Filter results
279 cards
الموضوعات
التصنيف الشرعي
Filter ▾
حجم المحتوى4
ຕອບ: 1. ເມື່ອຂ້ອຍຮູ້ສຶກເຈັບປວດ ຂ້ອຍຈະວາງມືຂວາຂອງຂ້ອຍບົນຕຳແຫນ່ງທີ່ເຈັບ, ແລ້ວຂ້ອຍກໍ່ກ່າວວ່າ "ບິສມິລລາຫ໌" ສາມເທື່ອ; ຈາກນັ້ນຂ້ອຍຈະກ່າວວ່າ : "ອະອູຊຸ ບິອິຊຊະ ຕິລລາຫ໌ ວະກູດຣໍ ຕິຮິ ມິນຊັຣຣິ ມາອະຈິດຸ ວະອຸຮາ ຊິຣ" ອ່ານ 7 ເທື່ອ.
- ຂ້ອຍພໍໃຈໃນສິ່ງທີ່ຖືກກຳຫນົດຈາກອັລລໍຫ໌ ແລະ ຂ້ອຍກໍ່ອົດທົນ.
ໃນຫະດິຊຂອງອຸມມຸລ ອະລາອຼ ຣໍດີຍັລລໍຮຸ ອັນຮາ ເລົ່າວ່າ: ທ່ານນະບີຊໍລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ມາຢຽມຂ້ອຍເມື່ອຄັ້ງທີ່ຂ້ອຍບໍ່ສະບາຍ, ທ່ານກໍ່ກ່າວວ່າ:
«ຈົ່ງມີຄວາມຍິນດີເຖີດ ໂອ້ແມ່ຂອງອັລລາອິ ; ເພາະຄວາມຈິງແລ້ວ ການໄດ້ໄຂ້ເຈັບເປັນຂອງມຸສລິມນັ້ນ ອັລລໍຫ໌ຈະຊົງລົບລ້າງບາບຂອງລາວດ້ວຍມັນ ປຽບດັງທີ່ໄຟເຜົາສິ່ງສົກກະປົກອອກຈາກທອງຄຳ ແລະ ເງີນ»
ບັນທຶກໂດຍອະບູດາວູດ.
- ຂ້ອຍເລັ່ງຮີບທີ່ຈະໄປຢຽມຍາມພີ່ນ້ອງຂອງຂ້ອຍທີ່ໄດ້ເຈັບບໍ່ສະບາຍ, ແລ້ວກໍ່ດຸອາໃຫ້ລາວ, ແລະ ຂ້ອຍຈະບໍ່ນັ່ງຢູ່ດົນນຳລາວ (ເພື່ອໃຫ້ລາວພັກຜ່ອນ) .
- ຂ້ອຍອ່ານຣຸກຍະຫ໌ໃຫ້ລາວ ໂດຍບໍ່ຖ້າໃຫ້ລາວຂໍຮ້ອງ.
- ຂ້ອຍມອບຄຳເວົ້າ ກຳລັງໃຈໃຫ້ລາວອົດທົນ ແລະ ດຸອາ, ໃຫ້ລະຫມາດ ເຮັດຄວາມສະອາດຮ່າງກາຍເທົ່າທີ່ມີຄວາມສາມາດ.
- ດຸອາໃຫ້ແກ່ຜູ້ເຈັບເປັນ:
ຄຳອ່ານ: «ອັສອະລຸລລໍ ຮັລອະຊີມ ຣອບບັລ ອັຣຊີລ ອະຊີມ ໄອຍັຊ ຟີກະ» ຄວາມໝາຍ : ຂ້ອຍຂໍວິງວອນຕໍ່ອັລລໍຫ໌ ຜູ້ຊົງຍິ່ງໃຫຍ່ ພຣະເຈົ້າຜູ້ຊົງບັນລັງອັນຍິ່ງໃຫຍ່ ໃຫ້ພຣະອົງຊົງຮັກສາເຈົ້າໃຫ້ຫາຍດີ. ອ່ານ 7 ຮອບ.
