ຂັ້ນຕອນການປະຕິບັດພິທີອຸມເຣາະຫ໌: ຄຳອະທິບາຍພາກປະຕິບັດແບບຫຍໍ້ ວິທີການປະກອບພິທີອຸມເຣາະຫ໌ເຮັດແນວໃດ? : (ວິດີໂອສອນແບບງ່າຍໆ) ວິດີໂອ ອະທິບາຍພິທີກຳຂອງອຸມເຣາະຫ໌ຕາມລຳດັບ ຕັ້ງແຕ່ການຄອງອິຫ໌ຣອມຈົນເຖິງການຕະຫັລລຸລ, ດ້ວຍຮູບແບບທີ່ງ່າຍດາຍ ແລະ ຊັດເຈນ, ເບິ່ງວິດີໂອ ແລະ ຮຽນຮູ້ວິທີການປະຕິບັດອຸມເຣາະຫ໌ຂອງທ່ານ ຢ່າງງ່າຍດາຍ ແລະ ສົມບູນແບບ. ຂັ້ນຕອນການປະຕິບັດອຸມເຣາະຫ໌
ຜູ້ທີ່ປະສົງຈະປະກອບພິທີອຸມເຣາະຫ໌ ຈຳເປັນຕ້ອງຄອງອິຫ໌ຣອມຈາກມີກ໊ອດທີ່ຖືກກຳນົດໄວ້ສຳລັບລາວ.
ອັລ-ມະວາກີດ: ຄືບັນດາສະຖານທີ່ ທີ່ທ່ານນບີ ﷺ ໄດ້ກຳໜົດໄວ້ ເພື່ອໃຫ້ຜູ້ທີ່ປະສົງຈະປະກອບພິທີຮັຈ ຫຼື ອຸມເຣາະຫ໌ ຄອງອິຫ໌ຣອມຈາກທີ່ນັ້ນ.
ດັ່ງນັ້ນ ຜູ້ໃດທີ່ຜ່ານໜຶ່ງໃນສະຖານທີ່ເຫຼົ່ານັ້ນ ໂດຍຕັ້ງໃຈຈະປະກອບພິທີຮັຈ ຫຼື ອຸມເຣາະຫ໌ ຈຳເປັນຕ້ອງຄອງອິຫ໌ຣອມຈາກທີ່ນັ້ນ, ແລະ ບໍ່ອະນຸຍາດໃຫ້ລາວເດີນທາງຜ່ານໄປໂດຍປາດສະຈາກການຄອງອິຫ໌ຣອມ.
ສ່ວນຜູ້ທີ່ຢູ່ໃກ້ເມືອງມັກກະຫ໌ກວ່າເຂດ ມີກ໊ອດເຫຼົ່ານີ້ ເຊັ່ນ ຊາວເມືອງຈິດດະຫ໌: ດັ່ງນັ້ນ ມີກ໊ອດຂອງລາວກໍຄືບ່ອນທີ່ລາວຢູ່ ຈຶ່ງໃຫ້ລາວຄອງອິຫ໌ຣອມຈາກບ່ອນນັ້ນ ເພື່ອເຮັດຫັຈ ແລະ ອຸມເຣາະຫ໌.
ສ່ວນຊາວເມືອງມັກກະຫ໌ ແມ່ນໃຫ້ພວກເຂົາຄອງອິຫ໌ຣອມເພື່ອເຮັດຫັຈຈາກບ້ານຂອງພວກເຂົາໃນເມືອງມັກກະຫ໌ ສ່ວນການເຮັດອຸມເຣາະຫ໌ນັ້ນ, ພວກເຂົາຈະຕ້ອງອອກໄປຍັງເຂດອັລ-ຮິລ ແລະ ເຮັດການຄອງອິຫ໌ຣອມຈາກທີ່ນັ້ນ, ເຊັ່ນອັດຕັນອີມ ແລະ ສະຖານທີ່ອື່ນໆ.
ແລະ ຜູ້ທີ່ຢູ່ໃນຍົນ: ໃຫ້ລາວຄອງອິຫ໌ຣອມ ເມື່ອຜ່ານຈຸດທີ່ຂະໜານກັບມີກ໊ອດ, ສະນັ້ນໃຫ້ກຽມໂຕ ແລະ ສ້ວມໃສ່ເສື້ອຜ້າອິຫ໌ຣອມ ກ່ອນທີ່ຈະໄປຮອດມີກ໊ອດ, ດັ່ງນັ້ນ ເມື່ອລາວມາຂະໜານກັບສະຖານທີ່ນັ້ນ, ກໍ່ໃຫ້ຕັ້ງເຈດຕະນາຄອງອິຫ໌ຣອມໃນທັນທີ, ແລະ ລາວສາມາດລະມັດລະວັງໄວ້ກ່ອນ ໂດຍການກ່າວຕັລບີຍະຫ໌ກ່ອນຈະໄປກົງກັບຈຸດ ມີກ໊ອດ ເພາະຢ້ານວ່າຈະພາດສະຖານທີ່ກ່າວຕັລບີຍະຫ໌ ເນື່ອງຈາກຄວາມໄວຂອງເຮືອບິນ (ຍົນ), ແລະ ບໍ່ເປັນທີ່ອະນຸຍາດໃຫ້ລາວຊັກຊ້າ ຈົນກວ່າຈະລົງຈອດຢູ່ສະໜາມບິນ.
