حقوق دعت إليها الفطرة
رسالة لطيفة تقدم شرحًا مفصلًا لعشرة حقوق أساسية تشمل حقوق الله تعالى، وحقوق النبي صلى الله عليه وسلم، وحقوق الوالدين، والأولاد، والأقارب، والجيران، والزّوجين، والرّعية والولاة، والمسلمين عمومًا، وغير المسلمين. يهدف الكتاب إلى تعزيز الفهم الصحيح للعلاقات الاجتماعية والواجبات الفردية تجاه الآخرين، مستندًا إلى نصوص الوحي من القرآن الكريم والسنة النبوية، مما يجعله مرجعًا مهمًا لكل مسلم يسعى لتطبيق الشريعة في حياته اليومية مع ربه ومع الآخرين.
These files are generated automatically from the book's text; their layout may differ from the printed edition.
ຫຼັງຈາກນັ້ນ ທ່ານນະບີ ﷺ ຈຶ່ງໄດ້ກ່າວວ່າ... (ພວກທ່ານຈົ່ງອ່ານອາຍະຫ໌ນີ້ເທິດ ຫາກພວກທ່ານປະສົງ) ຄວາມໝາຍ: (ດັງນັ້ນ ພວກເຈົ້າຫວັງກັນຫຼືວ່າ ຖ້າພວກເຈົ້າຜິນຫຼັງໃຫ້ (ກັບການສັດທາແລ້ວ) ພວກເຈົ້າກໍ່ຈະໄດ້ສ້າງຄວາມເສຍຫາຍໃນແຜ່ນດິນ ແລະ ຕັດຂາດຄວາມສຳພັນໃນຕະກູນເຄຶ່ອພີ່ນ້ອງຂອງພວກເຂົາ? ຊົນເຫຼົ່ານີ້ແຫຼະ ຄືບັນດາຜູ້ທີ່ອັລລໍຮ໌ຊົງສາບແຊ່ງພວກເຂົາ ດັງນັ້ນ ພຣະອົງຈຶ່ງຊົງເຮັດໃຫ້ຫູຂອງພວກເຂົາໜວກ ແລະ ໃຫ້ຕາຂອງພວກເຂົາບອດ (ຈາກການເຫັນຄວາມຈິງ ແລະຄວາມດີງາມ)" "ສຸເຣາະ ມຸຮຳມັດ 22-23"
ສິດທິໂດຍທຳມະຊາດຂອງມະນຸດທີ່ອິສລາມຢັ້ງຢືນຮັບຮອງ
*
ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປານີ ຜູ້ຊົງເມດຕາສະເໝີ
ຄຳນຳ
ແທ້ຈິງການສັນລະເຊີນແດ່ອັລລໍຫ໌ພວກເຮົາສັນລະເຊີນຕໍ່ພຣະອົງ ແລະ ຂໍຄວາມຄຸ້ມຄອງຊ່ວຍເຫລືອຈາກພຣະອົງ ສະແວງຫາການອະໄພຍະໂທດຈາກພຣະອົງ ແລະ ກັບເນື້ອກັບໂຕໄປຫາພຣະອົງ, ພວກເຮົາຂໍຄວາມຄຸ້ມຄອງຈາກພຣະອົງຈາກຄວາມຊົ້ວຂອງພວກເຮົາ ແລະ ການກະທຳທີ່ບໍ່ດີຂອງພວກເຮົາ, ຜູ້ໃດກໍ່ຕາມທີ່ອັລລໍຫ໌ໄດ້ນຳທາງໃຫ້ແກ່ເຂົາ ກໍ່ບໍ່ມີໃຜທີ່ຈະເຮັດໃຫ້ເຂົາຫຼົງທາງໄດ້, ແລະ ໃຜກໍ່ຕາມທີ່ພຣະອົງເຮັດໃຫ້ເຂົາຫຼົງທາງ ກໍ່ບໍ່ມີໃຜໃຫ້ທາງນຳກັບເຂົາໄດ້, ຂ້ອຍຂໍປະຕິຍານວ່າບໍ່ມີພຣະເຈົ້າອື່ນໃດທີ່ຄວນແກ່ການເຄົາລົບພັກດີ ນອກຈາກອັລລໍຫ໌ພຣະອົງດຽວໂດຍບໍ່ມີພາຄີໃດໆ ກັບພຣະອົງ, ແລະ ຂ້ອຍຂໍປະຕິຍານວ່າ ມຸຮຳມັດເປັນບ່າວຂອງພຣະອົງ ແລະ ເປັນສາສະນະທູດຂອງພຣະອົງ, ຂໍການສະດຸດີແຫ່ງອັລລໍຫ໌ ແລະ ຄວາມສັນຕິສຸກປອດໄພຈົງມີແດ່ທ່ານ ແລະ ບັນດາຍາດຕິພີ່ນ້ອງ ຕະຫຼອດຈົນຊໍຮາບະຫ໌ຂອງທ່ານທຸກຄົນ ລວມເຖິງຜູ້ຈະເລີນຮອຍຕາມພວກເຂົາດ້ວຍກັບຄວາມດີງາມ ຕາບຈົນຮອດວັນແຫ່ງການຕັດສິນ.
ສ່ວນໜຶ່ງຈາກຄວາມງົດງາມຂອງສາສະໜາອິສລາມຄືການດຳລົງໄວ້ເຊິ່ງຄວາມຍຸຕິທຳ ແລະ ໃຫ້ສິດທິແກ່ຜູ້ທີ່ສົມຄວນໄດ້ຮັບສິດທິຢ່າງເຫມາະສົມ ໂດຍປາດສະຈາກຄວາມເລີຍເຖິດ ແລະ ຫຍ່ອນຫຍານ, ອັລລໍຫ໌ໄດ້ບັນຊາໃຫ້ດຳລົງໄວ້ເຊິ່ງຄວາມຍຸຕິທຳ ເຮັດດີ ແລະ ຮັກສາສິດທິຕ່າງ ໆ ຂອງບັນດາຍາດມິດ ດ້ວຍເຫດເພື່ອດຳລົງຄວາມຍຸຕິທຳນີ່ເອງ ສາສະນະທູດທັ້ງຫຼາຍຈຶງຖືກແຕ່ງຕັ້ງຂຶ້ນ ຄຳພີຕ່າງໆ ຖືກປະທານລົງມາ ແລະ ພາລະກິດທັ້ງໂລກນີ້ ແລະ ອາຄິເຣາະຫ໌ (ໂລກໜ້າ) ໄດ້ຖືກປະຕິບັດ .
ຄວາມຍຸຕິທຳໝາຍເຖິງ ການມອບສິດທິແກ່ຜູ້ທີ່ສົມຄວນໄດ້ຮັບສິດທິ ຕະຫຼອດຈົນເຖິງການມອບສະຖານະອັນສົມຄວນແກ່ບຸກຄົນໃດບຸກຄົນໜຶ່ງ ເຊິ່ງສິ່ງນີ້ຈະບໍ່ເກິດຄວາມສົມບູນຍົກເວັ້ນເມື່ອໄດ້ຮູ້ຈັກສິດທິຕ່າງ ໆ ທີ່ບຸກຄົນເຫຼົ່ານັ້ນສົມຄວນໄດ້ຮັບ ດັງນັ້ນ ຂ້າພະເຈົ້າຈຶ່ງໄດ້ຮຽງຮ້ອຍຖ້ອຍຄຳເຫຼົ່ານີ້ຈະຕ້ອງປະຕິບັດຕາມພາລະໜ້າທີ່ເທົ່າທີ່ເຂົາມີຄວາມສາມາດທີ່ກະທຳໄດ້ ໂດຍສາມາດສະຫຼຸບສິດທິຕ່າງ ໆ ໄດ້ດັງນີ້:
1- ສິດທິຂອງອັລລໍຫ໌ ຊຸບຮານະຮຸ ວະຕະອາລາ.
2- ສິດທິຂອງທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ.
3- ສິດທິຂອງພໍ່ແມ່.
4- ສິດທິຂອງລູກ.
5- ສິດທິຂອງຍາດພີ່ນ້ອງ.
6- ສິດທິຂອງຄູ່ຜົວເມຍ.
7- ສິດທິຂອງຜູ້ນຳ ແລະ ຜູ້ຢູ່ພາຍໃຕ້ການປົກຄອງ.
8- ສິດທິຂອງເພື່ອນບ້ານ.
9- ສິດທິຂອງຊາວມຸສລິມທົ່ວໄປ.
10- ສິດທິຂອງພີ່ນ້ອງຕ່າງສາສະນິກ.
ສິດທິຕ່າງ ໆ ເຫຼົ່ານີ້ຄືປະເດັນທີ່ເຮົາຕ້ອງການອະທິບາຍໂດຍສັງເຂບໃນໜັງສືເລັ່ມນີ້.
*
ໜຶ່ງ : ສິດທິຂອງອັລລໍຫ໌
ມັນຄືສິດທິທີ່ສຳຄັນຢ່າງຍິ່ງອັນດັບທຳອິດ ແລະ ເປັນສິ່ງຈຳເປັນຢ່າງຫຼາຍທີ່ບ່າວຈະຕ້ອງມອບໃຫ້ແກ່ພຣະອົງ ເນື່ອງຈາກມັນຄືສິດທິທີ່ພວກເຮົາຄວນມີຕໍ່ອັລລໍຫ໌ ພຣະຜູ້ຊົງສ້າງສັບພະສິ່ງທັງມວນ ຜູ້ຊົງມີອຳນາດຢ່າງຫຼວງຫຼາຍ ແລະ ຜູ້ບໍລິຫານກິດຈະການທັງໝົດ. ພຣະອົງຄືຜູ້ຄອບຄອງສັດຈະທຳຄວາມຈິງ ແລະ ຄວາມຊັດເຈນ, ຜູ້ຊົງຊີວິດນິລັນ, ແລະ ຕື່ນຢູ່ຕະຫຼອດເວລາ. ດ້ວຍອຳນາດຂອງພຣະອົງຊັ້ນຟ້າ ແລະ ແຜ່ນດິນໄດ້ຖືກສ້າງຂຶ້ນ, ແລະ ສິ່ງຕ່າງໆ ໄດ້ຖືກສ້າງຂຶ້ນຢ່າງມີລະບົບ ແລະ ປະນີດ. ອັລລໍຫ໌ໄດ້ສ້າງເຈົ້າຈາກສິ່ງທີ່ບໍ່ເຄີຍມີມາກ່ອນ ແລະ ບໍ່ເຄີຍຖືກເວົ້າຂານມາກ່ອນ, ອັລລໍຫ໌ໄດ້ພິທັກສາເຈົ້າດ້ວຍປັດໄຈຕ່າງໆທັ້ງຫຼາຍ ຂະນະທີ່ເຈົ້າຢູ່ໃນຄັນຂອງແມ່ ໃນສະພາບທີ່ມືດມິດສາມຊັ້ນ.ເຊິ່ງໃນເວລານັ້ນ ເຈົ້າຢັງຢູ່ໃນສະພາບທີ່ບໍ່ມີໃຜສາມາດໃຫ້ອາຫານ ຫຼື ສິ່ງໃດໆທີ່ຈະເຮັດໃຫ້ເຈົ້າເຕີບໂຕມີຊີວິດໄດ້. ພຣະອົງຄືຜູ້ຊົງໃຫ້ເຈົ້າໄດ້ອິ່ມເອມດ້ວຍນ້ຳນົມຂອງແມ່ ແລະໄດ້ຊີ້ແນະແນວທາງຊີວິດໃຫ້ແກ່ເຈົ້າ. ຕໍ່ມາ ພຣະອົງໄດ້ໃຫ້ເຈົ້າມີພໍ່ແມ່ທີ່ເຕັມໄປດ້ວຍຄວາມເອັ້ນດູ ແລະ ຫ່ວງໃຍແກ່ເຈົ້າຢູ່ສະເໝີ. ພຣະອົງໄດ້ປະທານປັດໄຈໃນການດໍາລົງຊີວິດໃຫ້ແກ່ເຈົ້າຫຼວງຫຼາຍ ໄດ້ປະທານປັນຍາ ແລະ ຄວາມເຂົ້າໃຈ, ພຣະອົງໄດ້ໃຫ້ເຈົ້າມີຄວາມພ້ອມໃນການໃຊ້ ແລະ ຮັບປະໂຫຍດຈາກປັດໄຈທັງໝົດທີ່ພຣະອົງໄດ້ປະທານໃຫ້. ພຣະອົງໄດ້ຕຣັດວ່າ: (ແລະ ອັລລໍຫ໌ ຊົງນໍາເອົາພວກເຈົ້າອອກຈາກຄັນມານດາຂອງພວກເຈົ້າໂດຍພວກເຈົ້າບໍ່ຮູ້ຫຍັງເລີຍ ແລະ ພຣະອົງໄດ້ເຮັດໃຫ້ເຈົ້າໄດ້ຍິນ ແລະເຫັນ ແລະມີຫົວໃຈ (ສຳນຶກ ແລະຄິດ) ເພື່ອພວກເຈົ້າຈະໄດ້ຂອບໃຈ) "ສຸເຣາະຫ໌ ອັນນະຫ໌ລຸ : 78" ຖ້າຫາກວ່າພຣະອົງໄດ້ຫັກເອົາປັດໄຈຈາກເຈົ້າ, ພຽງໃນພຣິບຕາດຽວ ແນ່ນອນເຈົ້າຈະປະສົບກັບຄວາມຫາຍະນະ. ແລະ ຖ້າວ່າພຣະອົງໄດ້ຫັກເອົາຄວາມເມດຕາ ພຽງແຕ່ໃນເວລາບໍ່ດົນ ແນ່ນອນເຈົ້າຈະບໍ່ມີໂອກາດມີຊີວິດຢູ່ໃນໂລກນີ້. ເມື່ອທຸກສິ່ງທຸກຢ່າງເປັນຂອງຂວັນທີ່ພຣະອົງໄດ້ປະທານໃຫ້ເຈົ້າແລ້ວ, ດັ່ງນັ້ນ ສິດທິທີ່ພຣະອົງຄວນໄດ້ຮັບຈາກເຈົ້າ ຈຶ່ງເປັນສິດທິທີ່ຍິ່ງໃຫຍ່ເຫຼືອເກີນ. ເນື່ອງຈາກພຣະອົງແມ່ນຜູ້ສ້າງເຈົ້າ ແລະໃຫ້ເຈົ້າມີຊີວິດ ພ້ອມມອບປັດໄຈ ແລະ ການຊ່ວຍເຫຼືອຕ່າງໆໃຫ້ເຈົ້າສາມາດດໍາລົງຊີວິດໃນໂລກນີ້ໄດ້. ແລະພຣະອົງກໍ່ບໍ່ໄດ້ຫວັງ ຫຼື ເອົາຂໍ້ແທນຄຸນໃດໆຈາກເຈົ້າ, ເຊັ່ນ ການມອບປັດໄຈ ຫຼື ອາຫານໃຫ້ແກ່ພຣະອົງ. ພຣະອົງໄດ້ຕຣັດວ່າ: ( ເຮົາບໍ່ໄດ້ຂໍເຄື່ອງຢັງຊີບຈາກເຈົ້າ ເຮົາຕ່າງຫາກເປັນຜູ້ໃຫ້ເຄື່ອງຢັງຊີບແກ່ເຈົ້າ ແລະ ບັ້ນປາຍນັ້ນສຳຫຼັບຜູ້ທີ່ມີຄວາມຍຳເກຣງ ) "ສູເຣາະຫ໌ ຕໍຮາ : 132"
ພຣະອົງຕ້ອງການຈາກເຈົ້າພຽງໜຶ່ງປະການເທົ່ານັ້ນ ເຊິ່ງເປັນປະໂຫຍດທີ່ຈະຍ້ອນກັບໄປສູ່ເຈົ້າຂອງ ພຣະອົງຊົງປະສົງໃຫ້ລາວເຄົາລົບພັກດີຕໍ່ພຣະອົງພຽງອົງດຽວເທົ່ານັ້ນ ໂດຍປາດສະຈາກການຕັ້ງພາຄີໃດໆ ຕໍ່ພຣະອົງ, ພຣະອົງຕຣັດວ່າ: ( ແລະ ຂ້າບໍ່ໄດ້ສ້າງຈິນ ແລະ ມະນຸດເພື່ອອື່ນໃດ ເວັ້ນແຕ່ເຄົາລົບພັກດີຕໍ່ຂ້າ, ຂ້າບໍ່ຕ້ອງການປັດໄຈຢັງຊີບຈາກພວກເຂົາ ແລະ ຂ້າກໍ່ບໍ່ຕ້ອງການໃຫ້ພວກເຂົາເອົາອາຫານໃຫ້ແກ່ຂ້າ, ເເທ້ຈິງອັລລໍຫ໌ ຄືຜູ້ປະທານປັດໄຈຢັງຊີບອັນຫຼວງຫຼາຍ ຜູ້ຊົງພະລັງ ຜູ້ຊົງມັ່ນຄົງ) " ສຸເຣາະຫ໌ ອັຊຊາຣີຍາຕ : 56-58" ພຣະອົງພຽງມີຄວາມປະສົງໃຫ້ເຮົາເປັນບ່າວຂອງພຣະອົງຢ່າງຈິງຈັງ ຕາມຄວາມໝາຍຂອງຄຳວ່າ "ບ່າວ" ຢ່າງແທ້ຈິງ, ດັ່ງທີ່ພຣະອົງເປັນຜູ້ອະປິບານຂອງພວກເຮົາ ຕາມຄວາມໝາຍຂອງຄຳວ່າ "ພຣະເຈົ້າ" ຢ່າງແທ້ຈິວເຊັ່ນກັນ. ອັລລໍຫ໌ປະສົງໃຫ້ເຮົາເປັນບ່າວທີ່ເຊື່ອຟັງ ເຄົາລົບພັກດີຕໍ່ພຣະອົງ ດ້ວຍການປະຕິບັດຕາມສິ່ງທີ່ພຣະອົງໄດ້ສັ່ງໄວ້ ແລະຫຼີກຫ່າງຈາກສິ່ງທີ່ພຣະອົງໄດ້ຫ້າມ, ສັດທາໃນສິ່ງທີ່ພຣະອົງໄດ້ແຈ້ງໄວ້. ກໍຍ້ອນວ່າເນື່ອງຈາກປັດໄຈທີ່ພຣະອົງໄດ້ປະທານໃຫ້ແກ່ເຮົານັ້ນຄວບຄຸມໂຕເຮົາທັ້ງລະບົບ ແລະ ຕໍ່ເນື່ອງ, ດ້ວຍເຫດນີ້ເຮົາຈະຕອບແທນພຣະຄຸນກະລຸນາຂອງພຣະອົງດ້ວຍການຝ່າຝືນ ແລະ ເນລະຄຸນຕໍ່ພຣະອົງແບບນັ້ນບໍ?.
ຖ້າແມ່ນວ່າເຈົ້າຕິດໜີ້ບຸນຄຸນຂອງໃຜຄົນໜຶ່ງ ແນ່ນອນເຈົ້າຈະອາຍທີ່ຈະຝ່າຝືນ ຫຼື ຂັດຄຳສັ່ງຂອງຄົນໆນັ້ນ, ດັ່ງນັ້ນ ນັບພາສາຫຍັງກັບພຣະຜູ້ເປັນເຈົ້າ ຜູ້ຊົງມີພຣະຄຸນກະລຸນາອັນລົ້ນພົ້ນ, ຜູ້ຊົງເມດຕາດ້ວຍການປົກປ້ອງ ແລະ ປັດເປົ່າໂຕທ່ານຈາກອັນຕະລາຍທັງຫຼາຍ. ພຣະອົງຜູ້ຊົງສູງສົ່ງກ່າວວ່າ: ( ແລະ ບໍ່ມີຄວາມໂປດປານໃດໆ ທີ່ພວກເຈົ້າໄດ້ຮັບ ນອກຈາກມັນຢ່ອມມາຈາກອັລລໍຫ໌ ດັງນັ້ນ ເມື່ອຄວາມທຸກເຄາະຮ້າຍປະສົບແກ່ພວກເຈົ້າ, ພວກເຈົ້າກໍ່ຈະຄ່ຳຄວນຂໍພອນຕໍ່ພຣະອົງ) "ສຸເຣາະຫ໌ ອັນນະຫ໌ລຸ : 53"
ແທ້ຈິງສິດທິນີ້ຄືສິ່ງທີ່ອັລລໍຫ໌ໄດ້ກຳໜົດໄວ້ສຳຫຼັບພຣະອົງເອງ ເຊິ່ງສິ່ງນີ້ຈະເກິດຄວາມງ່າຍດາຍ ໃນການປະຕິບັດສຳຫຼັບຜູ້ທີ່ອັລລໍຫ໌ຊົງປະສົງຈະໃຫ້ເກິດຄວາມງ່າຍດາຍແກ່ຕົວເຂົາ ທັ້ງນີ້ເນື່ອງຈາກພຣະອົງບໍ່ໄດ້ເຮັດໃຫ້ສິ່ງນັ້ນເປັນສິ່ງທີ່ຍາກລຳບາກ, ດັງທີ່ ພຣະອົງຜູ້ຊົງສູງສົ່ງກ່າວວ່າ: ( ແລະ ຈົ່ງຕໍ່ສູ້ເພື່ອອັລລໍຫ໌ ເຊິ່ງເປັນການຕໍ່ສູ້ຢ່າງແທ້ຈິງເພື່ອພຣະອົງ ແລະ ພຣະອົງຊົງຄັດເລືອກພວກເຈົ້າ ແລະພຣະອົງບໍ່ໄດ້ຊົງເຮັດໃຫ້ເປັນການລຳບາກແກ່ພວກເຈົ້າໃນເລື່ອງຂອງສາສະໜາ, ສາສະໜາ (ທີ່ບໍ່ລຳບາກ) ຄືສາສະໜາຂອງອິບຣໍຫີມ ບັນພະບຸລຸດຂອງພວກເຈົ້າ ພຣະອົງຊົງຮຽກຊື່ພວກເຈົ້າວ່າມຸສລິມີນ ໃນຄຳພີກ່ອນໆ ແລະໃນອັລກຸຣອານເພື່ອຣໍຊູລຈະໄດ້ເປັນພະຍານຕໍ່ພວກເຈົ້າ ແລະ ພວກເຈົ້າຈະໄດ້ເປັນພະຍານຕໍ່ມະນຸດທົົ່ວໄປ ດັງນັ້ນພວກເຈົ້າຈົງດຳລົງການລະຫມາດ ແລະ ບໍລິຈາກຊະກາດ ແລະ ຈົງຍຶດມັ່ນຕໍ່ອັລລໍຫ໌ ພຣະອົງເປັນຜູ້ຄຸ້ມຄອງພວກເຈົ້າ ເພາະພຣະອົງຄືຜູ້ຄຸ້ມຄອງທີ່ດີເລິດ ແລະ ຜູ້ຊົງຊ່ວຍເຫຼືອທີ່ດີຢຽມ) "ສູເຣາະຫ໌ ອັລຮັຈ : 78"
ປະເດັນດັ່ງກ່າວນັ້ນ ນັບວ່າເປັນຫຼັກການສັດທາທີ່ຍິ່ງໃຫຍ່ ຄືການສັດທາຕໍ່ສັດຈະທັມ ຄວບຄູ່ກັບການປະຕິບັດອະມັລທີ່ດີ ທີ່ເກີດຜົນ. ຫຼັກສັດທາທີ່ມີລໍ້າຕົ້ນເປັນຄວາມຮັກ ແລະ ຄວາມເຊື່ອມັ່ນ ໃນຂະນະທີ່ຜົນຂອງມັນຄືຄວາມບໍລິສຸດໃຈ ແລະ ຄວາມອົດທົນ. ອະມັລທີ່ດີ ທີ່ເປັນສິດຂອງອັລລໍຮ໌ ກໍ່ມີຕົວຢ່າງ ເຊັ່ນ ການດຳລົງການລະໝາດເຊົ້າ ແລະ ຄ່ຳ ຫ້າເວລາ. ອັລລໍຮ໌ຈະຊົງອະໄພໂທດບາບ ແລະ ຊົງຍົກລະດັບຄວາມດີໃຫ້ຫຼາຍຂຶ້ນ ຄວບຄູ່ກັບການຂັດເກົາຈິດໃຈ ແລະ ວິຖີຊີວິດໃຫ້ດີຂຶ້ນ. ເຊິ່ງບ່າວສາມາດປະຕິບັດພາລະກິດທາງສາສະໜານີ້ໄດ້ຕາມຄວາມສາມາດທີ່ຕົນຈະເຮັດໄດ້. ພຣະອົງອັລລໍຫ໌ກ່າວວ່າ : ( ດັງນັ້ນຈົ່ງຍຳເກຣງຕໍ່ອັລລໍຫ໌ເທົ່າທີ່ພວກເຈົ້າມີຄວາມສາມາດ) "ສຸເຣາະຫ໌ ອັດຕະກໍບຸນ : 16"
ແລະ ດັງທີ່ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ກ່າວແກ່ອິມຣອນ ບິນ ຮຸຊອຍ (ໃນຂະນະທີ່ລາວກຳລັງເຈັບບໍ່ສະບາຍ) ວ່າ: << ເຈົ້າຈົ່ງລະໝາດໃນສະພາບທີ່ຍືນ ແຕ່ຫາກບໍ່ສາມາດທີ່ຈະຍືນໄດ້ກໍ່ຈົ່ງນັ່ງເສຍ ແລະ ຫາກບໍ່ສາມາດທີ່ຈະນັ່ງກໍ່ຈົ່ງລະໝາດບົນສີຂ້າງ (ຕະແຄງຂວາ) >>.
