Skip to content

ມາລະຍາດທີ່ຄວນມີຕໍ່ພີ່ນ້ອງຮ່ວມໃນສາສະໜາ ແລະ ໝູ່ເພື່ອນມີຫຍັງແດ?:

الباب / الفصل
قسم الآداب الإسلامية

السؤال

س5: كيف أكون مع إخواني وأصدقائي؟

ຄຳຖາມທີ່ 5: ມາລະຍາດທີ່ຄວນມີຕໍ່ພີ່ນ້ອງຮ່ວມໃນສາສະໜາ ແລະ ໝູ່ເພື່ອນມີຫຍັງແດ?:

الجواب

ج:1. أحب وأصاحب الأخيار.

  1. أتجنب وأترك مصاحبة الأشرار.

في الحديث:

«لا تصاحب إلا مؤمنًا، ولا يأكل طعامك إلا تقي»

رواه الترمذي وأبو داود.

  1. أسلم على إخواني وأصافحهم.

«ما من مسلمين يلتقيان فيتصافحان، إلا غفر لهما قبل أن يفترقا»

رواه أبو داود والترمذي.

  1. أعودهم إذا مرضوا وأدعو لهم بالشفاء.
  2. وأشمت العاطس.
  3. أجيب دعوته إذا دعاني لزيارته.

«حق المسلم على المسلم خمس: رد السلام، وعيادة المريض، واتباع الجنائز، وإجابة الدعوة، وتشميت العاطس»

متفق عليه.

  1. أقدم له النصيحة.

«ومن أشار على أخيه بأمر يعلم أن الرشد في غيره فقد خانه»

رواه أبو داود.

  1. أنصره إذا ظلم، وأمنعه عن الظلم.

قال رسول الله صلى الله عليه وسلم:

«انصر أخاك ظالمًا أو مظلومًا» فقال رجل: يا رسول الله، أنصره إذا كان مظلومًا، أفرأيت إذا كان ظالمًا كيف أنصره؟ قال: «تحجزه - أو تمنعه - من الظلم؛ فإن ذلك نصره»

رواه البخاري.

  1. أحب لأخي المسلم ما أحب لنفسي.

في الحديث عن أنس رضي الله عنه عن النبي صلى الله عليه وسلم قال:

«لا يؤمن أحدكم حتى يحب لأخيه ما يحب لنفسه»

  1. أساعده إذا احتاج إلى مساعدتي.

«والله في عون العبد ما كان العبد في عون أخيه»

رواه مسلم.

  1. لا أمسه بأذى، بقول أو فعل.

«المسلم من سلم المسلمون من لسانه ويده»

  1. أحفظ سره.

«إذا حدث الرجل بالحديث ثم التفت فهي أمانة»

  1. لا أشتمه، ولا أغتابه، ولا أحتقره، ولا أحسده، ولا أتجسس عليه، ولا أغشه.

«المسلم أخو المسلم لا يظلمه، ولا يخذله، ولا يحقره، وحسب امرئ من الشر أن يحقر أخاه المسلم»

البخاري ومسلم.

ຕອບ : 1. ຂ້ອຍຈະຮັກແພງ ແລະ ເລືອກຄົບໝູ່ຄູ່ທີ່ດີ.

  1. ຂ້ອຍຈະອອກຫ່າງ ບໍ່ຄົບກັບໝູ່ທີ່ບໍ່ດີ.

ດັງໃນຫະດິຊ:

« ຢ່າເປັນໝູ່ກັບໃຜນອກຈາກຜູ້ສັດທາ ແລະ ໃຫ້ສະເພາະຜູ້ມີຕັກວາກິນອາຫານຂອງເຈົ້າ»

ບັນທຶກໂດຍ ອັດຕິຣມີຊີ ແລະ ອະບູ ດາວູດ.

  1. ຂ້ອຍຈັບມືໃຫ້ສະລາມກັບໝູ່ຄູ່ .

« ບໍ່ມີມຸສລິມສອງຄົນພົບເຈີກັນ ແລະ ຈັບມືສະລາມຕໍ່ກັນ, ນອກຈາກເຂົາທັ້ງສອງຈະໄດ້ຮັບການອະໄພ ຈົນກວ່າພວກເຂົາຈະແຍກຈາກກັນ »

ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ .

  1. ຂ້ອຍໄປຢ້ຽມຍາມໝູ່ຄູ່ ຫາກໄດ້ໄຂ້ເຈັບເປັນ ແລະ ດຸອາໃຫ້ລາວໄດ້ຮັບການຮັກສາ.
  2. ຂ້ອຍກ່າວອວຍພອນ ເມື່ອມີຄົນຈາມ.
  3. ຂ້ອຍຕອບຮັບການເຊີນ ຫາກລາວເຊີນໃຫ້ໄປຢ້ຽມຍາມ.

«ສິດທິຂອງມຸສລິມຕໍ່ມຸສລິມມີ 5 ປະການ: ການຕອບສະລາມ, ການໄປຢ້ຽມຍາມຄົນເຈັບ, ການຕິດຕາມໄປສົ່ງພິທິຝັງສົບ, ການຕອບຮັບຄໍາເຊີນ, ແລະ ການອວຍພອນໃຫ້ຄົນຈາມ»

ມຸດຕະຟັກ ກຸລອະໄລ.

  1. ຂ້ອຍມອບຄຳນະຊີຫະຫ໌ໃນບາງຄັ້ງ ບາງຄ່າວໃຫ້ລາວ.

