ໃຜແມ່ນຜູ້ສ້າງຈັກວານນີ້? ແລ້ວໃຜແມ່ນຜູ້ສ້າງຕົວຂ້ອຍ? ແລ້ວເປັນຫຍັງຈຶ່ງສ້າງ?
ຫນັງສືເຫຼັ້ມນີ້ເວົ້າກ່ຽວກັບຕົ້ນກຳເນີດຂອງຈັກກະວານ ແລະ ມະນຸດ, ໂດຍຢືນຢັນວ່າມີຜູ້ສ້າງຜູ້ຍິ່ງໃຫຍ່ ນັ້ນຄືພຣະເຈົ້າ, ຜູ້ທີ່ໄດ້ວາງກົດເກນທີ່ຄວບຄຸມການດຳເນີນຊີວິດ, ແລະ ອະທິບາຍເຖິງຄຸນລັກສະນະຂອງພຣະເຈົ້າ ແລະ ຄວາມສຳຄັນຂອງຄວາມເຊື່ອສັດທາຕໍ່ບັນດາສາດສະດາທູດ ແລະ ບັນດາຄຳພີຈາກຟາກຟ້າ, ແລະ ຢືນຢັນວ່າອິດສະລາມຄືສາສະໜາທີ່ແທ້ຈິງເພື່ອບັນລຸເຖິ່ງຄວາມສຸກໃນໂລກນີ້ ແລະ ໂລກຫນ້າ.
This PDF is generated automatically from the book's text; its layout may differ from the printed edition.
ໃຜແມ່ນຜູ້ສ້າງຈັກວານນີ້? ແລ້ວໃຜແມ່ນຜູ້ສ້າງຕົວຂ້ອຍ? ແລ້ວເປັນຫຍັງຈຶ່ງສ້າງ?
ຄະນະກຳມະການວິຊາການ, ສຳນັກງານກິດຈະການດ້ານສາສະໜາ ປະຈຳມັດສະຍິດອັລຮະຣອມ ແລະ ມັດສະຍິດອັນນະບະວີ
ຂ້ອຍມີວິທີຊິວິດຖືກຕ້ອງແລ້ວລະບໍ່?
ແມ່ນໃຜເປັນຜູ້ສ້າງຊັ້ນຟ້າ ແຜ່ນດິນ ໂລກໃບນີ້ ແລະ ຈັກກະວານ ຮ່ວມເຖິງສັບພະສິ່ງຈຳນວນຫລວງຫລາຍມະຫາສານນີ້?
ແມ່ນໃຜເປັນຜູ້ສ້າງລະບົບອັນຊັບຊ້ອນ ແລະ ລະອຽດອ່ອນໃນທຳມະຊາດຂອງຊັ້ນຟ້າແລະແຜ່ນດິນ?
ໃຜຄືຜູ້ສ້າງມະນຸດເຮັດໃຫ້ມະນຸດມີປະສາດສຳພັດ ໄດ້ຍິນ ແນມເຫັນ ມີສະມອງປັນຍາທີ່ຮັບຮູ້ ແລະ ເຂົ້າເຖິງຄວາມຈິງ?
ໃຜຄືຜູ້ສັ່ງສ້າງລະບົບອະໄວຍະວະອັນຊັບຊ້ອນໃນຮ່າງກາຍຂອງເຮົາ ໃຫ້ມະນຸດນັ້ນມີຮູບສົງທີ່ສົມສ່ວນ ແລະ ງົດງາມ?
ຈົ່ງຄິດໄຕ່ຕອງສິ່ງທີ່ມີຊີວິດຮອບຕົວເບິ່ງ ສັບພະສັດຫມວດຫມູ່ ສະປີຊິ (ກຸ່ມສິ່ງທີີມີຊີວິດ) ຢ່າງຫລວງຫລາຍເຫລົ່ານີ້ໃຜແມ່ນຜູ້ສ້າງ ?
ຈັກວານທີ່ຍິ່ງໃຫຍ່ນີ້ ໄດ້ຮັບການຈັດລະບຽບ ແລະມັ່ນຄົງດ້ວຍກົດລະບຽບຂອງມັນທີ່ເຝົ້າຄວຍຄຸມມັນຢ່າງຮັດກຸມ ແລະ ແມັ່ນຍຳ ຕະຫລອດຜ່ານມາໄດ້ແນວໃດ?
ໃຜຄືຜູ້ສ້າງລະບົບທຳມະຊາດ ຊີວິດ ຄວາມຕາຍ ການສືບພັນ ກາງເວັນແລະ ກາງຄືນ ການປ່ຽນລະດູການ ທຳມະຊາດສ້າງຕົວເອງຂຶ້ນມາໄດ້ບໍ່?
ຫຼື ທຳມະຊາດກໍ່ກຳເນີດຂື້ນມາເອງຈາກຄວາມບໍ່ມີ ຫຼື ມີຄວາມບັງເອີນເປັນສາເຫດການກຳເນີດເກີດຂື້ນ ? ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: ( ຫຼືພວກເຂົາໄດ້ກຳເນີດໂດຍບໍ່ມີຜູ້ສ້າງ ? ຫຼື ພວກເຂົາສ້າງກັນເອງ ?) (ຫຼື ວ່າພວກເຂົາເປັນຜູ້ສ້າງຊັ້ນຟ້າທັ້ງຫຼາຍ ແລະ ແຜ່ນດິນນີ້? ບໍ່ດອກ ເພາະພວກເຂົາບໍ່ເຊື່ອຕ່າງຫາກ). [ອັດ-ຕູຣ: 35-36].
ເມື່ອເຮົາຮັບຮູ້ວ່າເຮົາບໍ່ສາມາດສ້າງຕົວເອງໄດ້ ແລະ ເປັນໄປບໍ່ໄດ້ທີ່ເຮົາຈະເກີດຈາກຄວາມບໍ່ມີ ຫຼື ຈາກຄວາມບັງເອີນ ເຮົາຈຶ່ງເຫລືອຕົວເລືອກດຽວຄືການເຊື່ອວ່າເບື້ອງຫລັງຈັກກະວານ ແລະ ທຳມະຊາດນີ້ຕ້ອງມີຜູ້ສ້າງ
ມະນຸດຈະເຊື່ອສິ່ງທີ່ແນມບໍ່ເຫັນໄດ້ແນວໃດ ເຊັ່ນຄວາມຮູ້ ປັນຍາ ວິນຍານ ຄວາມຮູ້ສຶກ ຄວາມຮັກ ບໍ່ແມ່ນເພາະມະນຸດສຳພັດເຖິງຜົນການກະທຳຂອງມັນໄດ້ບໍ່? ແລ້ວເຮົາຈະປະຕິເສດພຣະເຈົ້າຜູ້ສ້າງຈັກກະວານອັນຍິ່ງໃຫຍ່ນີ້ໄດ້ແນວໃດ ທັ້ງທີ່ເຮົາກໍແນມເຫັນ ແລະ ສຳພັດເຫັນເຖິງຜົນງານການສ້າງ ແລະ ຕາມເມດຕາຂອງພຣະອົງໃນທຸກມຸມຂອງຈັກກະວານ ?!
ເປັນໄປບໍ່ໄດ້ທີ່ຄົນທີ່ມີສະຕິປັນຍາຈະຍອມຮັບກັບການກ່າວວ່າ: "ແທ້ຈິງເຮືອນຫຼັງນີ້ ມີມາໂດຍບໍ່ມີໃຜສ້າງ! ຫຼື ມີຄົນເວົ້າກັບລາວວ່າ: ແທ້ຈິງຄວາມວ່າງເປົ່າ ເປັນສິ່ງທີ່ສ້າງເຮືອນຫຼັງນີ້! ແລ້ວເປັນໄປໄດ້ແນວໃດທີ່ບາງຄົນເຊື່ອໃນຄຳເວົ້າທີ່ວ່າ: ຈັກກະວານອັນຍິ່ງໃຫຍ່ນີ້ເກີດຂຶ້ນມາໂດຍບໍ່ມີຜູ້ສ້າງ? ເປັນໄປໄດ້ແນວໃດຜູ້ມີສະຕິປັນຍາຈະຍອມຮັບກັບຄຳເວົ້າວ່າ: ແທ້ຈິງ ລະບົບຂອງຈັກກະວານທີ່ລະອຽດຮັດກຸມນີ້ເກີດຂຶ້ນຢ່າງບັງເອີນ?"
ຈາກເຫດການທັ້ງຫມົດນີ້ມີຄຳຕອບດຽວພຽງເທົ່ານັ້ນ ກໍ່ຄືຈັກກະວານນີ້ຕ້ອງມີຜູ້ສ້າງຜູ້ທີ່ຍິ່ງໃຫຍ່ ຜູ້ຊົງມີຄວາມສາມາດ ເປັນຜູ້ບໍລິຫານຈັດການທຸກສິ່ງ ພຣະອົງຄືຜູ້ດຽວທີ່ສົມຄວນໄດ້ຮັບການບູຊາເຄົາລົບນັບຖື ແລະ ບໍ່ສົມຄວນໄດ້ຮັບການນັບຖືສິ່ງອື່ນອີກ
ພຣະເຈົ້າຜູ້ຊົງສ້າງ ຜູ້ຊົງຍິ່ງໃຫຍ່
ດັ່ງນັ້ນ ພຣະເຈົ້າຜູ້ສ້າງຈຶ່ງຕ້ອງມີຫນື່ງດຽວເທົ່ານັ້ນ ເປັນຜູ້ປົກຄອງ ເປັນຜູ້ບໍລິຫານຈັດການ ເປັນຜູ້ປະທານປັດໄຈຊີບ ຜູ້ໃຫ້ເປັນ ແລະ ຕາຍ ຄືຜູ້ສົ່ງສ້າງໂລກໃຫ້ເຫມາະສົມກັບການດຳລົງຊີວິດ ຜູ້ສ້າງຟາກຟ້າ ແລະ ເອກະພາບ ແລະ ທຳມະຊາດອັນນ່າອັດສະຈັນ ເຮັດໃຫ້ມີດວງອາທິດ ດວງເດືອນ ກາງເວັນ ແລະ ກາງຄືນ ຢ່າງມີລະບົບລະບຽບອັນຊັບຊ້ອນທີ່ເປັນຫລັກຖານເຖິງຄວາມຍິ່ງໃຫຍ່ຂອງພຣະອົງ.
ພຣະອົງຄືຜູ້ສ້າງອາກາດໃຫ້ເຮົາ ເຮົາບໍ່ສາມາດມີຊີວິດຢູ່ໄດ້ໂດຍບໍ່ມີອາກາດ ພຣະເຈົ້າສົ່ງຝົນມາ ແລະ ສ້າງແມ່ນ້ຳ ທ້ອງທະເລ ພຣະອົງຄືຜູ້ປະທານສິ່ງບໍລິໂພກ ຊົງຮັກສາເຮົາໃນຂະນະທີ່ເຮົາເປັນເດັກນ້ອຍອ່ອນແອບໍ່ມີເຫື່ອແຮງຢູ່ໃນທ້ອງແມ່ "ມານດາ" ພຣະອົງຄືຜູ້ຫມູນວຽນລະບົບເລືອດໃນຮ່າງກາຍເຮົາຕັ້ງແຕ່ເກີດຢັນມື້ຕາຍ.