ຊະກາດ ແມ່ນສ່ວນໜຶ່ງນ້ອຍໆຂອງຊັບສິນ ທີ່ຜູ້ຄອບຄອງຈ່າຍອອກໄປ ເພື່ອຊ່ວຍເຫຼືອພີ່ນ້ອງມຸດສະລິມທີ່ຍາກຈົນ ແລະ ຂັດສົນ ລວມທັງຊ່ວຍຜູ້ທີ່ຂາດສະບຽງໃນການເດີນທາງ ຜູ້ທີ່ມີໜີ້ສິນຫຼົ້ນພົ້ນຕົວທີ່ຈະຮັບໄຫວ ແລະ ຜູ້ທີ່ມີສິດໄດ້ຮັບຊະກາດໃນປະເພດອື່ນໆ. (ເຊິ່ງເປັນສິ່ງທີ່ເປັນປະໂຫຍດຕໍ່ຜູ້ທີ່ຍາກໄຮ້ ແລະ ບໍ່ເຮັດໃຫ້ຜູ້ທີ່ຮ່ຳລວຍຮູ້ສຶກລຳບາກແຕ່ຢ່າງໃດ). ອັລລໍຫ໌ໄດ້ຕຣັດວ່າ: (ດັງນັ້ນພວກເຈົ້າຈົງດຳລົງການລະຫມາດ ແລະ ບໍລິຈາກຊະກາດ ແລະ ຈົງຍຶດມັ່ນຕໍ່ອັລລໍຫ໌ ພຣະອົງເປັນຜູ້ຄຸ້ມຄອງພວກເຈົ້າ ເພາະພຣະອົງຄືຜູ້ຄຸ້ມຄອງທີ່ດີເລິດ ແລະ ຜູ້ຊົງຊ່ວຍເຫຼືອທີ່ດີຢຽມ) "ສູເຣາະຫ໌ ອັລຮັຈ : 78"
ການຖືສີອອດ ແມ່ນການງົດອາຫານ ງົດນໍ້າ ແລະ ສິ່ງອື່ນໆ ຕໍ່ເນື່ອງໃນໄລຍະເວລາ 1 ເດືອນຕໍ່ປີ. ແຕ່ຖ້າຜູ້ໃດປ່ວຍ ຫຼື ຢູ່ໃນການເດີນທາງ ກໍໃຫ້ຖືໃນມື້ອື່ນໆແທນ. ສ່ວນຜູ້ທີ່ບໍ່ມີຄວາມສາມາດຖືສີອອດໄດ້ຢ່າງຖາວອນ ກໍ່ໃຫ້ເພິ່ນຈ່າຍອາຫານໃຫ້ກັບຄົນທີ່ຍາກຈົນ ຈຳນວນ 1 ຄົນຕໍ່ 1 ມື້ ທີ່ບໍ່ໄດ້ຖືສິນ ຈົນຄົບຈຳນວນວັນທັງໝົດທີ່ບໍ່ໄດ້ຖືສີອອດ.
ການປະກອບພິທີຫັຈ 1 ຄັ້ງໃນຊີວິດ ສໍາລັບຜູ້ທີ່ມີຄວາມສາມາດ ກໍແມ່ນຫຼັກການໜຶ່ງໃນສິດທິຂອງອັລລໍຮ໌.
ສ່ວນບົດບັນຍັດອື່ນໆ ແມ່ນຈະຖືກບັງຄັບໃຫ້ປະຕິບັດເມື່ອມີເຫດຈຳເປັນ ເຊັ່ນ ການຕໍ່ສູ້ໃນຫົນທາງຂອງອັລລໍຮ໌ ຫຼື ການຊ່ວຍເຫຼືອຜູ້ທີ່ຖືກອະທຳ ເນື່ອງຈາກສະພາບແວດລ້ອມກົດດັນໃຫ້ຕ້ອງປະຕິບັດ.
ຂໍໃຫ້ຮູ້ເຖິດວ່າ ສິດເຫຼົ່ານີ້ເປັນການງານທີ່ງ່າຍໆ ແຕ່ເຕັມປຽມໄປດ້ວຍຜົນລະບຸນ. ຖ້າທ່ານໄດ້ປະຕິບັດໜ້າທີ່ດັ່ງກ່າວແລ້ວ ທ່ານຈະເປັນຜູ້ທີ່ມີຄວາມສຸກໃນໂລກນີ້ ແລະ ໂລກອາຄິເຣາະຫ໌ ແລະຈະພົ້ນຈາກການລົງໂທດໃນໄຟນະລົກ ແລະໄດ້ເຂົ້າໄປອາໄສຢູ່ໃນສວນສະຫວັນຂອງພຣະເຈົ້າ. ອັລລໍຫ໌ຕຣັດວ່າ: (ແລ້ວຜູ້ໃດທີ່ຖືກໃຫ້ຫ່າງໄກຈາກໄຟນະຣົກ ແລະ ຖືກໃຫ້ເຂົ້າສະຫວັນແລ້ວນັ້ນ ແນ່ນອນ ລາວກໍ່ຊະນະແລ້ວ ແລະ ຊີວິດຄວາມເປັນຢູ່ແຫ່ງໂລກນີ້ບໍ່ແມ່ນອື່ນໃດເລິຍ ນອກຈາກສິ່ງອຳນວຍປະໂຫຍດແຫ່ງມາຍາເທົ່ານັ້ນ) "ສຸເຣາະຫ໌ ອາລາອິມຣອນ: 185"
*
ສອງ: ສິດທິຂອງທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ.
ສິດທິຂໍ້ນີ້ເປັນສິດທີ່ຍິ່ງໃຫຍ່ທີ່ຄວນມີຕໍ່ມັກລູກ (ສັບພະສິ່ງທີ່ຖືກສ້າງ) ນຳກັບ ບໍ່ມີສິດຂອງສັບພະສິ່ງໃດໆ ທີ່ຈະຍິ່ງໃຫຍ່ໄປກວ່າສິດທີ່ຄວນມີຕໍ່ສາສະນະທູດຂອງອັລລໍຫ໌ (ນະບີມຸຮຳມັດ) ຊັລລັລລໍຮຸ ອະໄລຮິ ວະສັລລຳ, ອັລລໍຫ໌ຕຣັດວ່າ: (ເເທ້ຈິງເຮົາໄດ້ສົ່ງເຈົ້າ (ມຸຮຳມັດ) ມາເພື່ອເປັນພະຍານ ແລະ ຜູ້ເເຈ້ງຂ່າວດີ ແລະ ຜູ້ແຈ້ງຂ່າວຮ້າຍ, ເພື່ອໃຫ້ພວກເຈົ້າສັດທາຕໍ່ອັລລໍຫ໌ ແລະ ສາສະນະທູດຂອງພຣະອົງ ລວມທັ້ງເພື່ອໃຫ້ພວກເຈົ້າມອບຄວາມຊ່ວຍເຫຼືອສະນັບສະນຸນເຂົາ ແລະ ເຖິດທູນໃຫ້ກຽດແກ່ເຂົາ) "ສຸເຣາະຫ໌ ອັລຟັຕ: 8-9" ດັງນັ້ນ ຈຶງຈຳເປັນທີ່ຈະຕ້ອງມອບຄວາມຮັກແກ່ທ່ານນະບີ (ຊລ) ເໜືອກວ່າມະນຸດຄົນອື່ນໆ ແມ້ກະທັ່ງໂຕທ່ານເອງ ລູກໆ ຫຼື ບິດາມານດາຂອງທ່ານ, ດັງຄຳເວົ້າຂອງທ່ານນະບີ (ຊລ) ກ່າວວ່າ "ຄົນໜຶ່ງຄົນໃດຈາກພວກທ່ານ ຈະຢັງບໍ່ສັດທາໂດຍສົມບູນ ຈົນກວ່າຂ້ອຍ(ທ່ານນະບີ) ຈະເປັນທີ່ຮັກຍິ່ງສຳຫຼັບລາວ ຫຼາຍກວ່າບິດາມານດາຂອງລາວ ລູກຂອງລາວ ແລະ ມະນຸດທັ້ງໝົດ".
ສ່ວນຫນຶ່ງຈາກສິດທິທີ່ຄວນມີຕໍ່ທ່ານນະບີ (ຊັລລັລລໍຮຸ ອະໄລຮິ ວະສັລລຳ) ແມ່ນ: ການໃຫ້ກຽດແກ່ທ່ານ ການເທິດທູນ ແລະ ເຊິດຊູຕາມຄວາມເໝາະສົມ ໂດຍບໍ່ເກີນຂອບຈົນເກິນໄປ ແລະ ບໍ່ລະເລີຍຈົນເກິນຄວນ ຮູບແບບການໃຫ້ກຽດແກ່ທ່ານໃນຂະນະທີ່ທ່ານມີຊີວິດຄື: ເຄົາລົບໃຫ້ກຽດແນວທາງ ແລະ ຕົວຂອງທ່ານ, ສ່ວນການໃຫ້ກຽດຫຼັງຈາກທ່ານເສຍຊີວິດໄປແລ້ວແມ່ນ ການເຄົາລົບ ແລະໃຫ້ກຽດແນວທາງ ແລະ ຄຳສອນຂອງທ່ານ. ຫາກຜູ້ໃດໄດ້ເຫັນເຖິງການໃຫ້ກຽດ ແລະ ເທິດທູນຂອງບັນດາຊໍຫາບະຮ໌ຕໍ່ທ່ານນະບີເປັນຈັ່ງໃດ ເຂົາຈະຮູ້ດີວ່າບັນດາຊໍຮາບະຫ໌ຜູ້ຊົງກຽດເຫຼົ່ານັ້ນຳໄດ້ເຮັດຫນ້າທີ່ອັນພືງມີຕໍ່ສາສະນະທູດຂອງອັລລໍຫ໌ ເຊັ່ນໃດແດ່. ທ່ານອັຣວະຫ໌ ບິນ ມັສອູດ ໄດ້ເລົ່າໃຫ້ຊາວກູໄຣຊ໌ຟັງເມື່ອເຂົາໄດ້ຖືກສົ່ງໄປເຈລະຈາກັບນະບີ ໃນການເຮັດສົນທິສັນຍາ ອັລ-ຫຸໄດບິຍະຫ໌ ລາວເລົ່າວ່າ: "ຂ້ອຍເຄີຍເຂົ້າບັນດາກະສັດຫຼາຍພະອົງ ບໍ່ວ່າຈະ ກິສຣໍ (ຄົດໂຣ ແຫ່ງເປີເຊຍ), ກໍ່ອຍຊໍຣ໌ (ຈັກກະພັດແຫ່ງໂຣມັນ) ແລະ ອັນ-ນາຈາຊີ (ແຫ່ງເອທິໂອເປຍ), ແຕ່ຂ້ອຍບໍ່ເຄີຍພົບວ່າບັນດາປະຊາຊົນຂອງກະສັດເຫຼົ່ານັ້ນຈະໃຫ້ກຽດແກ່ກະສັດຂອງພວກເຂົາ ດັງເຊັ່ນທີ່ຊາວສໍຫາບະຮ໌ໄດ້ໃຫ້ກຽດແກ່ທ່ານນະບີມູຮັມມັດ. ທັ້ງນີ້ ເມື່ອລາວ (ມຸຮຳມັດ) ບັນຊາສິ່ງໃດພວກເຂົາກໍ່ຈະຮີບສະນອງຄຳບັນຊາທັນທີ ເມື່ອທ່ານອາບນ້ຳລະຫມາດ ບັນດາສໍຫາບະຮ໌ຕ່າງແຍ່ງກັນໃຫ້ບໍລິການອຳນວຍຄວາມສະດວກໃຫ້ທ່ານເຮັດລະຫມາດ. ເມື່ອທ່ານເວົ້າ ຕໍ່ໜ້າບັນດາຊໍຮາບະຫ໌ ພວກເຂົາກໍ່ຈະລົດສຽງ ແລະ ຈະບໍ່ຈ້ອງເບິ່ງສາຍຕາໄປຢັງທ່ານ ທິ້ງນີ້ເພື່ອເປັນການເຄາະລົບໃຫ້ກຽດທ່ານ. "
ແລະ ດັ່ງເຊັ່ນນີ້ແຫລະ ບັນດາສໍຫາບະຮ໌ (ຣໍດີຍັລລໍຮຸອັນຮຸມ) ໄດ້ເຄົາລົບ ແລະ ຍົກຍ້ອງເທິດທູນທ່ານນະບີ ສໍລລັລລໍຮຸ ອະໄລຮິ ວະສັລລຳ ເນື່ອງຈາກອັລລໍຫ໌ໄດ້ປະທານໃຫ້ທ່ານນະບີມີນິໄສ ແລະ ມາລະຍາດທີ່ງົດງາມ ມີຄວາມອ່ອນນ້ອມ ຖ່ອມຕົນ ແລະ ດຳລົງຊີວິດແບບຮຽບງ່າຍ ເຊິ່ງຫາກວ່າທ່ານນະບີເປັນຜູ້ທີ່ມີນິໄສຫຍາບຄາຍ ແນ່ນອນຜູ້ຄົນອ້ອມຂ້າງກໍຈະຫນີໄປຈາກທ່ານແລ້ວ.
ແລະ ເປັນສ່ວນຫນຶ່ງຈາກສິດທິທີ່ຈຳເປັນທີ່ພຶງມີຕໍ່ທ່ານນະບີ ສໍລລັລລໍຮຸ ອະໄລຮິ ວະສັລລຳ ກໍ່ແມ່ນ ການເຊື່ອໃນສິ່ງທີ່ທ່ານໄດ້ແຈ້ງໃຫ້ພວກເຮົາຮູ້, ທັງໃນເລື່ອງອະດີດ ແລະ ເລື່ອງໃນອະນາຄົດ, ການປະຕິບັດຕາມຄຳສັ່ງຂອງທ່ານ, ແລະ ການຫຼີກຫ່າງຈາກສິ່ງທີ່ທ່ານໄດ້ຫ້າມ ແລະເຕືອນໃຫ້ລະມັດລະວັງ ພ້ອມທັງເຊື່ອວ່າທາງນຳຂອງນະບີ ສໍລລັລລໍຮຸ ອະໄລຮິ ວະສັລລຳ ແມ່ນທາງນຳທີ່ສົມບູນທີ່ສຸດ ບົດບັນຍັດຂອງທ່ານກໍ່ຄືບົດບັນຍັດທີ່ສົມບູນທີ່ສຸດ ໂດຍບໍ່ເອົາບົດບັນຍັດ ຫຼື ລະບຽບໃດໆ ມາຢູ່ເທິງບົດບັນຍັດ ຫຼື ຄຳສອນຂອງທ່ານ ບໍ່ວ່າຈະມາຈາກແຫຼ່ງໃດກໍ່ຕາມ. ອັລລໍຫ໌ຜູ້ຊົງສູງສົ່ງ ກ່າວວ່າ ( ບໍ່ແມ່ນເຊັ່ນນັ້ນດອກ ຂ້າຂໍສະບານດ້ວຍພຣະເຈົ້າຂອງເຈົ້າວ່າ ເຂົາເຫຼົ່ານັ້ນຈະຢັງບໍ່ສັດທາຈົນກວ່າພວກເຂົາຈະໃຫ້ເຈົ້າຕັດສິນໃນສິ່ງທີ່ຂັດແຍ້ງກັນລະຫວ່າງພວກເຂົາ ແລ້ວພວກເຂົາບໍ່ພົບຄວາມຄັບໃຈໃດໆ ໃນຈິດໃຈຂອງພວກເຂົາຈາກສິ່ງທີ່ເຈົ້າໄດ້ຕັດສິນ ແລະ ພວກເຂົາຍອມຈຳນົນດ້ວຍດີ) "ສຸເຣາະຫ໌ ອັນນິຊາ : 65" (ຈົ່ງກ່າວເຖິດ "ມູຮຳມັດ" ວ່າຫາກພວກທ່ານຮັກອັລລໍຫ໌ ກໍ່ຈົ່ງປະຕິບັດຕາມຂ້ອຍ ອັລລໍຫ໌ກໍ່ຈະຊົງຮັກພວກທ່ານ ແລະ ຈະຊົງອະໄພໃຫ້ແກ່ພວກທ່ານເຊິ່ງໂທດທັ້ງຫຼາຍຂອງພວກທ່ານ ແລະ ອັລລໍຫ໌ນັ້ນເປັນຜູ້ຊົງອະໄພໂທດ ຜູ້ຊົງເມດຕາສະເຫມີ) "ສຸເຣາະ ອາລາອີມ ຣອນ : 31"
ແລະ ສ່ວນຫນຶ່ງຈາກສິດທິ ທີ່ພຶ່ງມີຕໍ່ທ່ານນະບີ ຄືການປົກປ້ອງສາສະນະບັນຍັດ ແລະ ເເນວທາງຂອງທ່ານເທົ່າທີ່ມີຄວາມສາມາດ, ແມ້ວ່າໃນບາງກໍລະນີຈຳເປັນທີ່ຈະຕ້ອງໃຊ້ອາວຸດໃນການຕໍ່ສູ້ກໍ່ຕາມ ເມື່ອສັດຕູໂຈມຕີດ້ວຍປາດສະຍາ ແລະ ຂໍ້ຄຸມເຄືອສົງໄສຕ່າງໆ ການປົກປ້ອງກຽດຂອງທ່ານກໍ່ຕ້ອງຕອບໂຕດ້ວຍຫຼັກວິຊາການ ແລະ ພະຍາຍາມຫັກລ້າງຂໍ້ກ່າວຫາຕ່າງໆ ແລະ ອະທິບາຍເປິດໂປງການໃສ່ຮ້າຍອັນມົດເທັດ ແລະ ຫາກວ່າສັດຕູໂຈມຕີດ້ວຍອາວຸດ ການປົກປ້ອງກໍ່ຕ້ອງເປັນໄປຕາມຄວາມເຫມາະສົມກັບເຫດການ.
ແລະ ບໍ່ສົມຄວນຢ່າງຍິ່ງທີ່ຜູ້ສັດທາຄົນຫນື່ງຄົນໃດ ເມື່ອໄດ້ຍິນຜູ້ໃດຜູ້ໜຶ່ງລົບຫຼູ ດູຫມິ່ນທ່ານນະບີມູຮຳມັດ ສໍລລັລລໍຮຸ ອະໄລຮິ ວະສັລລຳ ຫຼືຄຳສອນຂອງທ່ານ ແລ້ວລາວກໍ່ຢືນຢ່າງນິ່ງເຊີຍ ໂດຍບໍ່ໄດ້ສະແດງກິລິຍາໃດໆ ໃນການທີ່ຈະປົກປ້ອງກຽດຂອງທ່ານ ທັ້ງທີ່ລາວສາມາດຈະປົກປ້ອງທ່ານໄດ້.
*
ສາມ: ສິດທິຂອງພໍ່ແມ່
ບໍ່ມີຜູ້ໃດສາມາດປະຕິເສດບຸນຄຸນຂອງພໍ່ແມ່ທີ່ມີຕໍ່ບັນດາລູກໆຂອງທ່ານທັງສອງໄດ້ ທັ້ງນີ້ ເນື່ອງຈາກທັ້ງສອງເປັນສາເຫດທີ່ໃຫ້ມີເຮົາເກີດຂຶ້ນມາ. ເພາະສະນັ້ນ ພໍ່ແມ່ທັ້ງສອງຈຶ່ງເປັນບຸກຄົນທີ່ພຶງໄດ້ສິດການເຄົາລົບຫຼາຍທີ່ສຸດ ທັ້ງສອງລ້ຽງດູລູກໆຕັ້ງແຕ່ນ້ອຍໆ ຢ່າງເມື່ອຍໜ່າຍ ເພື່ອໃຫ້ລູກໄດ້ນອນອຸ່ນລັບສະບາຍ ຜູ້ເປັນເເມ່ຕ້ອງອຸຸ້ມທ້ອງເປັນລະຍະເວລາຮອດເກົ້າເດືອນ ໂດຍປະມານ ດັງທີ່ອັລລໍຫ໌ໄດ້ກ່າວໄວ້ວ່າ: (ມານດາຂອງເຂົາໄດ້ອຸ້ມທ້ອງລາວຢ່າງເມື່ອຍລ້າຊັ້ນແລ້ວຊັ້ນເລົ່າ) "ສຸເຣາະ ລຸກມານ : 14" ຫລັງຈາກທີ່ເກິດອອກຈາກຄັນມານດາແລ້ວ, ແມ່ກໍ່ຕ້ອງເບິ່ງແຍງເຮົາ ແລະ ໃຫ້ນົມເຮົາໃນຍາມທີ່ເຮົາເປັນແອະນ້ອຍ ດ້ວຍຄວາມທຸກຍາກ ແລະ ຄວາມເໝື່ອຍຫນ່າຍ.
