຶ່ງກ່າວກັບທ່ານນະບີ ﷺ ວ່າ: ແທ້ຈິງພວກເຮົາກິນອາຫານແຕ່ບໍ່ອິ່ມ, ທ່ານນະບີຈຶ່ງກ່າວວ່າ: « ອາດຈະເປັນຍ້ອນພວກທ່ານກຳລັງກິນແຍກກັນ ຈົ່ງມາຮວມກັນກິນອາຫານຂອງພວກທ່ານ ແລະ ຈົ່ງກ່າວພຣະນາມຂອງອັລລໍຫ໌ (ບິສມິລລາຫ໌) ແລ້ວ ອັລລໍຫ໌ຈະປະທານຄວາມຈຳເລິນໃຫ້ແກ່ພວກທ່ານໃນອາຫານນັ້ນ »
9. ຂ້ອຍຈະບໍ່ເລິ່ມກິນກ່ອນຄົນອື່ນໆ ຈາກຄົນທີ່ມີອາຍຸຫຼາຍກວ່າຂ້ອຍ.
10. ຂ້ອຍດື່ມນ້ຳດ້ວຍພຣະນາມຂອງອັລລໍຫ໌, ແລະ ຂ້ອຍກໍ່ນັ່ງດື່ມນ້ຳ, ຢົກແກ້ວນ້ຳສາມອຶກ, ແລະ ຂ້ອຍບໍ່ປ່ອຍລົມຫາຍໃຈລົງໃນພາຊະນະ.
- ຈາກຮະດິຊ: « ເມື່ອຜູ້ໃດຄົນໜຶ່ງຈາກພວກທ່ານດື່ມນ້ຳ ກໍ່ຢ່າໄດ້ປ່ອຍລົມຫາຍໃຈລົງໃນພາຊະນະ »
- ແລະ ຈາກຮະດິຊຂອງທ່ານອານັສ ຣໍດິຍັລລໍຮຸ ອັນຮຸ, « ແທ້ຈິງ ທ່ານນະບີ ﷺ ສັ່ງຫ້າມບໍ່ໃຫ້ຢືນຂະນະດື່ມນ້ຳ »
- ແລະ ມີຮະດິຊ: « ທ່ານນະບີ ﷺ ໄດ້ດື່ມນ້ຳ ທ່ານກໍ່ຢຸດພັກຫາຍໃຈສາມຄັ້ງ »
11. ຂ້ອຍກ່າວຂອບໃຈສັນລະເສີນ "ອັລຮຳດຸລິລລາຫ໌" ຫຼັງຈາກເສັດສິ້ນການກິນດື່ມ.
ມາລະຍາດຕໍ່ເຄື່ອງນຸ່ງຫົມ:
ຄຳຖາມທີ່ 13: ມາລະຍາດຕໍ່ເຄື່ອງນຸ່ງຫົມມີຫຍັງແນ?
ຕອບ : 1. ຂ້ອຍເລິ່ມສ່ວມໃສ່ເສື້ອຜ້າດ້ານຂວາ, ແລ້ວຂ້ອຍກໍ່ກ່າວອັລຮຳດຸລິລລາຫ໌ ກັບສິ່ງນັ້ນ.
- ລາຍງານຈາກທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍ ອັນຮຸ ເລົ່າວ່າ: ທ່ານຣໍສູລຸລລໍຫ໌ ﷺ ກ່າວວ່າ: « ເມື່ອພວກທ່ານຈະສ່ວມເສື້ອຜ້າ ຫຼື ເອົານ້ຳລະຫມາດກໍ່ຕາມ ກໍ່ຈົ່ງເລິ່ມດ້ວຍດ້ານຂວາຂອງພວກທ່ານ »
2. ຂ້ອຍຈະບໍ່ປ່ອຍໃຫ້ເສື້ອຜ້າຍາວກາຍຕາຕຸມທັ້ງສອງ.
- ດັງໃນຫະດິຊ: « ສ່ວນໃດທີ່ຍາວກາຍຕາຕຸມທັ້ງສອງມານັ້ນ ກໍ່ຢູ່ໃນໄຟນະລົກ » ຕາຕຸມທັ້ງສອງແມ່ນ ກະດູກທີ່ນູນອອກມາທັ້ງສອງຂ້າງຕີນ.
3. ຂ້ອຍຈະບໍ່ສ່ວມໃສ່ເສື້ອຜ້າທີ່ເປັນຂອງແມ່ຍິງ, ແລະ ເດັກນ້ອຍແມ່ຍິງກໍ່ຈະບໍ່ສ່ວມໃສ່ເສື້ອຜ້າຂອງເດັກນ້ອຍຜູ້ຊາຍ.
- ດັງໃນຫະດິຊ: « ທ່ານນະບີ ﷺ ສາບເເຊ່ງ ຜູ້ຊາຍທີ່ໃສ່ຊຸດເສື້ອຜ້າສຳຫຼັບຜູ້ຍິງ, ແລະ ຜູ້ຍິງທີ່ໃສ່ຊຸດເສື້ອຜ້າສຳຫຼັບຜູ້ຊາຍ »
4. ຂ້ອຍບໍ່ໃສ່ຊຸດທີ່ເປັນການລຽນແບບ ພວກກາຟິຣ ຫຼື ພວກຟາສິກ.
- ຈາກຫຼັກຖານຫະດິຊ: « ໃຜກໍ່ຕາມທີ່ລຽນແບບກຸ່ມຊົນໃດ ລາວກໍ່ເປັນພວກຂອງເຂົາ »
5. ກ່າວບິສມິລລາຫ໌ ຕອນຖອດເສື້ອຜ້າ.
- ດັງໃນຫະດິຊ: « ສິ່ງທີ່ປົກປິດລະຫວ່າງຄວາມເປືອຍເປົ່າຂອງລູກຫຼານອະດຳກັບພວກຈິນ ຄືການທີ່ເມື່ອຜູ້ໃດໃນພວກທ່ານຖອດເສື້ອຜ້າຂອງເຂົາແລ້ວ ກໍ່ກ່າວວ່າ: ບິສມິລລາຫ໌ »
6. ຕອນສ່ວມໃສ່ໃຫ້ສຸບເຂົ້າທາງຂວາກ່ອນ, ຕອນແກະເຄື່ອງໃຫ້ຖອດຈາກທາງຊ້າຍກ່ອນ.
- ຈາກຫະດິຊ: ລາຍງານຈາກແມ່ຂອງບັນດາຜູ້ສັດທາ ອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ໄດ້ກ່າວວ່າ: "ທ່ານນະບີມຸຮຳມັດ (ຊໍລລັລລໍຮຸ ອະໄລຮິ ວະຊັລສຳ) ທ່ານມັກການເລິ່ມຕົ້ນດ້ວຍເບື້ອງຂວາ ໃນການໃສ່ເກີບ, ການຫວີຜົມ, ແລະ ການເຮັດຄວາມສະອາດ (ເຮັດນ້ຳລະຫມາດ) ແລະ ໃນທຸກເລື່ອງຂອງທ່ານ"
ມາລະຍາດໃນການຂັບຂີ່ພາຫານະ:
ຄຳຖາມທີ່ 14: ມາລະຍາດໃນການຂັບຂີ່ພາຫານະມີຫຍັງແນ?
ຕອບ: 1.ກ່າວດຸອາ: «ບິສມິລລາຫ໌; ອັລຮຳດຸລິລລາຫ໌» (ສຸບຮານັລ ລະຊີ ຊາກຄໍລະນາ ຮາຊາ ວະມາກຸນ ນາລະຮຸ ມຸກກໍຣີນີນ) 13 (ວະອິນນາ ອີລາ ຣອບບິນາ ລະມຸນ ກໍລິບູນ) 14 [ຊູເຣາະຫ໌ ອັລຊຸຄຣຸຟ : 13-14].
2. ເມື່ອຂັບຂີ່ຜ່ານພີ່ນ້ອງມຸສລິມ; ຂ້ອຍກໍ່ກ່າວສະລາມທັກທາຍ.
ມາລະຍາດບົນຖະນົນຫົນທາງ:
ຄຳຖາມທີ່ 15 : ມາລະຍາດບົນຖະນົນຫົນທາງມີຫຍັງແນ?
ຕອບ: 1. ຂ້ອຍຍ່າງແບບພໍດິບພໍດີ ສຸພາບບໍ່ຝ້າວ ແລະ ກໍ່ບໍ່ໄດ້ຊ້າ. ອັລລໍຫ໌ໄດ້ກ່າວວ່າ : ( ແລະຢ່າໄດ້ຍ່າງບົນແຜ່ນດິນຢ່າງເຍີຫຍິ່ງ ແທ້ຈິງເຈົ້າຈະແຍກແຜ່ນດິນບໍ່ໄດ້ເລີຍ ແລະ ຈະບໍ່ບັນລຸຄວາມສູງຂອງພູຜ່າ) [ສູເຣາະຫ໌ ອິສຣໍອຼ: 37].
2. ຂ້ອຍໃຫ້ສະລາມກັບຄົນທີ່ເດິນຜ່ານມາພົບເຈີກັນ.
- ມີຄົນຖາມທ່ານຣໍຊູລລຸລລໍຫ໌ ﷺ : ອິສລາມແບບໃດດີທີ່ສຸດ? ທ່ານຕອບວ່າ: « ການລ້ຽງອາຫານແກ່ຜູ້ຄົນ, ແລະ ການທັກທາຍໃຫ້ສະລາມທັ້ງຄົນທີ່ຮູ້ຈັກ ແລະ ບໍ່ຮູ້ຈັກ»
3. ຂ້ອຍຢ່າງກົ້ມລົດສາຍຕາ, ແລະ ບໍ່ເຮັດຮ້າຍບໍ່ດີຕໍ່ຜູ້ອື່ນ.
4. ຂ້ອຍສົ່ງເສິມໃນການເຮັດຄວາມດີ, ແລະ ຫັກຫ້າມການເຮັດສິ່ງບໍ່ດີຊົ່ວ. ໃນຄຳກ່າວຮະດິຊ ຂອງທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ວ່າ: ຈົ່ງໃຫ້ສິດຂອງຖະນົນຫົນທາງແກ່ມັນເຖິດ; ຊໍຮາບະຫ໌ຈຶ່ງຖາມວ່າ: ແລ້ວສິດຂອງຖະນົນຫົນທາງແມ່ນຫຍັງ? ທ່ານນະບີ ﷺ ຕອບວ່າ: "ຄືການລົດສາຍຕາ (ບໍ່ເບິ່ງສິ່ງທີ່ຕ້ອງຫ້າມ), ການບໍ່ເຮັດອັນຕະລາຍແກ່ຜູ້ອື່ນ, ການຕອບຮັບຄຳທັກທາຍສະລາມ, ການສົ່ງເສິມໃນການເຮັດຄວາມດີ, ແລະ ຫັກຫ້າມການເຮັດສິ່ງບໍ່ດີຊົ່ວ.
5. ຂ້ອຍຂະຈັດສິ່ງກີດຂວ້າງອອກຈາກຖະນົນຫົນທາງ.
ມາລະຍາດການເຂົ້າ-ອອກເຮືອນສານບ້ານຊ່ອງ:
ຄຳຖາມທີ່ 16: ມາລະຍາດການເຂົ້າ-ອອກເຮືອນມີຫຍັງແດ?
ຕອບ: 1.ໃຫ້ອອກຈາກບ້ານດ້ວຍຕີນຂ້າງຊ້າຍ ແລະ ກ່າວດຸອາວ່າ: « ບິສມິລລາຮິ, ຕະວັກກັລຕຸ ອະລັລລໍຮິ, ລາເຮົາລະ ວະລາກູ ວະຕາ ອິລລາບິລລາຫ໌, ອັລລໍຮຸມມະ ອິນນີ ອະອຸຊຸບິກະ ອັນ ອຸດິລລະ ເອົາອຸດໍລລະ, ເອົາອຸຊິລລະ ເອົາອຸຊັລລາ, ເອົາອັຊລິມາ ເອົາອຸຊລະມາ, ເອົາອັຈຮາລະ ເອົາຍຸຈຮາລາ ອະໄລ ».
2. ຂ້ອຍເຂົ້າເຮືອນດ້ວຍຕີນຂວາ, ແລະ ກ່າວວ່າ: « ບິສມິລລາຮິ ວະລຸຈນາ, ວະບິສມິລລາຮິ ຄໍຣໍຈນາ, ວະອາລາ ຣອບບະນາ ຕະວັກກັລນາ».
3. ແລະ ຂ້ອຍເລິ່ມໃຊ້ໄມ້ສີວາກ, ແລ້ວກໍ່ໃຫ້ສະລາມແກ່ຄົນໃນບ້ານ.
- ດັງໃນຫະດິຊ: «ທ່ານນະບີຈະເຂົ້າບ້ານ ທ່ານກໍ່ໃຊ້ໄມ້ສິວາກ»
ມາລະຍາດວ່າດ້ວຍການເຂົ້າຫ້ອງນ້ຳ:
ຄຖ ທີ່ 17: ມາລະຍາດວ່າດ້ວຍການເຂົ້າຫ້ອງນ້ຳມີຫຍັງແນ?
ຕອບ : 1.ຂ້ອຍເຂົ້າຫ້ອງນ້ຳດ້ວຍຕີນຊ້າຍ.
2. ແລະ ຂ້ອຍກໍ່ອ່ານດຸອາກ່ອນເຂົ້າວ່າ: « ບິສມິລລາຮິ, ອັລລໍຮຸມມະ ອິນນີ ອະອຸຊຸ ບິກະ ມິີນັລຄຸບສິ ອັລຄໍບາອິສ».
3. ຂ້ອຍຈະບໍ່ພາສິ່ງໄດ້ເຂົ້າໄປທີ່ເປັນສັນຍາລັກໃນການລຳເລິກເຖິງອັລລໍຫ໌.
- ຮະດິຊ ລາຍງານຈາກທ່ານອະນັສ ຣໍດິຍັລລໍຮຸ ອັນຮຸ ກ່າວວ່າ: « ເມື່ອທ່ານນະບີ ﷺ ຈະເຂົ້າຫ້ອງນ້ຳ ທ່ານໄດ້ຖອດແຫວນຂອງທ່ານອອກແລ້ວວ່າງໄວ້ ».
4. ຂ້ອຍເຂົ້າຫ້ອງນ້ຳທີ່ປົກປິດມິດຊິດບໍ່ໃຫ້ເຫັນ.
- ດັງໃນຫະດິຊ: « ແລະ ສິ່ງທີ່ທ່ານຣໍຊູລ ﷺ ມັກໃຊ້ປິດບັງເມື່ອຕ້ອງການເຮັດທຸລະສ່ວນຕົວ (ຖ່າຍໜັກ ຖ່າຍເບົາ) ຄື ເນິນດິນຕ້ຽຍໆ ຫຼື ສວນອິນທະຜາລຳທີ່ມືດທຶບ »
5. ຂ້ອຍບໍ່ເວົ້າສົ່ງສຽງດັງບໍລິເວນຫ້ອງນ້ຳ.
6. ຂ້ອຍບໍ່ຈະຫັນຫນ້າ ຫຼື ຫັນໄປທາງກິບລັດ, ຂະນະຖ່າຍໜັກຖ່າຍເບົາ.
- ດັ່ງທີ່ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ໄດ້ກ່າວວ່າ : « ຈົ່ງຢ່າຫັນຫນ້າໄປທາງກິບລັດ ຂະນະຖ່າຍເບົາຖ່າຍໜັກ, ໃຫ້ຫັນໄປທາງເໜືອ ຫຼື ທາງໃຕ້ແທນ»
7. ຂ້ອຍໃຊ້ມືຊ້າຍໃນການຂະຈັດລ້າງສິ່ງສົກກະປົກ, ແລະ ຂ້ອຍຈະບໍ່ໃຊ້ມືຂວາໃນການລ້າງ.
- ຈາກຫຼັກຖານຫະດິຊ: « ທ່ານນະບີໄດ້ຫ້າມພວກເຮົາ ບໍ່ໃຫ້ໃຊ້ມືຂວາໃນການລ້າງສິ່ງສົກກະປົກ»
8. ຂ້ອຍຈະບໍ່ຖ່າຍຊະສຸຍຊະສາຍ ເຊັ່ນ ທາງຍ່າງ ຫຼື ໃຕ້ຮົ່ມເງົາ.
- ດັ່ງທີ່ມີລາຍງານຈາກທ່ານອະບູ ຫຸຣອຍເຣາະຫ໌ ແທ້ຈິງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ໄດ້ກ່າວວ່າ : « ຈົ່ງລະວັງການຊາບແຊ່ງສອງຢ່າງ» ແລ້ວພວກເຮົາກໍ່ຖາມວ່າ: ສອງຢ່າງນັ່ນແມ່ນຫຍັງ ໂອ້ທ່ານຣໍຊູລລຸລລໍຫ໌? ທ່ານຕອບວ່າ: ຜູ້ທີ່ຖ່າຍໜັກຖ່າຍເບົາຢູ່ຫົນທາງທີ່ຄົນໃຊ້ໄປມາ, ຫຼື ສະຖານທີ່ພັກຮ້ອນໃຕ້ຮົມ.
9. ຂ້ອຍລ້າງມືຫຼັງແລ້ວເສັດອອກຈາກຫ້ອງນ້ຳ . ດ້ວຍຮະດິຊຈາກທ່ານຈາຣີຣ ຣໍດີຍັລລໍຮຸ ອັນຮຸ ທີ່ເຄີຍຢູ່ກັບທ່ານນະບີ ﷺ ແລ້ວທ່ານກໍ່ໄປເຂົ້າຫ້ອງນ້ຳເພື່ອຂັບຖ່າຍ, ແລ້ວທ່ານກໍ່ເອີ້ນຂຶ້ນວ່າ: « ໂອ້ ຈະຣີຣ ເອົານ້ຳສະອາດມາໃຫ້ແນ» ຂ້ອຍຈຶ່ງເອົານ້ຳໄປໃຫ້ທ່ານ ແລ້ວທ່ານກໍ່ໃຊ້ນ້ຳລ້າງຊຳລະ, ຈາກນັ້ນທ່ານກໍ່ໃຊ້ມືລູບກັບພື້ນດິນ.
10. ຂ້ອຍອອກຈາກຫ້ອງນ້ຳດ້ວຍຕີນຂວາ, ແລະ ກ່າວວ່າ: "ກຸຟຣໍນະກະ".
ມາລະຍາດຕໍ່ມັສຍິດ:
ຄຳຖາມທີ່ 18 : ມາລະຍາດຕໍ່ມັສຍິດມີຫຍັງແດ?
ຕອບ : 1. ຂ້ອຍເຂົ້າມັສຍິດ້ວຍຕີນຂວາ ແລະ ກ່າວວ່າ: « ບິສມິລລາຮິ, ອັລລໍຮຸມມັຟ ຕະຫ໌ລີ ອັບວາບະ ເຣາະມະຕິກ».
2. ຂ້ອຍຈະບໍ່ນັ່ງລົງ ຈົນກວ່າຈະລະຫມາດສອງຣໍກະອັດ.
- ຈາກຮະດິຊ: « ເມື່ອພວກທ່ານຄົນໃດເຂົ້າໄປໃນມັສຍິດ ຈົ່ງຢ່າໄດ້ນັ່ງຈົນກວ່າຈະລະຫມາດສອງຣໍກະອັດເສຍກ່ອນ »
3. ຂ້ອຍຈະບໍ່ຍ່າງຂ້າມຄົນທີ່ກຳລັງລະຫມາດ, ແລະ ບໍ່ປະກາດຊອກຫາເຄື່ອງທີ່ເສຍໃນມັສຍິດ, ຫຼື ຈະບໍ່ຊື້ ບໍ່ຂາຍໃນມັສຍິດ. ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ: « ຫາກຜູ້ທີ່ຍ່າງຂ້າມຫນ້າຄົນທີ່ກຳລັງລະຫມາດຮູ້ເຖິງໂທດທີ່ຈະເກິດຂຶ້ນກັບລາວ ແນ່ນອນວ່າ ການຢືນຄອຍຢູ່ 40 ປີ (ເວລາ) ຈະດີກວ່າສຳຫຼັບລາວ ແທນທີ່ຈະຍ່າງຂ້າມໜ້າຄົນລະຫມາດ»
- ແລະ ຄຳເວົ້າຂອງທ່ານນະບີ ﷺ ອີກວ່າ: « ຜູ້ໃດທີ່ໄດ້ຍິນຊາຍໜຶ່ງປະກາດຫາຂອງທີ່ເສຍໃນມັສຍິດ ກໍ່ຈົ່ງກ່າວກັບລາວວ່າ : ຂໍອັລລໍຫ໌ຢ່າໄດ້ຊົງໃຫ້ສິ່ງນັ້ນກັບຄືນແກ່ເຈົ້າເລີຍ ເພາະແທ້ຈິງມັສຍິດບໍ່ໄດ້ຖືກສ້າງມາເພື່ອສິ່ງນີ້»
- ແລະ ໃນຫະດິຊ: « ເມື່ອພວກທ່ານເຫັນໃຜກໍ່ຕາມເຮັດການຊື້ຂາຍໃນມັສຍິດ ກໍ່ຈົ່ງກ່າວກັບລາວວ່າ: ຂໍອັລລໍຫ໌ຢ່າໄດ້ຊົງເຮັດໃຫ້ການຄ້າຂາຍຂອງເຈົ້າມີກຳໄລເລີຍ»
4. ຂ້ອຍກະຕື້ລືລົ້ນເຮັດຄວາມສະອາດມັສຍິດ.
- ໃນຮະດິຊຈາກແມ່ຂອງບັນດາຜູ້ສັດທາ ທ່ານຍິງອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ກ່າວວ່າ: « ທ່ານນະບີ ﷺ ສັ່ງເສຍໃຫ້ສ້າງມັສຍິດຕາມຊຸມຊົນຕ່າງໆ ແລະ ໃຫ້ເຮັດຄວາມສະອາດ, ອົບນ້ຳຫອມໃຫ້ມັສຍິດ»
5. ຂ້ອຍອອກຈາກມັສຍິດດ້ວຍຕີນຊ້າຍ, ແລະ ກ່າວດຸອາວ່າ: « ອັລລໍຮຸມມະ ອິນນີ ອັສອະລຸກະ ມິນ ຟັດລິກ».
ມາລະຍາດວ່າດ້ວຍການໃຫ້ສະລາມ:
ຄຳຖາມທີ່ 19 : ມາລະຍາດວ່າດ້ວຍການໃຫ້ສະລາມຕ້ອງເຮັດແນວໃດ?
ຕອບ: 1. ຂ້ອຍຈະເລິ່ມໃຫ້ສະລາມກ່ອນສະເໝີຖ້າພົບເຈີກັບພີ່ນ້ອງມຸສລິມ, ດ້ວຍຄຳກ່າວ: "ອັສລາມມຸອະໄລກຸມ ວະເຣາະມາຕຸລລໍຮິ ວະບາຣໍກາຕຸຫ໌" ຂ້ອຍຈະເລິ່ມສິ່ງໃດອື່ນນອກຈາກສະລາມ, ແລະ ຂ້ອຍກໍ່ບໍ່ໂບກມືທັກທາຍເທົ່ານັ້ນ.
2. ຂ້ອຍຍິ້ມແຍ້ມບົນໃບໜ້າ ເມື່ອມີການສະລາມຈາກພີ່ນ້ອງມຸສລິມ. ດັງໃນຫະດິຊ: « ຢ່າໄດ້ດູຖູກດູແຄນ ການເຮັດຄວາມດີໃດ ໆ ເລີຍ, ແມ້ພຽງແຕ່ການພົບເຈີພີ່ນ້ອງຂອງທ່ານດ້ວຍໃບໜ້າທີ່ຍິ້ມແຍ້ມ ແຈ່ມໃສ»
3. ແລະ ຂ້ອຍກໍ່ຈັບມືລາວ ດ້ວຍມືຂວາຂອງຂ້ອຍ.
4. ເມື່ອມີຄົນທັກທາຍຂ້ອຍດ້ວຍຄຳທັກທາຍທີ່ດີ ຂ້ອຍກໍ່ຈະທັກທາຍລາວດ້ວຍຄຳທັກທາຍທີ່ດີກວ່າ, ຫຼືກໍ່ຕອບລາວດ້ວຍຄຳທັກທາຍນັ້ນ.