ພຣະອົງຜູ້ສ້າງ ຜູ້ຊົງປະທານປັດໄຈນີ້ຄື ອັລລໍຫ໌ ຜູ້ຊົງສູງສົງ
ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ແທ້ຈິງ ພຣະເຈົ້າຂອງພວກເຈົ້ານັ້ນ ຄື ອັລລໍຫ໌ ຜູ້ຊົງສ້າງບັນດາຊັ້ນຟ້າ ແລະ ແຜ່ນດິນ ພາຍໃນຫົກມື້ ແລະ ສະຖິດຢູ່ເທິງບັນລັງ ພຣະອົງຊົງໃຫ້ກາງຄືນປົກຄຸມກາງເວັນໃນສະພາບທີ່ກາງຄືນໄລ່ຕາມກາງເວັນຢ່າງວ່ອງໄວ ແລະ ພຣະອົງໄດ້ສ້າງດວງອາທິດ ແລະ ດວງຈັນ ແລະ ບັນດາດວງດາວຂຶ້ນຖືກກຳໜົດໃຫ້ເຮັດໜ້າທີ່ບໍລິການ ຕາມພຣະບັນຊາຂອງພຣະອົງ ຈົ່ງຮັບຮູ້ວ່າ ການສ້າງ ແລະ ກິດຈະການທັ່ງຫຼາຍເປັນສິດທິຂອງພຣະອົງເທົ່ານັ້ນ ມະຫາບໍລິສຸດແດ່ອັລລໍຫ໌ ຜູ້ເປັນພຣະເຈົ້າແຫ່ງສາກົນລະໂລກ) (ສຸເຣາະຫ໌ ອັລ-ອະຣອຟ : 54)
ພຣະອົງຄືພຣະເຈົ້າຜູ້ສ້າງທຸກສິ່ງທີ່ແນມເຫັນ ແລະ ແນມບໍ່ເຫັນໃນຈັກກະວານ ສະນັ້ນ ທຸກສິ່ງນອກເຫນືອຈາກພຣະອົງຍ້ອມເປັນຜົນງານການສ້າງຂອງພຣະອົງ ພຣະອົງຄືຜູ້ສົມຄວນໄດ້ຮັບການບູຊາເຄົາລົບນັບຖືພຽງແຕ່ຜູ້ດຽວ ບໍ່ອາດມີຜູ້ອື່ນທຽບຄຽງໄດ້ທຸກມີຕິ ທັ້ງດ້ານອຳນາດ ການສ້າງ ການບໍລິຫານ ການເຄົາລົບພັກດີ.
ແມ້ພຽງແຕ່ສົມມຸດໃຫ້ມີພຣະເຈົ້າອົງອື່ນຄຽງຄູ່ ຈັກກະວານກໍ່ຕ້ອງພັງພິນາດ ເພາະພຣະເຈົ້າ 2 ອົງບໍ່ສາມາດຈັກການດູແລທຳມະຊາດໄດ້ພ້ອມກັນໃນເວລາດຽວກັນ, ພຣະອົງອັລລໍຫ໌ ຕະອາລາ ກ່າວວ່າ: (ຫາກໃນຟາກຟ້າ ແລະ ແຜ່ນດິນມີພຣະເຈົ້າອື່ນນອກຈາກອັລລໍຫ໌ ມັນກໍ່ຕ້ອງພັງພິນາດ...) [ອັລ-ອຳບິຍາ : 22].
ຄຸນລັກສະນະຂອງພຣະເຈົ້າຜູ້ຊົງສ້າງ
ຊົງມີພຣະນາມຢ່າງຫລວງຫລາຍອັນເປັນທີ່ງົດງາມ ແລະ ຊົງມີຄຸນລັກສະນະອັນສູງສົ່ງ ສົມບູນແບບຫລາຍຄານານັບໄດ້ເຊັ່ນ : "ອັລຄໍລິກ" ຊົງເປັນຜູ້ສ້າງ (ຄຳວ່າ " ອັລລໍຫ໌ " ຫມາຍເຖິງຜູ້ຊົງສິດໄດ້ຮັບການນັບຖືພຽງຜູ້ດຽວ ໂດຍບໍ່ມີຜູ້ອື່ນທຽບຄຽງ) "ອັລໄຮ" ຜູ້ຊົງເປັນ "ອັລກອຍຍູມ" ຜູ້ຊົງບໍລິຫານ "ອັລກາຣີມ" ຜູ້ຊົງເມດຕາ "ອັລຣໍຊັກ" ຜູ້ຊົງປະທານປັດໄຈ "ອັລກະຣີມ"ຜູ້ຊົງໃຈບຸນ ພຣະອົງອັລລໍຫ໌ ຕະອາລາ ກ່າວໄວ້ໃນອັລກຸຣອານວ່າ: (ອັລລໍຫ໌ ຄືຜູ້ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ ຜູ້ຊົງເປັນ, ຜູ້ຊົງບໍລິຫານ, ຄວາມເງົານອນ ແລະ ການນອນ ບໍ່ສາມາດຄວບງ່ຳພຣະອົງ, ທຸກສິ່ງໃນຊັ້ນຟ້າ ແລະ ແຜ່ນດິນເປັນຂອງພຣະອົງ, ບໍ່ມີໃຜສາມາດຂໍໃຫ້ການຊ່ວຍເຫຼືອໄດ້ ນອກເໜືອຈາກພຣະອົງຈະອະນຸຍາດ, ພຣະອົງຢູ່ທັ້ງເບື້ອງຫນ້າ ແລະ ເບື້ອງຫລັງ ບໍ່ມີຜູ້ໃດຮອບຮູ້ຍົກເວັ້ນພຣະອົງຈະຊົງປະສົງ, ບັນລັງຂອງພຣະອົງຊົງກວ້າງຄວບຄຸມທັ້ງຟ້າ ແລະ ແຜ່ນດິນ ແລະ ບໍ່ເຮັດໃຫ້ພຣະອົງເມື່ອຍໃນການດູແລຮັກສາ ພຣະອົງແມ່ນຜູ້ຊົງສູງສົງ ແລະ ຍິ່ງໃຫຍ່ທີ່ສຸດ). [ສູເຣາະຫ໌ ອັລ-ບາກໍເຣາະຫ໌ : 255].
ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກວ່າ: (ຈົ່ງກ່າວເຖິດ ມຸຮຳມັດ ພຣະອົງ ຄືອັລລໍຫ໌ຜູ້ຊົງເອກະໜຶ່ງດຽວ (1) ອັລລໍຫ໌ນັ້ນຊົງເປັນທີ່ເພິ່ງ (2) ອັລລໍຮ໌ບໍ່ຊົງເກີດ ແລະ ບໍ່ຊົງຖືກໃຫ້ເກີດ (3) ແລະ ບໍ່ມີຜູ້ໃດສະເໝີເຫມືອນພຣະອົງ (4) (ອັລ-ອິກລາສ 1-4)
ພຣະເຈົ້າຜູ້ທີ່ຖືກເຄົາລົບກາບໄຫວ້ ຊົງມີຄຸນລັກສະນະແຫ່ງຄວາມສົມບູນພ້ອມທຸກປະການ
ຈາກບັນດາຄຸນລັກສະນະຂອງພຣະອົງ ຄືພຣະອົງເປັນຜູ້ທີ່ສົມຄວນແກ່ການຖືກສັກກາລະບູຊາ ແລະ ສິ່ງອື່ນນອກຈາກພຣະອົງທັງໝົດ ເປັນສິ່ງຖືກສ້າງ ຖືກມອບໝາຍໜ້າທີ່ ຖືກສັ່ງໃຊ້ ແລະຢູ່ພາຍໃຕ້ອຳນາດຂອງພຣະອົງ.
ຄຸນລັກສະນະອື່ນໆ ຂອງພຣະອົງ ເຊັ່ນ : "ອັລໄຮ" "ອັລກອຍຍູມ" ແປວ່າ ຊົງເປັນຢູ່ ຊົງບໍລິຫານຈັດການ ເພາະທຸກສິ່ງມີຊິວິດລ້ວນມີອັລລໍຫ໌ເປັນຜູ້ສ້າງຈາກຄວາມບໍ່ມີ ຈາກນັ້ນພຣະອົງໄດ້ຊົງປະທານປັດໄຈ ແລະ ຄຸ້ມຄອງເບິ່ງແຍງ ດັ່ງນັ້ນພຣະເຈົ້າຈຶ່ງເປັນ ບໍ່ຕາຍບໍ່ດັບສູນ ຊົງເບິ່ງແຍງບໍ່ຫາວນອນ ບໍ່ຫລັບນອນ.
ຈາກໜຶ່ງຄຸນລັກສະນະ "ອັລ-ອະລີມ" ແປວ່າຜູ້ຊົງຮອບຮູ້ ບໍ່ມີສິ່ງໃດໃນຈັກກະວານຈະຫລົບຫລິ້ກຈາກພຣະອົງໄດ້
"ອັສສະເມັຍອ໌ " "ອັລບະສີຣ " ແປວ່າ ຜູ້ຊົງໄດ້ຍິນ ຜູ້ຊົງເຫັນ, ຊົງໄດ້ຍິນທຸກສິ່ງ ແນມເຫັນເບິ່ງເຫັນທຸກຢ່າງ ຊົງຮັບຮູ້ແມ້ແຕ່ສຽງເວົ້າໃຈຈິດໃຈ ແລະ ຄວາມລັບຂອງແຕ່ລະຄົນ.
"ອັລກໍດີຣ" ແປວ່າ ຜູ້ຊົງຄວາມສາມາດ ບໍ່ມີສິ່ງໃດສາມາດເຮັດໄດ້ ແລະ ບໍ່ມີສິ່ງໃດຫັກຫ້າມພຣະປະສົງຄວາມຕ້ອງການຂອງພຣະອົງໄດ້ ຊົງເຮັດຕາມຈຸດປະສົງຄວາມປາດຖະນາ ແລ້ວຖ້າຈະບໍ່ເຮັດກໍ່ບໍ່ປະສົງ ເພາະພຣະເຈົ້າມີປັນຍາທີ່ຮອບຮູ້ທີ່ສຸດ.
" ອັລຄໍລິກ " ແປວ່າ ຜູ້ຊົງສ້າງ " ອັລຣໍຊິກ " ແປວ່າ ຜູ້ຊົງສ້າງປັດໄຈ " ອັລມຸດັບບິຣ " ແປວ່າ ຜູ້ບໍລິຫານເບິ່ງແຍງ ເພາະແມ່ນຜູ້ຊົງສ້າງຈັກກະວານໃຫ້ຢູ່ພາຍໃຕ້ອຳນາດຂອງພຣະອົງ.
ອີກຄຸນລັກສະນະຂອງພຣະອົງຄື ພຣະອົງຈະຕອບຮັບຄຳຂໍຂອງບຸກຄົນຍາມລຳບາກຄັບຂັນ ຈະຊ່ວຍເຫລືຜູ້ເດືອດຮ້ອນ ປັດເປົ່າທຸກໄພ ທຸກສັບພະສິ່ງເມື່ອເກີດພາວະວິກິດທຸກລຳບາກຕ້ອງຍ່ອມພຶ່ງພາຫາພຣະອົງໂດຍອັດຕະໂນມັດ.
ການໄດ້ຮັບຄວາມນັບຖືບູຊາເຄົາລົບກາບໄຫວ້ ຍ່ອມເປັນສິດທິຂອງອັລລໍຫ໌ພຽງຜູ້ດຽວ ດັ່ງນັ້ນສິ່ງສັກສິດອື່ນຈຶ່ງລົ້ມເລວບໍ່ເປັນຈິ່ງ ບໍ່ສົມບູນແບບ ແລະ ຍ່ອມດັບສູນສະລາຍໃນມື້ໃດມື້ຫນື່ງ.
ອັລລໍຫ໌ ໄດ້ປະທານປັນຍາໃຫ້ມະນຸດຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະອົງ ໃຫ້ມະນຸດມີສັນຊາດຕະຍານຮັກຄວາມດີ ຊັງຄວາມຊົ່ວ ຮູ້ສະຫງົບເມື່ອເຂົ້າຫາພຣະເຈົ້າ ທຳມະຊາດຂອງມະນຸດນີ້ເປັນຫລັກຖານເຖິິງຄວາມສົມບູນແບບຂອງພຣະເຈົ້າ ພຣະເຈົ້ານັ້ນບໍ່ອາດຂາດຄວາມສົມບູນແບບນີ້ໄດ້.
