نبذة في العقيدة الإسلامية (شرح أصول الإيمان)
*
These files are generated automatically from the book's text; their layout may differ from the printed edition.
ບົດສະຫລຸບກຽວກັບຄວາມເຊື່ອຂອງສາສະໜາອິດສະລາມ
ປະພັນໂດຍ: ເຊັຄ ອັລລາມະຮ໌
ມູຮຳມັດ ບິນ ຊໍແລະຮ໌ ອັລອູໄຊມີນ
ຂໍອັລລໍຫ໌ຈົງອະໄພໂທດ ໃຫ້ພໍ່ແມ່ຂອງທ່ານ ແລະ ມຸດສະລິດທຸກໆທ່ານ
ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປານີ ຜູ້ຊົງເມດຕາສະເໝີ
ບົດນຳ
ແທ້ຈິງການສັນລະເຊີນແດ່ອັລລໍຫ໌ພວກເຮົາສັນລະເຊີນທ່ານ ແລະຂໍຄວາມຄຸ້ມຄອງຊ່ວຍເຫລືອຈາກທ່ານພຣະອົງ ສະແວງຫາພຣະອົງເຊິງການອະໄພຍະໂທດ ແລະກັບເນື້ອກັບໂຕໄປຫາພຣະອົງ ພວກເຮົາຂໍຄວາມຄຸ້ມຄອງຈາກພຣະອົງຈາກຄວາມຊົ້ວຂອງພວກເຮົາແລະການກະທຳຂອງເຮົາ ຜູ້ໃດທີ່ອັລລໍຫ໌ສົງຊີແນະນຳທາງໃຫ້ແກ່ເຂົາແລ້ວເຂົາຍອມບໍ່ມີໃຜ່ເຮັດໃຫ້ເຂົາລົງທາງ ແລະຜູ້ໃດທີ່ພຣະອົງສົງເຮັດໃຫ້ເຂົາລົງແລ້ວກໍບໍ່ມີໃຜ່ສາມາດຊີ້ແນະນຳທາງລາວໄດ້ ຂ້າພະເຈົ້າຂໍປະຕິຍານຕົນວ່າບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ອົງດຽວເທົ່ານັ້ນ ບໍ່ມີພາຄີຫຸ້ນສວນສຳຫລັບພຣະອົງ ຂ້າພະເຈົ້າຂໍປະຕິຍານວ່າທ່ານ ນະບີ ມູຮຳມັດ ເປັນບ່າວ ແລະສາດສະດາທູດຂອງພຣະອົງ ຂໍຄວາມສັນຕິສຸກຈາກພຣະອົງທ່ານ ຈົງປະສົບກັບລາວແລະຄອບຄົວເພື່ອນມິດສະຫາຍ ຊາວົກແລະບັນບັນດາຜູ້ປະຕິບັດຕາມລາວ ໃຫ້ໄດ້ຮັບແຕ່ຄວາມດີແລະສັນຕິສຸກ
"ຕໍ່ຈາກນັ້ນ: ວ່າ (ວິຊາ ເຕົາຮີດ) ເປັນວິຊາທີ່ສູງສຸດ, ແລະມີຄ່າຫຼາຍທີ່ສຸດ, ແລະເປັນສິ່ງທີ່ຕ້ອງການຫຼາຍທີ່ສຸດ; ເພາະວ່າເປັນວິຊາກ່ຽວກັບພຣະເຈົ້າອັນສູງສຸດ, ພຣະນາມ, ຄຸນສົມບັດ, ແລະສິດທິຂອງພຣະອົງເຫຼືອຜູ້ຮັບໃຊ້ຂອງພຣະອົງ, ແລະເພາະວ່າມັນເປັນກຸນແຈຂອງການດຳເນີນທາງໄປຫາພຣະເຈົ້າອັນສູງສຸດ, ແລະເປັນພື້ນຖານຂອງກົດລະບຽບຂອງພຣະອົງ."
ດ້ວຍເຫດນີ້ບັນດາສາດສະດາທູດຈືງໄດ້ຮຽກຮ້ອງເຊີນຊວນໄປສູ່ເຕົາຮີດ ດັ່ງຄຳດຳລັດຂອງພຣະອົງທີ່ວ່າ ແລະ ຂ້າ( ອັລລໍຫ໌) ບໍ່ໄດ້ສົ່ງບັນດາສາດສະດາທູດມາກ່ອນນີ້ ນອກຈາກການດົນໃຈໃນທ່ານວ່າ ພຣະອົງທ່ານ ຊົງມີຫນຶ່ງດຽວ ດັງນັ້ນຈົງເຄົາລົບພຣະອົງອັລລໍຫ໌ເຖີດ (ຊູເຣາະຫ໌ນີຊາ ບົດທີ່ 25)
"ແລະພຣະອົງໄດ້ເປັນພະຍານແກ່ພຣະອົງເອງກ່ຽວກັບຄວາມເປັນເອກະລາດ, ແລະທູດສະຫວັນຂອງພຣະອົງກໍໄດ້ເປັນພຍານ, ພ້ອມທັງຜູ້ມີຄວາມຮູ້ກໍໄດ້ເປັນພະຍານຕໍ່ພຣະອົງ. ພຣະອົງໄດ້ກ່າວວ່າ..." ອັລລໍຫ໌ສົງຍື່ນຍັນວ່າ ແທ້ຈິງບໍ່ມີຜູ້ທີ່ຄວນໄດ້ຮັບການເຄົາລົບບູຊາໃດໆ ນອກຈາກພຣະອົງເທົ່ານັ້ນ ແລະ ເທວະທູດ ມາລາກິກະຮ໌ ແລະ ຜູ້ມີຄວາມຮູ້ໃນຖານະດຳລົງໄວເຊິ່ງຄວາມຍຸດຕິທຳນັ້ນ ກໍ່ຢື່ນຍັ້ນວ່າບໍ່ມີຜູ້ທີ່ຄວນໄດ້ຮັບການເຄົາລົບບູຊາໃດໆ ນອກຈາກອັລລໍຫ໌ຜູ້ສົງເດສານຸພາບ ຜູ້ປຣີຊາຍານ (ຊູເຣາະຫ໌ ອັລ-ອາລາອິບຣອນ ບົດ:18)
ເມື່ອຄວາມເປັນເອກະມີຄວາມສຳຄັນເຊັ່ນນີ້, ການທີ່ທຸກຄົນມຸດສະລິມຄວນໃສ່ໃຈມັນ ບໍ່ວ່າຈະເປັນການຮຽນຮູ້, ການສອນ, ການຄິດໄຕ່ຕອງ, ແລະຄວາມເຊື່ອເພື່ອປຶກສາຖານທາງສາສະໜາຂອງຕົນໃຫ້ຢູ່ບ່ອນທີ່ຖືກຕ້ອງ, ເຊັ່ນນັ້ນກໍຈຶ່ງຈະໄດ້ຮັບຜົນໄດ້ ແລະຜົນລັບຂອງມັນ.
ອັລລໍຫ໌ເປັນຜູ້ປະທານຄວາມສຳເລັດ
ຜູ້ປະພັນ
ສາດສະໜາອິດສະລາມ
ສາດສະໜາອິດສະລາມ: ແມ່ນສາດສະໜາທີ່ພຣະເຈົ້າໄດ້ສົ່ງທ່ານ ມູຮຳຫມັດ (ຂໍຄວາມສັນຕິສຸກຈົງປະສົບກັບລາວ) ແລະພຣະເຈົ້າໄດ້ໃຫ້ເປັນສາດສະໜາສຸດທ້າຍທັ້ງໝົດຮວມດ້ວຍກັນ, ແລະໄດ້ເຮັດໃຫ້ມັນສົມບູນສຳລັບເຄົາລົບພັກດີພຣະອົງ, ແລະໄດ້ໃຫ້ຄວາມໂປດປານຂອງພຣະອົງສົມບູນດ້ວຍມັນ, ແລະພຣະອົງໄດ້ພໍໃຈໃຫ້ມັນເປັນສາດສະໜາຂອງພວກເຂົາ. ເພາະສະນັ້ນ, ພຣະອົງບໍ່ຍອມຮັບສາສະໜາອື່ນຈາກສາດສະໜານີ້. ພຣະເຈົ້າໄດ້ກ່າວວ່າ… (ມູຮຳມັດບໍ່ໄດ້ເປັນບິດາຜູ້ໃດໃນຫມູ່ບູລຸດຂອງພວກເຈົ້າ ແຕ່ເປັນຣໍຊູລຂອງອັລລໍຫ໌ ແລະຄົນສຸດທ້າຍແຫ່ງບັນດານະບີ) (ຊູເຣາະຫ໌ ອັລ-ອະຫ໌ຊາບ ອາຍະຫ໌: 40)
ແລະ ພຣະອົງກ່າວຕື່ມອີກວ່າ: "ມື້ນີ້ຂ້າ ( ອັລລໍຫ໌) ໄດ້ໃຫ້ສົມບູນແກ່ພວກເຈົ້າແລ້ວຊຶງສາດສະໜາຂອງພວກເຈົ້າແລະຂ້າໄດ້ໃຫ້ຄົບຖ້ວນແກ່ພວກເຈົ້າແລ້ວ ຊຶງຄວາມກະລຸໜາເມດຕາຂອງຂ້າ ແລ້ວຂ້າໄດ້ເລືອກສາດສາະໜາດອິດສະລາມໃຫ້ເປັນສາດສະໜາຂອງພວກເຈົ້າ" (ຊູເຣາະຫ໌ ອັລມາອີດະຮ໌ : 3)
ແລະ ພຣະອົງກ່າວຕື່ມອີກວ່າ: "ແທ້ຈິງສາດສະໜາ ນະທີ່ອັລລໍຫ໌ນັ້ນຄື ອັລອິດສະລາມ" (ຊູເຣາະຫ໌ ອັລອາລາອິມຣອນ : 19)
ແລະ ອັລລໍຫ໌ໄດ້ກ່າວຕື່ມອີກວ່າ: "ແລະຜູ້ໃດສະແວງຫາສາດສະໜາດຫນຶ່ງ ສາດສະໜາອື່ນຈາກອິດສະລາມແລ້ວ ສາດສະໜາດນັ້ນກໍ່ຈະບໍ່ຖືກຕອບຮັບຈາກເຂົາເປັນອັນເດັດຂາດ ແລະໃນວັນແຫ່ງການຕັດສິນ (ສິ້ນໂລກ) ເຂົາຈະຢູ່ໃນຫມູ່ຜູ້ຂາດທຸນ" (ຊູເຣາະຫ໌ ອັລ-ອາລາອິມຣອນ : 85)
ພຣະອົງອັລລໍຫ໌ໄດ້ສົງບັນຍັດໃຫ້ກັບມະນຸດທຸກໆຄົນ ຈົງເຄົາລົບນັບຖືພຣະອົງທ່ານ ໂດຍພຣະອົງທ່ານໄດ້ບອກຜ່ານທ່ານ ສາດສະດາທູດ ຂໍຄວາມສັນຕິສຸກຈົງປະສົບແດ່ທ່ານ: "ຈົງກ່າວເຖີດ (ມູຮຳມັດ) ໂອ້ມະນຸດທັ້ງຫລາຍ ແທ້ຈິງຂ້ອຍເປັນຣໍຊູລຂອງອັລລໍຫ໌ ມາຍັງພວກທ່ານ ທັ້ງມວນ ຊຶງພຣະອົງນັ້ນອຳນາດແຫ່ງບັນດາຊັ້ນຟ້າແລະແຜ່ນດີນ ເປັນຂອງພຣະອົງ ບໍ່ມີຜູ້ໃດຄວນໄດ້ຮັບການກາບໄຫວ້ ນອກຈາກພຣະອົງອັລລໍຫ໌ເທົ່ານັ້ນ ຜູ້ສົງໃຫ້ເປັນແລະສົງໃຫ້ຕ່າຍ ດັ່ງນັ້ນທ່ານຈົງສັດທາຕໍ່ອັລລໍຫ໌ແລະຣໍຊູລຂອງພຣະອົງ ຜູ້ເປັນນາບີ ທີ່ຂຽນອ່ານບໍ່ເປັນ ຊຶງເຂົາສັດທາຕໍ່ອັລລໍຫ໌ແລະຄຳດຳລັດທັ້ງຫລາຍຂອງພຣະອົງ ແລະພວກທ່ານຈົງປະຕິບັດຕາມເຂົາເຖີດ ເພື່ອວ່າພວກເຈົ້າຈະໄດ້ຮັບຄຳແນະນຳ" (ຊູເຣາະຫ໌ ອັລ-ອະຣໍຟ : 158)
ແລະ ລາຍງານທີ່ຖືກຕ້ອງຈາກມຸສລິມ ຈາກທ່ານອາບີ ຮູຣອຍເຣາະຫ໌ ຂໍຄວາມພຶງພໍໃຈຈາກອັລລໍຫ໌ຈົງມີແຕ່ທ່ານ ຈາກທ່ານຣໍຊູລ (ຂໍຄວາມສັນຕິສຸກຈົງປະສົບກັບທ່ານ) ໄດ້ກ່າວວ່າ: << ແລະໂດຍຜູ້ທີ່ວິນຍານຢູ່ໃນກຳມືຂອງເຂົາມູຮຳມັດ ຂ້ອຍບໍ່ໄດ້ຍິນ ຈາກຜູ້ໃດໃນປະຊາຊາດນີ້ ບໍ່ວ່າຈະເປັນຊາວຍິວ ຊາວຄຣິສຕຽນ ແລະເຂົາກໍ່ຕາຍ ແລະ ເຂົາບໍ່ເຊື່ອໃນສິງທີ່ຂ້ອຍຖຶກສົ່ງລົງມາ ນອກຈາກພວກເຂົາເປັນຊາວນະຣົກ.
ແລະເຊື່ອໃນມັນ: ເຊື່ອໃນສິ່ງທີ່ລາວນຳມາ ພ້ອມກັບການຍອມຮັບແລະການເຊື່ອຟັງ. ມັນບໍ່ແມ່ນພຽງແຕ່ການໃຫ້ສັດຕະຍາບັນ. ນັ້ນແມ່ນເຫດຜົນທີ່ ອາບູ ຕໍລິບ ບໍ່ແມ່ນຜູ້ທີ່ເຊື່ອໃນທ່ານສາດສະດາ. (ຂໍໃຫ້ຄວາມສັນຕິຂອງພຣະເຈົ້າແລະຄວາມສະຫງົບຢູ່ກັບທ່ານ). ໂດຍຄວາມເຊື່ອຂອງລາວໃນສິ່ງທີ່ລາວນໍາມາ ແລະປະຈັກພະຍານຂອງລາວແມ່ນຫນຶ່ງໃນທີ່ດີທີ່ສຸດໃນສາດສະຫນາ.
ແລະ ອິດສະລາມມັນປະກອບມີຜົນປະໂຫຍດທັງຫມົດລວມຢູ່ໃນສາສະຫນາທີ່ຜ່ານມາ. ຄຸນງາມຄວາມດີທີ່ໂດດເດັ່ນສໍາລັບທຸກເວລາ, ສະຖານທີ່ແລະປະຊາຊາດ. ພຣະເຈົ້າຜູ້ຊົງອຳນາດຍິ່ງໃຫຍ່ກ່າວເຖິງ ສາດສະດາທູດ ຂອງພຣະອົງ: "ແລະເຮົາໄດ້ໃຫ້ຄຳພີລົງມາແກ່ເຈົ້າ ດ້ວຍຄວາມຈິງໃນຖານະເປັນທີ່ຍືນຍັນຄຳພີ ທີ່ຢູ່ເບື້ອຫນ້າມັນ ແລະເປັນທີ່ຄວບຄຸມຄຳພີ(ເບື້ອງຫນ້າ)" (ຊູເຣາະຫ໌ ອັລມາອີດະຫ໌ :48)
ແລະຄວາມຫມາຍຂອງຄວາມຖືກຕ້ອງສໍາລັບທຸກເວລາ, ສະຖານທີ່, ແລະປະຊາຊາດ ການຍຶດຫມັ້ນມັນບໍ່ທໍາລາຍຜົນປະໂຫຍດແຫ່ງຊາດຂອງເວລາຫຼືສະຖານທີ່ໃດກໍ່ຕາມ, ແຕ່ມັນເປັນສິ່ງທີ່ດີ. ແລະນີ້ບໍ່ໄດ້ຫມາຍຄວາມວ່າມັນຖືກປົກຄອງໂດຍທຸກເວລາ, ສະຖານທີ່, ແລະປະເທດຊາດ. ດັ່ງທີ່ບາງຄົນຕ້ອງການ
ສາສະໜາອິດສະລາມເປັນສາດສະຫນາທີ່ທຽງທັມ ເຊິ່ງພຣະອົງອັລລໍຫ໌ ຊົງປະກັນສິດ ແລະ ສັນຍາວ່າຈະຊ່ວຍເຫຼືອແກ່ຜູ້ໃດກໍ່ຕາມທີ່ຍຶດຖື ແລະ ປະຕິບັດຕາມສາສະນາບັນຍັດ ພຣະອົງຈະຊົງຢົກຍ່ອງຜູ້ສັດທາເໜືອກວ່າ ແລະ ດີເດັ່ນກວ່າຜູ້ປະຕິເສດສັດທາ ດັງທີ່ພຣະເຈົ້າອົງໄດ້ກ່າວວ່າ: ພຣະອົງນັ້ນຄື່ຜູ້ທີ່ໄດ້ສົງຣໍຊູລຂອງພຣະອົງມາພ້ອມດ້ວຍຄຳແນະນຳ ແລະສາດສະໜາແຫ່ງສັດຈະທັມ ເພື່ອທີ່ຈະສົງໃຫ້ອິສລາມຢູ່ເໜືອເປັນປະຈັກ ເຫນືອທຸກສາດສະໜາ ແລະແມ້ວ່າບັນດາມຸສຣິກີນຈະກຽດຊັງກໍຕາມ (ຊູເຣາະຫ໌ ອັລຊອຟ :9)
ແລະ ພຣະອົງອັລລໍຫ໌ກ່າວຕື່ມອີກວ່າ: "ອັລລໍຫ໌ໄດ້ຊົງສັນຍາກັບບັນດາຜູ້ສັດທາ ເເລະ ບັນດາຜູ້ກະທຳຄວາມດີທັງຫຼາຍວ່າ ເເນ່ນ່ອນພຣະອົງຈະຊົງໃຫ້ພວກເຂົາເປັນຕົວເເທນ ນະ ໂລກນີ້ ດັງທີ່ໄດ້ໃຫ້ແກ່ບັນດາຊົນກ່ອນພວກເຂົາເປັນຕົວເເທນມາກ່ອນເເລ້ວ ເເລະ ແນ່ນອນພະອົງຈະຊົງເຮັດໃຫ້ສາສະໜາຂອງພວກເຂົາ ເຊິ່ງພຣະອົງຊົງໂປດປານເປັນທີ່ໜັ້ນຄົງເປັນກຽດເເກ່ພວກເຂົາ ເເລະ ເເນ່ນອນພຣະອົງຈະຊົງປ່ຽນເເປງໃຫ້ພວກເຂົາໄດ້ຮັບຄວາມປອດໄພ ຫຼັງຈາກຄວາມຍ້ານກົ່ວຂອງພວກເຂົາ ໂດຍທີ່ພວກເຂົາຈະຕ້ອງເຄົາລົບພັກດີຕໍ່ຂ້າ ບໍ່ຕັ້ງພາຄີອື່ນໃດຕໍ່ຂ້າ ເເລະ ຜູ້ໃດປະຕິເສດສັດທາຫຼັງຈາກນັ້ນ ຊົນເຫຼົ່ານັ້ນພວກເຂົາຄື່ຜູ້ຝ່າຝືນ" (ຊູເຣາະຫ໌ ອັນນູຣ: 55)
ສາດສະຫນາອິດສະລາມປະກອບດ້ວຍຫລັກການສັດທາ (ອາກີດະຫ໌) ຫລັກກົດຫມາຍ (ຊາຣີອະຫ໌) ທີ່ສົມບູນດັ່ງນີ້
1.ບົດບັນຍັດໃນເລື່ອງຫລັກເອກະພາບ (ເຕົາຮີດ) ຫ້າມການຕັ້ງພາຄີ (ຊີຣິກ)
2.ບົດບັນຍັດໃນເລື່ອງຄວາມສັດຈະ ຫ້າມເວົ້າຕົວະ ເວົ້າເທັດ
3- ພຣະອົງສັ່ງຄວາມຍຸຕິທໍາ ແລະຫ້າມຄວາມບໍ່ຍຸດຕິທໍາ. ແລະຄວາມຍຸດຕິທໍາແມ່ນການປະຕິບັດຢ່າງເທົ່າທຽມກັບສິ່ງທີ່ເຫມືອນກັນ ແລະ ການແຍກແຍະຄວາມແຕກຕ່າງລະຫວ່າງສິ່ງທີ່ແຕກຕ່າງກັນ ບໍ່ແມ່ນການເຮັດໃຫ້ທຸກຢ່າງເທົ່າທຽມກັນໂດຍສົມບູນຕາມທີ່ບາງຄົນກ່າວວ່າ ສາສະໜາອິສລາມເປັນສາສະໜາແຫ່ງຄວາມເທົ່າທຽມກັນໂດຍບໍ່ເຈາະຈົງລາຍລະອຽດ ເພາະຄວາມເທົ່າທຽມກັນລະຫວ່າງສິ່ງທີ່ແຕກຕ່າງກັນນັ້ນ ເປັນຄວາມອະຍຸຕິທັມ ເຊິ່ງສາສະໜາອິສລາມບໍ່ໄດ້ນຳມາໃຊ້ ແລະ ຜູ້ກະທຳເຊັ່ນນັ້ນກໍ່ບໍ່ໄດ້ຮັບການຢົກຍ່ອງ.
4.ບົດບັນຍັດໃນເລື່ອງຄວາມຊື່ສັດ ຫ້າມການຜິດສັນຍາ
5.ບົດບັນຍັດໃນເລື່ອງຊື່ສັດຕໍ່ສັນຍາ ຫ້າມການສຸດຈະລິດຄົດໂກງ
6.ບົດບັນຍັດໃນເລື່ອງການເຮັດຄວາມດີຕໍ່ບິດາ ມານດາ ຫ້າມການເນລະຄຸນ
7.ບົດບັນຍັດໃນເລື່ອງຄວາມສຳພັນທາງເຄື່ອຍາດ ຫ້າມການຕັດຍາດຕິພີ່ນ້ອງ
8.ບົດບັນຍັດໃນເລື່ອງຂອງການອັດທະຍາໄສ ໄມຕີດີງາມ ຫ້າມການເຮັດຊົ່ວຕ່າງໆ
ສະຫລຸບແລ້ວ: ສາດສະຫນາອິດສະລາມບັນຍັດໃຊ້ໃນເລື່ອງຄຸນນະທຳຈະລິຍະທຳມາລະຍາດທີ່ດີງາມ ແລະ ຫ້າມການກະທຳເຮັດສິ່ງທີ່ຊົວຊ້າລາມົກທັ້ງຫລາຍ ອິດສະລາມໃຊ້ໃຫ້ກະທຳ ແລະໃຫ້ສົ່ງເສີ່ມປະຕິບັດຄຸນງາມຄວາມດີທຸກປະການ.
ພຣະອົງອັລລໍຫ໌ຕຣັດວ່າ: "ແທ້ຈີ່ງອັລລໍຫ໌ຊົງສັ່ງໃຊ້ໃຫ້ຮັກສາຄວາມຍຸດຕິທຳ ແລະຄວາມດີ ແລະບໍລິຈາກແກ່ຍາດໃກ້ສິດ ແລະໃຫ້ລະເວັ້ນການເຮັດລາມົກ ແລະການຊົວຊ້າ ແລະການອະທຳ ພຣະອົງສົ່ງຕັກເຕື່ອນພວກເຈົ້າ ເພື່ອພວກເຈົ້າຈະໄດ້ລຳລືກ" (ຊູເຣາະຫ໌ ອັລ-ນະຫ໌ : 90)
ຫຼັການອິດສະລາມ
ຫລັກການອິດສະລາມຕັ້ງຢູ່ບົນຮາກຖານ 5 ປະການ: ເຊິ່ງຖືກກ່າວເຖີ່ງໃນລາຍງາມຂອງທ່ານອີບນູ ອູມັຣ : ວ່າທ່ານນາບີ (ຂໍຄວາມສັນຕິສຸກຈົ່ງມີແຕ່ທ່ານ) ໄດ້ກ່າວວ່າ ອິດສະລາມຕັ້ງຢູ່ເທິ່ງຫລັກ 5 ປະການຄື່: ການພັກດີຕໍ່ອັລລໍຫ໌ອົງດຽວ ການປະຕິຍານຕົນວ່າ "ບໍ່ມີພຣະເຈົ້າອື່ນໃດທີ່ສົມຄວນແກ່ການເຄົາລົບພັກດີນອກຈາກອັລລໍຫ໌ອົງດຽວ ແລະມູຫັມມັດຄືບ່າວ ແລະຣໍຊູລຂອງພຣະອົງ ການດຳລົງໄວ້ເຊິ່ງການລະມາດ ການຈ່າຍສະກາດ (ພາສີ) ການຖືສິນອົດໃນເດືອນຣໍມະດອນ ການປະກອບພິທີ່ຫັຈ ເມືອງນະຄອນມັກກະຫ໌" ຊາຍຄົນຫນື່ງໄດ້ກ່າວວ່າ: ບໍ່ແມ່ນການປະກອບພິທີ່ຫັຈ ແລະຖືສິນອົດໃນເດືອນຣໍມະດອນ. ທ່ານກ່າວວ່າບໍ່ແມ່ນການຖືສີນອົດ ແລະຫັຈ. ຂ້ອຍເຄີຍໄດ້ຍີນທ່ານຣໍຊູລກ່າວແບບນີ້
1. ການປະຕິຍານຕົ້ນວ່າ ບໍ່ມີພຣະເຈົ້າອື່ນໃດທີ່ສົມຄວນໃນການເຄົາລົບພັກດີນອກຈາກອັລລໍຫ໌ ແລະ ມູຫັມມັດຄືບ່າວ ແລະ ຣໍຊູລຂອງອັລລໍຫ໌
ກ. ເນື່ອງຈາກທ່ານສາດສະດາມຸຮຳມັດ ເປັນຜູ້ແຈ້ງຂ່າວກ່ຽວກັບອັລລໍຫ໌. ສະນັ້ນການຍືນຍັນເຖິງການເປັນພຣະເຈົ້າ (ອຸບູດີຍະຫ໌) ແລະ ສານແຫ່ງອິສລາມຈຶງເປັນສ່ວນປະກອບທີ່ສົມບູນ ຂອງການປະຕິຍານດັງກ່າວ.
ຂ. ຄຳປະຕິຍານທັ້ງສອງເປັນພື້ນຖານຄວາມຖືກຕ້ອງຂອງກິດຈະການງານ ຫາກກິດຈະການໃດບໍ່ຖືກຕ້ອງ ຈະບໍ່ຖືກຍອມຮັບ ນອກຈາກຕ້ອງເຮັດດ້ວຍຄວາມບໍລິສຸດໃຈເພື່ອອັລລໍຫ໌ ແລະ ປະຕິບັດຕາມທ່ານນະບີ ເທົ່ານັ້ນ.
ຄຳປະຕິຍານນີ້ຈະບັນລຸຜົນໄດ້ກໍ່ດ້ວຍຄວາມບໍລິສຸດໃຈ ແລະ ການຕິບັດຕາມທ່ານນະບີ ນັ້ນຈະເຮັດໃຫ້ການປະຕິຍານຕົນທີ່ວ່າ ມຸຮຳມັດເປັນບ່າວ ແລະ ຣໍຊູລຂອງພຣະອົງເກິດຄວາມສຳເລັດຜົນຢ່າງແທ້ຈິງ.
ພາກຜົນຂອງຄຳປະຕິຍານ ຊະຮາດະຫ໌ທີ່ຍິ່ງໃຫຍ່ ຄືການປົດປ່ອຍຕົນຈາກການເປັນທາສຂອງສັບພະສິ່ງທີ່ຖືກສ້າງທັ້ງມວນ ແລະ ບໍ່ປະຕິບັດຕາມຜູ້ອື່ນນອກຈາກທ່ານຣໍຊູລລຸລລໍຫ໌.
2. ການດຳລົງໄວ້ເຊິ່ງການລະມາດ ຄືການເຮັດຄວາມພັກດີຕໍ່ອັລລໍຫ໌ ດ້ວຍກິລິຍາທ່າທາງໃນການລະໝາດຢ່າງນອບນ້ອມ ແລະ ສົມບູນໃນທຸກຊ່ອງເວລາ.
ຈາກພາກຜົນຂອງການລະໝາດ ຄືການເປິດຈິດໃຈໃຫ້ເປັນທີ່ຊື່ນຊົມ ແລະ ລະເວັ້ນຈາກຄວາມຊົ່ວຮ້າຍ ແລະ ບາບຕ່າງໆ.
3. ການບໍລິຈາກຊະກາດ ຄືການເຮັດຄວາມດີຕໍ່ອັລລໍຫ໌ ດ້ວຍຄວາມອຸດສາຫະພະຍາຍາມໃຊ້ຈ່າຍສັບສິນໃນສ່ວນຂອງຊະກາດສຳຫຼັບຜູ້ທີ່ມີສິດຮັບຊະກາດ.
ພາກຜົນຄື ການຊັກຟອກຫົວຈີດໃຈ ຈາກຄວາມຂີ້ຖີ່ ຂີ້ໜຽວ ຄວາມເຫັນແກ່ຕົວ ແລະ ບໍລິຈາກໃຫ້ກັບ ຄວາມຈຳເປັນຂອງອິສລາມ ແລະ ບັນດາມຸສລິມ.
4. ການຖືສິນອົດໃນເດືອນຣໍມະດອນຄືການເຄົາລົບພັກດີຕໍ່ອັລລໍຫ໌ ດ້ວຍການລະເວັ້ນຈາກການກີນການດື່ມ ແລະ ຂໍ້ຫ້າມອື່ນໆ ໃນຊ່ວງເວລາກາງເວັ້ນຂອງເດືອຍຣໍມະດອນ
ພາກຜົນການຖືສີນອົດຄືການຝຶກຈິດໃຈຂອງຕົນເອງໃຫ້ລະເວັ້ນສິ່ງຕໍ່ສິ່ງທີ່ມັກ ແລະ ສະແຫວ່ງຫາຄວາມພິ່ງພໍໃຈຂອງອັລລໍຫ໌
5.ການປະກອບພິທີຫັຈ ນະໄບຕຸລລໍຫ໌ຄືການເຮັດຄວາມດີຕໍ່ພຣະອົງອັລລໍຫ໌ໂດຍການມຸ້ງສູ່ໄບຕຸລລໍຫ໌ ເພື່ອປະກອບພິທີຫັຈ
ພາກຜົນຂອງຫັຈ : ຄືຄວາມພະຍາຍາມທາງດ້າຍຊັບສິນ ແລະ ຮ່າງກາຍເພື່ອຄວາມຍ້ານກົວເຊື່ອຟັງຕໍ່ພຣະອົງອັລລໍຫ໌ດ້ວຍເຫດນີ້ການປະກອບພິທີຫັຈຈື່ງຖືເປັນການຕໍ່ສູ້ໃນຫົນທາງຂອງອັລລໍຫ໌ຢ່າງຫນື່ງ
ພາກຜົນທີ່ກ່າວມາຂ້າງຕົ້ນຢູ່ບົນພື້ນຖານຫລັກການເລົ່ານີ້ເຮັດໃຫ້ປະຊາຊາດອິດສະລາມເປັນປະຊາຊາດທີ່ສົມບູນ ສະອາດບໍລິສຸດ ເຄົາລົບແລະສັດທາສາດສະຫນາແຫ່ງສັດຈະທຳເພື່ອອັລລໍຫ໌ ເພາະນອກເນື້ອຈາກຫລັກການກົດຫມາຍຖືກຕ້ອງດ້ວຍຫັກການພື້ນຖານສະພາບການເປັນຢູ່ຂອງປະຊາຊາດມຸສລີມ ແລະ ຂື້ນຢູ່ກັບຄວາມຖືກຕ້ອງໃນການປະຕິບັດສາດສະຫນາກິດຫາກຜູ້ໃດປະສົ່ງໂດຍຄວາມຊັດເຈນ
ໃຜຕ້ອງການຄວາມກະຈ່າງແຈ້ງກ່ຽວກັບເລື່ອງນີ້? ໃຫ້ລາວອ່ານພຣະຄຳພີຂອງພຣະອົງຜູ້ສົ່ງຍິ່ງໃຫຍ່: "ແລະຫາກຊາວເມືອງນັ້ນໄດ້ສັດທາກັນແລະໄດ້ມີຄວາມຢ້ານກົວ ແນ່ນອນເຮົາຈະເປິດສຳຫລັບພວກເຂົາແລ້ວ ເຊິ່ງຄວາມຈຳເລີນຈາກຟາກຟ້າແລະແຜ່ນດິນແຕ່ຫາກວ່າພວກເຂົາປະຕິເສດ(ຕໍ່ນະບີທັ້ງຫລາຍ)ດັ່ງນັ້ນເຮົາຈື່ງໄດ້ລົງໂທດພວກເຂົາເນື່ອງຈາກ(ຄວາມຊົວ)ສິ່ງທີ່ພວກເຂົາໄດ້ຄົ້ນຂວ້າຍໄວ້ ແລະ ຊາວເມືອງນັ້ນຈະປອດໄພແບບນັ້ນບໍ່ ໃນການລົງໂທດຂອງເຮົາຈະມາຫາພວກເຂົາໃນເວລາກາງຄືນໃນຂະນະທີ່ພວກເຂົາຫລັບນອນຢູ່(ຫລືຢູ່ໃນຄວາມງົມງ່າຍ) ແລະ ຊາວເມືອງນັ້ນຈະປອດໄພແບບນັ້ນຫລືບໍ່ ໃນການລົງໂທດຂອງເຮົາຈະມາຫາພວກເຂົາໃນເວລາຕອນສວຍ ຂະນະທີ່ພວກເຂົາກຳລັງຫລິ້ນມ່ວນຊື່ນຢູ່ນັ້ນແລ້ວພວກເຂົາຈະປອດໄພຈາກແຜ່ນການຂອງອັລລໍກ໌ແບບນັ້ນຫລືບໍ່ ແຕ່ບໍ່ມີຜູ້ໃດຫມັ້ນໃຈວ່າຈະປອດໄພຈາກແຜ່ນການຂອງອັລລໍຫ໌ ນອກຈາກກຸ່ມຊົນທີ່ຂາດທຸນເທົ່ານັ້ນ(ເພາະການງານທີ່ຊົ່ວຂອງເຂົາເທົ່ານັ້ນພວກເຂົາຈື່ງຄິດແບບນັ້ນ)" [ຊູເຣາະຫ໌:ອະຣອຟ 96-99]
ເຈົ້າຈົງພິຈາລະນາເບິ່ງຫນ້າປະຫວັດສາດຂອງຜູ້ທີ່ມີມາກ່ອນໜ້າເຈົ້າ ແທ້ຈິງນັ້ນຄືອຸທາຫອນແກ່ບັນດາຜູ້ໄຄຄວນ ຜູ້ໃຊ້ສະຕິປັນຍາທັ້ງຫຼາຍ ແຕ່ບໍ່ໄດ້ລຳລຶກນອກຈາກວ່າຫົວໃຈຂອງພວກເຂົາມີມ່ານກັ້ນຢູ່ ແລະ ອັລລໍຫ໌ຊົງເປັນຜູ້ຊ່ວຍເຫລືອທີ່ແທ້ຈິງ.