ຕອບ : 1. ຕ້ອງບໍລິສຸດໃຈຕໍ່ອັລລໍຫ໌ຜູ້ຊົງກຽງໄກ.
ດັງໃນຫະດິຊ:
«ຜູ້ໃດຮຽນຮູ້ຄວາມຮູ້ (ສາສະໜາ) ເພື່ອໂອ້ອວດແກ່ບັນດານັກວິຊາການ, ແຂ່ງຂັນກັບຄົນອັນຕະພານ, ແລະ ເພື່ອຫັນຫນ້າ (ຄວາມສົນໃຈ) ຂອງຜູ້ຄົນມາທາງຕົນເອງ ອັລລໍຫ໌ຈະຊົງນຳລາວເຂົ້າສູ້ໄຟນະລົກຈະຮັນນຳ»
ບັນທຶກໂດຍ ອິບນຸມາຈະຫ໌.
- ປະຕິບັດຕາມຄວາມຮູ້ທີ່ໄດ້ຮຽນມາ.
« ຕີນຂອງບ່າວຈະບໍ່ເຄື່ອນຂະຍັບໄປໃນວັນກິຍາມະຫ໌ ຈົນກວ່າຈະຖືກສອບຖາມກ່ຽວກັບສີ່ປະການ - ແລະ ທ່ານໄດ້ກ່າວເຖິງໜຶ່ງໃນນັ້ນຄື - ຄວາມຮູ້ຂອງລາວ ວ່າລາວໄດ້ນຳໄປປະຕິບັດແນວໃດແນ»
ບັນທຶກໂດຍ ອັດຕິຣມີຊີ ແລະ ດາຣໍມີ.
- ຂ້ອຍໃຫ້ກຽດເຄົາລົບນັບຖືຄູຜູ້ສອນທັ້ງຕໍ່ຫນ້າ ແລະ ລັບຫຼັງ.
- ຂ້ອຍນັ່ງຂ້າງຫນ້າຜູ້ສອນດ້ວຍດີ.
- ຂ້ອຍຕັ້ງໃຈຟັງຢ່າງດີ, ແລະ ຈະບໍ່ເວົ້າແຊກຂະນະເພິ່ນສອນ.
- ຂ້ອຍຕັ້ງຄຳຖາມດ້ວຍດີມີມາລະຍາດ.
- ຂ້ອຍບໍ່ເອີ້ນຊື່ລາວໂດຍກົງ.
« ແທ້ຈິງ ສ່ວນໜຶ່ງຈາກການຢົກຍ່ອງຕໍ່ອັລລໍຫ໌ ຄືການໃຫ້ກຽດຜູ້ອະວຸໂສທີ່ເປັນມຸສລິມ ແລະ ຜູ້ທີ່ແບກ (ທ່ອງຈຳ) ອັລກຸຣອານ»
ບັນທຶກໂດຍອະບູດາວູດ.
ຕອບ: 1. ຂ້ອຍກ່າວສະລາມໃຫ້ຄົນໃນວົງປະຊຸມ.
- ຂ້ອຍນັ່ງລົງໃນບ່ອນນັ່ງຂອງຂ້ອຍຈົນຈົບວົງປະຊຸມ ບໍ່ລຸກໃຫ້ໃຜອອກຈາກບ່ອນນັ່ງຂອງເຂົາ ແລະ ບໍ່ເຂົ້າໄປນັ່ງລະຫວ່າງຄົນສອງຄົນ ເວັ້ນແຕ່ຈະໄດ້ຮັບອະນຸຍາດຈາກພວກເຂົາ.
- ຂ້ອຍເປິດຊ່ອງຂະຍັບຂະຍາຍວົງບ່ອນນັ່ງໃຫ້ຄົນອື່ນໄດ້ນັ່ງ.
- ຂ້ອຍບໍ່ເວົ້າຕັດ ແຊກຄຳເວົ້າໃນວົງປະຊຸມ.
- ຂ້ອຍຂໍຕົວອອກ ແລະ ໃຫ້ສະລາມກ່ອນຂ້ອຍຈະອອກຈາກວົງປະຊູມ.
