Skip to content

ມາລະຍາດຕໍ່ ຄົນໃກ້ເຮືອນຄຽງ ມີຫຍັງແນ?:

الباب / الفصل
قسم الآداب الإسلامية

السؤال

س6: ما هي آداب الجار؟

ຄຳຖາມທີ່ 6 : ມາລະຍາດຕໍ່ ຄົນໃກ້ເຮືອນຄຽງ ມີຫຍັງແນ?:

الجواب

ج:1. أحسن للجار بالقول والفعل، وأساعده إذا احتاج مساعدتي.

  1. أهنئه إذا فرح بالعيد أو الزواج أو غيرهما.
  2. أعوده إذا مرض وأعزيه إذا أصيب.
  3. أقدم له ما أصنع من الطعام ما أمكن.
  4. لا ألحق به أذى بقول أو فعل.
  5. لا أزعجه بصوت مرتفع أو أتجسس عليه، وأصبر عليه.
  • قال تعالى:

﴿۞ وَٱعۡبُدُواْ ٱللَّهَ وَلَا تُشۡرِكُواْ بِهِۦ شَيۡـٔٗاۖ وَبِٱلۡوَٰلِدَيۡنِ إِحۡسَٰنٗا وَبِذِي ٱلۡقُرۡبَىٰ وَٱلۡيَتَٰمَىٰ وَٱلۡمَسَٰكِينِ وَٱلۡجَارِ ذِي ٱلۡقُرۡبَىٰ وَٱلۡجَارِ ٱلۡجُنُبِ وَٱلصَّاحِبِ بِٱلۡجَنۢبِ وَٱبۡنِ ٱلسَّبِيلِ وَمَا مَلَكَتۡ أَيۡمَٰنُكُمۡۗ إِنَّ ٱللَّهَ لَا يُحِبُّ مَن كَانَ مُخۡتَالٗا فَخُورًا﴾

[النساء: ٣٦].

  • وقال رسول الله صلى الله عليه وسلم:

«يا أبا ذر، إذا طبخت مرقة فأكثر ماءها وتعاهد جيرانك»

رواه مسلم.

  • في الحديث عن النبي صلى الله عليه وسلم:

«من كان يؤمن بالله واليوم الآخر فلا يؤذي جاره»

متفق عليه.

ຕອບ: 1. ຂ້ອຍເຮັດດີກັບຄົນໃກ້ຊິດທັ້ງຄຳເວົ້າ ແລະ ການກະທຳ, ຂ້ອຍຊ່ວຍເຫລືອລາວ ຫາກຕ້ອງການຄວາມຊ່ວຍຈາກຂ້ອຍ.

  1. ຂ້ອຍສະແດງຄວາມຍິນດີຕໍ່ງານຕ່າງ ໆ​ ບໍ່ວ່າຈະເປັນງານດອງແຕ່ງງານ, ຈັດງານວັນອີດ ແລະ ງານອື່ນໆ.
  2. ຂ້ອຍໄປຢຽມຍາມເມື່ອລາວໄດ້ໄຂ້ເຈັບເປັນ ແລະ ສະແດງຄວາມເຫັນອົກເຫັນໃຈທີ່ປະສົບທຸກໄດ້ຍາກ.
  3. ຂ້ອຍແບ່ງປັນອາຫານໃຫ້ລາວໄດ້ກິນດັງທີ່ຂ້ອຍໄດ້ກິນ.
  4. ຂ້ອບບໍ່ເຮັດລ້ວງເກີນຕໍ່ລາວທັ້ງຄຳເວົ້າ ແລະ ການກະທຳ.
  5. ຂ້ອຍບໍ່ລົບກວນລາວ ດ້ວຍສຽງທີ່ດັງ ຫຼື ແອບເບິ່ງສອດຮູ້ເຫັນ ແລະ ຂ້ອຍກໍ່ອົດທົນກັບເພິ່ນ.

ອັລລໍຫ໌ໄດ້ກ່າວວ່າ :

( ແລະ ຈົ່ງເຄົາລົບພັກດີສັກກາລະອັລລໍຫ໌ເຖິດ ແລະ ຢ່າໃຫ້ມີສິ່ງໜຶ່ງໃດເປັນພາຄີກັບພຣະອົງ ແລະ ຈົ່ງເຮັດດີຕໍ່ຜູ້ບັງເກິດທັ້ງສອງທ່ານ ແລະ ຕໍ່ຜູ້ເປັນຍາດໃກ້ຊິດ ແລະ ເດັກກຳພ້າ ແລະ ຜູ້ຂັດສົນ ແລະ ເພື່ອນບ້ານໃກ້ຄຽງ ແລະ ເພື່ອນທີ່ຫ່າງໄກ ແລະ ເພື່ອນບ້ານຄຽງຂ້າງ ແລະ ຜູ້ເດິນທາງ ແລະ ຜູ້ທີ່ມືຂວາຂອງພວກເຈົ້າຄອບຄອງ ແທ້ຈິງອັລລໍຫ໌ ບໍ່ຊົງມັກຜູ້ຍະໂສ ໂອ້ຫັງ ຜູ້ໂອ້ອວດ)

[ສູເຣາະຫ໌ ນິຊາ : 80].

ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວໄວ້ວ່າ:

« ໂອ້ ພໍ່ຂອງທ້າວຊັຣ, ເມື່ອເຈົ້າເຮັດກິນ ກໍ່ຈົ່ງເຕິມນ້ຳໃຫ້ຫຼາຍ ເພື່ອມັນຈະສາມາດເເບ່ງປັນໃຫ້ເພືອນບ້ານຂອງເຈົ້າ»

ບັນທຶກໂດຍມຸສລິມ.

  • ໃນຄຳກ່າວຂອງທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ວ່າ:

« ໃຜກໍ່ຕາມທີ່ສັດທາຕໍ່ອັລລໍຫ໌ ແລະ ວັນກີຍາມະຫ໌ແລ້ວ ດັງນັ້ນ; ລາວກໍ່ຈະບໍ່ເຮັດສິ່ງບໍ່ດີ ເກິດໂທດໃຫ້ເພື່ອນບ້ານ»

ມຸດຕະຟັກ ກຸລອະໄລ.