ຮາກຖານຂອງຄວາມເຊື່ອໃນອິດສະລາມ
ສາດສະໜາອິດສະລາມ ດັ່ງທີ່ພວກເຮົາໄດ້ອະທິບາຍແລ້ວ ຄວາມເຊື່ອແລະ ຊາຣີອະອ໌ແລະພວກເຮົາໄດ້ອ້າງເຖິງບາງຂໍ້ຂອງ ກົດຫມາຍອິດສະລາມ ແລະພວກເຮົາໄດ້ກ່າວເຖິງເສົາຫລັກການເຊິ່ງຖືວ່າເປັນພື້ນຖານຂອງສິນລະທຳ ບົດບັນຍັດ
ສໍາລັບຄວາມເຊື່ອຂອງອິດສະລາມນັ້ນຄື : ການສັດທາຕໍ່ອັລລໍຫ໌ , ບັນດາມະລາອີກະຫ໌, ບັນດາຄຳພີ, ບັນດາສາສະນະທຸດ, ວັນສິ້ນໂລກ (ກິຍາມະຫ໌) ສັດທາຕໍ່ກົດກຳໜົດສະພາວະທັ້ງດີ ແລະ ຊົ່ວ.
ດັງມີຫຼັກຖານຍືນຍັນແຈ້ງໃຫ້ຊາບໃນອັລກຸຣອານ ແລະ ຊຸນນະຫ໌ທ່ານນະບີ.
ແລະໃນຄຳພີຂອງພຣະອົງໄດ້ຕຣັດໄວ້ວ່າ: "ບໍ່ໄດ້ແມ່ນຄຸນນະທັມ ການທີ່ພວກເຈົ້າຫັນຫນ້າຂອງພວກເຈົ້າໄປທາງທິດຕາເວັນອອກ ແລະ ທິດຕາເວັນຕົກ ແຕ່ທະວ່າຄຸນນະທຳນັ້ນຄືຜູ້ສັດທາຕໍ່ອັລລໍຫ໌ ແລະວັນສິ້ນໂລກ ແລະສັດທາຕໍ່ບັນດາມາລາອີກະຮ໌ຕໍ່ບັນດາຄຳພີ ແລະ ບັນດານະບີທັ້ງຫລາຍ" (ອັລ ບາກໍເຣາະ :177) ອັລລໍຫ໌ ຊົງກ່າວກ່ຽວກັບເລືອງກົດກຳຫນົດສະພາວະ "ແທ້ຈິງທຸກໆສິ່ງນັ້ນ ເຮົາໄດ້ສ້າງມັນຕາມສັດສວນ ແລະ ກິດຈະການຂອງເຮົາ (ໃນການສ້າງ) ນັ້ນພຽງ (ບັນຊາ) ເທື່ອດຽວ ຄື່ກໍ່ບິບຕາດຽວ" [ສູເຣາະຫ໌ ອັລ-ກໍມັຣ : 49-50].
ໃນ ຊຸນນະຮ໌ຂອງ ທ່ານນາບີ ມູຮຳມັດ (ຂໍໃຫ້ຄວາມສະຫງົບສຸກແລະພອນຂອງພຣະອົງຈົ່ງມີຢູ່ກັບທ່ານ) ທ່ານສາດສະດາ ໄດ້ຕອບຕໍ່ທ່ານ ຍິບຣີລ ໃນຂະນະທີ່ລາວຖາມເຖີງເລືອງຂອງອີມານ (ການສັດທາ): "ການອີມານ (ສັດທາ) ໝາຍເຖິງການເຊື່ອໃນພຣະເຈົ້າກໍ່ຄືອັລລໍຫ໌, ບັນດາມະລາອີກະຫ໌ (ເທວະດາທູດສະຫວັນ), ບັນດາຄຳພີ, ບັນດາສະສານະທູດ(ບັນດາສາດສະດາ), ແລະວັນສິ້ນໂລກ, ແລະ ການກຳໜົດຄວາມດີ ຄວາມຊົ່ວ.
ການສັດທາຕໍ່ອັລລໍຫ໌ຜູ້ຊົງສູງສົ່ງ
ສ່ວນການສັດທາຕໍ່ພຣະອົງອັລລໍຫ໌ ປະກອບດ້ວຍການເຊື່ອຕໍ່ ສີ່ປະການ ດັງນີ້ຄື:
ປະການທຳອິດ :ຄື່ການສັດທາໃນການມີຢູ່ຂອງພຣະອົງ
ຄື ສັບພະສິ່ງທີ່ເຮັດໃຫ້ເຊື່ອຫມັ້ນເຖີງການມີຢູ່ຂອງພຣະອົງຄື່: ທຳມະຊາດ ຄວາມຄິດ ກົດຫມາຍຊາຣີອະ (ບັນຍັດສາດສະນາ) ແລະຄວາມຮູ້ສຶກ ຫຼື ປະສາດສຳພັດທັ້ງຫ້າ
1- ສໍາລັບການຊີ້ບອກລັກສະນະຂອງການມີຢູ່ຂອງພຣະອົງ ຄື່ສັບພະສິ່ງທີ່ຖຶກສ້າງທັ້ງຫລາຍຂອງພຣະອົງແລະຜູ້ຊົງລິດທານຸພາບສູງສຸດ: ທຸກໆສິ່ງທີ່ມີຊີວິດມີສະຕິປັນຍາທີ່ຈະເຊື່ອໃນພຣະຜູ້ສ້າງໂດຍບໍ່ໄດ້ຄິດຫຼື ຖືກສອນມາກ່ອນ. ແລະບໍ່ບາຍບຽງອອກຈາກທຳມະຊາດດັ່ງກາວຈາກຄວາມຕ້ອງການຂອງລາວ ຍົກເວັ້ນຜູ້ທີ່ເຮັດຫົວໃຈອອກຫາງຈາກສັດຈະທຳ. ດັ່ງຄຳເວົ້າຂອງທ່ານນາບີທີ່ວ່າ: "ເດັກທຸກຄົນຍອມເກີດມາບົນທຳມະຊາດ (ອັນບໍລິສຸດ) ແລະ ບິດາມານດາຂອງເຂົາ ໄດ້ເຮັດໃຫ້ເຂົາເປັນຍິວ ຫລື ຄຣິສຕຽນ ຫລື ບູຊາໄຟ"
2- ຄວາມຄິດ ທີ່ບົ່ງບອກເຖິງການມີຢູ່ຂອງອັລລໍຫ໌ ເພາະສັບພະສິ່ງຖືກສ້າງທັ້ງຫຼາຍຈະເກິດຂຶ້ນບໍ່ໄດ້ໂດຍປາດສະຈາກຜູ້ສ້າງ ເພາະສະນັ້ນສັບພະສິ່ງຈະເກິດຂຶ້ນດ້ວຍຕົວຂອງມັນເອງໂດຍບັງເອິນບໍ່ໄດ້ ນອກຈາກຕ້ອງມີຜູ້ສ້າງ ແລະ ກ່ອນມີຢູ່ຄືການບໍ່ມີຢູ່ ດັງນັ້ນຈະມີຢູ່ໄດ້ແນວໃດ? .
ນອກຈາກຕ້ອງມີຜູ້ສ້າງ ແລະ ກ່ອນມີຢູ່ຄືການບໍ່ມີຢູ່ ດັງນັ້ນຈະມີຢູ່ໄດ້ແນວໃດ? .
ທຸກສິ່ງທີ່ເກິດຂຶ້ນຍ່ອມມີຜູ້ເຮັດໃຫ້ເກິດ ການມີຢູ່ຂອງລະບົບຈັກກະວານທີ່ຖືກປະດິດຂຶ້ນລວມກັນຢ່າງເປັນລະບົບ ລະບຽບ ມີຄວາມສຳພັນກັນຢ່າງໜຽວແນ່ນ ລະຫວ່າງເຫດ ແລະ ຜົນ ຂອງການມີຢູ່ ແລະ ຜູ້ສ້າງ ກ່າວບໍ່ໄດ້ເລີຍວ່າມັນເກິດຂຶ້ນເອງຕາມທຳມະຊາດ ການມີຢູ່ຕາມທຳມະຊາດຈະມີຢູ່ຢ່າງເປັນລະບົບເຊັ່ນນີ້ໄດ້ແນວໃດ?!
ເມື່ອສິ່ງຖືກສ້າງບໍ່ສາມາດເກິດຂຶ້ນໄດ້ດ້ວຍຕົວຂອງມັນເອງ ແລະ ບໍ່ສາມາດເກິດຂື້ນເອງຕາມທຳມະຊາດໄດ້ ສະນັ້ນ ເປັນທີ່ແນ່ຊັດວ່າສິ່ງເຫຼົ່ານີ້ຈະຕ້ອງມີຜູ້ສ້າງ ຜູ້ກຳໜົດມັນຂຶ້ນມາຢ່າງແນ່ນອນ ນັ່ນຄື ພຣະອົງອັລລໍຫ໌ ຜູ້ອະພິບານແຫ່ງສາກົນຈັກກະວານ.
ພຣະເຈົ້າຜູ້ຍິ່ງໃຫຍ່ໄດ້ກ່າວເຖິງຫຼັກຖານທາງວິນຍານນີ້ ແລະຫຼັກຖານທີ່ຊັດເຈນຢູ່ໃນຊູເຣາະຫ໌ຕູຣ; ທີ່ລາວກ່າວວ່າ: "ຫຼືພວກເຂົາໄດ້ກຳເນີດໂດຍບໍ່ມີຜູ້ສ້າງ ? ຫຼືພວກເຂົາສ້າງກັນເອງ ?" (ອັດຕູຣ : 35). ນັ້ນຫມາຍຄວາມວ່າ: ພວກເຂົາຈະເກິດຂຶ້ນເອງໂດຍປາດສະຈາກຜູ້ບັງເກິດບໍ່ໄດ້ ແລະ ຈະໃຫ້ກຳເນິດຕົວຂອງພວກເຂົາເອງກໍ່ບໍ່ໄດ້ ດັງນັ້ນ ເປັນທີ່ຊັດເຈນແລ້ວວ່າພຣະອົງ ຄື ຜູ້ສ້າງທີ່ເເທ້ຈິງ. ດ້ວຍເຫດນີ້ເມື່ອທ່ານຈຸບິຣ ບິນ ມັດອິມ (ຂໍໃຫ້ພຣະເຈົ້າພໍໃຈກັບລາວ), ໄດ້ຍິນຈາກທ່ານນະບິ (ຂໍໃຫ້ການອະທິຖານຂອງພຣະເຈົ້າແລະສັນຕິພາບມີຢູ່ກັບທ່ານ), ອ່ານຊູເຣາະຫ໌ ອັດ-ຕູຣ ຮອດໂອງການນີ້: (ຫຼືວ່າພວກເຂົາຖືກສ້າງຂື້ນໂດຍບໍ່ມີຜູ້ສ້າງ, ຫຼື ພວກເຂົາຖືກສ້າງຂື້ນດ້ວຍຕົວມັນເອງ?, ຫຼື ວ່າພວກເຂົາເປັນຜູ້ສ້າງຊັ້ນຟ້າທັ້ງຫລາຍ ແລະ ແຜ່ນນີ້, ບໍ່ເລີຍ ເພາະພວກເຂົາບໍ່ໄດ້ເຊື່ອມັ້ນຕ່າງຫາກ ຫລືວ່າພວກເຂົາມີຂຸນສັບແຫ່ງພຣະເຈົ້າຂອງເຈົ້າຫລື່ວ່າພວກເຂົາມີອຳນາດຈັດການ) (ອັດຕູຣ : 35-37)
ເຊິ່ງໃນຂະນະນັ້ນທ່ານຈຸບິຣ ຢັງເປັນຜູ້ປະຕິເສດ ທ່ານກ່າວວ່າ: “ຫົວໃຈຂອງຂ້ອຍເກືອບຈະໂບຍບິນ ແລະນັ້ນແມ່ນສິ່ງທຳອິດທີ່ເປັນຄວາມເຊື່ອຢ່າງແນ່ວແນ່ໃນໃຈຂອງຂ້ອຍ.”
ຕົວຢ່າງທີ່ຊັດເຈນໃນເລື່ອງນີ້ຄື ຖ້າຫາກມີຄົນເລົ່າໃຫ້ເຈົ້າຟັງເຖິ່ງພະລາດຊະວັງທີ່ງົດງາມ ເຊິ່ງຮາຍລ້ອມໄປດ້ວຍສວນອັນສວຍງາມ ແມ່ນ້ຳໄຫລຜ່ານຢູ່ກາງ ເເລະ ເຕັມໄປດ້ວຍເຄື່ອງເຮືອນ ແລະ ບ່ອນນອນອັນຫຣູຫລາ ພ້ອມທັ້ງປະດັບດ້ວຍສິ່ງຕົກແຕ່ງຕ່າງ ໆ ຢ່າງຄົບຖ້ວນ, ແລະມີຄົນກ່າວກັບທ່ານວ່າ: ວັງນີ້ແລະທັງຫມົດທີ່ຢູ່ໃນມັນໄດ້ຖືກສ້າງຂຶ້ນ. ຫຼືວ່າລາວພົບຄວາມບັງເອີນແບບນັ້ນທີ່ມີລັກສະນະບໍ່? ສະນັ້ນຂ້ອຍໄດ້ລິເລີ່ມເພື່ອຜິດການຕົວະແລະປະຕິເສດມັນ. ແລະຂ້າພະເຈົ້ານັບ ຄຳເວົ້າຂອງ ລາວ ຄໍາທີ່ບໍ່ດີ ແລະຈາກນັ້ນຈັກກະວານອັນກວ້າງໃຫຍ່ໄພສານນີ້: ມີແຜ່ນດິນໂລກອັນມະຫັດສະຈັນ, ທ້ອງຟ້າ, ເກັດ, ເງື່ອນໄຂ, ແລະລະບົບທີ່ສໍາຄັນ. ເຈົ້າສ້າງຕົວເຈົ້າເອງ ຫຼື ພົບກັບເລື່ອງບັງເອີນທີ່ບໍ່ມີຈິງ?!
3- ສໍາລັບການຊີ້ບອກຂອງ ບົດບັນຍັດ(Shari'ah )ກ່ຽວກັບການທີ່ມີຢູ່ຂອງພຣະເຈົ້າຜູ້ຍິ່ງໃຫຍ່: ເນື່ອງຈາກວ່າຫນັງສືອັນສູງສົ່ງທັງຫມົດແມ່ນ ການບອກປະກາດນີ້. ແລະສິ່ງທີ່ມາຈາກການພິພາກສາອັນຍຸດຕິທໍາ, ຊຶ່ງລວມເຖິງຜົນປະໂຫຍດຂອງການສ້າງ, ເປັນຫຼັກຖານຂອງຜົນປະໂຫຍດຂອງພຣະເຈົ້າ, ຜູ້ສະຫລາດ, ຮູ້ຈັກທັງຫມົດ, ການສ້າງຂອງພຣະອົງ. ແລະສິ່ງທີ່ລາວເອົາມາຈາກຂ່າວທົ່ວໄປທີ່ເຫັນວ່າຄວາມຈິງແມ່ນຄວາມຈິງແມ່ນຫຼັກຖານສະແດງວ່າມັນມາຈາກພຣະເຈົ້າຜູ້ທີ່ສາມາດຊອກຫາສິ່ງທີ່ພຣະອົງເວົ້າ.
4- ສໍາລັບຫຼັກຖານຂອງຄວາມຮູ້ສຶກຂອງການມີຢູ່ຂອງພຣະເຈົ້າ; ຈາກສອງດ້ານ:
ຫນຶ່ງໃນນັ້ນ: ທີ່ພວກເຮົາໄດ້ຍິນແລະເປັນພະຍານຈາກການຕອບສະຫນອງຂອງຜູ້ຮ້ອງຂໍຄວາມຊ່ວຍເຫລືອ. ແລະການບັນເທົາທຸກຂອງຜູ້ທີ່ບໍ່ເຊື່ອ ຊຶ່ງເປັນຕົວຊີ້ບອກຢ່າງຈະແຈ້ງເຖິງການມີຢູ່ຂອງພຣະຜູ້ເປັນເຈົ້າຂອງພຣະອົງ. ພະເຈົ້າຜູ້ມີລິດທານຸພາບສູງສຸດ ເວົ້າວ່າ: ແລະນຸຫ໌ ເມືອເຂົາໄດ້ຮຽກຮ້ອງ (ຕໍອັລລໍຫ໌) ກ່ອນຫນ້ານັ້ນ ແລະ ເຮົາ (ອັລລໍຫ໌)ໄດ້ຕອບຮັບແກ່ເຂົາ ຊູເຣາະຫ໌ ອັນບີຍາ: 76 ແລະພຣະອົງສົງຕຣັດວ່າ "ຈົງລຳລຶກໃນຂະນະທີ່ພວກເຈົ້າຂໍຄວາມຊ່ວຍເຫລືອຍາມຄັບຂັນຕໍ່ພຣະເຈົ້າຂອງເຈົ້າ ແລະພຣະອົງທ່ານກໍ່ໄດ້ຕອບສະຫນອງແກ່ພວກເຈົ້າ" (ຊູເຣາະຫ໌ ອັນຟາລ:9)
ໃນບັນທຶກຊໍເຫຍຫ໌ຂອງ ບູຄໍລີ ຈາກທ່ານອານັສ ບິນມາລິກ ຂໍອັລລໍຫ໌ພຶງພໍໃຈຕໍ່ລາວ :ເວົ້າວ່າ ໄດ້ມີຊາຍອາຣັລຊົນນະບົດຄົນຫນືງເຂົ້າມາໃນມັສຍິດ ໃນຄະນະທີ່ທ່ານນາບີກຳລັງຄຸດບະຫ໌ຢູ່ ລາວໄດ້ກ່າວແກ່ທ່ານນາບີວ່າໂອ້ທ່ານຣໍຊູລລູລລໍຫ໌ ເງີນທອງສູນສິນ ລູກຫລານຫິວກະຫາຍ ຈົງຂໍຈາກອັລລໍຫ໌ໃຫ້ແກ່ພວກເຮົາດ້ວຍເຖີດ ທ່ານຈື່ງໄດ້ຍົກມື່ຂື້ນຂໍ ທັນໃດນັ້ນກ້ອນເມກໄດ້ ໄດ້ຄື້ມຕົວປົກຄອງທົວພູເຂົາຫີນ ທ່ານນາບີຍັງບໍ່ໄດ້ລົງຈາກມິນບັຣ ຂ້ອຍກະເຫັນຝົນຕົກເທລົງບົນເຄົາຂອງທ່ານ.
ແລະໃນວັນສຸກຖັດມາໄດ້ມີຊາຍຊົນນະບົດແລະຄົນອື່ນຈາກພວກເຂົາໄດ້ກ່າວວ່າ ໂອ້ທ່ານຣໍຊູລ ຕຶກເຮືອນຊານບ້ານຊອງ ພັງທະລາຍສັບສິນຈົມເສຍ ທ່ານຈົງຂໍຕໍອັລລໍຫ໌ໃຫ້ແກ່ພວກເຮົາດ້ວຍເຖີດ ທ່ານຈຶງໄດ້ຍົກມືຂຶ້ນແລ້ວກ່າວວ່າ (ໂອ້ອັລລໍຫ໌ໄດ້ໂປຣດສົງໃຫ້ຜ່ານຜົນໄປຈາກພວກເຮົາ ແລະໂປຣດຢ່າໃຫ້ຕົກບົນເຮົາ) ບໍ່ທັນຈະຊີ້ໄປຍັງດ້ານຫນືງ ເມກຝົນໄດ້ກະຈັດກະຈ່າຍອອກໄປ
ຄຳຕອບສະຫນອງຂອງຜູ້ວິງວອນຂໍ ຍັງເປັນທີ່ປະຈັກຊັດເຈນເຫັນໄດ້ຈົນເຖິງປັດຈຸບັນ ສຳລັບຜູ້ຂໍທີ່ພຶງຈາກອັລລໍຫ໌ ດ້ວຍຄວາມສັດຈິງ
ລັກສະນະທີສອງ: ການເປີດເຜີຍຂອງສາດສະດາ, ເຊິ່ງເອີ້ນວ່າການອັດສະຈັນແລະເປັນພະຍານຫຼືໄດ້ຍິນໂດຍພວກເຂົາ. ມັນເປັນຫຼັກຖານທີ່ຈະແຈ້ງຂອງການມີຢູ່ຂອງຂ່າວສານຂອງເຂົາເຈົ້າ. ຊຶ່ງເປັນພຣະເຈົ້າຜູ້ຊົງລິດອຳນາດ ເພາະວ່າມັນເປັນເລື່ອງທີ່ເກີນຂອບເຂດຂອງມະນຸດ. ປະຕິບັດໂດຍພຣະເຈົ້າຜູ້ຊົງລິດອຳນາດ ສະຫນັບສະຫນູນທູດຂອງພຣະອົງ ແລະເພື່ອສະຫນັບສະຫນູນພວກເຂົາ.
ຕົວຢ່າງ: ຂໍ້ພຣະຄໍາພີຂອງມູຊາ. ສັນຕິສຸກຈົ່ງມີແກ່ທ່ານ. ເມື່ອ ອັລລໍຫ໌ໄດ້ ສັ່ງ ລາວ ໃຫ້ ຕີ ທະເລ ດ້ວຍ ໄມ້ຂານເທົ້າ. ດັ່ງນັ້ນນ້ຳກໍເຫຶອດແຫ້ງລົງ. ຈາກນັ້ນ ທາງແຍກອອກສິບສອງເສັ້ນ. ແລະນ້ໍາລະຫວ່າງພວກເຂົາແມ່ນຄ້າຍຄືພູເຂົາ. ອັລລໍຫ໌ຕາອາລາ ເວົ້າວ່າ: ດັ່ງນັ້ນເຮົາຈືງໄດ້ວະຫີຍ໌ແກ່ມູຊາວ່າ ຈົງຟາດທະເລດ້ວຍໄມ້ຂອງເຈົ້າ ທັນໃດນັ້ນມັນກໍແຍກອອກ ແລະແຕ່ລະຂ້າງເປັນພູເຂົາໃຫຍ່ (ຊູເຣາະຫ໌ ຊູອາຣໍ:63)
ແລະຕົວຢ່າງທີສອງ: ຂໍ້ພຣະຄໍາພີຂອງພຣະເຢຊູ ສັນຕິສຸກຈົ່ງມີແກ່ທ່ານ ບ່ອນທີ່ລາວໃຊ້ເພື່ອຟື້ນຟູຄົນຕາຍ ແລະເອົາພວກເຂົາອອກຈາກບ່ອນຝັງສົບຂອງພວກເຂົາ ພະເຈົ້າອັລລໍຫ໌ຕາອາລາ ກ່າວກ່ຽວກັບລາວວ່າ: "ແລະຂ້າ (ອັລລໍຫ໌) ຈະໃຫ້ຜູ້ທີ່ຕາຍແລ້ວ ມີຊີວິດຂື້ນດ້ວຍອະນຸມັດຂອງອັລລໍຫ໌" (ຊູເຣາະຫ໌ອິມຣອນ:49) ແລະກ່າວວ່າ ແລະໃນຂະນະທີ່ເຈົ້າເຮັດໃຫ້ບັນດາຄົນຕ່າຍ (ຟຶ້ນ) ອອກມາດ້ວຍອະນຸມັດຂອງຂ້າ. (ຊູເຣາະຫ໌ ມາອີດະຮ໌:110)
ແລະຕົວຢ່າງທີສາມ: ສໍາລັບ ທ່ານນາບີມູຮຳມັດຂໍໃຫ້ຄວາມສັນຕິສຸກຈົງພົບແຕ່ທ່ານໃນຂະນະຊາວ ກູຣຼອຍສ ໄດ້ຂໍໃຫ້ສໍາລັບເຄື່ອງຫມາຍຈາກເຂົາ. ລາວຊີ້ໄປທີ່ດວງຈັນ. ແລະທັງສອງວົງໄດ້ແຍກອອກ ແລະປະຊາຊົນໄດ້ເຫັນເຫດເຫລົ່ານັ້ນ ແລະພຣະອົງອັລລໍຫ໌ໄດ້ກ່າວວ່າ: "ວັນກິຍາມະຮ໌ໄດ້ໃກ້ເຂົ້າມາແລ້ວ ແລະດວງຈັນໄດ້ແຍກອອກ ແລະຫາກພວກເຂົາເຫັນສັນຍານ(ປະຕິຫານ)ພວກເຂົາກໍຫັນຫລັງໃຫ້ແລະກ່າວວ່ານີ້ຄື່ມາຍະກົນທີ່ມີມາກ່ອນແລ້ວ" (ຊູເຣາະຫ໌ ອັລກໍມັຣ:1-2)
ອາຍະຮ໌ ອົງການທີ່ເຫັນໄດ້ຊັດເຈນເຫຼົ່ານີ້ແມ່ນດໍາເນີນໂດຍພຣະເຈົ້າຜູ້ຊົງລິດທານຸພາບສູງສຸດ. ສະຫນັບສະຫນູນທູດຂອງພຣະອົງ ແລະສະຫນັບສະຫນູນພວກເຂົາ ມັນເປັນການຊີ້ບອກທີ່ຈະແຈ້ງກ່ຽວກັບການມີຂອງພຣະອົງ.
ສິ່ງທີສອງຂອງການເຊື່ອໃນພຣະເຈົ້າແມ່ນ: ເຊື່ອໃນພຣະເຈົ້າຂອງພຣະອົງ. ນັ້ນແມ່ນ, ພຣະອົງຜູ້ດຽວເປັນພຣະເຈົ້າໂດຍບໍ່ມີຄູ່ຫຸ້ນສວນຫຼືເຈາະຈົງ
ແລະພຣະເຈົ້າ: ເປັນຜູ້ສ້າງຜູ້ເປັນພະມະຫາກະສັດແລະເປັນຜູ້ສັ່ງການຕ່າງໆບໍ່ມີຜູ້ສ້າງຍົກເວັ້ນອັລລໍຫ໌. ແລະບໍ່ມີເຈົ້າຂອງນອກຈາກພຣະອົງ. ແລະບໍ່ມີຄໍາສັ່ງຍົກເວັ້ນພຣະອົງ. ພຣະຜູ້ເປັນເຈົ້າ: "ພຶງຮູ້ເທີດວ່າການສ້າງ ແລະກິດຈະການທັ້ງຫລາຍນັ້ນເປັນສິດຂອງພຣະອົງ" (ຊູເຣາະຫ໌ ອັລອາຣອຟ:54) ແລະພຣະອົງຕຣັດວ່າ "ນັ້ນຄື່ ອັລລໍຫ໌ພຣະເຈົ້າຂອງພວກເຈົ້າ ອຳນາດການປົກຄອງທັ້ງມວນເປັນກຳມະສິດຂອງພຣະອົງແລະສິ່ງທີ່ພວກເຈົ້າວິງວອນຂໍອື່ນຈາກພຣະອົງນັ້ນ ພວກມັນບໍ່ໄດ້ຄອບຄອງສິ່ງອື່ນໃດແມ່ນແຕ່ເຍື່ອບາງໆທີ່ຫຸ້ມເມັດອິນທະຜາລຳ" (ຊູເຣາະຫ໌ ອັລຟາຕິຣ:13)
ເຂົາບໍ່ຮູ້ວ່າບໍ່ມີໃຜໃນສິ່ງທີ່ຖືກສ້າງສາມາດປະຕິເສດຝ່າຍພຣະເຈົ້າຜູ້ມີອໍານາດສູງສຸດ. ຍົກເວັ້ນແຕ່ເປັນຄົນຈອງຫອງທີ່ບໍ່ເຊື່ອສິ່ງທີ່ລາວເວົ້າ. ເຊັ່ນດຽວກັບທີ່ເກີດຂຶ້ນກັບ ຟາໂຣ. ໃນເວລາທີ່ເຂົາໄດ້ກ່າວຕໍ່ບັນດາທາດຂອງເຂົາ: {ພຣະອົງໄດ້ກ່າວວ່າ: "ຂ້າພະເຈົ້າແມ່ນພຣະຜູ້ເປັນເຈົ້າຂອງພວກເຈົ້າ, ທີ່ສູງທີ່ສຸດ} [ອັນນາຊີອາດ: 24] ແລະໄດ້ກ່າວວ່າ: {ໂອ້ປະຊາຊົນ, ຂ້າພະເຈົ້າບໍ່ຮູ້ຈັກພຣະເຈົ້າໃດໆນອກຈາກຂ້າພະເຈົ້າ} [ອັລກໍຊອຊ: 38. ] ແຕ່ນັ້ນບໍ່ແມ່ນກ່ຽວຂ້ອງກັບຫລັກຄວາມເຊື່ອ ແລະພຣະອົງຕຣັດວ່າ: "ແລະພວກເຂົາໄດ້ປະຕິເສດມັນຢ່າງບໍ່ຍຸດຕິທຳ ແລະ ເຍີຍຍີງທັ້ງໆ ທີ່ຈິດໃຈພວກເຂົາເຊື່ອມັ່ນ (ອັນນຳລ :14) ແລະທ່ານນາບີມູຊາ ໄດ້ກ່າວແກ່ຟາໂຣດັ່ງທີ່ພຣະອົງອັລລໍຫ໌ໄດ້ກ່າວວ່າ: "ໂດຍແນ່ນອນທ່ານ(ຟາໂຣ)ຍອມຮູ້ດີວ່າບໍ່ມີຜູ້ໃດປະທານສິ່ງເຫລົານີ້ນອກຈາກພຣະເຈົ້າແຫ່ງຊັ້ນຟ້າທັ້ງຫລາຍແລະແຜ່ນດິນ ເພື່ອເປັນພະຍານ ແລະແທ້ຈິງຂ້ອຍຄິດວ່າແນ່ນອນທ່ານ ໂອ້ຟາໂຣເອີຍ ເປັນຜູ້ຫາຍະນະແລ້ວ" (ອັລອິສຣໍຫ໌:102) ດ້ວຍເຫດນີ້ບັນດາຜູ້ປະຕິເສດ ຜູ້ບູຊາຮູບປັ້ນໄດ້ຍື່ນຍັ້ນເຖີງການເປັນພຣະຜູ້ອະພິບານບໍລິຫານຂອງພຣະອົງອັລລໍຫ໌ແຕ່ຫາກວ່າພວກເຂົາໄດ້ຕັ້ງພາຄິຫຸ້ນສວນແກ່ພຣະອົງອັລລໍຫ໌ໃນການເປັນພຣະຜູ້ເປັນເຈົ້າ ດັ່ງພຣະອົງຕຣັດວ່າ: ຈົງກ່າວເຖີດ (ມູຮຳມັດ) ແຜ່ນດິນນີ້ ແລະຜູ້ທີ່ຢູ່ໃນນັ້ນເປັນຂອງໃຜ ຫາກພວກທ່ານຮູ້ ພວກເຂົາຈະກ່າວວ່າມັນເປັນຂອງອັລລໍຫ໌ ຈົງກ່າວເຖີດ(ມູຮຳມັດ) ຖ້າເປັນເຊັ່ນນັ້ນພວກທ່ານຈະບໍ່ພິຈາລະນາໄຕຕຣອງແດ່ຫວາ ຈົ່ງກ່າວເຖີດ(ມູຮຳມັດ) ໃຜເປັນພຣະເຈົ້າຊັ້ນຟ້າທັ້ງເຈັດ ແລະເປັນຜູ້ສ້າງບັນລັງອັນຍິ່ງໃຫຍ່ ພວກເຂົາຈະກ່າວວ່າມັນເປັນຂອງອັລລໍຫ໌ ຈົງກ່າວເຖີດ(ມູຮຳມັດ) ຖ້າເຊັ່ນນັ້ນພວກທ່ານຈະບໍ່ຍ້ານກົວ(ການລົງໂທດ)ຂອງພຣະອົງດອກຫລື ຈົງກ່າວເຖີດ (ມູຮຳມັດ)ອຳນາດອັນກວ້າງໃຫຍ່ໄພສານຂອງທຸກສິງທຸກຢາງນີ້ຢູ່ໃນພະຫັດກຳມືຂອງຜູ້ໃດ ແລະພຣະອົງສົງເປັນຜູ້ຄຸ້ມຄອງປົກປອງແລະຈະບໍ່ມີຜູ້ໃດຄຸ້ມຄອງປົກປອງພຣະອົງຫາກພວກທ່ານຮູ້ພວກເຂົາຈະກ່າວ່າມັນເປັນຂອງອັລລໍຫ໌ ດັ່ງນັ້ນພວກທ່ານຖືກຫລອກຫລວງໄດ້ແນວໃດ (ອັລ ມູມີນູນ 84-89) (ອັລ ມູມີນູນ: 84-89)
ອັລລໍຫ໌ ໄດ້ກ່າວຕຶ່ມອີກວ່າ: "ແລະຫາກເຈົ້າຖາມພວກເຂົາໃຜ່ກັນເປັນຜູ້ສ້າງຊັ້ນຟ້າທັ້ງຫລາຍແລະແຜ່ນດິນນີ້ ແນ່ນອນພວກເຂົາຈະກ່າວວ່າ ພຣະຜູ້ສົງອຳນາດຜູ້ສົງຮອບຮູ້ສົງສ້າງມັນເຫລົານັ້ນ" (ຊູເຣາະຫ໌ ອັລຊຸຄຣຸຟ : 87)
ແລະອັລລໍຫ໌ຜູ້ຊົງມະຫາບໍລິສຸດໄດ້ຕຣັດວ່າ: "ແລະຖ້າເຈົ້າຖາມພວກເຂົາວ່າໃຜເປັນຜູ້ສ້າງພວກເຂົາ ແນ່ນອນພວກເຂົາຈະກ່າວວ່າອັລລໍຫ໌ ແລ້ວເປັນຫຍັງລະ ພວກເຂົາຈືງຫັນເຫອອກໄປທາງອື່ນ" (ຊູເຣາະຫ໌ ອັລຊຸຄຣຸຟ : 87)
ອັລລໍຫ໌ຊົງບັນຊາຢ່າງສົມບູນໃນເລື່ອງຂອງຈັກກະວານ ແລະ ບົດບັນຍັດຊາຣີອະຫ໌ ໂດຍພຣະອົງເປັນຜູ້ບໍລິຫານກິດຈະການໃນສາກົນຈັກກະວານ ເປັນຜູ້ຊີ້ຂາດໃນກິດຈະການທັ້ງປວງຕາມພຣະປະສົງ ແລະ ພຣະປຣີຊາຍານແຫ່ງພຣະອົງ ພຣະອົງຄືຜູ້ຊົງຕັດສິນ ຜູ້ຊົງກຳໜົດກົດໝາຍອັນກ່ຽວກັບການອິບາດະຫ໌ (ການເຮັດຄວາມເຄົາລົບພັກດີ) ອະຫ໌ກາມ (ກົດບົດບັນຍັດ) ແລະ ມຸອາມະລາຕ (ບົດທີ່ວ່າດ້ວຍການເຊື່ອມສຳພັນ) , ດັ່ງນັ້ນ ຜູ້ໃດຍຶດຖືເອົາບົດບັນຍາດ ຫລື ຜູ້ຕັດສິ້ນອັນຊີ້ຂາດອຶ່ນໃດນອກຈາກອັລລໍຫ໌ໃນເລືອງດັ່ງກ່າວ ຖືວ່າເຂົາໄດ້ຕັ້ງພາຄີ ການສັດທາຂອງເຂົາຈະບໍ່ບັນລຸສູ່ເປົາຫມາຍໄດ້.
