ຄຳຖາມ : ຂໍ້ປະຕິບັດຫຼັກການໃນລະຫມາດມີຫຍັງແດ່?
- الباب / الفصل
- قسم الفقه
السؤال
س٢٢: ما أركان الصلاة؟
ຄຳຖາມ : ຂໍ້ປະຕິບັດຫຼັກການໃນລະຫມາດມີຫຍັງແດ່?
الجواب
ج:هي أربعة عشر ركنًا، كما يلي:
- أحدها: القيام في الفرض على القادر.
لحديث عمران بن حصين رضي الله عنه، عن النبي صلى الله عليه وسلم:
«صل قائمًا، فإن لم تستطع فقاعدًا، فإن لم تستطع فعلى جنب»
رواه البخاري.
- تكبيرة الإحرام، وهي: "الله أكبر".
لقوله عليه الصلاة والسلام:
«إذا قمت إلى الصلاة فكبر»
متفق عليه.
- قراءة الفاتحة.
«لا صلاة لمن لم يقرأ بفاتحة الكتاب»
- الركوع، ويمد ظهره مستويًا ويجعل رأسه حياله.
الرفع منه.
- الاعتدال قائمًا.
لقوله صلى الله عليه وسلم:
«ثم اركع حتى تطمئن راكعًا، ثم ارفع حتى تعتدل قائمًا»
- السجود، وتمكين جبهته، وأنفه، وكفيه، وركبتيه، وأطراف أصابع قدميه من محل سجوده.
- الرفع من السجود.
- الجلوس بين السجدتين.
«ثم اسجد حتى تطمئن ساجدًا، ثم ارفع حتى تطمئن جالسًا»
والسُّنَّة: أن يجلس مفترشًا على رجله اليسرى، وينصب اليمنى، ويوجهها إلى القبلة.
لحديث أم المؤمنين عائشة رضي الله عنها:
«وكان يفرش رجله اليسرى، وينصب رجله اليمنى»
رواه مسلم.
- الطمأنينة، وهي السكون في كل ركن فعلي.
- التشهد الأخير.
لحديث ابن مسعود رضي الله عنه قال:
كنا نقول في الصلاة قبل أن يفرض التشهد.
رواه النسائي وأصله في الصحيحين.
- الجلوس له.
- التسليمتان، وهو أن يقول مرتين: "السَّلام عليكم ورحمة الله".
لحديث:
«أنه كان يسلم عن يمينه وعن يساره: السلام عليكم ورحمة الله، السلام عليكم ورحمة الله»
رواه الترمذي وغيره.
- ترتيب الأركان -كما ذكرنا-، فلو سجد مثلًا قبل ركوعه عمدًا؛ بطلت صلاته، وسهوًا؛ لزمه الرجوع ليركع، ثم يسجد.
ຄຳຕອບ : ຂໍ້ປະຕິບັດໃນລະຫມາດມີ 14 ຂໍ້ ດັງນີ້:
-ຫນຶ່ງໃນນັ້ນຄື: ການຢືນໃນການລະມາດຟັຣດູ ສໍາລັບຜູ້ທີ່ມີຄວາມສາມາດ.
ຈາກຫະດິຊຂອງ ອິມຣອນ ບິນ ຮູໄຊນ໌ ຣໍດິຍັລລໍຮຸ ອັນຮຸ, ຈາກທ່ານນະບີ (ຊລຯ) :
<< ເຈົ້າຈົ່ງລະໝາດໃນສະພາບທີ່ຢືນ ແຕ່ຖ້າຫາກບໍ່ສາມາດທີ່ຈະຢືນໄດ້ກໍ່ຈົ່ງນັ່ງເສ່ຍ ແລະ ຖ້າຫາກບໍ່ສາມາດທີ່ຈະນັ່ງກໍ່ຈົ່ງລະໝາດບົນສີຂ້າງ (ຕະແຄງຂວາ) >>.
