الإسلام - نبذة موجزة عن الإسلام (مشتملة على الأدلة)
ອິດສະລາມ ບົດສະຫລຸບໂດຍຫຍໍ້ກ່ຽວກັບອິສລາມທີ່ໄດ້ກ່າວໄວ້ໃນ ພຣະຄຳພີອັລກຸຣອານ ແລະ ຊຸນນະຫ໌ ຂອງທ່ານສາດສະດາ ປື້ມສໍາຄັນທີ່ປະກອບດ້ວຍຄໍານິຍາມສັ້ນໆ ຂອງອິດສະລາມ ທີ່ສະແດງໃຫ້ເຫັນເຖິງຫຼັກການ, ຄໍາສອນ ແລະ ຄຸນງາມຄວາມດີ ທີ່ສໍາຄັນທີ່ສຸດຈາກແຫຼ່ງດັ້ງເດິມ ເຊິ່ງກໍ່ຄືຈາກ ອັລກຸຣອານ ແລະ ຊຸນນະຫ໌ ຂອງທ່ານນະບີ ແລະ ປື້ມເຫຼັ້ມນີ້ສົ່ງເຖິງຊາວມຸດສະລິມທຸກຄົນ ແລະ ຄົນທີ່ບໍ່ແມ່ນມຸດສະລິມ ໃນພາສາຂອງເຂົາເຈົ້າໃນທຸກເວລາ ແລະ ສະຖານທີ່ ຕາມໃນສະພາບວະການ ແລະ ເງື່ອນໄຂທີ່ແຕກຕ່າງກັນ (ສະບັບປະກອບມີຫຼັກຖານຈາກອັລກຸຣອານ ແລະ ຊຸນນະຫ໌ຂອງທ່ານສາດສະດາ) 1- ອິດສະລາມເປັນສານຂອງອັລລໍຫ໌ສຳຫຼັບມະນຸດທຸກຄົນ ເນື່ອງຈາກເປັນສານຈາກສະຫວັນອັນນິລັນດອນ…
These files are generated automatically from the book's text; their layout may differ from the printed edition.
ອິດສະລາມ
ບົດສະຫລຸບໂດຍຫຍໍ້ກ່ຽວກັບອິສລາມທີ່ໄດ້ກ່າວໄວ້ໃນ ພຣະຄຳພີອັລກຸຣອານ ແລະ ຊຸນນະຫ໌ ຂອງທ່ານສາດສະດາ
ປື້ມສໍາຄັນທີ່ປະກອບດ້ວຍຄໍານິຍາມສັ້ນໆ ຂອງອິດສະລາມ ທີ່ສະແດງໃຫ້ເຫັນເຖິງຫຼັກການ, ຄໍາສອນ ແລະ ຄຸນງາມຄວາມດີ ທີ່ສໍາຄັນທີ່ສຸດຈາກແຫຼ່ງດັ້ງເດິມ ເຊິ່ງກໍ່ຄືຈາກ ອັລກຸຣອານ ແລະ ຊຸນນະຫ໌ ຂອງທ່ານນະບີ ແລະ ປື້ມເຫຼັ້ມນີ້ສົ່ງເຖິງຊາວມຸດສະລິມທຸກຄົນ ແລະ ຄົນທີ່ບໍ່ແມ່ນມຸດສະລິມ ໃນພາສາຂອງເຂົາເຈົ້າໃນທຸກເວລາ ແລະ ສະຖານທີ່ ຕາມໃນສະພາບວະການ ແລະ ເງື່ອນໄຂທີ່ແຕກຕ່າງກັນ
(ສະບັບປະກອບມີຫຼັກຖານຈາກອັລກຸຣອານ ແລະ ຊຸນນະຫ໌ຂອງທ່ານສາດສະດາ)
1- ອິດສະລາມເປັນສານຂອງອັລລໍຫ໌ສຳຫຼັບມະນຸດທຸກຄົນ ເນື່ອງຈາກເປັນສານຈາກສະຫວັນອັນນິລັນດອນ ອັນເປັນສານສຸດທ້າຍຂອງບັນດາສານຈາກພຣະເຈົ້າ:
ອິດສະລາມເປັນສານຂອງອັລລໍຫ໌ສຳຫຼັບມະນຸດທຸກຄົນ ອັລລໍຫ໌ ຕະອາລາ ໄດ້ດຳລັດວ່າ: (ແລະ ເຮົາບໍ່ໄດ້ສົ່ງເຈົ້າ (ມູຮຳມັດ) ມາໃຫ້ເປັນອື່ນໃດ ເວັ້ນແຕ່ເປັນຜູ້ຕັກເຕືອນ ແລະ ເປັນຜູ້ຊີ້ນຳໃຫ້ແກ່ມະນຸດທັງປວງ, ແຕ່ສ່ວນຫລາຍຂອງມະນຸດນັ້ນ ບໍ່ຮູ້) [ຊາບະອ໌ : 28] ແລະ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ຈົ່ງກ່າວເຖີດ (ມູຮຳມັດ) ວ່າ ໂອ້ມະນຸດທັ້ງຫລາຍ, ແທ້ຈິງຂ້ອຍຄືຣໍຊູລຂອງອັລລໍຫ໌ມາຍັງພວກທ່ານທັ້ງມວນ) [ອັລ-ອະຣໍຟ : 158]. ແລະ ອັລລໍຫ໌ ຕະອາລາ ຢັງໄດ້ກ່າວຕຶ່ມອີກວ່າ: (ໂອ້ມະນຸດທັ້ງຫລາຍ ແນ່ນອນຣໍຊູລໄດ້ມາຍັງພວກທ່ານພ້ອມດ້ວຍຄວາມຈິງຈາກພຣະເຈົ້າຂອງພວກທ່ານແລ້ວ ດັ່ງນັ້ນ ພວກທ່ານຈົ່ງສັດທາເຖີດ ເຊິ່ງເປັນການດີສຳລັບພວກທ່ານ ແລະ ຖ້າຫາກພວກທ່ານປະຕິເສດສັດທາ ແທ້ຈິງສິ່ງທີ່ຢູ່ໃນບັນດາຊັ້ນຟ້າ ແລະ ແຜ່ນດິນນັ້ນເປັນຂອງອັລລໍຫ໌ ແລະ ອັລລໍຫ໌ເປັນຜູ້ຊົງຮອບຮູ້ ຜູ້ຊົງປີຊາຍານ) [ອັນນິສາ : 170].
ອິດສະລາມເປັນສານຈາກສະຫວັນອັນນິລັນດອນ ແລະ ເປັນສານສຸດທ້າຍຈາກພຣະເຈົ້າ ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ມູຮຳມັດ ບໍ່ໄດ້ເປັນພໍ່ຂອງຜູ້ໃດໃນບັນດາບຸລຸດຂອງພວກເຈົ້າ ແຕ່ເປັນຣໍຊູລຂອງອັລລໍຫ໌ ແລະ ເປັນນະບີຄົນສຸດທ້າຍ ແລະ ອັລລໍຫ໌ຊົງຮອບຮູ້ທຸກສິ່ງທຸກຢ່າງ) [ອັລ-ອະຫ໌ຊາບ ອາຍະຫ໌: 40].
2- ອິດສະລາມບໍ່ແມ່ນສາສະໜາສະເພາະເຊື້ອຊາດ ຫຼື ຊົນຊາດໃດຊົນຊາດໜຶ່ງເທົ່ານັ້ນ ແຕ່ເປັນສາສະໜາຂອງອັລລໍຫ໌ສຳລັບມະນຸດທັງມວນ:
ແລະ ອິສລາມບໍ່ແມ່ນສາສະຫນາສະເພາະເຊື້ອຊາດ ຫຼື ຊົນຊາດໃດຊົນຊາດໜຶ່ງເທົ່ານັ້ນ ແຕ່ເປັນສາດສະຫນາຂອງອັລລໍຫ໌ສໍາລັບມວນມະນຸດທັ້ງໝົດ ແລະ ຄໍາສັ່ງທໍາອິດໃນຄໍາພີອັລກຸຣອານອັນຍິ່ງໃຫຍ່ຄື ພຣະດໍາລັດຂອງພຣະອົງຜູ້ຊົງສູງສົ່ງທີ່ວ່າ: (ໂອ້ ມະນຸດເອີຍ ຈົ່ງເຄົາລົບອີບາດະຫ໌ ພຣະຜູ້ເປັນເຈົ້າຂອງພວກເຈົ້າ ຜູ້ຊົງສ້າງພວກເຈົ້າ ແລະ ສ້າງບັນດາຜູ້ທີ່ມາກ່ອນພວກເຈົ້າເຖິດ ເພື່ອວ່າພວກເຈົ້າຈະຍຳເກຼງ "ຢ້ານຕໍ່ອັລລໍຫ໌") [ອັລ-ບາກໍເຣາະຫ໌: 21]. ແລະ ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ມະນຸດເອີຍ ຈົ່ງຍຳເກຼງ (ຢ້ານຕໍ່ອັລລໍຫ໌) ພຣະຜູ້ເປັນເຈົ້າຂອງພວກເຈົ້າ ຜູ້ຊົງສ້າງພວກເຈົ້າຈາກຊີວິດດຽວ ແລະ ໄດ້ຊົງບັງເກິດຈາກຊີວິດນັ້ນເຊິ່ງຄູ່ຄອງຂອງເຂົາ ແລະ ໄດ້ຊົງແພ່ສະພັດໄປຈາກທັ້ງສອງນັ້ນ ເຊິ່ງບັນດາຊາຍ ແລະ ບັນດາຍິງຢ່າງຫຼວງຫຼາຍ) [ສູເຣາະຫ໌ ນິຊາ: 1]. ແລະ ລາຍງານຈາກທ່ານ ອິບນຸ ອຸມັຣ ຂໍອັລລໍຫ໌ພຶງພໍໃຈຕໍ່ທ່ານທັ້ງສອງ ວ່າ ທ່ານຣໍຊູລຸລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ຄຸດບະຫ໌ແກ່ຜູ້ຄົນໃນວັນພິຊິດມັກກະຫ໌, ແລ້ວທ່ານກໍໄດ້ກ່າວວ່າ: «ໂອ້ມະນຸດເອີຍ ແທ້ຈິງແລ້ວ ອັລລໍຫ໌ໄດ້ຊົງລົບລ້າງຄວາມຈອງຫ່ອງຂອງຍຸກຈາຮີລີຍະຫ໌ ແລະ ການໂອ້ອວດເຖິງບັນພະບຸລຸດອອກຈາກພວກເຈົ້າແລ້ວ ດັ່ງນັ້ນ ມະນຸດຈຶ່ງມີສອງປະເພດຄື: ຄົນດີທີ່ມີຄວາມຍຳເກຼງ (ຢ້ານຕໍ່ອັລລໍຫ໌) ເຊິ່ງເປັນຜູ້ທີ່ມີກຽດ ນະ ທີ່ອັລລໍຫ໌ ແລະ ຄົນຊົ່ວຊ້າທີ່ຫຼົງຜິດ ເຊິ່ງເປັນຜູ້ທີ່ຕໍ່າຕ້ອຍ ນະ ທີ່ອັລລໍຫ໌ ແລະ ມະນຸດທຸກຄົນລ້ວນແຕ່ເປັນລູກຫຼານຂອງອາດຳ ແລະ ອັລລໍຫ໌ຊົງສ້າງທ່ານອາດຳຈາກຂີ້ຝຸ່ນດິນ ດັ່ງທີ່ອັລລໍຫ໌ໄດ້ຕຣັດວ່າ: "ໂອ້ມະນຸດເອີຍ ແທ້ຈິງແລ້ວ ພວກເຮົາໄດ້ສ້າງພວກເຈົ້າຈາກເພດຊາຍ ແລະ ເພດຍິງ ແລະ ໄດ້ເຮັດໃຫ້ພວກເຈົ້າເເຍກເປັນເຜົ່າຕ່າງໆ ເພື່ອພວກເຈົ້າຈະໄດ້ຮູ້ຈັກກັນ ແທ້ຈິງແລ້ວ ຜູ້ທີ່ມີກຽດທີ່ສຸດໃນໝູ່ພວກເຈົ້າ ນະ ທີ່ອັລລໍຫ໌ ຄືຜູ້ທີ່ມີຄວາມຍຳເກຼງ (ຢ້ານຕໍ່ພຣະເຈົ້າ) ຫຼາຍທີ່ສຸດ ແທ້ຈິງແລ້ວ ອັລລໍຫ໌ຊົງຮອບຮູ້ຍິ່ງ ຊົງຊຳນານຍິ່ງ" ( ອັລຮຸຈູຣອດ: 13)» ບັນທຶກໂດຍອັດຕິຣມີຊີ (3270). ແລະ ຈະບໍ່ພົບໃນຄຳສັ່ງຂອງອັລກຸຣອານອັນຍິ່ງໃຫຍ່ ຫຼື ຄຳສັ່ງຂອງທ່ານນະບີຜູ້ຊົງກຽດ ວ່າມີຫຼັກການໃດທີ່ສະເພາະສຳລັບຊົນຊາດ ຫຼື ກຸ່ມຄົນໃດໜຶ່ງ ໂດຍຄຳນຶງເຖິງເຜົ່າພັນ, ຊົນຊາດ ຫຼື ເຊື້ອຊາດຂອງພວກເຂົາ.
3- ອິດສະລາມຄືສານອັນສູງຊົງ ເຊິ່ງມາເປັນສ່ວນເສີມຕໍ່ຂອງຂ່າວສານຂອງສາດສະດາຄົນກ່ອນໆ ຂໍພອນຄວາມສະຫງົບສຸກແກ່ພວກເຂົາ ແລະ ປະຊາຊາດຂອງພວກເຂົາ.
ອິດສະລາມຄື ສານອັນສູງຊົງ ເຊິ່ງມາເປັນສ່ວນເສີມສືບຕໍ່ຂອງຂ່າວສານຂອງສາດສະດາຄົນກ່ອນໆ ຂໍພອນຄວາມສະຫງົບສຸກແກ່ພວກເຂົາ ແລະປະຊາຊາດຂອງພວກເຂົາ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ແທ້ຈິງ ເຮົາໄດ້ມີໂອງການ (ວະຮ໌ຍູ) ແກ່ເຈົ້າ ເຊັ່ນດຽວກັບເຮົາໄດ້ມີໂອງການ (ວະຮ໌ຍູ) ຕໍ່ນູຫ໌ ແລະ ບັນດານະບີ ຫລັງຈາກພວກເຂົາ ແລະ ເຮົາໄດ້ມີໂອງການ (ວະຫ໌ຍູ) ຕໍ່ ອັບຣາຮາມ (ອິບຣໍຮີມ), ອິດສະມາແອນ (ອິສມາອີລ), ອີຊາກ (ອິສຮາກ), ຢາໂຄບ (ຍະກູບ), ແລະ ເຜົ່າຕ່າງໆ, ເຍຊູ (ອີຊາ), ໂຢບ (ອັຍຍູບ), ໂຢນາ (ຢູນຸສ), ອາໂຣນ (ຮາຣູນ) ແລະ ຊາໂລມອນ (ສຸໄລມານ) ແລະ ເຮົາໄດ້ປະທານຄຳພີຊາບູຣໃຫ້ແກ່ ດາວິດ (ດາວູດ)) [ນິຊາ: 163]. ແລະ ສາສະໜານີ້ທີ່ພຣະເຈົ້າໄດ້ປະທານໃຫ້ແກ່ທ່ານສາດສະດາທູດ ມູຮຳມັດ (ຂໍຄວາມສັນຕິສຸກຈົງປະສົບແກ່ທ່ານ) ແມ່ນສາສະໜາທີ່ພຣະເຈົ້າໄດ້ບັນຍັດໃຫ້ແກ່ບັນດາສາດສະດາລຸ້ນກ່ອນໆ ແລະ ໄດ້ສັ່ງໃຊ້ພວກເຂົາດ້ວຍມັນ. ພຣະເຈົ້າຜູ້ຊົງສູງສົ່ງໄດ້ກ່າວວ່າ: (ພຣະອົງໄດ້ຊົງກຳຫນົດສາສະນາແກ່ພວກເຈົ້າ ເຊັ່ນດຽວກັນກັບທີ່ພຣະອົງໄດ້ຊົງບັນຊາແກ່ ນຸຫ໌ ແລະ ທີ່ເຮົາໄດ້ວະຮີຍ໌ແກ່ເຈົ້າ ເຊັ່ນດຽວກັບທີ່ເຮົາໄດ້ບັນຊາແກ່ ອິບຣໍຮີມ ແລະ ມູຊາ ແລະ ອີຊາ ວ່າພວກເຈົ້າຈົ່ງດຳລົງສາສະນາໄວ້ໃຫ້ໝັ້ນຄົງ ແລະ ຢ່າແຕກແຍກກັນໃນເລື່ອງຂອງສາສະນາ ແຕ່ເປັນເລື່ອງໜັກໜ່ວງສຳລັບພວກຕັ້ງພາຄີໃນສິ່ງທີ່ເຈົ້າຮຽກຮ້ອງພວກເຂົາໄປສູ່ມັນ ອັລລໍຫ໌ຊົງຄັດເລືອກຜູ້ທີ່ພຣະອົງຊົງປະສົງໄປສູ່ພຣະອົງ ແລະ ຊົງຊີ້ນຳທາງໄປສູ່ພຣະອົງສຳລັບຜູ້ທີ່ກັບຕົວມຸ່ງສູ່ພຣະອົງ) [ອັລ-ຊູຣໍ :13]. ແລະ ສິ່ງທີ່ອັລລໍຫ໌ໄດ້ປະທານວະຫ໌ຮີລົງມາໃຫ້ແກ່ທ່ານຣໍຊູລ ມູຮຳມັດ ﷺ ນັ້ນ ແມ່ນການຢັ້ງຢືນເຖິງບັນດາຄຳພີຂອງພຣະເຈົ້າທີ່ຜ່ານມາກ່ອນຫນ້ານີ້ ເຊັ່ນ : ຄຳພີເຕົາຣອດ ແລະ ອິນຈິລ ກ່ອນທີ່ຈະຖືກສັງຄາຍະນາດັດແປງ, ອັລລໍຫ໌ ຕະອາລາ ໄດ້ຕຣັດວ່າ: (ແລະ ຄຳພີທີ່ເຮົາໄດ້ໃຫ້ແກ່ເຈົ້ານັ້ນມັນຄືສັດຈະທັມ ເປັນການຍືນຍັນໃນສິ່ງທີ່ໄດ້ມີມາກ່ອນມັນ ແທ້ຈິງ ອັລລໍຫ໌ນັ້ນຜູ້ຊົງຕະໜັກ ຜູ້ຊົງເຫັນ ຕໍ່ປວງບ່າວຂອງພຣະອົງ) [ ອັລຟາຕິຣ : 31].
4- ບັນດາສາດສະດາທັ້ງຫຼາຍ (ຂໍຄວາມສະຫງົບສຸກຈົ່ງມີກັບພວກທ່ານ) ມີສາສະຫນາອັນດຽວກັນ ແລະ ກົດຫມາຍບົດບັນຍັດທີ່ແຕກຕ່າງກັນ:
ສາສະໜາຂອງບັນດາສາດສະດາທັ້ງຫຼາຍ "ຂໍຄວາມສະຫງົບສຸກຈົ່ງມີກັບພວກທ່ານ" ແມ່ນອັນດຽວກັນ ແຕ່ວ່າກົດໝາຍບົດບັນຍັດຂອງພວກທ່ານແຕກຕ່າງກັນ, ອັລລໍຫ໌ ຕະອາລາ ໄດ້ຊົງດຳລັດວ່າ: (ແລະ ເຮົາໄດ້ປະທານຄຳພີລົງມາແກ່ເຈົ້າ ດ້ວຍຄວາມຈິງ ໃນຖານະເປັນທີ່ຍືນຍັນຄຳພີ ທີ່ຢູ່ເບື້ອງຫນ້າມັນ ແລະ ເປັນທີ່ຄວບຄຸມຄຳພີ (ເບື້ອງຫນ້າ), ດັ່ງນັ້ນ ເຈົ້າຈົ່ງຕັດສິນລະຫວ່າງພວກເຂົາ ດ້ວຍສິ່ງທີ່ອັລລໍຫ໌ໄດ້ປະທານລົງມາ ແລະ ຈົ່ງຢ່າປະຕິບັດຕາມຄວາມປາຖະໜາຂອງພວກເຂົາ ໂດຍຫັນເຫຈາກຄວາມຈິງທີ່ໄດ້ມາຍັງເຈົ້າ, ສຳລັບແຕ່ລະປະຊາຊາດໃນໝູ່ພວກເຈົ້ານັ້ນ ເຮົາໄດ້ກຳນົດບົດບັນຍັດ ແລະ ແນວທາງປະຕິບັດໄວ້ແລ້ວ, ແລະ ຫາກອັລລໍຫ໌ຊົງປະສົງແລ້ວ ແນ່ນອນພຣະອົງຈະຊົງບັນດານໃຫ້ພວກເຈົ້າເປັນປະຊາຊາດດຽວກັນ, ແຕ່ເພື່ອພຣະອົງຈະຊົງທົດສອບພວກເຈົ້າ ໃນສິ່ງທີ່ພຣະອົງໄດ້ປະທານແກ່ພວກເຈົ້າ, ດັ່ງນັ້ນ ພວກເຈົ້າຈົ່ງແຂ່ງຂັນກັນໃນການເຮັດຄວາມດີທັງຫຼາຍເຖີດ, ຍັງອັລລໍຫ໌ ຄືບ່ອນກັບຄືນຂອງພວກເຈົ້າທັງໝົດ, ແລ້ວພຣະອົງຈະຊົງແຈ້ງໃຫ້ພວກເຈົ້າຊາບ ໃນສິ່ງທີ່ພວກເຈົ້າເຄີຍຂັດແຍ້ງກັນ) ( ອັລມາອີດະຫ໌ :48) ທ່ານຣໍຊູລ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ຢັງໄດ້ກ່າວໄວ້ວ່າ: «ຂ້າພະເຈົ້າເປັນຜູ້ທີ່ໃກ້ຊິດກັບ ອີຊາ ບຸດຂອງພຣະນາງມັຣຍຳ ຫຼາຍທີ່ສຸດໃນໝູ່ມະນຸດ ທັງໃນໂລກນີ້ ແລະ ໂລກໜ້າ, ແລະ ບັນດານະບີເປັນພີ່ນ້ອງຮ່ວມບິດາດຽວກັນ, ມານດາຂອງພວກເຂົາແຕກຕ່າງກັນ ແລະ ສາສະໜາຂອງພວກເຂົາແມ່ນໜຶ່ງດຽວ» ບັນທຶກໂດຍ ອັລ-ບຸກຄໍຣີ (3443).
5- ອິດສະລາມຮຽກຮ້ອງ - ດັ່ງທີ່ສາດສະດາທັງຫມົດໄດ້ຮຽກມາກ່ອນ ເຊັ່ນ: ໂນອາ, ອັບຣາຮາມ, ໂມເຊ, ໂຊໂລໂມນ, ດາວິດ ແລະ ພຣະເຢຊູ, - ຂໍຄວາມສະຫງົບສຸກຈົ່ງເກີດຂື້ນກັບພວກເຂົາ - ຄືການເຊື່ອວ່າພຣະເຈົ້າຄືອັລລໍຫ໌, ຜູ້ຊົງສ້າງ, ຜູ້ຈັດການ, ຜູ້ຊົງໃຫ້ຄວາມເປັນຄວາມຕາຍ, ຜູ້ປົກຂອງອຳນາດອະທິປະໄຕ, ແລະ ພຣະອົງເປັນຜູ້ຊົງຈັດການ ການງານຕ່າງໆ ແລະ ພຣະອົງຄືຜູ້ຊົງກະລຸນາປານີ ຜູ້ຊົງເມດຕາ
ອິດສະລາມຮຽກຮ້ອງ - ດັ່ງທີ່ສາດສະດາທັງຫມົດໄດ້ຮຽກມາກ່ອນ ເຊັ່ນ: ໂນອາ, ອັບຣາຮາມ, ໂມເຊ, ໂຊໂລໂມນ, ດາວິດແລະພຣະເຢຊູ, - ຂໍຄວາມສະຫງົບສຸກຈົ່ງເກີດຂື້ນກັບພວກເຂົາ - ເຊື່ອວ່າພຣະເຈົ້າຄືອັລລໍຫ໌, ຜູ້ຊົງສ້າງ, ຜູ້ຊົງໃຫ້ປັດໄຈຍັງຊີບ, ຜູ້ໃຫ້ຄວາມເປັນຄວາມຕາຍ, ຜູ້ຊົງປົກຄອງອຳນາດອະທິປະໄຕ, ແລະ ພຣະອົງເປັນຜູ້ຊົງຈັດການ ການງານຕ່າງໆ ແລະ ພຣະອົງຄືຜູ້ຊົງກະລຸນາປານີ ຜູ້ຊົງເມດຕາ, ອັລລໍຫ໌ ຕະອາລາ ຊົງຕຣັດວ່າ: (ໂອ້ມະນຸດທັງຫລາຍເອີ່ຍ! ພວກເຈົ້າຈົງລຳລຶກເຖິງຄວາມໂປດປານຂອງອັລລໍຫ໌ ທີ່ມີຕໍ່ພວກເຈົ້າ ຈະມີຜູ້ສ້າງອື່ນໃດນອກຈາກອັລລໍຫ໌ແນວນັ້ນບໍ? ທີ່ຈະປະທານປັດໄຈຍັງຊີບຈາກຟາກຟ້າ ແລະ ແຜ່ນດິນ ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ ດັ່ງນັ້ນ ເປັນຫຍັງລະ ພວກເຈົ້າຈຶ່ງຖືກຫລອກລວງໃຫ້ຫັນຫນີຫ່າງອອກໄປ (ຈາກຄວາມຈິງ) [ ອັລ-ຟາຕິຣ : 3]. ແລະ ພຣະອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ຈົ່ງກ່າວເຖິດ (ມຸຮຳມັດ) ໃຜເປັນຜູ້ປະທານປັດໄຈຍັງຊີບທີ່ມາຈາກຟາກຟ້າເເລະເເຜ່ນດິນເເກ່ພວກທ່ານ ຫຼື ໃຜເປັນເຈົ້າຂອງການໄດ້ຍິນ ການເບິ່ງເຫັນ ເເລະ ໃຜເປັນຜູ້ໃຫ້ມີຊີວິດຫຼັງຈາກການຕາຍ ແລະ ໃຜເປັນຜູ້ໃຫ້ຕາຍຫຼັງຈາກມີຊີວິດມາ ແລະ ໃຜເປັນຜູ້ບໍລິຫານກິດຈະການ ເເລ້ວພວກເຈົ້າຈະກ່າວກັນວ່າ “ອັລລໍຫ໌” ດັ່ງນັ້ນຈົ່ງກ່າວເຖິດ (ມຸຮຳມັດ) ພວກທ່ານບໍ່ຢຳເກຼງບໍ່!) [ຍູນຸສ : 31]. ແລະ ອົງອັລລໍຫ໌ ຕະອາລາ ໄດ້ຕຣັດຕຶ່ມອີກວ່າ: (ຫຼື ໃຜເປັນຜູ້ເລີ່ມຕົ້ນການສ້າງ ແລ້ວຊົງໃຫ້ມັນກັບຄືນມາອີກ ແລະ ໃຜເປັນຜູ້ປະທານປັດໄຈຍັງຊີບທີ່ມາຈາກຟາກຟ້າ ແລະ ແຜ່ນດິນແກ່ພວກທ່ານ ຈະມີພຣະເຈົ້າອື່ນໃດຮ່ວມກັບອັລລໍຫ໌ອີກບໍ? ຈົ່ງກ່າວເຖິດ (ມຸຮຳມັດ) ພວກເຈົ້າຈົ່ງນຳເອົາຫລັກຖານຂອງພວກເຈົ້າມາ ຫາກພວກເຈົ້າເປັນຜູ້ສັດຈິງ) [ ອັລ-ນັມລຸ: 64].
ບັນດານະບີ ແລະ ສາສະນະທູດທັ້ງໝົດລ້ວນໄດ້ຖືກສົ່ງມາເພື່ອຮຽກຮ້ອງໄປສູ່ການເຄົາລົບບູຊາຕໍ່ອັລລໍຫ໌ພຽງຜູ້ດຽວ ອັລລໍຫ໌ ຕະອາລາ ໄດ້ດຳລັດວ່າ: (ແລະ ໂດຍແນ່ນອນ ເຮົາໄດ້ແຕ່ງຕັ້ງຣໍຊູລໄປຍັງແຕ່ລະປະຊາຊາດ (ໂດຍບັນຊາວ່າ) ພວກທ່ານຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ແລະ ຈົງຫຼີກຫນີ ອອກຫ່າງຈາກພວກຕໍກູດຮູບປັ້ນ (ຈະເວັດ) ດັ່ງນັ້ນ ໃນໝູ່ພວກເຂົາ ມີຜູ້ທີ່ອັລລໍຫ໌ຊົງຊີ້ແນະນຳທາງໃຫ້ ແລະ ໃນໝູ່ພວກເຂົາ ມີຜູ້ທີ່ສົມຄວນແກ່ການຫຼົງຜິດ ສະນັ້ນ ພວກເຈົ້າຈົ່ງເດີນທາງໄປຕາມໜ້າແຜ່ນດິນ ແລ້ວຈົ່ງພິຈາລະນາເບິ່ງວ່າ ບັ້ນປາຍຂອງພວກປະຕິເສດນັ້ນເປັນແນວໃດ) [ອັນ-ນະຫ໌ລຸ : 36]. ອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ເຮົາບໍ່ໄດ້ສົ່ງຣໍຊູລ ຄົນໃດມາກ່ອນຫນ້າເຈົ້າ ຍົກເວັ້ນແຕ່ເຮົາໄດ້ວະຫ໌ຮີໃຫ້ເແກ່ເຂົາວ່າ ແທ້ຈິງ ບໍ່ມີພຣະເຈົ້າອື່ນໃດທີ່ແທ້ຈິງນອກຈາກຂ້າ ດັງນັ້ນພວກເຈົ້າຈົ່ງເຄົາລົບພັກດີຕໍ່ຂ້າ) [ອັລ-ອຳບິຍາ: 25]. ດັ່ງນັ້ນ ອັລລໍຫ໌ ຈຶ່ງໄດ້ແຈ້ງກ່ຽວກັບ ທ່ານນະບີນູຫ໌ (ຂໍຄວາມສັນຕິສຸກຈົງ ປະສົບແດ່ທ່ານ) ແທ້ຈິງລາວໄດ້ກ່າວວ່າ: (ກຸ່ມຊົນຂອງຂ້ອຍເອີ໋ຍ ຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ເຖີດ ບໍ່ມີຜູ້ຄູ່ຄວນໄດ້ຮັບການເຄົາລົບອື່ນໃດນອກຈາກພຣະອົງ ແທ້ຈິງຂ້ອຍຢ້ານວ່າການລົງໂທດໃນວັນອັນຍິ່ງໃຫຍ່ຈະເກີດແກ່ພວກເຈົ້າ) [ອັລ-ອະຣໍຟ : 59]. ແລະ ອັລຄໍລີລ ນະບີອິບຣໍຫີມ ອະໄລຮິສລາມ ໄດ້ກ່າວ - ດັ່ງທີ່ອັລລໍຫ໌ໄດ້ຊົງບອກເລົ່າກ່ຽວກັບທ່ານ - ເຊິ່ງທ່ານໄດ້ກ່າວວ່າ: (ແລະ ອີບຣໍຮີມ ເມື່ອລາວໄດ້ກ່າວແກ່ປະຊາຊົນຂອງລາວວ່າ: ຈົ່ງເຄົາລົບອີບາດະຫ໌ຕໍ່ອັລລໍຫ໌ ແລະ ຈົ່ງຍຳເກຼງຕໍ່ພຣະອົງ ນັ້ນຄືສິ່ງທີ່ດີກວ່າສຳລັບພວກເຈົ້າ ຫາກພວກເຈົ້າຮູ້) [ອັລ-ອັນກະບູດ: 16]. ທ່ານນະບີ ຊໍເລະ ອະໄລຮິດສະລາມ ໄດ້ກ່າວໄວ້ -ດັ່ງທີ່ອັລລໍຮ໌ ໄດ້ບອກເລົ່າກ່ຽວກັບເພິ່ນ- ວ່າ: (ເຂົາໄດ້ກ່າວວ່າ ໂອ້ໝູ່ຊົນຂອງຂ້ອຍເອີຍ ຈົງເຄົາລົບພັກດີຕໍ່ອັລລໍຫ໌ເຖີດ ບໍ່ມີຜູ້ຄູ່ຄວນໄດ້ຮັບການເຄົາລົບອື່ນໃດນອກຈາກພຣະອົງ ແນ່ນອນໄດ້ມີຫລັກຖານອັນຊັດເຈນຈາກພຣະຜູ້ອະພິບານຂອງພວກເຈົ້າມາຍັງພວກເຈົ້າແລ້ວ ນີ້ຄືອູດໂຕແມ່ ຂອງອັລລໍຫ໌ໃນຖານະເປັນສັນຍານໜຶ່ງແກ່ພວກທ່ານ ດັ່ງນັ້ນພວກເຈົ້າຈົ່ງປ່ອຍມັນໃຫ້ຫາກິນໃນແຜ່ນດິນຂອງອັລລໍຫ໌ເຖີດ ແລະ ຢ່າແຕະຕ້ອງມັນດ້ວຍການທຳຮ້າຍໃດໆ ຈະເປັນເຫດໃຫ້ການລົງໂທດອັນເຈັບປວດກໍ່ຈະມາປະສົບແກ່ພວກເຈົ້າ) [ອັລ-ອະຣໍຟ : 73]. ແລະ ທ່ານນະບີ ຊຸໄອບ ອະໄລຮິສສະລາມ ໄດ້ກ່າວໄວ້ - ດັ່ງທີ່ ອັລລໍຫ໌ ໄດ້ຊົງແຈ້ງກ່ຽວກັບທ່ານ - ວ່າ: (ໂອ້ກຸ່ມຊົນຂອງຂ້ອຍເອີ່ຍ ຈົງເຄົາລົບພັກດີຕໍ່ອັລລໍຫ໌ເຖີດ ບໍ່ມີຜູ້ຄູ່ຄວນໄດ້ຮັບການເຄົາລົບອື່ນໃດນອກຈາກພຣະອົງ, ແທ້ຈິງໄດ້ມີຫລັກຖານອັນຊັດເຈນຈາກພຣະຜູ້ເປັນເຈົ້າຂອງພວກທ່ານໄດ້ມາຍັງພວກທ່ານແລ້ວ ດັ່ງນັ້ນ ພວກທ່ານຈົ່ງໃຫ້ຄົບຖ້ວນເຊິ່ງເຄື່ອງຕວງ ແລະ ຕາຊັ່ງ ແລະ ຈົ່ງຢ່າລິດຮອນຂາດຫາຍເຊິ່ງບັນດາສິ່ງຂອງຕ່າງໆ ຂອງພວກເຂົາ ແລະ ຈົ່ງຢ່າກໍ່ຄວາມເສຍຫາຍໃນແຜ່ນດີນ ຫລັງຈາກທີ່ໄດ້ມີການປັບປຸງແກ້ໄຂມັນແລ້ວ, ນັ້ນແຫຼະ ເປັນສິ່ງທີ່ດີກວ່າສຳຫລັບພວກທ່ານ ຫາກພວກທ່ານເປັນຜູ້ສັດທາ) [ ອັລ-ອະຣໍຟ : 85].
ແລະ ສິ່ງທຳອິດທີ່ອັລລໍຫ໌ ໄດ້ກ່າວກັບທ່ານນະບີມູຊາ ອະໄລຮິສສະລາມ ພຣະອົງໄດ້ກ່າວແກ່ເພິ່ນວ່າ : (ແລະ ຂ້າໄດ້ເລືອກເຈົ້າ ດັ່ງນັ້ນ ຈົ່ງຕັ້ງໃຈຮັບຟັງສິ່ງທີ່ໄດ້ຖືກປະທານມາ ) (ແທ້ຈິງຂ້າຄືອັລລໍຫ໌ ບໍ່ມີພຣະເຈົ້າອື່ນໃດ ທີ່ຖືກກາບໄຫວ້ໂດຍທ່ຽງແທ້ ນອກຈາກຂ້າ ດັງນັ້ນ ຈົ່ງເຄົາລົບພັກດີຕໍ່ຂ້າເຖີດ ແລະ ຈົ່ງດຳລົງການລະໝາດເພື່ອລຳລຶກເຖິງຂ້າ ﴿ [ຕໍຮາ: 13-14]. ແລະ ອັລລໍຫ໌ ໄດ້ກ່າວບອກເລົ່າເຖິງ ທ່ານນະບີມູຊາ ອະໄລຮິສສະລາມ ວ່າທ່ານໄດ້ຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ ໂດຍທ່ານໄດ້ກ່າວວ່າ: (ແທ້ຈິງຂ້ອຍຂໍຄວາມຄຸ້ມຄອງຕໍ່ພຣະເຈົ້າຂອງຂ້ອຍ ແລະ ພຣະເຈົ້າຂອງພວກເຈົ້າ ໃຫ້ພົ້ນຈາກທຸກຄົນທີ່ຈອງຫອງ ຜູ້ທີ່ບໍ່ສັດທາຕໍ່ວັນແຫ່ງການຄິດບັນຊີ) [ກໍຟິຣ : 27]. ແລະ ອັລລໍຫ໌ ໄດ້ກ່າວບອກເລົ່າກ່ຽວກັບທ່ານນະບີ ອັລມະຊີ ອະໄລຮິສສະລາມ ວ່າທ່ານໄດ້ກ່າວວ່າ: (ແທ້ຈິງ ອັລລໍຫ໌ ຄືພຣະເຈົ້າຂອງຂ້ອຍ ແລະ ພຣະເຈົ້າຂອງພວກເຈົ້າ ດັ່ງນັ້ນ ຈົ່ງເຄົາລົບພັກດີຕໍ່ພຣະອົງເຖີດ ນີ້ຄືແນວທາງທີ່ທ່ຽງຕົງ) [ອະລາອີມຣອນ : 51]. ແລະ ອັລລໍຫ໌ ພຣະຜູ້ຊົງເດສານຸພາບ ໄດ້ກ່າວບອກເລົ່າກ່ຽວກັບທ່ານ ອັລມະຊີຮ໌ ອະໄລຮິສສະລາມ ອີກວ່າ- ທ່ານໄດ້ກ່າວວ່າ: (ໂອ້ ລູກຫຼານຂອງອິສຣໍອີລ ຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ພຣະຜູ້ອະພິບານຂອງຂ້ອຍ ແລະ ພຣະຜູ້ອະພິບານຂອງພວກທ່ານ ແທ້ຈິງຜູ້ໃດໃຫ້ມີພາຄີຂຶ້ນແກ່ອັລລໍຫ໌ ແນ່ນອນ ອັລລໍຫ໌ຈະຊົງໃຫ້ສະຫວັນເປັນທີ່ຕ້ອງຫ້າມແກ່ເຂົາ ແລະ ທີ່ພຳນັກຂອງເຂົານັ້ນ ຄືນະລົກ ແລະ ສຳຫຼັບບັນດາຜູ້ອະທຳນັ້ນ ຍ່ອມບໍ່ມີຜູ້ຊ່ວຍເຫຼືອໃດໆ) [ອັລ-ມາອິດະຫ໌ : 72].
ຍິ່ງໄປກວ່ານັ້ນ, ແມ້ແຕ່ໃນຄຳພີເຕົາຣອດ ແລະ ອິນຈີລ ກໍ່ໄດ້ມີການເນັ້ນໜັກເຖິງການເຄົາລົບພັກດີຕໍ່ອັລລໍຫ໌ພຽງພຣະອົງດຽວ, ດັ່ງທີ່ປາກົດຄຳກ່າວຂອງນະບີມູຊາຢູ່ໃນພຣະທຳພຣະບັນຍັດ ວ່າ: (ຈົ່ງຟັງເຖີດ ໂອ້ ອິສຣໍອີລ ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ຄືພຣະຜູ້ເປັນເຈົ້າອົງດຽວ) ແລະ ໄດ້ມີການຢືນຢັນເຖິງຫຼັກເຕົາຮີດໃນຄຳພີອິນຈີລຂອງມາກໍສ ດັ່ງທີ່ອັລມະຊີຮ໌ (ອາໄລຮິສສະລາມ) ໄດ້ກ່າວວ່າ: (ແທ້ຈິງແລ້ວ ພຣະບັນຍັດຂໍ້ທຳອິດຄື: ຈົ່ງຟັງເຖີດ ໂອ້ ອິສຣໍອີລເອີ່ຍ ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ຄືພຣະຜູ້ເປັນເຈົ້າອົງດຽວ).
ແລະ ອັລລໍຫ໌ ໄດ້ຊີ້ແຈງວ່າ ບັນດາສາສະນະທູດທັງໝົດລ້ວນແຕ່ຖືກສົ່ງມາດ້ວຍພາລະກິດອັນຍິ່ງໃຫຍ່ນີ້ ນັ້ນຄືການເຊີນຊວນໄປສູ່ການໃຫ້ເອກະພາບ, ອັລລໍຫ໌ ຕະອາລາ ໄດ້ດຳລັດວ່າ: (ແລະ ໂດຍແນ່ນອນ ເຮົາໄດ້ແຕ່ງຕັ້ງຣໍຊູລມາຍັງແຕ່ລະປະຊາຊາດ (ໂດຍຣໍຊູລຈະກ່າວແກ່ປະຊາຊາດນັ້ນໆ ວ່າ) ພວກທ່ານຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ ແລະ ຈົງຫຼີກຫນີ ອອກຫ່າງຈາກພວກຕໍກູດ ຮູບປັ້ນຈະເວັດ ດັ່ງນັ້ນ ໃນໝູ່ພວກເຂົາມີຜູ້ທີ່ອັລລໍຫ໌ຊົງຊີ້ແນະທາງໃຫ້ ແລະ ໃນໝູ່ພວກເຂົາມີຜູ້ທີ່ການຫຼົງຜິດເປັນທີ່ຄູ່ຄວນແກ່ເຂົາ) [ ອັນນະຫ໌ລຸ : 36]. ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ຈົ່ງກ່າວເຖີດ ມູຮຳມັດ ພວກທ່ານເຫັນແລ້ວບໍ່ ສິ່ງທີ່ພວກທ່ານວິງວອນອື່ນຈາກອັລລໍຫ໌ ຈົ່ງສະແດງໃຫ້ຂ້ອຍເຫັນວ່າ ພວກມັນໄດ້ສ້າງສິ່ງໃດແດ່ຈາກແຜ່ນດິນນີ້ ຫຼື ວ່າພວກມັນມີສ່ວນຮ່ວມໃນ (ການສ້າງ) ຊັ້ນຟ້າທັ້ງຫລາຍ ຈົ່ງນຳຄຳພີກ່ອນໜ້ານີ້ມາໃຫ້ຂ້ອຍເບິ່ງແນ່ ຫຼື ຈົ່ງສະແດງຮ່ອງຮອຍແຫ່ງຄວາມຮູ້ ທີ່ເປັນຫຼັກຖານຍືນຍັນໃນເລື່ອງນີ້ ຫາກພວກທ່ານເປັນຜູ້ສັດຈິງ) [ອັລ-ອະຫ໌ກໍຟ: 4] ທ່ານ ໄຊຄ໌ ອັສສະອ໌ດີ ຂໍອັລລໍຫ໌ຊົງເມດຕາທ່ານ ໄດ້ກ່າວວ່າ: (ດັ່ງນັ້ນ ຈຶ່ງເປັນທີ່ຊາບກັນດີວ່າ ການໂຕ້ຖຽງຂອງພວກມຸຊຣີກີນ (ຜູ້ຕັ້ງພາຄີ) ໃນການຕັ້ງພາຄີຂອງພວກເຂົານັ້ນ ບໍ່ໄດ້ອີງໃສ່ຂໍ້ພິສູດ ແລະ ຫຼັກຖານອ້າງອີງໃດໆ ເລີຍ, ແຕ່ພວກເຂົາອາໄສພຽງແຕ່ການຄາດເດົາທີ່ເປັນເທັດ, ທັດສະນະຄວາມຄິດທີ່ເສື່ອມໂຊມ; ແລະ ສະຕິປັນຍາທີ່ບົກຜ່ອງ ເຊິ່ງສິ່ງທີ່ຊີ້ບອກໃຫ້ເຫັນເຖິງຄວາມບົກຜ່ອງດັ່ງກ່າວກໍຄື ການພິຈາລະນາໄຕ່ຕອງເຖິງສະພາບການຂອງພວກເຂົາ, ການຕິດຕາມເບິ່ງຄວາມຮູ້ ແລະ ການກະທຳຂອງພວກເຂົາ, ແລະ ການພິຈາລະນາເບິ່ງສະພາບຂອງບັນດາຜູ້ທີ່ໄດ້ອຸທິດເວລາທັ້ງຊີວິດຂອງພວກເຂົາໄປກັບການເຄົາລົບພັກດີຕໍ່ສິ່ງເຫຼົ່ານັ້ນ ວ່າພວກມັນໄດ້ໃຫ້ຜົນປະໂຫຍດໃດໆ ແກ່ພວກເຂົາ (ໝາຍເຖິງ ບັນດາສິ່ງທີ່ຖືກເຄົາລົບພັກດີອື່ນໆ ນອກເໜືອຈາກອັລລໍຫ໌) ໃນໂລກນີ້ ຫຼື ໃນໂລກໜ້າ ຫຼືບໍ່?) ໄຕຊີຣ ອັລ-ກະຣີມ ອັລ-ມັນນານ: 779.
6- ອັລລໍຫ໌ ຊຸບຮານະຮູ ວະ ຕາອາລາ ພຣະອົງຄືພຣະຜູ້ຊົງສ້າງ ແລະ ພຣະອົງຜູ້ດຽວເທົ່ານັ້ນທີ່ຄູ່ຄວນໄດ້ຮັບການນະມັດສະການ ແລະ ບໍ່ມີຜູ້ໃດທີ່ຄູ່ຄວນໄດ້ຮັບການນະມັດສະການຮວມກັບພຣະອົງ.
ພຣະອົງອັລລໍຫ໌ຄື ຜູ້ທີ່ສົມຄວນຖືກເຄົາລົບບູຊາພຽງອົງດຽວ ແລະ ບໍ່ໃຫ້ມີຜູ້ໃດອື່ນຖືກເຄົາລົບບູຊາຮ່ວມກັບພຣະອົງ ດັ່ງທີ່ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ໂອ້ ມະນຸດເອີຍ ຈົ່ງເຄົາລົບອີບາດະຫ໌ ພຣະຜູ້ເປັນເຈົ້າຂອງພວກເຈົ້າ ຜູ້ຊົງສ້າງພວກເຈົ້າ ແລະ ບັນດາຜູ້ທີ່ມາກ່ອນພວກເຈົ້າເຖິດ ເພື່ອວ່າພວກເຈົ້າຈະຍຳເກຼງ (ຢ້ານຕໍ່ອັລລໍຫ໌) (ຄື ຜູ້ຊົງໃຫ້ແຜ່ນດິນເປັນບ່ອນນອນ ແລະ ຟາກຟ້າເປັນອາຄານແກ່ພວກເຈົ້າ ແລະ ຊົງໃຫ້ນ້ຳຫລັ່ງລົງມາຈາກທ້ອງຟ້າ ແລະ ໄດ້ຊົງໃຫ້ບັນດາໝາກໄມ້ອອກມາ ເນື່ອງດ້ວຍນໍ້ານັ້ນ ທັ້ງນີ້ເພື່ອເປັນປັດໃຈຍັງຊີບແກ່ພວກເຈົ້າ ດັງນັ້ນພວກເຈົ້າຈົງຢ່າໃຫ້ມີຜູ້ເທົ່າທຽມໃດໆ ຂຶ້ນ ສຳລັບອັລລໍຫ໌ ໂດຍທີ່ພວກເຈົ້າກໍ່ຮູ້ກັນຢູ່) [ອັລ-ບະກໍເຣາະຫ໌ 22-21]. ດັ່ງນັ້ນ ຜູ້ທີ່ຊົງສ້າງພວກເຮົາ ແລະ ຊົງສ້າງບັນດາຄົນຮຸ່ນກ່ອນພວກເຮົາ, ແລະ ຊົງໃຫ້ແຜ່ນດິນເປັນທີ່ນອນແກ່ພວກເຮົາ, ແລະ ຊົງໃຫ້ນ້ຳລັ່ງລົງມາຈາກຟາກຟ້າແກ່ພວກເຮົາ, ແລະ ໄດ້ຊົງໃຫ້ບັນດາຜົນລະໄມ້ອອກມາແກ່ພວກເຮົາ ເນື່ອງດ້ວຍນ້ຳນັ້ນ ທັ້ງນີ້ເພື່ອເປັນປັດໄຈຍັງຊີບສຳຫລັບພວກເຮົາ; ພຣະອົງຄືຜູ້ສົມຄວນໄດ້ຮັບການບູຊາເຄົາລົບນັບຖືພຽງແຕ່ຜູ້ດຽວ ແລະ ພຣະອົງຊົງກ່າວວ່າ: (ໂອ້ ມະນຸດທັງຫລາຍເອີ່ຍ! ພວກເຈົ້າຈົ່ງລຳລຶກເຖິງຄວາມໂປດປານຂອງອັລລໍຫ໌ທີ່ມີຕໍ່ພວກເຈົ້າ ຈະມີຜູ້ສ້າງອື່ນໃດນອກຈາກອັລລໍຫ໌ແນວນັ້ນບໍ ທີ່ປະທານປັດໄຈຍັງຊີບຈາກຟາກຟ້າ ແລະ ແຜ່ນດິນ ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ ດັ່ງນັ້ນ ເປັນຫຍັງລະ ພວກເຈົ້າຈຶ່ງຖືກຫລອກລວງໃຫ້ຫັນຫນີຫ່າງອອກໄປ (ຈາກຄວາມເປັນຈິງ) [ ອັລຟາຕິຣ: 3]. ດັ່ງນັ້ນ, ຜູ້ທີ່ຊົງສ້າງ ແລະ ຊົງປະທານປັດໄຈຍັງຊີບ ຄືຜູ້ທີ່ຄູ່ຄວນໄດ້ຮັບການນະມັດສະການເຄົາລົບພຽງອົງດຽວ, ແລະ ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ຕຣັດວ່າ: (ນັ້ນແຫລະຄື ອັລລໍຫ໌ພຣະເຈົ້າຂອງພວກເຈົ້າ ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ ຜູ້ຊົງສ້າງທຸກສິ່ງ ດັ່ງນັ້ນພວກເຈົ້າຈົ່ງເຄົາລົບພັກດີພຣະອົງເຖິດ ແລະ ພຣະອົງຊົງເປັນຜູ້ຮັບມອບໝາຍໃຫ້ດູແລຮັກສາໃນທຸກສັບພະສິ່ງ) [ອັລ-ອັນອາມ : 102].
ແລະ ທຸກສັບພະສິ່ງທີ່ຖືກຍຶດຖືບູຊາອື່ນນອກຈາກອັລລໍຫ໌ນັ້ນ ຍ່ອມບໍ່ສົມຄວນໄດ້ຮັບຄວາມນັບຖືບູຊາເຄົາລົບກາບໄຫວ້ ເພາະມັນບໍ່ມີອຳນາດຄອບຄອງແມ້ແຕ່ພຽງນ້ຳໜັກເທົ່າທຸລີດຽວໃນຊັ້ນຟ້າ ແລະ ແຜ່ນດິນ, ແລະ ບໍ່ໄດ້ເປັນສິ່ງທຽບຄຽງກັບອັລລໍຫ໌ໃນສິ່ງໃດເລີຍ ທັ້ງບໍ່ແມ່ນຜູ້ຊ່ວຍເຫຼືອ ຫຼື ຜູ້ສະໜັບສະໜູນແກ່ອັລລໍຫ໌, ແລ້ວມັນຈະຖືກວິງວອນຂໍພ້ອມກັບອັລລໍຫ໌ ຫຼື ຖືກຍຶດຖືເປັນສິ່ງທຽບຄຽງກັບພຣະອົງໄດ້ແນວໃດ, ດັ່ງທີ່ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ຈົ່ງກ່າວເຖິດ ມູຮຳມັດ ພວກທ່ານຈົ່ງວິງວອນຕໍ່ບັນດາທີ່ພວກທ່ານຈິນຕະນາການ (ວ່າເປັນພຣະເຈົ້າ) ອື່ນຈາກອັລລໍຫ໌ ພວກມັນບໍ່ໄດ້ຄອບຄອງແມ້ແຕ່ນ້ຳຫນັກພຽງເທົ່າທຸລີ ໃນຊັ້ນຟ້າທັ້ງຫລາຍ ແລະ ແຜ່ນດີນ ແລະພວກມັນ (ພວກຮູບປັ້ນ) ບໍ່ໄດ້ມີຫຸ້ນສວນໃນທັ້ງສອງນັ້ນ ແລະ ສຳຫລັບພຣະອົງນັ້ນບໍ່ໄດ້ມີຜູ້ຊ່ວຍເຫລືອມາຈາກພວກມັນ ) [ຊາບະອ໌: 22].
ແລະ ພຣະອົງອັລລໍຫ໌ ຜູ້ຊົງສູງສົ່ງ ເປັນຜູ້ສ້າງສິ່ງທີ່ຖືກສ້າງເຫຼົ່ານີ້ ແລະ ໄດ້ກຳໜົດມັນຂຶ້ນມາຈາກຄວາມບໍ່ມີ, ແລະ ການມີຢູ່ຂອງມັນເປັນສິ່ງຊີ້ບອກເຖິງການມີຢູ່ຂອງພຣະອົງ, ຄວາມເປັນຜູ້ອະພິບານຂອງພຣະອົງ ແລະ ຄວາມເປັນພຣະເຈົ້າຂອງພຣະອົງ. ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ແລະ ສ່ວນໜຶ່ງຈາກສັນຍານທັ້ງຫຼາຍຂອງພຣະອົງ ຄື ການທີ່ພຣະອົງໄດ້ສ້າງພວກເຈົ້າຈາກດິນ ແລ້ວພວກເຈົ້າເປັນມະນຸດແຜ່ກະຈາຍກັນອອກໄປ) (ແລະ ສ່ວນໜຶ່ງຈາກສັນຍານທັງຫຼາຍຂອງພຣະອົງ ຄືການທີ່ພຣະອົງຊົງສ້າງຄູ່ຄອງໃຫ້ແກ່ພວກເຈົ້າຈາກຕົວຂອງພວກເຈົ້າເອງ ເພື່ອພວກເຈົ້າຈະໄດ້ມີຄວາມສຸກກັບນາງ ແລະ ພຣະອົງຊົງໃຫ້ມີຄວາມຮັກໃຄ່ ແລະ ຄວາມເມດຕາຂຶ້ນລະຫວ່າງພວກເຈົ້າ ແທ້ຈິງໃນການນີ້ ແນ່ນອນຍ່ອມມີສັນຍານສຳລັບກຸ່ມຊົນຜູ້ທີ່ຄິດໃຄ່ຄວນ ) (ແລະ ສ່ວນຫນຶ່ງຈາກບັນດາສັນຍານຂອງພຣະອົງຄື ການສ້າງບັນດາຊັ້ນຟ້າ ແລະ ແຜ່ນດິນ ແລະ ຄວາມແຕກຕ່າງຂອງພາສາຂອງພວກເຈົ້າ ແລະ ສີຜິວຂອງພວກເຈົ້າ ແທ້ຈິງໃນສິ່ງດັ່ງກ່າວນັ້ນ ແນ່ນອນຍ່ອມມີບັນດາສັນຍານ ສໍາລັບບັນດາຜູ້ທີ່ມີຄວາມຮູ້ ) (ແລະ ສ່ວນໜຶ່ງຈາກສັນຍານທັງຫຼາຍຂອງພຣະອົງ ຄື ການນອນຫຼັບຂອງພວກເຈົ້າໃນກາງຄືນ ແລະ ກາງເວັນ ແລະ ການສະແຫວງຫາຂອງພວກເຈົ້າເຊິ່ງຄວາມໂປດປານຂອງພຣະອົງ ແທ້ຈິງໃນການນີ້ ແນ່ນອນ ຍ່ອມມີສັນຍານສຳລັບກຸ່ມຊົນທີ່ຮັບຟັງເພື່ອພິດຈະລານາ) (ແລະ ສ່ວນໜຶ່ງຈາກສັນຍານທັ້ງຫຼາຍຂອງພຣະອົງ ຄື ຊົງໃຫ້ພວກເຈົ້າເຫັນຟ້າແມບ ເພື່ອຄວາມຫວາດກົວ ແລະ ຄວາມຫວັງ ແລະ ຊົງໃຫ້ນ້ຳຫລັ່ງລົງມາຈາກຟາກຟ້າ ແລ້ວຊົງໃຫ້ແຜ່ນດິນມີຊີວິດຊີວາຂຶ້ນມາດ້ວຍນໍ້ານັ້ນ ຫຼັງຈາກທີ່ມັນຕາຍໄປແລ້ວ ແທ້ຈິງໃນການນັ້ນ ແນ່ນອນຍ່ອມເປັນສັນຍານທັ້ງຫຼາຍແກ່ໝູ່ຊົນທີ່ໃຊ້ສະຕິປັນຍາ ﴿ (ແລະ ສ່ວນໜຶ່ງຈາກສັນຍານທັ້ງຫຼາຍຂອງພຣະອົງ ຄື ຟາກຟ້າ ແລະ ແຜ່ນດິນຕັ້ງໝັ່ນຄົງຢູ່ດ້ວຍພຣະບັນຊາຂອງພຣະອົງ ແລ້ວເມື່ອພຣະອົງຊົງຮ້ອງຮຽກພວກເຈົ້າອອກຈາກແຜ່ນດິນ ທັນໃດນັ້ນ ພວກເຈົ້າກໍ່ຈະອອກມາ ) (ແລະ ບັນດາຜູ້ທີ່ຢູ່ໃນຊັ້ນຟ້າທັ້ງຫລາຍ ແລະ ແຜ່ນດິນ ເປັນກຳມະສິດຂອງພຣະອົງ ທັງໝົດລ້ວນແຕ່ເຊື່ອຟັງຕໍ່ພຣະອົງ) (ແລະ ພຣະອົງເປັນຜູ້ຊົງລິເລີ່ມໃນການສ້າງ ແລ້ວຊົງໃຫ້ມັນກັບຂຶ້ນມາອີກ ແລະ ມັນເປັນການງ່າຍຍິ່ງແກ່ພຣະອົງ) [ອັຣ-ຣູມ : 20 - 27].
ແລະ ນຳຣູດ ໄດ້ປະຕິເສດການມີຢູ່ຂອງພຣະເຈົ້າຂອງເຂົາ, ດັ່ງນັ້ນ ທ່ານນະບີ ອິບຣໍຫີມ ອະໄລຮິສລາມ ຈຶ່ງໄດ້ກ່າວແກ່ເຂົາ ດັ່ງທີ່ອັລລໍຫ໌ໄດ້ບອກເລົ່າກ່ຽວກັບເພິ່ນວ່າ: (ອີບຣໍຮີມ ໄດ້ກ່າວວ່າ: ແທ້ຈິງ ອັລລໍຫ໌ ຊົງນຳດວງຕາເວັນມາຈາກທິດຕາເວັນອອກ ດັ່ງນັ້ນ ເຈົ້າຈົ່ງນຳມັນມາຈາກທິດຕາເວັນຕົກ, ແລ້ວຜູ້ທີ່ປະຕິເສດສັດທາກໍເຖິງກັບຈົນປັນຍາ, ແລະ ອັລລໍຫ໌ ຈະບໍ່ຊົງຊີ້ນຳທາງແກ່ຊົນຊາດທີ່ອະທຳ) [ ອັລ-ບາກໍເຣາະຫ໌: 258]. ແລະ ເຊັ່ນດຽວກັນ ທ່ານນະບີ ອິບຣໍຫີມ ອະໄລຮິສລາມ ໄດ້ຍົກເປັນຫຼັກຖານແກ່ຊົນຂອງທ່ານວ່າ ອັລລໍຫ໌ຊົງເປັນຜູ້ທີ່ນຳທາງທ່ານ ແລະ ຊົງໃຫ້ອາຫານ ແລະ ເຄື່ອງດື່ມແກ່ທ່ານ ແລະ ເມື່ອທ່ານເຈັບປ່ວຍ ພຣະອົງກໍຊົງປິ່ນປົວທ່ານ ແລະ ພຣະອົງຊົງເປັນຜູ້ທີ່ໃຫ້ທ່ານຕາຍ ແລະ ຊົງໃຫ້ທ່ານມີຊີວິດ; ທ່ານຈຶ່ງກ່າວ ດັ່ງທີ່ອັລລໍຫ໌ໄດ້ຊົງແຈ້ງກ່ຽວກັບທ່ານວ່າ: (ຜູ້ຊົງສ້າງຂ້ອຍ ດັງນັ້ນພຣະອົງຊົງຊີ້ແນະນຳທາງແກ່ຂ້ອຍ) (ແລະ ພຣະອົງຊົງປະທານອາຫານໃຫ້ຂ້ອຍ ແລະ ຊົງໃຫ້ນ້ຳດື່ມແກ່ຂ້ອຍ) (ແລະ ເມື່ອຂ້ອຍເຈັບປ່ວຍ ດັງນັ້ນພຣະອົງຊົງຮັກສາໃຫ້ຂ້ອຍຫາຍປ່ວຍ) (ແລະ ຜູ້ຊົງໃຫ້ຂ້ອຍຕາຍ ແລ້ວຊົງໃຫ້ຂ້ອຍມີຊີວິດ ﴿ [ ຊູອະຣໍ : 78-81] ແລະ ອັລລໍຫ໌ໄດ້ຕຣັດບອກເລົ່າກ່ຽວກັບ ທ່ານນະບີມູຊາ ອະໄລຮິສສະລາມ ວ່າທ່ານໄດ້ໂຕ້ແຍ້ງກັບຟາໂຣ ໂດຍກ່າວແກ່ລາວວ່າ: ແທ້ຈິງພຣະເຈົ້າຂອງຕົນຄື: (ພຣະອົງເປັນຜູ້ຊົງປະທານທຸກຢ່າງແກ່ສິ່ງທີ່ພຣະອົງຊົງສ້າງ ແລ້ວພຣະອົງກໍ່ຊົງຊີ້ນຳທາງໃຫ້) [ຕໍຮາ: 50].
ແລະ ອັລລໍຫ໌ ໄດ້ຊົງສ້າງທຸກສິ່ງທີ່ຢູ່ໃນຊັ້ນຟ້າ ແລະ ແຜ່ນດິນ ເພື່ອໃຫ້ເປັນປະໂຫຍດແກ່ມະນຸດ ແລະ ໄດ້ຊົງປະທານຄວາມໂປດປານຢ່າງຫຼວງຫຼາຍແກ່ເຂົາ ເພື່ອໃຫ້ເຂົາເຄົາລົບພັກດີຕໍ່ອັລລໍຫ໌ ແລະ ບໍ່ປະຕິເສດສັດທາຕໍ່ພຣະອົງ, ອັລລໍຫ໌ ຕະອາລາ ໄດ້ຕຣັດວ່າ : (ພວກເຈົ້າບໍ່ເຫັນດອກຫຼືວ່າ ແທ້ຈິງອັລລໍຫ໌ຊົງອຳນວຍຄວາມສະດວກແກ່ພວກເຈົ້າ ເຊິ່ງສິ່ງທີ່ມີຢູ່ໃນບັນດາຊັ້ນຟ້າ ແລະ ສິ່ງທີ່ມີຢູ່ໃນແຜ່ນດິນ ແລະ ພຣະອົງຊົງປະທານຄວາມໂປດປານຂອງພຣະອົງຢ່າງຄົບຖ້ວນຫຼາກຫຼາຍແກ່ພວກເຈົ້າ ທັ້ງທີ່ເປີດເຜີຍ ແລະ ທີ່ລີ້ລັບ ແລະ ໃນໝູ່ມະນຸດນັ້ນ ມີຜູ້ທີ່ໂຕ້ຖຽງກ່ຽວກັບອັລລໍຫ໌ ໂດຍປາສະຈາກຄວາມຮູ້ ປາດສະຈາກທາງນຳ ແລະ ປາດສະຈາກຄຳພີທີ່ໃຫ້ແສງສະຫວ່າງ) [ລຸກມານ : 20]. ແລະ ດັ່ງທີ່ອັລລໍຫ໌ໄດ້ຊົງສ້າງທຸກສິ່ງໃນຊັ້ນຟ້າ ແລະ ແຜ່ນດິນເພື່ອໃຫ້ເປັນປະໂຫຍດແກ່ມະນຸດ, ພຣະອົງກໍ່ໄດ້ຊົງສ້າງເຂົາຂຶ້ນມາ ແລະ ໄດ້ຈັດກຽມທຸກສິ່ງທີ່ເຂົາຕ້ອງການໃຫ້ແກ່ເຂົາ ບໍ່ວ່າຈະເປັນ ປະສາດສຳພັດ ການໄດ້ຍິນ ແນມເຫັນ ແລະ ຫົວໃຈ, ເພື່ອໃຫ້ເຂົາໄດ້ສຶກສາຫາຄວາມຮູ້ທີ່ເປັນປະໂຫຍດແກ່ເຂົາ ແລະ ຊີ້ນຳເຂົາໄປສູ່ພຣະຜູ້ເປັນເຈົ້າ ແລະ ຜູ້ຊົງສ້າງຂອງເຂົາ, ອັລລໍຫ໌ຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ແລະ ອັລລໍຫ໌ ຊົງນໍາເອົາພວກເຈົ້າອອກຈາກຄັນມານດາຂອງພວກເຈົ້າ ໂດຍພວກເຈົ້າບໍ່ຮູ້ຫຍັງເລີຍ ແລະ ພຣະອົງໄດ້ເຮັດໃຫ້ເຈົ້າໄດ້ຍິນ ແລະ ເຫັນ ແລະ ມີຫົວໃຈ (ສຳຫຼັບນຶກ ແລະ ຄິດ) ເພື່ອພວກເຈົ້າຈະໄດ້ຂອບໃຈ). [ສຸເຣາະຫ໌ ອັນ ນະຫ໌ລຸ :78].
ອັລລໍຫ໌ ພຣະຜູ້ຊົງມະຫາບໍລິສຸດ ແລະ ຊົງຍິ່ງໃຫຍ່ ໄດ້ຊົງສ້າງຈັກກະວານທັງໝົດນີ້ ແລະ ຊົງສ້າງມະນຸດ ພ້ອມທັງຊົງກຽມຄວາມພ້ອມໃຫ້ເຂົາດ້ວຍທຸກສິ່ງທີ່ເຂົາຕ້ອງການ ບໍ່ວ່າຈະເປັນອະໄວຍະວະ ແລະ ກຳລັງຄວາມສາມາດ, ຈາກນັ້ນ ພຣະອົງຊົງປະທານທຸກສິ່ງທີ່ຈະຊ່ວຍເຫຼືອເຂົາໃນການປະຕິບັດການເຄົາລົບພັກດີຕໍ່ອັລລໍຫ໌ ແລະ ການສ້າງສາພັດທະນາແຜ່ນດິນໂລກ, ແລ້ວພຣະອົງຊົງເຮັດໃຫ້ທຸກສິ່ງທີ່ຢູ່ໃນຊັ້ນຟ້າ ແລະ ແຜ່ນດິນໂລກອຳນວຍປະໂຫຍດແກ່ເຂົາ.
ແລະ ອັລລໍຫ໌ ໄດ້ຊົງຍົກເອົາການສ້າງສັນສັບພະສິ່ງອັນຍິ່ງໃຫຍ່ເຫຼົ່ານີ້ ມາເປັນຫຼັກຖານຢືນຢັນເຖິງຄວາມເປັນພຣະຜູ້ເປັນເຈົ້າຂອງພຣະອົງ ເຊິ່ງຈຳເປັນຕ້ອງນຳໄປສູ່ການບູຊາເຄົາລົບພັກດີຕໍ່ພຣະອົງ, ດັ່ງທີ່ມີພຣະດຳລັດວ່າ: (ຈົ່ງກ່າວເຖິດ (ມຸຮຳມັດ) ໃຜເປັນຜູ້ປະທານປັດໄຈຍັງຊີບທີ່ມາຈາກຟາກຟ້າ ເເລະ ເເຜ່ນດິນເເກ່ພວກທ່ານ ຫຼື ໃຜເປັນເຈົ້າຂອງການໄດ້ຍິນ ການເບິ່ງເຫັນ ເເລະ ໃຜເປັນຜູ້ໃຫ້ມີຊີວິດຫຼັງຈາກການຕາຍ ແລະ ໃຜເປັນຜູ້ໃຫ້ຕາຍຫຼັງຈາກມີຊີວິດມາ ແລະ ໃຜເປັນຜູ້ບໍລິຫານກິດຈະການ ເເລ້ວພວກເຈົ້າຈະກ່າວກັນວ່າ “ອັລລໍຫ໌” ດັ່ງນັ້ນຈົ່ງກ່າວເຖິດ (ມຸຮຳມັດ) ພວກທ່ານບໍ່ຢຳເກຼງບໍ່!) [ສຸເຣາະຫ໌ ຍຸນຸສ :31]. ແລະ ພຣະຜູ້ຊົງສັດຈະທຳຜູ້ຊົງມະຫາບໍລິສຸດໄດ້ຕຣັດວ່າ: (ຈົ່ງກ່າວເຖິດ (ມຸຮຳມັດ) ພວກທ່ານລອງພິຈາລະນາເບິ່ງສິ່ງທີ່ພວກທ່ານວິງວອນອື່ນນອກເຫນືອອັລລໍຫ໌ ຈົ່ງສະແດງໃຫ້ຂ້ອຍເຫັນວ່າພວກມັນໄດ້ສ້າງສິ່ງໃດແດ່ຈາກແຜ່ນດິນ ຫຼື ວ່າພວກມັນມີຫຸ້ນສວນໃນບັນດາຊັ້ນຟ້າ? ຈົ່ງນຳຄຳພີກ່ອນໜ້ານີ້ ຫລື ຮ່ອງຮອຍໃດໆຈາກຄວາມຮູ້ມາໃຫ້ຂ້ອຍ ຫາກພວກທ່ານເວົ້າກັນແທ້ຈິງ) [ສູເຣາະຫ໌ ອັລອະຫ໌ກໍຟ: 4]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: {ພຣະອົງຊົງສ້າງບັນດາຊັ້ນຟ້າໂດຍປາດສະຈາກເສົາຄໍ້າທີ່ພວກເຈົ້າຈະມອງເຫັນໄດ້ ແລະ ໄດ້ຊົງວາງບັນດາພູເຂົາອັນໜັກແໜ້ນລົງໃນແຜ່ນດິນ ເພື່ອບໍ່ໃຫ້ມັນສັ່ນສະເທືອນໄປກັບພວກເຈົ້າ ແລະ ໄດ້ຊົງໃຫ້ສັດທຸກຊະນິດແພ່ກະຈາຍໄປໃນນັ້ນ ແລະ ໄດ້ຊົງໃຫ້ນ້ຳຫລັ່ງລົງມາຈາກຟາກຟ້າ ແລ້ວໄດ້ຊົງໃຫ້ພືດພັນທຸກຊະນິດທີ່ດີງາມງອກເງີຍຂຶ້ນໃນນັ້ນ}. { ນີ້ຄືການສ້າງຂອງອັລລໍຫ໌ ດັ່ງນັ້ນ ພວກເຈົ້າຈົ່ງສະແດງໃຫ້ຂ້ອຍເຫັນດຸວ່າ ສິ່ງອື່ນນອກຈາກພຣະອົງນັ້ນໄດ້ສ້າງອັນໃດແດ່? ແຕ່ທະວ່າ ບັນດາຜູ້ອະທຳນັ້ນລ້ວນຢູ່ໃນການຫລົງຜິດຢ່າງຊັດເຈນ} [ສູເຣາະຫ໌ ລຸກມານ : 10-11]. ແລະ ອັລລໍຫ໌ຜູ້ຊົງທ່ຽງແທ້ ຜູ້ຊົງມະຫາບໍລິສຸດໄດ້ຕຣັດວ່າ: ( ຫຼືພວກເຂົາໄດ້ກຳເນີດໂດຍບໍ່ມີຜູ້ສ້າງ ? ຫຼື ພວກເຂົາສ້າງກັນເອງ ?) (ຫຼື ວ່າພວກເຂົາເປັນຜູ້ສ້າງຊັ້ນຟ້າທັ້ງຫຼາຍ ແລະ ແຜ່ນດິນນີ້? ບໍ່ດອກ ເພາະພວກເຂົາບໍ່ເຊື່ອຕ່າງຫາກ). (ຫຼືວ່າພວກເຂົາມີຂຸນສັບແຫ່ງພຣະເຈົ້າຂອງເຈົ້າ ຫຼື ວ່າພວກເຂົາມີອຳນາດຈັດການ 37) [ອັດຕູຣ : 35-37]. ທ່ານ ໄຊຄ໌ ອັສສະອ໌ດີ ໄດ້ກ່າວວ່າ: (ແລະນີ້ຄືການຍົກຫຼັກຖານມາອ້າງອິງຕໍ່ພວກເຂົາດ້ວຍສິ່ງທີ່ພວກເຂົາບໍ່ສາມາດເຮັດສິ່ງໃດໄດ້ໃນເລື່ອງນີ້ນອກຈາກການຍອມຈຳນົນຕໍ່ຄວາມຈິງ ຫຼື ການບ່ຽງເບນອອກຈາກຂໍ້ຮຽກຮ້ອງຂອງເຫດຜົນທາງສະຕິປັນຍາ ແລະ ສາສະໜາ) ຕັຟຊີຣ ອິບນຸ ສະອ໌ດີ: 816.
7- ອັລລໍຫ໌ ຄືພຣະຜູ້ຊົງສ້າງທຸກສິ່ງທີ່ຢູ່ໃນຈັກກະວານ ແລະ ສິ່ງຂອງທີ່ພວກເຮົາແນມເຫັນ ແລະ ສິ່ງທີ່ພວກເຮົາເບິ່ງບໍ່ເຫັນ, ແລະທຸກສິ່ງທັ້ງໝົດທີ່ມີຊີວິດເປັນການສ້າງຂອງພຣະອົງ ແລະອັລລໍຫ໌ໄດ້ສ້າງຊັ້ນຟ້າ ແລະ ແຜ່ນດິນໂລກໃນຫົກມື້
ອັລລໍຫ໌ຄືຜູ້ຊົງສ້າງທຸກສິ່ງທີ່ແນມເຫັນ ແລະ ແນມບໍ່ເຫັນໃນຈັກກະວານ ແລະ ທຸກສິ່ງນອກເຫນືອຈາກພຣະອົງຍ້ອມເປັນຜົນງານການສ້າງຂອງພຣະອົງ ອັລລໍຫ໌ຊົງມີພຣະດຳລັດວ່າ: (ຈົ່ງກ່າວເຖິດ (ມຸຮຳມັດ) ໃຜເປັນພຣະເຈົ້າແຫ່ງບັນດາຊັ້ນຟ້າ ແລະ ແຜ່ນດິນ? ຈົ່ງກ່າວເຖິດວ່າ “ອັລລໍຫ໌” ຈົ່ງກ່າວເຖິດ (ມຸຮຳມັດ) ດັ່ງນັ້ນ ພວກທ່ານຍັງໄດ້ຍຶດຖືສິ່ງອື່ນນອກຈາກພຣະອົງເປັນຜູ້ຄຸ້ມຄອງ ເຊິ່ງພວກເຂົາບໍ່ເປັນເຈົ້າຂອງການໃຫ້ປະໂຫຍດ ແລະ ການໃຫ້ໂທດແກ່ຕົວຂອງພວກເຂົາເອງແດ່ຫວາ? ຈົ່ງກ່າວເຖິດ (ມຸຮຳມັດ) ຜູ້ທີ່ຕາບອດ ກັບ ຜູ້ທີ່ເບິ່ງເຫັນນັ້ນ ເທົ່າທຽມກັນຫວາ? ຫຼື ຄວາມມືດມິດ ກັບ ແສງສະຫວ່າງ ຈະເທົ່າທຽມກັນຫວາ? ຫຼື ພວກເຂົາໄດ້ຕັ້ງພາຄີໃຫ້ແກ່ອັລລໍຫ໌ ເຊິ່ງພາຄີເຫຼົ່ານັ້ນໄດ້ສ້າງ ຄືກັບການສ້າງຂອງພຣະອົງ ແລ້ວການສ້າງນັ້ນຈຶ່ງຄ້າຍຄືກັນສຳລັບພວກເຂົາຫວາ? ຈົ່ງກ່າວເຖິດ (ມຸຮຳມັດ) ອັລລໍຫ໌ ຄືຜູ້ຊົງສ້າງທຸກສິ່ງທຸກຢ່າງ ແລະ ພຣະອົງຊົງເປັນຜູ້ຊົງເອກະ ຜູ້ຊົງອຳນາດຍິ່ງ) [ສູເຣາະຫ໌ ອັຣ-ຣໍ່ດຸ: 16]. ແລະ ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ແລະ ຊົງສ້າງສິ່ງທີ່ພວກເຈົ້າບໍ່ຮູ້) [ສຸເຣາະຫ໌ ອັນ ນະຫ໌ລຸ :8].
ແລະ ອັລລໍຫ໌ໄດ້ສ້າງຊັ້ນຟ້າ ແລະ ແຜ່ນດິນໂລກໃນຫົກມື້ ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ພຣະອົງຄືຜູ້ຊົງສ້າງບັນດາຊັ້ນຟ້າ ແລະ ແຜ່ນດິນ ພາຍໃນຫົກມື້ ແລ້ວຊົງສະຖິດຢູ່ເທິງບັນລັງ ພຣະອົງຊົງຮອບຮູ້ສິ່ງທີ່ເຂົ້າໄປໃນແຜ່ນດິນ ແລະ ສິ່ງທີ່ອອກມາຈາກມັນ ແລະ ສິ່ງທີ່ລົງມາຈາກຟ້າ ແລະ ສິ່ງທີ່ຂຶ້ນໄປສູ່ມັນ ແລະ ພຣະອົງຊົງຢູ່ຮ່ວມກັບພວກເຈົ້າ ບໍ່ວ່າພວກເຈົ້າຈະຢູ່ທີ່ໃດກໍຕາມ ແລະ ອັລລໍຫ໌ ຊົງເຫັນໃນສິ່ງທີ່ພວກເຈົ້າກະທຳ) [ອັລ-ຮາດີດ :4]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ແນ່ນອນເຮົາໄດ້ຊົງສ້າງບັນດາຊັ້ນຟ້າ ແລະ ແຜ່ນດິນ ແລະ ສິ່ງທີ່ຢູ່ລະຫວ່າງທັງສອງ ພາຍໃນຫົກມື້ ແລະ ບໍ່ມີຄວາມອິດເມື່ອຍໃດໆມາສຳຜັດເຮົາເລີຍ) [ກໍຟ :38].
