Skip to content

السؤال

س24: ما هي سنن الصلاة؟

ຄຳຖາມທີ່ 24 : ແມ່ນຫຍັງຄືສຸນນະຫ໌ ໃນລະຫມາດ?

الجواب

ج:إحدى عشرة سنة، كما يلي:

  1. قوله بعد تكبيرة الإحرام: "سبحانك اللهم وبحمدك، وتبارك اسمك، وتَعَالَىٰ جدك، ولا إله غيرك" ويسمى: دعاء الاستفتاح.
  2. التعوذ.
  3. البسملة.
  4. قول: آمين.
  5. قراءة السورة بعد الفاتحة.
  6. الجهر بالقراءة للإمام.
  7. القول بعد التحميد: "ملء السَّمٰوات، وملء الأرض، وملء ما شئت من شيء بعد".
  8. ما زاد على المرة في تسبيح الركوع. أي: التسبيحة الثانية والثالثة، وما زاد على ذلك.
  9. ما زاد على المرة في تسبيح السجود.
  10. ما زاد على المرة في قوله بين السجدتين: «رب اغفر لي».
  11. الصلاة في التشهد الأخير على النبي صلى الله عليه وسلم وعلى آله عَلَيْهُم السَّلَامُ، والبركة عليه وعليهم، والدعاء بعده.

سنن الأفعال، وتسمى الهيئات:

  1. رفع اليدين مع تكبيرة الإحرام.
  2. وعند الركوع.
  3. وعند الرفع منه.
  4. وحطهما عقب ذلك.
  5. وضع اليمين على الشمال.
  6. نظره إلى موضع سجوده.
  7. تفرقته بين قدميه قائمًا.
  8. قبض ركبتيه بيديه مفرجتي الأصابع في ركوعه، ومد ظهره فيه، وجعل رأسه حياله.
  9. تمكين أعضاء السجود من الأرض، ومباشرتها لمحل السجود.
  10. مجافاة عضديه عن جنبيه، وبطنه عن فخذيه، وفخذيه عن ساقيه، وتفريقه بين ركبتيه، وإقامة قدميه، وجعل بطون أصابعهما على الأرض مفرقةً، ووضع يديه حذو منكبيه مبسوطةً مضمومةَ الأصابع.
  11. الافتراش في الجلوس بين السجدتين، وفي التشهد الأول، والتورك في الثاني.
  12. وضع اليدين على الفخذين مبسوطتين مضمومتي الأصابع بين السجدتين، وكذا في التشهد إلا أنه يقبض من اليمنى الخنصر والبنصر، ويحلق إبهامها مع الوسطى، ويشير بسبابتها عند ذكر الله.
  13. التفاته يمينًا وشمالًا في تسليمه.

ຕອບ : 11 ຂໍ້ສຸນນະຫ໌ ດັງຕໍ່ໄປນີ້:

  1. ການກ່າວ "ຊຸບຮານະ ກັລລໍຮຸມມະ ວະບິຮຳດິກະ ວະຕະບາຣໍກັສມຸກະ ວະຕະອາລາ ຈັດດຸກະ ວະລາອີລາຮະ ກ໋ອຍຣຸກະ" ຫຼັງຈາກການຕັກບິຣ ຣໍຕຸລອິຫ໌ ຣອມ, ກໍ່ຄືການດຸອາອິສຕິຟຕາຫ໌.
  2. ການອ່ານອະອູບິລລາຫ໌.
  3. ການອ່ານບິສມິລລາຫ໌.
  4. ການກ່າວ " ອາມີນ ".
  5. ການອ່ານສູເຣາະຫ໌ໃດກໍ່ໄດ້ຫຼັງອ່ານຟາຕີຫະຫ໌.
  6. ການອ່ານສຽງດັງໃນລະຫມາດຫາກເປັນອີມ່າມ.
  7. ການກ່າວ " ມິລອັສສະມາ ວາຕິ ວະມິລ ອັລ-ອັຣດຼ ວະມິລອະ ມາຊິຕະ ມິນໄຊອິນ ບະດະຮຸ" ຫຼັງຈາກການກ່າວສຳມີອັລລໍຮຸ ລິມັນຮາ ມີດະ.
  8. ສົງເສິມໃຫ້ກ່າວສັນລະເສີນຫຼາຍກວ່າໜຶ່ງຄັ້ງໃນການຣຸກົວະ : ຄືກ່າວສອງສາມເທື່ອໄດ້ເລີຍ.
  9. ສົງເສິມໃຫ້ກ່າວສັນລະເສີນຫຼາຍກວ່າໜຶ່ງຄັ້ງໃນການສຸຈູດ.
  10. ສົງເສິມໃຫ້ກ່າວໃນລະຫວ່າງນັ້ນສອງສຸຈູດໃຫ້ຫຼາຍກວ່າໜຶ່ງຄັ້ງ "ຣອບບິກຟິຣລີ".
  11. ໃນການລະຫມາດຂະນະນັ່ງຕະຊາຮຸດຄັ້ງສຸດທ້າຍ ໃນກ່າວສັນລະເສີນທ່ານນະບີ ແລະ ຄອບຄົວວົງຕະກູນຂອງທ່ານ, ແລະ ເພິ່ມພູນບະຣໍກະຫ໌ໃຫ້ແກ່ທ່ານ, ແລະ ດຸອາກ່ອນໃຫ້ສະລາມ.