ປະການທີ່ສາມ: ການສັດທາຕໍ່ການເປັນພຣະເຈົ້ານັ້ນຄື່ພຣະອົງອັລລໍຫ໌ເປັນພຣະເຈົ້າທີ່ແທ້ຈິງບໍ່ມີພາຄີ ຫຸ້ນສວນໃດໆສຳຫລັບພຣະອົງ ຄຳວ່າອີລາຮ໌ຫມາຍເຖີງຜູ້ທີ່ຖືກຍົກຍ້ອງນັບຖື ຜູ້ທີ່ຖືກເຄົາຄົບບູຊາ
ພຣະອົງໄດ້ຕຣັດວ່າ : "ແລະຜູ້ທີ່ຄູ່ຄວນເຄົາລົບພັກດີຂອງພວກເຈົ້າ ມີພຽງພຣະອົງດຽວ ບໍ່ມີຜູ້ຄູ່ຄວນເຄົາລົບກາບໄຫວໃດໆ ນອກຈາກພຣະອົງອັລລໍຫ໌ຜູ້ສົງກະລຸນາປານີຜູ້ສົງເມດຕາສະເຫມີ" "ອັລລໍຫ໌ສົງຢືນຍັນວ່າ ແທ້ຈິງບໍ່ມີຜູ້ທີ່ຄວນໄດ້ຮັບການເຄົາລົບບູຊາໃດໆ ນອກຈາກພຣະອົງເທົ່ານັ້ນ ແລະເທວະທູດ ມາລາອີກະຮ໌ ແລະຜູ້ມີຄວາມຮູ້ໃນຖານະດຳລົງໄວຊຶງຄວາມຍຸດຕິທຳນັ້ນ ກໍ່ຢື່ນຍັ້ນວ່າບໍ່ມີຜູ້ທີ່ຄວນໄດ້ຮັບການເຄົາລົບບູຊາໃດໆ ນອກຈາກອັລລໍຫ໌ຜູ້ສົງເດສານຸພາບ ຜູ້ປຣີຊາຍານ" (ອາລາອິມຣອນ : 18) ທຸກສັບພະສິງທີ່ຖືກຍຶດຖືບູສາອື່ນຈາກອັລລໍຫ໌ນັ້ນຄື່ເປັນເທັດປອມ ໂມຂະ ດັ່ງທີ່ອັລລໍຫ໌ໄດ້ກ່າວວ່າ: "ເຊັ່ນນັ້ນແລະ ເພາະວ່າອັລລໍຫ໌ຄື່ຜູ້ຊົງສັດຈະ ແລະ ແທ້ຈິງສິ່ງທີ່ພວກເຂົາວິງວອນຂໍອື່ນຈາກພຣະອົງນັ້ນເປັນເທັດ ແລະ ແທ້ຈິງອັລລໍຫ໌ເປັນຜູ້ສູງສົ່ງ ຜູ້ສົງຍິ່ງໃຫຍ່" (ອັລຮັຈ : 62) ທີ່ເອີ້ນກັນວ່າ ເຈົ້າ ນັ້ນບໍ່ໄດ້ຖືກເຄົາລົບພຽງ ພຣະຜູ້ເປັນເຈົ້າ ທີ່ແທ້ຈິງ ດັ່ງທີ່ພຣະອົງສົງກ່າວແກ່ ລາດ ອຸຊຊາ ແລະ ມານາດວ່າ: "(ຈະເວັດຮູບປັ້ນ)ເຫລົ່ານີ້ ບໍ່ແມ່ນອື່ນໃດ ນອກຈາກເປັນຊື່ທີ່ພວກເຈົ້າ ແລະບັນພະບູລຸດຂອງພວກເຈົ້າຕັ້ງມັນຂື້ນມາເອງ ອັລລໍຫ໌ບໍ່ໄດ້ປະທານຫລັກຖານອັນໃດລົງມາກຽວກັບເລື່ອງນັ້ນເລີຍ……." (ຊູເຣາະຫ໌ ອັນນັຈມີ:23)
ແລະ ນາບີຮູດ ອາໄລຮິສສາລາມໄດ້ ກ່າວແກ່ປະຊາຊາດຂອງທ່ານວ່າ: "....ພວກທ່ານຈະໂຕ້ຖຽງຂ້ອຍໃນບັນດານາຊື່ທີ່ພວກທ່ານ ແລະ ບັນພະບູລຸດຂອງພວກທ່ານໄດ້ຕັ້ງມັນຂື້ນມາເອງ ໂດຍທີ່ອັລລໍຫ໌ບໍ່ໄດ້ປະທານຫລັກຖານໃດໆມາສຳຫລັບເຫລົານັ້ນດອກຫລື່" (ຊູເຣາະຫ໌ ອັລອະຣອຟ : 71)
ແລະ ພຣະອົງອັລລໍຫ໌ໄດ່ກ່າວກຽວກັບນາບີຢູຊຸຟ ວ່າທ່ານໄດ້ກ່າວແກ່ບັນດານນັກໂທດວ່າ: "ໂອ້ ເພື່ອນຄຸກທັ້ງສອງຂ້ອຍເອີຍ ພຣະເຈົ້າຫລາຍອົງດີກວ່າຫລື່ວ່າອັລລໍຫ໌ຜູ້ສົງເອກະຜູ້ສົງອະນຸພາບ ສິງທີ່ພວກທ່ານເຄົາລົບພັກດີອື່ນຈາກພຣະອົງ ບໍ່ແມ່ນສິ່ງອື່ນໃດນອກຈາກບັນດາຊື່ທີ່ພວກທ່ານແລະບັນພະບູລຸດຂອງພວກທ່ານໃຊ້ເອີ້ນມັນ ອັລລໍຫ໌ບໍ່ໄດ້ສົງຫລັກຖານໃດໃນເລື່ອງນີ້ລົງມາ…." (ຊູເຣາະຫ໌ ອັລຢູຊຸຟ:39-40)
ດ້ວຍເຫດຜົນດັ່ງນັ້ນບັນດາຣໍຊູລຂອງອັລລໍຫ໌ ໄດ້ກ່າວກັບກຸ່ມຊົນລາວວ່າ: "ຈົງເຄົາລົບພັກດີຕໍ່ອັລລໍຫ໌ເຖີດ ບໍ່ມີຜູ້ຄູ່ຄວນໄດ້ຮັບການເຄົາລົບອື່ນໃດນອກຈາກພຣະອົງ" (ຊູເຣາະຫ໌ ອັລອະຣອຟ : 59) ແຕ່ວ່າພວກປະຕິເສດ (ຜູ້ບູຊາຮູບປັ້ນ) ໄດ້ປະຕິເສດທ່ານໂດຍຍຶດຖືເຈົ້າຈອມປອມບູຊາພ້ອມໆໄປກັບການພັກດີຕໍ່ອັລລໍຫ໌ ຂໍຄວາມຊ່ວຍເຫຼືອ ແລະ ຂໍໃຫ້ປະສົບໄຊຊະນະຈາກບັນດາຮູບປັ້ນ.
ແລະ ພຣະອົງອັລລໍຫ໌ ໄດ້ຊົງເຮັດໃຫ້ການຍຶດຖືຂອງພວກເຂົາເປັນໂມຂະ ດ້ວຍຫຼັກຖານການຍືນຍັນດ້ານສະຕິປັນຍາ 2 ປະການດັງນີ້:
ປະການທຳອິດ: ພຣະເຈົ້າຈອມປອມເຫຼົ່ານີ້ທີ່ພວກເຂົາເຄົາລົບນັບຖືບໍ່ໄດ້ມີລັກສະນະອັນສູງສົ່ງໃດໆໃນການເປັນພຣະເຈົ້າ ເພາະວ່າພວກເຂົາເປັນສິ່ງທີ່ຖື່ກສ້າງບໍ່ແມ່ນຜູ້ສ້າງ ບໍ່ໄດ້ນໍາເອົາຜົນປະໂຫຍດ ແລະໂທດໃດໆ ມາໃຫ້ຜູ້ນະມັດສະການເຄົາລົບພັກດີ ບໍ່ສາມາດຄຸ້ມຄອງປົກປ້ອງເຂົາຈາກອັນຕະລາຍ, ບໍ່ມີຊີວິດ, ບໍ່ມີຄວາມຕາຍ, ແລະພວກເຂົາບໍ່ມີຫຍັງໃນການກຳອະພີສິດມາຈາກສະຫວັນຊັ້ນຟ້າ ແລະບໍ່ມີສ່ວນຮ່ວມໃນມັນ.
ອັລລໍຫ໌ໄດ້ຕຣັດກັບພວກເຫລົ່ານນັ້ນວ່າ : "ພວກເຂົາໄດ້ເຄົາລົບບູຊາພຣະເຈົ້າອື່ນໆ ຈາກພຣະອົງໂດຍທີ່ພຣະເຈົ້າເຫລົ່ານັ້ນບໍ່ໄດ້ສ້າງສິ່ງໃດ ແລະທັ້ງທີ່ພວກເຂົາຖືກສ້າງຂື້ນມາ ແລະພວກເຂົາບໍ່ມີອຳນາດທີ່ຈະໃຫ້ໂທດໃຫ້ຄຸນແກ່ຕົວເອງໄດ້ ແລະພວກເຂົາບໍ່ມີອຳນາດຄວບຄຸມຄວາມຕາຍ ແລະ ຄວາມເປັນ ແລະ ການຟື້ນຂື້ນຊີບ" (ອັລຟຸຣກອນ : 3)
ແລະອັລລໍຫ໌ໄດ້ກ່າວວ່າ : "ຈົ່ງກ່າວເຖິດ ( ມູຫັມມັດ ) ພວກທ່ານຈົ່ງວິງວອນຕໍ່ບັນດາທີ່ພວກທ່ານຈີນຕະນາການ (ວ່າເປັນພຣະເຈົ້າ) ອື່ນຈາກອັລລໍຫ໌ ພວກມັນບໍ່ໄດ້ຄອບຄອງແມ້ແຕ່ນ້ຳຫນັກພຽງເທົ່າທຸລີ ໃນຊັ້ນຟ້າທັ້ງຫລາຍແລະແຜ່ນດີນແລະພວກມັນ ( ຮູບປັ້ນ ) ບໍ່ໄດ້ມີຫຸ້ນສວນໃນທັ້ງສອງນັ້ນ ແລະສຳຫລັບພຣະອົງນັ້ນບໍ່ໄດ້ມີຜູ້ຊ່ວຍເຫລືອ ຈາກພວກມັນ ( ຮູບປັ່ນ ) ການຊາຟາອະຫ໌ ( ໄຖ່ແທ່ນ )ໃດໆ ຈະບໍ່ເກິດປະໂຫຍດອັນໃດນະທີ່ພຣະອົງນອກຈາກຜູ້ທີ່ພຣອົງສົ່ງອະນຸມັດແກ່ເຂົາ..." (ສະບະ : 22-23) ອັລລໍຫ໌ສົ່ງກ່າວວ່າ: "ພວກເຂົາ ( ຜູ້ປະຕິເສດສັດທາ ) ຈະໃຫ້ສີ່ງທີ່ບໍ່ບັ່ງເກິດຂື້ນອັນໃດມີຫຸ້ນສວນ ( ກັບພຣະອົງອັລລໍຫ໌ ) ທັ້ງໆທີ່ພວກມັນຖືກບັ່ງເກິດຂື້ນແບບນັ້ນບໍ່ ແລະພວກມັນ ( ຮູບປັ້ນ ) ບໍ່ສາມາດໃຫ້ຄວາມຊ່ວຍເຫລືອໃດໆ ແກ່ພວກເຂົາ ແລະທັ້ງບໍ່ສາມາດໃຫ້ຄວາມຊ່ວຍເຫລືອແກ່ຕົວຂອງພວກມັນເອງ" (ອັລອະຣອຟ : 191-192)
ນີ້ຄື່ສະພາບຂອງພຣະເຈົ້າຈອມປອມທັ້ງຫລາຍ ດັ່ງນັ້ນການຍຶດຖືມັນເປັນພຣະເຈົ້າຈືງເປັນຫນ້າອະນາດໃຈ ແລະຫນ້າລັງກຽດທີ່ສຸດ!.
ປະການທີ່ສອງ:ບັນດາຜູ້ປະຕິເສດສັດທາ ໄດ້ເຄີຍຢື່ນຍັ້ນວ່າສະເພາະອັລລໍຫ໌ເທົ່ານັ້ນສົງເປັນຜູ້ອະພິບານ ຜູ້ສົງສ້າງຜູ້ສົງອຳນາດທຸກສິ່ງ ຜູ້ສົງປົກປ້ອງຄຸມຄອງ ດ້ວຍເຫດນີ້ເຂົາຈືງຈຳຕ້ອງເຄົາລົບພັກດີຕໍ່ອັລລໍຫ໌ພຣະຜູ້ອະພິບານອົງດຽວເທົ່ານັ້ນ. ດັ່ງທີ່ອັລລໍຫ໌ໄດ້ຕຣດວ່າ: "ໂອ້ມະນຸດເອີຍ ຈົງເຄົາລົບພັກດີພຣະຜູ້ອະພິບານຂອງພວກເຈົ້າຜູ້ສົງບັງເກີດພວກເຈົ້າ ແລະບັນດາຜູ້ມາກ່ອນພວກເຈົ້າ ເພື່ອວ່າພວກເຈົ້າຈະມີຄວາມຍຳເກຣງ, ຄືຜູ້ສົງໃຫ້ແຜ່ນດີນເປັນທີ່ນອນ ແລະຊັ້ນຟ້າເປັນຫລັງຄາແກ່ພວກເຈົ້າ ແລະສົງໃຫ້ນ້ຳລັ່ງລົງມາຈາກຟາກຟ້າ ແລະໄດ້ສົງໃຫ້ບັນດາຜົນລະໄມ້ອອກມາ ເນື່ອງດ້ວຍນ້ຳນັ້ນ ທັ້ງນີ້ເພື່ອເປັນປັດໄຈຍັງຊີບສຳຫລັບພວກເຈົ້າ ດັ່ງນັ້ນພວກເຈົ້າຈົງຢ່າໃຫ້ມີຜູ້ເທົ່າທຽມໃດໆຂື້ນຕໍ່ອັລລໍຫ໌ໂດຍທີ່ພວກເຈົ້າກໍຮູ້ຢູ່" (ຊູເຣາະຫ໌ ອັລບາກໍເຣາະ: 21-22)
"ແລະເຈົ້າຖາມພວກເຂົາວ່າໃຜ່ເປັນຜູ້ສ້າງພວກເຂົາ ແນ່ນອນພວກເຂົາຈະຕອບວ່າອັລລໍຫ໌ ແລ້ວເປັນຫຍັງລະພວກເຂົາຈື່ງໄດ້ຫັນເຫໄປທາງອື່ນ" (ຊູເຣາະຫ໌ຊຸຄຣຸຟ: 87)
ຈົງກ່າວເຖີດ (ມູຮຳມັດ) ໃຜເປັນຜູ້ປະທານປັດໄຈຍັງຊີບຈາກຟາກຟ້າ ແລະແຜ່ນດິນ ແກ່ພວກທ່ານ ຫລື ໃຜເປັນເຈົ້າຂອງການໄດ້ຍິນ ແລະ ການເບີງເຫັນ ແລະ ໃຜເປັນຜູ້ໃຫ້ຊີວິດຫລັງການຕາຍ ແລະ ເປັນຜູ້ໃຫ້ຕາຍຫລັງຈາກມີຊີວິດ ແລະ ໃຜເປັນຜູ້ບໍລິຫານກິດຈະການ ແລ້ວພວກເຂົາກ່າວກັນວ່າອັລລໍຫ໌ດັ່ງນັນຈົງກ່າວເຖີດ (ມູຮຳມັດ) ພວກທ່ານຈືງບໍ່ຍຳເກຣງອີກຫວາ? (ຊູເຣາະຫ໌ ຍູນຸສ 31-32)
ປະການທີ່ 4: ການສັດທາໃນພຣະນາມ ແລະຄຸນລັກສະນະຂອງອັລລໍຫ໌
ຄືການຍືນຍັນຕໍ່ການທີ່ພຣະອົງສົງກ່າວເຖີງພຣະອົງເອງໃນຄຳພີຂອງພຣະອົງ ແລະທີ່ປະກົດຢູ່ໃນຫາດິສ (ວັດຈະນະ) ຄຳເວົ້າຂອງທ່ານສາດສະດາກ່ຽວກັບພະນາມ ແລະ ຄຸນລັກສະນະໂດຍປາດສະຈາກ ການປຽບທຽບ ຈິນຕະນາການ ການຕັ້ງຄຳຖາມ ການບໍ່ເຊື່ອຫມັ່ນ ດັ່ງທີ່ພຣະອົງກ່າວວ່າ: "ແລະອັລລໍຫ໌ນັ້ນມີບັນດາພຣະນາມ(ຄຸນລັກສະນະ) ອັນສວຍງາມຍິ່ງ ດັ່ງນັ້ນພວກເຈົ້າຈົງຮຽກຫາ ພຣະອົງດ້ວຍພະນາມພະນາມເຫລົານັ້ນເຖີດ ແບະຈົງປ່ອຍຜູ້ທີ່ເຮັດໃຫ້ຜິດພຽນ ໃນບັນດາພະນາມຂອງພຣະອົງເຖີດ ໃນບໍ່ຊ້າພວກເຂົາຈະຖື່ກຕອບແທນໃນສິ່ງທີ່ພວກເຂົາໄດ້ເຮັດເອົາໄວ້" ( ຊູເຣາະຫ໌ ອັລອະຣອຟ : 180) ແລະພຣະອົງໄດ້ກ່າວວ່າ : "....ແລະຄຸນລັກສະນະອັນສູງສົງໃນຊັ້ນຟ້າທັ້ງຫລາຍ ແລະແຜ່ນດິນ ເປັນກຳມະສິດຂອງພຣະອົງ ແລະ ພຣະອົງເປັນຜູ້ອຳນາດຜູ້ສົງປຣິຊາຍານ (ຊູເຣາະຫ໌ ອັລຣູມ : 27) ແລະພຣະອົງກ່າວວ່າ :"...ບໍ່ມີສິງໃດສະເຫມີເຫມືອນພຣະອົງ ແລະພຣະອົງເປັນຜູ້ໄດ້ຍິນແລະຜູ້ສົງເບີງເຫັນ (ຊູເຣາະຫ໌ ຊູຣໍ:11)
ດັ່ງທີ່ໄດ້ກ່າວມານີ້ມີສອງກຸ່ມທີ່ລົງຜິດໃນເລື່ອງນີ້ຄື່:
(1) ກຸ່ມທີ່ເອີ້ນວ່າ ອັລມູອັດຕໍລະຫ໌ ຊື່ງປະຕິເສດພະນາມຄຸນລັກສະນະທັ້ງຫມົດ ຫຼືບ້າງສວນ ໂດຍເວົ້າອ້າງວ່າການຍືນຍັນຕໍ່ອັລລໍຫ໌ນັ້ນຈຳເປັນຕ້ອງມີການປຽບທຽບ ນັ້ນຄື່ປຽບທຽບອັລລໍຫ໌ກັບສັບພະສິງທີ່ຖື່ກສ້າງຂອງພຣະອົງ ການອ້າງເຊັ່ນນີ້ບໍ່ເປັນທີ່ຍອມຮັບດ້ວຍເຫດຜົນສອງປະການ:
ປະການທຳອິດ: ສິ່ງນີ້ນຳໄປສູ່ຜົນລັບທີ່ຜິດພາດ ເຊັ່ນ ຄວາມຂັດແຍ້ງໃນພຣະດຳລັດຂອງອັລລໍຫ໌ຜູ້ຊົງສູງສົ່ງ ເພາະອັລລໍຫ໌ຊົງຍືນຍັນພຣະນາມ ແລະ ຄຸນລັກສະນະຕ່າງ ໆ ໄວ້ສຳຫຼັບພຣະອົງເອງ ແລະ ຊົງປະຕິເສດວ່າມີສິ່ງໃດເຫມືອນພຣະອົງ, ແລະ ຫາກວ່າການຍືນຍັນເຊັ່ນນີ້ ຈຳເປັນຕ້ອງມີການປຽບທຽບກໍ່ຈະເກີດການຂັດແຍ້ງກັນຂຶ້ນຢ່າງແນ່ນອນ ແລະ ເປັນການກ່າວເທັດຕໍ່ພຣະດຳລັດຂອງພຣະອົງ.
ປະການທີສອງ: ບໍ່ຕ້ອງມີການເຫັນພ້ອງກັນ ຫຼື ສະເໝີເຫມືອນໃນລະຫວ່າງສອງສິ່ງຄື ໃນພຣະນາມ ແລະ ຄຸນລັກສະນະ ເຊັ່ນດຽວກັບທີ່ທ່ານເຫັນມະນຸດສອງຄົນສາມາດໄດ້ຍິນ ເບິ່ງເຫັນ ເວົ້າຈາປາສັຍ, ແຕ່ບໍ່ຕ້ອງມີຄວາມລະມ້າຍຄ້າຍຄຶງກັນໃນຄວາມໝາຍຂອງມະນຸດຊາດທັ້ງມວນ ການໄດ້ຍິນ ການເບິ່ງເຫັນ ການເວົ້າຈາ.
ໃນຂະນະ ທີ່ທ່ານເຫັນສັດ ມີມື ມີຕີນ ມີຕາ ແຕ່ບໍ່ຈຳເປັນວ່າຈະຕ້ອງມີຄວາມຄືກັນ.
ສະນັ້ນ ຄວາມແຕກຕ່າງຂອງຜູ້ສ້າງກັບສີ່ງຖືກສ້າງຍ່ອມມີຄວາມຊັດເຈນຫຼາຍກວ່າ ແລະ ຍິ່ງໃຫຍ່ກວ່າກັນຫຼາຍ.
(2) ກຸ່ມທີ່ເອິ້ນວ່າ ອັລ ມູຊັບບິອະຫ໌ ພວກນີ້ໄດ້ກ່າວຍືນຍັນເຖິງພຣະນາມ ແລະ ຄຸນລັກສະນະໂດຍເຮັດການປຽບທຽບອັລລໍຫ໌ ກັບສັບພະສິ່ງຖືກສ້າງໂດຍການອ້າງວ່າມີຫຼັກຖານໃນຕົວບົດຈາກຄຳພີອັລກຸຣອານ ເນື່ອງຈາກພຣະອົງຊົງຕຣັດຕໍ່ປວງບ່າວໃນສິ່ງທີ່ພວກເຂົາທັ້ງຫຼາຍເຂົ້າໃຈ ການກ່າວອ້າງເຊັ່ນນີ້ຖືເປັນໂມຂະເຊັ່ນກັນ ຈາກເຫດຜົນທີ່ວ່າ:
ປະການທຳອິດ: ການປຽບທຽບອັລລໍຫ໌ ກັບສັບພະສິ່ງຖືກສ້າງຂອງພຣະອົງເປັນເລື່ອງທີ່ສະຕິປັນຍາ ແລະ ບົດບັນຍັດທາງສາສະໜາ ປະຕິເສດບໍ່ຍອມຮັບ.
ປະການທີສອງ: ອັລລໍຫ໌ ຊົງຕຣັດແກ່ປວງບ່າວໃນສິ່ງທີ່ພວກເຂົາສາມາດເຂົ້າໃຈໄດ້ ບົນພື້ນຖານຂອງຄວາມໝາຍ ສ່ວນຂໍ້ເທັດຈິງຂອງຄວາມໝາຍເປັນແນວໃດນັ້ນ ອັລລໍຫ໌ເທົ່ານັ້ນຊົງຮອບຮູ້ໃນສິ່ງທີ່ກ່ຽວກັບອັດຕະ ແລະ ຄຸນລັກສະນະຂອງພຣະອົງ.
ເມື່ອອັລລໍຫ໌ຊົງໄດ້ຍືນຍັນວ່າຊົງໄດ້ຍິນ ສະນັ້ນການໄດ້ຍິນເປັນທີ່ຮູ້ ແລະ ເຂົ້າໃຈກັນດີ ຄືການຮັບຮູ້ ແລະ ເຂົ້າໃຈຕໍ່ສຽງທີ່ໄດ້ຍິນ ແຕ່ຂໍ້ເທັດຈິງຂອງການໄດ້ຍິນນັ້ນບໍ່ສາມາດຮັບຮູ້ໄດ້ ການໄດ້ຍິນເປັນທີ່ປະຈັກເຫັນ ແມ້ກະທັ່ງໃນສັບພະສິ່ງຖືກສ້າງທັ້ງຫຼາຍ ແລະ ເປັນແນ່ຊັດວ່າລະຫວ່າງຜູ້ສ້າງກັບສັບພະສິ່ງຖືກສ້າງນັ້ນຍ່ອມແຕກຕ່າງກັນຢ່າງຊັດເຈນ.
ແລະ ເມື່ອພຣະເຈົ້າ(ອັລລໍຫ໌) ຊົງບອກກ່ຽວກັບພຣະອົງເອງວ່າ ພຣະອົງຊົງປະທັບຢູ່ເໜື່ອບັນລັງຂອງພຣະອົງ ການປະທັບນັ້ນຕາມຄວາມໝາຍພື້ນຖານເປັນສິ່ງທີ່ເຮົາສາມາດເຂົ້າໃຈໄດ້ ແຕ່ຄວາມເປັນຈິງຂອງການປະທັບທີ່ພຣະອົງຊົງກະທຳນັ້ນ ເຮົາບໍ່ສາມາດຮັບຮູ້ໄດ້ ເພາະຄວາມເປັນຈິງຂອງການປະທັນນັ້ນແຕກຕ່າງກັນຕາມລັກສະນະຂອງສັບພະສິ່ງຖືກສ້າງ (ມະນຸດ) ແລະ ພຣະເຈົ້າເອງກໍ່ບໍ່ເຫມືອນກັບສິ່ງຖືກສ້າງ. ການປະທັບ (ຫຼືການນັ່ງ) ເທິງຕັ່ງນັ່ງທີ່ມັ່ນຄົງນັ້ນຍ່ອມບໍ່ເຫມືອນກັບການປະທັບເທິງຫຼັງອູດທີ່ດື້ລັ້ນ ແລະ ຍາກຕໍ່ການຄວບຄຸມ ດັງນັ້ນ ຫາກການປະທັບມີຄວາມແຕກຕ່າງໃນຫມູ່ສິ່ງຖືກສ້າງເອງແລ້ວ ຄວາມແຕກຕ່າງໃນເລື່ອງນີ້ ລະຫວ່າງຜູ້ສ້າງ (ພຣະເຈົ້າ) ແລະສິ່ງທີ່ຖືກສ້າງກໍ່ຍ່ອມຊັດເຈນ ແລະ ຍິ່ງໃຫຍ່ກວ່າຢ່າງແນ່ນອນ.
ການສັດທາຕໍ່ອັລລໍຫ໌ ດັງທີ່ໄດ້ບອກຄຸນນະລັກສະນະໄວ້ຂ້າງຕົ້ນ ຈະສົ່ງຜົນໃຫ້ຜູ້ສັດໄດ້ຮັບບຸນກຸສົນທີ່ດີງາມຢ່າງຫຼວງຫຼາຍ ຄື:
1. ບັນລຸເຖິງເອກະພາບຂອງອັລລໍຫ໌ ໂດຍບໍ່ພື່ງ ບໍ່ຢ້ານ ແລະ ບໍ່ເຄົາລົບສິ່ງອື່ນໃດນອກຈາກອັລລໍຫ໌ ເທົ່ານັ້ນ.
2. ສະແດງອອກເຊິ່ງຄວາມຮັກຕໍ່ອັລລໍຫ໌ ຢ່າງສົມບູນແບບ ຍົກຍ່ອງສະດຸດີສັນລະເສີນພຣະອົງ ຢ່າງສອດຄອງກັບພຣະນາມອັນວິຈິດ ແລະ ຄຸນລັກສະນະອັນສູງສົ່ງ.
3.ບັນລຸສູ່ເປົ້າໝາຍຂອງການພັກດີຕໍ່ອັລລໍຫ໌ ດ້ວຍການກະທຳໃນສິ່ງພຣະອົງຊົງບັນຊາໃຊ້ ແລະ ຫຼີກຫ່າງຈາກຂໍ້ຫ້າມທັ້ງຫຼາຍ.
*
ການສັດທາເຊື່ອຕໍ່ເທວະດາ ມະລາອິກະຫ໌
ອັລ-ມາລາອີກະຮ໌ ເທວະທູດ ພຣະອົງສ້າງມາຈາກລັດສະໝີ ປະຕິບັດ ແລະເຊື່ອຟັງຕາມຄຳບັນຊາຂອງພຣະອົງ ພັກດີ ແລະຊືສັດຕໍ່ອັລລໍຫ໌ ພຽງພຣະອົງດຽວ. ດັງທີ່ພຣະອົງກ່າວວ່າ: ແລະຜູ້ທີ່ຢູ່ນະ ທີພຣະອົງ (ມາລາອີກະຮ໌) ພວກເຂົາຈະບໍ່ລຳພອງຕົນ ໃນການເຄົາລົບພັກດີພຣະອົງ ແລະພວກເຂົາະບໍ່ເບື່ອຫນາຍ ພວກເຂົາຈະແຊ່ຊອງ ສະດຸດີ ໃນເວລາການຄືນ ແລະກາງເວັນໂດຍບໍ່ຂາດໄລຍະ (ຊູເຣາະຫ໌ ອັນບີຍາອ໌ 19-20)
ມາລາອີກະຮ໌ ມີຈຳນວນຫລາຍເທົ່າໃດນັ້ນ ບໍ່ມີໃຜຮູ້ນອກຈາກອັລລໍຫ໌ , ອັລລໍຫ໌ເທົ່ານັ້ນທີ່ຮູ້ ມີຫລັກຖານກ່າວໄວ້ໃນຫນັງສື່ ຊໍເຫຍຫ໌ ບຸຄໍລີ ແລະມຸສລິມ ຫາດິສ ຂອງທ່ານ ອານັສ ໃນປະວັດຂອງ ເມັຍອຣອຈ (ການເຂົ້າເຝົ້າອັລລໍຫ໌ລະວ່າງ ບັຍຕຸລມັກດິສ ແລະບັຍຕຸສອິສເຣາະຫ໌) ທ່ານນາບີຖື່ກເຊີນ ຂື້ນບັຍຕຸລ ມະມູຣ (ກະບະຮ໌ ທີ່ມວນມາລາອີກະຮ໌ໃຊ້ເຕົາວາຟ) ໃນຊັ້ນຟ້າທຸກມື່ ມີມາລາອີກະຮ໌ 70.000 ທ່ານ ເຮັດການລະມາດ ເມື່ອພວກເຂົາໄດ້ອອກທີ່ນັ້ນ ເຂົາຈະບໍຫວນຄື່ນກັບມາອີກ ນັ້ນຖື່ວ່າເປັນຄັ້ງສຸດທ້າຍ ທີ່ເປັນວາຍີບເໜືອພວກເຂົາ ‘’
ການສັດທາຕໍ່ບັນດາມາລາອີກະຮ໌ ປະກອບດ້ວຍ 4 ປະການ:
1: ສັດທາເຖີງການມີຢູ່ຂອງມາລາອີກະຮ໌.
2 : ສັດທາເຊື່ອຕໍ່ບັນດາມາລາອີກະຮ໌ທີ່ໄດ້ບອກໄວ້ໃນກຣຸອານ ແລະຫາດິສ ດັ່ງເຊັ່ນ ຢີບຣີລ ແລະ ຊື່ຂອງບັນດາມະລາອີກະຫ໌ທີ່ພວກເຮົາບໍ່ຮູ້ ໂດຍທົ່ວໄປແລ້ວພວກເຮົາເຊື່ອໃນພວກເຂົາ.
3: ສັດທາ ຕໍ່ບັນດາມາລາອີກະຮ໌ທີ່ຮັບຮູ້ເຖີງຄຸນລັກສະນະ ແລະທີ່ບໍ່ຮັບຮູ້ ເຊັ່ນລັກສະນະຂອງ ຢີບຣີລ ທ່ານນາບີ ໄດ້ກ່າວໄວ້ວ່າ ແທ້ຈິງທ່ານໄດ້ເຫັນ ຢິບຣີລ ອາໄລຮີສສາລາມ ໃນຂະນະຫນືງເຊີງຖືກສ້າງ ມາໃນລັກສະນະນັ້ນມີ 600 ປີກ ຈົນຮອດຂອບຟ້າ.