- ຈາກຄຳຕຣັັດຂອງອັລລໍຫ໌ ຜູ້ຊົງສູງສົ່ງ: ( ແລະ ເມື່ອພວກເຈົ້າໄດ້ຮັບຄຳອວຍພອນຈະດ້ວຍຄຳອວຍພອນໃດໆ ກໍ່ຕາມ ກໍ່ຈົງກ່າວຄຳອວຍພອນຕອບທີ່ດີກວ່ານັ້ນ ຫຼືບໍ່ກໍກ່າວຄຳອວຍພອນນັ້ນຕອບກັບໄປ ແທ້ຈິງອັລລໍຫ໌ຊົງຄຳນວນນັບໃນທຸກສິ່ງທຸກຢ່າງ) [ສູເຣາະຫ໌ ນິຊາ: 86].
5. ບໍ່ໃຫ້ເລິ່ມກ່າວສະລາມໃຫ້ກາຟີຣກ່ອນ, ແລະ ຖ້າຫາກລາວກ່າວສະລາມມາ ກໍ່ໃຫ້ຕອບໄປວ່າ" ວະອາໄລກຸມ".
- ຈາກຮະດິຊ: «ບໍ່ໃຫ້ເລິ່ມດ້ວຍການສະລາມແກ່ພວກຍະຮູດ (ຍິວ) ແລະ ນາຊໍຣໍ (ຄຣິສຕຽນ)».
6. ແລະ ເດັກນ້ອຍໃຫ້ກ່າວສະລາມ ແກ່ຜູ້ໃຫຍ່, ແລະ ຜູ້ຂັບຂີ່ພາຫານະໃຫ້ສະລາມແກ່ຜູ້ທີ່ຍ່າງ, ແລະ ຜູ້ທີ່ກຳລັງຍ່າງ ໃຫ້ສະລາມແກ່ຜູ້ທີ່ນັ່ງ, ແລະ ຄົນຈຳນວນນ້ອຍ ໃຫ້ສະລາມແກ່ຄົນຈຳນວນຫຼາຍ. ທ່ານຣໍຊຸລ ລຸລລໍຫ໌ ﷺ ໄດ້ກ່າວໄວ້ວ່າ: «ຜູ້ຂັບຂີ່ພາຫານະໃຫ້ສະລາມແກ່ຜູ້ທີ່ຍ່າງ, ແລະ ຜູ້ທີ່ກຳລັງຍ່າງໃຫ້ສະລາມແກ່ຜູ້ທີ່ນັ່ງ, ແລະ ຄົນຈຳນວນນ້ອຍ ໃຫ້ສະລາມແກ່ຄົນຈຳນວນຫຼາຍ».
7. ບໍ່ອະນຸຍາດໃຫ້ຈັບມືສະລາມກັບແມ່ຍິງ ທີ່ບໍ່ແມ່ນຄົນໃນຄອບຄົວ ມະຫ໌ຣອມ.
- ໃນຮະດິຊຈາກແມ່ຂອງບັນດາຜູ້ສັດທາ ທ່ານຍິງອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ກ່າວວ່າ: « ແລະ ຂໍສາບານຕໍ່ອັລລໍຫ໌ ມືຂອງທ່ານຣໍຊູລລຸລລໍຫ໌ ﷺ ບໍ່ເຄີຍແຕະຕ້ອງມືແມ່ຍິງ (ທີ່ບໍ່ແມ່ນມະຫ໌ຣອມ) ເລີຍຈັກເທື່ອດຽວ»
ມາລະຍາດວ່າດ້ວຍການຂໍອະນຸຍາດ:
ຄຳຖາມທີ່ 20 : ມາລະຍາດວ່າດ້ວຍການຂໍອະນຸຍາດແມ່ນຫຍັງ?
ຕອບ : 1. ຂ້ອຍຂໍອະນຸຍາດກ່ອນຈະເຂົ້າເຮືອນພັກອະໄສຜູ້ຄົນ.
2. ຂ້ອຍຂໍອະນຸຍາດສາມຄັ້ງ ແລະ ບໍ່ຫຼາຍຈາກນັ້ນ, ແລະ ຖ້າເຂົາບໍ່ອະນຸຍາດຂ້ອຍກໍ່ຈາກໄປ.
ດັງໃນຫະດິຊ: « ເມື່ອທ່ານຂໍອະນຸຍາດຈາກໃຜ ກໍ່ຈົ່ງຂໍສາມຄັ້ງ ແລະ ຖ້າເຂົາບໍ່ອະນຸຍາດ, ກໍ່ຈົ່ງກັບໄປ».
3. ຂ້ອຍເຄາະປະຕູຄ່ອຍໆ, ແລະ ຂ້ອຍບໍ່ຢືນຫັນໜ້າເຂົ້າຫາປະຕູ, ແຕ່ທະວ່າໃຫ້ຢືນທາງຊ້າຍ ຫຼື ທາງຂວາ. ແລະ ຂ້ອຍກໍ່ກ່າວ: ອັສສະລາມມຸອາໄລກຸມ. ຈາກຫຼັກຖານຫະດິຊ: «ເມື່ອທ່ານຣໍຊູລລຸລລໍຫ໌ ﷺ ມາຍັງປະຕູເຮືອນຂອງຜູ້ຄົນ ທ່ານກໍ່ຈະບໍ່ຢືນກົງປະຕູຈາກດ້ານໜ້າ ແຕ່ຈະຢືນດ້ານມຸມຂວາ ຫຼື ມຸມຊ້າຍ ແລ້ວກ່າວວ່າ: "ອັສສະລາມມຸອະໄລກຸມ ອັສສະລາມມຸອະໄລກຸມ" »
4. ຂ້ອຍຈະບໍ່ເຂົ້າຫ້ອງຂອງພໍ່ແມ່ ຫຼື ຫ້ອງຄົນອື່ນກ່ອນໄດ້ຮັບອະນຸຍາດ, ໂດຍສະເພາະແມ່ນກ່ອນລະຫມາດຊຸບຮີ (ຟະຈັຣ), ແລະ ເວລາພັກຜ່ອນຕອນສວາຍ, ແລະ ຫຼັງລະຫມາດອີຊາ.
- ຈາກຄຳຕຣັັດຂອງອັລລໍຫ໌ ຜູ້ຊົງສູງສົ່ງ: ( ໂອ້ບັນດາຜູ້ສັດທາເອີ໋ຍ ຈົ່ງໃຫ້ບັນດາຜູ້ທີ່ມີມືຂວາຂອງພວກເຈົ້າຄອບຄອງ ແລະ ບັນດາຜູ້ທີ່ຫຍັງບໍ່ບັນລຸສະພາວະໃນໝູ່ພວກເຈົ້າ, ຂໍອະນຸຍາດພວກເຈົ້າສາມເວລາຄື ກ່ອນເວລາລະຫມາດຟັຈຣີ ແລະ ເວລາພວກເຈົ້າເປື້ອງເສື້ອຜ້າໃນເວລາກາງເວັ້ນ ແລະ ຫຼັງຈາກເວລາລະຫມາດອິຊາ ທັ້ງສາມນີ້ເປັນເວລາສ່ວນຕົວສຳຫຼັບພວກເຈົ້າ ຫຼັງຈາກນີ້ແລ້ວບໍ່ເປັນທີ່ນ່າຕຳຫນິແກ່ພວກເຈົ້າ ແລະ ແກ່ພວກເຂົາ ເພາະພວກເຂົາວົນວຽນຮັບໃຊ້ບາງຄົນໃນໝູ່ພວກເຈົ້າ ເຊັ່ນນັ້ນແຫລະ ອັລລໍຫ໌ຊົງແຈງໂອງການທັ້ງຫຼາຍໃຫ້ເປັນທີ່ຊັດແຈ້ງແກ່ພວກເຈົ້າ ແລະ ອັລລໍຫ໌ເປັນຜູ້ຊົງຮອບຮູ້ ຜູ້ຊົງປຣີຊາຍານ) [ຊູເຣາະຫ໌ ອັນນູຣ: 58].
5. ອະນຸຍາດໃຫ້ເຂົ້າສະຖານທີ່ໃດທີ່ບໍ່ເປັນທີ່ພັກອາໄສ, ເຊັ່ນໂຮງໝໍ ຮ້ານຄ້າ ໂດຍບໍ່ຕ້ອງຂໍອະນຸຍາດ.
- ອັລລໍຫ໌ຜູ້ຊົງສູງສົ່ງໄດ້ກ່າວວ່າ: (ບໍ່ຖືເປັນຄວາມຜິດແກ່ພວກເຈົ້າ ທີ່ຈະເຂົ້າໄປໃນສະຖານທີ່ໃດທີ່ບໍ່ເປັນທີ່ພັກອາໄສ ເຊິ່ງ ນະ ທີ່ນັ້ນມີສິ່ງທີ່ເປັນປະໂຫຍດແກ່ພວກເຈົ້າ ແລະ ອັລລໍຫ໌ ຊົງຮັບຮູ້ດີສິ່ງທີ່ພວກເຈົ້າເປິດເຜີຍ ແລະ ສິ່ງທີ່ພວກເຈົ້າປົກປິດ) [ຊູເຣາະຫ໌ ອັນນູຣ: 29].
ມາລະຍາດ ການມີເມດຕາຕໍ່ສັດ:
ຄຳຖາມທີ່ 21 : ມາລະຍາດມີເມດຕາຕໍ່ສັດມີຫຍັງແນ?
ຕອບ: 1. ຂ້ອຍໃຫ້ອາຫານ ແລະ ນ້ຳແກ່ສັດ.
- ດັງໃນຫະດິຊ: ພວກເຮົາກ່າວວ່າ: ໂອ້ທ່ານຣໍຊູລຂອງອັລລໍຫ໌, ການເຮັດດີເມດຕາກັບສັດມີຜົນລະບຸນບໍ? ທ່ານຕອບວ່າ: "ໃນທຸກໆ ຕັບທີ່ຊູມຊື່ນຍ່ອມມີລາງວັນຜົນບຸນ"
- ແລະ ທ່ານນະບີ ﷺ ໄດ້ຍ່າງຜ່ານອູດໂຕໜຶ່ງທີ່ຫຼັງຂອງມັນຕິດກັບທ້ອງ (ເພາະໂຕມັນຈອຍເນື່ອງຈາກຄວາມຫິວໂຫຍ), ທ່ານຈຶ່ງກ່າວວ່າ: « ຈົ່ງຍຳເກຼງຕໍ່ອັລລໍຫ໌ເຖິດ ໃນການປະຕິບັດຕໍ່ສັດເຫຼົ່ານີ້»
2. ຄວາມເມດຕາ ຄວາມສົງສານ ແລະ ບໍ່ບັງຄັບໃຫ້ສັດແບກນ້ຳໜັກຫຼາຍເກິນທີ່ມັນຈະສາມາດຮັບໄດ້.
- ດັງໃນຮະດິຊ: ທ່ານນະບີ ﷺ ກ່າວວ່າ: « ໃຜເປັນເຈົ້າຂອງອູດໂຕນີ້? ມັນເປັນຂອງໃຜ? ແລ້ວຊາຍໜຸ່ມຊາວອັນຊໍຣຄົນໜຶ່ງກໍເອີ່ຍຂຶ້ນວ່າ: ເປັນຂອງຂ້ານ້ອຍເຈົ້າ ທ່ານຣໍຊູລຂອງອັລລໍຫ໌ ຈຶ່ງກ່າວວ່າ: ເຈົ້າຈະບໍ່ຍຳເກຼງອັລລໍຫ໌ດອກລື? ກ່ຽວກັບສັດນີ້ທີ່ອັລລໍຫ໌ຊົງມອບໃຫ້ເຈົ້າ ເປັນເຈົ້າຂອງ ແທ້ຈິງມັນໄດ້ຮ້ອງຮຽນຕໍ່ຂ້ອຍວ່າ ເຈົ້າເຮັດໃຫ້ມັນຫິວ ແລະ ໃຊ້ງານມັນຢ່າງໜັກ» ຕາດະບະຫ໌ : ໝາຍເຖິງເຮັດໃຫ້ເມື່ອຍອ່ອນແຮງ.
3. ຂ້ອຍບໍ່ທໍລະມານສັດດ້ວຍຄວາມເຈັບປວດ ຫຼື ອັນຕະລາຍໃດໆ.
- ດັງໃນຫະດີຊ ຈາກທ່ານຈາບິຣ ຣໍດິຍັລລໍຮຸ ອັນຮຸ, ແທ້ຈິງທ່ານນະບີ ﷺ ໄດ້ຍ່າງຜ່ານລາໂຕໜຶ່ງທີ່ຖືກຕີຕາໄວ້ບົນໃບໜ້າຂອງມັນ ແລ້ວທ່ານກໍ່ກ່າວວ່າ: « ພວກທ່ານຢັງບໍ່ຮູ້ດອກບໍ່ ວ່າຂ້ອຍໄດ້ສາບແຊ່ງຜູ້ທີ່ຕີສັດ ຫຼື ປະທັບກາບ່ອນໃບໜ້າຂອງມັນ ດັງນັ້ນ ທ່ານນະບີຈຶ່ງຫ້າມກະທຳເຊັ່ນນັ້ນ »
ມາລະຍາດການຫຼິ້ນກິລາອອກກຳລັງກາຍ:
ຄຳຖາມທີ່ 22 : ມາລະຍາດການຫຼິ້ນກິລາອອກກຳລັງກາຍມີຫຍັງ?
ຕອບ : 1. ຂ້ອຍຕັ້ງໃຈອອກຳລັງກາຍຫຼິ້ນກິລາ ເພື່ອໃຫ້ມີຄວາມຕັກວາຕໍ່ອັລລໍຫ໌ ການເຊື່ອຟັງພຣະອົງ ແລະ ໄດ້ຮັບຄວາມພໍໃຈຈາກພຣະອົງ.
2. ຂ້ອຍຈະບໍ່ຫຼິ້ນກິລາ ເມື່ອເຂົ້າເວລາລະຫມາດ.
ອັລລໍຫ໌ໄດ້ກ່າວວ່າ: ( ຄວາມຫາຍະນາຈົ່ງປະສົບຕໍ່ຜູ້ລະຫມາດ) ( ບັນດາຄົນທີ່ລະເລີຍການລະຫມາດ) [ຊູເຣາະຫ໌ ອັລມາອູນ : 4-5].
3. ບໍ່ໃຫ້ມີການອອກກຳລັງກາຍປະປົນກັນລະຫວ່າງ ຊາຍ ຍິງ.
4. ຂ້ອຍຈະໃສ່ເຄື່ອງກິລາທີ່ປົກປິດຮ່າງກາຍ ເອົາເຣາະຫ໌ຂອງຂ້ອຍ.
5. ຂ້ອຍຫຼີກລຽງກິລາທີ່ຕ້ອງຫ້າມ, ເຊັ່ນກິລາຊົກມວຍ ແລະ ກິລາທີ່ເປິດເຜີຍເອົາເຣາະຫ໌.
ດັງໃນຫະດິຊ: « ຖ້າຫາກຄົນໃດຄົນໜຶ່ງ ໃນພວກທ່ານຕໍ່ສູ້ກັບພີ່ນ້ອງຂອງຕົນ ໃຫ້ລາວຫຼີກລຽງໃບໜ້າຂອງເຂົາ»
ມາລະຍາດວ່າດ້ວຍການເວົ້າຢອກຫຼິ້ນ:
ຄຳຖາມທີ່ 23: ມາລະຍາດວ່າດ້ວຍການເວົ້າຢອກ ເວົ້າຫຼິ້ນມີຫຍັງ?
ຕອບ : 1. ເວົ້າຈາຊື່ສັດບໍ່ເວົ້າຕົວະໃນການຢອກຫຼິ້ນ.
- ດັງໃນຫະດິຊ: « ຄວາມຫາຍະນະຈົ່ງມີແກ່ຜູ້ທີ່ເລົ່າເລື່ອງ ແລ້ວຂີ້ຕົວະເພື່ອໃຫ້ຜູ້ຄົນຫົວເລາະ , ຄວາມຫາຍະນະຈົ່ງມີແກ່ລາວ, ຄວາມຫາຍະນະຈົ່ງມີແກ່ລາວ »
2. ການຢອກຫຼິ້ນຈະຕ້ອງປາດສະຈາກການສຽດສີ ເຍາະເຍີ້ຍ ທຳຮ້າຍ ແລະ ຂົ່ມຂູ່.
- ທ່ານນະບີໄດ້ກ່າວໄວ້ວ່າ: « ບໍ່ອະນຸຍາດໃຫ້ມຸສລິມ ສ້າງຄວາມຢ້ານກົວແກ່ພີ່ນ້ອງມຸສລິມ »
3. ຫ້າມບໍ່ໃຫ້ຢອກຫຼິ້ນຫລາຍຈົນເກິນໄປ.
- ທ່ານນະບີໄດ້ກ່າວໄວ້ວ່າ: « ບໍ່ໃຫ້ຫົວເລາະ ຢອກຫຼິ້ນຫຼາຍ; ເພາະການຫົວເລາະຈະເຮັດໃຫ້ຫົວໃຈຕາຍກະດ້າງ».
ມາລະຍາດວ່າດ້ວຍການ ຈາມ:
ຄຳຖາມທີ່ 24 : ມາລະຍາດວ່າດ້ວຍການ ຈາມ ມີຫຍັງແນ?
ຕອບ : 1. ໃຫ້ເອົາມື ຫຼື ຜ້າ ຫຼື ເຈ້ຍທິດຊູ ປີດຂະນະຈາມ.
2. ໃຫ້ກ່າວສັນລະເສິນຕໍ່ອັລລໍຫ໌ ຫລັງຈາກຈາມ "ອັລຮຳດຸລິລລາຫ໌"
3. ແລະ ໃຫ້ຫມູ່ຄູ່ກ່າວຕອບຄົນຈາມວ່າ: "ຍັຣຫາກຸມຸລລໍຫ໌"
- ແລະ ຫາກມີຄົນກ່າວເຊັ່ນນັ້ນ ກໍ່ໃຫ້ຕອບໄປວ່າ: "ຢະຫ໌ດີນາ ວະຢະຫ໌ດິກຸມຸລລໍຫ໌ ວະຢຸສລະຮຸ ບາລະກຸມ".
ມາລະຍາດວ່າດ້ວຍການຫາວນອນ:
ຄຳຖາມ 25 : ມາລະຍາດວ່າດ້ວຍການຫາວນອນມີຫຍັງ?
ຕອບ : 1. ພະຍາຍາມກັ້ນບໍ່ໃຫ້ຫາວ.
ດັງໃນຫະດິຊ: « ການຫາວນັ້ນມາຈາກໄຊຕອນ ດັງນັ້ນເມື່ອຜູ້ໃດໃນພວກທ່ານຫາວ ກໍ່ຈົ່ງພະຍາຍາມຫ້າມມັນເທົ່າທີ່ສາມາດ»
2. ຫ້າມໃຫ້ມີສຽງອອກດັງ ຂະນະຫາວ: ອ້າ ອ໋າຫ໌.
- ດັງໃນຫະດິຊ: « ບໍ່ໃຫ້ອອກສຽງດັງ ອ້າຫ໌ ອ້າ, ແທ້ຈິງໃນໝູ່ພວກທ່ານເມື່ອມີການຫາວເປິດປາກ, ໄຊຕອນມັນຈະຫົວເລາະ ເຍາະເຍີ້ຍ ຄົນນັ້ນ»
3. ເອົາມືປິດປາກຕອນຫາວ.
- ດັງໃນຫະດິຊ: « ເມື່ອຄົນໃດໃນໝູ່ພວກທ່ານຫາວນອນກໍ່ຈົ່ງເອົາມືປິດປາກຂອງຕົນ, ເພາະໄຊຕອນມັນຈະເຂົ້າ»
ມາລະຍາດວ່າດ້ວຍການຂໍພອນ ດຸອາ:
ຄຳຖາມທີ່ 26 : ມາລະຍາດວ່າດ້ວຍການຂໍພອນ ດຸອາມີຫຍັງ?
ຕອບ : 1. ຂ້ອຍເລິ່ມດຸອາ ດ້ວຍການສັນລະເສິນສະດຸດີ ຕໍ່ອັລລໍຫ໌.
2. ຂ້ອຍກ່າວສໍລະວາດ ຕໍ່ທ່ານນະບີມຸຮຳຫມັດ ﷺ .
- ໃນຄຳກ່າວຂອງທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ວ່າ: « ເມື່ອທ່ານຂໍພອນດຸອາ, ກໍ່ຈົ່ງນັ່ງລົງ, ແລະ ກ່າວສັນລະເສີນຕໍ່ອັລລໍຫ໌ຕາມທີ່ພຣະອົງສົມຄວນໄດ້ຮັບ, ແລະ ກ່າວສໍລະວາດອວຍພອນຕໍ່ຂ້ອຍ, ແລ້ວຈຶ່ງດຸອາ ວິງວອນຂໍ»
3. ຍົກມືທັ້ງສອງຂຶ້ນລະຫວ່າງດຸອາ.
ທ່ານຣໍຊຸລ ລຸລລໍຫ໌ ﷺ ໄດ້ກ່າວໄວ້ວ່າ: « ແທ້ຈິງພຣະເຈົ້າຂອງພວກທ່ານ ຜູ້ຊົງຈຳເລິນ ແລະ ຜູ້ຊົງກຽດ ເປັນຜູ້ມີຄວາມລະອາຍ ແລະ ຜູ້ເມດຕາ ພຣະອົງຊົງລະອາຍທີ່ຈະໃຫ້ບ່າວຂອງພຣະອົງ ເມື່ອລາວຢົກມືຂຶ້ນວິງວອນຕໍ່ພຣະອົງແລ້ວ ກັບປ່ອຍໃຫ້ມືນັ້ນວ່າງເປົ່າ»
4. ເຕົາບະຫ໌ ກັບໃຈສະລະພາບບາບຂອງຕົນ.
- ດັງໃນດຸອາຂອງທ່ານນະບີມູຊາ ອະໄລຮິສສະລາມ: ( ເຂົາກ່າວວ່າ ພຣະເຈົ້າຂອງຂ້ານ້ອຍ ແທ້ຈິງຂ້ານ້ອຍໄດ້ອະທຳຕໍ່ຕົນເອງ ດັງນັ້ນ ຂໍພຣະອົງຊົງອະໄພໃຫ້ແກ່ຂ່້ານ້ອຍດ້ວຍ ແລ້ວພຣະອົງກໍໄດ້ອະໄພໃຫ້ເຂົາ ແທ້ຈິງພຣະອົງເປັນຜູ້ຊົງອະໄພ ຜູ້ຊົງເມດຕາສະເໝີ) [ສຸເຣາະຫ໌ ອັລກໍສໍສ : 16 ].
5. ການເນັ້ນຍ້ຳໃນການຂໍດຸອາ, ກ່າວຄືໃຫ້ດຸອາຊ້ຳໆ ຫຼາຍໆ ເທື່ອໃນສິ່ງນັ້ນ.
6. ຢ່າເລັ່ງຮີບໃນການຂໍ (ຄິດວ່າຈະຖືກຕອບຮັບດຸອາໄວໆ)
7. ຢ່າໄດ້ດຸອາໃນສິ່ງທີ່ເປັນບາບ ຫຼື ດ້ວຍການຕັດຂາດເຄືອຍາດ.
- ດັງໃນຫະດິຊ: « ບ່າວຈະຫຍັງຄົງໄດ້ຮັບການຕອບຮັບ (ດຸອາ) ຕາບໃດທີ່ລາວບໍ່ໄດ້ຂໍໃນສິ່ງທີ່ເປັນບາບ ຫຼື ສິ່ງທີ່ເປັນການຕັດຂາດກັບເຄືອຍາດ ແລະ ຕາບໃດທີ່ລາວບໍ່ເລັ່ງຮີບ, ມີຄົນຖາມວ່າ: ໂອ້ທ່ານຣໍຊູລລຸລລໍຫ໌ ການເລັ່ງຮີບນັ້ນຄືຫຍັງ? ທ່ານນະບີຕອບວ່າ: ຄືການທີ່ລາວເວົ້າວ່າ: ຂ້ອຍໄດ້ຂໍແລ້ວ, ຂ້ອຍໄດ້ຂໍແລ້ວ, ແຕ່ຢັງບໍ່ເຫັນວ່າຈະມີການຕອບຮັບແກ່ຂ້ອຍເລີຍ ແລ້ວເຂົາກໍ່ຮູ້ສຶກທໍ້ແທ້ຈຶງລະຖິ້ມການວິງວອນຂໍ »
8. ຂໍດຸອາ ດ້ວຍສຽງທີ່ເບົານຸ່ມນວນອ່ອນໂຍນ.