«ແລະ ຜູ້ໃດຊີ້ນໍາໃຫ້ພີ່ນ້ອງຂອງຕົນໃນເລື່ອງໜຶ່ງ ໃນຂະນະທີ່ຕົນຮູ້ດີວ່າຄວາມຖືກຕ້ອງຢູ່ໃນສິ່ງອື່ນ ນັ້ນແຫລະ ລາວໄດ້ຫັກຫຼັງພີ່ນ້ອງຂອງຕົນແລ້ວ.»

ບັນທຶກໂດຍອະບູດາວູດ.

  1. ຂ້ອຍໃຫ້ຄວາມຊ່ວຍເຫລືອເມື່ອພີ່ນ້ອງຖືກອະທຳ, ແລະ ຫັກຫ້າມບໍ່ໃຫ້ມີການອະທຳ.

ທ່ານຣໍຊຸລ ໄດ້ກ່າວໄວ້ວ່າ:

«ຈົ່ງຊ່ວຍເຫຼືອພີ່ນ້ອງຂອງເຈົ້າ ບໍ່ວ່າເຂົາຈະເປັນຜູ້ກໍ່ຄວາມອະທັມ ຫຼື ເປັນຜູ້ຖືກອະຍຸດຕິທໍາກໍ່ຕາມ. ຊາຍຄົນໜຶ່ງກ່າວວ່າ: ຂ້ອຍຈະຊ່ວຍລາວ ຖ້າຫາກລາວຖືກອະຍຸດຕິທໍາ, ແຕ່ຖ້າຫາກລາວເປັນຜູ້ກໍ່ຄວາມບໍ່ເປັນທັມ ຂ້ອຍຈະຊ່ວຍລາວແນວໃດ? ທ່ານນະບີ (ﷺ) ກ່າວວ່າ: «ເຈົ້າຈົ່ງຫ້າມ ຫຼື ປ້ອງກັນລາວຈາກການກໍ່ຄວາມບໍ່ເປັນທັມ ເພາະວ່ານັ້ນຄືການຊ່ວຍລາວເຊັ່ນກັນ.»

ບັນທຶກໂດຍ ອັລ-ບຸກຄໍຣີ.

  1. ຂ້ອຍຈະຕ້ອງຮັກພີ່ນ້ອງມຸສລິມ ປຽບດັງຮັກຕົນເອງ.
  • ໃນລາຍງານຫະດິຊ ຈາກທ່ານອະນັສ ຣໍດີຍັລລໍຮຸ ອັນຮຸ, ຈາກທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະສັລລຳ ກ່າວໄວ້ວ່າ:

“ຜູ້ໃດຜູ້ໜຶ່ງໃນໝູ່ພວກທ່ານຈະຍັງບໍ່ສັດທາ(ໂດຍສົມບູນ) ຈົນກວ່າລາວຈະຮັກພີ່ນ້ອງຂອງລາວປຽບດັ່ງລາວຮັກຕົວຂອງລາວເອງ”

  1. ຂ້ອຍຈະໃຫ້ຄວາມຊ່ວຍເຫຼືອ ຫາກພີ່ນ້ອງຂອງຂ້ອຍຕ້ອງການຄວາມຊ່ວຍເຫລືອ.

« ອັລລໍຫ໌ຈະຢັງຄົງໃຫ້ການຊ່ວຍເຫຼືອແກ່ບ່າວ ຕາບໃດທີ່ບ່າວຢັງຢູ່ໃນການຊ່ວຍເຫລືອພີ່ນ້ອງຂອງເຂົາ»

ບັນທຶກໂດຍມຸສລິມ.

  1. ຂ້ອຍຈະບໍ່ກໍ່ຄວາມເດືອດຮ້ອນແກ່ພີ່ນ້ອງມຸສລິມ ທັ້ງຄຳເວົ້າ ແລະ ການກະທຳ.

« ມຸສລິມ ຄືຜູ້ເຊິ່ງມຸສລິມທັ້ງຫຼາຍປອດໄພຈາກລິ້ນ ແລະ ມືຂອງລາວ»

  1. ຂ້ອຍຮັກສາຄວາມລັບຂອງລາວ.

« ຖ້າມີຊາຍໃດເລົ່າຫຍັງໃຫ້ຂ້ອຍຟັງແລ້ວ ຂ້ອຍກໍ່ຫັນຫຼັງກວດສອບ (ຫຼື ຍືນຍັນ) ສິ່ງທີ່ລາວເລົ່າ ນັ້ນຄືຄວາມຊື່ສັດ (ຄວາມໄວ້ວາງໃຈ) »

  1. ຂ້ອຍຈະບໍ່ເວົ້າຮ້າຍດ່າທໍ່ຄົນອື່ນ, ບໍ່ນິນທາ, ບໍ່ດູຫມິ່ນຢຽດຍາມ, ບໍ່ອິດສາ, ບໍ່ສອດແນມ, ແລະ ບໍ່ໂກງກິນຄົນອື່ນ.

« ມຸສລິມຄື ພີ່ນ້ອງຂອງມຸສລິມດ້ວຍກັນ ເຂົາບໍ່ເຮັດຜິດອະທັມຕໍ່ກັນ, ບໍ່ເຮັດໃຫ້ພີ່ນ້ອງຜິດຫວັງ, ຫຼື ດູຖູກຢຽດຫຍາມກັນ, ການດູຖູກຫຢຽດຫຍາມພີ່ນ້ອງມຸສລິມດ້ວຍກັນນັ້ນ ຊົ່ວຮ້າຍຫຼາຍພໍແລ້ວ»

ບັນທຶກໂດຍ ອັລ-ບຸກຄໍຣີ ແລະ ມຸສລິມ.