ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «بينما نحن جلوس عند رسول الله صلى الله عليه وسلم ...»، ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
- الباب / الفصل
- قسم الحديث
السؤال
س3: أكمل حديث «بينما نحن جلوس عند رسول الله صلى الله عليه وسلم ...»، واذكر بعض فوائده.
ຄຳຖາມທີ່ 3 : ຈົ່ງເລົ່າຫະດິຊບົດນີ້ຕໍ່ຈົນຈົບ «بينما نحن جلوس عند رسول الله صلى الله عليه وسلم ...»، ແລະ ໃຫ້ບອກເຖິງປະໂຫຍດທີ່ໄດ້ຮັບຈາກມັນ.
الجواب
ج:عن عمر بن الخطاب رَضِيَ اللَّهُ عَنْهُ قال:
«بينما نحن جلوس عند رسول الله صلى الله عليه وسلم ذات يوم، إذ طلع علينا رجل شديد بياض الثياب، شديد سواد الشعر، لا يرى عليه أثر السفر، ولا يعرفه منا أحد، حتى جلس إلى النبي صلى الله عليه وسلم، فأسند ركبته إلى ركبتيه، ووضع كفيه على فخذيه، وقال: «يا محمد أخبرني عن الإسلام»، فقال له: «الإسلام: أن تشهد أن لا إله إلا الله، وأن محمدًا رسول الله، وتقيم الصلاة، وتؤتي الزكاة، وتصوم رمضان، وتحج البيت إن استطعت إليه سبيلًا»، قال: «صدقت»، فعجبنا له يسأله ويصدقه، قال: «أخبرني عن الإيمان» قال: «أن تؤمن بالله، وملائكته، وكتبه، ورسله، واليوم الآخر، وتؤمن بالقدر؛ خيره وشره»، قال: «صدقت»، قال: «فأخبرني عن الإحسان»، قال: «أن تعبد الله كأنك تراه، فإن لم تكن تراه، فإنه يراك»، قال: «فأخبرني عن الساعة»، قال: «ما المسؤول بأعلم من السائل»، قال: «فأخبرني عن أماراتها»، قال: «أن تلد الأمة ربتها، وأن ترى الحفاة العراة العالة رعاء الشاء، يتطاولون في البنيان» ثم انطلق فلبث مليًّا، ثم قال: «يا عمر! أتدري من السائل؟»، قلت: "الله ورسوله أعلم"، قال: «فإنه جبريل، أتاكم يعلمكم دينكم»
رواه مسلم.
فوائد من الحديث:
- ذكر أركان الإسلام الخمسة؛ وهي:
- شهادة أن لا إله إلا الله، وأن محمدا رسول الله.
- وإقام الصلاة.
- وإيتاء الزكاة.
- وصوم رمضان.
- وحج بيت الله الحرام.
- ذكر أركان الإيمان، وهي ستة:
- الإيمان بالله.
- وملائكته.
- وكتبه.
- ورسله.
- واليوم الآخر.
- والقدر خيره وشره.
- ذكر ركن الإحسان، وهو ركن واحد، وهو أن تعبد الله كأنك تراه، فإن لم تكن تراه، فإنه يراك.
- وقت قيام الساعة، لا يعلمه إلا الله تَعَالَى.