ມາລາອີກະຮ໌ ສາມາດແປງຮ່າງຕາມຄຳສັ່ງຂອງອັລລໍຫ໌ ເປັນຮູບຮ່າງຜູ້ຄົນ ເມື່ອຄັ້ງທີ່ພຣະອົງໄດ້ສົງຢິບຣີລ ໄປຍັງພຣະນາງມັຣຍຳ ການກາຍແປງຮ່າງເປັນຄືກັບມະນຸດ ແລະໃນຂະນະທີ່ ມາລາອີກະຮ໌ໄດ້ມາຫາທ່ານນາບີ ໃນຂະນະທີ່ທ່ານນັ່ງຮ່ວມກັນຢູ່ກັບບັນດາຊໍຫາບະຮ໌(ສາວົກ) ຂອງທ່ານ ມີຜູ້ຊາຍຮູບຮ່າງແຂງແຂງໃຊ້ເສື່ອສີຂາວສະອາດ ຜົມສີດຳ ໂດຍບໍ່ມີຮອງຮອຍຂອງການເດີນທາງ ໃນຫມູ່ບັນດາຊໍຫາບະຮ໌ບໍ່ມີໃຜ່ເຄີຍເຫັນລາວມາກ່ອນ ຊາຍຜູ້ນັ້ນໄດ້ມານັງລົງຂ້າງທ່ານນາບີ ໂດຍເອົາຫົວເຂົາທັ້ງສອງ ຕິດຫົວເຂົາຂອງທ່ານ ແລະວ່າງຝາມືທັງສອງໄວ້ເທີງ ກົກຂາຂອງທ່ານ ຊາຍຜູ້ນັ້ນໄດ້ຖາມກ່ຽວກັບ ອັລ-ອິສລາມ, ການສັດທາ, ຈະລິຍະທຳ, ວັນກິຍາມະຮ໌ (ວັນສິ້ນໂລກ) ແລະສັນຍານຂອງວັນກິຍາມະຮ໌, ທ່ານໄດ້ຕອບຄຳຖາມຊາຍຜູ້ນັ້ນໄປ ຫລັງາກນັ້ນທ່ານໄດ້ຖາມບັນດາຊໍຫາບະຮ໌ວ່າ ຮູ້ບໍ່ວ່າຊາຍຜູ້ນັ້ນຄືໃຜ? ບັນດາຊໍຫາບະຮ໌ຕອບວ່າ ອັລລໍຫ໌ ແລະນາບີ ອັລລໍຫ໌ສົງຮູ້ດີ ທ່ານນາບີຈືງຕອບວ່າ ນັ້ນຄື່ ຢິບຣີລ ມາສອນເລື່ອງສາດສະນາໃຫ້ກັບພວກເຈົ້າ
ໃນທາງດຽວກັນ ທູດສະຫວັນ (ມາລາອີກະຮ໌) ອົງສູງສຸດທີ່ພຣະເຈົ້າຊົງສົ່ງມາຫາອັບຣາຮາມ ແລະ ລູດຢູ່ໃນຮູບຂອງຜູ້ຊາຍ.
4 : ສິ່ງທີ່ລວມຢູ່ໃນຄວາມເຊື່ອໃນເທວະດາ (ມາລາອີກະຮ໌): ຄວາມເຊື່ອໃນສິ່ງທີ່ພວກເຮົາໄດ້ຮຽນຮູ້ຈາກການກະທໍາຂອງພວກເຂົາ, ວ່າພວກເຂົາປະຕິບັດຕາມພຣະບັນຍັດຂອງພຣະເຈົ້າຜູ້ມີອໍານາດສູງສຸດ ການສັນລະເສີນ ແລະ ນະມັດສະການ (ເຄົາລົບພັກດີ) ຕໍ່ພຣະອົງທັ້ງກາງເວັນ ແລະ ກາງຄືນໂດຍບໍ່ມີຄວາມເບື່ອໜ່າຍ ຫລື ການເຮັດພິທີບູຊາ.
ຫນ້າທີ່ຂອງ ບັນດາ ມາລາອີກະຮ໌ທີ່ກ່າວໄວ້ໃນ ກຸຣອ່ານ ແລະ ຊຸນນະຮ໌
ດັ່ງເຊັ່ນ ທ່ານ: ຢິບຣີລ ເຮັດຫນ້າທີ່ຮັບຄຳສັ່ງ (ວະຮ໌ຢູ) ຈາກອັລລໍຫ໌ມາໃຫ້ບັນດາ ສາດສະດາທຸກທັ້ງຫລາຍ ແລະ ນາບີ .
ທ່ານ: ມີກາອີລ ເຮັດຫນ້າທີ່ ນຳໂຊກ ຣິສກີ ປັດຈັຍຍັງຊີບ ມາຢູ່ໂລກ ເຊັ່ນ ດູແລນ້ຳຝົນ ການຈະເລີນເຕີບໂຕຂອງພືດຜັກ.
ທ່ານ: ອິສຣໍຟີລ ເຮັດຫນ້າທີ່ ເປົ່າສັງ ໃນວັນສິ້ນໂລກ ແລະ ການຟື່ນຄືນຊີບ .
ທ່ານ: ມາລະກຸລເມົາ ເຮັດຫນ້າທີ່ຮັບວິນຍານຂອງມະນຸດ ເມື່ອເຖິງແກ່ກຳສິ້ນອາຍຸ (ຕາຍ)
ທ່ານ:ມາລິກ ເຮັດຫນ້າທີ່ດູແລ ນະລົກ
ແລະບາງມາລາອີກະຮ໌ເຮັດຫນ້າທີ່ດູແລນາລົກ ໃນຄັນມານດາ ເມື່ອອາຍຸຄົບ4ເດືອນ ອັລລໍຫ໌ໄດ້ສົງມາລາອີກະຮ໌ ມາບັນທືກ ສີຢ່າງ ຄື ປັດໄຈຍັງຊີບ, ອາຍຸໄຂ ,ການງານ ຄວາມສຸກແລະ ຄວາມທຸກ.
ມາລາອີກະຮ໌ບາງທ່ານຄ່ອຍ ເຮັດຫນ້າທີ່ ຈົດບັນທືກການງານຂອງ ລູກຫລານອາດຳ ໂດຍມາລາອີກະຮ໌ປະຈຳຢູ່ຂ້າງຊາຍ - ຂວາ
ມາລາອີກະຮ໌ມາລາອີກະຮ໌ບາງທ່ານ ເຮັດຫນ້າທີ່ສອບສວນມະນຸດທີ່ຕາຍ ໄປໃນລຸມຝັງສົບ ມາລາອີກະຮ໌ສອງທ່ານ ຈະມາຫາເຂົາ ແລະ ຖາມວ່າ ພຣະເຈົ້າຂອງທ່ານແມ່ນໃຜ? ນາບີຂອງທ່ານແມ່ນໃຜ? ແລະ ສາດສະນາຂອງທ່ານແມ່ນຫຍັງ?
ພາກຜົນຂອງການສັດທາຕໍ່ບັນດາມາລາອີກະຮ໌ ມີດັ່ງນີ້:
1: ເຮັດໃຫ້ຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າຜູ້ຍິ່ງໃຫຍ່ ແລະ ອຳນາດຂອງພຣະອົງ ໄດ້ສະແດງເຖິງຄວາມຍິ່ງໃຫຍ່ຂອງຜູ້ສ້າງຂອງມັນທີ່ບໍ່ສາມາດທຽບໄດ້ເລີຍ.
2 : ອັລລໍຫ໌ຊົງຫ່ວງໃຍລູກຫຼານຂອງອາດຳ ເພາະເທວະດາ (ມາລາອີກະຮ໌) ແຕ່ລະອົງຫນ້າທີ່ປົກປ້ອງພວກເຂົາ. ບັນທຶກການກະທໍາ ແລະຜົນປະໂຫຍດອື່ນໆຂອງພວກເຂົາ.
3: ມະລາອີກະຫ໌ ມີຄວາມຊື່ສັດໃນການປະຕິບັດໜ້າທີ່ໃນຄຳສັ່ງຂອງພຣະອົງໂດຍບໍ່ມີການປະຕິເສດຄຳສັ່ງນັ້ນ.
ໄດ້ມີກຸ່ມຊົນຕ່າງໆທີ່ລົງຜິດ ປະຕິເສດວ່າເທວະດາເປັນຮ່າງກາຍທາງດ້ານຮ່າງກາຍແລະເວົ້າວ່າ: ພວກມັນເປັນກໍາລັງຂອງສິ່ງທີ່ດີທີ່ມີຢູ່ໃນສິ່ງທີ່ມີຊີວິດ. ແລະນີ້ແມ່ນຄຳຕົວະຕໍ່ພຣະຄຳພີຂອງພຣະເຈົ້າຜູ້ຊົງລິດອຳນາດ. ຊຸນນະຮ໌ ຂອງພຣະອົງ ຂໍໃຫ້ພຣະເຈົ້າປະທານພອນໃຫ້ເຂົາແລະໃຫ້ເຂົາມີສັນຕິພາບ. ແລະຄວາມເຫັນເປັນເອກະພາບຂອງຊາວມຸດສະລິມ
ດັ່ງທີ່ພຣະອົງກ່າວວ່າ: "ບັນດາການສັນລະເສີນເປັນຂອງອັລລໍຫ໌ ຜູ້ສົງສ້າງຊັ້ນຟ້າທັ້ງຫລາຍ ແລະ ແຜ່ນດີນ ຜູ້ຊົງແຕ່ງຕັ້ງເທວະດາ (ມາລາອີກະຮ໌) ໃຫ້ເປັນຜູ້ນຳຂາວ ຜູ້ມີປີກ ສອງ ສາມ ແລະ ສີ່" (ຟາຕິຣ:1)
ແລະພຣະອົງກ່າວວ່າ : ແລະຫາກວ່າພວກເຈົ້າເຫັນ ຂະນະທີ່ມາລາອີກະຮ໌ເອົາວິນຍານ ຂອງບັນດາຜູ້ປະຕິເສດສັດທາ ຢູ່ນັ້ນ ພວກເຂົາ ຈະຕິໃບຫນ້າຂອງພວກເຂົາ ແລະ ຫລັງຂອງພວກເຂົາ . (ຊູເຣາະຮ໌ ອັນຟາລ : 50)
"ແລະພວກເຈົ້າຈະເຫັນ ຂະນະທີ່ບັນດາຜູ້ອະທຳ ຢູ່ໃນພາວະຂັບຂັນ ແຫ່ງຄວາມຕ່າຍ ແລະມາລາອີກະຮ໌ ກຳລັງເເບມື ຂອງພວກເຂົາ (ໂດຍກ່າວວ່າ) ຈົງໃຫ້ຊີວິດຂອງພວກເຈົ້າອອກມາ: (ຊູເຣາະຮ໌ ອັນຟາລ: 93)
ແລະອັລລໍຫ໌ຕຣັດວ່າ : ຈົນກະທັງເມື່ອຄວາມຍ້ານກັວ ໄດ້ຄາຍຈາກຈິດໃຈ ຂອງພວກເຂົາ ພວກເຂົາກ່າວວ່າ ພຣະເຈົາຂອງພວກທ່ານ ໄດ້ຕຣັດແມ່ນຫຍັງນະ? ພວກເຂົາກ່າວວ່າສັດຈະທຳ ແລະພຣະອົງເປັນຜູ້ສູງສົງ ຜູ້ສົງຍິ່ງໃຫຍ່. (ຊູເຣາະຫ໌ ຊາບາ: 23)
ພຣະອົງໄດ້ຕຣັດ: ກັບຊາວສະຫວັນວ່າ: ແລະມາລາອີກະຮ໌ ຈະເຂົ້າມາຫາ ພວກເຂົາທຸກປະຕູ (ຂອງສວນສະຫວັນ) ພ້ອມກັບກ່າວວ່າ ຄວາມສັນຕິສຸກຈົງມີແດ່ພວກທ່ານ ເນືອງດ້ວຍພວກທ່ານ ໄດ້ ອົດທົນ ມັນຊ່າງດີເຫລືອເກີນໃນບັນປາຍແບບນີ້. (ຊູເຣາະຮ໌ ອັຣເຣາະຫ໌23-24)
ແລະໃນ ຊໍເຫັຍຮ໌ ຂອງອີມາມ ບຸຄໍລີ ຈາກທ່ານ ອາບີ ຮູຣອຍເຣາະຫ໌, ຂໍໃຫ້ພຣະເຈົ້າພໍໃຈກັບລາວ, ຈາກທ່ານ ນາບີ ມູນຳມັດ ຂໍຄວາມສະຫງົບສຸກກັບລາວ, ລາວເວົ້າວ່າ: "ຖ້າພຣະເຈົ້າຮັກບ່າວຄົນໃດຫນື່ງ, ພຣະອົງຈະຮຽກຫາ ຢິບຣີລ ແລ້ວບອກວ່າ ອັລລໍຫ໌ຊົງມີຄວາມຮັກຕໍ່ຄົນຜູ້ນີ້ ດັງນັ້ນເຈົ້າຈົງມີຄວາມຮັກຕໍ່ເຂົາເຊັ່ນກັນ ຢິບຣີລຈະມີຄວາມຮັກຕໍ່ເຂົາ ແລະ ຢິບຣີລໄດ້ຮຽກຊາວຟາກຟ້າ (ເຫຼົ່າບັນດານະບີ ແລະມວນມະລາອີກະຫ໌) ແທ້ຈິງອັລລໍຫ໌ຊົງມີຄວາມຮັກຕໍ່ຄົນຜູ້ນັ້ນ ດັງນັ້ນທ່ານທັ້ງຫຼາຍຈົງມີຄວາມຮັກຕໍ່ເຂົາ ຊາວຟາກຟ້າຈະມີຄວາມຮັກຕໍ່ເຂົາ ຫຼັງຈາກນັ້ນເຂົາກໍ່ຈະຖືກວາງຕົວໃຫ້ເປັນທີ່ຍອມຮັບແດ່ຊາວໂລກ"
ແລະໃນມັນຈາກ ອາບີ ຮູຣອຍເຣາະຫ໌ ຄືກັນ. , ໄດ້ກ່າວວ່າ: ສາດສະດາ (ຂໍຄວາມສັນຕິສຸກຈົງສົບແດ່ທ່ານ) ກ່າວວ່າ: ເມືອຮອດວັນສຸກ ນະທີ່ປະຕູຂອງມັສຍິດ ທຸກປະຕູ ມວນມາລາອີກະຮ໌ ຈະຄ່ອຍຈົດບັນທຶກ (ຄວາມດີ) ທີ່ລະຄົນ ແລະເມື່ອອີມາມ ເຂົ້າມານັ່ງ (ມິມບັຣ ) ມວນມາລາອີກະຮ໌ຈະປິດບັນຊີ ຂອງພວກເຂົາ ພວກເຂົາໄດ້ມານັ່ງຟັງຄຸດບະຮ໌
ເຫລົ່ານີ້ ຄື່ ຕົວບົດອັນຊັດເຈນ ຕໍ່ເຮືອນຮ່າງຂອງມວນມາລາອີກະຮ໌ບໍ່ແມ່ນພະລັງອຳນາດ ສິ່ງທີ່ເປັນນາມມະທຳ ເຊັ່ນຄຳກ່າວຂອງພວກ ອິຊີນ (ຜິດພຽນ) ແລະຕົວບົດດັ່ງກ່າວ ເຫລົ່າບັນດາມຸສລິມຖືເປັນມະຕິເອກະພາບ.
*
ການສັດທາຕໍ່ບັນດາຄຳພີ
ອັລ ກູຕຸບ (ຄຳພີຫລາຍເຫລັ່ມ) ເປັນພະຫູພົດຂອງ ກິຕາບ(ຄຳພິຫນຶງເຫລັ່ມ) ຄື່ສິ່ງທີ່ຖືກຂຽນຂື້ນ.
ເຊີງໃນທີ່ນີ້ ຫມາຍເຖີງ ບັນດາຄຳພີ ທີ່ພຣະອົງ ອັລລໍຫ໌ສົງປະທານລົງມາໃຫ້ແກ່ບັນດາ ສາດສະດາທູດ ເປັນຄວາມເມດຕາແກ່ປວງບ່າວ ເພື່ອເປັນທາງນຳສຳຫລັບມະນຸດຊາດ ເພື່ອມະນຸດ ຈະໄດ້ຮັບຄວາມສຳເລັດທັ້ງໂລກນີ້ແລະໂລກຫນ້າ.
ການສັດທາຕໍ່ ບັນດາຄຳພີ ປະກອບດ້ວຍ 4 ປະການ:
1: ສັດທາວ່າບັນດາຄຳພີເຫລົ່ານີ້ ຖືກປະທານລົງມາຈາກພຣະອັງອັລລໍຫ໌ ຢ່າງທຽງແທ້.
2: ສັດທາ ຕໍ່ບັນດາຊື່ຂອງຄຳພີ ທີ່ໄດ້ຮຽນຮູ້ ເຊັ່ນ ອັລ-ກຣຸອານ ສົງປະທານແກ່ ທ່ານນາບີ ມູຮຳມັດ , ອັລ-ເຕົາຣອດ ສົງປະທານໃຫ້ແກ່ ນາບີ ມູຊາ . ແລະຄຳພີ ອິນຍີລ ທີ່ຖືກປະທານລົງມາໃຫ້ແກ່ນາບີ ອີຊາ ອາໄລຍິສສາລາມ ແລະຄຳພີ ຊາບູຣ ທີ່ພຣະອົງໄດ້ສົງປະທານໃຫ້ແກ່ນາບີດາວູດ ແລະນອກເນືອຈາກນັ້ນທີ່ພວກເຮົາບໍ່ຮູ້ຊື່ ແຕ່ກໍເຊື່ອສັດທາໃນທັ້ງຫມົດ
3: ເຊື່ອໝັ່ນແລະ ສັດທາໃນເນື້ອຫາ ຂໍ້ເທັດຈິງຂອງຄຳພີທີ່ໄດ້ຮັບ "ອັລກຸຣອານ" ເປັນຄຳພີທີ່ບໍ່ຖືກບິດເບືອນ ປ່ຽນແປງແກ້ໄຂ ແລະ ຕັດຕອນໃດໆທັ້ງສິ້ນ.
4: ປະຕິບັດຕາມກົດບັງຄັບ ທີ່ຢູ່ໃນອັລ- ກຸຣອານ ແລະຕ້ອງຍອມຮັບດ້ວຍຄຳເຕັ່ມໃຈ ເຖີງແມ່ນວ່າຈະບໍ່ເຂົ້າໃຈ ປາດສະຍາ ໃນບ້າງສວນກໍຕາມ ການປະທານຄຳພີ ອັລ ກຣຸອານ ລົງມາເຮັດໃຫ້ ບັນດາຄຳພີ ກ່ອນຫນ້ານີ້ ທຸກເຫລັ່ມໄດ້ຖືກຍົກເລີກ ອັລລໍຫ໌ກ່າວວ່າ: {ແລະເຮົາໄດ້ປະທານໃຫ້ທ່ານຄຳພີ ນັ້ນດ້ວຍຄວາມຈິງ ໃນຖານະການຢືນຢັນສິ່ງທີ່ມີຢູ່ຕໍ່ຫນ້າພຣະຄໍາພີ, ແລະພວກເຮົາມີສິດອໍານາດໃນການມັນ} [ອັລ-ມາອີດະຮ໌48],
ດັ່ງນັ້ນ ຈື່ງບໍ່ອະນຸຍາດ ໃນການປະຕິບັດຕາມສາດສະນາບັນຍັດ ຂອງບັນດາຄຳພີ ທີ່ຖືກສົ່ງມາກ່ອນຫນ້າ ນອກຈາກບົດບັນຍັດ ທີ່ໄດ້ຮັບການຍື່ນຍັນ ຈາກຄຳພີ ອັລ-ກຣຸອານ.
ພາກຜົນ ອັນປະເສີດຂອງການສັດທາຕໍ່ ບັນດາຄຳພີຕ່າງໆ:
1: ການຮັບຮູ້ການເອົາໃຈໃສ່ດູແລຈາກອັລລໍຫ໌ ທີ່ມີຕໍ່ມະນຸດ ດັງທີ່ໄດ້ຊົງປະທານຄຳພີລົງມາໃນທຸກປະຊາຊາດ ເພື່ອເປັນທາງນຳແກ່ມະນຸດຊາດທັ້ງຫຼາຍ.
2: ການຮັບຮູ້ ປັນຍາ ອັນປະເສີດ ຂອງອັລລໍຫ໌ ໃນກົດບັງຄັບທາງສາດສະນາ ທີ່ໄດ້ບັນຍັດແກ່ທຸກປະຊາຊາດ ຊຶ່ງກົດຫມາຍມີຄວາມເຫມາະສົມ ຕໍ່ສະພາບຄວາມເປັນຢູ່ ຂອງມະນຸດຊາດທັ້ງຫລາຍ. ດັ່ງທີ່ອັລລໍຫ໌ ໄດ້ ກ່າວວ່າ "ສຳລັບແຕ່ລະປະຊາຊາດ ໃນຫມູ່ພວກເຈົ້ານັ້ນ ເຮົາໄດ້ ໃຫ້ມີບົດບັນຍັດ ແລະ ແນວທາງໄວ້….’’
3: ສະແດງເຖີງ ຄວາມກະຕັນຍູຕໍ່ພຣະອົງ ທີ່ໄດ້ປະທານຄຳພີລົງມາ.
*
ການສັດທາ ຕໍ່ບັນດາ ທ່ານສາດສະດາທູດ
ອັຣ ຣຸຊຸລ ພະຫູພົດຂອງ ຣໍຊູລ ຫມາຍເຖີງ: ຜູ້ສື່ສານ (ສາດສະດາທູດ) ຄືຜູ້ທີ່ຖືກສົງລົງມາເພື່ອບອກແຈ້ງ
ໃນທີ່ນີ້ຫມາຍເຖີງ ຜູ້ທີ່ໄດ້ຮັບສານ (ວະຮ໌ຍູ) ກົດບັງຄັບທາງສາດສະນາບັນຍັດ ແລະບັນຊາໃຫ້ເຜີຍແຜ່ແກ່ມວນມະນຸດຊາດ.
ແລະຣໍຊູລ ທ່ານທຳອິດ ຄື ທ່ານ ນາບີ ນຸຮ໌ ແລະທ່ານສຸດທ້າຍ ຄື ນາບີ ມູຮຳມັດ
ດັ່ງທີ່ພຣະອົງ ກ່າວວ່າ: ແທ້ຈິງ ເຮົາໄດ້ມີ ອົງການ (ວະຮ໌ຍູ) ແກ່ເຈົ້າ ເຊັ່ນດຽວກັບເຮົາໄດ້ມີອົງການ (ວະຮ໌ຍູ) ຕໍ່ນູຮ໌ ແລະ ບັນດານາບີ ຫລັງຈາກພວກເຂົາ. (ອັນນີຊາ: 163)
ແລະໃນບັນທືກ ຊໍເຮັຍຫ໌ ຂອງ ບູຄໍລີ ລາຍງານຈາກ ທ່ານ ອານັສ ບິນມາລິກ ໃນຫາດິສ ກຽວກັບ ອັຊຊາຟາອະຫ໌ (ການຊ່ວຍສົງເຄາະ) ທ່ານນາບີ ໄດ້ກ່າວວ່າ: "ໄດ້ມີການບອກເລົ່າວ່າ ປະຊາຊົນໄດ້ມາຢັງທ່ານນະບີອາດຳ ອະໄລຮິສລາມ ເພື່ອຂໍໃຫ້ຊ່ວຍສົງເຄາະ ແກ່ພວກເຂົາ ແຕ່ທະວ່າທ່ານໄດ້ບອກຂໍຕົວໂດຍກ່າວວ່າ ພວກທ່ານຈົ່ງໄປຫາທ່ານນະບີນູຫ໌ ອະໄລຮິສລາມ ຜູ້ເຊິ່ງເປັນນະບີ ແລະ ຣໍຊູລທ່ານທຳອິດ ທີ່ອັລລໍຫ໌ ຕະອາລາສົ່ງທ່ານມາ....." ໂດຍກ່າວຈົນຈົບຮາດິຊ
ອັລລໍຫ໌ຕາອາລາ ໄດ້ກ່າວກ່ຽວກັບທ່ານນະບີ ມູຮຳມັດ ﷺ ວ່າ: (ມູຮຳມັດ ບໍ່ໄດ້ເປັນພໍ່ຂອງຜູ້ໃດຈາກບັນດາບຸລຸດຂອງພວກເຈົ້າ ແຕ່ເປັນຣໍຊູລຂອງອັລລໍຫ໌ ແລະ ເປັນນະບີຄົນສຸດທ້າຍ)
ປະຊາຊາດນັ້ນບໍ່ໄດ້ຖືກພັກຊ່ວງເລີຍນອກຈາກວ່າອັລລໍຫ໌ ຈະສົ່ງຣໍຊູລມາ ພ້ອມດ້ວຍກົດຂໍ້ບັງຄັບທາງສາສະໜາບັນຍັດ ມາຍັງທຸກຊົນຊາດຂອງທ່ານ ແລະ ຊົງປະທານວະຮີ ແກ່ທ່ານນະບີ ແລະ ບົດບັນຍັດເພື່ອທົບທວນ, ດັງທີ່ອັລລໍຫ໌ ຊົງຕຣັດວ່າ: (ແລະໂດຍແນ່ນອນ ເຮົາໄດ້ແຕ່ຕັ້ງຣໍຊູລມາໄປຍັງແຕ່ລະປະຊາຊາດ (ໂດຍຣໍຊູລຈະກ່າວແກ່ປະຊາຊາດນັ້ນ ໆ ວ່າ) ພວກທ່ານຈົ່ງເຄົາລົບພັກດີຕໍ່ອົລລໍຫ໌ ແລະ ຈົງຫຼີກຫນີ ອອກຫ່າງຈາກພວກຕໍກຼູດຮູບປັ້ນ(ຈະເວັດ)
ແລະ ພຣະອົງໄດ້ຕຣັດວ່າ: ແລະບໍ່ມີປະຊາຊາດໃດໃນອາດີດ ເວັ້ນແຕ່ວ່າມີຜູ້ຕັກເຕືອນ (ຖຶກສົງມາ)ຍັງພວກເຂົາ (ຊູເຣາະຫ໌ ຟາຕິຣ:24)
"ແລະ ແທ້ຈິງເຮົາໄດ້ປະທານ ອັດເຕົາຣອດ ລົງມາແກ່ (ມູຊາ) ໂດຍທີ່ໃນນັ້ນມີຂໍແນະນຳແລະ ແສງສະຫວ່າງ ເຊີງບັນດານາບີ ຜູ້ນອບນ້ອມ (ຕໍອັລລໍຫ໌) ໄດ້ໃຊ້ຕັດສິນສຳຫລັບບັນດາຜູ້ທີ່ເປັນຍິວ…." (ອັລມາອີດະຮ໌ : 44)
ບັນດາສາສະນະທູດເປັນມະນຸດປຸຖຸຊົນທຳມະດາ ເຊິ່ງຖືກບັງເກິດຂຶ້ນ ມີການເກິດແກ່ເຈັບຕາຍ ຄວາມຕ້ອງການ ອາຫານ ເຄື່ອງດື່ມ ອາລົມ ພວກເຂົາບໍ່ໄດ້ມີຄຸນນະສົມບັດພິເສດໃນການເປັນເຈົ້າ ຜູ້ອະພິບານ ຫຼື ເປັນພຣະເຈົ້າແຕ່ຢ່າງໃດທັ້ງສິ້ນ ພຣະອົງໄດ້ກ່າວກ່ຽວກັບທ່ານສາດສະດາມຸຮຳມັດ ຜູ້ເປັນຜູ້ນຳສານ ຜູ້ສົ່ງກຽດ ນະ ອັລລໍຫ໌ ໃນບັນດານະບີທັ້ງຫຼາຍວ່າ: "ຈົງກ່າວເຖີດ (ມູຮຳມັດ) ວ່າຂ້ອຍບໍ່ມີອຳນາດ ທີ່ຈະໃຫ້ຄົນປະໂຫຍດໃດໆ ແລະ ໃຫ້ໂທດໃດໆ ແກ້ຕົວຂ້ອຍໄດ້ ນອກຈາກສິ່ງທີ່ ອັລລໍຫ໌ສົງປະສົງ ແລະຖ້າຫາກວ່າຂ້ອຍເປັນຜູ້ຮູ້ສິ່ງເລັນລັບແລ້ວ ແນ່ນອນຂ້ອຍຍ່ອມກອບໂກຍສິ່ງທີ່ດີງາມ ໄວ້ຢາງຫລວງຫລາຍ ແລະ ຄວາມຊົ້ວຮ້າຍ ກໍ່ຈະບໍ່ແຕະຕ້ອງຂ້ອຍໄດ້ ຂ້ອຍບໍ່ແມ່ນໃຜຄົນອື່ນໃດ ນອກຈາກຜູ້ຕັກເຕືອນ ແລະຜູ້ປະກາດຂ່າວດີສຳຫລັບກຸ່ມຊົນຜູ້ສັດທາເທົ່ານນັ້ນ (ອັລ ອາຣອຟ : 188)
"ຈົງກ່າວເຖີດ ມູຮຳມັດ ແທ້ຈິງ ຂ້ອຍບໍ່ມີ ອຳນາດ ທີ່ຈະໃຫ້ໂທດແລະ ໃຫ້ຄຸນ ແກ່ພວກທ່ານ ຈົ່ງກ່າວເຖີງ ມູຮຳມັດວ່າ ບໍ່ມີຜູ້ໃດຄຸ້ມຄອງຂ້ອຍ ໃຫ້ລອດພົ້ນຈາກ ການລົງໂທດ ຂອງ ອັລລໍຫ໌ໄດ້ ແລະຂ້ອຍຈະບໍ່ພົບສິງອື່ນໃດນອກຈາກພຣະອົງເລີຍ (ອັລ ຍິນ 21-22)
ພວກເຂົາປະຕິບັດຕາມລັກສະນະຂອງມະນຸດ: ຈາກຄວາມເຈັບປ່ວຍ, ຄວາມຕາຍ, ຄວາມຕ້ອງການອາຫານ, ເຄື່ອງດື່ມ, ແລະອື່ນໆ. ພຣະເຈົ້າອົງໄດ້ຕຣັດກ່ຽວກັບທ່ານ ນະບີອິບຣໍຫີມ ເມື່ອທ່ານແຈ້ງເຖິງຄຸນລັກສະນະພຣະຜູ້ເປັນເຈົ້າຂອງທ່ານວ່າ: "ແລະ ພຣະອົງຊົງປະທານອາຫານໃຫ້ຂ້ອຍ ແລະ ຊົງໃຫ້ນ້ຳດື່ມແກ່ຂ້ອຍ ແລະ ເມື່ອຂ້ອຍປ່ວຍ ດັງນັ້ນພຣະອົງຊົງໃຫ້ຂ້ອຍຫາຍປ່ວຍ ແລະ ຜູ້ຊົງໃຫ້ຂ້ອຍຕາຍ ແລ້ວຊົງໃຫ້ຂ້ອຍມີຊີວິດ" (ອັຊສູອະຣໍ : 79-81)
ທ່ນນາບີ ກ່າວວ່າ: "ແທ້ຈິງ ຂ້ອຍເປັນມະນຸດຄືກັບພວກທ່ານ ຂ້ອຍມີຄວາມລົງລືມ ຄືກັບພວກທ່ານ ໃນເມື່ອ ຂ້ອຍລືມກໍຈົງເຕື່ອນໃຫ້ມີການສຳນຶກ"
ພະເຈົ້າຜູ້ມີລິດທານຸພາບສູງສຸດໄດ້ພັນລະນາລັກສະນະຕົນເອງວ່າເປັນຜູ້ຄູ່ຄວນໃນການເຄົາລົບພັກດີພະອົງຢູ່ເທິງສຸດຂອງສະຖານທີ່ຂອງພວກເຂົາ. ແລະໃນແງ່ຂອງການສັນລະເສີນພວກເຂົາ ອັລລໍຫ໌ໄດ້ຊົງຕຣັດເຖິງການເຮັດຄວາມພັກດີຕໍ່ພຣະອົງ ໃນສ່ວນທີ່ສຳພັນກັບການຍົກຍ່ອງນະບີນຸຮ໌ວ່າ ເເທ້ຈິງລາວເປັນບ່າວຜູ້ກະຕັນຍູຍິ່ງ [ອັລ ອິສຣໍ: 3] ທ່ານນາບີມູຮຳມັດກ່າວວ່າ: "ມະຫາຈຳເລິນຍິ່ງແດ່ພຣະອົງ ຜູ້ຊົງປະທານ ອັລກຸຣອານ ແກ່ບ່າວຂອງພຣະອົງ (ມູຮຳມັດ) ເພື່ອລາວຈະໄດ້ເປັນຜູ້ຕັກເຕືອນ ແກ່ປວງບ່າວທັ້ງມວນ [ອັລຟຸຣກອນ: 1]
ພຣະອົງຊົງຕຣັດເຖິງນະບີອິບຣໍຫີມ ບະບີອິສຮາກ ນະບີຍະກູບ ວ່າ: "ແລະຈົ່ງລຳລຶກເຖິງປວງບ່າວຂອງເຮົາ ອິບຣໍຫີມ ອິສຮາກ ແລະ ຍະກູບ ຜູ້ທີ່ເຂັມແຂງ ແລະ ສາຍຕາໄກ (ໃນເລື່ອງສາສະໜາ) ເຮົາໄດ້ເລືອກພວກເຂົາ ໂດຍສະເພາະ ເພື່ອຕັກເຕືອນໃນລຳລຶກເຖິງໂລກໜ້າ ແລະ ເເທ້ຈິງພວກເຂົານັ້ນ ເປັັນຜູ້ທີ່ດີທີ່ສຸດໃນຫມູ່ຜູ້ທີ່ຖືກຄັດເລືອກ ແນ່ນອນ ພວກເຂົາເປັນຄົນດີໃນຫມູ່ຜູ້ໄດ້ຮັບເລືອກ " [ຊອດ 45-47]
ພຣະອົງໄດ້ຕຣັດ:ກັບອີຊາ ອິບນູມັຣຍຳວ່າ ເຂົາ(ອີຊາ)ພຣະເຢຊູຄຣິສບໍ່ແມ່ນໃຜ ນອກຈາກ ເປັນບ່າວຄົນຫນືງ ເຊີງ ເຮົາ (ອັລລໍຫ໌) ໄດ້ໃຫ້ຄວາມໂປຣດປານແກ່ເຂົາ ແລະເຮົາໄດ້ເຮັດໃຫ້ເຂົາເປັນແບບຢາງທີ່ດີ ແກ່ວົງວານ ອິສຣໍອີລ (ອັສ ຊຸຣຸຟ 59)
ສັດທາຕໍ່ບັນດາຣໍຊູລ ປະກອບດ້ວຍສີ່ປະການ:
ທໍາອິດ: ຄວາມເຊື່ອທີ່ວ່າສາດສະດາທູດຂອງພວກເຂົາແມ່ນຄວາມຈິງຈາກພຣະເຈົ້າຜູ້ມີອໍານາດສູງສຸດ. ສະນັ້ນ ຜູ້ໃດກໍຕາມທີ່ບໍ່ເຊື່ອໃນຖ້ອຍຄຳຂອງພວກເຂົາ ສະແດງວ່າເຂົາໄດ້ປະຕິເສດທັ້ງຫມົດ. ດັ່ງທີ່ພຣະອົງຕຣັດວ່າ: {ຫມູ່ຊົນຂອງນຸຫ໌ໄດ້ປະຕິເສດຕໍ່ບັນດາຣໍຊູລ} [ຊູອາຣໍ: 105] ດັ່ງນັ້ນ ອັລລໍຫ໌ ເຮັດໃຫ້ພວກເຂົາທັງຫລາຍເປັນຜູ້ປະຕິເສດ. ເຖິງແມ່ນວ່າບໍ່ມີຜູ້ສົ່ງຂ່າວອື່ນ, ແຕ່ເມື່ອເຂົາເຈົ້າໄດ້ປະຕິເສດນາບີນຸຫ໌. ດັ່ງນັ້ນຊາວຄຣິດສະຕຽນຜູ້ທີ່ປະຕິເສດ ມູຮຳມັດ ຂໍຄວາມສະຫງົບສຸກແລະພອນຂອງພຣະເຈົ້າຢູ່ກັບລາວ. ແລະບໍ່ໄດ້ປະຕິບັດຕາມພຣະອົງ ເຂົາເຈົ້າຕົວະມາຊີ. ລູກຊາຍຂອງ ມັຣຍຳ ໂດຍບໍ່ໄດ້ຕິດຕາມລາວຄືກັນ. ໂດຍສະເພາະແມ່ນນັບຕັ້ງແຕ່ເຂົາໄດ້ໃຫ້ເຂົາເຈົ້າແຈ້ງຂ່າວດີຂອງ ມູຮຳມັດ. ແລະບໍ່ມີຄວາມຫມາຍຕໍ່ຂ່າວດີຂອງພວກເຂົາ. ເວັ້ນເສຍແຕ່ວ່າພຣະອົງເປັນຜູ້ສົ່ງຂ່າວຂອງພວກເຂົາ. ພຣະເຈົ້າໄດ້ຊ່ວຍພວກເຂົາຈາກຄວາມຜິດພາດຂອງພວກເຂົາ. ແລະນໍາພາພວກເຂົາໄປໃນເສັ້ນທາງອັນທຽງຕົງ.