ວິທີການຄອງອິຫ໌ຣອມ ແລະ ຂໍ້ກຳນົດຕ່າງໆ
ຜູ້ທີ່ປະສົງຈະຄອງອິຫ໌ຣອມ ດັ່ງນັ້ນໃຫ້ລາວປະຕິບັດ ດັງນີ້:
1. ສົ່ງເສີມໃຫ້ລາວອາບນ້ຳລ້າງຕົວໃຫ້ສະອາດ.
2. ແລະ ເປັນສິ່ງສົ່ງເສີມໃຫ້ຜູ້ຊາຍໃສ່ນ້ຳຫອມ, ແລະ ໃຫ້ທາໃສ່ຕາມຮ່າງກາຍ ແລະ ໜວດເຄົາ, ໂດຍບໍ່ໃຫ້ຖືກເສື້ອຜ້າອິຫ໌ຣອມ.
3. ຈຳເປັນຕ້ອງສ້ວມໃສ່ເສື້ອຜ້າອິຫ໌ຣອມ ເຊິ່ງສຳລັບຜູ້ຊາຍນັ້ນແມ່ນຜ້າອີຊາຣ ແລະ ຜ້າຣີດາ ແລະ ເປັນຊຸນນະຫ໌ ທີ່ທັ້ງສອງຄວນຈະເປັນສີຂາວສະອາດ ຫຼື ເປັນຂອງໃໝ່
ແລະ ແມ່ຍິງສາມາດຄອງອິຫ໌ຣອມໃນເຄື່ອງນຸ່ງຕາມທີ່ນາງປະສົງໄດ້ ໂດຍບໍ່ມີການປະດັບປະດາ, ແຕ່ນາງຕ້ອງຫຼີກລ້ຽງການສວມໃສ່ນິກອບ ແລະ ຖົງມື ແລະ ນາງຕ້ອງປົກປິດໃບໜ້າ ແລະ ມືທັງສອງຂອງນາງດ້ວຍສິ່ງອື່ນ.
4. ແລະ ການສວມໃສ່ຜ້າຂາວຄອງອິຫ໌ຣອມ ແມ່ນການຕັ້ງເຈດຕະນາເຂົ້າສູ່ພິທີກຳແລ້ວ, ໃຫ້ລາວກ່າວວ່າ: (ລັບໄບກັລລໍ ຮຸມມະ ອຸມຣໍຕັນ)
ແປ: ໂອ້ອັລລໍຫ໌ ຂໍພຣະອົງຕອບຮັບການເຮັດອຸມເຣາະຫ໌ ລັບໄບກັລລໍ ຮຸມມະ ອຸມຣໍຕັນ ແລະ ຖ້າຫາກເຮັດອຸມເຣາະຫ໌ ແທນຜູ້ອື່ນ ກໍໃຫ້ກ່າວວ່າ: (ລັບໄບກັລລໍ ຮຸມມະ ອຸມເຣາະຕັນ ອັນ ຟຸລານ...)
ແປ: ໂອ້ອັລລໍຫ໌ ຂໍພຣະອົງຕອບຮັບການເຮັດອຸມເຣາະຫ໌ ຂອງ..... ລັບໄບກັລລໍ ຮຸມມະ ອຸມເຣາະຕັນ ອັນ ຟຸລານ...
