ອິສລາມສາສະໜາແຫ່ງສັນຊາດຕະຍານ ສະຕິປັນຍາ ແລະ ຄວາມສຸກ ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປຣາໜີ ຜຸ້ຊົງເມດຕາສະເໝີ
ໃຜແມ່ນຜູ້ສ້າງທ້ອງຟ້າທັ້ງຫລາຍ ແລະ ແຜ່ນດິນ
ແລະ ທຸກສິ່ງທີ່ມີຢູ່ໃນທັ້ງສອງນັ້ນ ຈາກສິ່ງທີ່ຖືກສ້າງທີ່ຍິ່ງໃຫຍ່? ແລະ ໃຜແມ່ນຜູ້ສ້າງລະບົບທີ່ແມັ່ນຍຳຮັດກຸມຂຶ້ນມາ?
ຈັກວານທີ່ຍິ່ງໃຫຍ່ນີ້ ໄດ້ຮັບການຈັດລະບຽບ ແລະມັ່ນຄົງດ້ວຍກົດລະບຽບຂອງມັນທີ່ເຝົ້າຄວຍຄຸມມັນຢ່າງຮັດກຸມ ແລະແມັ່ນຍຳ ຕະຫລອດຜ່ານມາໄດ້ແນວໃດ?
ຈັກວານນີ້ ສ້າງຕົວມັນເອງແນວນັ້ນບໍ? ຫຼື ເກີດຂຶ້ນຈາກຄວາມວ່າງເປົ່າ? ຫຼື ເກີດຂຶ້ນໂດຍຄວາມບັງເອິນ?
ໃຜແມ່ນຜູ້ວາງລະບົບທີ່ແມັ່ນຍຳນີ້ໃນລະບົບຮ່າງກາຍຂອງເຈົ້າ ແລະ ຮ່າງກາຍຂອງສິ່ງມີຊີວິດທັງຫລາຍ?
ເປັນໄປບໍ່ໄດ້ທີ່ຄົນທີ່ມີສະຕິປັນຍາຈະຍອມຮັບກັບການກ່າວວ່າ: "ແທ້ຈິວເຮືອນຫຼັງນີ້ມີມາໂດຍບໍ່ມີໃຜສ້າງ! ຫຼື ມີຄົນເວົ້າກັບລາວວ່າ: ແທ້ຈິງຄວາມວ່າງເປົ່າ ເປັນສິ່ງທີ່ສ້າງເຮືອນຫຼັງນີ້! ແລ້ວເປັນໄປໄດ້ແນວໃດທີ່ບາງຄົນເຊື່ອໃນຄຳເວົ້າທີ່ວ່າ: ຈັກກະວານອັນຍິ່ງໃຫຍ່ນີ້ເກິດຂຶ້ນມາໂດຍບໍ່ມີຜູ້ສ້າງ? ເປັນໄປໄດ້ແນວໃດຜູ້ມີສະຕິປັນຍາຈະຍອມຮັບກັບຄຳເວົ້າວ່າ: ແທ້ຈິງ ລະບົບຂອງຈັກກະວານທີ່ລະອຽດຮັດກຸມນີ້ເກີດຂື້ນຢ່າງບັງເອີນ ?
ແນ່ນອນວ່າ ຈະຕ້ອງມີພຣະເຈົ້າຜູ້ຍິ່ງໃຫຍ່ ທີ່ເປັນຜູ້ສ້າງ ແລະ ປົກຄອງຈັກກະວານນີ້ ແລະ ທຸກສິ່ງໃນຈັກວານ ແລະ ພຣະເຈົ້າອົງນັ້ນກໍ່ຄື ອັລລໍຫ໌ (الله) ຜູ້ຊົງມະຫາບໍລິສຸດ ແລະ ຜູ້ຊົງສູງສົ່ງ.