ບໍ່ເປັນສິ່ງທີ່ບໍ່ເຫມາະສົມເລີຍທີ່ຄົນມີສະຕິປັນຍາເຫດຜົນ ຈະບູຊາສິ່ງໃດນອກຈາກສິ່ງນັ້ນຈະສົມບູນແບບ ດ້ວຍເຫດນີ້ລາວຈະບູຊາສິ່ງທີ່ມີຊີວິດທີ່ບໍ່ສົມບູນແບບເຊັ່ນກັບໂຕລາວ ຫຼື ດ້ອຍຄ່າກວ່າໂຕລາວໄດ້ແນວໃດ.
ເທບພຣະເຈົ້າບໍ່ສາມາດຈະປຽບທຽບເຫມືອນດັງມະນຸດ ຮູບປັ່ນ ກົກໄມ້ ຫຼື ສັດ ໄດ້
ບັນລັງຂອງພຣະເຈົ້າຢູ່ເໜືອຊັ້ນຟ້າ ແລະ ຫ້ວງອາວະກາດ ພຣະເຈົ້າມີອຳນາດເໜືອບັນລັງ ແລະ ບໍ່ຄືສັບພະສິ່ງທີ່ພຣະອົງໄດ້ສ້າງ ຕົວຕົນຂອງພຣະອົງບໍ່ມີສິ່ງທີ່ຖືກໄດ້ສ້າງ ແລະ ສິ່ງທີ່ຖືກສ້າງກໍບໍ່ມີສ່ວນໃດເປັນຕົວຕົນຂອງພຣະເຈົ້າ ພຣະອົງບໍ່ສະຖິດຢູ່ ແລະ ບໍ່ເຂົ້າສະລວມຮ່າງ ໃນສິ່ງໃດໜຶ່ງຈາກສິ່ງທີ່ພຣະອົງຊົງສ້າງ ຫຼື ສະຖິດຕົນຢູ່ໃນສິ່ງໃດເດັດຂາດ.
ບໍ່ມີສິ່ງໃດສະເໝີຄືກັບພຣະເຈົ້າ ພຣະເຈົ້ານັ້ນໄດ້ຍິນທຸກສິ່ງ ແລະ ເຫັນທຸກຢ່າງ ບໍ່ມີໃຜເລີຍທີ່ຄືກັບພຣະເຈົ້າ ພຣະເຈົ້ານັ້ນບໍ່ຕ້ອງການສິ່ງໃດຈາກໃຜຫຍັງທັ້ງໝົດ ພຣະອົງບໍ່ຕ້ອງການນອນ ບໍ່ດື່ມບໍ່ກິນອາຫານ ພຣະອົງຍິ່ງໃຫຍ່ ແລະ ເປັນໄປບໍ່ໄດ້ທີ່ພຣະເຈົ້າຈະມີເມຍຫຼືມີລູກ ເພາະພຣະເຈົ້າຜູ້ສ້າງຕ້ອງມີຄຸນລັກສະນະທີ່ສົມບູນແບບ ບໍ່ສາມາດມີຂໍ້ຜິດພາດ ຫຼື ມີຄວາມຕ້ອງການສິ່ງໃດອື່ນອີກ.
ອັລລໍຫ໌ ຕະອາລາ ຊົງໄດ້ກ່າວວ່າ : (ໂອ້ມະນຸດຊາດທັ້ງຫລາຍ ! ຕົວຢ່າງໄດ້ຮັບການບອກກ່າວ ຈົ່ງຟັງມັນເຖີດ, ສິ່ງສັກສິດທີ່ພວກທ່ານບູຊາອື່ນນອກເຫນືອ ອັລລໍຫ໌ ມັນບໍ່ສາມາດສ້າງໄດ້ແມ້ແຕ່ຮອດແມ້ງວັນໂຕໜຶ່ງ ເຖິງແມ່ນວ່າພວກມັນຈະຮ່ວມຕົວກັນມາຊ່ວຍກັນສ້າງກໍ່ຕາມ, ແລະ ຫາກແມງວັນຈະຕອມເອົາສິ່ງໃດໜຶ່ງໄປຈາກພວກມັນ ພວກມັນກໍ່ບໍ່ສາມາດທີ່ຈະເອົາມັນກັບຄືນມາໄດ້ ອ່ອນແອແທ້ທັ້ງຜູ້ບູຊາ ແລະ ຜູ້ຖືກບູຊາ) (73) (ພວກເຂົາເຈົ້າບໍ່ໄດ້ໃຫ້ກຽດອັລລໍຫ໌ຢ່າງເຫມາະສົມກັບອຳນາດຂອງພຣະອົງ ແທ້ຈິງອັລລໍຫ໌ຄືຜູ້ຊົງພະລັງ ຊົງອຳນາດ) (74) (ອັລ-ຮັຈ: 73-74)
ເປັນຫຍັງ ອັລລໍຫ໌ ຈຶ່ງສ້າງຈັກກະວານໃບນີ້ຂື້ນມາ ? ແລະ ພຣະອົງຕ້ອງການສິ່ງໃດຈາກພວກເຮົາ ?
ເປັນໄປບໍ່ໄດ້ທີ່ພຣະອົງຈະສ້າງສັບພະສິ່ງຫລວງຫລາຍນີ້ໂດຍບໍ່ມີຈຸດປະສົງ ຫຼື ສ້າງມາຫລີ້ນໆ ເພາະ ພຣະອົງເປັນຜູ້ຊົງປັນຍາ ຜູ້ຮອບຮູ້?
ມັນສົມເຫດສົມຜົນບໍທີ່ພຣະອົງຜູ້ທີ່ສ້າງພວກເຮົາດ້ວຍຄວາມແມ່ນຍຳ ແລະ ສົມບູນແບບນີ້ ແລະ ໄດ້ເຮັດໃຫ້ສິ່ງທີ່ຢູ່ໃນຊັ້ນຟ້າ ແລະ ແຜ່ນດິນໂລກເປັນປະໂຫຍດແກ່ພວກເຮົາ, ຈະສ້າງພວກເຮົາຂຶ້ນມາໂດຍບໍ່ມີຈຸດປະສົງ ຫຼື ຈະປະປ່ອຍພວກເຮົາໄວ້ໂດຍບໍ່ມີຄຳຕອບສຳລັບຄຳຖາມທີ່ສຳຄັນທີ່ສຸດທີ່ຄອບງຳຈິດໃຈຂອງພວກເຮົາ, ເຊັ່ນວ່າ: ເປັນຫຍັງພວກເຮົາຈຶ່ງຢູ່ທີ່ນີ້? ຈະມີຫຍັງເກີດຂຶ້ນຫຼັງຈາກຄວາມຕາຍ? ແລະ ຈຸດປະສົງຂອງການສ້າງພວກເຮົາແມ່ນຫຍັງ?
ເປັນໄປບໍ່ໄດ້ທີ່ຄົນຊົ່ວຈະບໍ່ຖືກລົງໂທດ ຄົນດີບໍ່ໄດ້ດີ?
ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ພວກທ່ານຄິດວ່າເຮົາສ້າງພວກທ່ານມາຫລິ້ນໆ ໂດຍພວກທ່ານຈະບໍ່ກັບຄືນມາສູ່ເຮົາບໍ່) (ອັລ-ມຸມິນ:115)
ຄວາມຈິງ ອັລລໍຫ໌ໄດ້ສົ່ງບັນດາສາດສະດາທູດມາສອນໃຫ້ເຮົາຮູ້ເຖິງວັດຖຸປະສົງຂອງການມີຢູ່ຂອງເຮົາ ສອນວິທີບູຊາກາບໄຫວ້ພຣະອົງ ສອນໃຫ້ເຮົາຮູ້ວ່າພຣະອົງຕ້ອງການຫຍັງຈາກເຮົາ ເຮົາຈະສ້າງຄວາມພໍໃຈໃຫ້ພຣະອົງໄດ້ແນວໃດ ສອນໃຫ້ເຮົາຮູ້ວ່າມີຫຍັງຄ່ອຍຖ້າເຮົາຫລັງຈາກຄວາມຕາຍ?
ອັລລໍຫ໌ໄດ້ສົ່ງບັນດາສາດສະດາທູດມາສອນເຮົາວ່າພຣະອົງຄືຜູ້ດຽວເທົ່ານັ້ນທີ່ສົມຄວນໄດ້ຮັບການບູຊາກາບໄຫວ້ນັບຖື, ສອນໃຫ້ເຮົາຮູ້ຈັກວິທີການບູຊາກາບໄຫວ້ພຣະອົງ, ສອນໃຫ້ເຮົາຮູ້ກົດລະບຽບຄຳສັ່ງຫ້າມຄຳສັ່ງໃຊ້ຂອງພຣະອົງ, ສອນໃຫ້ເຮົາຮູ້ຈັກມາລະຍາດ ແລະ ສິລະທຳອັນດີງາມທີ່ຈະເຮັດໃຫ້ຊິວິດຂອງເຮົາດີມີສິຣິມຸງຄຸນ.
ອັລລໍຫ໌ໄດ້ສົ່ງສາດສະດາມາຢ່າງຫລວງຫລາຍເຊັ່ນ : ໂນອາ (ນົວຫ໌ ), ອັບຮາມ ( ອິບຣໍຮີມ), ໂມເຊ (ມູຊາ) ,ພຣະເຍຊູ (ອີຊາ) ແລະ ຍັງຊົງໃຫ້ສາດສະດາຫລາຍທ່ານມີອຳນາດ ການກະທຳອັນນ່າອັດສະຈັນ (ມົວຈິຊາດ) ມາພິສູດຄຳເວົ້າວ່າການເປັນທູດຜູ້ທີ່ຖືກສົ່ງມາຈາກພຣະເຈົ້າແທ້ຈິງ ສາດສະດາທູດທ່ານສຸດທ້າຍຄືນະບີມຸຮຳມັດ.
ບັນດາສາສະດາທັ້ງຫຼາຍໄດ້ບອກພວກເຮົາຢ່າງຊັດເຈນວ່າ ຊີວິດນີ້ແມ່ນການທົດສອບ ແລະ ຊີວິດທີ່ແທ້ຈິງຈະຢູ່ຫຼັງຄວາມຕາຍ.
ແລະ ບ່ອນນັ້ນມີສະຫວັນທີ່ກຽມໄວ້ສຳຫຼັບຜູ້ສັດທາທີ່ບູຊານັບຖືອັລລໍຫ໌ພຽງຜູ້ດຽວໂດຍບໍ່ມີສິ່ງສັກສິດໃດອື່ນທຽບຄຽງ ສຳຫລັບຜູ້ທີ່ສັດທາເຊື່ອຄຳສອນຂອງສາດສະດາທຸກຄົນ ແລະ ຍັງມີນາລົກທີ່ອັລລໍຫ໌ກຽມໄວ້ແກ່ຜູ້ຝ່າຝືນບໍ່ເຊື່ອ ພວກນັບຖືບູຊາສິ່ງສັກສິດອື່ນນອກເຫນືອຈາກອັລລໍຫ໌ ແລະ ປະຕິເສດຄຳສອນຂອງບັນດາສາດສະດາທູດ.
ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ໂອ້ ລູກຫຼານອາດຳເອີຍ, ຫາກມີບັນດາສາດສະດາຈາກໝູ່ພວກເຈົ້າມາຫາພວກເຈົ້າ ໂດຍບອກເລົ່າໂອງການຕ່າງໆ ຂອງເຮົາແກ່ພວກເຈົ້າ, ດັ່ງນັ້ນ ຜູ້ໃດທີ່ຍຳເກງ ແລະ ປັບປຸງແກ້ໄຂ, ກໍຈະບໍ່ມີຄວາມຢ້ານກົວໃດໆ ແກ່ພວກເຂົາ ແລະ ພວກເຂົາຈະບໍ່ໂສກເສົ້າ) (35) (ແລະ ບັນດາຜູ້ປະຕິເສດໂອງການທັ້ງຫຼາຍຂອງເຮົາ ແລະ ສະແດງອວດເກັ່ງຍະໂສໂອຫັງຕໍ່ໂອງການເຫຼົ່ານັ້ນ ຊົນເຫລົ່ານີ້ແຫລະ ຄືຊາວນາລົກໂດຍທີ່ພວກເຂົາຈະຢູ່ໃນນັ້ນຕະຫລອດການ) (36) (ອັລ-ອະຣອຟ : 35-36)
ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ໂອ້ ມະນຸດເອີ໋ຍ ຈົ່ງເຄົາລົບອີບາດະຫ໌ ພຣະຜູ້ເປັນເຈົ້າຂອງພວກເຈົ້າ ຜູ້ຊົງສ້າງພວກເຈົ້າ ແລະ ບັນດາຜູ້ທີ່ມາກ່ອນພວກເຈົ້າເຖິດ ເພື່ອວ່າພວກເຈົ້າຈະຍຳເກຼງ (ຢ້ານຕໍ່ອັລລໍຫ໌) (21) (ຄືຜູ້ຊົງໃຫ້ແຜ່ນດິນເປັນບ່ອນນອນ ແລະ ຟາກຟ້າເປັນອາຄານແກ່ພວກເຈົ້າ ແລະ ຊົງໃຫ້ນ້ຳຫລັ່ງລົງມາຈາກຟາກຟ້າ ແລະ ໄດ້ຊົງໃຫ້ບັນດາໝາກໄມ້ເງີຍງອກອອກມາ ເນື່ອງດ້ວຍນໍ້ານັ້ນ ທັ້ງນີ້ເພື່ອເປັນປັດໄຈຍັງຊີບແກ່ພວກເຈົ້າ ດັງນັ້ນພວກເຈົ້າຈົງຢ່າໃຫ້ມີຜູ້ເທົ່າທຽມໃດໆ ຂື້ນຕໍ່ອັລລໍຫ໌ ໂດຍທີ່ພວກເຈົ້າກໍຮູ້ຢູ່) (22) (ແຕ່ຫາກພວກທ່ານສົງໄສໃນຄຳພິອັລກຸຣອານທີ່ເຮົາປະທານໃຫ້ແກ່ນະບີມຸຮຳມັດ ກໍ່ຈົ່ງຜະລິດຄຳພີບົດຫນື່ງໃຫ້ຄືອັລກຸຣອານຂື້ນມາ ແລະ ໃຫ້ໄປຮຽກຮ້ອງສິ່ງສັກສິດອື່ນນອກເຫນືອອັລລໍຫ໌ ມາຊ່ວຍນຳ ຫາກພວກທ່ານເວົ້າກັນແທ້ຈິງ) (23) (ຫາກພວກທ່ານບໍ່ເຮັດ ແລະ ຈະບໍ່ເຮັດກໍ່ຈົງຍຳເກງນາລົກທີ່ຈະມີເຊື້ອໄຟເປັນຮ່າງກາຍມະນຸດ ແລະ ຫິນຈະກຽມໄວ້ແກ່ຜູ້ປະຕິເສດສັດທາ) (24) (ແລະ ຈົ່ງຊີ້ແຈ້ງຂ່າວດີແກ່ບັນດາຜູ້ສັດທາ ແລະ ເຮັດຄວາມດີວ່າ ພວກເຂົາຈະໄດ້ເຂົ້າສະຫວັນທີ່ມີແມ່ນ້ຳໄຫລຜ່ານເບື້ອງລຸ້ມ ເມື່ອຊາວສະຫວັນໄດ້ຮັບຜົນໝາກໄມ້ເປັນອາຫານກໍ່ຈະກ່າວກັນວ່າ ເຮົາເຄີຍໄດ້ຮັບຄືກັນແບບນີ້ມາແລ້ວ ພວກເຂົາໄດ້ຮັບອາຫານທີ່ຄ້າຍຄືກັນ ພວກເຂົາຈະມີຄູ່ຄອງທີ່ບໍລິສຸດ ແລະ ຢູ່ໃນນັ້ນຕະຫລອດການ) (25) (ອັລ-ບະກໍເຣາະຫ໌ 25-21)
ເປັນຫຍັງສາດສະດາທູດຈື່ງມີຫລາຍຄົນ ?
ອັລລໍຫ໌ໄດ້ສົ່ງສາດສະດາທູດໄປທຸກດິນແດນເພື່ອສອນໃຫ້ຮູ້ຈັກບູຊານັບຖືພຣະເຈົ້າ ສອນລະບຽບຄຳສັ່ງໃຊ້ ແລະ ຄຳສັ່ງຫ້າມ ຄຳສອນຂອງສາດສະດາທູດທຸກທ່ານ ມີວັດຖຸປະສົງຫລັກຄືສອນໃຫ້ຮູ້ໃຫ້ນັບຖືອັລລໍຫ໌ອົງດຽວ ຖ້າດິນແດນໃດເຊື່ອມໂຊມ ບໍ່ເຊື່ອຟັງສາດສະດາທູດຄຳສອນ ອັລລໍຫ໌ກໍ່ຈະສົ່ງສາດສະດາທູດມາອີກທ່ານມາຊ່ວຍເຫລືອໃຫ້ມະນຸດກັບຄືນສູ່ທຳມະຊາດຂອງມະນຸດທີ່ຍອມຮັບສິ່ງສັກສິດອົງດຽວ
ຈົນສຸດທ້າຍອັລລໍຫ໌ໄດ້ສົ່ງນະບີມຸຮຳມັດມາພ້ອມສາສະຫນາທີ່ສົມບູນແບບແລະ ກົດລະບຽບບົດບັນຍັດອຳມະຕະ ຕະຫລອດການແກ່ມະນຸດຊາດທັ້ງມວນຈົນຮອດມື້ສິ້ນໂລກ ຄຳສອນຂອງທ່ານຖືວ່າເປັນການສິ້ນສຸດ ເປັນບົດແກ້ໄຂປັບປຸງຄຳສອນບາງຢ່າງຂອງສາດສະດາທູດຍຸກກ່ອນ ອັລລໍຫ໌ ຈະສົງຮັກສາສາສະຫນານີ້ໄວ້ຕຣາບວັນສິ້ນໂລກສູນສະລາຍ.
ບຸກຄົນຈະບໍ່ເປັນຜູ້ສັດທາ ຈົນກວ່າລາວຈະສັດທາຕໍ່ບັນດາສາສະດາທັງໝົດ
ພຣະເຈົ້າແມ່ນຜູ້ທີ່ໄດ້ສົ່ງບັນດາສາສະດາ, ແລະ ໄດ້ສັ່ງໃຫ້ສິ່ງທີ່ພຣະອົງສ້າງທັງໝົດເຊື່ອຟັງພວກເຂົາ. ຜູ້ໃດກໍຕາມທີ່ປະຕິເສດຂ່າວສານຂອງຄົນໃດຄົນໜຶ່ງໃນພວກເຂົາ, ກໍເທົ່າກັບວ່າຜູ້ນັ້ນໄດ້ປະຕິເສດທຸກຄົນ. ສະນັ້ນ, ບໍ່ມີບາບໃດທີ່ຍິ່ງໃຫຍ່ໄປກວ່າການທີ່ມະນຸດປະຕິເສດການເປີດເຜີຍຂອງພຣະເຈົ້າ. ດັ່ງນັ້ນ, ການທີ່ຈະເຂົ້າສູ່ສະຫວັນໄດ້ນັ້ນ, ມັນຈຳເປັນທີ່ຈະຕ້ອງມີຄວາມເຊື່ອໃນບັນດາສາສະດາທັງໝົດ.
ດັ່ງນັ້ນ ມະນຸດຍຸກນີ້ທຸກຄົນຈຶ່ງຈຳເປັນຕ້ອງເຊື່ອສັດທາຕໍ່ພຣະເຈົ້າ ແລະ ສາດສະດາທູດທຸກທ່ານຂອງພຣະອົງ ຕ້ອງເຊື່ອວ່າມີມື້ສິ້ນໂລກ ໂດຍຜ່ານຄຳສອນຂອງສາດສະດາທູດຄົນສຸດທ້າຍ ຄືນະບີມຸຮຳມັດ ຜູ້ໄດ້ຮັບການກະທຳອັນນ່າອັດສະຈັນ ນັ້ນຄືຄຳພີອັລກຸຣອານທີ່ພຣະເຈົ້າໄດ້ສັນຍາວ່າຈະປົກປ້ອງຮັກສາໄວ້ຕະຫລອດການ.
ອັລລໍຫ໌ໄດ້ກ່າວໃນຄຳພີອັລກຸຣອານວ່າຜູ້ປະຕິເສດບໍ່ເຊື່ອສາດສະດາທ່ານໃດ ກໍ່ເທົ່າກັບວ່າເປັນຜູ້ປະຕິເສດຕໍ່ອັລລໍຫ໌ ແລະ ປະຕິເສດຄຳສອນຂອງພຣະອົງເຊັ່ນກັນ ພຣະອົງອັລລໍຫ໌ ຕະອາລາ ໄດ້ກ່າວວ່າ: (ແທ້ຈິງບັນດາຜູ້ປະຕິເສດການສັດທາຕໍ່ອັລລໍຫ໌ ແລະ ບັນດາຣໍຊູລຂອງພຣະອົງ ແລະ ຕ້ອງການທີ່ຈະແຍກລະຫວ່າງອັລລໍຫ໌ ແລະ ບັນດາຣໍຊູລຂອງພຣະອົງ ແລະ ກ່າວວ່າ ເຮົາສັດທາຕໍ່ບາງທ່ານ ແລະ ປະຕິເສດຕໍ່ບາງທ່ານ ແລະ ຕ້ອງການທີ່ຈະເລືອກເຄິ່ງທາງລະຫວ່າງສັດທາ ແລະ ປະຕິເສດ) (150) (ພວກນີ້ຄືພວກປະຕິເສດຢ່າງແທ້ຈິ່ງ ແລະ ເຮົາໄດ້ກຽມການລົງໂທດອັນຕ່ຳຕ້ອຍດ້ອຍຄ່າໄວ້ແກ່ຜູ້ປະຕິເສດສັດທາ) (151) (ສູເຣາະຫ໌ນິຊາ: 150-151)
ສະນັ້ນ ເຮົາໃນຖານະມຸສລິມເຮົາຈະສັດທາຕໍ່ອັລລໍຫ໌ ແລະ ຕໍ່ວັນສິ້ນໂລກຄືດັ່ງເຊັ່ນທີ່ອັລລໍຫ໌ໄດ້ຊົງສັ່ງໃຊ້ ແລະ ເຮົາຈະສັດທາຕໍ່ສາດສະດາທູດທຸກທ່ານແລະ ຄຳພີທຸກເຫຼັ້ມ ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ຣໍຊູລນັ້ນ (ນະບີມຸຮຳມັດ) ໄດ້ສັດທາຕໍ່ສິ່ງທີ່ໄດ້ຖືກປະທານລົງແກ່ທ່ານ ຈາກພຣະເຈົ້າຂອງທ່ານ ແລະ ມຸນິນທັ້ງຫຼາຍກໍ່ສັດທາດ້ວຍ ທຸກຄົນສັດທາຕໍ່ອັລລໍຫ໌ ແລະ ມະລາອິກະຫ໌ຂອງພຣະອົງ ແລະ ບັນດາຄຳພິຂອງພຣະອົງ ແລະບັນດາຣໍຊູລຂອງພຣະອົງ (ພວກເຂົາກ່າວວ່າ) ເຮົາຈະບໍ່ແຍກລະຫວ່າງທ່ານໜຶ່ງທ່ານໃດຈາກບັນດາຣໍຊູລຂອງພຣະອົງ ແລະ ພວກເຂົາໄດ້ກ່າວວ່າ ເຮົາໄດ້ຍິນແລ້ວ ໄດ້ປະຕິບັດຕາມແລ້ວ ການຂໍອະໄພໂທດຈາກພຣະອົງເທົ່ານັ້ນທີ່ພວກເຮົາປາດຖະນາ ໂອ້ພຣະເຈົ້າຂອງພວກເຮົາ! ແລະຍັງພຣະອົງນັ້ນ ຄືການກັບໄປ) (ສູເຣາະຫ໌ ບາກໍເຣາະຫ໌: 2: 285)
ຄຳພີອັລກຸຣອານແມ່ນຫຍັງ ?