ສ່ວນພໍ່ ກໍ່ເຊັ່ນກັນ ຕ້ອງພະຍາຍາມເຮັດວຽງກຫາລ້ຽງຄອບຄົວ ຕັ້ງແຕ່ເຮົາເປັນເດັກນ້ອຍແບເບາະຈົນເຖິງເປັນຜູ້ໃຫຍ່ສາມາດຊ່ວຍຕົວເອງໄດ້. ນອກຈາກນັ້ນ, ທ່ານທັ້ງສອງຕ້ອງເຮັດໜ້າທີ່ພະຍາຍາມໃນການອົບຮົມສັ່ງສອນ ແລະໃຫ້ຄຳແນະນຳແກ່ເຮົາ.ເຊິ່ງຕົວເຮົາຕອນນັ້ນຍັງຕ້ອງອະໄສຄົນອື່ນ ບໍ່ສາມາດເຮັດຫຍັງໄດ້ດ້ວຍຕົນເອງ ແລະ ບໍ່ສາມາດທີ່ຈະສ້າງປະໂຫຍດ ຫຼື ໃຫ້ໂທດແກ່ຜູ້ໃດເລີຍ ດັ້ງນັ້ນ ອັລລໍຫ໌ຈຶ່ງໄດ້ບັນຊາໃຫ້ພວກເຮົາເຮັດດີກັບພໍ່ແມ່ ແລະ ສະແດງຄວາມກະຕັນຍູ ຕອບແທນບຸນຄຸນຂອງທ່ານທັງສອງ. ດັງເຊັ່ນທີ່ອັລລໍຫ໌ໄດ້ກ່າວວ່າ : (ແລະ ເຮົາໄດ້ສັ່ງແກ່ມະນຸດໃນເລື່ອງກ່ຽວກັບບິດາ ມານດາຂອງເຂົາ ໂດຍທີ່ແມ່ຂອງເຂົາໄດ້ອຸ້ມຄັນເຂົາດ້ວຍຄວາມເໝື່ອຍຫນ່າຍຊັ້ນແລ້ວຊັ້ນເລົ່າ ແລະ ການໃຫ້ນົມຂອງແມ່ນໃນໄລຍະເວລາສອງປີ ເຈົ້າຈົ່ງຂອບໃຈຕໍ່ຂ້າ ແລະຂອບໃຈພໍ່ແມ່ຂອງເຈົ້າ ເຮົາ(ອັລລໍຫ໌)ນັ້ນ ຄືການກັບຄືນໄປ) "ສຸເຣາະ ລຸກມານ :14" ແລະ ພຣະອົງຊົງກ່າວຕືມວ່າ : (ແລະ ພຣະເຈົ້າຂອງເຈົ້າໄດ້ບັນຊາວ່າ ຈົ່ງຢ່າເຄົາລົບບູຊາຜູ້ໃດນອກຈາກພຣະອົງເທົ່ານັ້ນ ແລະ ຈົ່ງເຮັດດີກັບບິດາ ມານດາ ເມື່ອພໍ່ແມ່ຂອງເຈົ້າຄົນຫນຶ່ງຄົນໃດ ຫຼື ທັ້ງສອງໄດ້ສູງໄວຊະລາ ຢູ່ກັບເຈົ້າ ກໍ່ຈົ່ງຢ່າໄດ້ກ່າວຄຳວ່າ: 'ອຸຟ' ແກ່ພວກທ່ານ ແລະ ຢ່າໄດ້ຕະໂກນສຽງດັງຕໍ່ພວກທ່ານ ແລະ ຈົ່ງເວົ້າກັບພວກທ່ານດ້ວຍຄຳເວົ້າທີ່ອ່ອນໂຍນ ແລະ ຈົ່ງນອບນ້ອມຖ່ອມຕົນຕໍ່ພວກທ່ານທັ້ງສອງ ເຊິ່ງການຖ່ອມຕົນເນື່ອງຈາກຄວາມເມດຕາ ແລະ ຈົ່ງກ່າວວ່າ ໂອ້ພຣະເຈົ້າຂອງຂ້ອຍ ຂໍພຣະອົງຈົ່ງເມດຕາຕໍ່ພໍ່ແມ່ຂອງຂ້ອຍ ດັ່ງທີ່ພວກທ່ານໄດ້ລ້ຽງດູຂ້ອຍໃນຕອນເດັກນ້ອຍ.) "ສຸເຣາະ ອັລ-ອິສຣໍ 23-24"
ແທ້ຈິງແລ້ວ ສິດ ແລະ ໜ້າທີ່ທີ່ຄວນມີຕໍ່ພໍ່ແມ່ ຄືການເຮັດດີສະແດງຄວາມກະຕັນຍູຕໍ່ທ່ານທັງສອງ, ດ້ວຍການເຮັດດີຕໍ່ທ່ານທັງດ້ວຍວາຈາ ແລະ ການກະທຳ ການມອບກຳລັງກາຍ ແລະ ຊັບສິນໃຫ້ແກ່ພວກທ່ານ ການເຊື່ອຟັງ ແລະ ປະຕິບັດຕາມຄຳສັ່ງຂອງທ່ານທັງສອງຕາບໃດທີ່ບໍ່ເປັນການຝ່າຝືນອັລລໍຫ໌ ແລະ ບໍ່ເຮັດອັນຕະລາຍແກ່ຕົນເອງ. ການເວົ້າຈາຕໍ່ທ່ານທັ້ງສອງຢ່າງອ່ອນໂຍນ ແລະ ມີໃບໜ້າທີ່ຍິ້ມແຍ້ມ ການໃຫ້ຄວາມຊ່ວຍເຫຼືອຕາມຄວາມເໝາະສົມ ແລະ ການບໍ່ເວົ້າຈາທີ່ເຮັດໃຫ້ເພິ່ນທັ້ງສອງຄິດຫຼາຍໃນຍາມທີ່ທ່ານທັ້ງສອງແກ່ຊະລາ ເຈັບເປັນ ຫຼື ແກ່ອ່ອນແຮງ ແລະ ຕ້ອງບໍ່ຖືວ່າສິ່ງເຫຼົ່ານັ້ນເປັນພາລະສຳຫຼັບທ່ານ ເພາະພາຍພາກໜ້າຕົວເຮົາເອງກໍຈະເຂົ້າສູ່ໄວແບບນັ້ນເຊັ່ນກັນ ທ່ານເອງກໍ່ຕ້ອງເປັນພໍ່ ຫຼືແມ່ດັງທີ່ທ່ານທັ້ງສອງໄດ້ເປັນພໍ່ແມ່ຂອງທ່ານມາແລ້ວ ແລະ ທ່ານເອງຈະກາຍເປັນຜູ້ເຖົ້າໃນສາຍຕາລູກຫຼານ ຫາກອັລລໍຫ໌ຍືດຊີວິດອາຍຸທ່ານໄດ້ຢູ່ຍາວນານ ເຖິງເວລານັ້ນ ເຮົາເອງກໍ່ຄົງຕ້ອງການຄວາມກະຕັນຍູຈາກລູກຫຼານ ເຊັ່ນດັງທີ່ພໍ່ແມ່ຂອງເຮົາເຄີຍຮ້ອງຂໍຈາກເຮົາມາແລ້ວ. ຖ້າທ່ານເຄີຍເຮັດດີກັບພໍ່ແມ່ທ້ັງສອງ ກໍ່ຈົ່ງພູມໃຈໃນຜົນບຸນທີ່ອັລລໍຫ໌ຈະປະທານໃຫ້ແກ່ທ່ານ ແລະ ທ່ານເອງຈະຮັບການປະຕິບັດຈາກລູກໆ ດັ່ງທີ່ເຮົາເຄີຍເຮັດກັບພໍ່ແມ່ຂອງທ່ານເຊັ່ນກັນ ຜູ້ໃດທີ່ກະຕັນຍູຮູ້ບຸນຄຸນຕໍ່ພໍ່ແມ່ ເຂົາຈະຮັບຄວາມກະຕັນຍູຈາກລູກຫຼານໃນອະນາຄົດ ແຕ່ຜູ້ໃດທີ່ອັກຕັນຍູເນລະຄຸນພໍ່ແມ່ ໃນພາຍພາກໜ້າລູກຫຼາຍຂອງເຂົາຈະສະແດງຄວາມອັກກະຕັນຍູຕໍ່ເຂົາເຊັ່ນກັນ.
ແລະ ຜົນຕອບແທນຂອງເຮົານັ້ນຈະໄດ້ຮັບສະເຫມືອນທີ່ເຮົາໄດ້ເຄີຍປະຕິບັດ ອັລລໍຫ໌ໄດ້ຈັດລຳດັບການເຮັດດີຕໍ່ພໍ່ແມ່ຢູ່ໃນລະດັບທີ່ສູງສົ່ງ ພຣະອົງໄດ້ລຳດັບສິດຂອງທ່ານທັ້ງສອງຮອງລົງມາຈາກສິດທີ່ພຶ່ງມີຕໍ່ພຣະອົງອັລລໍຫ໌ ແລະ ສາສະນະທູດຂອງພຣະອົງ. ດັງທີ່ພຣະອົງອັລລໍຫ໌ໄດ້ກ່າວວ່າ : ( ແລະຈົ່ງເຄົາລົບສັກກາລະອັລລໍຫ໌ເຖິດ ແລະ ຢ່າໃຫ້ມີສິ່ງໜຶ່ງສິ່ງໃດເປັນພາຄີກັບພຣະອົງ ແລະ ຈົ່ງເຮັດດີຕໍ່ພໍ່ແມ່ຜູ້ບັງເກີດທັ້ງສອງ) "ສຸເຣາະ ນິສາ : 36" ແລະ ພຣະອົງກ່າວວ່າ : (ເຈົ້າຈົ່ງຂອບຄຸນຂ້າ ແລະ ຈົ່ງຂອບໃຈບິດາມານດາຂອງເຈົ້າ ເຮົາ(ອັລລໍຫ໌)ນັ້ນຄືການກັບຄືນໄປ) "ສຸເຣາະຫ໌ ລຸກມານ : 14" ທ່ານນະບີມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ວາງການເຮັດດີຕໍ່ພໍ່ແມ່ ເໜືອການຕໍ່ສູ່ໃນຫົນທາງຂອງອັລລໍຫ໌, ດັງຫະດິຊ ທີ່ລາຍງານໂດຍທ່ານອິບນຸ ມັສອູດ ຣໍດິຍັລລໍຮຸ ອັນຮຸ ວ່າ: ຂ້ອຍໄດ້ກ່າວວ່າ ໂອ້! ທ່ານສາສະນະທູດຂອງອັລລໍຫ໌ ການງານອັນໃດທີ່ອັລລໍຫ໌ຊົງຮັກຫຼາຍທີ່ສຸດ? ທ່ານນະບີ ຕອບວ່າ: « ການລະຫມາດໃນເວລາຂອງມັນ» ແລະຂ້ອຍໄດ້ຖາມເຕິມອີກວ່າ ແລ້ວມີການງານໃດອີກ (ທີ່ພຣະອົງຊົງຮັກ) ? ທ່ານນະບີ ຕອບວ່າ: « ການເຮັດດີຕໍ່ພໍ່ແມ່» ແລ້ວການງານອັນໃດອີກ? ທ່ານນະບີ ຕອບວ່າ: « ການຕໍ່ສູ້ໃນຫົນທາງຂອງອັລລໍຫ໌» ບັນທຶກໂດຍ: ທ່ານບຸກຄໍຣີ ແລະ ທ່ານມຸສລິມ, ຫະດິຊບົດນີ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງສິດທິອັນຄວນມີຕໍ່ພໍ່ແມ່ ເຊິ່ງຜູ້ຄົນສ່ວນຫຼາຍໃນປັດຈຸບັນມັກຈະລະເລີຍ ແລະ ບໍ່ໃຫ້ຄວາມສຳຄັນ ຈົນຮອດຂັ້ນສະແດງຄວາມອັກກະຕັນຍູເນລະຄຸນ ແລະ ຕັດຂາດຄວາມສຳພັນກັບທ່ານທັ້ງສອງ ເຮົາພົບວ່າບາງຄົນນັ້ນບໍ່ໃຫ້ຄວາມສຳຄັນກັບສິດທິໜ້າທີ່ອັນຄວນມີຕໍ່ພໍ່ແມ່ ແລະ ບາງຄົນເຖິງຂັ້ນດູຖູກຫຍຽດຍາມ ເວົ້າຈາຂຶ້ນສຽງກັບພໍ່ແມ່ຂອງເຂົາເອງ ເຊິ່ງພຶດຕິກຳເຫຼົ່ານັ້ນລາວຈະໄດ້ປະສົບກັບຕົວເອງໃນບໍ່ຊ້າກໍ່ໄວ.
*
ສີ່ : ສິດທິຂອງລູກໆ
ບັນດາລູກໆ ໝາຍລວມເຖິງ ລູກຊາຍ ແລະ ລູກສາວ ເຊິ່ງສິດທິຕ່າງໆ ຂອງລູກໆນັ້ນມີຫຼາຍ ແຕ່ທີ່ສຳຄັນຢ່າງຍິ່ງຄືການໃຫ້ການອົບຮົມ ປູກຝັງສາສະໜາ ຄຸນນະທັມ ແລະ ຈະລິຍະທັມໃນຫົວໃຈຂອງພວກເຂົາ ຈົນກະທັ່ງພວກເຂົາມີສາສະໜາ ແລະ ຈະລິຍະທັມຢ່າງມັ່ນຄົງແຂງແຮງ. ດັງທີ່ພຣະອົງໄດ້ກ່າວວ່າ: (ໂອ້ບັນດາຜູ້ສັດທາເອີ໋ຍ ຈົ່ງຄຸ້ມຄອງໂຕຂອງພວກເຈົ້າ ແລະ ຄອບຄົວຂອງພວກເຈົ້າໃຫ້ຮອດພົ້ນຈາກໄຟນະລົກ ເພາະເຊື້ອເພິ້ງຂອງມັນຄືມະນຸດ ແລະ ກ້ອນຫິນ) "ສຸເຣາະ ຕະຫ໌ຣີມ : 6" ແລະ ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວວ່າ: “ທຸກຄົນໃນຫມູ່ພວກທ່ານເປັນຜູ້ຮັບຜິດຊອບ ແລະ ທຸກຄົນໃນຫມູ່ພວກທ່ານຈະຖືກສອບຖາມເຖິງຄວາມຮັບຜິດຊອບຂອງຕົນ; ຜູ້ຊາຍເປັນຜູ້ຮັບຜິດຊອບຕໍ່ຄອບຄົວຂອງລາວ ແລະ ຈະຖືກສອບຖາມເຖິງຄວາມຮັບຜິດຊອບນັ້ນ” ລູກຫຼານແມ່ນ “ອາມານະຫ໌” (ໜ້າທີ່ຕ້ອງພາລະ) ທີ່ພໍ່ແມ່ທຸກຄົນຈະຕ້ອງຮັບຜິດຊອບ. ທັງສອງທ່ານຈະຖືກສອບຖາມເຖິງພາລະໜ້າທີ່ຕໍ່ລູກຫຼານໃນວັນກິຍາມະຫ໌. ແລະ ດ້ວຍການຝຶກສອນອົບຮົມສາສະໜາ ແລະ ຈິຣິຍະທຳໃຫ້ແກ່ລູກຫຼານ ຈະເຮັດໃຫ້ພວກເຂົາເປັນກາຍເປັນແກ້ວຕາດວງໃຈຂອງພໍ່ແມ່ ພາໃຫ້ມີຄວາມສຸກໃນທັງໂລກນີ້ ແລະ ໂລກຫນ້າ. ອັລລໍຫ໌ ໄດ້ຕຣັດວ່າ : (ແລະ ຜູ້ສັດທາທັ້ງຫຼາຍ ທີ່ບັນດາລູກຫຼານຂອງພວກເຂົາໄດ້ດຳເນີນຕາມພວກເຂົາດ້ວຍຄວາມເຊື່ອສັດທາ ເຮົາຈະໃຫ້ລູກຫຼານຂອງພວກເຂົາຢູ່ຮ່ວມກັນກັບພວກເຂົາ ແລະເຮົາຈະບໍ່ໃຫ້ຜົນບຸນຂອງພວກເຂົາຫຼຸດຫຍ່ອນລົງຈາກພວກເຂົາແຕ່ຢ່າງໃດ ແຕ່ລະຄົນຈະໄດ້ຮັບການຄ້ຳປະກັນຕາມສິ່ງທີ່ພວກເຂົາໄດ້ຂວັນຂວາຍໄວ້). "ສູເຣາະອັດຕູຣ : 21" (ເຮົາທັ້ງຄູ່ຕ່າງກໍ່) : ກໍ່ຄືເຮົາຂາດລົງພວກເຂົາ, ແລະ ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວວ່າ: "ເມື່ອບ່າວຄົນໜຶ່ງ (ມະນຸດ) ໄດ້ເສຍຊີວິດລົງ ການງານຂອງລາວຈະຖືກຕັດຂາດໄປ ເຫຼືອແຕ່ 3 ຢ່າງເທົ່ານັ້ນ: ແລະ ນັ້ນຄື 1) ການບໍລິຈາກທານທີ່ຖາວອນ, 2) ຄວາມຮູ້ທີ່ເປັນປະໂຫຍດ, ແລະ 3) ລູກທີ່ດີເຊິ່ງຂໍດຸອາໃຫ້ກັບເຂົາ" ນີ້ແມ່ນຜົນຈາກການອົບຮົມສັ່ງສອນລູກຫຼານຢ່າງດີ ດ້ວຍວິທີການທີ່ຖືກຕ້ອງ, ເຊິ່ງຈະເຮັດໃຫ້ລູກຫຼານເປັນປະໂຫຍດແກ່ພໍ່ແມ່ ຫຼັງຈາກທີ່ເຂົາທັ້ງສອງໄດ້ເສຍຊີວິດຈາກໂລກນີ້ໄປ.
ມີພໍ່ແມ່ຫຼາຍຄົນທີ່ລະເລີຍໜ້າທີ່ນີ້ ຈົນເຮັດໃຫ້ລູກຫຼານຂອງລາວສູນເສຍໂອກາດ ແລະສິດທິທີ່ລູກໆຄວນໄດ້ຮັບ ພວກເຂົາລືມໜ້າທີ່ຕໍ່ລູກໆ ບໍ່ເຄີຍສອບຖາມວ່າລູກໄປໃສ, ກັບມາບ້ານຕອນໃດ, ໄປຄົບກັບໝູ່ຄູ່ຄົນໃດແດ່ . ພໍ່ແມ່ບາງຄົນບໍ່ເຄີຍໃຫ້ຄໍາແນະນໍາ ຫຼື ຫ້າມປາມແກ່ລູກໆ ຈາກພຶດຕິກຳບໍ່ດີຜິດໆ.
ແຕ່ທີ່ນ່າແປກໃຈກໍແມ່ນ ພວກເຂົາພະຍາຍາມຢ່າງຫນັກໃນການຫາເງິນ ເພື່ອສະສົມຊັບສິນ ແລະ ພັດທະນາສິນຊັບເຫຼົ່ານັ້ນໃຫ້ງອກເງີຍເພີ່ມພູນ ແຕ່ໃນຄວາມເປັນຈິງ ຜູ້ທີ່ໄດ້ປະໂຫຍດຈາກຊັບສິນເຫຼົ່ານັ້ນກັບເປັນຜູ້ອື່ນ ແລະ ສ່ວນບັນດາລູກ ໆ ນັ້ນ ພວກເຂົາບໍ່ເຄີຍໄດ້ຮັບການອົບຮົມພັດທະນາພວກເຂົາໃຫ້ເປັນຄົນດີ ເຖິງແມ່ນລູກໆນັ້ນຄວນຈະໄດ້ຮັບການເບິ່ງແຍງພິເສດເພື່ອໃຫ້ເກີດປະໂຫຍດໃນໂລກນີ້ ແລະ ໂລກໜ້າ. ແລະ ດັ່ງເຊັ່ນທີ່ຈຳເປັນສຳຫຼັບພໍ່ແມ່ທີ່ຕ້ອງປ້ອນອາຫານດ້ານຮ່າງກາຍໃຫ້ແກ່ລູກ ບໍ່ວ່າຈະເປັນອາຫານ ເຄື່ອງດືມ, ໃຫ້ເສື້ອຜ້າເປັນອາພອນຫຸ້ມກາຍ, ແນວດຽວກັນນັ້ນແຫຼະ ເຂົາທັ້ງສອງຕ້ອງໃຫ້ອາຫານດ້ານຈິດໃຈໃຫ້ແກ່ລູກຫຼານ ຄືຄວາມຮູ້ ຄວາມເຊື່ອສັດທາ ແລະຄວາມຍໍາເກງຢ້ານຕໍ່ອັລລໍຫ໌ ເປັນອາພອນສຳຫຼັບວິນຍານຂອງເຂົາ ຊຶ່ງສິ່ງດັງກ່າວນັ້ນຍ່ອມປະເສີດກວ່າ.
ແລະ ສ່ວນຫນຶ່ງຂອງສິດທິຂອງລູກ ແມ່ນການໄດ້ຮັບຄ່າໃຊ້ຈ່າຍຢ່າງເຫມາະສົມ ບໍ່ຟຸ່ມເຟືອຍ ແລະ ບໍ່ຂາດເຂີນຈົນເກິນໄປ ເພາະນັ້ນເປັນສິ່ງທີ່ຈຳເປັນທີ່ບັນດາບຸດຄວນໄດ້ຮັບ ແລະ ເປັນການສຳນຶກໃນພຣະກະລຸນາຂອງອັລລໍຮ໌ທີ່ໄດ້ປະທານຊັບສິນໃຫ້ແກ່ພວກເຮົາ. ແລ້ວເຮົາຈະໄປຫວງແຫນຊັບສິນຈົນເກີນເຫດໄດ້ແນວໃດ ຈົນຕ້ອງຂີ້ຖີ້ຂີ້ໜຽວທີ່ຈະໃຊ້ຈ່າຍມັນໄປ ໃນເມື່ອທີ່ສຸດແລ້ວເມື່ອເຮົາຕາຍໄປ ຊັບສິນນັ້ນກໍ່ຖືກຍຶດໄປຫມົດ. ແມ່ນວ່າ ຂະນະທີ່ພໍ່ແມ່ຢັງມີຊີວິດຢູ່ແຕ່ມີຄວາມຂີ້ຖີ້ຂີ້ນຽວບໍ່ຢາກໃຫ້ຄ່າໃຊ້ຈ່າຍລ້ຽງດູ ບັນດາລູກໆ ພວກເຂົາສາມາດເອົາຊັບສິນເຫຼົ່ານັ້ນມາໃຊ້ຈ່າຍໃຫ້ພຽງພໍຕໍ່ການດຳລົງຊີວິດ, ດັງທີ່ທ່ານຣໍຊູລລຸລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ຕອບຄຳຖາມແກ່ ນາງຮິນດ໌ ບຸດສາວຂອງອູດບະຫ໌.
ແລະ ສ່ວນໜຶ່ງໃນສິດທິທີ່ພໍ່ແມ່ຄວນມີຕໍ່ລູກຫຼານ ຄືການບໍ່ລໍາອຽງລະຫວ່າງລູກໆໃນການມອບຂອງຂວັນ ຫຼື ຂອງກໍານັນໃດໆ ບໍ່ອະນຸຍາດໃຫ້ເຮົາມອບສິ່ງໜຶ່ງສິ່ງໃດໃຫ້ລູກ ຄົນຫນຶ່ງ ໃນຂະນະທີ່ລູກອີກຄົນບໍ່ໄດ້ຮັບ ການກະທໍາແບບນີ້ເປັນການລຳອຽງ ແທ້ຈິງແລ້ວອັລລໍຮ໌ບໍ່ມັກໃຈ ເນື່ອງຈາກເປັນການອະທັມ ແລະ ອາດນໍາໃຫ້ເກີດຄວາມຄຽດ ຂັດຂ້ອງໃຈ ແລະ ເກີດຄວາມບາດຫມາງໃຈໃນບັນດາລູກໆ ເພາະບາງຄົນໄດ້ຮັບ ແຕ່ບາງຄົນບໍ່ໄດ້ຮັບ ຊ້ໍາຮ້າຍອາດເຮັດໃຫ້ເກີດຄວາມບາດຫມາງໃນຄວາມສຳພັນລະຫວ່າງພໍ່ແມ່ກັບລູກຄົນທີ່ບໍ່ໄດ້ຮັບສິດທິດັງກ່າວດ້ວຍ
ມີຄົນບາງຄົນທີ່ແບ່ງແຍກລະຫວ່າງລູກທີ່ເຮັດດີ ແລະ ອ່ອນນ້ອມຕໍ່ພໍ່ແມ່ ກັບລູກທີ່ບໍ່ໄດ້ປະພຶດແບບນັ້ນ ໂດຍການໃຫ້ຂອງຂວັນ ຫຼື ຂອງກໍານັນແກ່ລູກທີ່ເຮັດດີຕໍ່ຕົນກ່ອນ ອັນແທ້ຈິງສິ່ງເຫຼົ່ານີ້ບໍ່ແມ່ນເຫດຜົນທີ່ຈະອະນຸຍາດໃຫ້ເຮົາມີຄວາມລໍາອຽງ ຫຼື ບໍ່ຍຸດຕິທໍາກັບພວກເຂົາໄດ້ ການໃຫ້ຂອງຂວັນເພື່ອຕອບແທນລູກໂດຍອີງຕາມຄວາມດີງາມທີ່ເຂົາໄດ້ປະພຶດປະຕິບັດຕໍ່ພໍ່ແມ່ ເປັນສິ່ງທີ່ບໍ່ໄດ້ຮັບອະນຸຍາດ. ເນື່ອງຈາກການຕອບແທນຄວາມກະຕັນຢູທີ່ເຂົາເຮັດດີຕໍ່ພໍ່ແມ່ນັ້ນ ພຣະອົງອັລລໍຮ໌ຈະເປັນຜູ້ຕອບແທນໃຫ້ເອງ, ການໃຫ້ລາງວັນສະເພາະແຕ່ລູກທີ່ເຮັດດີຕໍ່ພໍ່ແມ່ນັ້ນ ຈະເຮັດໃຫ້ເຂົາເກີດຄວາມຫຼົງລຳພອງໃນການກະທໍາຂອງຕົນ ແລະ ຈະເຮັດໃຫ້ລູກໆ ຄົນອື່ນໆ ອອກຫ່າງຈາກພໍ່ແມ່ ແລະ ອາດຈະຢູ່ໃນຄວາມອັກກະຕັນຍູຕໍ່ພໍ່ແມ່ຕະຫຼອດໄປ ຍິ່ງໄປກວ່ານັ້ນ ເຮົາກໍ່ບໍ່ສາມາດຮູ້ອານາຄົດວ່າ ຄົນທີ່ກະຕັນຢູອາດຈະກາຍເປັນຄົນອັກກະຕັນຍູ ຫຼື ຄົນທີ່ອັກກະຕັນຍູ ອາດຈະກາຍເປັນຄົນກະຕັນຢູ ເນື່ອງຈາກຈິດໃຈຂອງມະນຸດຢູ່ໃນກຳມືຂອງອັລລໍຮ໌ ຊຶ່ງພຣະອົງສາມາດປ່ຽນແປງໄດ້ຕາມພຣະປະສົງຂອງອັລລໍຫ໌.
