السؤال
س١٦: ما هي البشاشة؟
ຖາມ 16 : ຄວາມສຸກ ຄວາມລ່າເລິງ ແມ່ນຫຍັງ?
الجواب
ج:هي طلاقةُ الوَجهِ، مع الفَرحِ والتَّبسُّمِ واللطف وإظهار السرور عند لقاء الناس.
وهي بعكس العبوس في وجه الناس مما ينفرهم.
- وفي فضل ذلك جاءت الأحاديث، فعن أبي ذَرٍّ رَضِيَ اللَّهُ عَنْهُ، قال: قال ليَ النَّبيُّ ﷺ:
«لا تَحْقِرَنَّ مِنَ المَعرُوفِ شَيْئًا، ولو أَنْ تَلْقَى أخاكَ بِوَجْهٍ طَلْقٍ»
رواه مسلم.
- وقالَ رَسولُ اللهِ ﷺ:
«تَبَسُّمُكَ فِي وَجْهِ أَخِيكَ لَكَ صَدَقَةٌ»
رواه الترمذي.
ຕອບ : ຄືຄວາມເບິກບານຂອງໃນໜ້າພ້ອມດ້ວຍຄວາມສຸກ, ການຍິ້ມແຍ້ມ ຄວາມອ່ອນໂຍນ ແລະ ການສະແດງອອກເຖິງຄວາມປິຕິຍິນດີເມື່ອໄດ້ພົບປະກັບຜູ້ຄົນ.
ແລະ ສິ່ງນີ້ກົງຂັນຂ້າມກັບການເຮັດຫນ້າບູດ ໜ້າບຶ້ງໃສ່ຜູ້ຄົນ ເຊິ່ງເຮັດໃຫ້ພວກເຂົາຫນີຫ່າງອອກໄປ.
- ແລະ ດ້ວຍຄວາມປະເສີດນີ້ ດັງມີລາຍງານຈາກຫຼາຍ ໆ ຮະດິຊ, ເຊັ່ນຮະດິຊ ຈາກອະບີ ຊັຣ ຣໍດິຍັລລໍຮຸ ອັນຮຸ, ເລົ່າວ່າ; ທ່ານນະບີ ﷺ ກ່າວກັບຂ້ອຍວ່າ:
« ຢ່າໄດ້ດູຖູກດູແຄນ ການເຮັດຄວາມດີໃດ ໆ ເລີຍ, ແມ້ພຽງແຕ່ການພົບເຈີພີ່ນ້ອງຂອງທ່ານດ້ວຍໃບໜ້າທີ່ຍິ້ມແຍ້ມ ແຈ່ມໃສ»
ບັນທຶກໂດຍມຸສລິມ.
ທ່ານນະບີມຸຮຳມັດໄດ້ກ່າວວ່າ:
« ຮອຍຍິ້ມແຍ້ມບົນໃບຫນ້າຂອງເຈົ້າທີ່ມີຕໍ່ສະຫາຍຂອງເຈົ້າ ນັ້ນຄືສໍດາເກາະຫ໌»
ບັນທຶກໂດຍຕິຣມີຊີ.