Skip to content

ຈົ່ງອ່ານສູເຣາະຫ໌ ອັລ-ຟີລ ແລະ ພ້ອມບອກຄວາມໝາຍມາ.

الباب / الفصل
قسم التفسير

السؤال

س٨: اقرأ سورة الفيل وفسرها.

ຖາມ 8 : ຈົ່ງອ່ານສູເຣາະຫ໌ ອັລ-ຟີລ ແລະ ພ້ອມບອກຄວາມໝາຍມາ.

الجواب

ج:سورة الفيل وتفسيرها:

بِسۡمِ ٱللَّهِ ٱلرَّحۡمَٰنِ ٱلرَّحِيمِ

﴿أَلَمۡ تَرَ كَيۡفَ فَعَلَ رَبُّكَ بِأَصۡحَٰبِ ٱلۡفِيلِ 1

أَلَمۡ يَجۡعَلۡ كَيۡدَهُمۡ فِي تَضۡلِيلٖ 2

وَأَرۡسَلَ عَلَيۡهِمۡ طَيۡرًا أَبَابِيلَ 3

تَرۡمِيهِم بِحِجَارَةٖ مِّن سِجِّيلٖ 4

فَجَعَلَهُمۡ كَعَصۡفٖ مَّأۡكُولِۭ 5﴾

[الفيل: ١-٥].

التفسير:

  1. ﴿أَلَمۡ تَرَ كَيۡفَ فَعَلَ رَبُّكَ بِأَصۡحَٰبِ ٱلۡفِيلِ1﴾:

ألم تعلم - أيها الرسول - كيف فعل ربك بأبْرَهَة وأصحابه أصحاب الفيل حين أرادوا هدم الكعبة؟!

  1. ﴿أَلَمۡ يَجۡعَلۡ كَيۡدَهُمۡ فِي تَضۡلِيلٖ2﴾:

لقد جعل الله تدبيرهم السيئ لهدمها في ضياع، فما نالوا ما تمنّوه من صرف الناس عن الكعبة، وما نالوا منها شيئًا.

  1. ﴿وَأَرۡسَلَ عَلَيۡهِمۡ طَيۡرًا أَبَابِيلَ3﴾:

وبَعَث عليهم طيرًا أتتهم جماعاتٍ جماعاتٍ.

  1. ﴿تَرۡمِيهِم بِحِجَارَةٖ مِّن سِجِّيلٖ4﴾:

ترميهم بحجارة من طين مُتَحَجِّر.

  1. ﴿فَجَعَلَهُمۡ كَعَصۡفٖ مَّأۡكُولِۭ5﴾:

فجعلهم الله كورق زرعٍ أكلته الدوابّ وداسته.

ຕອບ: ສຸເຣາະອັລຟີລ ແລະ ຄວາມໝາຍ.

( 1 ບິສມິລລາ ຫິຣເຣາະມານ ນິຣເຣາະຮີມ)

(1 ອະລຳຕະຣໍ ໄກຟະຟາ ອະລະຣອບ ບຸກະ ບິອັສຮາ ບິລຟີລ)

(2 ອະລຳ ຍັຈອັລ ໄກດະຮຸມ ຟີ ຕັດລີລ)

(3 ວະອັຣ ສະລະ ອະໄລຮິມ ຕອຍຣອນ ອະບາບີລ)

(4 ຕັຣມີຮິມ ບິຮີຈາ ຣໍຕິນ ມິນສິດ ຈີລ)

(5 ຟະຈະ ອາລາຮຸມ ກະອັສ ຟິມ ມະກູລ)

[ ສຸເຣາະອັລ-ອັລ-ຟີລ :1-5].

ອັດທະທິບາຍຄວາມໝາຍ:

  • ເຈົ້າບໍ່ຮູ້ບໍວ່າ ອັລລໍຫ໌ ຕະອາລາ ຊົງກະທຳກັບເຈົ້າຂອງເຊືອກຊ້າງຄື: “ອັບຣໍຫະຫ໌ ອັນອັຊຣອມ” ກະສັດເຍເມນເປັນແນວໃດ, ເຊິ່ງອັບຣໍຮະຫ໌ ໄດ້ຍົກກອງທັບຊ້າງມາເພື່ອມາທຳລາຍອັລ-ກະອຼບະຫ໌.
  • ໂດຍກະສັດເຍເມນໄດ້ສ້າງກະບະຫ໌ຂຶ້ນຫຼັງໜຶ່ງ ເພື່ອທົດແທນອັລ-ກະບະຫ໌ ແລ້ວໃຫ້ຊາວອາຣັບ ຫັນໄປສູ່ບ້ານຂອງອັລລໍຫ໌ທີ່ເຢເມນ ເພື່ອປະກອບພິທີຮັຈ ໃນເວລາດຽວກັນກໍ່ຄືມີຈຸດໝາຍທາງເສດຖະກິດ. ດັ່ງນັ້ນ, ພຣະອົງຈຶ່ງທຳລາຍແຜນການຂອງພວກເຂົາໃນການຈະປ່ຽນແປງສະຖານທີ່ປະກອບພິທີຮັຈໃນເຢເມນໃຫ້ສູນຫາຍໄປ.
  • ໂດຍການສົ່ງນົກມາເປັນຝຸງໆ, ນົກແຕ່ລະໂຕຈະມີກ້ອນຫີນໜ້ອຍໆ 3 ກ້ອນ, ກ້ອນໜຶ່ງຈະຄາບຢູ່ປາກຂອງມັນ, ອີກສອງ ກ້ອນຈະຢູ່ທີ່ຂາທັງສອງຂ້າງ ຈາກນັ້ນຝຸງນົກເຫຼົ່ານັ້ນ ກໍ່ຈະຖີ້ມກ້ອນຫີນແຕ່ລະກ້ອນລົງມາເພື່ອທຳລາຍລ້າງກອງທັບຊ້າງຂອງ ອັບຣໍຫະຫ໌ໃຫ້ກ້ຽງ.
  • ກ້ອນຫີນແຕ່ລະກ້ອນປຽບຄືລູກປືນທີ່ຍິງເຂົ້າໃນເຮືອນຮ່າງທະຫານຂອງອັບຣໍຫະຫ໌ ທັ້ງຄົນ ແລະ ສັດ.
  • ພຣະອົງຊົງເຮັດໃຫ້ບັນດາທະຫານເຫຼົ່ານັ້ນເປັນຄືກັບໃບໄມ້ທີ່ຖືກລົມພະຍຸພັດເອົາໄປ ເພື່ອໃຫ້ສັດຕ່າງ ໆ ກິນເປັນອາຫານ.