ຄຳພີອັລກຸຣອານ ແມ່ນສັບຄຳເວົ້າຂອງອັລລໍຫ໌ ເປັນໂອງການຈາກພຣະເຈົ້າທີ່ຊົງປະທານແກ່ສາດສະດາທູດທ່ານສຸດທ້າຍ ເປັນສິ່ງອັດສະຈັນທີ່ຍິ່ງໃຫຍ່ທີ່ສຸດທີ່ພິສູດເຖິງຄວາມເປັນສາດສະດາຂອງທ່ານ ຄຳພີອັລກຸຣອານມີຫຼັກການທີ່ທ່ຽງທັມ ແລະ ມີເລື່ອງລາວທີ່ຖືກຕ້ອງ.
ແລະ ພຣະອົງອັລລໍຫ໌ໄດ້ທ້າທາຍບັນດາຜູ້ປະຕິເສດໃຫ້ນຳມາແມ້ພຽງບົດດຽວທີ່ຄືກັນກັບມັນ, ແຕ່ພວກເຂົາກໍບໍ່ສາມາດເຮັດເຊັ່ນນັ້ນໄດ້; ເນື່ອງຈາກຄວາມຍິ່ງໃຫຍ່ຂອງເນື້ອໃນ ແລະ ຄວາມຄົບຖ້ວນຂອງເນື້ອຫາຂອງມັນຕໍ່ທຸກສິ່ງທີ່ກ່ຽວຂ້ອງກັບມະນຸດທັງໃນຊີວິດໂລກນີ້ ແລະ ໂລກໜ້າ, ແລະ ມັນໄດ້ລວມເອົາທຸກຄວາມຈິງແຫ່ງສັດທາທີ່ຈຳເປັນຕ້ອງເຊື່ອຖື.
ມັນຍັງລວມເຖິງຄຳສັ່ງ ແລະ ຂໍ້ຫ້າມທີ່ມະນຸດຕ້ອງປະຕິບັດຕາມ, ບໍ່ວ່າຈະເປັນໃນຄວາມສຳພັນລະຫວ່າງລາວກັບພຣະຜູ້ເປັນເຈົ້າຂອງລາວ, ຫຼື ລະຫວ່າງລາວກັບຕົວເອງ, ຫຼື ລະຫວ່າງລາວກັບສິ່ງຖືກສ້າງອື່ນໆ ທັງໝົດ, ແລະ ທັງໝົດນັ້ນແມ່ນຢູ່ໃນຮູບແບບທີ່ສູງສົ່ງຂອງການໃຊ້ຖ້ອຍຄຳທີ່ສະຫຼະສະຫຼວຍ ແລະ ຊັດເຈນ.
ມັນປະກອບດ້ວຍຫຼັກຖານທາງເຫດຜົນ ແລະ ຂໍ້ເທັດຈິງທາງວິທະຍາສາດຫຼາຍຢ່າງ ທີ່ຊີ້ໃຫ້ເຫັນວ່າປຶ້ມຫົວນີ້ບໍ່ສາມາດສ້າງຂຶ້ນໂດຍມະນຸດໄດ້, ແຕ່ມັນແມ່ນພຣະທຳຂອງພຣະຜູ້ເປັນເຈົ້າຂອງມວນມະນຸດ, ພຣະອົງຜູ້ຊົງສູງສົ່ງ ແລະ ຍິ່ງໃຫຍ່.
ສາສະໜາອິສລາມແມ່ນຫຍັງ ?
ອິສລາມຄື ການຍອມຮັບຕໍ່ພະເຈົ້າອັລລໍຫ໌ຜູ້ເປັນພຣະເຈົ້າພຽງໜຶ່ງດຽວ ເຊື່ອຟັງພຣະອົງ ແລະ ປະຕິບັດຕາມບົດຄວາມຄຳສັ່ງຂອງພຣະອົງດ້ວຍຄວາມພໍໃຈ ແລະ ປະຕິເສດຈະບູຊາເຄົາລົບສິ່ງອື່ນນອກຈາກອັລລໍຫ໌.
ພຣະເຈົ້າໄດ້ສົ່ງບັນດາສາສະດາທູດມາດ້ວຍສານໜຶ່ງດຽວຄື: ການຮຽກຮ້ອງໄປສູ່ການກາບໄຫວ້ພຣະເຈົ້າອົງດຽວ ໂດຍບໍ່ມີຄູ່ຮ່ວມໃດໆ ກັບພຣະອົງ, ແລະ ປະຕິເສດທຸກສິ່ງທີ່ຖືກກາບໄຫວ້ນອກເໜືອຈາກພຣະເຈົ້າ.
ອິສລາມຄື ສາສະໜາຂອງສາດສະດາທຸກທ່ານ ດັ່ງນັ້ນ ຄຳສອນຂອງທຸກທ່ານຈຶ່ງເປັນຄຳສອນດຽວກັນເຖິງແມ້ຈະມີບົດບັນຍັດຄຳສັ່ງໃຊ້ພາກປະຕິບັດ ຫຼື ພິທີກຳທີ່ແຕກຕ່າງກັນ ຄົນອິສລາມໃນໂລກທຸກມື້ນີ້ເປັນຄົນກຸ່ມດຽວທີ່ຍຶດຕາມລັກສະໜາທີ່ຖືກຕ້ອງຂອງບັນດາສາສະດາທູດລຸ້ນກ່ອນໆ ຄຳສອນຂອງສາສະໜາອິສລາມໃນປັດຈຸບັນຄືສັດຈະທຳເປັນຄຳສອນສຸດທ້າຍຂອງມວນມະນຸດ.
ພຣະເຈົ້າເຄີຍແຕ່ງຕັ້ງ ອັບຣາຮາມ ,ໂມເຊ ,ເຍຊູ ແລະຍັງແຕ່ງຕັ້ງທ່ານນະບີມຸຮຳມັດ ເປັນສາດສະດາທູດອົງສຸດທ້າຍ ບົດບັນຍັດຄຳສັ່ງໃຊ້ຂອງອິສລາມຖືເປັນບົດຍົກເລີກຄຳສັ່ງໃຊ້ຕ່າງໆ ຂອງສາດສະດາກ່ອນໜ້າທ່ານ.
ສາສະໜາໃນໂລກທຸກມື້ນີ້ນອກຈາກສາສະໜາອິສລາມ ນັບເປັນງານປະດິດຂອງມະນຸດເອງ ບ້າງສາສະໜາເຄີຍເປັນສາສະຫນາຂອງພຣະເຈົ້າແຕ່ຖືກດັດແປງ ແລະ ຕື່ມແຕ່ງດ້ວຍກັບເລື່ອງເລົ່ານິຍາຍ ແລະ ຜ່ານການສັງຄາຍະນາ (ດັດແຕ່ງ).
ແຕ່ສາສະຫນາຂອງອິສລາມເປັນສາສະຫນາພຽງຫນຶ່ງດຽວທີ່ຊັດເຈນ ແລະ ບໍ່ເຄີຍຜ່ານການປ່ຽນແປງ ການເຮັດພິທີຜູ້ບູຊາໃນສາສະຫນາອິສລາມທີ່ເປັນການກາບໄຫວ້ຕໍ່ອັລລໍຫ໌ກໍ່ມີພຽງຫນຶ່ງດຽວ ຄື ການລະຫມາດ 5 ເວລາ, ຈ່າຍຊະກາດ ( ພາສີສາສະຫນາ), ຖືສິນອົດໃນເດືອນຣໍມະດອນ ຄຳພີອັລກຸຣອານຄືຄຳພີເຫຼັ້ມດຽວຂອງອິສລາມໃນທຸກປະເທດທົ່ວໂລກ. ອັລລໍຫ໌ ໄດ້ກ່າວວ່າ : (ມື້ນີ້ເຮົາໄດ້ເຮັດໃຫ້ສາສະຫນາຂອງພວກທ່ານສົມບູນແລ້ວ ແລະ ເຮົາໄດ້ໃຫ້ຄວາມໂປຼດປຼານຂອງເຮົາສົມບູນ ເຮົາເລືອກໃຫ້ອິສລາມເປັນສາສະຫນາຂອງພວກທ່ານ ດັ່ງນັ້ນ ຜູ້ໃດຈຳເປັນຕ້ອງກິນເພາະຄວາມອຶດຫິວໂດຍບໍ່ມີໃຈຢາກກິນຂອງບາບກໍ່ສາມາດກິນໄດ້ ແທ້ຈິ່ງອັລລໍຫ໌ເປັນຜູ້ໃຫ້ອະໄພ ແລະ ເມດຕາສະເຫມີ) (ສູເຣາະຫ໌ ອັລ-ມາອີດະຫ໌ 5:3)
ອັລລໍຫ໌ ຕະອາລາ ໄດ້ກ່າວຕຶ່ມອີກໃນອັລກຸຣອານວ່າ : (ຈົ່ງກ່າວເຖີດ (ມຸຮຳມັດ) ວ່າ ເຮົາສັດທາຕໍ່ ອັລລໍຫ໌ ແລະ ຄຳສອນທີ່ຖືກປະທານລົງມາໃຫ້ເຮົາ ແລະ ຄຳສອນທີ່ປະທານລົງມາໃຫ້ ອັບຣາຮາມ (ອິບຣໍຮີມ), ອິດສະມາແອນ (ອິສມາອີລ), ອີຊາກ (ອິສຮາກ), ຢາໂຄບ (ຍະກູບ), ແລະ ເຜົ່າຕ່າງ ໆ ແລະຄຳສອນທີ່ປະທານໃຫ້ແກ່ ໂມເຊ (ມູຊາ), ເຍຊູ (ອີຊາ) ແລະ ສາດສະດາຄົນອື່ນໆ ຈາກພຣະເຈົ້າ ເຮົາຈະບໍ່ແບ່ງແຍກຜູ້ໃດ ແລະ ເຮົາຈະຍອມຮັບຕໍ່ອັລລໍຫ໌) (ແລະ ຜູ້ໃດທີ່ສະແຫວງຫາສາສະໜາອື່ນນອກຈາກອິສລາມ ສາສະໜານັ້ນກໍ່ຈະບໍ່ຖືກຕອບຮັບເປັນອັນຂາດ ແລະ ໃນໂລກຫນ້າເຂົາຈະຢູ່ໃນກຸ່ມຜູ້ຂາດທຶນ) (ສູເຣາະຫ໌ ອະລາອິມຣອນ: 84-85)
ສາສະໜາອິສລາມເປັນແນວທາງໃນການດຳເນີນຊີວິດທີ່ຄົບຄົນ ແລະ ສອດຄ່ອງກັບທຳມະຊາດຂອງຊີວິດ ແລະ ສາມັນສຳນຶກ ເປັນທີ່ຍອມຮັບຂອງຈິດວິນຍານທີ່ບໍລິສຸດ ແລະ ເປັນສາສະໜາທີ່ພຣະຜູ້ສ້າງຜູ້ຊົງຍິ່ງໃຫຍ່ໄດ້ບັນຍັດໃຫ້ແກ່ບ່າວຂອງພຣະອົງ. ແລະ ເປັນສາສະໜາແຫ່ງຄວາມດີ ແລະ ຄວາມສຸກສຳລັບມວນມະນຸດຊາດທັງໃນໂລກນີ້ ແລະ ໃນຊີວິດຫຼັງຄວາມຕາຍ. ເປັນສາສະໜາທີ່ບໍ່ໄດ້ຍົກຍ້ອງກຸ່ມໃດໜຶ່ງເໜືອກວ່າກຸ່ມອື່ນ ຫຼື ສີຜິວໃດໜຶ່ງເໜືອກວ່າສີຜິວອື່ນ. ໃນອິສລາມ ມະນຸດທຸກຄົນມີຄວາມເທົ່າທຽມກັນ ແລະ ບໍ່ມີຜູ້ໃດທີ່ໂດດເດັ່ນເໜືອຄົນອື່ນ ເວັ້ນແຕ່ໃນກອບແຫ່ງການກະທຳຄຸນງາມຄວາມດີທີ່ລາວໄດ້ເຮັດໄວ້ເທົ່ານັ້ນ.
ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ຜູ້ໃດປະຕິບັດຄວາມດີງາມ ບໍ່ວ່າຈະເປັນເພດຊາຍ ຫຼື ເພດຍິງກໍ່ຕາມ ໂດຍທີ່ເຂົາເປັນຜູ້ສັດທາ, ເຮົາຈະໃຫ້ເຂົາມີຊີວິດທີ່ດີ ແລະ ແນ່ນອນເຮົາຈະຕອບແທນພວກເຂົາ ເຊິ່ງລາງວັນຂອງພວກເຂົາ ທີ່ດີຍິ່ງກວ່າທີ່ພວກເຂົາໄດ້ເຄີຍກະທຳ). [ອັລ-ນະຫ໌ລຸ : 97]
ອິສລາມຄືເສັ້ນທາງສູ່ຄວາມສຸກ
ອິສລາມຄື ສາສະຫນາເພຶ່ອມະນຸດຊາດທຸກຄົນ ບໍ່ແມ່ນສາສະຫນາສະເພາະສຳຫລັບຊາວອາຫຣັບເທົ່ານັ້ນ.
ອິສລາມຄື ເສັ້ນທາງສູ່ຄວາມສຸກທີ່ແທ້ຈິງໃນໂລກນີ້ ແລະ ສູ່ຄວາມສຸກອັນຖາວອນໃນໂລກຫນ້າ.
ອິສລາມຄື ສາສະໜາໜຶ່ງດຽວທີ່ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງຈິດວິນຍານແລະຮ່າງກາຍໄດ້ຢ່າງສົມດຸນກັນ ເປັນສາສະໜາທີ່ສາມາດແກ້ໄຂບັນຫາຂອງມວນມະນຸດໄດ້. ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ພຣະອົງຕັດວ່າ ຈົ່ງລົງໄປຈາກທີ່ນັ້ນທັງໝົດ ພວກເຈົ້າບາງຄົນຈະເປັນສັດຕູຕໍ່ບາງຄົນ; ແລ້ວເມື່ອໃດກໍຕາມທີ່ມີຄຳແນະນຳຈາກຂ້າພຣະອົງມາຮອດພວກເຈົ້າ ຜູ້ໃດກໍຕາມທີ່ປະຕິບັດຕາມການແນະນຳຂອງຂ້າພຣະອົງ ເຂົາຈະບໍ່ຫຼົງທາງ ແລະຈະບໍ່ທຸກທ້ອນ) (ແລະ ໃຜທີ່ບໍ່ສົນໃຈໃຫ້ກັບທາງນຳນັ້ນເຂົາກໍ່ຈະໄດ້ຮັບຄວາມເປັນຢູ່ທີ່ຄັບແຄບ ແລະ ເຮົາຈະຟື້ນຄືນຊີບເຂົາຂື້ນມາໃນວັນສິ້ນໂລກໃນຮູບແບບຕາບອດ) (ສູເຣາະຫ໌ ຕໍຮາ: 123-124)
ມຸດສະລິມຈະໄດ້ຮັບຫຍັງໃນໂລກນີ້ ແລະ ໂລກຫນ້າ ?
ອິສລາມມີຜົນດີຢ່າງຫຼວງຫຼາຍເຊັ່ນ :
- ໄດ້ຮັບກຽດໃນໂລກນີ້ໃນຖານະບ່າວຂອງອັລລໍຫ໌ແທນທີ່ຈະເປັນທາດໃຫ້ກິເລດ, ມານຮ້າຍ, ແລະ ອາລົມໄຝ່ຕ່ຳ.
- ໄຊຊະນະໃນໂລກໜ້າດ້ວຍການໄດ້ຮັບການອະໄພ ແລະ ຄວາມພໍໃຈຈາກອັລລໍຫ໌ ເຂົ້າສະຫວັນພ້ອມຄວາມສຸກຕະຫຼອດການ ແລະ ຫຼຸດພົ້ນຈາກໄຟນາລົກ.
- ຜູ້ສັດທາໃນມື້ສິ້ນໂລກຈະໄດ້ຢູ່ກັບບັນດາສາດສະດາທູດ, ຄົນທີ່ມີຄວາມສັດທາສົມບຸນ, ຄົນທີ່ສະຫຼະຊີວິດເພື່ອສາສະຫນາ, ແລະພວກຄົນດີ ນັບວ່າຄືໂຊກດີຫລາຍເພາະຈະໄດ້ຢູ່ກັບກຸ່ມຄົນທີ່ດີທີ່ສຸດ ສ່ວນຜູ້ບໍ່ສັດທາຈະຢູ່ກັບມານຮ້າຍໄຊຕອນ, ຄົນຊົ່ວ, ອາຊະຍາກອນ, ແລະ ຄົນທີ່ຊົ່ວຮ້າຍ.
- ຜູ້ທີ່ເຂົ້າສະຫວັນຈະໄດ້ຮັບຄວາມສຸກຕະຫຼອດການ ບໍ່ມີການເສຍຊີວິດ ເຈັບປ່ວຍ ເຖົ້າແກ່ ຫຼື ຄວາມເສຍໃຈ ອັລລໍຫ໌ຈະໃຫ້ຕາມທີ່ທຸກຄົນປາດຖະໜາ ສ່ວນຄົນທີ່ຕົກນາຮົກເພາະບໍ່ເຊື່ອໃນພຣະເຈົ້າກໍຈະໄດ້ຮັບການລົງໂທດຕະຫຼອດການເຊັ່ນດຽວກັນ.
- ໃນສະຫວັນມີແຕ່ຄວາມສຸກທີ່ຕາບໍ່ເຄີຍເຫັນ ຫູບໍ່ເຄີຍໄດ້ຍິນ ຈິດໃຈບໍ່ເຄີຍນຶກຄິດ ຈາກຫຼັກຖານທີ່ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ຜູ້ໃດປະຕິບັດຄວາມດີງາມ ບໍ່ວ່າຈະເປັນເພດຊາຍ ຫຼື ເພດຍິງກໍ່ຕາມ ໂດຍທີ່ເຂົາເປັນຜູ້ສັດທາ, ເຮົາຈະໃຫ້ເຂົາມີຊີວິດທີ່ດີ ແລະ ແນ່ນອນເຮົາຈະຕອບແທນພວກເຂົາ ເຊິ່ງລາງວັນສຳຫຼັບຂອງພວກເຂົາ ທີ່ດີຍິ່ງກວ່າທີ່ພວກເຂົາໄດ້ເຄີຍກະທຳ). [ອັລ-ນະຫ໌ລຸ: 97].
ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ດັງນັ້ນຈຶ່ງບໍ່ມີຊີວິດ ຮູ້ສິ່ງເລັ້ນລັບສຳຫຼັບພວກເຂົາໃຫ້ເປັນທີ່ຮົ່ມເຢັນແກ່ສາຍຕາ ເປັນການຕອບແທນໃນສິ່ງທີ່ພວກເຂົາໄດ້ເຮັດໄວ້) [ອັດ-ຊະຈາດະຫ໌ :17].
ຜູ້ທີ່ບໍ່ແມ່ນມຸສລິມຈະເສັຍຫຍັງໄປ ?
ຈະເສຍຄວາມຮູ້ທີ່ຍິ່ງໃຫຍ່ທີ່ສຸດຄືການຮູ້ຈັກພຣະເຈົ້າ ຈະເສຍຄວາມສັດທາຕໍ່ພະເຈົ້າທີ່ສາມາດສ້າງຄວາມສຸກສະຫງົບໄດ້ໃນໂລກນີ້ ແລະ ສ້າງຄວາມສຸກຕະຫຼອດການໃນໂລກໜ້າ.
ມະນຸດຈະສູນເສຍສັດທາ ແລະ ການປະຕິບັດຕາມຄຳພີອັນຍິ່ງໃຫຍ່ທີ່ສຸດ ທີ່ພຣະເຈົ້າໄດ້ຊົງປະທານລົງມາໃຫ້ແກ່ມວນມະນຸດ.
ແລະ ຈະເສຍໂອກາດການສັດທາຕໍ່ບັນດາສາດສະດາທີ່ຍິ່ງໃຫຍ່ ຈະບໍ່ມີໂອກາດໄດ້ຢູ່ຮ່ວມກັບທ່ານໃນສວນສະຫວັນ ແຕ່ຈະຕ້ອງມາຢູ່ຮ່ວມກັບມານຮ້າຍ ແລະ ຄົນຊົ່ວໃນນາລົກແທນ.
ອັລລໍຫ໌ ຕະອາລາ ໄດ້ກ່າວວ່າ : (ຈົ່ງກ່າວເຖິດວ່າ ແທ້ຈິງບັນດາຜູ້ຂາດທຶນນັ້ນຄື ບັນດາຜູ້ທີ່ເຮັດຕົວຂອງເຂົາເອງ ແລະ ຄອບຄົວຂອງພວກເຂົາໃຫ້ຂາດທຶນໃນວັນສິ້ນໂລກ ຈົ່ງຮູ້ໄວ້ເຖີດວ່ານັ້ນແຫຼະ ຄືການຂາດທຶນຢ່າງຊັດເຈນ) (15). (ສຳຫຼັບພວກເຂົານັ້ນ ທາງເໜືອຂອງພວກເຂົາຈະມີຊັ້ນຕ່າງໆ ຂອງໄຟນະຣົກປົກຄຸມຢູ່ ແລະ ທາງລຸ່ມຂອງພວກເຂົາກໍຈະມີຊັ້ນຕ່າງໆ ຂອງມັນເຊັ່ນກັນ, ນັ້ນຄືສິ່ງທີ່ອັລລໍຫ໌ຊົງໃຊ້ເພື່ອເຕືອນສະຕິປວງບ່າວຂອງພຣະອົງ. ໂອ້ ປວງບ່າວຂອງຂ້າເອີຍ! ດັ່ງນັ້ນ, ພວກເຈົ້າຈົ່ງຢຳເກງຕໍ່ຂ້າເຖີດ) (16). (ສູເຣາະຫ໌ ອັຊຊຸມັຣ: 15-16)
ຜູ້ໃດທີ່ຕ້ອງການຫຼຸດພົ້ນຈາກໂລກໜ້າ ກໍ່ຄວນເປັນມຸສລິມທີ່ເຊື່ອຟັງຕໍ່ອັລລໍຫ໌ ແລະ ປະຕິບັດຕາມສາດສະດາທູດຂອງພຣະອົງ.