5. ແລະ ຖ້າຫາກຜູ້ທີ່ປະສົງຈະຄອງອິຫ໌ຣອມ ກັງວົນວ່າຈະມີອຸປະສັກມາຂັດຂວາງ ການປະກອບພິທີຂອງຕົນໃຫ້ສຳເລັດ ດັ່ງນັ້ນ ຈຶ່ງອະນຸຍາດໃຫ້ລາວຕັ້ງເງື່ອນໄຂໃນຂະນະທີ່ຄອງອິຫ໌ຣອມ, ໂດຍກ່າວວ່າ: (ລັບໄບກັລລໍ ຮຸມມະ ອຸມຣໍຕັນ, ວະອິນ ຮາບະສານີ ຮາບີສຸນ ຟະມາຮິລລີ ໄຮສຸ ຮະບັສຕະນີ)
ແປ : ໂອ້ອັລລໍຫ໌ ຂໍພຣະອົງຕອບຮັບການເຮັດອຸມເຣາະຫ໌ດ້ວຍເຖິດ, ຫາກມີສິ່ງໃດມາກີດຂວາງຂ້ານ້ອຍ ສະຖານທີ່ປົດອິຮຣອມຂອງຂ້ານ້ອຍ ຄືບ່ອນທີ່ພຣະອົງຊົງກັກຂ້າພະອົງໄວ້ (ລັບໄບກັລລໍ ຮຸມມະ ອຸມຣໍຕັນ, ວະອິນ ຮາບະສານີ ຮາບີສຸນ ຟະມາຮິລລີ ໄຮສຸ ຮະບັສຕະນີ) ສະນັ້ນ ຫາກລາວໄດ້ຕັ້ງເງື່ອນໄຂໄວ້ ແລະ ມີສິ່ງມາຂັດຂວາງລາວບໍ່ໃຫ້ປະຕິບັດພິທີກຳຈົນສຳເລັດ ລາວກໍສາມາດອອກຈາກສະພາບອິຫ໌ຣອມໄດ້ ແລະ ບໍ່ມີສິ່ງໃດທີ່ຕ້ອງຊົດໃຊ້.
6. ແລ້ວກໍ່ໃຫ້ກ່າວຕັລບີຍະຫ໌ ຫຼາຍໆ: (ລັບໄບກ ອັລລໍ ຮຸມມະ ລັບໄບກ໌, ລັບໄບກະ ລາ ຊາຣີກະ ລະກະ ລັບໄບກ໌,
ອິນນັລ ຮຳດະ ວັລນຽະ ມະຕະ ລະກະ ວັລມຸລກ, ລາ ຊາຣີກະ ລັກ)
ແປ: ຂ້ານ້ອຍນອມຮັບໃຊ້ພຣະອົງ ໂອ້ອັລລໍຫ໌ ຂ້ານ້ອຍພ້ອມຮັບໃຊ້ພຣະອົງ, ຂ້ານ້ອຍພ້ອມຮັບໃຊ້ພຣະອົງ ບໍ່ມີພາຄີໃດໆ ຄວບຄູ່ກັບພຣະອົງ ຂ້ານ້ອຍພ້ອມຮັບໃຊ້ພຣະອົງ, ແທ້ຈິງການສັນລະເສີນ ຄວາມໂປດປານ ແລະ ອຳນາດ ເປັນຂອງພຣະອົງ, ບໍ່ມີພາຄີໃດໆ ຄວບຄູ່ກັບພຣະອົງ (ລັບໄບກ ອັລລໍ ຮຸມມະ ລັບໄບກ໌, ລັບໄບກະ ລາ ຊາຣີກະ ລະກະ ລັບໄບກ໌,
ອິນນັລ ຮຳດະ ວັລນຽະ ມະຕະ ລະກະ ວັລມຸລກ, ລາ ຊາຣີກະ ລັກ) ໃຫ້ຜູ້ຊາຍເປັ່ງສຽງດັງ ໆ ຂຶ້ນໃນການກ່າວສິ່ງນັ້ນ, ແລະ ແມ່ຍິງກໍ່ເຊັ່ນດຽວກັນ ຕາບໃດທີ່ນາງບໍ່ໄດ້ຢູ່ຕໍ່ໜ້າຜູ້ຊາຍທີ່ເປັນຄົນພາຍນອກ
7. ຜູ້ທີ່ຄອງອິຫ໌ຣອມຈຳເປັນຕ້ອງຫຼີກລ້ຽງຈາກຂໍ້ຫ້າມຕ່າງໆ ຂອງການຄອງອິຫ໌ຣອມ ຈົນກວ່າຈະອອກຈາກການຄອງອິຫ໌ຣອມຂອງຕົນ.
ບັນດາຂໍ້ຫ້າມໃນການຄອງອິຫ໌ຣອມ ມີສາມປະເພດ:
ຂໍ້ທີ່ຫນຶ່ງ: ປະເພດທີ່ຖືກຫ້າມສຳລັບເພດຊາຍ ແລະ ເພດຍິງ:
ການໂກນ, ຕັດ ຫຼື ຖອນຜົມ ຈາກທຸກສ່ວນຂອງຮ່າງກາຍ.
ການຕັດເລັບທັງໝົດ ຫຼື ບາງສ່ວນ ຈາກຕີນທັ້ງສອງ ຫຼື ມືທັ້ງສອງ.