- ອັລລໍຫ໌ໄດ້ກ່າວວ່າ: ຄວາມວ່າ (ພວກເຈົ້າຈົ່ງຂໍດຸອາຕໍ່ພຣະເຈົ້າຂອງພວກເຈົ້າໃນສະພາບຖ່ອມຕົນ ແລະ ປົກປິດ) [ຊູເຣາະຫ໌ ອັລ-ອະຣໍຟ : 55].
9. ຈິດໃຈຈົດຈໍ່ຕໍ່ການຂໍ ດຸອາ.
- ດັງໃນຫະດິຊ: « ຈົ່ງວິງວອນຕໍ່ອັລລໍຫ໌ ໃນຂະນະທີ່ພວກທ່ານມີຄວາມມັ່ນໃຈວ່າຈະໄດ້ຮັບການຕອບຮັບ ແລະ ຈົ່ງຮູ້ເຖິດວ່າ ອັລລໍຫ໌ຈະບໍ່ຊົງຕອບຮັບດຸອາຈາກຫົວໃຈທີ່ບໍ່ໜັກແໜ້ນ ແລະ ບໍ່ເອົາໃຈໃສ່».
10. ມີຄວາມບໍລິສຸດໃຈຕໍ່ອັລລໍຫ໌ຢ່າງທຽງແທ້, ແລະ ຂໍຕໍ່ພຣະອົງພຽງອົງດຽງ ທັ້ງໃນຍາມທຸກ ແລະ ຍາມສຸກ.
- ອັລລໍຫ໌ໄດ້ກ່າວວ່າ: (ແລະ ວ່າເເທ້ຈິງບັນດາມັສຍິດນັ້ນເປັນຂອງອັລລໍຫ໌ ດັງນັ້ນ ພວກເຈົ້າຢ່າໄດ້ວິງວອນຂໍຜູ້ໃດຄຽງຄູ່ກັບອັລລໍຫ໌) [ຊູເຣາະຫ໌ ອັລ-ຈິນ : 18].
11. ການວິງວອນຕໍ່ພຣະອົງອັລລໍຫ໌ ໂດຍອະໄສພຣະນາມ ແລະ ຄຸນນະລັກສະນະ ອັນງົດງາມຂອງພຣະອົງ.
- ອັລລໍຫ໌ຜູ້ຊົງສູງສົ່ງໄດ້ກ່າວວ່າ: ( ແລະ ອັລລໍຫ໌ນັ້ນມີບັນດາພຣະນາມອັນງົດງາມ ດັງນັ້ນພວກເຈົ້າຈົ່ງຮຽກຫາ ພຣະອົງດ້ວຍພຣະນາມເຫຼົ່ານັ້ນເຖິດ) [ຊູເຣາະຫ໌ ອັລ-ອະຣໍຟ : 180].
12. ຫັນຫນ້າໄປທາງກິບລະຫ໌. - ດັງໃນຫະດິຊ: « ເຂົາຫຍັງຄົງວິງວອນຕໍ່ພຣະເຈົ້າຂອງເຂົາ ໂດຍຍົກມືທັ້ງສອງຂຶ້ນ ເງີຍຫນ້າໄປທາງກິບລະຫ໌ ຈົນຜ້າຄຸມບ່າຂອງເຂົາຫຼຸດຕົກຈາກບ່າ »
13. ເຮັດໃຫ້ອາຫານ ການກິນ ເປັນຮາລາລ. - ດັງໃນຫະດິຊ: « ແລະ ໄດ້ກ່າວເຖິງຊາຍຄົນໜຶ່ງຢູ່ໃນການເດິນທາງທີ່ຍາວນານ ຜົມຍາວເຕັ່ມໄປດ້ວຍຝຸ່ນ ໄດ້ຍົກມືຂຶ້ນສູ່ຟາກຟ້າກ່າວວ່າ: ໂອ້ພຣະເຈົ້າຂອງຂ້ອຍ ໂອ້ພຣະເຈົ້າຂອງຂ້ອຍ, ທັ້ງໆ ທີ່ອາຫານການກິນຂອງເຂົາຫາຣອມ, ເຄື່ອງດື່ມເປັນຫະຣອມ, ແລະ ເສື້ອຜ້າທີ່ສ່ວມໃສ່ກໍ່ຫະຣອມ, ແລະ ລາຍຮັບກໍ່ໄດ້ມາຈາກສິ່ງຫະຣອມ, ດັງນັ້ນແລ້ວການດຸອາຂອງເຂົາຈະຖືກຕອບຮັບດອກລື?
ມາລະຍາດໃນການອ່ານຄຳພີອັລກຸຣອານ:
ຄຳຖາມທີ່ 27: ມາລະຍາດໃນການອ່ານຄຳພີອັລກຸຣອານມີຫຍັງແດ?
ຕອບ: 1. ເຮັດນ້ຳລະຫມາດ ວຸດຸ ກ່ອນຈຶ່ງອ່ານກຸຣອານ ໂຕຕ້ອງສະອາດ.
2. ນັ່ງດ້ວຍທ່າທາງທີດີ ສຸພາບ.
3. ຂ້ອຍຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ ໃຫ້ຮອດພົ້ນຈາດໄຊຕອນມານຮ້າຍ ໃນຕອນເລິ່ມຈະອ່ານ. ພຣະອົງອັລລໍຫ໌ໄດ້ກ່າວວ່າ: ຄວາມວ່າ: (ເມື່ອພວກເຈົ້າຈະອ່ານກຸຣອານ ກໍ່ຈົ່ງຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ ໃຫ້ຮອດພົ້ນຈາດໄຊຕອນມານຮ້າຍ ທີ່ຖືກສາບເເຊ່ງ) [ສຸເຣາະຫ໌ ອັນ ນະຫ໌ລຸ :98].
4. ຂ້ອຍຄິດໃຄ່ຄວນສຶກສາຫາຄວາມໝາຍຂອງອັລກຸຣອານ. ອັລລໍຫ໌ໄດ້ກ່າວວ່າ : ຄວາມວ່າ: (ພວກເຂົາບໍ່ໄດ້ພິຈາລະນາໃຄ່ຄວນອັລກຸຣອານດອກລື? ແຕ່ວ່າບົນຫົວໃຈຂອງພວກເຂົາມີກະແຈຫຼາຍດອກກັ່ນຂວາງຢູ່) [ສຸເຣາະຫ໌ ມຸຮຳມັດ : 24].
*******
ພາກວິຊາຈະລິຍະທຳ ຄຸມນະທັມ
ຄວາມຮູ້ດ້ານຈະລິຍະທຳ ຄຸມນະທັມ:
ອັຄລາກຄື: ສາດຂະແຫນ່ງທີ່ເຮັດໃຫ້ຮູ້ເຖິງຄວາມໝາຍຂອງຄວາມດີ ແລະ ຄວາມຊົ່ວ, ແລະ ອະທິບາຍເຖິງສິ່ງທີ່ຄວນເປັນ ໃນການປະຕິບັດທັ້ງຕໍ່ອັລລໍຫ໌ ແລະ ຕໍ່ສິ່ງທີ່ຖືກສ້າງຂອງພຣະອົງ.
ຄຳຖາມທີ່ 1: ຄວາມປະເສິດຂອງການມີມາລະຍາດຈະລິຍະທຳທີ່ດີ ມີຫຍັງແດ?
ຕອບ: ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວວ່າ: « ຜູ້ທີ່ມີສັດທາ (ອິມານ) ສົມບູນທີ່ສຸດ ຄືຜູ້ທີ່ມີຄຸນນະທຳມາລະຍາດທີ່ດີທີ່ສຸດ »
ຄຳຖາມທີ່ 2 : ເປັນຫຍັງເຮົາຈຶ່ງຕ້ອງຍຶດມັ່ນໃນຫຼັກຈະລິຍະທຳ ຄຸນນະທຳ ແບບອິສລາມ?
ຕອບ : 1. ເພາະວ່າມັນເປັນສາເຫດທີ່ເຮັດໃຫ້ອັລລໍຫ໌ຕະອາລາ ຮັກ.
ດັງໃນຫະດິຊ: « ບ່າວທີ່ອັລລໍຫ໌ຊົງຮັກຫຼາຍທີ່ສຸດໃນໝູ່ບາວຂອງພຣະອົງ ຄືຜູ້ທີ່ມີອຸປະນິໄສ (ມາລະຍາດ) ທີ່ດີສຸດ »
2. ເປັນສາເຫດໃຫ້ຜູ້ຄົນຮັກ.
3. ການມີມາລະຍາດທີ່ດີນັ້ນ ເປັນສິ່ງທີ່ໜັກເທິງຕາຊັ່ງ.
- ດັງໃນຫະດິຊ: « ສິ່ງທີ່ເຮັດໃຫ້ຕາຊັ່ງໜັກໃນວັນກີຍາມະຫ໌ ຄືການມີຈະລິຍະທຳ ມາລະຍາດທີ່ດີ »
4. ການມີມາລະຍາດທີ່ດີຈະເພິ່ມຜົນລະບຸນທະວີເປັນສອງເທົ່າ.
- ດັງໃນຫະດິຊ: « ແທ້ຈິງ ຜູ້ສັດທາສາມາດບັນລຸເຖິງຂັ້ນລະດັບຂອງຜູ້ທີ່ລຸກຂຶ້ນຍືນລະໝາດກາງຄືນ ແລະ ຜູ້ທີ່ຖືສິນອົດໃນເວລາກາງເວັນໄດ້ດ້ວຍ ການມີອຸປະນິໄສທີ່ດີ »
5. ເປັນສັນຍານທີ່ເຮັດມຸສລີມຄົນໜຶ່ງມີອີມານທີ່ສົມບູນ.
ຄຳຖາມທີ່ 3: ເຮົາຈະຍຶດເອົາຈະລິຍະທຳ ຈັນຍາມາລະຍາດ ມາແຕ່ໃສ?
ຕອບ: - ເອົາມາຈາກອັລ-ກຸຣອານອັນປະເສິດ, ພຣະອົງອັລລໍຫ໌ຕຣັດວ່າ: ຄວາມວ່າ : ( ແທ້ຈິງ ອັລກຸຣອານນີ້ ນຳສູ່ທາງອັນທຽງກົງຍິ່ງ) [ສູເຣາະຫ໌ ອິສຣໍອຼ: 9].
- ເອົາມາຈາກສຸນນະຫ໌ຂອງທ່ານນະບີ : ດັງທີ່ທ່ານຣໍຊູລ ﷺ ກ່າວວ່າ : « ເເທ້ຈິງຂ້ອຍຖືກສົ່ງມາເພື່ອມີຈະລິຍະທຳ ມາລະຍາດທີ່ດີ»
ຄຖ ທີ່ 4: ຮູບແບບຂອງການມີມາລະຍາດທີ່ດີເປັນແນວໃດ?
ຕອບ: ຄວາມດີ; ຄືການເຝົ້າຕະໜັກຮູ້ຕໍ່ອັລລໍຫ໌ຢູ່ສະເໝີ ແລະ ການມຸ່ງມັ່ນເຮັດຄວາມດີ ແລະ ຄວາມເອື້ອເຟື້ອເຜື່ອແຜ່ຕໍ່ບັນດາສັບພະສິ່ງທີ່ຖືກສ້າງ.
ທ່ານນະບີ ﷺ ກ່າວວ່າ: « ແທ້ຈິງ ອັລລໍຫ໌ໄດ້ກຳໜົດຄວາມດີໄວ້ໃນທຸກສັບພະສິ່ງ»
ຈາກຄຸນນະລັກສະນະຂອງຄວາມດີ:
✔ ອັລ-ອິຫ໌ຊານ ຫຼັກຄວາມດີໃນອິບາດະຫ໌ຕໍ່ອັລລໍຫ໌ຜູ້ຊົງສູງສົ່ງ ຄືການກະທຳດ້ວຍຄວາມບໍລິສຸດໃຈ (ອິຄລາສ) ໃນການເຄົາລົບພັກດີຕໍ່ພຣະອົງ.
✔ ຫຼັກຄວາມດີຕໍ່ການປະຕິບັດກັບພໍ່ແມ່, ດ້ວຍຄຳເວົ້າ ແລະ ການກະທຳ.
✔ ຫຼັກຄວາມດີຕໍ່ການປະຕິບັດກັບຍາດຕິພີ່ນ້ອງ ແລະ ຄົນໃກ້ຊິດ.
✔ ຫຼັກຄວາມດີຕໍ່ການປະຕິບັດກັບເພື່ອນບ້ານ.
✔ ຫຼັກຄວາມດີຕໍ່ການປະຕິບັດກັບເດັກກຳພ້າ ແລະ ຄົນທຸກຍາກຂັດສົນ.
✔ ຫຼັກຄວາມດີຕໍ່ການປະຕິບັດກັບຄົນທີ່ເຮັດບໍ່ດີກັບເຮົາ.
✔ ຫຼັກຄວາມດີຕໍ່ເລື່ອງການໂຕ້ແຍ້ງ.
✔ ຄວາມດີຕໍ່ການມີມາລະຍາດໃນຄຳເວົ້າຄຳວ່າ.
✔ ຫຼັກຄວາມດີຕໍ່ການປະຕິບັດກັບບັນດາສັດໂລກ.
ຄຖ ທີ່ 5 : ຂໍ້ກົງຂັນຂ້າມກັບຫຼັກຄວາມດີ ແມ່ນຫຍັງ?
ຕອບ : ຄືສິ່ງທີ່ກົງຂ້ນຂ້າມກັບຄວາມເມດຕາ ການເຮັດບໍ່ດີ ເຮັດຊົ່ວ.
- ດັງຕໍ່ໄປນີ້; ການລະຖິ້ມຄວາມບໍລິສຸດໃຈໃນການເຄົາລົບພັກດີຕໍ່ອັລລໍຫ໌ ຜູ້ຊົງສູງສົ່ງ.
- ການອັກກະຕັນຍູ ບໍ່ຮູ້ບຸນຄຸນຂອງພໍ່ແມ່.
- ການຕັດສາຍສຳພັນກັບຍາດຕິພີ່ນ້ອງ.
- ເຮັດຮ້າຍ ເຮັດບໍ່ດີຕໍ່ເພື່ອນບ້ານ.
- ການລະຖິ້ມຈະລິຍະທຳຄວາມດີຕໍ່ ຜູ້ທຸກຍາກ ຂັດສົນ ແລະ ຜູ້ອື່ນໆ ຈາກຄຳເວົ້າ ແລະ ການກະທຳ ທີ່ບໍ່ດີຊົ່ວຮ້າຍ.
ຄຳຖາມທີ່ 6 : "ອາມານະຫ໌" ຄວາມຊື່ສັດ ຮັບຜິດຊອບມີປະເພດ ແລະ ເປັນຮູບແບບໃດແດ?
ຕອບ: 1. ອາມານະຫ໌ຄວາມຮັບຜິດຊອບໃນການຮັກສາສິດທິຂອງອັລລໍຫ໌ ຜູ້ຊົງສູງສົ່ງ.
ຮູບແບບຄື: ຄວາມຊື່ສັດ (ຄວາມຮັບຜິດຊອບ) ໃນການປະຕິບັດສາສະນະກິດ ເຊັ່ນ: ການລະໝາດ ການຈ່າຍຊະກາດ ການຖືສິນອົດ ການເຮັດພິທີຮັຈ ແລະ ການງານອື່ນໆ ທີ່ອັລລໍຫ໌ໄດ້ກຳໜົດບັນຊາໃຊ້ແກ່ພວກເຮົາ.
2. ອາມານະຫ໌ ຄວາມຮັບຜິດຊອບໃນການຮັກສາສິດທິເພື່ອນມະນຸດ:
- ຈາກການຮັກສາກຽດ ແລະ ສັກສີຂອງຜູ້ຄົນ.
- ການຮັກຊັບສິນຂອງພວກເຂົາ.
- ການຮັກສາຊີວິດເລືອດເນື້ອຂອງພວກເຂົາ.
- ການຮັກສາຄວາມລັບຂອງພວກເຂົາ, ຕະຫຼອດຈົນທຸກສິ່ງທີ່ມີຄົນມອບຄວາມໄວ້ວາງໃຈແກ່ເຈົ້າ.
ອັລລໍຫ໌ ຜູ້ຊົງສູງສົ່ງໄດ້ຕຣັດໄວ້ ໃນການເວົ້າເຖິງຄຸນສັກສະນະຂອງຜູ້ປະສົບຄວາມສຳເລັດວ່າ: ( ແລະ ບັນດາຜູ້ທີ່ຮັກສາຄວາມຊື່ສັດທີ່ໄດ້ຮັບມອບໝາຍ ແລະ ຮັກສາສັນຍາຂອງພວກເຂົາ ) [ຊູເຣາະ ອັລ-ມູມີນູນ :8].
ຖາມ 7 : ສິ່ງກົງຂັນຂ້າມ (ອາມານະຫ໌) ຄວາມໄວ້ເນື້ອເຊື່ອໃຈແມ່ນຫຍັງ?
ຕອບ : ການທໍລະຍົດ; ຄືການເຮັດໃຫ້ສິດທິຂອງອັລລໍຫ໌ຜູ້ຊົງສູງສົ່ງ ແລະ ສິດທິຂອງມະນຸດສູນເສຍໄປ!
- ອັລລໍຫ໌ໄດ້ກ່າວວ່າ: ( ໂອ້ ບັນດາຜູ້ສັດທາທັ້ງຫຼາຍ ຈົ່ງຢ່າທຸດຈະລິດຕໍ່ອັລລໍຫ໌ ແລະ ຣໍຊຸລ, ແລະ ຈົ່ງຢ່າທຸດຈະລິດຕໍ່ບັນດາເຄື່ອງຝາກຂອງພວກເຈົ້າ ໂດຍທີ່ພວກເຈົ້າກໍ່ຮູ້ກັນຢູ່) [ສູເຣາະຫ໌ ອັນຟານ : 27].
- ທ່ານນະບີ ﷺ ໄດ້ກ່າວໄວ້ວ່າ: « ລັກສະນະຂອງພວກມຸນາຟີກີນ ແມ່ນ ສາມຢ່າງ» ແລະ ໜຶ່ງໃນນັ້ນກໍ່ຄື - "ເມື່ອລາວໄດ້ຮັບຄວາມໄວ້ວາງໃຈແລ້ວ ລາວກໍ່ທໍລະຍົດ ບໍ່ຊື່ສັດ »
ຖາມ 8 : ການປະພຶດທີ່ເອີ້ນວ່າ "ຄວາມຊື່ສັດແມ່ນຫຍັງ?
ຕອບ : ຄືການບອກເລົ່າໃນສິ່ງທີ່ກົງກັບຄວາມເປັນຈິງ ຫຼື ບອກສິ່ງຕ່າງ ໆ ຕາມທີ່ມັນເປັນຢູ່.
ຕົວຢ່າງເຊັ່ນ:
- ມີສັດຈະໃນຄຳເວົ້າກັບຜູ້ຄົນ.
- ມີຄວາມສັດຊື່ຕໍ່ຄຳມັ່ນສັນຍາ.
-ມີຄວາມສັດຈະຊື່ກົງ ທັ້ງຄຳເວົ້າ ແລະ ການກະທຳ.
- ທ່ານນະບີ ﷺ ໄດ້ກ່າວໄວ້ວ່າ: « ແທ້ຈິງຄວາມສັດຊື່ຈະນຳໄປສູ້ຄວາມດີງາມ, ແລະ ແທ້ຈິງຄວາມດີງາມຈະນຳໄປສູ່ສວນສະຫວັນ, ແລະ ແທ້ຈິງຊາຍຄົນໜຶ່ງຈະຢັງຄົງເວົ້າແຕ່ຄວາມຈິງ ຈົນກະທັ່ງລາວໄດ້ກາຍເປັນ ຜູ້ສັດຈິງຢ່າງຍິ່ງຍອດ (ສິດດີກ໋ອນ) »
ຖາມ 9 : ສິ່ງທີ່ກົງຂັນຂ້າມກັບຄວາມຊື່ສັດແມ່ນຫຍັງ?
ຕອບ : ການໂກຫົກຫລອກຫຼວງ ຂີ້ຕົວະ ; ຄືສິ່ງທີ່ກົງຂັນຂ້າມກັບຄວາມສັດຈິງ ເຊິ່ງໄດ້ແກ່ : ການເວົ້າຕົວະຕໍ່ຜູ້ຄົນ, ການຜິດສັນຍາ, ແລະ ການເປັນພະຍານເທັດ.
- ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ກ່າວວ່າ: « ແລະ ເເທ້ຈິງການຂີ້ຕົວະໂກຫົກຈະນຳໄປສູ່ການຊົ່ວຝ່າຝຶນ, ແລະ ແທ້ຈິງຄວາມຊົ່ວຈະນຳໄປສູ່ໄຟນະລົກ, ແລະ ແທ້ຈິງຊາຍຄົນໜຶ່ງຈະຍັງຄົງໂກຫົກຈົນກະທັ່ງ ລາວຖືກບັນທຶກ ນະ ທີ່ອັລລໍຫ໌ວ່າເປັນຄົນຂີ້ຕົວະ ຫຼອກຫລວງ "ກັສຊາບ" »
- ທ່ານນະບີມູຮຳມັດ ຊັລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ: « ລັກສະນະຂອງພວກມຸນາຟີກີນ ແມ່ນ ສາມຢ່າງ» ແລະ ໃນນັ້ນກໍ່ຄື - "ເມື່ອລາວສິ່ງໃດ ກໍ່ແມ່ນອໍແຕ່ເລື່ອງຂີ້ຕົວະ ຫຼອກຫລວງ, ແລະ ເມື່ອລາວໃຫ້ຄຳໝັ່ນສັນຍາ ລາວກໍ່ຈະຜິດສັນຍາ"
ຖາມ 10 : ການອົດທົນມີຈັກປະເພດ?
ຕອບ: - ອົດທົນຕໍ່ການເຊື່ອຟັງຄຳສັ່ງໃຊ້ຂອງອັລລໍຫ໌.
- ອົດທົນຕໍ່ສິ່ງບໍ່ດີ ທີ່ເປັນການຝ່າຝືນຕໍ່ອັລລໍຫ໌.
- ອົດທົນຕໍ່ກຳໜົດຂອງອັລລໍຫ໌, ຂອບໃຈສັນລະເສີນພຣະອົງໃນທຸກສະຖານະການ.
- ພຣະອົງອັລລໍຫ໌ໄດ້ກ່າວວ່າ : ( ແທ້ຈິງ ອັລລໍຫ໌ຊົງຮັກບັນດາຜູ້ອົດທົນທັ້ງຫຼາຍ ) [ສູເຣາະຫ໌ ອະລາອີມຣອນ: 146].
- ທ່ານນະບີມູຮຳມັດ ຊັລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ: « ເປັນສິ່ງທີ່ແປກຍິ່ງສຳຫຼັບການງານຂອງມຸມິນ ເເທ້ຈິງກິດຈະການຂອງລາວທັ້ງໝົດເປັນເລື່ອງປະເສິດ, ຈະບໍ່ມີສຳຫຼັບຜູ້ໃດ ນອກຈາກມຸນິນ-ຜູ້ສັດທາ, ເມື່ອຄວາມສຸກປະສົບແກ່ລາວ ລາວກໍ່ຂອບໃຈຕໍ່ອັລລໍຫ໌ ນັ່ນເປັນການດີກວ່າສຳຫຼັບລາວ ແລະ ເມື່ອລາວປະສົບຄວາມທຸກຍາກ ລາວກໍ່ອົດທົນ ນັ່ນເປັນການດີກວ່າສຳຫຼັບລາວ"
ຖາມ 11 : ສິ່ງທີ່ກົງຂັນຂ້າມກັບຄວາມອົດທົນ ແມ່ນຫຍັງ?
ຕອບ : ໝາຍເຖິງສິ່ງຄ້ານກັບສິ່ງທີ່ກ່າວມາຂ້າງຕົ້ນ ຄື; ການບໍ່ມີຄວາມອົດທົນໃນການເຊື່ອຟັງຕໍ່ຄຳສັ່ງຂອງພຣະເຈົ້າ, ການບໍ່ມີຄວາມອົດທົນໃນການລະເວັ້ນຫັກຫ້າມຕົວເອງຈາກບາບ, ແລະ ການສະແດງຄວາມບໍ່ພໍໃຈຕໍ່ການກຳໜົດສະພາວະການ ດ້ວຍຄຳເວົ້າ ຫຼື ການກະທຳ.
ດັງເຊັ່ນ:
- ມີຄວາມຄິດຢາກຈະຕາຍ.
- ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ກ່າວວ່າ: « ຢ່າໃຫ້ຜູ້ໃດໃນໝູ່ພວກທ່ານປາດຖະນາຄວາມຕາຍ ເນື່ອງດ້ວຍໄພອັນຕະລາຍທີ່ປະສົບກັບລາວ, ຫາກລາວຈຳເປັນຕ້ອງເຮັດເຊັ່ນນັ້ນແທ້ໆ ກໍ່ໃຫ້ກ່າວວ່າ : ໂອ້ ອັລລໍຫ໌ ຂໍພຣະອົງໂປດໃຫ້ຂ້ອຍມີຊີວິດຢູ່ ຕາບໃດທີ່ການມີຊີວິດຢູ່ເປັນຄວາມດີສຳຫຼັບຂ້ອຍ ແລະ ຂໍພຣະອົງໂປດໃຫ້ຂ້ອຍເສຍຊີວິດຫາກຄວາມຕາຍເປັນຄວາມດີງາມສຳຫຼັບຂ້ອຍ »
- ການຕົບແກ້ມ.
- ການຈີກເສື້ອຜ້າ.
- ການປ່ອຍຜົມຍາວ.
- ດຸອາໃຫ້ຕົນເອງປະສົບກັບຫາຍະນະ ຄວາມຕາຍ.
- ທ່ານນະບີ ﷺ ໄດ້ກ່າວໄວ້ວ່າ: « ບໍ່ແມ່ນພວກຂອງເຮົາ (ມຸສລິມ) ສຳຫຼັບຄົນທີ່ ຕົບແກ້ມ, ຈີກເຄື່ອງນຸ່ງ, ແລະ ຮ້ອງແຂກໂວຍວາຍ ດ້ວຍຮ້ອງແບບຍຸກຈາຮີລີຍະຫ໌ »
- ທ່ານນະບີ ﷺ ໄດ້ກ່າວໄວ້ວ່າ: « ແທ້ຈິງ ຄວາມຍິ່ງໃຫຍ່ຂອງລາງວັນ (ຜົນຕອບແທນ) ຈະມາພ້ອມກັບຄວາມຍິ່ງໃຫຍ່ຂອງການທົດສອບ, ແລະ ແທ້ຈິງເມື່ອອັລລໍຫ໌ຊົງຮັກກຸ່ມຊົນໃດ ພຣະອົງຈະຊົງທົດສອບພວກເຂົາ ດັງນັ້ນ ຜູ້ໃດທີ່ພໍ່ໃຈ (ຍອມຮັບຊະຕາກຳນັ້ນ) ລາວກໍ່ຈະໄດ້ຮັບຄວາມພໍໃຈຈາກອັລລໍຫ໌ ແລະ ຜູ້ໃດທີ່ໂມໂຫບໍ່ພໍໃຈ ລາວກໍ່ຈະໄດ້ຮັບຄວາມຊັງບໍ່ມັກຈາກອັລລໍຫ໌ ».
ຖາມ 12: ຄຸນນະລັກສະນະການມີປະຕິສຳພັນຮ່ວມມືແມ່ນຫຍັງ?
ຕອບ : ຄືການທີ່ຊາວບ້ານຮ່ວມມືກັນໃນເລື່ອງຄວາມຈິງແທ້ ແລະ ຄວາມດີ.
ຕົວຢ່າງການຮ່ວມມື:
- ການຮ່ວມມືໃນດ້ານສິດທິອັນຄວນໄດ້ຮັບ.
- ການຮ່ວມມືໃນດ້ານຕໍ່ຕ້ານການອະທັມ.
- ການຮ່ວມມືໃນການຕອບສະນອງຕ້ອງການຂອງປະຊາຊົນ ແລະ ຜູ້ທຸກຍາກຂັດສົນ.
- ການຮ່ວມມືໃນດ້ານສົ່ງເສິມຄວາມດີທັ້ງຫຼາຍ.
- ການຮ່ວມມືໃນການຕໍ່ຕ້ານຄວາມຊົ່ວບາບ ຄວາມບໍ່ຍຸຕິທຳ ແລະ ການລະເມີດກົດໝາຍ.
- ພຣະອົງອັລລໍຫ໌ໄດ້ກ່າວວ່າ : ( ແລະ ພວກເຈົ້າຈົ່ງຊ່ວຍເຫຼືອກັນໃນສິ່ງທີ່ເປັນຄຸນນະທັມ ແລະ ຄວາມຍຳເກຼຣງ ແລະ ຈົ່ງຢ່າຊ່ວຍກັນໃນສິ່ງທີ່ເປັນບາບ ແລະ ເປັນສັດຕູກັນ ແລະ ຈົ່ງຢ້ານກົວອັລລໍຫ໌ເຖິດ ແທ້ຈິງ ອັລລໍຫ໌ນັ້ນເປັນຜູ້ຊົງຮຸນແຮງໃນການລົງໂທດ) [ຊູເຣາະຫ໌ ອັລ-ມາອິດະຫ໌ ບົດທີ່ 2].
- ທ່ານນະບີ ﷺ ໄດ້ກ່າວໄວ້ວ່າ: « ຜູ້ສັດທາຕໍ່ຜູ້ສັດທາປຽບສະເມືອນສິ່ງກໍ່ສ້າງ ສິ່ງໜຶ່ງຂອງມັນຍຶດໜ່ຽວອີກສ່ວນໜຶ່ງ »
- ແລະ ທ່ານນະບີມູຮຳມັດ ຊັລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ: «ມຸສລິມເປັນພີ່ນ້ອງຂອງມຸສລິມ, ລາວຈະບໍ່ຂົ່ມເຫັງເຂົາ, ແລະ ຈະບໍ່ປ່ອຍໃຫ້ເຂົາຖືກຂົ່ມເຫັງ, ແລະ ຜູ້ໃດທີ່ຊ່ວຍເຫຼືອພີ່ນ້ອງຂອງຕົນ, ອັລລໍຮ໌ຈະຊ່ວຍເຫຼືອລາວ, ແລະ ຜູ້ໃດທີ່ປົດເປື້ອງບັນເທົ່າທຸກ ຄວາມຍາກລຳບາກອອກຈາກມຸສລິມ, ອັລລໍຮ໌ຈະປົດເປື້ອງບັນເທົ່າທຸກ ຄວາມຍາກລຳບາກອອກຈາກລາວໃນວັນກິຍາມະຫ໌, ແລະ ຜູ້ໃດທີ່ປົກປິດຄວາມຜິດຂອງມຸສລິມ, ອັລລໍຮ໌ກໍ່ຈະປົກປິດລາວໃນວັນຟື້ນຄືນຊີບ.»
ຖາມ 13 : ຄຸນນະລັກສະນະຂອງຄວາມລະອາຍໃຈມີຫຍັງແດ?
ຕອບ : 1. ຄວາມລະອາຍໃຈຕໍ່ອັລລໍຫ໌; ຄື ການທີ່ບໍ່ເຮັດຝ່າຝືນພຣະອົງອັລລໍຫ໌ ຊຸບຮານະ ຮູວະຕະ ອາລາ.
2. ຄວາມລະອາຍຕໍ່ຜູ້ຄົນ; ຄື ການລະເວັ້ນຈາກການເວົ້າວ່າ ບໍ່ໃຫ້ຫຍາບຄາຍ ລາມົກ ແລະ ການເປິດເຜີຍສິ່ງທີ່ພຶ່ງປົກປິດ (ເອົາເຣາະຫ໌).
- ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: « ຄວາມເຊື່ອສັດທານັ້ນແບ່ງອອກເປັນ ເຈັດສິບ ຫຼື ຫົກສິບ ຂະແໜ່ງ, ແລະ ໜຶ່ງໃນນັ້ນ ແບ່ງມີຄວາມປະເສິດດີທີ່ສຸດຄືການກ່າວ: ລາອີລາຮະ ອິລລັລລໍຫ໌, ແລະ ສິ່ງທີ່ຕ່ຳທີ່ສຸດ ຄືການຂະຈັດອັນຕະລາຍອອກຈາກຖະນົນຫົນທາງ, ແລະ ຄວາມລະອາຍໃຈນັ້ນ ເປັນສ່ວນໜຶ່ງຂອງຂະແໜ່ງການສັດທາ »
ຖາມ 14 : ຄຸນນະລັກສະນະຂອງການມີເມດຕາເປັນແນວໃດ?
ຕອບ : 1. ມີເມດຕາຕໍ່ຜູ້ເຖົ້າແກ່ ຜູ້ອະວຸໂສ ແລະ ໃຫ້ກຽດແກ່ພວກເຂົາ.
2. ມີເມດຕາເອັນດູຕໍ່ເດັກນ້ອຍ ຜູ້ອາຍຸນ້ອຍ. ດັງໃນຫະດິຊ: « ບໍ່ແມ່ນພວກຂອງເຮົາ ສຳຫຼັບໃຜທີ່ບໍ່ໃຫ້ກຽດຜູ້ອະວຸໂສຈາກພວກເຮົາ, ແລະ ບໍ່ມີເມດຕາຕໍ່ເດັກນ້ອຍຂອງພວກເຮົາ »
3. ມີເມດຕາຕໍ່ຄົນທຸກຄົນຍາກ ຂາດເຂີນ ແລະ ຜູ້ທີມີພາລະຄວາມຕ້ອງ.
4. ມີເມດຕາຕໍ່ສັດ ໃຫ້ອາຫານມັນ ແລະ ບໍ່ທໍລະມານມັນ.
ດັງເຊັ່ນຄຳກ່າວຂອງ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວວ່າ: « ເຈົ້າຈະເຫັນບັນດາຜູ້ສັດທາໃນຄວາມຮັກ ຄວາມເມດຕາ ແລະ ຄວາມເຫັນອົກເຫັນໃຈເຊິງກັນແລະກັນຂອງພວກເຂົາເຈົ້າ ປຽບເປັນດັງເຮືອນຮ່າງດຽວກັນ ເມື່ອອະໄວຍະວະໜຶ່ງເຈັບປ່ວຍ ອະໄວຍະວະສ່ວນອື່ນ ໆ ຂອງຮ່າງກາຍກໍ່ຈະຂານຮັບດ້ວຍການບໍ່ຫຼັບນອນ ແລະ ມີໄຂ້»
- ທ່ານນະບີມຸຮຳມັດ ﷺ ໄດ້ກ່າວວ່າ: « ບັນດາຜູ້ມີເມດຕານັ້ນ ອັລລໍຫ໌ຜູ້ຊົງເມດຕາ ກໍ່ຈະຊົງເມດຕາພວກເຂົາ, ຈົ່ງມີເມດຕາຕໍ່ຊາວໂລກເຖິດ ແລ້ວຜູ້ທີ່ຢູ່ຟາກຟ້າເບື້ອງບົນຈະຊົງເມດຕາພວກເຈົ້າ »
ຖາມ 15 : ຄຸນລັກສະນະຂອງຄວາມຮັກແພງ ມີຈັກປະເພດ?
ຕອບ : 1. ຄວາມຮັກຕໍ່ອັລລໍຫ໌ຜູ້ຊົງສູງສົ່ງ.
ອັລລໍຫ໌ ຕະອາລາ ຕຣັດວ່າ: ( ແລະ ບັນດາຜູ້ສັດທາທີ່ຮັກອັລລໍຫ໌, ອັລລໍຫ໌ຈະຊົງຮັກພວກເຂົາຫຼາຍຍິ່ງກວ່າ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:165].
2. ຄວາມຮັກຕໍ່ທ່ານຣໍຊູລ ຂອງອັລລໍຫ໌ ﷺ .
ທ່ານນາບີ ﷺ ກ່າວວ່າ: « ຂໍສາບານດ້ວຍພຣະເຈົ້າແຫ່ງຊີວິດຂອງຂ້ອຍຢູ່ໃນກຳມືຂອງພຣະອົງ, ຈະບໍ່ມີຜູ້ໃດສັດທາແທ້ຈິງ ຈົນກວ່າລາວເຮັດໃຫ້ຂ້ອຍເປັນທີ່ຮັກຫຼາຍກວ່າພໍ່ແມ່ ແລະ ລູກໆຂອງລາວ»
3. ຄວາມຮັກແພງຕໍ່ພີ່ນ້ອງມຸສລິມ, ແລະ ຮັກສິ່ງດີງາມໃຫ້ແກ່ພວກເຂົາ ເຊັ່ນດຽວທີ່ເຈົ້າຮັກທີ່ຈະໃຫ້ຕົວເອງ.
ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ: «ຜູ້ໃດຜູ້ໜຶ່ງໃນໝູ່ພວກທ່ານ ຈະຍັງບໍ່ສັດທາ(ໂດຍສົມບູນ) ຈົນກວ່າລາວຈະຮັກພີ່ນ້ອງຂອງລາວ ປຽບດັ່ງລາວຮັກຕົວຂອງລາວເອງ»
ຖາມ 16 : ຄວາມສຸກ ຄວາມລ່າເລິງ ແມ່ນຫຍັງ?
ຕອບ : ຄືຄວາມເບິກບານຂອງໃນໜ້າພ້ອມດ້ວຍຄວາມສຸກ, ການຍິ້ມແຍ້ມ ຄວາມອ່ອນໂຍນ ແລະ ການສະແດງອອກເຖິງຄວາມປິຕິຍິນດີເມື່ອໄດ້ພົບປະກັບຜູ້ຄົນ.
ແລະ ສິ່ງນີ້ກົງຂັນຂ້າມກັບການເຮັດຫນ້າບູດ ໜ້າບຶ້ງໃສ່ຜູ້ຄົນ ເຊິ່ງເຮັດໃຫ້ພວກເຂົາຫນີຫ່າງອອກໄປ.
- ແລະ ດ້ວຍຄວາມປະເສີດນີ້ ດັງມີລາຍງານຈາກຫຼາຍ ໆ ຮະດິຊ, ເຊັ່ນຮະດິຊ ຈາກອະບີ ຊັຣ ຣໍດິຍັລລໍຮຸ ອັນຮຸ, ເລົ່າວ່າ; ທ່ານນະບີ ﷺ ກ່າວກັບຂ້ອຍວ່າ: « ຢ່າໄດ້ດູຖູກດູແຄນ ການເຮັດຄວາມດີໃດ ໆ ເລີຍ, ແມ້ພຽງແຕ່ການພົບເຈີພີ່ນ້ອງຂອງທ່ານດ້ວຍໃບໜ້າທີ່ຍິ້ມແຍ້ມ ແຈ່ມໃສ»
- ແລະ ທ່ານນະບີມຸຮຳມັດ ﷺ ໄດ້ກ່າວອີກວ່າ: « ຮອຍຍິ້ມແຍ້ມບົນໃບຫນ້າຂອງເຈົ້າທີ່ມີຕໍ່ສະຫາຍຂອງເຈົ້າ ນັ້ນຄືສໍດາເກາະຫ໌»
ຖາມ 17 : ການອິດສາແມ່ນຫຍັງ?
ຕອບ : ການອິດສາລິດສະຍາ ຄືການທີ່ຢາກໃຫ້ຄວາມໂປດປານ ຫຼື ຄວາມດີທີ່ຜູ້ອື່ນໄດ້ຮັບນັ້ນໝົດໄປຈາກລາວ ຫຼື ການບໍ່ພໍໃຈ/ລັງກຽດທີ່ຜູ້ອື່ນໄດ້ຄວາມໂປດປານນັ້ນ.
- ພຣະອົງອັລລໍຫ໌ໄດ້ກ່າວວ່າ : ( ແລະ ຈາກຄວາມຊົ່ວຮ້າຍຂອງຜູ້ອິດສາ ເມື່ອລາວອິດສາ ) [ ສຸເຣາະຫ໌ ອັລ-ຟະລັກ : 5].
- ແລະ ລາຍງານຈາກທ່ານອານັສ ບິນ ມາລິກ ຣໍດີຍັລລໍຮຸ ອັນຮຸ, ແທ້ຈິງ ທ່ານຣໍຊູລຂອງອັລລໍຫ໌ ﷺ ກ່າວວ່າ: « ຢ່າກຽດຊັງກັນ ຢ່າອິດສາລິດສະຍາກັນ ຢ່າຕັດສຳພັນກັນ ແລະ ຈົ່ງເປັນພີ່ນ້ອງກັນເຖິດ ໂອ້ບ່າວຂອງອັລລໍຫ໌»
ຖາມ 18 : ການເຍາະເຍີ້ຍ ລໍ້ລຽນແມ່ນຫຍັງ?
ຕອບ : ຄືການເຍາະເຍີ້ຍພີ່ນ້ອງມຸສລິມຂອງຕົນເອງ ແລະ ການດູຖູກດູຫມິ່ນລາວ ເຊິ່ງສິ່ງນີ້ບໍ່ເປັນສິ່ງທີ່ອະນຸຍາດ (ຫ້າມເຮັດ).
ພຣະອົງອັລລໍຫ໌ໄດ້ຕຣັດກ່ຽວກັບເລື່ອງນີ້ວ່າ: ( ໂອ້ບັນດາຜູ້ສັດທາທັງຫຼາຍ! ຢ່າໃຫ້ຊົນກຸ່ມໜຶ່ງເຍາະເຍີ້ຍຊົນອີກກຸ່ມໜຶ່ງ, ບາງທີກຸ່ມຊົນທີ່ຖືກເຍາະເຍີ້ຍອາດຈະດີກວ່າກຸ່ມຊົນທີ່ເຍາະເຍີ້ຍ. ແລະ ຢ່າໃຫ້ກຸ່ມແມ່ຍິງໜຶ່ງເຍາະເຍີ້ຍແມ່ຍິງອີກກຸ່ມໜຶ່ງ, ບາງທີກຸ່ມແມ່ຍິງທີ່ຖືກເຍາະເຍີ້ຍອາດຈະດີກວ່າກຸ່ມທີ່ເຍາະເຍີ້ຍ ແລະ ພວກເຈົ້າຢ່າໄດ້ຕິຕຽນຕົວຂອງພວກເຈົ້າເອງ ແລະ ຢ່າເອີ້ນກັນດ້ວຍຊື່ສາຍາທີ່ບໍ່ມັກ ເປັນການຊົ່ວຊາມແທ້ ໆ ທີ່ບັນດາຜູ້ສັດທາຈະເອີ້ນກັນວ່າເປັນຜູ້ຝ່າຝືນ ພາຍຫຼັງທີ່ໄດ້ມີການສັດທາກັນແລ້ວ ແລະ ຜູ້ໃດທີ່ບໍ່ກັບໃຈສຳນຶກຜິດ ຊົນເຫຼົ່ານັ້ນຄືບັນດາຜູ້ອະທຳ). [ສູເຣາະຫ໌ອັລ ຮຸຈຸຣອຕ : 11]
ຖາມ 19 : ການນອບນ້ອມຖ່ອມຕົນ ແມ່ນຫຍັງ?
ຕອບ : ການທີ່ມະນຸດບໍ່ມອງວ່າຕົນເອງເໜືອກວ່າຜູ້ອື່ນ ບໍ່ດູຖູກຜູ້ຄົນ ແລະ ບໍ່ປະຕິເສດຄວາມຈິງ.
- ພຣະອົງອັລລໍຫ໌ໄດ້ກ່າວວ່າ : ( ແລະ ບ່າວຂອງຜູ້ຊົງເມດຕາກະລຸນາ ຄືບັນດາຜູ້ທີ່ຍ່າງບົນຫນ້າແຜ່ນດິນດ້ວຍຄວາມຖ່ອມຕົນ) [ສຸເຣາະຫ໌ ຟຸຣກອນ : 63]. ກໍ່ຄື : ມີຄວາມນອນນ້ອມຖ່ອມຕົນ
- ແລະ ທ່ານນະບີມຸຮຳມັດ ﷺ ໄດ້ກ່າວວ່າ: « ບໍ່ມີຜູ້ໃດທີ່ຖ່ອມຕົນເພື່ອອັລລໍຫ໌ ເວັ້ນແຕ່ອັລລໍຫ໌ຈະຢົກຖານະລາວໃຫ້ສູງຂຶ້ນ »
- ແລະ ຄຳກ່າວຂອງທ່ານຣໍຊູລ ﷺ ອີກວ່າ: « ແທ້ຈິງ ອັລລໍຫ໌ຊົງວະຫ໌ຮີ (ປະທານວິວອນ) ແກ່ຂ້ອຍວ່າ ພວກເຈົ້າຈົ່ງຖ່ອມຕົນ ເພື່ອທີ່ວ່າຈະໄດ້ບໍ່ມີຜູ້ໃດໂອ້ອວດເໜືອຜູ້ໃດ ແລະ ບໍ່ມີໃຜອະທຳ ຫຼື ຂົ່ມເຮງໃຜອີກຄົນ»
ຖາມ 20: ຄວາມຈອງຫອງ ທີ່ຕ້ອງຫ້າມມີຈັກປະເພດ?
ຕອບ : 1. ຄວາມຈອງຫອງກັບສັດຈະທຳ ຄືການປະຕິເສດ ຫຼື ບໍ່ຍອມຮັບ ສິ່ງທີ່ເປັນຄວາມຈິງ.
2. ຄວາມຈອງຫອງພອງຂົນກັບມະນຸດ, ຄືການດູຖູກ ຫຍຽດຍາມ ບໍ່ໃຫ້ກຽດຕໍ່ພວກເຂົາ.
ທ່ານຣໍຊຸລ ລຸລລໍຫ໌ ﷺ ໄດ້ກ່າວໄວ້ວ່າ: « ຈະບໍ່ໄດ້ເຂົ້າສວນສະຫວັນສຳຫຼັບໃຜກໍ່ຕາມທີ່ໃນໃຈຂອງລາວມີເສດນ້ອຍນິດຈາກຄວາມຈອງຫອງຍິ່ງຍະໂສ». ແລ້ວ ຊາຍຄົນໜຶ່ງກໍ່ກ່າວວ່າ : ຖ້າຫາກຊາຍຜູ້ໜຶ່ງລາວມັກເສື້ອຜ້າ , ເກີບທີ່ງາມ ເບິ່ງມີລະດັບ ຈະໄດ້ບໍ່? ທ່ານຕອບວ່າ: « ແທ້ຈິງ ອັລລໍຫ໌ຜູ້ຊົງງົດງາມ ແລະ ຊົງຮັກຄວາມງົດງາມທັ້ງຫຼາຍ, ຄວາມຈອງຫອງຍິ່ງຍະໂສແມ່ນ: ການປະຕິເສດສັດຈະທັມຄວາມຈິງ, ແລະ ດູຖູກຜູ້ອື່ນ »
- ຄວາມໝາຍຄື: ການບໍ່ຍອມຮັບ ຫຼື ປະຕິເສດຄວາມຈິງທີ່ມາເຖິງຕົນເອງ ເພາະຄວາມຈອງຫອງ ແລະ ການເຫັນແກ່ຕົວ.
- ຄວາມໝາຍຄື: ການດູຖູກ, ດູໝິ່ນ ຫຼື ເຫັນວ່າຄົນອື່ນຕໍ່າກວ່າຕົນເອງ.
- ເຄື່ອງນຸ່ງທີ່ສວຍງາມ ແລະ ເກີບທີ່ດີ ບໍ່ແມ່ນຄວາມຈອງຫອງ .
ຖາມ 21 : ຕົວຢ່າງການສໍ້ໂກງທີ່ຕ້ອງຫ້າມມີຫຍັງແນ?
ຕອບ : ການສໍ້ໂກງໃນການຊື້ຂາຍ, ກໍ່ຄືການປົກປິດຂໍ້ເສຍສິນຄ້າທີ່ຂາຍ.
- ການສໍ້ໂກງໃນການສຶກສາຫາຄວາມຮູ້, ເຊັ່ນການລັກແອບເບິ່ງປື້ມຕອນເສັ່ງບົດຮຽນ.
- ການສໍ້ໂກງໃນຄຳເວົ້າ ເຊັ່ນການເປັນພະຍານເທັດ ແລະ ການໂກຫົກ.
- ການບໍ່ຮັກສາຄຳເວົ້າ ຄຳສັນຍາໃນສິ່ງທີ່ຕົນເວົ້າຕົກລົງກັບຜູ້ຄົນ.
