Skip to content

ຄຖ ທີ່ 26 : ຊາວມຸສລິມເພິ່ນລະຫມາດແນວໃດ?

الباب / الفصل
قسم الفقه

السؤال

س26: كيف يصلي المسلم؟

ຄຖ ທີ່ 26 : ຊາວມຸສລິມເພິ່ນລະຫມາດແນວໃດ?

الجواب

ج:كيفية الصلاة:

  1. أن يستقبل القبلة بجميع بدنه، بدون انحراف ولا التفات.
  2. ثم ينوي الصلاة التي يريد أن يصليها بقلبه بدون نطق النية.
  3. ثم يكبر تكبيرة الإحرام فيقول: "الله أكبر"، ويرفع يديه إلى حذو منكبيه عند التكبير.
  4. ثم يضع كف يده اليمنى على ظهر كف يده اليسرى فوق صدره.
  5. ثم يستفتح فيقول:

«اللهم باعد بيني وبين خطاياي كما باعدت بين المشرق والمغرب، اللهم نقني من خطاياي كما يُنقى الثوب الأبيض من الدنس، اللهم اغسلني من خطاياي بالماء والثلج والبرد».

أو يقول:

«سبحانك اللهم وبحمدك، وتبارك اسمك، وتَعَالَىٰ جدك، ولا إله غيرك».

  1. ثم يتعوذ فيقول:

«أعوذ بالله من الشيطان الرجيم».

  1. ثم يبسمل ويقرأ الفاتحة فيقول:

﴿بِسۡمِ ٱللَّهِ ٱلرَّحۡمَٰنِ ٱلرَّحِيمِ 1

ٱلۡحَمۡدُ لِلَّهِ رَبِّ ٱلۡعَٰلَمِينَ 2

ٱلرَّحۡمَٰنِ ٱلرَّحِيمِ 3

مَٰلِكِ يَوۡمِ ٱلدِّينِ 4

إِيَّاكَ نَعۡبُدُ وَإِيَّاكَ نَسۡتَعِينُ 5

ٱهۡدِنَا ٱلصِّرَٰطَ ٱلۡمُسۡتَقِيمَ 6

صِرَٰطَ ٱلَّذِينَ أَنۡعَمۡتَ عَلَيۡهِمۡ غَيۡرِ ٱلۡمَغۡضُوبِ عَلَيۡهِمۡ وَلَا ٱلضَّآلِّينَ 7﴾

[الفاتحة: 1-7].

ثم يقول: "آمين" يعني: اللهم استجب.

  1. ثم يقرأ ما تيسر من القرآن، ويطيل القراءة في صلاة الصبح.
  2. ثم يركع، أي: يحني ظهره تعظيمًا لله، ويُكبر عند ركوعه، ويرفع يديه إلى حذو منكبيه. والسُّنَّة: أن يمد ظهره، ويجعل رأسه حياله، ويضع يديه على ركبتيه مفرجتي الأصابع.
  3. ويقول في ركوعه: «سبحان ربي العظيم» ثلاث مرات، وإن زاد: «سبحانك اللهم وبحمدك، اللهم اغفر لي» فحسن.
  4. ثم يرفع رأسه من الركوع قائلاً: «سمع الله لمن حمده»، ويرفع يديه حينئذ إلى حذو منكبيه. والمأموم لا يقول: «سمع الله لمن حمده»، وإنما يقول بدلها: «ربنا ولك الحمد».
  5. ثم يقول بعد رفعه: «ربنا ولك الحمد، ملء السماوات والأرض، وملء ما شئت من شيء بعد».
  6. ثم يسجد السجدة الأولى، ويقول عند سجوده: «الله أكبر»، ويسجد على أعضائه السبعة: الجبهة والأنف، والكفين، والركبتين، وأطراف القدمين، ويجافي عضديه عن جنبيه، ولا يبسط ذراعيه على الأرض، ويستقبل برؤوس أصابعه القبلة.
  7. ويقول في سجوده: «سبحان ربي الأعلى» ثلاث مرات، وإن زاد: «سبحانك اللهم ربنا وبحمدك، اللهم اغفر لي» فحسن.
  8. ثم يرفع رأسه من السجود قائلاً: «الله أكبر».
  9. ثم يجلس بين السجدتين على قدمه اليسرى، وينصب قدمه اليمنى، ويضع يديه على فخذيه وركبتيه.
  10. ويقول في جلوسه بين السجدتين:

«رب اغفر لي، وارحمني، واهدني، وارزقني، واجبرني، وعافني».

