Skip to content

السؤال

س١٨: ما هو الاستهزاء؟

ຖາມ 18 : ການເຍາະເຍີ້ຍ ລໍ້ລຽນແມ່ນຫຍັງ?

الجواب

ج:هو السخرية من أخيك المسلم وتحقيره، وهذا لا يجوز.

قال تَعَالَى في النهي عن ذلك:

﴿يَٰٓأَيُّهَا ٱلَّذِينَ ءَامَنُواْ لَا يَسۡخَرۡ قَوۡمٞ مِّن قَوۡمٍ عَسَىٰٓ أَن يَكُونُواْ خَيۡرٗا مِّنۡهُمۡ وَلَا نِسَآءٞ مِّن نِّسَآءٍ عَسَىٰٓ أَن يَكُنَّ خَيۡرٗا مِّنۡهُنَّۖ وَلَا تَلۡمِزُوٓاْ أَنفُسَكُمۡ وَلَا تَنَابَزُواْ بِٱلۡأَلۡقَٰبِۖ بِئۡسَ ٱلِٱسۡمُ ٱلۡفُسُوقُ بَعۡدَ ٱلۡإِيمَٰنِۚ وَمَن لَّمۡ يَتُبۡ فَأُوْلَٰٓئِكَ هُمُ ٱلظَّٰلِمُونَ﴾

[الحجرات: ١١].

ຕອບ : ຄືການເຍາະເຍີ້ຍພີ່ນ້ອງມຸສລິມຂອງຕົນເອງ ແລະ ການດູຖູກດູຫມິ່ນລາວ ເຊິ່ງສິ່ງນີ້ບໍ່ເປັນສິ່ງທີ່ອະນຸຍາດ (ຫ້າມເຮັດ).

ພຣະອົງອັລລໍຫ໌ໄດ້ຕຣັດກ່ຽວກັບເລື່ອງນີ້ວ່າ:

( ໂອ້ບັນດາຜູ້ສັດທາທັງຫຼາຍ! ຢ່າໃຫ້ຊົນກຸ່ມໜຶ່ງເຍາະເຍີ້ຍຊົນອີກກຸ່ມໜຶ່ງ, ບາງທີກຸ່ມຊົນທີ່ຖືກເຍາະເຍີ້ຍອາດຈະດີກວ່າກຸ່ມຊົນທີ່ເຍາະເຍີ້ຍ. ແລະ ຢ່າໃຫ້ກຸ່ມແມ່ຍິງໜຶ່ງເຍາະເຍີ້ຍແມ່ຍິງອີກກຸ່ມໜຶ່ງ, ບາງທີກຸ່ມແມ່ຍິງທີ່ຖືກເຍາະເຍີ້ຍອາດຈະດີກວ່າກຸ່ມທີ່ເຍາະເຍີ້ຍ ແລະ ພວກເຈົ້າຢ່າໄດ້ຕິຕຽນຕົວຂອງພວກເຈົ້າເອງ ແລະ ຢ່າເອີ້ນກັນດ້ວຍຊື່ສາຍາທີ່ບໍ່ມັກ ເປັນການຊົ່ວຊາມແທ້ ໆ ທີ່ບັນດາຜູ້ສັດທາຈະເອີ້ນກັນວ່າເປັນຜູ້ຝ່າຝືນ ພາຍຫຼັງທີ່ໄດ້ມີການສັດທາກັນແລ້ວ ແລະ ຜູ້ໃດທີ່ບໍ່ກັບໃຈສຳນຶກຜິດ ຊົນເຫຼົ່ານັ້ນຄືບັນດາຜູ້ອະທຳ).

[ສູເຣາະຫ໌ອັລ ຮຸຈຸຣອຕ : 11]