ໃນຕຳລາຫະດິຊທີ່ຖືກບັນທຶກໃນຊໍຮີຫ໌ ອັລ-ບຸກຄໍຣີ ແລະ ມຸສລິມ ໄດ້ບັນທຶກວ່າ ລາຍງານຈາກ ອັນ-ນຸອຼມານ ບິນ ບະຊີຣ໌ ກ່າວວ່າ ບະຊີຣ ບິນ ສະອັດ ພໍ່ຂອງຂ້ອຍໄດ້ໃຫ້ຊັບສິນບາງຢ່າງແກ່ລູກຄົນໜຶ່ງ ແລ້ວມາພົບທ່ານນະບີ (ຊລ.) ແລ້ວໄດ້ແຈ້ງເລື່ອງນີ້ໃຫ້ທ່ານຮູ້ , ທ່ານນະບີຈຶ່ງຖາມວ່າ “ເຈົ້າໄດ້ໃຫ້ແບບນີ້ແກ່ລູກທຸກຄົນບໍ?” ພໍ່ຂອງຂ້ອຍຕອບວ່າ “ບໍ່” ທ່ານຈຶ່ງກ່າວວ່າ “ຈັ່ງສັນໃຫ້ເອົາສິ່ງນັ້ນຄືນມາ” ໃນອີກສາຍລາຍງານ ທ່ານນະບີກ່າວວ່າ ພວກທ່ານຈົ່ງຢຳເກຣງຕໍ່ອັລລໍຫ໌ ແລະ ຈົ່ງໃຫ້ມີຄວາມຍຸດຕິທໍາລະຫວ່າງລູກຂອງພວກທ່ານ” ແລະໃນບາງສຳນວນກ່າວວ່າ “ໃຫ້ຄົນອື່ນມາເປັນພະຍານແທນຂ້ອຍເທິດ ເພາະຂ້ອຍຈະບໍ່ເປັນພະຍານໃຫ້ກັບຄວາມອະຢຸດຕິທໍາ” ທ່ານນະບີ (ຊລ.) ໄດ້ລະບຸວ່າ ການໃຫ້ຄວາມສຳຄັນແກ່ລູກບາງຄົນ ແລະ ລະເລີຍອີກບາງຄົນນັ້ນຖືເປັນການກະທຳທີ່ອະທັມ ເຊິ່ງເປັນການກະທຳທີ່ຕ້ອງຫ້າມໃນອິສລາມ.
ແຕ່ຫາກວ່າເຮົາມອບສິ່ງໜຶ່ງສິ່ງໃດແກ່ລູກຕາມຄວາມຕ້ອງການ ຫຼື ຄວາມຈໍາເປັນຂອງລາວ ໃນຂະນະທີ່ອີກບາງຄົນກໍ່ມີຄວາມຕ້ອງການຢ່າງອື່ນ ຕົວຢ່າງເຊັ່ນ ລູກຄົນໜຶ່ງຕ້ອງການເຄື່ອງໃຊ້ໃນການຮຽນ ແຕ່ອີກຄົນຕ້ອງຮັບການຮັກສາຈາກໂລກ ຫຼື ອີກຄົນຕ້ອງການແຕ່ງງານ ຖືວ່າສາມາດໃຫ້ເປັນການສະເພາະໄດ້; ເນື່ອງຈາກມັນເປັນການຈ່າຍຕາມຄວາມຈໍາເປັນ ເຊິ່ງເປັນສະເຫມືອນຄ່າລ້ຽງດູນັ້ນເອງ.
ເມື່ອພໍ່ແມ່ໄດ້ເຮັດຫນ້າທີ່ໃນການອົບຮົມລ້ຽງດູລູກຂອງຕົນຄົບຖ້ວນ ລວມທັງໄດ້ໃຫ້ຄ່າໃຊ້ຈ່າຍໃນການລ້ຽງດູແລ້ວ ກໍ່ສົມຄວນແລ້ວທີ່ອັລລໍຮ໌ຈະຕອບແທນໃຫ້ເຂົາ ໂດຍການໃຫ້ມີລູກທີ່ເປັນຄົນກະຕັນຢູ ຮູ້ຄຸນ ອ່ອນນ້ອມຖອມຕົນ ຄ່ອຍເຮັດຄວາມດີ ແລະ ມອບສິດທິທີ່ພໍ່ແມ່ຄວນຈະໄດ້ຮັບ ເປັນການຕອບແທນ ແຕ່ຖ້າຫາກເມື່ອໃດທີ່ພໍ່ແມ່ໄດ້ລະເລີຍຫນ້າທີ່ໃນການອົບຮົມລ້ຽງດູລູກຫຼານຂອງຕົນ ກໍ່ສົມຄວນແລ້ວເຊັ່ນກັນຖ້າອັລລໍຮ໌ຈະໃຫ້ເຂົາຖືກທົດສອບ ໂດຍການມີລູກເປັນຄົນເນລະຄຸນ ແລະ ອັກກະຕັນຍູຕໍ່ທັ້ສອງ ເພາະຊະນິດຂອງຜົນຕອບແທນນັ້ນ ຂຶ້ນຢູ່ກັບຊະນິດຂອງການກະທໍາທີ່ແຕ່ລະຄົນໄດ້ເຮັດໄວ້ນັ້ນເອງ.
*
ຫ້າ : ສິດທິຂອງຍາດຕິພີ່ນ້ອງ.
ສຳຫຼັບຍາດຕິພີ່ນ້ອງທີ່ມີຄວາມສຳພັນເຄື່ອຍາດກັບທ່ານ ເຊັ່ນເປັນພີ່ນ້ອງ ລຸງ ອາ ນ້າ ປ້າ ຕະລອດຈົນລູກອ້າຍເອື້ອຍນ້ອງ ຫຼື ບຸກຄົນອື່ນທີ່ເປັນເຄື່ອຍາດກັບເຮົານັ້ນ ພວກເຂົາມີສິດຄວນໄດ້ຮັບ ດັງທີ່ອັລລໍຫ໌ຕຣັດໄວ້ວ່າ : ( ແລະ ຈົ່ງໃຫ້ສິດແກ່ຜູ້ທີ່ເປັນເຄື່ອຍາດ) "ສຸເຣາະອັລ-ອິສຣໍ : 26" ແລະ ພຣະອົງກ່າວເຕິມວ່າ : (ເເລະ ຈົ່ງເຄົາລົບສັກກາລະອັລລໍຫ໌ເທິດ ແລະ ຢ່າໃຫ້ມີສິ່ງໜຶ່ງສິ່ງໃດເປັນພາຄີກັບພຣະອົງ ແລະ ຈົ່ງເຮັດດີຕໍ່ຜູ້ບັງເກິດທັ້ງສອງ ແລະ ຕໍ່ເຄຶ່ອຍາດພີ່ນ້ອງ) "ສຸເຣາະ ອັນນິສາ: 36" ດັງນັ້ນ ຈຳເປັນທີ່ຈະຕ້ອງເຊື່ອມຄວາມສຳພັນກັບຜູ້ທີ່ເປັນຍາດຕິພີ່ນ້ອງວົງຕະກູນ ດ້ວຍການອຸທິດແຮງກາຍແຮງໃຈ ແລະ ຊ່ວຍເຫຼືອເອື້ອເຟື້ອດ້ວຍຊັບສິນເມື່ອຍາດພີ່ນ້ອງມີຄວາມຕ້ອງການ ຫຼື ຄວາມຈໍາເປັນ ເຊິ່ງເລື່ອງການຊ່ວຍເຫຼືອລະຫວ່າງກັນໃນບັນດາຍາດພີ່ນ້ອງນັ້ນ ເປັນສິ່ງທີ່ໄດ້ຮັບການຢືນຢັນໂດຍບົດບັນຍັດທາງສາສະໜາ ສະຕິປັນຍາ ແລະ ຮາກເງົ່າຂອງສັນດານຂອງມະນຸດ
ມີຫຼັກຖານຫຼວງຫຼາຍທີ່ສົ່ງເສີມໃຫ້ມີການຮັກສາເຊື່ອມຄວາມສຳພັນໃນບັນດາຍາດໃກ້ຊິດ, ໃນຕຳລາຫະດິຊທີ່ບັນທຶກໃນຊໍຮີຫ໌ ອັລ-ບຸກຄໍຣີ ແລະ ມຸສລິມ ໄດ້ລາຍງານຫະດິຊຈາກທ່ານອະບູຮູ ຣອຍເຣາະຫ໌ ແທ້ຈິງທ່ານນະບີ ﷺ ໄດ້ກ່າວວ່າ: “ອັລລໍຮ໌ໄດ້ສ້າງສັບພະສິ່ງທັງຫລາຍຈົນເມື່ອສຳເລັດແລ້ວ ອັຣ-ຣໍຫິມ (ໂຕເຄື່ອຍາດ) ກໍໄດ້ລຸກຂື້ນມາ ແລະ ກ່າວວ່າ ນີ້ແມ່ນການຢືນຂອງຜູ້ທີ່ຂໍຄວາມຄຸ້ມຄອງຈາກການຖືກຕັດຂາດ ພຣະອົງອັລລໍຮ໌ຈຶ່ງກ່າວວ່າ: ເຈົ້າຈະພໍໃຈຫຼືບໍ ຖ້າຫາກຂ້ອຍຈະເຊຶ່ອມສຳພັນກັບຜູ້ທີ່ເຊຶ່ອມສຳພັນກັບເຈົ້າ ແລະ ຂ້ອຍຈະຕັດຂາດກັບຜູ້ທີ່ຕັດຂາດກັບເຈົ້າ? ມັນກໍໄດ້ຕອບວ່າ: ໂດຍ ຂ້ອຍພໍໃຈແລ້ວ” ແລະທ່ານນະບີ ﷺ ໄດ້ກ່າວວ່າ: “ໃຜກໍຕາມທີ່ມີຄວາມເຊື່ອສັດທາຕໍ່ອັລລາຮ໌ ແລະ ວັນກິຍາມະຮ໌ ຈົ່ງຮັກສາເຊື່ອມຄວາມສຳພັນໃນເຄື່ອຍາດຕະກູນຂອງເຂົາ”
ໃນປັດຈຸບັນ ມີຜູ້ຄົນຈໍານວນຫຼາຍໄດ້ລະເລີຍສິດທິທີ່ຄວນມີຕໍ່ເຄື່ອຍາດພີ່ນ້ອງ ເຊິ່ງເຮົາຈະພົບໄດ້ວ່າ ບາງຄົນບໍ່ຮູ້ຈັກແມ້ແຕ່ຍາດໃກ້ຊິດຂອງຕົນເອງເລີຍ ແລະ ບໍ່ເຄີຍຜູກຄວາມສຳພັນກັບພວກເຂົາ ບໍ່ວ່າຈະດ້ວຍຊັບສິນ ຕໍາແໜ່ງການງານ ຫຼື ກິລິຍາມາລະຍາດທີ່ດີງາມ ວັນເວລາຜ່ານໄປພວກເຂົາບໍ່ເຄີຍນຶກຄິດທີ່ຈະໄປຢ້ຽມຍາດພີ່ນ້ອງສັກຄັ້ງ ບໍ່ເຄີຍໃຫ້ຂອງຂວັນສັກຊິ້ນ ແລະ ບໍ່ເຄີຍຊ່ວຍເຫຼືອພວກເຂົາໃນຍາມເດືອດຮ້ອນ ທີ່ໜັກໄປກວ່ານັ້ນ ບາງຄົນຍັງເຮັດຮ້າຍຕໍ່ຈິດໃຈຂອງຍາດພີ່ນ້ອງ ບໍ່ວ່າຈະເປັນດ້ວຍຄໍາເວົ້າ ຫຼື ການກະທໍາ ຫຼື ທັງສອງ ເປັນເລື່ອງຫນ້າແປກທີ່ພວກເຂົາຍອມຜູກຄວາມສຳພັນກັບຄົນອື່ນໄກຕົວ ແຕ່ກັບຕັດຄວາມສຳພັນກັບຍາດສະໝິດໃກ້ຕົວ.
ມີຄົນບາງຄົນຈະເລືອກເຊື່ອມຄວາມສຳພັນສະເພາະກັບຜູ້ທີ່ເຊື່ອມສຳພັນກັບຕົນເທົ່ານັ້ນ ແລະ ຈະຕັດຄວາມສຳພັນກັບຜູ້ທີ່ຕັດສຳພັນກັບຕົນ ເຂົາຜູ້ນີ້ບໍ່ນັບວ່າເປັນຜູ້ທີ່ເຊື່ອມສໍາພັຍສຳພັນກັບຍາດມິດຢ່າງແທ້ຈິງ ແຕ່ເປັນຜູ້ທີ່ກະທໍາຢ່າງທັດທຽມກັນ (ຄືເຮັດດີກັບຜູ້ທີ່ເຮັດດີກັບຕົນກ່ອນ) ເຊິ່ງເຂົາອາດຈະສະເເດງພຶດຕະກຳນີ້ກັບຍາດພີ່ນ້ອງ ຫຼື ຄົນອື່ນໆກໍໄດ້ ເພາະການຕອບແທນຄວາມດີບໍ່ໄດ້ຈໍາກັດຢູ່ແຕ່ຜູ້ທີ່ເປັນຍາດພີ່ນ້ອງໃກ້ຊິດເທົ່ານັ້ນ ຜູ້ທີ່ເຊື່ອມສຳພັນຢ່າງແທ້ຈິງຄືຜູ້ທີ່ສານຄວາມສຳພັນກັບຍາດພີ່ນ້ອງເພື່ອອັລລໍຮ໌ເທົ່ານັ້ນ ໂດຍບໍ່ຄໍານຶງວ່າອີກຝ່າຍຈະຕອບຮັບການເຊື່ອມສຳພັນຂອງເຮົາຫຼືບໍ່ ດັ່ງທີ່ໃນຫະດິຊ ທີ່ບັນທຶກໂດຍ ອັລ-ບຸກຄໍຣີ ລາຍງານຈາກອັບດຸລລໍຮ໌ ບິນ ອັມຣ໌ ບິນ ອັລ-ອາສ ວ່າແທ້ຈິງທ່ານນະບີ ﷺ ໄດ້ກ່າວວ່າ: “ຜູ້ທີ່ເຊື່ອມສຳພັນ (ເຄືອຍາດ) ບໍ່ແມ່ນຜູ້ທີ່ກະທໍາຢ່າງທັດທຽມກັນ (ຄື ຖ້າໃຜເຊື່ອມສຳພັນກັບເຂົາ ເຂົາກໍ່ເຊື່ອມສຳພັນກັບຄົນ ໆ ນັ້ນ) ແຕ່ຜູ້ເຊື່ອມສານສໍາພັນຄືຜູ້ທີ່ເມື່ອເຄືອຍາດຂອງເຂົາຖືກຕັດຂາດ ເຂົາກໍ່ຍັງຄົງຕໍ່ສຳພັນເອົາໄວ້" ມີຊາຍຄົນໜຶ່ງໄດ້ກ່າວຕໍ່ທ່ານນະບີ ﷺ ວ່າ: "ໂອ ທ່ານຣໍສູລຸລລໍຮ໌! ຂ້ອຍມີຍາດພີ່ນ້ອງທີ່ຂ້ອຍຜູກຄວາມສໍາພັນກັບພວກເຂົາ ແຕ່ພວກເຂົາກັບຕັດຂາດຂ້ອຍ, ຂ້ອຍເຮັດດີກັບພວກເຂົາ ແຕ່ພວກເຂົາກັບເຮັດຮ້າຍກັບຂ້ອຍ, ຂ້ອຍຄອຍອົດທົນກັບພວກເຂົາ ແຕ່ພວກເຂົາກໍຍັງກ້າວຫ້າວກັບຂ້ອຍ" ທ່ານນະບີ ﷺ ໄດ້ກ່າວຕອບວ່າ: "ຖ້າຫາກເຈົ້າເປັນດັ່ງທີ່ເຈົ້າເວົ້າ ກໍ່ເຫມືອນວ່າເຈົ້າໄດ້ເຮັດໃຫ້ພວກເຂົາລົດກຽດຂອງພວກເຂົາເອງ ແລະ ປະຫນຶ່ງວ່າໃຫ້ພວກເຂົາກິນຂີ້ເຖົ່າຮ້ອນໆ ແລະ ຈະມີຜູ້ຄອຍຊ່ວຍເຫຼືອສະນັບສະນຸນຈາກອັລລໍຮ໌ຄົງຢູ່ກັບເຈົ້າ ຕາບໃດທີ່ເຈົ້າຍັງຄົງຮັກສາສິ່ງນັ້ນໄວ້". ບັນທຶກໂດຍ ທ່ານມຸສລິມ.
ຖ້າແມ່ນວ່າ ບໍ່ມີບຸນອັນໃດອີກສໍາລັບຜູ້ທີ່ຜູກຄວາມສຳພັນກັບຍາດພີ່ນ້ອງ ນອກຈາກຜົນບຸນທີ່ອັລລໍຮ໌ຈະຜູກຄວາມສຳພັນກັບເຂົາ ທັງໃນໂລກນີ້ ແລະ ໂລກຫນ້າ ດ້ວຍການປະທານຄວາມເມດຕາຈາກພຣະອົງ ເຮັດໃຫ້ການງານຂອງເຂົາງ່າຍດາຍ ແລະ ຊົງປົດປ່ອຍຄວາມທຸກໂສກຂອງເຂົາ ນັ້ນກໍ່ຫຼາຍພຽງພໍແລ້ວ ແຕ່ທະວ່າໃນຄວາມເປັນຈິງ ຍັງມີຄຸນຄ່າອື່ນໆ ຫຼາຍກວ່ານັ້ນ ເນື່ອງຈາກການຜູກເຊື່ອມສານຄວາມສຳພັນໃນໝູ່ຍາດພີ່ນ້ອງ ຈະເຮັດໃຫ້ຄອບຄົວໃກ້ຊິດກັນຫຼາຍຂຶ້ນ ເກີດຄວາມຮັກ ແລະ ຄວາມເອື້ອອາທອນຕໍ່ກັນ ມີໃຈທີ່ຈະຊ່ວຍເຫຼືອເຊິງກັນແລະກັນໃນຍາມທຸກຍາກ ແລະ ຮອຍຍິ້ມແຫ່ງຄວາມສຸກກໍຈະປາກົດເມື່ອເຮົາໄດ້ສານໄມຕຣີໃຫ້ແກ່ກັນ ປະໂຫຍດທັງໝົດທີ່ໄດ້ກ່າວມານັ້ນ ຈະກາຍເປັນສິ່ງທີ່ບໍ່ມີຄ່າເລີຍ ຫາກເຮົາແທນທີ່ການເຊື່ອມສຳພັນໃນເຄືອຍາດ ແຕ່ກັບໄປຕັດຂາດຍາດມິດ ເຊິ່ງຈະສົ່ງຜົນໃຫ້ເກີດຄວາມຫ່າງເຫີນຫຼາຍເຕິມອີກ.
*
ຫົກ : ສິດທິຂອງຄູ່ຄອງ ສາມີ ພັນລະຍາ
ການແຕ່ງງານກໍ່ໃຫ້ເກີດຜົນພວງທີ່ສຳຄັນ ແລະ ໜ້າທີ່ອັນຍິ່ງໃຫຍ່ ເນື່ອງຈາກການແຕ່ງງານເປັນການຜູກສາຍສຳພັນລະຫວ່າງສາມີກັບພັນລະຍາ ເຊິ່ງແຕ່ລະຝ່າຍຈຳເປັນຕ້ອງມອບສິດທິໃຫ້ແກ່ອີກຝ່າຍໜຶ່ງ ທັງສິດທິດ້ານຮ່າງກາຍ ສິດທິທາງສັງຄົມ ແລະ ສິດທິດ້ານຊັບສິນ.
ດັ່ງນັ້ນ ທັ້ງສາມີ ແລະ ພັນລະຍາຈຶ່ງຈຳເປັນຕ້ອງດຳລົງໃຊ້ຊີວິດຮ່ວມກັນດ້ວຍດີ ແລະ ຕ້ອງທຸ່ມເທໃນການປະຕິບັດສິດທິທີ່ຈຳເປັນຕ້ອງມອບໃຫ້ກັບອີກຝ່າຍດ້ວຍໃຈ ແລະ ຍິນດີ ໂດຍບໍ່ຝືນໃຈ ບໍ່ມີຄວາມເບື່ອນາຍ ແລະ ເຮັດດ້ວຍຄວາມບໍ່ຈິງຈັງຕໍ່ສິ່ງທີ່ໄດ້ທຸ່ມໃຫ້. ພຣະອົງຕຣັດວ່າ: (ແລະ ຈົ່ງດຳລົງຊີວິດຢູ່ກັບບັນດາພັນລະຍາຂອງພວກທ່ານດ້ວຍດີ) "ສຸເຣາະ ອັນນິສາ : 19" ແລະ ພຣະອົງຕຣັດຕື່ມວ່າ: (ແລະ ບັນດາພັນລະຍາກໍ່ຄວນໄດ້ຮັບສິດອັນເປັນທັມ ເຊັ່ນດຽວກັບທີ່ພວກນາງຕ້ອງປະຕິບັດໜ້າທີ່ຕໍ່ສາມີຂອງພວກນາງ ແລະ ສຳຫຼັບບັນດາສາມີຈະມີຄວາມປະເສິດເໜືອກວ່າບັນດາພັນລະຍາໜຶ່ງຂັ້ນ "ນັ່ນຄືສິດການເປັນຜູ້ປົກຄອງ ແລະ ຕ້ອງໄດ້ຮັບການເຊື່ອຟັງຈາກພັນລະຍາ") "ສຸເຣາະ ອັລ-ບາກໍ່ເຣາະ : 228" ໃນຂະນະດຽວກັນຜູ້ເປັນພັນລະຍາກໍ່ຈຳເປັນຕ້ອງທຸ່ມເທໃຫ້ກັບສາມີຕາມເກນທີ່ນາງຈຳເປັນຕ້ອງທຸ່ມເທໃຫ້ກັບເຂົາ.
ແລະ ເມື່ອໃດກໍ່ຕາມທີ່ສາມີ ແລະ ພັນລະຍາໄດ້ປະຕິບັດຕາມສິ່ງທີ່ແຕ່ລະຝ່າຍຈຳເປັນຕ້ອງປະຕິບັດຕໍ່ອີກຝ່າຍໜຶ່ງ ຊີວິດຄອບຄົວຂອງທັງສອງກໍ່ຈະເຕັມໄປດ້ວຍຄວາມສຸກ ແລະ ຊີວິດຄູ່ຂອງທັ້ງສອງກໍ່ຈະຢືນນານ ແຕ່ຖ້າບໍ່ເປັນເຊັ່ນນັ້ນແລ້ວ ກໍ່ຈະເກີດຄວາມຂັດແຍ້ງ ແລະ ແຕກແຍກ ເຮັດໃຫ້ຊີວິດຄູ່ຕ້ອງຂັດຂ້ອງລະສ່ຳລະສາຍ ແລະ ບໍ່ມີຄວາມສຸກ.