8- ແລະ ພຣະອົງອັລລໍຫ໌ຜູ້ຊົງສູງສົ່ງອຳນາດຍິ່ງໃຫຍ່ ບໍ່ມີຫຸ້ນສ່ວນໃນການຄອບຄອງ, ການສ້າງ, ການວາງແຜນ, ຫລື ການເຄົາລົບພັກດີຮ່ວມກັບພຣະອົງ.
ແລະ ອັລລໍຫ໌ ພຣະອົງຜູ້ຊົງສູງສົ່ງ ພຣະອົງຄືເຈົ້າຂອງອຳນາດ ບໍ່ມີຫຸ້ນສ່ວນ ບໍ່ມີພາຄີໃດ ໆ ຮ່ວມກັບພຣະອົງ ທັ້ງດ້ານການສ້າງ ອຳນາດ ຫຼື ການບໍລິຫານ ອັລລໍຫ໌ ພຣະອົງຜູ້ຊົງສູງສົ່ງ ໄດ້ຕຣັດວ່າ: (ຈົ່ງກ່າວເຖິດ (ມູຮຳມັດ) ພວກທ່ານຈົ່ງພິຈາລະນາເບິ່ງສິ່ງທີ່ພວກທ່ານວິງວອນອື່ນຈາກອັລລໍຫ໌ ຈົ່ງສະແດງໃຫ້ຂ້ອຍເຫັນວ່າ ພວກມັນໄດ້ສ້າງສິ່ງໃດແດ່ໃນແຜ່ນດິນ ຫຼື ວ່າພວກມັນມີຫຸ້ນສວນໃນຊັ້ນຟ້າທັ້ງຫລາຍ ຈົ່ງນຳຄຳພີກ່ອນໜ້ານີ້ ຫຼື ຮ່ອງຮອຍຈາກຄວາມຮູ້ ມາໃຫ້ຂ້ອຍ ຫາກພວກທ່ານເປັນຜູ້ສັດຈິງ). [ສູເຣາະຫ໌ ອັລ-ອະຫ໌ກໍຟ: 4]. ທ່ານ ໄຊຄ໌ ອັສສະອ໌ດີ ຂໍອັລລໍຫ໌ຊົງເມດຕາທ່ານ ໄດ້ກ່າວວ່າ: (ຄື: ຈົ່ງກ່າວເຖິດ (ມູຫັມມັດ) ແກ່ພວກເຫຼົ່ານັ້ນທີ່ຕັ້ງພາຄີຕໍ່ອັລລໍຫ໌ ດ້ວຍຮູບປັ້ນ ແລະ ສິ່ງທຽບຄຽງທັງຫຼາຍ ທີ່ບໍ່ມີອຳນາດທີ່ຈະໃຫ້ຄຸນ ແລະ ໃຫ້ໂທດໄດ້ ແລະ ພວກມັນບໍ່ມີອຳນາດຄວບຄຸມຄວາມຕາຍ ແລະ ຄວາມເປັນ ແລະ ການຟື້ນຂື້ນຊີບ, ຈົ່ງກ່າວແກ່ພວກເຂົາ - ເພື່ອຊີ້ແຈງເຖິງຄວາມອ່ອນແອຂອງຮູບປັ້ນຂອງພວກເຂົາ ແລະ ການທີ່ພວກມັນບໍ່ສົມຄວນໄດ້ຮັບການເຄົາລົບພັກດີໃດໆເລີຍວ່າ: {ຈົ່ງສະແດງໃຫ້ຂ້ອຍເຫັນດຸວ່າ ພວກມັນໄດ້ສ້າງສິ່ງໃດແດ່ຈາກແຜ່ນດີນ ຫຼື ພວກມັນມີຫຸ້ນສ່ວນໃນຊັ້ນຟ້າທັ້ງຫລາຍ} ພວກມັນໄດ້ສ້າງສິ່ງໜຶ່ງສິ່ງໃດຈາກມວນສານຂອງຊັ້ນຟ້າທັ້ງຫລາຍແລະແຜ່ນດີນນັ້ນບໍ່? ພວກມັນໄດ້ສ້າງພູເຂົາທັງຫຼາຍບໍ່? ພວກມັນໄດ້ເຮັດໃຫ້ແມ່ນ້ຳໄຫຼບໍ່? ພວກມັນໄດ້ແຜ່ຂະຫຍາຍສັດຕ່າງໆບໍ່? ພວກມັນໄດ້ເຮັດໃຫ້ຕົ້ນໄມ້ງອກງາມບໍ່? ພວກມັນໄດ້ມີສ່ວນຊ່ວຍເຫລືອໃນການສ້າງສິ່ງໜຶ່ງສິ່ງໃດຈາກສິ່ງເຫຼົ່ານັ້ນບໍ່? ບໍ່ມີສິ່ງໃດຈາກສິ່ງເຫຼົ່ານັ້ນເລີຍ ດ້ວຍການຍອມຮັບຂອງພວກເຂົາຕໍ່ຕົວເອງ ນັບປະສາຫຍັງກັບຜູ້ອື່ນ, ດັ່ງນັ້ນ ນີ້ຈຶ່ງເປັນຫຼັກຖານທາງສະຕິປັນຍາອັນເດັດຂາດວ່າ ແທ້ຈິງແລ້ວທຸກສິ່ງອື່ນຈາກອັລລໍຫ໌ນັ້ນ ການເຄົາລົບພັກດີຕໍ່ມັນແມ່ນເປັນໂມຄະ).
ຕໍ່ມາ ທ່ານໄດ້ກ່າວເຖິງການບໍ່ມີຫຼັກຖານທີ່ຖືກຖ່າຍທອດມາ ແລ້ວກ່າວວ່າ: {ຈົ່ງນຳເອົາຄຳພີກ່ອນໜ້ານີ້ມາໃຫ້ຂ້ອຍ} ໝາຍເຖິງຄຳພີທີ່ເຊີນຊວນໄປສູ່ການຕັ້ງພາຄີ {ຫຼື ຮ່ອງຮອຍໃດໆຈາກຄວາມຮູ້} ທີ່ຖືກສືບທອດມາຈາກບັນດາສາສະນະທູດ ເຊິ່ງສັ່ງໃຊ້ໃນສິ່ງດັ່ງກ່າວ. ເປັນທີ່ຮູ້ກັນດີວ່າ ພວກເຂົາບໍ່ສາມາດທີ່ຈະນຳເອົາຫຼັກຖານໃດໆຈາກສາສະນະທູດທ່ານໃດທ່ານໜຶ່ງທີ່ຊີ້ບອກເຖິງສິ່ງດັ່ງກ່າວມາໄດ້, ຫາກແຕ່ ພວກເຮົາຢືນຢັນ ແລະ ໝັ້ນໃຈວ່າ ບັນດາສາສະນະທູດທັງໝົດໄດ້ເຊີນຊວນໄປສູ່ການໃຫ້ເອກະພາບແກ່ພຣະຜູ້ອະພິບານຂອງພວກເຂົາ ແລະ ໄດ້ຫ້າມປາມຈາກການຕັ້ງພາຄີກັບພຣະອົງ, ແລະ ນັ້ນຄືຄວາມຮູ້ທີ່ຍິ່ງໃຫຍ່ທີ່ສຸດທີ່ຖືກສືບທອດມາຈາກພວກເພິ່ນ) ຕັຟຊີຣ ອິບນຸ ສະອ໌ດີ: 779.
ແລະອັລລໍຫ໌ ພຣະອົງຜູ້ຊົງສູງສົ່ງ ຄືເຈົ້າຂອງອຳນາດການປົກຄອງ ບໍ່ມີຜູ້ໃດເປັນພາຄີຫຸ້ນສ່ວນກັບພຣະອົງໃນອຳນາດການປົກຄອງຂອງພຣະອົງ ອັລລໍຫ໌ ພຣະອົງຜູ້ຊົງສູງສົ່ງ ໄດ້ຕຣັດວ່າ: (ຈົ່ງກ່າວເຖິດ (ມຸຮຳມັດ) ໂອ້ອັລລໍຫ໌ ຜູ້ຊົງຄອບຄອງອຳນາດທັງມວນ ພຣະອົງຊົງປະທານອຳນາດໃຫ້ແກ່ຜູ້ທີ່ພຣະອົງຊົງປະສົງ ແລະ ຊົງຖອດຖອນອຳນາດອອກຈາກຜູ້ທີ່ພຣະອົງຊົງປະສົງ ແລະ ຊົງໃຫ້ກຽດແກ່ຜູ້ທີ່ພຣະອົງຊົງປະສົງ ແລະ ຊົງໃຫ້ຄວາມຕໍ່າຕ້ອຍແກ່ຜູ້ທີ່ພຣະອົງຊົງປະສົງ ຄວາມດີງາມທັງຫຼາຍຢູ່ໃນພະຫັດກຳມືຂອງພຣະອົງ ແທ້ຈິງພຣະອົງຊົງມີອານຸພາບເໜືອທຸກສິ່ງທຸກຢ່າງ) [ສຸເຣາະຫ໌ ອະລາອິມຣອນ : 26]. ແລະ ອັລລໍຫ໌ ໄດ້ກ່າວຊີ້ແຈງວ່າ ອຳນາດທີ່ສົມບູນນັ້ນເປັນຂອງພຣະອົງໃນວັນກິຍາມະຫ໌ : (ວັນທີ່ພວກເຂົາຈະປາກົດຕົວອອກມາ ບໍ່ມີສິ່ງໃດຂອງພວກເຂົາຈະປິດບັງໄປຈາກອັລລໍຫ໌ໄດ້ ອຳນາດໃນມື້ນີ້ເປັນຂອງຜູ້ໃດເລົ່າ ແນ່ນອນມັນເປັນຂອງອັລລໍຫ໌ ຜູ້ຊົງເອກະ ຜູ້ຊົງພິຊິດໂດຍເດັດຂາດ) [ສູເຣາະຫ໌ ອັລ-ກໍຟິຣ: 16].
ແລະ ພຣະອົງອັລລໍຫ໌ຜູ້ຊົງອຳນາດຍິ່ງໃຫຍ່ ບໍ່ມີຫຸ້ນສ່ວນໃນການຄອບຄອງ, ການສ້າງ, ການວາງແຜນ, ຫລື ການເຄົາລົບພັກດີຕໍ່ພຣະອົງ, ພຣະອົງອັລລໍຫ໌ຜູ້ຊົງສູງສົ່ງ ໄດ້ຕຣັດວ່າ: (ແລະ ຈົ່ງກ່າວວ່າ ການສັນລະເສິນທັ້ງໝົດທັ້ງມວນ ເປັນສິດທິຂອງອັລລໍຫ໌ ຜູ້ບໍ່ໄດ້ຊົງຖືເອົາພຣະບຸດ, ແລະ ບໍ່ມີພາຄີໃດໆ ສຳລັບພຣະອົງໃນອຳນາດການປົກຄອງ, ແລະ ບໍ່ມີຜູ້ຊ່ວຍເຫຼືອໃດໆ ສຳລັບພຣະອົງຈາກຄວາມອ່ອນແອ, ແລະ ຈົ່ງປະກາດຄວາມຍິ່ງໃຫຍ່ແດ່ພຣະອົງຢ່າງທີ່ສຸດ) [ສູເຣາະຫ໌ ອິສຣໍອຼ: 111]. ແລະ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ສຳຫຼັບພຣະອົງ ເປັນຜູ້ຊົງປົກຄອງບັນດາຊັ້ນຟ້າ ແລະ ແຜ່ນດິນ ແລະ ພຣະອົງບໍ່ຊົງຕັ້ງຜູ້ໃດເປັນບຸດ ແລະ ສຳຫຼັບພຣະອົງນັ້ນ ບໍ່ມີຫຸ້ນສ່ວນຮ່ວມກັບພຣະອົງໃນອຳນາດປົກຄອງ ແລະ ພຣະອົງຊົງໃຫ້ບັງເກິດທຸກສິ່ງ ແລ້ວຊົງກຳໜົດມັນໃຫ້ເປັນໄປຕາມກົດກຳໜົດສະພາວະ) [ອັລ-ຟຸຣກອນ: 2]. ພຣະອົງຊົງເປັນເຈົ້າຂອງ ແລະ ທຸກສິ່ງນອກເຫນືອຈາກພຣະອົງລ້ວນແຕ່ຢູ່ໃຕ້ອຳນາດຂອງພຣະອົງ, ພຣະອົງຄືຜູ້ສ້າງ ແລະທຸກສິ່ງນອກເຫນືອຈາກພຣະອົງຍ້ອມເປັນຜົນງານການສ້າງຂອງພຣະອົງ, ແລະພຣະອົງຄືຜູ້ບໍລິຫານເບິ່ງແຍງທຸກສັບພະສິ່ງ. ດັ່ງນັ້ນ ຜູ້ທີ່ມີຄຸນລັກສະນະດັ່ງກ່າວນີ້ຈຳເປັນຕ້ອງໄດ້ຮັບການບູຊາເຄົາລົບພັກດີ, ແລະການບູຊາເຄົາລົບພັກດີຕໍ່ສິ່ງອື່ນນອກຈາກພຣະອົງນັ້ນ ເປັນຄວາມບົກຜ່ອງທາງສະຕິປັນຍາ ແລະເປັນການຕັ້ງພາຄີທີ່ສ້າງຄວາມເສຍຫາຍຕໍ່ໂລກນີ້ ແລະ ໂລກໜ້າ. ພຣະອົງຜູ້ຊົງສູງສົ່ງກ່າວວ່າ: (ແລະ ພວກເຂົາກ່າວວ່າ: ພວກເຈົ້າຈົ່ງເປັນຢິວ ຫຼື ຊາວຄຣິດສະຕຽນເຖິດ ແລ້ວພວກເຈົ້າຈະໄດ້ຮັບທາງນຳ ຈົ່ງກ່າວເຖິດ (ມຸຮຳມັດ) ວ່າ: ບໍ່ດອກ ແຕ່ເປັນສາສະໜາຂອງອີບຣໍຮີມ ຜູ້ທ່ຽງທຳ ແລະ ລາວບໍ່ໄດ້ຢູ່ໃນໝູ່ຜູ້ທີ່ເຄົາລົບບູຊາສິ່ງອື່ນທຽບຄຽງພຣະອົງ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:135]. ແລະ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ຜູ້ໃດເລົ່າຈະມີສາສະໜາທີ່ດີເລີດຍິ່ງກວ່າຜູ້ທີ່ນອບນ້ອມໃບໜ້າຂອງລາວຕໍ່ອັລລໍຫ໌ ໂດຍທີ່ລາວເປັນຜູ້ປະຕິບັດຄວາມດີ ແລະ ປະຕິບັດຕາມສາສະໜາຂອງອິບຣໍຫີມຢ່າງທ່ຽງກົງ ແລະ ອັລລໍຫ໌ໄດ້ຊົງຮັບເອົາອິບຣໍຫີມເປັນຜູ້ໃກ້ຊິດ) [ສູເຣາະຫ໌ ອັນນິສາ: 125]. ແລະ ອັລລໍຫ໌ ຜູ້ຊົງສັດຈະທຳ ຜູ້ຊົງອຳນາດ ໄດ້ຊົງຊີ້ແຈງວ່າ ຜູ້ໃດທີ່ປະຕິບັດຕາມແນວທາງອື່ນນອກຈາກສາສະໜາຂອງອິບຣໍຫີມ ອັລ-ຄໍລີນ (ຂໍຄວາມສັນຕິສຸກຈົງປະສົບແດ່ທ່ານ) ລາວກໍຄືຜູ້ທີ່ເຮັດໃຫ້ຕົນເອງໂງ່ຈ້າ, ດັ່ງທີ່ອັລລໍຫ໌ໄດ້ກ່າວວ່າ: (ແລະ ຜູ້ໃດເລົ່າທີ່ຈະຫັນຫຼັງໃຫ້ແກ່ສາສະໜາຂອງອິບຣໍຫີມ ນອກຈາກຜູ້ທີ່ເຮັດໃຫ້ຕົນເອງໂງ່ຈ້າ ແລະ ແນ່ນອນ ເຮົາໄດ້ຄັດເລືອກເຂົາແລ້ວໃນໂລກນີ້ ແລະ ແທ້ຈິງໃນໂລກຫນ້າ ເຂົາຈະຢູ່ໃນກຸ່ມຄົນດີ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:130].
9- ແລະ ພຣະອົງອັລລໍຫ໌ຜູ້ຊົງສູງສົງ ພຣະອົງບໍ່ຊົງປະສູດ, ແລະພຣະອົງບໍ່ຊົງຖືກປະສູດ, ແລະບໍ່ມີຜູ້ໃດສະເໝີເຫມືອນ ຫຼື ເທົ່າທຽມກັບພຣະອົງ.
ແລະ ພຣະອົງອັລລໍຫ໌ຜູ້ຊົງສູງສົງ ພຣະອົງບໍ່ຊົງປະສູດ, ແລະພຣະອົງບໍ່ຊົງຖືກປະສູດ, ແລະບໍ່ມີຜູ້ໃດສະເໝີເຫມືອນ ຫຼື ເທົ່າທຽມກັບພຣະອົງ ພຣະອົງຜູ້ຊົງສັດຈະທຳຜູ້ຊົງສູງສົ່ງ ໄດ້ຕຣັດວ່າ: (ຈົ່ງກ່າວເຖິດ ມຸຮຳມັດ ພຣະອົງ ຄືອັລລໍຫ໌ຜູ້ຊົງເອກະໜຶ່ງດຽວ (1) ອັລລໍຫ໌ນັ້ນຊົງເປັນທີ່ເພິ່ງ (2) ອັລລໍຮ໌ບໍ່ໄດ້ເກີດ ແລະ ບໍ່ໄດ້ຖືກເກີດ (3) ແລະ ບໍ່ມີຜູ້ໃດສະເໝີເຫມືອນພຣະອົງ (4) [ ສຸເຣາະຫ໌ ອັລ-ອິກລາສ :1-4]. ແລະ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ພຣະເຈົ້າແຫ່ງບັນດາຊັ້ນຟ້າ ແລະ ແຜ່ນດິນ ແລະ ສິ່ງທີ່ຢູ່ລະຫວ່າງນັ້ນທັ້ງສອງ ດັງນັ້ນຈົ່ງເຄົາລົບພັກດີຕໍ່ພຣະອົງ ແລະ ຈົ່ງອົດທົນຕໍ່ການເຄົາລົບພັກດີພຣະອົງ ເຈົ້າຮູ້ບໍວ່າມີຜູ້ໃດສະເຫມີເຫມືອນພຣະອົງ?) [ສູເຣາະຫ໌ ມັຣຍຳ : 65]. ແລະ ອັລລໍຫ໌ຜູ້ຊົງສັດຈະທຳ ຜູ້ຊົງກຽງໄກ ໄດ້ຕຣັດວ່າ: (ຄືຜູ້ຊົງສ້າງບັນດາຊັ້ນຟ້າ ແລະ ແຜ່ນດິນ ຊົງໃຫ້ມີຄູ່ຄອງແກ່ພວກເຈົ້າຈາກຕົວຂອງພວກເຈົ້າເອງ ແລະ ຈາກບັນດາປະສຸສັດກໍໃຫ້ມີຄູ່ຜົວເມຍ ດ້ວຍເຫກນີ້ພຣະອົງຊົງເຮັດໃຫ້ພວກເຈົ້າແຜ່ພັນຢ່າງມາກໝາຍ ບໍ່ມີສິ່ງໃດໆເໝືອນດັ່ງພຣະອົງ ແລະ ພຣະອົງຄືຜູ້ຊົງໄດ້ຍິນ ຜູ້ຊົງເຫັນ) [ສູເຣາະຫ໌ອັລ-ຊູຣໍ ອາຍະຫ໌ 11].
10- ແລະ ພຣະອົງຜູ້ຊົງສູງສົ່ງ ບໍ່ສະຖິດຢູ່ໃນສິ່ງໃດສິ່ງໜຶ່ງ ແລະ ບໍ່ຊົງຈຳແລງຕົວ (ບໍ່ກາຍເປັນມະນຸດ ຫຼື ສິ່ງມີຊີວິດ) ໃນສິ່ງໃດໜຶ່ງຂອງສິ່ງທີ່ພຣະອົງສ້າງຂຶ້ນມາ.
ແລະ ພຣະອົງຜູ້ຊົງສູງສົ່ງ ບໍ່ສະຖິດຢູ່ໃນສິ່ງໃດສິ່ງໜຶ່ງ ແລະ ບໍ່ຊົງຈຳແລງຕົວ (ບໍ່ກາຍເປັນມະນຸດ ຫຼື ສິ່ງມີຊີວິດ) ໃນສິ່ງໃດໜຶ່ງຂອງສິ່ງທີ່ພຣະອົງສ້າງຂຶ້ນມາ; ນັ້ນກໍເພາະວ່າ ພຣະອົງອັລລໍຫ໌ຊົງເປັນຜູ້ສ້າງ ແລະ ສິ່ງອື່ນນອກຈາກພຣະອົງນັ້ນແມ່ນສິ່ງທີ່ຖືກສ້າງ ແລະພຣະອົງຊົງເປັນຜູ້ຄົງຢູ່ຕະຫຼອດໄປ ແລະສິ່ງອື່ນນອກຈາກພຣະອົງລ້ວນແຕ່ມີຈຸດຈົບໄປສູ່ຄວາມສູນສະຫຼາຍ ແລະ ທຸກສິ່ງລ້ວນເປັນກຳມະສິດຂອງພຣະອົງ ແລະພຣະອົງຊົງເປັນເຈົ້າຂອງສິ່ງເຫຼົ່ານັ້ນ ດັ່ງນັ້ນ ພຣະອົງອັລລໍຫ໌ຈະບໍ່ມີສິງສະຖິດຕົນຢູ່ໃນສິ່ງໃດໆ ຈາກສິ່ງທີ່ພຣະອົງຊົງສ້າງ ແລະ ຈະບໍ່ມີສິ່ງໃດຈາກສິ່ງທີ່ຖືກສ້າງມາສິງ ຫຼື ສະຖິດຕົນຢູ່ໃນຕົວຕົນຂອງພຣະອົງຜູ້ຊົງສູງສົງ ແລະ ພຣະອົງອັລລໍຫ໌ຜູ້ຊົງສູງສົ່ງນັ້ນ ຊົງຍິ່ງໃຫຍ່ກວ່າທຸກສິ່ງ ແລະ ຊົງປະເສີດກວ່າທຸກສິ່ງ ພຣະອົງອັລລໍຫ໌ຜູ້ຊົງສູງສົ່ງ ໄດ້ຕຣັດປະຕິເສດຕໍ່ຜູ້ທີ່ອ້າງວ່າພຣະອົງໄດ້ສິງສະຖິດຢູ່ໃນພຣະເມຊີອາ ວ່າ: (ແນ່ນອນວ່າ ບັນດາຜູ້ທີ່ກ່າວວ່າ ແທ້ຈິງອັລລໍຫ໌ ຄື ອັລ-ມະຊີ ບຸດຂອງມັຣຍຳ ນັ້ນໄດ້ປະຕິເສດສັດທາແລ້ວ. ຈົ່ງກ່າວເຖິດ (ມຸຮຳມັດ) ດັ່ງນັ້ນ ໃຜເລົ່າຈະມີອຳນາດໃດໆ ຂັດຂວາງອັລລໍຫ໌ໄດ້ ຫາກພຣະອົງຊົງປະສົງທີ່ຈະທຳລາຍ ອັລ-ມະຊີ ບຸດຂອງມັຣຍຳ ແລະ ແມ່ຂອງເຂົາ ແລະ ຜູ້ທີ່ຢູ່ໃນແຜ່ນດິນທັງໝົດ. ແລະ ອຳນາດການປົກຄອງແຫ່ງບັນດາຊັ້ນຟ້າ ແລະ ແຜ່ນດິນ ແລະ ສິ່ງທີ່ຢູ່ລະຫວ່າງທັງສອງ ເປັນສິດຂອງອັລລໍຫ໌, ພຣະອົງຊົງສ້າງສິ່ງທີ່ພຣະອົງຊົງປະສົງ, ແລະ ອັລລໍຫ໌ ຊົງມີອານຸພາບເໜືອທຸກສິ່ງທັງປວງ) [ອັລ-ມາອິດະຫ໌: 17]. ແລະ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ທິດຕາເວັນອອກ ແລະ ທິດຕາເວັນຕົກ ເປັນກຳມະສິດຂອງອັລລໍຫ໌, ດັ່ງນັ້ນ ບ່ອນໃດກໍ່ຕາມທີ່ພວກເຈົ້າຫັນໄປ ທີ່ນັ້ນກໍ່ຄືພຣະພັກຂອງອັລລໍຫ໌, ແທ້ຈິງອັລລໍຫ໌ເປັນຜູ້ຊົງກວ້າງຂວາງ ຜູ້ຊົງຮອບຮູ້ ) (ແລະ ພວກເຂົາໄດ້ກ່າວວ່າ ອັລລໍຫ໌ໄດ້ຊົງຖືເອົາພຣະບຸດ, ມະຫາບໍຣິສຸດແດ່ພຣະອົງ, ແຕ່ວ່າສິ່ງທີ່ຢູ່ໃນບັນດາຊັ້ນຟ້າ ເເລະ ເເຜ່ນດິນນັ້ນເປັນຂອງພຣະອົງ ທຸກສິ່ງຕ່າງກໍນອບນ້ອມຕໍ່ພຣະອົງ) (ຜູ້ຊົງສ້າງລິເລີ່ມຊັ້ນຟ້າທັ້ງຫລາຍ ແລະ ແຜ່ນດິນ ແລະ ເມື່ອພຣະອົງຊົງກຳນົດກິດຈະການໃດ ພຣະອົງກໍຈະເວົ້າກັບມັນວ່າ ຈົງເປັນ ແລ້ວມັນກໍຈະເປັນຂື້ນມາ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:115-117]. ແລະ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວອີກວ່າ: (ແລະ ພວກເຂົາໄດ້ກ່າວວ່າ ພຣະຜູ້ຊົງເມດຕາປຣານີ ຊົງຕັ້ງພຣະບຸດຂຶ້ນເພື່ອພຣະອົງ) (ແນ່ນອນທີ່ສຸດ ພວກເຈົ້າໄດ້ນຳມາເຊິ່ງສິ່ງທີ່ຊົ່ວຊ້າຮ້າຍແຮງຍິ່ງ ) (ຊັ້ນຟ້າທັ້ງຫຼາຍແທບຈະແຕກພັງທະລາຍລົງມາ ແລະ ແຜ່ນດິນກໍ່ແທບຈະຍຸບທະລາຍລົງມາເປັນກ້ອນເລັກກ້ອນນ້ອຍ ﴿ (ການທີ່ພວກເຂົາໄດ້ກ່າວອ້າງວ່າ ພຣະຜູ້ຊົງເມດຕາປຣານີຊົງມີພຣະບຸດ) (ແລະ ບໍ່ເປັນການສົມຄວນແດ່ພຣະຜູ້ຊົງເມດຕາປຣານີ ທີ່ພຣະອົງຈະຊົງຕັ່ງເອົາພຣະບຸດຂຶ້ນ) (ບໍ່ມີຜູ້ໃດໃນບັນດາຊັ້ນຟ້າ ແລະ ແຜ່ນດິນ ເວັ້ນແຕ່ເຂົາຈະມາຍັງຜູ້ຊົງເມດຕາກະລຸນາໃນຖານະບ່າວ) (ແທ້ຈິງ ພຣະອົງຊົງຮອບຮູ້ຈຳນວນຂອງພວກເຂົາ ແລະ ຊົງນັບພວກເຂົາໄວ້ຢ່າງຖີ່ຖ້ວນໄວ້ແລ້ວ) (ແລະ ພວກເຂົາທຸກຄົນຈະມາຫາພຣະອົງໃນວັນກິຍາມະຫ໌ພຽງລຳພັງໂດດດຽວ) [ສູເຣາະຫ໌ ມັຣຍຳ: 88-95]. ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ອັລລໍຫ໌ ຄືຜູ້ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ ຜູ້ຊົງເປັນ, ຜູ້ຊົງບໍລິຫານ ຄວາມເງົານອນ ແລະ ການນອນ ບໍ່ສາມາດຄວບງຳພຣະອົງ, ທຸກສິ່ງໃນຊັ້ນຟ້າ ແລະ ແຜ່ນດິນເປັນຂອງພຣະອົງ ບໍ່ມີໃຜສາມາດຂໍໃຫ້ການຊ່ວຍເຫຼືອໄດ້ ນອກເໜືອຈາກພຣະອົງຈະຊົງອະນຸຍາດ ພຣະອົງຢູ່ທັ້ງເບື້ອງຫນ້າ ແລະ ເບື້ອງຫລັງ ບໍ່ມີຜູ້ໃດຮອບຮູ້ຍົກເວັ້ນພຣະອົງຈະຊົງປະສົງ ບັນລັງຂອງພຣະອົງຊົງກວ້າງຄວບຄຸມທັ້ງຟ້າ ແລະ ແຜ່ນດິນ ແລະ ບໍ່ເຮັດໃຫ້ພຣະອົງເມື່ອຍໃນການດູແລຮັກສາ ພຣະອົງແມ່ນຜູ້ຊົງສູງສົງ ແລະ ຍິ່ງໃຫຍ່ທີ່ສຸດ). [ສູເຣາະຫ໌ ອັລ-ບາກໍເຣາະຫ໌:255]. ດັ່ງນັ້ນ ເມື່ອສະຖານະພາບຂອງພຣະອົງເປັນເຊັ່ນນີ້ ແລະ ສະຖານະພາບຂອງສັບພະສິ່ງຖືກສ້າງຂອງພຣະອົງເປັນເຊັ່ນນີ້, ແລ້ວພຣະອົງຈະເຂົ້າໄປສະຖິດຢູ່ໃນຜູ້ໜຶ່ງຜູ້ໃດຈາກພວກເຂົາ ຫຼື ຖືເອົາເຂົາມາເປັນບຸດຂອງພຣະອົງ ຫຼື ຕັ້ງໃຫ້ເຂົາເປັນພຣະເຈົ້າຮ່ວມກັບພຣະອົງໄດ້ແນວໃດ?
11- ພຣະອົງອັລລໍຫ໌ຜູ້ຊົງສູງສົງ ພຣະອົງຄືຜູ້ຊົງກະລຸນາປານີ ຜູ້ຊົງເມດຕາ ຕໍ່ບ່າວຂອງພຣະອົງ ດ້ວຍການສົ່ງສາສະນະທູດມາ ແລະປະທານຄຳພີລົງມາ
ແລະ ພຣະອົງອັລລໍຫ໌ຜູ້ຊົງສູງສົງ ພຣະອົງຄືຜູ້ຊົງກະລຸນາປານີ ຜູ້ຊົງເມດຕາ ຕໍ່ບ່າວຂອງພຣະອົງ ດັ່ງນັ້ນ ຈາກຄວາມເມດຕາຂອງພຣະອົງທີ່ມີຕໍ່ບ່າວຂອງພຣະອົງກໍຄື ການທີ່ພຣະອົງໄດ້ສົ່ງບັນດາຣໍຊູລ ແລະ ປະທານບັນດາຄຳພີລົງມາໃຫ້ພວກເຂົາ; ເພື່ອນຳພາພວກເຂົາອອກຈາກຄວາມມືດມົນຂອງການປະຕິເສດສັດທາ ແລະ ການຕັ້ງພາຄີ ໄປສູ່ແສງສະຫວ່າງແຫ່ງການໃຫ້ເອກະພາບ ແລະ ທາງນຳ, ພຣະອົງອັລລໍຫ໌ຜູ້ຊົງສູງສົງໄດ້ຕຣັດວ່າ: ຄວາມວ່າ: (ພຣະອົງຄືຜູ້ຊົງປະທານບັນດາໂອງການອັນຊັດເຈນແຈ່ມແຈ້ງລົງມາແກ່ບ່າວຂອງພຣະອົງ (ມູຮຳມັດ) ເພື່ອຊົງນຳທາງພວກທ່ານອອກຈາກຄວາມມືດສູ່ແສງສະວ່າງ ແລະ ແທ້ຈິງອັລລໍຫ໌ນັ້ນເປັນຜູ້ຊົງເອັນດູ ຊົງເມດຕາຍິ່ງຕໍ່ພວກທ່ານ) [ສູເຣາະຫ໌ ອັລ-ຮາດິດ :9].
ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ຂ້າບໍ່ໄດ້ສົ່ງເຈົ້າ (ມູຮຳມັດ) ມາເພື່ອອື່ນໃດ ນອກເພື່ອເປັນຄວາມເມດຕາແກ່ຊາວໂລກ) [ອັນ ບີຍາອ໌ :107] ແລະ ພຣະອົງອັລລໍຫ໌ ໄດ້ຊົງບັນຊາທ່ານນະບີຂອງພຣະອົງ ໃຫ້ແຈ້ງແກ່ບັນດາບ່າວວ່າ ແທ້ຈິງພຣະອົງຄືຜູ້ຊົງອະໄພຍະໂທດ ຜູ້ມີເມດຕາສະເໝີ, ດັ່ງທີ່ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ຈົ່ງແຈ້ງແກ່ປວງບ່າວຂອງຂ້າວ່າ ແທ້ຈິງຂ້າຄືຜູ້ຊົງອະໄພ ຜູ້ຊົງເມດຕາສະເໝີ) [ສູເຣາະຫ໌ອັລ-ຫິຈຣ໌ : 49]. ແລະ ດ້ວຍຄວາມປານີ ແລະ ຄວາມເມດຕາຂອງພຣະອົງ ພຣະອົງຊົງປັດເປົ່າທຸກໄພ ແລະ ປະທານຄວາມດີງາມໃຫ້ແກ່ບັນດາບ່າວຂອງພຣະອົງ. ອັລລໍຫ໌ ຊົງຕຣັດວ່າ: (ແລະ ຫາກອັລລໍຫ໌ຊົງໃຫ້ຄວາມເດືອດຮ້ອນມາປະສົບແກ່ເຈົ້າ ກໍ່ບໍ່ມີຜູ້ໃດຈະປົດເປື້ອງມັນໄດ້ນອກຈາກພຣະອົງ ແລະ ຫາກພຣະອົງຊົງປະສົງຄວາມດີແກ່ເຈົ້າ ກໍ່ບໍ່ມີຜູ້ໃດຈະກີດກັນຄວາມໂປດປານຂອງພຣະອົງໄດ້ ພຣະອົງຊົງໃຫ້ມັນມາປະສົບແກ່ຜູ້ທີ່ພຣະອົງຊົງປະສົງຈາກປວງບ່າວຂອງພຣະອົງ ແລະ ພຣະອົງນັ້ນ ເປັນຜູ້ຊົງອະໄພ ຜູ້ຊົງເມດຕາ) [ສູເຣາະຫ໌ ຍູນຸສ : 107].
12- ອັລລໍຫ໌ຄືພຣະຜູ້ເປັນເຈົ້າ ຜູ້ຊົງເມດຕາ ແລະພຣະອົງຜູ້ດຽວທີ່ຈະພິພາກສາສິ່ງມີຊີວິດຕ່າງໆໃນວັນກິຍາມະຫ໌ (ວັນແຫ່ງການຟື້ນຄືນຊີບ) ເມື່ອພຣະອົງຊົງປຸກພວກເຂົາທັງໝົດຂຶ້ນຈາກຫລຸມຝັງສົບ ດັ່ງນັ້ນພຣະອົງຈະຊົງໃຫ້ການຕອບແທນແຕ່ລະຄົນສໍາລັບສິ່ງທີ່ເຂົາໄດ້ເຮັດ ບໍ່ວ່າຈະດີ ຫຼືຊົ່ວ ສະນັ້ນ ໃຜກໍຕາມທີ່ເຮັດຄວາມດີ ແລະ ເປັນຜູ້ສັດທາ ລາວຈະໄດ້ຮັບຄວາມສຸກຕະຫຼອດການ ແລະ ໃຜກໍຕາມທີ່ປະຕິເສດຄວາມສັດທາ ແລະ ເຮັດຄວາມຊົ່ວ ລາວຈະໄດ້ຮັບການລົງໂທດອັນຍິ່ງໃຫຍ່ໃນໂລກໜ້າ.
ອັລລໍຫ໌ຄືພຣະຜູ້ເປັນເຈົ້າ ຜູ້ຊົງເມດຕາ ແລະພຣະອົງຜູ້ດຽວທີ່ຈະພິພາກສາສິ່ງມີຊີວິດຕ່າງໆໃນວັນກິຍາມະຫ໌ (ວັນແຫ່ງການຟື້ນຄືນຊີບ) ເມື່ອພຣະອົງຊົງປຸກພວກເຂົາທັງໝົດຂຶ້ນຈາກຫລຸມຝັງສົບ ດັ່ງນັ້ນພຣະອົງຈະຊົງຕອບແທນແຕ່ລະຄົນສໍາລັບສິ່ງທີ່ເຂົາໄດ້ເຮັດ ບໍ່ວ່າຈະດີ ຫຼື ຊົ່ວ ດັ່ງນັ້ນ ໃຜກໍຕາມທີ່ເຮັດຄວາມດີ ແລະ ເປັນຜູ້ສັດທາ ລາວຈະໄດ້ຮັບຄວາມສຸກຕະຫຼອດການ ສ່ວນໃຜກໍຕາມທີ່ປະຕິເສດຄວາມສັດທາ ແລະ ເຮັດຄວາມຊົ່ວ ລາວຈະໄດ້ຮັບການລົງໂທດຢ່າງໃຫຍ່ຫຼວງໃນວັນກິຍາມະຫ໌. ດັ່ງນັ້ນ ຈາກຄວາມຍຸຕິທຳອັນສົມບູນ, ຄວາມປີຊາຍານ ແລະ ຄວາມເມດຕາຂອງອັລລໍຫ໌ ຊຸບຮານະ ຮູວະ ຕະອາລາ ຕໍ່ສິ່ງຖືກສ້າງຂອງພຣະອົງ ກໍຄືການທີ່ພຣະອົງຊົງເຮັດໃຫ້ໂລກນີ້ເປັນສະຖານທີ່ແຫ່ງການກະທຳ ແລະ ຊົງໃຫ້ມີໂລກໜ້າເພື່ອເປັນສະຖານທີ່ແຫ່ງການຕອບແທນ, ການສອບສວນ ແລະ ການໃຫ້ລາງວັນ; ເພື່ອໃຫ້ຜູ້ທີ່ເຮັດຄວາມດີໄດ້ຮັບລາງວັນໃນຄວາມດີຂອງຕົນ ແລະ ຜູ້ທີ່ເຮັດຊົ່ວ, ຜູ້ອະທຳ ແລະ ຜູ້ລ່ວງລະເມີດ ຈະໄດ້ຮັບການລົງໂທດໃນການລ່ວງລະເມີດ ແລະ ຄວາມອະທຳຂອງຕົນ; ແລະ ເນື່ອງຈາກເລື່ອງນີ້ອາດເປັນສິ່ງທີ່ບາງຈິດໃຈຄິດວ່າເປັນໄປໄດ້ຍາກ ອັລລໍຫ໌ຈຶ່ງຊົງໃຫ້ມີຫຼັກຖານຫຼາຍຢ່າງທີ່ບົ່ງບອກວ່າການຟື້ນຄືນຊີບນັ້ນເປັນຄວາມຈິງທີ່ປາສະຈາກຂໍ້ສົງໄສໃດໆ ດັ່ງທີ່ອັລລໍຫ໌ຊົງຕຣັດວ່າ: ( ແລະສ່ວນໜຶ່ງຈາກສັນຍານທັ້ງຫຼາຍຂອງພຣະອົງ ຄື ເຈົ້າຈະເຫັນແຜ່ນດິນແຫ້ງແລ້ງ ຕໍ່ມາ ເມື່ອພຣະອົງຊົງຫລັ່ງນ້ຳຝົນລົງມາບົນມັນ ມັນກໍ່ຈະມີຊີວິດຊີວາ ແລະ ໃຫ້ພືດຜົນ ແທ້ຈິງຜູ້ເຊິ່ງໃຫ້ມັນມີຊີວິດຂຶ້ນມານັ້ນ ກໍ່ຈະຊົງໃຫ້ຊີວິດແກ່ຄົນຕາຍໄດ້ຢ່າງແນ່ນອນ ແທ້ຈິງພຣະອົງນັ້ນເປັນຜູ້ຊົງອານຸພາບເໜືອທຸກສິ່ງ) [ສູເຣາະຫ໌ ຟຸສຊີລັດ : 39]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ໂອ້ ມວນມະນຸດທັງຫຼາຍ, ຖ້າຫາກພວກທ່ານຢູ່ໃນຄວາມສົງໄສກ່ຽວກັບການຟື້ນຄືນຊີບ, ແລ້ວແທ້ຈິງເຮົາໄດ້ສ້າງພວກທ່ານມາຈາກດິນ, ຫຼັງຈາກນັ້ນຈາກນ້ຳອະສຸຈິ, ຫຼັງຈາກນັ້ນຈາກກ້ອນເລືອດ, ຫຼັງຈາກນັ້ນຈາກກ້ອນເນື້ອທີ່ເປັນຮູບຮ່າງ ແລະ ບໍ່ເປັນຮູບຮ່າງ ເພື່ອທີ່ເຮົາຈະໄດ້ຊີ້ແຈງໃຫ້ພວກທ່ານປະຈັກ. ແລະ ເຮົາໃຫ້ຄົງຢູ່ໃນມົດລູກຕາມທີ່ເຮົາປະສົງຈົນເຖິງເວລາທີ່ຖືກກຳນົດໄວ້, ຫຼັງຈາກນັ້ນເຮົາຈະນຳພວກທ່ານອອກມາເປັນເດັກທາລົກ, ຫຼັງຈາກນັ້ນເພື່ອໃຫ້ພວກທ່ານບັນລຸສູ່ຄວາມແຂງແຮງເຕັມທີ່ຂອງພວກທ່ານ ແລະ ໃນໝູ່ພວກທ່ານມີຜູ້ທີ່ຖືກໃຫ້ສິ້ນຊີວິດ, ແລະ ໃນໝູ່ພວກທ່ານມີຜູ້ທີ່ຖືກນຳກັບໄປສູ່ໄວແກ່ຊະລາທີ່ສຸດ ເພື່ອທີ່ລາວຈະບໍ່ຮູ້ສິ່ງໃດເລີຍຫຼັງຈາກທີ່ເຄີຍມີຄວາມຮູ້ມາກ່ອນ ແລະ ທ່ານຈະເຫັນແຜ່ນດິນແຫ້ງແລ້ງ, ແຕ່ເມື່ອເຮົາໄດ້ປະທານນ້ຳລົງມາເທິງມັນ, ມັນກໍຈະເຄື່ອນໄຫວ ແລະ ພອງຕົວຂຶ້ນ, ແລະ ໄດ້ໃຫ້ພືດທຸກຊະນິດທີ່ສວຍງາມງອກເງີຍຂຶ້ນມາ) [ສູເຣາະຫ໌ ອັລ-ຮັຈ : 5]. ດັ່ງນັ້ນ ພຣະເຈົ້າຜູ້ຍິ່ງໃຫຍ່ໄດ້ກ່າວເຖິງຫຼັກຖານທາງວິນຍານສາມປະການຢູ່ໃນອາຍະຫ໌ນີ້ ທີ່ຢັ້ງຢືນເຖິງການຟື້ນຄືນຊີບ ຄື:
1. ແທ້ຈິງແລ້ວ ພຣະອົງອັລລໍຫ໌ຊົງສ້າງມະນຸດໃນຄັ້ງທຳອິດຈາກດິນ ແລະ ຜູ້ທີ່ຊົງສ້າງມະນຸດຂຶ້ນຈາກດິນໄດ້ ກໍ່ສາມາດທີ່ຈະຟື້ນຄືນຊີບໃຫ້ເຂົາກັບຄືນມາມີຊີວິດອີກຄັ້ງໄດ້ເຊັ່ນກັນ ໃນເວລາທີ່ເຂົາກາຍເປັນຂີ້ຝຸ່ນດິນໄປແລ້ວ.
2. ຜູ້ທີ່ຊົງສ້າງມະນຸດຈາກນໍ້າອະສຸຈິ ກໍ່ຊົງສາມາດທີ່ຈະໃຫ້ມະນຸດກັບຄືນມາມີຊີວິດຫຼັງຈາກຄວາມຕາຍຂອງເຂົາໄດ້.
3. ແທ້ຈິງແລ້ວ ຜູ້ເຊິ່ງໃຫ້ຊີວິດແກ່ແຜ່ນດິນດ້ວຍນ້ຳຝົນຫຼັງຈາກການຕາຍຂອງມັນນັ້ນ ຍ່ອມຊົງສາມາດທີ່ຈະໃຫ້ຊີວິດແກ່ມະນຸດຫຼັງຈາກຄວາມຕາຍຂອງພວກເຂົາໄດ້ຢ່າງແນ່ນອນ, ແລະ ໃນໂອງການນີ້ມີຫຼັກຖານອັນຍິ່ງໃຫຍ່ເຖິງຄວາມມະຫັດສະຈັນຂອງອັລກຸຣອານ; ນັ້ນກໍຄື ໂອງການນີ້ໄດ້ລວບລວມເອົາ -ເຖິງວ່າມັນຈະບໍ່ຍາວ- 3 ຂໍ້ພິສູດທາງເຫດຜົນອັນໜ້າທຶ່ງກ່ຽວກັບປະເດັນອັນຍິ່ງໃຫຍ່ໄວ້ໄດ້ແນວໃດ.
ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ໃນວັນທີ່ເຮົາຈະມ້ວນຊັ້ນຟ້າ ດັ່ງການມ້ວນແຜ່ນໜັງສືສຳລັບການບັນທຶກ ດັ່ງເຊັ່ນທີ່ເຮົາໄດ້ເລີ່ມໃຫ້ມີການບັງເກີດຄັ້ງທຳອິດ ເຮົາຈະໃຫ້ມັນກັບເປັນຂຶ້ນມາອີກ ເປັນສັນຍາຜູກພັນກັບເຮົາ ແທ້ຈິງເຮົາເປັນຜູ້ກະທຳຢ່າງແນ່ນອນ) [ສຸເຣາະຫ໌ ອຳບິຍາ : 104]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ເຂົາໄດ້ຍົກອຸທາຫອນປຽບທຽບແກ່ເຮົາ ແລະ ໄດ້ລືມການບັງເກີດຂອງເຂົາ ເຂົາກ່າວວ່າ ຜູ້ໃດຈະໃຫ້ກະດູກທີ່ເປັນຜຸຍຜົງມີຊີວິດຂຶ້ນມາອີກ) (ຈົງກ່າວເຖິດ (ມຸຮຳມັດ) ວ່າ ພຣະຜູ້ຊົງໃຫ້ກຳເນິດມັນເທື່ອທຳອິດນັ້ນ ຍ່ອມຈະຊົງໃຫ້ມັນມີຊີວິດຂຶ້ນມາອີກ ແລະ ພຣະອົງເປັນຜູ້ຊົງຮອບຮູ້ ການບັງເກິດທຸກສິ່ງ) [ຍາຊີນ : 78]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: ( ພວກເຈົ້າລຳບາກຍິ່ງ ໃນການສ້າງແນວນັ້ນບໍ່ ຫຼືວ່າຊັ້ນຟ້າທີ່ພຣະອົງຊົງສ້າງມັນ ) (ພຣະອົງຊົງຍົກຫຼັງຄາຂອງມັນໃຫ້ສູງຂຶ້ນ ແລ້ວຊົງເຮັດໃຫ້ມັນສົມບູນ ) (ແລະ ພຣະອົງຊົງເຮັດໃຫ້ກາງຄືນຂອງມັນມືດມິດ ແລະ ໄດ້ນຳເອົາຄວາມສະຫວ່າງຂອງມັນອອກມາ) (ແລະແຜ່ນດິນຫຼັງຈາກນັ້ນ ພຣະອົງໄດ້ຊົງແຜ່ມັນອອກ) (ພຣະອົງໄດ້ຊົງນຳນ້ຳ ແລະ ທົ່ງຫຍ້າຂອງມັນອອກມາຈາກມັນ) (ແລະ ບັນດາພູຜາ ພະອົງໄດ້ຊົງໃຫ້ມັນຕັ້ງໝັ້ນຄົງ ﴿ [ສຸເຣາະຫ໌ ອັນນະຊີອ໋າຕ : 27-32]. ດັ່ງນັ້ນ ຈຶ່ງເປັນທີ່ປະຈັກແຈ້ງວ່າ ການສ້າງມະນຸດນັ້ນບໍ່ໄດ້ຍາກໄປກວ່າການສ້າງຊັ້ນຟ້າ ແລະ ແຜ່ນດິນ ແລະ ທຸກສິ່ງທີ່ມີຢູ່ໃນທັ້ງສອງນັ້ນ, ສະນັ້ນ ຜູ້ທີ່ສາມາດສ້າງຊັ້ນຟ້າ ແລະ ແຜ່ນດິນໄດ້ ກໍຍ່ອມປາດສະຈາກຄວາມອ່ອນແອທີ່ຈະຟື້ນຄືນຊີບໃຫ້ມະນຸດກັບຄືນມາອີກເທື່ອທີ່ສອງ.
13. ພຣະອົງອັລລໍຫ໌ຜູ້ຊົງສູງສົ່ງ ຊົງສ້າງທ່ານອາດຳຈາກດິນ ແລະ ເຮັດໃຫ້ເຊື້ອສາຍຂອງທ່ານນັບມື້ນັບເພີ່ມຂຶ້ນຫຼັງຈາກເຂົາ ເພາະວ່າທຸກຄົນມີຄວາມສະເໝີພາບກັນໂດຍກຳເນີດ ແລະ ບໍ່ມີເພດໜຶ່ງເໜືອໄປກວ່າເພດໃດເພດຫນຶ່ງ ຫລື ກຸ່ມຊົນໃດຫນຶ່ງດີໄປກວ່າກຸ່ມຊົນອື່ນ ຍົກເວັ້ນໂດຍຄວາມສັດທາຍຳເກງທີ່ມີໃນຕົວຂອງເຂົາເອງ.
ພຣະອົງອັລລໍຫ໌ຜູ້ຊົງສູງສົ່ງ ຊົງສ້າງທ່ານອາດຳຈາກດິນ ແລະ ເຮັດໃຫ້ເຊື້ອສາຍຂອງເຂົານັບມື້ນັບເພີ່ມຂຶ້ນຫຼັງຈາກເຂົາ ເພາະວ່າທຸກຄົນມີຄວາມສະເໝີພາບກັນໂດຍກຳເນີດ ແລະ ບໍ່ມີເພດໜຶ່ງເໜືອໄປກວ່າເພດໃດເພດຫນຶ່ງ ຫລື ກຸ່ມຊົນໃດຫນຶ່ງດີໄປກວ່າກຸ່ມຊົນອື່ນ ຍົກເວັ້ນໂດຍຄວາມສັດທາຍຳເກງທີ່ມີໃນຕົວຂອງເຂົາເອງ ພຣະອົງອັລລໍຫ໌ ຕະອາລາ ໄດ້ຕຣັດໄວ້ວ່າ: (ໂອ້ ມະນຸດຊາດທັ້ງຫຼາຍເອີຍ ແທ້ຈິງ ເຮົາຊົງສ້າງພວກເຈົ້າຈາກເພດຊາຍ ແລະ ເພດຍິງ ແລະ ເຮົາໄດ້ໃຫ້ພວກເຈົ້າແຍກເປັນເຜົ່າພັນ ຕະກູນ ເພື່ອພວກເຈົ້າຈະໄດ້ຮູ້ຈັກກັນ ແທ້ຈິງ ຜູ້ທີ່ມີກຽດ ນະ ທີ່ອັລລໍຫ໌ ຄືຜູ້ທີ່ມີຄວາມຍຳເກຼງຫຼາຍທີ່ສຸດໃນຫມູ່ພວກເຈົ້າ ແທ້ຈິງ ອັລລໍຫ໌ ຊົງຮອບຮູ້ ຊົງຊາບຢ່າງຖີ່ຖ້ວນ) [ສູເຣາະຫ໌ອັລ ຮຸຈຸຣອຕ : 13] ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ພຣະອົງອັລລໍຫ໌ ຊົງສ້າງພວກເຈົ້າຈາກດິນ ຕໍ່ມາຈາກນໍ້າອະສຸຈິ ແລ້ວພຣະອົງໄດ້ເຮັດໃຫ້ພວກເຈົ້າເປັນຄູ່ໆ ແລະ ບໍ່ມີຜູ້ຍິງໃດຕັ້ງທ້ອງ ແລະ ຄອດລູກ ເວັ້ນເສຍແຕ່ດ້ວຍຄວາມຮູ້ຂອງພຣະອົງ ແລະ ຈະບໍ່ມີຜູ້ມີອາຍຸຍືນໃດໄດ້ຮັບການຕໍ່ອາຍຸ ແລະ ອາຍຸຂອງເຂົາຈະບໍ່ຖືກຫຼຸດລົງ ເວັ້ນເສຍແຕ່ຈະຢູ່ໃນປຶ້ມບັນທຶກ ແທ້ຈິງແລ້ວສິ່ງນັ້ນເປັນສິ່ງທີ່ງ່າຍດາຍສຳລັບພຣະອົງອັລລໍຫ໌) [ຊູເຣາະຫ໌ ອັລຟາຕິຣ:11]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ພຣະອົງຄືຜູ້ທີ່ໄດ້ສ້າງພວກເຈົ້າຈາກດິນ ແລ້ວຈາກນໍ້າອະສຸຈິ ແລ້ວຈາກກ້ອນເລືອດ ແລ້ວພຣະອົງຊົງນໍາເອົາພວກເຈົ້າອອກມາເປັນເດັກນ້ອຍທາລົກ ແລ້ວເພື່ອໃຫ້ພວກເຈົ້າບັນລຸສູ່ໄວໜຸ່ມແໜ້ນ ແລ້ວເພື່ອໃຫ້ພວກເຈົ້າກາຍເປັນຜູ້ເຖົ້າຊະລາ ແລະ ໃນໝູ່ພວກເຈົ້າມີຜູ້ທີ່ຖືກໃຫ້ຕາຍໃນໄວໜຸ່ມ ແລະ ເພື່ອໃຫ້ພວກເຈົ້າບັນລຸເຖິງໄວທີ່ຖືກກຳນົດໄວ້ ແລະ ເພື່ອພວກເຈົ້າຈະໄດ້ໃຊ້ສະຕິປັນຍາ) [ສູເຣາະຫ໌ ອັລ-ກໍຟິຣ: 67]. ແລະ ອັລລໍຫ໌ ຕະອາລາ ໄດ້ກ່າວໂດຍຊີ້ແຈງວ່າ ພຣະອົງໄດ້ຊົງສ້າງອັລມະຊີຫ໌ດ້ວຍພຣະບັນຊາແຫ່ງການສ້າງ ດັ່ງທີ່ພຣະອົງໄດ້ຊົງສ້າງອາດຳຈາກດິນດ້ວຍພຣະບັນຊາແຫ່ງການສ້າງ, ອັລລໍຫ໌ ໄດ້ກ່າວວ່າ : (ອັນແທ້ຈິງ ອຸປະມາຂອງພຣະເຢຊູ ນະ ທີ່ພະເຈົ້າອັລລໍຫ໌ນັ້ນ ດັ່ງອຸປະມາຂອງອາດຳ ພຣະອົງຊົງບັງເກິດລາວມາຈາກດິນ ແລ້ວພຣະອົງກໍ່ກ່າວກັບລາວວ່າ ຈົ່ງເປັນ ແລ້ວລາວກໍ່ຈະເປັນຂື້ນມາ) [ສຸເຣາະຫ໌ ອະລາອິມຣອນ : 59]. ແລະ ດັ່ງທີ່ຂ້າພະເຈົ້າໄດ້ກ່າວມາແລ້ວໃນຂໍ້ທີ (2) ວ່າ ທ່ານນະບີ ﷺ ໄດ້ຊີ້ໃຫ້ເຫັນວ່າ ມະນຸດເທົ່າທຽມກັນ ແລະ ບໍ່ມີຜູ້ໃດເໜືອກວ່າຜູ້ໃດ ຍົກເວັ້ນຄວາມຍຳເກງຕໍ່ພຣະເຈົ້າ.
14- ເດັກນ້ອຍທຸກຄົນເກິດມາໂດຍຄວາມບໍລິສຸດ (ຟິຕເຣາະຫ໌)
ແລະ ເດັກນ້ອຍທຸກຄົນເກີດມາໂດຍສັນສາດຕະຍານທີ່ບໍລິສຸດ ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ກ່າວວ່າ : (ດັ່ງນັ້ນ ເຈົ້າຈົ່ງຜິນໃບໜ້າຂອງເຈົ້າສູ່ສາສະໜາ ໂດຍເປັນຜູ້ຢູ່ໃນແນວທາງທີ່ທ່ຽງກົງ ອັນເປັນທຳມະຊາດຂອງອັລລໍຫ໌ ເຊິ່ງພຣະອົງໄດ້ຊົງສ້າງມວນມະນຸດຂຶ້ນມາບົນທຳມະຊາດນັ້ນ ບໍ່ມີການປ່ຽນແປງໃນການສ້າງຂອງອັລລໍຫ໌ ນັ້ນຄືສາສະໜາອັນທ່ຽງທຳ ແຕ່ມວນມະນຸດສ່ວນຫຼາຍບໍ່ຮູ້) [ສຸເຣາະຫ໌ ອັຣ-ຣູມ: 30]. ແລະ ແນວທາງອັນ-ຮະນີຟີຍະຫ໌ ຄື ສາສະໜາຂອງອິບຣໍຫີມ ອັລ-ຄໍລີລ ອະໄລຮິສສະລາມ, ອັລລໍຫ໌ຜູ້ຊົງສູງສົ່ງ ໄດ້ກ່າວໄວ້ວ່າ: (ຕໍ່ມາ ເຮົາໄດ້ມີໂອງການ (ວະຮ໌ຍູ) ແກ່ເຈົ້າວ່າ ຈົ່ງປະຕິບັດຕາມສາສະໜາຂອງອິບຣໍຫີມ ຜູ້ທ່ຽງທຳ ແລະ ລາວບໍ່ໄດ້ຢູ່ໃນໝູ່ຜູ້ຕັ້ງພາຄີ) [ສຸເຣາະຫ໌ ອັລ-ນະຫ໌ລຸ :123] ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: "ເດັກທຸກຄົນຍອມເກີດມາບົນທຳມະຊາດ (ອັນບໍລິສຸດ) ແລະ ບິດາມານດາຂອງເຂົາ ໄດ້ເຮັດໃຫ້ເຂົາເປັນຍິວ ຫລື ຄຣິສຕຽນ ຫລື ບູຊາໄຟ ເຊັ່ນດຽວກັບສັດທີ່ໃຫ້ກຳເນີດລູກອອກມາຢ່າງສົມບູນ ພວກທ່ານພົບເຫັນຮອຍຕຳໜິໃດໆໃນຕົວມັນບໍ?" ຈາກນັ້ນ ທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍ ອັນຮຸ ກ່າວວ່າ: (ນັ້ນຄືທຳມະຊາດຂອງອັລລໍຫ໌ ທີ່ພຣະອົງຊົງສ້າງມະນຸດຂຶ້ນມາຕາມນັ້ນ ຈະບໍ່ມີການປ່ຽນແປງໃດໆ ໃນການສ້າງຂອງອັລລໍຫ໌ ນັ້ນຄືສາສະໜາທີ່ທ່ຽງກົງ ແຕ່ມະນຸດສ່ວນຫລາຍບໍ່ຮູ້) [ສຸເຣາະຫ໌ ອັຣ-ຣູມ: 30]. ບັນທຶກໂດຍອິມາມບຸຄໍຣີ 4775, ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: «ຈົ່ງຊາບເຖີດວ່າ ແທ້ຈິງ ພຣະເຈົ້າຂອງຂ້າພະເຈົ້າໄດ້ສັ່ງໃຊ້ຂ້າພະເຈົ້າ ໃຫ້ສອນພວກເຈົ້າໃນສິ່ງທີ່ພວກເຈົ້າບໍ່ຮູ້ ຈາກສິ່ງທີ່ພຣະອົງໄດ້ສອນຂ້າພະເຈົ້າໃນມື້ນີ້: ຊັບສິນທັງໝົດທີ່ຂ້າ (ອັລລໍຫ໌) ໄດ້ມອບໃຫ້ແກ່ບ່າວນັ້ນ ແມ່ນເປັນທີ່ອະນຸມັດ (ຮາລາລ) ແລະ ແທ້ຈິງ ຂ້າໄດ້ສ້າງບັນດາບ່າວຂອງຂ້າໃຫ້ເປັນຜູ້ທີ່ທ່ຽງກົງທັງໝົດ ແລ້ວບັນດາໄຊຕອນ (ມານຮ້າຍ) ກໍ່ໄດ້ມາຫາພວກເຂົາ ໂດຍໄດ້ຫັນເຫພວກເຂົາອອກຈາກສາສະໜາຂອງພວກເຂົາ ແລະ ພວກມັນໄດ້ຫ້າມແກ່ພວກເຂົາໃນສິ່ງທີ່ຂ້າໄດ້ອະນຸມັດແກ່ພວກເຂົາ ແລະ ພວກມັນໄດ້ສັ່ງໃຊ້ພວກເຂົາໃຫ້ຕັ້ງພາຄີຕໍ່ຂ້າ ດ້ວຍສິ່ງທີ່ຂ້າບໍ່ໄດ້ປະທານຫຼັກຖານໃດໆ ລົງມາ» ບັນທຶກໂດຍມຸສລິມ 2865.
15- ບໍ່ມີມະນຸດຄົນໃດເກິດມາມີບາບ ຫຼື ໄດ້ຮັບບາບຈາກຄົນອື່ນ:
ບໍ່ມີມະນຸດຄົນໃດເກິດມາມີບາບ ຫຼື ໄດ້ຮັບບາບຈາກຄົນອື່ນ ແລະ ອັລລໍຫ໌ ຕະອາລາ ໄດ້ບອກວ່າ ເມື່ອທ່ານນະບີອາດຳ ອະໄລຮິສລາມ ໄດ້ຝ່າຝືນຄຳສັ່ງຂອງພຣະຜູ້ເປັນເຈົ້າ, ທ່ານນະບີອາດຳພ້ອມກັບພັນລະຍາຂອງທ່ານ ຄືນາງຮາວາ ໄດ້ກິນຈາກຕົ້ນໄມ້ນັ້ນ ທ່ານກໍ່ໄດ້ເສຍໃຈ ແລະ ກັບຕົວສຳນຶກຜິດ ແລະ ໄດ້ຂໍການອະໄພບາບຈາກອັລລໍຫ໌ ດັ່ງນັ້ນອັລລໍຫ໌ຈຶ່ງໄດ້ດົນໃຈໃຫ້ທ່ານກ່າວຖ້ອຍຄຳທີ່ດີ ແລ້ວທ່ານກໍໄດ້ກ່າວມັນ ອັລລໍຫ໌ຈຶ່ງໄດ້ຮັບການກັບໃຈຂອງທັ້ງສອງ ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ແລະ ເຮົາໄດ້ກ່າວວ່າ ໂອ້ ອາດຳເອີຍ, ເຈົ້າ ແລະ ພັນລະຍາຂອງເຈົ້າ ຈົ່ງພັກອາໄສຢູ່ໃນສວນສະຫວັນ ແລະ ພວກເຈົ້າທັງສອງຈົ່ງກິນຈາກສວນນັ້ນຢ່າງກວ້າງຂວາງ ຕາມທີ່ພວກເຈົ້າທັ້ງສອງປາດຖະໜາ ແລະ ຈົ່ງຢ່າເຂົ້າໃກ້ຕົ້ນໄມ້ນີ້ ຖ້າບໍ່ເຊັ່ນນັ້ນ ພວກເຈົ້າທັງສອງຈະຢູ່ໃນໝູ່ຜູ້ອະທຳ) (ພາຍຫຼັງໄຊຕອນໄດ້ເຮັດໃຫ້ເຂົາທັ້ງສອງພາດພັ້ງໄປ (ເຮັດຜິດ) ເນື່ອງຈາກກົກໄມ້ຕົ້ນນັ້ນ ແລ້ວໄດ້ເຮັດໃຫ້ເຂົາທັງສອງອອກຈາກບ່ອນທີ່ທັ້ງສອງເຄີຍພຳນັກຢູ່, ແລະ ເຮົາໄດ້ກ່າວວ່າພວກເຈົ້າຈົ່ງອອກໄປ ໂດຍບາງສ່ວນຂອງພວກເຈົ້າຕ່າງເປັນສັດຕູຕໍ່ກັນ ແລະ ສຳລັບພວກເຈົ້າໃນແຜ່ນດິນນັ້ນມີທີ່ພັກອາໄສ ແລະ ສິ່ງອຳນວຍຄວາມສະດວກຈົນເຖິງໄລຍະເວລາໜຶ່ງ) (ແລ້ວອາດຳ ກໍ່ໄດ້ຮຽນຮູ້ຖ້ອຍຄຳວິງວອນຈາກພຣະເຈົ້າຂອງເຂົາ, ແລ້ວພຣະອົງກໍຊົງຮັບການກັບຕົວຂອງເຂົາ, ແທ້ຈິງພຣະອົງເປັນຜູ້ຊົງຮັບການກັບຕົວ ຜູ້ຊົງເມດຕາສະເໝີ) (ເຮົາໄດ້ກ່າວວ່າ ພວກເຈົ້າຈົ່ງອອກໄປຈາກສວນນັ້ນທັງໝົດ, ຫາກມີທາງນຳຈາກເຮົາມາສູ່ພວກເຈົ້າແລ້ວ ໃຜທີ່ປະຕິບັດຕາມທາງນຳຂອງເຮົາ ກໍ່ຈະບໍ່ມີຄວາມຢ້ານກົວໃດໆ ແກ່ພວກເຂົາ ແລະ ພວກເຂົາຈະບໍ່ໂສກເສົ້າເສຍໃຈ) [ອັລ-ບະກໍເຣາະຫ໌ 38-35]. ແລະ ເນື່ອງຈາກພຣະອົງອັລລໍຫ໌ໄດ້ຊົງຮັບເອົາການເຕົາບະຫ໌ຂອງທ່ານນະບີອາດຳ (ອາໄລຮິສສະລາມ), ທ່ານຈຶ່ງບໍ່ມີບາບອີກຕໍ່ໄປ, ແລະດ້ວຍເຫດນີ້ ລູກຫຼານຂອງທ່ານຈຶ່ງບໍ່ໄດ້ຮັບບາບທີ່ຖືກລົບລ້າງໄປແລ້ວດ້ວຍການເຕົາບະຫ໌, ແລະຫຼັກການກໍຄືບຸກຄົນຈະບໍ່ແບກຮັບບາບຂອງຄົນອື່ນ, ດັ່ງຄຳດຳລັດຂອງພຣະອົງທີ່ວ່າ: (ແລະ ທຸກຊີວິດນັ້ນຈະບໍ່ສະແວງຫາສິ່ງໃດ ນອກຈາກຈະເປັນພາລະແກ່ຊີວິດນັ້ນເອງເທົ່ານັ້ນ ແລະ ບໍ່ມີຜູ້ໃດແບກພາລະຂອງຜູ້ອື່ນໄດ້ ແລ້ວການກັບໄປຫາ ພຣະເຈົ້າຂອງພວກເຈົ້າ ຄືການກັບໄປຂອງພວກເຈົ້າ ແລ້ວພຣະອົງຈະຊົງແຈ້ງໃຫ້ພວກເຈົ້າຊາບ ໃນສິ່ງທີ່ພວກເຈົ້າເຄີຍຂັດແຍ້ງກັນ) [ອັນ-ອາມ : 164].
ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ຜູ້ໃດທີ່ໄດ້ຮັບທາງນຳ ແທ້ຈິງລາວກໍ່ໄດ້ຮັບທາງນຳສຳລັບຕົວລາວເອງ, ແລະ ຜູ້ໃດທີ່ຫຼົງທາງ ແທ້ຈິງລາວຈະຫຼົງຕໍ່ຕົວລາວເອງ, ແລະ ບໍ່ມີຜູ້ໃດແບກຮັບບາບພາລະຂອງຜູ້ອື່ນໄດ້, ແລະ ເຮົາຈະບໍ່ເຄີຍລົງໂທດຜູ້ໃດ ຈົນກວ່າເຮົາຈະສົ່ງຣໍຊູລມາ ) [ສູເຣາະຫ໌ ອິສຣໍ: 15]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ:" (ແລະ ຈະບໍ່ມີຜູ້ໃດແບກຮັບພາລະບາບຂອງຜູ້ໃດ ຜູ້ໃດຈະແບກຮັບພາລະບາບຂອງຜູ້ອື່ນໄດ້, ແລະ ຫາກຜູ້ທີ່ແບກຮັບພາລະໜັກຢູ່ແລ້ວຮ້ອງຂໍ (ຜູ້ອື່ນ) ໃຫ້ຊ່ວຍແບກຮັບພາລະຂອງເຂົາ ກໍ່ຈະບໍ່ມີສິ່ງໃດຖືກແບກອອກຈາກລາວ, ເຖິງແມ່ນວ່າຈະເປັນຍາດຕິພີ່ນ້ອງໃກ້ຊິດກໍ່ຕາມ, ແທ້ຈິງເຈົ້າພຽງແຕ່ຕັກເຕືອນບັນດາຜູ້ທີ່ຢ້ານກົວຕໍ່ພຣະຜູ້ເປັນເຈົ້າຂອງພວກເຂົາໃນສິ່ງທີ່ເບິ່ງບໍ່ເຫັນ ແລະ ໄດ້ດຳລົງໄວ້ເຊິ່ງການລະໝາດ, ແລະ ຜູ້ໃດທີ່ຂັດເກົາຕົນເອງ ແທ້ຈິງ ລາວກໍ່ຂັດເກົາເພື່ອຕົວຂອງລາວເອງ, ແລະ ຢັງອັລລໍຫ໌ນັ້ນຄືຈຸດໝາຍປາຍທາງຂອງການກັບໄປ) [ຊູເຣາະຫ໌ ອັລຟາຕິຣ:18].
16- ຈຸດປະສົງທີ່ສ້າງມະນຸດຂຶ້ນມານັ້ນ ຄືການເຄົາລົບພັກດີຕໍ່ພຣະອົງອັລລໍຫ໌ອົງດຽວ:
ຈຸດປະສົງທີ່ສ້າງມະນຸດຂຶ້ນມານັ້ນ ຄືການເຄົາລົບພັກດີຕໍ່ພຣະອົງອັລລໍຫ໌ອົງດຽວ ພຣະອົງອັລລໍຫ໌ຕຣັດວ່າ: (ແລະ ຂ້າບໍ່ໄດ້ສ້າງຈິນ(ຜີ) ແລະ ມະນຸດ ມາເພື່ອຈຸດປະສົງອື່ນໃດ ເວັ້ນແຕ່ການກາບໄຫວ້ເຄົາລົບພັກດີຕໍ່ຂ້າ) [ຊູເຣາະຫ໌ ອັຊສາຣິຍາຕ : 56].
17- ອິດສະລາມໃຫ້ກຽດແກ່ຜູ້ຊາຍ ແລະ ແມ່ຍິງ ແລະ ຮັບປະກັນສິດຂອງລາວຢ່າງເຕັມທີ່ ແລະ ກຳໜົດໃຫ້ລາວຕ້ອງຮັບຜິດຊອບຕໍ່ທຸກການກະທໍາທີ່ຕົວເອງເລືອກ ແລະ ການງານຂອງລາວທັ້ງໝົດ ແລະ ລາວຕ້ອງຮັບຜິດຊອບຕໍ່ການກະທໍາໃດໆ ທີ່ເປັນອັນຕະລາຍຕໍ່ຕົນເອງ ຫຼື ເປັນອັນຕະລາຍຕໍ່ຜູ້ອື່ນ.
ອິດສະລາມໃຫ້ກຽດມະນຸດທຸກຄົນບໍ່ວ່າຈະຊາຍ ຫຼື ຫຍິງ, ດັ່ງນັ້ນ ພຣະເຈົ້າອັລລໍຫ໌ຜູ້ຊົງສູງສົ່ງໄດ້ຊົງສ້າງມະນຸດຂຶ້ນມາ ເພື່ອໃຫ້ເປັນຕົວແທນບົນໜ້າແຜ່ນດິນ, ພຣະເຈົ້າອັລລໍຫ໌ຜູ້ຊົງສູງສົ່ງໄດ້ຕັດວ່າ: (ແລະ ເມື່ອພຣະເຈົ້າຂອງເຈົ້າຕຣັດແກ່ບັນດາມະລາອິກະຫ໌ວ່າ ແທ້ຈິງຂ້າຈະໃຫ້ມີຕົວແທນໃນແຜ່ນດິນ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 30].
ແລະ ການໃຫ້ກຽດນີ້ ຄອບຄຸມລູກຫຼານອາດຳທຸກໆ ຄົນ ພຣະອົງອັລລໍຫ໌ໄດ້ຊົງດຳລັດວ່າ: (ແລະ ໂດຍແນ່ນອນ ເຮົາໄດ້ໃຫ້ກຽດແກ່ລູກຫຼານຂອງອາດຳ ແລະ ເຮົາໄດ້ພາພວກເຂົາເດີນທາງໄປທັງທາງບົກ ແລະ ທາງທະເລ ແລະ ເຮົາໄດ້ປະທານປັດໄຈຍັງຊີບແກ່ພວກເຂົາຈາກສິ່ງທີ່ດີງາມທັງຫຼາຍ ແລະ ເຮົາໄດ້ໃຫ້ພວກເຂົາປະເສີດກວ່າຫຼາຍສິ່ງທີ່ເຮົາໄດ້ສ້າງມາຢ່າງແທ້ຈິງ) [ສູເຣາະຫ໌ ອິສຣໍ: 70]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແທ້ຈິງ ພວກເຮົາໄດ້ສ້າງມະນຸດໃນຮູບຮ່າງທີ່ດີທີ່ສຸດ) [ສູເຣາະຫ໌ ອັດຕີນ: 4].
ແລະ ອັລລໍຫ໌ໄດ້ຊົງຫ້າມມະນຸດບໍ່ໃຫ້ເຮັດຕົນເອງເປັນຜູ້ຕິດຕາມທີ່ຕ່ຳຕ້ອຍຕໍ່ສິ່ງທີ່ຖືກເຄົາລົບບູຊາ, ຜູ້ທີ່ຖືກປະຕິບັດຕາມ, ຫຼື ຜູ້ທີ່ຖືກເຊື່ອຟັງ ອື່ນນອກເໜືອຈາກອັລລໍຫ໌, ດັ່ງທີ່ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ແລະ ໃນໝູ່ມະນຸດນັ້ນມີຜູ້ທີ່ຍຶດຖື ສິ່ງອື່ນນອກຈາກອັລລໍຫ໌ໃຫ້ເປັນພາຄີ (ສິ່ງທຽບຄຽງ) ໂດຍພວກເຂົາຮັກສິ່ງເຫຼົ່ານັ້ນເໝືອນກັບການຮັກອັລລໍຫ໌, ແລະ ບັນດາຜູ້ສັດທາທີ່ຮັກອັລລໍຫ໌, ອັລລໍຫ໌ຈະຊົງຮັກພວກເຂົາຫຼາຍຍິ່ງກວ່າ. ແລະ ຫາກບັນດາຜູ້ອະທຳຈະໄດ້ເຫັນ ຂະນະທີ່ພວກເຂົາເຫັນການລົງໂທດຢູ່ນັ້ນ ແນ່ນອນພວກເຂົາຈະຮູ້ສຶກດີວ່າ ແທ້ຈິງອຳນາດທັງໝົດນັ້ນເປັນຂອງອັລລໍຫ໌ ແລະ ແທ້ຈິງອັລລໍຫ໌ນັ້ນເປັນຜູ້ຊົງລົງໂທດຢ່າງຮ້າຍແຮງ) ( ແລະ ຂະນະທີ່ບັນດາຜູ້ຖືກຕາມ "ຫົວໜ້າ" ໄດ້ອອກຫ່າງຈາກບັນດາຜູ້ປະຕິບັດຕາມ ແລະ ພວກເຂົາໄດ້ເຫັນການລົງໂທດ ແລະ ສາຍສຳພັນທັງຫຼາຍລະຫວ່າງພວກເຂົາໄດ້ຂາດສະບັ້ນລົງ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 165 -166]. ແລະ ອັລລໍຫ໌ ຕະອາລາ ໄດ້ກ່າວຊີ້ແຈງເຖິງສະພາບຂອງບັນດາຜູ້ຕິດຕາມ ແລະ ບັນດາຜູ້ຖືກຕິດຕາມໃນທາງທີ່ຜິດ ໃນວັນກີຢາມະຫ໌ ວ່າ: (ບັນດາຜູ້ທີ່ຍະໂສໂອຫັງ "ຫົວໜ້າ" ໄດ້ກ່າວແກ່ບັນດາຜູ້ທີ່ອ່ອນແອ "ລູກນ້ອງ" ວ່າ ພວກເຮົານີ້ຫຼືທີ່ໄດ້ກີດກັນພວກເຈົ້າຈາກທາງນຳທີ່ຖືກຕ້ອງ ຫຼັງຈາກທີ່ມັນໄດ້ມາເຖິງພວກເຈົ້າແລ້ວ? ບໍ່ແມ່ນຈັງຊັນ ແຕ່ທະວ່າພວກເຈົ້າເອງເປັນຜູ້ກະທຳຜິດທັງຫຼາຍ) (ແລະ ບັນດາຜູ້ທີ່ອ່ອນແອ "ລູກນ້ອງ" ໄດ້ກ່າວຕໍ່ບັນດາຜູ້ທີ່ຍິ່ງຍະໂສໂອຫັງ "ຫົວໜ້າ" ວ່າ ບໍ່ແມ່ນຈັງຊັນດອກ! ແຕ່ມັນເປັນແຜ່ນທັ້ງກາງຄືນ ແລະ ກາງເວັນ ທີ່ພວກທ່ານໄດ້ສັ່ງໃຊ້ພວກເຮົາໃຫ້ປະຕິເສດສັດທາຕໍ່ອັລລໍຫ໌ ແລະ ໃຫ້ເຮົາຕັ້ງສິ່ງທຽບທຽມພາຄີຕໍ່ພຣະອົງ ແລະ ພວກເຂົາໄດ້ເຊື່ອງຄວາມເສຍໃຈໄວ້ ເມື່ອພວກເຂົາໄດ້ເຫັນການລົງໂທດ, ແລະ ເຮົາໄດ້ໃສ່ໂສ້ຄ້ອງທີ່ລຳຄໍຂອງບັນດາຜູ້ປະຕິເສດສັດທາ, ພວກເຂົາຈະບໍ່ຖືກຕອບແທນອື່ນໃດນອກຈາກສິ່ງທີ່ພວກເຂົາໄດ້ກະທຳໄວ້ ﴿ [ຊາບະ : 32 - 33].