  1. ثم يسجد السجدة الثانية كالأولى فيما يُقال ويُفعل، ويكبر عند سجوده.
  2. ثم يقوم من السجدة الثانية قائلاً: «الله أكبر» ويصلي الركعة الثانية كالأولى فيما يُقال ويفعل، إلا أنه لا يستفتح فيها.
  3. ثم يجلس بعد انتهاء الركعة الثانية قائلاً: «الله أكبر»، ويجلس كما يجلس بين السجدتين سواء.
  4. ويقرأ التشهد في هذا الجلوس، فيقول:

"التحيات لله والصلوات والطيبات، السلام عليك أيها النبي ورحمة الله وبركاته، السلام علينا وعلى عباد الله الصالحين، أشهد أن لا إله إلا الله، وأشهد أن محمداً عبده ورسوله، اللهم صلِّ على محمد وعلى آل محمد، كما صليت على إبراهيم وعلى آل إبراهيم، إنك حميد مجيد، وبارك على محمد وعلى آل محمد، كما باركت على إبراهيم وعلى آل إبراهيم، إنك حميد مجيد. أعوذ بالله من عذاب جهنم، ومن عذاب القبر، ومن فتنة المحيا والممات، ومن فتنة المسيح الدجال"،

ثم يدعو ربه بما أحب من خيري الدنيا والآخرة.

  1. ثم يسلم عن يمينه قائلاً: «السَّلام عليكم ورحمة الله»، وعن يساره كذلك.
  2. وإذا كانت الصلاة ثلاثية أو رباعية؛ وقف عند منتهى التشهد الأول، وهو: «أشهد أن لا إله إلا الله، وأشهد أن محمداً عبده ورسوله».
  3. ثم ينهض قائماً قائلاً: «الله أكبر»، ويرفع يديه إلى حذو منكبيه حينئذ.
  4. ثم يصلي ما بقي من صلاته على صفة الركعة الثانية، إلا أنه يقتصر على قراءة الفاتحة.
  5. ثم يجلس متوركًا، فينصب قدمه اليمنى، ويخرج قدمه اليسرى من تحت ساقه اليمنى، ويُمكِّن مقعدته من الأرض، ويضع يديه على فخذيه على صفة وضعها في التشهد الأول.
  6. ويقرأ في هذا الجلوس التشهد كله.
  7. ثم يسلم عن يمينه قائلاً: «السلام عليكم ورحمة الله» وعن يساره كذلك.

ຕອບ : ເພິ່ນລະຫມາດແບບນີ້ :

  1. ຈະຕ້ອງຫັນໜ້າ ແລະ ຮ່າງກາຍທັ້ງໝົດໄປທາງທິດກະບະຫ໌ ເຊິ່ງຕັ້ງຢູ່ທີ່ນະຄອນເມືອງ ມັກກະຫ໌ ປະເທດຊາອຸດິ ອາຣາເບັຍ.
  2. ຕໍ່ດ້ວຍການຕັ້ງເຈດຈະນາວ່າຈະເຮັດການລະຫມາດຕາມທີໄດ້ຕັ້ງໃຈເອົາໄວ້ ບໍວ່າຈະເປັນການລະຫມາດຟັຣດູ (ພາກບັງຄັບ) ຫຼື ສຸນັດ (ພາກສົ່ງເສິມ) ແລະ ບໍ່ຕ້ອງເວົ້າວາຈາອອກມາຈາກສິ່ງທີ່ຕັ້ງໃຈໄວ້ແຕ່ຢ່າງໃດ.
  3. ຕໍ່ດ້ວຍການກ່າວຕັກບິຣ ຣໍຕຸລອິຫ໌ຣອມ “ອັລລໍຮຸ ອັກບັຣ” ມີຄວາມໝາຍວ່າ “ອັລລໍຫ໌ຜູ້ຊົງຍິ່ງໃຫຍ່” ພ້ອມຍົກຝ່າມືທັ້ງສອງຂຶ້ນຈົນແຕະລະຫວ່າງຕິງຫູທັ່ງສອງຂ້າງ.
  4. ຫຼັງຈາກນັ້ນໃຫ້ວ່າງມືຂວາທັບບົນມືຊ້າຍ ແລະ ກອດເອິກ.
  5. ແລ້ວໃຫ້ອ່ານບົດເປິດການລະຫມາດ:

ຄຳອ່ານ: (ອັລລໍຮຸມມະ ບາອິດໄບນີ ວະໄບນະ ຄໍຕໍຢາ ກະມາ ບາອັດຕະ ໄບນັລ ມັຊຣິກິ ວັລມັກຣິບ, ອັລລໍຮຸມມະ ນັກກິນີ ມິນັລ ຄໍຕໍຍາ ກະມາ ຍຸນັກກໍສ ເສົາບຸລ ອັບຍະດຸ ມິນັດດະນັສ, ອັລລໍຮຸມມັກ ສິລຄໍຕໍຢາຍະ ບິລມາອິ ວັສຊັລຈິ ວັລບະຣໍດິ) ຄວາມໝາຍວ່າ : ໂອ້ອັລລໍຫ໌ ຂໍຊົງແຍກບ່າວໃຫ້ຫ່າງໄກຈາກຄວາມຜິດປຽບດັງ ທີ່ພຣະອົງໄດ້ແຍກທິດຕະເວັນອອກກັບທິດຕະເວັນຕົກ ໂອ້ອັລລໍຫ໌ ຂໍພຣະອົງຊຳລະລ້າງບ່າວໃຫ້ບໍລິສຸດຈາກບາບ ດັງຜ້າຂາວສະອາດທີ່ຖືກຊຳລະອອກຈາກສິ່ງສົກກະປົກ ໂອ້ອັລລໍຫ໌ ໂປດລ້າງບ່າວຈາກຄວາມຜິດທັ້ງຫຼາຍ ດ້ວຍນ້ຳ, ດ້ວຍຫິມະ, ແລະ ນ້ຳລູກເຫັບ.

ແລ້ວ ອ່ານເພິ່ມອີກ:

ຄຳອ່ານ: (ຊູບຮານະ ກັລລໍຮຸມມະ ວະບິຮຳດິກະ ວະຕະບາຣໍ ກັສມຸກາ ວະຕະອາລາ ຈັດດຸກະ ວະລາອີລາຮະ ກ໋ອຍຣູກະ) ຄຳແປ: ມະຫາຄວາມບໍລິສຸດແດ່ພຣະອົງ, ໂອ້ອັລລໍຫ໌ ແລະ ການສັນເສີນທັງຫມົດເປັນຂອງພຣະອົງ, ຄວາມປະເສີດຢູ່ໃນພຣະນາມຂອງພຣະອົງ, ກຽດຂອງພຣະອົງນັ້ນສູງສົງ, ແລະ ບໍ່ມີພຣະເຈົ້າອື່ນໃດນອກຈາກພຣະອົງ”

  1. ແລ້ວກໍ່ອ່ານອະອູຊຸ ບິລລາຫ໌ ຂໍຄວາມຄຸ້ມຄອງຈາກອັລລໍຫ໌.

(ອະອູຊູ ບິລລາຮິ ມິນັຊ ໄຊຕອນ ນິຣຣໍຈີມ) ຄວາມຫມາຍ: “ຂ້ອຍຂໍຄວາມຄຸ້ມຄອງຕໍ່ອັລລໍຫ໌ໃຫ້ຮອດພົ້ນຈາກໄຊຕອນມານຮ້າຍຜູ້ຖືກສາບແຊ່ງ”

  1. ຕໍ່ດ້ວຍການອ່ານສຸເຣາະຫ໌ ອັລ-ຟາຕິຫະຫ໌ ຄື:

( 1 ບິສມິລລາ ຫິຣເຣາະມານ ນິຣເຣາະຮີມ)

(ການສັນລະເສິນທັ້ງໝົດທັ້ງມວນ ເປັນສິດທິຂອງອັລລໍຫ໌ ພຣະເຈົ້າແຫ່ງຈັກກະວານໂລກ)

( 3 ອັຣເຣາະມານ ນິຣເຣາະຮີມ)

( 4 ມາລິກິ ເຢົາມິດດິນ)

( 5 ອີຍາການະ ບຸດຸ ວາອີຍາ ການັສຕະອີນ)

( 6 ອິຫ໌ ດິນັສ ສີຣໍ ຕັລມຸສຕະກີມ)

( 7 ສີຣໍ ຕັລລະຊິ ນະອັນອຳ ຕະອາໄລຫິມ ກ໊ອຍຣິລ ມັກດູ ບິອາໄລຫິມ ວາລັດດອນລີ່ນ)

[ສຸເຣາະຫ໌ ອັລ-ຟາຕີຮະຫ໌ : 2].