ແລະ ອັລລໍຫ໌ ຜູ້ຊົງມະຫາບໍລິສຸດ ໄດ້ສົ່ງບັນດາສາດສະດາມາໃຫ້ພວກເຮົາ ແລະ ພຣະອົງຊົງປະທານຄຳພີ (ວິວອນ) ລົງມາໃຫ້ພວກເຂົາ ໂດຍທີ່ຄຳພີເລັ່ມສຸດທ້າຍແມ່ນ ອັລກຸຣອານ ເຊິ່ງພຣະອັລລໍຫ໌ໄດ້ປະທານໃຫ້ແກ່ ມູຮຳມັດ ສາດສະດາຄົນສຸດທ້າຍຂອງພຣະອົງ ແລະ ດ້ວຍບັນດາຄຳພີ ແລະ ບັນດາສາສະນະທູດຂອງພຣະອົງນັ້ນ:
⦁ ເຮັດໃຫ້ພວກເຮົາຮູ້ຈັກຕົວຕົນຂອງພຣະອົງ, ຄຸນລັກສະນະ ແລະ ສິດຂອງພຣະອົງ ທີ່ພວກເຮົາຈຳເປັນຕ້ອງປະຕິບັດ ແລະ ພຣະອົງກໍໄດ້ອະທິບາຍເຖິງສິດຂອງພວກເຮົາ ທີ່ພວກເຮົາຄວນໄດ້ຮັບຈາກພຣະອົງ.
⦁ ແລະ ພຣະອົງໄດ້ບອກພວກເຮົາວ່າ ພຣະອົງຄືພຣະເຈົ້າຜູ້ຊົງສ້າງທຸກສິ່ງ, ພຣະອົງຊົງມີຊີວິດ ແລະ ບໍ່ຕາຍ, ແລະ ທຸກສິ່ງຢູ່ໃນພຣະຫັດຂອງພຣະອົງ, ຢູ່ໃຕ້ອຳນາດ ແລະ ການຄວບຄຸມຂອງພຣະອົງ.
ພຣະອົງໄດ້ບອກພວກເຮົາວ່າ ຄຸນລັກສະນະຢ່າງໜຶ່ງຂອງພຣະອົງແມ່ນ "ຄວາມຮູ້" ແທ້ຈິງແລ້ວ ພຣະອົງຮູ້ທຸກສິ່ງທຸກຢ່າງ, ແລະ ພຣະອົງຊົງໄດ້ຍິນ ແລະ ຊົງເຫັນທຸກສິ່ງ ແລະ ບໍ່ມີສິ່ງໃດສາມາດຊ່ອນເລັ້ນຈາກພຣະອົງ ໄດ້ ບໍ່ວ່າຈະຢູ່ໃນແຜ່ນດິນ ຫຼື ໃນຟາກຟ້າ.
ພຣະອົງໄດ້ສະແດງໃຫ້ພວກເຮົາຮູ້ວ່າ ພຣະອົງນັ້ນເປັນພຣະເຈົ້າຜູ້ມີຄຸນລັກສະນະສົມບູນ
ແລະ ພຣະອົງໄດ້ປະທານສະຕິປັນຍາ
ແລະ ຄວາມຮູ້ສຶກຕ່າງໆ ໃຫ້ແກ່ພວກເຮົາ ເພື່ອໃຫ້ເຫັນຄວາມອັດສະຈັນໃນການສ້າງສັນ ແລະຄວາມສາມາດຂອງພຣະອົງ ຊຶ່ງສະແດງໃຫ້ເຫັນເຖິງຄວາມຍິ່ງໃຫຍ່ ອຳນາດ ແລະ ຄວາມສົມບູນແບບໃນຄຸນລັກສະນະຂອງພຣະອົງ. ພຣະອົງໄດ້ປູກຝັງສັນຊາດຕິຍານໄວ້ໃນພວກເຮົາ ເພື່ອໃຫ້ຮັບຮູ້ຄວາມສົມບູນແບບຂອງພຣະອົງ ແລະເປັນໄປບໍ່ໄດ້ທີ່ພຣະອົງຈະມີຄຸນລັກສະນະທີ່ບໍ່ສົມບູນ.
⦁ ພຣະອົງຍັງໄດ້ສອນໃຫ້ພວກເຮົາຮູ້ວ່າ ອັລລໍຮ໌ຢູ່ເທິງຟາກຟ້າ ບໍ່ໄດ້ຢູ່ໃນຈັກກະວານ ແລະ ຈັກກະວານນີ້ກໍ່ບໍ່ໄດ້ອະໄສຢູ່ໃນພຣະອົງ.
⦁ ແລະພຣະອົງໄດ້ບອກໃຫ້ພວກເຮົາຮູ້ວ່າ ພວກເຮົາຕ້ອງຍອມຈຳນົນຕໍ່ພຣະອົງ ເນື່ອງຈາກພຣະອົງແມ່ນຜູ້ສ້າງພວກເຮົາ ຜູ້ສ້າງຈັກກະວານນີ້ ແລະເປັນຜູ້ບໍລິຫານຈັກກະວານນັ້ນ.
