ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປຣາໜີ ຜູ້ຊົງເມດຕາສະເໝີ ບົດລຳລຶກທີ່ໃຊ້ອ່ານຕອນເຊົ້າ ແລະ ຕອນແລງ
ຄຳອ່ານ (ບິສມິລລາ ຮິລລະຊີ ລາຢະດູຣ ຣຸມະອັສ ມິຮີໄຊອິນ ຟິລອັຣດິ ວະລາຟິສ ສະມາອິ ວະຮຸວັສ ສະມີອຸລ ອະລີມ)
ຄວາມໝາຍ : ດ້ວຍພຣະນາມຂອງອັລລໍຫ໌ ຜູ້ເຊິ່ງບໍ່ມີສິ່ງໃດໆໃນໂລກນີ້ບໍ່ວ່າຈະເປັນໃນແຜ່ນດິນ ແລະ ຊັ້ນຟ້າທີ່ສາມາດໃຫ້ໂທດກັບພຣະອົງໄດ້ ແລະ ພຣະອົງຄືຜູ້ຊົງໄດ້ຍິນ ຊົງຮອບຮູ້. ອ່ານ 3 ເທື່ອ.
ຄຳອ່ານ: {ຣໍດີຕຸ ບິລລາຮີ ຣອບບາ ວະບິລອິສລາມ ມິດີນາ ວະບີມຸຮໍາມັດ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ນະບີຍາ}
ຄວາມໝາຍ: ຂ້ອຍພໍໃຈທີ່ມີອັລລໍຫ໌ເປັນພຣະເຈົ້າ ແລະ ພໍໃຈທີ່ອິດສະລາມເປັນສາດສະໜາຂອງຂ້ອຍ ແລະ ພໍໃຈທີ່ມາທ່ານມຸຮຳຫມັດເປັນນະບີຂອງຂ້ອຍ. ອ່ານ 3 ເທື່ອ.
ຄຳອ່ານ (ອັສບະຫ໌ນາ ວະອັສບະຮຸລ ມຸລກຸລິລລາຮິ ວັລຮຳດຸລິລລາຮິ ລາອິລາຮະ ອິລລັລລໍຫ໌ ວະດຸຮູ ລາຊະຣີ ກາລະຮຸ ລະຮຸລມຸລກຸ ວະລາຮຸລ ຮຳດຸ ວະຮຸວາ ອະລາ ກຸລລິໄຊ ອິນກໍດິຣ, ຣອບບິ ອັສອະລຸກາ ຄ໋ອຍຣອນ ມາຟີ ຮາຊັລເຢົາມິ ວະຄ໋ອຍຣໍ ມາບະດາຮຸ ວະອາອຸ ຊຸບິກະ ມິນຊັຣ ຣີມາຟີ ຮາຊັລເຢົາມິ ວະມິນຊັຣ ຣີມາບະດາຮຸ, ຣອບບີ ອະອູຊຸ ບິກະ ມິນັລກະຊັລ ວັລຫະຣໍມາ ວະຊູອິລ ກິບະຣໍ ວະອາອູຊຸ ບິກາ ມິນ ອະຊາບ ບິນນັຣ ວະອາຊາບ ບິລກ໋ອບຣີ.