ໃຫ້ກ່າວ "ອາມີນ" ຄວາມໝາຍຄື: ຂໍອັລລໍຫ໌ຊົງຕອບຮັບດ້ວຍທອນ.

  1. ໃຫ້ອ່ານຫຼັງຈາກນັ້ນຕາມດ້ວຍອາຍະຫ໌ອັລກຸຣອານທີ່ທ່ານສະດວກຈະອ່ານ ຈະເປັນການທີ່ດີສຸດຖ້າຫາກອ່ານສູເຣາະຫ໌ທີ່ມີຄວາມຍາວປານກາງ ໃນການລະຫມາດຊຸບຮີ (ຕອນເຊົ້າ) .
  2. ແລ້ວໃຫ້ຍົກມືທັ້ງສອງຂ້າງໃຫ້ຢູ່ໃນລະດັບຫົວໄລ ຫຼື ຕິ່ງຫູ ພ້ອມກ່າວຕັກບິຣເພື່ອກົ້ມຣູກົວະ ສຸນນະຫ໌ : ໃຫ້ຫົວຕັ້ງກົງກັບແຜ່ນຫຼັງ ແລະ ວ່າງມືທັ້ງສອງຂ້າງເຖິງຫົວເຂົ່າໂດຍນິ້ວມືແຍກອອກຈາກກັນ( ນິ້ວມືບໍ່ຕິດກັນ) .
  3. ໃນການຣູກົວະ ໃຫ້ກ່າວວ່າ: "ຊຸບຮານະ ຣອບບິຍັລ ອະຊີມ" ຄວາມໝາຍວ່າ: ມະຫາບໍລິສຸດ ພຣະຜູ້ອະພິບານຂອງຂ້ອຍ ຜູ້ສົງຍິ່ງໃຫຍ່. ຈະເປັນການດີຖ້າຫາກອ່ານສາມຄັ້ງ ຫຼື ຫຼາຍກວ່ານັ້ນ ແລະ ສຸນັດໃຫ້ກ່າວພ້ອມດຸອາດັງນີ້ ຄື : ຊຸບຮານະ ກັລລໍຮຸມມະ ວະບິຮຳດິກະ , ອັລລໍຮຸມ ມັກຟິຣ ລີ. ຄວາມໝາຍວ່າ: ມະຫາບໍລິສຸດແດ່ພຣະອົງ ໂອ້ອັລລໍຫ໌ ພຣະຜູ້ອະພິບານຂອງພວກເຮົາ ແລະ ດ້ວຍການສັນລະເສິນແດ່ພະອົງ ໂອ້ອັລລໍຫ໌ໂປດປະທານອະໄພຍະໂທດແກ່ຂ້ອຍດ້ວຍເຖິດ.
  4. ໃຫ້ເງີຍຫົວຂຶ້ນພ້ອມຢົກມືທັ້ງສອງຂ້າງໃຫ້ຢູ່ໃນລະດັບຫົວໄຫລ ຫຼື ຕິ່ງຫູ ພ້ອມກ່າວຕັກບິຣຂະນະເງີຍຫົວຂຶ້ນ ຈາກການຣູກົວະ ພ້ອມກ່າວວ່າ: “ສາມີອັລລໍຮຸ ລິມັນຮາ ມີດະຫ໌” ຄວາມໝາຍວ່າ: ອັລລໍຫ໌ຊົງໄດ້ຍິນ ສຳຫຼັບຜູ້ທີ່ສັນລະເສິນພຣະອົງ. ແລະ ສຳຫຼັບມະມູມ (ຜູ້ຕາມ) ແມ່ນບໍ່ໃຫ້ກ່າວ “ສາມີອັລລໍຮຸ ລິມັນຮາ ມີດະຫ໌” ແຕ່ໃຫ້ກ່າວແທນວ່າ : "ຣອບບະນາ ວະລາ ກັລຮຳດຸ".