ໜຶ່ງໃນຄວາມຈິງທີ່ບັນດານະບີ ແລະ ຣໍຊູນ (ຂໍຄວາມສະຫງົບຈາກພຣະອົງຈົ່ງມີແກ່ພວກເຂົາ) ໄດ້ເຫັນພ້ອມກັນ ຄື ຈະບໍ່ມີຜູ້ໃດຈະລອດພົ້ນໃນອາຄິເຣາະຫ໌ (ໂລກຫຼັງຄວາມຕາຍ) ນອກຈາກບັນດາມຸດສະລິມທີ່ສັດທາຕໍ່ອັລລອຮ໌ (ຊູບຮານະຮູ ຕະອາລາ) ແລະ ບໍ່ໄດ້ເຮັດຊິຣິກ (ຕັ້ງພາຄີ) ໃນການເຄົາລົບບູຊາພຣະອົງ, ແລະ ເຊື່ອມັ່ນຕໍ່ນະບີ ແລະຣໍຊູນທຸກທ່ານ; ດັ່ງນັ້ນ ຜູ້ທີ່ເປັນຜູ້ຕິດຕາມບັນດາຣໍຊູນ ຜູ້ທີ່ເຊື່ອມັ່ນ ແລະ ຍອມຮັບຄຳສອນຂອງພວກເຂົາ ທຸກຄົນຈະເຂົ້າສະຫວັນ ແລະ ຈະລອດພົ້ນຈາກນະຣົກ.
ຄົນທີ່ຢູ່ໃນຍຸກຂອງນະບີໂມເຊ (ນະບີມູຊາ) ເຊື່ອຄຳສອນ ແລະ ປະຕິບັດຕາມຄຳສອນຂອງທ່ານຈຶ່ງຖືເປັນຄົນອິສລາມ ແລະ ຜູ້ສັດທາທີ່ດີ ພໍຖັດມາໃນຍຸກທີ່ອັລລໍຫ໌ໄດ້ແຕ່ງຕັ້ງເຢຊູ (ນະບີອີຊາ) ເປັນສາດສະດາ ຜູ້ທີ່ສັດທາໃນຄຳສອນຂອງໂມເຊກໍຕ້ອງເຊື່ອ ແລະ ປະຕິບັດຕາມເຢຊູເຊັ່ນດຽວກັນ
ດັ່ງນັ້ນ ໃຜທີ່ສັດທາຕໍ່ເຍຊູກໍ່ຖືວ່າເປັນຄົນອິດສະລາມ ສ່ວນຄົນທີ່ປະຕິເສດເຢຊູ ແລະ ຕ້ອງການຍຶດຕິດຢູ່ກັບ ສາສະຫນາແບບເກົ່າຂອງໂມເຊດ ກໍ່ຈະຖືວ່າບໍ່ແມ່ນຜູ້ສັດທາ ເພາະເຂົາປະຕິເສດຕໍ່ສາດສະດາອີກທ່ານທີ່ອັລລໍຫ໌ໄດ້ແຕ່ງຕັ້ງ
ໃນທ້າຍທີ່ສຸດອັລລໍຫ໌ໄດ້ແຕ່ງຕັ້ງມຸຮຳມັດເປັນສາດສະດາ ດັ່ງນັ້ນ ມະນຸດທຸກຄົນຈຶ່ງຕ້ອງສັດທາຕໍ່ທ່ານ ພຣະເຈົ້າຄືຜູ້ແຕ່ງຕັ້ງໂມເຊ ແລະ ເຍຊູ ແລະ ຍັງເປັນຜູ້ແຕ່ງຕັ້ງສາດສະດາທ່ານສຸດທ້າຍຄືນະບີມຸຮຳມັດ ດັ່ງນັ້ນ ຜູ້ໃດທີ່ປະຕິເສດທ່ານ ແລະ ຕ້ອງການຍຶດຕິດຢູ່ກັບສາສະຫນາເກົ່າຂອງໂມເຊ ຫຼື ເຢຊູ ກໍ່ນັບວ່າບໍ່ແມ່ນຜູ້ສັດທາເຊັ່ນດຽວກັນ.
ການສະແດງຕົນວ່າເຄົາລົບສາສະຫນາອິສລາມ ຫຼື ເປັນນັກບໍລິຈາກທານຊ່ວຍເຫຼືອຄົນທຸກຍາກ ບໍ່ຖືວ່າພຽງພໍທີ່ຈະເຮັດໃຫ້ໄດ້ຮັບການຫຼຸດພົ້ນ ແຕ່ຕ້ອງມີຄວາມສັດທາຕໍ່ພຣະເຈົ້າອັລລໍຫ໌, ຄຳພີ, ບັນດາສາດສະດາທູດ, ມື້ສິ້ນໂລກນຳເຊັ່ນດຽວກັນ ແລ້ວອັລລໍຫ໌ຈະຕອບຮັບຄວາມດີຂອງເຂົາ ບໍ່ມີບາບໃດຍິ່ງໃຫຍ່ໄປກວ່າການປະຕິເສດຕໍ່ອັລລໍຫ໌ ປະຕິເສດຕໍ່ຄຳສອນ ແລະ ປະຕິເສດຕໍ່ສາດສະດາມຸຮຳມັດ (ຊລ).
ແບບນັ້ນແລ້ວ ຊາວຢິວ ແລະ ຄຣິດສະຕຽນ ແລະ ສາສະຫນາອື່ນໆ ຫາກໄດ້ຮັບຮູ້ການແຕ່ງຕັ້ງສາດສະດາມຸຮຳມັດແລ້ວ ແຕ່ຍັງຝ່າຝືນປະຕິເສດສັດທາ ແລະ ບໍ່ຕ້ອງການເຂົ້າຮັບອິສລາມ ກໍ່ຈະຕ້ອງລົງນາລົກຕະຫລອດການ ນີ້ຄືຄຳຕັດສິນຂອງພຣະເຈົ້າບໍ່ແມ່ນຄຳຕັດສິນຂອງມະນຸດກັນເອງ. ພຣະອົງຜູ້ຊົງສູງສົ່ງກ່າວວ່າ: (ແທ້ຈິງຜູ້ປະຕິເສດສັດທາທີ່ເປັນຊາວຄຳພີ ແລະ ຜູ້ຕັ້ງພາຄີ ຈະຢູ່ໃນນາລົກອາເວຈີຕະຫຼອດການ ຄົນເລົ່ານີ້ຄືມະນຸດທີ່ຊົ່ວຮ້າຍທີ່ສຸດ) [ອັນ-ໄບຍິນະ:6].
ຄຳສອນສຸດທ້າຍຈາກພຣະເຈົ້າ ໄດ້ຖືກປະທານເຖິງມວນມະນຸດແລ້ວ ດັ່ງນັ້ນ ມະນຸດທຸກຄົນທີ່ເຄີຍໄດ້ຍິນກ່ຽວກັບອິສລາມ ຫຼື ທ່ານນະບີມຸຮຳມັດກໍ່ຕ້ອງຈຳເປັນຕ້ອງເຊື່ອ ແລະ ສັດທາຕໍ່ທ່ານ ປະຕິບັດຕາມຄຳສອນຂອງທ່ານ ເຊື່ອຟັງໃນຄຳສັ່ງໃຊ້ ແລະ ຄຳສັ່ງຫ້າມຂອງທ່ານ ແຕ່ຫາກຜູ້ໃດໄດ້ຟັງຄຳສອນຂອງທ່ານແລ້ວຍັງຝ່າຝື່ນປະຕິເສດ ອັລລໍຫ໌ກໍຈະບໍ່ຮັບຄວາມດີໃດໆ ຈາກເຂົາຜູ້ນັ້ນ ແລ້ວອັລລໍຫ໌ຈະລົງໂທດເຂົາໃນໂລກຫນ້າ.
ແລະ ຈາກຫຼັກຖານດັງກ່າວ ພຣະອົງຜູ້ຊົງສູງສົ່ງກ່າວວ່າ: (ແລະ ຜູ້ໃດທີ່ສະແຫວງຫາສາສະຫນາອື່ນນອກຈາກອິສລາມ ສາສະໜານັ້ນກໍ່ຈະບໍ່ຖືກຕອບຮັບເປັນອັນຂາດ ແລະ ໃນໂລກຫນ້າເຂົາຈະຢູ່ໃນກຸ່ມຜູ້ຂາດທຶນ) (ສູເຣາະຫ໌ ອະລາອີມຣອນ: 3:85)
ແລະ ພຣະຜູ້ຊົງສູງສົ່ງໄດ້ຕຣັດວ່າ: (ຈົ່ງກ່າວເຖິດ (ມຸຮຳມັດ) ວ່າ: ໂອ້ຊາວຄຳພີ (ຊາວຄຣິດສະຕຽນ ແລະ ຢິວ) ຈົ່ງມາສູ່ຄຳສອນທີ່ເທົ່າທຽມກັນລະຫວ່າງເຮົາ ແລະ ທ່ານ, ວ່າເຮົາຈະບໍ່ກາບໄຫວ້ບູຊາສິ່ງໃດນອກຈາກອັລລໍຫ໌ ແລະ ເຮົາຈະບໍ່ເຄົາລົບບູຊາສິ່ງອື່ນທຽບຄຽງພຣະອົງ ແລະ ເຮົາຈະບໍ່ແຕ່ງຕັ້ງໃຜເປັນຜູ້ສັກສິດອື່ນນອກຈາກອັລລໍຫ໌. ຖ້າຫາກພວກເຂົາຍັງບໍ່ສົນໃຈກໍ່ຈົ່ງກ່າວວ່າ ເປັນພະຍານໃຫ້ເຮົານຳວ່າເຮົານັ້ນເປັນມຸສລິມ). (ສູເຣາະຫ໌ ອະລາອີມຣອນ: 3:64)
ສິ່ງໃດທີ່ເປັນຂໍ້ບັງຄັບສຳລັບມຸສະລິມ?
ມຸສລິມຈະຕ້ອງມີຄວາມສັດທາຕໍ່ຫຼັກການ 6 ປະການດັ່ງນີ້:
ການສັດທາວ່າອັລລໍຫ໌ຄືຜູ້ສ້າງ, ຜູ້ໃຫ້, ຜູ້ບໍລິຫານຈັດການ ແລະ ເປັນຜູ້ຄວບຄຸມ ຄອບຄອງທຸກສັບພະສິ່ງ ບໍ່ມີສິ່ງໃດນອກເຫນືອຈາກພຣະອົງ ພຣະອົງບໍ່ມີລູກ ແລະ ເມຍ, ພຣະອົງຜູ້ດຽວເທົ່ານັ້ນທີ່ມີສິດໄດ້ຮັບການບູຊາກາບໄຫວ້ ບໍ່ມີສິ່ງສັກສິດໃດອື່ນໄດ້ຮັບການເຄົາລົບບູຊາກາບໄຫວ້ຄຽງຄູ່ພຣະອົງ ສິ່ງສັກສິດອື່ນນອກຈາກພຣະອົງລ້ວນແມ່ນແຕ່ຂອງແປກປອມ.
ການສັດທາເຊື່ອໃນເທວະດາ (ເທວະທູດ) "ມະລາອີກະຮ໌" ເປັນບ່າວຂອງພຣະອົງທີ່ຖືກສ້າງມາຈາກແສງສະຫວ່າງໃຫ້ມີຫນ້າທີ່ແຕກຕ່າງກັນເຊັ່ນ : ເປັນຜູ້ນຳໂອງການຈາກພຣະເຈົ້າມາສູ່ທ່ານສາດສະດາທູດ.
ການສັດທາເຊື່ອໃນຄຳພີຕ່າງໆ ທີ່ຊົງປະທານໃຫ້ສາດສະດາທູດຂອງພຣະອົງ ເຊັ່ນ : ຄຳພີໄບເບິລພັນທະສັນຍາເກົ່າ ແລະ ໃຫມ່ (ຄຳພີເຕົາຣອດ ແລະ ອິນຈິລ) ກ່ອນທີ່ຖືກສັງຄາຍະນາດັດແປງ ໂດຍມີຄຳພີເຫຼັ້ມສຸດທ້າຍຄືຄຳພີອັລກຸຣອານ.