ຄວາມໝາຍ: ພວກເຮົາມີຊີວິດຢູ່ໃນເຊົ້ານີ້ (ແລງນີ້) ໂດຍອຳນາດການປົກຄອງເປັນກຳມະສິດຂອງອັລລໍຫ໌ ແລະ ມວນການສັນລະເສີນເປັນເອກະສິດຂອງອັລລໍຫ໌ ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງພຽງຜູ້ດຽວ, ໂດຍປາດສະຈາກການຕັ້ງພາຄີໃດໆ ກັບພຣະອົງ ອຳນາດການປົກຄອງເປັນກຳມະສິດຂອງພຣະອົງ ມວນການສັນລະເສີນເປັນຂອງພຣະອົງ ພຣະອົງຊົງອຳນາດເໜືອສິ່ງທັ້ງມວນ ໂອ້ພຣະຜູ້ອະບິບານຂອງຂ້ອຍ, ຂ້ອຍຂໍວິງວອນຕໍ່ພຣະອົງໂປດປະທານຄວາມດີທີ່ມີຢູ່ໃນມື້ເຊົ້ານີ້ (ຄ່ຳຄືນນີ້) ແລະ ຄວາມດີຫຼັງຈາກນັ້ນແກ່ຂ້ອຍ ແລະ ຂ້ອຍຂໍຄວາມຄຸ້ມຄອງຕໍ່ພຣະອົງຈາກຄວາມຊົ່ວຮ້າຍຂອງມື້ເຊົ້ານີ້ (ຄ່ຳຄືນນີ້) ແລະ ຄວາມຊົ່ວຮ້າຍຫຼັງຈາກນັ້ນ, ໂອ້ຜູ້ອະພິບານຂອງຂ້ອຍ, ຂ້ອຍຂໍຄວາມຄຸ້ມຄອງຕໍ່ພຣະອົງຈາກຄວາມຂີ້ຄ້ານ ແລະ ຄວາມຊົ່ວຮ້າຍຂອງຄວາມແກ່ເຖົ້າ ໂອ້ຜູ້ອະພິບານຂອງຂ້ອຍ, ຂ້ອຍຂໍຄວາມຄຸ້ມຄອງຕໍ່ພຣະອົງຈາກການທໍລະມານ (ການລົງໂທດ) ໃນໄຟນະລົກ ແລະ ການທໍລະມານລົງໂທດໃນຫຼຸມສົບ. ແລະໃນຕອນແລງໃຫ້ກ່າວວ່າ: ອຳໄສນາ ວະອຳສາ ມຸລກຸ ລິລລາຮິ.
(ເຮົາມີຊີວິດໃນຕອນແລງ ໂດຍອຳນາດການປົກຄອງເປັນກຳມະສິດຂອງອັລລໍຫ໌) ແລະໃຫ້ກ່າວວ່າ: ຣອບບິ ອັສອະລຸກາ ຄ້ອຍຣໍ ມາຟີ ຮາຊີຮິລ ໄລລະຫ໌
(ຂ້ອຍຂໍວິງວອນຕໍ່ພຣະອົງໂປດປະທານຄວາມດີທີ່ມີຢູ່ຄ່ຳຄືນນີ້) ໃຫ້ເລິ່ມຈາກ: ອັສບະຫ໌ນາ ວະອັສບະຮາ ແລ້ວຕໍ່ ວະຮາ ຊັລເຢົາມິ.
ຄຳອ່ານ ( ອັລລໍຮຸມມະ ບິກະ ອັສບະຫ໌ນາ ວະບິກະ ອຳໄຊນາ ວະບິກະ ນະຫ໌ຢາ ວະບິກະ ນະມູຕຸ ວະອິໄລ ກັນນຸຊູຣ)
ຄວາມໝາຍ: ໂອ້ອັລລໍຫ໌ ພວກເຮົາມີຊີວິດຢູ່ໃນເຊົ້ານີ້ດ້ວຍພຣະອົງ ພວກເຮົາມີຊີວິດຢູ່ໃນຄ່ຳຄືນນີ້ດ້ວຍພຣະອົງ ພວກເຮົາມີຊີວິດຢູ່ດ້ວຍພຣະອົງ ແລະ ຕາຍດ້ວຍພຣະອົງ ແລະ ເຮົາຈະຝື້ນຄືນຊີບກັບຄືນສູ່ພຣະອົງ. ແລະໃນຢາມແລງໃຫ້ກ່າວວ່າ: ຄຳອ່ານ ( ອັລລໍຮຸມມະ ບິກະ ອຳໄຊນາ ວະບິກະ ອັສບະຫ໌ນາ ວະບິກະ ນະມູຕຸ ວະບິກະ ນະຫ໌ຍາ ວະອິໄລ ກັລມະຊີຣ).