  5. ໃຫ້ກ່າວຈາກນັ້ນວ່າ : “ຣອບບະນາ ວະລາກັລຮຳ ມິລອັສສາມາ ວາຕິ ວະມິລອັລອັຣ ວະມິລອະ ມາຊິຕະ ມີນໄຊອິນ ບະດະຫ໌”. ຄວາມໝາຍວ່າ: ໂອ້ພະຜູ້ອະພິບານແຫ່ງພວກເຮົາ ຂໍສັນລະເສິນແດ່ພຣະອົງ ດ້ວຍການສັນລະເສີນທີ່ທັ້ງຫຼາຍທີ່ດີ ແລະ ປະເສິດ ໃຫ້ເຕັມທັ້ງຟາກຟ້າ ແລະ ແຜ່ນດິນ, ແລະ ສິ່ງທີ່ຢູ່ໃນລະຫວ່າງທັ້ງສອງ ແລະ ເຕັມທຸກສິ່ງທີ່ພຣະອົງປະຊົງນອກເໜືອຈາກນັ້ນ.
  6. ຕໍ່ດ້ວຍ ການສຸຢູດກົ້ມກາບພ້ອມກ່າວຕັກບິຣ "ອັລລໍຮຸ ອັກບັຣ" ຫາກເປັນການສະດວກໃຫ້ເອົາຝ້າມືທັ້ງສອງລົງກ່ອນຫົວເຂົ່າ ແລະ ນິ້ວມືກັບນິ້ວຕີນຢັນກັບພື້ນ ພ້ອມຫັນທັ້ງນິ້ວມື ແລະ ນິ້ວຕີນໄປທາງກິບລັດໃນຂະນະສຸຢູດ ໃຫ້ຍຶດເອົາວ່າອະໄວຍະວະທັ້ງເຈັດຕ້ອງສຳຜັດກັບພື້ນທີ່ຈະສຸຢູດ ຄື ໜ້າຜາກກັບຫູດັງ, ຝ່າມືທັ້ງສອງຂ້າງ, ຫົວເຂົ່າທັ້ງສອງຂ້າງ, ແລະ ນິ້ວຕີນທັ້ງສອງຂ້າງ .
  7. ໃຫ້ກ່າວຂະນະສຸຢູດ ວ່າ: "ຊູບຮານະ ຣອບບິຍັລ ອະລາ" ຄວາມໝາຍວ່າ: ມະຫາບໍລິສຸດແດ່ພະຜູ້ອະພິບານຜູ້ສົງສູງສົ່ງຂອງຂ້ອຍ ອ່ານສາມຄັ້ງ ຫຼື ຫຼາຍກວ່ານັ້ນ ແລະ ສຸນັດໃຫ້ກ່າວເພິ່ມອີກ : "ຊຸບຮານະ ກັລລໍຮຸມມະ ວະບິຮຳດິກະ , ອັລລໍຮຸມ ມັກຟິຣ ລີ." ຄວາມໝາຍວ່າ: ມະຫາບໍລິສຸດແດ່ພຣະອົງ ໂອ້ອັລລໍຫ໌ ພຣະຜູ້ອະພິບານຂອງພວກເຮົາ ແລະ ດ້ວຍການສັນລະເສິນແດ່ພະອົງ ໂອ້ອັລລໍຫ໌ໂປດປະທານອະໄພຍະໂທດແກ່ຂ້ອຍດ້ວຍເຖິດ.
  8. ຍົກຫົວຂຶ້ນຈາກສຸຈູດພ້ອມກ່າວຕັກບິຣ "ອັລລໍຮຸ ອັກບັຣ".