ສຸນນະຫ໌ ດ້ານການກະທຳ, ເອີ້ນວ່າ ອັລ-ໄຮອາຕຸ:

  1. ຢົກມືທັ້ງສອງຂຶ້ນພ້ອມການກ່າວຕັກບິີຣ ຣໍຕຸລອິຫ໌ຣອມ.
  2. ຢົກມືທັ້ງສອງກ່ອນຣູກົວະ.
  3. ຢົກມືທັ້ງສອງຂະນະເງີຍຫົວຂຶ້ນ.
  4. ນຽບວ່າງມືທັ້ງສອງໄວ້ລຳຕົວ ຫຼັງເງີຍຫົວຂຶ້ນ.
  5. ເອົາມືຂວາວ່າງທັບມືຊ້າຍ ຕອນກອດອົກ.
  6. ແນມສາຍຕາເບິ່ງແຕ່ບ່ອນທີ່ຈະສຸຈູດ.
  7. ຢືນກົງ ແລະ ແຍກຕີນອອກຈາກກັນ.
  8. ທ່ານນະບີ ວ່າງມືທັັ້ງສອງຂ້າງບົນຫົວເຂົ່າຂະນະຣູກົວະ ໂດຍກາງນິ້ວມືແຍກອອກຈາກກັນ ແລະ ໃຫ້ຫົວຕັັ້ງກົງກັບແຜ່ນຫຼັງ .
  9. ການວາງອະໄວຍະວະທີ່ໃຊ້ສຸຈູດແນບຕິດກັບພື້ນ ແລະ ສຳຜັດໂດຍກົງກັບບ່ອນກາບສຸຈູດ.
  10. ໃນຂະນະສຸຢູດ ຕ້ອງຢືດແຂນໃຫ້ຫ່າງຈາກລຳຕົວ ໜ້າທອງ ແລະ ສະໂພກ, ແລະ ໃຫ້ສະໂພກຫ່າງ ຫຼື ແຍກອອກຈາກຂາ ພ້ອມກັບຍົກແຂນໃຫ້ຂຶ້ນເໜືອພື້ນ ແລະ ແບມືລາບກັບພື້ນ.
  11. ວິທີນັ່ງຫຼັງລະຫວ່າງສອງສຸຈູດ ໃຫ້ນັ່ງທັບເຖິງຕີນຊ້າຍທີ່ວາງພັບເຖິງພື້ນ ແລະ ໃຫ້ຕີນຂວາຍັນກັບພື້ນ , ວິທີນັ່ງຫຼັງສຸຢູດຄັັ້ງທີ່ສອງ ໃຫ້ນັ່ງເຖິງຕີນຊ້າຍທີ່ສຽບເຂົ້າໄປວາງໃຕ້ສະໂພກ ແລະ ໃຫ້ຕີນຂວາຍັນກັບພື່ນ.
  12. ການວາງມືທັ້ງສອງເຖິງຫົວເຂົົ່າ ແລະ ຕົ້ນຂາທັ້ັງສອງຂ້າງ ຂະນະນັ່ງລະຫວ່າງສອງສຸຈູດ ເຊັ່ນດຽວກັບໃນຕະຊາຮຸດ ພ້ອມກັບກຳນິ້ວມືເປັນວົງກົມເບື້ອງຂວາ ພ້ອມຊີ້ນິ້ວດ້ວຍນິ້ວຊີ້ເພື່ອເປັນສັນຍະລັກແຫ່ງຄວາມເປັນເອກະພາບຂອງພຣະອົງອັລລໍຫ໌.
  13. ການຫັນຫົວໄປທາງຂວາ ແລະ ທາງຊ້າຍ ພ້ອມກ່າວ ສະລາມ.