ການປະພົມນ້ຳຫອມໃສ່ຮ່າງກາຍ, ຫຼື ເສື້ອຜ້າອິຫ໌ຣອມ.
ການຂ້າສັດປ່າເທິງບົກ, ຫຼື ການລ່າມັນ ເຖິງແມ່ນວ່າຈະບໍ່ໄດ້ຂ້າມັນກໍຕາມ.
ການສູ່ຂໍ, ໃຫ້ກັບຕົນເອງ ຫຼື ໃຫ້ກັບຄົນອື່ນ.
ການສຳພັດຮ່າງກາຍໂດຍກົງໃນສ່ວນອື່ນໆ ທີ່ບໍ່ແມ່ນອະໄວຍະວະເພດ, ເຊັ່ນ: ການຈູບ ແລະ ການສຳພັດດ້ວຍອາລົມທາງເພດ.
ການມີເພດສຳພັນ, ຄືການສອດໃສ່ໃນອະໄວຍະວະເພດ.
ຂໍ້ທີສອງ: ປະເພດທີ່ຕ້ອງຫ້າມສຳລັບຜູ້ຊາຍ:
ການປົກປິດຫົວດ້ວຍສິ່ງທີ່ຕິດກັບຫົວ, ເຊັ່ນ: ໝວກແປ ແລະ ຜ້າໂພກຫົວ, ແລະ ການວາງຜ້າຣີດາໄວ້ເທິງຫົວ, ຫຼື ສິ່ງອື່ນໃດ ທີ່ມີຈຸດປະສົງເພື່ອປົກປິດ.
ການສ່ວມໃສ່ເສື້ອຜ້າທົ່ວໄປ ທີ່ຖືກຕັດຫຍິບຕາມຂະໜາດຂອງຮ່າງກາຍ ໃນຮູບແບບປົກກະຕິຂອງມັນ, ເຊັ່ນ: ເຄື່ອງນຸ່ງທີ່ຖືກຕັດຫຍິບເຂົ້າຮູບ, ໂສ້ງ ແລະ ເສື້ອ.
ຂໍ້ທີ່ສາມ: ປະເພດທີ່ຕ້ອງຫ້າມສຳລັບແມ່ຍິງ:
ການສວມໃສ່ນິກອບ ຫຼື ບຸຣເກາະ ຫຼື ຜ້າປິດໜ້າທີ່ຄ້າຍຄືກັບນິກອບ, ແລະ ນາງຈຳເປັນຕ້ອງປົກປິດໃບໜ້າດ້ວຍສິ່ງອື່ນ ເມື່ອຢູ່ຕໍ່ໜ້າຜູ້ຊາຍທີ່ເປັນຄົນພາຍນອກ.
ການໃສ່ຖົງມືໃນມືຂອງນາງ, ແລະ ນາງຈຳເປັນຕ້ອງປົກປິດມືຂອງນາງ ເມື່ອຢູ່ຕໍ່ໜ້າຜູ້ຊາຍທີ່ເປັນຄົນພາຍນອກ.
ຜູ້ປະກອບພິທີອຸມເຣາະຫ໌ ເລີ່ມຕົ້ນອຸມເຣາະຫ໌ຂອງຕົນ ດ້ວຍການຕໍວາຟອ້ອມຮອບກະບະຮ໌
ແລະ ເປັນເງື່ອນໄຂສຳລັບການຕໍວາຟອ້ອມຮອບກະບະຮ໌ ທີ່ຈະຕ້ອງຢູ່ໃນສະພາບທີ່ສະອາດ
ເມື່ອຜູ້ຄອງອິຫ໌ຣອມເຂົ້າໄປໃນມັສຍິດອັລຫະຣອມ ເປັນຊຸນນະຫ໌ໃຫ້ລາວກ້າວຕີນຂວາເຂົ້າໄປກ່ອນ ແລະ ກ່າວດຸອາເຂົ້າມັສຍິດ, ກໍ່ຄື: "ອັລລໍຮຸມມັຟ ຕະຫ໌ລີ ອັບວາບະ ເຣາະມະຕິກ" ອັນ-ລໍ-ຮຸມ-ມະ ອິຟ-ຕາຫ໌ ລີ ອັບ-ວາ-ບະ ຣໍ່-ມະ-ຕິ-ກະ
ແປ: ໂອ້ ອັລລໍຫ໌ໂປດເປີດປະຕູແຫ່ງຄວາມເມດຕາແກ່ຂ້ອຍ
ຖ້າຫາກເຫັນກະບະຮ໌ ກໍໃຫ້ຢຸດເຊົາການກ່າວຕັລບີຍະຫ໌.