ເນື່ອງຈາກຜູ້ສ້າງຈະຕ້ອງມີຄຸນລັກສະນະແຫ່ງຄວາມຍິ່ງໃຫຍ່
ແລະ ເປັນໄປບໍ່ໄດ້ທີ່ຈະມີຄຸນລັກສະນະແຫ່ງການພຶ່ງພາຕໍ່ສິ່ງອື່ນ ຫຼື ການຂາດຄວາມສົມບູນ. ພຣະເຈົ້າຈະຕ້ອງ ບໍ່ລືມ ບໍ່ຫຼັບ ບໍ່ກິນອາຫານ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະມີພັນລະຍາ ຫຼື ລູກ. ແລະຫຼັກຖານໃດກໍຕາມທີ່ຂັດກັບຄວາມຍິ່ງໃຫຍ່ຂອງອັລລໍຮ໌ ຜູ້ເປັນພຣະເຈົ້າ ແລະຜູ້ສ້າງ ຖືວ່າບໍ່ແມ່ນຫຼັກຖານທີ່ມາຈາກ “ວະຫ໌ຍູ” ທີ່ແທ້ຈິງ ທີ່ຖືກນຳມາໂດຍບັນດາສາສະນະທູດຂອງອັລລໍຮ໌ (ອະໄລຮິມຸສສະລາມ).
ຫາກເຈົ້າສັດທາຕໍ່ພຣະຜູ້ອະພິບານຜູ້ເປັນຜູ້ສ້າງແລ້ວ... ເຈົ້າເຄີຍສົງໄສເຖິງຈຸດປະສົງຂອງການສ້າງໂຕເຈົ້າຫຼືບໍ່? ອັລລໍຫ໌ຕ້ອງການຫຍັງຈາກໂຕເຮົາ ແລ້ວແມ່ນຫຍັງຄືຈຸດປະສົງຂອງການດຳລົງຢູ່ຂອງເຮົາ?
ເປັນໄປໄດ້ບໍ່ທີ່ອັລລໍຫ໌ສ້າງເຮົາມາແລ້ວຖິ້ມເຮົາໄວ້ ບໍ່ສົນໃຈເຮົາ? ເປັນໄປໄດ້ບໍ່ທີ່ອັລລໍຫ໌ສ້າງສິ່ງມີຊີວິດທັ້ງໝົດຂຶ້ນ ໂດຍບໍ່ມີເປົ້າໝາຍ ຫຼື ຈຸດປະສົງໃດໆ?
ແທ້ຈິງແລ້ວອັລລໍຮ໌ ພຣະເຈົ້າຜູ້ຊົງປົກຄອງ ແລະ ຜູ້ຊົງຍິ່ງໃຫຍ່ ພຣະອົງໄດ້ບອກໃຫ້ເຮົາຮູ້ເຖິງຈຸດປະສົງຂອງການທີ່ພຣະອົງສ້າງພວກເຮົາຂຶ້ນມາ ນັ່ນກໍ່ຄືເພື່ອໃຫ້ເຮົາໄດ້ເຄົາລົບບູຊາສັກກະລະພຣະອົງພຽງອົງດຽວ, ແລະ ສິ່ງໃດທີ່ພຣະອົງຕ້ອງການຈາກພວກເຮົາ?
ພຣະອົງຊົງໄດ້ບອກພວກເຮົາວ່າ ມີພຽງພຣະອົງເທົ່ານັ້ນທີ່ຄວນໄດ້ຮັບການເຄົາລົບບູຊາສັກກະລະ, ແລະພຣະອົງຊົງໄດ້ອະທິບາຍໃຫ້ເຮົາຮັບຊາບຜ່ານບັນດາສາສະໜາທູດຂອງພຣະອົງ (ອະໄລຮິມຸສະລາມ) ເຖິງວິທີການເຄົາລົບບູຊາສັກກະລະພຣະອົງເຮັດຢ່າງໃດ?