- ແລະ ໃນຄຳສອນທີ່ກ່າວກ່ຽວກັບການຫັກຫ້າມການສໍ້ໂກງ: ແທ້ຈິງ ທ່ານຣໍຊູລຂອງອັລລໍຫ໌ ﷺ ໄດ້ຍ່າງຜ່ານກອງອາຫານທີ່ຂາຍຢູ່, ທ່ານຈຶ່ງເອົາມືຈຸ່ມລົງໄປໃນກອງນັ້ນ, ແລ້ວປາຍມື້ຂອງທ່ານກໍຖືກຄວາມປຽກຊຸ່ມ ທ່ານຈຶ່ງຖາມວ່າ: “ນີ້ແມ່ນຫຍັງ, ໂອ້ເຈົ້າຂອງອາຫານ?” ຜູ້ຂາຍຕອບວ່າ: “ຝົນຕົກໃສ່ມັນ, ໂອ້ສາດສະດາຂອງອັລລໍຫ໌.” ທ່ານຈຶ່ງກ່າວວ່າ: “ເປັນຫຍັງເຈົ້າບໍ່ເອົາສ່ວນທີ່ປຽກໄວ້ ເທີງສຸດຂອງອາຫານ ເພື່ອໃຫ້ຜູ້ຄົນໄດ້ເຫັນ?; "ໃຜທີ່ສໍ້ໂກງ, ຜູ້ນັ້ນບໍ່ແມ່ນພວກຂອງຂ້ອຍ.”
ອັສສຸບເຣາະ ຄື ກອງ (ທີ່ລວມກັນໄວ້) ຂອງອາຫານ.
ຖາມ 22 : ການນິນທາ ເວົ້າຂວັນ ແມ່ນຫຍັງ?
ຕອບ : ຄືການເວົ້າເຖິງພີ່ນ້ອງມຸສລິມໃນທາງທີ່ລາວບໍ່ມັກ ຕອນທີ່ລາວບໍ່ຢູ່.
- ອັລລໍຫ໌ ຕະອາລາ ຕຣັດວ່າ: (ແລະ ບາງຄົນໃນບັນດາພວກເຈົ້າຢ່າໄດ້ນິນທາເຊິ່ງກັນແລະກັນ ຄົນໜຶ່ງໃນບັນດາພວກເຈົ້ານັ້ນມັກທີ່ຈະກິນຊີ້ນອ້າຍນ້ອງຂອງຕົນທີ່ຕາຍໄປແລ້ວບໍ? ພວກເຈົ້າຕ້ອງບໍ່ມັກມັນແນ່ນອນ ແລະ ຈົ່ງຢໍາເກຼງຕໍ່ອັລລໍຫ໌ເຖີດ, ແທ້ຈິງອັລລໍຫ໌ນັ້ນເປັນຜູ້ຊົງອະໄພຍະໂທດ ຜູ້ຊົງເມດຕາສະເໝີ) [ສູເຣາະຫ໌ອັລ ຮຸຈຸຣອຕ : 12]
ຖາມ 23 : ການຍຸແຍ ສ້າງຄວາມປັ່ນປ່ວນແມ່ນຫຍັງ?
ຕອບ : ຄືການສົ່ງຕໍ່ຄຳເວົ້າຂອງບຸກຄົນໜຶ່ງໄປຫາອີກບຸກຄົນໜຶ່ງ ເພື່ອສ້າງຄວາມແຕກແຍກ/ສັດຕູ ລະຫວ່າງສອງຝ່າຍ.
- ທ່ານຣໍຊູລ ຂອງອັລລໍຫ໌ ﷺ ກ່າວວ່າ: «ຈະບໍ່ໄດ້ເຂົ້າສວນສະຫວັນ ສຳຫຼັບຄົນທີ່ຍຸແຍສ້າງຄວາມບາດໝາງ»
ຖາມ 24 : ຄວາມຂີ້ຄ້ານ ແມ່ນຫຍັງ?
ຕອບ : ໝາຍເຖິງການບໍ່ຢາກເຮັດຄວາມດີ ຫຼື ການບໍ່ມີຄວາມພະຍາຍາມ ເຖິງວ່າຈະມີຄວາມສາມາດໃນການເຮັດສິ່ງນັ້ນ.
ຈາກຕົວຢ່າງເຊັ່ນ : ຂີ້ຄ້ານປະຕິບັດໃນບົດບັນຍັດຈຳເປັນທາງສາສະໜາ.
- ພຣະອົງອັລລໍຫ໌ຕຣັດວ່າ: (ແທ້ຈິງ ພວກມູນາຟິກ (ໜ້າຊື່ໃຈຄົດ) ນັ້ນ ກຳລັງຫຼອກລວງອັລລໍຫ໌ຢູ່ ຂະນະດຽວກັນພຣະອົງກໍຊົງຫຼອກລວງພວກເຂົາ ແລະ ເມື່ອພວກເຂົາລຸກຂຶ້ນໄປເຮັດການລະຫລາດ (ນະມາສ), ພວກເຂົາກໍລຸກຂຶ້ນດ້ວຍສະພາບທີ່ ຂີ້ຄ້ານ ໂດຍຫວັງໃຫ້ຜູ້ຄົນເຫັນເທົ່ານັ້ນ ແລະ ພວກເຂົາຈະບໍ່ກ່າວລະນຶກເຖິງອັລລໍຫ໌ ເວັ້ນເສຍແຕ່ເລັກນ້ອຍເທົ່ານັ້ນ) [ສູເຣາະຫ໌ ນິຊາ: 142].
ສະນັ້ນ, ສົມຄວນແລ້ວທີ່ຜູ້ສັດທາ (ມຸອ໌ມິນ) ຈະຕ້ອງປະຖິ້ມການຂີ້ຄ້ານ, ຄວາມເຊື່ອງຊ້າ ແລະ ການບໍ່ລົງມືປະຕິບັດ, ແລະ ໃຫ້ພະຍາຍາມໃນການເຮັດວຽກ, ການເຄື່ອນໄຫວ, ຄວາມພາກພຽນ ແລະ ຄວາມດຸໝັ່ນອົດທົນໃນຊີວິດນີ້ ດ້ວຍສິ່ງທີ່ພຣະອົງອັລລໍຫ໌ຊົງພໍໃຈ.
ຖາມ 25 : ຄວາມໂກດໂມໂຫ ມີຈັກຢ່າງ?
ຕອບ : 1. ຄວາມໂກດທີ່ນ່າຍົກຍ່ອງ ຄື ການໂກດຊັງເພື່ອອັລລໍຫ໌ ເມື່ອເຫັນພວກກຸຟຟາຣ ຫຼື ມຸນາຟິກ ຫຼື ຄົນອື່ນ ໆ ລະເມິດຂອບເຂດສິ່ງທີ່ຖືກຫ້າມບໍ່ອະນຸຍາດຂອງອັລລໍຫ໌ ຜູ້ຊົງສູງສົ່ງ.
2. ຄວາມໂກດທີ່ນ່າຕຳຫນິ ຄືການໂກດທີ່ເຮັດໃຫ້ມະນຸດກະທຳຕາມຄວາມໂກດ ແລະ ເວົ້າໃນສິ່ງທີ່ບໍ່ສົມຄວນເວົ້າ.
- ຢາຮັກສາຄວາມໂກດທີ່ບໍ່ດີແມ່ນ:
- ໃຫ້ອາບນ້ຳລະມາດ.
- ໃຫ້ນັ່ງລົງ ຫາກກຳລັງຢື່ນ, ຫຼືໃຫ້ນອນລົງຫາກຂະນະຢັງນັ່ງຢູ່.
- ໃຫ້ລຳເລິກເຖິງແບບຢ່າງການແນະນຳຂອງທ່ານນະບີ ﷺ ໃນເລື່ອງ "ຈົ່ງຢ່າໂກດໂມໂຫ".
- ໃຫ້ຄວບຄຸມຕົນເອງບໍ່ໃຫ້ໂມໂຫຄຽດແຄ້ນຕອນໂກດ.
- ໃຫ້ຂໍຄວາມຄຸມຄອງຈາກອັລລໍຫ໌ ໃຫ້ຮອດພົ້ນຈາກໄຊຕອນມານຮ້າຍທີ່ຖືກສາບແຊ່ງ.
- ໃຫ້ມິດງຽບ.
ຖາມ 26 : ການສອດແນມ ແມ່ນຫຍັງ?
ຕອບ : ຄືການເປີດເຜີຍຄວາມບໍ່ດີຂອງຜູ້ອື່ນ ຈາກການສອດຮູ້ ສອດແນມເລື່ອງທີ່ລາວປົກປິດບໍ່ຢາກໃຫ້ຄົນຮູ້.
ຕົວຢ່າງທີ່ຕ້ອງຫ້າມ:
- ການແອບເບິ່ງອາໄວຍະວະສ່ວນຕົວ ເອົາເຣາະຫ໌ ທີ່ຕ້ອງປົກປິດຂອງຄົນໃນບ້ານ.
- ການແອບຟັງການສົນທະນາຂອງຜູ້ອື່ນໂດຍທີ່ເຂົາບໍ່ຮູ້ ບໍ່ອະນຸຍາດ.
- ພຣະອົງອັລລໍຫ໌ໄດ້ກ່າວວ່າ : ( ແລະ ພວກເຈົ້າຢ່າໄດ້ສອດແນມ.....) [ສູເຣາະຫ໌ອັລ ຮຸຈຸຣອຕ : 12]
ຖາມ 27: ຄວາມຟຸ່ມເຟື່ອຍແມ່ນຫຍັງ? ຄວາມຂີ້ຖີ່ແມ່ນຫຍັງ? ແລະ ການມີຈິດໃຈ ເອື້ອເຟື້ອ ເພື່ອເເຜ່ແມ່ນຫຍັງ?
ຕອບ : ຄວາມຟຸ່ມເຟືອຍແມ່ນ: ການໃຊ້ຈ່າຍຢ່າງບໍ່ຮູ້ຂອບເຂດບໍ່ເປັນທັມ, ແລະ ກົງຂ້າມແມ່ນ; ການຂີ້ຖີ່ຂີ້ໜ່ຽວ: ຄືການບໍ່ຫວງແຫນສິດຂອງຕົນ.
ທາງທີ່ຖືກແມ່ນໃຫ້ຢູ່ສາຍກາງ, ມຸສລິມຈະຕ້ອງເປັນຄົນໃຈດີ ໃຈບຸນ.
- ອັລລໍຫ໌ ຕະອາລາ ຕຣັດວ່າ: ( ແລະ ບັນດາຜູ້ທີ່ເມື່ອພວກເຂົາໃຊ້ຈ່າຍ ພວກເຂົາເຈົ້າກໍ່ບໍ່ຈ່າຍໃຊ້ເງີນ ສຸລຸ່ຍ ສຸລ່າຍ ບໍ່ຂີ້ຖີ່, ແລະ ລະຫວ່າງທັ້ງສອງສະພາບນັ້ນພວກເຂົາຢູ່ສາຍກາງ) [ສຸເຣາະຫ໌ ຟຸຣກອນ : 67].
ຖາມ 28 : ຄວາມຂີ້ຢ້ານ/ຂີ້ຂາດແມ່ນຫຍັງ? ແລະ ຄວາມກ້າຫານແມ່ນຫຍັງ?
ຕອບ : ຄວາມຂີ້ຂາດແມ່ນ: ການຢ້ານໃນສິ່ງທີ່ບໍ່ຄວນຢ້ານ.
ຕົວຢ່າງເຊັ່ນ: ຢ້ານການເວົ້າຄວາມຈິງ ແລະ ບໍ່ກ້າປະນາມຄວາມຊົ່ວຮ້າຍ.
ຄວາມກ້າຫານແມ່ນ: ການລິເລິ່ມໃນສິ່ງທີ່ຖືກຕ້ອງ ເຊັ່ນການເປັນແນວຫນ້າໃນສະນາມຮົບຍີຮາດເພື່ອປົກປ້ອງສາສະໜາອິສລາມ ພໍ່ແມ່ພີ່ນ້ອງປະຊາຊົນມຸສລິມ ແລະ ປະເທດບ້ານເມືອງ.
- ທ່ານນະບີ ﷺ ດຸອາເປັນປະຈຳວັນວ່າ: (ອັລລໍຮຸມມະ ອິນນີ ອະອຸຊຸ ບິກະ ມິນັລຈຸບນີ...) ໂອ້ອັລລໍຫ໌ ຂ້ອຍຂໍຄວາມຄຸມຄອງຈາກພຣະອົງໃຫ້ຮອດພົ້ນຈາກຄວາມຂີ້ຢ້ານ/ຂີ້ຂາດ.
- ແລະ ທ່ານນະບີມຸຮຳມັດ ﷺ ໄດ້ກ່າວວ່າ: « ມຸມິນຜູ້ສັດທາທີ່ແຂງແຮງດີກວ່າ ແລະ ເປັນທີ່ຮັກຂອງອັລລໍຫ໌ຫຼາຍຈາກບັນດາມຸມິນທີ່ອ່ອນແອ, ແລະ ທຸກຄົນຕ່າງກໍ່ມີສິ່ງດີໃນຕົວ»
ຖາມ 29 : ຄຳເວົ້າຄຳດ່າ ທີ່ບໍ່ດີ ບໍ່ມ່ວນ ທີ່ຕ້ອງຫ້າມມີຫຍັງແດ?
ຕອບ: - ເຊັ່ນການດ່າທໍ ປະຈານ ສາບແຊ່ງ.
- ຕົວຢ່າງບາງຄຳເວົ້າ "ບັກຫາ ບັກໝາ" ຫຼື ຕົວຢ່າງທີ່ຄ້າຍຄືຄຳເວົ້າບໍ່ດີແບບນີ້.
- ຫຼື ເອົາມາຈາກຄຳສັບເອົາເຣາະຫ໌ ອາໄວຍະວະ ຕ້ອງປົກປິດທີ່ບໍ່ດີ ມາດ່າ ມາເວົ້າ.
- ທ່ານນະບີ ﷺ ໄດ້ຫ້າມຈາກສິ່ງດັງກ່າວ, ດັງທີ່ກ່າວວ່າ: « ຜູ້ສັດທາທີ່ແທ້ຈິງນັ້ນ ຈະບໍ່ແມ່ນຄົນທີ່ມັກໃສ່ຮ້າຍຜູ້ອື່ນ, ບໍ່ມັກສາບແຊ່ງ, ບໍ່ເວົ້າຈາຫຍາບຄາຍ, ແລະ ບໍ່ໃຊ້ຄຳເວົ້າທີ່ບໍ່ມ່ວນ ດ່າທໍຄົນອື່ນ»
ຖາມ 30 : ສາເຫດສຳຄັນອັນໃດທີ່ຊ່ວຍເຮັດໃຫ້ຊາວມຸສລິມພັດທະນາປ່ຽນແປງເປັນຄົນດີ ມີຄຸນນະທຳ ມາລະຍາດີ?
ຕອບ : 1. ດຸອາ ວິງວອນຂໍຕໍ່ອັລລໍຫ໌ໃຫ້ປະທານຣິສກີມາລະຍາດທີ່ດີງາມໃຫ້ຕົນ ແລະ ຊົງຊ່ວຍເຫຼືອຕົວເຮົາ.
2. ລຳລຶກຢູ່ສະເໝີວ່າອັລລໍຫ໌ຊົງເຝົ້າຕິດຕາມຢູ່ ແລະ ແທ້ຈິງ ພຣະອົງຊົງຮູ້ເລື່ອງຂອງເຮົາ ຊົງໄດ້ຍິນ ແລະ ຊົງເບິ່ງເຫັນເຮົາ.
3. ລຳລຶກເຖິງລາງວັນຜົນຕອບແທນຂອງຄົນທີ່ມີອຸປະນິໄສທີ່ດີ ແລະ ເເທ້ຈິງມັນເປັນສາເຫດໃຫ້ໄດ້ເຂົ້າສະຫວັນ.
4. ລຳລຶກເຖິງຜົນຮ້າຍຂອງການມີອຸປະນິໄສຊົ່ວບໍ່ດີ ແລະ ແທ້ຈິງມັນເປັນເຫດເຮັດໃຫ້ເຂົ້ານະຣົກ.
5. ແທ້ຈິງການມີອຸປະນິໄສດີນໍາມາເຊິ່ງຄວາມຮັກຂອງອັລລໍຫ໌ ຕະອາລາ ແລະ ຄວາມຮັກຈາກມວນມະນຸດ ແລະ ການມີອຸປະນິໄສຊົ່ວຊ້າບໍ່ດີ ນໍາມາເຊິ່ງຄວາມກຽດຊັງຂອງອັລລໍຫ໌ ແລະ ຄວາມກຽດຊັງຈາກມວນມະນຸດ.
6. ການອ່ານຊີວະ ປະຫວັດຂອງທ່ານສາດສະດາ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລສຳ ແລະ ການຈະເລີນຮອຍຕາມທ່ານ.
7. ການຄົບຫາສະມາຄົມກັບຄົນດີ ແລະ ຫຼີກລ່ຽງຈາກການຄົນຫາຄົນຊົ່ວບໍ່ດີ.
*******
ສາດວິຊາດຸອາ ແລະ ບົດລຳລຶກ
ພາກວິຊາ ການລຳລຶກ:
ເຮັດຄວາມເຂົ້າໃຈກັບການລຳລຶກຊິກິຣ: ຄື ການເຄື່ອນໄຫວລິ້ນດ້ວຍການລຳລຶກເຖິງອັລລໍຫ໌ ບໍ່ວ່າຈະການກ່າວ ລາອິລາຮະ ອິລລັລລໍຫ໌ ຯ (ການຕະຫ໌ລີລ), ອັລລໍຮຸ ອັກບັຣ (ການຕັກບິີຣ), ຊຸບຮານັລລໍຫ໌ (ການຕັຊບິຫ໌), ອັລຮຳດຸລິລລາຫ໌ (ການຕະຫ໌ມີດ), ແລະ ການຂໍອະໄພຍະໂທດ (ອິສຕິກຟາຣ), ການສັນລະເສີນຕໍ່ອັລລໍຫ໌ ແລະ ຮວມເຖິງການລຳລຶກໃນຊ່ວງເຊົ້າແລງ, ຫຼັງລະຫມາດ, ກ່ອນນອນ, ເມື່ອຕື່ນນອນ,ແລະ ໂອກາດຕ່າງ ໆ ອື່ນ ໆ ຕາມຖ້ອຍຄຳທີ່ມີລາຍງານມາຈາກທ່ານນະບີ ﷺ .
- ແລະ ການລຳລຶກທີ່ດີທີ່ສຸດແມ່ນ ການລຳລຶກຂະນະທີ່ຫົວໃຈ ແລະ ລິ້ນເວົ້າພ້ອງຕ້ອງກັນ.
ຖາມ 1 : ຄວາມປະເສິດຂອງການລຳລຶກຊິກິຣ ແມ່ນຫຍັງ?
ຕອບ : ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ກ່າວວ່າ: « ປຽບດັງຜູ້ທີ່ລຳລຶກເຖິງອັລລໍຫ໌ ກັບ ຜູ້ທີ່ບໍ່ລຳລຶກເຖິງອັລລໍຫ໌ ເປັນດັງຄົນມີຊີວິດ ກັບ ຄົນຕາຍ»
- ເນື່ອງດ້ວຍຄຸນຄ່າຂອງຊີວິດມະນຸດນັ້ນ ຂຶ້ນຢູ່ກັບການລຳລຶກເຖິງອັລລໍຫ໌ຜູ້ຊົງສູງສົ່ງ.
ຖາມ 2 : ຈົ່ງບອກຄວາມປະເສິດບາງປະການຂອງການຊິກິຣມີຫຍັງແດ?
ຕອບ : 1. ພຣະອົງອັລລໍຫ໌ຊົງໂປດພໍພະໄທ.
2. ຂັບໄລ່ ໄຊຕອນມານຮ້າຍ.
3. ປົກປ້ອງມຸສລິມຈາກຄວາມຊົ່ວຮ້າຍຕ່າງ ໆ.
4. ແລະ ດ້ວຍການລຳລຶກເຖິງອັລລໍຫ໌ເຮັດໃຫ້ໄດ້ຮັບຜົນລະບຸນ ແລະ ລາງວັນຕອບແທນ.
ຖາມ 3 : ບົດລຳລຶກທີ່ປະເສິດສຸດ ແມ່ນອັນໃດ?
ຖາມ 4 : ເມື່ອຕື່ນນອນຕ້ອງອ່ານບົດດຸອາອັນໃດ?
ຕອບ : ຄຳອ່ານ: {ອັລຮໍາດຸ ລິລລາຫິລ ລະຊີ ອະຍານາ ບະດະມາ ອະມາຕະນາ ວະອິລັຍຮີນ ນຸຊູຮ} ຄວາມໝາຍວ່າ: “ມວນການສັນລະເສິນເປັນສິດທິຂອງອັລລໍຫ໌ ເຊິ່ງໃຫ້ເຮົາມີຊີວິດ ພາຍຫຼັງຈາກທີ່ໃຫ້ເຮົາຕາຍໄປ ແລະ ເຮົາທັ້ງຫຼາຍຈະຕ້ອງກັບຄືນສູ່ພຣະອົງ”
ຖາມ 5 : ເມື່ອສ່ອມໃສ່ເຄື່ອງນຸ່ງຕ້ອງອ່ານດຸອາອັນໃດ?
ຕອບ : ຄຳອ່ານ "ອັລຮຳດຸລິລາ ຮິລລະຊີ ກະຊານີ ຮາຊັລ ເສົາບິ ວະຣໍຊັກກໍນີ ມິນກ໋ອຍຣີ ເຮົາລິມິນນີ ວະລາກູວະຫ໌" ແປ: ມວນການສັນລະເສີນເປັນສິດຂອງອັລລໍຫ໌ ຜູ້ປະທານເສື້ອຕົວນີ້ໃຫ້ແກ່ຂ້ອຍ ແລະ ພຣະອົງກໍ່ປະທານຣິຊກີໃຫ້ແຫ່ຂ້ອຍ ໂດຍທີ່ຂ້ອຍບໍ່ຕ້ອງໃຊ້ແຮງ ຫຼື ຄວາມເຂັມແຂງໃດໆ.
ຖາມ 6: ເມື່ອຖອດເສື້ອຜ້າຕ້ອງອ່ານດຸອາບົດໃດ?
ຕອບ : «ບິສມິລລາຫ໌» ດ້ວຍພຣະນາມຂອງອັລລໍຫ໌.
ຖາມ 7 : ດຸອາເມື່ອໄດ້ເຄື່ອງນຸ່ງເສື້ອຜ່າໃຫມ່ແມ່ນດຸອາໃດ?
ຕອບ : ຄຳອ່ານ: { ອັລລໍຮຸມມະ ລະກັລຫັມດຸ ອັນຕະກະເຊົາຕະນີຮີ່ ອັຊອະລຸກະ ຄ໊ອຍຣໍຮູ ວະຄ໊ອຍຣໍມາ ຊຸນນີ່ອ້າ ລະຮູ ວ່າອະອູຊຸບິກະ ມິນຊັຣຣິຮີ ວະຊັຣຣິມາ ຊຸນີ່ອະລະຮູ } ຄວາມໝາຍ: “ ໂອ້ອັລລໍຫ໌ ການສັນລະເສິນເປັນຂອງພຣະອົງ ພຣະອົງຊົງເປັນຜູ້ໃຫ້ຂ້ອຍສວມສິ່ງນີ້ ຂ້ອຍຂໍພຣະອົງເຊິ່ງສິ່ງດີງາມຂອງມັນ ແລະສິ່ງດີງາມອັນເປັນເຫດໃຫ້ມັນຖຶກຜະລິດຂຶ້ນມາ ແລະຂ້ອຍຂໍຄວາມຄຸ້ມຄອງຕໍ່ພຣະອົງໃຫ້ພົ້ນຈາກຄວາມຊົ່ວຮ້າຍຂອງມັນ ແລະຄວາມຊົ່ວຮ້າຍອັນເປັນເຫດໃຫ້ມັນຖຶກຜະລິດຂຶ້ນມາ”
ຖາມ 8 : ດຸອາເມື່ອເຫັນຄົນໃຊ້ເສື້ອຜ້າໃຫມ່ແມ່ນອັນໃດ?
ຕອບ : ເມື່ອເຈົ້າເຫັນຄົນອື່ນໄດ້ເຄື່ອງນຸ່ງເສື້ອຜ້າໃຫມ່ກໍ່ຈົ່ງດູອາໃຫ້ລາວ, ໂດຍກ່າວວ່າ: «ຕຸບລີ ວະຍຸກລີ ຟຸລລໍຫ໌ ຕະອາລາ» ແປລາວ: ສິ່ງນັ້ນຍ່ອມເສື່ອມສະລາຍໄປ ແຕ່ພຣະອົງຜູ້ເປັນເຈົ້າຈະທົດແທນໃຫ້ໃຫມ່.
ຖາມ 9 : ດຸອາເມື່ອເຂົ້າຫ້ອງນ້ຳເເມ່ນຫຍັງ?
ຖາມ 10: ດຸອາເມື່ອອອກຈາກຫ້ອງນ້ຳແມ່ນຫຍັງ?