ມີຫຼັກຐຖານຈຳນວນຫຼາຍທີ່ມາໃນຮູບແບບຂອງຄຳສັ່ງເສຍໃຫ້ເອົາໃຈໃສ່ດູແລສະຕຣີ ແລະ ໃຫ້ຄຳນຶງເຖິງສະພາບໂດຍທຳມະຊາດຂອງນາງ ແລະ ການທີ່ຈະໃຫ້ນາງຢູ່ໃນສະພາບທີ່ພຽບພ້ອມສົມບູນທຸກຢ່າງນັ້ນເປັນສິ່ງທີ່ເປັນໄປບໍ່ໄດ້. ດັ່ງຄຳກ່າວຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ກ່າວວ່າ: ຄວາມວ່າ: "ທ່ານທັງຫຼາຍ ຈົ່ງປະຕິບັດດີຕໍ່ບັນດາແມ່ຍິງເຖິດ ແທ້ຈິງແລ້ວ ແມ່ຍິງນັ້ນຖືກສ້າງມາຈາກກະດູກຊີ່ໂຄງ ແລະ ຊີ່ໂຄງສ່ວນທີ່ຄົດງໍຫຼາຍທີ່ສຸດແມ່ນສ່ວນເທິງຂອງມັນ (ນັ່ນຄືສະມອງ ຫຼື ຄວາມຄິດອ່ານ) ດັ່ງນັ້ນ ຖ້າທ່ານພະຍາຍາມຈະດັດໃຫ້ມັນກົງ ກໍ່ເທົ່າກັບວ່າທ່ານໄດ້ເຮັດໃຫ້ມັນຫັກສະບັ້ນລົງ ແລະ ຖ້າຫາກທ່ານປ່ອຍມັນໄປ ມັນກໍ່ຈະຄົດງໍຢູ່ແນວນັ້ນ ຈຶ່ງຂໍໃຫ້ພວກທ່ານປະຕິບັດດີຕໍ່ບັນດາແມ່ຍິງເຖິດ" ໃນລາຍງານອື່ນລະບຸວ່າ: "ແທ້ຈິງ ແມ່ຍິງນັ້ນຖືກສ້າງຈາກກະດູກຊີ່ໂຄງ ນາງຈະບໍ່ສາມາດຢູ່ເທິງແນວທາງໃດໜຶ່ງຢ່າງທ່ຽງກົງສຳຫຼັບທ່ານໄດ້ ດັ່ງນັ້ນ ຖ້າທ່ານປະສົງຈະສະແວງຫາຄວາມສຸກກັບນາງ ທ່ານກໍ່ຈະໄດ້ຮັບຄວາມສຸກກັບນາງຂະນະທີ່ນາງຢູ່ໃນສະພາບທີ່ຄົດງໍຢູ່ ແລະ ຖ້າທ່ານພະຍາຍາມຈະດັດນາງໃຫ້ກົງ ກໍ່ເທົ່າວ່າທ່ານໄດ້ເຮັດໃຫ້ນາງຫັກສະບັ້ນລົງ ແລະ ການຫັກຂອງນາງຄືການປະຮ່າງກັບນາງ" ທ່ານນະບີ ຊໍລລັລລໍຮູ ອະລັຍຮິ ວະຊັລລຳ ຫຍັງກ່າວວ່າ, ຄວາມວ່າ: "ສາມີທີ່ມີສັດທາ ຈົ່ງຢ່າກຽດຊັງພັນລະຍາທີ່ມີສັດທາ ຫາກເຂົາບໍ່ມັກນິໄສທີ່ບໍ່ດີບາງປະການໃນຕົວນາງ ເຂົາກໍ່ນ່າຈະພໍໃຈນິໄສທີ່ດີອື່ນ ໆ ໃນຕົວນາງ" ຄວາມໝາຍຂອງ "ຢ່າກຽດຊັງ" ຄື "ຢ່າເຮັດບໍ່ພໍໃຈ" ຫະດີດຂ້າງຕົ້ນເປັນການແນະນຳຈາກທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະຊັລລຳ ໃຫ້ປະຊາຊາດຂອງທ່ານຮັບຮູ້ວ່າ ຜູ້ຊາຍຄວນປະຕິບັດຕົນຢ່າງໃດກັບຜູ້ຍິງ? ແລະ ຊີ້ແນະວ່າຜູ້ຊາຍຄວນຮັບເອົາສິ່ງທີ່ສະດວກ ແລະ ຮຽບງ່າຍຈາກຜູ້ຍິງ, ເນື່ອງຈາກທຳມະຊາດແຫ່ງການສ້າງຂອງຜູ້ຍິງຂຶ້ນມາໃນສະພາບທີ່ບໍ່ສົມບູນ ແລະ ບໍ່ໄດ້ດີພ້ອມປາດສະຈາກຂໍ້ບົກພ່ອງ ໂດຍມີຄວາມບົກພ່ອງ ແລະ ຄົດງໍຢູ່ໃນຕົນ ແລະ ຜູ້ຊາຍບໍ່ສາມາດທີ່ຈະຫາຄວາມສຸກກັບນາງໄດ້ຢ່າງໂລ່ງໃຈ ນອກຈາກວ່າຈະຕ້ອງຍອມຮັບສິ່ງທີ່ອັລລໍຮ໌ສ້າງນາງມາໃນແບບດັງກ່າວດ້ວຍເທົ່ານັ້ນ.
ບົດຮຽນທີ່ໄດ້ຮັບຈາກຫະດີດຂ້າງເທິງ: ຄົນທີ່ມີສະຕິປັນຍາຄວນເຮັດການປຽບທຽບ ແລະ ແຍກແຍະລະຫວ່າງຄວາມດີງາມກັບຄວາມບົກພ່ອງທີ່ມີໃນຕົວຜູ້ຍິງ ເພາະ ຢາມໃດທີ່ລາວຮູ້ສຶກລັງກຽດກັບນິໄສທີ່ບໍ່ດີບາງປະການໃນຕົວນາງ ລາວກໍ່ລອງນຳນິໄສທີ່ບໍ່ດີດັງກ່າວໄປປຽບທຽບກັບນິໄສໜຶ່ງຂອງນາງທີ່ລາວມັກໃນຕົວນາງ ໂດຍບໍ່ເບິ່ງນາງດ້ວຍສາຍຕາທີ່ເບື່ອໜ່າຍ ຫຼື ກຽດຊັງພຽງດ້ານດຽວ.
ມີບັນດາສາມີຈຳນວນຫຼາຍທີ່ຕ້ອງການໃຫ້ພັນລະຍາຂອງຕົນຢູ່ໃນສະພາບສົມບູນ ແລະ ດີພ້ອມ ແຕ່ນັ້ນເປັນສິ່ງທີ່ເປັນໄປບໍ່ໄດ້ ດັ່ງນັ້ນ ພວກເຂົາຈຶ່ງຕົກຢູ່ໃນຄວາມກະວົນກະວາຍ ແລະ ທຸກໃຈ ເຮັດໃຫ້ບໍ່ສາມາດຢູ່ຮ່ວມກັບພັນລະຍາຂອງພວກເຂົາໄດ້ຢ່າງສະບາຍໃຈ ແລະ ບາງຄັ້ງອາດນຳໄປສູ່ການຢ່າຮ້າງ, ດັ່ງທີ່ທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະຊັລລຳ ກ່າວວ່າ: ຄວາມວ່າ: “ແລະ ຫາກທ່ານພະຍາຍາມຈະດັດນາງໃຫ້ກົງ ກໍ່ເທົ່າກັບທີ່ທ່ານໄດ້ເຮັດໃຫ້ນາງຫັກສະບັ້ນລົງ ແລະ ການຫັກຂອງນາງ ກໍ່ແມ່ນການຢ່າຮ້າງນາງນັ້ນເອງ” ດັ່ງນັ້ນ ສາມີຈຶງຄວນມີຄວາມອອມຊອມ ອະລຸ່ນອະລ່ວຍ ເຮັດເປັນເພິກເສີຍ ພ້ອມທັງຢອມປ່ອຍວາງການກະທຳຂອງພັນລະຍາຂອງຕົນ ຖ້າວ່າການກະທຳນັ້ນບໍ່ໄດ້ກໍ່ໃຫ້ເກີດຄວາມເສື່ອມເສຍຕໍ່ສາສະໜາ ຫຼື ກຽດສັກສີ.
ໜຶ່ງໃນສິດທິທີ່ສາມີຄວນປະຕິບັດຕໍ່ພັນລະຍາຂອງຕົນ ແມ່ນການໃຫ້ຄ່າໃຊ້ຈ່າຍໃນຊີວິດປະຈຳວັນ ທັງອາຫານ ເຄື່ອງດື່ມ ເຄື່ອງນຸ່ງຫົ່ມ ທີ່ຢູ່ອາໄສ ແລະ ອື່ນໆ ທີ່ກ່ຽວຂ້ອງ; ເນືອງຈາກຄຳດຳລັດຂອງອັລລໍຮ໌ທີ່ກ່າວວ່າ: ຄວາມວ່າ: "ແລະ ໜ້າທີ່ຂອງສາມີຜູ້ເປັນພໍ່ຂອງເດັກ ຄືການຫາຄ່າໃຊ້ຈ່າຍ ແລະ ເຄື່ອງນຸ່ງຫົ່ມໃຫ້ແກ່ບັນດາພັນລະຍາຂອງເຂົາຢ່າງຊອບທຳ" (ອັລ-ບາກໍເຣາະ : 233) ທ່ານນະບີ ຊອລລົອລລອຮົວະອະລົຍຮິວະຊັລລຳ ກ່າວວ່າ: ຄວາມວ່າ: "ແລະ ໜ້າທີ່ຂອງພວກທ່ານທີ່ຄວນມີຕໍ່ບັນດາພັນລະຍາຂອງພວກທ່ານ ຄືການຫາຄ່າໃຊ້ຈ່າຍ ແລະ ເຄື່ອງນຸ່ງຫົ່ມໃຫ້ແກ່ພວກນາງຢ່າງຊອບທຳ" ແລະ ທ່ານນະບີຖືກຖາມວ່າ:"ແມ່ນຫຍັງຄືສິດທີ່ພັນລະຍາຄົນໃດຄົນໜື່ງໃນໝູ່ພວກເຮົາຄວນໄດ້ຮັບ?" ທ່ານຕອບວ່າ: "ທ່ານຈະຕ້ອງໃຫ້ອາຫານແກ່ນາງເມື່ອທ່ານກິນອາຫານ ໃຫ້ເຄື່ອງນຸ່ງຫົ່ມແກ່ນາງເມື່ອທ່ານສວມໃສ່ເຄື່ອງນຸ່ງຫົ່ມ ຈົ່ງຢ່າຕົບຫນ້ານາງ ຢ່າດ່າທໍ ຫຼື ເວົ້າຫຍາບຄາຍກັບນາງ ແລະ ຢ່າລົງໂທດດ້ວຍການປີກຕົວອອກຈາກນາງນອກຈາກໃຫ້ເຮັດແຄ່ໃນເຮືອນເທົ່ານັ້ນ" (ບັນທຶກໂດຍ: ອະບູດາວູດ)
ອີກສ່ວນໜຶ່ງໃນສິດທິທີ່ສາມີຄວນປະຕິບັດຕໍ່ພັນລະຍາຂອງຕົນຄື: ຫາກວ່າຜູ້ຊາຍມີພັນລະຍາຫຼາຍກວ່າໜຶ່ງຄົນ ພວກເຂົາຈະຕ້ອງປະຕິບັດຕົນຢ່າງຍຸດຕິທຳລະຫວ່າງພັນລະຍາທັງຫຼາຍຂອງລາວ ໂດຍສາມີຕ້ອງປະຕິບັດຢ່າງເປັນທຳໃນດ້ານຄ່າໃຊ້ຈ່າຍ ທີ່ຢູ່ອາໄສ ການຮ່ວມຫຼັບນອນ ແລະທຸກ ໆ ສິ່ງທີ່ສາມາດສ້າງຄວາມເປັນທຳໃຫ້ກັບບັນດາພັນລະຍາທັງສອງ ເພາະການເອນອຽງໄປຫາພັນລະຍາຄົນໃດຄົນໜຶ່ງແລ້ວນັ້ນ ຖືວ່າເປັນບາບໃຫຍ່. ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວວ່າ: ຄວາມວ່າ: "ຜູ້ໃດທີ່ມີພັນລະຍາສອງຄົນ ແລ້ວເຂົາປະຕິບັດຕົນດ້ວຍການເອນອຽງໄປທາງພັນລະຍາຄົນໃດຄົນໜຶ່ງ ເຂົາຈະປາກົດໃນວັນກິຍາມະຫ໌ໃນສະພາບອຽງຂ້າງ" ຢ່າງໃດກໍ່ຕາມຍັງມີສິ່ງຫຼາຍຢ່າງທີ່ສາມີບໍ່ສາມາດໃຫ້ຄວາມເທົ່າທຽມກັບພັນລະຍາທັ້ງສອງໄດ້ ອະທິເຊັ່ນ ຄວາມຮູ້ສຶກຮັກ ຄວາມເອັນດູ ແລະ ຄວາມສະບາຍໃຈເປັນຕົ້ນ ສິ່ງເຫຼົ່ານັ້ນບໍ່ຖືເປັນບາບມີຄວາມຜິດແຕ່ປະການໃດ ເພາະມັນຢູ່ນອກເຫນືອຄວາມສາມາດຂອງເຂົາ. ອັລລໍຮ໌ຕຣັດ ຄວາມວ່າ: "ແລະ ພວກເຈົ້າຈະບໍ່ສາມາດໃຫ້ຄວາມຍຸດຕິທຳ (ໃນດ້ານຄວາມຮັກ ແລະ ຄວາມຮູ້ສຶກເອນອຽງຂອງຈິດໃຈ) ລະຫວ່າງບັນດາພັນລະຍາຂອງພວກເຈົ້າໄດ້ເລີຍ ບໍ່ວ່າພວກເຈົ້າຈະພະຍາຍາມສຳປານໃດກໍ່ຕາມ" (ອັນ-ນິສາ: 129) ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ຈະແບ່ງເວນລະຫວ່າງບັນດາພັນລະຍາຂອງທ່ານດ້ວຍຄວາມຍຸຕິທຳ ແລ້ວທ່ານຈະຂໍດູອາຕໍ່ອັລລໍຮ໌ໂດຍກ່າວວ່າ: "ໂອ້ອັລລໍຮ໌ ນີ້ແມ່ນການແບ່ງເວນຂອງຂ້ອຍ ເຊິ່ງເປັນສິ່ງທີ່ຂ້ອຍຄອບຄອງ ແລະ ສາມາດຄວບຄຸມໄດ້ ດັງນັ້ນ ຂໍພຣະອົງຢ່າໄດ້ຕຳໜິຂ້ອຍໃນສິ່ງທີ່ຂ້ອຍບໍ່ສາມາດຄອບຄອງມັນໄດ້ (ໝາຍເຖິງຄວາມຮູ້ສຶກຮັກ ແລະ ສະເນ່ຫາລະຫວ່າງພັນລະຍາ)"
ແຕ່ຖ້າຫາກວ່າມີຄວາມເຫຼື່ອມລ້ຳໃນການຢູ່ກັບພັນລະຍາຄົນໃດຄົນໜຶ່ງ ໂດຍທີ່ພັນລະຍາອື່ນ ໆ ຍິນຍອມ ກໍ່ຖືວ່າເປັນສິ່ງທີ່ຖືກອະນຸຍາດ ດັ່ງທີ່ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ແບ່ງເວນຢູ່ກັບທ່ານຍິງອາອິຊະຮ໌ ໂດຍຜະນວກລວມກັບເວນຂອງທ່ານຍິງເຊົາດະຮ໌ ຫຼັງຈາກທີ່ນາງໄດ້ມອບເວນຂອງນາງໃຫ້ອາອິຊະຮ໌ , ແລະໃນຊ່ວງທີ່ທ່ານນະບີເຈັບຫນັກກ່ອນການເສຍຊີວິດ ທ່ານໄດ້ຖາມພັນລະຍາຂອງທ່ານວ່າ: "ມື້ອື່ນຂ້ອຍຈະຕ້ອງໄປຢູ່ເຮືອນໃຜ? ມື້ອື່ນຂ້ອຍຈະຕ້ອງໄປຢູ່ເຮືອນໃຜ?" ບັນດາພັນລະຍາຂອງທ່ານຈຶ່ງຍິນຍອມໃຫ້ທ່ານເລືອກຢູ່ເຮືອນໃດກໍ່ໄດ້ ແລະ ນະຕອນນັ້ນ ທ່ານນອນຮັກສາອາການປ່ວຍຢູ່ທີ່ເຮືອນຂອງອາອິຊະຮ໌ ຈົນກະທັ່ງທ່ານເສຍຊີວິດ.
ສ່ວນສິດທິຂອງສາມີທີ່ພັນລະຍາຈຳເປັນຕ້ອງປະຕິບັດຕໍ່ເຂົານັ້ນ ຖືວ່າຍິ່ງໃຫຍ່ກວ່າສິດທິຂອງພັນລະຍາທີ່ສາມີຕ້ອງປະຕິບັດຕໍ່ນາງ ເນື່ອງຈາກຄຳຕຣັດຂອງອັລລໍຮ໌ທີ່ກ່າວວ່າ: "ແລະ ບັນດາພັນລະຍາກໍ່ຄວນໄດ້ຮັບສິດທິອັນຊອບທຳ ເຊັ່ນດຽວກັນກັບທີ່ພວກນາງຕ້ອງປະຕິບັດໜ້າທີ່ຕໍ່ສາມີຂອງພວກນາງ ແລະ ສຳລັບບັນດາສາມີຈະມີຄວາມປະເສີດເໜືອກວ່າບັນດາພັນລະຍາໜຶ່ງຂັ້ນ" (ນັ່ນຄືສິດທິການເປັນຜູ້ປົກຄອງ ແລະ ຕ້ອງໄດ້ຮັບການເຊື່ອຟັງຈາກພັນລະຍາ) "ອັລ-ບາກໍເຣາະ : 228" ຜູ້ຊາຍຄືຜູ້ເຮັດໜ້າທີ່ເປັນຜູ້ປົກຄອງ ດູແລ ລ້ຽງດູຜູ້ຍິງ ໂດຍການແສວງຫາສິ່ງດີໆ ທີ່ເປັນປະໂຫຍດຕ່າງໆໃຫ້ແກ່ນາງ ພ້ອມຈຳເປັນຕ້ອງຄອຍອົບຮົມ ຊິ້ນຳນາງ ດັງຄຳຕຣັດຂອງອັລລໍຫ໌ທີ່ວ່າ: "ບັນດາບຸລຸດເພດຊາຍຄືຜູ້ທີ່ເຮັດໜ້າທີ່ເປັນຜູ້ປົກຄອງ ແລະ ດູແລເຫຼົ່າບັນດາສະຕີເພດ ດ້ວຍເຫດຜົນຈາກຄວາມສາມາດທີ່ອັລລໍຮ໌ໄດ້ກຳນົດໃຫ້ເພດຊາຍມີເຫນືອກວ່າເພດຍິງ ແລະ ເນື່ອງຈາກບຸລຸດເພດຕ້ອງໃຊ້ຈ່າຍໃນສັບສິນຂອງພວກເຂົາ (ເພື່ອເປັນຄ່າໃຊ້ຈ່າຍໃນການລ້ຽງດູແກ່ນາງ)" (ອັນ-ນິສາ : 34)
ໃນຈຳນວນສິດທິຂອງສາມີທີ່ພັນລະຍາຈຳເປັນຕ້ອງປະຕິບັດຕໍ່ເຂົາຄື: ພັນລະຍາຈະຕ້ອງເຊື່ອຟັງຄຳສັ່ງຂອງສາມີ ເວັ້ນໃນເລື່ອງທີ່ເປັນການຝ່າຝືນທໍລະຍົດຕໍ່ອັລລໍຮ໌ (ເຊິ່ງພັນລະຍາບໍ່ຈຳເປັນຕ້ອງເຊື່ອຟັງ); ຕ້ອງປົກປ້ອງສາມີໃນຍາມລັບຕາ; ຕ້ອງເບິ່ງແຍງຊັບສົມບັດຂອງເຂົາ. ແທ້ຈິງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ກ່າວວ່າ: "ຖ້າຫາກຂ້ອຍສາມາດສັ່ງໃຫ້ຄົນໜຶ່ງກົ້ມກຣາບແກ່ຄົນໜຶ່ງໄດ້ ຂ້ອຍຈະສັ່ງໃຫ້ພັນລະຍາສຸຍູດຕໍ່ສາມີຂອງນາງ" (ແຕ່ທ່ານບໍ່ໄດ້ສັ່ງ ເນື່ອງຈາກການສຸຍູດຕໍ່ສິ່ງອື່ນນອກຈາກອັລລໍຮ໌ເປັນເລື່ອງທີ່ຖືກຫ້າມໃນອິສລາມ), ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ ຫຍັງກ່າວຕືມວ່າ: "ເມື່ອສາມີຄົນໜຶ່ງເຊີນພັນລະຍາມາຫ້ອງເພື່ອຫຼັບນອນ ແຕ່ນາງປະຕິເສດ ແລະ ເຮັດໃຫ້ລາວນອນດ້ວຍຄວາມໂກດ ເຫຼົ່າບັນດາມາລາອິກະຫ໌ກໍ່ຈະສາບແຊ່ງນາງຈົນຮອດຮຸ່ງອະລຸນເຊົ້າ"
ສິດທິຂອງສາມີອີກປະການໜຶ່ງທີ່ພັນລະຍາຈຳເປັນຕ້ອງປະຕິບັດຕໍ່ລາວກໍ່ຄື ພັນລະຍາຕ້ອງບໍ່ຍຸ່ງຢູ່ກັບການງານ ຫຼື ກິດຈະກຳໃດ ໆ ທີ່ເຮັດໃຫ້ບົກພ່ອງຕໍ່ການຮັບໃຊ້ປໍນິບັດ ແລະ ໃຫ້ຄວາມສຸກກັບສາມີໄດ້ຢ່າງສົມບູນເຕັມທີ່ ເຖິງແມ່ນວ່າຈະເປັນການເຮັດອິບາດະຫ໌ສຸນນະກໍ່ຕາມ; ເນື່ອງຈາກຄຳສອນຂອງທ່ານນະບີ ທີ່ກ່າວວ່າ: "ບໍ່ອະນຸຍາດໃຫ້ຜູ້ຍິງຖືບວດສຸນນະຫ໌ ໃນຂະນະທີ່ສາມີຢູ່ເຮືອນ ເວັ້ນແຕ່ຈະໄດ້ຮັບອະນຸຍາດຈາກສາມີ ແລະ ບໍ່ອະນຸຍາດໃຫ້ຜູ້ໃດເຂົ້າເຮືອນ ເວັ້ນແຕ່ຈະໄດ້ຮັບການອະນຸຍາດຈາກສາມີກ່ອນ"
ແທ້ຈິງແລ້ວ ທ່ານນະບີ ໄດ້ກ່າວວ່າ: "ຄວາມພໍໃຈຂອງສາມີຕໍ່ພັນລະຍາ ເປັນສາເຫດໜຶ່ງທີ່ຈະເຮັດໃຫ້ນາງໄດ້ເຂົ້າສວນສະຫວັນ" ດັ່ງຫະດີດທີ່ຖືກບັນທຶກໂດຍຕິຣມິຊີ ຈາກອຸມມຸສະລະມຫ໌ ຣໍດິຍັລລໍຮູອັນຮາ ນາງໄດ້ເລົ່າວ່າ ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວວ່າ: "ຜູ້ຍິງທ່ານໃດກໍ່ຕາມທີ່ເສຍຊີວິດລົງໃນສະພາບທີ່ສາມີຂອງນາງພຶງພໍໃຈຕໍ່ນາງ ແນ່ນອນວ່ານາງຈະໄດ້ເຂົ້າສວນສະຫວັນ".
*
ເຈັດ : ສິດທິຂອງຜູ້ນຳ ແລະ ຜູ້ຢູ່ພາຍໃຕ້ການປົກຄອງ.
ຜູ້ນຳ ຄືຜູ້ທີ່ມີໜ້າທີ່ໃນການປົກຄອງ ແລະ ຈັດການກິດຈະການຕ່າງ ໆ ຂອງຊາວມຸສລິມ ບໍ່ວ່າຈະເປັນຜູ້ນຳທົ່ວໄປ ເຊັ່ນ ຜູ້ນຳສູງສຸດຂອງປະເທດ ຫຼື ຜູ້ນຳສະເພາະດ້ານ ເຊັ່ນ ປະທານ ຫຼື ຜູ້ອໍານວຍການຂອງອົງການ ຫຼື ພາລະກິດສະເພາະດ້ານ ແລະ ອື່ນໆ ພວກເຂົາເຫຼົ່ານັ້ນ ລ້ວນມີສິດທິທີ່ປະຊາຊົນ ຫຼື ຜູ້ຢູ່ໃຕ້ການປົກຄອງຈໍາເປັນຕ້ອງມອບໃຫ້ ໃນທາງກັບກັນ ປະຊາຊົນກໍ່ມີສິດທິອັນຊອບທັມທີ່ຜູ້ນຳ ຫຼື ຜູ້ບັງຄັບບັນຊາຈໍາເປັນຕ້ອງມອບໃຫ້ເຊັ່ນດຽວກັນ.