ແລະ ວິທີການເຂົ້າໃກ້ພຣະອົງໂດຍການປະຕິບັດຕາມຄຳບັນຊາຂອງພຣະອົງ ແລະ ລະຖິ້ມຂໍ້ຫ້າມຂອງພຣະອົງຢ່າງໃດ? ແລະ ເຮົາຈະໄດ້ຮັບຄວາມພໍໃຈຈາກພຣະອົງແນວໃດ? ລະວັງຈາກການລົງໂທດຂອງພຣະອົງ ແລະ ພຣະອົງໄດ້ແຈ້ງໃຫ້ເຮົາຮູ້ກ່ຽວກັບທີ່ພັກສຸດທ້າຍຫຼັງຈາກການຕາຍຂອງພວກເຮົາວ່າເປັນແນວໃດ?
ແລະ ພຣະອົງໄດ້ບອກເຮົາວ່າ ແທ້ຈິງແລ້ວ ການມີຊີວິດຢູ່ໃນໂລກນີ້ ແມ່ນຊີວິດແຫ່ງການທົດສອບພຽງຢ່າງດຽວເທົ່ານັ້ນ ແລະ ຊີວິດທີ່ແທ້ຈິງ ແລະ ສົມບູນແມ່ນຊີວິດໃນວັນອາຄິເຣາະຫ໌ ຫຼັງຈາກທີ່ໄດ້ເສຍຊີວິດໄປແລ້ວ.
ແລະ ພຣະອົງໄດ້ບອກເຮົາວ່າ ຜູ້ໃດກໍຕາມທີ່ເຄົາລົບສັກກະລະອັລລໍຮ໌ ຕາມທີ່ພຣະອົງໄດ້ຊົງບັນຊາໄວ້ ແລະ ຫຼີກລ້ຽງສິ່ງທີ່ພຣະອົງຊົງຫ້າມ ລາວຈະໄດ້ມີຊີວິດທີ່ດີງາມໃນໂລກນີ້ ແລະ ໄດ້ຮັບຄວາມສຸກອັນນິລັນດອນໃນໂລກໜ້າ, ແລະ ຜູ້ໃດທີ່ບໍ່ເຊື່ອຟັງ ແລະ ປະຕິເສດພຣະອົງ ລາວກໍ່ຈະປະສົບກັບຄວາມທຸກຍາກໃນໂລກນີ້
ແລະ ຖືກລົງໂທດດ້ວຍຄວາມທຸກຍາກອັນນິລັນດອນໃນໂລກໜ້າ.
ເພາະເຮົາຮູ້ວ່າ ມັນເປັນໄປບໍ່ໄດ້ເລີຍທີ່ເຮົາຈະດຳເນີນຊີວິດນີ້ໄດ້ ຫາກວ່າບໍ່ມີໃຜໃນພວກເຮົາໄດ້ຮັບການຕອບແທນຈາກສິ່ງທີ່ເຮັດໄວ້ ບໍ່ວ່າຈະເປັນຄວາມດີ ຫຼື ຄວາມຊົ່ວ, ແລ້ວບໍ່ມີການລົງໂທດໃດ ໆ ຕໍ່ຜູ້ທີ່ອະທຳ ແລະ ບໍ່ມີລາງວັນໃດ ໆ ສໍາລັບຜູ້ທີ່ເຮັດຄວາມດີແນວນັ້ນຫວ່າ? ນີ້ແມ່ນສິ່ງທີ່ຂັດກັບຄວາມຍຸດຕິທຳ ແລະ ສະຕິປັນຍາ ທີ່ພວກເຮົາທຸກຄົນຕ່າງກໍ່ເຂົ້າໃຈແລະຮັບຮູ້ໄດ້.
ໃຜກໍຕາມທີ່ສັງເກດເຖິງສິ່ງທີ່ມະນຸດສ່ວນຫຼາຍເຄົາລົບບູຊາໃນປະຈຸບັນ, ເຂົາຈະພົບເຫັນວ່າ ມີຜູ້ທີ່ບູຊາມະນຸດ, ຜູ້ທີ່ບູຊາຮູບປັ້ນ, ຜູ້ທີ່ບູຊາດວງດາວ ແລະ ອື່ນໆ, ມະນຸດທີ່ມີສະຕິປັນຍາຈະບໍ່ເຄົາລົບສັກກະລະສິ່ງໃດໆ ເວັ້ນແຕ່ພຣະເຈົ້າແຫ່ງສາກົນລະໂລກເທົ່ານັ້ນ ຜູ້ຊົງມີຄຸນລັກສະນະອັນສົມບູນ ດັ່ງນັ້ນ ແລ້ວເປັນໄປໄດ້ຢ່າງໃດ ທີ່ເຂົາຈະໄປເຄົາລົບສັກກະລະສິ່ງມີຊີວິດທີ່ຄ້າຍຄືກັບເຂົາ ຫຼື ຕ່ຳກວ່າເຂົາເສຍອີກ? ພຣະເຈົ້າທີ່ແທ້ຈິງຈະບໍ່ເປັນມະນຸດ, ບໍ່ເປັນຮູບປັ້ນ, ບໍ່ເປັນກົກໄມ້ ຫຼື ສັດໃດໆ.