ຄຳອ່ານ: {ກຸຟຣໍ ນະກ່ະ} ຄວາມໝາຍ: “ໄດ້ໂປດອະໄພ ໃຫ້ຂ້ານ້ອຍນໍາເດີ”
ຖາມ 11 : ກ່ອນອາບນ້ຳລະຫມາດຕ້ອງກ່າວອີ່ຫຍັງ?
ຕອບ : «ບິສມິລລາຫ໌» ດ້ວຍພຣະນາມຂອງອັລລໍຫ໌.
ຖາມ 12 : ຫຼັງຈາກອາບນ້ຳລະຫມາດແລ້ວ ຕ້ອງອ່ານດຸອາອັນໃດ?
ຖາມ 13 : ດຸອາທີ່ຕ້ອງອ່ານຕອນອອກຈາກເຮືອນແມ່ນຫຍັງ?
ຕອບ : ຄຳອ່ານ: { ບິສມິລລາຫິ ຕະວັກກັລຕຸ ອະລັລລໍຫິ ລາເຮົາລ່າ ວ່າລາກູວ່າຕ້າ ອັລລາບິລລາ} ຄວາມໝາຍ: “ດ້ວຍພະນາມຂອງອັລລໍຫ໌ ຂ້ອຍຂໍມອບໝາຍຕໍ່ອັລລໍຫ໌ ບໍ່ມີພະລັງ ແລະ ອໍານາດໃດໆ ນອກຈາກອັລລໍຫ໌ເທົ່ານັ້ນ”
ຖາມ 14 : ດຸອາໃດທີ່ອ່ານຕອນຂະນະເຂົ້າເຮືອນ?
ຄຳອ່ານ: {ບິສມິລລາຮິ ວະລັດນາ ວະບິສມິລລາຮິ ຄໍ່ຣ໊ອຈນາ ວະອາລໍລລໍຮິ ຣ໊ອບບະນາ ຕະວັກກັລນາ } ຄວາມໝາຍ: “ດ້ວຍພຣະນາມຂອງອັລລໍຫ໌ ເຮົາໄດ້ເຂົ້າ(ທີ່ພໍານັກ)ແລ້ວ ແລະດ້ວຍພຣະນາມຂອງອັລລໍຫ໌ ເຮົາໄດ້ອອກ(ຈາກທີ່ພຳນັກ) ແລະອັລລໍຫ໌ເທົ່ານັ້ນ ໂອ້ພຣະເຈົ້າຂອງເຮົາ ເຮົາຂໍມອບ ໝາຍຕໍ່ອັລລໍຫ໌” ແລ້ວກໍ່ກ່າວສະລາມກັບຄົນໃນເຮືອນ
ຖາມ 15 : ດຸອາເຂົ້າມັສຍິດແມ່ນຫຍັງ?
ຖາມ 16: ດຸອາ ອອກມັສຍິດແມ່ນຫຍັງ?
ຖາມ 17 : ຄຳກ່າວໃດທີ່ຕ້ອງກ່າວເມື່ອໄດ້ຍິນສຽງອະຊານ?
ຕອບ : ຂ້ອຍກ່າວຕາມຄົນອະຊານທຸກຄຳ ຍົກເວັ້ນໃນຄຳວ່າ "ໄຮຍາ ອະລັສສໍລາຫ໌" "ໄຮຍາ ອະລັລ ຟາລາຫ໌" ຂ້ອຍຈະກ່າວວ່າ : (ລາເຮົາລະ ວະລາກູວະຕະ ອິລລາບິລລາຫ໌)
ຖາມ 18 : ດຸອາຫຼັງອະຊານແມ່ນຫຍັງ?
ຕອບ : ກ່າວສໍລະວາດທ່ານນະບີ ﷺ (ອັລລໍຮຸມມະ ຊໍລລີ ອະລານະບີ ຍິນາ ມຸຮຳມັດ...........)
- ໃຫ້ຂໍດູອາຕາມທີ່ຕ້ອງການຫຼາຍໆ ລະຫວ່າງອະຊານ ແລະ ອິກໍມະຫ໌, ເນື່ອງຈາກດູອາຈະບໍ່ຖືກຕີກັບ.
ຖາມ 19 : ບົດລຳລຶກອັນໃດທີ່ໃຫ້ອ່ານໃນຕອນເຊົ້າ ຕອນແລງ ?
ຕອບ : 1. ອ່ານອາຍະຫ໌ ກຸຣຊີ: ຄຳອ່ານ (ອັລລໍຮຸລາ ອິລາຮະ ອິລລາ ຮຸວັລ ໄຮຍູລ ກອຍຍູມ, ລາຕະ ຄູຊູຮຸ ຊິນະຕູ ວະລາເນົາມຸ, ລະຮູມາ ຟິສຊະມາ ວາຕິ ວະມາ ຟິລອັຣດ໌, ມັນ ຊັລລະຊີ ຍັຊຟະອຸ ອິນດະຮູ ອິລລາ ບິອິຊນິຮ໌, ຍະລະມຸ ມາໄບ ນະໄອດີຮິມ ວະມາ ຄອລຟະຮຸມ, ວະລາ ຢຸຮິຕູ ນະ ບິໄຊອິນ ມິນ ອິລມິຮີ ອິລລາ ບິມາຊາາອ໌, ວະຊິອະ ກຸຣຊິຢຸ ຮຸສຊະມາ ວາຕິ ວັລອັຣດ໌, ວະລາຢາ ອູດຸຮຸ ຮິຟຊຸຮຸມາ ວະຮຸວັລ ອະລິຍຸລ ອະຊິມ) ຄຳແປ : (ອັລລໍຫ໌ ຄືຜູ້ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ ຜູ້ຊົງເປັນ, ຜູ້ຊົງບໍລິຫານ ຄວາມເງົານອນ ແລະ ການນອນ ບໍ່ສາມາດຄວບງຳພຣະອົງ ທຸກສິ່ງໃນຊັ້ນຟ້າ ແລະ ແຜ່ນດິນເປັນຂອງພຣະອົງ ບໍ່ມີໃຜສາມາດຂໍໃຫ້ການຊ່ວຍເຫຼືອໄດ້ ນອກເໜືອຈາກພຣະອົງຈະອະນຸຍາດພຣະອົງຢູ່ທັ້ງເບື້ອງຫນ້າ ແລະ ເບື້ອງຫລັງ ບໍ່ມີຜູ້ໃດຮອບຮູ້ຍົກເວັ້ນພຣະອົງຈະຊົງປະສົງ ບັນລັງຂອງພຣະອົງຊົງກວ້າງຄວບຄຸມທັ້ງຟ້າ ແລະ ແຜ່ນດິນ ແລະ ບໍ່ເຮັດໃຫ້ພຣະອົງເມື່ອຍໃນການດູແລຮັກສາ ພຣະອົງແມ່ນຜູ້ຊົງສູງສົງ ແລະ ຍິ່ງໃຫຍ່ທີ່ສຸດ). [ສູເຣາະຫ໌ ອັລ-ບາກໍເຣາະຫ໌:255].
2. ແລະ ອ່ານຕຶ້ມ: (ບິສມິລລາ ຫິຣເຣາະມານ ນິຣເຣາະຮີມ) (1 ກຸລຮຸ ວັລລໍຮຸ ອະຮັດ) ( 2 ອັລລໍຮຸສ ສໍມັດ) (3 ລຳຍະລິດ ວະລຳຍູ ລັດ) (4 ວະລຳ ຍະກຸນ ລະຮູ ກຸຟູວັນ ອະຮັດ) ອ່ານສາມຮອບ. [ສຸເຣາະຫຸ ອັລ-ອິກລາສ :1-4]
(ບິສມິລລາ ຫິຣເຣາະມານ ນິຣເຣາະຮີມ) (1 ກຸລ ອະອູຊຸ ບິຣອບບິລ ຟະລັກ) (2 ມິນຊັຣ ຣິມາຄໍລັກ) (3 ມິນຊັຣ ຣິກໍສິກິນ ອິຊ໊າ ວະກ໋ອບ) (4 ວະມິນ ຊັຣຣິນ ນັຟຟາສາ ຕິຟິລ ອຸກ໋ອດ) (5 ວະມິນ ຊັຣຣິ ຮາສິດິນ ອິຊາ ຮາສັດ) ອ່ານສາມຮອບ. [ ສຸເຣາະຫ໌ ອັລ-ຟາລັກ : 1-5]
(ບິສມິລລາ ຫິຣເຣາະມານ ນິຣເຣາະຮີມ) ຄຳອ່ານ 1 (ກຸລ ອະອູຊຸ ບິຣອບບິນ ນາາສ) (2 ມາລິກິນ ນາສ) (3 ອີລາຮິນ ນາສ) (4 ມິນ ຊິຣ ຮິລ ວັສວາ ສິລ ຄ໋ອນ ນາສ) (5 ອັລລະຊີ ຍຸວັສ ວິສູ ຟີສຸດູ ຣີນ ນາສ) (6 ມິນັລຈິນນະ ຕິວັນ ນາສ) ອ່ານສາມຮອບ. [ສຸເຣາະຫ໌ ອັນ-ນາສ : 1-6 ]
ຖາມ 20 : ດຸອາສິເຂົ້ານອນອ່ານແນວໃດ?
ຕອບ : «ບິສມິ ກັລລໍຮຸມມາ ອະມູຕຸ ວະອະຫ໌ຢາ». ຄວາມໝາຍ: ດ້ວຍພຣະນາມຂອງອັລລໍຫ໌ ຜູ້ໃຫ້ຂ້ອຍຕາຍ (ຫຼັບ) ແລະ ໃຫ້ັຟືນຕື່ນ.
ຖາມ 21 : ດຸອາກິນເຂົ້າອ່ານແນວໃດ?
ຕອບ : «ບິສມິລລາຫ໌» ດ້ວຍພຣະນາມຂອງອັລລໍຫ໌. ຫາກລືມກ່າວໃຫ້ອ່ານວ່າ: «ບິສມິລລາຫ໌ ຟີເອົາວະລະຮຸ ວະອາຄິຣໍຫຸ» ດ້ວຍພຣະນາມຂອງອັລລໍຫ໌ໃນທຳອິດ ແລະ ທ້າຍສຸດ
ຖາມ 22 : ດຸອາຫຼັງກິນເຂົ້າອ່ານແນວໃດ?
ຄຳອ່ານ: { ອັລຮໍາ ດຸລິລລາ ຮີລລະຮີ ອັດຕໍອະ ມະນາ ວະຊະກໍນາ ວະຈະອະລະນາ ມຸສລິມີນ} ຄວາມໝາຍ: “ມວນການສາລະເສິນເປັນສິດທິຂອງອັລລໍຫ໌ ເຊິ່ງໃຫ້ອາຫານແລະນໍ້າແກ່ພວກເຮົາ ແລະໄດ້ບັນດານໃຫ້ເຮົາເປັນມຸສລິມ”
ຖາມ 23 : ດຸອາໃຫ້ຄົນທີ່ລ້ຽງອາຫານແມ່ນອ່ານແນວໃດ?
ຕອບ : ຄຳອ່ານ {ອັລລໍຮຸມມາ ບາລິກລາຮຸມ ຟີມາ ຣໍຊັກຕາຮຸມ ວັກຟິຣລາຮຸມ ວັຣຫັມຮຸມ } ຄວາມໝາຍ: “ໂອ້ອັລລຫ໌ ໂປດປະທານຄວາມຈໍາເລິນແກ່ພວກລາວ ໃນສິ່ງທີ່ພຣະອົງສົງປະທານໃຫ້ເປັນປັດຈັຍຍັງຊີບແກ່ພວກລາວ ແລະໂປດອະໄພບາບໃຫ້ພວກລາວ ແລະໂປດໃຫ້ຄວາມເມດຕາກະລຸນາແກ່ພວກລາວ”
ຖາມ 24 : ເມື່ອມີຄົນຈາມໃຫ້ອ່ານດຸອາຫຍັງ?
ຕອບ : ຄຳອ່ານ: { ອັລຮັມດຸລິລລາຫ໌} ຄວາມໝາຍ: “ການສັນລະເສິນເປັນສິດທິຂອງອັລລໍຫ໌” ແລະ ໃຫ້ຫມູ່ຄູ່ກ່າວຕອບຄົນຈາມວ່າ: "ຍັຣຫາກຸມຸລລໍຫ໌" (ຂໍອັລລໍຫ໌ຊົງເມດຕາຕໍ່ທ່ານ) ແລະ ຫາກມີຄົນກ່າວເຊັ່ນນັ້ນ ກໍ່ໃຫ້ຕອບໄປວ່າ: "ຢະຫ໌ດີນາ ວະຢະຫ໌ດິກຸມຸລລໍຫ໌ ວະຢຸສລະຮຸ ບາລະກຸມ". (ຂໍອັລລໍຫ໌ຊົງນຳທາງພວກທ່ານ ແລະ ປັບປຸງການງານຂອງພວກທ່ານ)
ຖາມ 25 : ດຸອາກັຟຟາເຣາະຫ໌ ຫຼັງປະຊຸມຮຽບຮ້ອຍແລ້ວ ແມ່ນຫຍັງ?
ຕອບ : ຄຳອ່ານ (ຊຸບຫານະ ກັລລໍຮຸມມະ ວະບິຮຳດິກະ , ອັຊຮາດຸ ອັລລາອິລາຮະ ອິລລາ ອັນຕະ, ອັສຕັກ ຟີຣຸກະ ວະອະຕູບຸ ອີໄລກະ). "ມະຫາບໍລິສຸດແດອັລລໍຫ໌ ໂອ້ອັລລໍຫ໌ ມວນການສັນລະເສີນເປັນຂອງພຣະອົງ, ຂໍປະຕິຍານວ່າບໍ່ມີພຣະເຈົ້າໃດນອກອັລລໍຫ໌ເທົ່ານັ້ນ, ຂ້ອຍຂໍອະໄພຍະໂທດຕໍ່ພຣະອົງ ແລະ ຂ້ອຍຈະຕ້ອງກັບໄປຍັງພຣະອົງ.
ຖາມ 26 : ດຸອາຂຶ້ນລົດອ່ານແນວໃດ?
ຕອບ : ອ່ານບິສມິລລາຫ໌, ອັລຮຳດຸລິລລາຫ໌ { ຊຸບຮານັລລ່າຊີ ຊັກຄໍຣໍ ລະນາ ຮາຊາ ວະມາກຸນນາ ລະຮູມຸກຣີນີນ ວະອິນນາອິລາ ຣ໊ອບບິນາ ລະມຸງກໍລິບູນ} ຄວາມໝາຍ: “ມະຫາບໍລິສຸດຜູ້ຊົງໃຫ້ພາຫະນະນີ້ເປັນຄວາມສະດວກແກ່ເຮົາ ແລະເຮົານັ້ນບໍ່ສາມາດຈະຄວບຄຸມມັນໄດ້ ແລະແທ້ຈິງເຮົາຈະຕ້ອງເປັນຜູ້ກັບໄປສູ່ພຣະເຈົ້າຂອງເຮົາຢ່າງແນ່ນອນ” ອັລຮຳດຸລິລລາຫ໌,ອັລຮຳດຸລິລລາຫ໌,ອັລຮຳດຸລິລລາຫ໌, ອັລລໍຮຸອັກບັຣ,ອັລລໍຮຸອັກບັຣ,ອັລລໍຮຸອັກບັຣ, ອັລລໍຮຸມມະ ອິນນີ ຊໍລຳຕຸ ນັຟຊີ ຟັກຟິຣລີ; ຟະອິນນະຮູ ລາຍັກຟີ ຣູສຊຸນູບບຸ ອີລລາ ອັນຕາ.
ຖາມ 27 : ດຸອາເດິນທາງ ອ່ານແນວໃດ?
ຕອບ : ອ່ານວ່າ; ອັລລໍຮຸອັກບັຣ,ອັລລໍຮຸອັກບັຣ,ອັລລໍຮຸອັກບັຣ, (ສຸບຮານັລລ່າຊີ ຊັກຄໍຣໍ ລະນາ ຮາຊາ ວະມາກຸນນາ ລະຮູມຸກຣີນີນ ວະອິນນາອິລາ ຣ໊ອບບິນາ ລະມຸງກໍລິບູນ) (ອັລລໍຮຸມມະ ອິນນາ ນັສອະລຸກະ ຟີ ສະຟາຣິນາ ຮາຊັລບິຣ ຣີວັດຕັກວາ ວິມີນັລອະມາລິ ມາຕັຣດໍ, ອັລລໍຮຸມມະ ເຮົາວິນອະໄລນາ ສະຟາຣີນາ ຮາຊາ, ວະຕໍວະ ອັນນາ ບົວະດະຫ໌, ອັລລໍຮຸມມະ ອັນຕະ ສໍຮິບ ຟິີສະຟັຣ, ວັລຄໍລີ ຟະຕຸ ຟີອະຫ໌ລີ, ອັລລໍຮຸມມະ ອິນນີ ອະອູຊຸບິກະ ມິນ ວະອະສາ ອິສສະຟັຣ, ວະກາອາບະຕິລ ມຸນຊໍຣ, ວະສູອິລ ມຸນກໍລິບ, ຟີລມາລິ ວະ ອະຫ໌ລີ)
ຖາມ 28 : ດຸອາສຳຫຼັບຜູ້ເດິນທາງ ໃຫ້ກັບຜູ້ພັກອາໄສ ແມ່ນແນວໃດ?
ຕອບ : ອ່ານວ່າ; "ອັສເຕົາດະ ອະກຸມຸລລໍຫ໌ ອັລລະຊີ ລາຕຸດີອຸ ວະດາອິອະຮຸ" (ຂ້ອຍຝາກເຈົ້າໄວ້ກັບອັລລໍຫ໌ ຜູ້ເຊິ່ງບໍ່ເຄີຍສູນເສຍສິ່ງທີ່ຝາກໄວ້ກັບພຣະອົງ)
ຖາມ 29 : ດຸອາສຳຫຼັບຜູ້ພັກອາໄສ ໃຫ້ກັບຜູ້ເດິນທາງ ແມ່ນແນວໃດ?
ຕອບ : ອ່ານວ່າ "ອັສເຕົາດະ ອິລລາຮິ ດີນະກະ, ວະອາມານະຕິກະ, ວະຄໍວາຕີມະ ອະມະລະກະ" (ຂ້ອຍຝາກສາສະໜາຂອງທ່ານ ຄວາມຊື່ສັດຂອງທ່ານ ແລະ ປັ້ນປາຍການງານຂອງທ່ານ ໄວ້ກັບອັລລໍຫ໌)
ຖາມ 30 : ດຸອາເຂົ້າຕະຫຼາດອ່ານແນວໃດ?
ຕອບ : ຄໍາອ່ານ {ລາອິລາຫະ ອິລລັລລໍຫ໌ ວະຫ໌ດະຮູ ລາຊະຣີ ກະລະຫ໌ ລະຮຸລມຸລກຸ ວະລະຫູລ ຮຳດຸ ຍຸຫ໌ຢີ ວະຍຸມີຕຸ ວາຮຸວະ ໄຮຍຸນ ລາຍະມູຕຸ ບິຍະດິຮິລຄ໊ອຍ ວາຮຸວະ ອະລາກຸລ ລິໄຊອິງ ກໍດີຣ } ຄວາມໝາຍ: “ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ອົງດຽວເທົ່ານັ້ນ ບໍ່ມີພາຄີໃດໆ ກັບພຣະອົງ ອຳນາດການປົກຄອງເປັນຂອງພະອົງເທົ່ານັ້ນ ແລະ ການສັນລະເສິນກໍ່ເປັນຂອງພະອົງເທົ່ານັ້ນ ຜູ້ຊົງໃຫ້ເປັນ ໃຫ້ຕາຍ ສິ່ງດີທັ້ງຫຼາຍຢູ່ໃນພະຫັດຂອງພຣະອົງ ແລະ ພຣະອົງຊົງມີພະລານຸພາບເໜືອສັບພະສິ່ງທິ້ງປວງ”
ຖາມ 31 : ດຸອາເມື່ອໂກດໂມໂຫ ກ່າວແນວໃດ?
ຕອບ : ອ່ານວ່າ (ອະອູຊູ ບິລລາຮິ ມິນັຊ ໄຊຕອນ ນິຣຣໍຈີມ) ຄວາມຫມາຍ: “ຂ້ອຍຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ໃຫ້ຮອດພົ້ນຈາກໄຊຕອນມານຮ້າຍຜູ້ຖືກສາບແຊ່ງ”
ຖາມ 32 : ຈະກ່າວແນວໃດເມື່ອມີຄົນໃຫ້ສິ່ງດີ ໆ ກັບເຮົາ?
ຕອບ : «ຈະຊາກັລລໍຮຸ ຄ໊ອຍຣອນ» (ຂໍອັລລໍຫ໌ຕອບແທນທ່ານສິ່ງທີ່ດີກວ່າ)
ຖາມ 33 : ດຸອາເມື່ອລົ້ມ ຫຼື ພາຫະນະສະດຸດລະຫວ່າງທາງ ກ່າວແນວໃດ?
ຕອບ : «ບິສມິລລາຫ໌» ດ້ວຍພຣະນາມຂອງອັລລໍຫ໌.
ຖາມ 34 : ເມື່ອມີສິ່ງດີ ໆ ມາປະສົບກັບເຮົາ ຈະກ່າວແນວໃດ?
ຕອບ : ກ່າວວ່າ; "ອັລຮຳດຸລິລລາ ຮິລລະຊີ ບິນຽະມະຕິຮິ ຕະຕິມມຸສ ຊໍລິຮາຕ" (ມວນການສັນລະເສີນເປັນຂອງອັລລໍຫ໌ ຜູ້ເຊິ່ງດ້ວຍຄວາມໂປດປານຂອງພຣະອົງ ຄວາມດີງາມທັ້ງຫຼາຍຈຶ່ງສຳເລັດສົມບູນ)
ຖາມ 35 : ເມື່ອມີສິ່ງທີ່ບໍ່ມັກບໍ່ງາມ ມາປະສົບ ເຮົາສິກ່າວແນວໃດ?
ຕອບ : ກ່າວວ່າ; ອັລຮຳດຸລິລລາຫ໌ ອະລາ ກຸລລິຮາລ (ມວນການສັນລະເສິນເປັນສິດຂອງອັລລໍຫ໌ ໃນທຸກສະຖານະການ)
ຖາມ 36 : ການກ່າວສະລາມ ຮັບສະລາມ ເຮັດແນວໃດ?
ຕອບ : ມຸສລິມເພິ່ນກ່າວວ່າ ; ອັສສະລາມມຸ ອະໄລກຸມ ວະເຣາະຫ໌ ມາຕຸລລໍຮິ ວະບະຣໍກາ ຕຸຫ໌. (ຂໍຄວາມສັນຕິສຸກ ຄວາມເມດຕາ ສິລິມຸງຄຸນ ຈົ່ງປະສົບແກ່ພວກທ່ານ) ໃຫ້ກ່າວຕອບວ່າ: ວະອາໄລກຸມ ມຸສສະລາມ ວະເຣາະຫ໌ ມາຕຸລລໍຮິ ວະບະຣໍກາ ຕຸຫ໌. (ແລະ ເຮົາກໍ່ຂໍຄວາມສັນຕິສຸກ ຄວາມເມດຕາ ສິລິມຸງຄຸນ ຈົ່ງປະສົບແກ່ພວກທ່ານຄືກັນ)
ຖາມ 37 : ດຸອາ ຢາມຝົນຕົກອ່ານແນວໃດ?
ຕອບ: ຄຳອ່ານ: { ອັລລໍຮຸມມະ ສ໊ອຍຍິບັນ ນາຟີອັນ} ຄວາມໝາຍ: “ໂອ້ອັລລໍຫ!! ຂໍໃຫ້ຝົນທີ່ຕົກມາເປັນປະໂຫຍດ”
ຖາມ 38 : ດຸອາຫຼັງຝົນຕົກ ອ່ານແນວໃດ?
ຕອບ: ຄຳອ່ານ: { ມະຕໍຣຸນາ ບິຟັດລິລລາຫ໌ ວະເຣາະມະຕຸຮຸ} ຄວາມໝາຍ: “ ຝົນທີ່ຕົກລົງມາ ເປັນຄວາມໂປດປານຂອງອັລລໍຫ໌ ແລະ ຄວາມເມດຕາຂອງພຣະອົງ”
ຖາມ 39 : ດຸອາຢາມລົມແຮງ ອ່ານແນວໃດ?