ປະການທີສອງ: ຄວາມເຊື່ອທີ່ພວກເຮົາບອກສອນໃຫ້ຮູ້ຈັກຊື່ຂອງພວກເຂົາ, ເຊັ່ນ: ມູຮຳມັດ, ອິບຣໍຮີມ, ມູຊາ, ອີຊາ ແລະ ນຸຫ໌ ອາໄລຮຸສສາລາມ ແລະຫ້າຄົນນີ້ເປັນຜູ້ທຳອິດທີ່ໄດ້ຮັບການແຕ່ງຕັ້ງຈາກຜູ້ສົ່ງຂ່າວ. ແລະພຣະເຈົ້າອັລລໍຫ໌ໄດ້ກ່າວເຖິງພວກເຂົາຢູ່ໃນສອງທີ່ໃນ ອັລກຣຸອານ ໃນຖ້ອຍຄຳຂອງພຣະອົງ: "ແລະຈົງລຳລຶກເຖີງຂະນະທີ່ເຮົາໄດ້ເອົາຄຳຫມັ່ນສັນຍາ ພວກເຂົາ ຈາກບັນດານາບີ ແລະ ຈາກເຈົ້າ ແລະ ຈາກນຸຫ໌ ແລະ ອິບຣໍຮີມ ແລະ ມູຊາ ແລະ ອີຊາ ອິບນຸມັຣຍຳ ແລະເຮົາໄດ້ເອົາຄຳມັ່ນສັນຍາ ຢ່າງຫນັກແນ່ນຈາກພວກເຂົາ [ ອັລ ອະຊາບ:7] "ແລະພຣະອົງໄດ້ກຳຫນົດສາສະນາແກ່ພວກເຈົ້າເຊັ່ນດຽວ ກັນກັບທີ່ພຣະອົງໄດ້ສົງບັນຊາແກ່ ນຸຫ໌ ແລະທີ່ເຮົາໄດ້ ວະຮີຍ໌ແກ່ເຈົ້າ ເຊັ່ນດຽວກັບທີ່ເຮົາໄດ້ ບັນຊາ ແກ່ ອິບຣໍຮີມ ແລະ ມູຊາ ແລະ ອີຊາ ວ່າພວກເຈົ້າຈົງດຳລົງສາສະນາໄວ້ ໃຫ້ຫມັ່ນຄົງ ແລະຢ່າແຕກແຍກກັນໃນເລືອງຂອງສາສະນາ…. " [ອັລ ຊູຣໍອ :13]
ສຳລັບບັນດາຣໍຊູລ ທີ່ບໍ່ໄດ້ຮູ້ນາມ ຈຳເປັນທີ່ຕ້ອງສັດທາເຊັ່ນກັນ ດັ່ງທີ່ພຣະອົງສົງຕຣັດວ່າ: "ແລະໂດຍ ແນ່ນອນຍິ່ງ ເຮົາໄດ້ສົ່ງບັນດາຣໍຊູລ ມາກ່ອນຫນ້າເຈົ້າ ບາງຄົນໃນຫມູ່ພວກເຂົາ ເຮົາໄດ້ບອກເລົ່າແກ່ເຈົ້. ແລະບ້າງຄົນໃນຫມູ່ພວກເຂົາ ມີຜູ້ທີ່ເຮົາບໍ່ໄດ້ບອກເລົາກັບເຈົ້າ." [ ອັລ ຄໍຟັຣ 78]
ປະການທີ່ສາມ: ຕ້ອງເຊື່ອຫມັ່ນ ແລະຍືນຍັນ ຕໍ່ຄຳບອກກ່າວຂອງບັນດາບະນີ.
ປະການທີ່ສີ : ປະຕິບັດຕາມຊາຣີອະຫ໌ ກົດຂໍ້ບັງຄັບຂອງສາສະນະບັນຍັດທີ່ຖືກສົ່ງມາຍັງນະບີທ່ານສຸດທ້າຍ ຄື ມຸຮຳມັດ (ຊລ) ເຊິ່ງສົ່ງມາສຳຫຼັບມະນຸດຊາດທັ້ງປວງ ດັງທີ່ອັລລໍຫ໌ ຊົງຕຣັດວ່າ: “ແຕ່ບໍ່, ເຮົາສາບານຕໍ່ພຣະຜູ້ເປັນເຈົ້າຂອງເຈົ້າ, ພວກເຂົາຈະບໍ່ເຊື່ອຈົນກວ່າເຂົາເຈົ້າມີ ໃຫ້ພຣະຜູ້ເປັນເຈົ້າຕັດສິນບັນຫາທີ່ຂັດແຍ່ງກັນ. ລະຫວ່າງເຂົາເຈົ້າ ແລະເຂົາເຈົ້າຈະບໍ່ພົບເຫັນຢູ່ໃນໃຈຂອງເຂົາເຈົ້າບໍ່ພໍໃຈ (ການຍອມຮັບ) ຂອງສິ່ງທີ່ທ່ານໄດ້ຕັດສິນໃຈ. ແລະພວກເຂົາຍອມຈຳນົນດ້ວຍຄວາມສາມັກຄີ.” ( ອັນ ນີຊາ :65)
ຜົນໄດ້ຮັບທີ່ຍິ່ງໃຫຍ່ຂອງການສັດທາໃນ ບັນດາຣໍຊູລ :
1. ຄວາມຮັບຮູ້ຂອງຄວາມໂປດປານ ການດູແລຜູ້ຮັບໃຊ້ຂອງພຣະອົງໂດຍການສົ່ງຂ່າວເພື່ອຊີ້ນໍາເຂົາເຈົ້າໄປສູ່ເສັ້ນທາງຊື່ຖືກຕ້ອງ , ຊີ້ນໍາໃຫ້ຜູ້ຮັບໃຊ້ໃນການໄຫວ້ ອັລລໍຫ໌ເພາະສະຕິປັນຍາຂອງເຂົາເຈົ້າພຽງແຕ່. ຂອງມະນຸດ. ບໍ່ຮູ້ແລະບໍຍອມຮັບສັດທາ ໃນຄວາມຮູ້ທີ່ນາບີນຳມາ
2 ຂອບໃຈສໍາລັບຄວາມໂປຣດປານອັນຍິ່ງໃຫຍ່ນີ້.
3: ຈົ່ງຮັກຜູ້ສົ່ງຂ່າວ (ຣໍຊູລ) ແລະ ໃຫ້ກຽດເຂົາເຈົ້າ. ແລະສັນລະເສີນພວກເຂົາຕາມທີ່ເຂົາເຈົ້າສົມຄວນ. ເພາະວ່າເຂົາເຈົ້າເປັນຜູ້ສົ່ງຂ່າວຂອງພຣະເຈົ້າຜູ້ຊົງລິດອຳນາດ. ແລະຍ້ອນວ່າເຂົາເຈົ້າເປັນບ່າວພຣະອົງ ເປັນຜູ້ການຖ່າຍທອດຂ່າວສານຂອງພຣະອົງ ແລະໃຫ້ຄໍາແນະນໍາແກ່ຜູ້ຮັບໃຊ້ຂອງພຣະອົງ
ສັດຕູຂອງທູດຂອງພວກເຂົາປະຕິເສດ. ອ້າງວ່າຜູ້ສົ່ງຂ່າວຂອງພຣະເຈົ້າບໍ່ແມ່ນມະນຸດ! ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວເຖິງການຮຽກຮ້ອງນີ້. ແລະເຮັດໃຫ້ມັນເປັນໂມຄະໂດຍການເວົ້າ ລັດສະຫມີພາບກັບພຣະອົງ: " ແລະບໍ່ສິ່ງໃດທີ່ຈະຫ້າມມະນຸດໃຫ້ພວກເຂົາສັດທາ ເມື່ອແນວທາງທີ່ຖືກຕ້ອງມາຍັງພວກເຂົາແລ້ວ ນອກຈາກພວກເຂົາຈະກ່າວວ່າ ອັລລໍຫ໌ຊົງແຕ່ງຕັ້ງມະນຸດທຳມະດາ ເປັນຣໍໍໍຊູລແນວນັ້ນວ່າ? ຈົ່ງກ່າວເຖິດ (ມຸຮຳມັດ) ຫາກມະລາອິກະຫ໌ເດິນສັນຈອນຢ່າງສະງົບໃນແຜ່ນດິນ ແນ່ນອນເຮົາຈະສົ່ງມະລັກໜຶ່ງລົງມາຈາກຟາກຟ້າ ເປັນຣໍຊູລແກ່ພວກເຂົາ ” (ອັລ ອິສຣໍອ: 94-95]
ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຍົກເລີກການຮຽກຮ້ອງນີ້ວ່າ (ອັສຊາອິມ) ຈຳຕ້ອງເປັນມະນຸດ. ເນື່ອງຈາກວ່າພຣະອົງໄດ້ຖືກສົ່ງໄປຫາປະຊາຊົນຂອງໂລກແລະພວກເຂົາເປັນມະນຸດ. ແລະຖ້າຫາກວ່າຜູ້ຄົນຂອງໂລກເປັນເທວະດາ, ພຣະເຈົ້າຈະລົງມາຈາກສະຫວັນເປັນກະສັດແລະຜູ້ສົ່ງຂ່າວ. ຈະເປັນຄືກັບເຂົາເຈົ້າ ນີ້ແມ່ນວິທີທີ່ຜູ້ຊົງລິດອຳນາດສູງສຸດ ອັລລໍຫ໌ ເວົ້າກ່ຽວກັບຄົນຂີ້ຕົວະຕໍ່ ສາດສະດາທູດ, ພວກເຂົາເວົ້າວ່າ: ".... ພວກເຂົາກ່າວວ່າ ພວກທ່ານບໍ່ໄດ້ແມ່ນໃຜອື່ນ ນອກຈາກເປັນປຸຖຸຊົນຄືເຮົາ ພວກທ່ານປະສົງທີ່ຈະກີດກັນພວກເຮົາຈາກສິ່ງທີ່ບັນພະບຸລຸດຂອງເຮົາເຄີຍເຄົາລົບບູຊາ ດັງນັ້ນພວກທ່ານ ຈົງນຳຫຼັກຖານອັນຊັດແຈ້ງມາໃຫ້ພວກເຮົາເບິ່ງ, ບັນດາຣໍຊູລຂອງພວກເຂົາກ່າວແກ່ພວກເຂົາວ່າ ພວກເຮົາບໍ່ໄດ້ແມ່ນໃຜອື່ນໃດ ນອກຈາກເປັນປຸຖຸຊົນຄືດກັບທ່ານ ແຕ່ທະວ່າອັລລໍຫ໌ຊົງໂປດປານ ຜູ້ທີ່ພຣະອົງຊົງປະສົງ ຈາກປວງບ່າວຂອງພຣະອົງ ບໍ່ຄວນແກ່ເຮົາທີ່ຈະນຳຫຼັກຖານມາສະແດງແກ່ພວກທ່ານ ເວັ້ນແຕ່ໂດຍອະນຸມັດຂອງອັລລໍຫ໌ເທົ່ານັ້ນ [ອິບຣໍຮີມ: 10-11]
*
ການສັດທາຕໍ່ວັນອາຄິເຣາະຫ໌ (ໂລກໜ້າ)
ວັນອາຄິເຣາະຫ໌ ຄືວັນສິ້ນໂລກ: ເປັນວັນທີ່ມະນຸດຊາດຈະຖືກໃຫ້ຟື້ນຄືນຊີບເພື່ອຕັດສິນຕອບແທນຜົນລະບຸນທີ່ໄດ້ເຮັດໄວ້.
ທີ່ຖືກເອີ້ນວ່າວັນສຸດທ້າຍ; ເນື່ອງຈາກວ່າບໍ່ມີມື້ຫຼັງຈາກນັ້ນ ແລະເປັນບ່ອນທີ່ຊາວສະຫວັນຈະໄດ້ເຂົ້າໄປພຳນັກໃນສວນສະຫວັນຂອງພວກເຂົາຕະລອດການ. ແລະຊາວນະລົກຢູ່ໃນນາລົກ ແລະ ຈະໄດ້ເຂົ້າໄປພຳນັກໃນນັ້ນຕະລອດການ.
ການສັດທາຕໍ່ວັນສິ້ນໂລກປະກອບດ້ວຍ:ສາມປະການດັ່ງນີ້
ປະການທີ່ໜຶ່ງ. ສັດທາຕໍ່ການຟື້ນຄືນຊີບ ຄືຄົນຕາຍຈະຖືກໃຫ້ຟື້ນຄືນຊີບອີກຄັ້ງໜຶ່ງ ເມື່ອສຽງແກຖືກເປົ່າເປັນຄັ້ງທີ່ສອງ ມວນມະນຸດຊາດຈະຢືນຂຶ້ນຕໍ່ຫນ້າພຣະຜູ້ອະພິບານແຫ່ງສາກົນຈັກກະວານ ໃນສະພາບຕີນເປົ່າ ເປືອຍກາຍ ດັງທີ່ພຣະອົງຕຣັດວ່າ: {ດັ່ງທີ່ພວກເຮົາໄດ້ເລີ່ມສ້າງຄັ້ງທໍາອິດ ພວກເຮົາຈະເຮັດຊ້ໍາອີກເປັນສັນຍາກັບພວກເຮົາ. ແທ້ຈິງເຮົາອັລລໍຫ໌ເປັນຜູ້ເຮັດກະທຳສ້າງຢາງແນ່ນອນ.} [ອັນບີຍາຍ໌: 104]
ແລະການຟື້ນຄືນຊີບ ເປັນຄວາມຈິງຢ່າງແນ່ນອນ ຊຶ່ງຖືກລະບຸໄວ້ອັລກຸຣອານ ແລະ ຊຸນນະຮ໌ ແລະ ເປັນອິຈມາຂອງຊາວມຸດສະລິມ.
ອັລລໍຫ໌ ຕະອາລາໄດ້ ເວົ້າວ່າ: {ຫຼັງຈາກນັ້ນ ແທ້ຈິງພວກເຈົ້າຕ້ອງຕາຍຢ່າງແນ່ນອນ ແລ້ວແທ້ຈິງ ພວກເຈົ້າຈະຖືກໃຫ້ຟື້ນຄືນຊີບຂຶ້ນມາໃນວັນກິຍາມະຫ໌} [ ອັລ ມູມີນູນ 15-16]
ທ່ານນາບີກ່າວວ່າ: <ມະນຸດຊາດຈະຖືກນຳມາຮ່ວມກັນຊຸມນຸມໃນສະພາບ ທີ່ບໍ່ຖືເກີບເປັນລ່ອນຈອນ > ມຸດຕາ ຟັກກຸນອາໄລ.
ແລະ ຊາວມຸດສະລິມເຫັນດີກັບຫຼັກຖານທັ້ງຫມົດຂອງວັນກີຍາມະຮ໌. ຊຶ່ງເປັນຄວາມຕ້ອງການປັນຍາ. ຍ້ອນວ່າພຣະອົງຕ້ອງການໃຫ້ພະເຈົ້າອົງຍິ່ງໃຫຍ່ສ້າງສິ່ງນີ້ໃຫ້ເປັນຄວາມກຽດຊັງ. ໃຫ້ລາງວັນແກ່ພວກເຂົາ ໃນສິ່ງທີ່ພຣະອົງໄດ້ສັ່ງໃຫ້ແກ່ພວກເຂົາ ແລະປະຕິບັດໃນສິ່ງທີ່ສາດສະດາທູດຂອງພຣະອົງໄດ້ສົ່ງມາ. ພະເຈົ້າອັລລໍຫ໌ກ່າວວ່າ: "ດັງເຊັ່ນທີ່ເຮົາໄດ້ເລິມໃຫ້ມີການບັງເກິດຄັ້ງທຳອິດ ເຮົາຈະໃຫ້ມັນກັບມາເປັນຂຶ້ນອີກ" [ ອັລ ມູມີນູນ : 115] ທ່ານນາບີ ຂໍຄວາມສັນຕິສຸກຈົງ ປະສົບແດ່ທ່ານກ່າວວ່າ: ແທ້ຈິງພຣະອົງອັລລໍຫ໌ຜູ້ຊືງປະທານ ອັລກຸຣອານແກ່ທ່ານ ແນ່ນອນຕ້ອງ ນຳເຈົ້າກັບສູ່ຖິນຖານເດີມ [ ອັລກິຊອສ: 85]
ປະການທີສອງ: ຄວາມເຊື່ອໃນການຄິດຕອບແທ່ນແລະລາງວັນ: ບ່າວຈະຖືກກວດສອບຕອບແທ່ນໃນການເຮັດວຽກປະຕິບັດຄຸນງາມຄວາມດີຂອງລາວແລະໄດ້ຮັບລາງວັນສໍາລັບມັນ. ແລະນີ້ແມ່ນໄດ້ລະບຸໄວ້ໂດຍຫນັງສື ອັລຊຸນນະຮ໌ ແລະເປັນເອກະສັນກັນຂອງຊາວມຸດສະລິມ.
ອັລລໍຫ໌ໄດ້ຕຣັດວ່າ: ແທ້ຈິງອັລລໍຫ໌ຄືການກັບໄປຫາ ຫລັງຈາກນັ້ນພຣະອົງອັລລໍຫ໌ຈະຕອບແທ້ແນ່ນອນ [ ອັລຄໍຊີຍະຮ໌ : 25-26] ອັລລໍຫ໌ ຕຣັດວ່າ: "ຜູ້ໃດທີ່ນຳຄວາມດີ ເຂົາຈະໄດ້ສິບເທົາຂອງຄວາມດີນັ້ນ ແລະຜູ້ໃດນຳຄວາມຊົ້ວມາເຂົາຈະບໍ່ຖືກຕອບແທ່ນ ນອກຈາກເທົ່າກັບຄວາມຊົ້ວທີ່ເຂົານຳມາ ເຂົາຈະບໍ່ຖືກອະທຳໃນສິງທີ່ເຂົາກະທຳ [ ອັນອາມ :160] ອັລລໍຫ໌ຕຣັດວ່າ: ແລະຂ້ອຍ (ອັລລໍຫ໌)ໄດ້ຕັ້ງຕາຊັງທີ່ເປັນອັນທຽງທຳໃນວັນກິຍາມະຮ໌ ດັ່ງນັ້ນຈະບໍ່ມີຊີວິດໃດ ຖືກອະທຳແຕ່ຢາງໃດ ແມ້ພຽງວ່ານ້ຳຫນັກເທົ່າກັບເມັດພືດ ຂ້າກໍຈະນຳມາ ສະແດງ ແນ່ນອນເປັນການພໍພຽງໃນການສອບສວນ" [ ອັນບີຍາ:47]
ຈາກທ່ານ ອິບນູ ອຸມັຣ ຣໍດີຍັລລໍຫູອັນຮູມາ ຈາກທ່ານນາບີ ກ່າວວ່າ: ແທ້ຈິງອັລລໍຫ໌ຈະສົງຕອບແທ່ນແກ່ບ່າວຜູ້ສັດທາ ສົງວ່າງກັ່ນ ເປັນກຳບັງແກ່ເຂົາ ຄື່ປົກປິດເຂົາພຣະອົງສົງຕຣັດແກ່ເຂົາວ່າ ເຈົ້າຮູ້ບໍ່ບາບເຊັ່ນນີ້?ເຈົ້າຮູ້ບໍ່ບາບແບບນີ້?ເຂົາຈະກ່າວວາແມ່ນແລ້ວ ພຣະອົງໃດກໍຕາມ, ເຖິງແມ່ນວ່າໃນເວລາທີ່ເຂົາຕັດສິນບາບຂອງຕົນ ແລະ ລາວໄດ້ເຫັນໃນຕົວເອງວ່າລາວຖືກທຳລາຍ, ລາວເວົ້າວ່າ: ເຮົາຈະປົກປ້ອງເຈົ້າຢູ່ໃນໂລກນີ້. ແລະຂ້າພະເຈົ້າໃຫ້ອະໄພນາງສໍາລັບທ່ານໃນມື້ນີ້. ສະນັ້ນ ປື້ມແຫ່ງຄວາມດີຂອງລາວຈະໄດ້ຮັບ. ແລະສໍາລັບການບໍ່ເຊື່ອຖືແລະຄົນຫນ້າຊື່ໃຈຄົດ ພຣະອົງໄດ້ເອີ້ນພວກເຂົາຢູ່ໃນຫົວຂອງການສ້າງ: ຜູ້ທີ່ຕົວະພຣະຜູ້ເປັນເຈົ້າຂອງພວກເຂົາ. ມັນບໍ່ແມ່ນຄຳສາບແຊ່ງຈາກພະເຈົ້າຕໍ່ຜູ້ເຮັດຜິດ.” ມຸດຟັກກຸນອາໄລ
ແລະລາຍງານທີ່ຖືກຕ້ອງຈາກສາດສະດາ. (ຂໍໃຫ້ຄວາມສະຫງົບສຸກແລະພອນຂອງ ອັລລໍຫ໌ ມີຢູ່ກັບລາວ): "ຜູ້ໃດກໍຕາມທີ່ເຮັດດີ, ໃຫ້ເຂົາເຮັດມັນ ອັລລໍຫ໌ ໄດ້ຂຽນສໍາລັບເຂົາການດີສິບຄັ້ງ, ເຈັດຮ້ອຍເທື່ອ, ຫຼືຫຼາຍຄັ້ງ. ແລະຜູ້ໃດຊົ່ວຮ້າຍ, ເຂົາເຮັດມັນ.ອັລລໍຫ໌ ຂຽນມັນສໍາລັບຈຸດປະສົງທີ່ຊົ່ວຮ້າຍອັນຫນຶ່ງ."
ນັກວິຊາການຊາວມຸດສະລິມໄດ້ຢືນຢັນການຕັດສິນຂອງການສືບສວນແລະການຕອບແທ່ນ. ລາງວັນສໍາລັບການງານຂອງມະນຸດ ເຊິ່ງແມ່ນອີງຕາມປັນຍາທີ່ ອັລລໍຫ໌ ໄດ້ ພຣະອົງໄດ້ໃຫ້ພຣະຄໍາພີ ພຣະອົງໄດ້ສົ່ງ ສາດສະດາທູດ ແລະ ເພິ່ນໄດ້ສັ່ງໃຫ້ບ່າວຂອງພຣະອົງ ຖ້າມັນບໍ່ແມ່ນບັນຊີຫຼືລາງວັນ ອັນນີ້ຈະເປັນຄວາມໂງ່ອັນໜຶ່ງທີ່ພະເຈົ້າຜູ້ສະຫຼາດຈະພົ້ນຈາກ. ແລະ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ຊີ້ອອກເລື່ອງນີ້ໂດຍກ່າວວ່າ: "ດັງນັ້ນ ແນ່ນອນເຮົາຈະຖາມບັນດາ (ຣໍຊູລ) ທີຖືກສົ່ງລົງມາຍັງພວກເຂົາ ແລະແນ່ນອນພວກເຮົາຈະຖາມບັນດາຣໍຊູລ ທັ້ງຫລາຍດ້ວຍ ແລ້ວແນ່ນອນເຮົາຈະນຳມາບອກພວກເຂົາດ້ວຍຄວາມຮູ້(ຫລັກຖານ)ແລະເຮົາບໍ່ເຄີຍຫາຍໄປໃສ່
ປະການທີສາມ: ຄວາມເຊື່ອໃນສະຫວັນ ແລະ ນະລົກ ແລະທັ້ງສອງເປັນຈຸດຫມາຍປາຍທາງນິລັນດອນຂອງການສ້າງ.
ສວນສະຫວັນເປັນທີ່ພຳນັກອັນອິ່ມເອິບ ຮົ່ມເຢັນທີ່ພຣະອົງໄດ້ຈັດກຽມໄວ້ສຳຫຼັບບັນດາຜູ້ສັດທາຍຳເກຣງ ຜູ້ເຊິ່ງສັດທາຕໍ່ຂໍ້ກຳໜົດທາງສາສະໜາອິສລາມ ແລະ ຜູ້ນອບນ້ອມເຊື່ອຟັງປະຕິບັດຕາມສາສະນະບັນຍັດ ມີຄວາມບໍລິສຸດໃຈຕໍ່ອັລລໍຫ໌ ແລະ ຣໍຊູລ ຂອງພຣະອົງໃນສວນສະຫວັນຈະມີເຄື່ອງອຳນວຍຄວາມສຸກນານາຊະນິດ ດັງອັລລໍຫ໌ ຊົງຕຣັດວ່າ: "ແທ້ຈິງ ບັນດາຜູ້ສັດທາ ແລະ ປະກອບຄວາມດີທັ້ງຫຼາຍ ຊົນເຫລົ່ານັ້ນ ພວກເຂົາເປັນມະນຸດທີ່ປະເສິດຍິ່ງ ການຕອບແທນຂອງພວກເຂົາ ນະ ທີ່ພຣະອົງຂອງພວກເຂົາຄື ສວນສະຫວັນຫລາກຫຼາຍອັນຍືນຍົງ ນະ ເບື້ອງລ່າງຂອງມັນ ມີລຳນ້ຳຫຼາຍສາຍໄຫລຜ່ານ ພວກເຂົາເປັນຜູ້ພຳນັກຢູ່ໃນນັ້ນ ຕະຫຼອດການ ອັລລໍຫ໌ຊົງປິຕິຍິນດີຕໍ່ພວກເຂົາ ແລະ ພວກເຂົາກໍ່ຍິນດີໃນພຣະອົງ ນັ່ນຄືສຳຫຼັບຜູ້ທີ່ຢ້ານກົວພຣະເຈົ້າຂອງພວກເຂົາ" (ອັລ ໄບຍີນະຫ໌ : 7-8) ອັລລໍຫ໌ກ່າວວ່າ: "ດັງນັ້ນຈຶ່ງບໍ່ມີຊີວິດ ຮູ້ສິ່ງເຊື່ອງໄວ້ສຳຫຼັບພວກເຂົາໃຫ້ເປັນທີ່ຮົ່ມເຢັນແກ່ສາຍຕາ ເປັນການຕອບແທນໃນສິ່ງທີ່ພວກເຂົາໄດ້ເຮັດໄວ້" [ຊາຍາດະຮ໌: 17]
ສໍາລັບ ໄຟນະລົກ: ມັນເປັນບ່ອນຢູ່ຂອງການລົງໂທດທີ່ພຣະເຈົ້າອົງຊົງລິດທານຸພາບໄດ້ກະກຽມໄວ້ສໍາລັບຜູ້ບໍ່ເຊື່ອທີ່ບໍ່ຍຸດຕິທໍາ ຜູ້ທີ່ບໍ່ເຊື່ອໃນມັນແລະບໍ່ເຊື່ອຟັງ ສາດສະດາທູດ ຂອງພຣະອົງ ເຊິ່ງມີປະເພດຂອງການລົງໂທດ ແລະສິ່ງທີ່ຂ້ອຍບໍ່ສາມາດຈິນຕະນາການໄດ້. ພຣະອົງຕຣັດວ່າ: "ຈົ່ງຢ້ານກົວໄຟນະນົກ ທີ່ພຣະອົງຊົງຈັດກ້ຽມສຳຫລັບຜູ້ປະຕິເສດສັດທາ" [ ອັລ ອິບຣອນ :131] ພຣະຜູ້ເປັນເຈົ້າຊົງກ່າວວ່າ: "ແລະ ຈົງກ່າວເຖິດ (ມຸຮຳມັດ) ສັດຈະທັມນັ້ນມາຈາກພຣະເຈົ້າຂອງພວກເຈົ້າ ດັງນັ້ນ ຜູ້ໃດປະສົງກໍ່ຈົ່ງສັດທາ ແລະ ຜູ້ໃດປະສົງກໍ່ຈົ່ງປະຕິເສດ ແທ້ຈິງເຮົາໄດ້ກຽມໄຟນະລົກໄວ້ສຳຫຼັບບັນດາພວກອະທັມ ເຊິ່ງກຳແພງຂອງມັນລ້ອມລອບພວກເຂົາ ແລະ ຖ້າພວກເຂົາຮ້ອງຂໍຄວາມຊ່ວຍເຫລືອ ກໍ່ຈະຖືກຊ່ວຍເຫຼືອດ້ວຍນ້ຳສະເມືອນນ້ຳທອງແດງເດືອດລວກໃບຫນ້າ ມັນເປັນນ້ຳດື່ມທີ່ຊົ່ວຊ້າ ແລະ ເປັນທີ່ພຳນັກທີ່ເລວຮ້າຍ" [ ອັລກະຮ໌ຟີ : 29] ພຣະຜູ້ເປັນເຈົ້າກ່າວວ່າ: "ແທ້ຈິງ ອັລລໍຫ໌ຊົງສາບແຊ່ງ ບັນດາຜູ້ປະຕິເສດສັດທາ ເເລະ ໄດ້ກຽມໄຟທີ່ລຸກໂຊດຊ່ວງໄວ້ສຳຫຼັບພວກເຂົາ ພວກເຂົາຈະບໍ່ພົບຜູ້ຄຸ້ມຄອງ ແລະ ຜູ້ຊ່ວຍເຫລືອ ວັນທີ່ໃບຫນ້າຂອງພວກເຂົາຈະຖືກພິກກັບໄປກັບມາໃນໄຟນະລົກພວກເຂົາຈະກ່າວວ່າ ໂອ້ຄວາມລະທົມທຸກຂອງເຮົາ ຫາກເຮົາໄດ້ເຊື່ອຟັງປະຕິບັດຕາມອັລລໍຫ໌ ແລະ ເຮົາໄດ້ເຊື່ອຟັງປະຕິບັດຕາມຣໍຊູລ ກໍ່ຈະດີ [ອັລ ອະຫ໌ຊາບ: 64-66]
ສັດທາໃນວັນສຸດທ້າຍມີຜົນດີທີ່ສວຍງາມ, ລວມທັງຫມົດດັ່ງນີ້:
ປະການທໍາອິດ: ຄວາມປາຖະຫນາທີ່ຈະປະຕິບັດ ແລະ ເຊື່ອຟັງພ້ອມພຽນໃນກາະເຮັດຄຸນງາມຄວາມດີ ແລະ ຫວັງສໍາລັບລາງວັນໃນມື້ນັ້ນ
ປະການທີສອງ: ຄວາມຢ້ານກົວຂອງການກະທໍາທີ່ບໍ່ເຊື່ອຟັງ ແລະຈາກຄວາມພໍໃຈກັບມັນ ເພາະວ່າຢ້ານການລົງໂທດໃນມື້ນັ້ນ.
ປະການທີສາມ: ໃຫ້ຜູ້ທີ່ເຊື່ອໃນສິ່ງທີ່ເຂົາຂາດຈາກໂລກນີ້ດ້ວຍສິ່ງທີ່ເຂົາຫວັງຈາກຄວາມສຸກຂອງໂລກຈາກໂລກນີ້ ແລະລາງວັນຂອງມັນ.
ຜູ້ບໍ່ເຊື່ອປະຕິເສດການຟື້ນຄືນຊີວິດຫຼັງຈາກການຕາຍ. ອ້າງວ່າເປັນໄປບໍ່ໄດ້.
ການຮຽກຮ້ອງນີ້ແມ່ນບໍ່ຖືກຕ້ອງ. ເຊິ່ງຊີ້ໃຫ້ເຫັນເຖິງຄວາມຜິດຂອງກົດຫມາຍ, ຄວາມຮູ້ສຶກແລະເຫດຜົນທາງສະຕິປັນຍາ.
ສໍາລັບຊາຣີອະຮ໌ (ກົດຫມາຍ) ພຣະຜູ້ເປັນເຈົ້າ ອັລລໍຫ໌ກ່າວວ່າ : "ບັນດາຜູ້ປະຕິເສດສັດທາກ່າວອ້າງວ່າ ພວກເຂົາຈະບໍ່ຖືກໃຫ້ຟື້ນຄືນຊີບຂຶ້ນມາອີກ ຈົ່ງກ່າວເຖິດ (ມຸຮຳມັດ) ຫາເປັນເຊັ່ນນັ້ນບໍ່ ຂໍສາບານຕໍ່ພຣະເຈົ້າຂອງຂ້າພຣະອົງ ພວກທ່ານຈະຖືກໃຫ້ຟື້ນຄືນຊີບຂຶ້ນມາອີກຢ່າງແນ່ນອນ ແລ້ວພວກທ່ານຈະໄດ້ຮັບແຈ້ງຕາມທີ່ພວກທ່ານໄດ້ປະກອບກຳໄວ້ ແລະ ນັ່ນເປັນການງ່າຍດາຍສຳຫຼັບອັລລໍຫ໌" [ ອັລຕາກໍບຸນ: 7] ແລະ ສິ່ງນີ້ເປັນທີ່ຍອມຮັບຮ່ວມກັນ ໃນຄຳພີແຫ່ງຟາກຟ້າທັ້ງໝົດ.