ທຸກສາສະໜາທີ່ມະນຸດນັບຖືກັນໃນປະຈຸບັນນີ້ ຢົກເວັ້ນສາສະໜາອິສລາມເທົ່ານັ້ນ ເປັນສາສະໜາທີ່ອັລລໍຮ໌ບໍ່ຍອມຮັບ ເນື່ອງຈາກສາສະໜາເຫຼົ່ານັ້ນເປັນສາສະນາທີ່ມະນຸດສ້າງຂຶ້ນ ຫຼື ເຄີຍເປັນສາສະໜາຂອງພຣະເຈົ້າແຕ່ໄດ້ຖືກບິດເບືອນໂດຍຝີມືຂອງມະນຸດ.
ສ່ວນສາສະໜາອິສລາມເປັນສາສະໜາຂອງພຣະເຈົ້າແຫ່ງສາກົນລະໂລກ ເປັນສາສະໜາທີ່ບໍ່ມີການປ່ຽນແປງ ແລະ ບໍ່ມີການບິດເບືອນ ແລະ ຄຳພີຂອງສາສະໜາອິສລາມຄື ຄຳພີອັລກຸຣອານ ເຊິ່ງໄດ້ຖືກຮັກສາໄວ້ຄືກັນກັບວັນທີ່ພຣະອົງໄດ້ຊົງປະທານລົງມາ
ແລະ ເປັນຄຳພີທີ່ຍັງຄົງຢູ່ໃນມືຂອງຊາວມຸສລິມຈົນປະຈຸບັນ ໃນພາສາດຽວກັນກັບທີ່ໄດ້ປະທານແກ່ທ່ານສາສະໜະທູດທ່ານສຸດທ້າຍ.
ແລະ ຫຼັກການປະການສຳຄັນອັນໜຶ່ງຂອງສາສະໜາອິສລາມ ແມ່ນການສັດທາເຊື່ອໃນບັນດາສາສະໜະທູດທີ່ອັລລໍຮ໌ໄດ້ສົ່ງລົງມາ ແລະ ພວກເຂົາທັງໝົດເປັນມະນຸດທີ່ອັລລໍຮ໌ໄດ້ສະໜັບສະໜຸນດ້ວຍສັນຍາລັກ ແລະ ປາຕິຫານຕ່າງໆ, ແລະ ໄດ້ສົ່ງພວກເຂົາໄປເພື່ອເຊີນຊວນຜູ້ຄົນໃຫ້ເຄົາລົບບູຊາພຣະອົງພຽງຜູ້ດຽວ ໂດຍບໍ່ມີການຕັ້ງພາຄີໃດ ໆ ກັບພຣະອົງ. ແລະ ສາສະໜະທູດຄົນສຸດທ້າຍ ແມ່ນທ່ານສາສະນະທູດມຸຮັມມັດ (ຊັລລັລລໍຮຸ ອະໄລຮິ ວະສັລລຳ) ເຊິ່ງອັລລໍຮ໌ໄດ້ສົ່ງມາພ້ອມກັບບົດບັນຍັດສຸດທ້າຍຂອງພຣະອົງ ແລະ ເປັນບົດບັນຍັດທີ່ມາຍົກເລີກບົດບັນຍັດຂອງສາສະໜະທູດກ່ອນໜ້ານັ້ນ, ແລະພຣະອົງໄດ້ຊົງສະໜັບສະໜຸນທ່ານດ້ວຍສັນຍານຕ່າງໆ ທີ່ຍິ່ງໃຫຍ່, ແລະ ສັນຍານທີ່ຍິ່ງໃຫຍ່ທີ່ສຸດຄືຄຳພີອັລກູຣອານ ເຊິ່ງເປັນພຣະວັດຈະນະຂອງພຣະເຈົ້າແຫ່ງສາກົນລະໂລກ, ເປັນຄັມພີທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດເຄີຍຮູ້ຈັກມາ, ມີຄວາມອັດສະຈັນທັງໃນເນື້ອໃນ, ຄຳເວົ້າ, ໂຄງສ້າງ ແລະ ການຕັດສິນຕ່າງໆ ຂອງມັນ, ໃນຄັມພີອັລກຸຣອານມີການຊີ້ແນະ ແນະນຳໃຫ້ໄປສູ່ຄວາມຈິງ ທີ່ນຳໄປສູ່ຄວາມສຸກໃນໂລກນີ້ ແລະ ໃນວັນອາຄິເຣາະຫ໌ ໂລກໜ້າ ເປັນຄັມພີທີ່ໄດ້ຖືກປະທານລົງມາດ້ວຍພາສາອາຣັບ.