ຄວາມໝາຍ: ໂອ້ອັລລໍຫ໌ ພວກເຮົາມີຊີວິດຢູ່ໃນຄ່ຳຄືນນີ້ດ້ວຍພຣະອົງ ພວກເຮົາມີຊີວິດຢູ່ໃນເຊົ້ານີ້ດ້ວຍພຣະອົງ ພວກເຮົາຕາຍດ້ວຍພຣະອົງ ແລະ ພວກເຮົາມີຊີວິດຢູ່ດ້ວຍພຣະອົງ ແລະ ເຮົາຈະຝື້ນຄືນຊີບກັບຄືນສູ່ພຣະອົງ.
ຄຳອ່ານ ( ອັລລໍຮຸມມະ ມາ ອັສບະຮະບີ ມິນນຽະມະຕິນ ເອົາບິອາຮະດິນ ມິນຄ້ອລກິກະ ຟະມິນກະ ວະຫ໌ດະກະ ລາຊາຣີ ກະ ລະກາ ຟະລາກັລ ຮຳດຸ ວະລາກັຊ ຊຸກຣູ)
ຄວາມໝາຍ: ໂອ້ອັລລໍຫ໌ ພອນລາບປະເສິດໃດໆ ທີ່ຂ້ອຍມີ ຫຼື ສິ່ງທີ່ພຣະອົງສ້າງໃດໆ ກໍ່ຕາມ, ພອນເຫຼົ່ານັ້ນມາຈາກພຣະອົງເທົ່ານັ້ນ ບໍ່ມີຫຸ້ນສ່ວນໃດໆ ຕໍ່ພຣະອົງ ດັງນັ້ນຂໍຖະວາຍຄວາມສັນລະເສີນ ແລະ ຄຳຂອບໃຈຕໍ່ພຣະອົງ. ແລະໃນຢາມແລງໃຫ້ກ່າວວ່າ: (ມາ ອຳຊາ ບີ)
ຄຳອ່ານ ( ອັລລໍຮຸມມະ ອິນນີ ອັສອະລຸກະ ອາຟີຍະຫ໌ ຟິດດຸນຢາ ວັລ ອາຄິເຣາະຫ໌, ອັລລໍຮຸມມະ ອິນນີ ອັສອະລຸກະ ອັຟວະ ວັລ ອາຟິຍະຫ໌ ຟີດີນີ ວະດຸນຢາຍະ ວະອະຫ໌ລີ ວິມາລີ, ອັລລໍຮຸມມະ ອິສຕັຣເຣົ້າ ຣໍ່ຕີ ວະອາມີນ ເຣົ້າອາຕີ, ອັລລໍຮຸມ ມະຫ໌ ຟັຊນີ ມິນໄບນະ ຍາໄດຍະ ວະມິນ ຄໍລຟີ ວະອັນຢາມີນີ ວະອັນຊີມາລີ ວະມິນເຟົາກີ, ວະອາອູຊຸ ບິອະຊໍມິກະ ອັນອຸກຕາລະ ມິນຕະຫ໌ຕີ).