ສິດທິຂອງພົນລະເມືອງ ທີ່ຜູ້ນຳຈໍາເປັນຕ້ອງມອບໃຫ້ ໄດ້ແກ່ ການຮັບຜິດຊອບຕໍ່ອາມານະຫ໌ (ຫນ້າທີ່ທີ່ອັລລໍຫ໌ມອບໃຫ້) ອະທິເຊັ່ນ ການກຳຊັບຕັກເຕືອນກັນດ້ວຍຄວາມຫວັງດີຢ່າງຈິງໃຈຕໍ່ປະຊາຊົນ ປົກຄອງດ້ວຍຄວາມຍຸດຕິທຳ ແລະ ສາມາດໃຫ້ຫຼັກປະກັນໃນຜົນປະໂຫຍດທີ່ພວກເຂົາຈະໄດ້ຮັບທັງໃນໂລກນີ້ ແລະ ໃນມື້ອາຄິເຣາະ (ໂລກຫນ້າ) ດ້ວຍການດໍາເນີນຕາມແນວທາງຂອງບັນດາຜູ້ສັດທາ ນັ່ນກໍ່ແມ່ນແນວທາງທີ່ທ່ານນະບີ (ສັລລັລລໍຮຸ ອະໄລຮິ ວະສັລລຳ) ໄດ້ດຳເນິນໄວ້ເປັນແບບຢ່າງໄວ້, ເພາະການດຳເນິນຕາມແນວທາງດັງກ່າວເທົ່ານັ້ນ ຈຶ່ງຈະເຮັດໃຫ້ຜູ້ນຳໄດ້ຮັບຄວາມຜາສຸກ ແລະ ປະຊາຊົນຂອງເຂົາ ແລະ ທຸກຄົນທີ່ຢູ່ພາຍໃຕ້ການປົກຄອງຂອງເຂົາ ເຊິ່ງເປັນເລື່ອງທີ່ສໍາຄັນທີ່ສຸດ ເພາະດ້ວຍການປະຕິບັດດັງກ່າວຈະເຮັດໃຫ້ປະຊາຊົນພຶງພໍໃຈຕໍ່ຜູ້ນຳ ແລະ ເກີດຄວາມຜູກພັນລະຫວ່າງສອງຝ່າຍ ເຮັດໃຫ້ປະຊາຊົນຍອມຮັບ ແລະ ເຊື່ອຟັງຄໍາສັ່ງຕ່າງໆຂອງຜູ້ນຳ ພ້ອມທັງຮັກສາອາມານະຫ໌ພາລະຫນ້າທີ່ໃນສິ່ງທີ່ພວກເຂົາຈໍາເປັນຕ້ອງເຊື່ອຟັງ ແລະ ປົກປ້ອງຜູ້ນຳ. ແທ້ຈິງ ຜູ້ໃດທີ່ຢຳເກຣງຕໍ່ອັລລໍຫ໌ ຜູ້ຄົນກໍ່ຈະຢຳເກຣງເຂົາ, ແລະ ຜູ້ໃດເຮັດໃຫ້ອັລລໍຫ໌ພຶງພໍໃຈ ອັລລໍຫ໌ຈະເຮັດໃຫ້ເຂົາໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ຄົນ ແລະ ເຮັດໃຫ້ພວກເຂົາພຶງພໍໃຈຕໍ່ເຂົາ ເນື່ອງຈາກວ່າດວງໃຈຂອງຜູ້ຄົນຢູ່ໃນຄວາມຄວບຄຸມຂອງອັລລໍຫ໌, ພຣະອົງຈະຊົງພິກຜັນຫົວໃຈຂອງໃຜແນວໃດກໍ່ໄດ້ຕາມທີ່ພຣະອົງຊົງປະສົງ
ສ່ວນສິດທິຂອງຜູ້ນຳ ທີ່ພົນລະເມືອງຈໍາເປັນຕ້ອງມອບໃຫ້ກໍ່ຄື: • ໃຫ້ຄໍາເຕືອນ (ນະສີຫະຫ໌) ແລະ ຫວັງດີຢ່າງບໍລິສຸດໃຈຕໍ່ເຂົາໃນຫນ້າທີ່ການປົກຄອງ • ຊ່ວຍເຕືອນເພິ່ນເມື່ອເກິດການຫລົງລືມ • ຂໍດູອາ ໂດຍຈິງໃຈໃຫ້ແກ່ເຂົາ ເມື່ອເຫັນວ່າເຂົາບຽນເບນອອກຈາກສັດຈະທັມ • ປະຕິບັດ ແລະ ເຊື່ອຟັງຄໍາສັ່ງຂອງຜູ້ນຳໃນເລື່ອງທີ່ບໍ່ຂັດຝ່າຝືນກັບຄໍາສັ່ງຂອງອັລລໍຫ໌ ເພາະການເຊື່ອຟັງເຊັ່ນນັ້ນ ຈະເຮັດໃຫ້ສັງຄົມເຂັ້ມແຂງ ແລະ ມີສະທຽນລະພາບ ແລະ ການບໍ່ເຊື່ອຟັງຜູ້ນຳ ຈະກໍ່ໃຫ້ເກິດຊຶ່ງຄວາມວຸ່ນວາຍ ແລະ ຄວາມເສຍຫາຍຕໍ່ລະບົບການປົກຄອງ, ດ້ວຍເຫດນີ້ອັລລໍຫ໌ຈຶ່ງຊົງສັ່ງໃຫ້ເຊື່ອຟັງພຣະອົງ, ເຊື່ອຟັງທ່ານຣໍສູນ, ແລະ ເຊື່ອຟັງຜູ້ນຳ, ພຣະອົງຕຮັດວ່າ: “ໂອ້ບັນດາຜູ້ສັດທາເອີຍ! ຈົ່ງເຊື່ອຟັງອັລລໍຫ໌ ແລະ ເຊື່ອຟັງຣໍຊູລຂອງພຣະອົງ ແລະ ເຊື່ອຟັງຜູ້ນຳຂອງພວກເຈົ້າ” (ອັນ-ນິສາ: 59) ອັລ-ອາຍະຫ໌ ທ່ານນະບີ ສັລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວວ່າ: “ຊາວມຸສລິມທຸກຄົນຈໍາເປັນຕ້ອງເຊື່ອຟັງ ແລະ ປະຕິບັດຕາມຄໍາສັ່ງຂອງຜູ້ນຳ ໃນສິ່ງທີ່ເຂົາພໍໃຈ ຫຼື ບໍ່ພໍໃຈ, ຍົກເວັ້ນໃນເມື່ອເຂົາຖືກສັ່ງໃຫ້ເຮັດໃນສິ່ງທີ່ຝ່າຝືນຄຳສັ່ງຂອງອັລລໍຫ໌, ດັງນັ້ນເມື່ອເຂົາຖືກສັ່ງໃຫ້ເຮັດໃນສິ່ງທີ່ຝ່າຝືນຄຳສັ່ງຂອງອັລລໍຫ໌, ລາວກໍ່ບໍ່ຈໍາເປັນຕ້ອງເຊື່ອຟັງ ແລະ ປະຕິບັດຕາມຄຳສັ່ງນັ້ນ” ບັນທຶກໂດຍ ບຸກຄໍຣີ ແລະ ມຸສລິມ
ທ່ານອັບດຸລລໍຫ໌ ບິນ ບິນອຸມັຣ ໄດ້ກ່າວວ່າ: “ຄັ້ງໜຶ່ງ ພວກເຮົາໄດ້ອອກເດີນທາງລະຍະໄກກັບທ່ານນະບີ ສັລລັລລໍຮຸ ອະໄລຮິ ວະສັລລຳ ແລ້ວເຮົາໄດ້ຢຸດພັກຢູ່ນະ ທີ່ພັກບ່ອນໜຶ່ງ ຫຼັງຈາກນັ້ນ ຜູ້ປ່າວປະກາດຂອງທ່ານນະບີກໍ່ໄດ້ເອີ້ນພວກເຮົາວ່າ: “ອັສຊໍລາຕະ ຈາມາອະຫ໌ (ໄດ້ເວລາລວມຕົວກັນເພື່ອເຮັດການລະຫມາດແລ້ວ) ພວກເຮົາຈຶ່ງໄປລວມຕົວກັນກັບທ່ານນະບີ ສັລລັລລໍຮຸ ອະໄລຮິ ວະສັລລຳ ແລ້ວທ່ານໄດ້ກ່າວວ່າ: "ແທ້ຈິງບໍ່ມີນະບີທ່ານໃດທີ່ອັລລໍຫ໌ແຕ່ງຕັ້ງຂຶ້ນມາ (ກ່ອນໜ້າຂ້ອຍ) ນອກຈາກຕ້ອງເຮັດໜ້າທີ່ຊີ້ນໍາພາແກ່ປະຊາຊາດຂອງຕົນໃຫ້ຮູ້ຈັກສິ່ງທີ່ດີທີ່ສຸດຕາມທີ່ເຂົາໄດ້ຮູ້ມາ ແລະຕ້ອງເຕືອນພວກເຂົາຈາກຄວາມຊົ່ວຮ້າຍທີ່ຊົ່ວທີ່ສຸດຕາມທີ່ໄດ້ຮູ້ມາ ແລະ ແທ້ຈິງ ປະຊາຊາດຂອງພວກເຈົ້ານີ້ ຖືກກຳນົດໃຫ້ມີຄວາມປອດໄພໃນຊ່ວງຕົ້ນໆ ແລະ ຊ່ວງທ້າຍຂອງປະຊາຊາດນີ້ຈະປະສົບດກັບໄພພິບັດ ແລະ ສິ່ງຕ່າງໆ ອັນຊົ່ວຮ້າຍມາກໝາຍທີ່ພວກເຈົ້າຕ້ອງປະຕິເສດມັນ ແລະ ຟິດນະຫ໌ກໍ່ຈະມາ ເຊິ່ງຟິດນະຫ໌ບາງສ່ວນທີ່ມາພາຍຫຼັງຈະຮຸນແຮງກວ່າ ຈົນເຮັດໃຫ້ຜູ້ຄົນຮູ້ສຶກວ່າຟິດນະຫ໌ທີ່ຜ່ານມາກ່ອນ ມັນເບົາບາງເລັກນ້ອຍເທົ່ານັ້ນເອງ ເມື່ອຟິດນະຫ໌ມາ ຊາວມຸສລິມກໍຈະກ່າວວ່າ: “ນີ້ຄືຫາຍະນະທີ່ເປັນຈຸດຈົບຊີວິດຂອງຂ້ອຍແລ້ວບໍ່” (ແລ້ວຟິດນະຫ໌ນັ້ນກໍຈະຫາຍໄປ) ແລ້ວເມື່ອຟິດນະຫ໌ນັ້ນໃໝ່ມາ ຊາວມຸສລິມກໍຈະກ່າວຊ້ຳເໝືອນເດິມວ່າ: “ເທື່ອນີ້ແຫຼະ ຄັ້ງນີ້ແລ້ວເບາະທີ່ຈະເປັນຈຸດຈົບຂອງຂ້ອຍ”. ດັ່ງນັ້ນ, ຜູ້ໃດທີ່ປາດຖະນາຈະຫຼີກພົນຈາກໄຟນະລົກ ແລະ ຢາກເຂົ້າສວນສະວັນ ເຂົາກໍ່ຄວນກະຕືລືລົ້ນພະຍາຍາມໃນການເຮັດໃຫ້ຕົນເອງເສຍຊີວິດໃນສະພາບທີ່ເຊື່ອສັດທາຕໍ່ອັລລໍຫ໌ ແລະວັນອາຄິເຣາະ ແລະຈົ່ງປະຕິບັດຕໍ່ຜູ້ອື່ນເຊັ່ນດຽວກັບທີ່ຕົນຢາກໃຫ້ຜູ້ອື່ນປະຕິບັດຕໍ່ຕົນ ແລະ ຜູ້ໃດໄດ້ຈັບມືໃຫ້ຄໍາສັດຕະບັນຕໍ່ຜູ້ນຳຄົນໃດ ແລະ ມີຄວາມບໍລິສຸດໃຈໃນສັນຍານັ້ນ, ເຂົາກໍ່ຈົ່ງເຊື່ອຟັງຜູ້ນຳນັ້ນໃນຂອບເຂດທີ່ເຂົາສາມາດເຮັດໄດ້ ແລະ ຫາກມີຜູ້ໃດຂື້ນມາປະກາດອ້າງຕົນເປັນຜູ້ນຳ ຫຼື ຄິດຈະກະບົດປົນອໍານາດຈາກຜູ້ນຳທີ່ໄດ້ຮັບການໃຫ້ຄໍາສັດຕະບັນໄວ້ແລ້ວ, ພວກເຈົ້າກໍ່ຈົ່ງລຸກຂື້ນຕໍ່ສູ້ ແລະກຳຈັດຜູ້ທີ່ຈະແຍ່ງອໍານາດນັ້ນ. ບັນທຶກໂດຍ: ມຸສລິມ. ຊາຍຄົນໜຶ່ງໄດ້ຖາມທ່ານນະບີ ສັລລັລລໍຮຸ ອະໄລຮິ ວະສັລລຳ ວ່າ: “ໂອ້ທ່ານນະບີຂອງອັລລໍຫ໌ ທ່ານເຫັນເປັນຢ່າງໃດ ຫາກບັນດາຜູ້ນຳຂອງພວກເຮົາບັງຄັບໃຫ້ເຮົາເຕັມໃຫ້ໃນສິດທິຂອງພວກເຂົາ, ແຕ່ພວກເຂົາກັບປິດກັ້ນບໍ່ຍອມມອບສິດທິຂອງພວກເຮົາ, ທ່ານຈະສັ່ງໃຫ້ພວກເຮົາເຮັດແນວໃດ?” ທ່ານນະບີ ສັລລັລລໍຮຸ ອະໄລຮິ ວະສັລລຳ ບໍ່ໄດ້ຕອບ. ຫຼັງຈາກນັ້ນ ລາວກໍ່ຖາມອີກເທື່ອ, ທ່ານຈຶ່ງຕອບວ່າ: “ພວກເຈົ້າຈົ່ງເຊື່ອຟັງ ແລະ ປະຕິບັດຕາມເຂົາ, ເພາະແທ້ຈິງຜູ້ນຳເຫຼົ່ານັ້ນຕ້ອງຮັບຜິດຊອບໃນສ່ວນທີ່ພວກຂອງເຂົາຕ້ອງປະຕິບັດ, ສ່ວນພວກເຈົ້າກໍ່ຕ້ອງຮັບຜິດຊອບຕໍ່ຫນ້າທີ່ໃນສ່ວນທີ່ພວກເຈົ້າຕ້ອງປະຕິບັດ”
ແລະ ສ່ວນໜຶ່ງຂອງສິດທິທີ່ຜູ້ນຳຄວນໄດ້ຮັບຈາກປະຊາຊົນ ຄື: • ປະຊາຊົນຕ້ອງຊ່ວຍເຫຼືອ ແລະ ສະໜັບສະໜຸນພາລະກິດ ແລະ ໜ້າທີ່ຂອງຜູ້ນຳ ດ້ວຍການຊ່ວຍເຫຼືອຜູ້ນຳໃນການດຳເນີນກິດຈະການທີ່ພວກເຂົາໄດ້ຮັບອາມານະຫ໌ມາ ແລະ ໃຫ້ແຕ່ລະຄົນຮູ້ຈັກບົດບາດ ແລະ ຫນ້າທີ່ຮັບຜິດຊອບຂອງຕົນໃນສັງຄົມ ຈົນກວ່າທຸກ ໆ ຢ່າງຈະສາມາດດຳເນິນໄປຕາມແນວທາງທີ່ພືງສົງ ເພາະ ຖ້າຫາກຜູ້ນຳບໍ່ໄດ້ຮັບການສະໜັບສະໜຸນ ແລະ ຊ່ວຍເຫຼືອຈາກປະຊາຊົນ ໃນພາລະກິດ ແລະ ຫນ້າທີ່ີຮັບຜິດຊອບຂອງພວກເຂົາ, ພາລະກິດຂອງເຂົາກໍຈະບໍ່ສາມາດດຳເນິນໃຫ້ສໍາເລັດໄດ້ຕາມແນວທາງທີ່ພືງສົງໄດ້.
*
ແປດ : ສິດທິຂອງເພື່ອນບ້ານ
ເພື່ອນບ້ານ ໝາຍເຖິງ ຜູ້ທີ່ມີເຮືອນຢູ່ໃກ້ກັບເຮືອນຂອງທ່ານ ເພື່ອນບ້ານມີສິດທິທີ່ຄວນຈະໄດ້ຮັບຈາກທ່ານຫຼາຍປະການ, ຖ້າເພື່ອນບ້ານຂອງທ່ານມີຄວາມສຳພັນເປັນຍາດກັບທ່ານ ແລະ ເປັນມຸສລິມ, ເຂົາຄວນໄດ້ຮັບສິດທິ 3 ປະການຄື: 1. ສິດທິໃນຖານະເປັນເພື່ອນບ້ານ 2. ສິດທິໃນຖານະເປັນຍາດ 3. ສິດທິໃນຖານະພີ່ນ້ອງມຸສລິມ, ຖ້າເພື່ອນບ້ານເປັນມຸສລິມ ແຕ່ບໍ່ໄດ້ເປັນຍາດພີ່ນ້ອງຂອງທ່ານ, ເຂົາຄວນໄດ້ຮັບສິດທິ 2 ປະການ: 1. ສິດທິໃນຖານະເປັນເພື່ອນບ້ານ 2. ສິດທິໃນຖານະພີ່ນ້ອງມຸສລິມ ເຊັ່ນດຽວກັນ, ຖ້າເພື່ອນບ້ານເປັນຍາດພີ່ນ້ອງຂອງທ່ານ ແຕ່ບໍ່ແມ່ນມຸສລິມ, ເຂົາກໍຄວນໄດ້ຮັບສິດທິ 2 ປະການເຊັ່ນກັນ: 1. ສິດທິໃນຖານະເປັນເພື່ອນບ້ານ 2. ສິດທິໃນຖານະເປັນຍາດພີ່ນ້ອງ ສ່ວນເພື່ອນບ້ານທີ່ບໍ່ແມ່ນຍາດພີ່ນ້ອງກັບທ່ານ ແລະ ບໍ່ແມ່ນມຸສລິມ, ເຂົາຄວນໄດ້ຮັບສິດທິພຽງປະການດຽວ ແມ່ນ: ສິດທິໃນຖານະເປັນເພື່ອນບ້ານ.
ພຣະອົງອັລລໍຫ໌ ຕະອາລາ ໄດ້ຕຣັດວ່າ: " ແລະ ຈົ່ງເຮັດດີຕໍ່ບິດາມານດາ ເຄືອຍາດທີ່ໃກ້ຊິດ ເດັກກຳພ້າ ແລະ ຜູ້ຂັດສົນ ແລະ ເພື່ອນບ້ານທີ່ມີຄວາມສຳພັນທາງເຄືອຍາດ ແລະ ຫມູ່ທີ່ບໍ່ມີສຳພັນທາງເຄືອຍາດພີ່ນ້ອງ" (ອັນ-ນິຊາ : 36) ທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະຊັລລຳ ໄດ້ກ່າວວ່າ: "ທ່ານເທວະທູດຢິບຣີລ ຄອຍກຳຊັບສັ່ງເສຍຂ້ອຍຢູ່ສະເໝີໃຫ້ປະພຶດດີຕໍ່ເພື່ອນບ້ານ ຈົນຂ້ອຍຄາດຄິດເຖິງຂັ້ນວ່າເຂົາຈະໃຫ້ເພື່ອນບ້ານໄດ້ມີສິດຮັບມໍຣະດົກກັນເລີຍ" ບັນທຶກໂດຍ: ມຸດຕະຟາກຸລອະໄລ.
ດັ່ງນັ້ນ ສ່ວນໜຶ່ງຂອງສິດທິທີ່ເພື່ອນບ້ານຄົນໜຶ່ງຄວນຈະໄດ້ຮັບຈາກອີກຄົນໜຶ່ງນັ້ນກໍ່ຄື ການປະພຶດດີຕໍ່ເຂົາດ້ວຍສິ່ງຕ່າງ ໆ ທີ່ສາມາດເຮັດໄດ້ ບໍ່ວ່າຈະເປັນ ດ້ວຍຊັບສິນ ຊື່ສຽງ ບາລະມີ ຫຼື ສິ່ງທີ່ເກີດປະໂຫຍດ, ທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະຊັລລຳ ໄດ້ກ່າວວ່າ: "ເພື່ອນບ້ານທີ່ປະເສິດທີ່ສຸດໃນສາຍຕາຂອງອັລລໍຮ໌ ຄືເພື່ອນບ້ານທີ່ປະພຶດປະຕິບັດດີທີ່ສຸດຕໍ່ເພື່ອນບ້ານຂອງເຂົາ" ທ່ານນະບີຫຍັງກ່າວອີກວ່າ: "ຜູ້ໃດທີ່ສັດທາຕໍ່ອັລລໍຮ໌ ແລະ ວັນອາຄິເຣາະ ເຂົາກໍ່ຈົ່ງປະພຶດດີຕໍ່ເພື່ອນບ້ານຂອງເຂົາ" ແລະ ທ່ານນະບີກ່າວແກ່ອະບູ ຊັຣ ວ່າ: "ໂອ້ ອະບູ ຊັຣ ເມື່ອເຈົ້າຕົ້ມນ້ຳແກງ ໃຫ້ເຈົ້າເພີ່ມນ້ຳໃຫ້ຫຼາຍ ໆ ແລະ ຈົ່ງແບ່ງປັນໃຫ້ກັບເພື່ອນບ້ານຂອງເຈົ້ານຳ"
ໃນບັນດາວິທີການປະພຶດເຮັດດີຕໍ່ເພື່ອນບ້ານຄື ການມອບຂອງຂວັນຕາມໂອກາດ ແລະ ເທດສະການຕ່າງໆ ເພາະຂອງຂວັນເປັນສິ່ງທີ່ເຮັດໃຫ້ເກີດຄວາມຮັກ ແລະ ສະໜິດສະໜົມແນ່ນແຟ້ນຍິ່ງຂຶ້ນ ແລະ ຂະຈັດຄວາມບາດໝາງ ແລະ ຄວາມເປັນສັດຕູກັນ.
ແລະ ສ່ວນໜຶ່ງຂອງສິດທິທີ່ເພື່ອນບ້ານຄວນປະພຶດຕໍ່ເພື່ອນບ້ານຄື ການລະງັບຈາກການສ້າງຄວາມເດືອດຮ້ອນແກ່ເຂົາທັງໃນດ້ານຄຳເວົ້າຈາ ແລະ ການກະທຳ. ທ່ານນະບີ ຊໍລລັລລໍຮຸ ອະລັຍຮິ ວະຊັລລຳ ໄດ້ກ່າວວ່າ: “ຂ້ອຍຂໍສາບານຕໍ່ອັລລໍຮ໌ ເຂົາຫຍັງບໍ່ແມ່ນຜູ້ສັດທາ ເຂົາຫຍັງບໍ່ແມ່ນຜູ້ສັດທາ” ມີຄົນຖາມວ່າ: ໃຜກັນເດ ໂອ້ທ່ານສາດສະນະທູດ? ທ່ານຕອບວ່າ: “ຜູ້ທີ່ເພື່ອນບ້ານຂອງເຂົາບໍ່ປອດໄພຈາກການອະທຳ ແລະ ຄວາມຊົ່ວຮ້າຍຂອງເຂົາ” ໃນອີກລາຍງານໜຶ່ງ ທ່ານກ່າວວ່າ: “ຈະບໍ່ໄດ້ເຂົ້າສວນສະຫວັນ ສຳຫຼັບຜູ້ທີ່ເພື່ອນບ້ານຂອງເຂົາບໍ່ປອດໄພຈາກການອະທຳ ແລະ ຄວາມຊົ່ວຮ້າຍຂອງເຂົາ " ຄຳວ່າ *البوائق* ແປວ່າ: ຄວາມຊົ່ວຮ້າຍ ເພາະສະນັ້ນ ຜູ້ໃດທີ່ເພື່ອນບ້ານຂອງເຂົາບໍ່ປອດໄພຈາກຄວາມຊົ່ວຮ້າຍຂອງເຂົາ ຜູ້ນັ້ນບໍ່ແມ່ນຜູ້ສັດທາ ແລະ ເຂົາຈະບໍ່ໄດ້ເຂົ້າສວນສະຫວັນ.
