Skip to content

ຈົ່ງອ່ານສູເຣາະຫ໌ ອັດ-ຕະກາຊຸຣ ແລະ ພ້ອມບອກຄວາມໝາຍມາ.

الباب / الفصل
قسم التفسير

السؤال

س٥: اقرأ سورة التكاثر وفسرها.

ຖາມ 5 : ຈົ່ງອ່ານສູເຣາະຫ໌ ອັດ-ຕະກາຊຸຣ ແລະ ພ້ອມບອກຄວາມໝາຍມາ.

الجواب

ج:سورة التكاثر وتفسيرها:

بِسۡمِ ٱللَّهِ ٱلرَّحۡمَٰنِ ٱلرَّحِيمِ

﴿أَلۡهَىٰكُمُ ٱلتَّكَاثُرُ 1

حَتَّىٰ زُرۡتُمُ ٱلۡمَقَابِرَ 2

كَلَّا سَوۡفَ تَعۡلَمُونَ 3

ثُمَّ كَلَّا سَوۡفَ تَعۡلَمُونَ 4

كَلَّا لَوۡ تَعۡلَمُونَ عِلۡمَ ٱلۡيَقِينِ 5

لَتَرَوُنَّ ٱلۡجَحِيمَ 6

ثُمَّ لَتَرَوُنَّهَا عَيۡنَ ٱلۡيَقِينِ 7

ثُمَّ لَتُسۡـَٔلُنَّ يَوۡمَئِذٍ عَنِ ٱلنَّعِيمِ 8﴾

[سورة التكاثر: ١ - ٨].

التفسير:

  1. ﴿أَلۡهَىٰكُمُ ٱلتَّكَاثُرُ1﴾:

شغلكم - أيها الناس - التفاخر بالأموال والأولاد عن طاعة الله.

  1. ﴿حَتَّىٰ زُرۡتُمُ ٱلۡمَقَابِرَ2﴾:

حتى متُّم ودخلتم قبوركم.

  1. ﴿كَلَّا سَوۡفَ تَعۡلَمُونَ3﴾:

ما كان لكم أن يشغلكم التفاخر بها عن طاعة الله، سوف تعلمون عاقبة ذلك الانشغال.

  1. ﴿ثُمَّ كَلَّا سَوۡفَ تَعۡلَمُونَ4﴾:

ثم سوف تعلمون عاقبته.

  1. ﴿كَلَّا لَوۡ تَعۡلَمُونَ عِلۡمَ ٱلۡيَقِينِ5﴾:

حقًّا لو أنكم تعلمون يقينًا أنكم مبعوثون إلى الله، وأنه سيجازيكم على أعمالكم، لما انشغلتم بالتفاخر بالأموال والأولاد.

  1. ﴿لَتَرَوُنَّ ٱلۡجَحِيمَ6﴾:

والله لتشاهدنَّ النار يوم القيامة.

  1. ﴿ثُمَّ لَتَرَوُنَّهَا عَيۡنَ ٱلۡيَقِينِ7﴾:

ثم لتشاهدنَّها مشاهدة يقين لا شك فيه.

  1. ﴿ثُمَّ لَتُسۡـَٔلُنَّ يَوۡمَئِذٍ عَنِ ٱلنَّعِيمِ﴾:

ثم ليسألنّكم الله في ذلك اليوم عما أنعم به عليكم من الصحة والغنى وغيرهما.

ຕອບ : ສູເຣາະຫ໌ ອັດ-ຕະກາຊຸຣ ແລະ ອະທິບາຍຄວາມໝາຍຄື:

( 1 ບິສມິລລາ ຫິຣເຣາະມານ ນິຣເຣາະຮີມ)

(1 ອັລຮາກຸມຸດຕະ ກາຊຸຣ)

(2 ຮັດຕາ ຊຸຣ ຕຸມຸລ ມາກໍບິຣ)

(3 ກັລລາເສົາ ຟະຕະຯ ລະມູນ)

(4 ສຸມມະ ກັລລາ ເຊົາຟະຕະຯ ລະມູນ)

(5 ກັລລາ ເລົາຕະຯ ລະມູນະ ອິລມັລ ຍາກີນ)

(6 ລະຕາຣໍວຸນ ນັລຈະຮິມ)

(7 ສຸມມະ ຕະຣໍວຸນນະຮາ ໄອນັລ ຍະກີນ)

(8 ສຸມມະ ລະຕຸສອາລຸນ ນະເຍົາມະ ອິຊິນ ອະນິນ ນະອີມ)

[ສຸເຣາະຫ໌ ອັດຕະກາຊຸຣ 1-8].