ຄວາມໝາຍ : ໂອ້ອັລລໍຮ໌ ແທ້ຈິງແລ້ວ ຂ້ອຍຂໍວິງວອນຕໍ່ພຣະອົງ ໃຫ້ປະທານການອະໄພ ແລະ ຄວາມປອດໄພ (ແກ່ຂ້ອຍ) ທັງໃນໂລກນີ້ ແລະ ໃນອາຄິເຣາະຫ໌. ໂອ້ອັລລໍຮ໌ ແທ້ຈິງ ຂ້ອຍຂໍວິງວອນໃຫ້ພຣະອົງ ໄດ້ປະທານການອະໄພ ແລະ ຄວາມປອດໄພ ໃນສາສະໜາຂອງຂ້ອຍ, ໃນໂລກນີ້, ໃນຄອບຄົວຂອງຂ້ອຍ ແລະ ໃນຊັບສົມບັດຂອງຂ້ອຍ. ໂອ້ອັລລໍຮ໌ ຂໍໃຫ້ພຣະອົງ ປົກປິດເອົາເຣາະ (ສິ່ງທີ່ຂາດຕົກບົກພ້ອງໃນຕົວຂ້ອຍ ແລະ ຄວາມລັບທີ່ຜູ້ອື່ນບໍ່ຄວນຮູ້ເຫັນ) ແລະ ຂໍໃຫ້ປະທານຄວາມສະຫງົບຮົ່ມເຢັນໃນໃຈຂອງຂ້ອຍ. ໂອ້ອັລລໍຮ໌ ຂໍໃຫ້ພຣະອົງ ຄຸ້ມຄອງຂ້ອຍ ຈາກຄວາມຊົ່ວຮ້າຍທີ່ຢູ່ເບື້ອງໜ້າ ເບື້ອງຫຼັງ ເບື້ອງຂວາ ເບື້ອງຊ້າຍ ແລະ ເບື້ອງເທິງຂອງຂ້ອຍ. ແລະ ຂ້ອຍຂໍຄຸ້ມຄອງດ້ວຍຄວາມຍິ່ງໃຫຍ່ຂອງພຣະອົງຈາກການຖືກຈູ່ໂຈມຈາກເບື້ອງກ່ອງຂອງຂ້ອຍ (ໝາຍເຖິງທໍລະນີພິບັດ ເຊັ່ນແຜ່ນດິນສູບ ຯລຯ).
ຄຳອ່ານ (ອັລລໍຮຸມມະ ອັນຕະ ຣອບບີ ລາອີລາຮະ ອິລລາອັນຕະ ຄໍລັກຕະນີ ວະອານາ ອັບດຸກະ ວະອານາ ອະລາ ອະຫ໌ດິກະ ວາວະດິກາ ມັສຕະເຕາະຕຸ, ອະອູຊຸບິກະ ມິນຊັຣຣີ ມາຊໍນະຕຸ, ອະບູອຸ ລະກະ ບິນຽະມາ ຕິກະ ອະໄລ ວະອາບູອຸ ບິຊຳບີ ຟັກຟິຣລີ ຟະອິນນະຮຸ ລາຢັກຟິ ລຸສຊຸນູບະ ອິລລາ ອັນຕະ).
ຄວາມໝາຍ: ໂອ້ອັລລໍຮ໌ ພຣະອົງແມ່ນພຣະຜູ້ອະພິບານຂອງຂ້ອຍ ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ, ພຣະອົງໄດ້ສ້າງຂ້ອຍ ແລະ ຂ້ອຍເປັນບ່າວຂອງພຣະອົງ. ຂ້ອຍຍືດເກາະຢູ່ໃນສັນຍາແຫ່ງການຮັບຜົນບຸນທີ່ດີ ແລະ ສັນຍາແຫ່ງການລົງໂທດຂອງພຣະອົງ ເທົ່າທີ່ຂ້ອຍມີຄວາມສາມາດ.
ຂ້ອຍຂໍຄວາມຄຸ້ມຄອງຕໍ່ພຣະອົງ ໃຫ້ພົ້ນຈາກຄວາມຊົ່ວຮ້າຍທີ່ຂ້ອຍໄດ້ເຮັດໄວ້. ຂ້ອຍກັບໄປຫາພຣະອົງ ໂດຍການຍອມຮັບໃນຄວາມເມດຕາຂອງພຣະອົງທີ່ມີຕໍ່ຂ້ອຍ. ແລະ ຂ້ອຍກັບໄປຫາພຣະອົງ ໂດຍການຍອມຮັບໃນຄວາມຜິດບາບຂອງຂ້ອຍ. ດັ່ງນັ້ນ ຂໍໃຫ້ພຣະອົງປະທານການອະໄພໃຫ້ແກ່ຂ້ອຍດ້ວຍເຖິດ ເພາະແທ້ຈິງແລ້ວ ບໍ່ມີໃຜສາມາດປະທານການອະໄພໃນຄວາມຜິດບາບໄດ້ນອກຈາກພຣະອົງ.