ຕອບ: ອ່ານວ່າ "ອັລລໍຮຸມມະ ອິນນີ ອັສອະລຸກະ ຄ໊ອຍຣໍຫາ ວະອາອູຊຸ ບິກະ ມິນຊັຣ ຣີຫາ" (ໂອ້ອັລລໍຫ໌ ແທ້ຈິງຂ້ອຍວິງວອນຂໍຕໍ່ພຣະອົງຈາກຄວາມດີງາມຈາກມັນ ແລະ ຂໍຄວາມຄຸມຄອງຕໍ່ພຣະອົງຈາກສິ່ງຊົ່ວຮ້າຍຈາກມັນ)
ຖາມ 40 : ດຸອາເມື່ອໄດ້ຍິນສຽງຟ້າຮ້ອງ ອ່ານແນວໃດ?
ຕອບ: ຄຳອ່ານ: {ຊຸບຮານັລລະຊີ ຍຸຊັບບິ ຫຸຣຣໍດຸ ບິຮັມດີຫີ ວັລມະລາອິກະຕຸ ມິນຄີຟະຕິຮີ } ຄວາມໝາຍ: “ມະຫາບໍລິສຸດແດ່ຜູ້ທີ່ຟ້າຮ້ອງ ແລະ ບັນດາມະລາອິກະຫ໌ ໄດ້ສະດຸດີສັນລະເສິນພຣະອົງອັນເນື່ອງມາຈາກຄວາມຢ້ານຕໍ່ພຣະອົງ”
ຖາມ 41 : ດຸອາເມື່ອພົບເຫັນບົດທົດສອບຕ່າງໆ ທີ່ປະສົບກັບຄົນອື່ນ ອ່ານແນວໃດ?
ຕອບ : ອ່ານວ່າ; "ອັລຮຳດຸລິລລາ ຮິລລະຊີ ອາຟານີ ມິມມາ ອັບຕະລາກະ ບິຮິ , ວະຟັດດໍລະນີ ອະລາ ກະຊີຣີມ ມິມມັນ ຄໍລກໍ ຕັຟດີລັນ" (ມວນການສັນລະເສີນ ເປັນສິດຂອງອັລລໍຫ໌ ຜູ້ຊົງຊ່ວຍໃຫ້ຂ້ານ້ອຍຮອດພົ້ນຈາກສິ່ງທີ່ພຣະອົງຊົງເຮັດໃຫ້ທ່ານຕ້ອງປະສົບ ແລະ ຊົງໂປດປານຂ້ານ້ອຍຫຼາຍກວ່າຜູ້ທີ່ພຣະອົງຊົງສ້າງທັ້ງຫຼາຍ)
ຖາມ 42 : ດຸອາສຳຫຼັບຜູ້ໃດທີ່ຢ້ານວ່າອາດຈະມີສິ່ງໃດສິ່ງໜຶ່ງໄດ້ຮັບຜົນຮ້າຍຈາກສາຍຕາ (ໄອຍູນ) ເຮັດແນວໃດ?
ຕອບ:ຈາກຫຼັກຖານຮາດິຊ; « ເມື່ອທ່ານພົບເຫັນພີ່ນ້ອງ ສະຫາຍ ຫຼື ໂຕທ່ານເອງ ໄດ້ສິ່ງດີໆ ບໍ່ວ່າຈະເປັນເງີນທອງ ຫຼື ເປັນສິ່ງທີ່ຮັກຫ່ວງແຮງ ກໍ່ຈົ່ງອ່ານດຸອາໃຫ້ຕົນເອງແລະ ພວກເຂົາວ່າ; «اللَّهُمَّ بارِكْ فيه» أو «بارَكَ اللهُ لك» (ອັລລໍຮຸມມະ ບາຣິກ ຟີຫ໌, ບາຣໍກັລລໍຮຸ ລະກະ) ແທ້ຈິງແລ້ວ ອັລ-ໄອຍຸນ (ສາຍຕາບໍ່ດີມີຢູ່ຈິງ)
ຖາມ 43 : ການກ່າວສໍລະວາດຕໍ່ທ່ານນະບີ ອ່ານແນວໃດ?
*******
ພາກວິຊາທົ່ວໄປທີ່ຈຳເປັນ
ສາດຄວາມຮູ້ທົ່ວໄປແມ່ນ: ການລວບລວມຄຳຖາມທີ່ຈຳເປັນ ແລະ ສຳຄັນໃນພາກວິຊາຂະແໜ່ງຕ່າງໆ.
ຖາມ 1 : ຂໍ້ບັງຄັບ ຕັກລີຟີຍະຫ໌ ທັ້ງຫ້າມີຫຍັງແດ?
ຕອບ : 1. ວາຈິບ (ສິ່ງທີ່ຈຳເປັນຕ້ອງເຮັດ)
2. ມຸສຕະຮັບ (ສິ່ງທີ່ສົ່ງເສິມໃຫ້ເຮັດ)
3. ຫາຣອມ (ສິ່ງທີ່ຕ້ອງຫ້າມ)
4. ມັກຣູຫ໌ (ສິ່ງທີ່ຫນ້າລັງກຽດ)
5. ມຸບາຫ໌ (ສິ່ງທີ່ອະນຸໂລມ)
ຖາມ 2 : ຂະຫຍາຍຄວາມ ຂໍບັງຄັບໃຊ້ທັ້ງຫ້າ.
ຕອບ : 1. ວາຈິບ; ຄືສິ່ງທີ່ຈຳເປັນຕ້ອງເຮັດຢ່າງເຄັ່ງຄັດ ເຊັ່ນ ການລະຫມາດຫ້າເວລາ, ການຖືສິນອົດເດືອນຣໍມະດອນ, ແລະ ການກະຕັນຍູຮູ້ບຸນຄຸນຕໍ່ພໍ່ແມ່.
- ວາຈິບ ຜູ້ທີ່ເຮັດປະຕິບັດຈະໄດ້ຮັບຜົນລະບຸນ ແລະ ຜູ້ທີ່ລະຖິ້ມບໍ່ເຮັດຈະລົງໂທດ.
2. ມຸສຕະຮັບ: ຄືສິ່ງທີ່ບໍ່ໄດ້ບັງຄັບໃຫ້ປະຕິບັດ, ເຊັ່ນການລະຫມາດສຸນນະຫ໌ຣໍວາຕິບ, ການຕື່ນຂຶ້ນລະຫມາດໃນຍາມຄ່ຳຄືນ ແລະ ລ້ຽງອາຫານ, ການກ່າວສະລາມ. ມີຊື່ເອີ້ນກໍ່ຄືສຸນນະຫ໌ ແລະ ມັນດູບ.
- ມຸສຕະຮັບ ຜູ້ເຮັດຈະໄດ້ຮັບຜົນລະບຸນ ແລະ ຖ້າບໍ່ເຮັດກໍ່ບໍ່ເປັນຫຍັງ.
ຂໍ້ສັງເກດສຳຄັນ:
ມຸສລິມສົມຄວນ ເມື່ອໄດ້ຍິນຄຳວ່າສິ່ງໃດເປັນສຸນນະຫ໌ ຫຼື ສິ່ງທີ່ເປັນມຸສຕະຮັບ ກໍ່ໃຫ້ຮີບເຮັ່ງປະຕິບັດ ແລະ ຈະເລີນຮອຍຕາມທ່ານນະບີ ﷺ .
3. ມຸຫັຣອມ: ຄືສິ່ງທີ່ຈຳເປັນຕ້ອງລະຖິ້ມຫ້າມບໍ່ໃຫ້ເຮັດ ເຊັ່ນ ການດື່ມເຫລົ້າສິ່ງເມົາຢາ, ການເນລະຄຸນພໍ່ແມ່, ການຕັດສາຍສຳພັນຄອບຄົວເຄື່ອຍາດ.
- ມຸຫັຣຣອມ ຫ້າມບໍ່ໃຫ້ເຮັດຈຳເປັນຕ້ອງລະຖິ້ມ ຜູ້ໃດກະທຳຈະຖືກລົງໂທດ.
4. ມັກຣູຫ໌ : ສິ່ງທີ່ລະຖິ້ມໄດ້ບໍ່ບັງຄັບ ແຕ່ບໍ່ຄວນເຮັດ, ເຊັ່ນການຮັບ ຫຼື ໃຫ້ດ້ວຍມືຊ້າຍ, ການຜັບເເຂນເສື້ອໃນລະຫມາດ.
- ມັກຣູຫ໌ ຜູ້ທີ່ລະເວັ້ນຈະໄດ້ຮັບຜົນລະບຸນ ແຕ່ຜູ້ທີ່ເຮັດຈະບໍ່ຖືກລົງໂທດ.
5. ມູບາຫ໌: ໝາຍເຖິງສິ່ງທີ່ສາມາດເລືອກໄດ້ວ່າຈະເຮັດ ຫຼື ຈະລະເວັ້ນບໍ່ເຮັດ, ຕົວຢ່າງ: ການກິນໝາກແອັບເປີ້ນ ຫຼື ການດື່ມຊາ, ອະນຸຍາດ ຮາລາລ.
- ມູບາຫ໌ ບໍ່ມີບຸນ ແລະ ບໍ່ມີບາບ ຫາກເຮັດ ຫຼື ລະເວັ້ນການເຮັດ. ເວັ້ນເສຍແຕ່ຈະມີເຈດຕະນາທີ່ເຊື່ອມໂຍງກັບສິ່ງທີ່ບັງຄັບໃຊ້ ຫຼື ສິ່ງທີ່ດີ (ເຊັ່ນ: ກິນເພື່ອໃຫ້ມີແຮງໄປນະມັດສະການ).
ຖາມ 3 : ຄຸນຄ່າຜົນລັບຂອງການເຂົ້າໃຈສາສະໜາແມ່ນຫຍັງ? ແລະ ຄວາມປະເສີດຂອງການເຂົ້າໃຈສາສະໜາມີຫຍັງ?
ຕອບ : ເປັນຄວາມຖືກຕ້ອງຂອງຄຳເວົ້າ ການກະທຳ ແລະ ຄວາມເຊື່ອ ເຊິ່ງຈະນຳຜົນໃຫ້ເກີດຄວາມສຸກທັ້ງໃນໂລກນີ້ ແລະ ໂລກໜ້າ.
- ໃນຮະດິຊເລົ່າຈາກມຸອາວີຍະຫ໌ ບິນ ອາບີ ຊຸຟຍານ ຣໍດິຍັລລໍຮຸ ອັນຮຸມາ ກ່າວວ່າ: ທ່ານນະບີ ﷺ ໄດ້ກ່າວວ່າ: « ໃຜກໍ່ຕາມທີ່ອັລລໍຫ໌ປະສົງໃຫ້ລາວໄດ້ຮັບຄວາມດີງາມ ພຣະອົງກໍ່ຈະຊົງເຮັດໃຫ້ລາວເຂົ້າໃຈສາສະໜາ »
ເຮັດໃຫ້ເຂົ້າໃຈສາສະໜາ : ຫມາຍເຖິງເຮັດໃຫ້ລາວເປັນຜູ້ຮູ້ ບົດບັນຍັດຂອງສາສະໜາ.
ຖາມ 4: ເງື່ອນໄຂຂອງການຊື້ຂາຍແມ່ນຫຍັງ?
ຕອບ : ຫຼັກການດັງເດິມຂອງການຊື້ຂາຍ ແລະ ທຸລະກຳທຸກຊະນິດຄື : ເປັນທີ່ອະນຸມັດ ຮາລາລ, ເວັ້ນແຕ່ສະເພາະບາງປະເພດທີ່ອັລລໍຫ໌ ຕະອາລາໄດ້ຊົງຫ້າມໄວ້.
ພຣະອົງອັລລໍຫ໌ໄດ້ກ່າວວ່າ: ( ແລະ ອັລລໍຫ໌ຊົງອະນຸມັດການຊື້ຂາຍ ແລະ ຊົງຫ້າມການກິນດອກເບ່ຍ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 275].
ຖາມ : 5 ແມ່ນຫຍັງຄືບາງປະເພດຂອງທຸລະກຳ ແລະ ການຊື້ຂາຍທີ່ຫາຣອມ?
ຕອບ : 1. ການສໍ້ໂກງ, ຫລອກຫຼວງ : ເຊັ່ນການປົກປິດຂໍ້ບົກພ່ອງຂອງສິນຄ້າເພື່ອຕົວະໃຫ້ຜູ້ຊື້ເຂົ້າໃຈຜິດ.
- ແລະ ໃນຄຳສອນຈາກຮາດິຊຂອງທ່ານອະບີ ຫູຣອຍເຣາະຫ໌ ຣໍດີຍັລລໍຮຸ ອັນຮຸ, ແທ້ຈິງ ທ່ານຣໍຊູລຂອງອັລລໍຫ໌ ﷺ ໄດ້ຍ່າງຜ່ານກອງອາຫານທີ່ຂາຍຢູ່, ທ່ານຈຶ່ງເອົາມືຈຸ່ມລົງໄປໃນກອງນັ້ນ, ແລ້ວປາຍມື້ຂອງທ່ານກໍຖືກຄວາມປຽກຊຸ່ມ ທ່ານຈຶ່ງຖາມວ່າ: “ນີ້ແມ່ນຫຍັງ, ໂອ້ເຈົ້າຂອງອາຫານ?” ຜູ້ຂາຍຕອບວ່າ: “ຝົນຕົກໃສ່ມັນ, ໂອ້ສາດສະດາຂອງອັລລໍຫ໌.” ທ່ານຈຶ່ງກ່າວວ່າ: “ເປັນຫຍັງເຈົ້າບໍ່ເອົາສ່ວນທີ່ປຽກໄວ້ ເທີງສຸດຂອງອາຫານ ເພື່ອໃຫ້ຜູ້ຄົນໄດ້ເຫັນ?; "ໃຜທີ່ສໍ້ໂກງ, ຜູ້ນັ້ນບໍ່ແມ່ນພວກຂອງຂ້ອຍ.”
2. ການຊື້ຂາຍທີ່ມີດອກເບ່ຍ: ນັ້ນກໍ່ຄືການທີ່ຂ້ອຍເອົາ ໜຶ່ງພັນຈາກຄົນໆ ໜຶ່ງ ມາເປັນຫນີ້ ໂດຍຕົກລົງວ່າຈະຄືນໃຫ້ລາວສອງພັນ.
- ແລະ ການເພິ່ມມາຈາກສິ່ງນັ້ນໆ ມັນກໍ່ຄື ດອກເບ່ຍທີ່ຖືກຕ້ອງຫ້າມ ຫາຣອມ. ອັລລໍຫ໌ ຕະອາລາ ຕຣັດວ່າ: ( ແລະ ອັລລໍຫ໌ຊົງອະນຸມັດການຊື້ຂາຍ ແລະ ຊົງຫ້າມການກິນດອກເບ່ຍ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 275].
3. ການຊື້ຂາຍທີ່ມີຄວາມບໍ່ແນ່ນອນ ແລະ ຄວາມບໍ່ຊັດເຈນ : ເຊັ່ນ ຂ້ອຍຂາຍນົມທີ່ຫຍັງຢູ່ໃນເຕົ້ານົມເບ້ໃຫ້ເຈົ້າ ຫຼື ຂາຍປາທີ່ຢັງຢູ່ໃນນ້ຳເຊິ່ງຂ້ອຍຢັງບໍ່ໄດ້ຈັບຂຶ້ນມາ.
- ດັງໃນຮາດິຊວ່າ: ( ທ່ານສາດສະດາມຸຮຳຫມັດໄດ້ສັ່ງຫ້າມການຊື້ຂາຍທີ່ມີຄວາມບໍ່ແນ່ນອນ ແລະ ຄວາມບໍ່ຊັດເຈນ )
ຖາມ 6 : ຈົ່ງລຳລຶກນຽະມະຫ໌ຄວາມໂປດປານທີ່ອັລລໍຫ໌ປະທານໃຫ້ເຈົ້າ.
ຕອບ : 1.ນຽະມະຫ໌ ຄວາມໂປດປານທີ່ຍິ່ງໃຫຍ່ທີ່ສຸດ ຄື ອັລ-ອິສລາມ : ການທີ່ເຮົາໄດ້ຮັບທາງນຳເປັນມຸສລິມ ແລະ ບໍ່ໄດ້ຢູ່ໃນໜູ່ຜູ້ປະຕິເສດສັດທາ (ກຸຟຟາຣ)
2. ນຽະມະຫ໌ເປັນຊາວສຸນນະຫ໌ : ແລະ ນັ້ນຄືການທີ່ເຮົາບໍ່ໄດ້ເປັນໜຶ່ງໃນຜູ້ທີ່ເຮັດສິ່ງແປກປອມໃນສາສະໜາ (ບິດອະຫ໌)
3. ນຽະມະຫ໌ ການມີສຸຂະພາບ ພະລານະໄມທີ່ດີ : ເຊັ່ນການໄດ້ຍິນ ໄດ້ເຫັນ ໄດ້ຍ່າງ ແລະ ອື່ນໆ.
4. ນຽະມະຫ໌ ການມີສິ່ງຂອງອຸປະໂພກ ແລະ ບໍລິໂພກ ເຊັ່ນ ອາຫານ ນ້ຳດື່ມ ແລະ ເສື້ອຜ້າ ເຄື່ອງນຸ່ງຫົມ.
- ນຽະມະຫ໌ທີ່ພຣະອົງອັລລໍຫ໌ຊົງປະທານໃຫ້ກັບເຮົາມີຢູ່ຫຼວງຫລາຍໂດຍທີ່ເຮົາບໍ່ສາມາດນັບຄຳນວນໄດ້.
ອັລລໍຫ໌ ຕະອາລາ ຕຣັດວ່າ: ( ແລະ ຫາກພວກເຈົ້ານັບຄວາມໂປດປານຂອງອັລລໍຫ໌ ພວກເຈົ້າກໍ່ບໍ່ສາມາດຈະຄຳນວນມັນໄດ້ ແທ້ຈິງອັລລໍຫ໌ນັ້ນ ເປັນຜູ້ຊົງອະໄພ ຜູ້ຊົງເມດຕາຢ່າງແນ່ນອນ) [ສຸເຣາະຫ໌ ອັນ ນະຫ໌ລຸ :18].
ຖາມ 7 : ໜ້າທີ່ທີ່ຕ້ອງເຮັດຕໍ່ຄວາມເມດຕາ (ນຽະມະຫ໌) ແມ່ນຫຍັງ? ແລະ ເຮົາຈະຂອບໃຈຕໍ່ພຣະອົງໄດ້ແນວໃດ?
ຄໍາຕອບ: ໜ້າທີ່ທີ່ຕ້ອງເຮັດຄືການຂອບພຣະຄຸນຂອບໃຈຕໍ່ພຣະອົງອັລລໍຫ໌; ໂດຍການສັນລະເສີນ ແລະ ລຳລຶກເຖິງພຣະອົງດ້ວຍລິ້ນ, ຮັບຮູ້ວ່າພຣະອົງເປັນຜູ້ໃຫ້ຄວາມເມດຕານັ້ນພຽງພຣະອົງດຽວ, ແລະໃຊ້ຄວາມເມດຕາເຫຼົ່ານັ້ນໃນສິ່ງທີ່ເຮັດໃຫ້ພຣະອົງພໍໃຈ, ບໍ່ໃຊ້ໃນສິ່ງທີ່ຝ່າຝືນພຣະອົງ.
- ອັລລໍຫ໌ຜູ້ຊົງສູງສົ່ງໄດ້ກ່າວວ່າ: ( ດັງນັ້ນຈົ່ງລຳລຶກເຖິງຂ້າທ້ອນ ແລ້ວ ຂ້າຈະນຶກເຖິງພວກເຈົ້າ ແລະ ຈົ່ງຂອບໃຈຕໍ່ຂ້ອຍ ແລະ ຢ່າໄດ້ເນລະຄຸນເລີຍ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 152].
ຖາມ 8 : ວັນສະເລິມສະລອງຂອງອິສລາມແມ່ນມື້ໃດ?
ຕອບ : ວັນອີດທັ້ງສອງ (ອີດຸລ-ຟິດຣີ ແລະ ວັນອີດຸລອັດຮາ) ໂດຍມີທີ່ການລາຍງານຈາກຮາດິຊຂອງທ່ານອະນັສ ຣໍດິຍັລລໍຮຸ ອັນຮຸ, ເລົ່າວ່າ: " ເມື່ອທ່ານຣໍຊູລຂອງອັລລໍຫ໌ ﷺ ມາຮອດນະຄອນມາດີນະຫ໌ ຊາວເມືອງມີສອງມື້ທີ່ພວກເຂົາລີ້ນສະນຸກກັນໃນວັນນັ້ນ ທ່ານນະບີ ﷺ ຈຶ່ງຖາມວ່າ "ສອງມື້ນີ້ ແມ່ນວັນອີ່ຫຍັງ?" ພວກເຂົາຕອບວ່າ : ເຮົາເຄີຍຫຼິ້ນສະນຸກສະນານໃນສອງມື້ນີ້ໃນສະໄໝ ຈາຮີລີຍະຫ໌ (ກ່ອນອິສລາມຈະມາ) ທ່ານຣໍຊຸລຂອງອັລລໍຫ໌ ﷺ ຈຶ່ງກ່າວວ່າ: "ແທ້ຈິງອັລລໍຫ໌ໄດ້ປະທານສິ່ງທີ່ດີກວ່າສອງມື້ນັ້ນໃຫ້ແກ່ພວກທ່ານແລ້ວ ຄືວັນອີດອັດຮາ ແລະ ວັນອີດຟິດຣີ"
ແລະ ແມ່ນຫຍັງກໍ່ຕາມທີ່ເປັນວັນສະເລິມສະລອງນອກເໜືອຈາກວັນອີດທັ້ງສອງນັ້ນ ກໍ່ຖືວ່າເປັນບິດອະຫ໌.
ຖາມ 9 : ເດືອນໃດ ເປັນເດືອນທີ່ປະເສິດທີ່ສຸດ?
ຕອບ : ເດືອນຣໍມະດອນ (ເດືອນ 9 ຕາມປະຕິທິນອິສລາມ)
ຖາມ 10 : ວັນໃດ ເປັນມື້ທີ່ດີທີ່ສຸດ?
ຕອບ : ວັນສຸກ.
ຖາມ 11 : ວັນທີ່ປະເສີດທີ່ສຸດໃນຮອບປີ ແມ່ນມື້ໃດ?
ຕອບ : ວັນແຫ່ງການເຊືອດສັດ, ບາງກໍ່ວ່າ ວັນອາຣໍຟະຫ໌.
ຖາມ 12 : ຄ່ຳຄືນໃດ ທີ່ປະເສິດທີ່ສຸດ?
ຕອບ : ຄ່ຳຄືນ ແຫ່ງໄລລະຕຸລກໍດັຣ.
ຖາມ 13 : ສິ່ງໃດທີ່ຕ້ອງເຮັດ ເມື່ອເຈົ້າເຫັນຜູ້ຍິງທີ່ບໍ່ແມ່ນມະຫ໌ຣອມ (ແມ່ຍິງທີ່ສາມາດແຕ່ງງານນຳໄດ້)
ຕອບ : ຈຳເປັນຕ້ອງລົດສາຍຕາລົງ , ອັລລໍຫ໌ ຕະອາລາ ຕຣັດວ່າ: (ຈົ່ງກ່າວເຖິດ ມຸຮຳມັດ ແກ່ບັນດາມຸມິນ ໃຫ້ພວກເຂົາລົດສາຍຕາຂອງພວກເຂົາລົງຕ່ຳ) [ຊູເຣາະຫ໌ ອັນນູຣ: 30].
ຖາມ 14 : ລັກສະນາຂອງ ຮິຈາບ ສຳຫຼັບແມ່ຍິງມຸສລິມະຫ໌ ເປັນແນວໃດ?
ຕອບ : ຈະຕ້ອງເປັນຜ້າທີ່ປົກປິດທັ້ງໝົດຂອງຮ່າງກາຍ.
- ຈະຕ້ອງບໍ່ເປັນໄປເພື່ອການປະດັບ ຕົກແຕ່ງ.
- ຈະຕ້ອງບໍ່ເປັນຜ້າທີ່ບາງ ໂປງໃສ່.
- ຈະຕ້ອງເປັນຜ້າທີ່ຍາວ ບໍ່ ສັ່ນຮັດຮູບ.
- ຕ້ອງບໍ່ໃຫ້ມີກິ່ນຫອມ ຫຼື ບໍ່ຈຸດເຄື່ອງຫອມ (ເຊັ່ນ ກຳຍານ ນ້ຳຫອມ)
- ຕ້ອງບໍ່ລຽນແບບຄ້າຍຄືກັບເສື້ອຜ້າຜູ້ຊາຍ.
- ຕ້ອງບໍ່ລຽນແບບ ຄ້າຍຄືກັບເສື້ອຜ້າຂອງພວກກາຟິຣ ແລະ ພວກຟາສິກ.
