Skip to content

ຈົ່ງອ່ານສູເຣາະຫ໌ ອັລ-ເກົາຊັຣ ແລະ ພ້ອມບອກຄວາມໝາຍມາ.

الباب / الفصل
قسم التفسير

السؤال

س١١: اقرأ سورة الكوثر وفسرها.

ຖາມ 11 : ຈົ່ງອ່ານສູເຣາະຫ໌ ອັລ-ເກົາຊັຣ ແລະ ພ້ອມບອກຄວາມໝາຍມາ.

الجواب

ج:سورة الكوثر وتفسيرها:

بِسۡمِ ٱللَّهِ ٱلرَّحۡمَٰنِ ٱلرَّحِيمِ

﴿إِنَّآ أَعۡطَيۡنَٰكَ ٱلۡكَوۡثَرَ 1

فَصَلِّ لِرَبِّكَ وَٱنۡحَرۡ 2

إِنَّ شَانِئَكَ هُوَ ٱلۡأَبۡتَرُ 3﴾

[الكوثر: ١-٣].

التفسير:

  1. ﴿إِنَّآ أَعۡطَيۡنَٰكَ ٱلۡكَوۡثَرَ1﴾:

إنا آتيناك - أيها الرسول - الخير الكثير، ومنه نهر الكوثر في الجنة.

  1. ﴿فَصَلِّ لِرَبِّكَ وَٱنۡحَرۡ2﴾:

فأدّ شكر الله على هذه النعمة، أن تصلي له وحده وتذبح، خلافًا لما يفعله المشركون من التقرّب لأوثانهم بالذبح.

  1. ﴿إِنَّ شَانِئَكَ هُوَ ٱلۡأَبۡتَرُ3﴾:

إن مُبْغِضك هو المنقطع عن كل خير المَنسِي الذي إن ذُكِر ذُكِر بسوء.

ຕອບ : ສູເຣາະຫ໌ ອັລ-ເກົາຊັຣ ພ້ອມແປຄວາມໝາຍ:

( 1 ບິສມິລລາ ຫິຣເຣາະມານ ນິຣເຣາະຮີມ)

(1 ອິນນາ ອ້ະ ຕ່ອຍນາ ກັລເກົາຊັຣ)

(2 ຟະສໍລລີ ລິຣອບບິກະ ວັນຫັຣ)

(3 ອິນນະຊາ ນິອະກະ ຮູວັລ ອັບຕັຣ)

[ ສຸເຣາະຫ໌ ອັລ-ເກົາຊັຣ :1-3].

ອັດທະທິບາຍຄວາມໝາຍ:

  • ອາຍາຕ ນີ້ຖືກປະທານລົງມາເປັນການສະເພາະກິດແກ່ທ່ານຣໍຊູລ ລຸລເຣາະຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ເປັນການປອບໃຈແກ່ທ່ານ ຄືພາຍຫຼັງທີ່ບຸດຊາຍຂອງທ່ານຊື່ ກໍເຊັມ ເສຍຊີວິດ ເປັນການແຈ້ງຂ່າວດີແກ່ທ່ານ ແລະ ປະຊາຊາດຂອງທ່ານ ດ້ວຍແມ່ນ້ຳ ອັລ-ເກົາຊັຣ ເຊິ່ງເປັນແມ່ນ້ຳໃນສະຫວັນ ແຄມຝັງທັງສອງຂອງແມ່ນ້ຳມີທອງຄຳ, ທາງນ້ຳໄຫຼປະກອບມີມຸກ, ເພັດ,ພອຍ, ແມ່ນ້ຳມີກິນຫອມ, ນ້ຳມີລົດຫວານຍິ່ງກວ່ານ້ຳເຜີ້ງ ມີສີຂາວຍິ່ງກວ່ານ້ຳຫິມະ ຈະມີບໍ່ນ້ຳທີ່ມາຈາກແມ່ນ້ຳເກົາຊັຣໃນວັນກີຍາມະຫ໌ ແລະ ຜູ້ທີ່ມີສິດຈະເຂົ້າໄປດື່ມນ້ຳບໍ່ແຫ່ງນັ້ນຄື: ບັນດາຄົນດີຊໍແລະຫ໌ ທີ່ເປັນປະຊາຊາດຂອງທ່ານນະບີ ມຸຮຳມັດ ຊັລລັລລໍຮຸ ອະໄລຮິ ວະຊັລລຳ.
  • ດັ່ງນັ້ນດ້ວຍຄວາມເມດຕາປານີອັນມະຫາສານ ທີ່ອັລລໍຫ໌ໄດ້ປະທານໃຫ້ແກ່ເຈົ້ານັ້ນ ຈົ່ງຂອບໃຈພຣະເຈົ້າຂອງເຈົ້າ ດ້ວຍການ ລະຫມາດ ເພື່ອພຣະເຈົ້າຂອງພວກເຈົ້າແຕ່ພຽງອົງດຽວ, ບໍ່ມີສິ່ງໃດມາຄຽງຄູ່ກັບພຣະອົງ ແລະ ເຈົ້າຢ່າຂ້າສັດເພື່ອສິ່ງອື່ນນອກຈາກພຣະອົງເປັນອັນຂາດ ນີ້ຄືບົດຮຽນເປັນການສອນແກ່ປວງຊົນຂອງທ່ານອີກວິທີໜຶ່ງ.
  • ແທ້ຈິງຜູ້ທີ່ກຽດຊັງເຈົ້າຄື ສັດຕູຂອງເຈົ້າທຸກເວລານາທີ ແລະ ທຸກສະຖານທີ່ນັ້ນ ຄືຜູ້ທີ່ຄອຍກຽດຊັງ, ຜູ້ທີ່ຕຳຕ້ອຍ ແລະ ເປັນຜູ້ທີ່ຖືກຕັດຂາດຈາກຄວາມເມດຕາຂອງອັລລໍຫ໌.