ແລະ ຈາກຄວາມຍຸຕິທຳອັນສົມບູນຂອງອັລລໍຫ໌ ຊຸບຮານະຮູ ວະ ຕະອາລາ ໃນວັນກິຍາມະຫ໌ ແມ່ນການທີ່ພຣະອົງຊົງໃຫ້ບັນດານັກເຜີຍແຜ່ ແລະ ບັນດາອິມ່ຳທີ່ພາໃຫ້ຫຼົງຜິດ ຕ້ອງແບກຮັບຄວາມຜິດບາບຂອງພວກເຂົາເອງ ແລະ ຄວາມຜິດບາບຂອງຜູ້ທີ່ພວກເຂົາພາໃຫ້ຫຼົງຜິດໂດຍປາສະຈາກຄວາມຮູ້, ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ເພື່ອທີ່ພວກເຂົາຈະໄດ້ແບກຄວາມຜິດບາບຂອງພວກເຂົາຢ່າງຄົບຖ້ວນໃນວັນກິຍາມະຫ໌ ແລະ ຈົ່ງແບກຈາກບາບຂອງບັນດາຜູ້ທີ່ພວກເຂົາໄດ້ເຮັດໃຫ້ຫຼົງຜິດໂດຍປາສະຈາກຄວາມຮູ້ ຈົ່ງຮູ້ເຖີດ ສິ່ງທີ່ພວກເຂົາເຮັດຜິດໄວ້ນັ້ນ ຊ່າງຊົ່ວຊ້າຍິ່ງນັກ) [ສຸເຣາະຫ໌ ອັນນະຫ໌ລຸ : 25].
ອິດສະລາມໄດ້ຮັບປະກັນສິດທິຂອງມະນຸດຢ່າງເຕັມທີ່ ທັ້ງໃນໂລກນີ້ ແລະ ໂລກຫນ້າ ແລະ ສິດທິທີ່ຍິ່ງໃຫຍ່ທີ່ສຸດທີ່ອິດສະລາມໄດ້ຮັບປະກັນ ແລະ ຊີ້ແຈງໃຫ້ແກ່ມວນມະນຸດຄື: ສິດທິຂອງອັລລໍຫ໌ທີ່ມີຕໍ່ມະນຸດ ແລະ ສິດທິຂອງມະນຸດທີ່ມີຕໍ່ອັລລໍຫ໌. ລາຍງານຈາກທ່ານມຸອາຊ ຣໍດິຍັລລໍຮຸ ອັນຮຸ ເລົ່າວ່າ: ຂ້ອຍໄດ້ນັ່ງຊ້ອນທ້າຍພາຫະນະຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ແລ້ວທ່ານໄດ້ກ່າວວ່າ: "ໂອ້ ມຸອາຊເອີຍ" ຂ້ອຍຕອບວ່າ: "ຂ້ອຍພ້ອມຮັບໃຊ້ທ່ານ ແລະ ຍິນດີປະຕິບັດຕາມແລ້ວ" ແລ້ວທ່ານກໍກ່າວເຊັ່ນນັ້ນສາມຄັ້ງ: "ເຈົ້າຮູ້ຫຼືບໍ່ ວ່າອີ່ຫຍັງຄືສິດຂອງອັລລໍຫ໌ທີ່ມີຕໍ່ປວງບ່າວ?" ຂ້ອຍຕອບວ່າ: "ບໍ່ຮູ້" ທ່ານກ່າວວ່າ: "ສິດຂອງອັລລໍຫ໌ທີ່ມີຕໍ່ປວງບ່າວກໍ່ຄື ການທີ່ພວກເຂົາເຄົາລົບພັກດີພຣະອົງ ແລະ ບໍ່ເອົາສິ່ງໃດມາຮ່ວມເປັນພາຄີກັບພຣະອົງ" ແລ້ວທ່ານກໍເດີນທາງຕໍ່ໄປອີກນ້ອຍໜຶ່ງ ຈຶ່ງກ່າວວ່າ: "ໂອ້ ມຸອາຊເອີຍ" ຂ້ອຍຕອບວ່າ: "ຂ້ອຍພ້ອມຮັບໃຊ້ທ່ານ ແລະ ຍິນດີປະຕິບັດຕາມແລ້ວ" ທ່ານກໍ່ກ່າວວ່າ: "ເຈົ້າຮູ້ ຫຼືບໍ່ວ່າອີ່ຫຍັງຄື ສິດຂອງປວງບ່າວທີ່ມີຕໍ່ອັລລໍຫ໌ ເມື່ອພວກເຂົາໄດ້ປະຕິບັດສິ່ງນັ້ນ? ກໍ່ຄື ການທີ່ພຣະອົງຈະບໍ່ຊົງລົງໂທດພວກເຂົາ" ບັນທຶກໂດຍອິມ່ຳບຸຄໍຣີ (6840).
ແລະ ອິດສະລາມໄດ້ຮັບປະກັນໃຫ້ກັບມະນຸດຄົນເຮົາ ເຊິ່ງສາດສະຫນາທີ່ທຽງທັມ, ລູກຫຼານ, ຊັບສິນ ແລະ ກຽດສັກສີຂອງພວກເຂົາ ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ: «ແທ້ຈິງແລ້ວ ອັລລໍຫ໌ ຊົງຫ້າມແກ່ພວກເຈົ້າ ເຊິ່ງເລືອດເນື້ອຂອງພວກເຈົ້າ ແລະ ຊັບສິນຂອງພວກເຈົ້າ ແລະ ກຽດຕິຍົດຂອງພວກເຈົ້າ ເໝືອນດັ່ງຄວາມສັກສິດຂອງມື້ນີ້ຂອງພວກເຈົ້າ ໃນເດືອນນີ້ຂອງພວກເຈົ້າ ໃນເມືອງນີ້ຂອງພວກເຈົ້າ» ບັນທຶກໂດຍອິມາມບຸຄໍຣີ. (6501) ແລະ ທ່ານສາດສະດາ ຊັລລໍລຮຸ ອະໄລຮິ ວະສັລລຳ ໄດ້ປະກາດຄຳໝັ້ນສັນຍາອັນຍິ່ງໃຫຍ່ນີ້ໃນພິທີເຮັດຮັຈ ຊ່ວງສະແຫວງບຸນເທື່ອສຸດທ້າຍ ເຊິ່ງມີບັນດາມິດສະຫາຍເຂົ້າຮ່ວມຫຼາຍກວ່າໜຶ່ງແສນຄົນ, ແລະ ທ່ານໄດ້ກ່າວຢໍ້າຄວາມໝາຍນີ້ ພ້ອມທັ້ງເນັ້ນໜັກເຖິງເລື່ອງດັ່ງກ່າວໃນວັນນະຫັຣ (ວັນເຊືອດສັດພີ) ຂອງພິທີເຮັດຮັຈເທື່ອສຸດທ້າຍ.
ແລະ ອິດສະລາມກຳໜົດໃຫ້ມະນຸດຕ້ອງຮັບຜິດຊອບຕໍ່ທຸກການກະທໍາທີ່ຕົວເອງເລືອກ ແລະ ການງານຂອງລາວທັ້ງໝົດ, ອັລລໍຫ໌ຜູ້ຊົງສູງສົ່ງຊົງ ຕຣັດໄວ້ວ່າ: (ແລະ ມະນຸດທຸກຄົນ ເຮົາໄດ້ຜູກມັດຜົນການງານຂອງລາວໄວ້ທີ່ຄໍຂອງລາວ ແລະ ເຮົາຈະນຳບັນທຶກອອກມາໃຫ້ເຂົາໃນວັນກິຍາມະຮ໌ ເຊິ່ງເຂົາຈະພົບວ່າມັນຖືກເປີດແຜ່ອອກ, ຈົ່ງອ່ານບັນທຶກຂອງເຈົ້າ ແນ່ນອນເປັນການພໍພຽງແລ້ວໃນມື້ນີ້ ທີ່ຕົວເຈົ້າຈະເປັນຜູ້ສອບສວນຊຳລະບັນຊີຂອງຕົວເຈົ້າເອງ) [ສູເຣາະຫ໌ ອິສຣໍ: 13-14]. ກໍ່ຄື: ສິ່ງໃດກໍຕາມທີ່ເຂົາໄດ້ກະທຳ ບໍ່ວ່າຈະເປັນຄວາມດີ ຫຼື ຄວາມຊົ່ວ, ອັລລໍຫ໌ຈະຊົງເຮັດໃຫ້ມັນຕິດໂຕເຂົາຢູ່ສະເໝີ ໂດຍຈະບໍ່ຂ້າມໄປຍັງຜູ້ອື່ນ, ດັ່ງນັ້ນ ເຂົາຈະບໍ່ຖືກຄິດບັນຊີສອບສວນໃນການກະທຳຂອງຜູ້ອື່ນ, ແລະ ຜູ້ອື່ນກໍຈະບໍ່ຖືກຄິດບັນຊີສອບສວນໃນການກະທຳຂອງເຂົາ, ແລະ ອັລລໍຫ໌ ຕະອາລາ ຊົງຕຣັດວ່າ: (ໂອ້ ມະນຸດເອີຍ, ແທ້ຈິງເຈົ້າເປັນຜູ້ພະຍາຍາມຢ່າງໜັກໄປຫາພຣະເຈົ້າຂອງເຈົ້າ ແລ້ວເຈົ້າກໍຈະໄດ້ພົບກັບພຣະອົງ) [ຊູເຣາະຫ໌ ອັລ-ອິນຊິກ໋ອກ : 6]. ແລະ ພຣະຜູ້ຊົງສູງສົ່ງ ໄດ້ຕຣັດວ່າ: (ຜູ້ໃດກະທຳຄວາມດີ ກໍ່ຈະໄດ້ແກ່ຕົວຂອງລາວເອງ ແລະ ຜູ້ໃດກະທຳຄວາມຊົ່ວ ກໍ່ຈະໄດ້ແກ່ຕົວລາວເອງ ແລະ ພຣະເຈົ້າຂອງເຈົ້ານັ້ນ ບໍ່ໄດ້ຊົງອະທຳຕໍ່ປວງບ່າວຂອງພຣະອົງ) [ສູເຣາະຫ໌ ຟຸສຊີລັດ : 46]
ແລະ ອິສລາມກຳໜົດໃຫ້ມະນຸດຕ້ອງຮັບຜິດຊອບຕໍ່ການກະທໍາໃດໆ ທີ່ເປັນອັນຕະລາຍຕໍ່ຕົນເອງ ຫຼື ເປັນອັນຕະລາຍຕໍ່ຜູ້ອື່ນ ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ແລະ ຜູ້ໃດສະແວງຫາບາບກຳໄວ້ ແທ້ຈິງແລ້ວ ເຂົາພຽງແຕ່ສະແວງຫາມັນໃຫ້ເປັນໄພແກ່ຕົວເຂົາເອງເທົ່ານັ້ນ ແລະ ອັລລໍຫ໌ ເປັນຜູ້ຊົງຮອບຮູ້ ຜູ້ຊົງປີຊາຍານ) [ສູເຣາະຫ໌ ອັນນິສາ: 111]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ດ້ວຍເຫດນັ້ນແຫລະ ເຮົາຈຶ່ງໄດ້ບັນຍັດແກ່ວົງວານອິສຣໍອີລວ່າ ແທ້ຈິງຜູ້ໃດທີ່ຂ້າຊີວິດໜຶ່ງ ໂດຍບໍ່ແມ່ນການທົດແທນຊີວິດ ຫຼື ບໍ່ແມ່ນຍ້ອນການສ້າງຄວາມເສຍຫາຍໃນໜ້າແຜ່ນດິນ ກໍປຽບເໝືອນວ່າເຂົາໄດ້ຂ້າມວນມະນຸດທັງໝົດ, ແລະ ຜູ້ໃດທີ່ຊ່ວຍຊີວິດໄວ້ ກໍປຽບເໝືອນວ່າເຂົາໄດ້ຊ່ວຍຊີວິດມວນມະນຸດທັງໝົດ) [ສູເຣາະຫ໌ ອັລມາອີດະຫ໌ : 32]. ແລະ ທ່ານຣໍຊູລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: « ບໍ່ມີຊີວິດໃດຖືກຂ້າໂດຍບໍ່ຊອບທຳ ເວັ້ນເສຍແຕ່ລູກຊາຍຄົນທຳອິດຂອງອາດຳຈະມີສ່ວນ (ຮັບບາບ) ຈາກເລືອດນັ້ນ ເນື່ອງຈາກວ່າລາວເປັນຜູ້ທຳອິດທີ່ໄດ້ລິເລີ່ມການຂ້າ » ບັນທຶກໂດຍອິມາມມູສລິມ (5150).
18. ອິດສະລາມໄດ້ກຳຫນົດໃຫ້ທັງຊາຍ ແລະ ຍິງເທົ່າທຽມກັນໃນດ້ານການກະທຳ ຄວາມຮັບຜິດຊອບ, ການຕອບແທນ ແລະ ຜົນລະບຸນ
ອິດສະລາມໄດ້ກຳໜົດໃຫ້ທັງຊາຍ ແລະ ຍິງເທົ່າທຽມກັນໃນດ້ານການງານ ຄວາມຮັບຜິດຊອບ, ການຕອບແທນ ແລະ ຜົນລະບຸນ ອັລລໍຮ໌ ຕະອາລາ ຊົງຕຣັດວ່າ: (ແລະ ຜູ້ໃດປະຕິບັດຄວາມດີງາມທັ້ງຫຼາຍ ບໍ່ວ່າຈະເປັນເພດຊາຍ ຫຼື ເພດຍິງກໍ່ຕາມ ໂດຍທີ່ເຂົາເປັນຜູ້ສັດທາ, ດັ່ງນັ້ນຊົນເຫຼົ່ານັ້ນຈະໄດ້ເຂົ້າສວນສະຫວັນ ແລະ ພວກເຂົາຈະບໍ່ຖືກອະທຳແມ່ນແຕ່ໜ້ອຍດຽວ). [ສູເຣາະຫ໌ ອັນນິສາ: 124]. ແລະ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ຜູ້ໃດປະຕິບັດຄວາມດີງາມທັ້ງຫຼາຍ ບໍ່ວ່າຈະເປັນເພດຊາຍ ຫຼື ເພດຍິງກໍ່ຕາມ ໂດຍທີ່ເຂົາເຈົ້າເປັນຜູ້ສັດທາ ເຮົາຈະເຮັດໃຫ້ເຂົາເຈົ້າມີຊີວິດທີ່ດີ ແລະ ແນ່ນອນເຮົາຈະຕອບແທນເຂົາເຈົ້າເຊິ່ງລາງວັນຂອງພວກເຂົາ ທີ່ດີຍິ່ງກວ່າທີ່ພວກເຂົາໄດ້ເຄີຍເຮັດໄວ້). [ອັລ-ນະຫ໌ລຸ : 97] ແລະ ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ຜູ້ໃດປະຕິບັດຄວາມຊົ່ວ ເຂົາຈະບໍ່ຖືກຕອບແທນນອກຈາກສິ່ງທີ່ເທົ່າທຽມກັບມັນ ແລະ ຜູ້ໃດປະຕິບັດຄວາມດີງາມທັ້ງຫຼາຍ ບໍ່ວ່າຈະເປັນເພດຊາຍ ຫຼື ເພດຍິງກໍ່ຕາມ ໂດຍທີ່ເຂົາເປັນຜູ້ສັດທາ, ດັ່ງນັ້ນຊົນເຫຼົ່ານັ້ນຈະໄດ້ເຂົ້າສວນສະຫວັນ ພວກເຂົາຈະໄດ້ຮັບປັດໄຈຍັງຊີບໃນນັ້ນໂດຍປາສະຈາກການຄຳນວນ) [ສູເຣາະຫ໌ ອັລ-ກໍຟິຣ: 40]. ແລະ ພຣະອົງ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແທ້ຈິງ ບັນດາຜູ້ນອບນ້ອມຊາຍ ແລະ ຍິງ, ແລະ ບັນດາຜູ້ສັດທາຊາຍ ແລະ ຍິງ, ແລະ ບັນດາຜູ້ພັກດີຊາຍ ແລະ ຍິງ, ແລະ ບັນດາຜູ້ສັດຊື່ຊາຍ ແລະ ຍິງ, ແລະ ບັນດາຜູ້ອົດທົນຊາຍ ແລະ ຍິງ, ແລະ ບັນດາຜູ້ຖ່ອມຕົນຊາຍ ແລະ ຍິງ, ແລະ ບັນດາຜູ້ບໍລິຈາກທານຊາຍ ແລະ ຍິງ, ແລະ ບັນດາຜູ້ທີ່ຖືສິນອົດຊາຍ ແລະ ຍິງ, ແລະ ບັນດາຜູ້ຮັກສາອະໄວຍະວະເພດຂອງພວກເຂົາທີ່ເປັນຊາຍ ແລະ ຍິງ, ແລະ ບັນດາຜູ້ທີ່ລຳລຶກເຖິງອັລລໍຮ໌ຢ່າງຫຼວງຫຼາຍທີ່ເປັນຊາຍ ແລະ ຍິງນັ້ນ ອັລລໍຮ໌ໄດ້ຊົງກຽມໄວ້ສຳລັບພວກເຂົາແລ້ວ ເຊິ່ງການອະໄພໂທດ ແລະ ລາງວັນອັນໃຫຍ່ຫຼວງ) [ຊູເຣາະຫ໌ ອັລ-ອະຫ໌ຊາບ : 35].
19- ອິດສະລາມໃຫ້ກຽດແມ່ຍິງ ຖືວ່າແມ່ຍິງເປັນສ່ວນໜຶ່ງຂອງຜູ້ຊາຍ ແລະຜູ້ຊາຍມີພັນທະທີ່ຈະໃຊ້ຈ່າຍຖ້າລາວສາມາດ ດັ່ງນັ້ນການດູແລເບິ່ງລູກສາວເປັນໜ້າທີ່ຂອງພໍ່ ແລະການດູແລແມ່ເປັນໜ້າທີ່ຂອງລູກ ຖ້າຫາກລາວເປັນຜູ້ໃຫຍ່ແລະມີຄວາມສາມາດແລ້ວ ໜ້າທີ່ການດູແລພັນລະຍາກໍ່ຄືສາມີຂອງນາງ.
ແລະ ອິດສະລາມຖືວ່າແມ່ຍິງເປັນສ່ວນໜຶ່ງຂອງຜູ້ຊາຍ ທ່ານຣໍຊູລ ລຸລລໍຫ໌ ﷺ ໄດ້ກ່າວໄວ້ວ່າ: "ແທ້ຈິງແລ້ວ ຜູ້ຍິງນັ້ນແມ່ນຄູ່ຊີວິດຂອງຜູ້ຊາຍ" ບັນທຶກໂດຍອັດຕິຣມີຊີ 113.
ແລະ ສ່ວນໜຶ່ງຂອງການທີ່ອິດສະລາມໃຫ້ກຽດແມ່ຍິງ ຄືອິດສະລາມໄດ້ກຳນົດໃຫ້ການດູແລເບິ່ງແຍງຜູ້ເປັນແມ່ເປັນໜ້າທີ່ຂອງລູກ ຖ້າລາວສາມາດ ທ່ານຣໍຊຸລ ລຸລລໍຫ໌ ﷺ ໄດ້ກ່າວໄວ້ວ່າ: « ມືຂອງຜູ້ໃຫ້ຄືມືທີ່ຢູ່ເບື້ອງເທິງ, (ຈົ່ງໃຫ້ແກ່) ແມ່ຂອງເຈົ້າ, ແລະ ພໍ່ຂອງເຈົ້າ, ແລະ ເອື້ອຍ ນ້ອງສາວຂອງເຈົ້າ, ແລະ ອ້າຍ ນ້ອງຊາຍຂອງເຈົ້າ, ຕໍ່ມາກໍ່ພີ່ນ້ອງໃກ້ຊິດກັບເຈົ້າ ຕາມລຳດັບຄວາມໃກ້ຊິດຕໍ່ໄປເລື່ອຍໆ » ບັນທຶກໂດຍ ທ່ານອິມາມອະຫ໌ມັດ ແລະ ຈະມີການອະທິບາຍເຖິງຖານະຂອງພໍ່ແມ່ ດ້ວຍຄວາມປະສົງຂອງອັລລໍຫ໌ ໃນຂໍ້ທີ (29).
ແລະ ໜຶ່ງໃນການທີ່ອິດສະລາມໃຫ້ກຽດແມ່ຍິງ ແມ່ນການໃຫ້ສາມີມີພັນທະທີ່ຈະໃຊ້ຈ່າຍໃຫ້ແກ່ພັນລະຍາຂອງຕົນ ຖ້າຫາກລາວມີຄວາມສາມາດ ອັລລໍຮ໌ ຕະອາລາ ໄດ້ຕຣັດວ່າ: ( ຄວນໃຫ້ຜູ້ທີ່ມີຖານະລ່ຳລວຍ ໃຊ້ຈ່າຍຕາມຖານະຂອງຕົນ ແລະ ສ່ວນຜູ້ທີ່ປັດໄຈຍັງຊີບຂອງລາວຖືກຈຳກັດ ກໍ່ຈົ່ງໃຊ້ຈ່າຍຈາກສິ່ງທີ່ອັລລໍຫ໌ໄດ້ຊົງປະທານໃຫ້ແກ່ລາວ ອັລລໍຫ໌ຈະບໍ່ຊົງບັງຄັບຊີວິດໜຶ່ງຊີວິດໃດ ນອກຈາກສິ່ງທີ່ພຣະອົງໄດ້ຊົງປະທານໃຫ້ແກ່ຊີວິດນັ້ນເທົ່ານັ້ນ ອັລລໍຫ໌ຈະຊົງເຮັດໃຫ້ມີຄວາມງ່າຍດາຍ ຫຼັງຈາກຄວາມຍາກລຳບາກ ) [ສູເຣາະຫ໌ ອັດຕໍລາກ :7]. ແລະ ມີຊາຍຄົນໜຶ່ງໄດ້ຖາມທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ວ່າ: "ແມ່ນຫຍັງຄືສິດທີ່ພັນລະຍາຄວນໄດ້ຮັບຈາກສາມີ?" ທ່ານຕອບວ່າ: "ທ່ານຈະຕ້ອງໃຫ້ອາຫານແກ່ນາງເມື່ອທ່ານກິນອາຫານ ໃຫ້ເຄື່ອງນຸ່ງຫົ່ມແກ່ນາງເມື່ອທ່ານສວມໃສ່ເຄື່ອງນຸ່ງຫົ່ມ ຈົ່ງຢ່າຕົບຫນ້ານາງ ແລະ ຢ່າດ່າທໍ ຫຼື ເວົ້າຫຍາບຄາຍກັບນາງ" ລາຍງານໂດຍ ທ່ານອິມາມອະຫ໌ມັດ, ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ກ່າວອະທິບາຍເຖິງສິດທິບາງປະການຂອງບັນດາພັນລະຍາທີ່ບັນດາສາມີຈຳເປັນຕ້ອງປະຕິບັດຕໍ່ພວກນາງວ່າ: "ແລະ ໜ້າທີ່ຂອງພວກທ່ານທີ່ຄວນມີຕໍ່ບັນດາພັນລະຍາຂອງພວກທ່ານ ຄືການຫາຄ່າໃຊ້ຈ່າຍ ແລະ ເຄື່ອງນຸ່ງຫົ່ມໃຫ້ແກ່ພວກນາງຢ່າງຊອບທຳ" ຊໍເຮັຍຫ໌ມຸສລິມ. ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ຢັງໄດ້ກ່າວໄວ້ວ່າ: «ພຽງພໍແລ້ວທີ່ຈະເປັນບາບສຳລັບຄົນ ໆ ໜຶ່ງ ຄືການທີ່ລາວປ່ອຍປະ ລະເລີຍ ຜູ້ທີ່ລາວຕ້ອງລ້ຽງດູ» ບັນທຶກໂດຍ ທ່ານອິມາມອະຫ໌ມັດ ແລະ ທ່ານອັລຄອດຕາບີ ໄດ້ກ່າວວ່າ: (ຄຳກ່າວທີ່ວ່າ: "ຜູ້ທີ່ເຂົາລ້ຽງດູ" ໝາຍເຖິງ ຜູ້ທີ່ເຂົາມີໜ້າທີ່ຈຳເປັນຕ້ອງລ້ຽງດູ, ແລະ ຄວາມໝາຍກໍຄື ເໝືອນດັ່ງວ່າເພິ່ນໄດ້ກ່າວແກ່ຜູ້ບໍລິຈາກທານວ່າ: ຈົ່ງຢ່າບໍລິຈາກທານດ້ວຍສິ່ງທີ່ບໍ່ມີສ່ວນເຫຼືອຈາກການລ້ຽງດູຄອບຄົວຂອງທ່ານ ເພື່ອສະແຫວງຫາຜົນບຸນ; ເພາະສິ່ງນັ້ນຈະກັບກາຍເປັນບາບ ຖ້າຫາກທ່ານປ່ອຍປະ ລະເລີຍພວກເຂົາ).
ແລະ ໜຶ່ງໃນການທີ່ອິດສະລາມໃຫ້ກຽດແມ່ຍິງ ແມ່ນການກຳນົດໃຫ້ການດູແລເບິ່ງລູກສາວເປັນໜ້າທີ່ຂອງພໍ່ ອັລລໍຫ໌ ຕະອາລາ ຊົງດຳລັດວ່າ: (ແລະ ບັນດາຜູ້ເປັນແມ່ຈົ່ງໃຫ້ນົມແກ່ລູກໆ ຂອງພວກນາງເປັນເວລາສອງປີເຕັມ ສຳລັບຜູ້ທີ່ຕ້ອງການຈະໃຫ້ຄົບຖ້ວນໃນການໃຫ້ນົມ ແລະ ໜ້າທີ່ຂອງສາມີຜູ້ເປັນພໍ່ຂອງເດັກ ຄືການຫາຄ່າໃຊ້ຈ່າຍລ້ຽງດູ ແລະ ເຄື່ອງນຸ່ງຫົ່ມໃຫ້ແກ່ບັນດາພັນລະຍາຂອງເຂົາຢ່າງຊອບທຳ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 233]. ດັ່ງນັ້ນ ອັລລໍຫ໌ໄດ້ຊີ້ແຈງວ່າ ຈຳເປັນສຳຫຼັບຜູ້ເປັນພໍ່ທີ່ໃຫ້ກຳເນີດລູກ ທີ່ຕ້ອງໃຫ້ອາຫານແກ່ລູກຂອງຕົນ ແລະ ໃຫ້ເສື້ອຜ້າເປັນອາພອນຫຸ້ມກາຍຕາມຄວາມເໝາະສົມ ແລະ ຄຳດຳລັດຂອງພຣະອົງອັລລໍຫ໌ ຕະອາລາ ທີ່ວ່າ: ຄວາມວ່າ: (ດັ່ງນັ້ນ ຖ້າຫາກພວກນາງໃຫ້ນົມລູກແກ່ພວກທ່ານ, ກໍຈົ່ງມອບຄ່າຈ້າງຂອງພວກນາງໃຫ້ແກ່ພວກນາງ) [ສູເຣາະຫ໌ ອັດຕໍລາກ :6]. ດັ່ງນັ້ນ ອັລລໍຫ໌ ຈຶ່ງໄດ້ກຳນົດໃຫ້ຄ່າຈ້າງໃນການໃຫ້ນົມລູກ ຕົກເປັນໜ້າທີ່ຂອງຜູ້ເປັນພໍ່; ເຊິ່ງເປັນການຊີ້ໃຫ້ເຫັນວ່າການຫາຄ່າໃຊ້ຈ່າຍໃຫ້ແກ່ລູກນັ້ນແມ່ນໜ້າທີ່ຂອງຜູ້ເປັນພໍ່ ແລະ ຄຳວ່າລູກນັ້ນລວມເຖິງທັງເພດຊາຍ ແລະ ເພດຍິງ, ແລະ ໃນຮາດີຊຕໍ່ໄປນີ້ ກໍເປັນຫຼັກຖານຊີ້ໃຫ້ເຫັນເຖິງຄວາມຈຳເປັນທີ່ຜູ້ເປັນພໍ່ຈະຕ້ອງຫາຄ່າໃຊ້ຈ່າຍໃຫ້ແກ່ພັນລະຍາ ແລະ ບັນດາລູກໆ ຂອງນາງ. ລາຍງານຈາກ ທ່ານຍິງອາອິຊະຮ໌ ຣໍດິຍັລລໍຮຸ ອັນຮາ ກ່າວວ່າ: ນາງຮິນດ໌ ໄດ້ກ່າວກັບທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ວ່າ: "ແທ້ຈິງແລ້ວ ອະບູ ຊຸຟຍານ ເປັນຊາຍທີ່ຂີ້ຖີ້ ຂີ້ໜຽວ, ດັ່ງນັ້ນ ຂ້ານ້ອຍຈຶ່ງຈຳເປັນຕ້ອງເອົາຈາກຊັບສິນຂອງລາວ." ທ່ານຈຶ່ງກ່າວວ່າ: «ຈົ່ງເອົາສິ່ງທີ່ພຽງພໍສຳລັບເຈົ້າ ແລະ ລູກຂອງເຈົ້າຢ່າງຊອບທຳ» ບັນທຶກໂດຍ ອັລ-ບຸກຄໍຣີ ແລະ ທ່ານນະບີ ຜູ້ຊົງກຽດໄດ້ຊີ້ແຈງເຖິງຄວາມປະເສີດຂອງການຫາຄ່າໃຊ້ຈ່າຍໃຫ້ແກ່ບັນດາລູກສາວ ແລະ ເອື້ອຍນ້ອງ ເຊິ່ງທ່ານຣໍຊູລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະສັລລຳ ກ່າວວ່າ: «ຜູ້ໃດທີ່ລ້ຽງດູລູກສາວສອງຄົນ ຫຼື ສາມຄົນ, ຫຼື ເອື້ອຍນ້ອງຜູ້ຍິງສອງຄົນ ຫຼື ສາມຄົນ ຈົນກວ່າພວກນາງຈະແຍກອອກໄປ ຫຼື ເຂົາໄດ້ເສຍຊີວິດຈາກພວກນາງໄປ, ຂ້ອຍ ແລະ ເຂົາ ຈະເປັນຄືດັ່ງສອງນິ້ວນີ້. ແລະ ເພິ່ນໄດ້ຊີ້ດ້ວຍນິ້ວຊີ້ ແລະ ນິ້ວກາງຂອງເພິ່ນ» ອັສ-ສິລສິລະຫ໌ ອັສ-ຊໍຮີຮະຫ໌ 296.
20- ຄວາມຕາຍບໍ່ໄດ້ແມ່ນທຸກຢ່າງຈະຈົບລົງໄປ ແຕ່ເປັນການປ່ຽນຈາກບ່ອນພັກຢູ່ຊົ່ວຄ່າວແຫ່ງການກະທຳການງານຕ່າງໆ ໄປສູ່ສະຖານທີ່ແຫ່ງການຕອບແທນ ແລະຄວາມຕາຍກ່ຽວຂ້ອງກັບຮ່າງກາຍແລະຈິດວິນຍານ ແລະ ຄວາມຕາຍຂອງຈິດວິນຍານຄືການແຍກອອກຈາກຮ່າງກາຍຂອງເຮົາ ຫຼັງຈາກນັ້ນມັນຈະກັບຄືນມາສູ່ຮ່າງກາຍຂອງມັນໃນວັນແຫ່ງການຟື້ນຄືນຊີບ ແລະຈິດວິນຍານຫຼັງຄວາມຕາຍບໍ່ໄດ້ໂອນໄປສູ່ຮ່າງກາຍອື່ນໃດ ແລະບໍ່ໄດ້ແຜ່ພັນໃນຮ່າງກາຍອື່ນ
ຄວາມຕາຍບໍ່ໄດ້ແມ່ນທຸກຢ່າງຈະຈົບລົງໄປ ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ຈົ່ງກ່າວເຖິດ (ມຸຮຳມັດ) ມະລາອິກະຫ໌ແຫ່ງຄວາມຕາຍ ຜູ້ເຊິ່ງຖືກມອບໝາຍໃຫ້ຮັບຜິດຊອບພວກເຈົ້າ ຈະເອົາຊີວິດຂອງພວກເຈົ້າໄປ ແລ້ວພວກເຈົ້າຈະຖືກນຳກັບໄປຫາພຣະເຈົ້າຂອງພວກເຈົ້າ) [ສູເຣາະຫ໌ ອັສສະຈາດະຫ໌: 11]. ແລະຄວາມຕາຍກ່ຽວຂ້ອງກັບຮ່າງກາຍແລະຈິດວິນຍານ ແລະ ຄວາມຕາຍຂອງຈິດວິນຍານຄືການແຍກອອກຈາກຮ່າງກາຍຂອງເຮົາ ຫຼັງຈາກນັ້ນມັນຈະກັບຄືນມາສູ່ຮ່າງກາຍຂອງມັນໃນວັນແຫ່ງການຟື້ນຄືນຊີບ ອັລລໍຫ໌ ຕະອາລາ ໄດ້ຕຣັດວ່າ: (ອັລລໍຫ໌ຊົງປິດຊີວິດໃນຍາມຂອງມັນ ແລະ ມັນ (ຊີວິດ) ຈະຢັງບໍ່ຕາຍໃນຍາມນອນຫຼັບຂອງມັນ ພຣະອົງຈະຊົງປິດຊີວິດທີ່ພຣະອົງຊົງກຳໜົດຄວາມຕາຍໃນແກ່ມັນ ແລະ ພຣະອົງຊົງຍືດຊີວິດອື່ນໄປຈົນຮອດເວລາທີ່ຖືກກຳໜົດໄວ້ ແທ້ຈິງໃນການນັ່ນຍ່ອມເປັນສັນຍານ ສຳຫຼັບຫມູ່ຊົນຜູ້ໃຄ່ຄວນ) [ສູເຣາະຫ໌ ອັຊຊຸມັຣ: 42]. ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: «ແທ້ຈິງແລ້ວ ເມື່ອວິນຍານຖືກຖອດອອກໄປ ສາຍຕາກໍ່ຈະຕິດຕາມມັນໄປ» ບັນທຶກໂດຍມຸສລິມ 920, ແລະຫຼັງຈາກຄວາມຕາຍ ມະນຸດຈະຍ້າຍຈາກໂລກແຫ່ງການກະທຳ ໄປສູ່ໂລກແຫ່ງການຕອບແທນ, ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ການກັບຄືນຂອງພວກເຈົ້າທັງໝົດນັ້ນແມ່ນໄປຢັງພຣະອົງ ເຊິ່ງເປັນສັນຍາຂອງອັລລໍຫ໌ຢ່າງແທ້ຈິງ, ແທ້ຈິງພຣະອົງຊົງເລີ່ມຕົ້ນການສ້າງ ແລ້ວພຣະອົງກໍ່ຊົງໃຫ້ມັນກັບຄືນມາອີກ ເພື່ອທີ່ພຣະອົງຈະຕອບແທນແກ່ບັນດາຜູ້ສັດທາ ແລະ ບັນດາຜູ້ກະທຳຄວາມດີທັງຫຼາຍດ້ວຍຄວາມຍຸດຕິທຳ ແລະ ບັນດາຜູ້ທີ່ປະຕິເສດສັດທານັ້ນ ສຳລັບພວກເຂົາແມ່ນເຄື່ອງດື່ມຈາກນ້ຳຮ້ອນຈັດ ແລະ ການລົງໂທດອັນເຈັບປວດ ເນື່ອງຈາກສິ່ງທີ່ພວກເຂົາໄດ້ປະຕິເສດສັດທາ) [ສູເຣາະຫ໌ ຍູນຸສ : 4].
ແລະຈິດວິນຍານຫຼັງຄວາມຕາຍບໍ່ໄດ້ໂອນໄປສູ່ຮ່າງກາຍອື່ນໃດ ແລະບໍ່ໄດ້ແຜ່ພັນ ດັ່ງນັ້ນການກ່າວອ້າງເລື່ອງການແຜ່ພັນຈຶ່ງບໍ່ມີປັນຍາແລະຄວາມຮູ້ສຶກໃດໆບົ່ງບອກເຖິງສິ່ງນັ້ນ ແລະບໍ່ມີການຖ່າຍທອດໃດໆທີ່ຢັ້ງຢືນເຖິງຄວາມເຊື່ອນີ້ຈາກບັນດາສາດສະດາ ຂໍຄວາມສັນຕິສຸກຈົ່ງມີກັບເຂົາເຈົ້າ.
21- ອິດສະລາມຮຽກຮ້ອງໃຫ້ມີຄວາມເຊື່ອໃນພື້ນຖານອັນຍິ່ງໃຫຍ່ຂອງຄວາມເຊື່ອສັດທາ ເຊິ່ງໄດ້ແກ່ ຄວາມເຊື່ອໃນພຣະເຈົ້າ ແລະເທວະທູດຂອງພຣະອົງ ຄວາມເຊື່ອໃນຫນັງສືອັນສູງສົ່ງເຊັ່ນ: ອັດ-ເຕົາຣອດ ອັລ-ອິນຈີລ (ກ່ອນທີ່ມັນຈະຖືກບິດເບືອນ) ແລະ ອັລ-ກຸຣອານ ຄວາມເຊື່ອໃນ ບັນດານະບີ ແລະຜູ້ປະກາດສານທັງຫມົດ (ຂໍຄວາມສະຫງົບສຸກຈົ່ງເກີດຂື້ນກັບພວກເຂົາ) ແລະ ເຊື່ອໃນນະບີຄົນສຸດທ້າຍ ເຊິ່ງແມ່ນທ່ານນະບີມຸຮຳຫມັດ ຣໍສູລຂອງອັລລໍຫ໌ ເປັນນະບີສຸດທ້າຍຂອງບັນດາສາດສະດາ ແລະຜູ້ປະກາດສານ ແລະຄວາມເຊື່ອໃນວັນສິ້ນໂລກ (ກີຍາມະຫ໌) ແລະ ພວກເຮົາຮູ້ວ່າຖ້າຫາກຊີວິດໃນໂລກນີ້ເຖິ່ງວັນອະວາສານ ຊີວິດ ແລະການມີຢູ່ຈະເປັນສິ່ງໄຮ້ຄ່າບໍ່ປະໂຫຍດໂດຍສິ່ນເຊິງ ແລະຄວາມເຊື່ອໃນສະພາວະໂຊກຊະຕາ ຄວາມດີຄວາມຊົ່ວ.
ອິດສະລາມຮຽກຮ້ອງໃຫ້ມີຄວາມເຊື່ອໃນພື້ນຖານອັນຍິ່ງໃຫຍ່ຂອງຄວາມເຊື່ອສັດທາ ທີ່ບັນດານະບີ ແລະຜູ້ປະກາດສານທັງຫມົດ (ຂໍຄວາມສະຫງົບສຸກຈົ່ງເກີດຂື້ນກັບພວກເຂົາ) ໄດ້ຮຽກຮ້ອງມາກ່ອນ ເຊິ່ງໄດ້ແກ່:
ປະການທີໜຶ່ງ: ການສັດທາຕໍ່ອັລລໍຫ໌ ວ່າພຣະອົງຄືພຣະຜູ້ເປັນເຈົ້າ, ຜູ້ສ້າງ, ຜູ້ປະທານປັດໄຈ ແລະ ຜູ້ບໍລິຫານຈັດການຈັກກະວານນີ້ ແລະ ພຣະອົງຜູ້ດຽວເທົ່ານັ້ນທີ່ສົມຄວນໄດ້ຮັບການເຄົາລົບພັກດີ ແລະ ການເຄົາລົບພັກດີຕໍ່ສິ່ງອື່ນໃດນອກເໜືອຈາກພຣະອົງນັ້ນຖືເປັນໂມຄະ ແລະ ທຸກສິ່ງທີ່ຖືກເຄົາລົບບູຊາອື່ນນອກຈາກພຣະອົງລ້ວນແມ່ນແຕ່ຂອງແປກປອມ, ດັ່ງນັ້ນການເຄົາລົບພັກດີຈຶ່ງບໍ່ຄູ່ຄວນແກ່ສິ່ງໃດນອກຈາກພຣະອົງ ແລະ ການເຄົາລົບພັກດີຈະບໍ່ຖືກຕ້ອງເວັ້ນແຕ່ເພື່ອພຣະອົງເທົ່ານັ້ນ. ເຊິ່ງຫຼັກຖານຂອງບັນຫານີ້ໄດ້ຖືກອະທິບາຍໄວ້ກ່ອນໜ້ານີ້ແລ້ວໃນຂໍ້ທີ (8).
ແລະ ພຣະອົງອັລລໍຫ໌ ຊຸບຮານະຮູ ວະຕະອາລາ ໄດ້ກ່າວເຖິງຫຼັກການອັນຍິ່ງໃຫຍ່ເຫຼົ່ານີ້ໄວ້ໃນໂອງການຕ່າງ ໆ ຢ່າງຫຼວງຫຼາຍໃນຫຼາຍແຫ່ງຂອງອັລກຸຣອານອັນຍິ່ງໃຫຍ່, ເຊິ່ງໜຶ່ງໃນນັ້ນພຣະອົງກ່າວວ່າ: (ຣໍຊູລນັ້ນ (ນະບີມຸຮຳມັດ) ໄດ້ສັດທາຕໍ່ສິ່ງທີ່ໄດ້ຖືກປະທານລົງແກ່ລາວ ຈາກພຣະເຈົ້າຂອງລາວ ແລະ ມຸມິນທັງຫຼາຍກໍ່ສັດທາດ້ວຍ ທຸກຄົນສັດທາຕໍ່ອັລລໍຫ໌ ແລະ ມະລາອິກະຫ໌ຂອງພຣະອົງ ແລະ ບັນດາຄຳພີຂອງພຣະອົງ ແລະບັນດາຣໍຊູລຂອງພຣະອົງ (ພວກເຂົາກ່າວວ່າ) ເຮົາຈະບໍ່ແຍກລະຫວ່າງທ່ານໜຶ່ງທ່ານໃດຈາກບັນດາຣໍຊູລຂອງພຣະອົງ ແລະ ພວກເຂົາໄດ້ກ່າວວ່າ ເຮົາໄດ້ຍິນແລ້ວ ໄດ້ປະຕິບັດຕາມແລ້ວ ການຂໍອະໄພໂທດຈາກພຣະອົງເທົ່ານັ້ນທີ່ພວກເຮົາປາດຖະນາ ໂອ້ພຣະເຈົ້າຂອງພວກເຮົາ! ແລະຍັງພຣະອົງນັ້ນ ຄືການກັບໄປ) [ອັລ-ບະກໍເຣາະຫ໌: 285]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ບໍ່ໄດ້ແມ່ນຄຸນນະທຳຄວາມດີ ການທີ່ພວກເຈົ້າຫັນໜ້າຂອງພວກເຈົ້າໄປທາງທິດຕາເວັນອອກ ແລະ ທິດຕາເວັນຕົກ ແຕ່ຄຸນນະທຳຄວາມດີຄື ຜູ້ທີ່ສັດທາຕໍ່ອັລລໍຫ໌ ແລະ ວັນສຸດທ້າຍ (ວັນສິ້ນໂລກ), ແລະ ສັດທາຕໍ່ບັນດາເທວະທູດ, ບັນດາຄໍາພີ, ແລະ ບັນດາສາສະນະທູດທັງຫມົດ, ແລະ ໄດ້ບໍລິຈາກຊັບສົມບັດທັງໆທີ່ຮັກມັນ ໃຫ້ແກ່ຍາດພີ່ນ້ອງ, ເດັກກຳພ້າ, ຜູ້ຂັດສົນ, ຜູ້ເດີນທາງ, ຜູ້ຂໍທານ ແລະ ໃນການໄຖ່ທາດ, ແລະ ໄດ້ດຳລົງການລະໝາດ ແລະ ຈ່າຍຊະກາດ, ແລະ ບັນດາຜູ້ຮັກສາສັນຍາຂອງພວກເຂົາ ເມື່ອພວກເຂົາໄດ້ເຮັດສັນຍາໄວ້, ແລະ ບັນດາຜູ້ອົດທົນໃນຄວາມທຸກຍາກ, ໃນຄວາມເຈັບປ່ວຍ ແລະ ໃນຍາມເສິກສົງຄາມ ຊົນເຫຼົ່ານັ້ນແຫລະຄື ບັນດາຜູ້ສັດຈິງ ແລະ ຊົນເຫຼົ່ານັ້ນແຫລະຄື ບັນດາຜູ້ຢຳເກງ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:177]. ແລະ ອັລລໍຫ໌ໄດ້ຮຽກຮ້ອງໃຫ້ມີການສັດທາໃນຮາກຖານເຫຼົ່ານີ້ ແລະ ໄດ້ຊີ້ແຈງວ່າຜູ້ໃດທີ່ປະຕິເສດການສັດທາຕໍ່ສິ່ງດັ່ງກ່າວ ເຂົາກໍໄດ້ຫຼົງທາງໄປຢ່າງໄກ, ພຣະອົງອັລລໍຫ໌ໄດ້ກ່າວວ່າ: (ໂອ້ ບັນດາຜູ້ສັດທາທັ່ງຫລາຍ ຈົ່ງສັດທາຕໍ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງ ແລະ ພຣະຄໍາພີທີ່ພຣະອົງໄດ້ປະທານລົງມາຍັງຣໍຊູລຂອງພຣະອົງ ແລະ ພຣະຄໍາພີທີ່ພຣະອົງໄດ້ປະທານມາກ່ອນຫນ້ານັ້ນ ແລະ ຜູ້ໃດປະຕິເສດສັດທາຕໍ່ອັລລໍຫ໌ ແລະ ມາລາອິກະຫ໌ຂອງພຣະອົງ ແລະ ບັນດາຄຳພີຂອງພຣະອົງ ແລະ ບັນດາຣໍຊູລຂອງພຣະອົງ ແລະ ວັນໂລກຫນ້າແລ້ວນັ້ນ ແນ່ນອນເຂົາກໍໄດ້ຫລົງທາງໄປແລ້ວໄກເຕິບ) [ສູເຣາະຫ໌ ອັນນິສາ : 136]. ແລະໃນຫະດິຊ ຈາກທ່ານອຸມັຣ ບິນ ຄອດຕ໊ອບ ຣໍດີຍັລລໍອັນຮຸ ໄດ້ເລົ່າວ່າ: (ໃນຂະນະທີ່ພວກເຮົານັ່ງຢູ່ກັບທ່ານຣໍສູລ ລຸລລໍຮ໌ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໃນມື້ໜຶ່ງ, ທັນໃດນັ້ນກໍມີຊາຍຄົນໜຶ່ງປະກົດຕົວຕໍ່ໜ້າພວກເຮົາ, ລາວນຸ່ງເຄື່ອງສີຂາວສະອາດ, ຜົມດຳສະນິດ, ບໍ່ເຫັນຮ່ອງຮອຍຂອງການເດີນທາງ, ແລະບໍ່ມີໃຜໃນພວກເຮົາຮູ້ຈັກລາວ, ຈົນລາວໄດ້ມານັ່ງຕໍ່ໜ້າທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ, ແລ້ວເອົາຫົວເຂົ່າຂອງລາວຕິດກັບຫົວເຂົ່າຂອງທ່ານ, ແລະ ວາງມືທັງສອງເບື້ອງຂອງລາວເທິງຂາຂອງທ່ານ, ແລະກ່າວວ່າ: ໂອ້ ມຸຮຳມັດ ຈົ່ງບອກໃຫ້ຂ້ອຍຮູ້ກ່ຽວກັບອິສລາມ. ແລ້ວທ່ານຣໍຊູລລຸລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວວ່າ: «ອິສລາມຄື: ການປະຕິຍານວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ແລະ ມຸຮຳມັດເປັນສາສະນະທູດຂອງອັລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະສັລລຳ, ດຳລົງໄວ້ເຊິ່ງການລະຫມາດ, ຈ່າຍສະກາດ, ຖືສິນອົດໃນເດືອນຣໍມະດອນ, ແລະ ປະກອບພິທີຮັຈຫ໌ ຫາກມີຄວາມສາມາດ». ລາວໄດ້ກ່າວວ່າ: ທ່ານໄດ້ກ່າວຈິງແທ້ແລ້ວ. ເຮົາກ່າວວ່າ: ພວກເຮົາຕ່າງກໍປະຫລາດໃຈໃນຕົວລາວ, ທີ່ລາວຖາມທ່ານ ແລ້ວກໍຢືນຢັນວ່າທ່ານກ່າວຈິງ. ລາວກ່າວຖາມຕໍ່ວ່າ: ຈົ່ງບອກໃຫ້ຂ້ອຍຮູ້ກ່ຽວກັບອີມ່ານ. ທ່ານນະບີຈຶ່ງຕອບວ່າ: «ການທີທ່ານສັດທາເຊື່ອຕໍ່ອັລລໍຫ໌, ການສັດທາຕໍ່ບັນດາມະລາອີກະຫ໌ຂອງພຣະອົງ, ການສັດທາຕໍ່ບັນດາຄຳພີຂອງພຣະອົງ, ການສັດທາຕໍ່ບັນດາສາສະໜະທູດຂອງພຣະອົງ, ການສັດທາຕໍ່ວັນສິ້ນໂລກ (ໂລກໜ້າ), ແລະການສັດທາ ເຊື່ອຕໍ່ການກຳໜົດຂອງພຣະອົງໃນຄວາມດີຄວາມຊົ່ວ». ລາວໄດ້ກ່າວວ່າ: ທ່ານໄດ້ກ່າວຈິງແທ້ແລ້ວ. ລາວໄດ້ກ່າວຖາມອີກວ່າ: ດັງນັ້ນທ່ານຈົ່ງບອກໃຫ້ຂ້ອຍຮູ້ກຽ່ວກັບ ອັລ-ອິຫ໌ຊານ. ທ່ານນະບີຕອບວ່າ: «ຄືການທີທ່ານເຮັດອີບາດະຫ໌ (ຄວາມດີ) ຕໍ່ອັລລໍຫ໌ ດັ່ງກັບວ່າທ່ານເຫັນພຣະອົງ ແມ້ວ່າທ່ານບໍ່ເຫັນພຣະອົງ ກໍ່ໃຫ້ຄິດວ່າພຣະອົງນັ້ນເຫັນທ່ານແນ່ນອນ») ບັນທຶກໂດຍອິມາມມຸສລິມ 8. ໃນຫະດີດບົດນີ້ ຈິບຣີລ (ເທວະທູດຂອງອັລລໍຫ໌) ໄດ້ມາຫາທ່ານຣໍສູລ ມຸຮຳມັດ ﷺ ແລະ ໄດ້ຖາມທ່ານກ່ຽວກັບລະດັບຂັ້ນຂອງສາສະໜາ ນັ້ນກໍຄື: ອິສລາມ, ອີມ່ານ ແລະ ອິຫ໌ຊານ ແລ້ວທ່ານນະບີມຸຮຳມັດ ﷺ ກໍໄດ້ຕອບລາວ. ຫຼັງຈາກນັ້ນ ທ່ານນະບີມຸຮຳມັດ ﷺ ກໍໄດ້ບອກແກ່ບັນດາຊໍຫາບະຮ໌ (ສາວົກ) ຂອງທ່ານ (ຂໍອັລລໍຫ໌ຊົງພໍພຣະໄທຕໍ່ພວກເພິ່ນ) ວ່າ ນີ້ຄື ຈິບຣີລ ທີ່ມາຫາພວກທ່ານ ເພື່ອສອນພວກທ່ານ ກ່ຽວກັບເລື່ອງສາສະໜາຂອງພວກທ່ານ. ດັ່ງນັ້ນ ນີ້ຄືສາສະໜາອິສລາມ ເຊິ່ງເປັນສານຈາກພຣະເຈົ້າ ທີ່ຖືກນຳມາໂດຍ ຈິບຣີລ ແລະ ທ່ານຣໍສູລ ມຸຮຳມັດ ﷺ ໄດ້ເຜີຍແຜ່ໃຫ້ແກ່ຜູ້ຄົນ, ແລະ ບັນດາຊໍຫາບະຮ໌ຂອງທ່ານກໍໄດ້ຮັກສາມັນໄວ້ ແລະ ພວກເພິ່ນກໍໄດ້ເຜີຍແຜ່ໃຫ້ແກ່ຜູ້ຄົນຕໍ່ມາຫຼັງຈາກທ່ານ.
ປະການທີສອງ: ການສັດທາຕໍ່ບັນດາມະລາອິກະຫ໌; ເຊິ່ງພວກທ່ານເປັນໂລກເລິກລັບທີ່ອັລລໍຫ໌ຊົງສ້າງຂຶ້ນມາ ແລະ ຊົງໃຫ້ພວກທ່ານມີຮູບລັກສະນະສະເພາະ ພ້ອມທັງມອບໝາຍໜ້າທີ່ອັນຍິ່ງໃຫຍ່ໃຫ້ແກ່ພວກທ່ານ, ແລະ ໜຶ່ງໃນໜ້າທີ່ອັນຍິ່ງໃຫຍ່ທີ່ສຸດຂອງພວກທ່ານຄື ການນຳໂອງການຈາກພຣະເຈົ້າມາສູ່ບັນດາຣໍຊູລ ແລະ ນະບີ (ຂໍຄວາມສັນຕິຈົ່ງມີແດ່ພວກທ່ານ), ແລະ ມະລາອິກະຫ໌ທີ່ປະເສີດທີ່ສຸດຄື ທ່ານຈິບຣີລ ອະໄລຮິສສະລາມ. ແລະ ສິ່ງທີ່ບົ່ງບອກເຖິງການທີ່ທ່ານຈິບຣີລ (ຂໍຄວາມສັນຕິຈົ່ງມີແດ່ທ່ານ) ໄດ້ນຳວະຫ໌ຍູລົງມາຍັງບັນດາຣໍຊູລ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ນັ້ນຄືພຣະດຳຣັດຂອງພຣະອົງຜູ້ຊົງສູງສົ່ງທີ່ວ່າ: (ພຣະອົງຊົງໃຫ້ມາລາອີກະຫ໌ລົງມາພ້ອມດ້ວຍວະຫ໌ຮີ ຕາມຄຳບັນຊາຂອງພຣະອົງ ແກ່ຜູ້ທີ່ພຣະອົງຊົງປະສົງຈາກປວງບ່າວຂອງພຣະອົງວ່າ ພວກເຈົ້າຈົ່ງຕັກເຕືອນວ່າ ແທ້ຈິງແລ້ວບໍ່ມີພຣະເຈົ້າອື່ນໃດນອກຈາກເຮົາ ດັ່ງນັ້ນ ພວກເຈົ້າຈົ່ງຍຳເກງເຮົາ) [ສຸເຣາະຫ໌ ອັນນະຫ໌ລຸ : 2]. ແລະ ພຣະອົງອັລລໍຫ໌ ໄດ້ກ່າວຕຶ່ມອີກວ່າ: (ແລະ ແທ້ຈິງມັນ ເປັນການປະທານລົງມາຂອງພຣະເຈົ້າແຫ່ງສາກົນລະໂລກ) (ອັຣຣູຫ໌ ຜູ້ຊື່ສັດ ໄດ້ນຳມັນລົງມາ (ຜູ້ສັດຊື່ແຫ່ງຊັ້ນຟ້າ ຄືທ່ານ ຈິບຣີລ) (ມາຍັງຫົວໃຈຂອງເຈົ້າ ເພື່ອເຈົ້າຈັກໄດ້ເປັນຜູ້ຕັກເຕືອນຄົນໜຶ່ງ) (ເປັນພາສາອາຣັບອັນຊັດແຈ້ງ) (ແລະ ແທ້ຈິງມັນ ມີຢູ່ໃນບັນດາຄຳພີຂອງຊົນລຸ້ນກ່ອນ) [ສູເຣາະຫ໌ ຊຸອະຣໍ : 192-196].
ປະການທີສາມ: ການສັດທາຕໍ່ບັນດາຄຳພີຂອງອັລລໍຫ໌ ເຊັ່ນ : ຄຳພີໄບເບິລພັນທະສັນຍາເກົ່າ ແລະ ໃຫມ່ (ຄຳພີເຕົາຣອດ ແລະ ອິນຈີລ) ແລະ ຄຳພີຊະບູຣ ກ່ອນທີ່ຖືກສັງຄາຍະນາດັດແປງ ແລະ ຄຳພີອັລກຸຣອານ. ອັລລໍຫ໌ຕະອາລາ ໄດ້ຕຣັດວ່າ: (ໂອ້ ບັນດາຜູ້ສັດທາທັ່ງຫລາຍ ຈົ່ງສັດທາຕໍ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງ ແລະ ພຣະຄໍາພີທີ່ພຣະອົງໄດ້ປະທານລົງມາຍັງຣໍຊູລຂອງພຣະອົງ ແລະ ພຣະຄໍາພີທີ່ພຣະອົງໄດ້ປະທານມາກ່ອນນັ້ນ ແລະ ຜູ້ໃດປະຕິເສດສັດທາຕໍ່ອັລລໍຫ໌ ແລະ ມາລາອິກະຫ໌ຂອງພຣະອົງ ແລະ ບັນດາຄຳພີຂອງພຣະອົງ ແລະ ບັນດາຣໍຊູລຂອງພຣະອົງ ແລະ ວັນໂລກຫນ້າແລ້ວນັ້ນ ແນ່ນອນເຂົາກໍໄດ້ຫລົງທາງໄປແລ້ວໄກເຕິບ) [ສູເຣາະຫ໌ ອັນນິສາ : 136]. ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ພຣະອົງໄດ້ປະທານຄຳພີແກ່ເຈົ້າ ດ້ວຍຄວາມຈິງໃນຖານະເປັນທີ່ຍືນຍັນສິ່ງທີ່ຢູ່ເບື້ອງຫນ້າມັນ ແລະ ພຣະອົງໄດ້ປະທານຄຳພີເຕົາຣອດ ແລະ ຄຳພີອິນຈີລ) (ກ່ອນໜ້ານັ້ນ ເພື່ອເປັນການຊີ້ນຳທາງແກ່ມວນມະນຸດ ແລະ ຊົງປະທານອັລກຸຣອານ, ແທ້ຈິງບັນດາຜູ້ທີ່ປະຕິເສດຕໍ່ບັນດາໂອງການຂອງອັລລໍຫ໌ ສຳຫຼັບພວກເຂົານັ້ນຄືການລົງໂທດອັນໜັກໜ່ວງ, ແລະ ອັລລໍຫ໌ຊົງມີອຳນາດຍິ່ງ ຜູ້ຊົງຕອບແທນ) [ສຸເຣາະຫ໌ ອະລາອິມຣອນ : 3-4]. ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ຣໍຊູລນັ້ນ (ນະບີມຸຮຳມັດ) ໄດ້ສັດທາຕໍ່ສິ່ງທີ່ໄດ້ຖືກປະທານລົງແກ່ລາວ ຈາກພຣະເຈົ້າຂອງລາວ ແລະ ມຸມິນທັງຫຼາຍກໍ່ສັດທາດ້ວຍ ທຸກຄົນສັດທາຕໍ່ອັລລໍຫ໌ ແລະ ມະລາອິກະຫ໌ຂອງພຣະອົງ ແລະ ບັນດາຄຳພີຂອງພຣະອົງ ແລະບັນດາຣໍຊູລຂອງພຣະອົງ (ພວກເຂົາກ່າວວ່າ) ເຮົາຈະບໍ່ແຍກລະຫວ່າງທ່ານໜຶ່ງທ່ານໃດຈາກບັນດາຣໍຊູລຂອງພຣະອົງ ແລະ ພວກເຂົາໄດ້ກ່າວວ່າ ເຮົາໄດ້ຍິນແລ້ວ ໄດ້ປະຕິບັດຕາມແລ້ວ ການຂໍອະໄພໂທດຈາກພຣະອົງເທົ່ານັ້ນທີ່ພວກເຮົາປາດຖະນາ ໂອ້ພຣະເຈົ້າຂອງພວກເຮົາ! ແລະຍັງພຣະອົງນັ້ນ ຄືການກັບໄປ) [ອັລ-ບະກໍເຣາະຫ໌: 285]. ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ: (ຈົ່ງກ່າວເຖີດ (ມຸຮຳມັດ) ວ່າ ເຮົາສັດທາຕໍ່ອັລລໍຫ໌ ແລະ ຄຳສອນທີ່ຖືກປະທານລົງມາໃຫ້ເຮົາ ແລະ ຄຳສອນທີ່ປະທານລົງມາໃຫ້ອິບຣໍຫີມ ອິສມາອີລ ອິສຮາກ ຍະກູບ ແລະ ເຜົ່າຕ່າງ ໆ ແລະຄຳສອນທີ່ປະທານໃຫ້ແກ່ ມູຊາ ,ອີຊາ ແລະ ສາດສະດາຄົນອື່ນໆ ຈາກພຣະເຈົ້າ ເຮົາຈະບໍ່ແບ່ງແຍກຜູ້ໃດ ແລະ ເຮົາຈະຍອມຮັບຕໍ່ອັລລໍຫ໌ ) [ສູເຣາະຫ໌ ອະລາອີມຣອນ : 84]
ປະການທີສີ່: ການສັດທາຕໍ່ບັນດານະບີ ແລະ ບັນດາຣໍຊູລທຸກທ່ານ; ເຊິ່ງຈຳເປັນຕ້ອງສັດທາຕໍ່ບັນດານະບີ ແລະ ບັນດາຣໍຊູລທຸກທ່ານ, ແລະ ເຊື່ອໝັ້ນວ່າພວກທ່ານທັງໝົດລ້ວນແຕ່ເປັນຣໍຊູລທີ່ມາຈາກອັລລໍຫ໌ ທີ່ໄດ້ເຜີຍແຜ່ສານຂອງອັລລໍຫ໌, ສາດສະໜາຂອງພຣະອົງ ແລະ ບົດບັນຍັດຂອງພຣະອົງແກ່ປະຊາຊາດຂອງພວກທ່ານ, ດັ່ງໂອງການຂອງອັລລໍຫ໌ທີ່ວ່າ: ຄວາມວ່າ (ພວກເຈົ້າຈົງກ່າວເຖິງວ່າ ພວກເຮົາໄດ້ສັດທາຕໍ່ອັລລໍຫ໌ ແລະສິ່ງທີ່ໄດ້ຖືກປະທານລົງມາໃຫ້ແກ່ພວກເຮົາ ແລະ ສິ່ງທີ່ໄດ້ຖືກປະທານລົງມາໃຫ້ແກ່ອິບຣໍຮີມ, ແລະ ອິສມາອີນ ແລະ ອິສຮາກ ແລະ ຢະກູບ ແລະບັນດາວົງວານເຫຼົ່ານັ້ນ ແລະ ສິ່ງທີ່ມູຊາ ແລະ ອີຊາໄດ້ຮັບ ແລະສິ່ງທີ່ບັນດານະບີໄດ້ຮັບຈາກພຣະເຈົ້າຂອງພວກເຂົາ ພວກເຮົາບໍ່ໄດ້ແບ່ງແຍກລະຫວ່າງທ່ານໜື່ງທ່ານໃດຈາກພວກເຂົາ ແລະ ພວກເຮົາຈະເປັນຜູ້ສະວາມີພັກຕໍ່ພຣະອົງເທົ່ານັ້ນ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:136]. ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ຣໍຊູລນັ້ນ (ນະບີມຸຮຳມັດ) ໄດ້ສັດທາຕໍ່ສິ່ງທີ່ໄດ້ຖືກປະທານລົງແກ່ລາວ ຈາກພຣະເຈົ້າຂອງລາວ ແລະ ມຸມິນທັງຫຼາຍກໍ່ສັດທາດ້ວຍ ທຸກຄົນສັດທາຕໍ່ອັລລໍຫ໌ ແລະ ມະລາອິກະຫ໌ຂອງພຣະອົງ ແລະ ບັນດາຄຳພີຂອງພຣະອົງ ແລະບັນດາຣໍຊູລຂອງພຣະອົງ (ພວກເຂົາກ່າວວ່າ) ເຮົາຈະບໍ່ແຍກລະຫວ່າງທ່ານໜຶ່ງທ່ານໃດຈາກບັນດາຣໍຊູລຂອງພຣະອົງ ແລະ ພວກເຂົາໄດ້ກ່າວວ່າ ເຮົາໄດ້ຍິນແລ້ວ ໄດ້ປະຕິບັດຕາມແລ້ວ ການຂໍອະໄພໂທດຈາກພຣະອົງເທົ່ານັ້ນທີ່ພວກເຮົາປາດຖະນາ ໂອ້ພຣະເຈົ້າຂອງພວກເຮົາ! ແລະຍັງພຣະອົງນັ້ນ ຄືການກັບໄປ) [ອັລ-ບະກໍເຣາະຫ໌: 285]. ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: ຄວາມວ່າ (ເຈົ້າກ່າວເຖິງ (ມຸຮຳມັດ) ວ່າ ເຮົາສັດທາຕໍ່ອັລລໍຫ໌ ແລະ ຄຳສອນທີ່ຖືກປະທານລົງມາໃຫ້ເຮົາ ແລະ ຄຳສອນທີ່ປະທານລົງມາໃຫ້ອິບຣໍຮີມ, ແລະ ອິສມາອີນ ແລະ ອິສຮາກ ແລະ ຢະກູບ ແລະບັນດາວົງວານເຫຼົ່ານັ້ນ ແລະ ສິ່ງທີ່ມູຊາ ແລະ ອີຊາໄດ້ຮັບ ແລະສິ່ງທີ່ບັນດານະບີໄດ້ຮັບຈາກພຣະເຈົ້າຂອງພວກເຂົາ ພວກເຮົາບໍ່ໄດ້ແບ່ງແຍກລະຫວ່າງທ່ານໜື່ງທ່ານໃດຈາກພວກເຂົາ ແລະ ພວກເຮົາຈະເປັນຜູ້ສະວາມີພັກຕໍ່ພຣະອົງເທົ່ານັ້ນ) [ສູເຣາະຫ໌ ອະລາອີມຣອນ : 84].
ແລະ ຕ້ອງສັດທາຕໍ່ທ່ານສຸດທ້າຍຂອງພວກເຂົາ ເຊິ່ງກໍຄື ມຸຮຳມັດ ສາສະນະທູດຂອງອັລລໍຫ໌ ຜູ້ເປັນນະບີ ແລະ ສາສະນະທູດຄົນສຸດທ້າຍ (ຂໍຄວາມສັນຕິຈົ່ງມີແດ່ພວກທ່ານ), ອັລລໍຫ໌ (ຊບ) ໄດ້ກ່າວວ່າ: (ແລະຈົງລຳລຶກເຖິງຂະນະທີ່ອັລລໍຮ໌ໄດ້ເອົາຄຳຫມັ່ນສັນຍາຈາກບັນດານາບີວ່າ ແນ່ນອນສິ່ງທີ່ເຮົາໄດ້ໃຫ້ແກ່ພວກເຈົ້ານັ້ນ ບໍ່ວ່າຈະເປັນຄຳພີກໍ່ດີ ແລະ ວິທະຍາປັນຍາຄວາມຮູ້ກ່ຽວກັບຂໍ້ປະຕິບັດໃນບັນຍັດສາສະໜາກໍ່ດີ ແລ້ວພາຍຫຼັງໄດ້ມີຣໍຊູລຜູ້ຫນຶ່ງມາຫາພວກເຈົ້າ ໃນຖານະເປັນທີ່ຍືນຍັນສິ່ງທີ່ຢູ່ກັບພວກເຈົ້າ ແນ່ນອນພວກເຈົ້າຈະຕ້ອງສັດທາຕໍ່ເຂົາ ແລະ ຈະຕ້ອງຊ່ວຍເຫຼືອເຂົາ ພຣະອົງກ່າວວ່າ ພວກເຈົ້າຍອມຮັບ ແລະ ໄດ້ຮັບເອົາຄຳຫມັ່ນສັນຍາຂອງເຮົາເທິງສິ່ງດັ່ງກ່າວນັ້ນແລ້ວບໍ່? ພວກເຂົາກ່າວວ່າ: ພວກຂ້າພະອົງຍອມຮັບແລ້ວ. ພະອົງກ່າວວ່າ: ດັ່ງນັ້ນ ພວກເຈົ້າຈົ່ງເປັນພະຍານເຖິດ ແລະ ເຮົາກໍຮ່ວມຢູ່ກັບພວກເຈົ້າໃນຫມູ່ຜູ້ເປັນພະຍານທັງຫຼາຍ) [ສູເຣາະຫ໌ ອະລາ ອິມຣອນ: 81]
ດັ່ງນັ້ນ ອິດສະລາມຈຶ່ງກຳນົດໃຫ້ຈຳເປັນຕ້ອງສັດທາຕໍ່ບັນດານະບີ ແລະ ຣໍຊູລໂດຍລວມທັງໝົດ, ແລະ ຈຳເປັນຕ້ອງສັດທາຕໍ່ຜູ້ເປັນຣໍຊູລຄົນສຸດທ້າຍ ກໍ່ຄືທ່ານຣໍຊູລ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ, ອັລລໍຫ໌ ຕາອາລາ ໄດ້ຊົງຕັດວ່າ: (ຈົ່ງກ່າວເຖິດ (ມຸຮຳມັດ) ວ່າ ໂອ້ຊາວຄຳພີ (ຊາວຄຣິດສະຕຽນ ແລະ ຢິວ) ພວກທ່ານບໍ່ໄດ້ຢູ່ເທິງຫຼັກການໃດໆ ຈົນກວ່າພວກທ່ານຈະປະຕິບັດຕາມຄຳພີເຕົາຣ໊ອດ, ຄຳພີອິນຈີລ ແລະ ສິ່ງທີ່ຖືກປະທານລົງມາໃຫ້ແກ່ພວກທ່ານຈາກພຣະຜູ້ເປັນເຈົ້າຂອງພວກທ່ານ) [ຊູເຣາະຫ໌ ອັລມາອີດະຫ໌ :68] ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ຈົ່ງກ່າວເຖິດ (ມຸຮຳມັດ) ວ່າ ໂອ້ຊາວຄຳພີ (ຊາວຄຣິດສະຕຽນ ແລະ ຢິວ) ຈົ່ງມາສູ່ຄຳສອນທີ່ເທົ່າທຽມກັນລະຫວ່າງເຮົາ ແລະ ທ່ານ, ຄືວ່າເຮົາຈະບໍ່ກາບໄຫວ້ບູຊາສິ່ງໃດນອກຈາກອັລລໍຫ໌ ແລະ ເຮົາຈະບໍ່ເຄົາລົບບູຊາສິ່ງອື່ນທຽບຄຽງພຣະອົງ ແລະ ເຮົາຈະບໍ່ຍຶດຖືອີກບາງຄົນເປັນຜູ້ສັກສິດອື່ນນອກຈາກອັລລໍຫ໌. ຖ້າຫາກພວກເຂົາຍັງບໍ່ສົນໃຈປີ່ນຫຼັງໃຫ້ ກໍ່ຈົ່ງກ່າວວ່າ ພວກທ່ານຈົ່ງເປັນພະຍານໃຫ້ເຮົານຳວ່າເຮົານັ້ນເປັນມຸສລິມ). [ສູເຣາະຫ໌ ອະລາອີມຣອນ : 64].
ແລະ ໃຜທີ່ປະຕິເສດນະບີແມ້ພຽງຜູ້ດຽວ ຖືວ່າຜູ້ນັ້ນໄດ້ປະຕິເສດບັນດານະບີ ແລະ ຣໍຊູລທັງຫມົດ, ແລະ ດ້ວຍເຫດນີ້ ອັລລໍຫ໌ຈຶ່ງໄດ້ກ່າວແຈ້ງເຖິງການຕັດສິນຂອງພຣະອົງຕໍ່ຫມູ່ຊົນຂອງນູຫ໌ວ່າ: ( ຫມູ່ຊົນຂອງນຸຫ໌ໄດ້ປະຕິເສດຕໍ່ບັນດາຣໍຊູລ) [ສູເຣາະຫ໌ ຊູອະຣໍ : 105]. ແລະ ເປັນທີ່ຮູ້ກັນດີວ່າ ທ່ານນະບີນູຫ໌ ອະໄລຮິສລາມ ນັ້ນບໍ່ມີຣໍຊູລມາກ່ອນໜ້າທ່ານ, ແຕ່ເຖິງຢ່າງໃດກໍ່ຕາມ ເມື່ອໝູ່ຊົນຂອງທ່ານໄດ້ປະຕິເສດທ່ານ, ການປະຕິເສດດັ່ງກ່າວຂອງພວກເຂົາຕໍ່ທ່ານນັ້ນ ຖືເປັນການປະຕິເສດຕໍ່ບັນດານະບີ ແລະ ຣໍຊູລທັງໝົດ; ເພາະວ່າການຮຽກຮ້ອງຂອງພວກເຂົາແມ່ນອັນດຽວກັນ ແລະ ຈຸດມຸ່ງໝາຍຂອງພວກເຂົາກໍ່ແມ່ນອັນດຽວກັນ.
ປະການທີ່ຫ້າ: ການສັດທາຕໍ່ວັນສິ້ນໂລກ ຄືວັນກິຍາມະຫ໌ (ວັນແຫ່ງການຟື້ນຄືນຊີບ) ແລະໃນຊ່ວງສຸດທ້າຍຂອງຊີວິດເທິງໂລກນີ້ ອັລລໍຮ໌ຈະຊົງບັນຊາໃຫ້ເທວະທູດອິສຣໍຟີນ ອະໄລຮິສະລາມ ເປົ່າແກແຫ່ງການດັບສູນ ແລ້ວທຸກຄົນທີ່ອັລລໍຮ໌ຊົງປະສົງກໍຈະລົ້ມລົງ ແລະສິ້ນຊີວິດ ດັ່ງທີ່ພຣະອົງຕຣັດວ່າ: (ແລະ ສຽງແກຖືກເປົ່າຂຶ້ນ ດັ່ງນັ້ນ ຜູ້ທີ່ຢູ່ໃນຊັ້ນຟ້າທັງຫລາຍ ແລະ ໃນແຜ່ນດິນ ກໍຈະລົ້ມຕາຍລົງ ເວັ້ນແຕ່ຜູ້ທີ່ພຣະອົງອັລລໍຫ໌ຊົງປະສົງ ຫຼັງຈາກນັ້ນ ສຽງແກຖືກເປົ່າຂຶ້ນອີກຄັ້ງໜຶ່ງ ແລ້ວທັນໃດນັ້ນພວກເຂົາກໍຈະຢືນຂຶ້ນເບິ່ງ) [ອັຊ-ຊຸມັຣ : 68]. ແລະ ເມື່ອທຸກສັບພະສິ່ງທີ່ຢູ່ໃນຊັ້ນຟ້າ ແລະ ໃນແຜ່ນດິນໄດ້ດັບສູນໄປ ເວັ້ນແຕ່ຜູ້ທີ່ອັລລໍຫ໌ຊົງປະສົງ, ສະນັ້ນ ອັລລໍຫ໌ຈະຊົງມ້ວນຊັ້ນຟ້າ ແລະ ແຜ່ນດິນ ດັ່ງທີ່ພຣະອົງຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ວັນທີ່ເຮົາຈະມ້ວນຊັ້ນຟ້າ ດັ່ງການມ້ວນແຜ່ນເຈ້ຍສຳລັບບັນທຶກ ດັ່ງເຊັ່ນທີ່ເຮົາໄດ້ເລີ່ມໃຫ້ມີການບັງເກີດຄັ້ງທຳອິດ ເຮົາຈະໃຫ້ມັນກັບເປັນຂຶ້ນມາອີກ ເປັນສັນຍາຜູກພັນກັບເຮົາ ແທ້ຈິງເຮົາເປັນຜູ້ກະທຳຢ່າງແນ່ນອນ) [ສຸເຣາະຫ໌ ອຳບິຍາ : 104]. ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: ( ແລະ ພວກເຂົາບໍ່ໄດ້ໃຫ້ຄວາມຍິ່ງໃຫຍ່ແດ່ອັລລໍຫ໌ ອັນພຶງມີຕໍ່ພຣະອົງຢ່າງແທ້ຈິງ ແລະ ແຜ່ນດິນນີ້ທັ້ງໝົດເປັນພຽງກຳມືໜຶ່ງຂອງພຣະອົງໃນວັນກີຍາມະຫ໌ ແລະ ຊັ້ນຟ້າທັ້ງຫຼາຍຈະມ້ວນມຽນດ້ວຍມືຂວາຂອງພຣະອົງ ມະຫາບໍລິສຸດຍິ່ງແດ່ພຣະອົງ ແລະ ພຣະອົງຊົງສູງສົ່ງເຫນືອຈາກສິ່ງທີ່ພວກເຂົາຕັ້ງພາຄີ ) [ອັຊ-ຊຸມັຣ : 67]. ແລະ ທ່ານຣໍຊຸລ ລຸລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: « ອັລລໍຫ໌ ຜູ້ຊົງສູງສົ່ງ ແລະ ຍິ່ງໃຫຍ່ ຈະຊົງມ້ວນມຽນຊັ້ນຟ້າທັ້ງຫຼາຍໃນວັນກີຍາມະຫ໌ ແລ້ວພຣະອົງຈະຊົງຈັບມັນດ້ວຍມືຂວາຂອງພຣະອົງ ແລ້ວພຣະອົງຈະກ່າວວ່າ ເຮົາຄືກະສັດ ພວກຜະເດັດການຢູ່ໃສ? ພວກຍິ່ງຍະໂສຢູ່ໃສ? ຫຼັງຈາກນັ້ນ ພຣະອົງຈະຊົງມ້ວນມຽນແຜ່ນດິນທັ້ງຫຼາຍດ້ວຍມືຊ້າຍຂອງພຣະອົງ ແລ້ວພຣະອົງຈະກ່າວວ່າ ເຮົາຄືກະສັດ ພວກຜະເດັດການຢູ່ໃສ? ພວກຍິ່ງຍະໂສຢູ່ໃສ? » ບັນທຶກໂດຍມຸສລິມ.