ສ່ວນປະສາດສຳຜັດ: ແທ້ຈິງແລ້ວ ອັລລໍຫ໌ໄດ້ຊົງສະແດງໃຫ້ປວງບ່າວຂອງພຣະອົງເຫັນການຄືນຊີບຂອງຜູ້ໄດ້ຕາຍໃນໂລກນີ້ ແລະ ຊູເຣາະຫ໌ ອັລບາກໍເຣາະຫ໌ ມີຕົວຢ່າງຫ້າປະການກ່ຽວກັບເລື່ອງນີ້ໄດ້ແກ່:
ຕົວຢ່າງທໍາອິດ: ເມື່ອປະຊາຊົນຂອງມູຊາໄດ້ເວົ້າກັບລາວວ່າ: "ເຮົາຈະບໍ່ສັດທາຕໍ່ທ່ານເປັນອັນຂາດ ຈົນກວ່າເຮົາຈະໄດ້ເຫັນອັລລໍຫ໌ໂດຍເປີດເຜີຍ" (ອັລບາກໍເຣາະຫ໌ : 55) ແລ້ວອັລລໍຫ໌ກໍ່ເຮັດພວກເຂົາຕາຍ ແລະ ຈະເຮັດໃຫ້ພວກເຂົາຝື່ນຄືນ. ພຣະເຈົ້າໄດ້ກ່າວກັບ ຊາວອິດສະຣໍອີລວ່າ: "ແລະ ຈົ່ງລຳລຶກເຖິ່ງ ຂະນະທີ່ພວກເຈົ້າກ່າວວ່າ ໂອ້ມູຊາ! "ເຮົາຈະບໍ່ສັດທາຕໍ່ທ່ານເປັນອັນຂາດ ຈົນກວ່າເຮົາຈະໄດ້ເຫັນອັລລໍຫ໌ໂດຍເປີດເຜີຍ ແລ້ວສາຍຟ້າຜ່າທຳລາຍພວກເຈົ້າ ຂະນະທີ່ພວກເຈົ້າກຳລັງກັນຢູ່, "ພາຍຫຼັງເຮົາໄດ້ໃຫ້ພວກເຈົ້າຄືນຊີບ ຫຼັງຈາກທີ່ພວກເຈົ້າໄດ້ຕາຍໄປແລ້ວ ເພື່ອວ່າພວກເຈົ້າຈະຂອບໃຈ" (ອັລບາກໍເຣາະຫ໌ : 55-56)
ຕົວຢ່າງທີສອງ: ເລື່ອງລາວຂອງການຂ້າຟັນທີ່ເກິດຂຶ້ນລະຫວ່າງວົງວານອິສຣໍອີລ ເຊິ່ງໄດ້ທະເລາະເບາະແວ້ງກັນ ແລະ ພຣະອົງຈຶງໄດ້ຊົງບັນຊາໃຊ້ໃຫ້ພວກເຂົາເຊືອດງົວ ທັນໃດນັ້ນພວກເຂົາໄດ້ຟາດຕີເຂົາດ້ວຍສ່ວນໜຶ່ງຂອງມັນ ເພື່ອທີ່ຈະບອກໃຫ້ພວກເຂົາຊາບວ່າໃຜຄືຜູ້ຂ້າເຂົາ ໃນເລື່ອງນີ້ອັລລໍຫ໌ຊົງຕຣັດວ່າ: "ແລະ ຈົງລຳລຶກເຖິງຂະນະທີ່ພວກເຈົ້າ ຂ້າຄົນຄົນໜຶ່ງ ແລ້ວພວກເຈົ້າຕ່າງປົກປ້ອງຕົວເອງໃນເລື່ອງນັ້ນ ແລະ ອັລລໍຫ໌ນັ້ນຈະເປັນຜູ້ເປິດເຜີຍສິ່ງທີ່ພວກເຈົ້າປົກປິດໄວ້ ແລ້ວເຮົາໄດ້ກ່າວວ່າ ພວກເຈົ້າຈົງຕີເຂົາດ້ວຍບາງສ່ວນຂອງງົວຕົວນັ້ນ ໃນທຳນອງນັ້ນແຫລະ ອັລລໍຫ໌ຈະຊົງໃຫ້ຜູ້ທີ່ຕາຍ ມີຊີວິດຂຶ້ນມາ ແລະ ຈະຊົງໃຫ້ພວກເຈົ້າເຫັນສັນຍານຕ່າງ ໆ ເພື່ອວ່າພວກເຈົ້າຈະໄດ້ເຂົ້າໃຈ" [ອັລບາກໍເຣາະຫ໌: 72-73]
ຕົວຢ່າງທີສາມ: ເລື່ອງລາວຂອງຊົນກຸ່ມໜຶ່ງ ທີ່ຫນີຄວາມຕາຍອອກຈາກບ້ານຂອງພວກເຂົາ ທີ່ພວກເຂົາມີຈຳນວນນັບເປັນພັນໆ ຄົນ ອັລລໍຫ໌ໄດ້ຊົງເຮັດໃຫ້ພວກເຂົາຕາຍ ແລ້ວຊົງເຮັດໃຫ້ພວກເຂົາຟື້ນຄືນຊີບ ໃນເລື່ອງນີ້ ພຣະອົງຊົງຕຣັດວ່າ: "ພວກເຈົ້າບໍ່ໄດ້ເບິ່ງ ບັນດາຜູ້ທີ່ອອກຈາກບ້ານຂອງພວກເຂົາດອກຫລື ໂດຍທີ່ພວກເຂົາມີຈຳນວນເປັນພັນໆ ຄົນ ທັ້ງນີ້ເພາະຢ້ານຄວາມຕາຍ ແລ້ວອັລລໍຫ໌ກໍ່ໄດ້ປະກາສິດແກ່ພວກເຂົາວ່າ ພວກເຈົ້າຈົງຕາຍເສຍເຖິດ ພາຍຫຼັງພຣະອົງຊົງໃຫ້ພວກເຂົາມີຊີວິດຂຶ້ນໃຫມ່ ແທ້ຈິງອັລລໍຫ໌ນັ້ນເປັນຜູ້ມີບຸນຄຸນແກ່ມະນຸດ ແຕ່ທະວ່າມະນຸດສ່ວນຫຼາຍບໍ່ຂອບໃຈ" [ອັລບາກໍເຣາະຮ໌: 243]
ຕົວຢ່າງທີ່ສີ່: ເລື່ອງລາວຂອງຊາຍຄົນໜຶ່ງທີ່ເດິນທາງຜ່ານໄປຍັງເມືອງຮ້າງ ອັລລໍຫ໌ຊົງເຮັດໃຫ້ເຂົາຕາຍເປັນເວລາໜຶ່ງຮ້ອຍປີ ແລ້ວຊົງໃຫ້ເຂົາຟື້ນຄືນຊີບ ໃນເລື່ອງດັງກ່າວພຣະອົງຊົງຕຣັດວ່າ: "ຫຼືເຊັ່ນຜູ້ທີ່ໄດ້ຜ່ານເມືອງໜຶ່ງ (ໄບຕຸລມັກດິສ) ໂດຍທີ່ມັນພັງທັບລົງບົນຫຼັງຄາມັນ ເຂົາກ່າວວ່າ ອັລລໍຫ໌ຈະຊົງໃຫ້ເມືອງນີ້ມີຊີວິດຂຶ້ນໄດ້ແນວໃດ ຫຼັງຈາກທີ່ມັນໄດ້ຕາຍພິນາດໄປແລ້ວ ແລະ ອັັລລໍຫ໌ໄດ້ຊົງໃຫ້ເຂົາຕາຍເປັນເວລາຮ້ອຍປີ ພາຍຫຼັງພຣະອົງໄດ້ຊົງໃຫ້ເຂົາຟື້ນຄືນຊີບ ພຣະອົງຊົງກ່າວວ່າ ເຈົ້າພັກຢູ່ດົນປານໃດ? ລາວກ່າວວ່າ ຂ້າພຣະອົງພັກຢູ່ວັນໜຶ່ງ ຫຼື ບາງສ່ວນຂອງມື້ໜຶ່ງເທົ່ານັ້ນ ພຣະອົງຊົງກ່າວວ່າ ບໍ່ແມ່ນ! ເຈົ້າພັກຢູ່ດົນເກືອບຮ້ອຍປີ ເຈົ້າຈົງເບິ່ງອາຫານຂອງເຈົ້າ ແລະ ເຄື່ອງດື່ມຂອງເຈົ້າ ມັນຢັງບໍ່ບູດເລີຍ ແລະ ຈົງເບິ່ງຕົວລາຂອງເຈົ້າ ແລະ ເພື່ອເຮົາຈະໃຫ້ເຈົ້າເຫັນສັນຍາສຳຫຼັບມະນຸດ ແລະ ຈົ່ງເບິ່ງບັນດາກະດູກເຫຼົ່ານັ້ນ ເບິ່ງວ່າເຮົາກຳຫຼັງຍົກມັນໄວ້ ນະ ທີ່ຂອງມັນ ແລະ ປະກອບມັນຂຶ້ນ ແລ້ວໃຫ້ມີເນື້ອຫຸ້ມຫໍ່ມັນໄວ້ແນວໃດ? ຄັ້ນເມື່ອສິ່ງເຫຼົ່ານັ້ນໄດ້ປະຈັກແກ່ເຂົາແລ້ວ ເຂົາກໍ່ກ່າວວ່າ ຂ້າພຣະອົງຮູ້ວ່າ ເເທ້ຈິງອັລລໍຫ໌ນັ້ນຊົງເດຊານຸພາບເໜືອທຸກສິ່ງທຸກຢ່າງ" [ ອັລບາກໍເຣາຫ໌: 259]
ຕົວຢ່າງທີຫ້າ: ເລື່ອງລາວຂອງທ່ານນະບີອິບຣໍຫີມ ອະໄລຮິສລາມ ເມື່ອທ່ານໄດ້ຂໍຕໍ່ອັລລໍຫ໌ ສະແດງໃຫ້ທ່ານເຫັນວ່າພຣະອົງຊົງໃຫ້ຄົນຕາຍຟື້ນຄືນຊີບແບບໃດ? ດັງນັ້ນພຣະອົງຈຶງບັນຊາໃຊ້ໃຫ້ທ່ານເຊືອດນົກສີ່ຕົວ ແລະ ໃຫ້ແຍກຊິ້ນສ່ວນຂອງມັນໄປຕາມຮອບພູເຂົາ ຫຼັງຈາກນັ້ນໃຫ້ຮຽກນົກມາ ຊິ້ນສ່ວນຕ່າງໆ ຈະກັບເຂົ້າດັງເດິມ ມັນຈະມາຍັງທ່ານນະບີອິບຣໍຫີມ ຢ່າງຮີບເຮັ່ງ ໃນເລື່ອງນີ້ພຣະອົງຊົງຕຣັດວ່າ: " ແລະ ຈົງລຳລຶກເຖິງຂະນະທີ່ອິບຣໍຫີມ ກ່າວ່າ ພຣະຜູ້ເປັນເຈົ້າຂອງຂ້ອຍ ໂປດໄດ້ຊົງໃຫ້ຂ້ອຍເຫັນດ້ວຍເຖີດວ່າ ພຣະອົງຈະຊົງໃຫ້ບັນດາຜູ້ຕາຍມີຊີວິດຂຶ້ນອີກແບບໃດ? ອັລລໍຫ໌ຕຣັດວ່າເຈົ້າບໍ່ເຊື່ອແບບນັ້ນຫວ່າ? ອິບຣໍຫີມກ່າວວ່າ ຫາບໍ່ໄດ້ ແຕ່ທະວ່າເພື່ອຫົວໃຈຂອງຂ້ອຍຈະໄດ້ສະຫງົບ ພຣະອົງຕຣັດວ່າ ເຈົ້າຈົງນົກສີ່ຕົວ ແລ້ວລ້ຽງມັນໃຫ້ຄຸ້ນແກ່ເຈົ້າ ແລ້ວຕັດມັນອອກເປັນທ່ອນໆ ພາຍຫຼັງເຈົ້າຈົງວາງໄວ້ຕາມຮອບພູທຸກລູກ ຊຶ່ງສ່ວນໜຶ່ງຈາກນົກເຫລົ່ານັ້ນ ຫຼັງຈາກນັ້ນໃຫ້ຮຽກມັນ ມັນກໍ່ຈະມາຍັງເຈົ້າຢ່າງເຮັ່ງຮີບ ແລະ ພຶ່ງຮູ້ໄວ້ເຖິດວ່າ ແທ້ຈິງອັລລໍຫ໌ນັ້ນ ເປັນຜູ້ຊົງເດຊານຸພາບ ຜູ້ຊົງປຣີຊາຍານ" [ອັລບາກໍເຣາຫ໌: 260]
ດັງກ່າວຂ້າງຕົ້ນເປັນຕົວຢ່າງທີ່ສະແດງໃຫ້ເຫັນ ສຳຜັດໄດ້ ເກິດຂຶ້ນແລ້ວ ບົ່ງບອກເຖິ່ງການໃຫ້ຄົນຕາຍຟື້ນຄືນຊີບ ມີຊີວິດຂຶ້ນມາອີກຄັ້ງ ເຮົາໄດ້ຊີ້ໃຫ້ເຫັນເຖິງສັນຍານຂອງທ່ານນະບີ ອີຊາ ອິບນຸ ມັຣຍຳ ທີ່ອັລລໍຫ໌ ຊົງສະແດງໃຫ້ເຫັນເຖິງການຊຸບຊີວິດຄົນຕາຍ ແລະ ການນຳພວກເຂົາອອກຈາກຫຼຸມສົບ ດ້ວຍອະນຸມັດຂອງອັລລໍຫ໌.
ສວນຫລັກຖານທາງດ້ານສະຕິປັນຍາ ແບ່ງອອກເປັນສອງດ້ານຄື:
1. ອັລລໍຫ໌ ຄືຜູ້ສ້າງຊັ້ນຟາ ແລະ ແຜ່ນດິນ ແລະ ທຸກສັບພະສິ່ງ ພຣະອົງເປັນຜູ້ລິເລິ່ມໃນການສ້າງມັນທັ້ງສອງ ເປັນຜູ້ຊົງເດຊານຸພາບໃນການສ້າງ ປາດສະຈາກຄວາມອ່ອນແອ ສາມາດເນລະມິດໃຫ້ມັນກັບມີຂຶ້ນໃຫມ່ອີກຄັ້ງ, ດັງພຣະອົງຊົງຕຣັດວ່າ: "ແລະພຣະອົງເປັນຜູ້ຊົງລິເລີ່ມໃນການສ້າງ ແລະ ຊົງໃຫ້ມັນກັບຂຶ້ນມາອີກ ແລະ ມັນເປັນການງ່າຍຍິ່ງແກ່ພຣະອົງ" [ອັລຣູມ:27] ".....ດັງເຊັ່ນທີ່ເຮົາໄດ້ເລິ່ມໃຫ້ມີການບັງເກິດຄັ້ງທຳອິກ ເຮົາຈະໃຫ້ມັນກັບເປັນຂຶ້ນມາອີກ ເປັນສັນຍາຜູກພັນກັບເຮົາ ເເທ້ຈິງເຮົາເປັນຜູ້ກະທຳຢ່າງແນ່ນອນ" [ອຳບີຍາ: 104] ອັລລໍຫ໌ຊົງຕຣັດ ໃຊ້ໃຫ້ໂຕ້ຕອບບັນດາຜູ້ທີ່ປະຕິເສດສັດທາ ຕໍ່ການໃຫ້ກະດູກທີ່ເປັນຜຸຍຜົງມີຊີວິດຂຶ້ນມາອີກວ່າ: "ຈົງກ່າວເຖິດ (ມຸຮຳມັດ) ວ່າ ພຣະຜູ້ຊົງໃຫ້ກຳເນິດມັນເທື່ອທຳອິດນັ້ນ ຍ່ອມຈະຊົງໃຫ້ມັນມີຊີວິດຂຶ້ນມາອີກ ແລະ ພຣະອົງເປັນຜູ້ຊົງຮອບຮູ້ ການບັງເກິດທຸກສິ່ງ" (ຍາຊີນ:79)
2. ໃນກໍລະນີ້ຂອງພື້ນດິນທີ່ແຫ້ງແລ້ງບໍ່ມີຜົນລະມາກຮາກໄມ້ທີ່ຂຽວຈີ ພຣະອົງຊົງປະທານຝົນໃຫ້ຕົກລົງມາ ມັນກໍ່ຈະກັບມີຊີວິດຊີວາຂຶ້ນອີກ ພຣະອົງຊົງໃຫ້ຊີວິດຫຼັງຄວາມຕາຍຂອງມັນ ຊົງສາມາດໃຫ້ຊີວິດຄົນຕາຍ ດັງພຣະອົງຊົງຕຣັດວ່າ: " ແລະສ່ວນໜຶ່ງຈາກສັນຍານທັ້ງຫຼາຍຂອງພຣະອົງ ຄື ເຈົ້າຈະເຫັນເເຜ່ນດິນແຫ້ງແລ້ງ ຕໍ່ເມື່ອພຣະອົງຊົງຫລັ່ງນ້ຳຝົນລົງມາບົນມັນ ມັນກໍ່ຈະມີຊີວິດຊີວາ ແລະ ໃຫ້ພືດຜົນ ແທ້ຈິງຜູ້ເຊິ່ງໃຫ້ມັນມີຊີວິດຂຶ້ນມານັ້ນ ກໍ່ຈະຊົງໃຫ້ຊີິວິດແກ່ຄົນຕາຍໄດ້ຢ່າງແນ່ນອນ ແທ້ຈິງພຣະອົງນັ້ນເປັນຜູ້ຊົງອານຸພາບເໜືອທຸກສິ່ງ" [ຟຸສຊີລັດ:39] " ແລະເຮົາໄດ້ໃຫ້ນ້ຳຝົນຫລັ່ງລົງມາຈາກຟາກຟ້າ ເປັນທີ່ຈະເລິນດ້ວຍນ້ຳນັ້ນ ເຮົາໄດ້ໃຫ້ງອກເງີຍອອກມາເປັນສວນອັນຫລາກຫຼາຍ ແລະ ມະເລັດພືດສຳຫຼັບເກັບກ່ຽວ ແລະ ຕົ້ນອິນທະຜາລຳອັງສູງຕະງ່ານ ລຳຕົ້ນຂອງມັນມີພວງຍ້ອຍລົງມາ ມີຜົນຊ້ອນກັນເປັນຊັ້ນ ເພື່ອເປັນປັດໃຈຍັງຊີບແກ່ປວງບ່າວ ແລະ ດ້ວຍນ້ຳນັ້ນ ເຮົາໄດ້ເຮັດໃຫ້ດິນແດນທີ່ແຫ້ງແລ້ງ ມີຊີວິດຊີວາຂຶ້ນໃຫມ່ ເຊັ່ນນັ້ນແຫລະ ການຟື້ນຄືນຊີບ" [ ກອຟ:9-11]
ແລະລວມເຖິງການສັດທາໃນວັນອາຄິເຣາະຫ໌ (ໂລກໜ້າ) ຄື: ການສັດທາໃນທຸກສິ່ງທີ່ເກິດຂຶ້ນຫຼັງຄວາມຕາຍເຊັ່ນ:
(ກ) ການທົດສອບໃນຫຼຸມຝັງສົບ: ເຊິ່ງໝາຍເຖິງການສອບຖາມຜູ້ຕາຍຫຼັງຈາກຖືກຝັງຮຽບຮ້ອຍແລ້ວ ກ່ຽວກັບພຣະເຈົ້າຂອງລາວ ສາສະໜາຂອງລາວ ແລະ ສາສະດາຂອງລາວ, ໂດຍອັລລໍຫ໌ຈະເຮັດໃຫ້ຜູ້ສັດທາມັ່ນຄົງດ້ວຍຄຳຕອບທີ່ມັ່ນຄົງ ລາວຈຶງຕອບວ່າ: ພຣະເຈົ້າຂອງຂ້ອຍຄືອັລລໍຫ໌ ສາສະໜາຂອງຂ້ອຍອິສລາມ ແລະ ສາສະດາຂອງຂ້ອຍຄືມຸຮຳຫມັດ ຊໍລັລລໍຮຸ ອະໄລຮິ ວະສັລລຳ ແລະ ອັລລໍຫ໌ເຮັດໃຫ້ບັນດາຜູ້ອະທຳຫລົງຜິດ ດັງນັ້ນ ຜູ້ທີ່ປະຕິເສດສັດທາຈະກ່າວວ່າ: ຫະ... ຫະ... ຂ້ອຍບໍ່ຮູ້ ຂ້ອຍບໍ່ຮູ້, ແລະ ຜູ້ກັບກອບ ຫຼື ຜູ້ທີ່ມັກສົງໄສຈະກ່າວວ່າ: ຂ້ອຍບໍ່ຮູ້ ຂ້ອຍເຄີຍໄດ້ຍິນຜູ້ຄົນເວົ້າບາງສິ່ງບາງຢ່າງ ແລ້ວຂ້ອຍກໍ່ເວົ້າຕາມເທົ່ານັ້ນ.
(ຂ) ການລົງໂທດໃນຫຼຸມຝັງສົບ ແລະ ຄວາມໂປດປານ: ທີ່ຈະປະສົບກັບບັນດາຜູ້ອະທຳ ແລະ ຜູ້ກັບກອບໜ້າຊື່ໃຈຄົດ, ແລະ ບັນດາຜູ້ປະຕິເສດສັດທາ, ອັລລໍຫ໌ຕະອາລາໄດ້ກ່າວວ່າ: "... ແລະ ຫາກເຈົ້າໄດ້ເຫັນ ຂະນະທີ່ບັນຜູ້ອະທຳຢູ່ໃນພາວະຄັບຂັນແຫ່ງຄວາມຕາຍ ແລະ ມະລາອິກະຫ໌ ກຳລົງແບມືຂອງພວກເຂົາ (ໂດຍກ່າວວ່າ) ຈົ່ງໃຫ້ຊີວິດຂອງພວກທ່ານອອກມາ ວັນນີ້ພວກທ່ານຈະໄດ້ຮັບການຕອບແທນ ຊຶ່ງໂທດແຫ່ງການຕ່ຳຕ້ອຍ ເນື່ອງຈາກທີ່ພວກທ່ານກ່າວໃຫ້ຮ້າຍແກ່ອັລລໍຫ໌ໂດຍປາດສະຈາກຄວາມຈິງ ແລະ ເນືື່ອງຈາກການທີ່ພວກທ່ານສະແດງຍະໂສຕໍ່ບັນດາໂອງການຂອງພຣະອົງ" [ອັນ-ອາມ: 93]
ແລະ ພຣະອົງຜູ້ຊົງສູງສົ່ງໄດ້ກ່າວແກ່ວົງວານຟິຣອູນວ່າ: "ໄຟນະລົກນັ້ນ ພວກເຂົາຈະຖືກນຳມາໃຫ້ເຫັນທັ້ງໃນຍາມເຊົ້າ ແລະ ຍາມແລງ ແລະ ວັນກີຍາມະຫ໌ນັ້ນຈະມີສຽງກ່າວວ່າ ຈົ່ງໃຫ້ບໍລິວານຂອງຟິຣອູນເຂົ້າໄປຮັບການລົງໂທດອັນສາຫັດຍິ່ງ" (ກໍຟິຣ:46)
ໃນໜັງສື "ຊໍຮີຫ໌ມຸສລິມ" ມີຮະດີຊທີ່ລາຍງານໂດຍ ໄຊດ ບິນ ຊາບິດ (ຣໍດິຍັລລໍຮູອັນຮຸ) ເລົ່າວ່າທ່ານນະບີມຸຮຳມັດ (ຊັລລັລລໍຮຸ ອະໄລຮິ ວະສັລລຳ) ກ່າວວ່າ: "ຫາກບໍ່ແມ່ນເພາະຢ້ານວ່າພວກທ່ານຈະບໍ່ຝັງສົບກັນອີກຕໍ່ໄປ ຂ້ອຍຄົງຈະຂໍດູອາຕໍ່ອັລລໍຫ໌ໃຫ້ພວກທ່ານໄດ້ຍິນເຖິງການລົງໂທກໃນຫຼຸມຝັງສົບທີ່ຂ້ອຍໄດ້ຍິນ, ຫຼັງຈາກນັ້ນ ທ່ານນະບີຫັນໃນໜ້າມາແລະ ກ່າວວ່າ: "ຈົ່ງຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ຈາກການລົງໂທດຂອງໄຟນະລົກ, ພວກເຂົາກ່າວວ່າ: ເຮົາຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ ຈາກການລົງໂທດຂອງໄຟນະລົກ", ທ່ານກ່າວຕໍ່ວ່າ: "ຈົ່ງຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ຈາກການລົງໂທດໃນຫຼຸມຝັງສົບ", ພວກເຂົາກ່າວວ່າ: "ພວກເຮົາຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ຈາກການລົງໂທດໃນຫຼຸມຝັງສົບ" ທ່ານກ່າວຕໍ່ວ່າ: "ຈົ່ງຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ຈາກການທົດສອບ (ຟິຕນະຫ໌) ທັ້ງທີ່ເຫັນໄດ້ຊັດ ແລະ ທີ່ເຊື່ອງບໍ່ເຫັນ", ພວກເຂົາກ່າວວ່າ: ເຮົາຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ຈາກການທົດສອບ (ຟິຕນະຫ໌) ທັ້ງທີ່ເຫັນໄດ້ຊັດ ແລະ ທີ່ເຊື່ອງບໍ່ເຫັນ", ທ່ານກ່າວຕໍ່ວ່າ: "ຈົ່ງຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ຈາກການທົດສອບ ຈາກອັລມະຊີ ຮຸດດັຈຍານ", ພວກເຂົາກ່າວວ່າ: ເຮົາຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ຈາກການທົດສອບ ຂອງອັລມະຊີ ຮຸດດັຈຍານ",
ແລະ ໃນສ່ວນຄວາມໂປດປານໃນຫຼຸມຝັງສົບ: ສຳຫຼັບບັນດາຜູ້ສັດທາທີ່ແທ້ຈິງ ພຣະອົງໄດ້ກ່າວວ່າ: "ແທ້ຈິງບັນດາຜູ້ກ່າວວ່າ ອັລລໍຫ໌ຄື ພຣະເຈົ້າຂອງພວກເຮົາ ແລ້ວພວກເຂົາກໍ່ຍືນຫຍັດຕາມຄຳເວົ້ານັ້ນ ມະລາອີກະຫ໌ຈະລົງມາຫາພວກເຂົາ (ໂດຍກ່າວກັບພວກເຂົາວ່າ) ພວກທ່ານຢ່າຢ້ານກົວ ແລະ ຢ່າເສົ້າສະລົດໃຈ ແຕ່ຈົງຕ້ອນຮັບຂ່າວດີ ຄືສວນສະຫວັນເຊິ່ງພວກເຈົ້າໄດ້ຖືກສັນຍາໄວ້" [ຟູຊີລາດ : 30]
ແລະຊົງຕຣັດອີກວ່າ: ແລະເມື່ອວິນຍານໄດ້ມາຮອດຄໍຫອຍ (ກຳລັງຈະຕາຍ), ແລ້ວ ພວກເຈົ້າສາມາດຈະຍັບຍັ້ງໄວ້ໄດ້ບໍ່, ແລະ ໃນຂະນະນັ້ນ ພວກເຈົ້າກຳລັງເບິ່ງກັນຢູ່, ແລະ ເຮົານັ້ນຢູ່ໃກ້ຊິດເຂົາຍິ່ງກວ່າເຈົ້າ ແຕ່ທະວ່າພວກເຈົ້າເບິ່ງບໍ່ເຫັນ (ມະລາອິກະຫ໌), ຫາກວ່າພວກເຈົ້າບໍ່ໄດ້ຢູ່ພາຍໃຕ້ອຳນາດຂອງຜູ້ໃດ ແລະ ບໍ່ມີພຣະເຈົ້າເປັນຜູ້ມີອຳນາດເໜືອພວກເຈົ້າແລ້ວ, ເປັນຫຍັງລະ ພວກເຈົ້າຈຶ່ງບໍ່ໃຫ້ວິນຍານກັບມາສູ່ຮ່າງອີກ ຫາກພວກເຈົ້າເວົ້າຈິງ, ສຳຫຼັບຜູ້ທີ່ຫາກວ່າລາວ (ຜູ້ຕາຍ) ເປັນຜູ້ໃກ້ຊິດກັບອັລລໍຫ໌, ດັງນັ້ນຄວາມອິ່ມເອິບສົດຊື່ນ ແລະ ສະຫວັນອັນເປັນທີ່ໂປດປານຈະໄດ້ແກ່ລາວ" [ອັລ-ວາກີອະຮ໌: 83-89]
ໄດ້ມີລາຍງານຈາກທ່ານ ອັລ ບັຣຣໍ ບິນ ອາຊິບ ຣດຯ ໄດ້ກ່າວວ່າ "ທ່ານນະບີ ກ່າວເຖິງຜູ້ສັດທາວ່າເມື່ອລາວກ່າວຕອບ ມະລາອີກະຫ໌ທັ້ງສອງໃນຫຼຸມສົບ ຈະມີສຽງຮຽກຈາກຟາກຟ້າວ່າ ບ່າວຂອງຂ້າໄດ້ກ່າວສົມຈິງແລ້ວ ດັງນັ້ນລາວຈະໄດ້ຮັບການປູພົມ (ຫຼືຕົບແຕ່ງ) ຈາກສວນສະຫວັນ ລາວຈະໄດ້ຮັບການສວມໃສ່ຈາກສວນສະຫວັນ ປະຕູສະຫວັນຈະຖືກເປິດໃຫ້ແກ່ລາວ ບັນດາເຄື່ອງຫອມຈະຖືກນຳມາຍັງລາວ ແລະ ຫຼຸມສົບຂອງລາວຈະຖືກເຮັດໃຫ້ກວ້າງຂຶ້ນໄກສາຍຕາ" (ລາຍງານໂດຍອິມາມອະຫມັດ ອິມາມດາວູດ ໃນລາຍງານຫະດິຊທີ່ຍາວ)
ມີບາງກຸ່ມຄົນທີ່ຫລົງຜິດຈາກທາງຖືກຕ້ອງ ພວກເຂົາປະຕິເສດການລົງໂທດ ແລະ ຄວາມສຸກໃນຫຼຸມຝັງສົບ ໂດຍອ້າງວ່າ ສິ່ງນີ້ເປັນໄປບໍ່ໄດ້ ເພາະຂັດກັບຄວາມເປັນຈິງ ພວກເຂົາກ່າວວ່າ ຫາກເປິດຫຼຸມຝັງສົບຂອງຜູ້ຕາຍອອກມາກໍ່ຈະພົບວ່າຮ່າງຢັງຄົງສະພາບເດິມ ແລະ ຫຼຸມຝັງສົບກໍ່ບໍ່ໄດ້ປ່ຽນແປງໄປ ທັ້ງໃນດ້ານຄວາມກ້ວາງຂວາງ ຫຼື ຄວາມຄັບແຄບ.
ການຮຽກຮ້ອງນີ້ແມ່ນບໍ່ຖືກຕ້ອງຕາມກົດໝາຍ, ທາງດ້ານປະສາດສຳພັດ ແລະສະຕິປັນຍາເຫດຜົນ:
ຫຼັກຖານດ້ວຍກົດໝາຍຊາຣີອະຫ໌-ບົດບັນຍັດທາງສາສະໜາ ຈາກຫຼັກຖານໃນຕົວບົດຊີ້ຊັດວ່າມີການທົດສອບ ການລົງໂທດໃນຫຼຸມຝັງສົບ ແລະ ຄວາມໂປດປານຢ່າງແນ່ນອນ.
ແລະໃນສໍຮິຫ໌ບຸກຄໍຣີ ຈາກຮະດີຊທີ່ລາຍງານໂດຍ ທ່ານອິບນຸ ອັບບາສໄດ້ກ່າວວ່າ: ທ່ານນະບີ ໄດ້ອອກໄປກັບຊາວເມືອງມາດີນະຫ໌ ແລະ ທ່ານໄດ້ຍິນຄົນສອງຄົນກຳລັງຖືກລົງໂທດໃນຫຼຸມຝັງສົບຂອງລາວທັ້ງສອງ ໃນຮະດິຊນີ້ລະບຸວ່າ "ໜຶ່ງໃນສອງຄົນນັ່ນບໍ່ໄດ້ປົກປິດຂະນະປັດສາວະ" ແລະ ໃນອີກລາຍງານໜຶ່ງ "ຈາກປັດສາວະຂອງລາວ ແລະ ອີກຄົນໜຶ່ງມັກໄປນິນທາຜູ້ອື່ນ"
ຫຼັກຖານດ້ານຄວາມຮູ້ສຶກສຳຜັດ: ມີຊາຍຄົນໜຶ່ງນອນຝັນເຫັນວ່າລາວຢູ່ໃນສະຖານທີ່ອັນກວ້າງຂວາງ ໂດຍທີ່ລາວມີຄວາມສຸກ ສະນຸກສະນານໃນນັ້ນ ຫຼື ລາວຢູ່ໃນສະພາບທີ່ຄັບແຄບຕາຢ້ານໂດຍທີ່ລາວໄດ້ຮັບຄວາມທຸກທໍລະມານ ບາງຄັ້ງລາວອາດຕື່ນຂຶ້ນຈາກສິ່ງທີ່ເຫັນ ເຖິງແມ້ວ່າລາວຢັງຄົງຢູ່ບົນຕຽງນອນໃນຫ້ອງຂອງລາວກໍ່ຕາມ ການນອນຫຼັບນັ້ນຄືພີ່ນ້ອງຂອງຄວາມຕາຍດ້ວຍເຫດນີ້ອັລລໍຫ໌ ຈຶ່ງຊົງຮຽກວ່າ "ຄວາມຕາຍ" ດັງພຣະອົງຊົງຕຣັດວ່າ : "ອັລລໍຫ໌ຊົງປິດຊີວິດໃນຍາມຂອງມັນ ແລະ ມັນ (ຊີວິດ) ຈະຢັງບໍ່ຕາຍໃນຍາມນອນຫຼັບຂອງມັນ ພຣະອົງຈະຊົງປິດຊີວິດທີ່ພຣະອົງຊົງກຳໜົດຄວາມຕາຍໃນແກ່ມັນ ແລະ ພຣະອົງຊົງຍືດຊີວິດອື່ນໄປຈົນຮອດເວລາທີ່ຖືກກຳໜົດໄວ້ ແທ້ຈິງໃນການນັ່ນຍ່ອມເປັນສັນຍານ ສຳຫຼັບຫມູ່ຊົນຜູ້ໃຄ່ຄວນ" [ ອັລຊູມັຣ: 42]
ຫຼັກຖານດ້ານສະຕິປັນຍາມະນຸດ: ມີຊາຍຄົນໜຶ່ງຝັນເຫັນເລື່ອງທີ່ເກິດຂຶ້ນ ກົງກັບຄວາມຈິງ ບາງເທື່ອທ່ານນະບີໄດ້ເຫັນດັງທີ່ປະກົດຕາມລັກສະນະຄວາມຝັນ ສະນັ້ນໃຜກໍ່ຕາມທີ່ເຫັນຕາມຄວາມຝັນລາວຜູ້ນັ້ນໄດ້ເຫັນຈິງແລ້ວ ແມ້ວ່າຄົນນອນຫຼັບນັ້ນຈະຍັງຄົງນອນຢູ່ເທິງຕຽງໃນຫ້ອງຫ່າງໄກຈາກສິ່ງທີ່ເຫັນ, ຫາກວ່າເລື່ອງດັງກ່າວເປັນຈິງຂຶ້ນໄດ້ໃນສະພາບຄວາມເປັນຢູ່ຂອງສັງຄົມແຫ່ງໂລກນີ້ ແລ້ວເລື່ອງລາວຕ່າງໆ ທີ່ອັລລໍຫ໌ຊົງບອກໄວ້ຈະປາກົດເປັນຈິງຂຶ້ນໃນໂລກໜ້າບໍ່ໄດ້ ໄດ້ແນວໃດ?