- ອັລລໍຫ໌ໄດ້ກ່າວວ່າ: ( ໂອ້ ນະບີເອີ໋ຍ ຈົ່ງກ່າວແກ່ບັນດາພະລິຍາຂອງເຈົ້າ ແລະ ລູກສາວຂອງເຈົ້າ ແລະ ບັນດາແມ່ຍິງຂອງບັນດາຜູ້ສັດທາ ໃຫ້ພວກນາງດຶງເສື້ອຄຸມຂອງພວກນາງລົງມາປິດຕົວຂອງພວກນາງ ນັ່ນເປັນການເໝາະສົມກວ່າທີ່ນາງຈະເປັນທີ່ຮູ້ຈັກ ເພື່ອທີ່ພວກນາງຈະບໍ່ຖືກລົບກວນ ແລະ ອັລລໍຫ໌ຊົງເປັນຜູ້ອະໄພ ຜູ້ຊົງເມດຕາສະເໝີ) [ຊູເຣາະຫ໌ ອັລອະຫ໌ຊາບ : 59].
ອັດຖະທິບາຍ ໂອງການ: ( ໂອ້ ນະບີເອີ໋ຍ ຈົ່ງກ່າວແກ່ບັນດາພະລິຍາຂອງທ່ານ ລູກສາວຂອງທ່ານ ແລະ ບັນດາແມ່ຍິງຜູ້ສັດທາທັ້ງຫຼາຍ ໃຫ້ພວກນາງປ່ອຍຜ້າຄຸມຂອງຕົນລົງມາຄຸມຫົວ ແລະ ໃບຫນ້າຈາກຜ້າຄຸມ ຫຼື ຜ້າຄຸມໄຫລ່ຂອງພວກນາງ ເພື່ອປົກປິດໃບຫນ້າ ຫນ້າເອິກ ແລະ ຜົມຂອງພວກນາງ ນັ່ນເປັນສິ່ງທີ່ເຮັດໃຫ້ພວກນາງຖືກຈຳແນກໄດ້ວ່າເປັນແມ່ຍິງທີ່ມີຄວາມຮຽບຮ້ອຍ ແລະ ໄດ້ຮັບການປົກປ້ອງ ເພື່ອຈະໄດ້ບໍ່ຖືກລ່ວງເກິນ ຫຼື ຖືກລົບກວນ ແລະ ອັລລໍຫ໌ຊົງອະໄພແລະຊົງເມດຕາ ເພາະພຣະອົງຊົງອະໄພສິ່ງທີ່ຜ່ານໄປແລ້ວແກ່ພວກທ່ານ ແລະ ຊົງເມດຕາດ້ວຍການຊີ້ແຈງສິ່ງທີ່ ຮາລາລ ແລະ ສິ່ງທີ່ຫະຣອມໃຫ້ພວກທ່ານໄດ້ຮັບຮູ້)
ຖາມ 15 : ໃຜຜູ້ໃດຄື ສັດຕູຂອງມະນຸດ?
ຕອບ : ນັຟຊຸ : (ຈິດໃຝ່ຕ່ຳ ສັ່ງການໃຫ້ເຮັດແຕ່ຄວາມຊົ່ວ) ໝາຍເຖິງ ການທີ່ມະນຸດປະຕິບັດຕາມຄວາມຕ້ອງການ ແລະ ອາລົມໃຝ່ຕ່ຳຂອງຕົນເອງ ໃນການຝ່າຝືນຄຳສັ່ງຂອງອັລລໍຮ໌ ຕະບາຣໍກະ ວະຕາອາລາ. ພຣະອົງຜູ້ຊົງມະຫາບໍລິສຸດຕຣັດວ່າ : (ແທ້ຈິງ ຈິດໃຈນັ້ນຖືກຄອບງຳໄວ້ດ້ວຍຄວາມຊົ່ວ ນອກຈາກທີ່ພຣະເຈົ້າຂອງຂ້ອຍຊົງເມດຕາ ແທ້ຈິງພຣະເຈົ້າຂອງຂ້ອຍເປັນຜູ້ຊົງອະໄພ ຜູ້ຊົງເມດຕາສະເໝີ) [ ຊູເຣາະຫ໌ ອັລຢູຊຸຟ : 53 ].
2. ໄຊຕອນ: ມັນເປັນສັດຕູຂອງລູກຫຼານອາດຳ (ມະນຸດ), ແລະເປົ້າໝາຍສູງສຸດຂອງມັນຄືການລໍ້ລວງມະນຸດໃຫ້ຫຼົງທາງ, ກະຊິບຊັກຊວນພວກເຂົາໃຫ້ເຮັດຄວາມຊົ່ວ ແລະ ນຳພວກເຂົາເຂົ້າສູ່ໄຟນາລົກ. ອັລລໍຫ໌ ຕະອາລາ ຕຣັດວ່າ: (ແລະ ຈົ່ງຢ່າຕາມບັນດາກ້າວຍ່າງຂອງໄຊຕອນ ແທ້ຈິງມັນຄືສັດຕູທີ່ຊັດແຈ້ງຂອງພວກເຂົາ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 168].
3. ໝູ່ເພື່ອນທີ່ບໍ່ດີ: ຜູ້ທີ່ຊັກຊວນໃຫ້ເຮັດຄວາມຊົ່ວ, ແລະ ກີດກັນບໍ່ໃຫ້ເຮັດຄວາມດີ. ອັລລໍຫ໌ ຕະອາລາ ຕຣັດວ່າ: (ໃນວັນນັ້ນບັນດາມິດສະຫາຍຈະເປັນສັດຕູຕໍ່ກັນ ນອກຈາກບັນດາຜູ້ຍຳເກຼງ ຕໍ່ອັລລໍຫ໌) [ຊູເຣາະຫ໌ ອັລຊຸຄຣຸຟ : 67].
ຖາມ 16 : ຕັກວາ ແມ່ນຫຍັງ?
ຕອບ : ຄືການປະຕິບັດເຊື່ອຟັງ ແລະ ລະຖິ້ມສິ່ງທີ່ບໍ່ດີຝ່າຝືນຄຳສັ່ງ.
- ອັລລໍຫ໌ໄດ້ກ່າວວ່າ: ( ຈົ່ງຍຳເກຼງຢ້ານຕໍ່ອັລລໍຫ໌ເຖິດ ແລະ ຈົ່ງຮູ້ໄວ້ວ່າແທ້ຈິງອັລລໍຫ໌ ຊົງຢູ່ກັບບັນດາຜູ້ຍຳເກຼງ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 194].
ຖາມ 17 : ການເຕົາບະຫ໌ ແມ່ນຫຍັງ?
ຕອບ : ການເຕົາບະຫ໌ ໝາຍເຖິງການຫວນຄືນກັບຈາກການຝ່າຝືນຕໍ່ອັລລໍຫ໌ ມາສູ່ການຕໍອະຫ໌ເຊື່ອຟັງພຣະອົງ. ອັລລໍຫ໌ ຕະອາລາ ຕຣັດວ່າ: (ແລະ ເເທ້ຈິງ ຂ້າເປັນຜູ້ອະໄພຢ່າງມາກໝາຍ ແກ່ຜູ້ເຄີຍເຮັດຜິດ ແລະ ສັດທາ ແລະ ປະກອບຄວາມດີແລ້ວຍຶດມັ່ນຢູ່ໃນແນວທາງທີ່ຖືກຕ້ອງ) [ສູເຣາະຫ໌ ຕໍຮາ: 82].
ຖາມ 18 : ເງື່ອນໄຂຂອງການເຕົາບະຫ໌ທີ່ຖືກຕ້ອງ ມີຫຍັງແດ?
ຕອບ : 1 . ລະຖິ້ມບາບນັ້ນຢ່າງສິ້ນເຊິງ.
2. ເສຍໃຈກັບຄວາມຜິດທີ່ເຮັດຜ່ານມາ.
3. ຕັ້ງໃຈວ່າສິບໍ່ກັບໄປເຮັດບາບນັ້ນອີກ.
4. ຄືນສິດທິ ຫຼື ຄວາມອະຍຸຕິທຳໃຫ້ແກ່ເຈົ້າຂອງມັນ.
- ພຣະອົງອັລລໍຫ໌ໄດ້ກ່າວວ່າ : (ບັນດາຜູ້ທີ່ເມື່ອພວກເຂົາກະທຳສິ່ງຊົ່ວໃດ ໆ ຫຼື ອະຍຸຕິທຳແກ່ຕົນເອງແລ້ວ ພວກເຂົາກໍ່ລຳລຶກເຖິງອັລລໍຫ໌ ແລ້ວຂໍອະໄພຍະໂທດໃນບັນດາຄວາມຜິດຂອງພວກເຂົາ ແລະ ໃຜເລົ່າທີ່ຈະອະໄພໂທດບັນດາຄວາມຜິດທັ້ງຫຼາຍໃຫ້ໄດ້ ນອກຈາກອັລລໍຫ໌ແລ້ວ ແລະ ພວກເຂົາບໍ່ໄດ້ດື້ລັ້ນປະຕິບັດໃນສິ່ງທີ່ລາວເຄີຍປະຕິບັດມາໂດຍທີ່ພວກເຂົາຮູ້ກັນຢູ່) [ສູເຣາະຫ໌ ອະລາອີມຣອນ: 135]
ຖາມ 19 : ຫົນທາງໄຊຊະນະຄວາມຮູ່ງເຮືອງຂອງຊາວມຸສລິມ ແມ່ນມາຈາກໃສ?
ຕອບ : ແມ່ນການປະຕິບັດຕາມຫຼັກການຂອງສາສະໜາອິດສະລາມ ແລະ ການເຊົາເຮັດສິ່ງທີ່ຊົ່ວຮ້າຍ (ການເຮັດຜິດ) ແລະ ບາບ.
- ອັລລໍຫ໌ຜູ້ຊົງສູງສົ່ງໄດ້ກ່າວວ່າ: (ໂອ້ ບັນດາຜູ້ສັດທາເອີ໋ຍ ຫາກພວກເຈົ້າສະນັບສະນຸນ ສາສະນາຂອງອັລລໍຫ໌ ພຣະອົງກໍ່ຈະຊົງສະນັບສະນຸນພວກເຈົ້າ ແລະ ຈະຊົງຍຶດມັ່ນເທົ້າຂອງພວກເຈົ້າໃຫ້ມັ່ນຄົງ) [ສຸເຣາະຫ໌ ມຸຮຳມັດ : 7].
- ແລະ ພຣະຜູ້ຊົງມະຫາບໍລິສຸດໄດ້ຕຣັດວ່າ: (ແທ້ຈິງ ອັລລໍຫ໌ ຈະບໍ່ຊົງປຽນແປງສະພາບຂອງຊົນກຸ່ມໃດ ຈົນກວ່າພວກເຂົາຈະປ່ຽນແປງສະພາບຂອງພວກເຂົາເອງ) [ສູເຣາະຫ໌ ອັຣ-ຣໍ່ດຸ: 11].
ຖາມ 20 : ດຸອາ ມີຄວາມສຳຄັນແນວໃດ!?
ຕອບ : ການຂໍດຸອາ ຂໍພອນ/ອະທິຖານ ແມ່ນໜຶ່ງໃນການເຊື່ອຟັງທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນການເຂົ້າໃກ້ຊິດ (ກັບພຣະເຈົ້າ) ທີ່ມີຄວາມປະເສີດທີ່ສຸດ.
- ອັລລໍຫ໌ໄດ້ກ່າວວ່າ: (ແລະ ພຣະເຈົ້າຂອງພວກເຈົ້າຕຣັດວ່າ ຈົ່ງວິງວອນຂໍຕໍ່ຂ້າ ຂ້າກໍ່ຈະຕອບຮັບແກ່ພວກເຈົ້າ ສ່ວນບັນດາຜູ້ໂອຫັງຕໍ່ການເຄົາລົບພັກດີແກ່ຂ້ານັ້ນ ຈະເຂົ້າໄປຢູ່ໃນນະລົກຢ່າງຕ່ຳຕ້ອຍ) [ສູເຣາະຫ໌ ອັລ-ກໍຟິຣ: 60].
- ແລະ ຄຳກ່າວຂອງທ່ານຣໍຊູລ ﷺ ວ່າ: «ການດຸອາ ເປັນ ການອີບາດະຫ໌»
ຖາມ 21 : ຄວາມໝາຍຂອງການສໍລະວາດຕໍ່ທ່ານນະບີ ແມ່ນຫຍັງ?
ຕອບ : ຄວາມໝາຍຂອງມັນແມ່ນ ການທີ່ເຈົ້າຂໍດຸອາ (ອະທິຖານ) ຕໍ່ອັລລໍຫ໌ໃຫ້ພຣະອົງຍ້ອງຍໍ ທ່ານສາດສະດາມູຮຳມັດ ﷺ ຂອງພຣະອົງ ຢູ່ໃນສະຖານະທີ່ສູງສຸດໃນໝູ່ບັນດາສາສະນະທູດ.
ຖາມ 22 : ຊຸບຮານັລລໍຫ໌ ໝາຍຄວາມວ່າແນວໃດ?
ຕອບ : ຄຳວ່າຕັສບີຮ໌ (التسبيح) ແມ່ນການຖະຫວາຍຄວາມບໍລິສຸດໃຫ້ແກ່ພຣະອົງ (ພຣະຜູ້ເປັນເຈົ້າ) ຈາກຄວາມບົກຜ່ອງ, ຂໍ້ຕິຕຽນ, ແລະ ຄວາມຊົ່ວຮ້າຍທັງໝົດ.
ຖາມ 23 : ອັລຮຳດຸລິລລາຫ໌ ໝາຍຄວາມວ່າຫຍັງ?
ຕອບ : ຄືການສັນລະເສີນພຣະອົງອັລລໍຫ໌ຜູ້ເປັນພຣະເຈົ້າ, ແລະ ເປັນການພັນລະນາຕໍ່ພຣະອົງດ້ວຍຄຸນລັກສະນະອັນສົມບູນພ້ອມທຸກຢ່າງ.
ຖາມ 24 : ອັລລໍຮຸ ອັກບັຣ ໝາຍຄວາມວ່າຫຍັງ?
ຕອບ : ໝາຍຄວາມວ່າພຣະອົງຊົງບໍລິສຸດເໜືອກວ່າທຸກສິ່ງ, ສູງສົ່ງກວ່າທຸກສິ່ງ, ຍິ່ງໃຫຍ່ກວ່າທຸກສິ່ງ ແລະ ເປັນທີ່ຮັກແພງ (ຫຼື ມີກຽດ) ຫຼາຍກວ່າທຸກສິ່ງ.
ຖາມ 25 : ລາເຮົາລະ ວາລາກູ ວະຕະ ອິລລາ ບິລລາຫ໌ ໝາຍຄວາມວ່າຫຍັງ?
ຕອບ : ບໍ່ມີການປ່ຽນແປງໃດໆ ສຳລັບບ່າວ ຈາກສະພາບໜຶ່ງໄປຫາອີກສະພາບໜຶ່ງ, ແລະ ບໍ່ມີກຳລັງໃດ ໆ ເພື່ອເຮັດສິ່ງນັ້ນ ຍົກເວັ້ນດ້ວຍພຣະເຈົ້າອັລລໍຫ໌.
ຖາມ 26 : ອັສຕັກຟີຣຸລລໍຫ໌ ໝາຍຄວາມວ່າຫຍັງ?
ຕອບ : ໝາຍເຖິງ ການທີ່ບ່າວຂໍອະໄພຍະໂທດຕໍ່ພຣະເຈົ້າ ໃຫ້ພຣະອົງລົບລ້າງບາບຂອງຕົນ ແລະ ປົກປິດບາບຂອງຕົນ.
*******
ບົດສົ່ງທ້າຍ
ແລະ ໃນບົດສົ່ງທ້າຍນີ້:
ຄຳຖາມເຫຼົ່ານີ້ແມ່ນສິ່ງທີ່ພໍ່ແມ່ ຄວນອະທິບາຍ ແລະ ທົບທວນໃຫ້ລູກໆຟັງຊ້ຳໆ ເພື່ອໃຫ້ພວກເຂົາໃຫຍ່ຂຶ້ນມາພ້ອມກັບຄວາມຖືກຕ້ອງ ທັງໃນຄຳເວົ້າ, ການກະທຳ, ແລະ ຄວາມເຊື່ອ, ແລະ ການອົບຮົມສັ່ງສອນໃນເລື່ອງນີ້ແມ່ນສິ່ງສຳຄັນກວ່າການໃຫ້ເຂົ້າປາອາຫານ ແລະ ເຄື່ອງນຸ່ງຫົ່ມແກ່ລູກ ໆ ເສຍອີກ. ພຣະອົງຜູ້ຊົງມະຫາບໍລິສຸດຕຣັດວ່າ : (ໂອ້ ບັນດາຜູ້ສັດທາທັ້ງຫຼາຍ ຈົ່ງປົກປ້ອງຕົນເອງ ແລະ ຄອບຄົວຂອງ ທ່ານຈາກໄຟນະລົກ ເພາະ ເຊື້ອເພິງຂອງມັນແມ່ນມະນຸດ ແລະ ກ້ອນ ຫີນ, ມີມະລາກະຫ໌ ທີ່ເຂັ້ມແຂງທີ່ຄ່ອຍເຝົ້າຮັກສາມັນຢູ່ ພວກເຂົາຈະບໍ່ ຝ່າຝືນອັລລໍຫ໌ໃນສິ່ງທີ່ພຣະອົງໄດ້ຊົງບັນຊາແກ່ພວກເຂົາ ແລະ ພວກ ເຂົາຈະປະຕິບັດຕາມທີ່ຖືກບັນຊາ. [ສຸເຣາະຫ໌ ອັດ-ຕະຫ໌ຣີມ : 6].
ແລະ ທ່ານນະບີມຸຮຳມັດ ﷺ ໄດ້ກ່າວວ່າ: ແລະ ຜູ້ຊາຍເປັນຜູ້ເບິ່ງແຍງ (ຜູ້ປົກຄອງ) ບັນດາສະມາຊິກໃນຄອບຄົວຂອງຕົນ ແລະ ລາວຈະຕ້ອງຮັບຜິດຊອບຕໍ່ສິ່ງທີ່ຢູ່ພາຍໃຕ້ການເບິ່ງແຍງຂອງລາວ ສ່ວນຜູ້ຍິງເປັນຜູ້ເບິ່ງແຍງໃນເຮືອນຂອງສາມີຂອງນາງ ແລະ ນາງກໍຕ້ອງຮັບຜິດຊອບຕໍ່ສິ່ງທີ່ຢູ່ພາຍໃຕ້ການເບິ່ງແຍງຂອງນາງເຊັ່ນກັນ.
ຂໍຄວາມເມດຕາ ຄວາມສັນຕິສຸກ ຈາກພຣະອົງອັລລໍຫ໌ ຈົ່ງມີແດ່ທ່ານນະບີ ມຸຮຳມັດ ﷺ ແລະ ຄອບຄົວຂອງທ່ານ ແລະ ບັນດາສາວົກຂອງທ່ານທັງໝົດ.
Related books
All books
ຄວາມຮູ້ທົ່ວໄປທີ່ມຸສລິມຄວນຈະຮູ້78 languagesຄວາມຮູ້ທົ່ວໄປທີ່ມຸສລິມຄວນຈະຮູ້
ປື້ມ (ຄວາມຮູ້ທົ່ວໄປທີ່ມຸສລິມຄວນຈະຮູ້) ເປັນປື້ມທີ່ຍິ່ງໃຫຍ່, ທີ່ຖືກຮຽບຮຽງຂຶ້ນ ວ່າດ້ວຍຄວາມຮູ້ ແລະ ການອະທິບາຍທີ່ແຈ່ມແຈ້ງ, ໄດ້ຮວບຮວມສິ່ງທີ່ມຸສລິມຄວນຮູ້ ກ່ຽວກັບຫລັກການພື້ນຖານຂອງອະກີດະຮ໌, ບັນຍັດຂອງອິດສະລາມ, ແລະ ມາລະຍາດອັນດີງາມ, ດ້ວຍສຳນວນທີ່ປານີດງົດງາມ, ທີ່ຊ່ວຍເປີດປັນຍາໃຫ້ສະຫວ່າງ, ແລະ ເຮັດໃຫ້ຫົວໃຈສະຫງົບສຸກ, ຊ່ວຍຂັດເກົາຄວາມເຂົ້າໃຈ, ແລະ ຊີ້ນຳການກະທຳໃຫ້ຖືກຕ້ອງ, ສະນັ້ນ ປື້ມເຫຼັ້ມນີ້ຈຶ່ງເປັນກະແຈສູ່ການລອດພົ້ນຢ່າງແທ້ຈິງ, ແລະ ເປັນຄູ່ມືຂອງຜູ້ເດີນທາງໃນເສັ້ນທາງແຫ່ງການເຊື່ອຟັງພັກດີ ແລະ ການສະແຫວງຫາຄວາມຮູ້.
ແນວທາງທີ່ເປັນປະໂຫຍດເພື່ອຊີວິດແຫ່ງຄວາມຜາສຸກ85 languagesແນວທາງທີ່ເປັນປະໂຫຍດເພື່ອຊີວິດແຫ່ງຄວາມຜາສຸກ
ໜັງສື ຫົນທາງທີ່ເປັນປະໂຫຍດເພື່ອຊີວິດແຫ່ງຄວາມຜາສຸກ ຂອງທ່ານເຊັກທ່ານອາຈານ ອັບດຸຣເຣາະຫ໌ມານ ບິນ ນາເຊັຣ ອັສ-ສະອຼດີ ໄດ້ເວົ້າເຖິງສາເຫດແຫ່ງຂອງຄວາມສຸກທີ່ແທ້ຈິງຈາກມຸມມອງຂອງຄວາມເຊື່ອສັດທາ (ອີມານ) ທີ່ເລິກເຊິ່ງ, ໂດຍຊີ້ແນະນຳທາງໃຫ້ຜູ້ອ່ານໄປສູ່ຄວາມສະຫງົບໃນຫົວໃຈ ຜ່ານການມີ (ອີມານ) ຄວາມເຊື່ອສັດທາ ແລະ ການປະຕິບັດຄວາມດີ, ການລຳລຶກເຖິງພຣະເຈົ້າ, ຄວາມພໍພຽງພໍໃຈ, ການໄຕ່ຕອງໃນຄວາມໂປດປານ, ການເຮັດຄວາມດີ, ການມອບໝາຍ, ຄວາມອົດທົນ, ແລະ ການເຫັນຄຸນຄ່າຂອງສິ່ງຕ່າງໆ. ດ້ວຍການຂຽນສຳນວນທີ່ສວຍງາມ, ທີ່ນຳສະເໜີແຜນສຳຫຼັບຊີວິດແຫ່ງຄວາມສະຫງົບ, ສົມດຸນ ແລະ ມີຄວາມສຸກ ເຖິງແມ່ນວ່າຈະຕ້ອງຜະເຊີນກັບຄວາມຜັນຜວນຂອງຊີວິດກໍ່ຕາມ.
الدروس المهمة لعامة الأمة78 languagesالدروس المهمة لعامة الأمة
يهدف الكتاب إلى تعليم المسلمين أساسيات دينهم بطريقة مبسطة وشاملة. يتناول مجموعة من الدروس المهمة مثل قراءة الفاتحة وقصار السور، وأركان الإسلام والإيمان، وأقسام التوحيد والشرك، وشروط وأركان وواجبات الصلاة، بالإضافة إلى مبطلاتها، مع بيان مختصر لشروط الوضوء وفروضه ونواقضه. كما يسلط الضوء على التحلي بالأخلاق الإسلامية والآداب الشرعية، ويقدم إرشادات لطيفة حول تجهيز الميت والصلاة عليه ودفنه.
حقوق دعت إليها الفطرة26 languagesحقوق دعت إليها الفطرة
رسالة لطيفة تقدم شرحًا مفصلًا لعشرة حقوق أساسية تشمل حقوق الله تعالى، وحقوق النبي صلى الله عليه وسلم، وحقوق الوالدين، والأولاد، والأقارب، والجيران، والزّوجين، والرّعية والولاة، والمسلمين عمومًا، وغير المسلمين. يهدف الكتاب إلى تعزيز الفهم الصحيح للعلاقات الاجتماعية والواجبات الفردية تجاه الآخرين، مستندًا إلى نصوص الوحي من القرآن الكريم والسنة النبوية، مما يجعله مرجعًا مهمًا لكل مسلم يسعى لتطبيق الشريعة في حياته اليومية مع ربه ومع الآخرين.