ອັລລໍຫ໌ ຈຶ່ງໄດ້ຊົງບັນຊາໃຫ້ມະລາອິກະຫ໌ ແລ້ວມະລາອີກະຫ໌ກໍເປົ່າມັນອີກຄັ້ງໜຶ່ງ ແລ້ວທັນໃດນັ້ນ ພວກເຂົາກໍລຸກຂຶ້ນຢືນເບິ່ງ, ອັລລໍຫ໌ ໄດ້ຕຣັດວ່າ: { ຈາກນັ້ນ ມັນ (ສຽງແກ) ໄດ້ຖືກເປົ່າຂຶ້ນອີກຄັ້ງໜຶ່ງ, ແລ້ວທັນໃດນັ້ນ ພວກເຂົາກໍລຸກຂຶ້ນຢືນເບິ່ງ } [ອັຊ-ຊຸມັຣ : 68]. ດັ່ງນັ້ນ ເມື່ອອັລລໍຫ໌ໄດ້ໃຫ້ສິ່ງຖືກສ້າງທັງຫຼາຍຟື້ນຄືນຊີບ ແລະ ລວບລວມພວກເຂົາເພື່ອການຄິດບັນຊີ, ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ວັນທີ່ແຜ່ນດິນຈະແຕກອອກຈາກພວກເຂົາ ຢ່າງຮີບຮ້ອນ ນັ້ນຄືການຮວບຮວມທີ່ງ່າຍດາຍສຳລັບເຮົາ) [ກໍຟ : 44]. ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: ( ວັນທີ່ພວກເຂົາຈະປາກົດຕົວອອກມາ ຈະບໍ່ມີສິ່ງໃດຈາກພວກເຂົາລີ້ລັບຕໍ່ອັລລໍຫ໌ໄດ້ ອຳນາດໃນວັນນີ້ເປັນຂອງຜູ້ໃດ? ເປັນຂອງອັລລໍຫ໌ ຜູ້ຊົງເອກະ ຜູ້ຊົງອຳນາດເໜືອທຸກສິ່ງ ) [ສູເຣາະຫ໌ ອັລ-ກໍຟິຣ: 16]. ແລະ ໃນວັນນີ້ ອັລລໍຫ໌ຈະຊົງຄິດບັນຊີສອບສວນມະນຸດຊາດທັງໝົດ, ແລະ ຈະຊົງຕັດສິນໃຫ້ຄວາມຍຸຕິທຳແກ່ທຸກຄົນທີ່ຖືກອະທຳຈາກຜູ້ທີ່ອະທຳຕໍ່ລາວ, ແລະ ມະນຸດທຸກຄົນຈະຖືກຕອບແທນໃນການກະທຳຂອງລາວ, ອັລລໍຫ໌ ຊົງຕຣັດວ່າ: (ມື້ນີ້ ແຕ່ລະຊີວິດຈະຖືກຕອບແທນຕາມທີ່ຊີວິດນັ້ນໄດ້ສະແວງຫາໄວ້ ຈະບໍ່ມີການອະທັມໃນມື້ນີ້ ແທ້ຈິງແລ້ວ ອັລລໍຫ໌ ຊົງວ່ອງໄວໃນການສອບສວນ) [ສູເຣາະຫ໌ ອັລ-ກໍຟິຣ: 17]. ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: ( ແທ້ຈິງອັລລໍຫ໌ຈະບໍ່ຊົງອະທຳ ແມ້ພຽງນ້ຳໜັກເທົ່າລະອອງທຸລີ ແລະ ຖ້າຫາກມັນເປັນຄວາມດີຢ່າງໜຶ່ງຢ່າງໃດ ພຣະອົງກໍ່ຈະທະວີຄູນມັນ ແລະ ຈະປະທານລາງວັນການຕອບແທນອັນຍິ່ງໃຫຍ່ຈາກພຣະອົງ ) [ສູເຣາະຫ໌ ນິຊາ: 40]. ອັລລໍຫ໌ ຕຣັດວ່າ: (ດັ່ງນັ້ນ, ຜູ້ໃດກະທຳຄວາມດີໜັກເທົ່າລະອອງທຸລີ ເຂົາກໍ່ຈະເຫັນມັນ) (ຜູ້ໃດກະທຳຄວາມຊົ່ວໜັກເທົ່າລະອອງທຸລີ ເຂົາກໍ່ຈະເຫັນມັນ) [ສຸເຣາະຫ໌ ອັຊ-ຊັລຊີລະຫ໌ : 7 - 8]. ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ເຮົາ (ອັລລໍຫ໌) ຈະຕັ້ງຕາຊັງທີ່ທຽງທຳສຳຫຼັບວັນກິຍາມະຮ໌ ດັ່ງນັ້ນຈະບໍ່ມີຊີວິດໃດຖືກອະທຳແຕ່ຢ່າງໃດ ແລະ ແມ້ວ່າມັນເປັນພຽງນ້ຳຫນັກເທົ່າກັບເມັດພືດນ້ອຍໆ ເຮົາກໍຈະນຳມາສະແດງ ແລະ ແນ່ນອນເປັນການພໍພຽງສຳຫຼັບເຮົາທີ່ເປັນຜູ້ຊຳລະສອບສວນ) [ອັລ-ອຳບິຍາ : 47].
ແລະ ຫຼັງຈາກການຟື້ນຄືນຊີບ ແລະ ການຄິດບັນຊີສອບສວນ ຈະມີການຕອບແທນ, ດັ່ງນັ້ນ ຜູ້ທີ່ປະກອບຄຸນງາມຄວາມດີ ລາວຈະໄດ້ຮັບຄວາມໂປດປານທີ່ຖາວອນເຊິ່ງຈະບໍ່ສູນຫາຍໄປ, ແລະ ຜູ້ທີ່ກະທຳຄວາມຊົ່ວຮ້າຍ ແລະ ປະຕິເສດສັດທາ ລາວຈະໄດ້ຮັບການລົງໂທດ, ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ອຳນາດການປົກຄອງໃນວັນນັ້ນເປັນຂອງອັລລໍຫ໌ ພຣະອົງຈະຊົງຕັດສິນລະຫວ່າງພວກເຂົາ ດັ່ງນັ້ນ ບັນດາຜູ້ສັດທາ ແລະ ກະທຳຄວາມດີທັງຫຼາຍ ຈະຢູ່ໃນສວນສະຫວັນແຫ່ງຄວາມສຸກສຳລານ) (ແລະ ບັນດາຜູ້ປະຕິເສດສັດທາ ແລະ ບໍ່ເຊື່ອໃນໂອງການທັ້ງຫຼາຍຂອງເຮົາ ຊົນເຫລົ່ານີ້ແຫລະ ສຳລັບພວກເຂົາຄືການລົງໂທດອັນອັບປະຍົດ) [ສຸເຣາະຫ໌ ອັລ-ຮັຈ: 56-57]. ແລະ ພວກເຮົາຮູ້ວ່າ ແທ້ຈິງແລ້ວ ຊີວິດໃນໂລກນີ້ ຖ້າຫາກວ່າມັນເປັນຈຸດສິ້ນສຸດແລ້ວ ການມີຊີວິດ ແລະ ການມີຢູ່ກໍ່ຄົງຈະເປັນສິ່ງທີ່ໄຮ້ສາລະຢ່າງແທ້ຈິງ ອັລລໍຮ໌ ຜູ້ຊົງສູງສົ່ງ ໄດ້ຕຣັດວ່າ: (ພວກທ່ານຄິດວ່າເຮົາສ້າງພວກທ່ານມາຫລິ້ນໆ ໂດຍພວກທ່ານຈະບໍ່ກັບຄືນມາສູ່ເຮົາບໍ່) [ຊູເຣາະຫ໌ ອັລ-ມຸມີນູນ :115].
ປະການທີ່ຫົກ: ການສັດທາຕໍ່ການຕັດສິນ ແລະ ການກຳຫນົດ ເຊິ່ງໝາຍເຖິງການທີ່ຕ້ອງສັດທາວ່າອັລລໍຫ໌ໄດ້ຮອບຮູ້ທຸກສິ່ງທີ່ເຄີຍເກີດຂຶ້ນ, ສິ່ງທີ່ກຳລັງເກີດຂຶ້ນ ແລະ ສິ່ງທີ່ຈະເກີດຂຶ້ນໃນຈັກກະວານນີ້, ແລະ ວ່າອັລລໍຫ໌ໄດ້ຊົງບັນທຶກທຸກສິ່ງເຫຼົ່ານັ້ນໄວ້ກ່ອນການສ້າງຊັ້ນຟ້າທັງຫຼາຍ ແລະ ແຜ່ນດິນ. ອັລລໍຫ໌ ຕະອາລາ ໄດ້ກ່າວໄວ້ວ່າ: (ແລະ ຢູ່ກັບພຣະອົງນັ້ນ ມີກະແຈແຫ່ງຄວາມເລັ້ນລັບ ໂດຍບໍ່ມີໃຜຮູ້ກະແຈເຫຼົ່ານັ້ນ ນອກເຫນືອຈາກພຣະອົງເທົ່ານັ້ນ ແລະພຣະອົງຊົງຮູ້ທຸກສິ່ງທີ່ຢູ່ໃນແຜ່ນດິນ ແລະໃນທະເລ ແລະບໍ່ມີໃບໄມ້ໃດລ່ວງລົງມາ ນອກຈາກພຣະອົງຈະຮູ້ມັນ ແລະບໍ່ມີເມັດພືດໃດທີ່ຢູ່ໃນຄວາມມືດຂອງແຜ່ນດິນ ແລະ ບໍ່ມີສິ່ງໃດທີ່ອ່ອນນຸ່ມ (ມີຊີວິດ) ແລະສິ່ງທີ່ແຫ້ງໃດໆ (ຕາຍ) ນອກຈາກຈະຢູ່ໃນບັນທຶກອັນຊັດແຈ້ງ) [ສູເຣາະຫ໌ ອັນອາມ : 59]. ແລະ ແທ້ຈິງອັລລໍຫ໌ນັ້ນຊົງຫ້ອມລ້ອມທຸກສິ່ງຢ່າງໄວ້ດ້ວຍຄວາມຮອບຮູ້ (ຂອງພຣະອົງ) ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ອັລລໍຫ໌ ຜູ້ຊົງສ້າງຊັ້ນຟ້າທັ້ງເຈັດ ແລະ ຈາກແຜ່ນດິນກໍເຊັ່ນດຽວກັນ ພຣະບັນຊາໄດ້ລົງມາລະຫວ່າງພວກມັນ ເພື່ອພວກເຈົ້າຈະໄດ້ຮູ້ວ່າ ແທ້ຈິງ ອັລລໍຫ໌ ຊົງມີອຳນາດເໜືອທຸກສິ່ງ ແລະ ແທ້ຈິງ ອັລລໍຫ໌ຊົງມີຄວາມຮູ້ຄອບຄຸມທຸກສິ່ງ) [ສູເຣາະຫ໌ ອັດຕໍລາກ :12]. ແລະ ຈະບໍ່ມີສິ່ງໃດເກີດຂຶ້ນໃນຈັກກະວານນີ້ ນອກຈາກວ່າອັລລໍຫ໌ໄດ້ຊົງກຳນົດມັນ, ຊົງປະສົງມັນ, ຊົງສ້າງມັນ ແລະ ຊົງອຳນວຍຄວາມສະດວກໃຫ້ແກ່ສາເຫດຕ່າງ ໆ ຂອງມັນ ອັລລໍຫ໌ຜູ້ຊົງສູງສົ່ງ ໄດ້ຕຣັດວ່າ: (ຜູ້ເຊິ່ງອຳນາດການປົກຄອງຊັ້ນຟ້າ ແລະ ແຜ່ນດິນເປັນຂອງພຣະອົງ ແລະ ພຣະອົງບໍ່ຊົງມີພຣະບຸດ ແລະ ບໍ່ມີພາຄີໃດໆ ສຳລັບພຣະອົງໃນອຳນາດການປົກຄອງ ແລະ ພຣະອົງຊົງໃຫ້ບັງເກິດທຸກສິ່ງ ແລ້ວຊົງກຳໜົດມັນໃຫ້ເປັນໄປຕາມກົດກຳໜົດສະພາວະ) [ອັລ-ຟຸຣກອນ: 2]. ແລະ ໃນເລື່ອງນັ້ນ ພຣະອົງຊົງມີວິທະຍາປັນຍາອັນເລິກເຊິ່ງ ເຊິ່ງມະນຸດບໍ່ສາມາດຢັ່ງຮູ້ໄດ້ ອັລລໍຫ໌ ໄດ້ກ່າວວ່າ : (ເປັນເຫດຜົນສະຕິປັນຍາອັນສົມບູນ ແຕ່ການຕັກເຕືອນນັ້ນບໍ່ເກີດປະໂຫຍດອັນໃດ) [ສູເຣາະຫ໌ ອັລ-ກໍມັຣ : 5]. ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະພຣະອົງເປັນຜູ້ຊົງລິເລີ່ມໃນການສ້າງ ແລະ ຊົງໃຫ້ມັນກັບຂຶ້ນມາອີກ ແລະ ມັນເປັນການງ່າຍຍິ່ງແກ່ພຣະອົງ ແລະຄຸນລັກສະນະອັນສູງສົງໃນຊັ້ນຟ້າທັ້ງຫລາຍ ແລະແຜ່ນດິນ ເປັນກຳມະສິດຂອງພຣະອົງ ແລະ ພຣະອົງເປັນຜູ້ອຳນາດຜູ້ສົງປຣີຊາຍານ) [ອັຣ-ຣູມ : 27]. ແລະ ອັລລໍຫ໌ ໄດ້ພັນລະນາພຣະອົງເອງດ້ວຍຄວາມປີຊາຍານ, ແລະ ໄດ້ຕັ້ງພຣະນາມພຣະອົງເອງວ່າ ຜູ້ຊົງປີຊາຍານ. ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ອັລລໍຫ໌ຊົງຢືນຍັນວ່າ ແທ້ຈິງບໍ່ມີຜູ້ທີ່ຄວນໄດ້ຮັບການເຄົາລົບບູຊາໃດໆ ນອກຈາກພຣະອົງເທົ່ານັ້ນ ແລະ ເທວະທູດ ມາລາອີກະຮ໌ ແລະ ບັນດາຜູ້ມີຄວາມຮູ້ໃນຖານະດຳລົງໄວເຊິ່ງຄວາມຍຸດຕິທຳນັ້ນ ກໍ່ຢືນຍັ້ນວ່າບໍ່ມີຜູ້ທີ່ຄວນໄດ້ຮັບການເຄົາລົບບູຊາໃດໆ ນອກຈາກອັລລໍຫ໌ຜູ້ຊົງເດສານຸພາບ ຜູ້ປຣີຊາຍານ) [ອາລາ ອິມຣອນ : 18]. ແລະ ອັລລໍຫ໌ ຕະອາລາ ໄດ້ຕຣັດບອກເລົ່າກ່ຽວກັບ ອີຊາ ອະໄລຮິສສະລາມ ວ່າ ເຂົາຈະກ່າວກັບອັລລໍຫ໌ໃນມື້ສິ້ນໂລກວ່າ: (ຫາກພຣະອົງຊົງລົງໂທດພວກເຂົາ ແທ້ຈິງພວກເຂົາກໍ່ເປັນປວງບ່າວຂອງພຣະອົງ ແລະ ຫາກພຣະອົງຊົງອະໄພໃຫ້ແກ່ພວກເຂົາ ແທ້ຈິງພຣະອົງນັ້ນ ເປັນຜູ້ຊົງອຳນາດ ຜູ້ຊົງປີຊາຍານ) [ຊູເຣາະຫ໌ ອັລມາອີດະຫ໌ :118]. ແລະ ອັລລໍຫ໌ຕາອາລາ ໄດ້ຕຣັດແກ່ທ່ານນະບີມູຊາ ອະໄລຮິສສະລາມ ເມື່ອຕອນທີ່ພຣະອົງຊົງຮຽກທ່ານ ໃນຂະນະທີ່ທ່ານຢູ່ທາງຂ້າງພູເຂົາຕູຣວ່າ: (ໂອ້ມູຊາເອີຍ ແທ້ຈິງຂ້າຄືອັລລໍຫ໌ ຜູ້ຊົງອຳນາດຍິ່ງ ຜູ້ຊົງປີຊາຍານ) [ສູເຣາະຫ໌ ອັລ-ນັມລຸ: 9].
ແລະ ໄດ້ພັນລະນາອັລກຸຣອານອັນຍິ່ງໃຫຍ່ວ່າມີວິທະຍາປັນຍາ ດັ່ງທີ່ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ອະລີຟ ລາມ ຣໍ (ນີ້ຄື) ຄຳພີທີ່ໂອງການທັ້ງຫລາຍຂອງມັນຖືກວາງໄວ້ຢ່າງຮັດກຸມຊັດແຈ້ງ ແລະ ຖືກຈຳແນກແຍກແຍະ (ຂໍ້ບັນຊາຕ່າງ ໆ) ຢ່າງຊັດແຈ້ງ ຈາກພຣະຜູ້ຊົງສະຫຼາດຫຼັກແຫລມ ແລະ ຜູ້ຊົງຮອບຮູ້ຊ່ຽວຊານ) [ຮູດ: 1]. ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ນັ້ນຄືສ່ວນໜຶ່ງຈາກສິ່ງທີ່ພຣະເຈົ້າຂອງເຈົ້າໄດ້ປະທານໂອງການແກ່ເຈົ້າຈາກວິທະຍາປັນຍາ, ແລະ ເຈົ້າຢ່າໄດ້ຕັ້ງພຣະເຈົ້າອື່ນໃດຄຽງຄູ່ກັບອັລລໍຫ໌, ແລ້ວເຈົ້າຈະຖືກໂຍນລົງໃນນະລົກ ຈະຮັນນຳ ໃນສະພາບທີ່ຖືກຕຳໜິ ແລະ ຖືກຂັບໄລ່) [ສູເຣາະຫ໌ ອິສຣໍ: 39].
22- ແລະ ບັນດາສາດສະນະທູດທັ້ງຫຼາຍ ອະໄລຮິມຸສລາມ ແມ່ນໄດ້ຮັບການປົກປ້ອງ (ຈາກຄວາມຜິດພາດ) ໃນສິ່ງທີ່ພວກເພິ່ນໄດ້ນຳມາແຈ້ງຈາກພຣະອົງ, ແລະ ໄດ້ຮັບການປົກປ້ອງຈາກທຸກສິ່ງທີ່ຂັດຕໍ່ສະຕິປັນຍາ ຫຼື ສິ່ງທີ່ສິນລະທຳອັນດີງາມ ບັນດານະບີຄືຜູ້ທີ່ໄດ້ຮັບມອບໝາຍໃຫ້ເຜີຍແຜ່ຄຳສັ່ງຂອງພຣະອົງແກ່ປວງບ່າວຜູ້ສັດທາຂອງພຣະອົງ, ແລະ ບັນດານະບີນັ້ນບໍ່ມີຄຸນລັກສະນະໃດໆ ຂອງຄວາມເປັນພຣະເຈົ້າ (ຄວາມເປັນຣ໊ອບບີ ຫຼື ຄວາມເປັນອີລາຮ໌) ເລີຍ; ແຕ່ພວກທ່ານແມ່ນມະນຸດຄືກັນກັບມະນຸດທົ່ວໄປ ທີ່ພຣະອົງຊົງປະທານວະຫ໌ຮີ (ພຣະດຳລັດ) ແກ່ພວກທ່ານເພື່ອໃຫ້ນຳສົ່ງສານຂອງພຣະອົງ.
ແລະ ບັນດາສາດສະດາທັງຫຼາຍເປັນຜູ້ບໍ່ມີບາບ (ຂໍຄວາມສັນຕິສຸກຈົ່ງມີກັບພວກທ່ານ) ສິ່ງທີ່ພວກເຂົາຖ່າຍທອດໃຫ້ຊາບກ່ຽວກັບພຣະເຈົ້າ ເພາະອັລລໍຫ໌ໄດ້ຊົງຄັດເລືອກຜູ້ທີ່ປະເສີດທີ່ສຸດຈາກສິ່ງຖືກສ້າງຂອງພຣະອົງ ເພື່ອເຜີຍແຜ່ສານຂອງພຣະອົງ ດັ່ງໂອງການຂອງອັລລໍຫ໌ ອົງຜູ້ຊົງສູງສົງທີ່ວ່າ: (ອັລລໍຫ໌ຊົງເລືອກຜູ້ນຳຂ່າວຈາກມະລາອິກະຮ໌ ແລະ ຈາກມະນຸດ ແທ້ຈິງ ອັລລໍຫ໌ເປັນຜູ້ຊົງໄດ້ຍິນ ຜູ້ຊົງເບິ່ງເຫັນ) [ສູເຣາະຫ໌ ອັລ-ຮັຈ : 75]. ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ແທ້ຈິງອັລລໍຫ໌ໄດ້ຊົງຄັດເລືອກ ອາດຳ ແລະ ນູຫ໌ ແລະ ວົງວານຂອງອິບຣໍຫີມ ແລະ ວົງວານຂອງອິມຣອນ ເໜືອປະຊາຊາດທັງຫຼາຍ) [ສຸເຣາະຫ໌ ອະລາ ອິມຣອນ : 33]. ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ພຣະອົງອັລລໍຫ໌) ໄດ້ກ່າວວ່າ ໂອ້ມູຊາເອີຍ ແທ້ຈິງເຮົາໄດ້ຄັດເລືອກທ່ານເໜືອມະນຸດທັ້ງຫລາຍ ດ້ວຍສານຕ່າງໆ ຂອງເຮົາ ແລະ ດ້ວຍຄຳດຳຣັດຂອງເຮົາ ດັ່ງນັ້ນ ຈົ່ງຮັບເອົາສິ່ງທີ່ເຮົາໄດ້ປະທານໃຫ້ແກ່ທ່ານ ແລະ ຈົ່ງເປັນຜູ້ໜຶ່ງໃນບັນດາຜູ້ຂອບໃຈ) [ອັລ-ອະຣໍຟ : 144]. ແລະ ບັນດາສາດສະດາທູດ (ຂໍຄວາມສັນຕິຈົ່ງມີແກ່ພວກທ່ານ) ຮູ້ດີວ່າ ສິ່ງທີ່ຖືກປະທານລົງມາສູ່ພວກທ່ານນັ້ນ ຄືວະຫ໌ຮີ (ສານຈາກອັລລໍຫ໌) ແລະ ພວກທ່ານໄດ້ເຫັນບັນດາມະລາອີກະຫ໌ນຳວະຫ໌ຮີລົງມາ, ພຣະອົງຊົງໄດ້ຕຣັດວ່າ: (ພຣະອົງຜູ້ຊົງຮອບຮູ້ໃນສິ່ງລີ້ລັບ ດັ່ງນັ້ນ ພຣະອົງຈະບໍ່ເປີດເຜີຍສິ່ງລີ້ລັບຂອງພຣະອົງແກ່ຜູ້ໃດ) (ນອກຈາກຜູ້ໃດທີ່ພຣະອົງຊົງພໍພຣະໄທໃຫ້ເປັນຣໍຊູລ ແລ້ວແນ່ນອນພຣະອົງກໍ່ຈະຊົງໃຫ້ມີຜູ້ເຝົ້າຍາມທາງດ້ານໜ້າຂອງລາວ ແລະ ທາງດ້ານຫຼັງຂອງລາວ) (ເພື່ອພຣະອົງຈະໄດ້ຊົງຮູ້ວ່າ ແທ້ຈິງພວກເຂົາໄດ້ເຜີຍແຜ່ສານຂອງພຣະເຈົ້າຂອງພວກເຂົາ ແລະ ພຣະອົງຊົງຫ້ອມລ້ອມສິ່ງທີ່ຢູ່ກັບພວກເຂົາໄວ້ ແລະ ຊົງນັບທຸກສິ່ງຢ່າງໄວ້ຢ່າງຄົບຖ້ວນ) [ຊູເຣາະຫ໌ ອັລ-ຈິນ : 26-28]. ແລະ ອັລລໍຫ໌ ໄດ້ສັ່ງໃຊ້ພວກເຂົາ ໃຫ້ເຜີຍແຜ່ບັນດາສານຂອງພຣະອົງ, ພຣະອົງອັລລໍຫ໌ ຊົງດຳລັດວ່າ: (ໂອ້ບັນດາຣໍຊູລ, ຈົ່ງປະກາດສິ່ງທີ່ຖືກປະທານລົງມາຍັງເຈົ້າຈາກພຣະຜູ້ອະພິບານຂອງເຈົ້າ, ແລະ ຖ້າຫາກເຈົ້າບໍ່ປະຕິບັດ, ແນ່ນອນເຈົ້າກໍບໍ່ໄດ້ປະກາດສານຂອງພຣະອົງ ແລະ ອັລລໍຫ໌ຈະຊົງປົກປ້ອງເຈົ້າໃຫ້ພົ້ນຈາກມວນມະນຸດ ແທ້ຈິງ ອັລລໍຫ໌ຈະບໍ່ຊົງນຳທາງແກ່ກຸ່ມຊົນຜູ້ປະຕິເສດສັດທາ) [ສຸເຣາະຫ໌ ອັລ-ມາອິດະຫ໌ : 67]. ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ຄືບັນດາຣໍຊູລໃນຖານະຜູ້ແຈ້ງຂ່າວດີ ແລະ ໃນຖານະຜູ້ຕັກເຕືອນ ເພື່ອວ່າມະນຸດຈະບໍ່ໄດ້ມີຂໍ້ອ້າງໃດ ໆ ທີ່ຈະແກ້ຕົວກັບອັລລໍຫ໌ໄດ້ອີກ ຫລັງຈາກບັນດາຣໍຊູລເຫຼົ່ານັ້ນ ແລະ ອັລລໍຫ໌ເປັນຜູ້ຊົງເດຊານຸພາບ ຜູ້ຊົງປຣີຊາຍານ) [ຊູເຣາະຫ໌ ອັນນິສາ : 165].
ແລະ ບັນດາຣໍຊູລນັ້ນ ພວກທ່ານມີຄວາມຢຳເກງຕໍ່ອັລລໍຫ໌ຢ່າງທີ່ສຸດ ແລະ ມີຄວາມຢ້ານກົວຕໍ່ພຣະອົງ ດັ່ງນັ້ນ ພວກທ່ານຈຶ່ງບໍ່ເພີ່ມເຕີມສິ່ງໃດໃນສານຂອງພຣະອົງ ແລະ ບໍ່ຕັດທອນສິ່ງໃດອອກຈາກມັນ ພຣະອົງອັລລໍຫ໌ຊົງຕຣັດວ່າ: (ແລະຖ້າຫາກວ່າ ເຂົາກຸເລື່ອງບາງຄຳເວົ້າໃສ່ເຮົາ) (ແນ່ນອນ ພວກເຮົາຈະຈັບລາວດ້ວຍມືຂວາ ﴿ (ແລ້ວເຮົາກໍຈະຕັດເສັ້ນເລືອດຂົ້ວຫົວໃຈຂອງເຂົາ) (ດັ່ງນັ້ນ ຈະບໍ່ມີຜູ້ໃດໃນໝູ່ພວກເຈົ້າຂັດຂວາງ (ການລົງໂທດ) ຈາກລາວໄດ້ ) [ສູເຣາະຫ໌ ອັລ-ຮາກເກາະຫ໌ : 44-47]. ທ່ານ ອິບນຸ ກະສີຣ ຂໍອັລລໍຫ໌ເມດຕາຕໍ່ທ່ານ ໄດ້ກ່າວວ່າ: (ອັລລໍຫ໌ໄດ້ຕຣັດວ່າ: {ແລະ ຫາກເຂົາໄດ້ອຸປະໂຫຼກຄຳເວົ້າໃດໆ ຂຶ້ນມາອ້າງເຖິງເຮົາ} ໝາຍຄວາມວ່າ: ທ່ານນະບີ ມຸຮຳຫມັດ ﷺ ຖ້າຫາກທ່ານເປັນດັ່ງທີ່ພວກເຂົາກ່າວອ້າງວ່າເປັນຜູ້ອຸປະໂຫຼກຄວາມເທັດຕໍ່ເຮົາ ໂດຍການເພີ່ມເຕີມໃນສານ ຫຼື ຕັດຖອນອອກຈາກມັນ ຫຼື ໄດ້ກ່າວສິ່ງໃດສິ່ງໜຶ່ງຈາກຕົວທ່ານເອງ ແລ້ວອ້າງວ່າເປັນຂອງເຮົາ -ເຊິ່ງຄວາມຈິງບໍ່ເປັນເຊັ່ນນັ້ນ- ແນ່ນອນເຮົາຈະລົງໂທດທ່ານໃນທັນທີ, ແລະ ດ້ວຍເຫດນີ້ພຣະອົງຈຶ່ງຕຣັດວ່າ: {ແນ່ນອນເຮົາຈະຈັບເຂົາດ້ວຍມືຂວາ} ມີທັດສະນະກ່າວວ່າ: ຄວາມໝາຍຂອງມັນຄື ເຮົາຈະລົງໂທດເຂົາດ້ວຍມືຂວາ; ເພາະມັນເປັນການຈັບກຸມທີ່ຮຸນແຮງກວ່າ, ແລະ ອີກທັດສະນະໜຶ່ງກ່າວວ່າ: ແນ່ນອນເຮົາຈະຈັບເຂົາທີ່ມືຂວາຂອງເພິ່ນ.) ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ: (ແລະ ຈົ່ງລຳລຶກເຖິງຂະນະທີ່ອັລລໍຫ໌ ຕຣັດວ່າ ອີຊາບຸດຂອງມັຣຍັມ ເອີຍ! ເຈົ້າໄດ້ເວົ້າກັບຜູ້ຄົນແນວນັ້ນບໍ? ໃຫ້ຍຶດຖືຂ້ອຍ ແລະ ແມ່ຂອງຂ້ອຍເປັນທີ່ເຄົາລົບກາບໄຫວທັ້ງສອງນອກຈາກອັລລໍຫ໌, ເຂົາກ່າວວ່າ ມະຫາບໍລິສຸດ ຕໍ່ພຣະອົງ, ຂ້ອຍບໍ່ເຄີຍທີ່ຈະເວົ້າສິ່ງທີ່ບໍ່ແມ່ນສິດຂອງຂ້ອຍ, ຖ້າຂ້ອຍເຄີຍເວົ້າແບບນັ້ນ ແນ່ນອນພຣະອົງຍ່ອມຮູ້ດີ ໂດຍທີ່ພຣະອົງຊົງຮູ້ສິ່ງທີ່ຢູ່ໃນໃຈຂອງຂ້ອຍ ແລະ ຂ້າພະເຈົ້າບໍ່ຮູ້ສິ່ງທີ່ຢູ່ໃນໃຈຂອງພຣະອົງ ແທ້ຈິງ ພຣະອົງນັ້ນຄືຜູ້ຊົງຮອບຮູ້ໃນສິ່ງເລັ້ນລັບທັງຫລາຍ). (ຂ້ອຍບໍ່ໄດ້ກ່າວແກ່ພວກເຂົາ ນອກຈາກສິ່ງທີ່ພຣະອົງຊົງບັນຊາແກ່ຂ້ອຍເທົ່ານັ້ນ ວ່າຈົ່ງເຄົາລົບສັກກາລະຕໍ່ອັລລໍຫ໌ ຜູ້ເປັນພຣະເຈົ້າຂອງຂ້ອຍ ແລະ ພຣະເຈົ້າຂອງພວກທ່ານ, ແລະ ຂ້ອຍເປັນພະຍານຕໍ່ພວກເຂົາ ຕາບໃດທີ່ຂ້ອຍຍັງຢູ່ຮ່ວມກັບພວກເຂົາ, ແຕ່ເມື່ອພຣະອົງໄດ້ຮັບເອົາຊີວິດຂອງຂ້ອຍໄປແລ້ວ ພຣະອົງກໍຄືຜູ້ຊົງເຝົ້າຕິດຕາມເບິ່ງພວກເຂົາ ແລະ ພຣະອົງຊົງເປັນພະຍານຕໍ່ທຸກສິ່ງທຸກຢ່າງ). [ສຸເຣາະຫ໌ ອັລ-ມາອິດະຫ໌: 116-117].
ແລະ ຈາກຄວາມໂປດປານຂອງອັລລໍຫ໌ທີ່ມີຕໍ່ບັນດານະບີ ແລະ ບັນດາຣໍຊູລຂອງພຣະອົງ (ຂໍຄວາມສັນຕິຈຳເລີນຈົ່ງມີແດ່ພວກທ່ານ) ຄືການທີ່ອັລລໍຫ໌ຊົງໃຫ້ພວກທ່ານມີຄວາມໝັ້ນຄົງໃນການເຜີຍແຜ່ບັນດາສານຂອງພຣະອົງ, ພຣະອົງອັລລໍຫ໌ຊົງຕຣັດວ່າ: (ລາວໄດ້ກ່າວວ່າ ແທ້ຈິງຂ້ອຍຂໍໃຫ້ອັລລໍຫ໌ເປັນພະຍານ ແລະ ພວກທ່ານຈົ່ງເປັນພະຍານເຖີດວ່າ ແທ້ຈິງຂ້ອຍຂໍປີກຕົວອອກຫ່າງຈາກສິ່ງທີ່ພວກທ່ານຕັ້ງພາຄີຂື້ນ) (ນອກຈາກພຣະອົງ ດັ່ງນັ້ນ ພວກທ່ານທັງໝົດຈົ່ງວາງແຜນທຳຮ້າຍຂ້ອຍເຖີດ ແລ້ວຢ່າໄດ້ໃຫ້ຂ້ອຍຕ້ອງລໍຖ້າເລີຍ) (ແທ້ຈິງຂ້ອຍໄດ້ມອບໝາຍຕໍ່ອັລລໍຫ໌ ພຣະເຈົ້າຂອງຂ້ອຍ ແລະ ພຣະເຈົ້າຂອງພວກທ່ານ ບໍ່ມີສິ່ງທີ່ມີຊີວິດໃດນອກຈາກພຣະອົງຊົງກຸມໜ້າຜາກຂອງມັນໄວ້ ແທ້ຈິງ ພຣະເຈົ້າຂອງຂ້ອຍຢູ່ເທິງແນວທາງອັນທ່ຽງຕົງ) [ຮູດ 54-56]. ແລະ ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ຫາກພວກເຂົາຈະເຮັດໃຫ້ເຈົ້າ (ມູຮຳມັດ) ຫັນເຫຫຼົງໄປຈາກສິ່ງທີ່ເຮົາໄດ້ວະຫ໌ຮີມາຍັງເຈົ້າ ເພື່ອໃຫ້ເຈົ້າອຸປະໂຫຼກສິ່ງອື່ນຂຶ້ນແກ່ເຮົາ ແລະ ເມື່ອນັ້ນ ພວກເຂົາກໍ່ຈະຖືເອົາເຈົ້າເປັນມິດສະຫາຍ) (ແລະ ຫາກວ່າເຮົາບໍ່ໄດ້ໃຫ້ຄວາມໜັກແໜ້ນແກ່ເຈົ້າຢູ່ໃນທາງແຫ່ງຄວາມຈິງແລ້ວ ແນ່ນອນເຈົ້າອາດຈະໂອນອຽງໄປຫາພວກເຂົາບາງເລັກນ້ອຍ) (ຖ້າເປັນເຊັ່ນນັ້ນ ເຮົາແນ່ນອນເຮົາກໍ່ຈະໃຫ້ເຈົ້າໄດ້ລິ້ມລົດການລົງໂທດສອງເທົ່າໃນຊີວິດນີ້ ແລະ ສອງເທົ່າເມື່ອຫຼັງຄວາມຕາຍ ແລ້ວເຈົ້າຈະບໍ່ພົບຜູ້ຊ່ວຍເຫຼືອໃດໆ ສຳລັບເຈົ້າໃຫ້ຮອດພົ້ນຈາກການລົງໂທດຂອງເຮົາ ﴿ [ສູເຣາະຫ໌ ອິສຣໍ: 73-75]. ແລະ ບັນດາອາຍັດ (ໂອງການ) ເຫຼົ່ານີ້ ພ້ອມກັບອາຍັດກ່ອນໜ້ານັ້ນ ຕ່າງກໍເປັນສັກຂີພະຍານ ແລະ ເປັນຫຼັກຖານຢັ້ງຢືນວ່າ ພຣະຄຳພີອັນກຸຣອານແມ່ນຖືກປະທານລົງມາຈາກພຣະຜູ້ເປັນເຈົ້າແຫ່ງສາກົນໂລກ; ເພາະວ່າ ຫາກພຣະຄຳພີນີ້ມາຈາກທ່ານຣໍຊູລ ສາດສະດາ ມູຮຳມັດ (ຂໍຄວາມສັນຕິສຸກແລະພອນປະເສີດຈົ່ງມີແດ່ທ່ານ) ເອງແລ້ວ, ທ່ານຄົງຈະບໍ່ບັນຈຸຖ້ອຍຄຳໃນລັກສະນະນີ້ ທີ່ເປັນການຕັກເຕືອນ ຫຼື ຊີ້ແນະມາຍັງໂຕທ່ານເອງຢ່າງແນ່ນອນ.
ແລະ ອັລລໍຫ໌ ຊຸບຮານະຮູວະຕາອາລາ ໄດ້ປົກປ້ອງບັນດາຣໍຊູລຂອງພຣະອົງຈາກຜູ້ຄົນ, ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ໂອ້ບັນດາຣໍຊູລ, ຈົ່ງປະກາດສິ່ງທີ່ຖືກປະທານລົງມາຍັງເຈົ້າຈາກພຣະເຈົ້າຂອງເຈົ້າ ແລະ ຖ້າຫາກເຈົ້າບໍ່ປະຕິບັດ, ກໍເທົ່າກັບວ່າເຈົ້າບໍ່ໄດ້ປະກາດສານຂອງພຣະອົງ ແລະ ອັລລໍຫ໌ຈະຊົງປົກປ້ອງເຈົ້າຈາກມະນຸດທັ້ງຫລາຍ ແທ້ຈິງອັລລໍຫ໌ຈະບໍ່ຊົງນຳທາງແກ່ກຸ່ມຊົນຜູ້ປະຕິເສດສັດທາ) [ສຸເຣາະຫ໌ ອັລ-ມາອິດະຫ໌ : 67]. ແລະ ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (۞ ແລະ ຈົ່ງອ່ານໃຫ້ພວກເຂົາຟັງ ເຊິ່ງເລື່ອງລາວຂອງ ນູຫ໌ ເມື່ອລາວໄດ້ກ່າວແກ່ປະຊາຊາດຂອງຕົນວ່າ: ໂອ້ ປະຊາຊາດຂອງຂ້າພະເຈົ້າເອີຍ, ຫາກວ່າການພັກຢູ່ຂອງຂ້າພະເຈົ້າ ແລະ ການຕັກເຕືອນຂອງຂ້າພະເຈົ້າດ້ວຍໂອງການຕ່າງໆ ຂອງອັລລໍຫ໌ ເປັນເລື່ອງໃຫຍ່ແກ່ພວກທ່ານແລ້ວ, ດັ່ງນັ້ນ ຂ້ອຍຂໍມອບໝາຍຕໍ່ອັລລໍຫ໌ເທົ່ານັ້ນ ພວກທ່ານຈົ່ງຮ່ວມກັນວາງແຜນຂອງພວກທ່ານ ພ້ອມດ້ວຍບັນດາພາຄີຂອງພວກທ່ານເຖີດ, ແລ້ວຢ່າໃຫ້ແຜນຂອງພວກທ່ານເປັນທີ່ປິດບັງແກ່ພວກທ່ານ, ແລ້ວຈົ່ງດຳເນິນການຕໍ່ຂ້ອຍທັນທີ ແລະ ຢ່າໄດ້ລັງເລເລີຍ) [ສູເຣາະຫ໌ ຍູນຸສ : 71]. ແລະ ພຣະອົງອັລລໍຫ໌ ຕາອາລາ ໄດ້ບອກເລົ່າເຖິງຄຳກ່າວຂອງທ່ານນະບີ ມູຊາ ອະໄລຮິສສະລາມ ວ່າ: (ເຂົາທັ້ງສອງໄດ້ກ່າວວ່າ ຂ້າແດ່ພຣະເຈົ້າຂອງພວກເຮົາ ແທ້ຈິງພວກເຮົາຢ້ານວ່າ ເຂົາຈະລ່ວງເກິນເຮົາ ຫຼື ເຂົາຈະສະແດງໂອຫັງແກ່ເຮົາຫຼາຍກວ່າເດິມ ) ( ພຣະອົງຕຣັດວ່າ ເຈົ້າທັງສອງຢ່າໄດ້ຢ້ານກົວ ແທ້ຈິງຂ້າຢູ່ກັບເຈົ້າທັ້ງສອງ ຂ້າໄດ້ຍິນ ແລະ ໄດ້ເຫັນ ທຸກສິ່ງທຸກຢ່າງ) [ສູເຣາະຫ໌ ຕໍຮາ: 45-46]. ດັ່ງນັ້ນ ອັລລໍຫ໌ຜູ້ຊົງສູງສົງ ໄດ້ອະທິບາຍຊີ້ແຈ້ງວ່າ ແທ້ຈິງແລ້ວ ພຣະອົງຊົງປົກປ້ອງບັນດາຣໍຊູລ (ຂໍຄວາມສັນຕິຈົ່ງມີແດ່ພວກເພິ່ນ) ໃຫ້ພົ້ນຈາກບັນດາສັດຕູຂອງພວກເພິ່ນ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດທຳຮ້າຍພວກເພິ່ນໄດ້, ແລະ ພຣະອົງຜູ້ຊົງສັດຈະທັມ ຜູ້ຊົງສູງສົງ ໄດ້ແຈ້ງໃຫ້ຊາບວ່າ ແທ້ຈິງແລ້ວ ພຣະອົງຊົງປົກປ້ອງຮັກສາວະຮີຂອງພຣະອົງ, ໂດຍຈະບໍ່ມີການເພີ່ມເຕີມໃນນັ້ນ ແລະ ຈະບໍ່ມີການຕັດຮອນອອກຈາກມັນ. ດັ່ງທີ່ອັລລໍຫ໌ຜູ້ຊົງສູງສົງໄດ້ຕຣັດວ່າ: (ແທ້ຈິງເຮົາໄດ້ໃຫ້ຂໍຕັກເຕື່ອນ (ອັລກຣຸອານ) ລົງມາ ແລະ ແທ້ຈິງເຮົາເປັນຜູ້ຮັກສາມັນຢ່າງແນ່ນອນ). [ສູເຣາະຫ໌ອັລ-ຫິຈຣ : 9].
ແລະ ບັນດາສາດສະດາທັ້ງຫຼາຍ ຂໍຄວາມສັນຕິສຸກຈົ່ງມີແກ່ພວກທ່ານ ແມ່ນຜູ້ບໍ່ມີບາບ ສຳລັບທຸກສິ່ງທຸກຢ່າງທີ່ຂັດກັບປັນຍາ ຫຼື ສິນທຳ; ພຣະອົງໄດ້ກ່າວຍົກຍ້ອງທ່ານສາດສະດາມຸຮຳມັດວ່າ: (ເຈົ້ານັ້ນມີຈະລິຍະທໍາອັນຍິ່ງໃຫຍ່) [ສູເຣາະຫ໌ ອັລກໍລຳ: 4]. ແລະ ພຣະອົງຍັງໄດ້ກ່າວເຖິງທ່ານໄວ້ອີກວ່າ: (ແລະ ສະຫາຍຂອງພວກເຈົ້າບໍ່ໄດ້ເປັນຄົນບ້າ) [ສູເຣາະຫ໌ ຕັກວີຣ : 22]; ທັ້ງນີ້ ກໍ່ເພື່ອໃຫ້ພວກເຂົາປະຕິບັດໜ້າທີ່ເຜີຍແຜ່ສານຢ່າງດີທີ່ສຸດ ແລະບັນດາສາດສະນະທູດ (ຂໍຄວາມສັນຕິສຸກຈົ່ງມີກັບພວກທ່ານ) ໄດ້ຖືກມອບຫມາຍໃຫ້ເຜີຍແຜ່ຄໍາສັ່ງໃຊ້ຂອງອັລລໍຫ໌ໃຫ້ກັບບ່າວຂອງພຣະອົງ ພວກເຂົາບໍ່ໄດ້ມີຄຸນນະສົມບັດຄວາມເປັນພຣະເຈົ້າ ຫຼື ເປັນລູກຂອງພຣະເຈົ້່າ ແຕ່ພວກເຂົາເປັນມະນຸດ ຄືກັບມະນຸດຄົນອື່ນໆ ເຊິ່ງອັລລໍຫ໌ໄດ້ວະຫ໌ຮີໃຫ້ແກ່ພວກເຂົາ ອັລລໍຫ໌ອົງຜູ້ຊົງສູງສົງໄດ້ກ່າວວ່າ: (ບັນດາຣໍຊູລຂອງພວກເຂົາກ່າວແກ່ພວກເຂົາວ່າ ພວກເຮົາບໍ່ໄດ້ແມ່ນໃຜອື່ນໃດ ນອກຈາກເປັນຄົນທົ່ວໆ ໄປດັ່ງກັບທ່ານ ແຕ່ທະວ່າອັລລໍຫ໌ຊົງໂປດປານ ຜູ້ທີ່ພຣະອົງຊົງປະສົງ ຈາກປວງບ່າວຂອງພຣະອົງ ບໍ່ບັງຄວນແກ່ເຮົາທີ່ຈະນຳຫຼັກຖານມາສະແດງແກ່ພວກທ່ານ ເວັ້ນແຕ່ໂດຍອະນຸມັດຂອງອັລລໍຫ໌ເທົ່ານັ້ນ ແລະ ແດ່ອັລລໍຫ໌ນັ້ນ ບັນດາຜູ້ສັດທາຈົ່ງມອບຄວາມໄວ້ວາງໃຈເຖີດ) [ສູເຣາະຫ໌ ອິບຣໍຮີມ : 11]. ແລະ ພຣະອົງອັລລໍຫ໌ ຕະອາລາ ໄດ້ຕຣັດສັ່ງທ່ານຣໍຊູລ ມູຮຳມັດ ﷺ ໃຫ້ກ່າວແກ່ປະຊາຊົນຂອງທ່ານວ່າ: (ຈົ່ງກ່າວເຖີດ (ມູຮຳມັດ) ວ່າ ແທ້ຈິງຂ້ອຍເປັນພຽງມະນຸດເຊັ່ນດຽວກັບພວກທ່ານ ເຊິ່ງມີວະຫ໌ຮີມາຍັງຂ້ອຍວ່າ ແທ້ຈິງພຣະເຈົ້າຂອງພວກທ່ານນັ້ນຄືພຣະເຈົ້າອົງດຽວ ດັ່ງນັ້ນ ຜູ້ໃດທີ່ຫວັງຈະພົບພຣະເຈົ້າຂອງເຂົາ ກໍ່ຈົ່ງປະຕິບັດການງານທີ່ດີງາມ ແລະ ຢ່າຕັ້ງຜູ້ໃດມາເປັນພາຄີໃນການເຄົາລົບພັກດີຕໍ່ພຣະເຈົ້າຜູ້ເປັນເຈົ້າຂອງລາວເລີຍ) [ສູເຣາະຫ໌ ອັລກະຫ໌ຟີ :110].
23- ແລະ ອິດສະລາມຮຽກຮ້ອງການກາບໄຫວ້ຕໍ່ພຣະເຈົ້າພຽງອົງດຽວເທົ່ານັ້ນ ດ້ວຍຫຼັກການຂອງການເຄົາລົບກາບໄຫວ້ທີ່ສຳຄັນຄື: ການລະຫມາດ ໄດ້ແກ່ ການຢືນ, ການກົ້ມໂຄ້ງ, ການກາບໄຫວ້ສຸຈູດ, ການລະນຶກເຖິງພຣະເຈົ້າ, ການສັນລະເສີນພຣະອົງ ແລະ ການວິງວອນດຸອາ. ບຸກຄົນໜຶ່ງຈະຕ້ອງອະທິຖານ ລະຫມາດ ຫ້າຄັ້ງຕໍ່ມື້ ຈະບໍ່ມີຄວາມແຕກຕ່າງລະຫວ່າງຄົນຮັ່ງມີກັບຄົນທຸກຍາກ ຜູ້ບັງຄັບບັນຊາ ກັບຜູ້ໃຕ້ບັງຄັບບັນຊາ ທຸກຄົນລ້ວນຢືນຢູ່ໃນແຖວດຽວໃນລະຫວ່າງການລະຫມາດ , ແລະ ການຈ່າຍຊະກາດ ເຊິ່ງເປັນເງິນຈໍານວນນ້ອຍຕາມເງື່ອນໄຂ ແລະ ຈໍານວນທີ່ພຣະເຈົ້າໄດ້ກໍານົດ ເປັນຂໍ້ບັງຄັບໃນຄວາມຮັ່ງມີຂອງຄົນລວຍ ແລະໃຫ້ຈ່າຍຊະກາດແກ່ຄົນທຸກຍາກ ແລະ ຄົນອື່ນໆ ປີລະເທື່ອ, ແລະ ການຖືສິນອົດ ຄື: ການງົດເວັ້ນຖືສິນ, ກໍ່ຄືການອົດເຂົ້າອາຫານໃນຕອນກາງວັນໃນເດືອນຣໍມາດອນ ມັນເປັນບໍາລຸງຂັດເກົາຈິດໃຈ ແລະ ເປັນການເຝິກຄວາມອົດທົນ , ແລະ ການສະແຫວງບຸນ (ເຮັດຮັຈ) ເຊິ່ງກໍ່ຄື: ການໄປເຮືອນຂອງອັລລໍຫ໌ໃນ ນະຄອນມັກກະຫ໌ ອັລ-ມຸກັຣຣໍມະຫ໌ ຄັ້ງຫນຶ່ງໃນຊີວິດສໍາລັບຜູ້ມີຄວາມສາມາດໃນການເຮັດຮັຈ, ການສະແຫວງບຸນຄັ້ງນີ້ທຸກຄົນມີຄວາມເທົ່າທຽມກັນທຸກຄົນຕ່າງພາກັນຫັນຫນ້າໄປສູ່ພຣະອົງຜູ້ຊົງສ້າງ ມະຫາບໍລິສຸດແດພຣະອົງ ແລະ ເຮັດໃຫ້ຄວາມແຕກຕ່າງ ແລະ ຄວາມພູກພັນຫາຍໄປ.
ອິດສະລາມຮຽກຮ້ອງການອິບາດະຫ໌ຕໍ່ອັລລໍຫ໌ ດ້ວຍການອິບາດະຫ໌ທີ່ສຳຄັນ ແລະ ອື່ນໆ ຈາກການອິບາດະຫ໌ ແລະ ການອິບາດະຫ໌ອັນຍິ່ງໃຫຍ່ເຫຼົ່ານີ້ອັລລໍຫ໌ໄດ້ຊົງກຳໜົດເປັນຂໍ້ບັງຄັບແກ່ບັນດາສາດສະດາ ແລະ ຣໍຊູລທັງຫມົດ (ຂໍຄວາມສະຫງົບສຸກແລະຄວາມສັນຕິສຸກຈົ່ງມີແກ່ພວກທ່ານ) ແລະ ການອິບາດະຫ໌ທີ່ຍິ່ງໃຫຍ່ທີ່ສຸດຄື:
ຂໍ້ທີຫນຶ່ງ: ການລະຫມາດ ເປັນບົດບັນຍັດທີ່ອັລລໍຫ໌ໄດ້ກຳນົດໃຫ້ເປັນຟັຣດູສຳລັບບັນດາມຸສລິມ ເຊັ່ນດຽວກັບທີ່ພຣະອົງໄດ້ກຳນົດໃຫ້ເປັນຟັຣດູສຳລັບບັນດານະບີ ແລະ ຣໍຊູລທັງຫຼາຍ ອະໄລຮິ ມຸສຊໍລາຕຸ ວັສສະລາມ, ແລະ ອັລລໍຫ໌ໄດ້ສັ່ງໃຊ້ທ່ານນະບີອິບຣໍຮີມ ຜູ້ເປັນທີ່ຮັກຂອງພຣະອົງ ອະໄລຮິສສະລາມ ໃຫ້ເຮັດຄວາມສະອາດບ້ານຂອງພຣະອົງ ສຳລັບຜູ້ທີ່ມາຕໍວາຟ, ຜູ້ທີ່ມາລະຫມາດ, ຜູ້ທີ່ຣູກົວະ ແລະ ຜູ້ທີ່ສຸຈຸດ, ພຣະອົງ ອັລລໍຫ໌ ຕະອາລາ ກ່າວວ່າ: (ແລະ ຈົ່ງລຳລຶກເຖິງ ເມື່ອເຮົາໄດ້ເຮັດໃຫ້ບ້ານຫຼັງນີ້ (ຄືອັລ-ກະບະຫ໌) ເປັນສະຖານທີ່ຊຸມນຸມສຳລັບມະນຸດ ແລະ ເປັນທີ່ປອດໄພ ແລະ ພວກເຈົ້າຈົ່ງຖືເອົາສະຖານທີ່ຢືນຂອງອິບຣໍຮີມ ເປັນສະຖານທີ່ລະໝາດ ແລະ ເຮົາໄດ້ບັນຊາແກ່ອິບຣໍຮີມ ແລະ ອິສມາອີນວ່າ ພວກເຈົ້າທັງສອງຈົ່ງເຮັດຄວາມສະອາດບ້ານຂອງເຮົາ ສຳລັບບັນດາຜູ້ທີ່ມາຕໍວາຟ ຜູ້ທີ່ພັກອາໄສ (ເພື່ອປະກອບສາດສະນະກິດ) ແລະ ຜູ້ທີ່ກົ້ມຣຸກົວະ ແລະ ສຸຈຸດ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:125]. ແລະ ອັລລໍຫ໌ ໄດ້ຊົງກຳນົດໃຫ້ມັນເປັນຂໍ້ບັງຄັບແກ່ທ່ານນະບີມູຊາ ໃນການຮຽກຫາຄັ້ງທຳອິດຕໍ່ທ່ານນະບີມູຊາ ອະໄລຮິສສະລາມ, ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ຕຣັດວ່າ: (ແທ້ຈິງ ຂ້າຄືພຣະເຈົ້າຂອງເຈົ້າ ດັ່ງນັ້ນຈົ່ງຖອດເກີບທັ້ງສອງຂ້າງຂອງເຈົ້າອອກ ແທ້ຈິງເຈົ້າຢູ່ໃນຫຸບເຂົາອັນສັກສິດ ທີ່ມີຊື່ວ່າ ຕູວາ ) (ແລະ ຂ້າໄດ້ເລືອກເຈົ້າ ດັ່ງນັ້ນຈົ່ງຮັບຟັງສິ່ງທີ່ຈະຖືກວະຫ໌ຮີ) (ແທ້ຈິງ ຂ້າຄືອັລລໍຫ໌ ບໍ່ມີພຣະເຈົ້າອື່ນໃດ ທີ່ຖືກກາບໄຫວ້ໂດຍທຽງແທ້ ນອກຈາກຂ້າ ສະນັ້ນ ຈົ່ງເຄົາລົບພັກດີຕໍ່ຂ້າເຖີດ ແລະ ຈົ່ງດຳລົງການລະໝາດ ເພື່ອລຳລຶກເຖິງຂ້າ ) [ສູເຣາະຫ໌ ຕໍຮາ: 12-14]. ແລະ ອັລ-ມະຫ໌ຊີ ພະເຍຊູ ອະໄລຮິສລາມ ໄດ້ບອກວ່າ ອັລລໍຫ໌ໄດ້ສັ່ງໃຫ້ພວກທ່ານປະຕິບັດການລະຫມາດ ແລະ ການຈ່າຍຊະກາດ, ທ່ານໄດ້ກ່າວ ດັ່ງທີ່ອັລລໍຫ໌ໄດ້ຕຣັດໄວ້ວ່າ: ຄວາມວ່າ: (ແລະ ພຣະອົງຊົງເຮັດໃຫ້ຂ້ານ້ອຍເປັນຜູ້ທີ່ໄດ້ຮັບຄວາມຈຳເລີນ ບໍ່ວ່າຂ້ານ້ອຍຈະຢູ່ທີ່ໃດກໍຕາມ, ແລະ ຊົງສັ່ງໃຊ້ຂ້ານ້ອຍໃຫ້ດຳລົງໄວ້ເຊິ່ງການລະຫມາດ ແລະ ຈ່າຍຊະກາດ ຕາບໃດທີ່ຂ້ານ້ອຍຍັງມີຊີວິດຢູ່) [ສູເຣາະຫ໌ ມັຣຍຳ : 31]. ແລະ ການລະຫມາດໃນອິດສະລາມ ໄດ້ແກ່ ການຢືນ, ການກົ້ມໂຄ້ງ, ການກາບໄຫວ້ສຸຈູດ, ການລຳລຶກເຖິງພຣະເຈົ້າ, ການສັນລະເສີນພຣະອົງ ແລະ ການດຸອາວິງວອນ ບຸກຄົນໜຶ່ງຈະຕ້ອງອະທິຖານຫ້າຄັ້ງຕໍ່ມື້ ອັລລໍຫ໌ຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ພວກເຈົ້າຈົ່ງຮັກສາບັນດາການລະຫມາດ ແລະ ການລະຫມາດເປັນກາງ, ແລະ ພວກເຈົ້າຈົ່ງຢືນເພື່ອອັລລໍຫ໌ ໂດຍເປັນຜູ້ທີ່ນອບນ້ອມ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 238]. ແລະ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: ຄວາມວ່າ: (ເຈົ້າຈົ່ງດຳລົງໄວ້ເຊິ່ງການລະຫມາດ ຕັ້ງແຕ່ຕາເວັນຄ້ອຍ ຈົນເຖິງຄວາມມືດຂອງກາງຄືນ ແລະ ການອ່ານອັນກຸຣອານໃນຍາມຟະຈັຣ, ແທ້ຈິງການອ່ານອັນກຸຣອານໃນຍາມຟະຈັຣນັ້ນ ເປັນພະຍານຍືນຍັນສະເໝີ) [ສູເຣາະຫ໌ ອິສຣໍ: 78]. ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ຢັງໄດ້ກ່າວໄວ້ວ່າ: (ດັ່ງນັ້ນ ເມື່ອການກົ້ມຣູກົວະ ພວກທ່ານຈົ່ງກ່າວຢ້ອງຢໍເຖິງຄວາມຍິ່ງໃຫຍ່ຂອງອັລລໍຫ໌ ຜູ້ຊົງກຽດ ແລະ ຊົງຍິ່ງໃຫຍ່ ແລະ ເມື່ອຮອດສຸຈຸດ ພວກທ່ານຈົ່ງພະຍາຍາມຂໍດຸອາໃຫ້ຫຼາຍໆ ເພາະນັ້ນຄື ຊ່ວງທີ່ດີທີ່ສຸດຂອງການຂໍ ເພາະອັລລໍຫ໌ຈະຕອບຮັບຈາກພວກທ່ານ) ຊໍເຮັຍຫ໌ມຸສລິມ.
ຂໍ້ທີ່ສອງ: ການຈ່າຍຊະກາດນັ້ນ ອັລລໍຫ໌ໄດ້ກຳໜົດໃຫ້ແກ່ຊາວມຸສລິມ ເຊັ່ນດຽວກັບທີ່ອັລລໍຫ໌ໄດ້ກຳໜົດໃຫ້ແກ່ບັນດານະບີ ແລະ ຣໍຊູລໃນຍຸກກ່ອນ (ຂໍຄວາມສັນຕິຈົ່ງມີແດ່ພວກທ່ານ), ແລະ ມັນແມ່ນປະລິມານອັນເລັກນ້ອຍຂອງຊັບສິນ - ຕາມເງື່ອນໄຂ ແລະ ປະລິມານທີ່ອັລລໍຫ໌ໄດ້ກຳໜົດໄວ້ - ທີ່ເປັນພາກບັງຄັບໃນຊັບສິນຂອງຜູ້ທີ່ລ່ຳລວຍ ເພື່ອມອບໃຫ້ແກ່ຄົນທຸກຍາກ ແລະ ຜູ້ອື່ນໆ ປີລະໜຶ່ງຄັ້ງ. ອັລລໍຫ໌ ຕະອາລາ ຊົງຕຣັດວ່າ: ຄວາມວ່າ: (ເຈົ້າຈົ່ງຮັບເອົາທານບໍລິຈາກຈາກຊັບສົມບັດຂອງພວກເຂົາ ເພື່ອຊຳລະລ້າງພວກເຂົາ ແລະ ເຮັດໃຫ້ພວກເຂົາບໍລິສຸດດ້ວຍກັບມັນ ແລະ ເຈົ້າຈົ່ງຂໍພອນໃຫ້ແກ່ພວກເຂົາ, ແທ້ຈິງການຂໍພອນຂອງເຈົ້າເປັນຄວາມສະຫງົບໃຈແກ່ພວກເຂົາ, ແລະ ອັລລໍຫ໌ ເປັນຜູ້ຊົງໄດ້ຍິນ ຜູ້ຊົງຮອບຮູ້) [ອັດ-ເຕົາບະຫ໌:103]. ແລະ ຂະນະທີ່ທ່ານນະບີ ﷺ ໄດ້ສົ່ງທ່ານມຸອາຊ ຣໍດີຍັລລໍຮຸ ອັນຮຸ ໄປຍັງເຢເເມນ, ທ່ານໄດ້ກ່າວແກ່ລາວວ່າ: «ແທ້ຈິງ ທ່ານກຳລັງຈະໄປຫາຊົນຊາດໜຶ່ງທີ່ເປັນຊາວຄຳພີ, ດັ່ງນັ້ນ ຈົ່ງເຊີນຊວນພວກເຂົາສູ່ການກ່າວປະຕິຍານຕົນວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ແລະ ຂ້ອຍເປັນຣໍສູລຂອງອັລລໍຫ໌, ດັ່ງນັ້ນ ຖ້າຫາກພວກເຂົາເຊື່ອຟັງທ່ານໃນສິ່ງດັ່ງກ່າວ, ກໍ່ຈົ່ງແຈ້ງໃຫ້ພວກເຂົາຊາບວ່າ ອັລລໍຫ໌ ຜູ້ຊົງກຽດຕິຍົດ ແລະ ສູງສົ່ງຍິ່ງ ໄດ້ຊົງກຳນົດໃຫ້ພວກເຂົາປະຕິບັດການລະຫມາດຫ້າເວລາໃນກາງວັນ ແລະ ກາງຄືນ, ດັ່ງນັ້ນ ຖ້າຫາກພວກເຂົາເຊື່ອຟັງໃນສິ່ງດັ່ງກ່າວ, ກໍ່ຈົ່ງແຈ້ງໃຫ້ພວກເຂົາຊາບວ່າ ອັລລໍຫ໌ ຜູ້ຊົງກຽດຕິຍົດ ແລະ ສູງສົ່ງຍິ່ງ ໄດ້ຊົງກຳນົດໃຫ້ພວກເຂົາບໍລິຈາກທານ (ຈ່າຍຊະກາດ) ໃນຊັບສິນຂອງພວກເຂົາ, ເຊິ່ງຈະຖືກເກັບເອົາມາຈາກບັນດາຄົນຮັ່ງມີຂອງພວກເຂົາ ແລະ ຖືກນຳໄປມອບໃຫ້ແກ່ບັນດາຄົນທຸກຍາກຂອງພວກເຂົາ, ດັ່ງນັ້ນ ຖ້າຫາກພວກເຂົາເຊື່ອຟັງທ່ານໃນສິ່ງດັ່ງກ່າວ, ເຈົ້າຈົ່ງຫຼີກເວັ້ນການຮິບໂຮມຊັບສິນທີ່ມີຄ່າ (ຊັບສິນທີ່ດີທີ່ສຸດ) ຂອງພວກເຂົາ, ແລະ ຈົ່ງຢ້ານກົວຄຳດຸອາ (ຄຳວິງວອນ) ຂອງຜູ້ທີ່ຖືກກົດຂີ່ຂົ່ມເຫງ (ຖືກອະຍຸດຕິທຳ), ເພາະວ່າແທ້ຈິງແລ້ວ ຄຳວິງວອນຂອງພວກເຂົານັ້ນ ບໍ່ມີສິ່ງກີດກັ້ນໃດໆ ລະຫວ່າງເຂົາກັບອັລລໍຫ໌ ຜູ້ຊົງກຽດຕິຍົດ ແລະ ຊົງສູງສົ່ງ» ບັນທຶກໂດຍອັດຕິຣມີຊີ 625.
ຂໍ້ທີ່ສາມ: ການຖືສິນອົດ ພຣະອົງອັລລໍຫ໌ ຕະອາລາ ໄດ້ກຳຫນົດໄວ້ແກ່ຊາວມຸດສະລິມ ດັ່ງເຊັ່ນ ທີ່ພຣະອົງອັລລໍຫ໌ ຕະອາລາ ໄດ້ກຳຫນົດໄວ້ ແກ່ບັນດານະບີ ແລະ ບັນດາຣໍຊູລ ກ່ອນຫນ້ານີ້ (ຂໍຄວາມສັນຕິຈົ່ງມີແດ່ພວກທ່ານ), ຈາກຄຳດຳລັດຂອງພຣະອົງອັລລໍຫ໌ ຕະອາລາ ທີ່ວ່າ: (ໂອ້ບັນຜູ້ທີ່ສັດທາທັ້ງຫລາຍ ການຖືສິນອົດໄດ້ຖືກກຳຫນົດໄວ້ແກ່ພວກເຈົ້າແລ້ວ ດັ່ງເຊັ່ນ ທີ່ໄດ້ຖືກກຳຫນົດໄວ້ ກ່ອນຫນ້າພວກເຈົ້າ ເພື່ອຫວັງວ່າພວກເຈົ້າຈະມີຄວາມຍຳເກຣງ ຍ້ານກົວ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 183]. ແລະ ມັນຄື: ການລະເວັ້ນຈາກສິ່ງທີ່ເຮັດໃຫ້ການບວດ ຖືສິນຕົກຂາດ ໃນຊ່ວງເວລາກາງເວັນຂອງເດືອນຣໍມະດອນ ແລະ ການຖືສິນອົດເປັນການຝຶກຝົນຈິດໃຈຕົນເອງໃຫ້ມີຄວາມມຸ່ງໝັ້ນ ແລະ ຄວາມອົດທົນ ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ: « ອັລລໍຫ໌ ອັຊຊະວະຈັລ ໄດ້ຊົງດຳລັດວ່າ: ການຖືສິນອົດນັ້ນເປັນຂອງຂ້າ ແລະ ຂ້າເອງຈະເປັນຜູ້ຕອບແທນມັນ; ລາວໄດ້ລະຖິ້ມຄວາມໄຄ່, ການກິນ ແລະ ການດື່ມຂອງລາວເພື່ອຂ້າ. ແລະ ການຖືສິນອົດນັ້ນຄືເກາະປ້ອງກັນ, ແລະ ສຳລັບຜູ້ທີ່ຖືສິນອົດມີຄວາມປິຕິຍິນດີສອງຢ່າງຄື: ຄວາມປິຕິຍິນດີເມື່ອລາວລະສິນອົດ, ແລະ ຄວາມປິຕິຍິນດີເມື່ອລາວພົບກັບພຣະຜູ້ເປັນເຈົ້າຂອງລາວ » ບັນທຶກໂດຍອິມາມບຸຄໍຣີ 7492.
ຂໍ້ທີສີ່: ພິທີຮັຈນັ້ນ ອັລລໍຮ໌ ໄດ້ກຳໜົດໃຫ້ເປັນຂໍ້ບັງຄັບແກ່ຊາວມຸສລິມ ດັ່ງທີ່ ອັລລໍຮ໌ ໄດ້ກຳໜົດໃຫ້ເປັນຂໍ້ບັງຄັບແກ່ບັນດານະບີ ແລະ ຣໍຊູລກ່ອນໜ້າ ແລະ ອັລລໍຮ໌ ໄດ້ມີຄຳສັ່ງໃຫ້ທ່ານນະບີອິບຣໍຮີມ ອັລຄໍລີລ ອາໄລຮິສລາມ ປະກາດໃຫ້ຜູ້ຄົນມາປະກອບພິທີຮັຈ ພຣະອົງອັລລໍຮ໌ ຕະອາລາ ໄດ້ກ່າວວ່າ: ຄວາມວ່າ (ແລະ ຈົ່ງປະກາດແກ່ມະນຸດທັ່ວໄປເພື່ອການເຮັດຮັຈ ພວກເຂົາຈະມາຫາເຈົ້າໂດຍທາງເທົ້າ ແລະ ໂດຍທາງອູດທີ່ແຂງແຮງທຸກໂຕ ຈະມາຈາກທາງໄກທຸກທິດທາງ) [ສູເຣາະຫ໌ ອັລ-ຮັຈ : 27]. ແລະ ອັລລໍຫ໌ ໄດ້ບັນຊາໃຫ້ທ່ານເຮັດໃຫ້ ໄບຕຸລລໍຫ໌ ອັນສັກສິດ ສະອາດບໍລິສຸດ ສຳລັບບັນດາຜູ້ປະກອບພິທີຮັຈ, ດັ່ງນັ້ນ ອັລລໍຫ໌ ໄດ້ກ່າວວ່າ : (ແລະ ຈົ່ງລຳລຶກເມື່ອເຮົາໄດ້ກຳນົດສະຖານທີ່ຂອງບ້ານຫຼັງນັ້ນ (ອາຄານກະບະຮ໌) ແກ່ອີບຣໍຮີມວ່າ ເຈົ້າຢ່າໄດ້ຕັ້ງພາຄິຕໍ່ຂ້າດ້ວຍສິ່ງໃດ ແລະ ຈົ່ງເຮັດໃຫ້ບ້ານຂອງຂ້າສະອາດ ສຳລັບບັນດາຜູ້ທີ່ມາຕໍວາຟ ວຽນຮອບ, ແລະ ບັນດາຜູ້ທີ່ຢືນ (ລະໝາດ), ແລະ ບັນດາຜູ້ທີ່ຣູກົວະ ແລະ ສຸຈຸດ) [ສູເຣາະຫ໌ ອັລ-ຮັຈ : 26].
ແລະ ອັລ-ຫັຈ ຄື: ການມຸ່ງໜ້າໄປໄບຕຸລລໍຫ໌ (ກະບະຫ໌) ໃນນະຄອນມັກກະຮ໌ ເພື່ອເຮັດອີບາດະຫ໌ທີ່ສະເພາະເຈາະຈົງ ພຽງໜຶ່ງຄັ້ງໃນຊີວິດ ສຳລັບຜູ້ທີ່ມີຄວາມສາມາດເດີນທາງໄປປະກອບພິທີໄດ້, ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ແລະ ສິດທິຂອງອັລລໍຫ໌ທີ່ມີແກ່ມະນຸດນັ້ນຄື ການມຸ່ງສູ່ບ້ານຫຼັງນັ້ນ (ໝາຍເຖິງກະບະຫ໌ ໄບຕຸລລໍຫ໌ເພື່ອປະກອບພິທີຫັຈ ແລະ ອຸມເຣາະຫ໌) ອັນໄດ້ແກ່ ຜູ້ທີ່ມີຄວາມສາມາດຫາທາງໄປຍັງບ້ານຫຼັງນັ້ນໄດ້ ແລະ ຜູ້ໃດປະຕິເສດ (ບໍ່ໄປປະກອບພິທີຫັຈ) ແທ້ຈິງ ອັລລໍຫ໌ບໍ່ຊົງເພິ່ງພາປະຊາຊາດທັ້ງຫຼາຍ) [ສຸເຣາະຫ໌ ອະລາອິມຣອນ : 97]. ແລະ ໃນພິທີຫັຈ ຊາວມຸດສະລິມຜູ້ປະກອບພິທີຫັຈໄດ້ມາເຕົ້າໂຮມກັນໃນສະຖານທີ່ດຽວກັນ ດ້ວຍຄວາມບໍລິສຸດໃຈໃນການເຮັດອີບາດະຫ໌ຕໍ່ພຣະອົງຜູ້ຊົງສ້າງ ມະຫາບໍລິສຸດແດພຣະອົງ, ແລະ ຜູ້ປະກອບພິທີຫັຈທຸກຄົນຕ່າງກໍປະຕິບັດພິທີກຳຕ່າງໆ ຂອງການເຮັດພິທີຫັຈດ້ວຍວິທີການທີ່ຄືກັນ ເຊິ່ງເຮັດໃຫ້ຄວາມແຕກຕ່າງທາງດ້ານສະພາບແວດລ້ອມ, ວັດທະນະທຳ ແລະ ລະດັບຊັ້ນການດຳລົງຊີວິດຫາຍໄປ.
24- ຫນຶ່ງໃນສິ່ງທີ່ຍິ່ງໃຫຍ່ທີ່ສຸດທີ່ແຍກແຍະການເຄົາລົບບູຊາໃນອິດສະລາມຄື ຮູບແບບການກະທຳ ເວລາ ແລະ ເງື່ອນໄຂຕ່າງໆ ຖືກກຳໜົດບັນຫຍັດໂດຍພຣະອົງອັລລໍຫ໌ຜູ້ຊົງສູງສົ່ງ ແລະ ຊົງເປິດເຜີຍໃຫ້ກັບສາດສະດາຂອງພຣະອົງ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດທ່ານ) ມະນຸດບໍ່ໄດ້ເຂົ້າໄປແຊກແຊງສິ່ງເຫຼົ່ານັ້ນ ເພີ່ມ ຫຼື ຕັດອອກ ຈົນຮອດທຸກມືນີ້, ແລະ ການເຄົາລົບບູຊາທີ່ຍິ່ງໃຫຍ່ທັງໝົດເຫຼົ່ານີ້ ແມ່ນບັນດາທ່ານສາດສະດາ (ອຳບີຢາ) ທັງຫຼາຍ, ຂໍຄວາມສັນຕິສຸກຈົ່ງມີແກ່ພວກທ່ານ, ໄດ້ຮຽກຮ້ອງເຊີນຊວນໄປສູ່ມັນ.
ຫນຶ່ງໃນສິ່ງທີ່ຍິ່ງໃຫຍ່ທີ່ສຸດທີ່ແຍກແຍະການເຄົາລົບບູຊາໃນອິດສະລາມຄື ຮູບແບບການກະທຳ ເວລາ ແລະເງື່ອນໄຂຕ່າງໆ ຖືກກຳໜົດບັນຫຍັດໂດຍພຣະອົງອັລລໍຫ໌ຜູ້ຊົງສູງສົ່ງ ແລະຊົງເປິດເຜີຍໃຫ້ກັບສາສະນະທູດຂອງພຣະອົງ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດທ່ານ) ມະນຸດບໍ່ໄດ້ເຂົ້າໄປແຊກແຊງສິ່ງເຫຼົ່ານັ້ນ ເພີ່ມ ຫຼື ຂາດຫາຍໄປ ຈົນຮອດທຸກມືນີ້ ດັງພຣະດຳລັດຂອງອັລລໍຫ໌ທີ່ວ່າ: (ມື້ນີ້ເຮົາໄດ້ເຮັດໃຫ້ສາສະຫນາຂອງພວກທ່ານສົມບູນແລ້ວ ແລະ ເຮົາໄດ້ໃຫ້ຄວາມໂປດປານຂອງເຮົາສົມບູນ ເຮົາເລືອກໃຫ້ອິສລາມເປັນສາສະຫນາຂອງພວກທ່ານ) [ຊູເຣາະຫ໌ ອັລມາອີດະຮ໌ : 3]. ພຣະອົງ ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ດັ່ງນັ້ນ ເຈົ້າຈົ່ງຍຶດໝັ້ນໃນສິ່ງທີ່ໄດ້ຖືກວະຫ໌ຮີມາຍັງເຈົ້າ ແທ້ຈິງເຈົ້າຢູ່ເທິງແນວທາງທີ່ທ່ຽງກົງ) [ຊູເຣາະຫ໌ ອັລຊຸຄຣຸຟ : 43]. ແລະ ພຣະອົງ ອັລລໍຫ໌ ຕະອາລາ ໄດ້ກ່າວໄວ້ກ່ຽວກັບການລະຫມາດວ່າ: (ດັ່ງນັ້ນ ເມື່ອພວກເຈົ້າ ຜູ້ສັດທາ ໄດ້ສຳເລັດຈາກການລະຫມາດແລ້ວ, ພວກເຈົ້າກໍ່ຈົ່ງລຳລຶກເຖິງອັລລໍຫ໌ ໃນທຸກສະພາບຂອງພວກເຈົ້າ ບໍ່ວ່າຈະຢືນ, ນັ່ງ ແລະ ນອນບົນສີຂ້າງຂອງພວກເຈົ້າ ແລະ ເມື່ອຄວາມຢ້ານໄດ້ຫາຍໄປຈາກພວກເຈົ້າແລ້ວ ແລະ ພວກເຈົ້າກໍ່ປອດໄພແລ້ວ ກໍ່ຈົ່ງດຳລົງການລະຫມາດ ແທ້ຈິງການລະຫມາດນັ້ນ ເປັນບັນຫຍັດທີ່ຖືກກຳໜົດເວລາໄວ້ແກ່ຜູ້ສັດທາທັ້ງຫຼາຍ) [ສູເຣາະຫ໌ ນິຊາ: 103]. ແລະ ພຣະອົງຜູ້ຊົງສູງສົ່ງໄດ້ຕຣັດໄວ້ກ່ຽວກັບຜູ້ມີສິດໄດ້ຮັບຊະກາດວ່າ: (ແທ້ຈິງ ຊະກາດທັງຫຼາຍນັ້ນແມ່ນ (ໃຫ້) ແກ່ບັນດາຄົນທີ່ຍາກຈົນ, ແລະ ບັນດາຄົນຂາດເຂີນທຸກຍາກ, ແລະ ບັນດາເຈົ້າໜ້າທີ່ເກັບຊະກາດ, ແລະ ບັນດາຜູ້ທີ່ຫົວໃຈຂອງພວກເຂົາຖືກໂນ້ມນ້າວ (ສູ່ອິສລາມ), ແລະ ໃນການໄຖ່ທາສ, ແລະ ບັນດາຜູ້ທີ່ເປັນໜີ້ສິນ, ແລະ ໃນຫົນທາງຂອງອັລລໍຫ໌, ແລະ ຜູ້ເດີນທາງ (ທີ່ຂັດສົນ), ອັນເປັນຂໍ້ບັງຄັບຈາກອັລລໍຫ໌, ແລະ ອັລລໍຫ໌ເປັນຜູ້ຊົງຮອບຮູ້ ຜູ້ຊົງປຣີຊາສາມາດ). [ອັດ-ເຕົາບະຫ໌: 60]. ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດກ່ຽວກັບການຖືສິນອົດວ່າ: (ເດືອນຣໍມາດອນ ຄືເດືອນທີ່ອັລກຸຣອານໄດ້ຖືກປະທານລົງມາ ເພື່ອເປັນທາງນຳແກ່ມວນມະນຸດ ແລະ ເປັນບັນດາຫລັກຖານອັນຊັດເຈນຈາກທາງນຳ ແລະ ເປັນສິ່ງຈຳແນກ (ລະຫວ່າງຄວາມຈິງ ແລະ ຄວາມເທັດ), ດັ່ງນັ້ນ ຜູ້ໃດໃນຫມູ່ພວກເຈົ້າທີ່ຢູ່ໃນເດືອນນັ້ນ ກໍຈົ່ງຖືສິນອົດເຖີດ, ແລະ ຜູ້ໃດທີ່ປ່ວຍ ຫລື ຢູ່ລະຫວ່າງການເດີນທາງ ກໍຈົ່ງຖືສິນອົດໃຊ້ໃນມື້ຖັດໄປໃຫ້ຄົບຕາມຈຳນວນ, ພຣະອົງຊົງປະສົງໃຫ້ມີຄວາມສະດວກແກ່ພວກເຈົ້າ ແລະ ບໍ່ຊົງໃຫ້ມີຄວາມລຳບາກແກ່ພວກເຈົ້າ, ແລະ ເພື່ອພວກເຈົ້າຈະໄດ້ປະຕິບັດໃຫ້ຄົບຕາມຈຳນວນ ແລະ ເພື່ອພວກເຈົ້າຈະໄດ້ກ່າວສັນລະເສີນຄວາມຍິ່ງໃຫຍ່ແດ່ອັລລໍຫ໌ ໃນການທີ່ພຣະອົງຊົງປະທານທາງນຳແກ່ພວກເຈົ້າ ແລະ ເພື່ອຫວັງວ່າພວກເຈົ້າຈະຂອບຄຸນ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 185]. ແລະ ພຣະອົງອັລລໍຫ໌ຕະອາລາໄດ້ຊົງດຳລັດກ່ຽວກັບ ການເຮັດຮັຈວ່າ: (ການເຮັດຮັຈນັ້ນ (ມີກຳໜົດ) ໃນເດືອນຕ່າງໆ ທີ່ຖືກກຳໜົດໄວ້, ດັ່ງນັ້ນ ຜູ້ໃດທີ່ໄດ້ຕັ້ງເຈດຕະນາເຮັດຮັຈໃນເດືອນເຫຼົ່ານັ້ນ ກໍຕ້ອງບໍ່ມີການສົມສູ່ ແລະ ບໍ່ມີການຝ່າຝືນ ແລະ ບໍ່ມີການໂຕ້ຖຽງກັນ ໃນການເຮັດຮັຈ ແລະ ຄວາມດີໃດໆ ທີ່ພວກເຈົ້າໄດ້ກະທຳນັ້ນ ອັລລໍຫ໌ຊົງຮອບຮູ້ດີ ແລະ ພວກເຈົ້າຈົ່ງກຽມສະບຽງເຖີດ ເພາະແທ້ຈິງ ສະບຽງທີ່ດີທີ່ສຸດນັ້ນ ຄືຄວາມຢຳເກງ ແລະ ພວກເຈົ້າຈົ່ງຢຳເກງຕໍ່ຂ້າເຖີດ ໂອ້ ຜູ້ມີສະຕິປັນຍາທັງຫຼາຍ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 197]. ແລະ ບັນດາສາດສະດາທັງໝົດ - ຂໍຄວາມສະຫງົບສຸກຈົ່ງມີຢູ່ກັບພວກທ່ານ - ໄດ້ເຊີນຊວນໄປສູ່ການເຄົາລົບບູຊາທີ່ຍິ່ງໃຫຍ່ເຫຼົ່ານີ້ທັງໝົດ.