ສ່ວນພວກທີ່ກ່າວອ້າງວ່າ ຫາກນຳເອົາສົບຄົນຕາຍອອກມາເປິດເຜີຍຈະພົບວ່າຈະຢັງຄົງສະພາບເດິມ ແລະ ຫຼຸມສົບບໍ່ໄດ້ປ່ຽນແປງຂະນາດຂອງມັນ ແລະ ບໍ່ໄດ້ຄັບແຄບລົງນັ່ນ ຄຳຕອບໃນເລື່ອງດັງກ່າວມີຫຼາຍແງ່ຫຼາຍມຸມ ແຕ່ຈະນຳມາກ່າວເຖິງບາງສ່ວນ:
ປະການທຳອິດ: ຫ້າມບໍ່ອະນຸຍາດໃຫ້ຄັດຄ້ານສິ່ງທີ່ສາສະນະບັນຍັດນຳມາ ທີ່ໄດ້ຮັບຊາບໃນເລື່ອງທີ່ຄາງແຄງໃຈເຊິງປະຕິເສດ ຫາກໄດ້ພິຈາລະນາຢ່າງຖ່ອງແທ້ເຖິງສິ່ງທີ່ສາສະໜາບັນຍັດນຳມາແລ້ວ ທຸກຄົນຈະຕະໜັກດີວ່າຂໍ້ສົງໄສເຫຼົ່ານີ້ເປັນສິ່ງທີ່ໄຮ້ສາລະ ແລະ ມີຄຳເວົ້າວ່າ:
ແລະ ຫຼາຍນ້ອຍສຳໃດແລ້ວທີ່ມີຜູ້ຕຳຫນິຄຳເວົ້າທີ່ຖືກຕ້ອງ
ຄວາມຫາຍະນະຂອງລາວຈາກຄວາມເຂົ້າໃຈຜິດນີ້ ເຮັດໃຫ້ລາວເຈັບປວດ
ປະການທີ່ສອງ: ສະພາບຂອງຄວາມເປັນຢູ່ໃນອາລຳ ບັຣຊັດ (ໂລກແຫ່ງຫຼຸມຝັງສົບ) ຊີວິດລະຫວ່າງໂລກນີ້ກັບໂລກໜ້າ ເປັນເລື່ອງເລັ້ນລັບ ບໍ່ສາມາດເຂົ້າໃຈໄດ້ດ້ວຍປະສາດສຳຜັດ ຫາກເຮົາໃຊ້ປະສາດສຳຜັດໃນການເຮັດຄວາມເຂົ້າໃຈ ພາກຜົນຂອງການສັດທາຕໍ່ສິ່ງເລັ້ນລັບກໍ່ຈະສູນສິ້ນໄປ ເເລະ ບັນດາຜູ້ສັດທາທີ່ເຊື່ອໝັ່ນກັບບັນດາຜູ້ປະຕິເສດຈະບໍ່ແຕກຕ່າງອີ່ຫຍັງເລີຍ.
ປະການທີ່ສາມ : ການລົງໂທດ ແລະ ຄວາມໂປດປານ ຄວາມກວ້າງ ແລະ ຄວາມຄັບແຄບຂອງຫຼຸມສົບ ເປັນເລື່ອງທີ່ຄົນຕາຍເທົ່ານັ້ນຈະຮັບຮູ້ຂໍ້ນີ້ ປຽບສະເຫມືອນຄົນນອນຝັນວ່າຢູ່ໃນສະຖານທີ່ຄັບແຄບຕາຢ້ານ ຫຼື ຢູ່ໃນສະຖານທີ່ອັນກວ້າງໃຫຍ່ໄພສານ ສຳຫຼັບການນອນຂອງລາວບໍ່ໄດ້ປ່ຽນແປງໄປເລີຍ ລາວຢັງນອນຢູ່ໃຕ້ຜ້າຫົ່ມບົນຕຽງນອນໃນຫ້ອງຂອງລາວ. ຄວາມຈິງຂະນະທີ່ທ່ານນະບີ ໄດ້ຮັບການປະທານວະຮີຢູ່ນັ້ນທ່ານກຳລັງຢູ່ກັບບັນດາຊໍຮາບະຫ໌ຂອງທ່ານ ໂດຍທີ່ທ່ານໄດ້ຍິນສຽງວະຮີແຕ່ພຽງຜູ້ດຽວ, ບາງເທື່ອມະລາອິກະຫ໌ກໍ່ປະກົດກາຍເປັນມະນຸດເພື່ອເວົ້າກັບທ່ານ ໃນຂະນະບັນດາຊໍຮາບະຫ໌ບໍ່ສາມາດເບິ່ງເຫັນ ຫຼື ໄດ້ຍິນທູດສະຫວັນນັ້ນ.
ປະການທີ່ສີ່ : ຄວາມບໍ່ຮູ້ຂອງມະນຸດມີຂອບເຂດເທົ່າທີ່ພຣະອົງ ຊົງປະທານໃຫ້ ສະນັ້ນ ລາວບໍ່ສາມາດເຂົ້າໃຈໃນທຸກສັບພະສິ່ງທີ່ມີຢູ່ໄດ້ ເຊັ່ນກໍລະນີຂອງຟາກຟ້າທັ້ງເຈັດ, ພື້ນພິພົບແລະສັບພະສີ່ງຕ່າງ ໆ ໂດຍທຸກສິ່ງນັ້ນໄດ້ຖະວາຍການສັນລະເສິນແດ່ອັລລໍຫ໌, ພຣະອົງຊົງໄດ້ຍິນຜູ້ທີ່ພຣະອົງຊົງປະສົງ ຈາກບັນດາປວງບ່າວຂອງພຣະອົງ, ພຣະອົງຊົງຕອບຮັບໃນເລື່ອງນີ້ ວ່າ: "ຊັ້ນຟ້າທັ້ງເຈັດ ແລະ ແຜ່ນດິນ ແລະທີ່ຢູ່ໃນນັ້ນສະດຸດີສັນລະເສິນແດ່ພຣະອົງ ແລະ ບໍ່ມີສິ່ງໃດເວັ້ນແຕ່ຈະສະດຸດີດ້ວຍການສັນສະເສິນພຣະອົງ ແຕ່ວ່າພວກເຈົ້າບໍ່ເຂົ້າໃຈຄຳສະດຸດີຂອງພວກເຂົາ ແທ້ຈິງອັລລໍຫ໌ ເປັນຜູ້ຊົງຫນັກແນ່ນ ຜູ້ຊົງອະໄພສະເໝີ" (ອິສຣໍອຼ : 44) ໄຊຕອນມານຮ້າຍ ຈິນ ສາມາດໄດ້ຍິນທົ່ວທັ້ງແຜ່ນດິນ ດັງທີ່ໄດ້ມີກຸ່ມຈິນມາຫາທ່ານນະບີ ພວກເຂົາຮັບຟັງການອ່ານຂອງທ່ານຢ່າງຕັ້ງອົກຕັ້ງໃຈ ແລ້ວກັບໄປຕັກເຕືອນຢັງກຸ່ມຊົນຂອງພວກເຂົາ ເຫດນີ້ບັນດາພວກທີ່ຖືກປົກປິດກໍ່ສາມາດເຂົ້າໃຈໄດ້ ອັລລໍຫ໌ ຕະອາລາ ຕຣັດວ່າ: "ລູກຫຼານຂອງອາດຳເອີ່ຍ ຈົ່ງຢ່າໃຫ້ໄຊຕອນຫລອກລວງພວກເຈົ້າ ເຊັ່ນດຽວກັນທີ່ມັນໄດ້ເຮັດໃຫ້ພໍ່ແມ່ຂອງພວກເຈົ້າອອກຈາກສວນສະຫວັນມາແລ້ວ ໂດຍທີ່ມັນໄດ້ຖອດເຄື່ອງນຸ້ງຫົ່ມຂອງເຂົາທັ້ງສອງອອກ ເພື່ອທີ່ຈະບໍ່ໃຫ້ເຂົາທັ້ງສອງເຫັນສິ່ງທີ່ນ່າລະອາຍຂອງເພິ້ນທັ້ງສອງ ແທ້ຈິງມັນແລະ ເຜົ່າພັນຂອງມັນ ເບິ່ງເຫັນພວກເຈົ້າ ໂດຍທີ່ພວກເຈົ້າບໍ່ເຫັນພວກມັນ ເເທ້ຈິງເຮົາໄດ້ເຮັດໃຫ້ບັນດາໄຊຕອນເປັນໝູ່ກັບບັນດາຜູ້ທີ່ບໍ່ສັດທາ" (ອັລ-ອະຣໍຟ : 27) ມະນຸດບໍ່ສາມາດທີ່ຈະຮັບຮູ້ ແລະ ເຂົ້າໃຈຕໍ່ສັບພະສິ່ງທີ່ມີຢູ່ໄດ້ ດັງນັ້ນ ບໍ່ເປັນສິ່ງທີ່ອະນຸມັດໃຫ້ພວກເຂົາປະຕິເສດຕໍ່ເລື່ອງເລັ້ນລັບ ພົ້ນຍານວິໄສດັງທີ່ມີຫຼັກຖານຢືນຢັນ.
*
ການສັດທາຕໍ່ກົດກຳໜົດສະພາວະ (ກໍດັຣ)
ຄຳວ່າ ກໍດະຣໍ ໂດຍອ່ານດ້ວຍ ສາລະຟັຕຮະຫ໌ ທີ່ອັກສອນ (ດານ) ໝາຍເຖິງ ການກຳໜົດຂອງອັລລໍຫ໌ ທີ່ມີຕໍ່ສາກົນຈັກກະວານ ເຊິ່ງເປັນໄປຕາມຄວາມຮອບຮູ້ ປຣີຊາຍານ ແລະ ສອດຄ້ອງກັບຮິກມະຫ໌ເຫດຜົນຂອງພຣະອົງ.
ການສັດທາຕໍ່ກົດກຳໜົດສະພາວະ ປະກອບດ້ວຍສີ່ປະການ:
ປະການທຳອິດ: ຄວາມເຊື່ອທີ່ວ່າພະເຈົ້າອັລລໍຫ໌ຮູ້ ທຸກສິ່ງຢ່າງຄົບຖ້ວນ ແລະລະອຽດຕະຫຼອດໄປຕະຫຼອດໄປ. ບໍ່ວ່າມັນກ່ຽວຂ້ອງກັບການກະທຳຂອງພຣະອົງ ຫລື ການກະທຳຂອງຜູ້ເປັນບ່າວຂອງພຣະອົງ.
ປະການທີສອງ: ຄວາມເຊື່ອທີ່ວ່າພຣະເຈົ້າອົງອັລລໍຫ໌ﷻໄດ້ຂຽນຈົດບັນທືກໄວ້ໃນວິນຍານທີ່ຮັກສາໄວ້. ແລະໃນສອງເລື່ອງນີ້ ພະເຈົ້າອັລລໍຫ໌ﷻກ່າວວ່າ: ເຈົ້າບໍ່ຮູ້ບໍ?ອັລລໍຫ໌ຮູ້ສິ່ງທີ່ຢູ່ໃນທ້ອງຟ້າແລະແຜ່ນດິນໂລກນີ້. ແທ້ຈິງແລ້ວ, ມັນແມ່ນຢູ່ໃນພຣະຄໍາພີ. ແທ້ຈິງແລ້ວ, ມັນເປັນເລື່ອງງ່າຍສໍາລັບ ອັລລໍຫ໌.
ໃນຊໍເຫຍ໌ຂອງ ມຸສລິມ ,ຈາກ ທ່ານ ອັບດຸລລໍຫ໌ ອິບນູ ບິນອາສ ໄດ້ກ່າວວ່າຂ້ອຍໄດ້ຍິນທ່ານນະບີ ໄດ້ກ່າວວ່າ: "ອັລລໍຫ໌ ຊົງໄດ້ບັນທຶກກຳໜົດການເປັນໄປຂອງສັບພະສິ່ງຖືກສ້າງກ່ອນທີ່ພຣະອົງຈະຊົງສ້າງຊັ້ນຟ້າ ແລະ ແຜ່ນດິນຮອດຫ້າຫມື່ນປີ"
ປະການທີສາມ: ຕ້ອງສັດທາມັ່ນວ່າຈັກກະວານທັ້ງຫຼາຍຈະເກິດຂຶ້ນບໍ່ໄດ້ນອກຈາກພຣະປະສົງແຫ່ງອັລລໍຫ໌ ບໍ່ເລື່ອງນັ່ນຈະກ່ຽວກັບພຣະອົງ ຫຼື ການກະທຳຂອງບັນສັບພະສິ່ງຖືກສ້າງຂອງພຣະອົງ , ອັລລໍຫ໌ຊົງຕຣັດກ່ຽວກັບພຣະອົງວ່າ: "ແລະ ພຣະເຈົ້າຂອງເຈົ້າ ຊົງສ້າງສິ່ງທີ່ພຣະອົງຊົງປະສົງ ແລະ ຊົງເລືອກ....[ ອັລກໍຊໍສ:68] ພຣະອົງໄດ້ກ່າວວ່າ: ".....ແລະ ອັລລໍຫ໌ຊົງເຮັດໃນສິ່ງທີ່ພຣະອົງຊົງປະສົງ" [ອິບຣໍຮີມ: 27] ພຣະອົງໄດ້ກ່າວວ່າ: "ພຣະອົງຄືຜູ້ຊົງເຮັດໃຫ້ພວກເຈົ້າ ເປັນຮູບຮ່າງຂຶ້ນໃນມົດລູກ ຕາມທີ່ພຣະອົງຊົງປະສົງ..." (ອະລາອິມຣອນ: 6), ອັລລໍຫ໌ຊົງຕຣັດກ່ຽວກັບການກະທຳຂອງສັບພະສິ່ງຖືກສ້າງວ່າ. "ແລະ ຖ້າຫາກອັລລໍຫ໌ຊົງປະສົງແລ້ວ ແນ່ນອນພຣະອົງກໍ່ຈະຊົງໃຫ້ພສກເຂົາມີອໍານາດເຫນືອເຈົ້າແລ້ວ ແລ້ວແນ່ນອນພວກເຂົາກໍ່ຈະຕໍ່ສູ້ກັບເຈົ້າແລ້ວດ້ວຍ..." [ອັນນີຊາ: 90] ພຣະອົງກ່າວວ່າ: "...ແລະ ຫາກວ່າພຣະເຈົ້າຊົງປະສົງ ແລ້ວພວກເຂົາກໍ່ບໍ່ເຮັດມັນຂຶ້ນໄດ້ ດັງນັ້ນເຈົ້າຈົ່ງປ່ອຍພວກເຂົາ ແລະ ສິ່ງທີ່ພວກເຂົາອຸປະໂລກຂຶ້ນເຖິດ" [ອັນອາມ: 112]
ປະການທີ່ສີ່: ສັດທາວ່າຈັກກະວານທັ້ງຫຼາຍ ບໍ່ວ່າຈະເປັນທຳມະຊາດ ຫຼື ການເຄື່ອນໄຫວຂອງສິ່ງຖືກສ້າງລ້ວນເປັນສິດຂອງອັລລໍຫ໌ , ອັລລໍຫ໌ກ່າວວ່າ: "ອັລລໍຫ໌ ຄືຜູ້ຊົງສ້າງທຸກສິ່ງ ແລະ ພຣະອົງເປັນຜູ້ດູແລຄຸ້ມຄອງ ທຸກສິ່ງ" [ອັລຊູມັຣ:62] "...... ແລະ ພຣະອົງຊົງໃຫ້ບັງເກິດທຸກສິ່ງ ແລ້ວຊົງກຳໜົດມັນໃຫ້ເປັນໄປຕາມກົດກຳໜົດສະພາວະ" (ອັລ ຟຸຣກອນ :2) ຊົງດຳລັດກ່ຽວກັບນະບີອິບຣໍຫີມ ອະໄລຮິສລາມ ເຊິ່ງໄດ້ກ່າວແກ່ຊົນຂອງທ່ານວ່າ: "ທັ້ງ ໆ ທີ່ອັລລໍຫ໌ຊົງສ້າງພວກທ່ານ ແລະ ສິ່ງທີ່ພວກທ່ານປະດິດມັນຂຶ້ນມາ" (ອັສ ຊໍຟາດ 96).
ການສັດທາຕໍ່ກຳໜົດສະພາວະດັງທີ່ເຮົາໄດ້ອະທິບາຍລັກສະນະຂ້າງຕົ້ນ ບໍ່ໄດ້ຂັດແຍງຕໍ່ສິດທິໃນການເລືອກສັນ ຄວາມສາມາດຂອງປວງບ່າວ ເພາະວ່າຂໍ້ເທັດຈິງ ແລະ ກົດຂໍ້ບັງຄັບສາສະນະບັນຍັດໄດ້ລະບຸຍືນຍັນກ່ຽວກັບເລື່ອງນີ້ໄວ້.
ສຳຫຼັບສາສະນະບັນຍັດ ອັລລໍຫ໌ ຊົງຕຣັດກ່ຽວກັບຄວາມປະສົງໄວ້ວ່າ: "......ດັງນັ້ນຜູ້ໃດປະສົງ ກໍ່ໃຫ້ລາວຍຶດທາງກັບໄປສູ່ພຣະເຈົ້າຂອງລາວເຖິດ" (ອັນ ນະບະ :39) ".......ດັງນັ້ນພວກເຈົ້າຈົງມາຢັງແຫລ່ງເພາະປູກຂອງພວກເຈົ້າ ຕາມແຕ່ພວກເຈົ້າປະສົງ....." (ອັລບະກໍເຣາະຫ໌ 223) "ດັງນັ້ນ ຈົງຍຳເກຣງອັລລໍຫ໌ເຖິດ ເທົ່າທີ່ພວກເຈົ້າມີຄວາມສາມາດ...." (ອັດຕະກໍບຸນ : 16) "ອັລລໍຫ໌ ຈະບໍ່ຊົງບັງຄັບຊີວິດໜຶ່ງຊີວິດໃດນອກຈາກຄວາມສາມາດຂອງຊີວິດນັ້ນເທົ່ານັ້ນ ຊີວິດນັ້ນຈະໄດ້ຮັບການຕອບແທນດີ ໃນສິ່ງທີ່ລາວໄດ້ສະແວງຫາໄວ້ ແລະ ຊີວິດນັ້ນຈະໄດ້ຮັບການລົງໂທດໃນສິ່ງຊົ່ວທີ່ລາວໄດ້ສະແວງຫາໄວ້..." (ອັລ-ບາກໍເຣາະຫ໌ 286)
ສະພາບຄວາມເປັນຈິງ ມະນຸດນັ້ນມີຄວາມຕ້ອງການ ຄວາມປາດຖະນາ ແລະ ກຳໜົດສະພາວະທັ້ງສອງດ້ວຍກັບການປະຕິບັດ ຫຼື ລະຖິ້ມ ແລະ ການແບ່ງແຍກລະຫວ່າງສິ່ງທີ່ເກິດຂຶ້ນໂດຍເຈດຕະນາ ເຊັ່ນ ການຢ່າງ ແລະ ສິ່ງທີ່ເກິດຂຶ້ນໂດຍບໍ່ເຈດຕະນາ ເຊັ່ນ ການສັ່ນ ແຕ່ທະວ່າຄວາມປະສົງ ຄວາມສາມາດຂອງມະນຸດ ເປັນສິ່ງທີ່ເກິດຂຶ້ນດ້ວຍພຣະປະສົງຂອງ ອຳນາດຂອງອັລລໍຫ໌ ຜູ້ຊົງສູງສົ່ງ. ອັລລໍຫ໌ໄດ້ກ່າວໄວ້ວ່າ: "ສຳຫຼັບບຸກຄົນໃນກຸ່ມພວກເຈົ້າທີ່ປະສົງຈະຢູ່ໃນທາງອັນທຽງກົງ ແລະ ພວກເຈົ້າຈະບໍ່ສົມປະສົງສິ່ງໃດ ເວັ້ນແຕ່ອັລລໍຫ໌ ພຣະເຈົ້າແຫ່ງສາກົນລະໂລກຈະປະສົງ" (ອັດ ຕັກວີຣ 28-29) ສັບພະສິ່ງຕ່າງ ໆ ໃນໂລກໃບນີ້ເປັນກຳມະສິດຂອງອັລລໍຫ໌ ດັງນັ້ນເປັນໄປບໍ່ໄດ້ຜູ້ຄອບຄອງກຳມະສິດໃນການປົກຄອງຈະໄຮ້ເຊິ່ງຄວາມຮູ້ຄວາມປະສົງ.
ການສັດທາຕໍ່ການກຳໜົດສະພາວະຖືເປັນວາຈິບ (ຈຳເປັນ) ແລະ ບໍ່ໄດ້ມອບຫຼັກຖານຂໍ້ອ້າງຕໍ່ການລະຖິ້ມສິ່ງທີ່ເປັນວາຈິບ ຫຼື ການກະທຳຄວາມຊົ່ວຂອງປວງບ່າວ ດ້ວຍເຫດຜົນນີ້ຫຼັກຖານທີ່ເປັນຂໍ້ອ້າງຖືເປັນໂມຂະມີດັງຕໍ່ໄປນີ້:
ປະການທີ່ໜຶ່ງ ອັລລໍຫ໌ ໄດ້ຕຣັດວ່າ: "ບັນດາຜູ້ທີ່ໃຫ້ມີພາຄີຂຶ້ນນັ້ນຈະກ່າວວ່າຫາກວ່າ ອັລລໍຫ໌ຊົງປະສົງແລ້ວແນ່ນອນ ພວກເຮົາກໍ່ຍ່ອມບໍ່ໃຫ້ມີພາຄີເກິດຂຶ້ນ ແລະ ທັ້ງບັນພະບຸລຸດຂອງພວກເຮົາອີກນຳ ແລະ ພວກເຮົາກໍ່ຍ່ອມບໍ່ໃຫ້ມີສິ່ງໃດເປັນທີ່ຕ້ອງຫ້າມໃນທຳນອງນັ້ນແຫລະ ບັນດາຜູ້ກ່ອນໜ້າພວກເຂົາກໍ່ໄດ້ມຸສາມາແລ້ວ ຈົນກະທັ່ງພວກເຂົາໄດ້ລິ້ມລົດການລົງໂທດຂອງເຮົາ ສະນັ້ນພວກເຈົ້າຕ້ອງນຳມັນອອກມາໃຫ້ແກ່ເຮົາ ພວກທ່ານຈະບໍ່ປະຕິບັດຕາມສິ່ງໃດ ໆ ນອກຈາກການຄາດຄິດເອົາເອງເທົ່ານັ້ນ ແລະ ພວກທ່ານບໍ່ມີອື່ນໃດ ນອກຈາກຈະກ່າວເທັດເທົ່ານັ້ນ" (ອັລ ອັນອາມ : 148) ຫາກມີຫຼັກຖານຕໍ່ການກຳໜົດສະພາວະ ແນ່ນອນອັລລໍຫ໌ ຈະບໍ່ໃຫ້ພວກເຂົາໄດ້ລິ້ມລົດຂອງການລົງໂທດ.
ປະການທີ່ສອງ ອັລລໍຫ໌ຊົງຕຣັດວ່າ: "ຄືບັນດາຣໍຊູລໃນຖານະຜູ້ແຈ້ງຂ່າວດີ ແລະ ໃນຖານະຜູ້ຕັກເຕືອນເພື່ອວ່າມະນຸດຈະບໍ່ມີຫຼັກຖານໃດ ໆ ອ້າງແກ້ໂຕແກ່ອັລລໍຫ໌ໄດ້ ຫຼັງຈາກບັນດາຣໍຊູລເຫຼົ່ານັ້ນ ແລະ ອັລລໍຫ໌ ເປັນຜູ້ຊົງເດຊານຸພາບ ຜູ້ຊົງປຣີຊາຍານ" (ອັນ ນິຊາ : 165) ຫາກການກຳໜົດສະພາວະເປັນຫຼັກຖານຂໍ້ອ້າງໃຫ້ກັບພວກທີ່ຂັດແຍ້ງຈະບໍ່ປະຕິເສດການສົ່ງບັນດາຣໍຊູລ ເພາະພາຍຫຼັງຈາກການສົ່ງບັນດາຣໍຊູລມາຍັງພວກທີ່ຂັດແຍ້ງເປັນຂໍ້ເທັດຈິງ ຕໍ່ການກຳໜົດຂອງອັລລໍຫ໌.
ປະການທີ່ສາມ ສິ່ງທີ່ລາຍງານໂດຍທ່ານບຸກຄໍຣີ ແລະ ທ່ານມຸສລິມ ຄຳກ່າວຫະດິຊບຸກຄໍຣີ ຈາກທ່ານອາລີ (ຣດ) ທ່ານນະບີ (ຊລ) ກ່າວວ່າ: "ບໍ່ມີຄົນໜຶ່ງຄົນໃດຈາກພວກທ່ານ ນອກຈາກຖືກບັນທຶກສະຖານທີ່ພຳນັກໄວ້ ນະ ຂຸມນະລົກ ຫຼື ສວນສະຫວັນ ຊາຍຄົນໜຶ່ງຈາກພວກເຂົາກໍ່ໄດ້ກ່າວວ່າ ເຮົາມອບໝາຍຕໍ່ອັລລໍຫ໌ ດີກວ່າບໍ່ໂອ້ທ່ານຣໍຊູລ ທ່ານນະບີ ຕອບວ່າ ບໍ່ ພວກທ່ານຈົງປະຕິບັດທຸກຢ່າງເປັນສິ່ງທີ່ສະດວກ ງ່າຍດາຍ" ຫຼັງຈາກນັ້ນທ່ານນະບີ ໄດ້ອ່ານ "ສ່ວນຜູ້ທີ່ບໍລິຈາກແລະຍຳເກຣງ ຕໍ່ອັລລໍຫ໌" (ອັລ ໄລ : 5) ແລະ ໃນຄຳກ່າວຂອງທ່ານມຸສລິມ : "ທຸກສິ່ງມີຄວາມສະດວກງ່າຍດາຍ ສຳຫຼັບສິ່ງທີ່ສ້າງມາໃຫ້ແກ່ເຂົາ" ດັງນັ້ນ ທ່ານນະບີ ໄດ້ໃຊ້ໃຫ້ປະຕິບັດ ແລະ ຫ້າມການມອບໝາຍຕໍ່ກຳໜົດສະພາວະພຽງຢ່າງດຽວ.
ປະການທີສີ່ ແທ້ຈິງອັລລໍຫ໌ຊົງໃຊ້ ແລະ ຊົງຫ້າມບ່າວ ພຣະອົງບໍ່ຊົງບັງຄັບບ່າວຂອງພຣະອົງເກີນຄວາມສາມາດ. ອັລລໍຫ໌ ຊົງຕຣັດວ່າ: "ດັງນັ້ນພວກເຈົ້າຍຳເກຣງອັລລໍຫ໌ເຖິດ ເທົ່າທີ່ພວກເຈົ້າມີຄວາມສາມາດ" (ອັດຕະກໍບຸນ : 16) ແລະ ອັລລໍຫ໌ກ່າວອີກວ່: "ອັລລໍຫ໌ຈະບໍ່ຊົງບັງຄັບຊີວິດໜຶ່ງຊີວິດໃດ ນອກຈາກຕາມຄວາມສາມາດຂອງຊີວິດນັ້ນເທົ່ານັ້ນ..." (ອັລບະກໍເຣາະຫ໌ : 286) ຫາກມະນຸດຖືກບັງຄັບໃຫ້ເຮັດສິ່ງໃດ ເທົ່າກັບວ່າລາວໄດ້ແບກພາລະໃນສິ່ງທີ່ບໍ່ມີຄວາມສາມາດທີ່ປົດເປື້ອງໄດ້ ດ້ວຍເຫດນີ້ຫາກການຝ່າຝືນໄດ້ເກິດຂຶ້ນໂດຍທີ່ລາວບໍ່ຮູ້ ຫລົງລືມ ຫຼື ຖືກບັງຄັບ ຈະບໍ່ມີບາບອັນໃດແກ່ລາວ ເພາະລາວຈະໄດ້ຮັບການອະໄພ.
ປະການທີ່ຫ້າ ກົດກຳໜົດແຫ່ງອັລລໍຫ໌ ເປັນສິ່ງລຶກລັບ ປິດບັງບໍ່ສາມາດຮັບຮູ້ໄດ້ນອກຈາກສິ່ງນັ້ນໄດ້ເກິດຂຶ້ນແລ້ວ ຫຼື ເປັນຄວາມຕ້ອງການຂອງມະນຸດເອງຕໍ່ສິ່ງທີ່ລາວໄດ້ເຮັດລົງໄປ ເຊິ່ງບໍ່ໄດ້ຕັ້ງຢູ່ບົນພື້ນຖານແຫ່ງຄວາມຮູ້ ຄວາມເຂົ້າໃຈ ໃນກົດກຳໜົດແຫ່ງອັລລໍຫ໌ ດັງນັ້ນມະນຸດບໍ່ສາມາດຮັບຮູ້ ແລະ ເຂົ້າໃຈໄດ້.
ປະການທີ່ຫົກ ມະນຸດພະຍາຍາມທີ່ຈະສະແວງຫາສິ່ງທີ່ເໝາະສົມແກ່ຕົວລາວ ໃນການດຳລົງຊີວິດໃນໂລກນີ້ ແຕ່ລາວບໍ່ໄດ້ປັບຕົນເອງໃຫ້ເຂົ້າກັບສິ່ງເເວດລ້ອມທີ່ບໍ່ເໝາະສົມ ແລະ ຕ້ອງພຶ່ງອາໄສຄວາມເປັນທັມຂອງກົດກຳໜົດສະພາວະນີ້ ແລ້ວເປັນຫຍັງ? ລາວຈຶ່ງບໍ່ສະແວງຫາສິ່ງທີ່ມີປະໂຫຍດໃນເລື່ອງຂອງສາສະໜາ.
ຂໍຍົກຕົວຢ່າງເພື່ອໃຫ້ເປັນທີ່ຊັດແຈ້ງ:
* ຫາກວ່າ ມະນຸດມີທາງເລືອກສອງທາງ ທາງໜຶ່ງນຳລາວໄປສູ່ເມືອງທີ່ເຕັມໄປດ້ວຍຄວາມບໍ່ດີ ຍຸ່ງເຫຍິງ ການລົບລາ ຂ້າຟັນ ການປົ້ນສະດົມ ແຍ່ງຊີງສັບ ລະເມິດສິດ ກຽດສັກສີ ແລະ ຊື່ສຽງ ຄວາມຢ້ານ ແລະ ຄວາມຫິວໂຫຍ * ສ່ວນອີກທາງໜຶ່ງ ໄປສິ້ນສຸດ ຫຼື ນຳໄປສຸ່ເມືອງທີ່ເຕັມໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພ ອາຫານການກິນອຸດົມສົມບູນ ເຄົາລົບຕໍ່ຊີວິດ ກຽດແລະສັບສິນຂອງປະຊາຊົນ ເຊັ່ນນີ້ລາວຈະເລືອກຢ່າງໄປທາງໃດ?
ແນ່ນອນເປັນຢ່າງຍິ່ງວ່າມະນຸດຈະຕ້ອງເລືອກທາງທີ່ສອງທີ່ນຳໄປສູ່ເມືອງທີ່ມີລະບຽບວິໄນ ສະງົບປອດໄພ ບໍ່ມີຜູ້ມີສະຕິຄົນໃດທີ່ຈະເລືອກຢ່າງໄປສູ່ເມືອງທີ່ເຕັມໄປດ້ວຍຄວາມບໍ່ດີ ຄວາມຫວາດກົວ ແລ້ວອ້າງເຖິງກົດກຳໜົດສະພາວະຂອງອັລລໍຫ໌, ແລ້ວເປັນຫຍັງ! ຈຶງເລືອກໃນເລື່ອງຂອງໂລກອາຄິເຣາະຫ໌ໄປສູ່ທາງນຳໄປຂຸມນະລົກ ບໍ່ແມ່ນສວນສະຫວັນແລ້ວອ້າງເຖິງກົດກຳໜົດສະພາວະທີ່ພຣະອົງຊົງກຳໜົດໄວ້ ໃນເມື່ອມະນຸດນັ້ນເປັນຜູ້ທີ່ເລືອກທາງຢ່າງຂອງຕົນເອງ.
ແລະອີກຕົວຢ່າງປະການໜຶ່ງ: ເຮົາເຫັນວ່າຜູ້ເຈັບປ່ວຍໄດ້ຮັບຄຳສັ່ງໃຫ້ກິນຍາ ລາວກໍ່ກິນຍາ ແມ້ວ່າຕົວລາວບໍ່ຢາກກິນ ແລະ ຖືກຫ້າມບໍ່ໃຫ້ກິນອາຫານທີ່ເປັນອັນຕະລາຍຕໍ່ຕົວລາວ, ລາວກໍ່ຫຼີກລ່ຽງແມ້ວ່າຕົວລາວຈະຢາກກິນກໍ່ຕາມ ທັ້ງໝົດນີ້ກໍ່ເພື່ອທີ່ຈະຫາຍຈາກຄວາມເຈັບປ່ວຍ ແລະ ຄວາມປອດໄພ ແລະ ລາວບໍ່ສາມາດປະຕິເສດທີ່ຈະບໍ່ກິນຍາ ຫຼື ກິນອາຫານທີ່ເປັນອັນຕະລາຍຕໍ່ລາວ ແລ້ວອ້າງວ່າເປັນກົດກຳໜົດສະພາວະ. ແລ້ວເປັນຫຍັງມະນຸດຈຶ່ງລະຖິ້ມສິ່ງທີ່ອັລລໍຫ໌ ແລະ ສາສະນະທູດຂອງພຣະອົງຊົງບັນຊາ ຫຼື ເຮັດໃນສິ່ງທີ່ອັລລໍຫ໌ ແລະ ສາສະນະທູດຂອງພຣະອົງຊົງຫ້າມ ແລ້ວກັບມາອ້າງວ່າ ເປັນກົດກຳຫນົດສະພາວະ?.