ດັ່ງນັ້ນ ເມື່ອຕ້ອງການທີ່ຈະເລີ່ມຕົ້ນການຕໍວາຟ, ເປັນສຸນນະຫ໌ສົງເສິ່ມໃຫ້ລາວເປີດບ່າໄຫລ່ເບື້ອງຂວາ, ໂດຍການເອົາສ່ວນກາງຂອງຜ້າຄຸມສອດເຂົ້າກ້ອງຂີ້ແຮ້ເບື້ອງຂວາ ແລະ ເອົາປາຍຜ້າທັ້ງສອງພາດໄວ້ເທິງບ່າໄຫລ່ເບື້ອງຊ້າຍ, ແລະ ເມື່ອສຳເລັດຈາກການຕໍວາຟແລ້ວ, ກໍໃຫ້ເອົາຜ້າຄຸມຂອງລາວມາປົກຄຸມບ່າໄຫລ່ທັ້ງສອງຄືນ; ເພາະວ່າການເຮັດອິດຕິບາອ໌ນັ້ນ ມີສະເພາະແຕ່ໃນການຕໍວາຟເທົ່ານັ້ນ.
ການຕໍວາຟເລີ່ມຕົ້ນຈາກຫັຈຣຸລ ອັສວັດ (ຫິນດຳ).
ເປັນທີ່ສົ່ງເສີມໃຫ້ເຂົ້າໄປຫາຫີນດຳ ແລ້ວສຳຜັດດ້ວຍມືຂວາ ແລະ ຈູບ, ຖ້າຫາກບໍ່ສະດວກທີ່ຈະຈູບ ກໍ່ໃຫ້ສຳຜັດດ້ວຍມື, ແລ້ວຈູບມືຂອງຕົນ, ຖ້າຫາກບໍ່ສະດວກ, ກໍ່ໃຫ້ສຳຜັດດ້ວຍສິ່ງທີ່ຢູ່ກັບຕົນ ເຊັ່ນໄມ້ເທົ້າ ຫຼື ສິ່ງອື່ນໆທີ່ຄ້າຍຄືກັນ ແລ້ວຈູບສິ່ງນັ້ນ, ແຕ່ຖ້າຫາກບໍ່ສາມາດ ກໍໃຫ້ຫັນໜ້າໄປທາງຫີນດຳ ແລະ ໃຊ້ມືຊີ້ໄປທາງນັ້ນ ໂດຍບໍ່ຕ້ອງຈູບມື, ແລະ ຈະເປັນການດີກວ່າ ທີ່ບໍ່ໄປບຽດສຽດກັນ ຈົນສ້າງຄວາມເດືອດຮ້ອນໃຫ້ແກ່ຜູ້ອື່ນ ແລະ ໄດ້ຮັບຄວາມເດືອດຮ້ອນຈາກພວກເຂົາ.
ແລະ ສົ່ງເສີມໃຫ້ກ່າວ ໃນເວລາສຳຜັດຫີນດຳ ຫຼື ຊີ້ໄປທາງນັ້ນ: ອັລລໍຮຸ ອັກບັຣ ອັລລໍຮຸ ອັກບັຣ. (ອັລລໍຫ໌ ຍິ່ງໃຫຍ່)
ຫຼັງຈາກນັ້ນໃຫ້ໄປທາງຂວາ ໂດຍໃຫ້ກະບະຫ໌ຢູ່ທາງເບື້ອງຊ້າຍຂອງຕົນ, ແລະ ເມື່ອໄປເຖິງຣູກຸນຍະມານີ ກໍໃຫ້ລູບສຳຜັດ ໂດຍບໍ່ຕ້ອງຈູບ, ຖ້າຫາກວ່າມັນບໍ່ສະດວກ ກໍ່ບໍ່ຄວນໄປບຽດສຽດ ແລະ ບໍ່ຕ້ອງຊີ້ມືໄປຫາ.