16.ເມື່ອເງີຍຫນ້າຈາກສຸຢູດໃຫ້ນັ່ງທັບເຖິງຕີນຊ້າຍທີ່ວາງພັບເຖິງພື້ນ ແລະ ໃຫ້ຕີນ ຂວາຍັນກັບພື້ນ ແລະ ນຳມືໄປວາງເຖິງຕົ້ນຂາທັ້ງສອງຂ້າງ.

17.ໃຫ້ກ່າວລະຫວ່າງນັ່ງທັ້ງສອງສຸຈູດວ່າ:

“ຣອບບິກ ຟິຣລີ ວັຣຮັມນີ ວະຫ໌ດີນີ ວັຣຊຸກນີ ວັຈບຸຣນີ ວະອາຟີນີ ”.

  1. ໃຫ້ສຸຢຸດຄັ້ງທີ່ສອງ ແລະປະຕິບັດໃຫ້ຄືກັບການສຸຢູດໃຫ້ຄັ້ງທຳອິດ, ແລະ ກ່າວຕັກບິຣ ຂະນະກົ້ມສຸຢູດ.
  2. ຕໍ່ດ້ວຍການລຸກຂຶ້ນຈາກການສຸຈູດຄັ້ງທີ່ສອງພ້ອມກ່າວ "ອັລລໍຮຸ ອັກບັຣ" ເມື່ອຢືນກົງແລ້ວໃຫ້ລະຫມາດຣໍກະອັດທີ່ສອງ ອ່ານ ສູເຣາະຫ ອັລ-ຟາຕິຫະຫ໌ ແລະ ຕາມດ້ວຍອາຍະຫ໌ຕາມສະດວກທີ່ຈະອ່ານ ໃຫ້ປະຕິບັດຄືກັບ ຣໍກະອັດ ທຳອິດ, ນອກຈາກວ່າຣໍກະອັດທີ່ສອງບໍ່ມີການອ່ານດຸອາເປິດການລະຫມາດ.
  3. ແລ້ວກໍ່ໃຫ້ນັ່ງຫຼັງຈາກເງີຍຫນ້າສຸຢູດຄັ້ງທີ່ສອງ ພ້ອມກ່າວ "ອັລລໍຮຸ ອັກບັຣ" ໃຫ້ນັ່ງດັງທີ່ນັ່ງລະຫວ່າງສອງສຸຈູດ ຄືໆກັນ.
  4. ໃນຂະນະນັ່ງໃຫ້ອ່ານຕະຊະຮຸດ ຄື :

ຄວາມໝາຍ: ຄວາມເຄົາລົບ, ຄວາມພັກດີ ແລະຄຸນນະທຳສິລະທັມທັ້ງຫລາຍ ເປັນສິດຂອງອັລລໍຮ໌ (ຫຼື ຄວາມພັກດີ ຄືການເຮັດຄວາມດີທາງຄຳເວົ້າ ທາງກິລິຍາມາລະຍາດ ແລະທາງຊັບສິນທັ້ງຫລາຍເປັນສິດທິຂອງອັລລໍຮ໌ທັ້ງຫມົດ), ຂໍຄວາມສັນຕິສຸກ ຄວາມເມດຕາແຫ່ງອັລລໍຮ໌ ແລະ ຄວາມຈະເລີນແຫ່ງພຣະອົງຈົງມີແດ່ທ່ານ ໂອ້ທ່ານນະບີ , ຂໍຄວາມສັນຕິສຸກ ຈົ່ງມີແກ່ພວກເຮົາ ແລະ ແກ່ບັນດາບ່າວຜູ້ທີ່ມີຄຸນນະທຳແຫ່ງອັລລໍຮ໌, ຂ້ອຍຂໍປະຕິຍານຕົນວ່າ ບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຮ໌ ແລະ ມຸຮຳມັດນັ້ນ ເປັນບ່າວ ແລະ ສາດສະດາທູດຂອງພຣະອົງ , ໂອ້ອັລລໍຫ໌, ຂໍພຣະອົງປະທານຄວາມເມຕາແກ່ນະບີມູຮຳມັດ ແລະ ແກ່ຄອບຄົວຂອງທ່ານນະບີມູຮຳມັດ, ດັ່ງຄວາມເມດຕາທີ່ພຣະອົງໄດ້ປະທານໃຫ້ແກ່ນະບີອິບຣໍຮິມ ແລະຄອບຄົວຂອງທ່ານ, ແທ້ຈິງ ພຣະອົງແມ່ນຜູ້ຄວນຖືກສັນລະເສີນ ແລະ ຜູ້ຄອບຄອງກຽດທີ່ສູງສົງ. ແລະ ຂໍພຣະອົງຊົງປະທານຄວາມບາຣໍກະຮ໌ທານແກ່ນະບີມູຮຳມັດ ແລະຄອບຄົວຂອງທ່ານ, ດັ່ງຄວາມບາຣໍກະຮ໌ທີ່ພຣະອົງປະທານໃຫ້ແກ່ນະບີອິບຣໍຮິມ ແລະຄອບຄົວຂອງທ່ານ, ແທ້ຈິງ ພຣະອົງແມ່ນຜູ້ຄວນຖືກສັນເສີນ ແລະ ຜູ້ຄອບຄອງກຽດທີ່ສູງສົງ. “ຂ້າພະເຈົ້າຂໍວິງວອນຈາກພະອົງອັລລໍຫ໌ ຂໍຊົງໂປດໃຫ້ ຂ້າພະເຈົ້າຫ່າງໄກຈາກການທໍລະມານໃນນະຣົກ ແລະ ຊົງໂປດໃຫ້ຂ້າພະເຈົ້າຫ່າງໄກ ຈາກການທໍລະມານໃນລຸ່ມຝັງສົບ (ປ່າແຫ່ວ) ແລະ ຊົງໂປດໃຫ້ຂ້ອຍຫ່າງໄກຈາກ ຄວາມຫາຍະນະໃນການໃຊ້ຊີວິດປັດຈຸບັນ ແລະ ຊີວິດຫຼັງຄວາມຕາຍ ແລະ ຊົງໂປດໃຫ້ ຂ້າພະເຈົ້າຫ່າງໄກຈາກຄວາມຫາຍະນະຂອງດັດຈາລ”.