ປະການທີ່ເຈັດ ຜູ້ທີ່ກ່າວອ້າງກົດກຳໜົດສະພາວະເພື່ອລະເລີຍຕໍ່ບົດບັນຍັດໜ້າທີ່ ແລະ ເຮັດການຝ່າຝືນ ຖ້າມີຄົນມາທຳຮ້າຍ ແລະ ຍຶດເອົາສັບສິນເງິນທອງໄປ ໂດຍໄດ້ລະເມິດຕໍ່ສິດ ແລ້ວກ່າວອ້າງກົດກຳໜົດສະພາວະ ໂດຍກ່າວວ່າຈົ່ງຢ່າຕຳຫນິຂ້ອຍ ການເຂົ້າທຳຮ້າຍຂອງຂ້ອຍນີ້ເກິດຂຶ້ນດ້ວຍກົດກຳໜົດທີ່ອັລລໍຫ໌ ໄດ້ຊົງກຳໜົດໄວ້ແລ້ວ ຂໍ້ອ້າງນີ້ຈະບໍ່ຖືກຍອມຮັບຢ່າງແນ່ນອນ. ແລ້ວເປັນຫຍັງຈຶ່ງບໍ່ຍອມຮັບການເຮັດຮ້າຍຂອງຜູ້ອື່ນທີ່ມີແກ່ລາວ ແຕ່ກັບອ້າງເພື່ອຕົນເອງ ໃນການເຂົ້າເຮັດຮ້າຍສິດທິແຫ່ງອັລລໍຫ໌?!
ໄດ້ມີການກ່າວເຖິງທ່ານຜູ້ນຳແຫ່ງສັດທາຊົນ ອຸມັຣ ອິບນຸ ຄອດຕອບ ຣ.ດ ເມື່ອມີຂີ່ລັກຄົນໜຶ່ງຕ້ອງຖືກຕັດມື ຖືກນຳມາຂຶ້ນຟ້ອງຮ້ອງຕໍ່ທ່ານ ທ່ານຈຶ່ງສັ່ງໃຫ້ນຳລາວໄປຕັດມື ລາວຈຶ່ງກ່າວຂຶ້ນມາວ່າ ຊ້າກ່ອນທ່ານຜູ້ນຳແຫ່ງສັດທາຊົນ ອັນທີ່ຈິງຂ້ອຍລັກເພາະກົດກຳໜົດແຫ່ງອັລລໍຫ໌ ທ່ານອຸມັຣ ຈຶ່ງກ່າວວ່າ ແທ້ທີ່ຈິງເຮົາຕັດມືເຈົ້າກໍ່ເພາະກຳໜົດນັ້ນເຊັ່ນກັນ.
ພາກຜົນທີ່ປະເສິດຍິ່ງຂອງການສັດທາຕໍ່ກົດກຳໜົດສະພາວະ ມີດັງນີ້:
1. ການມອບໝາຍຕໍ່ອັລລໍຫ໌ ເມື່ອເຮັດສິ່ງໃດດ້ວຍເຫດ ແລະ ຜົນ ໂດຍທີ່ບໍ່ຂຶ້ນກັບອາລົມ ເພາະທຸກຢ່າງເກິດຂຶ້ນດ້ວຍກົດກຳໜົດສະພາວະແຫ່ງອັລລໍຫ໌.
2. ບໍ່ຄວນປະຫຼາດໃຈຕໍ່ການໄດ້ຮັບຄວາມຍິນດີ ເພາະນັ້ນເປັນຄວາມໂປດປານທີ່ມາຈາກອັລລໍຫ໌ ໂດຍທີ່ພຣະອົງຊົງກຳໜົດຈາກເຫດຂອງຄວາມດີງາມ ແລະ ຄວາມສຳເລັດ ເພາະຄວາມປະຫຼາດໃຈເປັນສາເຫດໜຶ່ງທີ່ເຮັດໃຫ້ລືມການຂອບໃຈຕໍ່ຄວາມໂປດປານ.
3. ຄວາມສະງົບຂອງຈິດໃຈທີ່ເກິດຂຶ້ນເປັນກົດກຳໜົດແຫ່ງອັລລໍຫ໌ ຈຶ່ງບໍ່ຈຳເປັນຕ້ອງວິຕົກກັງວົນ ຕໍ່ການພາກຈາກໄປຂອງສິ່ງທີ່ເປັນທີ່ຮັກຍິ່ງ ຫຼື ຕໍ່ຄວາມຊິງຊັງ ຄວາມເລວຮ້າຍທີ່ເກິດຂຶ້ນ ເພາະນັ່ນເປັນກົດກຳໜົດສະພາວະການ ຈາກອັລລໍຫ໌ ຜູ້ຊົງອຳນາດແຫ່ງຊັ້ນຟ້າ ແລະ ເເຜ່ນດິນ ບໍ່ມີທາງຫຼີກພົ້ນໄປໄດ້ ພຣະອົງຊົງຕຣັດວ່າ: "ບໍ່ມີເຄາະກຳໃດເກິດຂຶ້ນໃນແຜ່ນດິນນີ້ ແລະ ບໍ່ມີແມ້ແຕ່ໃນຕົວຂອງພວກເຈົ້າເອງ ເວັ້ນແຕ່ມີຢູ່ໃນບັນທຶກ ກ່ອນທີ່ເຮົາຈະບັງເກິດມັນຂຶ້ນມາ ແທ້ຈິງນັ່ນມັນເປັນການງ່າຍສຳຫຼັບອັລລໍຫ໌ເພື່ອພວກເຈົ້າຈະໄດ້ບໍ່ຕ້ອງເສຍໃຈຕໍ່ສິ່ງທີ່ໄດ້ສູນເສຍໄປຈາກພວກເຈົ້າ ແລະ ບໍ່ດີໃຈຕໍ່ສິ່ງທີ່ພຣະອົງໄດ້ຊົງປະທານແກ່ພວກເຈົ້າ ແລະ ອັລລໍຫ໌ບໍ່ຊົງມັກທຸກຄົນຫຍິ່ງຈອງຫອງ ແລະ ຄົນເວົ້າໂວໂອ້ອວດ" (ອັລ ຮະດີດ : 22-23) ທ່ານນະບີ ຊ.ລ ໄດ້ກ່າວວ່າ: ເປັນທີ່ແປກຍິ່ງສຳຫຼັບການງານຂອງມຸມິນ ເເທ້ຈິງກິດຈະການຂອງລາວທັ້ງໝົດເປັນເລື່ອງປະເສິດ ຈະບໍ່ມີສຳຫຼັບຜູ້ໃດນອກຈາກມຸນິນ-ຜູ້ສັດທາ ເມື່ອຄວາມສຸກປະສົບແກ່ລາວ ລາວກໍ່ຂອບໃຈຕໍ່ອັລລໍຫ໌ ນັ່ນເປັນການດີກວ່າສຳຫຼັບລາວ ແລະ ເມື່ອລາວປະສົບຄວາມທຸກຍາກ ລາວກໍ່ອົດທົນ ນັ່ນເປັນການດີກວ່າສຳຫຼັບລາວ" (ບັນທຶກໂດຍມຸສລິມ)
ກຸ່ມຊົນຜູ້ຫລົງຜິດກ່ຽວກັບກົດກຳໜົດມີສອງກຸ່ມໃຫຍ່:
ກຸ່ມທຳອິດແມ່ນ ອັລ ຈິບຣີຍະຫ໌ ໄດ່້ກ່າວອ້າງວ່າ ແທ້ຈິງປວງບ່າວໄດ້ຖືກບັງຄັບຕໍ່ການງານຂອງລາວ ໂດຍບໍ່ມີສິດໃນການເລືອກສັນ ແລະ ສະແດງຄວາມສາມາດຂອງຕົນ.
ກຸ່ມທີ່ສອງ ອັລ ກອດດະຣີຍະຫ໌ ໄດ້ກ່າວອ້າງວ່າ ແທ້ຈິງປວງບ່າວນັ້ນມີສິດເປັນເອກກະເທດຕໍ່ໜ້າທີ່ການກະທຳ ສິດໃນການເລືອກສັນຕາມຄວາມຕ້ອງການ ແລະ ຄວາມສາມາດຂອງຕົນ ບໍ່ໄດ້ຂຶ້ນຢູ່ກັບພຣະປະສົງແຫ່ງອັລລໍຫ໌ແຕ່ຢ່າງໃດ ແຕ່ກົດກຳໜົດຂອງອັລລໍຫ໌ມີຜົນຕໍ່ການກະທຳນັ້ນ.
ການໂຕ້ຕອບສຳຫຼັບກຸ່ມທຳອິດ ອັລຈິບຣີຍະຫ໌ ດ້ວຍບົດບັນຍັດອິສລາມ ແລະ ສິ່ງທີ່ປະກົດຂຶ້ນ:
ກົດໝາຍຊາຣີອະຫ໌ ແທ້ຈິງອັລລໍຫ໌ຊົງຍຶນຍັນແກ່ປວງບ່າວແລ້ວວ່າ ລາວມີສິດທິໃນການເລືອກຄວາມຕ້ອງການ ແລະ ການງານຂອງຕົນ ດັງທີ່ພຣະອົງໄດ້ກ່າວວ່າ: "ຈາກພວກເຈົ້ານັ້ນມີຜູ້ທີ່ຕ້ອງການໂລກນີ້ (ດຸນຍາ) ແລະ ຈາກພວກເຈົ້ານັ້ນມີຜູ້ທີ່ຕ້ອງການໂລກໜ້າ (ອາຄິເຣາະຫ໌)" (ອາລາອິມຣອນ : 152). ອັລລໍຫ໌ກ່າວອີກວ່າ : "ຈົ່ງກ່າວເຖິດ (ມຸຮຳມັດ) ສັດຈະທັມນັ້ນມາຈາກພຣະຜູ້ເປັນເຈົ້າຂອງພວກເຈົ້າ ດັງນັ້ນຜູ້ໃດປະສົງກໍ່ຈົງສັດທາ ແລະ ຜູ້ໃດປະສົງກໍ່ຈົງປະຕິເສດ ແທ້ຈິງເຮົາໄດ້ກຽມໄຟນະລົກໄວ້ສຳຫຼັບພວກອະທຳ ເຊິ່ງກຳເເພງຂອງມັນອ້ອບລ້ອມພວກເຂົາ ແລະ ຖ້າພວກເຂົາຮ້ອງຂໍຄວາມຊ່ວຍເຫຼືອ ກໍ່ຈະຖືກຊ່ວຍເຫຼືອດ້ວຍນ້ຳທອງແດງເດືອດລວກໃບຫນ້າ ມັນເປັນນ້ຳດືມທີ່ຊົ່ວຊ້າ ແລະ ເປັນບ່ອນພຳນັກທີ່ເລວຮ້າຍ" (ອັລ-ກະຫ໌ຟີ : 29) "ຜູ້ໃດກະທຳຄວາມດີ ກໍ່ຈະໄດ້ແກ່ຕົວຂອງລາວເອງ ແລະ ຜູ້ໃດກະທຳຄວາມຊົ່ວ ກໍ່ຈະໄດ້ແກ່ຕົວລາວເອງ ແລະ ພຣະເຈົ້າຂອງເຈົ້ານັ້ນ ບໍ່ໄດ້ຊົງອະທຳຕໍ່ປວງບ່າວຂອງພຣະອົງ" (ຟຸສຊິລັດ : 46)
ຫຼັກຖານຕໍ່ຫຼັກຄວາມຈິງ ຈາກຂໍ້ເທັດຈິງມະນຸດຊາບເຖິງຄວາມແຕກຕ່າງລະຫວ່າງການກະທຳໂດຍຄວາມສະໝັກໃຈເຮັດດ້ວຍຄວາມຕ້ອງການຂອງຕົນເອງ ເຊັ່ນ ການກິນ ດື່ມ ແລະ ການເກິດເຫດການຕ່າງ ໆ ໂດຍປາດສະຈາກຄວາມຕ້ອງການ ເຊັ່ນ ການເຈັບປ່ວຍ ການຕົກຫລົ່ນ, ໃນຄັ້ງທຳອິດລາວໄດ້ເລືອກກະທຳດ້ວຍຄວາມຕ້ອງການປາດສະຈາກການຂູ່ເຂັນບັງຄັບ ສ່ວນໃນຄັ້ງທີ່ສອງ ລາວບໍ່ໄດ້ເລືອກທີ່ຈະເຮັດ ແລະ ບໍ່ຕ້ອງການໃຫ້ມັນເກິດຂຶ້ນ.
ການຕອບໂຕ້ກຸ່ມທີ່ສອງ ອັລກອດດະຣີຍະຫ໌ ດ້ວຍຫຼັກຖານກົດຂໍ້ບັງຄັບທາງສາສະນະບັນຍັດ ແລະ ສະຕິປັນຍາຂອງມະນຸດ:
ໃນທາງສາສະນະບັນຍັດ: ແທ້ຈິງອັລລໍຫ໌ຄືຜູ້ຊົງສ້າງທຸກສັບພະສິ່ງ ແລະ ທຸກສັບພະສິ່ງເກິດຂຶ້ນດ້ວຍການອະນຸມັດ ແລະ ພຣະປະສົງຂອງພຣະອົງ ອັລລໍຫ໌ຊົງອະທິບາຍ ໃນຄຳພີອັລກຸຣອານວ່າ ການກະທຳຂອງປວງບ່າວເກິດຂຶ້ນ ດ້ວຍພຣະປະສົງຂອງພຣະອົງ ດັງທີ່ຊົງດຳລັດວ່າ: "....ແລະຫາກອັລລໍຫ໌ ຊົງປະສົງແລ້ວ ບັນດາຊົນຫຼັງຈາກພວກເຂົາກໍ່ຄົງບໍ່ຂ້າຟັນກັນ ຫຼັງຈາກໄດ້ມີຫຼັກຖານອັນຊັດແຈ້ງມາຍັງພວກເຂົາ ແຕ່ທະວ່າພວກເຂົາຂັດແຍ້ງກັນ ແລ້ວໃນຫມູ່ພວກເຂົານັ້ນມີຜູ້ສັດທາ ແລະ ໃນຫມູ່ພວກເຂົານັ້ນມີຜູ້ປະຕິເສດສັດທາ ແລະ ຫາກວ່າອັລລໍຫ໌ຊົງປະສົງແລ້ວ ພວກເຂົາກໍ່ຄົງບໍ່ຂ້າຟັນກັນ ແຕ່ທະວ່າອັລລໍຫ໌ນັ້ນຊົງກະທຳຕາມທີ່ພຣະອົງຊົງປະສົງ" (ອັລບາກໍເຣາະຫ໌ : 253) "ແລະ ຖ້າເຮົາປະສົງ ແນ່ນອນເຮົາຈະເຮັດໃຫ້ທຸກຊີວິດສູ່ແນວທາງທີ່ຖືກຕ້ອງຂອງມັນ ແຕ່ວ່າຄຳສັນຍາຂອງຂ້າຈະຕ້ອງສົມຈິງ ແນ່ນອນຂ້າຈະໃຫ້ນະລົກເຕັມໄປດ້ວຍຈິນ ແລະ ມະນຸດລວມທັ້ງໝົດ" (ອັສສະຈາດະຫ໌ : 13)
ຫຼັກຖານ ແລະ ເຫດຜົນດ້ານສະຕິປັນຍາ: ຈັກກະວານທັ້ງຫຼາຍເປັນກຳມະສິດແຫ່ງອັລລໍຫ໌ ມະນຸດໄດ້ກຳເນິດມາໃນຈັກກະວານໃບນີ້ມະນຸດຈຶ່ງຢູ່ພາຍໃຕ້ກຳມະສິດຂອງອັລລໍຫ໌ ຜູ້ທີ່ຢູ່ພາຍໃຕ້ອຳນາດບໍ່ສາມາດທີ່ຈະເຮັດການໃດ ໆ ນອກຈາກຈະຕ້ອງໄດ້ຮັບອະນຸຍາດ ແລະ ດ້ວຍຄວາມປະສົງຂອງຜູ້ຖືກຳມະສິດນັ້ນ ເທົ່ານັ້ນ.
*
ຈຸດປະສົງຂອງຫຼັກການຂັ້ນພື້ນຖານຂອງການສັດທາໃຫ້ອິສລາມ
ຄຳວ່າ ຮະດັຟ ຖືກໃຊ້ໃນຫຼາຍຄວາມໝາຍ ຄື ຈຸດປະສົງ ຈຸດມຸ່ງໝາຍ ຫຼື ເປົ້າໝາຍ ແລະ ທຸກກິດຈະການງານຍ່ອມມີເປົ້າໝາຍ.
ຈຸດປະສົງຫຼັກການສັດທາໃນອິສລາມ ແລະ ເປົ້າໝາຍຄື ຄວາມດີງາມ ເຊິ່ງເປັນຜົນສືບເນື່ອງມາຈາກການຍຶດມັ່ນຕໍ່ຫຼັກການທີ່ມີຢູ່ຫຼວງຫຼາຍ ຫລາຍປະການ ແຕ່ນຳສະເໜີພຽງສ່ວນໜຶ່ງເທົ່ານັ້ນ. ຄື:
1. ມີຄວາມຕັ້ງໃຈທີ່ບໍລິສຸດ ເພື່ອເຮັດການເຄົາລົບພັກດີຕໍ່ອັລລໍຫ໌ອົງດຽວ ເພາະພຣະອົງຄືພຣະເຈົ້າຜູ້ຊົງສ້າງ ປາດສະຈາກຫຸ້ນສ່ວນໃດ ໆ ສຳຫຼັບເປົ້າໝາຍ ແລະ ການເຄົາລົບພັກດີ ຈຶ່ງຈຳເປັນຕ້ອງ ເປັນໄປດ້ວຍເພື່ອພຣະອົງເທົ່ານັ້ນ.
2. ປົດປ່ອຍສະຕິປັນຍາ ແລະ ຄວາມນຶກຄິດ ຈາກຄວາມໄຂວ້ເຂວ ແລະ ສັບສົນ ທີ່ເກິດຂຶ້ນພາຍໃນຈິດໃຈທີ່ວ່າງປ່າວ ປາດສະຈາກການຍຶດໝັ່ນຕໍ່ຫຼັກການ ໃຜກໍ່ຕາມທີ່ຈິດໃຈລາວວ່າງປ່າວຕໍ່ການຍຶດໝັ່ນ ອາດເປັນເພາະຈິດໃຈບໍ່ມີການຍຶດຖືໃດໆ ຫຼື ເປັນຜູ້ເຄົາລົບບູຊາວັດຖຸນິຍົມ ຫຼື ເຊື່ອງໄວ້ຢູ່ໃນການຫລົງຜິດ ແລະ ເລື່ອງຄຸຣໍຟາຕທີ່ເຫລວໄຫລ.
3. ຄວາມສະງົບດ້ານຈິດໃຈ ແລະ ຄວາມນຶກຄິດ ປາດສະຈາກຄວາມກັງວົນໃຈ ຄວາມຄິດທີ່ຍຸ່ງເຫຍິງ ເພາະຫຼັກຄວາມເຊື່ອຖືນີ້ເຮັດໃຫ້ຜູ້ສັດທາມີຄວາມສຳພັນກັບພຣະຜູ້ສ້າງ ລາວຈຶ່ງເພິ່ງພໍໃຈຕໍ່ພຣະອົງໃນຖານະເປັນຜູ້ອະພິບານ ຜູ້ບໍລິຫານຈັດການ ຜູ້ປົກຄອງ ຜູ້ຊົງບັນຍັດກົດໝາຍຂໍ້ບັງຄັບ ເຮັດໃຫ້ມີຈິດໃຈທີ່ສະງົບ ນ້ອມຮັບຕໍ່ກົດກຳຫນົດສະພາວະຂອງພຣະອົງ ຫົວໃຈເປິດກວ້າງສູ່ອັລອິສລາມ.
4. ເຮັດໃຫ້ເປົ້າໝາຍ ແລະ ກິດຈະການງານຖືກຕ້ອງສົມບູນ ປອດໄພຈາກການບິດເບືອນໃນການເຄົາລົບພັກດີຕໍ່ອັລລໍຫ໌ ການຄົບຄ້າສະມາຄົມກັບເພື່ອນມະນຸດ ແລະ ສັດໂລກທີ່ຖືກສ້າງຂຶ້ນ ເພາະນັ້ນເປັນພື້ນຖານຂອງຄວາມສັດທາຕໍ່ບັນດາຣໍຊູລ ປະກອບດ້ວຍການເຊື່ອ ແລະ ການປະຕິບັດຕາມ ແນວທາງຂອງພວກເຂົາທີ່ມີແຕ່ຄວາມຖືກຕ້ອງທັ້ງໃນເປົ້າໝາຍ ແລະ ກິດຈະການງານ.
5. ມີຄວາມຕັ້ງໃຈທີ່ແນ່ວແນ່ ດຸໝັ່ນ ມັ່ນພຽງ ໂດຍບໍ່ປ່ອຍໃຫ້ໂອກາດການເຮັດຄຸນງາມຄວາມດີຜ່ານພົ້ນໄປນອກຈາກຈະສວຍໂອກາດນີ້ເພື່ອມຸ່ງຫວັງການຕອບແທນແຫ່ງຜົນລະບຸນ ລາວຈະບໍ່ພົບເຫັນສະຖານທີ່ອັນເປັນບາບ ນອກຈາກວ່າລາວຈະຕ້ອງອອກຫ່າງຈາກມັນ ເພາະຄວາມຢ້ານກົວຕໍ່ການລົງໂທດ ເປັນພື້ນຖານຂອງຄວາມສັດທາຕໍ່ວັນຟື້ນຄືນຊີບ ແລະ ການຕອບແທນແຫ່ງຜົນກຳ.
ອັລລໍຫ໌ ຊົງຕຣັດວ່າ: (ແລະສຳຫຼັບ ແຕ່ລະຄົນນັ້ນມີຫຼາຍລະດັບຂັ້ນ ເນື່ອງຈາກສິ່ງທີ່ພວກເຂົາ ໄດ້ປະກອບໄວ້ ແລະ ພຣະເຈົ້າຂອງເຈົ້ານັ້ນ ບໍ່ເຜີໄຜໃນສິ່ງທີ່ພວກເຂົາເຮັດກັນ) "ອັລ ອັນອາມ : 132" ທ່ານນະບີ ຮຽກຮ້ອງຜູ້ສັດທາສູ່ຈຸດໝາຍນີ້ ດັງທີ່ທ່ານໄດ້ກ່າວວ່າ: "ຜູ້ສັດທາທີ່ເເຂງແຮງຍ່ອມດີກວ່າ ແລະ ເປັນທີ່ຮັກຍິ່ງສຳຫຼັບອັລລໍຫ໌ຫຼາຍກວ່າ ຜູ້ສັດທາທີ່ອ່ອນແອ, ແລະ ໃນທຸກຄວາມດີງາມ, ຈົງລະວັງ (ດູແລຮັກສາໄວ້ເຊິ່ງ) ສິ່ງທີ່ເກິດປະໂຫຍດແກ່ເຈົ້າ ແລະ ເຈົ້າຈົງຂໍຄວາມຊ່ວຍເຫຼືອຈາກອັລລໍໍຫ໌ ຈົງຢ່າໝົດຫວັງ ແລະ ຫາກສິ່ງໃດ ໄດ້ປະສົບແກ່ເຈົ້າ ຈົງຢ່າກ່າວວ່າ ແທ້ທີ່ຈິງຫາກຂ້ອຍເຮັດມັນ ຈະເປັນເຊັ່ນນັ້ນ ເຊັ່ນນີ້ ແຕ່ຈົງກ່າວວ່າ ກ້ອດ ດະ ຣອລລໍ ວະມາ ຊາອະລະຫ໌ (ອັລລໍຫ໌ຊົງໄດ້ກຳໜົດ ແລະ ພຣະອົງຊົງກະທຳໃນສິ່ງທີ່ພຣະອົງຊົງປະສົງ) ເພາະວ່າຄຳວ່າ "ຫາກວ່າ" (لو) ຈະເປິດວຽກຂອງໄຊຕອນ" ລາຍງານໂດຍມຸສລິມ.
6. ການສ້າງປະຊາຊາດທີ່ເຂັມແຂງຂຶ້ນໄດ້ນັ້ນ ຈຳຕ້ອງໃຊ້ຄວາມພະຍາຍາອຸດສາຫະທັ້ງກາຍ ສັບສິນ ແລະ ຈິດໃຈ ເພື່ອຄວາມມັ່ນຄົງທາງສາສະໜາ ການລວມຕົວກັນສະນັນສະນຸນ ແລະ ຄ້ຳຈຸນ ໂດຍປາດສະຈາກຄວາມວິຕົກກັງວົນໃດ ໆ ຕໍ່ສິ່ງທີ່ມາປະສົບໃນວິຖີດັງກ່າວ ກ່ຽວກັບເລື່ອງນີ້ພຣະອົງຊົງຕຣັດວ່າ: "ເເທ້ຈິງສັດທາຊົນທີ່ແທ້ນັ້ນ ຄືບັນດາຜູ້ສັດທາຕໍ່ອັລລໍຫ໌ ແລະ ຣໍຊູລ ຂອງພຣະອົງ ແລ້ວພວກເຂົາບໍ່ສົງໄສເຄືອບແຄງໃຈ ແຕ່ພວກເຂົາໄດ້ເສຍສະລະ ຕໍ່ສູ້ດິ້ນລົນ ດ້ວຍສັບສົມບັດຂອງພວກເຂົາ ແລະ ຊີວິດຂອງພວກເຂົາໄປໃນຫົນທາງຂອງອັລລໍຫ໌ ຊົນເຫຼົ່ານັ້ນແຫລະຄື ບັນດາຜູ້ສັດຈິງ" (ອັລ ຮຸຈຸຣອຕ : 15)
7. ການບັນລຸເຖິງຄວາມສຸກທີ່ແທ້ຈິງທັ້ງໃນດຸນຍາ (ໂລກນີ້) ແລະ ອາຄິເຣາະຫ໌ (ໂລກຫນ້າ) ດ້ວຍການແກ້ໄຂ ປັບປຸງ ບຸກຄົນ ແລະ ສັງຄົມໂດຍລວມໃນເລື່ອງນີ້ ພຣະອົງຊົງຕຣັດວ່າ: "ຜູ້ໃດປະຕິບັດຄວາມດີງາມບໍ່ວ່າຈະເປັນເພດຊາຍຍິງກໍ່ຕາມ ໂດຍທີ່ລາວເປັນຜູ້ສັດທາ ດັງນັ້ນເຮົາຈະໃຫ້ລາວດຳລົງຊີວິດທີ່ດີ ແລະ ແນ່ນອນເຮົາຈະຕອບແທນພວກເຂົາເຊິ່ງລາງວັນຂອງພວກເຂົາ ທີ່ດີຍິ່ງກວ່າທີ່ພວກເຂົາໄດ້ເຄີຍເຮັດໄວ້" (ອັລ ນະຫ໌ລ).
ທີ່ເວົ້າມາທັ້ງໝົດຂ້າງຕົ້ນເປັນເປົ້າໝາຍຫຼັກຂອງພື້ນຖານແຫ່ງການສັດທາໃນສາສະໜາອິສລາມ ຫວັງວ່າອັລລໍຫ໌ຜູ້ຊົງສູງສົງ ຈະຊົງປະທານຄວາມສຳເລັດ ຄວາມສົມປະສົງໃຫ້ແກ່ເຮົາ ແລະ ບັນດາມວນມຸສລິມ ຜູ້ສັດທາທັ້ງຫຼາຍ.
ວະສອລັລລໍຮຸ ວະສັລລຳ ອະລາ ນະບີຍິນາ ມຸຮຳມະດິນ ວະອາລາ ອາລິ ວະຊໍຫາບິຮິ ອັດຈະມາອີນ.
ສິ້ນສຸດ ນາມປາກກາດ້ວຍທ່ານ
ມູຮຳມັດ ອັຊຊໍເລະຫ໌ ອັລອູໄຊມິນ
Related books
All books
ສາມຫຼັກການພື້ນຖານ ພ້ອມດ້ວຍຫຼັກຖານຂອງມັນ73 languagesສາມຫຼັກການພື້ນຖານ ພ້ອມດ້ວຍຫຼັກຖານຂອງມັນ
ຫນັງສືເຫຼັ້ມນີ້ເວົ້າກ່ຽວກັບຫຼັກການພື້ນຖານສຳຫຼັບມຸສລິມທີ່ຕ້ອງຮຽນຮູ້ມັນ: ການຮູ້ຈັກພຣະເຈົ້າ, ການຮູ້ຈັກສາສະໜາອິດສະລາມ, ແລະ ການຮູ້ຈັກທ່ານນະບີ ມູຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ, ແລະ ເນັ້ນໜັກເຖິງຄວາມສຳຄັນຂອງຫຼັກການເຫຼົ່ານີ້ໃນການສ້າງຄວາມເຊື່ອສັດທາ ແລະ ການປະຕິບັດຄວາມດີງາມ ໂດຍອ້າງອີງຫຼັກຖານຈາກພຣະຄຳພີອັລ-ກຸຣອານ ແລະ ຊຸນນະຮ໌.
ອິສລາມ ສາສະໜາຂອງບັນດາສາສະດາທູດຂອງອັລລໍຫ໌85 languagesອິສລາມ ສາສະໜາຂອງບັນດາສາສະດາທູດຂອງອັລລໍຫ໌
ອິສລາມຄືການຍອມຈຳນົນຕໍ່ພຣະເຈົ້າ ຜູ້ສ້າງ ແລະ ຜູ້ບໍລິຫານຈັດການຈັກກະວານ, ການນໍາພາຕົນເອງໄປສູ່ຄວາມເຊື່ອຟັງພຣະອົງດ້ວຍຄວາມຮັກ ແລະ ການເທີດທູນ, ແລະ ພື້ນຖານຂອງອິສລາມຄືການສັດທາຕໍ່ພຣະເຈົ້າອັລລໍຫ໌, ແລະ ວ່າພຣະອົງຄືຜູ້ສ້າງ ແລະ ສິ່ງອື່ນໆທັງໝົດນອກຈາກພຣະອົງລ້ວນແຕ່ເປັນສິ່ງທີ່ຖືກສ້າງ, ແລະ ວ່າພຣະອົງຄືຜູ້ທີ່ສົມຄວນໄດ້ຮັບການເຄົາລົບພັກດີພຽງອົງດຽວ ໂດຍບໍ່ມີພາກີໃດໆຮ່ວມກັບພຣະອົງ, ບໍ່ມີຜູ້ທີ່ສົມຄວນໄດ້ຮັບການເຄົາລົບພັກດີຢ່າງແທ້ຈິງນອກຈາກພຣະອົງ, ພຣະອົງຊົງມີພຣະນາມອັນຈົບງາມ ແລະ ຄຸນລັກສະນະອັນສູງສົ່ງ, ແລະ ພຣະອົງຊົງມີຄວາມສົມບູນແບບຢ່າງແທ້ຈິງປາສະຈາກຄວາມບົກຜ່ອງໃດໆ, ພຣະອົງບໍ່ໄດ້ໃຫ້ກຳເນີດ ແລະ ບໍ່ໄດ້ຖືກໃຫ້ກຳເນີດ ແລະ ບໍ່ມີສິ່ງໃດທຽບເທົ່າ…
الدروس المهمة لعامة الأمة78 languagesالدروس المهمة لعامة الأمة
يهدف الكتاب إلى تعليم المسلمين أساسيات دينهم بطريقة مبسطة وشاملة. يتناول مجموعة من الدروس المهمة مثل قراءة الفاتحة وقصار السور، وأركان الإسلام والإيمان، وأقسام التوحيد والشرك، وشروط وأركان وواجبات الصلاة، بالإضافة إلى مبطلاتها، مع بيان مختصر لشروط الوضوء وفروضه ونواقضه. كما يسلط الضوء على التحلي بالأخلاق الإسلامية والآداب الشرعية، ويقدم إرشادات لطيفة حول تجهيز الميت والصلاة عليه ودفنه.
ບົດສະຫລຸບໂດຍຫຍໍ້ກ່ຽວກັບອິສລາມທີ່ໄດ້ກ່າວໄວ້ໃນ ພຣະຄຳພີອັລກຸຣອານ ແລະ ຊຸນນະຫ໌ ຂອງທ່ານສາດສະດາ71 languagesບົດສະຫລຸບໂດຍຫຍໍ້ກ່ຽວກັບອິສລາມທີ່ໄດ້ກ່າວໄວ້ໃນ ພຣະຄຳພີອັລກຸຣອານ ແລະ ຊຸນນະຫ໌ ຂອງທ່ານສາດສະດາ
ອິດສະລາມ ປື້ມສໍາຄັນທີ່ປະກອບດ້ວຍຄໍານິຍາມສັ້ນໆ ຂອງອິດສະລາມ ທີ່ສະແດງໃຫ້ເຫັນເຖິງຫຼັກການ, ຄໍາສອນ ແລະ ຄຸນງາມຄວາມດີ ທີ່ສໍາຄັນທີ່ສຸດຈາກແຫຼ່ງດັ້ງເດິມ ເຊິ່ງກໍ່ຄືຈາກ ອັລກຸຣອານ ແລະ ຊຸນນະຫ໌ ຂອງທ່ານນະບີ ແລະ ປື້ມເຫຼັ້ມນີ້ສົ່ງເຖິງຊາວມຸດສະລິມທຸກຄົນ ແລະ ຄົນທີ່ບໍ່ແມ່ນມຸດສະລິມ ໃນພາສາຂອງເຂົາເຈົ້າໃນທຸກເວລາ ແລະ ສະຖານທີ່ ຕາມໃນສະພາບວະການ ແລະ ເງື່ອນໄຂທີ່ແຕກຕ່າງກັນ (ສະບັບປະກອບມີຫຼັກຖານຈາກອັລກຸຣອານ ແລະ ຊຸນນະຫ໌ຂອງທ່ານສາດສະດາ) 1- ອິດສະລາມເປັນສານຂອງອັລລໍຫ໌ສຳຫຼັບມະນຸດທຸກຄົນ ເນື່ອງຈາກເປັນສານຈາກສະຫວັນອັນນິລັນດອນ ອັນເປັນສານສຸດທ້າຍຂອງບັນດາສານຈາກພຣະເຈົ້າ: ອິດສະລາມເປັນສານຂອງອັລລໍຫ໌ສຳຫຼັບມະນຸດທຸກຄົນ ອັລລໍຫ໌ ຕະອາລາ ໄດ້ດຳລັດວ່າ:…