Skip to content
العقيدة الصحيحة وما يضادها

العقيدة الصحيحة وما يضادها

(ຂ້າບໍ່ຕ້ອງການປັດໃຈຍັງຊີບນຳພວກເຂົາ ແລະ ຂ້າກໍ່ບໍ່ຕ້ອງການໃຫ້ພວກເຂົາໃຫ້ອາຫານແກ່ຂ້າ) (ໂອງການທີ່ 51 ບົດທີ່ 57). (ແທ້ຈິງແລ້ວອັລລໍຫ໌ ຄືຜູ້ປະທານປັດໃຈຍັງຊີບອັນຫລາກຫຼາຍ ຜູ້ຊົງມີພະລັງທີ່ເຂັມແຂງຍິ່ງ) (ໂອງການທີ່ 51 ບົດທີ່ 58). (ຄືຜູ້ຊົງໃຫ້ແຜ່ນດິນເປັນບ່ອນນອນ ແລະ ຟາກຟ້າເປັນອາຄານແກ່ພວກເຈົ້າ ແລະ ຊົງໃຫ້ນ້ໍາຫລັ່ງລົງມາຈາກທ້ອງຟ້າ ແລະ ໄດ້ຊົງໃຫ້ບັນດາໝາກໄມ້ອອກມາ ເນື່ອງດ້ວຍນໍ້ານັ້ນ ທັ້ງນີ້ເພື່ອເປັນປັດໃຈຍັງຊີບແກ່ພວກເຈົ້າ ດັງນັ້ນພວກເຈົ້າຈົງຢ່າໃຫ້ມີຜູ້ເທົ່າທຽມໃດ ໆ ຂຶ້ນ ສໍາລັບອັລລໍກ໌ ໂດຍທີ່ພວກເຈົ້າຮູ້ກັນຢູ່) (ໂອງການທີ່ 2 ບົດທີ່ 22). (ໂດຍໄດ້ສອນໄວ້ໃນຄຳພີວ່າ) ພວກເຈົ້າຈະບໍ່ໄປເຄົາລົບພັກດີຕໍ່ຜູ້ໃດນອກຈາກອັລລໍຫ໌ ແທ້ຈິງຂ້ອຍ(ມຸຮຳມັດ) ໄດ້ຮັບການແຕ່ງຕັ້ງຈາກພຣະອົງ ມາຍັງພວກທ່ານເພື່ອເປັນຜູ້ຕັກເຕືອນ ແລະ ຜູ້ແຈ້ງຂ່າວດີ) ຈົ່ງຮູ້ໄວ້ເຖີດວ່າ ສຳຫຼັບອັລລໍຫ໌ແລ້ວ (ບໍ່ມີພາຄີໃດ ໆ ອີກນອກຈາກ) ການເຄົາລົບພັກດີທີ່ຜ່ອງແຜ້ວບໍລິສຸດ)

0%
Font size