25- ຣໍສູລ ຂອງອິສລາມ ຄື ມຸຮຳຫມັດ ບິນ ອັບດູລລໍຫ໌ ຈາກລູກຫລານຂອງ ອິສມາອີລ ບີນ ອິບຣໍຮີມ ອະໄລຮິມຸສລາມ ເກີດຢູ່ໃນມັກກະຫ໌ ໃນປີ 571 ຄິດສັກກະຣາດ, ແລະ ເປັນບ່ອນທີ່ພາລະກິດຂອງທ່ານໃນຖານະເປັນສາດສະດາໄດ້ເລີ່ມຕົ້ນ ແລະ ໄດ້ອົບພະຍົບໄປເມືອງມາດີນະຫ໌ ແລະ ທ່ານບໍ່ເຄີຍມີສ່ວນຮ່ວມໃນການກະທຳໃດໆ ທີ່ນັບຖືພຣະເຈົ້າຫຼາຍໆອົງຮ່ວມກັບຜູ້ຄົນຂອງທ່ານ ເຖິງແມ່ນວ່າຈະເຂົ້າຮ່ວມກັບພວກເຂົາໃນການກະທຳອັນສູງສົ່ງເທົ່ານັ້ນ, ທ່ານມີນິໄສທີ່ຊື່ສັດ ກ່ອນທີ່ທ່ານຈະຖືກມອບໝາຍໃຫ້ປະຕິບັດພາລະກິດ, ເຊິ່ງເຮັດໃຫ້ທ່ານໄດ້ຮັບຕໍາແໜ່ງທີ່ນ່າເຊື່ອຖືໄດ້ ອັລລໍຫ໌ໄດ້ມອບຫມາຍໃຫ້ທ່ານປະຕິບັດພາລະກິດເມື່ອ ອາຍຸສີ່ສິບປີ ແລະ ສະຫນັບສະຫນູນທ່ານດ້ວຍປາຕິຫານທີ່ຍິ່ງໃຫຍ່ທີ່ສຸດຄືຄຳພີອັລກຸຣອານ ທີ່ຖືເປັນເຄື່ອງຫມາຍທີສູງສົ່ງທີ່ສຸດຂອງສາດສະນະທູດ ແລະ ສັນຍານດຽວທີ່ຍັງເຫຼືອຢູ່ຈົນເຖິງມື້ນີ້, ແລະ ເມື່ອອັລລໍຫ໌ໄດ້ເຮັດໃຫ້ສາດສະຫນາສົມບູນສຳລັບທ່ານ ແລະ ທ່ານຣໍສູລ ຊໍລລັລລໍຮຸ ອະໄລຮິ ວະຊັລລັມ ໄດ້ເຜີຍແຜ່ຈົນບັນລຸເປົ້າໝາຍສູງສຸດແລ້ວ ທ່ານກໍໄດ້ເສຍຊີວິດເມື່ອອາຍຸ 63 ປີ ແລະຖືກຝັງໄວ້ທີ່ເມືອງມາດີນະຫ໌ ເມືອງແຫ່ງສາດສະດາ ຊໍລລັລໍຮຸ ອະໄລຮິ ວະຊັລລັມ, ແລະ ທ່ານຣໍສູລ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລັມ ຄືສາດສະດາ ແລະ ສາສະນະທູດທ່ານສຸດທ້າຍ, ອັລລໍຫ໌ໄດ້ສົ່ງທ່ານມາເພື່ອການຊີ້ນໍາທາງ ແລະ ສາດສະຫນາແຫ່ງຄວາມຈິງ ເພື່ອນຳຜູ້ຄົນອອກຈາກຄວາມມືດຈາກສິ່ງປະຕິເສດສັດທາ ແລະຈາກຄວາມໂງ່ຈ້າສູ່ແສງສະຫວ່າງ ຫຼັກເຕົາຮີດ(ຫຼັກເອກະພາບ) ແລະເປັນຜູ້ສັດທາ, ອັລລໍຫ໌ຊົງເປັນພະຍານວ່າພຣະອົງໄດ້ສົ່ງເຂົາໄປ ເພື່ອເຊື້ອເຊີນຜູ້ຄົນໄປສູ່ອັລລໍຫ໌ ໂດຍການອະນຸຍາດພຣະປະສົງຂອງພຣະອົງອັລລໍຫ໌.
ຣໍສູລ ຂອງອິສລາມ ຄື ມຸຮຳມັດ ບິນ ອັບດູລລໍຫ໌ ຈາກລູກຫລານຂອງ ອິສມາອີລ ບີນ ອິບຣໍຮີມ ອະໄລຮິມຸສລາມ, ເກີດຢູ່ໃນມັກກະຫ໌ ໃນປີ 571 ຄິດສັກກະຣາດ, ແລະເປັນບ່ອນທີ່ພາລະກິດຂອງທ່ານໃນຖານະເປັນສາດສະດາໄດ້ເລີ່ມຕົ້ນ ແລະ ໄດ້ອົບພະຍົບໄປເມືອງມາດີນະຫ໌, ແລະ ຜູ້ຄົນຂອງທ່ານໄດ້ເອີ້ນທ່ານວ່າເປັນຜູ້ທີ່ໄວ້ວາງໃຈໄດ້, ແລະ ທ່ານບໍ່ເຄີຍມີສ່ວນຮ່ວມໃນການກະທຳໃດໆ ທີ່ນັບຖືພຣະເຈົ້າຫຼາຍໆ ອົງຮ່ວມກັບຜູ້ຄົນຂອງທ່ານ ເຖິງແມ່ນວ່າຈະເຂົ້າຮ່ວມກັບພວກເຂົາໃນການກະທຳອັນສູງສົ່ງເທົ່ານັ້ນ ທ່ານມີຈັນຍາບັນອັນປະເສີດ ກ່ອນທີ່ລາວຈະຖືກມອບໝາຍໃຫ້ປະຕິບັດພາລະກິດ, ພຣະຜູ້ເປັນເຈົ້າຂອງທ່ານໄດ້ພັນລະນາເຖິງທ່ານວ່າມີຈັນຍາບັນອັນປະເສີດ ໂດຍອັລລໍຫ໌ຜູ້ຊົງສູງສົ່ງໄດ້ຕັດກ່ຽວກັບລາວວ່າ: (ເຈົ້ານັ້ນມີຈະລິຍະທໍາອັນຍິ່ງໃຫຍ່) [ສູເຣາະຫ໌ ອັລກໍລຳ: 4]. ແລະ ອັລລໍຮ໌ ໄດ້ແຕ່ງຕັ້ງທ່ານໃຫ້ເປັນສາດສະດາ ເມື່ອທ່ານອາຍຸ 40 ປີ ແລະ ອັລລໍຮ໌ ໄດ້ມອບການກະທຳອັນອັດສະຈັນ (ມົວະຈີຊາຕ) ອັນຍິ່ງໃຫຍ່ໃຫ້ແກ່ທ່ານ ແລະ ຄວາມອັດສະຈັນທີ່ຍິ່ງໃຫຍ່ທີ່ສຸດກໍ່ຄືຄຳພີອັລກຸຣອານ. ທ່ານຣໍຊຸລຂອງພຣະອົງ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: "ບໍ່ມີນະບີທ່ານໃດ ໃນບັນດານະບີທັງຫຼາຍ ນອກຈາກຈະໄດ້ຮັບການປະທານສິ່ງອັດສະຈັນເຊິ່ງເຮັດໃຫ້ມະນຸດມີຄວາມສັດທາຕໍ່ສິ່ງນັ້ນ, ແລະ ແທ້ຈິງແລ້ວ ສິ່ງທີ່ຂ້ອຍໄດ້ຮັບປະທານມານັ້ນ ຄື ວະຫ໌ຮີ ທີ່ອັລລໍຫ໌ໄດ້ວະຫ໌ຮີໃຫ້ແກ່ຂ້ອຍ. ດັ່ງນັ້ນ, ຂ້ອຍຈຶ່ງຫວັງວ່າ ຂ້ອຍຈະເປັນຜູ້ທີ່ມີຜູ້ຕິດຕາມຫຼາຍທີ່ສຸດໃນວັນກິຍາມະຫ໌." ບັນທຶກໃນຊໍຮິຫ໌ ອັລ-ບຸກຄໍຣີ. ແລະ ຄຳພີອັລກຸຣອານອັນຍິ່ງໃຫຍ່ ແມ່ນໂອງການຈາກອັລລໍຫ໌ທີ່ຊົງປະທານແກ່ສາດສະດາທູດຂອງພຣະອົງ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ, ອັລລໍຫ໌ໄດ້ກ່າວເຖິງຄຳພີນີ້ວ່າ: (ຄຳພີນັ້ນ ບໍ່ມີຄວາມສົງໄສໃດ ໆ ໃນນັ້ນ ເປັນທາງນຳສຳລັບບັນດາຜູ້ຢຳເກຼງ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 2]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກໃນນັ້ນວ່າ : (ພວກເຂົາບໍ່ໄດ້ພິຈາລະນາໃຄ່ຄວນອັລກຸຣອານດອກລື? ແລະ ຫາກວ່າມັນມາຈາກອື່ນນອກຈາກອັລລໍຫ໌ແລ້ວ ພວກເຂົາກໍ່ຈະພົບຄວາມຂັດແຍ້ງຢ່າງຫຼວງຫຼາຍໃນນັ້ນ) [ສູເຣາະຫ໌ ນິຊາ: 82]. ແລະ ອັລລໍຫ໌ ໄດ້ທ້າທາຍມວນຈິນ ແລະ ມະນຸດ ໃຫ້ນຳເອົາສິ່ງທີ່ຄ້າຍຄືກັນກັບມັນມາ ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ຈົ່ງກ່າວເຖີດ (ມຸຮຳມັດ) ວ່າ: ຫາກມວນມະນຸດ ແລະ ຈິນ ໄດ້ລວມຕົວກັນເພື່ອຜະລິດສິ່ງໜຶ່ງໃຫ້ປຽບສະເໝືອນຄຳພີອັລກຸຣອານນີ້ຂຶ້ນມາ ພວກເຂົາຈະບໍ່ສາມາດຜະລິດສິ່ງທີ່ປຽບສະເໝືອນມັນຂຶ້ນມາໄດ້ ເຖິງແມ່ນວ່າພວກເຂົາຈະເປັນຜູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນກໍ່ຕາມ) [ສູເຣາະຫ໌ ອິສຣໍອຼ: 88]. ແລະ ອັລລໍຫ໌ໄດ້ທ້າທາຍພວກເຂົາໃຫ້ຜະລິດຂຶ້ນສິບບົດໃຫ້ປຽບສະເໝືອນຄຳພີອັລກຸຣອານ ອັລລໍຫ໌ ຕະອາລາ ໄດ້ມີພຣະດຳລັດວ່າ: (ຫຼື ພວກເຂົາກ່າວວ່າ ເຂົາໄດ້ອຸປະໂຫຼກມັນຂື້ນມາ ຈົ່ງກ່າວເຖິດ (ມຸຮຳມັດ) ກໍ່ຈົ່ງຜະລິດຄຳພີສິບບົດທີ່ຖືກອຸປະໂຫຼກຂື້ນມາໃຫ້ຄືອັລກຸຣອານ ແລະ ໃຫ້ໄປຮຽກຮ້ອງຜູ້ທີ່ພວກທ່ານສາມາດຮຽກຮ້ອງໄດ້ ອື່ນນອກເຫນືອອັລລໍຫ໌ ມາຊ່ວຍນຳ ຫາກພວກທ່ານເປັນຜູ້ເວົ້າແທ້ຈິງ) [ຮູດ: 13]. ແຕ່ພຣະເຈົ້າໄດ້ທ້າທາຍພວກເຂົາໃຫ້ຜະລິດຂຶ້ນພຽງບົດດຽວໃຫ້ປຽບສະເໝືອນຄຳພີອັລກຸຣອານ, ພຣະອົງອັລລໍຫ໌ໄດ້ຕຣັດວ່າ: { ແຕ່ຫາກພວກທ່ານສົງໄສໃນຄຳພິອັລກຸຣອານທີ່ເຮົາປະທານໃຫ້ແກ່ນະບີມຸຮຳມັດ ກໍ່ຈົ່ງຜະລິດຄຳພີບົດຫນື່ງໃຫ້ຄືກັບຄຳພີອັລກຸຣອານຂື້ນມາ ແລະ ໃຫ້ໄປຮຽກຮ້ອງສິ່ງສັກສິດອື່ນນອກເຫນືອອັລລໍຫ໌ມາຊ່ວຍນຳ ຫາກພວກທ່ານເວົ້າກັນແທ້ຈິງ } [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 23].
ແລະຄຳພີອັລກຸຣອານອັນຍິ່ງໃຫຍ່ຄືຄວາມມະຫັດສະຈັນພຽງໜຶ່ງດຽວທີ່ຍັງຄົງເຫຼືອຢູ່ຈາກບັນດາຄວາມມະຫັດສະຈັນຂອງສາດສະດາຈົນຮອດທຸກມື້ນີ້ ແລະ ເມື່ອອັລລໍຮ໌ໄດ້ໃຫ້ຈົບພາລະກິດການເຜີຍແຜ່ສາສະໜາຂອງທ່ານສາດສະດາ ແລະ ທ່ານກໍໄດ້ຮຽກຮ້ອງເຖິງທີ່ສຸດແລ້ວ ທ່ານກໍເສຍຊີວິດຕອນອາຍຸໄດ້ 63 ປີ ແລະຖືກຝັງໄວ້ທີ່ນະຄອນມະດີນະຫ໌.
ແລະ ທ່ານສາສະນະທູດ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ເປັນນະບີ ແລະ ສາສະນະທູດຄົນສຸດທ້າຍ, ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ມູຮຳມັດ ບໍ່ໄດ້ເປັນພໍ່ຂອງຜູ້ໃດຈາກບັນດາບຸລຸດຂອງພວກເຈົ້າ ແຕ່ເປັນຣໍຊູລຂອງອັລລໍຫ໌ ແລະ ເປັນນະບີຄົນສຸດທ້າຍ ແລະ ອັລລໍຫ໌ ຊົງຮອບຮູ້ທຸກສິ່ງທຸກຢ່າງ) [ຊູເຣາະຫ໌ ອັລ-ອະຫ໌ຊາບ ອາຍະຫ໌: 40]. ລາຍງານຈາກທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍຮຸ ອັນຮຸ ເລົ່າວ່າ: ທ່ານຣໍສູລຸລລໍຫ໌ ﷺ ກ່າວວ່າ: «ແທ້ຈິງ ອຸປະມາຂອງຂ້າພະເຈົ້າ ແລະ ອຸປະມາຂອງບັນດານະບີກ່ອນໜ້າຂ້າພະເຈົ້າ ປຽບດັ່ງຊາຍຄົນໜຶ່ງທີ່ໄດ້ສ້າງບ້ານຫຼັງໜຶ່ງ, ລາວໄດ້ສ້າງມັນຢ່າງສວຍງາມ ແລະ ສົມບູນແບບ, ຍົກເວັ້ນແຕ່ບ່ອນວາງດິນຈີ່ກ້ອນໜຶ່ງຢູ່ມຸມໜຶ່ງ. ດັ່ງນັ້ນ, ຜູ້ຄົນຈຶ່ງພາກັນຍ່າງເລາະອ້ອມບ້ານນັ້ນ ແລະ ຕື່ນຕາຕື່ນໃຈກັບມັນ, ແລະ ພວກເຂົາກ່າວວ່າ: ເປັນຫຍັງດິນຈີ່ກ້ອນນີ້ຈຶ່ງບໍ່ຖືກນຳມາວາງໄວ້?. ທ່ານກ່າວວ່າ: ດັ່ງນັ້ນ ຂ້າພະເຈົ້າຄືດິນຈີ່ກ້ອນນັ້ນ, ແລະ ຂ້າພະເຈົ້າຄືນະບີຄົນສຸດທ້າຍ». ບັນທຶກໃນຊໍຮິຫ໌ ອັລ-ບຸກຄໍຣີ, ໃນຄຳພີອິນຈີລ ທ່ານນະບີ ອີຊາ ອະໄລຮິສສະລາມ ໄດ້ກ່າວແຈ້ງຂ່າວດີກ່ຽວກັບທ່ານນະບີ ມູຮຳມັດ ﷺ ວ່າ: (ຫີນທີ່ຊ່າງກໍ່ສ້າງໄດ້ປະຕິເສດນັ້ນ ໄດ້ກາຍເປັນຫີນມຸມເອກ ພວກທ່ານບໍ່ເຄີຍອ່ານໃນຄຳພີຫລື: ພຣະເຍຊູ (ອີຊາ) ໄດ້ກ່າວແກ່ພວກເຂົາວ່າ ສິ່ງນີ້ເປັນມາຈາກພຣະເຈົ້າ ແລະເປັນສິ່ງນ່າອັດສະຈັນໃນສາຍຕາຂອງພວກເຮົາ). ແລະໃນຄຳພີ ອັດເຕົາຣອດ ທີ່ມີຢູ່ໃນປະຈຸບັນນີ້ ໄດ້ປາກົດມີຄຳຕຣັດຂອງ ອັລລໍຫ໌ ຕໍ່ ທ່ານນະບີມູຊາ ວ່າ: (ເຮົາຈະແຕ່ງຕັ້ງສາດສະດາທ່ານຫນຶ່ງໃຫ້ແກ່ພວກເຂົາ ຈາກທ່າມກາງພີ່ນ້ອງຂອງພວກເຂົາ ເຊັ່ນດຽວກັບທ່ານ ແລະເຮົາຈະເອົາຄຳເວົ້າຂອງເຮົາໃສ່ໃນປາກຂອງເຂົາ ແລ້ວເຂົາຈະກ່າວແກ່ພວກເຂົາໃນທຸກສິ່ງທີ່ເຮົາໄດ້ບັນຊາແກ່ເຂົາ).
ແລະ ສາສະນະທູດ ມຸຮຳມັດ ອັລລໍຫ໌ໄດ້ສົ່ງທ່ານມາພ້ອມດ້ວຍຄຳແນະນຳ ແລະສາດສະໜາແຫ່ງສັດຈະທັມ, ແລະ ອັລລໍຫ໌ໄດ້ຊົງເປັນພະຍານໃຫ້ແກ່ທ່ານວ່າ ທ່ານນັ້ນຢູ່ບົນສັດຈະທັມ ແລະ ພຣະອົງໄດ້ສົ່ງທ່ານມາເພື່ອເປັນຜູ້ຮຽກຮ້ອງໄປສູ່ພຣະອົງດ້ວຍການອະນຸຍາດຂອງພຣະອົງ, ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວໄວ້ວ່າ: (ແຕ່ຢ້ອນວ່າ ອັລລໍຫ໌ຊົງຢືນຍັນໃນສິ່ງທີ່ພຣະອົງຊົງປະທານລົງມາໃຫ້ແກ່ເຈົ້າ ວ່າພຣະອົງຊົງປະທານມັນລົງມາດ້ວຍຄວາມຮູ້ຂອງພຣະອົງ ແລະ ເທວະທູດ ມາລາອີກະຮ໌ກໍ່ຢືນຍັນດ້ວຍ ແລະ ພຽງພໍແລ້ວທີ່ອັລລໍຫ໌ຊົງເປັນພະຍານ) [ຊູເຣາະຫ໌ ອັນນິສາ : 166]. ແລະ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ພຣະອົງນັ້ນຄືຜູ້ທີ່ໄດ້ສົ່ງຣໍຊູລຂອງພຣະອົງມາພ້ອມດ້ວຍຄຳແນະນຳ ແລະສາດສະໜາແຫ່ງສັດຈະທັມ ເພື່ອທີ່ຈະຊົງໃຫ້ອິສລາມຢູ່ເໜືອເປັນປະຈັກ ເໜືອທຸກສາດສະໜາ ແລະ ພຽງພໍແລ້ວທີ່ອັລລໍຫ໌ຊົງເປັນພະຍານ) [ສຸເຣາະຫ໌ ອັລ-ຟັຕຫ໌ : 28]. ອັລລໍຫ໌ໄດ້ສົ່ງທ່ານມາພ້ອມດ້ວຍຄຳແນະນຳ ເພື່ອທີ່ຈະນຳພາມວນມະນຸດອອກມາຈາກຄວາມມືດມົນຂອງການບູຊາຮູບປັ້ນ, ການປະຕິເສດສັດທາ ແລະ ຄວາມໂງ່ຈ້າ ໄປສູ່ແສງສະຫວ່າງແຫ່ງການໃຫ້ເອກະພາບ ແລະ ການສັດທາ, ອັລລໍຫ໌ຜູ້ຊົງສູງສົງໄດ້ຕຣັດວ່າ: ຄວາມວ່າ : (ດ້ວຍຄຳພີນີ້ ອັລລໍຫ໌ຊົງນຳທາງຜູ້ທີ່ປະຕິບັດຕາມຄວາມພໍພຣະໄທຂອງພຣະອົງ ສູ່ບັນດາເສັ້ນທາງແຫ່ງຄວາມສັນຕິ ແລະຊົງນຳທາງພວກເຂົາອອກຈາກບັນດາຄວາມມືດສູ່ແສງສະວ່າງດ້ວຍການອະນຸຍາດຂອງພຣະອົງ ແລະຈະນຳເຂົາສູ່ເສັ້ນທາງທີ່ທ່ຽງກົງ) [ຊູເຣາະຫ໌ ອັລມາອີດະຫ໌ :16]. ແລະ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ອະລິຟ ລາມ ຣໍ: ຄຳພີທີ່ເຮົາໄດ້ປະທານລົງມາແກ່ເຈົ້າ ເພື່ອທີ່ເຈົ້າຈະໄດ້ນຳມະນຸດທັ້ງຫຼາຍອອກຈາກຄວາມມືດມົນສູ່ແສງສະວ່າງ ດ້ວຍອະນຸມັດຂອງພຣະເຈົ້າຂອງພວກເຂົາ ສູ່ເສັ້ນທາງຂອງຜູ້ຊົງເດຊານຸພາບ ພຣະຜູ້ຊົງໄດ້ຮັບການສັນລະເສີນ) [ຊູເຣາະຫ໌ ອິບຣໍຫີມ : 1].
26- ຫຼັກຊາຣີອະຫ໌ ຂໍ້ລະບຽບຂອງອິດສະລາມທີ່ທ່ານນະບີມຸຮຳມັດໄດ້ນໍາ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງມີແດ່ທ່ານ) ຄືສານສຸດທ້າຍ ແລະ ຂໍ້ລະບຽບກົດຫມາຍອັນສັກສິດ ເປັນ ຊາຣີອະຫ໌ ແຫ່ງຄວາມສົມບູນແບບ ແລະການປະຕິຮູບສາສະຫນາຂອງປະຊາຊົນ ແລະກິດຈະການທາງໂລກ ສິ່ງທີ່ສຳຄັນອັນດັບທຳອິດແມ່ນການປົກປ້ອງ: ສາດສະຫນາ, ຊີວິດ, ສົມບັດສັບສິນ, ຈິດໃຈ, ແລະລູກຫລານຂອງຜູ້ຄົນ ອິສລາມໄດ້ຍົກເລີກກົດໝາຍທີ່ຜ່ານມາທັງໝົດ ເຊັ່ນດຽວກັບສານທີ່ໄດ້ຖືກປະທານເຊິ່ງກ່ອນໜ້າກໍ່ຍົກເລີກທັງໝົດ.
ຫຼັກຊາຣີອະຫ໌ ຂໍ້ລະບຽບຂອງອິດສະລາມທີ່ທ່ານນະບີມຸຮຳມັດໄດ້ນໍາ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງມີແດ່ທ່ານ) ຄືສານສຸດທ້າຍບໍ່ມີອີກແລ້ວ ແລະຂໍ້ລະບຽບກົດຫມາຍອັນສັກສິດ ແລະພຣະເຈົ້າໄດ້ເຮັດໃຫ້ສາດສະໜາສົມບູນດ້ວຍສານນີ້ ແລະໄດ້ໃຫ້ຄວາມໂປດປານສົມບູນແກ່ມວນມະນຸດດ້ວຍການສົ່ງທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ, ພຣະເຈົ້າອັລລໍຫ໌ໄດ້ກ່າວວ່າ: (ມື້ນີ້ເຮົາໄດ້ເຮັດໃຫ້ສາສະຫນາຂອງພວກທ່ານສົມບູນແລ້ວ ແລະ ເຮົາໄດ້ໃຫ້ຄວາມໂປດປານຂອງເຮົາສົມບູນ ເຮົາເລືອກໃຫ້ອິສລາມເປັນສາສະຫນາຂອງພວກທ່ານ) [ຊູເຣາະຫ໌ ອັລມາອີດະຮ໌ : 3].
ແລະ ຫຼັກການສາສະຫນາອິສລາມເປັນຊາຣີອະຫ໌ ແຫ່ງຄວາມສົມບູນແບບ ເຊິ່ງເປັນຜົນປະໂຫຍດແກ່ມະນຸດຊາດທັງທາງໂລກ ແລະທາງສາສະຫນາ; ເພາະໄດ້ລວບລວມເອົາທຸກສິ່ງທີ່ມີຢູ່ໃນຫຼັກການສາສະຫນາຍຸກກ່ອນ ແລະ ໄດ້ເຮັດໃຫ້ມີຄວາມສົມບູນແບບແລະຄົບຖ້ວນ ອັລລໍຫ໌ຊົງຕຣັດວ່າ: (ແທ້ຈິງ ອັລກຸຣອານນີ້ ນຳສູ່ທາງອັນທຽງກົງຍິ່ງ ແລະ ແຈ້ງຂ່າວດີແກ່ບັນດາຜູ້ສັດທາທີ່ປະຕິບັດຄວາມດີງາມທັ້ງຫຼາຍ ວ່າແນ່ນອນສຳລັບພວກເຂົານັ້ນຈະໄດ້ຮັບລາງວັນອັນໃຫຍ່ຫຼວງ) [ສູເຣາະຫ໌ ອິສຣໍອຼ: 9]. ແລະ ບົດບັນຍັດຂອງສາສະໜາອິສລາມໄດ້ປົດເປື້ອງພາລະອັນໜັກໜ່ວງທີ່ເຄີຍມີໃນບັນດາປະຊາຊາດກ່ອນໆ ອອກຈາກມວນມະນຸດ, ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ບັນດາຜູ້ທີ່ປະຕິບັດຕາມຣໍຊູລ ຜູ້ເປັນນະບີທີ່ອ່ານຂຽນບໍ່ເປັນ ເຊິ່ງພວກເຂົາພົບວ່າລາວຖືກບັນທຶກໄວ້ຢູ່ກັບພວກເຂົາໃນຄຳພີເຕົາເຣາະຫ໌ ແລະ ອິນຈີລ, ລາວຈະໃຊ້ໃຫ້ພວກເຂົາກະທຳຄວາມດີ ແລະ ຈະຫ້າມປາມພວກເຂົາຈາກຄວາມຊົ່ວ ແລະ ຈະອະນຸມັດສິ່ງທີ່ດີງາມທັງຫຼາຍໃຫ້ແກ່ພວກເຂົາ ແລະ ຈະຫ້າມສິ່ງທີ່ຊົ່ວຊ້າແກ່ພວກເຂົາ ແລະ ຈະປົດເປື້ອງພາລະໜັກ ແລະ ພັນທະນາການຕ່າງໆ ທີ່ເຄີຍມີຢູ່ເທິງພວກເຂົາອອກຈາກພວກເຂົາ ດັ່ງນັ້ນ, ບັນດາຜູ້ທີ່ສັດທາຕໍ່ລາວ, ໃຫ້ກຽດລາວ, ຊ່ວຍເຫຼືອລາວ ແລະ ປະຕິບັດຕາມແສງສະຫວ່າງທີ່ຖືກປະທານລົງມາພ້ອມກັບລາວແລ້ວ ຊົນເຫຼົ່ານັ້ນແຫຼະ ຄືບັນດາຜູ້ທີ່ໄດ້ຮັບໄຊຊະນະ) [ຊູເຣາະຫ໌ ອັລ-ອະຣໍຟ : 157].
ແລະ ຫຼັກການຂອງສາສະໜາອິສລາມໄດ້ຍົກເລີກຫຼັກການສາສະໜາຂອງຍຸກກ່ອນທັງໝົດ, ອັລລໍຫ໌ຜູ້ຊົງອຳນາດຍິ່ງໃຫຍ່ໄດ້ກ່າວວ່າ: (ແລະເຮົາໄດ້ໃຫ້ຄຳພີລົງມາແກ່ເຈົ້າ ດ້ວຍຄວາມຈິງໃນຖານະເປັນທີ່ຍືນຍັນຄຳພີ ທີ່ຢູ່ເບື້ອງໜ້າມັນ ແລະເປັນທີ່ຄວບຄຸມຄຳພີ (ເບື້ອງໜ້າ) ນັ້ນ, ດັ່ງນັ້ນ ເຈົ້າຈົ່ງຕັດສິນລະຫວ່າງພວກເຂົາ ດ້ວຍສິ່ງທີ່ອັລລໍຫ໌ໄດ້ປະທານລົງມາ ແລະ ຈົ່ງຢ່າປະຕິບັດຕາມຄວາມປາຖະໜາຂອງພວກເຂົາ ໂດຍຫັນເຫຈາກຄວາມຈິງທີ່ໄດ້ມາຮອດເຈົ້າ, ສຳລັບແຕ່ລະປະຊາຄົມໃນໝູ່ພວກເຈົ້ານັ້ນ ເຮົາໄດ້ກຳນົດກົດໝາຍ ແລະ ແນວທາງໄວ້, ແລະ ຫາກອັລລໍຫ໌ຊົງປະສົງ ແນ່ນອນພຣະອົງຈະຊົງບັນດານໃຫ້ພວກເຈົ້າເປັນປະຊາຊາດດຽວກັນ, ແຕ່ເພື່ອພຣະອົງຈະຊົງທົດສອບພວກເຈົ້າ ໃນສິ່ງທີ່ພຣະອົງໄດ້ປະທານແກ່ພວກເຈົ້າ, ດັ່ງນັ້ນ ພວກເຈົ້າຈົ່ງແຂ່ງຂັນກັນໃນການເຮັດຄວາມດີເຖີດ, ສູ່ອັລລໍຫ໌ຄືບ່ອນກັບຄືນຂອງພວກເຈົ້າທັງໝົດ, ແລ້ວພຣະອົງຈະຊົງແຈ້ງໃຫ້ພວກເຈົ້າຊາບ ໃນສິ່ງທີ່ພວກເຈົ້າເຄີຍຂັດແຍ້ງກັນ) [ຊູເຣາະຫ໌ ອັລມາອີດະຫ໌ :48]. ດັ່ງນັ້ນ ຄຳພີອັລກຸຣອານທີ່ໄດ້ລວບລວມບົດບັນຍັດ ໄດ້ມາເປັນຄຳຢືນຢັນບັນດາຄຳພີຂອງພຣະເຈົ້າທີ່ມາກ່ອນໜ້ານີ້, ມີອຳນາດເໜືອຄຳພີເຫຼົ່ານັ້ນ, ແລະ ໄດ້ເຮັດໃຫ້ບັນດາຄຳພີເຫຼົ່ານັ້ນໃຊ້ການບໍ່ໄດ້ອີກ.
27- ອັລລໍຫ໌ຜູ້ຊົງອຳນາດ ບໍ່ຍອມຮັບສາສະຫນາອື່ນໃດນອກຈາກສາສະໜາອິດສະລາມທີ່ສາດສະນະທູດມຸຮຳມັດໄດ້ນຳມາ (ຊໍລລັລລໍຮຸ ອະໄລຮິ ວະຊັລລຳ) ແລະຜູ້ໃດທີ່ນັບຖືສາສະຫນາອື່ນນອກຈາກອິດສະລາມ ສາສະໜານັ້ນກໍ່ຈະບໍ່ຖືກຍອມຮັບຈາກພຣະອົງອັລລໍຫ໌.
ຫຼັງຈາກການແຕ່ງຕັ້ງມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ, ອັລລໍຫ໌ຜູ້ຊົງອຳນາດ ບໍ່ຍອມຮັບສາສະຫນາອື່ນນອກຈາກສາສະໜາອິດສະລາມທີ່ສາດສະນະທູດມຸຮຳມັດໄດ້ນຳມາ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງມີແດ່ທ່ານ) ແລະ ຜູ້ໃດທີ່ສະແຫວງຫາສາສະຫນາອື່ນນອກຈາກອິສລາມ ເຂົາຈະບໍ່ຖືກຕອບຮັບ. ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ແລະ ຜູ້ໃດທີ່ສະແຫວງຫາສາສະຫນາອື່ນນອກຈາກອິສລາມ ສາສະໜານັ້ນກໍ່ຈະບໍ່ຖືກຕອບຮັບເປັນອັນຂາດ ແລະ ໃນໂລກຫນ້າເຂົາຈະຢູ່ໃນກຸ່ມຜູ້ຂາດທຶນ) [ຊູເຣາະຫ໌ ອັລ-ອາລາອິມຣອນ : 85]. ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວວ່າ (ແທ້ຈິງ ສາສະໜາ ນະ ທີ່ອັລລໍຫ໌ນັ້ນຄື ອັລ-ອິສລາມ, ແລະ ບັນດາຜູ້ທີ່ໄດ້ຮັບຄຳພີບໍ່ໄດ້ຂັດແຍ້ງກັນ ເວັ້ນແຕ່ຫຼັງຈາກທີ່ຄວາມຮູ້ໄດ້ມາຫາພວກເຂົາ ທັງນີ້ຍ້ອນຄວາມອິດສາ ລິດສະຍາ ລະຫວ່າງພວກເຂົາເອງ ແລະ ຜູ້ໃດປະຕິເສດສັດທາຕໍ່ບັນດາອາຍາຕຂອງອັລລໍຫ໌, ແທ້ຈິງອັລລໍຫ໌ເປັນຜູ້ຊົງວ່ອງໄວໃນການຄິດບັນຊີ) [ຊູເຣາະຫ໌ ອັລ-ອາລາອິມຣອນ : 19]. ແລະ ອິສລາມນີ້ ຄືສາສະໜາຂອງອິບຣໍຫີມ ອັນ-ຄໍລີລ ອະໄລຮິສລາມ, ອັລລໍຫ໌ຜູ້ຊົງສູງສົ່ງໄດ້ກ່າວໄວ້ວ່າ: (ແລະ ຈະມີຜູ້ໃດທີ່ຫັນຫຼັງໃຫ້ກັບແນວທາງຂອງອີບຣໍຮີມ ນອກຈາກຜູ້ທີ່ເຮັດໃຫ້ຕົນເອງໂງ່ຈ້າ ແລະ ແນ່ນອນ ເຮົາໄດ້ເລືອກລາວແລ້ວໃນໂລກນີ້ ແລະ ແທ້ຈິງໃນໂລກໜ້າ ລາວຈະຢູ່ໃນກຸ່ມຄົນດີ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌:130]. ແລະ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ແລະ ຜູ້ໃດເລົ່າຈະມີສາສະໜາທີ່ດີເລີດຍິ່ງກວ່າຜູ້ທີ່ຍອມມອບຕົນເອງຕໍ່ອັລລໍຫ໌ ແລະ ເຂົາເປັນຜູ້ປະກອບຄຸນງາມຄວາມດີ ແລະ ໄດ້ປະຕິບັດຕາມສາສະໜາຂອງອິບຣໍຫີມອັນທ່ຽງກົງ ແລະ ອັລລໍຫ໌ໄດ້ຊົງຖືເອົາອິບຣໍຫີມເປັນສະຫາຍທີ່ຮັກຍິ່ງ) [ສູເຣາະຫ໌ ອັນນິສາ: 125]. ແລະ ອັລລໍຫ໌ ໄດ້ສັ່ງໃຊ້ທ່ານຣໍຊຸລ ມູຮຳມັດ ﷺ ໃຫ້ກ່າວວ່າ: (ຈົ່ງກ່າວເຖີດວ່າ ແທ້ຈິງແລ້ວ ພຣະເຈົ້າຂອງຂ້ອຍໄດ້ຊົງນຳພາຂ້ອຍສູ່ແນວທາງອັນທ່ຽງກົງ ຄືສາສະໜາອັນທ່ຽງທຳ, ສາສະໜາຂອງອີບຣໍຮີມ ຜູ້ເປັນຮະນີຟ, ແລະ ລາວບໍ່ໄດ້ຢູ່ໃນໝູ່ພວກມຸຊຣິກີນ) [ສູເຣາະຫ໌ ອັນ-ອາມ : 161].
28- ຄຳພີອັລກຸຣອານ ເປັນຄຳພີທີ່ອັລລໍຫ໌ຊົງເປີດເຜີຍແກ່ສາສະທູດມຸຮຳມັດ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງມີແດທ່ານ) ເປັນຄໍາເວົ້າຂອງອັລລໍຫ໌ ພຣະຜູ້ເປັນເຈົ້າແຫ່ງສາກົນລະໂລກ ພຣະອົງອັລລໍຫ໌ໄດ້ທ້າທາຍມັນ ກັບມະນຸດ ແລະ ຈິນ ເພື່ອສ້າງສິ່ງທີ່ຄ້າຍຄື ຫຼື ແມ້ກະທັ້ງບົດໜຶ່ງຂອງມັນໃຫ້ຄືກັບອັລກຸຣອານຂອງພຣະອົງ ຊຶ່ງເປັນສິ່ງການທ້າທາຍທີ່ຍັງຄົງຄ້າງຈົນເຖິງທຸກມື້ນີ້ ຄຳພີອັລກຸຣອານ ຕອບຄໍາຖາມທີ່ສໍາຄັນຫຼາຍໆຄຳຖາມ ທີ່ເຮັດໃຫ້ຜູ້ຄົນຫຼາຍລ້ານຄົນຫາຍສັບສົນ ຄຳພີອັລກຸຣອານ ຖືກຮັກສາໄວ້ໃນພາສາອາຫລັບໃນຮູບແບບດຽວກັນທີ່ມັນຖືກເປີດເຜີຍເທື່ອທໍາອິດ ບໍ່ມີຕົວອັກສອນໃດໆ ຖືກຕັດອອກຈາກມັນ ແລະມັນຖືກພິມອອກ ແລະເຜີຍແຜ່ ມັນເປັນຫນັງສືທີ່ຍິ່ງໃຫຍ່ ແລະ ນ່າມະຫັດສະຈັນ ຄວນຄ່າທີ່ຈະອ່ານ ຫຼື ອ່ານຄວາມຫມາຍຂອງມັນ ໃນທຳນອງດຽວກັນກັບຊຸນນະຫ໌ຂອງທ່ານນະບີ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງມີແດທ່ານ) ຕະລອດຈົນຄໍາສອນແລະຊີວະປະຫວັດຂອງລາວຍັງຖືກຮັກສາໄວ້ ແລະລາຍງານຕົວບົດຫຼັກຖານຜ່ານສາຍງານຜູ້ບັນທຶກທີ່ຖືກຕ້ອງເຊື່ອຖືໄດ້ ນອກຈາກນີ້ມັນຍັງຖືກພິມອອກເປັນພາສາອາຣັບສິ່ງທີ່ຣໍສູລຂອງອັລລໍຫ໌ ໄດ້ເວົ້າ ແລະ ແປເປັນພາສາອີກຫຼາຍໆພາສາທົ່ວໂລກ ທັງຄຳພີອັລກຸຣອານແລະຊຸນນະຫ໌ຂອງທ່ານນະບີ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງມີແດທ່ານ) ປະກອບຂຶ່ນເປັນແຫຼ່ງທີ່ມາດຽວຂອງກົດເກນການປົກຄອງແລະກົດໝາຍນິຕິກໍາຂອງອິດສະລາມ, ອິດສະລາມບໍ່ສາມາດນຳເອົາການປະຕິບັດມາຈາກການປະພຶດຂອງບັນດາສາວົກ ຫຼື ໃຜຜູ້ໜຶ່ງ ແຕ່ເອົາແນວທາງປະຕິບັດຈາກໂອງການວະຫ໌ຍູຂອງອັລລໍຫ໌ ນັ້ນຄືອັລກຸຣອານທີ່ຍິ່ງໃຫຍ່ ແລະ ຊຸນນະຫ໌ຂອງທ່ານນະບີ.
ຄຳພີອັລກຸຣອານ ແມ່ນ ຄຳພີທີ່ອັລລໍຫ໌ຊົງປະທານແກ່ສາດສະດາທູດຊາວອາຫຣັບ ທ່ານນະບີມຸຮຳມັດ ﷺ ເປັນພາສາອາຫຣັບ ແລະ ເປັນສັບຄຳເວົ້າຂອງພຣະເຈົ້າແຫ່ງສາກົນໂລກ, ພຣະອົງອັລລໍຫ໌ໄດ້ກ່າວວ່າ: (ແລະ ແທ້ຈິງມັນ ເປັນການປະທານລົງມາຂອງພຣະເຈົ້າແຫ່ງສາກົນລະໂລກ ) (ອັຣຣູຫ໌ ຜູ້ສັດຊື່ ໄດ້ນຳມັນລົງມາ (ຜູ້ສັດຊື່ແຫ່ງຊັ້ນຟ້າ ຄືທ່ານ ຈິບຣີລ) (ມາຍັງຫົວໃຈຂອງເຈົ້າ ເພື່ອເຈົ້າຈະໄດ້ເປັນຜູ້ຕັກເຕືອນຄົນໜຶ່ງ ﴿ (ເປັນພາສາອາຣັບອັນຊັດແຈ້ງ) [ສູເຣາະຫ໌ ຊຸອະຣໍ : 192-195]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ແທ້ຈິງທ່ານໄດ້ຮັບອັລກຸຣອານ ຈາກພຣະຜູ້ຊົງສະຫຼາດຫຼັກແຫລມ ແລະ ຜູ້ຊົງຮອບຮູ້) [ສູເຣາະຫ໌ ອັລ-ນັມລຸ: 6]. ແລະ ຄຳພີອັລກຸຣອານນີ້ຖືກປະທານລົງມາຈາກອັລລໍຫ໌ ແລະ ເປັນການຢືນຢັນເຖິງສິ່ງທີ່ມາກ່ອນໜ້າມັນຈາກບັນດາຄຳພີຂອງພຣະເຈົ້າ ດັ່ງທີ່ອັລລໍຫ໌ຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ແລະ ອັລກຸຣອານນີ້ ບໍ່ແມ່ນສິ່ງທີ່ຖືກອຸປະໂຫລກຂຶ້ນ ໂດຍຜູ້ອື່ນນອກຈາກອັລລໍຫ໌, ຫາກແຕ່ເປັນການຍືນຍັນສິ່ງທີ່ຢູ່ເບື້ອງຫນ້າມັນ ແລະ ເປັນການຈຳແນກຄຳພີ ບໍ່ມີຂໍ້ສົງໄສໃດໆ ໃນນັ້ນຈາກພຣະເຈົ້າແຫ່ງສາກົນລະໂລກ) [ສູເຣາະຫ໌ ຍຸນຸສ : 37]. ແລະ ອັລກຸຣອານອັນຍິ່ງໃຫຍ່ໄດ້ຕັດສິນຊີ້ຂາດໃນບັນຫາສ່ວນໃຫຍ່ທີ່ຊາວຢະຮູດີ (ຢິວ) ແລະ ຊາວນະຊໍຣໍ (ຄຣິສ) ຂັດແຍ້ງກັນໃນສາສະນາຂອງພວກເຂົາ ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ແທ້ຈິງ ອັລກຸຣອານນີ້ ໄດ້ບອກເລົ່າແກ່ຊາວອິດສະຣໍອີລ ສ່ວນຫຼາຍໃນສິ່ງທີ່ພວກເຂົາຂັດແຍ້ງກັນໃນເລື່ອງນັ້ນ) [ສູເຣາະຫ໌ ອັລ-ນັມລຸ: 76]. ແລະ ຄຳພີອັລກຸຣອານອັນຍິ່ງໃຫຍ່ໄດ້ປະກອບດ້ວຍຫຼັກຖານ ແລະ ຂໍ້ພິສູດຕ່າງໆ ອັນເປັນຂໍ້ພິສູດຢືນຢັນຕໍ່ມວນມະນຸດທັງໝົດ ໃນການຮັບຮູ້ເຖິງຄວາມຈິງຕ່າງໆ ທີ່ກ່ຽວຂ້ອງກັບອັລລໍຫ໌ ຜູ້ຊົງສູງສົ່ງ, ສາສະໜາຂອງພຣະອົງ ແລະ ການຕອບແທນຂອງພຣະອົງ, ພຣະອົງອັລລໍຫ໌ ຕະອາລາ ໄດ້ຕຣັດວ່າ: (ແລະ ໂດຍແນ່ນອນ ເຮົາໄດ້ຍົກທຸກອຸທາຫອນໄວ້ໃນອັລກຸຣອານນີ້ແກ່ມະນຸດ ເພື່ອພວກເຂົາຈະໄດ້ລຳລຶກ) [ສູເຣາະຫ໌ ອັຊຊຸມັຣ: 27]. ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ແລະ ເຮົາໄດ້ປະທານຄຳພີແກ່ເຈົ້າ ເພື່ອຊີ້ແຈງແກ່ທຸກສິ່ງ ແລະ ເພື່ອເປັນຂໍ້ຊີ້ນຳສູ່ທາງຖືກຕ້ອງ ແລະ ຄວາມເມດຕາ ແລະ ເປັນຂ່າວດີແກ່ບັນດາມຸສລິມ) [ສຸເຣາະຫ໌ ອັລ-ນະຫ໌ລຸ :89].
ແລະ ຄຳພີອັລກຸຣອານໄດ້ຕອບຄຳຖາມສຳຄັນຫລາຍຂໍ້ທີ່ມະນຸດນັບລ້ານບໍ່ສາມາດຫາຄຳຕອບໄດ້ ໂດຍຄຳພີອັລກຸຣອານໄດ້ຊີ້ແຈງວ່າ ອັລລໍຫ໌ ໄດ້ສ້າງຊັ້ນຟ້າ ແລະ ແຜ່ນດິນຂຶ້ນແນວໃດ. ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ແລະ ບັນດາຜູ້ປະຕິເສດສັດທາບໍ່ເຫັນດອກຫຼືວ່າ ແທ້ຈິງຊັ້ນຟ້າທັ້ງຫຼາຍ ແລະ ແຜ່ນດິນນັ້ນເຄີຍຕິດລວມກັນມາກ່ອນ ແລ້ວເຮົາໄດ້ແຍກທັງສອງອອກຈາກກັນ ແລະ ເຮົາໄດ້ຊົງໃຫ້ທຸກສິ່ງທີ່ມີຊີວິດມາຈາກນໍ້າ ດັ່ງນັ້ນພວກເຂົາຍັງຈະບໍ່ສັດທາອີກຫຼື?) [ອັລ-ອຳບິຍາ : 30]. ແລະ ອັລລໍຫ໌ ໄດ້ສ້າງມະນຸດແນວໃດ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ໂອ້ ມວນມະນຸດທັງຫຼາຍ ຫາກພວກເຈົ້າຢູ່ໃນຄວາມສົງໄສກ່ຽວກັບການຟື້ນຄືນຊີບ ແທ້ຈິງແລ້ວ ເຮົາໄດ້ສ້າງພວກເຈົ້າມາຈາກດິນ ຕໍ່ມາ ມາຈາກນໍ້າອະສຸຈິ ຕໍ່ມາ ມາຈາກກ້ອນເລືອດ ຕໍ່ມາ ມາຈາກກ້ອນຊີ້ນທີ່ເປັນຮູບຮ່າງ ແລະ ບໍ່ເປັນຮູບຮ່າງ ເພື່ອເຮົາຈະໄດ້ຊີ້ແຈງໃຫ້ພວກເຈົ້າເຫັນ ແລະ ເຮົາໃຫ້ສິ່ງທີ່ເຮົາປະສົງພັກຢູ່ໃນມົດລູກຈົນເຖິງເວລາທີ່ຖືກກຳນົດໄວ້ ຕໍ່ມາ ເຮົາຈະນຳພວກເຈົ້າອອກມາເປັນເດັກນ້ອຍ ຕໍ່ມາເພື່ອພວກເຈົ້າຈະໄດ້ເຕີບໂຕເຖິງໄວໜຸ່ມແໜ້ນ ແລະ ໃນໝູ່ພວກເຈົ້າມີຜູ້ທີ່ເສຍຊີວິດ ແລະ ໃນໝູ່ພວກເຈົ້າມີຜູ້ທີ່ຖືກນຳກັບຄືນສູ່ໄວຊະລາອັນຖົດຖອຍ ເພື່ອເຂົາຈະບໍ່ໄດ້ຮູ້ສິ່ງໃດເລີຍຫຼັງຈາກທີ່ເຄີຍມີຄວາມຮູ້ມາກ່ອນ ແລະ ເຈົ້າຈະເຫັນແຜ່ນດິນແຫ້ງແລ້ງ ແຕ່ເມື່ອເຮົາໄດ້ໃຫ້ນໍ້າລົງມາເທິງມັນ ມັນກໍຈະສັ່ນສະເທືອນ ແລະ ພອງຕົວຂຶ້ນ ແລະ ງອກເງີຍພືດພັນນາໆຊະນິດທີ່ສວຍງາມ) [ອັລ-ຮັຈ: 5]. ແລະ ຈຸດຈົບຂອງລາວຈະຢູ່ທີ່ໃດ ແລະ ການຕອບແທນສຳລັບຜູ້ທີ່ເຮັດຄວາມດີ ແລະ ຜູ້ທີ່ເຮັດຄວາມຊົ່ວຫຼັງຈາກຊີວິດນີ້ຈະເປັນແນວໃດ? ເຊິ່ງໄດ້ມີການກ່າວເຖິງຫຼັກຖານກ່ຽວກັບບັນຫານີ້ມາກ່ອນແລ້ວໃນຂໍ້ທີ (20) ແລະ ການມີຢູ່ນີ້ເກີດຂຶ້ນໂດຍບັງເອີນ ຫຼື ຖືກສ້າງຂຶ້ນມາເພື່ອຈຸດປະສົງອັນສູງສົ່ງ? ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ແລະ ພວກເຂົາບໍ່ໄດ້ພິຈາລະນາເບິ່ງໃນອຳນາດການປົກຄອງຂອງຊັ້ນຟ້າທັ້ງຫຼາຍ ແລະ ແຜ່ນດິນນີ້ ແລະ ສິ່ງຕ່າງໆ ທີ່ອັລລໍໄດ້ຊົງສ້າງຂື້ນມາບໍ? ແລະ ບາງເທື່ອອາຍຸໄຂຂອງພວກເຂົາອາດຈະໃກ້ເຂົ້າມາແລ້ວກໍເປັນໄດ້, ດັ່ງນັ້ນ ຫຼັງຈາກນີ້ແລ້ວ ຍັງມີຄຳເວົ້າໃດອີກທີ່ພວກເຂົາຈະເຊື່ອມັ້ນ?) [ຊູເຣາະຫ໌ ອັລ-ອະຣໍຟ : 185]. ແລະ ພຣະຜູ້ຊົງສູ່ງສົງໄດ້ຕຣັດວ່າ: (ພວກທ່ານຄິດວ່າເຮົາສ້າງພວກທ່ານມາຫລິ້ນໆ ໂດຍພວກທ່ານຈະບໍ່ກັບຄືນມາສູ່ເຮົາບໍ່) [ຊູເຣາະ ອັລ-ມູມີນູນ :115].
ແລະ ຄຳພີອັລກຸຣອານອັນຊົງຍິ່ງໃຫຍ່ໄດ້ຮັບການປົກປ້ອງຮັກສາຈົນຮອດທຸກມື້ນີ້ໃນພາສາທີ່ຖືກປະທານລົງມາ, ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ກ່າວວ່າ: (ແທ້ຈິງເຮົາ (ອັລລໍຫ໌) ໄດ້ໃຫ້ຂໍຕັກເຕື່ອນ (ອັລກຣຸອານ) ລົງມາ ແລະ ແທ້ຈິງເຮົາເປັນຜູ້ຮັກສາມັນຢ່າງແນ່ນອນ) [ສູເຣາະຫ໌ອັລ-ຫິຈຣ໌ : 9]. ບໍ່ມີຕົວອັກສອນໃດຂາດຫາຍໄປຈາກມັນ ແລະ ເປັນໄປບໍ່ໄດ້ທີ່ຈະມີຄວາມຂັດແຍ້ງ, ຄວາມບົກຜ່ອງ ຫຼື ການປ່ຽນແປງໃດໆ ໃນນັ້ນ ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ພວກເຂົາບໍ່ໄດ້ພິຈາລະນາໃຄ່ຄວນອັລກຸຣອານດອກລື? ແລະ ຫາກວ່າມັນມາຈາກຜູ້ອື່ນນອກຈາກອັລລໍຫ໌ແລ້ວ ແນ່ນອນພວກເຂົາກໍ່ຈະພົບຄວາມຂັດແຍ້ງກັນຢ່າງຫຼວງຫຼາຍໃນນັ້ນ) [ສູເຣາະຫ໌ ນິຊາ: 82]. ແລະ ມັນຖືກຕີພິມອອກ ແລະເຜີຍແຜ່ ເປັນຫນັງສືທີ່ຍິ່ງໃຫຍ່ ແລະນ່າມະຫັດສະຈັນ ຄວນຄ່າທີ່ຈະອ່ານ ຫຼື ຮັບຟັງ ຫຼືອ່ານຄວາມຫມາຍຂອງມັນ ໃນທຳນອງດຽວກັນກັບຊຸນນະຫ໌ຂອງທ່ານສາດສະດາມຸຮັມມັດ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງມີແດທ່ານ) ຕະລອດຈົນຄໍາສອນ ແລະຊີວະປະຫວັດຂອງທ່ານຍັງຖືກຮັກສາໄວ້ ແລະລາຍງານຕົວບົດຫຼັກຖານຜ່ານສາຍງານຜູ້ບັນທຶກທີ່ຖືກຕ້ອງເຊື່ອຖືໄດ້ ແລະມີການຕີພິມດ້ວຍພາສາອາຫຣັບແບບດຽວກັບທີ່ທ່ານສາດສະດາ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງມີແດທ່ານ) ໃຊ້ເວົ້າ ແລະ ມີການແປເປັນຫຼາຍພາສາ ທັງຄຳພີອັລກຸຣອານ ແລະ ຊຸນນະຫ໌ຂອງທ່ານນະບີ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງມີແດທ່ານ) ປະກອບຂຶ້ນເປັນແຫຼ່ງທີ່ມາດຽວຂອງກົດເກນການປົກຄອງ ແລະກົດໝາຍນິຕິກໍາຂອງອິດສະລາມ, ອິດສະລາມບໍ່ສາມາດນຳເອົາການປະຕິບັດມາຈາກການປະພຶດຂອງບັນດາສາວົກ ຫຼື ໃຜຜູ້ໜຶ່ງ ແຕ່ເອົາແນວທາງປະຕິບັດຈາກໂອງການວະຫ໌ຍູຂອງອັລລໍຫ໌ທີ່ປາສະຈາກຄວາມຜິດພາດ: ນັ້ນຄືອັລກຸຣອານທີ່ຍິ່ງໃຫຍ່ ແລະ ຊຸນນະຫ໌ຂອງທ່ານນະບີ ດັ່ງທີ່ພຣະອົງໄດ້ກ່າວໄວ້ກ່ຽວກັບຄຳພີອັລກຸຣອານວ່າ: (ແທ້ຈິງບັນດາຜູ້ທີ່ປະຕິເສດສັດທາຕໍ່ຂໍຕັກເຕື່ອນ (ອັລກຣຸອານ) ເມື່ອມັນໄດ້ມາຫາພວກເຂົາ ແລະ ແທ້ຈິງມັນຄືຄຳພີທີ່ມີກຽດຍິ່ງ - ຄວາມເທັດຈະບໍ່ມາສູ່ມັນໄດ້ ທັງຈາກທາງໜ້າຂອງມັນ ແລະ ຈາກທາງຫຼັງຂອງມັນ (ນີ້ຄື) ການປະທານລົງມາ ຈາກພຣະຜູ້ຊົງສະຫຼາດຫຼັກແຫລມ ຜູ້ຊົງໄດ້ຮັບການສັນລະເສີນ) [ສູເຣາະຫ໌ ຟຸສຊີລັດ : 41-42]. ແລະ ພຣະອົງອັລລໍຫ໌ໄດ້ຕຣັດກ່ຽວກັບສຸນນະຫ໌ຂອງທ່ານນະບີ ແລະ ມັນເປັນວະຫຮີຈາກອັລລໍຫ໌ວ່າ: (ແລະ ອັນໃດທີ່ຣໍຊູລໄດ້ນຳມາຍັງພວກເຈົ້າ ກໍ່ຈົ່ງຍຶດເອົາໄວ້ ແລະ ອັນໃດທີ່ທ່ານໄດ້ຫ້າມ ກໍ່ຈົ່ງລະເວັ້ນເສຍ ພວກເຈົ້າຈົ່ງຍຳເກຼງຕໍ່ອັລລໍຫ໌ເຖິດ ແທ້ຈິງອັລລໍຫ໌ເປັນຜູ້ຊົງເຂັ້ມງວດໃນການລົງໂທດ) [ສູເຣາະຫ໌ ອັລ-ຫັຊ : 7].
29- ອິດສະລາມຮຽກຮ້ອງໃຫ້ເຮັດຄວາມດີຕໍ່ພໍ່ແມ່ ເຖິງແມ່ນວ່າພວກເຂົາບໍ່ແມ່ນຊາວມຸດສະລິມ ແລະ ມີເມດຕາຕໍ່ເດັກນ້ອຍ
ອິດສະລາມຮຽກຮ້ອງໃຫ້ເຮັດຄວາມດີຕໍ່ພໍ່ແມ່ ພຣະອົງອັລລໍຫ໌ໄດ້ກ່າວວ່າ : ( ແລະ ພຣະເຈົ້າຂອງເຈົ້າບັນຊາວ່າ ພວກເຈົ້າຢ່າເຄົາລົບພັກດີຜູ້ໃດນອກຈາກພຣະອົງເທົ່ານັ້ນ ແລະ ຈົ່ງເຮັດດີຕໍ່ບິດາມານດາ ເມື່ອຜູ້ໃດໃນທັ້ງສອງ ຫຼື ທັ້ງສອງບັນລຸສູ່ໄວສະລາເຖົ້າແກ່ຢູ່ກັບເຈົ້າ ດັງນັ່ນ ຢ່າໄດ້ເວົ້າແກ່ທ່ານທັ້ງສອງວ່າ ອຸຟ ແລະ ຢ່າຂູ່ເຂັນທ່ານທັ້ງສອງ ແລະ ຈົ່ງເວົ້າແກ່ທ່ານທັ້ງສອງດ້ວຍຖ້ອຍຄຳທີ່ອ່ອນໂຍນ) [ສູເຣາະຫ໌ ອິສຣໍອຼ: 23]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ເຮົາໄດ້ສັ່ງແກ່ມະນຸດໃນເລື່ອງກ່ຽວກັບບິດາ ມານດາຂອງເຂົາ ໂດຍທີ່ແມ່ຂອງເຂົາໄດ້ອຸ້ມຄັນເຂົາດ້ວຍຄວາມເໝື່ອຍຫນ່າຍເທື່ອແລ້ວເທື່ອເລົ່າ ແລະ ການໃຫ້ນົມຂອງແມ່ໃນໄລຍະເວລາສອງປີ ເຈົ້າຈົ່ງຂອບໃຈຕໍ່ຂ້າ ແລະຂອບໃຈພໍ່ແມ່ຂອງເຈົ້າ ເຮົາ (ອັລລໍຫ໌)ນັ້ນ ຄືການກັບຄືນໄປ) [ສູເຣາະຫ໌ ລຸກມານ:14]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ເຮົາໄດ້ສັ່ງແກ່ມະນຸດໃຫ້ເຮັດດີຕໍ່ບິດາມານດາຂອງເຂົາ ໂດຍທີ່ແມ່ຂອງເຂົາໄດ້ອຸ້ມຄັນເຂົາດ້ວຍຄວາມຍາກລຳບາກ ແລະ ໄດ້ຄອດເຂົາດ້ວຍຄວາມຍາກລຳບາກ ແລະ ການອຸ້ມຄັນເຂົາ ແລະ ການໃຫ້ນົມຂອງແມ່ເປັນໄລຍະເວລາສາມສິບເດືອນ ຈົນເມື່ອເຂົາບັນລຸສູ່ໄວຄວາມສົມບູນເຕັມທີ່ ແລະ ບັນລຸອາຍຸໄດ້ສີ່ສິບປີ ເຂົາກ່າວວ່າ : ໂອ້ພຣະເຈົ້າຂອງຂ້ອຍ ຂໍພຣະອົງຈົ່ງດົນບັນດານໃຫ້ຂ້ອຍໄດ້ຂອບໃຈຕໍ່ຄວາມເມດຕາຂອງພຣະອົງ ທີ່ພຣະອົງໄດ້ຊົງປະທານໃຫ້ແກ່ຂ້ອຍ ແລະ ແກ່ບິດາມານດາຂອງຂ້ອຍ ແລະ ໃຫ້ຂ້ອຍໄດ້ປະກອບຄຸນງາມຄວາມດີທີ່ພຣະອົງຊົງພໍໃຈ ແລະ ຂໍພຣະອົງຊົງປັບປຸງລູກຫຼານຂອງຂ້ອຍໃຫ້ເປັນຄົນດີ ແທ້ຈິງຂ້ອຍໄດ້ກັບຕົວສູ່ພຣະອົງ ແລະ ແທ້ຈິງຂ້ອຍແມ່ນໜຶ່ງໃນບັນດາຜູ້ສະວາມິພັກ) [ສູເຣາະຫ໌ ອັລ-ອະຫ໌ກໍຟ:15]. ແລະ ລາຍງານຈາກ ທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍອັນຮຸ ເລົ່າວ່າ: ມີຊາຍຄົນໜຶ່ງໄດ້ມາຫາ ທ່ານຣໍສູລຸລລໍຫ໌ ﷺ ແລ້ວກ່າວວ່າ: ໂອ້ ທ່ານຣໍສູລຸລລໍຫ໌! ໃຜຄືຜູ້ທີ່ສົມຄວນທີ່ສຸດ ທີ່ຈະໄດ້ຮັບການປະຕິບັດທີ່ດີຈາກຂ້ອຍ? ທ່ານນະບີ ຕອບວ່າ: « ແມ່ຂອງເຈົ້າ» ລາວໄດ້ຖາມເຕິມອີກວ່າ ແລ້ວແມ່ນໃຜອີກ? ທ່ານນະບີ ຕອບວ່າ: « ຕໍ່ມາກໍ່ເປັນແມ່ຂອງເຈົ້າ» ແລ້ວແມ່ນໃຜອີກ? ທ່ານນະບີ ຕອບວ່າ: « ຕໍ່ມາກໍ່ເປັນແມ່ຂອງເຈົ້າ» ແລ້ວແມ່ນໃຜອີກ? ທ່ານນະບີ ຕອບວ່າ: « ຕໍ່ມາກໍ່ເປັນພໍ່ຂອງເຈົ້າ» ຊໍເຮັຍຫ໌ ມຸສລິມ
ແລະ ຄຳສັ່ງໃຫ້ເຮັດຄວາມດີຕໍ່ພໍ່ແມ່ນີ້ ບໍ່ວ່າທ່ານທັງສອງຈະເປັນມຸສລິມ ຫຼື ບໍ່ແມ່ນມຸສລິມກໍ່ຕາມ ລາຍງານຈາກ ອັສມາ ບິນຕຸ ອະບີ ບັກກັຣ ໄດ້ກ່າວວ່າ: (ແມ່ຂອງຂ້ອຍໄດ້ມາຫາ ໃນຂະນະທີ່ນາງເປັນຜູ້ຕັ້ງພາຄີ ໃນຊ່ວງເວລາແຫ່ງສົນທິສັນຍາຂອງຊາວກຸເຣຊ ແລະ ໄລຍະເວລາຂອງພວກເຂົາ ຕອນທີ່ພວກເຂົາໄດ້ເຮັດສັນຍາກັບທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ພ້ອມກັບລູກຊາຍຂອງນາງ, ຂ້ອຍຈຶ່ງໄດ້ສອບຖາມທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ແລະ ໄດ້ກ່າວວ່າ: "ແທ້ຈິງແລ້ວ ແມ່ຂອງຂ້ອຍໄດ້ມາຫາ ແລະ ນາງມີຄວາມຈຳເປັນ, ຂ້ອຍຄວນຈະສານສຳພັນກັບນາງຫຼືບໍ່?" ທ່ານໄດ້ກ່າວວ່າ: «ແມ່ນແລ້ວ, ຈົ່ງສານສຳພັນກັບແມ່ຂອງເຈົ້າເຖີດ») ບັນທຶກໂດຍ ອິມ່າມບຸກຄໍຣີ, ແຕ່ເຖິງແມ່ນວ່າພໍ່ແມ່ຈະພະຍາຍາມຢ່າງໜັກເພື່ອໃຫ້ລູກປ່ຽນຈາກອິດສະລາມໄປສູ່ການປະຕິເສດສັດທາ, ອິດສະລາມກໍ່ແນະນຳໃຫ້ລາວ - ໃນກໍລະນີດັງກ່າວ - ບໍ່ໃຫ້ເຊື່ອຟັງທ່ານທັ້ງສອງ ແລະ ໃຫ້ຢັງຄົງສັດທາຕໍ່ອັລລໍຫ໌, ແຕ່ຍັງໃຫ້ເຮັດດີຕໍ່ທ່ານທັ້ງສອງ ແລະ ປະຕິບັດຕໍ່ທ່ານທັ້ງສອງໃນເລື່ອງທີ່ດີງາມ, ດັ່ງທີ່ອັລລໍຫ໌ ຕະອາລາ ໄດ້ຕຣັດວ່າ: ( ແລະ ຖ້າຫາກທ່ານທັງສອງພະຍາຍາມບັງຄັບເຈົ້າ ເພື່ອໃຫ້ເຈົ້າຕັ້ງພາກີຕໍ່ຂ້າ ໃນສິ່ງທີ່ເຈົ້າບໍ່ມີຄວາມຮູ້ ກໍຈົ່ງຢ່າເຊື່ອຟັງທ່ານທັ້ງສອງ ແລະ ຈົ່ງຢູ່ຮ່ວມກັບທ່ານທັ້ງສອງໃນໂລກນີ້ດ້ວຍຄວາມດີງາມ ແລະ ຈົ່ງປະຕິບັດຕາມແນວທາງຂອງຜູ້ທີ່ກັບຕົວມາຫາຂ້າ ແລ້ວບ່ອນກັບຄືນຂອງພວກເຈົ້າຄືມາຫາຂ້າ ດັ່ງນັ້ນ ຂ້າຈະແຈ້ງໃຫ້ພວກເຈົ້າຊາບເຖິງສິ່ງທີ່ພວກເຈົ້າເຄີຍປະຕິບັດມາ ) [ສູເຣາະຫ໌ ລຸກມານ:15].
ແລະ ອິດສະລາມບໍ່ໄດ້ຫ້າມມຸສລິມໃນການເຮັດຄວາມດີຕໍ່ຍາດພີ່ນ້ອງທີ່ເປັນຜູ້ຕັ້ງພາຄີ ຫຼື ຜູ້ທີ່ບໍ່ແມ່ນຍາດພີ່ນ້ອງ ຖ້າຫາກພວກເຂົາບໍ່ໄດ້ເຮັດສົງຄາມ ເຮັດຮ້າຍບໍ່ດີກັບເຮົາ, ອັລລໍຮ໌ ຕະອາລາ ໄດ້ຕຣັດວ່າ: (ອັລລໍຫ໌ ບໍ່ຊົງຫ້າມພວກເຈົ້າ ກ່ຽວກັບບັນດາຜູ້ທີ່ບໍ່ໄດ້ຕໍ່ສູ້ກັບພວກເຈົ້າໃນເລື່ອງສາສະໜາ ແລະ ບໍ່ໄດ້ຂັບໄລ່ພວກເຈົ້າອອກຈາກບ້ານເຮືອນຂອງພວກເຈົ້າ ໃນການທີ່ພວກເຈົ້າຈະເຮັດດີ ແລະ ໃຫ້ຄວາມຍຸຕິທຳແກ່ພວກເຂົາ ແທ້ຈິງອັລລໍຫ໌ ຊົງຮັກບັນດາຜູ້ທີ່ມີຄວາມຍຸຕິທຳ) [ສູເຣາະຫ໌ ອັລ-ມຸມຕະຮິນະຫ໌ : 8].
ແລະ ອິດສະລາມຮຽກຮ້ອງໃຫ້ເມດຕາຕໍ່ລູກຫຼານ ແລະ ສິ່ງທີ່ຍິ່ງໃຫຍ່ທີ່ສຸດທີ່ອິດສະລາມຮຽກຮ້ອງໃຫ້ພໍ່ແມ່ປະຕິບັດ ຄືການອົບຮົມ ແລະ ໃຫ້ຄຳສັ່ງສອນແກ່ລູກຫຼານກ່ຽວກັບສິດທິຂອງພຣະຜູ້ເປັນເຈົ້າ (ອັລລໍຮ໌) ທີ່ມີຕໍ່ພວກເຂົາ ດັ່ງທີ່ທ່ານນະບີ ຊັລລັລລໍຮຸ ອະລັຍຮິ ວະຊັລລັມ ໄດ້ກ່າວແກ່ລູກຂອງນາບ່າວຂອງທ່ານ ຄື ອັບດຸລລໍຮ໌ ບິນ ອັບບາສ ຂໍອັລລໍຮ໌ຊົງພໍພຣະໄທຕໍ່ທ່ານທັ້ງສອງວ່າ: «ໂອ້ເດັກນ້ອຍ ຫຼື ໂອ້ບັກລາເອີຍ ໃຫ້ຂ້ອຍສອນບາງຄຳເວົ້າໃຫ້ແກ່ເຈົ້າ ເຊິ່ງອັລລໍຫ໌ຈະຊົງໃຫ້ປະໂຫຍດແກ່ເຈົ້າດ້ວຍມັນດີບໍ່? ຂ້ອຍຈຶ່ງຕອບວ່າ: ແນ່ນອນ. ທ່ານຈຶ່ງກ່າວວ່າ: "ເຈົ້າຈົ່ງພິທັກຮັກສາອັລລໍຫ໌ ແລ້ວອັລລໍຫ໌ຈະພິທັກຮັກສາເຈົ້າ ເຈົ້າຈົ່ງພິທັກອັລລໍຫ໌ ແລ້ວເຈົ້າຈະພົບພຣະອົງຢູ່ເບື້ອງໜ້າ ເຈົ້າຈົ່ງເຮັດຄວາມຮູ້ຈັກຕໍ່ພຣະອົງໃນຍາມສຸກສະບາຍ ແລ້ວພຣະອົງຈະຊົງຮູ້ຈັກເຈົ້າໃນຍາມທຸກຍາກ ແລະ ເມື່ອເຈົ້າຈະວິງວອນຂໍ ກໍ່ຈົ່ງວິງວອນຂໍຕໍ່ອັລລໍຫ໌ ແລະ ເມື່ອເຈົ້າຈະຂໍຄວາມຊ່ວຍເຫຼືອ ກໍ່ຈົ່ງຂໍຄວາມຊ່ວຍເຫຼືອຈາກອັລລໍຫ໌» ບັນທຶກໂດຍ ອະຫ໌ມັດ 4/287.
ແລະ ພຣະອົງອັລລໍຫ໌ໄດ້ບັນຊາໃຫ້ພໍ່ແມ່ສັ່ງສອນອົບຮົມລູກຫຼານ ໃນສິ່ງທີ່ເປັນປະໂຫຍດແກ່ພວກເຂົາໃນເລື່ອງຂອງສາສະໜາ ແລະ ເລື່ອງທາງໂລກ ດັ່ງທີ່ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ໂອ້ ບັນດາຜູ້ສັດທາທັ້ງຫຼາຍ ຈົ່ງປົກປ້ອງຕົນເອງ ແລະ ຄອບຄົວຂອງທ່ານຈາກໄຟນະລົກ ເພາະເຊື້ອເພິງຂອງມັນແມ່ນມະນຸດ ແລະ ກ້ອນຫີນ, ມີມະລາກະຫ໌ທີ່ເຂັ້ມແຂງທີ່ຄອຍເຝົ້າຮັກສາມັນຢູ່ ພວກເຂົາຈະບໍ່ຝ່າຝືນອັລລໍຫ໌ໃນສິ່ງທີ່ພຣະອົງໄດ້ຊົງບັນຊາແກ່ພວກເຂົາ ແລະ ພວກເຂົາຈະປະຕິບັດຕາມທີ່ຖືກບັນຊາ) [ສຸເຣາະຫ໌ ອັດ-ຕະຫ໌ຣີມ : 6] ແລະ ຈາກລາຍງານຂອງທ່ານອາລີ ຣໍດິຍັລລໍຮຸ ອັນຮຸ ກ່ຽວກັບພຣະດຳລັດຂອງພຣະອົງທີ່ວ່າ: (ຈົ່ງປົກປ້ອງຕົນເອງ ແລະ ຄອບຄົວຂອງທ່ານຈາກໄຟນະລົກ) ເພິ່ນກ່າວວ່າ: "ຈົ່ງອົບຮົມພວກເຂົາ, ຈົ່ງສອນພວກເຂົາ." ແລະ ທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ສັ່ງໃຫ້ຜູ້ເປັນພໍ່ ຫັດສອນການລະຫມາດແກ່ລູກຂອງຕົນ; ເພື່ອໃຫ້ລາວໄດ້ຮັບການອົບຮົມໃນການປະຕິບັດດັ່ງກ່າວ, ເຊິ່ງທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວວ່າ: ຄວາມວ່າ: "ທ່ານທັ້ງຫຼາຍຈົ່ງສັ່ງໃຫ້ລູກໆ ຂອງພວກທ່ານເຮັດລະຫມາດ ເມື່ອພວກເຂົາອາຍຸເຈັດປີ" ບັນທຶກໂດຍອະບູດາວູດ, ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ຢັງໄດ້ກ່າວໄວ້ວ່າ: “ທຸກຄົນໃນຫມູ່ພວກທ່ານເປັນຜູ້ຮັບຜິດຊອບ ແລະ ທຸກຄົນໃນຫມູ່ພວກທ່ານຈະຖືກສອບຖາມເຖິງຄວາມຮັບຜິດຊອບຂອງຕົນ; ຜູ້ນຳເປັນຜູ້ຮັບຜິດຊອບ ແລະ ຈະຖືກສອບຖາມເຖິງຄວາມຮັບຜິດຊອບຂອງຕົນ, ແລະ ຜູ້ຊາຍເປັນຜູ້ຮັບຜິດຊອບຕໍ່ຄອບຄົວຂອງລາວ ແລະ ລາວຈະຖືກສອບຖາມເຖິງຄວາມຮັບຜິດຊອບນັ້ນ, ແລະ ຜູ້ຍິງເປັນຜູ້ເບິ່ງແຍງໃນເຮືອນຂອງສາມີຂອງນາງ ແລະ ນາງກໍຕ້ອງຮັບຜິດຊອບຕໍ່ສິ່ງທີ່ຢູ່ພາຍໃຕ້ການເບິ່ງແຍງຂອງນາງ, ແລະ ຄົນຮັບໃຊ້ເປັນຜູ້ເບິ່ງແຍງໃນຊັບສິນຂອງນາຍຂອງຕົນ ແລະ ຈະຕ້ອງຮັບຜິດຊອບຕໍ່ສິ່ງທີ່ຢູ່ພາຍໃຕ້ການເບິ່ງແຍງຂອງຕົນ, ແລະ ທຸກຄົນໃນຫມູ່ພວກທ່ານເປັນຜູ້ຮັບຜິດຊອບ ແລະ ຈະຖືກສອບຖາມເຖິງຄວາມຮັບຜິດຊອບຂອງຕົນ” ບັນທຶກໂດຍ ທ່ານອິບນຸ ຮິບບານ 4490.
