Skip to content

ຈົ່ງອ່ານສູເຣາະຫ໌ ກຸເຣຊ ແລະ ພ້ອມບອກຄວາມໝາຍມາ.

الباب / الفصل
قسم التفسير

السؤال

س٩: اقرأ سورة قريش وفسرها.

ຖາມ 9 : ຈົ່ງອ່ານສູເຣາະຫ໌ ກຸເຣຊ ແລະ ພ້ອມບອກຄວາມໝາຍມາ.

الجواب

ج:سورة قريش وتفسيرها:

بِسۡمِ ٱللَّهِ ٱلرَّحۡمَٰنِ ٱلرَّحِيمِ

﴿لِإِيلَٰفِ قُرَيۡشٍ 1

إِۦلَٰفِهِمۡ رِحۡلَةَ ٱلشِّتَآءِ وَٱلصَّيۡفِ 2

فَلۡيَعۡبُدُواْ رَبَّ هَٰذَا ٱلۡبَيۡتِ 3

ٱلَّذِيٓ أَطۡعَمَهُم مِّن جُوعٖ وَءَامَنَهُم مِّنۡ خَوۡفِۭ 4﴾

[قريش: ١-٤].

التفسير:

  1. ﴿لِإِيلَٰفِ قُرَيۡشٍ1﴾:

المراد بذلك ما كانوا يألفونه من الرحلة في الشتاء والصيف.

  1. ﴿إِۦلَٰفِهِمۡ رِحۡلَةَ ٱلشِّتَآءِ وَٱلصَّيۡفِ2﴾:

رحلةَ الشتاء إلى اليمن، ورحلة الصيف إلى الشام آمنين.

  1. ﴿فَلۡيَعۡبُدُواْ رَبَّ هَٰذَا ٱلۡبَيۡتِ3﴾:

فليعبدوا الله ربّ هذا البيت الحرام وحده، الذي يسَّر لهم هذه الرحلة، ولا يشركوا به أحدًا.

  1. ﴿ٱلَّذِيٓ أَطۡعَمَهُم مِّن جُوعٖ وَءَامَنَهُم مِّنۡ خَوۡفِۭ4﴾:

الذي أطعمهم من جوع، وآمنهم من خوف، بما وضع في قلوب العرب من تعظيم الحرم، وتعظيم سكانه.

ຕອບ: ສຸເຣາະຫ໌ ກຸເຣຊ ພ້ອມແປຄວາມໝາຍ:

( 1 ບິສມິລລາ ຫິຣເຣາະມານ ນິຣເຣາະຮີມ)

(1 ລິອີລາ ຟິກຸຣອຊ)

(2 ອີລາ ຟິຮິມ ຣຽະຫ໌ລະ ຕັຊຊີຕາ ອິວັສຊອຍຟ໌)

(3 ຟັລຍະບຸດູ ຣອບບະ ຮາຊັລ ໄບຕ໌)

(4 ອັລລະຊີ ອັດຕໍອະມາ ຮູມ ມິນຈູອິນ ວະອາມະນາ ຮູມ ມິນເຄົາຟ໌)

[ ສຸເຣາະຫ໌ ກຸເຣຊ :1-4].

ອັດທະທິບາຍຄວາມໝາຍ:

  • ຄືການທີ່ອັລລໍຫ໌ ຊົງອຳນວຍຄວາມສະດວກແກ່ຊາວກຸເຣຊນັ້ນກໍ່ເພາະວ່າ ພວກເຂົາມີຄວາມຄຸ້ນເຄີຍການເດີນທາງ.
  • ໃນລະດູໜາວໄປປະເທດເຢເມນ ແລະ ໃນລະດູຮ້ອນໄປປະເທດຊີເຣຍ, ພວກເຂົາເດີນທາງໄປເພື່ອການຄ້າຂາຍ ແລະໄດ້ນຳເອົາອາຫານພໍລ້ຽງຊີບທີ່ສຳຄັນ ແລະ ເສື້ອຜ້າມາຍັງປະເທດຂອງພວກເຂົາ. ເລື່ອງທີ່ພວກເຂົາໄດ້ຮັບຄວາມປອດໄພ ໂດຍທີ່ບໍ່ໄດ້ຮັບໄພອັນຕະລາຍ, ເພາະວ່າຊາວບ້ານ ຊາວເມືອງຈະກ່າວກັນວ່າຊົນເຫຼົ່ານັ້ນ (ອາຫຼັບກຸເຣຊ) ເປັນເພື່ອນບ້ານຂອງໄບຕຸລລໍຫ໌ ແລະ ເປັນພົນລະເມືອງທີ່ອາໄສຢູ່ເຂດຫວງຫ້າມ.
  • ຄືໃຫ້ພວກເຂົາເຄົາລົບພັກດີຕໍ່ອັລລໍຫ໌ຜູ້ຊົງຍິ່ງໃຫຍ່, ພຣະເຈົ້າແຫ່ງບ້ານໄບຕຸລລໍຫ໌ຫຼັງນີ້ພຽງອົງດຽວ, ທີ່ໃຫ້ຄວາມງ່າຍດາຍໃນການເດິນທາງໄປຄ້າຂາຍ ແລະ ຈົ່ງໃຫ້ພວກເຂົາເຮັດອິບາດະຫ໌ຕໍ່ພຣະອົງ ເພື່ອເປັນການຂອບໃຈຕໍ່ຄວາມເມດຕາປານີຂອງພຣະອົງ ທີ່ມີຕໍ່ພວກເຂົາ, ແລະ ຢ່າໄດ້ຕັ້ງພາຄີນຳຜູ້ໃດມາຮ່ວມກັບພຣະອົງເປັນອັນຂາດ.
  • ຄືພຣະເຈົ້າອົງນີ້ຜູ້ຊົງໃຫ້ອາຫານແກ່ພວກເຂົາ ພາຍຫຼັງທີ່ພວກເຂົາໄດ້ປະສົບກັບຄວາມຫິວໂຫຍ, ແລະ ຊົງໃຫ້ຄວາມປອດໄພ ແລະ ຄວາມສຸກແກ່ພວກເຂົາ ພາຍຫຼັງທີ່ພວກເຂົາປະສົບກັບຄວາມຍ້ານກົວ.