ຄຳອ່ານ ( ອັລລໍຮຸມມະ ຟາຕິຣອສ ສະມາວາຕິ ວັລອັຣດີ້, ອາລິມິລ ກ໋ອຍບີ ວັສຊາຮາດະຫ໌ ຣອບບິ ກຸລລິ ໄຊອິນ ວະມາລີກະຫ໌ ອັຊຮະດຸ ອັນນະ ລາອິລາຮະ ອິລລາ ອັນຕະ ອະອູຊຸບິກະ ມິນ ຊັຣຣິ ນັຟຊີ ວະມິນ ຊັຣຣິ ໄຊຕອນ ວະຊິຣກິຫ໌ ວະອັນ ອັກຕະຣິຟາ ອະລາ ນັຟຊີ ຊູ່ອັນ ເອົ່າອະ ຈຸຣຣໍຮຸ ອິລາມຸສລິມ)
ຄວາມໝາຍ: ໂອ້ອັລລໍຮ໌ ພຣະອົງແມ່ນຜູ້ຮູ້ທຸກສິ່ງ ບໍ່ວ່າຈະເປັນສິ່ງທີ່ເປີດເຜີຍ ຫຼື ສິ່ງທີ່ຊ້ອນເລັ້ນ, ຜູ້ສ້າງຟ້າ ແລະ ແຜ່ນດິນທັງຫມົດ.
ໂອ້ ພຣະຜູ້ອະພິບານ ແລະ ຜູ້ຊົງຄອບຄອງສັບພະສິ່ງທັງປວງ, ຂ້ອຍຂໍປະຕິຍານວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຮ໌.
ຂ້ອຍຂໍຄວາມຄຸ້ມຄອງຈາກພຣະອົງ ໃຫ້ພົ້ນຈາກຄວາມຊົ່ວຮ້າຍຂອງຕົນເອງ ແລະ ຈາກຄວາມຊົ່ວຮ້າຍຂອງໄຊຕອນ ແລະພວກພ້ອມຂອງມັນ. ແລະ ຂ້ອຍຂໍຄວາມຄຸ້ມຄອງຈາກພຣະອົງ ໃຫ້ພົ້ນຈາກການເຮັດບໍ່ດີຕໍ່ຕົນເອງ ຫຼື ເຮັດຮ້າຍບໍ່ດີຕໍ່ມຸສລິມຄົນອື່ນ.
ຄຳອ່ານ (ອັລລໍຮຸມມະ ອິນນີ ອັສບະຫ໌ຕຸ ອຸຊຮິດຸກ ວະອຸຊຮິດຸ ຫະມະລາຕະ ອັຣຊີກະ ວະມະລາ ອິກະຕຸກະ ວະອຳໄບນາອຸກະ ວະຈະມີ ອະຄໍລກຸກະ ບິອັນນະກະ ອັນຕັລລໍຮຸ ລາອີລາຮະ ອິລລາ ອັນຕະ ວະອັນນະ ມຸຮຳມະດັນ ອັບດຸກະ ວາຣໍສູລຸກະ)
ຄວາມໝາຍ: ໂອ້ອັລລໍຫ໌ ເເທ້ຈິງຂ້ອຍມາເພື່ອເປັນພະຍານຕໍ່ພຣະອົງ ແລະ ຜູ້ແບກບັນລັງຂອງພຣະອົງ ເຫຼົ່າທູດສະຫວັນຂອງພຣະອົງ ບັນດານະບີຂອງພຣະອົງ ແລະ ສິ່ງຖືກສ້າງທັ້ງໝົດຂອງພຣະອົງວ່າ: ພຣະອົງຄື ອັລລໍຫ໌ ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ ແລະ ມຸຮຳມັດເປັນບ່າວ ແລະ ເປັນສາສະນະທູດຂອງພຣະອົງ. ແລະໃນຢາມແລງ (ອັລລໍຮຸມມະ ອິນນີ ອຳໄຊຕຸ....) ໃຫ້ອ່ານ 4 ຮອບ.