ໃນປັດຈຸບັນ ມີຜູ້ຄົນຈຳນວນຫຼາຍ ທີ່ບໍ່ເອົາໃຈໃສ່ຕໍ່ສິດທິຂອງເພື່ອນບ້ານ ແລະ ເພື່ອນບ້ານຂອງເຂົາກໍ່ບໍ່ປອດໄພຈາກຄວາມຊົ່ວເລວຊາມຂອງພວກເຂົາ ທ່ານຈະພົບວ່າພວກເຂົາມັກໂຕ້ຖຽງກັບເພື່ອນຢູ່ຕະຫຼອດເວລາ ມັກທະເລາະວິວາດ ລ່ວງວະເມິດສິດ ແລະ ສ້າງຄວາມເດືອດຮ້ອນໃຫ້ແກ່ເພື່ອນບ້ານ ທັ້ງຄຳເວົ້າ ແລະ ການກະທຳ, ສິ່ງທັ້ງໝົດເຫຼົ່ານັ້ນລ້ວນຂັດກັບຄຳສັ່ງຂອງອັລລໍຮ໌ ແລະ ສາດສະນະທູດຂອງພຣະອົງ ແລະ ເປັນຕົ້ນເຫດໃຫ້ເກິດການແຕກແຍກໃນຊາວປະຊາຄົມມຸສລິມ ເຮັດໃຫ້ຈິດໃຈຂອງພວກເຂົາເຫິນຫ່າງກັນ ແລະ ບໍ່ໃຫ້ກຽດບໍ່ເຄົາລົບກັນເຊິງກັນແລະກັນ.
*
ເກົ້າ : ສິດທິຂອງມຸສລິມທົ່ວໄປ
ມີສິດທິຫຼາຍປະການທີ່ມຸສລິມແຕ່ລະຄົນພຶງປະຕິບັດຕໍ່ພີ່ນ້ອງຂອງຕົນ ສ່ວນໜຶ່ງໃນບັນດາສິດທິເຫຼົ່ານັ້ນຄື ຄໍາກ່າວຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ຕາມທີ່ຖືກລາຍງານໃນຮະດີຊສໍຮີຫ໌ ມີເນື້ອຄວາມວ່າ: “ສິດທິຂອງມຸສລິມທີ່ພຶງປະຕິບັດຕໍ່ມຸສລິມມີຫົກປະການ: ຄືເມື່ອທ່ານພົບເຈີກັນ ທ່ານຈົ່ງໃຫ້ສະລາມແກ່ເຂົາ, ເມື່ອເຂົາເຊີນທ່ານ ທ່ານກໍ່ຈົ່ງຕອບຮັບຄໍາເຊີນຂອງເຂົາ, ເມື່ອເຂົາຂໍຄໍາຊີ້ແນະ ແລະ ການຕັກເຕືອນຈາກທ່ານ ທ່ານກໍ່ຈົ່ງໃຫ້ຄໍາຊີ້ແນະ ແລະ ຕັກເຕືອນເຂົາ, ເມື່ອເຂົາຈາມ ແລະ ໄດ້ກ່າວສັນລະເສີນອັລລໍຮ໌ ທ່ານກໍ່ຈົ່ງອະທິຖານໃຫ້ເຂົາ, ເມື່ອເຂົາເຈັບໄຂ້ ທ່ານກໍ່ຈົ່ງໄປຢ້ຽມຢາມເຂົາ, ແລະ ເມື່ອເຂົາເສຍຊີວິດ ທ່ານກໍ່ຈົ່ງຮ່ວມສົ່ງສົບ/ຈະນາຊະຫ໌ຂອງເຂົາ.” ຮາດິຊນີ້ໄດ້ຊີ້ແຈງເຖິງບັນດາສິດທິທີ່ມຸສລິມຄົນໜຶ່ງພຶງປະຕິບັດຕໍ່ພີ່ນ້ອງຂອງເຂົາ ມີດັ່ງນີ້:
ສິດທິທີ່ໜຶ່ງ: ການໃຫ້ສະລາມ ການໃຫ້ສະລາມແມ່ນ ສຸນນະຫ໌ມູອັກກັດ (ສຸນນະຫ໌ທີ່ຖືກເນັ້ນຍ້ຳໃຫ້ປະຕິບັດ) ເນື່ອງຈາກສະລາມເປັນສາເຫດໜຶ່ງທີ່ຈະເຮັດໃຫ້ຊາວມຸສລິມຮູ້ສຶກຮັກໃຄ່ ແລະ ຫ່ວງໃຍກັນ. ຕາມຄໍາກ່າວຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ມີຄວາມວ່າ: “ພວກທ່ານຈະບໍ່ສາມາດເຂົ້າສວນສະຫວັນໄດ້ ຈົນກວ່າພວກທ່ານຈະສັດທາ, ແລະ ພວກທ່ານຈະບໍ່ມີອີມານສັດທາຢ່າງແທ້ຈິງ ຈົນກວ່າພວກທ່ານຈະຮັກໃຄ່ກັນ ເອົາບໍ່?ຂ້ອຍຈະບອກຫຍັງໃຫ້ພວກທ່ານ ເມື່ອພວກທ່ານປະຕິບັດແລ້ວ ມັນຈະເຮັດໃຫ້ພວກທ່ານຮັກໃຄ່ໃນໜູ່ຂອງພວກທ່ານ ນັ່ນກໍ່ຄື: ຈົ່ງໂປຍສະລາມໃຫ້ແກ່ກັນໃນລະຫວ່າງພວກທ່ານ.”
ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ມັກໃຫ້ສະລາມກ່ອນແກ່ຜູ້ທີ່ທ່ານໄດ້ພົບເຫັນສະເໝີ ແລະ ທ່ານຍັງໃຫ້ສະລາມແກ່ເດັກນ້ອຍເມື່ອທ່ານຢາງຜ່ານພວກເຂົາອີກດ້ວຍ.
ສຸນນະຮ໌ໄດ້ຊີ້ແນະໃຫ້: • ຜູ້ນ້ອຍໃຫ້ສະລາມກ່ອນແກ່ຜູ້ໃຫຍ່ • ກຸ່ມທີ່ມີຈໍານວນນ້ອຍໃຫ້ສະລາມກ່ອນແກ່ກຸ່ມທີ່ມີຈໍານວນຫຼາຍ • ຜູ້ທີ່ຢູ່ບົນພາຫະນະໃຫ້ສະລາມກ່ອນແກ່ຜູ້ທີ່ກຳລັງຍ່າງ ແຕ່ຫາກຜູ້ທີ່ສົມຄວນໃຫ້ສະລາມກ່ອນບໍ່ໄດ້ໃຫ້ສະລາມ ກໍ່ໃຫ້ອີກຝ່າຍໜຶ່ງເປັນຜູ້ໃຫ້ກ່ອນ ເພື່ອບໍ່ໃຫ້ຂາດການໃຫ້ສະລາມ ເຊັ່ນ: • ເມື່ອຜູ້ນ້ອຍ ຫຼື ເດັກບໍ່ເລິ່ມໃຫ້ສະລາມກ່ອນ ກໍ່ໃຫ້ຜູ້ໃຫຍ່ເປັນຜູ້ເລິ່ມໃຫ້ສະລາມແທນ • ແລະ ເມື່ອກຸ່ມຈຳນວນນ້ອຍບໍ່ເລິ່ມໃຫ້ສະລາມ ແກ່ກຸ່ມຈຳນວນຫຼາຍກວ່າ ກໍ່ໃຫ້ກຸ່ມຈຳນວນຫຼາຍໃຫ້ສະລາມແທນ ເພື່ອໃຫ້ໄດ້ຜົນບຸນຈາກການໃຫ້ ແລະ ການຮັບສະລາມ
ທ່ານອຳມາຣ ບິນ ຢາສິຣ (ຣ.ດ.) ໄດ້ກ່າວວ່າ: “ມີສາມຢ່າງ ທີ່ຜູ້ໃດສາມາດລວບລວມໄວ້ກັບຕົນໄດ້ສະແດງວ່າລາວໄດ້ລວບລວມອີມານ ຫຼື ຄວາມສັດທາໄວ້ແລ້ວ ນັ່ນຄື: ມີຈິດໃຈທີ່ທຽງແທ້ຕໍ່ຄົນອື່ນ, ໂປຍສະລາມໃຫ້ຜູ້ຄົນ (ທັງທີ່ຮູ້ຈັກ ແລະ ບໍ່ຮູ້ຈັກ), ແລະ ການໃຊ້ຈ່າຍ ຫຼື ບໍລິຈາກສັບສິນໃນຂະນະທີ່ຕົນຂັດສົນ”
ການໃຫ້ສະລາມກ່ອນແມ່ນສຸນນະຮ໌ທີ່ໄດ້ຮັບການສົ່ງເສີມ, ໃນຂະນະດຽວກັນ ການຕອບຮັບສະລາມແມ່ນ ຟັຣຎດູກິຟາຍະຮ໌ (ຄືການຮັບຜິດຊອບຮ່ວມກັນ) ເມື່ອມີບາງຄົນໃນກຸ່ມໄດ້ຕອບ ກໍ່ຖືວ່າພຽງພໍສໍາລັບທຸກຄົນແລ້ວ ດັງນັ້ນ ເມື່ອມີການໃຫ້ສະລາມຕໍ່ກຸ່ມຊົນຈຳນວນໜຶ່ງ ແລ້ວມີຄົນໃນຄົນໜຶ່ງໃນຈຳນວນພວກເຂົາໄດ້ຕອບຮັບສະລາມກໍ່ຖືວ່າພຽງພໍ ແລະ ໃຊ້ໄດ້ແລ້ວສຳຫຼັບທຸກຄົນ, ອັລລໍຫ໌ຕຣັດວ່າ: " ແລະ ເມື່ອມີຄົນກ່າວສະລາມແກ່ພວກເຈົ້າ (ອັສລາມມຸອະໄລກຸມ) ພວກເຈົ້າຈົ່ງຕອບສະລາມເຂົາດ້ວຍສະລາມທີ່ດີກວ່າ (ວະອາໄລກຸມ ມຸສລາມ ວະເຣາະມາຕຸລລໍຫ໌) ຫຼືຕອບກັບເຂົາເທົ່າກັບທີ່ເຂົາກ່າວມາ (ວະອາໄລກຸມ ມຸສລາມ)" (ອັນ-ນິສາ :86) ດັ່ງນັ້ນ ການຕອບສະລາມດ້ວຍຄໍາວ່າ "ຍິນດີຕ້ອນຮັບ (ອະຫ໌ລັນ ວະ ສະຮ໌ລັນ)" ແຕ່ຢ່າງດຽວ ບໍ່ຖືວ່າພຽງພໍ ເນື່ອງຈາກຄໍາກ່າວນີ້ບໍ່ແມ່ນການຕອບຮັບສະລາມທີ່ດີກວ່າ ຫຼື ທຽບເທົ່າກັນ. ເພາະສະນັ້ນຫາກມີຄົນກ່າວ : (ອັສສະລາມມຸ ອະໄລກຸມ) ທ່ານກໍ່ຈົ່ງຕອບໄປວ່າ: ( ວະອາໄລ ກຸມມຸສ ສະລາມ) ແລະ ເມື່ອມີຄົນກ່າວ "ອະຫ໌ລັນ" ສະບາຍດີ, ທ່ານກໍ່ຕອບ "ອະຫ໌ລັນ" ໂດຍສະບາຍດີ, ຖ້າເພີ່ມສຳນວນທີ່ດີກວ່າຂຶ້ນ ກໍ່ເປັນສິ່ງທີ່ປະເສີດກວ່າ.
ສິດທິທີ່ສອງ: ເມື່ອມຸສລິມຄົນໜຶ່ງເຊີນຊວນທ່ານ ທ່ານກໍ່ຈົ່ງຮັບຄໍາເຊີນຂອງເຂົາ ໝາຍຄວາມວ່າ ເມື່ອມີພີ່ນ້ອງມຸສລິມເຊີນທ່ານໄປບ້ານ ເພື່ອກິນເຂົ້າ ຫຼື ເພື່ອເຮັດທຸລະອື່ນໆ ທ່ານກໍ່ຈົ່ງຮັບຄໍາເຊີນຂອງເຂົາ ການຮັບຄໍາເຊີນແມ່ນ ສຸນນະຮ໌ ມູອັກກັດ (ເນັ້ນໃຫ້ເຮັດ) ເນື່ອງຈາກການຮັບຄໍາເຊີນຈະຊ່ວຍເຮັດໃຫ້ຈິດໃຈຂອງຜູ້ເຊີນມີຄວາມຍິນດີ (ບໍ່ເສຍຄວາມຮູ້ສຶກ) ແລະ ເຮັດໃຫ້ເກີດຄວາມຮັກໃຄ່ສະນິດສະໜົມກັນ.
ແຕ່ສໍາລັບການຮັບຄໍາເຊີນສູ່ງານແຕ່ງງານ (ວະລີມະຫ໌) ນັ້ນເປັນສິ່ງທີ່ ວາຈິບ (ຈໍາເປັນ), ດ້ວຍເງື່ອນໄຂທີ່ຖືກກໍານົດ ເນື່ອງຈາກທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວວ່າ: "ແລະຜູ້ໃດບໍ່ຕອບຮັບຄໍາເຊີນ ແທ້ຈິງລາວໄດ້ຝ່າຝືນຕໍ່ອັລລໍຮ໌ ແລະ ຣໍສຸນຂອງພຣະອົງແລ້ວ"
ແລະ ເປັນໄປໄດ້ວ່າ ຄໍາກ່າວຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ທີ່ວ່າ: "ເມື່ອເຂົາເຊີນຊວນທ່ານ ທ່ານກໍ່ຈົ່ງຮັບຄໍາເຊີນຂອງເຂົາ" ນັ້ນ ຄອບຄຸມໄປຈົນເຖິງການເຊີນໄປຊ່ວຍເຫລືອເຂົາດ້ວຍ ເພາະທ່ານຖືກສັ່ງໃຫ້ຕອບຮັບຄໍາເຊີນເຂົາ ດັ່ງນັ້ນ ເມື່ອມີຄົນຮຽກ ແລະ ເຊີນຊວນໃຫ້ທ່ານໄປຊ່ວຍເຂົາຍົກສິ່ງໃດສິ່ງໜຶ່ງ/ວ່າງສິ່ງໃດສິ່ງໜຶ່ງ ຫຼື ອື່ນໆ ທ່ານກໍ່ຈຳເປັນຕ້ອງໄປຊ່ວຍເຂົາ ເພາະທ່ານຖືກສັ່ງໃຫ້ປະຕິບັດເຊັ່ນນັ້ນ; ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ຍັງໄດ້ກ່າວອີກວ່າ: "ໜ້າທີ່ຂອງຜູ້ສັດທາຄົນໜຶ່ງທີ່ມີຕໍ່ຜູ້ສັດທາອີກຄົນໜຶ່ງ ເປັນດັ່ງອາຄານໜຶ່ງທີ່ແຕ່ລະສ່ວນຂອງອາຄານຕ່າງຍຶດໜ່ຽວເຊິ່ງກັນໄວ້."
ສິດທິທີ່ສາມ: ເມື່ອມຸສລິມຄົນໜຶ່ງຂໍຄໍາຊີ້ແນະ ແລະ ການຕັກເຕືອນຈາກທ່ານ ທ່ານກໍ່ຈົ່ງໃຫ້ຄໍາຊີ້ແນະແກ່ເຂົາ ຫມາຍຄວາມວ່າ: ເມື່ອມຸສລິມຄົນໜຶ່ງມາຫາທ່ານ ເພື່ອຂໍໃຫ້ທ່ານຊ່ວຍຕັກເຕືອນ ແລະ ຊີ້ແນະໃຫ້ເຂົາ ທ່ານກໍ່ຈົ່ງຊີ້ແນະ ແລະ ໃຫ້ຄຳຕັກເຕືອນແກ່ເຂົາ ເພາະການຕັກເຕືອນເປັນສ່ວນໜຶ່ງຂອງສາສນາ. ດັ່ງຄໍາກ່າວຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ຄວາມວ່າ: "ສາສະຫນາຄືການນະຊີຮະຫ໌ (ການຊີ້ແນະ ແລະ ປາດຖະນາດີ) ຕໍ່ອັລລໍຮ໌ ຕໍ່ຣໍຊູນຂອງພຣະອົງ ຕໍ່ບັນດາຜູ້ນຳຂອງຊາວມຸສລິມ ແລະ ຕໍ່ຊາວມຸສລິມທຸກຄົນ"
ແຕ່ຖ້າຫາກລາວບໍ່ໄດ້ມາຂໍໃຫ້ທ່ານຊີ້ແນະ ແລະ ທ່ານຮູ້ວ່າລາວກໍາລັງຈະພົບກັບອັນຕະລາຍ ຫຼື ເຂົາຈະໄປເຮັດຄວາມຜິດ ທ່ານກໍ່ຈໍາເປັນ (ວາຈິບ) ຕ້ອງຕັກເຕືອນ ແລະ ຊີ້ແນະເຂົາ ແລະ ຖືວ່າເປັນໜ້າທີ່ຮັບຜິດຊອບຂອງທ່ານເຖິງແມ້ວ່າເຂົາບໍ່ໄດ້ມາຂໍຄຳຕັກເຕືອນຈາກທ່ານກໍ່ຕາມ ; ເພາະການຕັກເຕືອນດັງກ່າວເປັນການຂະຈັດອັນຕະລາຍ ແລະ ສິ່ງທີ່ບໍ່ດີງາມຢ່າງໜຶ່ງຈາກພີ່ນ້ອງມຸສລິມຂອງທ່ານ ແຕ່ຖ້າຫາກວ່າສິ່ງທີ່ເຂົາຈະເຮັດບໍ່ໄດ້ກໍ່ອັນຕະລາຍ ຫຼື ຄວາມຜິດບາບ ແລະ ທ່ານເຫັນວ່າສິ່ງນັ້ນອາດຈະເຮັດໃຫ້ເກິດປະໂຫຍດຕໍ່ຜູ້ອື່ນຫຼາຍກວ່າເຂົາ ທ່ານກໍ່ບໍ່ຈໍາເປັນຈະຕ້ອງໃຫ້ນະຊີຮະຫ໌ໃດໆ ແກ່ເຂົາ ຍົກເວັ້ນແຕ່ເຂົາຈະມາຂໍຄໍາຊີ້ແນະຈາກທ່ານ ເມື່ອຮອດເວລານັ້ນທ່ານຈຶງຈຳເປັນຕ້ອງຊີ້ເເນະ ແລະ ຕັກເຕືອນເຂົາ.
ສິດທິທີ່ສີ່: ເມື່ອມຸສລິມຄົນໜຶ່ງຈາມ ແລະ ກ່າວສັນລະເສິນເຖິງອັລລໍຮ໌ ທ່ານກໍ່ຈົ່ງຂໍດຸອາໃຫ້ແກ່ເຂົາ ຫມາຍຄວາມວ່າ: ເມື່ອມຸສລິມຄົນໜຶ່ງຈາມ ແລະ ກ່າວວ່າ:) (الحمد لله “ອັລຮຳດຸລິລລາຫ໌” (ຫມາຍເຖິງ: ມວນການສັນເສິນທັ້ງມວນເປັນເອກະສິດຂອງອັລລໍຮ໌ແຕ່ຜູ້ດຽວ), ທ່ານກໍ່ຈົ່ງຕອບກັບວ່າ: (يرحمك االله)"ຢັຣຮຳມຸກຸລລໍຮ໌" (ຫມາຍເຖິງ: ຂໍໃຫ້ອັລລໍຮ໌ເມດຕາແກ່ທ່ານ) ເພື່ອເປັນການຂອບໃຈແກ່ເຂົາ ທີ່ໄດ້ກ່າວສັນລະເສິນພຣະອັລລໍຮ໌ຂອງເຂົາໃນຂະນະທີ່ຈາມ. ແຕ່ຫາກລາວຈາມແລ້ວບໍ່ໄດ້ກ່າວສັນລະເສິນເຖິງອັລລໍຮ໌ ເຂົາບໍ່ສົມຄວນໄດ້ຮັບຄໍາຂໍດຸອານີ້ ແລະ ບໍ່ຈໍາເປັນທີ່ທ່ານຈະຕ້ອງກ່າວຕອບ ເພາະໃນເມື່ອລາວບໍ່ໄດ້ກ່າວຄຳສັນລະເສິນຕໍ່ອັລລໍຫ໌ ຜົນຕອບແທນຂອງເຂົາກໍ່ຄື ການບໍ່ສົມຄວນທີ່ຈະໄດ້ຮັບດູອາດັງກ່າວ
ການຂໍດຸອາໃຫ້ແກ່ຜູ້ຈາມ ເມື່ອລາວໄດ້ກ່າວສັນລະເສິນຕໍ່ອັລລໍຮ໌ ເປັນສິ່່ງທີ່ຈຳເປັນ (ວາຈິບ) ຕ້ອງຕອບກັບດ້ວຍຄຳກ່າວ "يَهْدِيْكُمُ اللهُ وَيُصْلِحُ بَالَكُمْ" ຍະຫ໌ດີກຸມຸລລໍຫ໌ ວະ ຍຸສລິຫ໌ ບາລະກຸມ (ແປວ່າ: ຂໍອັລລໍຮ໌ໂປດປະທານທາງນຳແກ່ທ່ານ ແລະ ແກ້ໄຂ້ສະພາບຄວາມເປັນຢູ່ຂອງທ່ານໃຫ້ປອດໄພ ແລະ ດີຂຶ້ນ)
ແລະ ຖ້າຫາກວ່າຜູ້ຈາມໄດ້ຈາມຢ່າງຕໍ່ເນືື່ອງກໍ່ຈົ່ງອວຍພອນດູອາໃຫ້ແກ່ລາວຈົນຄົບສາມເທື່ອ ແລະ ຖ້າຍັງຈາມອີກ ໃຫ້ທ່ານປ່ຽນໄປດູອາດ້ວຍຄຳກ່າວວ່າ: "عَافَاكَ اللهُ" "ອາຟາກັລລໍຫ໌" (ແປວ່າ: ຂໍອັລລໍຮ໌ໂປດໃຫ້ທ່ານຫາຍຈາກຄວາມເຈັບໄຂ້ດ້ວຍເຖິດ).
ສິດທິທີ່ຫ້າ: ເມື່ອມຸສລິມຄົນໜຶ່ງເຈັບປ່ວຍ ທ່ານກໍ່ຈົ່ງໄປຢ້ຽມຢາມເຂົາ ການໄປຢ້ຽມຜູ້ປ່ວຍເປັນສິດທິທີ່ພີ່ນ້ອງຊາວມຸສລິມຄວນປະຕິບັດຕໍ່ກັນ ດັ່ງນັ້ນ ມຸສລິມທຸກຄົນຈຶ່ງຈໍາເປັນ (ວາຈິບ) ຕ້ອງໄປຢ້ຽມພີ່ນ້ອງທີ່ປ່ວຍໄຂ້ ໂດຍຉສະເພາະຢ່າງຍິ່ງຖ້າຫາກວ່າຜູ້ປ່ວຍເປັນຍາດພີ່ນ້ອງ ຫຼື ມິດສະຫາຍ ຫຼື ເພື່ອນບ້ານ ກໍ່ຍິ່ງຈຳເປັນຕ້ອງໄປຢ້ຽມຢາມພວກເຂົາ.
ການໄປຢ້ຽມຄວນຂື້ນກັບສະພາບຂອງຜູ້ປ່ວຍ ແລະ ສະພາບຂອງໂລກໄຂ້ໄດ້ເຈັບ ບາງຄັ້ງອາດຈະຕ້ອງໄປຢ້ຽມຫຼາຍໆຄັ້ງ ແລະ ບາງຄັ້ງອາດຈະພຽງພໍຄັ້ງດຽວ ຫຼື ສອງຄັ້ງເທົ່ານັ້ນ. ດັ່ງນັ້ນ ທາງທີ່ດີຄວນພິຈາລະນາເຖິງສະພາບຂອງຜູ້ປ່ວຍ ແລະ ໂລກໄຂ້ໄດ້ເຈັບຂອງເຂົາດ້ວຍ.