(ໂອ້ພຣະຜູ້ອະພິບານຂອງພວກເຮົາ ຂໍພຣະອົງຊົງປະທານຄວາມດີງາມໃນໂລກນີ້ ແລະຄວາມດີງາມໃນໂລກໜ້າ ແລະຊົງປົກປ້ອງພວກເຮົາໃຫ້ພົ້ນຈາກການລົງໂທດແຫ່ງໄຟນະລົກ) (ຣອບບະນາ ອາຕິນາ ຟິດດຸນຍາ ຮາຊານະຫ໌, ວາຟິລ ອາຄິເຣາະຕິ ຮາຊານະຫ໌, ວາກິນາ ອາຊາບັນນາຣ)
ແປ: ໂອ້ພຣະຜູ້ອະພິບານແຫ່ງພວກເຮົາ ຂໍພຣະອົງຊົງປະທານຄວາມດີງາມໃນໂລກນີ້ ແລະ ຄວາມດີງາມໃນໂລກອາຄິເຣາະຫ໌ ແລະ ຂໍພຣະອົງຊົງປົກປ້ອງພວກເຮົາໃຫ້ພົ້ນຈາກການລົງໂທດແຫ່ງໄຟນະລົກ
ແລະ ໃຫ້ກ່າວລະຫວ່າງຣຸກົນ ອັລ-ຢາມານີ ແລະ ຫີນດຳວ່າ:
ແລະ ທຸກໆ ຄັ້ງທີ່ຜ່ານຫີນດຳ ກໍໃຫ້ຊີ້ມືໄປທາງນັ້ນ ພ້ອມກ່າວວ່າ: ອັລລໍຮຸ ອັກບັຣ. ອັລລໍຮຸ ອັກບັຣ
ແລະ ໃຫ້ກ່າວໃນສ່ວນທີ່ເຫຼືອຂອງການຕໍວາຟ ດ້ວຍການລຳລຶກ, ການຂໍດຸອາ ແລະ ການອ່ານອັລກຸຣອານ ຕາມຄວາມປະສົງ ແລະ ສະດວກ.
ແລະ ສຸນນະຫ໌ໃຫ້ຍ່າງໄວໆ ໃນສາມຮອບທຳອິດເທົ່ານັ້ນ, ຖ້າຫາກມີຄວາມສະດວກສຳລັບລາວ, ດ້ວຍການຍ່າງໄວພ້ອມກັບການກ້າວຂາສັ້ນໆ, ແລະ ສຳລັບສີ່ຮອບທີ່ຍັງເຫຼືອນັ້ນ ແມ່ນບໍ່ຕ້ອງຟ້າວຍ່າງ.
ຕໍ່ມາ ສົ່ງເສີມໃຫ້ຫັນໜ້າໄປທາງກິບລະຫ໌ ກໍ່ຄືກະບະຫ໌ ແລະ ກ່າວວ່າ: ຄວາມໝາຍ : ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ພຽງພຣະອົງດຽວ ບໍ່ມີພາຄີໃດໆ ຄວບຄູ່ກັບພຣະອົງ ອຳນາດ ແລະ ມວນການສັນລະເສີນເປັນຂອງພຣະອົງ ແລະ ພຣະອົງຊົງມີເດຊານຸພາບເໜືອທຸກສິ່ງ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ພຽງພຣະອົງດຽວ ຊົງເຮັດໃຫ້ຄຳໝັ້ນສັນຍາຂອງພຣະອົງເປັນຈິງ ຊົງໃຫ້ໄຊຊະນະແກ່ບ່າວຂອງພຣະອົງ ແລະ ຊົງປາບປ້າມເຫຼົ່າພັນທະມິດສັດຕູດ້ວຍພຣະອົງພຽງອົງດຽວ ຄຳອ່ານ : ລາ ອິລາຮະ ອິລລັລລໍຮຸ ວະຫ໌ດະຮູ ລາ ຊາຣີກະລະຫ໌, ລະຮຸລ ມຸລກຸ ວະ ລະຮຸລ ຮຳດຸ, ວະຮູວາ ອະລາ ກຸລລິ ໄຊອິນ ກາດີຣ, ລາ ອິລາຮະ ອິລລັລລໍຮຸ ວະຫ໌ດະຫ໌, ອັນຈະຊະ ວະອຼດະຫ໌ ວະນະຊໍຣໍ ອັບດະຫ໌ ວະຮາຊະມັລ ອະຫ໌ຊາບບະ ວະຫ໌ດະຫ໌ ໃຫ້ກ່າວຊ້ຳເຊັ່ນນັ້ນ ສາມຮອບ, ແລະ ໃຫ້ດຸອາໃນລະຫວ່າງນັ້ນ.
ແລ້ວກໍ່ລົງມາຈາກພູເຂົາຊໍຟາ ຍ່າງໄປຫາພູເຂົາມັຣວະຫ໌, ແລະ ເມື່ອໄປຮອດຫຼັກຫມາຍສີຂຽວ, ໃຫ້ຜູ້ຊາຍເທົ່ານັ້ນ ແລ່ນໄວໆ, ແລະ ເມື່ອໄປເຖິງຫຼັກໝາຍສີຂຽວອັນທີສອງ ກໍ່ໃຫ້ແລ່ນໄວໆ.
ດັ່ງນັ້ນ, ເມື່ອໄປຮອດພູ ອັລ-ມັຣວະຫ໌ ກໍຖືກບັນຍັດໃຫ້ລາວປະຕິບັດສິ່ງທີ່ໄດ້ປະຕິບັດເທິງພູ ອັລ-ຊໍຟາ. ໄດ້ແກ່ ການກ່າວຕັກບີຣ, ການຂໍດຸອາ, ການອ່ານ ແລະ ການຫັນໜ້າສູ່ກະບະຮ໌.