ການສັດທາຕໍ່ບັນດາສາດສະດາທູດທຸກທ່ານເຊັ່ນ : ໂນອາ (ນົວຮ໌), ອິບຣໍຮີມ, ໂມເຊ (ມູຊາ), ເຍຊູ (ອີຊາ). ໂດຍມີສາດສະດາທູດອົງສຸດທ້າຍຄືນະບີມຸຮຳມັດ, ພຣະເຈົ້າຍັງປະທານສິ່ງອັດສະຈັນຢ່າງຫລວງຫລາຍເພຶ່ອພິສູດເຖິງສັດຈະທັມຂອງໂອງການຂອງພຣະອົງ.
ການສັດທາຕໍ່ວັນອາຄິເຣາະຫ໌ (ວັນຫຼັງແຫ່ງຄວາມຕາຍ) ໃນເວລາທີ່ອັລລໍຫ໌ຈະຊົງປຸກຊີວິດບັນດາມະນຸດທັງຜູ້ກ່ອນ ແລະ ຜູ້ຫຼັງຂຶ້ນມາອີກຄັ້ງ ແລະພຣະອົງຈະພິພາກສາຕັດສິນລະຫວ່າງບັນດາສິ່ງທີ່ພຣະອົງຊົງສ້າງ ແລະ ຈະນຳບັນດາຜູ້ສັດທາເຂົ້າສະຫວັນ ແລະ ນຳບັນດາຜູ້ປະຕິເສດສັດທາເຂົ້ານະຣົກ.
ການສັດທາຕໍ່ການກຳຫນົດການຂອງພຣະເຈົ້າ ວ່າພຣະອົງຮອບຮູ້ທຸກເລື່ອງທຸກຢ່າງໃນອະດີດ ແລະ ໃນອານາຄົດ ພຣະອົງໄດ້ລີຂິດ ແລະ ໄດ້ຊົງປະສົງໃຫ້ເປັນໄປຕາມຄວາມຮອບຮູ້ຂອງພຣະອົງ ແລະ ໄດ້ສ້າງທຸກສັບພະສິ່ງ.
ແລະ ເຄົາລົບພັກດີຕໍ່ອັລລໍຫ໌ຕາມທີ່ພຣະອົງໄດ້ຊົງບັນຍັດໄວ້ ໂດຍການລະຫມາດ, ການຈ່າຍຊະກາດ, ການຖືສິນອົດ, ແລະ ການປະກອບພິທີຮັຈ ຫາກມີຄວາມສາມາດ, ຈາກນັ້ນກໍຈຳເປັນຕ້ອງສຶກສາຮ່ຳຮຽນສາສະໜາຂອງຕົນ ເຊິ່ງຈະເປັນແຫຼ່ງຄວາມສຸກໃນໂລກນີ້ ແລະ ເປັນການລອດພົ້ນໃນໂລກຫນ້າ.
Related books
All books
ໃຜຄືຜູ້ສ້າງຕົວເຮົາ? ແລ້ວສ້າງມາເຮັດຫຍັງ?75 languagesໃຜຄືຜູ້ສ້າງຕົວເຮົາ? ແລ້ວສ້າງມາເຮັດຫຍັງ?
ທຸກໆ ສິ່ງຊີ້ໃຫ້ເຫັນເຖິງການມີຢູ່ຂອງຜູ້ສ້າງ ແມ່ນໃຜສ້າງຊັ້ນຟ້າແຜ່ນດິນໂລກ ແລະ ຈັກກະວານ ຮ່ວມເຖິງສັບພະສິ່ງຈຳນວນຫລວງຫລາຍມະຫາສານນີ້? ແມ່ນໃຜສ້າງລະບົບອັນຊັບຊ້ອນ ແລະ ລະອຽດອ່ອນໃນທຳມະຊາດຂອງຊັ້ນຟ້າແລະແຜ່ນດິນ? ໃຜຄືຜູ້ສ້າງມະນຸດເຮັດໃຫ້ມະນຸດມີປະສາດສຳພັດ ໄດ້ຍິນ ແນມເຫັນ ມີສະມອງປັນຍາທີ່ຮັບຮູ້ ແລະ ເຂົ້າເຖິງຄວາມຈິງ? ເຈົ້າອະທິບາຍການເຮັດວຽກທີ່ຊັດເຈນນີ້ແນວໃດໃນລະບົບຂອງຮ່າງກາຍຂອງເຈົ້າແລະຮ່າງກາຍຂອງສິ່ງມີຊີວິດ? ໃຜເປັນຜູ້ສ້າງມັນ? ຈັກກະວານໃບນີ້ດຳລົງຢູ່ເປັນລະບົບລະບຽບພາຍໃຕ້ກົດເກນທຳມະຊາດອັນຊັບຊ້ອນຢ່າງທີ່ສຸດນັບພັນລ້ານປີໄດ້ແນວໃດ?
ເຈົ້າເຄີຍຖາມຕົວເອງບໍ່? ໃຜແມ່ນຜູ້ສ້າງໂຕເຈົ້າ? ແລ້ວສ້າງມາເພື່ອຫຍັງ? ແລ້ວຈະມີຫຍັງເກີດຂື້ນຫລັງຈາກຄວາມຕາຍ?57 languagesເຈົ້າເຄີຍຖາມຕົວເອງບໍ່? ໃຜແມ່ນຜູ້ສ້າງໂຕເຈົ້າ? ແລ້ວສ້າງມາເພື່ອຫຍັງ? ແລ້ວຈະມີຫຍັງເກີດຂື້ນຫລັງຈາກຄວາມຕາຍ?
ຫນັງສືເຫຼັ້ມນີ້ປະພັນຂຶ້ນເພື່ອຕອບຄຳຖາມກ່ຽວກັບເລື່ອງການມີຢູ່ ແລະ ການສ້າງ, ແລະ ພິສູດຢ່າງມີເຫດຜົນເຖິງການມີຢູ່ຂອງຜູ້ສ້າງຜູ້ທີ່ສົມບູນພ້ອມດ້ວຍສະຕິປັນຍາ ແລະ ຄວາມສົມບູນແບບ, ແລະ ອະທິບາຍວ່າຈຸດປະສົງຂອງການມີຊີວິດຄືການຈົ່ງຮັກພັກດີເຄົາລົບຕໍ່ພຣະອົງອັລລໍຮ໌ພຽງອົງດຽວ, ແລະ ອິດສະລາມຄືສາສະໜາທີ່ແທ້ຈິງທີ່ຖືກປົກປ້ອງໄວ້, ແລະ ຮຽກຮ້ອງໃຫ້ມີຄວາມເຊື່ອສັດທາຕໍ່ສາດສະດາທູດຂອງອັລລໍຮ໌, ມູຮຳມັດ, ແລະ ໃຫ້ປະຕິບັດຕາມຄຳສອນຂອງເພິ່ນ, ແລະ ເຕືອນໃຫ້ລະວັງຈາກການຕັ້ງພາຄີ ແລະ ຢືນຢັນເຖິງການມີຢູ່ຂອງການຄິດບັນຊີ ແລະ ການຕອບແທນໃນໂລກຫນ້າ.
ອິສລາມ ສາສະໜາຂອງບັນດາສາສະດາທູດຂອງອັລລໍຫ໌85 languagesອິສລາມ ສາສະໜາຂອງບັນດາສາສະດາທູດຂອງອັລລໍຫ໌
ອິສລາມຄືການຍອມຈຳນົນຕໍ່ພຣະເຈົ້າ ຜູ້ສ້າງ ແລະ ຜູ້ບໍລິຫານຈັດການຈັກກະວານ, ການນໍາພາຕົນເອງໄປສູ່ຄວາມເຊື່ອຟັງພຣະອົງດ້ວຍຄວາມຮັກ ແລະ ການເທີດທູນ, ແລະ ພື້ນຖານຂອງອິສລາມຄືການສັດທາຕໍ່ພຣະເຈົ້າອັລລໍຫ໌, ແລະ ວ່າພຣະອົງຄືຜູ້ສ້າງ ແລະ ສິ່ງອື່ນໆທັງໝົດນອກຈາກພຣະອົງລ້ວນແຕ່ເປັນສິ່ງທີ່ຖືກສ້າງ, ແລະ ວ່າພຣະອົງຄືຜູ້ທີ່ສົມຄວນໄດ້ຮັບການເຄົາລົບພັກດີພຽງອົງດຽວ ໂດຍບໍ່ມີພາກີໃດໆຮ່ວມກັບພຣະອົງ, ບໍ່ມີຜູ້ທີ່ສົມຄວນໄດ້ຮັບການເຄົາລົບພັກດີຢ່າງແທ້ຈິງນອກຈາກພຣະອົງ, ພຣະອົງຊົງມີພຣະນາມອັນຈົບງາມ ແລະ ຄຸນລັກສະນະອັນສູງສົ່ງ, ແລະ ພຣະອົງຊົງມີຄວາມສົມບູນແບບຢ່າງແທ້ຈິງປາສະຈາກຄວາມບົກຜ່ອງໃດໆ, ພຣະອົງບໍ່ໄດ້ໃຫ້ກຳເນີດ ແລະ ບໍ່ໄດ້ຖືກໃຫ້ກຳເນີດ ແລະ ບໍ່ມີສິ່ງໃດທຽບເທົ່າ…
ຄູ່ມືສະບັບຫຍໍ້ທີ່ເປັນປະໂຫຍດສຳຫຼັບມຸອັຊຊິນ, ອິມ່ຳ, ຄໍຕີບ ແລະ ຂໍ້ກຳຫນົດຕ່າງໆ ກ່ຽວກັບມັສຍິດ36 languagesຄູ່ມືສະບັບຫຍໍ້ທີ່ເປັນປະໂຫຍດສຳຫຼັບມຸອັຊຊິນ, ອິມ່ຳ, ຄໍຕີບ ແລະ ຂໍ້ກຳຫນົດຕ່າງໆ ກ່ຽວກັບມັສຍິດ
ຫນັງສືເຫຼັ້ມນີ້ນຳສະເໜີພາບລວມທີ່ຄົບຖ້ວນກ່ຽວກັບຂໍ້ບັນຍັດຂອງການອະຊານ ແລະ ການອີກໍມະຫ໌, ການເປັນຜູ້ນຳໃນການລະຫມາດ, ການຄຸດບະຫ໌ວັນສຸກ, ແລະ ມາລະຍາດໃນມັສຍິດ, ນອກຈາກນີ້ ຫນັງສືເຫຼັ້ມນີ້ຍັງເວົ້າລວມເຖິງຫນ້າທີ່ຂອງຜູ້ປະກາດເຊີນຊວນສູ່ການລະຫມາດ (ມຸອັຊຊິນ), ຜູ້ນຳລະຫມາດ (ອີມ່ຳ) ແລະ ຜູ້ກ່າວຄຸດບະຫ໌ (ຄໍຕີບ) ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການຮຽນຮູ້ຂໍ້ບັນຍັດທາງສາສະໜາທີ່ກ່ຽວຂ້ອງກັບຫນ້າທີ່ເຫຼົ່ານີ້ ເພື່ອຮັບປະກັນການປະຕິບັດທີ່ຖືກຕ້ອງ, ລວມໄປເຖິງຕົວບົດຕ່າງໆ ທີ່ລາຍງານມາຈາກທ່ານນະບີ ﷺ ພ້ອມດ້ວຍຄຳອະທິບາຍ ເພື່ອຮັບປະກັນການນຳໄປປະຕິບັດຢ່າງຖືກຕ້ອງ.