ແລະ ຍັງມີຫຼັກຖານຫຼາຍຢ່າງ ທັງທາງດ້ານປັນຍາ ແລະທາງວິທະຍາສາດ ທີ່ສາມາດພິສູດໄດ້ຢ່າງບໍ່ມີຄວາມສົງໄສວ່າ ຄັມພີອັລກຸຣອານ ແມ່ນ ພຣະວັດຈະນະ (ຄຳເວົ້າ) ຂອງພຣະຜູ້ສ້າງຢ່າງແທ້ຈິງ ແລະ ເປັນໄປບໍ່ໄດ້ທີ່ຈະເປັນສິ່ງທີ່ມະນຸດສ້າງຂຶ້ນມາ.
ແລະ ສ່ວນໜຶ່ງຈາກຫຼັກການຂອງສາສະໜາອິສລາມ ແມ່ນການສັດທາເຊື່ອໃນມະລາອິກະຫ໌ (ທູດສະຫວັນ)
ແລະ ການສັດທາເຊື່ອໃນວັນສຸດທ້າຍ ໂດຍທີ່ອັລລໍຮ໌ຈະຊົງເຮັດໃຫ້ຜູ້ຄົນອອກຈາກຫຼຸມຝັງສົບຂອງເຂົາເຈົ້າໃນວັນຟື້ນຄືນຊີບ ເພື່ອເຮັດການສອບສວນພວກເຂົາກ່ຽວກັບສິ່ງທີ່ພວກເຂົາໄດ້ກະທຳໄວ້. ໃຜກໍ່ຕາມທີ່ໄດ້ກະທຳຄວາມດີໂດຍເຂົາເປັນຜູ້ສັດທາ ເຂົາຈະໄດ້ຮັບຄວາມສຸກຊົ່ວນິຣັນດອນໃນສະຫວັນ ,ແລະ ໃຜກໍ່ຕາມທີ່ປະຕິເສດສັດທາ ແລະ ກະທຳຄວາມຊົ່ວ ເຂົາຈະຖືກລົງໂທດຢ່າງສາຫັດໃນນະຣົກ. ແລະ ຫຼັກການຂອງອິສລາມອີກປະການໜຶ່ງ ແມ່ນການສັດທາເຊື່ອໃນການກຳນົດຂອງອັລລໍຮ໌ສຳລັບມະນຸດທຸກຄົນ ບໍ່ວ່າຈະເປັນສິ່ງດີ ຫຼື ສິ່ງທີ່ມະນຸດເບິ່ງວ່າບໍ່ດີ — ທຸກຢ່າງເກີດຂຶ້ນຕາມພຣະປະສົງ ແລະ ພຣະປັນຍາຂອງພຣະອົງ.