ແລ້ວກໍ່ລົງມາຈາກພູເຂົາມັຣວະຫ໌ ມຸ່ງຫນ້າໄປຫາພູເຂົາຊໍຟາ ດ້ວຍການຍ່າງ, ດັ່ງນັ້ນ ເມື່ອໄປເຖິງເຄື່ອງໝາຍສີຂຽວ ກໍໃຫ້ຍ່າງສະແອ້ຢ່າງໄວໆ, ເມື່ອໄປເຖິງຫຼັກໝາຍສີຂຽວອັນທີສອງ ກໍ່ໃຫ້ຍ່າງ.
ແລະ ປະຕິບັດເຊັ່ນນີ້ຕໍ່ໄປ ຈົນກວ່າຈະສໍາເລັດ 7 ຮອບ, ການໄປຈາກພູເຂົາຊໍຟາ ໄປຫາພູເຂົາມັຣວະຫ໌ ນັບເປັນໜຶ່ງຮອບ, ແລະ ການກັບຄືນຈາກພູເຂົາມັຣວະຫ໌ ໄປຫາຊໍຟາ ກໍ່ນັບເປັນອີກໜຶ່ງຮອບ. ເລີ່ມຕົ້ນທີ່ພູເຂົາຊໍວາ ແລະ ສິ້ນສຸດທີ່ພູເຂົາມັຣວະຫ໌.
ແລະ ໃຫ້ກ່າວໃນຂະນະທີ່ສະແອ ຕາມທີ່ໃຈມັກ ເຊັ່ນ ການລຳລຶກ ການຂໍດຸອາ ແລະ ການອ່ານອັລກຸຣອານ.
ວິທີການໂກນຜົມ ແລະ ການຕັດຜົມ:
ດັ່ງນັ້ນ ເມື່ອຜູ້ທີ່ເຮັດອຸມເຣາະຫ໌ ໄດ້ເຮັດການຕໍວາຟ ແລະ ການສະແອສຳເລັດແລ້ວ, ເປັນສິ່ງຈຳເປັນ (ວາຈິບ) ສຳລັບຜູ້ຊາຍ ທີ່ຈະຕ້ອງໂກນຫົວ ຫຼື ຕັດຜົມ, ແລະ ສິ່ງທີ່ຈຳເປັນຄື ການໂກນຜົມ ຫຼື ການຕັດຜົມນັ້ນ ຕ້ອງໃຫ້ກວມເອົາທົ່ວທັ້ງຫົວ.
ສຳລັບແມ່ຍິງ ແມ່ນໃຫ້ຕັດປາຍຜົມຂອງນາງອອກປະມານໜຶ່ງຂໍ້ນິ້ວມື.
ແລະ ດ້ວຍເຫດນີ້, ອຸມເຣາະຫ໌ກໍ່ຖືວ່າສຳເລັດສົມບູນແລ້ວ.
ບັນດາຂໍ້ກຳນົດກ່ຽວກັບອັລ-ມະວາກີດ (ຈຸດຂອງແຕ່ລະເມືອງ)
ເມືອງມາດີນະຫ໌ ຊຸລ-ຮຸໄລຟະຫ໌ ຊາຕຸ ອິຣກ໌ ອັລ-ຈຸຫ໌ຟະຮ໌
ຍະລຳລຳ ກັຣນຸລ ມະນາຊິລ ອັລ-ມະວາກີດ
ເມືອງມັກກະຫ໌ ອັລ-ມີກ໊ອດ ການຄອງອິຫ໌ຣອມຂອງຜູ້ທີ່ຢູ່ໃກ້ເມືອງມັກກະຫ໌ ສະຖານທີ່ຂອງເຂົາ
ການຄອງອິຫ໌ຣອມຂອງຊາວເມືອງມັກກະຫ໌ ສຳລັບການເຮັດພິທີຫັຈ ຈາກບ້ານຂອງພວກເຂົາ ສຳລັບການເຮັດອຸມເຣາະຫ໌ ຕັນອີມ
ການຄອງອິຫ໌ຣອມຂອງຜູ້ທີ່ເດີນທາງມາໂດຍເຮືອບິນ (ຍົນ) ກ່ອນຈະໄປກົງກັບຈຸດ ມີກ໊ອດ ສວມໃສ່ເສື້ອຜ້າອິຫ໌ຣອມ ໃນຕອນຢູ່ກົງກັບ ຕັ້ງເຈດຕະນາ (ນຽດ) ຄອງອິຫ໌ຣອມ ເລີ່ມຕົ້ນການກ່າວຕັລບີຍະຫ໌ ບໍ່ເປັນທີ່ອະນຸຍາດທີ່ຈະເລື່ອນການຄອງອິຫ໌ຣອມອອກໄປຈົນຮອດສະໜາມບິນ