ບັນທຶກໂດຍ ອັລ-ບຸກຄໍຣີ.
- ຕັກບີຣ ອັລ-ອິຫຣອມ, ກໍ່ຄືການກ່າວ: (ອັລລໍຮຸ ອັກບັຣ).
ເນື່ອງຈາກທ່ານນະບີໄດ້ສອນໄວ້ວ່າ:
« ຫາກເຈົ້າຢືນຂຶ້ນເພື່ອຈະລະຫມາດ ຈົ່ງກ່າວຕັກບິຣ»
ມຸດຕະຟັກ ກຸລອະໄລ.
- ອ່ານສູເຣາະຫ໌ ອັລ-ຟາຕິຫະຫ໌.
ຄວາມໝາຍວ່າ: «ການລະຫມາດຈະບໍ່ຖືກຕອບຮັບ ສຳລັບຜູ້ໃດທີ່ບໍ່ໄດ້ ອ່ານສູເຣາະຫ໌ ອັລ-ຟາຕີຫະຫ໌»
- ກົ້ມຣູກົວະ (ກົ້ມໂຄ້ງ), ໃຫ້ຫລັງຊື່ກົງລຽບເທົ່າກັບຫົວ.
ຈາກນັ້ນໃຫ້ເງີຍຫົວຂຶ້ນ.
ໃຫ້ຢືນຫຍຸດນິ່ງພໍປະມານ.
ຈາກຄຳກ່າວຂອງທ່ານຣໍຊຸລລຸລລໍຫ໌ ຊໍລລັລລໍຮຸ ອະໄລຮິ ວະຊັລລຳ:
«ໃຫ້ມີຕັດຕໍມະອິນນະຫ໌ ສະມາທິ ຫຼື ການເວັ້ນຊ່ວງໃຫ້ດົນພໍປະມານ ໃນການຣູກົວະ, ຫຼັງຈາກນັ້ນຈຶ່ງເງີຍຫົວຂຶ້ນຈົນກະທັ່ງແຜ່ນຫຼັງຊື່ກົງ»
- ການສຸຈູດ (ກົ້ມກາບ) ຫາກເປັນການສະດວກໃຫ້ເອົາຝ້າມືທັັ້ງສອງລົງກ່ອນຫົວເຂົ່າ ແລະ ນິ້ວມືກັບນິ້ວຕີນຢັນກັບພື້ນ ພ້ອມຫັນທັັ້ງນິ້ວມື ແລະ ນິ້ວຕີນໄປທາງກິບລັດໃນຂະນະສຸຈູດ ໃຫ້ຍຶດເອົາວ່າອະໄວຍະວະທັັ້ງເຈັດຕ້ອງສຳຜັດກັບພື້ນທີ່ຈະສຸຈູດ ຄື ໜ້າຜາກກັບຫູດັງ, ຝ່າມືທັັ້ງສອງຂ້າງ, ຫົວເຂົົ່າທັັ້ງສອງຂ້າງ, ແລະ ນິ້ວຕີນທັັ້ງສອງຂ້າງ.
- ເງີຍຫົວຂຶ້ນຈາກສຸຈູດ.
- ນັ່ງລະຫວ່າງສຸຈູດທັ້ງສອງ.
«ກົ້ມລົງກາບສຸຈູດໃຫ້ມີຕັດຕໍມະອິນນະຫ໌ ສະມາທິ ຫຼື ການເວັ້ນຊ່ວງໃຫ້ດົນພໍປະມານ, ຫຼັງຈາກນັ້ນຈຶ່ງເງີຍຫົວຂຶ້ນຈົນກະທັ່ງນັ່ງລະຫວ່າງສຸຈູດໄດ້ພໍປະມານ»
ແລະສຸນນະຫ໌ໃນການນັ່ງ : ຄືເມື່ອລຸກຂຶ້ນຈາກສຸຈູດໃຫ້ນັ່ງທັບເຖິງຕີນຊ້າຍທີ່ວາງພັບເຖິງພື້ນ ແລະ ໃຫ້ຕີນຂວາຍັນກັບພື້ນ ແລະ ນຳມືໄປວາງເຖິງຫົວເຂົົ່າ ແລະ ຕົ້ນຂາທັ້ັງສອງຂ້າງ ອະໄວຍາວະທັ້ງໝົດຫັນໄປທາງກິບລະຫ໌.