ແລະ ອິດສະລາມຮຽກຮ້ອງໃຫ້ຜູ້ເປັນພໍ່ຮັບຜິດຊອບຄ່າໃຊ້ຈ່າຍໃຫ້ແກ່ບັນດາລູກ ແລະ ຄົນໃນຄອບຄົວຂອງເຂົາ, ເຊິ່ງບາງສ່ວນຂອງເລື່ອງນີ້ໄດ້ຖືກກ່າວເຖິງໄວ້ແລ້ວໃນຂໍ້ທີ (18), ແລະ ທ່ານນະບີ (ຊ.ລ) ໄດ້ຊີ້ແຈງເຖິງຄວາມປະເສີດຂອງການຮັບຜິດຊອບຄ່າໃຊ້ຈ່າຍໃຫ້ແກ່ບັນດາລູກ ໂດຍທ່ານກ່າວວ່າ: «ເງິນດີນາຣ ທີ່ປະເສີດທີ່ສຸດທີ່ບຸກຄົນໜຶ່ງໄດ້ໃຊ້ຈ່າຍໄປ ກໍຄື: ເງິນດີນາຣທີ່ລາວໃຊ້ຈ່າຍໃຫ້ແກ່ຄອບຄົວຂອງລາວ, ເງິນດີນາຣທີ່ລາວໃຊ້ຈ່າຍໃຫ້ແກ່ສັດພາຫະນະຂອງລາວໃນຫົນທາງຂອງອັລລໍຫ໌ ແລະ ເງິນດີນາຣທີ່ລາວໃຊ້ຈ່າຍໃຫ້ແກ່ໝູ່ເພື່ອນຂອງລາວໃນຫົນທາງຂອງອັລລໍຫ໌». ທ່ານ ອະບູ ກິລາບະຫ໌ ໄດ້ກ່າວວ່າ: "ແລະ ເພິ່ນໄດ້ເລີ່ມຕົ້ນດ້ວຍຄອບຄົວກ່ອນ" ແລ້ວທ່ານ ອະບູ ກິລາບະຫ໌ ໄດ້ກ່າວອີກວ່າ: "ແລະ ຈະມີບຸກຄົນໃດເລົ່າທີ່ຈະໄດ້ຮັບຜົນບຸນທີ່ຍິ່ງໃຫຍ່ໄປກວ່າ ຜູ້ທີ່ໄດ້ໃຊ້ຈ່າຍໃຫ້ແກ່ບັນດາລູກໆ ທີ່ຍັງນ້ອຍ ເພື່ອປົກປັກຮັກສາພວກເຂົາ ຫຼື ເພື່ອໃຫ້ອັລລໍຫ໌ຊົງປະທານປະໂຫຍດແກ່ພວກເຂົາໂດຍຜ່ານລາວ ແລະ ເຮັດໃຫ້ພວກເຂົາບໍ່ຂາດເຂີນ" ບັນທຶກໂດຍອິມາມບຸຄໍຣີ 994.
30- ອິດສະລາມສັ່ງໃຊ້ໃຫ້ມີຄວາມຍຸດຕິທຳໃນຄຳເວົ້າ ແລະ ການກະທຳ ເຖິງແມ່ນວ່າຈະເປັນສັດຕູກໍ່ຕາມ
ອັລລໍຫ໌ ຕະອາລາ ຊົງມີຄຸນລັກສະນະແຫ່ງຄວາມຍຸຕິທຳ ແລະ ຄວາມທ່ຽງທຳ ໃນການກະທຳຂອງພຣະອົງ ແລະ ການບໍລິຫານກິດຈະການໃນລະຫວ່າງປວງບ່າວຂອງພຣະອົງ ແລະ ພຣະອົງຊົງຢູ່ເທິງແນວທາງທີ່ທ່ຽງກົງ ໃນສິ່ງທີ່ພຣະອົງຊົງສັ່ງໃຊ້ ແລະ ຊົງຫ້າມ ແລະ ໃນສິ່ງທີ່ພຣະອົງຊົງສ້າງ ແລະ ຊົງກຳໜົດ ອັລລໍຫ໌ຊົງຕຣັສວ່າ: (ອັລລໍຫ໌ຊົງຢືນຍັນວ່າ ແທ້ຈິງບໍ່ມີຜູ້ທີ່ຄວນໄດ້ຮັບການເຄົາລົບບູຊາໃດໆ ນອກຈາກພຣະອົງເທົ່ານັ້ນ ແລະ ເທວະທູດ ມາລາອີກະຮ໌ ແລະ ບັນດາຜູ້ມີຄວາມຮູ້ໃນຖານະດຳລົງໄວເຊິ່ງຄວາມຍຸດຕິທຳນັ້ນ ກໍ່ຢືນຍັ້ນວ່າບໍ່ມີຜູ້ທີ່ຄວນໄດ້ຮັບການເຄົາລົບບູຊາໃດໆ ນອກຈາກອັລລໍຫ໌ຜູ້ຊົງເດສານຸພາບ ຜູ້ປຣີຊາຍານ) [ຊູເຣາະຫ໌ ອະລາ ອິມຣອນ: 18]. ແລະ ອັລລໍຫ໌ ໄດ້ສັ່ງໃຊ້ໃຫ້ມີຄວາມຍຸດຕິທຳ ດັງທີ່ ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ຈົ່ງກ່າວເຖິດວ່າ ພຣະເຈົ້າຂອງຂ້ອຍໄດ້ຊົງສັ່ງໃຊ້ໃຫ້ມີຄວາມຍຸຕິທັມ) [ຊູເຣາະຫ໌ ອັລ-ອະຣໍຟ : 29]. ແລະ ບັນດາຣໍຊູລ ແລະ ນະບີທັງໝົດ (ຂໍຄວາມສັນຕິຈົ່ງມີແດ່ພວກທ່ານ) ລ້ວນແຕ່ໄດ້ນຳເອົາຄວາມຍຸຕິທຳມາ, ພຣະອົງອັລລໍຫ໌ຜູ້ຊົງສູງສົງໄດ້ຕຣັດວ່າ: (ໂດຍແນ່ນອນ ເຮົາໄດ້ສົ່ງບັນດາຣໍຊູລຂອງເຮົາພ້ອມດ້ວຍຫລັກຖານທັ້ງຫລາຍອັນຊັດແຈ້ງ ແລະ ເຮົາໄດ້ປະທານລົງມາພ້ອມກັບພວກເຂົາເຊິ່ງຄຳພີ ແລະ ເຄື່ອງໝາຍ ເພື່ອມະນຸດຈະໄດ້ດຳລົງຢູ່ບົນຄວາມທຽງທຳ) [ຊູເຣາະຫ໌ ອັລ-ຮາດີດ : 25]. ແລະ ຕາຊັ່ງແມ່ນຄວາມຍຸຕິທຳ ທັ້ງຄຳເວົ້າ ແລະ ການກະທຳ.
ແລະ ອິດສະລາມສັ່ງໃຊ້ໃຫ້ມີຄວາມຍຸດຕິທຳໃນຄຳເວົ້າ ແລະ ການກະທຳ ເຖິງແມ່ນວ່າຈະເປັນສັດຕູກໍ່ຕາມ ພຣະອົງອັລລໍຫ໌ກ່າວວ່າ: ( ໂອ້ ບັນດາຜູ້ສັດທາທັງຫຼາຍ ຈົ່ງເປັນຜູ້ທີ່ດຳລົງໄວ້ເຊິ່ງຄວາມຍຸຕິທຳ ຈົ່ງເປັນພະຍານເພື່ອອັລລໍຫ໌ ເຖິງແມ່ນວ່າຈະເປັນຜົນຮ້າຍຕໍ່ຕົວຂອງພວກເຈົ້າເອງ ຫຼື ຜູ້ບັງເກີດທັ້ງສອງ ແລະ ຍາດໃກ້ຊິດກໍຕາມ ບໍ່ວ່າເຂົາຈະຮັ່ງມີ ຫຼື ທຸກຍາກ ອັລລໍຫ໌ກໍຊົງສົມຄວນຍິ່ງກວ່າສຳລັບເຂົາທັງສອງ ດັ່ງນັ້ນ ພວກເຈົ້າຈົ່ງຢ່າປະຕິບັດຕາມຄວາມໄຝ່ຕໍ່າໃນການທີ່ພວກເຈົ້າຈະມີຄວາມຍຸຕິທຳ ແລະ ຖ້າຫາກພວກເຈົ້າບິດເບືອນ ຫຼື ຫຼີກລ່ຽງ ແທ້ຈິງອັລລໍຫ໌ນັ້ນຊົງຮອບຮູ້ຍິ່ງໃນສິ່ງທີ່ພວກເຈົ້າກະທຳ ) [ສູເຣາະຫ໌ ອັນນິສາ: 135]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: ( ແລະ ຢ່າໃຫ້ຄວາມກຽດຊັງຊົນກຸ່ມໜຶ່ງ ທີ່ພວກເຂົາກີດກັນພວກເຈົ້າຈາກອັລມັສຍິດອັລຫະຣອມ ເປັນເຫດໃຫ້ພວກເຈົ້າລ່ວງລະເມີດ ແລະ ພວກເຈົ້າຈົ່ງຊ່ວຍເຫຼືອກັນໃນສິ່ງທີ່ເປັນຄຸນນະທັມ ແລະ ຄວາມຍຳເກຼຣງ, ແລະ ຈົ່ງຢ່າຊ່ວຍກັນໃນສິ່ງທີ່ເປັນບາບ ແລະ ເປັນສັດຕູກັນ ແລະ ຈົ່ງຢ້ານກົວອັລລໍຫ໌ເຖິດ ແທ້ຈິງ ອັລລໍຫ໌ນັ້ນເປັນຜູ້ຊົງຮຸນແຮງໃນການລົງໂທດ) [ຊູເຣາະຫ໌ ອັລ-ມາອີດະຫ໌ : 2]. ແລະ ພຣະອົງອັລລໍຫ໌ ໄດ້ກ່າວຕຶ່ມອີກວ່າ: ( ໂອ້ ບັນດາຜູ້ສັດທາທັງຫຼາຍ ຈົ່ງເປັນຜູ້ຢືນຢັດເພື່ອອັລລໍຫ໌ ເປັນພະຍານດ້ວຍຄວາມຍຸຕິທຳ ແລະ ຢ່າໃຫ້ຄວາມກຽດຊັງຂອງຊົນກຸ່ມໜຶ່ງ ເຮັດໃຫ້ພວກເຈົ້າບໍ່ມີຄວາມຍຸຕິທຳ, ຈົ່ງຍຸຕິທຳເຖີດ! ມັນເປັນສິ່ງທີ່ໃກ້ຊິດຕໍ່ຄວາມຢຳເກງຍິ່ງກວ່າ ) [ຊູເຣາະຫ໌ ອັລ-ມາອີດະຫ໌ : 8]. ທ່ານຈະພົບເຫັນໃນກົດໝາຍຂອງບັນດາປະຊາຊາດໃນປັດຈຸບັນ ຫຼື ໃນສາສະໜາຂອງຜູ້ຄົນບໍ ທີ່ມີການສັ່ງໃຊ້ເຊັ່ນນີ້ ໃຫ້ເປັນພະຍານດ້ວຍຄວາມຈິງ ແລະ ການເວົ້າສັດຈະທັມ ເຖິງແມ່ນວ່າຈະຂັດກັບຕົນເອງ, ພໍ່ແມ່ ແລະ ຍາດພີ່ນ້ອງກໍ່ຕາມ ລວມທັງການສັ່ງໃຊ້ໃຫ້ມີຄວາມຍຸດຕິທຳກັບສັດຕູ ແລະ ມິດສະຫາຍ?
ແລະ ທ່ານນະບີ (ຊລ.) ໄດ້ສັ່ງໃຊ້ໃຫ້ມີຄວາມຍຸດຕິທໍາລະຫວ່າງລູກໆ ລາຍງານຈາກ ອາມິຣ ກ່າວວ່າ: ຂ້ອຍໄດ້ຍິນ ອັນ-ນັວະມານ ບິນ ບະຊີຣ ຣໍດິຍັລລໍຮຸ ອັນຮຸມາ ກ່າວໃນຂະນະທີ່ທ່ານຢູ່ເທິງມິນບັຣວ່າ: ພໍ່ຂອງຂ້ອຍໄດ້ໃຫ້ຊັບສິນບາງຢ່າງແກ່ຂ້ອຍ, ແລ້ວ ອຳເຣາະຫ໌ ບິນຕິ ຣໍວາຫະຫ໌ ໄດ້ກ່າວວ່າ: "ຂ້ອຍຈະບໍ່ຍອມຈົນກວ່າເຈົ້າຈະໃຫ້ທ່ານນະບີ (ຊລ.) ມາເປັນພະຍານ." ແລ້ວພໍ່ກໍ່ມາພົບທ່ານນະບີ (ຊລ.) ແລ້ວກ່າວວ່າ: "ແທ້ຈິງແລ້ວຂ້ອຍໄດ້ໃຫ້ຊັບສິນບາງຢ່າງແກ່ລູກຊາຍຂອງຂ້ອຍທີ່ເກີດຈາກ ອຳເຣາະຫ໌ ບິນຕິ ຣໍວາຫະຫ໌, ແລ້ວນາງໄດ້ບອກໃຫ້ຂ້ອຍມາໃຫ້ທ່ານເປັນພະຍານ ໂອ້ ທ່ານຣໍຊູນລຸລລໍຫ໌." ທ່ານນະບີຈຶ່ງຖາມວ່າ “ເຈົ້າໄດ້ໃຫ້ແບບນີ້ແກ່ລູກທຸກຄົນບໍ?” ພໍ່ຂອງຂ້ອຍຕອບວ່າ “ບໍ່” ທ່ານຈຶ່ງກ່າວວ່າ “ພວກທ່ານຈົ່ງຢຳເກຣງຕໍ່ອັລລໍຫ໌ ແລະ ຈົ່ງໃຫ້ມີຄວາມຍຸດຕິທໍາລະຫວ່າງລູກຂອງພວກທ່ານ” ທ່ານ ອັນ-ນົວະມານ ກ່າວວ່າ: ແລ້ວພໍ່ກໍ່ໄດ້ກັບໄປ ແລະ ເອົາຊັບສິນນັ້ນຄືນມາ. ບັນທຶກໂດຍອິມາມບຸຄໍຣີ 2587.
ທັງນີ້ກໍເພາະວ່າ ພາລະກິດຂອງຜູ້ຄົນ ແລະ ປະເທດຊາດຈະບໍ່ສາມາດດຳລົງຢູ່ໄດ້ ນອກຈາກດ້ວຍຄວາມຍຸຕິທຳ ແລະ ຜູ້ຄົນຈະບໍ່ມີຄວາມປອດໄພຕໍ່ສາສະໜາ, ຊີວິດ, ລູກຫຼານ, ກຽດສັກສີ, ຊັບສິນ ແລະ ປະເທດຊາດຂອງພວກເຂົາ ນອກຈາກດ້ວຍຄວາມຍຸຕິທຳ. ດ້ວຍເຫດນີ້ ເຮົາຈຶ່ງພົບວ່າ ເມື່ອພວກຕໍ່ຕ້ານຊາວມັກກະຮ໌ໄດ້ຄຸກຄາມບັນດາມຸສລິມໃນເມືອງມັກກະຮ໌ ທ່ານນາບີກໍໄດ້ບັນຊາໃຫ້ພວກເຂົາອົບພະຍົບໄປປະເທດເອທີໂອເປຍ; ໂດຍທ່ານໃຫ້ເຫດຜົນວ່າ : “ຢູ່ບ່ອນນັ້ນມີອົງກະສັດທີ່ທ່ຽງທັມ ບໍ່ມີໃຜຖືກບຽດບຽນຕໍ່ໜ້າທ່ານໄດ້ ” .
31- ອິດສະລາມສັ່ງໃຊ້ໃຫ້ມີຄວາມເມດຕາກະລຸນາ ຕໍ່ສິ່ງຖືກສ້າງທັ້ງໝົດ ແລະ ຮຽກຮ້ອງໃຫ້ມີສິນລະທໍາທີ່ສູງສົ່ງ ແລະ ການກະທໍາທີ່ດີ.
ອິດສະລາມສັ່ງໃຊ້ໃຫ້ມີຄວາມເມດຕາກະລຸນາ ຕໍ່ສິ່ງຖືກສ້າງທັ້ງໝົດ ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ຕຣັດວ່າ: (ແທ້ຈີ່ງອັລລໍຫ໌ຊົງສັ່ງໃຊ້ໃຫ້ຮັກສາຄວາມຍຸດຕິທຳ ແລະ ຄວາມດີ ແລະບໍລິຈາກແກ່ພີ່ນ້ອງໃກ້ຊິດ) [ຊູເຣາະຫ໌ ອັລ-ນະຫ໌ : 90]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ບັນດາຜູ້ທີ່ບໍລິຈາກໃນຍາມສຸກສະບາຍ ແລະ ຍາມເດືອດຮ້ອນ, ແລະ ບັນດາຜູ້ທີ່ລະງັບຄວາມໂກດຮ້າຍ ແລະ ຜູ້ທີ່ໃຫ້ອະໄພແກ່ຜູ້ຄົນ, ແລະ ອັລລໍຫ໌ຊົງມັກບັນດາຜູ້ເຮັດຄຸນງາມຄວາມດີ) [ສູເຣາະຫ໌ ອະລາອີມຣອນ: 134] ແລະ ທ່ານນະບີມຸຮຳມັດ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວວ່າ: « ແທ້ຈິງ ອັລລໍຫ໌ໄດ້ກຳໜົດຄວາມດີໄວ້ໃນທຸກສັບພະສິ່ງ, ດັ່ງນັ້ນ ເມື່ອພວກເຈົ້າຂ້າ ກໍຈົ່ງຂ້າດ້ວຍວິທີທີ່ດີ, ແລະ ເມື່ອພວກເຈົ້າເຊືອດສັດ ກໍຈົ່ງເຊືອດດ້ວຍວິທີທີ່ດີ, ແລະ ຈົ່ງໃຫ້ຄົນໜຶ່ງໃນບັນດາພວກເຈົ້າຝົນມີດຂອງຕົນໃຫ້ຄົມ, ແລະ ຈົ່ງໃຫ້ຄວາມສະບາຍແກ່ສັດທີ່ຈະຖືກເຊືອດຂອງຕົນ » ບັນທຶກໂດຍອິມາມບຸຄໍຣີ 1955.
ອິດສະລາມຮຽກຮ້ອງໃຫ້ມີສິນລະທໍາທີ່ສູງສົ່ງ ແລະ ການກະທໍາທີ່ດີ ພຣະເຈົ້າໄດ້ກ່າວເຖິງລັກສະນະຂອງທ່ານນາບີ ມຸຮັມມັດ ໃນບັນດາຄຳພີກ່ອນໜ້ານີ້ວ່າ : ( ບັນດາຜູ້ທີ່ປະຕິບັດຕາມຣໍຊູລ ຜູ້ເປັນນະບີທີ່ອ່ານຂຽນບໍ່ເປັນ ເຊິ່ງພວກເຂົາພົບວ່າທ່ານຖືກບັນທຶກໄວ້ຢູ່ທີ່ພວກເຂົາ ທັງໃນຄຳພີເຕົາຣອດ ແລະ ອິນຈີລ ໂດຍທີ່ທ່ານໃຊ້ພວກເຂົາໃຫ້ປະຕິບັດໃນສິ່ງທີ່ດີງາມ ແລະ ຫ້າມພວກເຂົາຈາກສິ່ງທີ່ຊົ່ວຮ້າຍ ແລະ ອະນຸມັດສິ່ງທີ່ດີງາມທັງຫຼາຍໃຫ້ແກ່ພວກເຂົາ ແລະ ຫ້າມສິ່ງທີ່ສົກກະປົກຊົ່ວຮ້າຍແກ່ພວກເຂົາ ແລະ ປົດເປື້ອງພາລະໜັກຂອງພວກເຂົາ ແລະ ໂສ້ຕວນທີ່ເຄີຍມີຢູ່ເທິງພວກເຂົາອອກຈາກພວກເຂົາ. ດັ່ງນັ້ນ, ບັນດາຜູ້ສັດທາຕໍ່ທ່ານ, ໃຫ້ກຽດທ່ານ, ຊ່ວຍເຫຼືອທ່ານ ແລະ ປະຕິບັດຕາມແສງສະຫວ່າງທີ່ຖືກປະທານລົງມາພ້ອມກັບທ່ານ ຊົນເຫຼົ່ານັ້ນແຫຼະຄືບັນດາຜູ້ທີ່ໄດ້ຮັບຄວາມສຳເລັດ ) [ຊູເຣາະຫ໌ ອັລ-ອະຣໍຟ : 157]. ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: « ໂອ້ ອາອີຊະຫ໌, ແທ້ຈິງ ອັລລໍຫ໌ຜູ້ຊົງອ່ອນໂຍນ ແລະ ຊົງຮັກຄວາມອ່ອນໂຍນ, ແລະ ພຣະອົງຊົງປະທານໃຫ້ແກ່ຄວາມອ່ອນໂຍນ ໃນສິ່ງທີ່ພຣະອົງບໍ່ໄດ້ປະທານໃຫ້ແກ່ຄວາມຮຸນແຮງ ແລະ ບໍ່ໄດ້ປະທານໃຫ້ແກ່ສິ່ງອື່ນໃດນອກຈາກມັນ » ບັນທຶກໂດຍອິມາມມຸສລິມ 2593 . ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: "ແທ້ຈີ່ງອັລລໍຫ໌ຊົງຫ້າມພວກເຈົ້າ: ການເນລະຄຸນແມ່, ການຝັງເດັກຍິງທັງເປັນ, ການບໍ່ຍອມໃຫ້ ແລະ ການຮຽກຮ້ອງຂໍ, ແລະ ຊົງລັງກຽດສຳລັບພວກເຈົ້າ: ການເວົ້າຕໍ່ໆ ກັນໄປມາ, ການຖາມຫຼາຍເກີນໄປ ແລະ ການທຳລາຍຊັບສິນ" ບັນທຶກໂດຍອິມາມບຸຄໍຣີ 2408. ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: «ພວກທ່ານຈະບໍ່ສາມາດເຂົ້າສວນສະຫວັນໄດ້ ຈົນກວ່າພວກທ່ານຈະສັດທາ, ແລະ ພວກທ່ານຈະບໍ່ມີອີມານສັດທາຢ່າງແທ້ຈິງ ຈົນກວ່າພວກທ່ານຈະຮັກແພງກັນ ເອົາບໍ່? ຂ້ອຍຈະແນະນຳຫຍັງໃຫ້ພວກທ່ານ ເມື່ອພວກທ່ານປະຕິບັດແລ້ວ ມັນຈະເຮັດໃຫ້ພວກທ່ານຮັກແພງເຊິ່ງກັນໃນໝູ່ຂອງພວກທ່ານ ນັ່ນກໍ່ຄື: ຈົ່ງໂປຍ ສະລາມ ໃຫ້ແກ່ກັນໃນລະຫວ່າງພວກທ່ານ.» ຊໍເຮັຍມຸສລິມ 54.
32- ສາສະໜາອິດສະລາມ ໄດ້ກຳໜົດໃຫ້ມີສິນລະທຳອັນສົມຄວນແກ່ການຢົກຍ່ອງເຊັ່ນ: ຄວາມສັດຊື່ ການປະຕິບັດຕາມຄວາມໄວ້ເນື້ອເຊື່ອໃຈ ຄວາມບໍລິສຸດທາງພົມມະຈັນ ຄວາມສຸພາບອ່ອນໂຍນ ຄວາມກ້າຫານ ຄວາມເອື້ອເຟື້ອເພື່ອແຜ່ ຄວາມເອື້ອອາທອນ ຊ່ວຍເຫຼືອຄົນທຸກຍາກ ບັນເທົາທຸກແກ່ຄົນຂັດສົນ ລ້ຽງອາຫານແກ່ຜູ້ອຶດຫິວ ເປັນເພື່ອນບ້ານທີ່ດີ ຮັກສາສາຍສຳພັນທາງຍາດຕິພີ່ນ້ອງ ມີຄວາມເມດຕາສົງສານຕໍ່ສັດ
ສາສະໜາອິດສະລາມ ໄດ້ກຳໜົດໃຫ້ມີສິນລະທຳອັນສົມຄວນແກ່ການຢົກຍ່ອງ ທ່ານສາດສະດາ ກ່າວໄວ້ວ່າ : (ແທ້ຈິງຂ້ອຍຖືກສົ່ງມາເພື່ອມີຈະລິຍະທຳ ມາລະຍາດທີ່ດີ) ບັນທຶກໃນຊໍຮິຫ໌ ອັລ-ອາດັບ ອັລ-ມຸຟຣອດ 207, ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: (ແທ້ຈິງ ຜູ້ທີ່ເຮົາຮັກຫຼາຍທີ່ສຸດໃນໝູ່ພວກເຈົ້າ, ແລະ ຜູ້ທີ່ມີບ່ອນນັ່ງໃກ້ຊິດກັບເຮົາຫຼາຍທີ່ສຸດໃນວັນກີຍາມະຫ໌ ຄືຜູ້ທີ່ມີອຸປະນິໄສມາລະຍາດທີ່ດີສຸດໃນໝູ່ພວກເຈົ້າ, ແລະ ແທ້ຈິງ ຜູ້ທີ່ເຮົາຊັງຫຼາຍທີ່ສຸດໃນໝູ່ພວກເຈົ້າ ແລະ ຜູ້ທີ່ມີບ່ອນນັ່ງຢູ່ຫ່າງໄກຈາກເຮົາຫຼາຍທີ່ສຸດໃນວັນກີຍາມະຫ໌ ຄືບັນດາຜູ້ທີ່ເວົ້າຫຼາຍ, ບັນດາຜູ້ທີ່ເວົ້າຈາໂອ້ອວດ, ແລະ ບັນດາຜູ້ເສແສ້ງຕໍແລ, ພວກເຂົາກ່າວວ່າ: ພວກເຮົາຮູ້ຈັກ ບັນດາຜູ້ທີ່ເວົ້າຫຼາຍ ແລະ ບັນດາຜູ້ທີ່ເວົ້າຈາໂອ້ອວດ, ແລ້ວ ບັນດາຜູ້ເສແສ້ງຕໍແຫລ ແມ່ນໃຜ? ເພິ່ນກ່າວວ່າ: ຄືບັນດາຜູ້ທີ່ຍິ່ງຈອງຫອງ) ອັສ-ຊິລຊິລະຫ໌ ອັສ-ຊໍຮີຮະຫ໌ 791. ແລະ ຈາກທ່ານ ອັບດຸລລໍຮ໌ ບິນ ອຳຣຸ (ຂໍອັລລໍຮ໌ຊົງພໍພຣະໄທຕໍ່ທັງສອງ) ກ່າວວ່າ: " ທ່ານນະບີ (ຊໍລລັລລໍຮຸ ອະໄລຮິ ວະສັລລຳ) ບໍ່ເຄີຍເປັນຜູ້ທີ່ເວົ້າຈາຫຍາບຄາຍ ແລະ ບໍ່ໃຊ້ຄຳເວົ້າທີ່ບໍ່ມ່ວນ " ແລະ ທ່ານເຄີຍກ່າວວ່າ: (ແທ້ຈິງແລ້ວ ຜູ້ທີ່ປະເສີດທີ່ສຸດໃນໝູ່ພວກທ່ານ ຄືຜູ້ທີ່ມີຈະລິຍະທຳທີ່ດີງາມທີ່ສຸດ) ບັນທຶກໂດຍ ອິມາມບຸຄໍຣີ 3559, ແລະ ຍັງມີບັນດາໂອງການ ແລະ ວັດຈະນະອື່ນໆ ອີກ ທີ່ຊີ້ໃຫ້ເຫັນວ່າ ສາສະໜາອິດສະລາມສົ່ງເສີມໃຫ້ມີສິນລະທໍາທີ່ສູງສົ່ງ ແລະ ການກະທໍາທີ່ດີ ໂດຍທົ່ວໄປ.
ແລະ ໜຶ່ງໃນສິ່ງທີ່ອິສລາມໄດ້ສັ່ງໃຊ້ຄື: ຄວາມສັດຊື່, ທ່ານຣໍຊູລລຸລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວວ່າ: (ພວກທ່ານຈົ່ງຍຶດໝັ້ນໃນຄວາມສັດຊື່; ເພາະແທ້ຈິງຄວາມສັດຊື່ຈະນຳໄປສູ່ຄວາມດີງາມ, ແລະ ແທ້ຈິງຄວາມດີງາມຈະນຳໄປສູ່ສວນສະຫວັນ, ແລະ ຊາຍຄົນໜຶ່ງຈະຍັງຄົງເວົ້າແຕ່ຄວາມຈິງ ແລະ ມຸ່ງໝັ້ນໃນຄວາມສັດຊື່ ຈົນກະທັ່ງລາວຖືກບັນທຶກ ນະ ທີ່ອັລລໍຫ໌ ວ່າເປັນຜູ້ສັດຈິງຢ່າງຍິ່ງຍອດ (ສິດດີກ໋ອນ) ບັນທຶກໂດຍ ອິມາມມຸສລິມ 2607.
ແລະ ໜຶ່ງໃນສິ່ງທີ່ອິດສະລາມໄດ້ບັນຊາໃຊ້ຄື: ການປະຕິບັດດ້ວຍຄວາມຊື່ສັດ (ຄວາມຮັບຜິດຊອບ) ອັລລໍຫ໌ ໄດ້ກ່າວວ່າ : ( ແທ້ຈິງ ອັລລໍຫ໌ ຊົງສັ່ງໃຊ້ພວກເຈົ້າໃຫ້ມອບບັນດາເຄື່ອງຝາກແກ່ເຈົ້າຂອງຂອງມັນ ) [ສູເຣາະຫ໌ ອັນນິສາ: 58].
ແລະ ໃນບັນດາສິ່ງທີ່ອິດສະລາມໄດ້ສັ່ງໃຊ້ຄື: ການຮັກສາຄວາມບໍລິສຸດ (ພົມມະຈັນ), ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: «ມີສາມຄົນ ທີ່ອັລລໍຫ໌ຊົງຮັບຮອງວ່າຈະໃຫ້ການຊ່ວຍເຫຼືອພວກເຂົາ: ແລະ ທ່ານໄດ້ກ່າວເຖິງໜຶ່ງໃນນັ້ນຄື: ຜູ້ທີ່ແຕ່ງງານ ໂດຍປາດຖະນາຈະຮັກສາຄວາມບໍລິສຸດ (ຮັກສາພົມມະຈັນໃຫ້ສາມີ)» ສຸນັນ ອັດຕິຣມີຊີ 1655. ແລະ ຈາກດຸອາຂອງທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ເຊິ່ງທ່ານເຄີຍກ່າວວ່າ: "«ອັລລໍຮຸມມະ ອິນນີ ອັສອະລຸກະ ອັລຮຸດາ ວັດຕຸກາ ວັລອະ ຟາຟະ ວັລກີນາ» (ໂອ້ອັລລໍຮ໌ ແທ້ຈິງແລ້ວ ຂ້ອຍຂໍວິງວອນຕໍ່ພຣະອົງ ໃຫ້ປະທານການຊີ້ນຳ, ຄວາມຢຳເກງ, ຄວາມບໍລິສຸດ ແລະ ຄວາມລ່ຳລວຍ)" ບັນທຶກໂດຍມຸສລິມ 2721.
ແລະ ໜຶ່ງໃນສິ່ງທີ່ສາສະໜາອິສລາມສອນກໍຄືຄວາມລະອາຍໃຈ ທ່ານຣໍຊຸລ ລຸລລໍຫ໌ ﷺ ໄດ້ກ່າວໄວ້ວ່າ: « ຄວາມລະອາຍຈະບໍ່ນຳມາເຊິ່ງສິ່ງໃດ ເວັ້ນເສຍແຕ່ຄວາມດີ » ບັນທຶກໂດຍ ອິມາມບຸຄໍຣີ 6117, ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: << ທຸກໆ ສາດສະໜາຍ່ອມມີຄຸນນະລັກສະນະ, ແລະ ຄຸນນະລັກສະນະຂອງອິດສະລາມນັ້ນຄື ຄວາມລະອາຍໃຈ>> ບັນທຶກໂດຍ ອັລໄບຮະກີ ໃນຊຸອັບ ອັລອີມານ 6/2619 .
ແລະ ໜຶ່ງໃນສິ່ງທີ່ອິດສະລາມໄດ້ສັ່ງໃຊ້ຄືຄວາມກ້າຫານ, ດັ່ງການລາຍງານຈາກທ່ານອະນັສ ຣໍດີຍັລລໍຮຸ ອັນຮຸ ກ່າວວ່າ: « ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ເປັນຜູ້ທີ່ດີງາມທີ່ສຸດ, ກ້າຫານທີ່ສຸດ ແລະ ໃຈບຸນສຸນທານທີ່ສຸດໃນບັນດາຜູ້ຄົນ, ແລະ ມີຢູ່ຄັ້ງໜຶ່ງທີ່ຊາວເມືອງມະດີນະຫ໌ ເກີດຄວາມຕື່ນຕົກໃຈ, ທ່ານນະບີ ﷺ ກໍໄດ້ຂີ່ມ້າອອກໄປລ່ວງໜ້າພວກເຂົາແລ້ວ » ບັນທຶກໂດຍ ອິມາມບຸຄໍຣີ 2820. ທ່ານຣໍຊຸລ ລຸລລໍຫ໌ ﷺ ໄດ້ຂໍຄວາມຄຸມຄອງຈາກອັລລໍຫ໌ໃຫ້ຮອດພົ້ນຈາກຄວາມຂີ້ຢ້ານ/ຂີ້ຂາດ ເປັນປະຈຳ ໂດຍທ່ານໄດ້ກ່າວວ່າ: ຄຳອ່ານ: «ອັລລໍຮຸມມະ ອິນນີ ອະອຸຊຸ ບິກະ ມິນັລຈຸບນີ» ຄວາມໝາຍ: “ໂອ້ອັລລໍຫ໌ ແທ້ຂ້ອຍຂໍຄວາມຄຸ້ມຄອງຈາກພຣະອົງໃຫ້ຮອດພົ້ນຈາກຄວາມຂີ້ຢ້ານ/ຂີ້ຂາດ” ບັນທຶກໂດຍອິມາມບຸຄໍຣີ 6374 .
ແລະ ໜຶ່ງໃນສິ່ງທີ່ອິສລາມບັນຍັດໃຊ້ແມ່ນຄວາມເອື້ອເຟື້ອເຜື່ອແຜ່ ແລະ ຄວາມໃຈບຸນ, ພຣະອົງອັລລໍຫ໌ກ່າວໄວ້ວ່າ: ( ອຸປະມາບັນດາຜູ້ທີ່ບໍລິຈາກຊັບສິນຂອງພວກເຂົາໃນຫົນທາງຂອງອັລລໍຫ໌ ປຽບດັ່ງເມັດພືດໜຶ່ງ ເມັດທີ່ງອກອອກມາເປັນເຈັດຮວງ, ໃນແຕ່ລະຮວງມີໜຶ່ງຮ້ອຍເມັດ, ແລະ ອັລລໍຫ໌ຈະຊົງເພີ່ມພູນໃຫ້ແກ່ຜູ້ທີ່ພຣະອົງຊົງປະສົງ, ແລະ ອັລລໍຫ໌ ຄືຜູ້ຊົງກວ້າງຂວາງ ຜູ້ຊົງຮອບຮູ້ຍິ່ງ ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 261]. ແລະ ຈະລິຍະທຳຂອງທ່ານຣໍຊຸລ ລຸລລໍຫ໌ ﷺ ແມ່ນຄວາມເອື້ອເຟື້ອເພື່ອແຜ່ ດັ່ງລາຍງານຈາກອິບນຸ ອັບບາສ ຣໍດິຍັລລໍຮຸ ອັນຮຸມາ ເລົ່າວ່າ: «ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ເປັນຜູ້ທີ່ໃຈບຸນທີ່ສຸດໃນໝູ່ມະນຸດໃນການເຮັດຄວາມດີ, ແລະ ທ່ານຈະເປັນຜູ້ທີ່ໃຈບຸນທີ່ສຸດໃນເດືອນຣໍມະດອນໃນຕອນທີ່ຈິບລິລມາພົບທ່ານ, ແລະ ຈິບລິລ ອະໄລຮິສສະລາມ ຈະມາພົບທ່ານໃນທຸກໆ ຄືນຂອງເດືອນຣໍມະດອນຈົນກະທັ່ງສິ້ນສຸດເດືອນ, ໂດຍທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ຈະອ່ານທົບທວນອັລກຸຣອານໃຫ້ເພິ່ນຟັງ, ດັ່ງນັ້ນ ເມື່ອຈິບລິລ ອະໄລຮິສສະລາມ ມາພົບທ່ານ, ທ່ານຈະເປັນຜູ້ທີ່ໃຈບຸນໃນການເຮັດຄວາມດີຍິ່ງກວ່າລົມທີ່ຖືກພັດມາຢ່າງຕໍ່ເນື່ອງ» ບັນທຶກໂດຍອິຫມ່ຳ ອັລ-ບຸຄໍຣີ 1902 .
ແລະ ໜຶ່ງໃນສິ່ງທີ່ສາສະໜາອິດສະລາມໄດ້ກຳໜົດໃຫ້ປະຕິບັດຄື ຊ່ວຍເຫຼືອຄົນທຸກຍາກ ບັນເທົາທຸກແກ່ຄົນຂັດສົນ ລ້ຽງອາຫານແກ່ຜູ້ອຶດຫິວ ເປັນເພື່ອນບ້ານທີ່ດີ ຮັກສາສາຍສຳພັນທາງຍາດຕິພີ່ນ້ອງ ມີຄວາມເມດຕາສົງສານຕໍ່ສັດ ຈາກທ່ານ ອັບດຸລລໍຫ໌ ອິບນຸ ອຳຣູ (ຣໍດີຍັລລໍຮຸ ອັນຮຸມາ) ກ່າວວ່າ ຊາຍຄົນໜຶ່ງໄດ້ຖາມທ່ານນາບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ : ອິສລາມແບບໃດດີທີ່ສຸດ? ທ່ານຕອບວ່າ: « ການລ້ຽງອາຫານແກ່ຜູ້ຄົນ, ແລະ ການທັກທາຍໃຫ້ສະລາມທັ້ງຄົນທີ່ຮູ້ຈັກ ແລະ ບໍ່ຮູ້ຈັກ» ບັນທຶກໂດຍອິມາມບຸຄໍຣີ 12. ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: «ໃນຂະນະ ທີ່ຊາຍຜູ້ໜຶ່ງກຳລັງຍ່າງໄປຕາມທາງ ລາວໄດ້ຮູ້ສຶກຫິວນ້ຳຢ່າງຮຸນແຮງ. ລາວຈຶ່ງໄດ້ພົບນ້ຳສ້າງແຫ່ງໜຶ່ງ ແລ້ວລາວໄດ້ລົງໄປໃນນ້ຳສ້າງນັ້ນເພື່ອດື່ມນ້ຳ, ຈາກນັ້ນລາວກໍຂຶ້ນມາ. ທັນໃດນັ້ນ ລາວກໍພົບໝາໂຕໜຶ່ງກຳລັງຫອບ ແລະ ເລຍກິນດິນປຽກຍ້ອນຄວາມຫິວນ້ຳ. ຊາຍຜູ້ນັ້ນຈຶ່ງກ່າວວ່າ: ໝາໂຕນີ້ກຳລັງຫິວນ້ຳຢ່າງໜັກຄືກັນກັບທີ່ຂ້ອຍໄດ້ປະສົບມາ. ລາວຈຶ່ງລົງໄປໃນນ້ຳສ້າງ ແລ້ວຕັກນ້ຳໃສ່ເກີບໜັງຂອງລາວຈົນເຕັມ ຈາກນັ້ນກໍຄາບມັນໄວ້ດ້ວຍປາກ ແລ້ວໃຫ້ນ້ຳໝາດື່ມ. ອັລລໍຫ໌ຈຶ່ງຊົງຕອບແທນຄວາມດີຂອງລາວ ແລະ ຊົງອະໄພໂທດໃຫ້ແກ່ລາວ» ພວກເຮົາກ່າວວ່າ: ໂອ້ທ່ານຣໍຊູລຂອງອັລລໍຫ໌, ການເຮັດດີເມດຕາກັບສັດມີຜົນລະບຸນບໍ? ທ່ານຕອບວ່າ: "ແມ່ນ, ໃນທຸກໆ ຕັບທີ່ຊູມຊື່ນ (ສິ່ງມີຊີວິດ) ຍ່ອມມີລາງວັນຜົນບຸນ" ບັນທຶກໃນຊໍຮິຫ໌ ອິບນຸ ຮິບບານ 544. ແລະ ທ່ານຣໍຊູລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ຢັງໄດ້ກ່າວໄວ້ວ່າ: «ຜູ້ທີ່ຂວນຂວາຍຊ່ວຍເຫຼືອແມ່ໝ້າຍ ແລະ ຄົນທຸກຍາກຂັດສົນ ປຽບເໝືອນດັ່ງຜູ້ທີ່ຕໍ່ສູ້ ໃນຫົນທາງຂອງອັລລໍຫ໌ ຫຼື ປຽບດັງຜູ້ທີ່ລຸກຂຶ້ນລະໝາດໃນຍາມຄໍ່າຄືນ ແລະ ຖືສິນອົດໃນຍາມກາງເວັນ» ບັນທຶກໂດຍ ອິມາມບຸຄໍຣີ 5353.
ແລະ ອິສລາມໄດ້ເນັ້ນໜັກເຖິງສິດທິຂອງພີ່ນ້ອງເຄື່ອຍາດ ແລະ ໄດ້ກຳນົດໃຫ້ຮັກສາສາຍສຳພັນກັບພີ່ນ້ອງເຄື່ອຍາດ ພຣະອົງອັລລໍຫ໌ ຕະອາລາ ໄດ້ຕຣັດວ່າ: (ນະບີ ນັ້ນເປັນຜູ້ໃກ້ຊິດກັບບັນດາຜູ້ສັດທາຢ່າງຍິ່ງ ຫຼາຍກວ່າຕົວຂອງພວກເຂົາເອງ ແລະ ບັນດາພັນລິຍາຂອງນະບີ ຄືແມ່ຂອງພວກເຂົາ ແລະ ບັນດາເຄື່ອຍາດນັ້ນ ບາງສ່ວນຂອງພວກເຂົາຕ່າງເປັນຜູ້ໃກ້ຊິດກັບອີກບາງສ່ວນໃນຄຳພີຂອງອັລລໍຫ໌ ຫຼາຍກວ່າບັນດາຜູ້ສັດທາ ແລະ ບັນດາຜູ້ອົບພະຍົບ ເວັ້ນເສຍແຕ່ວ່າພວກເຈົ້າຈະກະທຳຄວາມດີຕໍ່ບັນດາມິດສະຫາຍຂອງພວກເຈົ້າ ສິ່ງນັ້ນໄດ້ຖືກບັນທຶກໄວ້ແລ້ວໃນຄຳພີ) [ຊູເຣາະຫ໌ ອັລອະຫ໌ຊາບ : 6]. ແລະ ໄດ້ກ່າວເຕືອນເຖິງການຕັດຂາດຄວາມສຳພັນໃນຕະກູນເຄື່ອພີ່ນ້ອງ ແລະ ໄດ້ເຊື່ອມໂຍງມັນເຂົ້າກັບການສ້າງຄວາມເສຍຫາຍໃນແຜ່ນດິນ, ອັລລໍຫ໌ ໄດ້ກ່າວວ່າ : (ດັງນັ້ນ ຫວັງກັນວ່າ ຫາກພວກເຈົ້າຜິນຫຼັງໃຫ້ ກັບການອີມານແລ້ວ ພວກເຈົ້າກໍຈະກໍ່ຄວາມເສຍຫາຍໃນແຜ່ນດິນ ແລະ ຕັດຄວາມສຳພັນທາງເຄື່ອຍາດຂອງພວກເຈົ້າກະນັ້ນລື) (ພວກນີ້ຄືບັນດາຄົນທີ່ອັລລໍຫ໌ຊົງສາບແຊ່ງພວກເຂົາ ດັ່ງນັ້ນ ພຣະອົງຈຶ່ງເຮັດໃຫ້ພວກເຂົາຫູນວກ ແລະ ເຮັດໃຫ້ສາຍຕາຂອງພວກເຂົາບອດ) [ສຸເຣາະຫ໌ ມຸຮຳມັດ : 22-23]. ແລະ ທ່ານຣໍຊູລຸລລໍຮ໌ ﷺ ໄດ້ກ່າວວ່າ: « ຈະບໍ່ໄດ້ເຂົ້າສວນສະຫວັນ ໃຜທີ່ຕັດສຳພັນພີ່ນ້ອງເຄື່ອຍາດ» ບັນທຶກໂດຍ ອິມາມມຸສລິມ 2556. ແລະ ຍາດຕິພີ່ນ້ອງທີ່ຈຳເປັນຕ້ອງຮັກສາຄວາມສຳພັນທາງເຄື່ອຍາດຄື: ພໍ່ແມ່, ອ້າຍເອື້ອຍນ້ອງ, ລຸງ, ປ້າ, ອາ ແລະ ນ້າ.
ແລະ ອິດສະລາມໄດ້ເນັ້ນໜັກເຖິງສິດທິຂອງເພື່ອນບ້ານ ເຖິງແມ່ນວ່າເຂົາຈະເປັນຜູ້ປະຕິເສດສັດທາກໍຕາມ, ອັລລໍຮ໌ ຕະອາລາ ໄດ້ຕຣັດວ່າ: ( ແລະ ຈົ່ງເຄົາລົບພັກດີສັກກາລະ ອັລລໍຫ໌ເຖິດ ແລະ ຢ່າໃຫ້ມີສິ່ງໜຶ່ງໃດເປັນພາຄີກັບພຣະອົງ ແລະ ຈົ່ງເຮັດດີຕໍ່ຜູ້ບັງເກິດທັ້ງສອງທ່ານ ແລະ ຕໍ່ຜູ້ເປັນຍາດໃກ້ຊິດ ແລະ ເດັກກຳພ້າ ແລະ ຜູ້ຂັດສົນ ແລະ ເພື່ອນບ້ານໃກ້ຄຽງ ແລະ ເພື່ອນທີ່ຫ່າງໄກ ແລະ ເພື່ອນບ້ານຄຽງຂ້າງ ແລະ ຜູ້ເດິນທາງ ແລະ ຜູ້ທີ່ມືຂວາຂອງພວກເຈົ້າຄອບຄອງ ແທ້ຈິງອັລລໍຫ໌ ບໍ່ຊົງມັກຜູ້ຍະໂສ ໂອ້ຫັງ ຜູ້ໂອ້ອວດ) [ສູເຣາະຫ໌ ນິຊາ: 36]. ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: (ທ່ານເທວະທູດຈິບຣີລ ຄອຍກຳຊັບສັ່ງເສຍຂ້ອຍຢູ່ສະເໝີໃຫ້ປະພຶດດີຕໍ່ເພື່ອນບ້ານ ຈົນກະທັງຂ້ອຍຄິດເຖິງຂັ້ນວ່າລາວຈະໃຫ້ເພື່ອນບ້ານໄດ້ມີສິດຮັບມໍຣະດົກໄດ້ເລີຍ) ຊໍເຮັຍຮ໌ ອະບູ ດາວູດ 5152.
33- ອິດສະລາມອະນຸຍາດໃຫ້ມີອາຫານ ແລະ ເຄື່ອງດື່ມທີ່ດີ ແລະ ເນັ້ນໜັກໃຫ້ຮັກສາຄວາມບໍລິສຸດຂອງຫົວໃຈ ຮ່າງກາຍ ແລະ ທີ່ຢູ່ອາໄສ ດັ່ງນັ້ນ ອິດສະລາມຈຶ່ງອະນຸຍາດໃຫ້ແຕ່ງງານເຊັ່ນດຽວກັບບັນດາສາດສະດາ (ຂໍຄວາມສັນຕິພາບຈົ່ງມີແດ່ພວກເຂົາ) ກຳຊັບໃຫ້ເຮັດສິ່ງດີທັງຫມົດ.
ແລະ ອິດສະລາມອະນຸຍາດໃຫ້ມີອາຫານ ແລະ ເຄື່ອງດື່ມທີ່ດີ ທ່ານຣໍຊູລ ຂອງອັລລໍຫ໌ ﷺ ໄດ້ກ່າວວ່າ: « ໂອ້ມະນຸດທັງຫລາຍເອີ່ຍ! ແທ້ຈິງ ອັລລໍຫ໌ຊົງດີງາມ, ພຣະອົງບໍ່ຊົງຕອບຮັບນອກຈາກສິ່ງທີ່ດີງາມ. ແລະ ແທ້ຈິງ ອັລລໍຫ໌ໄດ້ຊົງບັນຊາແກ່ບັນດາຜູ້ສັດທາ ຄືກັບທີ່ພຣະອົງໄດ້ຊົງບັນຊາແກ່ບັນດາຣໍຊູນ. ພຣະອົງຊົງຕຣັສວ່າ: {ໂອ້ ບັນດາຣໍຊູນເອີ່ຍ! ພວກເຈົ້າຈົ່ງກິນຈາກສິ່ງທີ່ດີງາມທັ້ງຫຼາຍ ແລະ ຈົ່ງປະກອບຄຸນງາມຄວາມດີ ແທ້ຈິງແລ້ວ ຂ້ານັ້ນຊົງຮອບຮູ້ໃນສິ່ງທີ່ພວກເຈົ້າກະທຳ} ແລະ ພຣະອົງຊົງຕຣັສວ່າ: {ໂອ້ ບັນດາຜູ້ສັດທາທັງຫລາຍເອີ່ຍ! ພວກເຈົ້າຈົ່ງກິນຈາກສິ່ງທີ່ດີງາມທັ້ງຫຼາຍ ທີ່ເຮົາໄດ້ປະທານເປັນປັດໄຈຍັງຊີບແກ່ພວກເຈົ້າ ແລະ ຈົ່ງຂອບຄຸນຕໍ່ອັລລໍຫ໌ ຫາກພວກເຈົ້າເຄົາລົບພັກດີ ສະເພາະແຕ່ພຣະອົງເທົ່ານັ້ນ} (ຈົນຈົບອາຍະຫ໌). ທ່ານໄດ້ກ່າວວ່າ: ແລະ ໄດ້ກ່າວເຖິງຊາຍຄົນໜຶ່ງຢູ່ໃນການເດິນທາງທີ່ຍາວນານ ຜົມຍາວເຕັ່ມໄປດ້ວຍຝຸ່ນ ໄດ້ຍົກມືຂຶ້ນສູ່ຟາກຟ້າກ່າວວ່າ: ໂອ້ພຣະເຈົ້າຂອງຂ້ອຍ ໂອ້ພຣະເຈົ້າຂອງຂ້ອຍ, ທັ້ງໆ ທີ່ອາຫານການກິນຂອງເຂົານັ້ນຫາຣອມ, ເສື້ອຜ້າທີ່ສ່ວມໃສ່ກໍ່ຫະຣອມ, ແລະ ເຄື່ອງດື່ມກໍ່ຫະຣອມ, ແລະ ລາຍຮັບກໍ່ໄດ້ມາຈາກສິ່ງຫະຣອມ, ດັງນັ້ນແລ້ວການດຸອາຂອງເຂົາຈະຖືກຕອບຮັບດອກລື? » ບັນທຶກໂດຍ ອິມາມມຸສລິມ 1015. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ຈົ່ງກ່າວເຖິດ (ມຸຮຳມັດ) ວ່າ: ຜູ້ໃດທີ່ຫ້າມເຄື່ອງປະດັບຂອງອັລລໍຫ໌ ເຊິ່ງພຣະອົງໄດ້ຊົງນຳອອກມາໃຫ້ແກ່ບັນດາບ່າວຂອງພຣະອົງ ແລະ ສິ່ງດີໆ ທັ້ງຫຼາຍຈາກປັດໄຈຍັງຊີບ? ຈົ່ງກ່າວເຖິດວ່າ: ສິ່ງເຫຼົ່ານັ້ນມີໄວ້ສຳລັບບັນດາຜູ້ສັດທາໃນຊີວິດຄວາມເປັນຢູ່ແຫ່ງໂລກນີ້ ແລະ ຈະເປັນສິດສະເພາະສຳລັບພວກເຂົາໃນວັນປໍລະໂລກ (ກີຍາມະຫ໌) ເຊັ່ນນັ້ນແຫຼະ ເຮົາໄດ້ແຈກແຈງໂອງການທັ້ງຫຼາຍແກ່ກຸ່ມຊົນທີ່ມີຄວາມຮູ້) [ຊູເຣາະຫ໌ ອັລ-ອະຣໍຟ : 32].
ແລະ ອິດສະລາມເນັ່ນໜັກໃຫ້ຮັກສາຄວາມບໍລິສຸດຂອງຫົວໃຈ, ຮ່າງກາຍ ແລະ ທີ່ຢູ່ອາໄສ ດັ່ງນັ້ນ ອິດສະລາມຈຶ່ງອະນຸຍາດໃຫ້ແຕ່ງງານເຊັ່ນດຽວກັບບັນດາສາດສະດາ ແລະ ບັນດາຣໍຊູລ ຄວາມສະຫງົບສຸກຈົ່ງເກີດຂຶ້ນກັບພວກທ່ານ ກຳຊັບໃຫ້ເຮັດສິ່ງດີທັງຫມົດ ແລະ ອັລລໍຫ໌ ຕາອາລາ ໄດ້ຕັດວ່າ (ແລະ ອັລລໍຫ໌ ຊົງບັນດານໃຫ້ພວກເຈົ້າມີຄູ່ຄອງຈາກຕົວຂອງພວກເຈົ້າເອງ ແລະ ຊົງບັນດານໃຫ້ພວກເຈົ້າມີລູກຫລານ ຈາກຄູ່ຄອງຂອງພວກເຈົ້າ ແລະ ຊົງປະທານປັດໄຈຍັງຊີບຈາກສິ່ງທີ່ດີງາມທັງຫລາຍແກ່ພວກເຈົ້າ ດັ່ງນັ້ນ ພວກເຂົາຍັງຈະສັດທາຕໍ່ສິ່ງທີ່ເປັນເທັດ ແລະ ປະຕິເສດສັດທາຕໍ່ຄວາມໂປດປານຂອງອັລລໍຫ໌ແນວນັ້ນບໍ) [ສຸເຣາະຫ໌ ອັນນະຫ໌ລຸ : 72]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ເສື້ອຜ້າຂອງເຈົ້າ ຈົ່ງເຮັດຄວາມສະອາດ) (ແລະສິ່ງໂສໂຄກນັ້ນ ກໍ່ຈົ່ງຫຼີກຫນີອອກຫ່າງ) [ສູເຣາະຫ໌ ມຸດັສຊິຣ : 4-5]. ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: (ຈະບໍ່ໄດ້ເຂົ້າສວນສະຫວັນ ສຳຫຼັບໃຜກໍ່ຕາມທີ່ໃນໃຈຂອງລາວມີເສດນ້ອຍນິດຈາກຄວາມຈອງຫອງຍິ່ງຍະໂສ. ຊາຍຄົນໜຶ່ງກ່າວວ່າ : ຖ້າຫາກຊາຍຜູ້ໜຶ່ງລາວມັກເສື້ອຜ້າ , ເກີບທີ່ງາມ ເບິ່ງມີລະດັບ ຈະໄດ້ບໍ່? ທ່ານຕອບວ່າ: ແທ້ຈິງ ອັລລໍຫ໌ຜູ້ຊົງງົດງາມ ແລະ ຊົງຮັກຄວາມງົດງາມທັ້ງຫຼາຍ, ຄວາມຈອງຫອງຍິ່ງຍະໂສແມ່ນ: ການປະຕິເສດສັດຈະທຳ ຄວາມຈິງ, ແລະ ດູຖູກຜູ້ອື່ນ) ບັນທຶກໂດຍອິມາມມຸສລິມ 91.
34- ອິດສະລາມຫ້າມການເຮັດບາບໃຫຍ່ ເຊັ່ນ ການນັນຖືພຣະເຈົ້າຫລາຍອົງ, ການປະຕິເສດສັດທາ, ການກາບໄຫວ້ບູຊາຮູບປັ້ນ,ການອ້າງເຖິ່ງອັລລໍຫ໌ໂດຍປາດສະຈາກຄວາມຮູ້, ການຂ້າເດັກນ້ອຍ ຫຼື ຊີວິດທີ່ລ່ວງລະເມີດບໍ່ໄດ້, ການກໍ່ຄວາມເສຍຫາຍເທິງຫນ້າແຜ່ນດິນ, ການລິ້ນເວດມົນ, ການອະນາຈານທັ້ງປາກົດຊັດເເຈ້ງ ຫຼື ເຊື່ອງບໍ່ໃຫ້ຄົນເຫັນ, ການຫລິ້ນຊູ້ຜິດປະເວນີ, ການກິນດອກເບ່ຍ, ການກິນສັດທີ່ຕາຍແລ້ວ ຫຼື ກິນສັດທີ່ຂ້າເພື່ອການບູຊາ ຫຼື ສິ່ງອື່ນໃດນອກຈາກອັລລໍຫ໌ ຍິ່ງໄປກວ່ານັ້ນ ອັລລໍຫ໌ຫ້າມບໍ່ໃຫ້ກິນຊີ້ນຫມູ, ສິ່ງສົກກະປົກທັງຫມົດ, ການກິນຊັບສິນຂອງເດັກກໍາພ້າ, ການຫລອກລວງໃນການວັດແທກ ແລະ ຕາຊັ່ງນ້ຳຫນັກ, ແລະ ຕັດສາຍສຳພັນກັບພີ່ນ້ອງ ບັນດາສາດສະດາທັງຫມົດ (ຂໍຄວາມສັນຕິພາບຈົ່ງມີແດ່ພວກເຂົາ) ຕົກລົງຢ່າງເປັນເອກະພາບກັນໃນການຫ້າມຂໍ້ຫ້າມຂ້າງຕົ້ນ.
ອິດສະລາມຫ້າມການເຮັດບາບໃຫຍ່ ເຊັ່ນ ການນັບຖືພຣະເຈົ້າຫລາຍອົງ, ການປະຕິເສດສັດທາ, ການກາບໄຫວ້ບູຊາຮູບປັ້ນ, ການອ້າງເຖິງອັລລໍຫ໌ໂດຍປາດສະຈາກຄວາມຮູ້ ແລະ ການຂ້າເດັກນ້ອຍ, ພຣະເຈົ້າອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ຈົ່ງກ່າວເຖິດ (ມຸຮຳມັດ) ວ່າ: ພວກເຈົ້າຈົ່ງມາເຖິດ ຂ້ອຍຈະອ່ານໃຫ້ຟັງສິ່ງທີ່ພຣະເຈົ້າຂອງພວກເຈົ້າຊົງຫ້າມແກ່ພວກເຈົ້າ ຄືພວກເຈົ້າຢ່າໃຫ້ມີສິ່ງໜຶ່ງໃດເປັນພາຄີກັບພຣະອົງ ແລະ ຈົ່ງເຮັດດີຕໍ່ບິດາມານດາ ແລະ ພວກເຈົ້າຢ່າໄດ້ຂ້າລູກຂອງພວກເຈົ້າຍ້ອນຄວາມຍາກຈົນ ພວກເຮົາຈະໃຫ້ປັດໄຈຍັງຊີບແກ່ພວກເຈົ້າ ແລະແກ່ພວກເຂົາ, ແລະ ພວກເຈົ້າຢ່າໄດ້ເຂົ້າໃກ້ການອະນາຈານທັ້ງປາກົດຊັດເເຈ້ງ ຫຼື ເຊື່ອງບໍ່ໃຫ້ຄົນເຫັນ ແລະ ພວກເຈົ້າຢ່າໄດ້ຂ້າຊີວິດທີ່ອັລລໍຫ໌ຊົງຫ້າມ ນອກຈາກໂດຍເປັນທຳ ນັ້ນແຫຼະທີ່ພຣະອົງຊົງສັ່ງເສຍພວກເຈົ້າໄວ້ ເພື່ອພວກເຈົ້າຈະໄດ້ໃຊ້ສະຕິປັນຍາ) (ແລະ ພວກເຈົ້າຢ່າເຂົ້າໃກ້ຊັບສົມບັດຂອງເດັກກຳພ້າ ເວັ້ນເສຍແຕ່ດ້ວຍວິທີທີ່ດີທີ່ສຸດ ຈົນກວ່າເຂົາຈະບັນລຸໄວໜຸ່ມ ແລະ ຈົ່ງໃຫ້ຄົບຖ້ວນຊຶ່ງການຕວງ ແລະ ການຊັ່ງດ້ວຍຄວາມທຽງທຳ ພວກເຮົາຈະບໍ່ບັງຄັບຊີວິດໃດນອກຈາກຕາມຄວາມສາມາດຂອງມັນ ແລະ ເມື່ອພວກເຈົ້າກ່າວວາຈາ ກໍຈົ່ງໃຫ້ມີຄວາມຍຸດຕິທຳ ແລະແມ້ວ່າຈະເປັນຍາດໃກ້ຊິດກໍຕາມ ແລະ ຕໍ່ສັນຍາຂອງອັລລໍຫ໌ນັ້ນຈົ່ງປະຕິບັດໃຫ້ຄົບຖ້ວນ ນັ້ນຄືສິ່ງທີ່ພຣະອົງຊົງສັ່ງເສຍພວກເຈົ້າໄວ້ ເພື່ອພວກເຈົ້າຈະໄດ້ລຳລືກ) [ສູເຣາະຫ໌ ອັນ-ອາມ : 151-152]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ຈົ່ງກ່າວເຖິດ (ມຸຮຳມັດ) ວ່າ: ພຣະເຈົ້າຂອງຂ້ອຍຊົງຫ້າມເປັນການສະເພາະຄືການອະນາຈານທັ້ງປາກົດຊັດເເຈ້ງ ຫຼື ເຊື່ອງບໍ່ໃຫ້ຄົນເຫັນ, ແລະຄວາມບາບ, ແລະການອະທຳໂດຍບໍ່ເປັນທຳ, ແລະການທີ່ພວກເຈົ້າຕັ້ງພາຄີກັບອັລລໍຫ໌ໂດຍທີ່ພຣະອົງບໍ່ໄດ້ປະທານຫລັກຖານໃດໆ ລົງມາ, ແລະການທີ່ພວກເຈົ້າກ່າວອ້າງເຖິງອັລລໍຫ໌ໃນສິ່ງທີ່ພວກເຈົ້າບໍ່ຮູ້) [ຊູເຣາະຫ໌ ອັລ-ອະຣໍຟ : 33].
ແລະ ອິດສະລາມໄດ້ຫ້າມການຂ້າຊີວິດທີ່ບໍລິສຸດ ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ຊົງຕຣັດວ່າ: (ແລະ ພວກເຈົ້າຢ່າໄດ້ຂ້າຊີວິດທີ່ອັລລໍຫ໌ໄດ້ຊົງຫ້າມໄວ້ ເວັ້ນເສຍແຕ່ດ້ວຍເຫດຜົນອັນຊອບທຳ, ແລະ ຜູ້ໃດທີ່ຖືກຂ້າຢ່າງບໍ່ຍຸຕິທຳ ແນ່ນອນເຮົາໄດ້ໃຫ້ອຳນາດແກ່ຜູ້ປົກຄອງຂອງເຂົາ, ດັ່ງນັ້ນ ເຂົາຢ່າໄດ້ລ່ວງເກີນຂອບເຂດໃນການຂ້າ, ແທ້ຈິງແລ້ວ ເຂົາເປັນຜູ້ທີ່ໄດ້ຮັບການຊ່ວຍເຫຼືອ) [ສູເຣາະຫ໌ ອິສຣໍອຼ: 33]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ບັນດາຜູ້ທີ່ບໍ່ວິງວອນຂໍພະເຈົ້າອື່ນໃດຄຽງຄູ່ກັບອັລລໍຫ໌, ແລະ ບໍ່ຂ້າຊີວິດທີ່ອັລລໍຫ໌ໄດ້ຊົງຫ້າມ ເວັ້ນແຕ່ເປັນໄປໂດຍຊອບທຳ, ແລະ ບໍ່ຜິດປະເວນີ ແລະ ຫາກຜູ້ໃດກະທຳສິ່ງດັ່ງກ່າວ, ລາວຜູ້ນັ້ນຈະໄດ້ຮັບບາບກຳ) [ອັລ-ຟຸຣກອນ: 68].
ແລະ ສາສະໜາອິດສະລາມໄດ້ຫ້າມການສ້າງຄວາມເສຍຫາຍເທິງໜ້າແຜ່ນດິນ ອັລລໍຫ໌ ຕະອາລາ ຊົງກ່າວວ່າ : ( ແລະ ພວກເຈົ້າຢ່າໄດ້ກໍ່ຄວາມເສຍຫາຍໃນແຜ່ນດິນ ຫຼັງຈາກທີ່ໄດ້ມີການປັບປຸງແກ້ໄຂມັນແລ້ວ) [ຊູເຣາະຫ໌ ອັລອະຣໍຟ: 56]. ແລະ ອັລລໍຫ໌ ຕະອາລາ ຊົງດຳລັດບອກເລົ່າກ່ຽວກັບນະບີຊຸອັຍບ໌ ອາໄລຮິສສາລາມ ເຊິ່ງໄດ້ກ່າວແກ່ຊົນຂອງທ່ານວ່າ: (ໂອ້ ໝູ່ຊົນຂອງຂ້າພະເຈົ້າເອີຍ ຈົ່ງເຄົາລົບພັກດີຕໍ່ອັລລໍຫ໌ເຖີດ ບໍ່ມີຜູ້ຄູ່ຄວນໄດ້ຮັບການເຄົາລົບອື່ນໃດນອກຈາກພຣະອົງ, ແທ້ຈິງໄດ້ມີຫລັກຖານອັນຊັດເຈນຈາກພຣະຜູ້ອະພິບານຂອງພວກເຈົ້າມາຍັງພວກເຈົ້າແລ້ວ. ດັ່ງນັ້ນພວກເຈົ້າຈົ່ງຕວງ ແລະ ຊັ່ງໃຫ້ຄົບຖ້ວນ ແລະ ຈົງຢ່າຫລຸດຜ່ອນສິ່ງຂອງຕ່າງໆຂອງຜູ້ຄົນ ແລະ ຈົ່ງຢ່າກໍ່ຄວາມເສຍຫາຍໃນແຜ່ນດີນ ຫລັງຈາກທີ່ໄດ້ມີການປັບປຸງແກ້ໄຂມັນແລ້ວ. ນັ້ນຄືສິ່ງທີ່ດີກວ່າສຳຫລັບພວກເຈົ້າ ຫາກພວກເຈົ້າເປັນຜູ້ສັດທາ). [ຊູເຣາະຫ໌ ອັລອະຣໍຟ: 85].
ແລະ ອິສລາມໄດ້ຫ້າມເຮັດເວດມົນໄສຍະສາດ, ພຣະອົງຜູ້ຊົງສັດຈະທຳ ຜູ້ຊົງມະຫາບໍລິສຸດ ແລະ ຊົງສູງສົ່ງ ໄດ້ຕຣັດວ່າ: (ແລະ ເຈົ້າຈົ່ງໂຍນສິ່ງທີ່ຢູ່ໃນມືຂວາຂອງເຈົ້າ ແລ້ວມັນຈະກືນກິນສິ່ງທີ່ພວກເຂົາທຳຂຶ້ນ, ແທ້ຈິງສິ່ງທີ່ພວກເຂົາທຳນັ້ນເປັນພຽງເລ່ກົນຂອງນັກມາຍາກົນ ແລະ ນັກມາຍາກົນຍ່ອມບໍ່ປະສົບຜົນສຳເລັດ ບໍ່ວ່າເຂົາຈະມາຈາກແຫ່ງໃດກໍຕາມ) [ສູເຣາະຫ໌ ຕໍຮາ: 69]. ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: «ຈົ່ງອອກຫ່າງຈາກເຫດແຫ່ງການເສຍຫາຍທັ້ງເຈັດ (ອັສ-ສັບອຸ ອັລ-ມູບິກ໊ອຕ) ພວກເຂົາກ່າວວ່າ: ໂອ້ ທ່ານຣໍຊູລຂອງອັລລໍຮ໌ ແລະ ມັນມີຫຍັງແດ່? ທ່ານກ່າວວ່າ: ຄືການຕັ້ງພາຄີຕໍ່ອັລລໍຮ໌, ການເຮັດໄສຍະສາດ, ການຂ້າເພື່ອນມະນຸດໂດຍບໍ່ມີຄວາມຍຸດຕິທຳ, ການກິນດອກເບ້ຍ, ການຍຶດເອົາສົມບັດຂອງເດັກກຳພ້າ, ການໜີອອກຈາກສົງຄາມ ແລະ ການກ່າວຫາຍິງຜູ້ສັດທາທີ່ຍັງເປັນຜູ້ບໍລິສຸດວ່າຜິດປະເວນີ.» ບັນທຶກໂດຍ ອິມາມບຸຄໍຣີ 6857.
ແລະ ອິດສະລາມຫ້າມການອະນາຈານທັ້ງປາກົດຊັດເເຈ້ງ ຫຼື ເຊື່ອງບໍ່ໃຫ້ຄົນເຫັນ, ການຫລິ້ນຊູ້ຜິດປະເວນີ ແລະ ການຮ່ວມເພດກັບເພດດຽວກັນ, ເຊິ່ງໄດ້ມີການກ່າວເຖິງໂອງການຕ່າງໆ ທີ່ບົ່ງບອກເຖິງສິ່ງດັ່ງກ່າວໄວ້ໃນຕອນຕົ້ນຂອງຫຍໍ້ໜ້ານີ້ແລ້ວ, ແລະ ອິດສະລາມຫ້າມການກິນດອກເບ່ຍ, ພຣະອົງອັລລໍຫ໌ ຊົງຕຣັດວ່າ: (ໂອ້ ບັນດາຜູ້ສັດທາທັງຫຼາຍ ຈົ່ງຍຳເກຣງອັລລໍຫ໌ເຖິດ ແລະ ຈົ່ງລະຖິ້ມສິ່ງທີ່ຍັງເຫຼືອຈາກດອກເບ້ຍເສຍ ຫາກພວກເຈົ້າເປັນຜູ້ສັດທາ ) (ຫາກພວກທ່ານບໍ່ເຮັດ ກໍ່ຈົ່ງຮັບຮູ້ເຖິງສົງຄາມຈາກອັລລໍຫ໌ ແລະ ຣໍຊູລຂອງພຣະອົງ, ແລະ ຖ້າຫາກພວກທ່ານກັບເນື້ອກັບຕົວ ພວກທ່ານກໍ່ຈະໄດ້ຮັບຕົ້ນທຶນແຫ່ງຊັບສິນຂອງພວກທ່ານ ໂດຍທີ່ພວກທ່ານຈະບໍ່ອະທຳ ແລະ ຈະບໍ່ຖືກອະທຳ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 278-279]. ແລະ ອັລລໍຫ໌ ບໍ່ໄດ້ກ່າວເຕືອນຜູ້ທີ່ກະທຳບາບດ້ວຍສົງຄາມ ຄືກັບທີ່ພຣະອົງໄດ້ກ່າວເຕືອນຜູ້ທີ່ຫຍຸ້ງກ່ຽວກັບດອກເບ້ຍ; ເພາະແທ້ຈິງແລ້ວໃນດອກເບ້ຍນັ້ນມີຄວາມຈິບຫາຍຕໍ່ສາສະໜາ, ປະເທດຊາດ, ຊັບສິນ ແລະ ຊີວິດ.
ອິດສະລາມຫ້າມການກິນສັດທີ່ຕາຍແລ້ວ ແລະ ສັດທີ່ຖືກເຊືອດເພື່ອຮູບປັ້ນ ແລະ ສິ່ງບູຊາ, ແລະ ຫ້າມກິນຊີ້ນໝູ. ພຣະອົງອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ຊົງດຳລັດວ່າ: (ໄດ້ຖືກຫ້າມແກ່ພວກເຈົ້າແລ້ວ ຄື ສັດທີ່ຕາຍເອງ, ແລະ ເລືອດ, ແລະ ຊີ້ນໝູ, ແລະ ສິ່ງທີ່ຖືກກ່າວນາມອື່ນນອກຈາກອັລລໍຫ໌, ແລະ ສັດທີ່ຖືກຮັດຄໍຕາຍ, ແລະ ສັດທີ່ຖືກຕີຕາຍ, ແລະ ສັດທີ່ຕົກລົງມາຕາຍ, ແລະ ສັດທີ່ຖືກຍິ່ງຕາຍ, ແລະ ສັດທີ່ຖືກສັດຮ້າຍກັດກິນ ນອກຈາກສິ່ງທີ່ພວກເຈົ້າໄດ້ເຊືອດ, ແລະ ສິ່ງທີ່ຖືກເຊືອດເທິງແທ່ນຫີນບູຊາ, ແລະ ການສ່ຽງທາຍດ້ວຍໄມ້ຕິ້ວ ສິ່ງດັ່ງກ່າວນັ້ນຄືການຝ່າຝືນ) [ຊູເຣາະຫ໌ ອັລ-ມາອີດະຮ໌ : 3].
ແລະ ອິດສະລາມຫ້າມການດື່ມເຫລົ້າສິ່ງມຶນເມົາ ແລະ ສິ່ງສົກກະປົກທັງຫມົດ, ອັລລໍຫ໌ ຕະອາລາ ໄດ້ຊົງດຳລັດວ່າ: (ໂອ້ ບັນດາຜູ້ສັດທາທັ້ງຫຼາຍ ແທ້ຈິງ ສິ່ງມຶນເມົາ, ການພະນັນ, ແທ່ນຫີນບູຊາ ແລະ ການສ່ຽງທາຍນັ້ນ ຄືສິ່ງສົກກະປົກຈາກການກະທຳຂອງໄຊຕອນ, ດັ່ງນັ້ນ ພວກເຈົ້າຈົ່ງຫຼີກເວັ້ນມັນ ເພື່ອວ່າພວກເຈົ້າຈະໄດ້ຮັບຄວາມສຳເລັດ) (ແທ້ຈິງ ໄຊຕອນພຽງຕ້ອງການທີ່ຈະໃຫ້ເກີດຄວາມເປັນສັດຕູ ແລະ ຄວາມກຽດຊັງຂຶ້ນລະຫວ່າງພວກເຈົ້າ ໃນສິ່ງມຶນເມົາ ແລະ ການພະນັນ, ແລະ ຂັດຂວາງພວກເຈົ້າຈາກການລຳລຶກເຖິງອັລລໍຫ໌ ແລະ ຈາກການລະໝາດ. ດັ່ງນັ້ນ ພວກເຈົ້າຈະຢຸດຕິແລ້ວຫຼືບໍ່? ) [ຊູເຣາະຫ໌ ອັລ-ມາອີດະຮ໌ : 90-91]. ແລະ ໄດ້ມີການກ່າວຜ່ານມາແລ້ວໃນຂໍ້ທີ (31) ເຖິງການທີ່ ອັລລໍຫ໌ ຕະອາລາ ໄດ້ແຈ້ງໃຫ້ຊາບວ່າ ໜຶ່ງໃນຄຸນລັກສະນະຂອງທ່ານສາດສະດາ ﷺ ໃນຄຳພີໂຕຣອດ ແມ່ນທ່ານໄດ້ຫ້າມພວກເຂົາຈາກສິ່ງສົກກະປົກ. ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ບັນດາຜູ້ທີ່ປະຕິບັດຕາມຣໍຊູລ ຜູ້ເປັນນະບີທີ່ບໍ່ຮູ້ໜັງສື ເຊິ່ງພວກເຂົາພົບວ່າທ່ານຖືກບັນທຶກໄວ້ຢູ່ກັບພວກເຂົາໃນຄຳພີເຕົາຣອດ ແລະ ອິນຈີລ ທ່ານໄດ້ໃຊ້ໃຫ້ພວກເຂົາປະຕິບັດໃນສິ່ງທີ່ດີງາມ ແລະ ຫ້າມພວກເຂົາຈາກສິ່ງທີ່ຊົ່ວຮ້າຍ ແລະ ໄດ້ອະນຸມັດແກ່ພວກເຂົາເຊິ່ງສິ່ງດີໆ ທັງຫຼາຍ ແລະ ໄດ້ຫ້າມແກ່ພວກເຂົາເຊິ່ງສິ່ງທີ່ເລວຊາມທັງຫຼາຍ ແລະ ປົດເປື້ອງພາລະໜັກຂອງພວກເຂົາ ແລະ ພັນທະນາການຕ່າງໆ ທີ່ເຄີຍມີຢູ່ເທິງພວກເຂົາອອກໄປ) [ຊູເຣາະຫ໌ ອັລອະຣໍຟ: 157].
ແລະ ອິສລາມໄດ້ຫ້າມການກິນຊັບສິນຂອງເດັກກຳພ້າ, ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ແລະ ຈົ່ງມອບຊັບສົມບັດຂອງພວກເຂົາໃຫ້ແກ່ເດັກກຳພ້າ ແລະ ພວກເຈົ້າຢ່າໄດ້ປ່ຽນເອົາສິ່ງທີ່ບໍ່ດີແທນສິ່ງທີ່ດີ ແລະ ພວກເຈົ້າຢ່າໄດ້ກິນຊັບສົມບັດຂອງພວກເຂົາລວມເຂົ້າກັບຊັບສົມບັດຂອງພວກເຈົ້າ ແທ້ຈິງມັນເປັນບາບອັນໃຫຍ່ຫຼວງ) [ສູເຣາະຫ໌ ນິຊາ: 2]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແທ້ຈິງ ບັນດາຜູ້ທີ່ກິນຊັບສິນຂອງເດັກກຳພ້າຢ່າງອະຍຸດຕິທຳນັ້ນ ແທ້ຈິງແລ້ວ ພວກເຂົາພຽງແຕ່ກິນໄຟເຂົ້າໄປໃນທ້ອງຂອງພວກເຂົາ ແລະ ພວກເຂົາຈະເຂົ້າໄປເຜົາໄໝ້ໃນໄຟນະລົກທີ່ລຸກໂຊນ) [ສູເຣາະຫ໌ ອັນນິສາ: 10].
