Skip to content
من خلقني؟ ولماذا؟

من خلقني؟ ولماذا؟

ໃຜຄືຜູ້ສ້າງຕົວເຮົາ? ແລ້ວສ້າງມາເຮັດຫຍັງ? ທຸກໆ ສິ່ງຊີ້ໃຫ້ເຫັນເຖິງການມີຢູ່ຂອງຜູ້ສ້າງ ແມ່ນໃຜສ້າງຊັ້ນຟ້າແຜ່ນດິນໂລກ ແລະ ຈັກກະວານ ຮ່ວມເຖິງສັບພະສິ່ງຈຳນວນຫລວງຫລາຍມະຫາສານນີ້? ແມ່ນໃຜສ້າງລະບົບອັນຊັບຊ້ອນ ແລະ ລະອຽດອ່ອນໃນທຳມະຊາດຂອງຊັ້ນຟ້າແລະແຜ່ນດິນ? ໃຜຄືຜູ້ສ້າງມະນຸດເຮັດໃຫ້ມະນຸດມີປະສາດສຳພັດ ໄດ້ຍິນ ແນມເຫັນ ມີສະມອງປັນຍາທີ່ຮັບຮູ້ ແລະ ເຂົ້າເຖິງຄວາມຈິງ? ເຈົ້າອະທິບາຍການເຮັດວຽກທີ່ຊັດເຈນນີ້ແນວໃດໃນລະບົບຂອງຮ່າງກາຍຂອງເຈົ້າແລະຮ່າງກາຍຂອງສິ່ງມີຊີວິດ? ໃຜເປັນຜູ້ສ້າງມັນ? ຈັກກະວານໃບນີ້ດຳລົງຢູ່ເປັນລະບົບລະບຽບພາຍໃຕ້ກົດເກນທຳມະຊາດອັນຊັບຊ້ອນຢ່າງທີ່ສຸດນັບພັນລ້ານປີໄດ້ແນວໃດ?

0%
Font size