ອັດທະທິບາຍຄວາມໝາຍ:

  • ການສະສົມຊັບສົມ ແລະ ມີລູກຫຼານ ເປັນເຄື່ອງເຊີດໜ້າຊູຕາ ເຮັດ ໃຫ້ພວກເຈົ້າມີຄວາມເພີດເພີນຫຼົງລືມຈາກການຈົງຮັກພັກດີຕໍ່ອັລລໍຫ໌.
  • ຈົນກວ່າຄວາມຕາຍມາເຖິງຕົວພວກເຈົ້າ ແລະ ໄດ້ນຳພວກເຈົ້າໄປຍັງບ່ອນຝັງສົບ ເມື່ອເວລານັ້ນ, ພວກເຈົ້າຈຶ່ງໄດ້ຮູ້ສຶກຕົວ ແຕ່ມັນກໍ່ສວາຍ ໄປແລ້ວ.
  • ເປັນການຂູ່ ແລະ ເຕືອນເພື່ອບໍ່ໃຫ້ເພີດເພີນກັບສິ່ງບໍ່ມີສາລະ, ບໍ່ມີປະໂຫຍດແລ້ວ ພວກເຈົ້າຈະໄດ້ຮູ້ເຖິງບັ້ນປາຍ ແລະ ການກະທຳທີ່ຖືກບໍ່ເຊື່ອຟັງອັລລໍຫ໌, ພວກເຈົ້າຈະໄດ້ຮູ້ໃນໂລກອາຄິເຣາະຫ໌ ເມື່ອການລົງໂທດໄດ້ ປະສົບແກ່ພວກເຈົ້າ.
  • ແລ້ວພວກເຈົ້າຈະໄດ້ຮູ້ເຖິງບັ້ນປາຍຂອງມັນ.
  • ຫາກພວກເຈົ້າໄດ້ຮູ້ຢ່າງແທ້ຈິ່ງ ໂດຍປາສະຈາກຂໍ້ສົ່ງໃສໃດໆ, ກໍ່ຈະບໍ່ເຮັດໃຫ້ພວກເຈົ້າເພີດເພີ່ນຢູ່ກັບເລື່ອງຂອງໂລກດຸນຍາ ສະສົມຊັບສົມບັດ ລູກຫຼານ ລືມການພັກດີຕໍ່ອັນລໍຫ໌, ດັ່ງທ່ານ ນະບີ ຊັລລັລລໍຮຸ ອະໄລຣິ ວະຊັລລຳ ໄດ້ກ່າວວ່າ: ຫາກພວກເຈົ້າຮູ້ໃນສິ່ງທີ່ຂ້ອຍຮູ້ ພວກເຈົ້າກໍ່ຈະຫົວຂວັນແຕ່ໜ້ອຍໜຶ່ງ ຈະຮ້ອງໄຫ້ຢ່າງຫຼວງຫຼາຍ.
  • ຂໍຢືນຍັນວ່າ ພວກເຈົ້າຈະໄດ້ເຫັນໄຟທີ່ລຸກລາມ ໃນວັນກີຍາມະຫ໌.
  • ໂດຍສາຍຕາຂອງພວກເຈົ້າຢ່າງຊັດເຈນ ແລະ ແນ່ນອນໃນວັນກິຍາມະຫ໌ ຄົນມຸຊຣິກ ຈະເຫັນມັນ ແລະອຈະຖືກເຜົາໄໝ້, ສ່ວນຄົນມຸມິນຈະເຫັນມັນ ແລະ ອັລລໍຫ໌ ຕະອາລາ ຈະໃຫ້ພວກເຂົາ ລອດພົ້ນຈາກມັນ.
  • ໃນໂລກອາຄີເຣາະຫ໌ ພວກເຈົ້າຈະຖືກສອບຖາມເຖິງຄວາມເມດຕາປານີ ທີ່ໄດ້ຮັບໃນໂລກດຸນຍາ ເຊິ່ງເປັນທີ່ປິຕິຊົມຊື່ນກັບພວກເຈົ້າ ເຊັ່ນວ່າ: ອາຫາການກິນ, ເຄື່ອງດື່ມ, ພາຫະນະ, ທີ່ຢູ່ອາໄສ, ຄວາມປອດໄພ, ຄວາມສົມບູນ, ສຸກຂະພາບແຂງແຮງ, ລຳລວຍ ແລະ ສິ່ງອື່ນ ໆ.