ແລະ ອິສລາມໄດ້ຫ້າມການສໍ້ໂກງໃນການຕວງ ແລະ ການຊັ່ງ, ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : ( ຄວາມຫາຍະນະຈົ່ງປະສົບແກ່ບັນດາຜູ້ທີ່ໂກງການຊັ່ງຕວງ ) ( ບັນດາຜູ້ທີ່ເມື່ອພວກເຂົາຕວງເອົາຈາກຜູ້ຄົນ ພວກເຂົາກໍ່ເອົາເຕັມ ) (ແລະ ເມື່ອພວກເຂົາຕວງ ຫຼື ຊັ່ງໃຫ້ພວກເຂົາ ພວກເຂົາກໍ່ເຮັດໃຫ້ຂາດເຂີນ ) (ຊົນເຫຼົ່ານັ້ນບໍ່ຄິດດອກຫຼືວ່າ ພວກເຂົາຈະຖືກໃຫ້ຟື້ນຄືນຊີບຂຶ້ນມາອີກ) [ ສຸເຣາະຫ໌ ອັລ-ມຸຕໍຟຟິຟີນ :1-4].
ອິດສະລາມຫ້າມການຕັດສາຍສຳພັນກັບຍາດຕິພີ່ນ້ອງ ແລະ ໄດ້ກ່າວເຖິງບົດໂອງການ ແລະ ຮາດີຊທີ່ຊີ້ບອກເຖິງເລື່ອງດັ່ງກ່າວຜ່ານມາແລ້ວໃນຂໍ້ທີ (31) ສາດສະດາ ແລະ ຣໍຊູນທັງຫມົດ (ຂໍຄວາມສັນຕິພາບຈົ່ງມີແດ່ພວກເຂົາ) ຕົກລົງຢ່າງເປັນເອກະພາບກັນໃນການຫ້າມຂໍ້ຫ້າມຂ້າງຕົ້ນ.
35- ອິດສະລາມຫ້າມສິນລະທຳທີ່ນ່າລັງກຽດ ເຊັ່ນ: ການຕົວະ ການໂກງ ການທໍລະຍົດຫັກຫຼັງ ການຫຼອກລວງ ຄວາມອິດສາ ເລ່ລ່ຽມທີ່ບໍ່ດີ ການລັກລອບຂະໂມຍ ການລ່ວງລະເມີດ ແລະ ຄວາມບໍ່ຍຸດຕິທຳ ແລະ ຫ້າມການປະພຶດຊົ່ວຮ້າຍທັງໝົດ.
ອິດສະລາມຫ້າມສິນລະທຳທີ່ນ່າລັງກຽດໂດຍທົ່ວໄປ, ພຣະອົງໄດ້ຕຣັດວ່າ: ( ແລະ ຢ່າຫັນໜ້າຂອງເຈົ້າໜີຈາກຜູ້ຄົນ ແລະຢ່າໄດ້ຍ່າງບົນແຜ່ນດິນຢ່າງເຍີຫຍິ່ງ ແທ້ຈິງອັລລໍຫ໌ ບໍ່ຊົງມັກທຸກໆ ມະນຸດຍະໂສໂອ້ຫັງ ໂອ້ອວດ ) [ສູເຣາະຫ໌ ລຸກມານ : 18]. ທ່ານຣໍຊຸລ ລຸລລໍຫ໌ ﷺ ໄດ້ກ່າວໄວ້ວ່າ: « ແທ້ຈິງແລ້ວ ໃນໝູ່ພວກເຈົ້າຜູ້ທີ່ຂ້ອຍຮັກທີ່ສຸດ ແລະ ໃກ້ຊິດກັບຂ້ອຍທີ່ສຸດໃນບ່ອນນັ່ງ ໃນວັນກີຍາມະຫ໌ ແມ່ນບັນດາຜູ້ທີ່ມີມາລະຍາດດີງາມທີ່ສຸດ, ແລະ ແທ້ຈິງແລ້ວ ໃນໝູ່ພວກເຈົ້າຜູ້ທີ່ຂ້ອຍກຽດຊັງທີ່ສຸດ ແລະ ຫ່າງໄກຈາກຂ້ອຍທີ່ສຸດໃນບ່ອນນັ່ງ ໃນວັນກີຍາມະຫ໌ ແມ່ນບັນດາຜູ້ທີ່ມັກເວົ້າໄຮ້ສາລະ, ຜູ້ທີ່ມັກເວົ້າໂອ້ອວດ ແລະ ຕໍແຫລມີເລ່ລຽມ. ແລ້ວພວກເຮົາກໍ່ຖາມວ່າ: ໂອ້ທ່ານຣໍຊູລລຸລລໍຫ໌ ພວກເຮົາຮູ້ຈັກ ຜູ້ທີ່ມັກເວົ້າຫຼາຍໄຮ້ສາລະ ແລະ ຜູ້ທີ່ມັກເວົ້າໂອ້ອວດ ແລ້ວ, ດັ່ງນັ້ນ ຕໍແຫລມີເລ່ລຽມ ແມ່ນໃຜ? ທ່ານຕອບວ່າ: ແມ່ນບັນດາຜູ້ທີ່ຍິ່ງຍະໂສ » ອັສ-ສິລສິລະຫ໌ ອັສ-ຊໍຮີຫະຫ໌ 791.
ອິສລາມຫ້າມການຂີ້ຕົວະໂກຫົກ, ດັ່ງທີ່ອັລລໍຫ໌ ຜູ້ສູງສົ່ງໄດ້ກ່າວວ່າ: (ແທ້ຈິງອັລລໍຫ໌ຈະບໍ່ຊົງຊີ້ນຳທາງແກ່ຜູ້ລ່ວງລະເມີດ ຜູ້ກ່າວເທັດ (ຄົນຂີ້ຕົວະ)) [ສູເຣາະຫ໌ ອັລ-ກໍຟິຣ: 28]. ແລະ ທ່ານຣໍຊູລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: « ແລະ ພວກທ່ານຈົ່ງລະວັງການຂີ້ຕົວະ ໂກຫົກ, ເພາະແທ້ຈິງການຂີ້ຕົວະ ໂກຫົກຈະນຳໄປສູ່ການຊົ່ວຝ່າຝຶນ, ແລະ ແທ້ຈິງຄວາມຊົ່ວຈະນຳໄປສູ່ໄຟນະລົກ, ແລະ ຊາຍຄົນໜຶ່ງຈະຍັງຄົງໂກຫົກ ແລະ ມຸ້ງໝັ້ນໃນການໂກຫົກ ຈົນກະທັ່ງລາວຖືກບັນທຶກ ນະ ທີ່ອັລລໍຫ໌ ວ່າເປັນຄົນຂີ້ຕົວະ ຫຼອກຫລວງ "ກັສຊາບ" » ບັນທຶກໂດຍ ອິມ່ຳມຸສລິມ 2607. ແລະ ທ່ານຣໍຊູລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: « ລັກສະນະຂອງມຸນາຟິກ ສາມປະການຄື: ເມື່ອລາວເວົ້າ ລາວກໍ່ຈະເວົ້າຕົວະ, ເມື່ອລາວໃຫ້ສັນຍາ ລາວກໍ່ຈະບໍ່ຮັກສາສັນຍາ, ແລະ ເມື່ອລາວຖືກມອບໃຫ້ເຮັດສິ່ງໃດ ລາວກໍ່ຈະຫັກຫຼັງຄວາມໄວ້ວາງໃຈນັ້ນ » ບັນທຶກໂດຍອິມາຳບຸຄໍຣີ 6095.
ອິສະລາມຫ້າມການສໍ້ໂກງ ແລະ ໃນຄຳສອນຈາກຮາດິຊວ່າ: ແທ້ຈິງ ທ່ານຣໍຊູລຂອງອັລລໍຫ໌ ﷺ ໄດ້ຍ່າງຜ່ານກອງອາຫານທີ່ຂາຍຢູ່, ທ່ານຈຶ່ງເອົາມືຈຸ່ມລົງໄປໃນກອງນັ້ນ, ແລ້ວປາຍມື້ຂອງທ່ານກໍຖືກຄວາມປຽກຊຸ່ມ ທ່ານຈຶ່ງຖາມວ່າ: “ນີ້ແມ່ນຫຍັງ, ໂອ້ເຈົ້າຂອງອາຫານ?” ຜູ້ຂາຍຕອບວ່າ: “ຝົນຕົກໃສ່ມັນ, ໂອ້ ທ່ານສາດສະດາຂອງອັລລໍຫ໌.” ທ່ານຈຶ່ງກ່າວວ່າ: “ເປັນຫຍັງເຈົ້າບໍ່ເອົາສ່ວນທີ່ປຽກໄວ້ ເທີງສຸດຂອງອາຫານ ເພື່ອໃຫ້ຜູ້ຄົນໄດ້ເຫັນ?; "ໃຜທີ່ສໍ້ໂກງ, ຜູ້ນັ້ນບໍ່ແມ່ນພວກຂອງຂ້ອຍ.” ບັນທຶກໂດຍອິມ່ຳບຸຄໍຣີ 102.
ອິສລາມຫ້າມການທໍລະຍົດຫັກຫຼັງ ແລະ ການຫຼອກລວງ, ດັ່ງທີ່ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: ( ໂອ້ ບັນດາຜູ້ສັດທາທັ້ງຫຼາຍ ຈົ່ງຢ່າທຸດຈະລິດຕໍ່ອັລລໍຫ໌ ແລະ ຣໍຊຸລ, ແລະ ຈົ່ງຢ່າທຸດຈະລິດຕໍ່ບັນດາເຄື່ອງຝາກຂອງພວກເຈົ້າ ໂດຍທີ່ພວກເຈົ້າກໍ່ຮູ້ກັນຢູ່) [ສູເຣາະຫ໌ ອັລຟານ : 27]. ແລະ ພຣະຜູ້ຊົງສູງສົ່ງ ໄດ້ຕຣັດວ່າ: (ບັນດາຜູ້ທີ່ປະຕິບັດຕາມສັນຍາຂອງອັລລໍຫ໌ ແລະ ບໍ່ທຳລາຍຄຳໝັ້ນສັນຍາ) [ສູເຣາະຫ໌ ອັຣ-ຣໍອດຸ: 20]. ແລະ ທ່ານຣໍຊຸລ ລຸລລໍຫ໌ ﷺ ໄດ້ກ່າວກັບບັນດາກອງທັບຂອງທ່ານ ເມື່ອພວກເຂົາອອກໄປວ່າ: « ຈົ່ງອອກສູ້ຮົບເຖີດ ຢ່າຢັກຍອກຊັບຊະເລີຍເສິກ ຢ່າທໍລະຍົດ ຢ່າທຳລາຍສົບ ແລະ ຢ່າຂ້າເດັກນ້ອຍ » ບັນທຶກໂດຍ ອິມ່ຳມຸສລິມ 1731. ແລະ ທ່ານຣໍຊູລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: « ມີສີ່ປະການ ທີ່ຖ້າຜູ້ໃດມີພວກມັນຢູ່ໃນຕົວ ລາວກໍ່ເປັນມຸນາຟິກຢ່າງແທ້ຈິງ, ແລະ ຜູ້ໃດທີ່ມີລັກສະນະໜຶ່ງໃນສີ່ປະການນີ້ ລາວກໍ່ມີລັກສະນະໜຶ່ງຂອງການເປັນມຸນາຟິກ ຈົນກວ່າລາວຈະລະຖິ້ມມັນຄື: ເມື່ອລາວໄດ້ຮັບຄວາມໄວ້ວາງໃຈແລ້ວ ລາວກໍ່ທໍລະຍົດ ບໍ່ຊື່ສັດ, ເມື່ອລາວເວົ້າ ລາວກໍ່ຈະເວົ້າຕົວະ, ເມື່ອລາວໃຫ້ຄຳໝັ້ນສັນຍາ ລາວກໍ່ຈະຫັກຫຼັງ, ແລະ ເມື່ອລາວຜິດຖຽງ ລາວກໍ່ຈະປະພຶດຊົ່ວ » ບັນທຶກໂດຍ ອິມ່ຳບຸຄໍຣີ 34.
ອິສະລາມຫ້າມຄວາມອິດສາ ອັລລໍຫ໌ ໄດ້ກ່າວວ່າ : (ຫຼືວ່າ ພວກເຂົາອິດສາຜູ້ຄົນ ໃນສິ່ງທີ່ອັລລໍຫ໌ໄດ້ປະທານໃຫ້ແກ່ພວກເຂົາ ຈາກຄວາມໂປດປານຂອງພຣະອົງ ແນ່ນອນ ພວກເຮົາໄດ້ປະທານຄຳພີ ແລະ ວິທະຍາປັນຍາ ໃຫ້ແກ່ວົງວານຂອງອີບຣໍຮີມ ແລະ ພວກເຮົາກໍໄດ້ປະທານອຳນາດອັນຍິ່ງໃຫຍ່ໃຫ້ແກ່ພວກເຂົາ) [ສູເຣາະຫ໌ ອັນນິສາ: 54]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ຊາວຄຳພີຈຳນວນຫຼວງຫຼາຍປາຖະໜາທີ່ຈະເຮັດໃຫ້ພວກເຈົ້າກັບກາຍເປັນຜູ້ປະຕິເສດສັດທາອີກ ພາຍຫຼັງຈາກທີ່ພວກເຈົ້າໄດ້ມີສັດທາແລ້ວ ຍ້ອນຄວາມອິດສາລິດສະຢາຈາກຕົວຂອງພວກເຂົາເອງ ພາຍຫຼັງຈາກທີ່ຄວາມຈິງໄດ້ປະຈັກແຈ້ງແກ່ພວກເຂົາແລ້ວ. ດັ່ງນັ້ນ ພວກເຈົ້າຈົ່ງອະໄພ ແລະ ຈົ່ງປ່ອຍວາງເຖິດ ຈົນກວ່າອັລລໍຫ໌ຈະຊົງນຳຄຳສັ່ງຂອງພຣະອົງມາ. ແທ້ຈິງ ອັລລໍຫ໌ນັ້ນ ຊົງມີອານຸພາບເໜືອທຸກສິ່ງທຸກຢ່າງ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 109]. ແລະ ທ່ານຣໍຊູລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: «ພະຍາດຂອງປະຊາຊາດກ່ອນໜ້າພວກທ່ານ ໄດ້ຄືບຄານມາສູ່ພວກທ່ານແລ້ວ ນັ້ນກໍ່ຄື: ຄວາມອິດສາລິດສະຍາ ແລະ ຄວາມກຽດຊັງ, ມັນຄືສິ່ງທີ່ໂກນ (ທຳລາຍ), ຂ້ອຍບໍ່ໄດ້ກ່າວວ່າ ມັນໂກນເສັ້ນຜົມ ແຕ່ມັນໂກນ (ທຳລາຍ)ສາສະໜາ, ແລະ ຂໍສາບານຕໍ່ຜູ້ທີ່ຊີວິດຂອງຂ້ອຍຢູ່ໃນກຳມືຂອງພຣະອົງ, ພວກທ່ານຈະບໍ່ສາມາດເຂົ້າສວນສະຫວັນໄດ້ ຈົນກວ່າພວກທ່ານຈະສັດທາ, ແລະ ພວກທ່ານຈະບໍ່ມີອີມ່ານສັດທາຢ່າງແທ້ຈິງ ຈົນກວ່າພວກທ່ານຈະຮັກໃຄ່ກັນ ເອົາບໍ່? ຂ້ອຍຈະບອກພວກທ່ານເຖິງສິ່ງທີ່ຈະເຮັດໃຫ້ສິ່ງນັ້ນໝັ້ນຄົງສຳລັບພວກທ່ານ ນັ້ນກໍ່ຄື: ຈົ່ງໂປຍສະລາມໃຫ້ແກ່ກັນໃນລະຫວ່າງພວກທ່ານ.» ສຸນັນ ຕິຣມີຊີ 2510.
ອິສລາມຫ້າມເລ່ລ່ຽມທີ່ບໍ່ດີ ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : ( ແລະ ໃນທຳນອງດຽວກັນນັ້ນ ເຮົາໄດ້ໃຫ້ມີຂຶ້ນໃນທຸກໆ ເມືອງ ເຊິ່ງບັນດາຫົວໜ້າຜູ້ກະທຳຜິດທັງຫຼາຍ ເພື່ອພວກເຂົາຈະໄດ້ວາງແຜນການໃນເມືອງນັ້ນ ແລະ ພວກເຂົາຈະບໍ່ວາງແຜນການໃດໆ ນອກຈາກຈະກັບໄປສູ່ຕົວພວກເຂົາເອງ ແຕ່ພວກເຂົາບໍ່ຮູ້ສຶກຕົວ ) [ສູເຣາະຫ໌ ອັນອາມ : 123]. ແລະ ອັລລໍຫ໌ ຕະອາລາ ໄດ້ບອກວ່າ ພວກຍະຮູດ (ຍິວ) ໄດ້ພະຍາຍາມຂ້າ ອັລ-ມະຊີຮ໌ (ພຣະເຢຊູ) ອະໄລຮິສສະລາມ ແລະ ພວກເຂົາໄດ້ວາງແຜນຮ້າຍ, ແຕ່ ອັລລໍຫ໌ ໄດ້ວາງແຜນຕອບໂຕ້ພວກເຂົາ ແລະ ອັລລໍຫ໌ ໄດ້ຊີ້ແຈງວ່າ ແຜນການທີ່ຊົ່ວຮ້າຍນັ້ນຈະບໍ່ສົ່ງຜົນຮ້າຍແກ່ຜູ້ໃດ ນອກຈາກຜູ້ທີ່ວາງແຜນນັ້ນເອງ, ອັລລໍຫ໌ຜູ້ຊົງສູງສຸດ ໄດ້ກ່າວວ່າ: (ດັ່ງນັ້ນ ເມື່ອ ອີຊາ ໄດ້ຮັບຮູ້ເຖິງການປະຕິເສດຈາກພວກເຂົາ ເຂົາກ່າວວ່າ ໃຜຄືຜູ້ຊ່ວຍເຫຼືອຂອງຂ້ອຍໄປສູ່ອັລລໍຫ໌ ບັນດາສາວົກໄດ້ກ່າວວ່າ ພວກເຮົາຄືຜູ້ຊ່ວຍເຫຼືອຂອງອັລລໍຫ໌ ພວກເຮົາໄດ້ສັດທາຕໍ່ອັລລໍຫ໌ ແລະ ທ່ານຈົ່ງເປັນພະຍານເຖີດວ່າ ແທ້ຈິງພວກເຮົາເປັນຜູ້ສະວາມີພັກ ﴿ (ໂອ້ພຣະເຈົ້າຂອງພວກເຮົາ! ພວກເຮົາໄດ້ສັດທາຕໍ່ສິ່ງທີ່ພຣະອົງໄດ້ປະທານລົງມາ ແລະ ພວກເຮົາໄດ້ປະຕິບັດຕາມຣໍຊູລ ດັ່ງນັ້ນ ຂໍພຣະອົງຈົ່ງບັນທຶກພວກເຮົາຮ່ວມກັບບັນດາຜູ້ເປັນພະຍານ ﴿ (ແລະ ພວກເຂົາເຈົ້າໄດ້ວາງແຜນ ແລະ ອັລລໍຫ໌ ກໍຊົງວາງແຜນ ແລະ ອັລລໍຫ໌ ຄືຜູ້ຊົງດີເລີດຍິ່ງໃນບັນດາຜູ້ວາງແຜນ) (ຈົ່ງຈື່ເຖິງຂະນະທີ່ ອັລລໍຫ໌ ຕຣັດວ່າ ອີຊາເອີຍ! ແທ້ຈິງຂ້າຈະຮັບເອົາເຈົ້າໄປ ແລະ ຈະຍົກເຈົ້າຂຶ້ນມາຫາຂ້າ ແລະ ຈະໃຫ້ເຈົ້າບໍລິສຸດຈາກບັນດາຜູ້ປະຕິເສດສັດທາ ແລະ ຈະໃຫ້ບັນດາຜູ້ທີ່ປະຕິບັດຕາມເຈົ້າຢູ່ເໜືອກວ່າບັນດາຜູ້ປະຕິເສດສັດທາ ຈົນເຖິງວັນກິຍາມະຫ໌ ແລ້ວການກັບຄືນຂອງພວກເຈົ້າແມ່ນມາຫາຂ້າ ດັ່ງນັ້ນ ຂ້າຈະຕັດສິນລະຫວ່າງພວກເຈົ້າ ໃນສິ່ງທີ່ພວກເຈົ້າເຄີຍຂັດແຍ້ງກັນ ) [ສູເຣາະຫ໌ ອະລາອິມຣອນ : 52-55]. ແລະ ພະອົງອັລລໍຫ໌ຜູ້ຊົງອຳນາດສູງສຸດ ໄດ້ແຈ້ງໃຫ້ຊາບວ່າ ກຸ່ມຊົນຂອງສາດສະດາ ຊໍເເລະຫ໌ (ຂໍຄວາມສັນຕິຈົ່ງມີແດ່ເພິ່ນ) ຕ້ອງການຈະສັງຫານເພິ່ນດ້ວຍການວາງແຜນຊົ່ວຮ້າຍ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ວາງແຜນການຊົ່ວຮ້າຍຂຶ້ນມາ. ແລ້ວ ອັລລໍຫ໌ ຈຶ່ງໄດ້ວາງແຜນຕອບໂຕ້ພວກເຂົາ ແລະ ໄດ້ທຳລາຍລ້າງພວກເຂົາ ພ້ອມທັງກຸ່ມຊົນຂອງພວກເຂົາທັງໝົດ. ອັລລໍຫ໌ ຕະອາລາ ໄດ້ດຳລັດວ່າ: (ພວກເຂົາໄດ້ກ່າວວ່າ ຈົ່ງສາບານກັນຕໍ່ອັລລໍຫ໌ວ່າ ພວກເຮົາຈະລອບຂ້າລາວ ແລະ ຄອບຄົວຂອງລາວໃນເວລາກາງຄືນຢ່າງແນ່ນອນ ແລ້ວພວກເຮົາຈະກ່າວແກ່ຜູ້ປົກຄອງຂອງລາວວ່າ ພວກເຮົາບໍ່ໄດ້ຮູ້ເຫັນການຕາຍຂອງຄອບຄົວຂອງລາວ ແລະ ແທ້ຈິງພວກເຮົາເປັນຜູ້ສັດຈິງ) (ແລະ ພວກເຂົາໄດ້ວາງແຜນການ ແລະ ເຮົາກໍໄດ້ວາງແຜນການ ໂດຍທີ່ພວກເຂົາບໍ່ຮູ້ສຶກຕົວ ) (ດັ່ງນັ້ນ ຈົ່ງພິຈາລະນາເບິ່ງເຖີດວ່າ ບັ້ນປາຍແຫ່ງການວາງແຜນຮ້າຍຂອງພວກເຂົານັ້ນເປັນເຊັ່ນໃດ, ແທ້ຈິງເຮົາໄດ້ທຳລາຍພວກເຂົາ ແລະ ກຸ່ມຊົນຂອງພວກເຂົາທັງໝົດ) [ສູເຣາະຫ໌ ອັລ-ນັມລຸ: 49-51].
ອິດສະລາມໄດ້ຫ້າມຈາກການລັກຂະໂມຍ ທ່ານຣໍຊູລ ລຸລລໍຫ໌ ﷺ ໄດ້ກ່າວໄວ້ວ່າ: « ຜູ້ທີ່ຜິດປະເວນີຈະບໍ່ຜິດປະເວນີ ໃນຂະນະທີ່ລາວເປັນຜູ້ສັດທາ, ແລະ ຜູ້ທີ່ລັກຊັບຈະບໍ່ລັກຊັບ ໃນຂະນະທີ່ລາວເປັນຜູ້ສັດທາ, ແລະ ຜູ້ທີ່ດື່ມສິ່ງມຶນເມົາຈະບໍ່ດື່ມມັນ ໃນຂະນະທີ່ລາວເປັນຜູ້ສັດທາ, ແລະ ການກັບຕົວຈາກບາບນັ້ນຍັງເປີດຮັບຢູ່ຫຼັງຈາກນັ້ນ » ບັນທຶກໂດຍອິມ່ຳ ບຸຄໍຣີ 6810.
ອິດສະລາມຫ້າມການລ່ວງລະເມີດ ອັລລໍຫ໌ ໄດ້ກ່າວວ່າ : ( ແທ້ຈິງ ອັລລໍຫ໌ຊົງສັ່ງໃຊ້ໃຫ້ຮັກສາຄວາມຍຸດຕິທຳ ແລະ ຄວາມດີ ແລະ ການບໍລິຈາກແກ່ຍາດໃກ້ຊິດ ແລະໃຫ້ລະເວັ້ນການເຮັດລາມົກອະນາຈານ ແລະຄວາມຊົ່ວຊ້າ ແລະ ການອະທຳ ພຣະອົງສົ່ງຕັກເຕື່ອນພວກເຈົ້າ ເພື່ອພວກເຈົ້າຈະໄດ້ລຳລືກ ) [ຊູເຣາະຫ໌ ອັລ-ນະຫ໌ລຸ : 90]. ແລະ ທ່ານຣໍຊູລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: « ແທ້ຈິງ ອັລລໍຫ໌ຊົງວະຫ໌ຮີ (ປະທານວິວອນ) ແກ່ຂ້ອຍວ່າ ພວກເຈົ້າຈົ່ງຖ່ອມຕົນ ເພື່ອທີ່ວ່າຈະໄດ້ບໍ່ມີໃຜອະທຳ ຫຼື ຂົ່ມເຮງໃຜອີກຄົນ ແລະ ບໍ່ມີຜູ້ໃດໂອ້ອວດເໜືອຜູ້ໃດ» ຊໍເຮັຍຫ໌ ອະບູ ດາວູດ 4895.
ອິດສະລາມຫ້າມການອະທຳ, ດັ່ງທີ່ອັລລໍຫ໌ໄດ້ກ່າວວ່າ: ( ແລະ ອັລລໍຫ໌ບໍ່ຊົງຮັກບັນດາຜູ້ອະທຳ ) [ສຸເຣາະຫ໌ ອະລາອິມຣອນ : 57]. ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ແທ້ຈິງ ບັນດາຜູ້ອະທຳຈະບໍ່ປະສົບຄວາມສຳເລັດ) [ອັລ-ອັນອາມ: 21]. ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ: { ແລະ ບັນດາຜູ້ອະທຳນັ້ນ ພຣະອົງໄດ້ກຽມການລົງໂທດອັນເຈັບປວດໄວ້ສຳລັບພວກເຂົາ } [ສຸເຣາະຫ໌ ອັລ-ອິນຊານ : 31]. ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: « ສາມບຸກຄົນທີ່ການວິງວອນຂໍ (ດຸອາ) ຂອງພວກເຂົາຈະບໍ່ຖືກປະຕິເສດ ຄື: ຜູ້ນຳທີ່ມີຄວາມຍຸຕິທຳ, ຜູ້ທີ່ຖືສິນອົດຈົນກວ່າລາວຈະລະສິນອົດ, ແລະ ການດຸອາຂອງຜູ້ທີ່ຖືກອະທຳ. ດຸອານັ້ນຈະຖືກຍົກຂຶ້ນໄປເໜືອໝູ່ເມກ ແລະ ບັນດາປະຕູແຫ່ງຊັ້ນຟ້າຈະຖືກເປີດອອກໃຫ້ແກ່ມັນ, ແລະ ພຣະຜູ້ອະພິບານ (ອັລລໍຫ໌) ຊົງກ່າວວ່າ: ຂໍສາບານດ້ວຍກຽດຕິຍົດຂອງຂ້າ ຂ້າຈະຊ່ວຍເຫຼືອເຈົ້າຢ່າງແນ່ນອນ ເຖິງແມ່ນວ່າເວລາຈະຜ່ານໄປໄລຍະໜຶ່ງກໍ່ຕາມ » ບັນທຶກໂດຍທ່ານມຸສລິມ ເລກທີ (2749) ໂດຍຫຍໍ້ດ້ວຍຄວາມແຕກຕ່າງເລັກນ້ອຍ, ແລະ ທ່ານຕິຣມີຊີ ເລກທີ (2526) ດ້ວຍຄວາມແຕກຕ່າງເລັກນ້ອຍ, ແລະ ທ່ານອະຫ໌ມັດ ເລກທີ (8043) ແລະ ສໍານວນແມ່ນຂອງເພິ່ນ. ແລະ ເມື່ອຕອນທີ່ທ່ານຣໍສູລ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລໍາ ໄດ້ສົ່ງທ່ານມຸອາຊໄປຍັງເຢເເມນ, ສ່ວນໜຶ່ງຈາກສິ່ງທີ່ທ່ານໄດ້ກ່າວແກ່ລາວວ່າ: «ແລະ ຈົ່ງລະວັງການວິງວອນຂອງຜູ້ທີ່ຖືກອະທຳ ເພາະແທ້ຈິງແລ້ວ ບໍ່ມີສິ່ງປິດກັ້ນລະຫວ່າງເຂົາ ແລະ ອັລລໍຫ໌» ບັນທຶກໂດຍອິມ່ຳ ບຸຄໍຣີ 1496. ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: «ຈົ່ງຊາບເຖີດ, ຜູ້ໃດທີ່ອະທຳຕໍ່ຜູ້ທີ່ມີສົນທິສັນຍາ, ຫຼື ລິດຮອນສິດທິຂອງລາວ, ຫຼື ມອບພາລະໃຫ້ລາວເກີນຄວາມສາມາດຂອງລາວ, ຫຼື ເອົາສິ່ງໃດໜຶ່ງໄປຈາກລາວໂດຍທີ່ລາວບໍ່ເຕັມໃຈ, ດັ່ງນັ້ນ ຂ້ອຍຈະເປັນຜູ້ໂຕ້ແຍ້ງກັບລາວ ໃນວັນກີຍາມະຫ໌» ສຸນັນ ອະບູ ດາວູດ 3052. ດັ່ງນັ້ນ ດັ່ງທີ່ທ່ານໄດ້ເຫັນ ອິດສະລາມຫ້າມການປະພຶດຊົ່ວຮ້າຍທັງໝົດ ຫຼື ການປະຕິບັດທີ່ບໍ່ຍຸດຕິທຳ ຫຼື ກົດຂີ່ຂົ່ມເຫງ.
36- ອິດສະລາມຫ້າມການເຮັດທຸລະກໍາທາງດ້ານການເງິນທີ່ກ່ຽວຂ້ອງກັບດອກເບ่ຍ ຄວາມອັນຕະລາຍເສຍຫາຍ ການຫລອກລວງ ຄວາມບໍ່ຍຸຕິທໍາ ຫຼື ການສໍ້ໂກງ ຫຼືສິ່ງທີ່ນໍາໄປສູ່ຄວາມຫາຍນະ ແລະ ຄວາມເສຍຫາຍທົ່ວໄປຕໍ່ສັງຄົມ ປະຊາຊົນ ແລະສ່ວນບຸກຄົນ.
ອິດສະລາມຫ້າມການເຮັດທຸລະກໍາທາງດ້ານການເງິນທີ່ກ່ຽວຂ້ອງກັບດອກເບ່ຍ ຄວາມອັນຕະລາຍເສຍຫາຍ ການຫລອກລວງ ຄວາມບໍ່ຍຸຕິທໍາ ຫຼື ການສໍ້ໂກງ ຫຼືສິ່ງທີ່ນໍາໄປສູ່ຄວາມຫາຍນະ ແລະ ຄວາມເສຍຫາຍທົ່ວໄປຕໍ່ສັງຄົມ ປະຊາຊົນ ແລະສວນບຸກຄົນ ແລະ ດັ່ງທີ່ໄດ້ກ່າວມາແລ້ວໃນຕອນຕົ້ນຂອງວັກນີ້ ກ່ຽວກັບອາຍາຕ ແລະ ຮະດີຊຕ່າງໆ ທີ່ໄດ້ຫ້າມກິນດອກເບ່ຍ ຫຼື ຄວາມບໍ່ຍຸຕິທຳ ຫຼື ການສໍ້ໂກງ ຫຼື ການສ້າງຄວາມເສຍຫາຍເທິງໜ້າແຜ່ນດິນ, ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ດຳລັດວ່າ: (ແລະ ບັນດາຜູ້ທີ່ມັກສ້າງຄວາມເດືອດຮ້ອນດ້ວຍການເວົ້າເທັດຕໍ່ບັນດາຜູ້ສັດທາຊາຍ ແລະ ຍິງ, ໃນສິ່ງທີ່ພວກເຂົາບໍ່ໄດ້ເຮັດ ແທ້ຈິງພວກເຂົາໄດ້ແບກຮັບຄວາມເທັດ ແລະ ບາບທີ່ຊັດແຈ້ງແລ້ວ) [ຊູເຣາະຫ໌ ອັລອະຫ໌ຊາບ : 58]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ຜູ້ໃດກະທຳຄວາມດີ ກໍ່ຈະໄດ້ແກ່ຕົວຂອງລາວເອງ ແລະ ຜູ້ໃດກະທຳຄວາມຊົ່ວ ກໍ່ຈະໄດ້ແກ່ຕົວລາວເອງ ແລະ ພຣະເຈົ້າຂອງເຈົ້ານັ້ນ ບໍ່ໄດ້ຊົງອະທຳຕໍ່ປວງບ່າວຂອງພຣະອົງ) [ສູເຣາະຫ໌ ຟຸສຊີລັດ : 46]. ແລະ ໄດ້ມີມາໃນສຸນນະຫ໌: ( ແທ້ຈິງ ທ່ານຣໍຊູລ ຂອງອັລລໍຫ໌ ﷺ ໄດ້ຕັດສິນວ່າ ບໍ່ໃຫ້ມີການສ້າງຄວາມເສຍຫາຍ ແລະ ບໍ່ໃຫ້ຕອບໂຕ້ດ້ວຍຄວາມເສຍຫາຍ ) ຊຸນັນ ອະບູດາວູດ, ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: « ໃຜກໍ່ຕາມທີ່ສັດທາຕໍ່ອັລລໍຫ໌ ແລະ ວັນກີຍາມະຫ໌ແລ້ວ ດັງນັ້ນ; ລາວກໍ່ຈະບໍ່ເຮັດສິ່ງບໍ່ດີ ເກິດໂທດໃຫ້ເພື່ອນບ້ານ, ແລະ ໃຜກໍ່ຕາມທີ່ສັດທາຕໍ່ອັລລໍຫ໌ ແລະ ວັນກີຍາມະຫ໌ແລ້ວ ດັງນັ້ນ; ລາວຈົ່ງຕອນຮັບແຂກຜູ້ມາເຢືອນ, ແລະ ໃຜກໍ່ຕາມທີ່ສັດທາຕໍ່ອັລລໍຫ໌ ແລະ ວັນກີຍາມະຫ໌ແລ້ວ ດັງນັ້ນ; ລາວຈົ່ງກ່າວໃນສິ່ງທີ່ດີງາມ ຫຼື ຈົ່ງມິດງຽບ. ແລະ ໃນອີກການລາຍງານໜຶ່ງ: ລາວກໍ່ຈົ່ງປະພຶດດີຕໍ່ເພື່ອນບ້ານຂອງລາວ. » ບັນທຶກໂດຍອິມາມມຸສລິມ 47, ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: "ຜູ້ຍິງຄົນໜຶ່ງຖືກລົງໂທດຍ້ອນແມວຕົວໜຶ່ງທີ່ນາງໄດ້ກັກຂັງມັນໄວ້ຈົນມັນຕາຍ ແລ້ວນາງກໍ່ຕ້ອງຕົກນະລົກຍ້ອນມັນ ໂດຍທີ່ນາງບໍ່ໄດ້ໃຫ້ອາຫານ ແລະ ນໍ້າແກ່ມັນໃນຂະນະທີ່ນາງກັກຂັງມັນ ແລະ ທັງບໍ່ຍອມປ່ອຍໃຫ້ມັນໄປຫາກິນແມງໄມ້ຕາມພື້ນດິນ" ບັນທຶກໂດຍອິມາມບຸຄໍຣີ 3482, ນີ້ແມ່ນສຳລັບຜູ້ທີ່ທຳຮ້າຍແມວ, ແລ້ວຈະເປັນແນວໃດກັບຜູ້ທີ່ເຮັດອະທຳບໍ່ດີຂອງເຂົາໄປເຖິງຜູ້ຄົນ. ແລະ ລາຍງານຈາກທ່ານອິບນຸ ອຸມັຣ ເລົ່າວ່າ: ທ່ານຣໍສູລຸລລໍຫ໌ ﷺ ໄດ້ຂຶ້ນໄປເທິງມິນບັຣ ແລ້ວຮ້ອງປະກາດດ້ວຍສຽງທີ່ດັງ ແລ້ວກ່າວວ່າ: ( ໂອ້ບັນດາຜູ້ທີ່ຍອມຮັບອິສລາມພຽງປາກ ແຕ່ການສັດທາຢັງບໍ່ໄດ້ເຂົ້າໄປໃນຫົວໃຈຂອງພວກເຂົາ, ພວກເຈົ້າຢ່າໄດ້ທຳຮ້າຍບັນດາມຸສລິມ, ຢ່າໄດ້ປະຈານພວກເຂົາ, ແລະ ຢ່າສອດສ່ອງຫາຂໍ້ບົກພ່ອງຂອງພວກເຂົາ; ເພາະແທ້ຈິງແລ້ວ ຜູ້ໃດທີ່ສອດສ່ອງຫາຂໍ້ບົກພ່ອງຂອງພີ່ນ້ອງມຸສລິມຂອງເຂົາ, ອົງອັລລໍຫ໌ກໍ່ຈະຊົງຕິດຕາມຫາຂໍ້ບົກພ່ອງຂອງເຂົາຜູ້ນັ້ນ, ແລະ ຜູ້ໃດທີ່ອົງອັລລໍຫ໌ຊົງຕິດຕາມຫາຂໍ້ບົກພ່ອງຂອງເຂົາ, ພຣະອົງກໍ່ຈະຊົງເປີດໂປງເຂົາຜູ້ນັ້ນ ແມ້ວ່າຈະຢູ່ພາຍໃນບ່ອນພັກຂອງເຂົາເອງກໍ່ຕາມ. ຜູ້ລາຍງານກ່າວວ່າ: ແລະ ມື້ໜຶ່ງ ທ່ານ ອິບນຸ ອຸມັຣ ໄດ້ເບິ່ງໄປຍັງໄບຕຸລລໍຫ໌ ຫຼື ກະອ໌ບະຫ໌ ແລ້ວກ່າວວ່າ: ເຈົ້າຊ່າງຍິ່ງໃຫຍ່ເຫຼືອເກີນ ແລະ ຄວາມສັກສິດຂອງເຈົ້າກໍ່ຊ່າງຍິ່ງໃຫຍ່ເຫຼືອເກີນ, ແຕ່ຜູ້ສັດທານັ້ນມີຄວາມສັກສິດທີ່ຍິ່ງໃຫຍ່ກວ່າເຈົ້າ ນະ ທີ່ອົງອັລລໍຫ໌ ). ບັນທຶກໂດຍ ທ່ານຕິຣມີຊີ (2032), ແລະ ອິບນຸ ຮິບບານ (5763). ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: (ໃຜກໍ່ຕາມທີ່ສັດທາຕໍ່ອັລລໍຫ໌ ແລະ ວັນກີຍາມະຫ໌ແລ້ວ ດັງນັ້ນ; ລາວກໍ່ຈະບໍ່ເຮັດສິ່ງບໍ່ດີ ເກິດໂທດໃຫ້ເພື່ອນບ້ານ ແລະ ໃຜກໍ່ຕາມທີ່ສັດທາຕໍ່ອັລລໍຫ໌ ແລະ ວັນກີຍາມະຫ໌ແລ້ວ ດັງນັ້ນ; ລາວຈົ່ງຕອນຮັບ ແລະ ບໍລິການແຂກຜູ້ມາເຢືອນ ແລະ ໃຜກໍ່ຕາມທີ່ສັດທາຕໍ່ອັລລໍຫ໌ ແລະ ວັນກີຍາມະຫ໌ແລ້ວ ດັງນັ້ນ; ລາວຈົ່ງເວົ້າແຕ່ສິ່ງທີ່ດີ ຫຼື ຈົ່ງມິດງຽບ) ບັນທຶກໂດຍອິມາມບຸຄໍຣີ 6018, ແລະ ຈາກທ່ານ ອະບູ ຮູຣອຍເຣາະຫ໌ ຈາກທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ກ່າວວ່າ: "ພວກທ່ານຮູ້ບໍ່ວ່າ ຜູ້ລົ້ມລະລາຍແມ່ນໃຜ?" ພວກເຂົາກ່າວວ່າ: "ຜູ້ລົ້ມລະລາຍໃນໝູ່ພວກເຮົາ ໂອ້ ທ່ານລໍຊູລ ຂອງອັລລໍຫ໌ ແມ່ນຜູ້ທີ່ບໍ່ມີເງິນ (ດີຣຮຳ) ແລະ ບໍ່ມີຊັບສິນໃດໆ." ທ່ານກ່າວວ່າ: "ແທ້ຈິງແລ້ວ ຜູ້ລົ້ມລະລາຍຈາກປະຊາຊາດຂອງຂ້ອຍ ຄືຜູ້ທີ່ມາໃນວັນປໍລະໂລກ (ກີຍາມະຫ໌) ພ້ອມກັບການຖືສິນອົດ, ການລະໝາດ ແລະ ຊະກາຕ, ແລະ ລາວມາໂດຍທີ່ເຄີຍດ່າທໍກຽດຕິຍົດຂອງຄົນນີ້, ໃສ່ຮ້າຍປ້າຍສີຄົນນີ້ ແລະ ກິນຊັບສິນຂອງຄົນນີ້, ດັ່ງນັ້ນ ລາວຈຶ່ງຖືກໃຫ້ນັ່ງລົງ ແລ້ວຄົນນີ້ກໍຈະໄດ້ຮັບການຊົດເຊີຍຈາກຄວາມດີຂອງລາວ ແລະ ຄົນນີ້ກໍຈະໄດ້ຮັບຈາກຄວາມດີຂອງລາວ, ແຕ່ຖ້າຫາກວ່າຄວາມດີຂອງລາວໝົດລົງກ່ອນທີ່ຈະຊົດໃຊ້ຄວາມຜິດຂອງຕົນ, ບາບຂອງພວກເຂົາກໍຈະຖືກເອົາມາໂຍນໃສ່ລາວ, ແລ້ວລາວກໍຈະຖືກໂຍນລົງໄປໃນໄຟນາລົກ." ບັນທຶກໂດຍທ່ານມຸສລິມ ເລກທີ (2581), ແລະ ທ່ານຕິຣມີຊີ ເລກທີ (2418), ແລະ ທ່ານອະຫ໌ມັດ ເລກທີ (8029) ແລະ ສຳນວນເປັນຂອງເພິ່ນ.
ແລະ ທ່ານນະບີ ມຸຮຳມັດ ໄດ້ກ່າວວ່າ -: (ໄດ້ມີກິ່ງໄມ້ກິ່ງໜຶ່ງຢູ່ເທິງຫົນທາງ ເຊິ່ງສ້າງຄວາມເດືອດຮ້ອນໃຫ້ແກ່ຜູ້ຄົນ, ຊາຍຄົນໜຶ່ງຈຶ່ງໄດ້ເອົາມັນອອກ, ແລ້ວລາວກໍ່ຖືກໃຫ້ເຂົ້າສະຫວັນ) ບັນທຶກໂດຍ ອັລບຸກຄໍຣີ, ເລກທີ່ (652) ໃນຄວາມໝາຍດຽວກັນ, ແລະ ມຸສລິມ, ເລກທີ່ (1914) ໃນລັກສະນະຄ້າຍຄືກັນ, ແລະ ອິບນຸ ມາຢະຫ໌, ເລກທີ່ (3682), ແລະ ອະຫ໌ມັດ, ເລກທີ່ (10432) ແລະ ສຳນວນແມ່ນຂອງທັງສອງທ່ານ, ດັ່ງນັ້ນ ການຂະຈັດສິ່ງກີດຂວ້າງອອກຈາກຖະນົນຫົນທາງຈະເຮັດໃຫ້ໄດ້ເຂົ້າສະຫວັນ ແລ້ວຈະນັບປະສາຫຍັງກັບຜູ້ທີ່ສ້າງຄວາມເດືອດຮ້ອນໃຫ້ແກ່ຜູ້ຄົນ ແລະ ທຳລາຍຊີວິດຂອງພວກເຂົາ.
37- ສາສະໜາອິດສະລາມໄດ້ມາເພື່ອປົກປ້ອງສະຕິປັນຍາ ແລະຫ້າມທຸກສິ່ງທີ່ທຳລາຍມັນ ເຊັ່ນ: ການດື່ມສຸລາ (ເຫຼົ້າ), ທັງຢັງໄດ້ຍົກຍ້ອງຄຸນຄ່າຂອງສະຕິປັນຍາ ແລະກຳນົດໃຫ້ມັນເປັນເງື່ອນໄຂຫຼັກໃນການຮັບຜິດຊອບໜ້າທີ່ທາງສາສະໜາ, ພ້ອມທັງປົດປ່ອຍສະຕິປັນຍາອອກຈາກພັນທະນາການຂອງຄວາມງົມງາຍ ແລະການບູຊາຮູບປັ້ນ. ໃນສາສະໜາອິດສະລາມ ແມ່ນບໍ່ມີຄວາມລັບ ຫຼື ບົດບັນຍັດໃດໆ ທີ່ກຳນົດໄວ້ສະເພາະກຸ່ມຄົນຊັ້ນວັນນະໃດໜຶ່ງໂດຍສະເພາະ, ແລະທຸກໆ ບົດບັນຍັດ ແລະກົດໝາຍທາງສາສະໜາ ແມ່ນສອດຄ່ອງກັບສະຕິປັນຍາທີ່ຖືກຕ້ອງ, ທັງເປັນໄປຕາມຫຼັກການຂອງຄວາມຍຸຕິທຳ ແລະ ຄວາມມີສະຕິປັນຍາ (ຄວາມຮອບຄອບ).
ອິສລາມມີຫລັກການຄຸ້ມຄອງສະຕິປັນຍາ ແລະຍົກຖານະຂອງມັນ, ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ແທ້ຈິງແລ້ວ ການໄດ້ຍິນ, ການເບິ່ງເຫັນ ແລະ ຫົວໃຈ ທຸກໆ ສິ່ງເຫຼົ່ານັ້ນຈະຖືກສອບສວນ) [ສູເຣາະຫ໌ ອິສຣໍອຼ: 36]. ດັ່ງນັ້ນ ສິ່ງທີ່ຈຳເປັນແກ່ມະນຸດຄື: ການຮັກສາສະຕິປັນຍາຂອງຕົນ, ແລະ ດ້ວຍເຫດນີ້ ອິດສະລາມຈຶ່ງຫ້າມສິ່ງມຶນເມົາ ແລະ ຢາເສບຕິດ -ແລະ ໄດ້ກ່າວເຖິງການຫ້າມສິ່ງມຶນເມົາໃນຂໍ້ທີ (34)- ແລະ ຫຼາຍໆ ໂອງການຂອງອັລກຸຣອານອັນຊົງກຽດ ໄດ້ລົງທ້າຍດ້ວຍພຣະດຳລັດຂອງພຣະອົງຜູ້ຊົງສູງສົ່ງ ທີ່ວ່າ: (ເພື່ອວ່າພວກເຈົ້າຈະໄດ້ເຂົ້າໃຈ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 242]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ຊີວິດຄວາມເປັນຢູ່ແຫ່ງໂລກນີ້ບໍ່ແມ່ນອື່ນໃດເລີຍ ນອກຈາກການຫຼິ້ນ ແລະ ການມ່ວນຊື່ນ ແລະ ແນ່ນອນ ບ້ານແຫ່ງໂລກໜ້ານັ້ນດີກວ່າສຳລັບບັນດາຜູ້ທີ່ຢຳເກງ ດັ່ງນັ້ນ ພວກເຈົ້າບໍ່ໃຊ້ສະຕິປັນຍາດອກຫຼື?) [ສູເຣາະຫ໌ ອັນອາມ : 32]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແທ້ຈິງເຮົາໄດ້ປະທານມັນລົງມາເປັນອັລກຸຣອານພາສາອາຣັບ ເພື່ອພວກທ່ານຈະໄດ້ໃຊ້ປັນຍາ) [ຊູເຣາະຫ໌ ຍູຊຸຟ : 2]. ແລະ ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ຊີ້ແຈງວ່າ ທາງນຳ ແລະ ວິທະຍາປັນຍາ ຈະບໍ່ມີໃຜໄດ້ຮັບປະໂຫຍດຈາກທັງສອງສິ່ງນີ້ ນອກຈາກຜູ້ທີ່ມີສະຕິປັນຍາ ແລະ ພວກເຂົາກໍຄືຜູ້ທີ່ມີປັນຍາໄຕ່ຕອງ, ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ຕຣັດໄວ້ວ່າ: (ພຣະອົງຊົງປະທານວິທະຍາປັນຍາ (ຫິກມະຫ໌) ແກ່ຜູ້ທີ່ພຣະອົງຊົງປະສົງ, ແລະ ຜູ້ໃດທີ່ໄດ້ຮັບວິທະຍາປັນຍາ ແນ່ນອນວ່າເຂົາໄດ້ຮັບຄວາມດີງາມຢ່າງຫຼວງຫຼາຍ, ແລະ ຈະບໍ່ມີຜູ້ໃດໄດ້ຮັບຂໍ້ຄິດ ນອກຈາກບັນດາຜູ້ທີ່ມີສະຕິປັນຍາ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 269].
ແລະ ດ້ວຍເຫດນີ້, ສາສະໜາອິດສະລາມຈຶ່ງໄດ້ກຳນົດໃຫ້ສະຕິປັນຍາເປັນພື້ນຖານຂອງຄວາມຮັບຜິດຊອບທາງສາສະໜາ, ທ່ານຣໍຊຸລ ລຸລລໍຫ໌ ﷺ ໄດ້ກ່າວໄວ້ວ່າ: «ປາກກາຖືກຍົກຂຶ້ນ (ບໍ່ເອົາຜິດ) ກັບສາມຢ່າງ: ກັບຄົນນອນທີ່ຍັງບໍ່ທັນຕື່ນ, ກັບເດັກນ້ອຍຈົນກວ່າຈະບັນລຸສາສະນະພາວະ, ແລະ ກັບຄົນບໍ່ມີສະຕິຈົນກວ່າຈະມີສະຕິຄືນມາ » ບັນທຶກໂດຍ ທ່ານອັລບຸຄໍຣີ ແບບມຸອັລລັກ ດ້ວຍສຳນວນທີ່ແນ່ນອນ ກ່ອນຮະດີດ (5269) ໃນທຳນອງດຽວກັນ, ແລະ ບັນທຶກແບບມົວຊູນໂດຍ ທ່ານອາບຸດາວູດ (4402) ແລະ ສຳນວນນີ້ເປັນຂອງເພິ່ນ, ແລະ ທ່ານອັດຕິຣມີຊີ (1423), ແລະ ທ່ານອັນນະຊາອີ ໃນ "ອັສ-ສຸນັນ ອັລກຸບຣໍ" (7346), ແລະ ທ່ານອະຫ໌ມັດ (956) ດ້ວຍຄວາມແຕກຕ່າງເລັກນ້ອຍ, ແລະ ທ່ານອິບນຸມາຈະຫ໌ (2042) ແບບຫຍໍ້. ແລະ ໄດ້ປົດປ່ອຍເຂົາຈາກພັນທະນາການຂອງຄວາມເຊື່ອງົມງວາຍ ແລະ ການບູຊາຮູບປັ້ນ, ອັລລໍຫ໌ຜູ້ຊົງສູງສົງໄດ້ຕຣັດບອກເລົ່າເຖິງສະພາບຂອງບັນດາປະຊາຊາດ ໃນການຍຶດໝັ້ນຕໍ່ຄວາມເຊື່ອງົມງວາຍຂອງພວກເຂົາ ແລະ ການປະຕິເສດສັດຈະທັມທີ່ໄດ້ມາຫາພວກເຂົາຈາກອັລລໍຫ໌: (ແລະ ເຊັ່ນດຽວກັນນັ້ນ ເຮົາບໍ່ໄດ້ສົ່ງຜູ້ຕັກເຕືອນຄົນໃດ ໄປຍັງເມືອງໃດ ມາກ່ອນຫນ້າເຈົ້າ ຍົກເວັ້ນແຕ່ບັນດາຜູ້ທີ່ຮັ່ງມີໃນເມືອງນັ້ນ ຈະກ່າວວ່າ ແທ້ຈິງ ພວກເຮົາໄດ້ເຫັນບັນພະບຸລຸດຂອງພວກເຮົາຍຶດຖືແນວທາງໜຶ່ງ ແລະ ແທ້ຈິງ ພວກເຮົາກໍ່ເປັນຜູ້ປະຕິບັດຕາມຮອຍຂອງພວກເຂົາ) [ຊູເຣາະຫ໌ ອັລຊຸຄຣຸຟ : 23]. ແລະ ອັລລໍຫ໌ ຕາອາລາ ໄດ້ຊົງດຳລັດບອກເລົ່າກ່ຽວກັບ ອິບຣໍຫີມ ອັລຄໍລີລ ອະໄລຮິສສາລາມ ເຊິ່ງໄດ້ກ່າວແກ່ຊົນຂອງທ່ານວ່າ: (ຮູບປັ້ນເຫຼົ່ານີ້ແມ່ນຫຍັງ ເຊິ່ງພວກທ່ານເປັນຜູ້ທີ່ເຝົ້າເຄົາລົບພັກດີຕໍ່ພວກມັນ) (ພວກເຂົາກ່າວວ່າ ພວກເຮົາໄດ້ເຫັນບັນພະບຸລຸດຂອງພວກເຮົາເຄົາລົບພັກດີຕໍ່ພວກມັນ) [ອັລ-ອຳບິຍາ: 52 53]. ດັ່ງນັ້ນ ສາສະໜາອິສລາມຈຶ່ງໄດ້ມາ ແລະ ໄດ້ສັ່ງໃຊ້ໃຫ້ຜູ້ຄົນທັງຫຼາຍລະຖິ້ມການເຄົາລົບກາບໄຫວ້ຮູບປັ້ນ ແລະ ລະເລີກຄວາມເຊື່ອທີ່ງົມງາຍເຊິ່ງສືບທອດກັນມາຈາກບັນພະບຸລຸດ ພ້ອມທັງໃຫ້ປະຕິບັດຕາມແນວທາງຂອງບັນດາສາສະນະທູດ ອະໄລຮິມຸສຊໍລາຕຸ ວັສລາມ.
ອິດສະລາມບໍ່ມີຄວາມລັບ ຫຼື ກົດເກນໃດທີ່ຈຳກັດສະເພາະບາງຊົນຊັ້ນ ທ່ານອາລີ ບິນ ອະບີ ຕໍລິບ ຣໍດິຍັລລໍຮຸ ອັນຮຸ ເຊິ່ງເປັນລູກພີ່ລູກນ້ອງຂອງ ທ່ານສາສະນະທູດຂອງອັລລໍຫ໌ ﷺ ແລະ ເປັນສາມີຂອງລູກສາວຂອງທ່ານ ໄດ້ຖືກຖາມວ່າ: ທ່ານສາສະນະທູດຂອງອັລລໍຫ໌ ﷺ ໄດ້ມອບສິ່ງໃດເປັນພິເສດສະເພາະແກ່ພວກທ່ານບໍ? ທ່ານຈຶ່ງຕອບວ່າ: «ທ່ານສາສະນະທູດຂອງອັລລໍຫ໌ ﷺ ບໍ່ໄດ້ມອບສິ່ງໃດເປັນພິເສດສະເພາະແກ່ພວກເຮົາ ທີ່ບໍ່ໄດ້ກວມເອົາຜູ້ຄົນທັງໝົດ ນອກຈາກສິ່ງທີ່ຢູ່ໃນຝັກດາບຂອງຂ້ອຍນີ້, ຜູ້ລາຍງານກ່າວວ່າ: ແລ້ວທ່ານກໍໄດ້ເອົາແຜ່ນບັນທຶກໜຶ່ງອອກມາ ເຊິ່ງມີຂຽນໄວ້ໃນນັ້ນວ່າ: ອັລລໍຫ໌ຊົງສາບແຊ່ງຜູ້ທີ່ເຊືອດສັດເພື່ອສິ່ງອື່ນນອກຈາກອັລລໍຫ໌, ແລະ ອັລລໍຫ໌ຊົງສາບແຊ່ງຜູ້ທີ່ລັກປ່ຽນຫຼັກໝາຍເຂດແດນ, ແລະ ອັລລໍຫ໌ຊົງສາບແຊ່ງຜູ້ທີ່ສາບແຊ່ງພໍ່ແມ່ຂອງຕົນ, ແລະ ອັລລໍຫ໌ຊົງສາບແຊ່ງຜູ້ທີ່ໃຫ້ບ່ອນພັກພິງແກ່ຜູ້ກໍ່ເຫດຊົ່ວຮ້າຍ» ບັນທຶກໂດຍ ອິມາມມຸສລິມ 1978 . ກົດເກນລະບຽບ ແລະ ກົດຫມາຍ (ຊາຣີອະຫ໌) ທັງຫມົດຂອງອິສລາມນັ້ນສອດຄ່ອງກັບເຫດຜົນທີ່ດີ ແລະ ປະຕິບັດຕາມຄວາມຍຸດຕິທໍາ ແລະ ຫິກມະຫ໌ ສະຕິປັນຍາ.
38- ສໍາລັບບັນດາສາສະໜາທີ່ບໍ່ຖືກຕ້ອງ (ສາສະໜາປອມແປງ), ເມື່ອຜູ້ນັບຖືບໍ່ສາມາດເຮັດຄວາມເຂົ້າໃຈກັບຄວາມຂັດແຍ່ງ ແລະ ສິ່ງຕ່າງໆ ທີ່ຂັດຕໍ່ຫຼັກສະຕິປັນຍາທີ່ມີຢູ່ໃນສາສະໜານັ້ນ, ບັນດານັກບວດ ຫຼື ຜູ້ນຳທາງສາສະໜາກໍຈະເຮັດໃຫ້ຜູ້ນັບຖືຫຼົງເຊື່ອວ່າ: ສາສະໜານັ້ນຢູ່ເໜືອສະຕິປັນຍາ, ແລະ ສະຕິປັນຍາແມ່ນບໍ່ມີບົດບາດໃດໆ ໃນການເຮັດຄວາມເຂົ້າໃຈສາສະໜາ. ໃນທາງກົງກັນຂ້າມ, ສາສະໜາອິດສະລາມຖືວ່າສາສະໜາຄືແສງສະຫວ່າງທີ່ສ່ອງທາງໃຫ້ແກ່ສະຕິປັນຍາ; ດັ່ງນັ້ນ, ຜູ້ນັບຖືສາສະໜາທີ່ບໍ່ຖືກຕ້ອງ ຈຶ່ງຕ້ອງການໃຫ້ມະນຸດລະຖິ້ມສະຕິປັນຍາຂອງຕົນແລ້ວປະຕິບັດຕາມພວກເຂົາ, ແຕ່ອິດສະລາມຕ້ອງການໃຫ້ມະນຸດປຸກສະຕິປັນຍາຂອງຕົນເອງຂຶ້ນມາ ເພື່ອໃຫ້ຮັບຮູ້ຄວາມຈິງຂອງສິ່ງຕ່າງໆ ຕາມຄວາມເປັນຈິງ.
ສໍາລັບບັນດາສາສະໜາທີ່ບໍ່ຖືກຕ້ອງ, ເມື່ອຜູ້ນັບຖືບໍ່ສາມາດທຳຄວາມເຂົ້າໃຈກັບຄວາມຂັດແຍ່ງ ແລະສິ່ງຕ່າງໆ ທີ່ຂັດຕໍ່ຫຼັກສະຕິປັນຍາທີ່ມີຢູ່ໃນສາສະໜານັ້ນ, ບັນດານັກບວດກໍຈະເຮັດໃຫ້ຜູ້ນັບຖືຫຼົງເຊື່ອວ່າ: ສາສະໜານັ້ນຢູ່ເໜືອສະຕິປັນຍາ, ແລະ ສະຕິປັນຍາແມ່ນບໍ່ມີບົດບາດໃດໆ ໃນການທຳຄວາມເຂົ້າໃຈສາສະໜາ. ໃນທາງກົງກັນຂ້າມ, ສາສະໜາອິດສະລາມຖືວ່າສາສະໜາຄືແສງສະຫວ່າງທີ່ສ່ອງທາງໃຫ້ແກ່ສະຕິປັນຍາ; ດັ່ງນັ້ນ, ຜູ້ນັບຖືສາສະໜາທີ່ບໍ່ຖືກຕ້ອງ ຈຶ່ງຕ້ອງການໃຫ້ມະນຸດລະຖິ້ມສະຕິປັນຍາຂອງຕົນແລ້ວປະຕິບັດຕາມພວກເຂົາ, ແຕ່ອິດສະລາມຕ້ອງການໃຫ້ມະນຸດປຸກສະຕິປັນຍາຂອງຕົນເອງຂຶ້ນມາ ເພື່ອໄຕ່ຕອງ, ຄົ້ນຄິດ ແລະຮັບຮູ້ຄວາມຈິງຂອງສິ່ງຕ່າງໆ ຕາມຄວາມເປັນຈິງ, ດັ່ງທີ່ອົງອັລລໍຫ໌ ຕະອາລາ ໄດ້ຊົງກ່າວໄວ້ວ່າ: (ແລະ ເຊັ່ນນັ້ນແຫຼະ ເຮົາໄດ້ມີໂອງການ (ວະຮ໌ຍູ) ແກ່ເຈົ້າ ເຊິ່ງໂຣຮ໌ (ອັລກຸຣອານ) ຕາມບັນຊາຂອງເຮົາ ເຈົ້າບໍ່ເຄີຍຮູ້ມາກ່ອນເລີຍວ່າ ຄຳພີແມ່ນຫຍັງ ແລະ ຄວາມສັດທາແມ່ນຫຍັງ ແຕ່ເຮົາໄດ້ເຮັດໃຫ້ມັນເປັນແສງສະວ່າງ ເພື່ອທີ່ເຮົາຈະຊີ້ນຳດ້ວຍມັນແກ່ຜູ້ທີ່ເຮົາປະສົງ ຈາກບັນດາບ່າວຂອງເຮົາ ແລະ ແທ້ຈິງ ເຈົ້ານັ້ນຈະຊີ້ນຳໄປສູ່ທາງທີ່ທ່ຽງກົງ) [ສູເຣາະຫ໌ອັຊ-ຊູຣໍ ອາຍະຫ໌ 52]. ວະຫ໌ຮີຈາກພຣະເຈົ້າຍ່ອມປະກອບມີບັນດາຫຼັກຖານ ແລະ ຂໍ້ພິສູດ ທີ່ນຳພາສະຕິປັນຍາທີ່ສົມບູນໄປສູ່ບັນດາຄວາມຈິງ ທີ່ມັນມຸ່ງຫວັງທີ່ຈະຮັບຮູ້ ແລະ ສັດທາຕໍ່ມັນ, ອັລລໍຫ໌ຜູ້ຊົງສູງສົງໄດ້ຕຣັດວ່າ: (ໂອ້ ມະນຸດຊາດທັ້ງຫຼາຍ ແນ່ນອນໄດ້ມີຫຼັກຖານຈາກພຣະເຈົ້າຂອງພວກທ່ານມາຢັງພວກທ່ານແລ້ວ ແລະ ເຮົາໄດ້ປະທານແສງສະວ່າງອັນຊັດເຈນແຈ່ມແຈ້ງແກ່ພວກທ່ານ (ຄືອັລກຸຣອານ)) [ສູເຣາະຫ໌ ອັນນິສາ: 174]. ດັ່ງນັ້ນ ອັລລໍຫ໌ ຊຸບຮານະຮູ ວະຕະອາລາ ຊົງປະສົງໃຫ້ມະນຸດດຳລົງຊີວິດຢູ່ໃນແສງສະວ່າງແຫ່ງການນຳທາງ, ຄວາມຮູ້ ແລະ ຄວາມຈິງ ສ່ວນບັນດາໄຊຕອນ ແລະ ພວກຕໍກູ໊ດນັ້ນ ຕ້ອງການໃຫ້ມະນຸດຍັງຄົງຢູ່ໃນຄວາມມືດແຫ່ງການບໍ່ສັດທາ, ຄວາມໂງ່ຈ້າ ແລະ ການຫຼົງທາງ, ອັລລໍຫ໌ ຕະອາລາ ຕຣັດວ່າ: ຄວາມວ່າ : (ອັລລໍຫ໌ນັ້ນຄືຜູ້ຊົງຊ່ວຍເຫຼືອບັນດາຜູ້ສັດທາ ໂດຍຊົງນຳທາງພວກເຂົາອອກຈາກບັນດາຄວາມມືດສູ່ແສງສະວ່າງ ແລະ ບັນດາຜູ້ປະຕິເສດສັດທານັ້ນ ຜູ້ຊ່ວຍເຫຼືອຂອງພວກເຂົາຄື ພວກຕໍກູ໊ດ (ມານຮ້າຍ) ໂດຍຈະນຳທາງພວກເຂົາອອກຈາກແສງສະວ່າງສູ່ຄວາມມືດຊົ່ວຮ້າຍ) [ສູເຣາະຫ໌ ອັລ-ບາກໍເຣາະຫ໌: 257].
39- ອິດສະລາມເຊີດຊູວິທະຍາສາດທີ່ແທ້ຈິງ ຊຸກຍູ້ການຄົ້ນຄວ້າວິທະຍາສາດທີ່ບໍ່ແມ່ນຈາກກິເລດຕັນຫາ ແລະ ຮຽກຮ້ອງໃຫ້ເບິ່ງ ແລະ ຄິດໄຕຕ່ອງກ່ຽວກັບຕົວເຮົາເອງ ແລະ ຈັກກະວານທີ່ອ້ອມຮອບຕົວເຮົາ ແລະຜົນທີ່ໄດ້ຮັບທາງວິທະຍາສາດທີ່ຖືກຕ້ອງ ແລະ ວິທະຍາສາດຈະຕ້ອງບໍ່ຂັດກັບອິດສະລາມ.
ອິດສະລາມເຊີດຊູວິທະຍາສາດທີ່ແທ້ຈິງ ອັລລໍຫ໌ ໄດ້ກ່າວວ່າ : (ອັລລໍຫ໌ຈະຊົງຢົກຍ່ອງໃຫ້ກຽດແກ່ບັນດາຜູ້ສັດທາໃນໝູ່ພວກເຈົ້າ ແລະ ບັນດາຜູ້ໄດ້ຮັບຄວາມຮູ້ຫຼາຍຊັ້ນ ແລະ ອັລລໍຫ໌ຊົງຮອບຮູ້ຍິ່ງ ໃນສິ່ງທີ່ພວກເຈົ້າກະທຳ) [ສູເຣາະຫ໌ ອັລ-ມຸຈາດາລະຫ໌ : 11]. ແລະ ອັລລໍຫ໌ ໄດ້ຊົງນຳເອົາການເປັນພະຍານຂອງບັນດາຜູ້ມີຄວາມຮູ້ ມາຄຽງຄູ່ກັບການເປັນພະຍານຂອງພຣະອົງເອງ ແລະ ການເປັນພະຍານຂອງເທວະທູດ ມາລາອີກະຮ໌ຂອງພຣະອົງ ຕໍ່ສິ່ງທີ່ຖືກຢືນຍັນທີ່ຍິ່ງໃຫຍ່ທີ່ສຸດ, ພຣະອົງໄດ້ກ່າວວ່າ: (ອັລລໍຫ໌ຊົງຢືນຍັນວ່າ ແທ້ຈິງບໍ່ມີຜູ້ທີ່ຄວນໄດ້ຮັບການເຄົາລົບບູຊາໃດໆ ນອກຈາກພຣະອົງເທົ່ານັ້ນ ແລະ ເທວະທູດ ມາລາອີກະຮ໌ ແລະ ບັນດາຜູ້ມີຄວາມຮູ້ໃນຖານະດຳລົງໄວເຊິ່ງຄວາມຍຸດຕິທຳນັ້ນ ກໍ່ຢືນຍັ້ນວ່າບໍ່ມີຜູ້ທີ່ຄວນໄດ້ຮັບການເຄົາລົບບູຊາໃດໆ ນອກຈາກອັລລໍຫ໌ຜູ້ຊົງເດສານຸພາບ ຜູ້ປຣີຊາຍານ) [ສູເຣາະຫ໌ ອາລາ ອິມຣອນ: 18]. ແລະ ສິ່ງນີ້ໄດ້ຊີ້ແຈງໃຫ້ເຫັນເຖິງຄວາມສຳຄັນຂອງຜູ້ມີຄວາມຮູ້ໃນສາສະໜາອິສລາມ, ແລະ ພຣະອົງອັລລໍຫ໌ ບໍ່ໄດ້ຊົງສັ່ງໃຊ້ໃຫ້ທ່ານນະບີ ມູຮຳມັດ ﷺ ສະແວງຫາການເພີ່ມເຕີມໃນສິ່ງອື່ນໃດ ນອກຈາກຄວາມຮູ້, ອັລລໍຫ໌ຕາອາລາ ໄດ້ກ່າວວ່າ: (ແລະ ຈົ່ງກ່າວວ່າ: ໂອ້ ພຣະຜູ້ອະພິບານຂອງຂ້ອຍ ຂໍຊົງໂປດເພີ່ມຄວາມຮູ້ແກ່ຂ້ອຍ) [ສູເຣາະຫ໌ ຕໍຮາ: 114]. ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: «ຜູ້ໃດທີ່ເດີນທາງໃນເສັ້ນທາງໜຶ່ງເພື່ອສະແຫວງຫາຄວາມຮູ້ (ສາສະໜາ) ອັລລໍຫ໌ຈະຊົງເຮັດໃຫ້ເສັ້ນທາງໄປສູ່ສະຫວັນງ່າຍດາຍສຳລັບລາວ, ແລະ ແທ້ຈິງແລ້ວ ບັນດາມະລາອິກະຮ໌ຈະລົດປີກຂອງພວກທ່ານລົງດ້ວຍຄວາມພໍໃຈຕໍ່ຜູ້ສຶກສາຫາຄວາມຮູ້, ແລະ ແທ້ຈິງແລ້ວ ຜູ້ສຶກສາຫາຄວາມຮູ້ນັ້ນ ຜູ້ທີ່ຢູ່ໃນຊັ້ນຟ້າ ແລະ ແຜ່ນດິນ ຈົນກະທັ່ງຝູງປາທີ່ຢູ່ໃນນ້ຳຈະຂໍອະໄພໂທດໃຫ້ແກ່ລາວ, ແລະ ແທ້ຈິງແລ້ວ ຄວາມປະເສີດຂອງນັກວິຊາການທີ່ມີເໜືອຜູ້ເຄົາລົບພັກດີນັ້ນ ປຽບດັ່ງຄວາມປະເສີດຂອງດວງຈັນທີ່ມີເໜືອດວງດາວທັງຫຼາຍ, ແທ້ຈິງແລ້ວ ບັນດານັກວິຊາການຄືຜູ້ສືບທອດມໍລະດົກຂອງບັນດານະບີ, ແທ້ຈິງແລ້ວ ບັນດານະບີບໍ່ໄດ້ປະຖິ້ມມໍລະດົກໄວ້ເປັນເງິນດີນາຣ ແລະ ເງິນດີຣຮຳ ແຕ່ພວກເພິ່ນໄດ້ປະຖິ້ມມໍລະດົກໄວ້ເປັນຄວາມຮູ້ ດັ່ງນັ້ນ ຜູ້ໃດທີ່ຮັບເອົາມັນໄວ້ ຖືວ່າລາວໄດ້ຮັບກຳໄລສ່ວນອັນຫຼວງຫຼາຍແລ້ວ» ບັນທຶກໂດຍ ອະບູ ດາວູດ (3641), ແລະ ອັດຕິຣມີຊີ (2682), ແລະ ອິບນຸ ມາຈະຫ໌ (223) ໂດຍສຳນວນນີ້ເປັນຂອງເພິ່ນ, ແລະ ອະຫ໌ມັດ (21715).
ແລະ ອິສລາມຊຸກຍູ້ການຄົ້ນຄວ້າວິທະຍາສາດທີ່ບໍ່ແມ່ນຈາກກິເລດຕັນຫາ ແລະ ຮຽກຮ້ອງໃຫ້ເບິ່ງ ແລະ ຄິດໄຕຕ່ອງກ່ຽວກັບຕົວເຮົາເອງ ແລະຈັກກະວານທີ່ອ້ອມຮອບຕົວເຮົາ. ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ເຮົາຈະໃຫ້ພວກເຂົາໄດ້ເຫັນບັນດາສັນຍານຂອງເຮົາໃນທົ່ວຂອບຟ້າ ແລະ ໃນຕົວຂອງພວກເຂົາເອງ ຈົນກວ່າຈະເປັນທີ່ຊັດເຈນແຈ່ມແຈ້ງແກ່ພວກເຂົາວ່າມັນຄືຄວາມຈິງ (ຄືອັລກຸຣອານ) ແລະ ຍັງບໍ່ພຽງພໍອີກຫຼື ທີ່ພຣະເຈົ້າຂອງທ່ານນັ້ນຊົງເປັນພະຍານຕໍ່ທຸກສິ່ງທຸກຢ່າງ) [ຊູເຣາະຫ໌ ຟຸສສິລັດ : 53]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ພວກເຂົາບໍ່ໄດ້ພິຈາລະນາເບິ່ງໃນອານາຈັກຂອງຊັ້ນຟ້າທັ້ງຫຼາຍ ແລະ ແຜ່ນດິນນີ້ ແລະ ສິ່ງຕ່າງໆ ທີ່ອັລລໍໄດ້ຊົງສ້າງຂຶ້ນມາບໍ? ແລະ ບາງທີອາຍຸໄຂຂອງພວກເຂົາອາດຈະໃກ້ເຂົ້າມາແລ້ວ? ດັ່ງນັ້ນ ຫຼັງຈາກນີ້ແລ້ວ ພວກເຂົາຈະເຊື່ອມັ້ນໃນເລື່ອງລາວໃດອີກ?). [ຊູເຣາະຫ໌ ອັລ-ອະຣໍຟ : 185]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ພວກເຂົາບໍ່ໄດ້ເດີນທາງໄປໃນແຜ່ນດິນດອກຫລື ເພື່ອພວກເຂົາຈະໄດ້ເຫັນວ່າບັ້ນປາຍຂອງບັນດາຜູ້ທີ່ມາກ່ອນພວກເຂົານັ້ນເປັນແນວໃດ ພວກເຂົາເຫລົ່ານັ້ນມີຄວາມເຂັ້ມແຂງຍິ່ງກວ່າພວກເຂົາ ແລະ ພວກເຂົາໄດ້ພິກຟື້ນແຜ່ນດິນ ແລະ ໄດ້ສ້າງຄວາມຈະເລີນໃຫ້ແກ່ມັນຫລາຍກວ່າທີ່ພວກເຂົາໄດ້ສ້າງຄວາມຈະເລີນໄວ້ ແລະ ບັນດາຣໍຊູລຂອງພວກເຂົາໄດ້ມາຫາພວກເຂົາພ້ອມດ້ວຍຫລັກຖານທັງຫລາຍອັນຊັດແຈ້ງ ດັ່ງນັ້ນ ອັລລໍຫ໌ຈະບໍ່ຊົງອະທຳຕໍ່ພວກເຂົາ ແຕ່ຫາກວ່າພວກເຂົາໄດ້ອະທຳຕໍ່ຕົວຂອງພວກເຂົາເອງ) [ຊູເຣາະຫ໌ ອັຣ-ຣູມ : 9].
ແລະ ຜົນທີ່ໄດ້ຮັບທາງວິທະຍາສາດທີ່ຖືກຕ້ອງຈະບໍ່ຂັດແຍ້ງກັບອິສລາມ, ແລະ ພວກເຮົາຈະຍົກຕົວຢ່າງໜຶ່ງທີ່ຄຳພີອັລກຸຣອານໄດ້ກ່າວເຖິງລາຍລະອຽດອັນຊັດເຈນກ່ຽວກັບເລື່ອງນີ້ໄວ້ຕັ້ງແຕ່ຫຼາຍກວ່າໜຶ່ງພັນສີ່ຮ້ອຍປີກ່ອນ ເຊິ່ງວິທະຍາສາດສະໄໝໃໝ່ຫາກໍໄດ້ຮັບຮູ້ໃນພາຍຫຼັງ; ດັ່ງນັ້ນ, ຜົນໄດ້ຮັບທາງວິທະຍາສາດຈຶ່ງອອກມາສອດຄ່ອງກັບສິ່ງທີ່ມີຢູ່ໃນຄຳພີອັລກຸຣອານອັນຍິ່ງໃຫຍ່, ນັ້ນກໍຄື ການສ້າງທາລົກໃນຄັນຂອງມານດາ. ອັລລໍຫ໌ ຜູ້ຊົງສູງສົ່ງ ໄດ້ຕຣັດວ່າ: (ແລະ ແທ້ຈິງ ພວກເຮົາໄດ້ສ້າງມະນຸດຈາກທາດແທ້ຂອງດິນໜຽວ) (ແລ້ວເຮົາໄດ້ເຮັດໃຫ້ເຂົາເປັນນໍ້າອະສຸຈິ ຢູ່ໃນບ່ອນພັກພິງອັນໝັ້ນຄົງ) (ຕໍ່ມາ ເຮົາໄດ້ສ້າງນໍ້າອະສຸຈິໃຫ້ເປັນກ້ອນເລືອດ ແລ້ວເຮົາໄດ້ສ້າງກ້ອນເລືອດໃຫ້ເປັນກ້ອນຊີ້ນ ແລ້ວເຮົາໄດ້ສ້າງກ້ອນຊີ້ນໃຫ້ເປັນກະດູກ ແລ້ວເຮົາໄດ້ຫຸ້ມກະດູກດ້ວຍຊີ້ນ ຕໍ່ມາເຮົາໄດ້ສ້າງເຂົາຂຶ້ນມາໃຫ້ເປັນອີກຮູບຮ່າງໜຶ່ງ ດັ່ງນັ້ນ ອັລລໍຫ໌ ຊົງມະຫາປະເສີດຍິ່ງ ຜູ້ຊົງສ້າງທີ່ດີເລີດຍິ່ງ 14) [ຊູເຣາະຫ໌ ອັລ-ມູມີນູນ :12-14].
40- ໃນໂລກຫນ້າ ອັລລໍຫ໌ຈະຊົງຕອບຮັບ ແລະ ຕອບແທນໃຫ້ລາງວັນການກະທໍາຂອງຜູ້ທີ່ເຊື່ອໃນອັລລໍຫ໌, ເຊື່ອຟັງຕໍ່ພຣະອົງ, ແລະ ເຊື່ອສັດທາໃນສາສະນະທູດຂອງພຣະອົງ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດພວກທ່ານ) ອັລລໍຫ໌ບໍ່ຊົງຍອມຮັບການເຄົາລົບພັກດີນອກຈາກສິ່ງທີ່ພຣະອົງຊົງບັນຫຍັດໄວ້ ດັ່ງນັ້ນ ເຮົາຈະຫວັງຜົນຕອບແທນຈາກອັລລໍຫ໌ ໃນຂະນະທີ່ເຮົາບໍ່ເຊື່ອໃນພຣະອົງໄດ້ແນວໃດ? ອັລລໍຫ໌ບໍ່ຍອມຮັບສັດທາຂອງຜູ້ໃດ ນອກຈາກຜູ້ທີ່ເຊື່ອໃນສາດສະດາທັງຫມົດ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດພວກທ່ານ) ແລະ ສານຈາກທ່ານສາດສະດາ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ.
ໃນໂລກຫນ້າ ອັລລໍຫ໌ຈະຊົງຕອບຮັບ ແລະ ຕອບແທນໃຫ້ລາງວັນການກະທໍາຂອງຜູ້ທີ່ເຊື່ອໃນອັລລໍຫ໌, ເຊື່ອຟັງຕໍ່ພຣະອົງ, ແລະ ເຊື່ອສັດທາໃນສາສະນະທູດຂອງພຣະອົງ ອະໄລຮິ ມຸສລາມ ພຣະອົງອັລລໍຫ໌ໄດ້ກ່າວວ່າ: (ຜູ້ໃດທີ່ປາດຖະໜາຄວາມສຸກທີ່ຮີບດ່ວນ (ໃນໂລກນີ້) ເຮົາກໍ່ຈະຮີບຮ້ອນໃຫ້ແກ່ເຂົາໃນນັ້ນ ຕາມສິ່ງທີ່ເຮົາປະສົງແກ່ຜູ້ທີ່ເຮົາຕ້ອງການ, ແລ້ວເຮົາໄດ້ກຳນົດນະລົກໄວ້ໃຫ້ແກ່ເຂົາ ໂດຍທີ່ເຂົາຈະເຂົ້າໄປໃນນັ້ນ ຢ່າງຖືກຕິຕຽນ ແລະ ຖືກຂັບໄລ່) (ແລະ ຜູ້ໃດປາຖະໜາໂລກຫນ້າ ແລະ ໄດ້ພະຍາຍາມເພື່ອມັນຢ່າງຈິງຈັງ ໂດຍທີ່ເຂົາເປັນຜູ້ສັດທາ ດັ່ງນັ້ນ ຊົນເຫລົ່ານັ້ນ ຄວາມພະຍາຍາມຂອງພວກເຂົາຈະໄດ້ຮັບການຕອບແທນ) [ສູເຣາະຫ໌ ອິສຣໍອຼ: 18-19]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ດັ່ງນັ້ນ ຜູ້ໃດປະຕິບັດຄວາມດີງາມທັ້ງຫຼາຍ ໂດຍທີ່ເຂົາເປັນຜູ້ສັດທາ ກໍຈະບໍ່ມີການປະຕິເສດຕໍ່ຄວາມພະຍາຍາມຂອງເຂົາ ແລະ ແນ່ນອນເຮົາເປັນຜູ້ບັນທຶກໃຫ້ແກ່ເຂົາ) [ອັລ-ອຳບິຍາ : 94]. ແລະ ອັລລໍຫ໌ ຜູ້ຊົງສູງສົ່ງ ຈະບໍ່ຊົງຕອບຮັບການອີບາດະຫ໌ໃດໆ ນອກຈາກສິ່ງທີ່ພຣະອົງໄດ້ຊົງບັນຍັດໄວ້, ພຣະອົງອັລລໍຫ໌ ຜູ້ຊົງສູງສົ່ງໄດ້ຊົງດຳລັດວ່າ: (ດັ່ງນັ້ນ ຜູ້ໃດທີ່ຫວັງຈະພົບພຣະເຈົ້າຂອງເຂົາ ກໍ່ຈົ່ງປະຕິບັດການງານທີ່ດີງາມ ແລະ ຢ່າຕັ້ງຜູ້ໃດມາເປັນພາຄີໃນການເຄົາລົບພັກດີຕໍ່ພຣະເຈົ້າຂອງເຂົາ) [ສູເຣາະຫ໌ ອັລ-ກະຫ໌ຟີ :110]. ດັ່ງນັ້ນ ຈຶ່ງໄດ້ຊີ້ແຈ້ງໄວ້ວ່າ ການກະທໍາຈະບໍ່ເປັນການກະທໍາທີ່ດີ ນອກຈາກຈະເປັນສິ່ງທີ່ອັລລໍຫ໌ຊົງບັນຫຍັດໄວ້ ແລະ ຜູ້ກະທໍາຕ້ອງມີຄວາມບໍລິສຸດໃຈຕໍ່ອັລລໍຫ໌ໃນການກະທໍາຂອງລາວ ໂດຍທີ່ລາວເປັນຜູ້ທີ່ເຊື່ອໃນອັລລໍຫ໌ ແລະ ສັດທາໃນບັນດານະບີ ແລະ ສາສະນະທູດຂອງພຣະອົງ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງມີແດ່ພວກທ່ານ) ສ່ວນຜູ້ທີ່ການກະທໍາຂອງລາວເປັນອື່ນຈາກນັ້ນ ອັລລໍຫ໌ ຕະອາລາ ໄດ້ຊົງກ່າວວ່າ: (ແລະ ເຮົາໄດ້ມຸ່ງໄປຍັງການງານຕ່າງໆ ທີ່ພວກເຂົາໄດ້ປະຕິບັດໄວ້, ແລ້ວເຮົາກໍບັນດານໃຫ້ມັນເປັນດັ່ງລະອອງຝຸ່ນທີ່ປິວສະບັດໄປ) [ອັລ-ຟຸຣກອນ: 23]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: ( ໃບໜ້າທັງຫຼາຍໃນວັນນັ້ນຈະຕ່ຳຕ້ອຍ ) (ເຮັດວຽກໜັກ ແລະ ອິດເມື່ອຍ﴿ ( ໃບໜ້າເຫຼົ່ານັ້ນຈະເຂົ້າໄປໃນນະລົກອັນຮ້ອນລະອຸ) [ສຸເຣາະຫ໌ ອັລ-ກໍຊີຍະຫ໌ : 2-4]. ດັ່ງນັ້ນ ໃບໜ້າເຫຼົ່ານີ້ຈຶ່ງຕ່ຳຕ້ອຍ ແລະ ອ່ອນເພຍຈາກການປະຕິບັດງານ ແຕ່ເນື່ອງຈາກວ່າພວກເຂົາໄດ້ປະຕິບັດໂດຍປາສະຈາກທາງນຳຈາກອັລລໍຫ໌; ອັລລໍຫ໌ຈຶ່ງຊົງໃຫ້ຈຸດຈົບຂອງພວກເຂົາຄືໄຟນະລົກ; ເພາະພວກເຂົາບໍ່ໄດ້ປະຕິບັດຕາມສິ່ງທີ່ອັລລໍຫ໌ຊົງບັນຫຍັດໄວ້. ແຕ່ກັບເຄົາລົບບູຊາດ້ວຍການເຄົາລົບບູຊາທີ່ເປັນໂມຄະ ແລະ ໄດ້ປະຕິບັດຕາມບັນດາຜູ້ນຳແຫ່ງຄວາມຫຼົງຜິດ ຜູ້ທີ່ໄດ້ອຸປະຫຼົກສາສະໜາທີ່ຈອມປອມໃຫ້ແກ່ພວກເຂົາ. ດັ່ງນັ້ນ ການກະທຳທີ່ດີງາມທີ່ຈະຖືກຍອມຮັບ ນະ ທີ່ອັລລໍຫ໌ ຄືການປະຕິບັດທີ່ສອດຄ່ອງກັບສິ່ງທີ່ທ່ານຣໍຊູລ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ນຳມາ, ດັ່ງນັ້ນ ເຮົາຈະຫວັງຜົນຕອບແທນຈາກອັລລໍຫ໌ ໃນຂະນະທີ່ເຮົາບໍ່ເຊື່ອໃນພຣະອົງໄດ້ແນວໃດ??
ອັລລໍຫ໌ບໍ່ຍອມຮັບສັດທາຂອງຜູ້ໃດ ນອກຈາກຜູ້ທີ່ເຊື່ອໃນສາດສະດາທັງຫມົດ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດພວກທ່ານ) ແລະ ສານຈາກທ່ານສາດສະດາມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ -ເຊິ່ງເຮົາໄດ້ກ່າວເຖິງຫຼັກຖານບາງສ່ວນກ່ຽວກັບເລື່ອງນີ້ໄວ້ກ່ອນແລ້ວໃນຂໍ້ທີ (20) ແລະ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ຣໍຊູລນັ້ນ (ນະບີມຸຮຳມັດ) ໄດ້ສັດທາຕໍ່ສິ່ງທີ່ໄດ້ຖືກປະທານລົງແກ່ລາວ ຈາກພຣະເຈົ້າຂອງລາວ ແລະ ມຸມິນທັງຫຼາຍກໍ່ສັດທາດ້ວຍ ທຸກຄົນສັດທາຕໍ່ອັລລໍຫ໌ ແລະ ມະລາອິກະຫ໌ຂອງພຣະອົງ ແລະ ບັນດາຄຳພີຂອງພຣະອົງ ແລະບັນດາຣໍຊູລຂອງພຣະອົງ (ພວກເຂົາກ່າວວ່າ) ເຮົາຈະບໍ່ແຍກລະຫວ່າງທ່ານໜຶ່ງທ່ານໃດຈາກບັນດາຣໍຊູລຂອງພຣະອົງ ແລະ ພວກເຂົາໄດ້ກ່າວວ່າ ເຮົາໄດ້ຍິນແລ້ວ ໄດ້ປະຕິບັດຕາມແລ້ວ ການຂໍອະໄພໂທດຈາກພຣະອົງເທົ່ານັ້ນທີ່ພວກເຮົາປາດຖະນາ ໂອ້ພຣະເຈົ້າຂອງພວກເຮົາ! ແລະຍັງພຣະອົງນັ້ນ ຄືການກັບໄປ) [ອັລ-ບະກໍເຣາະຫ໌: 285]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ໂອ້ ບັນດາຜູ້ສັດທາທັ່ງຫລາຍ ຈົ່ງສັດທາຕໍ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງ ແລະ ພຣະຄໍາພີທີ່ພຣະອົງໄດ້ປະທານລົງມາຍັງຣໍຊູລຂອງພຣະອົງ ແລະ ພຣະຄໍາພີທີ່ພຣະອົງໄດ້ປະທານມາກ່ອນນັ້ນ ແລະ ຜູ້ໃດປະຕິເສດສັດທາຕໍ່ອັລລໍຫ໌ ແລະ ມາລາອິກະຫ໌ຂອງພຣະອົງ ແລະ ບັນດາຄຳພີຂອງພຣະອົງ ແລະ ບັນດາຣໍຊູລຂອງພຣະອົງ ແລະ ວັນໂລກຫນ້າແລ້ວນັ້ນ ແນ່ນອນເຂົາກໍໄດ້ຫລົງທາງໄປແລ້ວໄກເຕິບ) [ສູເຣາະຫ໌ ອັນນິສາ : 136]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ຈົງລຳລຶກເຖີງຂະນະທີ່ອັລລໍຮ໌ໄດ້ເອົາຄຳຫມັ່ນສັນຍາຈາກບັນດານາບີວ່າ ສິ່ງໃດກໍ່ຕາມທີ່ເຮົາໄດ້ໃຫ້ແກ່ພວກເຈົ້າ ຈາກຄຳພີ ແລະ ວິທະຍາປັນຍາ ແລ້ວໄດ້ມີຣໍຊູລຜູ້ຫນຶ່ງມາຫາພວກເຈົ້າ ໃນຖານະເປັນທີ່ຍືນຍັນສິ່ງທີ່ມີຢູ່ກັບພວກເຈົ້າ ແນ່ນອນພວກເຈົ້າຈະຕ້ອງສັດທາຕໍ່ເພິ່ນ ແລະ ແນ່ນອນພວກເຈົ້າຈະຕ້ອງຊ່ວຍເຫລືອເພິ່ນ. ພະອົງຕັດວ່າ: ພວກເຈົ້າຍອມຮັບ ແລະ ຮັບເອົາຄຳຫມັ່ນສັນຍາຂອງເຮົາໃນເລື່ອງນັ້ນແລ້ວຫຼື? ພວກເຂົາກ່າວວ່າ: ພວກພວກເຮົາຍອມຮັບແລ້ວ. ພະອົງຕຣັດວ່າ: ດັ່ງນັ້ນ ພວກເຈົ້າຈົ່ງເປັນພະຍານເຖີດ ແລະ ເຮົາກໍ່ຮ່ວມຢູ່ກັບພວກເຈົ້າໃນບັນດາຜູ້ເປັນພະຍານ) [ສຸເຣາະຫ໌ ອະລາອິມຣອນ : 81].
41- ເປົ້າຫມາຍສູງສຸດຂອງຂໍ້ຄວາມຈາກສະຫວັນທັງຫມົດຄືເພື່ອຍົກລະດັບມະນຸດໄປສູ່ລະດັບເປັນຜູ້ຮັບໃຊ້ທີ່ຈິງໃຈຂອງອັລລໍຫ໌ ພຣະເຈົ້າຜູ້ເປັນເຈົ້າຂອງສາກົນລະໂລກ, ແລະເພື່ອປົດປ່ອຍເຂົາຈາກການເປັນທາດຂອງມະນຸດ, ວັດຖຸນິຍົມ, ຫຼື ເທບນິຍາຍ ດັ່ງທີ່ເຈົ້າສາມາດເຫັນໄດ້ທົ່ວໄປ, ອິດສະລາມບໍ່ໄດ້ຊໍາລະຜູ້ຄົນໃຫ້ບໍລິສຸດ ແລະ ບໍ່ໄດ້ຍົກພວກເຂົາເກີນກວ່າສະຖານະຂອງພວກເຂົາ ແລະ ບໍ່ຖືວ່າພວກເຂົາເປັນພຣະເຈົ້າ.
ເປົ້າຫມາຍສູງສຸດຂອງຂໍ້ຄວາມຈາກສະຫວັນທັງຫມົດຄື: ເພື່ອຍົກລະດັບມະນຸດໄປສູ່ລະດັບເປັນຜູ້ຮັບໃຊ້ທີ່ຈິງໃຈຂອງອັລລໍຫ໌ ພຣະເຈົ້າຜູ້ເປັນເຈົ້າແຫ່ງສາກົນລະໂລກ ແລະ ອິດສະລາມປົດປ່ອຍມະນຸດຈາກການເປັນທາດຂອງວັດຖຸນິຍົມ ຫຼື ຄວາມງົມງາຍ, ທ່ານສາສະດາທູດຂອງອັລລໍຫ໌ (ຊ.ລ) ໄດ້ກ່າວວ່າ: «ຄວາມຈິບຫາຍຈົ່ງປະສົບແກ່ທາດຂອງເງິນດີນາຣ໌, ເງິນດິຣຮຳ, ເສື້ອຜ້າກຳມະລີ ແລະ ເຄື່ອງນຸ່ງຫົ່ມທີ່ສວຍງາມ, ຖ້າຫາກລາວຖືກມອບໃຫ້ ລາວກໍ່ຈະພໍໃຈ, ແລະ ຖ້າຫາກລາວບໍ່ຖືກມອບໃຫ້ ລາວກໍ່ຈະບໍ່ພໍໃຈ» ບັນທຶກໂດຍ ອິມາມບຸຄໍຣີ 6435. ດັ່ງນັ້ນ, ມະນຸດທີ່ທ່ຽງທຳຈະບໍ່ຍອມຈຳນົນຕໍ່ຜູ້ໃດນອກຈາກອັລລໍຫ໌, ລາວຈຶ່ງບໍ່ຕົກເປັນທາດຂອງຊັບສົມບັດ, ກຽດຕິຍົດ, ຕຳແໜ່ງ, ຫຼື ຊົນເຜົ່າ. ແລະ ໃນເລື່ອງນີ້ຈະເປີດເຜີຍໃຫ້ຜູ້ອ່ານໄດ້ເຫັນວ່າ ສະພາບຂອງຜູ້ຄົນກ່ອນທີ່ຈະມີຂໍ້ຄວາມຈາກສະຫວັນນັ້ນເປັນແນວໃດ ແລະ ພວກເຂົາກາຍເປັນແນວໃດຫຼັງຈາກນັ້ນ?
ເມື່ອບັນດາມຸສລິມກຸ່ມທຳອິດອົບພະຍົບໄປປະເທດເອທີໂອເປຍ ແລະ ອົງກະສັດປະເທດເອທີໂອເປຍໃນເວລານັ້ນ -ນະຈາຊີ- ໄດ້ຖາມພວກເຂົາ, ເຈົ້າຊີວິດຈຶ່ງກ່າວຕໍ່ພວກເຂົາວ່າ : "ສາສະໜານີ້ແມ່ນຫຍັງ ທີ່ພວກເຈົ້າໄດ້ແຍກຕົວອອກຈາກກຸ່ມຊົນຂອງພວກເຈົ້າຍ້ອນມັນ, ແລະ ພວກເຈົ້າກໍບໍ່ໄດ້ເຂົ້າໃນສາສະໜາຂອງຂ້ອຍ ແລະ ທັງບໍ່ໄດ້ເຂົ້າໃນສາສະໜາຂອງຜູ້ໃດໃນບັນດາປະຊາຊາດເຫຼົ່ານີ້?" ທ່ານຈາຟັຣ ບິນ ອະບີ ຕໍລິບ ໄດ້ກ່າວຕໍ່ເພິ່ນວ່າ: "ໂອ້ ອົງກະສັດເອີຍ! ພວກຂ້າພະເຈົ້າເຄີຍເປັນກຸ່ມຊົນໃນຍຸກຈາຮີລີຍະຫ໌ (ຍຸກແຫ່ງຄວາມງົມງາຍ) ທີ່ເຄົາລົບພັກດີຕໍ່ຮູບປັ້ນ, ກິນຊາກສັດ, ກະທຳສິ່ງລາມົກຊົ່ວຊ້າ, ຕັດຂາດຍາດຕິພີ່ນ້ອງ, ປະຕິບັດບໍ່ດີຕໍ່ເພື່ອນບ້ານ, ຜູ້ທີ່ເຂັ້ມແຂງໃນໝູ່ພວກເຮົາກົດຂີ່ຜູ້ທີ່ອ່ອນແອ. ພວກຂ້າພະເຈົ້າເຄີຍຕົກຢູ່ໃນສະພາບດັ່ງກ່າວ ຈົນກະທັ່ງອັລລໍຫ໌ໄດ້ຊົງສົ່ງ ຣໍສູລ ທ່ານໜຶ່ງຈາກໝູ່ພວກເຮົາມາຫາພວກເຮົາ ເຊິ່ງພວກເຮົາຮູ້ຈັກເຖິງເຊື້ອສາຍຂອງເພິ່ນ, ຄວາມສັດຈະຂອງເພິ່ນ, ຄວາມໄວ້ວາງໃຈຂອງເພິ່ນ (ອະມານະຫ໌) ແລະ ຄວາມບໍລິສຸດຜຸດຜ່ອງຂອງເພິ່ນ. ດັ່ງນັ້ນ ລາວໄດ້ຮຽກຮ້ອງພວກເຮົາໄປສູ່ອັລລໍຫ໌ ເພື່ອໃຫ້ພວກເຮົາໃຫ້ເອກະພາບຕໍ່ພຣະອົງ ແລະ ເຄົາລົບພັກດີຕໍ່ພຣະອົງ ແລະ ລະຖິ້ມສິ່ງທີ່ພວກເຮົາ ແລະ ບັນພະບຸລຸດຂອງພວກເຮົາເຄີຍເຄົາລົບພັກດີອື່ນນອກຈາກພຣະອົງ ບໍ່ວ່າຈະເປັນກ້ອນຫີນ ແລະ ຮູບປັ້ນຕ່າງໆ. ແລະ ລາວໄດ້ສັ່ງໃຊ້ພວກເຮົາໃຫ້ເວົ້າຄວາມຈິງ, ໃຫ້ຮັກສາຄວາມໄວ້ວາງໃຈ, ໃຫ້ຕິດຕໍ່ສຳພັນຍາດຕິພີ່ນ້ອງ, ໃຫ້ປະຕິບັດດີຕໍ່ເພື່ອນບ້ານ, ແລະ ໃຫ້ລະເວັ້ນຈາກສິ່ງຕ້ອງຫ້າມ ແລະ ການຫຼັ່ງເລືອດ. ແລະ ລາວໄດ້ຫ້າມພວກເຮົາຈາກການກະທຳສິ່ງລາມົກຊົ່ວຊ້າ, ການເວົ້າເທັດ, ການກິນຊັບສົມບັດຂອງເດັກກຳພ້າ, ແລະ ການໃສ່ຮ້າຍປ້າຍສີແມ່ຍິງທີ່ບໍລິສຸດ. ແລະ ເພິ່ນໄດ້ສັ່ງໃຊ້ພວກເຮົາໃຫ້ເຄົາລົບພັກດີຕໍ່ອັລລໍຫ໌ພຽງອົງດຽວ ໂດຍບໍ່ຕັ້ງພາກີໃດໆຕໍ່ພຣະອົງ, ແລະ ເພິ່ນໄດ້ສັ່ງໃຊ້ພວກເຮົາໃຫ້ດຳລົງເຊິ່ງການລະຫມາດ, ການຈ່າຍຊະກາດ ແລະ ການຖືສິນອົດ." (ຜູ້ເລົ່າ) ກ່າວວ່າ: "ແລ້ວລາວກໍໄດ້ແຈກແຈງບັນດາຫຼັກການຂອງອິສລາມໃຫ້ຟັງ, ດັ່ງນັ້ນ ພວກເຮົາຈຶ່ງຮັບຮອງວ່າລາວເວົ້າຄວາມຈິງ ແລະ ພວກເຮົາໄດ້ສັດທາຕໍ່ລາວ ແລະ ໄດ້ປະຕິບັດຕາມໃນສິ່ງທີ່ລາວໄດ້ນຳມາ. ແລ້ວພວກເຮົາກໍໄດ້ເຄົາລົບພັກດີຕໍ່ອັລລໍຫ໌ພຽງອົງດຽວ ໂດຍທີ່ພວກເຮົາບໍ່ໄດ້ຕັ້ງພາກີໃດໆ ຕໍ່ພຣະອົງ, ແລະ ພວກເຮົາໄດ້ຖືຫະຣອມ (ຫ້າມ) ໃນສິ່ງທີ່ພຣະອົງໄດ້ຊົງຫ້າມແກ່ພວກເຮົາ, ແລະ ພວກເຮົາໄດ້ຖືຫະລາລ (ອະນຸມັດ) ໃນສິ່ງທີ່ພຣະອົງຊົງອະນຸມັດແກ່ພວກເຮົາ. . ." ບັນທຶກໂດຍ ທ່ານອະຫ໌ມັດ (1740) ດ້ວຍຄວາມແຕກຕ່າງກັນເລັກນ້ອຍ, ແລະ ທ່ານອາບູນຸອັຍມ໌ ໃນໜັງສື "ຮິລຍະຕຸລ-ເອົາລິຍາ" (1/115) ໂດຍຫຍໍ້. ດັ່ງທີ່ເຈົ້າສາມາດເຫັນໄດ້ທົ່ວໄປ, ອິດສະລາມບໍ່ໄດ້ຊໍາລະຜູ້ຄົນໃຫ້ບໍລິສຸດ ແລະບໍ່ໄດ້ຍົກພວກເຂົາເກີນກວ່າສະຖານະຂອງພວກເຂົາ ແລະ ບໍ່ຖືວ່າພວກເຂົາເປັນພຣະເຈົ້າ. ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ຈົ່ງກ່າວເຖິດ (ມຸຮຳມັດ) ວ່າ: ໂອ້ຊາວຄຳພີ (ຊາວຄຣິດສະຕຽນ ແລະ ຢິວ) ຈົ່ງມາສູ່ຄຳສອນທີ່ເທົ່າທຽມກັນລະຫວ່າງເຮົາ ແລະ ທ່ານ, ວ່າເຮົາຈະບໍ່ກາບໄຫວ້ບູຊາສິ່ງໃດນອກຈາກອັລລໍຫ໌ ແລະ ເຮົາຈະບໍ່ເຄົາລົບບູຊາສິ່ງອື່ນທຽບຄຽງພຣະອົງ ແລະ ເຮົາຈະບໍ່ແຕ່ງຕັ້ງໃຜເປັນຜູ້ສັກສິດອື່ນນອກຈາກອັລລໍຫ໌. ຖ້າຫາກພວກເຂົາຍັງບໍ່ສົນໃຈກໍ່ຈົ່ງກ່າວວ່າ ເປັນພະຍານໃຫ້ເຮົານຳວ່າເຮົານັ້ນເປັນມຸສລິມ). [ສູເຣາະຫ໌ ອະລາອີມຣອນ : 64]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ເຂົາຈະບໍ່ໃຊ້ພວກເຈົ້າໃຫ້ຍຶດຖືເອົາບັນດາມະລາອິກະຫ໌ ແລະ ບັນດານະບີເປັນພຣະເຈົ້າ, ເຂົາຈະໃຊ້ພວກເຈົ້າໃຫ້ປະຕິເສດສັດທາ ຫຼັງຈາກທີ່ພວກເຈົ້າໄດ້ເປັນມຸສລິມແລ້ວດັ່ງນັ້ນຫຼື?) [ສຸເຣາະຫ໌ ອະລາອິມຣອນ : 80]. ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: «ຢ່າໄດ້ສັນລະເສີນຂ້ອຍຄື ທີ່ຊາວຄຣິດສະຕຽນໄດ້ສັນລະເສີນພຣະເຢຊູ ບຸດຂອງພຣະນາງມັຣຍຳ, ແທ້ຈິງ ຂ້ອຍເປັນບ່າວຂອງພຣະອົງ, ດັ່ງນັ້ນ ຈົ່ງເອີ້ນຂ້ອຍວ່າ ບ່າວຂອງອັລລໍຫ໌ ແລະ ເປັນສາສະນະທູດຂອງພຣະອົງ» ບັນທຶກໂດຍ ອິມາມບຸຄໍຣີ 3445.
42- ພຣະເຈົ້າໄດ້ບັນຍັດການກັບໃຈໃນອິດສະລາມເຊິ່ງກໍ່ຄື: ການກັບໃຈຂອງບຸກຄົນຕໍ່ພຣະຜູ້ເປັນເຈົ້າຂອງເຂົາ ແລະ ການລະຖິ້ມການເຮັດບາບ ແລະອິດສະລາມຈະລົບລ້າງບາບຈາກສິ່ງທີ່ເກິດກ່ອນຫນ້ານີ້ທັ້ງໝົດ ແລະ ການກັບໃຈຈະລົບລ້າງບາບທີ່ມີຢູ່ກ່ອນຫນ້າ ດັ່ງນັ້ນບໍ່ຈໍາເປັນຕ້ອງສາລະພາບບາບຂອງເຮົາຕໍ່ຫນ້າມະນຸດແຕ່ຢ່າງໃດ.
ພຣະເຈົ້າໄດ້ບັນຍັດການກັບໃຈໃນອິດສະລາມເຊິ່ງກໍ່ຄື: ການກັບໃຈຂອງບຸກຄົນຕໍ່ພຣະຜູ້ເປັນເຈົ້າຂອງເຂົາ ແລະ ການລະຖິ້ມການເຮັດບາບ ພຣະອົງອັລລໍຫ໌ ໄດ້ຊົງດຳລັດວ່າ: {ແລະ ພວກເຈົ້າຈົ່ງກັບຕົວສູ່ອັລລໍຫ໌ໂດຍພ້ອມພຽງກັນເຖີດ ບັນດາຜູ້ສັດທາເອີຍ, ເພື່ອວ່າພວກເຈົ້າຈະໄດ້ຮັບຄວາມສຳເລັດ} [ຊູເຣາະຫ໌ ອັນນູຣ: 31]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ພວກເຂົາບໍ່ຮູ້ຫຼືວ່າ ແທ້ຈິງ ອັລລໍຫ໌ນັ້ນ ພຣະອົງຄືຜູ້ທີ່ຊົງຮັບການກັບຕົວຈາກບ່າວຂອງພຣະອົງ ແລະ ຊົງຮັບເອົາທານທັງຫຼາຍ ແລະ ແທ້ຈິງ ອັລລໍຫ໌ນັ້ນ ເປັນຜູ້ຊົງຮັບການກັບເນື້ອກັບຕົວ, ຜູ້ຊົງເມດຕາສະເໝີ) [ອັດ ເຕົາບັດ:104]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ແລະ ພຣະອົງຄືຜູ້ທີ່ຊົງຮັບການກັບຕົວຈາກບ່າວຂອງພຣະອົງ ແລະ ຊົງອະໄພໃນຄວາມຜິດບາບທັງຫຼາຍ ແລະ ຊົງຮູ້ສິ່ງທີ່ພວກເຈົ້າກະທຳ) [ສູເຣາະຫ໌ອັລ-ຊູຣໍ : 25] ແລະ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ: « ແທ້ຈິງ ອັລລໍຫ໌ຊົງມີຄວາມປິຕິຍິນດີຕໍ່ການສຳນຶກຜິດ ແລະ ກັບເນື້ອກັບຕົວຂອງບ່າວຜູ້ສັດທາຂອງພຣະອົງ ຍິ່ງກວ່າຊາຍຄົນໜຶ່ງທີ່ຢູ່ໃນດິນແດນທຸລະກັນດານທີ່ອັນຕະລາຍເຖິງແກ່ຊີວິດ ພ້ອມກັບສັດພາຫະນະຂອງລາວ ເຊິ່ງເທິງສັດໂຕນັ້ນມີອາຫານ ແລະ ເຄື່ອງດື່ມຂອງລາວ, ແລ້ວລາວໄດ້ນອນຫຼັບໄປ, ເມື່ອຕື່ນຂຶ້ນມາກໍ່ພົບວ່າມັນໄດ້ຫາຍໄປແລ້ວ, ລາວຈຶ່ງໄດ້ອອກຊອກຫາມັນ ຈົນກະທັ່ງຄວາມກະຫາຍນ້ຳໄດ້ມາເຖິງລາວ, ແລ້ວລາວກໍ່ກ່າວວ່າ: ຂ້ອຍຈະກັບໄປຍັງສະຖານທີ່ຂອງຂ້ອຍທີ່ຂ້ອຍເຄີຍຢູ່ ແລ້ວຂ້ອຍຈະນອນຈົນກວ່າຂ້ອຍຈະຕາຍ. ດັ່ງນັ້ນ ລາວຈຶ່ງວາງຫົວຂອງລາວລົງເທິງແຂນຂອງຕົນເອງເພື່ອລໍຖ້າຄວາມຕາຍ, ແລ້ວລາວກໍ່ຕື່ນຂຶ້ນມາ ແລະ ພົບວ່າສັດພາຫະນະຂອງລາວຢູ່ຕໍ່ໜ້າລາວ ພ້ອມກັບສະບຽງ, ອາຫານ ແລະ ເຄື່ອງດື່ມຂອງລາວຢູ່ເທິງນັ້ນ. ດັ່ງນັ້ນ ອັລລໍຫ໌ຊົງມີຄວາມປິຕິຍິນດີຕໍ່ການສຳນຶກຜິດ ແລະ ກັບເນື້ອກັບຕົວຂອງບ່າວຜູ້ສັດທາ ຍິ່ງກວ່າຊາຍຄົນນີ້ທີ່ມີຕໍ່ສັດພາຫະນະ ແລະ ສະບຽງຂອງລາວ » ບັນທຶກໂດຍອິມາມມຸສລິມ 2744.
ແລະ ອິສລາມລົບລ້າງບາບທີ່ເກີດຂຶ້ນກ່ອນຫນ້າ, ແລະ ການເຕົາບະຫ໌ກໍ່ລົບລ້າງບາບທີ່ມີຢູ່ກ່ອນຫນ້າ, ພຣະອົງອັລລໍຫ໌ ໄດ້ຊົງດຳລັດວ່າ: (ຈົ່ງກ່າວເຖິດ "ມຸຮຳມັດ" ແກ່ບັນດາຜູ້ປະຕິເສດສັດທາວ່າ ຖ້າຫາກພວກເຂົາຢຸດເຊົາ ສິ່ງທີ່ໄດ້ເກີດຂຶ້ນມາແລ້ວ ກໍ່ຈະຖືກອະໄພໃຫ້ແກ່ເຂົາເຈົ້າ ແລະ ຖ້າຫາກພວກເຂົາຫວນກັບໄປເຮັດອີກ ແນ່ນອນວ່າແບບສະບັບຂອງບັນດາຊົນລຸ້ນກ່ອນໆ ໄດ້ຜ່ານພົ້ນໄປແລ້ວ) [ສູເຣາະຫ໌ ອັນຟານ : 38]. ແລະ ພຣະອົງອັລລໍຫ໌ ໄດ້ຊົງຮຽກຮ້ອງຊາວນະສໍຣໍ ໃຫ້ເຮັດການເຕົາບະຫ໌, ພຣະອົງຈຶ່ງໄດ້ຕຣັດວ່າ: (ເຫດໃດພວກເຂົາຈຶ່ງບໍ່ກັບເນື້ອກັບຕົວຕໍ່ອັລລໍຫ໌ ແລະ ຂໍອະໄພຍະໂທດຕໍ່ພຣະອົງ, ໃນຂະນະທີ່ອັລລໍຫ໌ນັ້ນ ເປັນຜູ້ຊົງອະໄພ, ຜູ້ຊົງເມດຕາສະເໝີ) [ຊູເຣາະຫ໌ ອັລ-ມາອິດະຫ໌ : 74]. ພຣະອົງອັລລໍຫ໌ ໄດ້ຊົງສົ່ງເສີມບັນດາຜູ້ຝ່າຝືນ ແລະ ຜູ້ເຮັດບາບທຸກໆ ຄົນ ໃຫ້ເຮັດການເຕົາບະຫ໌, ພຣະອົງຈຶ່ງໄດ້ກ່າວວ່າ: (ຈົ່ງກ່າວເຖິດ "ມຸຮຳມັດ" ວ່າ ໂອ້ ປວງບ່າວຂອງຂ້າ ບັນດາຜູ້ທີ່ໄດ້ລ່ວງລະເມີດຕໍ່ຕົນເອງ ພວກເຈົ້າຢ່າໄດ້ໝົດຫວັງຈາກຄວາມເມດຕາຂອງອັລລໍຫ໌ ແທ້ຈິງອັລລໍຫ໌ຊົງອະໄພໂທດບັນດາຄວາມຜິດທັງໝົດ ແທ້ຈິງພຣະອົງນັ້ນ ເປັນຜູ້ຊົງອະໄພ, ຜູ້ຊົງເມດຕາສະເໝີ) [ຊູເຣາະຫ໌ ອັຊ-ຊຸມັຣ : 53]. ແລະ ເມື່ອທ່ານ ອຳຣູ ບິນ ອັລ-ອ໊າສ ໄດ້ຕັດສິນໃຈເຂົ້າຮັບອິສລາມ, ລາວຢ້ານວ່າບາບທີ່ລາວໄດ້ກະທຳກ່ອນເຂົ້າຮັບອິສລາມຈະບໍ່ໄດ້ຮັບການອະໄພ, ທ່ານ ອຳຣູ ໄດ້ກ່າວເລົ່າເຖິງເຫດການນີ້ວ່າ: (ເມື່ອອັລລໍຫ໌ໄດ້ໃຫ້ອິສລາມເຂົ້າສູ່ຫົວໃຈຂອງຂ້ອຍ ລາວກ່າວວ່າ: ຂ້ອຍໄດ້ມາຫາທ່ານນະບີ ﷺ ເພື່ອໃຫ້ສັດຕະຍາບັນ ດັ່ງນັ້ນ ທ່ານຈຶ່ງຍື່ນມືມາຫາຂ້ອຍ ແລ້ວຂ້ອຍໄດ້ກ່າວວ່າ: ຂ້ອຍຈະບໍ່ໃຫ້ສັດຕະຍາບັນຕໍ່ທ່ານ ໂອ້ຣໍສູລຂອງອັລລໍຫ໌ ຈົນກວ່າທ່ານຈະອະໄພບາບທີ່ຜ່ານມາຂອງຂ້ອຍ. ລາວກ່າວວ່າ: ແລ້ວທ່ານຣໍສູລ ລຸລລໍຫ໌ ﷺ ກໍໄດ້ກ່າວແກ່ຂ້ອຍວ່າ: ໂອ້ ອຳຣູ ທ່ານບໍ່ຮູ້ບໍວ່າ ການຮິຈເຣາະຫ໌ນັ້ນໄດ້ລຶບລ້າງບາບທີ່ຜ່ານມາກ່ອນໜ້ານັ້ນ? ໂອ້ ອຳຣູ ທ່ານບໍ່ຮູ້ບໍວ່າ ແທ້ຈິງແລ້ວອິສລາມນັ້ນໄດ້ລຶບລ້າງບາບທີ່ຜ່ານມາກ່ອນໜ້ານັ້ນ?)" ບັນທຶກໂດຍທ່ານມຸສລິມ ເລກທີ (121) ແບບຍາວໃນທຳນອງດຽວກັນ, ແລະ ທ່ານອະຫ໌ມັດ ເລກທີ (17827) ໂດຍສຳນວນນີ້ເປັນຂອງເພິ່ນ.
43- ໃນອິດສະລາມ ຄວາມສໍາພັນລະຫວ່າງມະນຸດກັບພຣະເຈົ້ານັ້ນກົງໄປກົງມາ ແລະທ່ານບໍ່ຈໍາເປັນຕ້ອງມີໃຜມາເປັນຕົວກາງລະຫວ່າງທ່ານກັບພຣະເຈົ້າ ອິດສະລາມຫ້າມເຮົາສ້າງໃຫ້ມະນຸດເປັນພຣະເຈົ້າ ຫຼື ມີສ່ວນຮ່ວມໃນອຳນາດປົກຄອງໃນຄວາມເປັນເຈົ້ານາຍ ຫຼື ເປັນພຣະເຈົ້າຂອງເຂົາ.
ໃນອິດສະລາມ, ບໍ່ມີຄວາມຈຳເປັນໃດໆ ທີ່ຈະຕ້ອງໄປສາລະພາບຜົບບາບ ຕໍ່ໜ້າມະນຸດດ້ວຍກັນ. ເພາະວ່າໃນອິດສະລາມ, ສາຍສຳພັນລະຫວ່າງ ມະນຸດກັບອັລລໍຮ໌ ແມ່ນເປັນໄປໂດຍກົງ, ໂດຍບໍ່ຈຳເປັນຕ້ອງມີໃຜຄົນໃດຄົນໜຶ່ງ ມາເຮັດໜ້າທີ່ເປັນສື່ກາງ ລະຫວ່າງທ່ານກັບອັລລໍຮ໌ ແລະ ດັ່ງທີ່ໄດ້ກ່າວມາແລ້ວ ໃນຂໍ້ທີ (36) ວ່າອັລລໍຮ໌ ຕາອາລາ ໄດ້ຊົງຮຽກຮ້ອງໃຫ້ມະນຸດທັງປວງ ກັບເນື້ອກັບຕົວ (ເຕົາບັດ) ແລະ ຫັນກັບຄືນສູ່ພະອົງ; ໃນທຳນອງດຽວກັນ, ພະອົງກໍຊົງຫ້າມ ບໍ່ໃຫ້ມະນຸດຍຶດຖືເອົາບັນດານາບີ (ຜູ້ເຜີຍແຜ່ພະທຳ) ຫຼື ມະລາອິກະຮ໌ (ທູດສະຫວັນ) ມາເປັນສື່ກາງລະຫວ່າງພຣະອົງ ກັບບ່າວຂອງພະອົງ, ໂດຍອັລລໍຮ໌ ຕາອາລາ ໄດ້ຊົງກ່າວວ່າ: (ແລະ ເຂົາຈະບໍ່ສັ່ງໃຊ້ພວກເຈົ້າໃຫ້ຍຶດເອົາບັນດາມະລາອິກະຫ໌ ແລະ ບັນດານະບີເປັນພຣະເຈົ້າ, ເຂົາຈະສັ່ງໃຊ້ພວກເຈົ້າໃຫ້ປະຕິເສດສັດທາ ຫລັງຈາກທີ່ພວກເຈົ້າໄດ້ເປັນມຸສລິມແລ້ວດັ່ງນັ້ນຫຼື?) [ສູເຣາະຫ໌ ອະລາອິມຣອນ: 80]. ດັ່ງນັ້ນ, ອິສລາມ —ດັ່ງທີ່ທ່ານໄດ້ເຫັນ— ແມ່ນຫ້າມບໍ່ໃຫ້ພວກເຮົາ ຍົກຍ້ອງມະນຸດຂຶ້ນເປັນພະເຈົ້າ ຫຼື ເອົາມາເປັນຜູ້ມີສ່ວນຮ່ວມກັບອັລລໍຮ໌ ໃນຄວາມເປັນພະຜູ້ເປັນເຈົ້າ (ຣູບູບີຢະຫ໌) ຫຼື ໃນການໄດ້ຮັບການເຄົາລົບສັກກາລະ (ອູລູຮີຢະຫ໌) ຂອງພະອົງ. ແລະ ອັລລໍຮ໌ ຕະອາລາ ໄດ້ຊົງກ່າວເຖິງພວກຄຣິສຕຽນ (ຊາວນະຊໍຣໍ) ວ່າ: (ພວກເຂົາໄດ້ຍຶດຖືເອົາບັນດານັກປາດຂອງພວກເຂົາ ແລະ ບັນດານັກບວດຂອງພວກເຂົາ ແລະ ອັລ-ມະຊີ ບຸດຂອງມັຣຍຳ ເປັນພຣະເຈົ້າອື່ນຈາກອັລລໍຫ໌, ແລະ ພວກເຂົາບໍ່ໄດ້ຖືກບັນຊາອື່ນໃດ ນອກຈາກເພື່ອເຄົາລົບພັກດີຕໍ່ພຣະເຈົ້າພຽງອົງດຽວເທົ່ານັ້ນ, ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ, ພຣະອົງຊົງມະຫາບໍລິສຸດ ເໜືອສິ່ງທີ່ພວກເຂົາຕັ້ງພາຄີຂື້ນ) [ອັດ ເຕົາບັດ:31]. ແລະ ອັລລໍຫ໌ ໄດ້ຊົງຕຳນິພວກປະຕິເສດສັດທາ ໃນການທີ່ພວກເຂົາໄດ້ຍຶດຖືເອົາຜູ້ໄກ່ເກ່ຍລະຫວ່າງພວກເຂົາກັບພຣະອົງ, ອັລລໍຫ໌ ຕະອາລາ ຈຶ່ງໄດ້ກ່າວວ່າ: (ຈົ່ງຮູ້ໄວ້ເຖີດວ່າ ສຳຫຼັບອັລລໍຫ໌ແລ້ວ (ບໍ່ມີພາຄີໃດ ໆ ອີກນອກຈາກ) ການເຄົາລົບພັກດີທີ່ຜ່ອງແຜ້ວບໍລິສຸດ ແລະ ບັນດາຜູ້ທີ່ຍຶດຖືສິ່ງອື່ນຈາກອັລລໍຫ໌ໃຫ້ເປັນວະລີ (ຜູ້ຄຸ້ມຄອງ) ເພື່ອເຄົາລົບພັກດີ (ພວກເຂົາຈະກ່າວວ່າ) ເຮົາບໍ່ໄດ້ເຄົາລົບພັກດີພວກເຂົາເຫລົ່ານັ້ນ ເວັ້ນເເຕ່ເພື່ອເຂົາເຫລົ່ານັ້ນຈະເຮັດໃຫ້ເຮົາໃກ້ຊິດຕໍ່ອັລລໍຫ໌ ເເທ້ຈິງອັລລໍຫ໌ ຈະຊົງຈະຕັດສິນພວກເຂົາໃນສິ່ງທີ່ພວກເຂົາຂັດເເຍ້ງກັນໃນເລື່ອງນັ້ນ ເເທ້ຈິງ ອັລລໍຫ໌ຈະບໍ່ຊົງຊີ້ນຳທາງເເກ່ຜູ້ກ່າວເທັດ (ຄົນຂີ້ຕົວະ) ຜູ້ບໍ່ສຳນຶກບຸນຄຸນ ປະຕິເສດ) [ສູເຣາະຫ໌ ອັຊຊຸມັຣ : 3]. ແລະ ອັລລໍຫ໌ ໄດ້ຊົງຊີ້ແຈງວ່າ ບັນດາຜູ້ບູຊາຮູບປັ້ນ - ຊາວຈາຮີລີຍະຫ໌ - ໄດ້ຍຶດຖືເອົາສື່ກາງລະຫວ່າງພວກເຂົາກັບອັລລໍຫ໌ ແລະ ພວກເຂົາກ່າວວ່າ: ແທ້ຈິງແລ້ວ ສິ່ງເຫຼົ່ານັ້ນຈະເຮັດໃຫ້ພວກເຂົາໃກ້ຊິດກັບອັລລໍຫ໌.
ແລະ ຖ້າຫາກວ່າພຣະອົງອັລລໍຫ໌ໄດ້ຊົງຫ້າມມະນຸດໃນການຍຶດຖືເອົາບັນດານະບີ ຫຼື ບັນດາມະລາອິກະຫ໌ ເພື່ອເປັນຜູ້ໄກ່ເກ່ຍລະຫວ່າງພຣະອົງກັບບ່າວຂອງພຣະອົງ; ດັ່ງນັ້ນ ສິ່ງອື່ນໆ ນອກຈາກພວກເຂົາຍິ່ງຕ້ອງຖືກຫ້າມຫຼາຍກວ່າ, ແລ້ວຈະເປັນໄປໄດ້ແນວໃດ ໃນເມື່ອບັນດານະບີ ແລະ ບັນດາຣໍຊູລ ຂໍຄວາມສັນຕິສຸກຈົ່ງມີກັບເຂົາເຈົ້າ ຕ່າງກໍ່ເລັ່ງຮີບໃນການສ້າງຄວາມໃກ້ຊິດກັບອັລລໍຫ໌, ອັລລໍຫ໌ອົງຜູ້ຊົງສູງສົງໄດ້ກ່າວຊີ້ແຈງເຖິງສະພາບຂອງບັນດານະບີ ແລະ ບັນດາຣໍຊູລ ຂໍຄວາມສັນຕິສຸກຈົ່ງມີກັບເຂົາເຈົ້າ ວ່າ: (ແທ້ຈິງພວກເຂົາເຄີຍຮີບຮ້ອນໃນການເຮັດຄວາມດີທັງຫລາຍ ແລະ ພວກເຂົາໄດ້ວິງວອນຕໍ່ເຮົາດ້ວຍຄວາມຫວັງ ແລະ ຄວາມຢ້ານກົວ ແລະ ພວກເຂົາເຄີຍເປັນຜູ້ນອບນ້ອມຖ່ອມຕົນຕໍ່ເຮົາ) [ສູເຣາະຫ໌ ອັລ-ອຳບິຍາ : 90]. ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ເຫຼົ່ານັ້ນທີ່ພວກເຂົາວິງວອນນັ້ນ ພວກມັນກໍ່ຢັງຫວັງທີ່ຈະຫາທາງເຂົ້າສູ່ພຣະເຈົ້າຂອງພວກມັນວ່າ ຜູ້ໃດໃນຫມູ່ພວກມັນຈະເຂົ້າໃກ້ທີ່ສຸດ ແລະ ພວກມັນຢັງຫວັງໃນຄວາມເມດຕາຂອງພຣະອົງ ແລະ ຢ້ານການລົງໂທດຂອງພຣະອົງ ແທ້ຈິງການລົງໂທດຂອງພຣະເຈົ້າຂອງເຈົ້ານັ້ນ ຄວນລະມັດລະວັງໃຫ້ດີໆ) [ສູເຣາະຫ໌ ອິສຣໍ: 57]. ໝາຍຄວາມວ່າ: ແທ້ຈິງແລ້ວບັນດາຜູ້ທີ່ພວກເຈົ້າວິງວອນຂໍອື່ນຈາກອັລລໍຫ໌ -ຈາກບັນດານະບີ ແລະ ຄົນດີທັງຫຼາຍ- ພວກເຂົາເອງກໍຍັງເຂົ້າໃກ້ອັລລໍຫ໌, ແລະ ຫວັງໃນຄວາມເມດຕາຂອງພຣະອົງ ແລະ ຢ້ານການລົງໂທດຂອງພຣະອົງ; ແລ້ວພວກເຂົາຈະຖືກວິງວອນຂໍອື່ນຈາກອັລລໍຫ໌ໄດ້ແນວໃດ?.
44- ໂດຍສະຫຼຸບແລ້ວ ເຮົາຄວນຈື່ໄວ້ວ່າຜູ້ຄົນ ແລະ ສັງຄົມມະນຸດໂດຍທົ່ວໆ ໄປ ເມື່ອພິດຈາລະນາຈາກເວລາ ຄວາມຈົງຮັກພັກດີໃນປະເທດຊາດ ແລະ ມີຄວາມແຕກຕ່າງກັນໃນອຸດົມການ ເປົ້າຫມາຍ ສະພາບແວດລ້ອມ ແລະການກະທໍາ ດ້ວຍເຫດນີ້ ເຂົາເຈົ້າຕ້ອງການຜູ້ແນະນຳເພື່ອນຳພາເຂົາເຈົ້າ, ລະບົບທີ່ຈະເຕົ້າໂຮມພວກເຂົາ, ແລະ ຜູ້ປົກຂອງທີ່ຈະປົກປ້ອງເຂົາເຈົ້າ ບັນດາສາສະນະທູດຜູ້ທີ່ມີກຽດ -ອະໄລຮິ ຊໍລາຕຸ ວັສສະລາມ- ໄດ້ປະຕິບັດຫນ້າທີ່ເຫຼົ່ານີ້ໂດຍການເປີດເຜີຍຈາກອັລລໍຫ໌ ຜູ້ຊົງມະຫາບໍລິສຸດ ພວກເຂົາເຈົ້າໄດ້ຊີ້ນໍາພາຜູ້ຄົນໄປສູ່ເສັ້ນທາງແຫ່ງຄວາມດີ ແລະການຊີ້ນໍາຄືການຮວມກັນເປັນໜຶ່ງ ໃຫ້ເຂົາເຈົ້າຢູ່ເທິ່ງຫຼັກຊາຣີອະຫ໌ ຂອງ ອັລລໍຫ໌ ແລະຕັດສິນດ້ວຍຄວາມຈິງໃນບັນດາພວກເຂົາ ເງື່ອນໄຂຂອງຜູ້ຄົນຈະໄດ້ ຮັບການປ່ຽນແປງຂຶ່ນຢູ່ກັບຂອບເຂດຂອງການຕອບສະຫນອງຂອງເຂົາເຈົ້າ ຕໍ່ການຊີ້ນໍາຂອງບັນດາສາສະນະທູດເຫຼົ່ານັ້ນ ແລະ ຄວາມໃກ້ຄຽງຂອງເຂົາເຈົ້າກັບຍຸກຂອງຂໍ້ຄວາມອັນສູງສົ່ງ ອັລລໍຫ໌ຊົງປິດຜະນຶກຂໍ້ຄວາມເຫລົ່ານັ້ນດ້ວຍກັບຂໍ້ຄວາມຂອງ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ແລະກຳຫນົດໄວ້ຊົ່ວນິລັນ ອັລລໍຫ໌ ໄດ້ຊົງເຮັດໃຫ້ມັນເປັນການຊີ້ນໍາທາງ, ຄວາມເມດຕາ, ແລະເປັນແສງສະຫວ່າງສໍາລັບຜູ້ຄົນ ເພື່ອທີ່ຈະນໍາພາເຂົາກັບໄປຫາພຣະອົງຜູ້ຊົງມະຫາບໍລິສຸດ.
ໃນຕອນທ້າຍຂອງສານສະບັບນີ້, ພວກເຮົາຂໍລະລຶກວ່າ ມະນຸດທັງຫຼາຍ ບໍ່ວ່າຈະຢູ່ ໃນຍຸກສະໄໝ, ເຊື້ອຊາດ ຫຼື ປະເທດຊາດ ທີ່ແຕກຕ່າງກັນ, ຕະຫຼອດຮອດ ສັງຄົມມະນຸດທັງໝວນ ແມ່ນມີຄວາມແຕກຕ່າງກັນ ໃນດ້ານຄວາມຄິດ ແລະ ຈຸດປະສົງ, ແລະ ມີຄວາມຜັນແປ ໄປຕາມສະພາບແວດລ້ອມ ແລະ ການກະທຳຂອງຕົນ. ດັ່ງນັ້ນ, ມະນຸດຈຶ່ງມີຄວາມຈຳເປັນຢ່າງຍິ່ງ ທີ່ຈະຕ້ອງມີຜູ້ນຳທາງ ເພື່ອຊີ້ນຳ, ມີລະບົບ ເພື່ອຮວບຮວມພວກເຂົາ ເຂົ້າກັນ, ແລະ ມີຜູ້ປົກຄອງ ເພື່ອປົກປ້ອງຄຸ້ມຄອງ. ແລະ ບັນດາສາສະນະທູດ (ຣໍຊູນ) ຜູ້ຊົງກຽດ —ຂໍຄວາມສັນຕິສຸກຈົ່ງມີແດ່ພວກທ່ານ— ແມ່ນຜູ້ທີ່ເຮັດໜ້າທີ່ດັ່ງກ່າວ ໂດຍຜ່ານວະຫ໌ຮີ ຈາກອັລລໍຮ໌ພວກທ່ານໄດ້ນຳພາມະນຸດໄປສູ່ ຫົນທາງແຫ່ງຄວາມດີງາມ ແລະ ຄວາມຖືກຕ້ອງ, ຮວບຮວມພວກເຂົາ ໃຫ້ຢູ່ພາຍໃຕ້ ກົດໝາຍຂອງອັລລໍຮ໌ (ຊາຣີອັດ), ແລະ ຕັດສິນລະຫວ່າງພວກເຂົາ ດ້ວຍຄວາມທ່ຽງທຳ. ດັ່ງນັ້ນ, ກິດຈະການຕ່າງໆ ຂອງພວກເຂົາ ຈຶ່ງດຳເນີນໄປດ້ວຍຄວາມຮຽບຮ້ອຍ ໂດຍຂຶ້ນກັບ ຄວາມມຸ່ງໝັ້ນ ໃນການຕອບສະໜອງ ຕໍ່ບັນດາລັດຖະທູດເຫຼົ່ານີ້ ແລະ ຄວາມໃກ້ຊິດ ຂອງຍຸກສະໄໝພວກເຂົາ ຕໍ່ກັບສານແຫ່ງສະຫວັນ. ແລະ ເມື່ອຄວາມຫຼົງຜິດ ໄດ້ທະວີຄູນຂຶ້ນ, ຄວາມງົມງວາຍ ໄດ້ແຜ່ຂະຫຍາຍໄປທົ່ວ, ແລະ ຮູບປັ້ນບູຊາ ໄດ້ຖືກກາບໄຫວ້; ອັລລໍຮ໌ ຈຶ່ງໄດ້ຊົງປະທານນະບີ ມູຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ພ້ອມດ້ວຍ ແນວທາງອັນຖືກຕ້ອງ ແລະ ສາສະໜາແຫ່ງສัດຈະທຳ ເພື່ອນຳພາມະນຸດ ອອກຈາກຄວາມມືດມົນ ແຫ່ງການປະຕິເສດ, ຄວາມງົມງວາຍ ແລະ ການບູຊາຮູບປັ້ນ ໄປສູ່ ຄວາມສັດທາ ແລະ ແນວທາງອັນສະຫວ່າງສະໄຫວ.
45- ເພາະສະນັ້ນ, ຂ້າພະເຈົ້າຂໍຮຽກຮ້ອງບັນດາທ່ານ, ມະນຸດທັ້ງຫຼາຍ, ທີ່ເຊື່ອໃນອັລລໍຫ໌ ຢ່າງແທ້ຈິງໂດຍບໍ່ມີອິດທິພົນຂອງຈາລີດປະເພນີ, ທ່ານຕ້ອງຮູ້ວ່າມື້ຫນຶ້ງທ່ານຈະຕ້ອງກັບຄືນໄປຫາພຣະຜູ້ເປັນເຈົ້າຂອງທ່ານ ຫຼັງຈາກການຕາຍຂອງທ່ານ, ທ່ານຄວນໄຕ່ຕອງພິຈາລະນາກ່ຽວກັບຕົວທ່ານເອງ ແລະກ່ຽວກັບສິ້ງທີ່ຢູ່ອ້ອມຂ້າງຕົວທ່ານ, ຍອມຮັບຕໍ່ອິດສະລາມແລ້ວທ່ານຈະມີຄວາມສຸກໃນຊີວິດໂລກນີ້ແລະໂລກຫນ້າ ຖ້າຫາກວ່າທ່ານປາຖະຫນາທີ່ຈະເຂົ້າຮັບອິດສະລາມ ສິ້ງທີ່ທ່ານຕ້ອງເຮັດແມ່ນພຽງເປັນພະຍານວ່າບໍ່ມີພຣະເຈົ້າອື່ນໃດທີ່ຄວນຄ່າແກ່ການເຄົາລົບກາບໄຫວ້ນອກຈາກອັລລໍຫ໌ ແລະມຸຮຳຫມັດ ເປັນ ສາສະນະທູດຂອງອັລລໍຫ໌, ທ່ານຕ້ອງແຍກຕົວເອງອອກຈາກສິ່ງທີ່ນະມັດສະການອື່ນນອກຈາກອັລລໍຫ໌ ແລະເຈົ້າຕ້ອງເຊື່ອວ່າອັລລໍຫ໌ ເປັນຜູ້ທີ່ຈະຟື້ນຄືນຊີວິດຜູ້ທີ່ຢູ່ໃນຫລຸມຝັງສົບ, ນອກຈາກນັ້ນ ທ່ານຕ້ອງເຊື່ອວ່າການຄິດຄຳນວນແລະການຕອບແທນເປັນຄວາມຈິງ ເມື່ອທ່ານເວົ້າປະຈັກພະຍານນີ້້ແລ້ວ ທ່ານກາຍເປັນຊາວມຸດສະລິມແລ້ວ ຂັ້ນຕອນຕໍ່ໄປແມ່ນການເຄົາລົບພັກດີຕໍ່ອັລລໍຫ໌ ໃນລັກສະນະທີ່ພຣະອົງໄດ້ຊົງກໍານົດ ໂດຍການນະມາຊສະການ ລະຫມາດ, ການຈ່າຍຊະກາດ, ການຖືສິນອົດ, ແລະການປະຕິບັດຮັຈ ຫາກວ່າທ່ານມີຄວາມສາມາດທາງດ້ານການເງິນແລະທາງຮ່າງກາຍ
ເພາະສະນັ້ນ, ຂ້າພະເຈົ້າຂໍຮຽກຮ້ອງບັນດາທ່ານ, ມະນຸດທັ້ງຫຼາຍ, ທີ່ເຊື່ອໃນອັລລໍຫ໌ ຢ່າງແທ້ຈິງໂດຍບໍ່ມີອິດທິພົນຂອງຈາລີດປະເພນີ, ດັ່ງທີ່ພຣະອົງອັລລໍຫ໌ໄດ້ຊົງຮຽກຮ້ອງທ່ານ ໃນພຣະດຳລັດຂອງພຣະອົງວ່າ: (ຈົ່ງກ່າວເຖີດ (ມຸຮຳມັດ) ວ່າ ແທ້ຈິງຂ້ອຍພຽງແຕ່ຂໍຕັກເຕືອນພວກເຈົ້າໃນຂໍ້ດຽວເທົ່ານັ້ນ ຄືພວກເຈົ້າຈົ່ງລຸກຂຶ້ນເພື່ອອັລລໍຫ໌ ເທື່ອລະສອງຄົນ ແລະ ເທື່ອລະຄົນ ແລ້ວຈົ່ງຄິດໄຕ່ຕອງເບິ່ງວ່າ ສະຫາຍຂອງພວກເຈົ້າ(ມຸຮຳມັດ)ນັ້ນ ບໍ່ໄດ້ເປັນບ້າ ເຂົາບໍ່ແມ່ນໃຜອື່ນນອກຈາກເປັນຜູ້ຕັກເຕືອນພວກເຈົ້າ ກ່ອນທີ່ການລົງໂທດອັນແສນສາຫັດຈະມາເຖິງ) [ຊາບະອ໌ : 46]. ແລະ ຈົ່ງຮູ້ວ່າ ແທ້ຈິງເຈົ້າຫຼັງຈາກການຕາຍຂອງເຈົ້າ ເຈົ້າຈະຕ້ອງກັບຄືນໄປຫາພຣະຜູ້ອະພິບານຂອງເຈົ້າ, ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ແລະ ມະນຸດຈະບໍ່ໄດ້ຮັບສິ່ງໃດ ເວັ້ນແຕ່ສິ່ງທີ່ເຂົາໄດ້ພະຍາຍາມໄວ້) (ແລະ ຄວາມພະຍາຍາມຂອງເຂົານັ້ນ ຈະຖືກນຳມາໃຫ້ເຫັນ) (ແລ້ວເຂົາຈະໄດ້ຮັບການຕອບແທນຢ່າງຄົບຖ້ວນ) (ແລະ ແທ້ຈິງແລ້ວ ຢັງພຣະຜູ້ອະພິບານຂອງເຈົ້ານັ້ນ ຄືຈຸດໝາຍປາຍທາງອັນສິ້ນສຸດ) [ຊູເຣາະຫ໌ ອັນນັຈມີ : 39-42] ແລະ ຈົ່ງພິຈາລະນາເບິ່ງໃນຕົວຂອງທ່ານເອງ ແລະ ໃນຂອບຟ້າທີ່ຢູ່ອ້ອມຮອບຕົວທ່ານ, ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ແລະ ພວກເຂົາບໍ່ໄດ້ພິຈາລະນາເບິ່ງໃນອານາຈັກແຫ່ງຊັ້ນຟ້າທັ້ງຫຼາຍ ແລະ ແຜ່ນດິນນີ້ ແລະ ສິ່ງຕ່າງໆທີ່ອັລລໍຫ໌ໄດ້ຊົງສ້າງຂຶ້ນມາດອກຫຼື? ແລະ ແທ້ຈິງແລ້ວ ອາຍຸໄຂຂອງພວກເຂົາອາດຈະຍັບໃກ້ເຂົ້າມາແລ້ວກໍເປັນໄດ້, ດັ່ງນັ້ນ ດ້ວຍຄຳເວົ້າໃດອີກເລົ່າຫຼັງຈາກນີ້ ທີ່ພວກເຂົາຈະເຊື່ອມັ້ນ?) [ຊູເຣາະຫ໌ ອັລ-ອະຣໍຟ : 185].
ຍອມຮັບອິສລາມ ແລ້ວທ່ານຈະມີຄວາມສຸກໃນໂລກນີ້ ແລະ ໂລກໜ້າ, ແລະ ຖ້າຫາກທ່ານຕ້ອງການເຂົ້າຮັບອິສລາມ ສິ່ງທີ່ທ່ານຕ້ອງເຮັດກໍຄືພຽງແຕ່ປະຕິຍານວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ແລະ ມຸຮຳມັດເປັນສາສະນະທູດຂອງອັລລໍຫ໌. ແລະ ເມື່ອຕອນທີ່ທ່ານຣໍສູລ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ສົ່ງທ່ານມຸອາຊໄປຍັງເຢເເມນ ເພື່ອຮຽກຮ້ອງເຊີນຊວນສູ່ອິດສະລາມ, ທ່ານໄດ້ກ່າວແກ່ລາວວ່າ: «ແທ້ຈິງ ທ່ານກຳລັງຈະໄປຫາຊົນຊາດໜຶ່ງທີ່ເປັນຊາວຄຳພີ, ດັ່ງນັ້ນ ຈົ່ງເຊີນຊວນພວກເຂົາສູ່ການກ່າວປະຕິຍານຕົນວ່າ ບໍ່ມີພະເຈົ້າອື່ນໃດນອກຈາກອັລລໍຫ໌ ແລະ ຂ້ອຍເປັນຣໍສູລຂອງອັລລໍຫ໌, ຖ້າຫາກພວກເຂົາເຊື່ອຟັງຕໍ່ສິ່ງນັ້ນ; ກໍຈົ່ງແຈ້ງໃຫ້ພວກເຂົາຊາບວ່າ ອັລລໍຫ໌ ໄດ້ຊົງກຳນົດເປັນຂໍ້ບັງຄັບແກ່ພວກເຂົາໃຫ້ປະຕິບັດການລະໝາດຫ້າເວລາໃນທຸກໆ ວັນ ແລະ ຄ່ຳຄືນ, ຖ້າຫາກພວກເຂົາເຊື່ອຟັງຕໍ່ສິ່ງນັ້ນ ກໍຈົ່ງແຈ້ງໃຫ້ພວກເຂົາຊາບວ່າ ອັລລໍຫ໌ ໄດ້ຊົງກຳນົດເປັນຂໍ້ບັງຄັບແກ່ພວກເຂົາໃນການຈ່າຍທານ (ຊໍດາເກາະ) ເຊິ່ງຈະຖືກເກັບຈາກບັນດາຄົນຮັ່ງມີຂອງພວກເຂົາ ແລ້ວນຳໄປມອບໃຫ້ແກ່ບັນດາຄົນທຸກຍາກຂອງພວກເຂົາ, ຖ້າຫາກພວກເຂົາເຊື່ອຟັງຕໍ່ສິ່ງນັ້ນ ດັ່ງນັ້ນ ທ່ານຈົ່ງຫຼີກລ້ຽງການເກັບເອົາຊັບສິນທີ່ມີຄ່າທີ່ສຸດຂອງພວກເຂົາ» ບັນທຶກໂດຍ ອິມາມບຸຄໍຣີ 19. ແລະ ການທີ່ທ່ານຈະຕ້ອງປະກາດຕົນບໍ່ກ່ຽວຂ້ອງກັບທຸກສິ່ງທີ່ຖືກເຄົາລົບພັກດີອື່ນໃດນອກເໜືອຈາກອັລລໍຫ໌, ແລະ ການປະກາດຕົນບໍ່ກ່ຽວຂ້ອງກັບທຸກສິ່ງທີ່ຖືກເຄົາລົບພັກດີອື່ນໃດນອກເໜືອຈາກອັລລໍຫ໌ນັ້ນ ຄືແນວທາງອັນ-ຮະນີຟີຍະຫ໌ - ສາສະໜາຂອງອິບຣໍຫີມ (ຂໍຄວາມສັນຕິຈົ່ງມີແດ່ທ່ານ), ອັລລໍຫ໌ຜູ້ຊົງສູງສົ່ງ ໄດ້ກ່າວໄວ້ວ່າ: (ແນ່ນອນ ໄດ້ມີແບບຢ່າງອັນດີງາມໃຫ້ພວກເຈົ້າແລ້ວ ໃນໂຕຂອງອີບຣໍຮີມ ແລະ ເຫລົ່າມຸມີນທີ່ຢູ່ກັບລາວ ເມື່ອພວກເຂົາກ່າວກັບຊົນຊາດຂອງພວກເຂົາວ່າ ແທ້ຈິງພວກເຮົາຂໍປີກຕົວອອກຫ່າງຈາກພວກເຈົ້າ ແລະ ສິ່ງທີ່ພວກເຈົ້າເຄົາລົບບູຊາອື່ນຈາກອັລລໍຫ໌ ພວກເຮົາຂໍປະຕິເສດສັດທາຕໍ່ສາດສະໜາຂອງພວກເຈົ້າ ແລະການເປັນສັດຕູ ແລະການກຽດຊັງລະຫວ່າງພວກເຮົາກັບພວກເຈົ້າກໍໄດ້ປະກົດຂຶ້ນແລ້ວ ແລະຈະຄົງຢູ່ຕະຫຼອດໄປ ຈົນກວ່າພວກເຈົ້າຈະສັດທາຕໍ່ອັລລໍຫ໌ພຽງອົງດຽວ) [ສູເຣາະຫ໌ ອັລມຸມຕະຮິນະຫ໌ :4]. ແລະ ສັດທາວ່າ ພຣະອົງອັລລໍຫ໌ຈະໃຫ້ບັນດາຜູ້ທີ່ຢູ່ໃນຫລຸມຝັງສົບຟື້ນຄືນຊີບຂຶ້ນມາ ດັງທີ່ພຣະອົງຕຣັດວ່າ: (ເຊັ່ນນັ້ນແຫລະ ເພາະວ່າອັລລໍຫ໌ຄືຜູ້ຊົງສັດຈະ, ແລະ ແທ້ຈິງພຣະອົງຊົງໃຫ້ຄົນຕາຍມີຊີວິດ ແລະ ແທ້ຈິງພຣະອົງຊົງມີອານຸພາບເໜືອທຸກສິ່ງ ) ( ແລະແນ່ນອນວ່າ ວາລະສຸດທ້າຍນັ້ນຈະມາເຖິງ ບໍ່ມີຂໍ້ສົງໄສໃນນັ້ນ ແລະແທ້ຈິງ ອັລລໍຫ໌ຈະໃຫ້ຜູ້ທີ່ຢູ່ໃນຫຼຸມຝັງສົບຟື້ນຄືນຊີບຂຶ້ນມາອີກ ) [ສຸເຣາະຫ໌ ອັລ-ຮັຈ: 6-7]. ແລະ ສັດທາວ່າການຄິດບັນຊີ ແລະ ລາງວັນຕອບແທນນັ້ນເປັນຄວາມຈິງ, ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ແລະ ອັລລໍຫ໌ຊົງສ້າງບັນດາຊັ້ນຟ້າ ແລະ ແຜ່ນດິນດ້ວຍຄວາມຈິງ ແລະ ເພື່ອວ່າແຕ່ລະຊີວິດຈະຖືກຕອບແທນ ຕາມທີ່ຊີວິດນັ້ນໄດ້ສະແວງຫາໄວ້ ແລະ ພວກເຂົາຈະບໍ່ຖືກອະທັມ) [ສູເຣາະຫ໌ ອັລ-ຈາຊິຍະຫ໌ : 22].
ເມື່ອທ່ານກ່າວ ປະຈັກພະຍານນີ້ແລ້ວ ທ່ານກາຍເປັນຊາວມຸສລິມແລ້ວ ຂັ້ນຕອນຕໍ່ໄປແມ່ນການເຄົາລົບພັກດີຕໍ່ອັລລໍຫ໌ຕາມທີ່ພຣະອົງໄດ້ຊົງບັນຍັດໄວ້ ໂດຍການລະຫມາດ, ການຈ່າຍຊະກາດ, ການຖືສິນອົດ, ແລະ ການປະກອບພິທີຮັຈ ຫາກມີຄວາມສາມາດ, ແລະ ອື່ນໆ.
ສຳເນົາລົງວັນທີ 19-11-1441
ໜັງສືຂອງ ສາດດາຈານ ດຣ. ມຸຮຳມັດ ບິນ ອັບດຸລລໍຫ໌ ອັສສະຮີມ
ອາຈານສອນອາກີດະຫ໌ ໃນສາຂາ ອິສລາມສຶກສາ (ແຕ່ກ່ອນ)
ຄະນະສຶກສາ ມະຫາວິທະຍາໄລຄິງສະອູດ
ເມືອງຫຼວງຣິຍາດ ຣາຊອານະຈັກຊາອຸດິ ອາຣາເບຍ
Related books
All books
ຂໍ້ຄວາມສັ້ນໆກ່ຽວກັບອິດສະລາມທີ່ໄດ້ກ່າວໄວ້ໃນ ພຣະຄຳພີອັລກຸຣອານ ແລະ ຊູນນະຫ໌ ຂອງທ່ານສາດສະດາ61 languagesຂໍ້ຄວາມສັ້ນໆກ່ຽວກັບອິດສະລາມທີ່ໄດ້ກ່າວໄວ້ໃນ ພຣະຄຳພີອັລກຸຣອານ ແລະ ຊູນນະຫ໌ ຂອງທ່ານສາດສະດາ
ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງເມດຕາ ກະລຸນາ ປານີສະເໝີ ອັລ-ອິສລາມ (ສະບັບຖອດຖອນຫຼັກຖານ)[1] [1] ມີສໍາເນົາຂອງຈົດຫມາຍສະບັບນີ້ມີຫຼັກຖານຈາກອັລກຸຣອານ ແລະ ຊຸນນະຫ໌ຂອງທ່ານສາດສະດາໃນທຸກບັນຫາໃນນັ້ນ ສາມາດເຂົ້າແລະຄົ້ນຫາໄດ້ຕາມລິ່ງ https://islamhouse.com/ar/books/2830071 ຂໍ້ຄວາມສໍາຄັນທີ່ປະກອບດ້ວຍຄໍານິຍາມສັ້ນໆ ຂອງອິດສະລາມ ທີ່ສະແດງໃຫ້ເຫັນເຖິງຫຼັກການ, ຄໍາສອນແລະຄຸນງາມຄວາມດີ ທີ່ສໍາຄັນທີ່ສຸດແມ່ນໄດ້ມາຈາກແຫຼ່ງດັ້ງເດິມ ເຊິ່ງກໍ່ຄືຈາກ ອັລກຸຣອານ ແລະ ຊູນນະຫ໌ ຂອງນະບີ ແລະຂໍ້ຄວາມນີ້ສົ່ງເຖິງຊາວມຸດສະລິມທຸກຄົນ ແລະຄົນທີ່ບໍ່ແມ່ນມຸດສະລິມ ໃນພາສາຂອງເຂົາເຈົ້າໃນທຸກເວລາແລະສະຖານທີ່…
ຂໍ້ຄວາມສັ້ນໆ ເຖິງຄົນທີ່ບໍ່ເຊື່ອໃນພຣະເຈົ້າ61 languagesຂໍ້ຄວາມສັ້ນໆ ເຖິງຄົນທີ່ບໍ່ເຊື່ອໃນພຣະເຈົ້າ
ສານສະບັບຫຍໍ້ ເຖິງຄົນທີ່ບໍ່ເຊື່ອໃນພຣະເຈົ້າ, ເຊິ່ງບອກກ່າວຕໍ່ສະຕິປັນຍາວ່າ ລະບົບຂອງຈັກກະວານທີ່ລະອຽດຮັດກຸມນີ້ ຍ່ອມປະຕິເສດຄວາມບັງເອີນ ແລະ ຊີ້ບົງເຖິງຜູ້ສ້າງທີ່ຊົງປີຊາຍານ, ແລ້ວສະຕິປັນຍາຈະຍອມຮັບໄດ້ແນວໃດວ່າສິ່ງທັງໝົດນີ້ເກີດຂຶ້ນມາຈາກຄວາມວ່າງເປົ່າ? ດັ່ງນັ້ນ ຈົ່ງເປີດໃຈຂອງເຈົ້າເພື່ອການຄິດ ແລະ ພິຈາລະນາ, ແລະ ຈົ່ງຄົ້ນຫາຄວາມຈິງ, ເພາະບາງເທື່ອເຈົ້າອາດຈະພົບແສງສະຫວ່າງທີ່ຈະນຳພາທາງເຈົ້າໃນສິ່ງນັ້ນ.
نبذة في العقيدة الإسلامية (شرح أصول الإيمان)75 languagesنبذةنبذة في العقيدة الإسلامية (شرح أصول الإيمان)
رسالة لطيفة تتناول أصول العقيدة الإسلامية بأسلوب مبسط وميسر. تبدأ بمقدمة حول أهمية علم التوحيد، كونه أشرف العلوم وأجلّها، ثم تتناول مفهوم الدين الإسلامي وأركانه الخمسة: الشهادتان، والصلاة، والزكاة، والصوم، والحج. كما يشرح الإيمان بالله، وملائكته، وكتبه، ورسله، واليوم الآخر، ويؤكد على أهمية التوحيد في بناء دين المسلم بشكل سليم. الكتاب يهدف إلى تعزيز الفهم الصحيح للعقيدة الإسلامية وتطبيقها في حياة المسلم اليومية.
ອິສລາມ ສາສະໜາຂອງບັນດາສາສະດາທູດຂອງອັລລໍຫ໌85 languagesອິສລາມ ສາສະໜາຂອງບັນດາສາສະດາທູດຂອງອັລລໍຫ໌
ອິສລາມຄືການຍອມຈຳນົນຕໍ່ພຣະເຈົ້າ ຜູ້ສ້າງ ແລະ ຜູ້ບໍລິຫານຈັດການຈັກກະວານ, ການນໍາພາຕົນເອງໄປສູ່ຄວາມເຊື່ອຟັງພຣະອົງດ້ວຍຄວາມຮັກ ແລະ ການເທີດທູນ, ແລະ ພື້ນຖານຂອງອິສລາມຄືການສັດທາຕໍ່ພຣະເຈົ້າອັລລໍຫ໌, ແລະ ວ່າພຣະອົງຄືຜູ້ສ້າງ ແລະ ສິ່ງອື່ນໆທັງໝົດນອກຈາກພຣະອົງລ້ວນແຕ່ເປັນສິ່ງທີ່ຖືກສ້າງ, ແລະ ວ່າພຣະອົງຄືຜູ້ທີ່ສົມຄວນໄດ້ຮັບການເຄົາລົບພັກດີພຽງອົງດຽວ ໂດຍບໍ່ມີພາກີໃດໆຮ່ວມກັບພຣະອົງ, ບໍ່ມີຜູ້ທີ່ສົມຄວນໄດ້ຮັບການເຄົາລົບພັກດີຢ່າງແທ້ຈິງນອກຈາກພຣະອົງ, ພຣະອົງຊົງມີພຣະນາມອັນຈົບງາມ ແລະ ຄຸນລັກສະນະອັນສູງສົ່ງ, ແລະ ພຣະອົງຊົງມີຄວາມສົມບູນແບບຢ່າງແທ້ຈິງປາສະຈາກຄວາມບົກຜ່ອງໃດໆ, ພຣະອົງບໍ່ໄດ້ໃຫ້ກຳເນີດ ແລະ ບໍ່ໄດ້ຖືກໃຫ້ກຳເນີດ ແລະ ບໍ່ມີສິ່ງໃດທຽບເທົ່າ…