ໂດຍມີຫະດິຊ: ລາຍງານຈາກແມ່ຂອງບັນດາຜູ້ສັດທາ ອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ໄດ້ກ່າວວ່າ:
« ທ່ານນະບີເຄີຍລະຫມາດແລະ ໄດ້ນັ່ງທັບເຖິງຕີນຊ້າຍທີ່ວາງລາບກັບເຖິງພື້ນ ແລະ ໃຫ້ຕີນຂວາຍັນກັບພື້ນ »
ບັນທຶກໂດຍມຸສລິມ.
- ຕັດຕໍມະອີນນະຫ໌ , ຄືການສະຫງົບນິ່ງໃນທຸກໆ ອິລິຍະບົດຂອງການລະຫມາດ.
- ການນັ່ງຕະຊາຮຸດຄັ້ງສຸດທ້າຍ.
ໂດຍມີຫະດິຊ: ລາຍງານຈາກອິບນຸ ມັສອູດ ຣໍດິຍັລລໍຮຸ ອັນຮຸ ໄດ້ກ່າວວ່າ:
ພວກເຮົາເຄີຍກ່າວ (ຖ້ອຍຄຳບາງຢ່າງ) ໃນລະຫມາດກ່ອນທີ່ການອ່ານ ຕະຊະຫ໌ຮຸດຈະຖືກກຳໜົດໃຊ້.
ບັນທຶກໂດຍ ອັນນະສາອີ ໂດຍໃຫ້ສາຍລາຍງານທີ່ມາຈາກຊໍຮິຫ໌ຂອງອີມ່າມທັ້ງສອງ.
- ວີທິການນັ່ງຂອງລາວ.
- ການກ່າວສະລາມທັ້ງສອງຄັ້ງ , ຄືການກ່າວສອງຄັ້ງວ່າ : ອັສສະລາມມຸອະໄລກຸມ ວະເຣາະມາຕຸລລໍຫ໌.
ຈາກຮະດິຊ:
« ທ່ານນະບີເຄີຍລະຫມາດ ເພິ່ນໄດ້ຫັນໄປທາງຂວາ ແລະ ທາງຊ້າຍພ້ອມກ່າວວ່າ : ອັສສະລາມ ມຸອະໄລກຸມ ວະເຣາະມາ ຕຸລລໍຫ໌, ອັສສະລາມ ມຸອະໄລກຸມ ວະເຣາະມາ ຕຸລລໍຫ໌ »
ບັນທຶກໂດຍຕິຣມີຊີ ແລະ ທ່ານອື່ນນອກຈາກລາວ.
- ການຮຽງຕາມລຳດັບຂອງຣູກົ້ນລະຫມາດ : ດັງທີ່ເຮົາກ່າວໄປແລ້ວ : ດັງນັ້ນ ຫາກລາວກົ້ມກາບສຸຈູດກ່ອນການກົ້ມໂຄ້ງຣູກົວະໂດຍຕັ້ງໃຈ ຖືເປັນການຂ້າມຂັ້ນຕອນ ການລະຫມາດຂອງລາວຈະຖືເປັນໂມຂະ, ແຕ່ຫາກເກິດດ້ວຍຄວາມຫລົງລືມ ກໍ່ຈຳເປັນຕ້ອງກັບໄປເຮັດການຣູກົວະ ເເລ້ວຈຶ່ງເຮັດການສຸຈູດ.