ຄຳອ່ານ (ລາອິລາຮະ ອິລລັລລໍຮຸ ວະຫ໌ດະຮູ ລາຊາຣີ ກາລະຮຸ ລະຮຸລມຸລກຸ ວະລາຮຸລ ຮຳດຸ ວະຮຸວະ ອະລາ ກຸລລິໄຊ ອິນກໍດິຣ)
ຄວາມໝາຍ : ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ແຕ່ພຽງອົງດຽວ ບໍ່ມີພາຄີໃດໆ ສຳຫຼັບພຣະອົງ ອຳນາດການປົກຄອງ ແລະ ມວນການສັນລະເສີນເປັນເປັນເອກະສິດຂອງພຣະອົງ ແລະ ພຣະອົງຊົງອຳນາດເໜືອສັບພະສິ່ງທັ້ງມວນ. ( ອ່ານ 100 ຮອບ) ຢາມເຊົ້າ ຫຼື ຢາມແລງ.
ຄຳອ່ານ ( ຫັສບີຍັລລໍຮຸ ລາອິລາຮະ ອິລລາຮຸ ອະໄລຮິ ຕະວັກກັລຕຸ ວະຮຸວະ ຣອບບຸລ ອັຣຊີລ ອະຊີມ)
ຄວາມໝາຍ: ອັລລໍຫ໌ຊົງພໍພຽງສຳຫຼັບຂ້ອຍ ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ ແດ່ພຣະອົງເທົ່ານັ້ນທີ່ຂ້ອຍໄດ້ມອບໝາຍ ແລະ ພຶ່ງພາ ແລະ ພຣະອົງຄືອົງອະພິບານແຫ່ງບັນລັງອັນຍິ່ງໃຫຍ່. (ອ່ານ 7 ຮອບ).
ຄຳອ່ານ (ຊູບຮານັລລໍຮຸ ບິຮຳດິຮິ)
ຄວາມໝາຍ : ມະຫາບໍລິສຸດຍິ່ງແດ່ອັລລໍຫ໌ ແລະ ດ້ວຍການສັນລະເສີນສະດຸດີແດ່ພຣະອົງ. ( 100 ຮອບ) ໃນຢາມເຊົ້າ ຫຼື ຢາມແລງ, ຫຼືຈະອ່ານທັ້ງເຊົ້າແລງກໍ່ໄດ້.
ຄຳອ່ານ ( ອັສຕັກຟີຣຸລລໍຮິ ວະອາຕູບຸ ອິໄລຮິ)
ຄວາມໝາຍ: ຂ້ອຍຂໍອະໄພຢະໂທດຕໍ່ອັລລໍຫ໌ ແລະ ຂ້ອຍຕ້ອງກັບໄປຢັງພຣະອົງ. 100 ເທື່ອ.
ນີ້ແມ່ນສິ່ງທີ່ຂ້ອຍສາມາດຂຽນໄດ້ຕາມຄວາມສະດວກ, ຂ້ອຍຂໍໃຫ້ພຣະອົງອັລລໍຮ໌ ຊົງຊ່ວຍເຮັດໃຫ້ເກີດຜົນປະໂຫຍດຈາກສິ່ງນີ້ດ້ວຍເຖິດ.
ຂຽນໂດຍ ທ່ານອາຈານມຸຮຳມັດ ອັສຊໍແລະຫ໌ ອັລອຸໄຊມິນ ວັນທີ່ 20-01-1418 ຮສ.