ວິທີການຄອງອິຫ໌ຣອມ ແລະ ຂໍ້ບັນຍັດຕ່າງໆ
ສຳລັບຜູ້ຊາຍເທົ່ານັ້ນ ບໍ່ແມ່ນແມ່ຍິງ ຮ່າງກາຍ ໜວດເຄົາ ເສື້ອຜ້າ
ການສວມໃສ່ຊຸດອິຫ໌ຣອມ ຜ້າອີຊາຣ ແລະ ຜ້າຣີດາ ການລຳລຶກ ສີຂາວ ເພດຍິງ ເຄື່ອງນຸ່ງຕາມທີ່ນາງປະສົງ ໂດຍບໍ່ມີການປະດັບປະດາ ນິກອບ ຖົງມື
ການຄອງອິຫ໌ຣອມເພື່ອອຸມເຣາະຫ໌:
ການເຈັບປ່ວຍ ສິ່ງທີ່ເກິດຂຶ້ນ
ການຕັ້ງເງື່ອນໄຂໃນການຕັ້ງເຈດຕະນາ
ເປັນທີ່ອະນຸຍາດ ແລະ ຈະບໍ່ມີບາບອັນໃດແກ່ລາວ
ການຫຼີກເວັ້ນບັນດາຂໍ້ຫ້າມໃນການຄອງອິຫ໌ຣອມ
ຈົນກວ່າຈະພົ້ນຈາກສະພາວະອິຫ໌ຣອມຂອງຕົນ ບັນດາຂໍ້ຫ້າມໃນການຄອງອິຫ໌ຣອມ ຖືກຫ້າມສຳລັບເພດຊາຍ ແລະ ເພດຍິງ ການສູ່ຂໍ ໃຫ້ກັບຕົນເອງ ຫຼື ໃຫ້ກັບຄົນອື່ນ ຕົກລົງຮັບການແຕ່ງງານ ຕ້ອງຫ້າມສຳລັບຜູ້ຊາຍ ຜູ້ຊາຍ ຕ້ອງຫ້າມສຳລັບແມ່ຍິງ
ວິທີການຕໍວາຟ ເປັນເງື່ອນໄຂສຳລັບການຕໍວາຟ ທີ່ຈະຕ້ອງຢູ່ໃນສະພາບທີ່ສະອາດ
ການເປີດບ່າໄຫລ່ຂ້າງຂວາ ການເປີດບ່າໄຫລ່ຂ້າງຂວາສຳລັບການຕໍວາຟເທົ່ານັ້ນ ການຕໍວາຟເລີ່ມຕົ້ນຈາກຫັຈຣຸລ ອັສວັດ (ຫິນດຳ)
ສິ່ງທີ່ກ່າວລະຫວ່າງຣູກຸນຍະມານີທັ້ງສອງ
ການລຳລຶກ ດຸອາ ການອ່ານ ອັລກຣຸອານ ຂໍ້ບັນຍັດຂອງອັລ-ຣໍມັລ ໃນສາມຮອບທຳອິດ
ການລະຫມາດດ້ານຫຼັງມະກອມ ອິບຣໍຮີມ ຖ້າຫາກມີຄວາມສະດວກ
(ແລະ ພວກເຈົ້າຈົ່ງຍຶດເອົາຈາກມະກອມອີບຣໍຮີມເປັນບ່ອນລະໝາດ)
ອ່ານສາມເທື່ອ ແລ່ນ ຍ່າງ ຫຼັກໝາຍສີຂຽວ ການກ່າວຕັກບິຣ ການຫັນໜ້າສູ່ກະບະຮ໌ 7 ຮອບ ຈາກພູເຂົາຊໍຟາ ໄປຫາພູເຂົາມັຣວະຫ໌ ນັບເປັນໜຶ່ງຮອບ ຮອບທີ 1 ວິທີການໂກນຜົມ ແລະ ການຕັດຜົມ
ຂໍ້ບັງຄັບການໂກນຜົມ ແລະ ການຕັດຜົມສຳລັບຜູ້ຊາຍ ກວມເອົາທົ່ວທັ້ງຫົວ ຄວາມຈຳເປັນໃນການຕັດໃຫ້ສັ້ນສຳລັບແມ່ຍິງ ແມ່ຍິງ
ການເຮັດອຸມເຣາະຫ໌ສຳເລັດສົມບູນແລ້ວ