ໃຫ້ກ່າວຕໍ່ດ້ວຍການດຸອາຂໍຄວາມໂຊກດີ ທັ້ງໂລກນີ້ ແລະ ໂລກໜ້າຕາມ ຄວາມປະສົງ ແລະ ຄວາມຕ້ອງການ.

  1. ແລ້ວໃຫ້ສະລາມດ້ວຍການຫັນຫົວໄປທາງຂວາ ພ້ອມກ່າວວ່າ: « ອັສສະລາມ ມຸອະໄລກຸມ ວະເຣາະມາ ຕຸລລໍຫ໌ » ຕໍ່ດ້ວຍຫັນຫົວໄປທາງຊ້າຍພ້ອມກ່າວເຊັ່ນກັນ.
  2. ຖ້າຫາກການລະຫມາດຊໍລາຕ ມີສາມ,ສີ່ ຣໍກະອັດ; ໃຫ້ອ່ານຕະຊາຮຸດຄັ້ງທີ່ໜຶ່ງຫຍຸດບ່ອນ , « ອັຊຮາດຸ ອັລລາ ອິລາຮະ ອິລລັລລໍຫ໌ , ວະອັຊຮາດຸ ອັນນະ ມຸຮຳມະດັນ ອັບດຸຮຸ ວະຣໍສູລຸຫ໌ ».
  3. ຫຼັງຈາກນັ່ງຕະຊາຮຸດຄັ້ງທຳອິດແລ້ວ ໃນລຸກຢືນຂຶ້ນພ້ອມກ່າວ : "ອັລລໍຮຸ ອັກບັຣ" ແລະ ຍົກມືຂຶ້ນສະເໝີຫົວໄຫລ່ຂອງຕົນໃນຂະນະນັ້ນ.
  4. ຈາກນັ້ນກໍ່ໃຫ້ລະຫມາດສ່ວນທີ່ເຫຼືອໃນລະຫມາດຂອງຕົນ ຄືກັບຣໍກະອະຫ໌ທີ່ສອງ ພຽງແຕ່ຈຳກັດການໄວ້ແຕ່ສູເຣາະຫ໌ ອັລ-ຟາຕິຫະຫ໌ເທົ່ານັ້ນ.
  5. ແລ້ວກໍ່ໃຫ້ນັ່ງທ່າ ມຸຕົວຣໍກັນ (ນັ່ງພັບພຽບສະເພາະທ່ານີ້) ໂດຍຢືນຕີນຂວາດັນກັບພື້ນ ແລະ ເອົາຕີນຊ້າຍສຽບເຂົ້າໄປວາງໃຕ້ສະໂພກຕີນຂວາ,ໃຫ້ກົ້ນນຽບຕິດກັບພື້ນ, ແລ້ວວາງມືທັ້ງສອງບົນຕົ້ນຂາ ຫຼື ຫົວເຂົ່າ ເຊັ່ນດຽວກັບທີ່ວາງໄວ້ໃນທ່າຕະຊາຮຸດທຳອິດ.
  6. ແລະໃຫ້ອ່ານບົດຕະຊາຮຸດທັງໝົດໃນເທື່ອສຸດທ້າຍນີ້.