ສໍາລັບຜູ້ໄປຢ້ຽມຄົນປ່ວຍມີສຸນນະຫ໌ໃຫ້ສອບຖາມເຖິງສະພາບ ແລະ ອາການຂອງຜູ້ປ່ວຍ, ຂໍດຸອາໃຫ້ກັບເຂົາ ແລະ ເວົ້າປອບໃຈໃຫ້ເຂົາຢ່າວິຕົກກັງວົນ ແລະ ມີຄວາມຫວັງເພາະສິ່ງເຫຼົ່ານີ້ຈະເປັນສາເຫດໜຶ່ງທີ່ຈະເຮັດໃຫ້ຜູ້ປ່ວຍມີອາການດີຂຶ້ນ ແລະ ຫາຍປ່ວຍໄວຂຶ້ນ. ຜູ້ຢ້ຽມຄວນຈະກ່າວເຕືອນສະຕິໃຫ້ຜູ້ປ່ວຍເຮັດເຕົາບັດ (ກັບໃຈຕໍ່ອັລລໍຮ໌) ດ້ວຍສໍານວນທີ່ອ່ອນໂຍນບໍ່ເຮັດໃຫ້ເຂົາຕົກໃຈຢ້ານ ເຊັ່ນ: ການປ່ວຍຂອງທ່ານໃນຄັ້ງນີ້ ເທົ່າກັບວ່າທ່ານໄດ້ຮັບຄວາມດີງາມ ເນື່ອງຈາກການປ່ວຍເປັນສິ່ງທີ່ອັລລໍຮ໌ໃຊ້ໃນການລົບລ້າງບາບ ແລະ ຂະຈັດຄວາມຜິດຕ່າງໆ ແລະ ຫວັງວ່າດ້ວຍການທີ່ທ່ານຕ້ອງພັກຢູ່ບ່ອນດຽວ ຈະເຮັດໃຫ້ທ່ານໄດ້ຮັບຜົນບຸນທີ່ລາກຫຼາຍ ດ້ວຍການລຳລຶກເຖິງອັລລໍຮ໌ ຂໍອະໄພຈາກພຣະອົງ ແລະ ຂໍດຸອາຕໍ່ພຣະອົງໃຫ້ຫຼາຍໆ.
ສິດທິທີ່ຫົກ : ເມື່ອມຸສລິມຄົນໜຶ່ງເສຍຊີວິດ ທ່ານກໍ່ຈົ່ງຕາມສົ່ງສົບຂອງເຂົາ ການຕາມໄປສົ່ງຈະນາຊະຫ໌ (ສົບ) ແມ່ນໜຶ່ງໃນສິດທິທີ່ມຸສລິມຄວນປະຕິບັດຕໍ່ພີ່ນ້ອງຂອງເຂົາ ພ້ອມກັນນັ້ນ ການຕາມສົ່ງຈະນາຊະຫ໌ຍັງໄດ້ຮັບຜົນບຸນຢ່າງຫຼວງຫຼາຍ, ດັ່ງຄຳກ່າວຂອງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ກ່າວວ່າ: “ຜູ້ໃດທີ່ຕາມຈະນາຊະໄປຈົນກະທັ່ງເຂົາລະໝາດໃຫ້ສົບນັ້ນ ເຂົາຈະໄດ້ຮັບຜົນບຸນເທົ່າກັບ 1 ກີຣອດ. ແລະ ຜູ້ໃດທີ່ຕາມໄປຈົນກວ່າສົບຈະຖືກຝັງ ເຂົາຈະໄດ້ 2 ກີຣອດ" ມີຜູ້ຖາມວ່າ 2 ກີຣອດ ແມ່ນຫຍັງ? ທ່ານນະບີຕອບວ່າ: “ເທົ່າກັບພູເຂົາໃຫຍ່ 2 ລູກ”.
ແລະ ສ່ວນໜຶ່ງຂອງສິດທິທີ່ມຸສລິມຄວນປະຕິບັດຕໍ່ພີ່ນ້ອງມຸສລິມຄື ການບໍ່ສ້າງຄວາມເດືອດຮ້ອນແກ່ເຂົາ ເພາະການສ້າງເດືອດຮ້ອນແກ່ຊາວມຸສລິມເປັນບາບໃຫຍ່, " ແລະ ບັນດາຜູ້ທີ່ມັກສ້າງຄວາມເດືອດຮ້ອນດ້ວຍການເວົ້າເທັດຕໍ່ບັນດາຜູ້ສັດທາຊາຍ ແລະ ຍິງໃນສິ່ງທີ່ພວກເຂົາບໍ່ໍ່ໄດ້ເຮັດ ແທ້ຈິງພວກເຂົາໄດ້ແບກຮັບຄວາມເທັດ ແລະ ບາບທີ່ຊັດແຈ້ງແລ້ວ" (ອັລ-ອະຫ໌ຊາບ : 58)
ໂດຍສ່ວນໃຫຍ່ແລ້ວ ຜູ້ທີ່ມັກຈະຂ່ົມພີ່ນ້ອງດ້ວຍການສ້າງຄວາມເດືອດຮ້ອນໃຫ້ແກ່ເຂົາ ອັລລໍຮ໌ຈະລົງໂທດເຂົາຕັ້ງແຕ່ໃນໂລກນີ້ແລ້ວ ກ່ອນທີ່ພຣະອົງຈະລົງໂທດໃນວັນອາຄິເຣາະຮ໌, ທ່ານນະບີ (ຊລ) ໄດ້ກ່າວວ່າ: “ພວກເຈົ້າຢ່າໂກດກັນ, ຢ່າອິດສາລິດສະຍາກັນ, ຢ່າຫັນຫລັງບໍ່ເວົ້າຈາກັນ. ພວກເຈົ້າຈົ່ງເປັນພີ່ນ້ອງກັນເຖີດ, ໂອ້ບັນດາບ່າວຂອງອັລລໍຮ໌, ມຸສລິມເປັນພີ່ນ້ອງກັບມຸສລິມ ເຂົາຈະບໍ່ອະທຳຕໍ່ພີ່ນ້ອງຂອງເຂົາ, ເຂົາຈະບໍ່ປ່ອຍໃຫ້ພີ່ນ້ອງຖືກອະທຳໂດຍບໍ່ຢື່ນມືຊ່ວຍເຫຼືອ, ແລະ ເຂົາຈະບໍ່ດູຖູກຍຽດຫຍາມພີ່ນ້ອງຂອງເຂົາ ເປັນການພຽງພໍແລ້ວສຳຫຼັບຜູ້ໃດຜູ້ໜຶ່ງທີ່ຈະກາຍເປັນຄົນຊົ່ວເລວ ດ້ວຍການດູຖູກພີ່ນ້ອງມຸສລິມ ທັ້ງຕໍ່ເລືອດເນື້ອຂອງເຂົາ, ຊັບສິນຂອງເຂົາ, ແລະ ກຽດສັກສີຂອງເຂົາ".
ສິດທິທີ່ມຸສລິມຈໍາເປັນຕ້ອງປະຕິບັດຕໍ່ມຸສລິມມີຫຼາຍ ເຊິ່ງສາມາດໃຫ້ຄວາມໝາຍໂດຍລວມດ້ວຍຄໍາກ່າວຂອງທ່ານນະບີ (ຊລ) ທີ່ວ່າ: “ມຸສລິມເປັນພີ່ນ້ອງຂອງມຸສລິມ” ເພາະເມື່ອໃດກໍ່ຕາມທີ່ມຸສລິມຄົນໜຶ່ງປະຕິບັດຕໍ່ອີກຄົນໜຶ່ງໂດຍພື້ນຖານຂອງຄວາມເປັນພີ່ນ້ອງ ເຂົາຈະພະຍາຍາມສະແວງຫາຄວາມດີງາມໃຫ້ແກ່ພີ່ນ້ອງຂອງເຂົາ ແລະ ພະຍາຍາມຫລີກລຽງທຸກ ໆ ສິ່ງທີ່ຈະນໍາອັນຕະລາຍມາສູ່ເຂົາ.
*
ສິບ : ສິດທິຂອງຜູ້ທີ່ບໍ່ແມ່ນມຸສລິມ
ຜູ້ທີ່ບໍ່ແມ່ນມຸສລິມແມ່ນຫມາຍເຖິງທຸກຄົນທີ່ບໍ່ເຊື່ອສັດທາຕໍ່ອັລລໍຮ໌ ເຊິ່ງມີດ້ວຍກັນ 4 ຈຳພວກ ດັ່ງນີ້: 1. ຫັຣບິ (الحربي) ແມ່ນຜູ້ທີ່ບໍ່ແມ່ນມຸສລິມ ແລະ ເປັນສັດຕູກັບຊາວມຸສລິມ 2. ມຸສຕະອັມລັນ (المستأمن) ແມ່ນຜູ້ທີ່ບໍ່ແມ່ນມຸສລິມ ແຕ່ໄດ້ຂໍການຄຸ້ມຄອງຢູ່ພາຍໃຕ້ການດູແລຂອງຊາວມຸສລິມ 3. ມຸອາຮັດ (المعاهد) ແມ່ນຜູ້ທີ່ບໍ່ແມ່ນມຸສລິມ ແຕ່ມີສັນຍາກັບຊາວມຸສລິມ 4. ຊິມມີ (الذمي) ແມ່ນຜູ້ທີ່ບໍ່ແມ່ນມຸສລິມ ແຕ່ອາໄສຢູ່ໃນພາຍໃຕ້ການປົກຄອງຂອງລັດອິສລາມ
1. ຫັຣບິ (الحربي) ແມ່ນຜູ້ທີ່ບໍ່ແມ່ນມຸສລິມ ແລະ ເປັນສັດຕູກັບຊາວມຸສລິມ – ພວກເຮົາບໍ່ຈໍາເປັນຕ້ອງມອບສິດທິໃດ ໆ ດ້ານການຄຸ້ມຄອງ ຫຼື ການດູແລໃຫ້ພວກເຂົາ.
2. ມຸສຕະອັມລັນ (المستأمن) ແມ່ນຜູ້ທີ່ບໍ່ແມ່ນມຸສລິມ ແຕ່ໄດ້ຂໍການຄຸ້ມຄອງຢູ່ພາຍໃຕ້ການດູແລຂອງຊາວມຸສລິມ – ພວກເຮົາຈໍາເປັນຕ້ອງມອບສິດທິໃນການຄຸ້ມຄອງຕາມເວລາ ແລະ ສະຖານທີ່ທີ່ໄດ້ຕົກລົງກັນ ດັ່ງທີ່ພຣະອົງຊົງຕຣັດວ່າ: "ແລະ ຖ້າຫາກມີຜູ້ໃດໃນບັນດາຜູ້ທີ່ຕັ້ງພາຄີຕໍ່ອັລລໍຮ໌ ໄດ້ມາຂໍການຄຸ້ມຄອງຈາກເຈົ້າ, ເຈົ້າກໍ່ຈົ່ງໃຫ້ການຄຸ້ມຄອງແກ່ເຂົາ ຈົນກວ່າເຂົາຈະໄດ້ຟັງຄໍາດຳລັດຂອງອັລລໍຮ໌ ຫຼັງຈາກນັ້ນເຈົ້າກໍ່ຈົ່ງສົ່ງເຂົາໄປຢູ່ບ່ອນທີ່ປອດໄພ" (ສຸເຣາະ ອັດ-ເຕົາບະຫ໌ : 6)
3. ມຸອາຮັດ (المعاهد) ແມ່ນຜູ້ທີ່ບໍ່ແມ່ນມຸສລິມ ແຕ່ມີສັນຍາກັບຊາວມຸສລິມ – ພວກເຮົາຈໍາເປັນຕ້ອງຮັກສາສັນຍາໃຫ້ຄົບຕາມໄລຍະເວລາທີ່ຕົກລົງກັນ ຕາມເງື່ອນໄຂວ່າ ພວກເຂົາບໍ່ຜິດສັນຍາ ບໍ່ຊ່ວຍສັດຕູ ແລະ ບໍ່ເຮັດທຳລາຍສາສະໜາຂອງພວກເຮົາ; ດັງທີ່ພຣະອົງຊົງຕຣັດໄວ້ວ່າ: "ນອກຈາກບັນດາຜູ້ທີ່ຕັ້ງພາຄີກັບອັລລໍຮ໌ (ຜູ້ທີ່ປະຕິເສດສັດທາ) ບາງກຸ່ມ ທີ່ພວກເຈົ້າໄດ້ເຮັດສັນຍາກັບເຂົາໄວ້ ແລ້ວພວກເຂົາບໍ່ໄດ້ຜິດສັນຍາໃດໆ ຕໍ່ສິ່ງທີ່ໄດ້ເຮັດກັບພວກເຈົ້າ ແລະ ບໍ່ໄດ້ສະໜັບສະໜຸນຜູ້ໃດໃນການຕໍ່ຕ້ານພວກເຈົ້າ, ດັ່ງນັ້ນ ຂໍໃຫ້ພວກເຈົ້າຮັກສາສັນຍາຂອງເຂົາໃຫ້ຄົບຖ້ວນ ຈົນຮອດໄລຍະເວລາທີ່ກໍານົດໄວ້ຂອງພວກເຂົາເຖິດ ແທ້ຈິງອັລລໍຮ໌ນັ້ນ ຊົງຮັກຜູ້ທີ່ມີຄວາມຍໍາເກຣງ." (ສຸເຣາະ ອັດ-ເຕົາບະຫ໌ : 4) "ແລະ ຖ້າຫາກພວກເຂົາໄດ້ທໍາລາຍຄໍາມັ່ນສັນຍາທີ່ໄດ້ເຮັດໄວ້ກັບພວກເຈົ້າ ແລະ ໄດ້ກ່າວຫາ ແລະ ໃສ່ຮ້າຍຕໍ່ສາສະໜາຂອງພວກເຈົ້າ ກໍ່ໃຫ້ພວກເຈົ້າຕໍ່ສູ້ກັບບັນດາຜູ້ນໍາແຫ່ງການປະຕິເສດສັດທາເຫຼົ່ານັ້ນ, ເພາະແທ້ຈິງພວກເຂົາບໍ່ໄດ້ຍຶດມັ່ນໃນສັນຍາທີ່ໄດ້ເຮັດໄວ້ກັບພວກເຈົ້າ." (ສຸເຣາະ ອັດ-ເຕົາບະຫ໌ : 12)
4. ຊິມມີ (الذمي) ແມ່ນຜູ້ທີ່ບໍ່ແມ່ນມຸສລິມ ແຕ່ອາໄສຢູ່ໃນພາຍໃຕ້ການປົກຄອງຂອງລັດອິສລາມ – ພວກເຂົາເຫຼົ່ານີ້ເປັນຜູ້ທີ່ເຮົາຈໍາເປັນຕ້ອງມອບສິດທິຫຼາຍທີ່ສຸດແກ່ພວກເຂົາ ແລະ ພວກເຂົາກໍ່ຕ້ອງຄຳນຶງຕໍ່ສິດທິຂອງພວກເຮົາຊາວມຸສລິມດ້ວຍ ເພາະພວກເຂົາເປັນກຸ່ມຊົນທີ່ອະໄສຢູ່ໃນລັດອິສລາມ ພາຍໃຕ້ການຄຸ້ມຄອງຂອງຊາວມຸສລິມ ໂດຍທີ່ແລກກັບການຈ່າຍ "ຈິຊຢະຫ໌" ທີ່ເປັນຄ່າປົກປ້ອງຄຸ້ມຄອງດູແລພວກເຂົາ.
ດັ່ງນັ້ນ, ຜູ້ນໍາຂອງຊາວມຸສລິມ ຈໍາເປັນຕ້ອງຕັດສິນຄະດີໃຫ້ພວກເຂົາດ້ວຍກົດໝາຍອິສລາມໃນເລື່ອງທີ່ກ່ຽວກັບຊີວິດ, ຊັບສິນ ແລະ ກຽດຕິຍົດຂອງພວກເຂົາ. ແລະ ໃຫ້ລົງໂທດພວກເຂົາໃນຄວາມຜິດທີ່ພວກເຂົາມີຄວາມເຊື່ອວ່າມັນເປັນສິ່ງຕ້ອງຫ້າມ(ຫະຣອມ) ສຳຫຼັບພວກເຂົາ. ແລະ ຜູ້ນຳຈຳເປັນຕ້ອງຮັບປະກັນຄວາມປອດໄພ ແລະ ປົກປ້ອງພວກເຂົາຈາກອັນຕະລາຍ ໄພຄຸກຄາມ ບໍ່ໃຫ້ຜູ້ໃດມາສ້າງຄວາມເດືອດຮ້ອນ ຫຼື ເຮັດອັນຕະລາຍຕໍ່ພວກເຂົາ.
ໃນເລື່ອງເສື້ອຜ້າ ແລະ ການແຕ່ງກາຍຂອງພວກເຂົາ ກໍ່ຈໍາເປັນຕ້ອງແຕກຕ່າງຈາກຊາວມຸສລິມ (ເພື່ອໃຫ້ງ່າຍໃນການແຍກແຍະ ແລະ ການກໍາກັບດູແລ), ແລະ ພວກເຂົາຈຳເປັນຕ້ອງບໍ່ສະແດງສິ່ງໃດທີ່ບໍ່ດີງາມໃນອິສລາມຢ່າງໂຈ່ງແຈ້ງ ຫຼື ສິ່ງທີ່ເປັນສັນຍະລັກໃນສາສະໜາຂອງພວກເຂົາ ເຊັ່ນ: ລະຄັງ ແລະ ໄມ້ກາງເຂນ ສ່ວນຫຼັກການຕ່າງໆ ທີ່ກ່ຽວຂ້ອງກັບຊາວຊິມມີນັ້ນ ບັນດານັກວິຊາການອິສລາມໄດ້ກ່າວໄວ້ຢ່າງລະອຽດແລ້ວໃນຫນັງສືຂອງພວກເຂົາ ດັ່ງນັ້ນ ພວກເຮົາຈຶ່ງບໍ່ຈໍາເປັນຕ້ອງກ່າວໃນຫນັງສືເລ່ມນີ້ອີກ.
ແລະ ມວນການສັນລະເສິນທັ້ງປວງເປັນສິດຂອງອັລລໍຮ໌ ຜູ້ອະພິບານແຫ່ງສາກົນລະໂລກ, ສໍລະວາດ ແລະ ສະລາມສັນຕິຂໍຈົ່ງປະສົບຕໍ່ທ່ານນະບີມຸຮຳມັດ ພ້ອມດ້ວຍວົງວານ ແລະ ມິດສະຫາຍຂອງທ່ານທັ້ງຫຼາຍ.
ບ່າວຄົນຈົນຜູ້ໜຶ່ງ ນະ ທີ່ອັລລໍຫ໌ຜູ້ຊົງເດສານຸພາບ
ມຸຮຳມັດ ອັສຊໍລີຫ໌ ອັລ-ອຸໄສມິນ
*
Related books
All books
نبذة في العقيدة الإسلامية (شرح أصول الإيمان)76 languagesنبذة في العقيدة الإسلامية (شرح أصول الإيمان)
رسالة لطيفة تتناول أصول العقيدة الإسلامية بأسلوب مبسط وميسر. تبدأ بمقدمة حول أهمية علم التوحيد، كونه أشرف العلوم وأجلّها، ثم تتناول مفهوم الدين الإسلامي وأركانه الخمسة: الشهادتان، والصلاة، والزكاة، والصوم، والحج. كما يشرح الإيمان بالله، وملائكته، وكتبه، ورسله، واليوم الآخر، ويؤكد على أهمية التوحيد في بناء دين المسلم بشكل سليم. الكتاب يهدف إلى تعزيز الفهم الصحيح للعقيدة الإسلامية وتطبيقها في حياة المسلم اليومية.
ຂໍ້ຄວາມສັ້ນໆ ເຖິງຄົນທີ່ບໍ່ເຊື່ອໃນພຣະເຈົ້າ61 languagesຂໍ້ຄວາມສັ້ນໆ ເຖິງຄົນທີ່ບໍ່ເຊື່ອໃນພຣະເຈົ້າ
ສານສະບັບຫຍໍ້ ເຖິງຄົນທີ່ບໍ່ເຊື່ອໃນພຣະເຈົ້າ, ເຊິ່ງບອກກ່າວຕໍ່ສະຕິປັນຍາວ່າ ລະບົບຂອງຈັກກະວານທີ່ລະອຽດຮັດກຸມນີ້ ຍ່ອມປະຕິເສດຄວາມບັງເອີນ ແລະ ຊີ້ບົງເຖິງຜູ້ສ້າງທີ່ຊົງປີຊາຍານ, ແລ້ວສະຕິປັນຍາຈະຍອມຮັບໄດ້ແນວໃດວ່າສິ່ງທັງໝົດນີ້ເກີດຂຶ້ນມາຈາກຄວາມວ່າງເປົ່າ? ດັ່ງນັ້ນ ຈົ່ງເປີດໃຈຂອງເຈົ້າເພື່ອການຄິດ ແລະ ພິຈາລະນາ, ແລະ ຈົ່ງຄົ້ນຫາຄວາມຈິງ, ເພາະບາງເທື່ອເຈົ້າອາດຈະພົບແສງສະຫວ່າງທີ່ຈະນຳພາທາງເຈົ້າໃນສິ່ງນັ້ນ.
ວິທີນະມາຊການຕາມແບບຢ່າງຂອງທ່ານນະບີ ﷺ82 languagesວິທີນະມາຊການຕາມແບບຢ່າງຂອງທ່ານນະບີ ﷺ
ໜັງສື كيفية صلاة النبي ﷺ "ແປເປັນລາວກໍ່ຄື ວິທີນະມາຊການຕາມແບບຢ່າງຂອງທ່ານນະບີ ﷺ ຫຼືເອີ້ນອີກແບບຄືການລະຫມາດ" ເປັນຜົນງານທີ່ທ່ານເຊັກອັບດຸລອະຊິຊ ບິນ ບາຊ ຣໍຫິມາຮຸລລໍຫ໌ ໄດ້ສະຫຼຸບລັກສະນະການລະຫມາດຂອງທ່ານນະບີ ﷺ ໄວ້ຢ່າງກະທັດຮັດ ດ້ວຍສຳນວນທີ່ເຂົ້າໃຈງ່າຍ ແລະ ວິທີການທີ່ແມັ່ນຍຳ ອິງຈາກບົດຫຼັກຖານທີ່ຖືກຕ້ອງຊັດເຈນ ເພື່ອເປັນແນວທາງແດ່ຊາວມຸສລິມໃນການລະຫມາດຂອງເຂົາ ໃນໜັງສືເລັ່ມນີ້ ທ່ານໄດ້ອະທິບາຍເຖິງ ຣຸກົນ (ຫຼັກການສຳຄັນ), ຊຸນນະຫ໌ (ສິ່ງທີ່ສົ່ງເສິມ) ແລະ ລັກສະນະຕ່າງໆ ຂອງການລະຫມາດ ຕັ້ງແຕ່ການອາບນ້ຳລະຫມາດໄປຈົນເຖິງການໃຫ້ສະລາມ ໂດຍລວມທັ້ງຫຼັກຖານຈາກສາສະໜາ ແລະ ຄຳອະທິບາຍທີ່ເຂົ້າໃຈງ່າຍ ພ້ອມທັ້ງເຊີນຊວນໃຫ້ຍຶດຖືແບບຢ່າງຂອງທ່ານນະບີ ﷺ…
ອິສລາມ89 languagesອິສລາມ
ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງກະລຸນາປຣາໜີ ຜຸ້ຊົງເມດຕາສະເໝີ ເຈົ້າເຄີຍຖາມໂຕເຈົ້າບໍ່? ໃຜແມ່ນຜູ້ສ້າງທ້ອງຟ້າທັ້ງຫລາຍ ແລະ ແຜ່ນດິນ ແລະ ທຸກສິ່ງທີ່ມີຢູ່ໃນທັ້ງສອງນັ້ນ ຈາກສິ່ງທີ່ຖືກສ້າງທີ່ຍິ່ງໃຫຍ່? ແລະ ໃຜແມ່ນຜູ້ສ້າງລະບົບທີ່ແມັ່ນຍຳຮັດກຸມຂຶ້ນມາ?