ສາສະໜາອິສລາມເປັນແນວທາງໃນການດຳເນີນຊີວິດທີ່ຄົບຄົນ ແລະ ສອດຄ່ອງກັບທຳມະຊາດຂອງຊີວິດ ແລະ ສາມັນສຳນຶກ ເປັນທີ່ຍອມຮັບຂອງຈິດວິນຍານທີ່ບໍລິສຸດ ແລະ ເປັນສາສະໜາທີ່ພຣະຜູ້ສ້າງຜູ້ຊົງຍິ່ງໃຫຍ່ໄດ້ບັນຍັດໃຫ້ແກ່ບ່າວຂອງພຣະອົງ. ແລະ ເປັນສາສະໜາແຫ່ງຄວາມດີ ແລະ ຄວາມສຸກສຳລັບມວນມະນຸດຊາດທັງໃນໂລກນີ້ ແລະ ໃນຊີວິດຫຼັງຄວາມຕາຍ. ເປັນສາສະໜາທີ່ບໍ່ໄດ້ຍົກຍ້ອງກຸ່ມໃດໜຶ່ງເໜືອກວ່າກຸ່ມອື່ນ ຫຼື ສີຜິວໃດໜຶ່ງເໜືອກວ່າສີຜິວອື່ນ. ໃນອິສລາມ ມະນຸດທຸກຄົນມີຄວາມເທົ່າທຽມກັນ ແລະ ບໍ່ມີຜູ້ໃດທີ່ໂດດເດັ່ນເໜືອຄົນອື່ນ ເວັ້ນແຕ່ໃນກອບແຫ່ງການກະທຳຄຸນງາມຄວາມດີທີ່ລາວໄດ້ເຮັດໄວ້ເທົ່ານັ້ນ.
ແລະ ສິ່ງທີ່ອັລລໍຮ໌ຊົງເນັ້ນຢ້ຳໃນອັລກຸຣອານ ກໍ່ແມ່ນ ການສັດທາຕໍ່ອັລລໍຮ໌ວ່າພຣະອົງຄືພຣະຜູ້ອະພິບານ ແລະ ເປັນພຣະເຈົ້າທີ່ຄວນໄດ້ຮັບການເຄົາລົບສັກກາລະ ແລະ ສັດທາວ່າອິດສະລາມເປັນສາສະໜາຂອງຕົນ ແລະ ມຸຮຳມັດເປັນສາສະໜະທູດ ແລະ ການເຂົ້າສູ່ການນັບຖືສາສະໜາອິດສະລາມນັ້ນ ຖືເປັນສິ່ງຈຳເປັນທີ່ມະນຸດບໍ່ສາມາດປະຕິເສດໄດ້ ແລະ ໃນວັນກິຍາມະຫ໌ຈະມີການສອບສວນ ແລະ ການຕອບແທນ ໃຜກໍຕາມທີ່ເປັນຜູ້ສັດທາຢ່າງແທ້ຈິງ ລາວຈະໄດ້ຮັບໄຊຊະນະ ແລະ ຄວາມສຳເລັດຢ່າງໃຫຍ່ ແລະ ໃຜກໍຕາມທີ່ປະຕິເສດຄວາມສັດທາ ລາວຈະຕ້ອງປະສົບກັບຄວາມຂາດທຶນຢ່າງຊັດເຈນ.
ໃຜກໍ່ຕາມທີ່ຕ້ອງການປ່ຽນມານັບຖືສາສະໜາອິສລາມ ກໍ່ຈົ່ງກ່າວວ່າ: (ອັຊຮາດຸ ອັລລາ ອິລາຮະ ອິລລັລລໍຮຸ ວະອັຊຮະດຸ ອັນນະ ມຸຮຳມະດັນ ຣໍສູລລຸລລໍຫ໌) "ຂ້ອຍຂໍປະຕິຍານວ່າ ບໍ່ມີພຣະເຈົ້າອື່ນໃດທີ່ຄວນແກ່ການເຄົາລົບພັກດີຢ່າງແທ້ຈິງນອກຈາກອັລລໍຫ໌ ແລະ ຂ້ອຍຂໍປະຕິຍານວ່າມຸຮຳມັດເປັນສາສະນະທູດຂອງອັລລໍຫ໌" ໂດຍຮູ້ຄວາມໝາຍຂອງມັນ ແລະ ສັດທາຕໍ່ມັນ ແລະ ດ້ວຍການກ່າວຄຳປະຕິຍານນີ້ເຂົາກໍ່ໄດ້ກາຍເປັນມຸສລິມແລ້ວ ຈາກນັ້ນເຂົາກໍ່ສຶກສາບົດບັນຫຍັດຕ່າງໆ ຂອງສາສະໜາອິສລາມທີ່ລະເລັກທີ່ລະນ້ອຍ ເພື່ອເຂົາຈະໄດ້ປະຕິບັດໃນສິ່ງທີ່ອັລລໍຫ໌ຊົງບັນຊາໃຫ້ເຂົາກະທຳ.
ເພື່ອສຶກສາຂໍ້ມູນອິສລາມເພິ່ມເຕິມ