ຄຳຕອບ: ຈາກທ່ານອຸມັຣ ບິນ ຄອດຕ໊ອບ ຣໍດີຍັລລໍອັນຮຸ ໄດ້ເລົ່າວ່າ:
“ມີມື້ໝຶ່ງ ໃນຂະນະທີພວກເຮົາກຳລັງນັ່ງຢູ່ກັບທ່ານຣໍສູລ ລຸລລໍຫ໌ ﷺ ທັນໃດນັ້ນກໍ່ມີຊາຍຄົນໜຶ່ງສວມເສື້ອຜ້າທີຂາວສະນິດ ມີຜົມດຳເຂັ່ມ ແລະບໍ່ເຫັນຮອງຮ້ອຍໃນການເດິນທາງ ໄດ້ປະກົດຂຶ້ນໃນໝູ່ພວກເຮົາ ແລະບໍ່ມີຜູ້ໃດໃນໝູ່ພວກເຮົາຮູ້ຈັກລາວ ແລະໃນທີສຸດລາວໄດ້ເຂົ້າມານັ່ງກົງກັບທ່ານນະບີ ﷺ ແລ້ວລາວກໍເອົາຫົວເຂົາທັ້ງສອງຂ້າງຂອງລາວມາກົງກັບຫົວເຂົາຂອງທ່ານນາບີ ﷺ ແລະໄດ້ວາງມືຂອງລາວເຖິງຂາຂອງທ່ານະບີ ﷺ ແລ້ວກໍ່ກ່າວຂຶ້ນວ່າ “ໂອ້ມຸຮຳມັດເອີ໋ຍ ຈົ່ງບອກໃຫ້ຂ້ອຍຮູ້ກຽ່ວກັບອີສລາມ ແລ້ວທ່ານຣໍສູລໄດ້ກ່າວວ່າ: ອິສລາມຄື! - ການທີທ່ານກ່າວປະຕິຢານຕົນວ່າ “ບໍ່ມີພຣະເຈົ້າອື່ນໃດທີ່ຄວນແກ່ການເຄົາລົບພັກດີນອກຈາກອັລລໍຫ໌ ແລະມຸຮຳມັດນັ້ນເປັນ ຣໍສູລຂອງອັລລໍຫ໌” - ການທີທ່ານນັ້ນດຳລົງເຊິ່ງການລະຫມາດ - ການຈ່າຍຊະກາດ - ການຖືສິນອົດໃນເດືອນຣໍມະດອນ - ແລະການໄປປະກອບພິທີຫັຈ ທີ່ ບັຍຕຸລລໍຫ໌ ຫາກທ່ານມີຄວາມສາມາດເດິນທາງໄປໄດ້ “ແມ່ນຢ່າງທີທ່ານເວົ້າ” (ທ່ານອຸມັຣກ່າວວ່າ) ດັງນັ້ນພວກເຮົາພາກັນແປກໃຈ ທີລາວຖາມທ່ານນະບີແລ້ວລາວກໍຮັບຮອງວ່າທ່ານນະບີເວົ້າຄວາມຈິງ ລາວກ່າວອີກວ່າ “ຈົ່ງບອກໃຫ້ຂ້ອຍຮູ້ກຽ່ວກັບອີມ່ານ” ທ່ານນາບີຈຶ່ງຕອບວ່າ - ການທີທ່ານສັດທາເຊື່ອໃນອັລລໍຫ໌ - ການສັດທາຕໍ່ບັນດາມະລາອີກະຫຂອງພຣະອົງ - ການສັດທາຕໍ່ບັນດາຄຳພີຂອງພຣະອົງ - ການສັດທາຕໍ່ບັນດາສາສະໜະທູດຂອງພຣະອົງ - ການສັດທາຕໍ່ວັນປໍລະໂລກ(ໂລກໜ້າ) - ແລະການສັດທາ ເຊື່ອຕໍ່ການກຳໜົດຂອງພຣະອົງໃນຄວາມດີຄວາມຊົ່ວ” ລາວໄດ້ກ່າວວ່າ “ແມ່ນຄວາມຢ່າງທີທ່ານເວົ້າ” ແລ້ວລາວໄດ້ກ່າວອີກວ່າ “ດັງນັ້ນທ່ານຈົ່ງບອກໃຫ້ຂ້ອຍຮູ້ກຽ່ວກັບ ອິຫ໌ຊານ?” ທ່ານນະບີຕອບວ່າ “ຄືການທີທ່ານເຮັດອີບາດະຫ໌ (ຄວາມດີ) ຕໍ່ອັລລໍຫ໌ ດັ່ງກັບວ່າທ່ານເຫັນພຣະອົງ ແມ້ວ່າທ່ານບໍ່ເຫັນພຣະອົງ ກໍ່ໃຫ້ຄິດວ່າພຣະອົງນັ້ນເຫັນທ່ານແນ່ນອນ” ແລ້ວລາວໄດ້ກ່າວອີກວ່າ “ດັງນັ້ນຈົ່ງບອກໃຫ້ຂ້ອຍຮູ້ກຽ່ວກັບວັນກີຍາມະຫ໌?” ທ່ານນະບີຕອບວ່າ “ຜູ້ທີຖາມກໍ່ບໍ່ຮູ້ໄປກວ່າຜູ້ຖຶກຖາມເລີຍ” ແລ້ວລາວກໍ່ກ່າວວ່າ “ຖ້າເຊັ່ນນັ້ນບອກໃຫ້ຂ້ອຍຮູ້ເຖິ່ງສັນຍານຂອງມັນ” ທ່ານນະບີຕອບວ່າ “ຄືການທີແມ່ຍິງ ຈະເກິດລູກມາເປັນເຈົ້ານາຍຂອງນາງ, ທ່ານຈະໄດ້ເຫັນຜູ້ທີບໍ່ສ້ວມເກິບ ບໍ່ມີເສື້ອຜ້າທີ່ຈະສ້ວມໃສ່ ເປັນຜູ້ຍາກຈົນສຸດໆ ແລະ ລ້ຽງແບ້ ແຕ່ກັບແຂ່ງຂັນກັນສ້າງອາຄານສູງໆ” ຈາກນັ້ນລາວກໍ່ຈາກໄປ ແລະຂ້ອຍ (ໝາຍເຖິ່ງອຸມັຣ) ກໍ່ຫາຍໜ້າໄປຫຼາຍມື້ ຕໍ່ມາທ່ານນະບີ ﷺ ໄດ້ຖາມຂ້ອຍວ່າ “ໂອ້ອຸມັຣ ເຈົ້າຮູ້ບໍ່ວ່າ ຜູ້ຖາມຕອນນັ້ນແມ່ນໃຜ?” ຂ້ອຍຕອບວ່າ “ອັລລໍຫ໌ ແລະຣໍສູລຂອງພຣະອົງເທົ່ານັ້ນທີ່ຮູ້” ທ່ານນະບີຕອບວ່າ “ແທ້ຈິງລາວຄື ຈິບລິລ (ເທວະທູດຂອງອັລລໍຫ໌) ລາວມາຫາພວກທ່ານ ເພື່ອສອນພວກທ່ານ ກ່ຽວກັບເລື່ອງສາສະໜາຂອງພວກທ່ານ”
ບັນທຶກໂດຍມຸສລິມ.
ປະໂຫຍດທີ່ໄດ້ຮັບຈາກຫະດິຊນີ້:
- ໄດ້ຮູ້ວ່າຫຼັກປະຕິບັດໃນອິສລາມມີ ຫ້າປະການ; ໄດ້ແກ່:
- ການກ່າວປະຕິຍານຕົນບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ ແລະ ມຸຮຳມັດນັ້ນເປັນ ຣໍສູລຂອງອັລລໍຫ໌
- ການດຳລົງເຊິ່ງການລະຫມາດ .
- ການຈ່າຍຊະກາດ.
- ການຖືສິນອົດໃນເດືອນຣໍມະດອນ.
- ການປະກອບພິທິຮັຈຍ໌ ທີ່ໄບຕຸລລໍຫ໌.
- ໄດ້ຮູ້ວ່າຫຼັກສັດທາໃນອິສລາມມີ ຫົກຂໍ້; ໄດ້ແກ່:
- ການທີທ່ານສັດທາເຊື່ອໃນອັລລໍຫ໌.
- ການສັດທາຕໍ່ມະລາອິກະຫ໌ (ເທວະທູດ)
- ການສັດທາບັນດາຄຳພີຂອງອັລລໍຫ໌.
- ການສັດທາຕໍ່ບັນດາຣໍຊູລ (ສາດສະດາທູດ)
5.ການສັດທາຕໍ່ວັນສິ້ນໂລກ.
- ການສັດທາຕໍ່ກົດກຳໜົດທັ້ງດີ ແລະ ຊົ່ວ.
- ໄດ້ຮູ້ກ່ຽວກັບ ຫຼັກອິຫ໌ຊານ ຄືຫຼັກການດຽວ, ນັ້ນກໍ່ຄືການທີທ່ານເຮັດອີບາດະຫ໌ (ຄວາມດີ) ຕໍ່ອັລລໍຫ໌ ດັ່ງກັບທີ່ທ່ານເຫັນພຣະອົງ, ແມ້ວ່າທ່ານບໍ່ເຫັນພຣະອົງ ກໍ່ໃຫ້ຄິດວ່າພຣະອົງນັ້ນເຫັນທ່ານຢູ່ຢ່າງແນ່ນອນ.
- ວັນກີຍາມະຫ໌ສິ້ນໂລກ, ບໍ່ມີຜູ້ໃດຮູ້ ນອກຈາກອັລລໍຫ໌ເທົ່ານັ້ນ.