- ດັງລາຍງານຈາກທ່ານອັບດຸລລໍຫ໌ ບິນ ອຸມັຣ ຣໍດິຍັລລໍຮຸ ອັນຮຸມາ, ຈາກທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ກ່າວວ່າ:
« ແທ້ຈິງ ທ່ານນະບີ ﷺ ໄດ້ຫ້າມບໍ່ໃຫ້ມີການໃຫ້ຊາຍຄົນໜຶ່ງລຸກຈາກບ່ອນນັ່ງຂອງລາວ ແລ້ວອີກຄົນໜຶ່ງມານັ່ງແທນ ແຕ່ຈົ່ງເອື້ອເຟື້ອ ແລະ ຂະຍັບຂະຍາຍບ່ອນນັ່ງໃຫ້ກັນ»
ບັນທຶກໂດຍ ອັລ-ບຸກຄໍຣີ.
ດັງໃນຫະດິຊ:
« ເມື່ອຄົນໜຶ່ງໃນພວກທ່ານໄປຮອດວົງນັ່ງ ກໍ່ຈົ່ງກ່າວສະລາມ ແລະ ເມື່ອລາວຕ້ອງການລຸກອອກໄປ ກໍ່ຈົ່ງກ່າວສະລາມ ເພາະການສະລາມຄັ້ງທຳອິດນັ້ນບໍ່ໄດ້ມີສິດຫຼາຍໄປກວ່າການສະລາມຄັ້ງຫຼັງ»
ບັນທຶກໂດຍ ອັດຕິຣມີຊີ ແລະ ອະບູ ດາວູດ.
- ຫຼັງຈາກເສັດສິ້ນການປະຊຸມ ຂ້ອຍຈະອ່ານດຸອາກັຟຟາຣໍຫ໌ ປິດວົງປະຊຸມຄື:
ຄຳອ່ານ : (ຊຸບຫານະ ກັລລໍຮຸມມະ ວະບິຮຳດິກະ , ອັຊຮາດຸ ອັລລາອິລາຮະ ອິລລາ ອັນຕະ, ອັສຕັກ ຟີຣຸກະ ວະອະຕູບຸ ອີໄລກະ).
ຕອບ : 1. ຂ້ອຍເຂົ້ານອນໄວ.
ຈາກຮະດິຊ:
ຈາກທ່ານອະບີ ຊັຣ ຣໍດິຍັລລໍຮຸ ອັນຮຸ ແທ້ຈິງ ທ່ານຣໍຊູລ ລຸລລໍຫ໌ ﷺ ບໍ່ມັກທີ່ຈະນອນກ່ອນອີຊາ ແລະ ສົນທະນາຫຼັງຈາກນັ້ນ.
ບັນທຶກໂດຍ ອັລ-ບຸກຄໍຣີ.
- ຂ້ອຍຈະນອນບ່ອນສະອາດ.
- ຂ້ອຍບໍ່ນອນທັບທ້ອງ (ນອນຄ້ອມ).
- ຂ້ອຍນອນຕະແຄງໄປທາງຂວາ, ແລ້ວກໍ່ເອົາມືຂວາສອດເຂົ້າໄປແກ້ມຂອງຂ້ອຍ.
- ຂ້ອຍປັດກວດບ່ອນນອນ.
ດັງໃນຫະດິຊ:
ຈາກທ່ານບະຣໍ ບິນ ອາຊິບ ຣໍດິຍັລລໍຮຸ ອັນຮຸ ເລົ່າວ່າ: ທ່ານນະບີ ﷺ ກ່າວໄວ້ວ່າ:
« ເມື່ອເຈົ້າຈະເຂົ້ານອນ ກໍ່ຈົ່ງອາບນ້ຳລະຫມາດ ເຊັ່ນດຽວກັບການເອົານ້ຳລະຫມາດເພື່ອທີ່ຈະລະຫມາດ ແລ້ວເອນກາຍລົງເທິງຕຽງດ້ານຂວາຂອງເຈົ້າ»
- ແລະ ລາຍງານຈາກທ່ານອະບີ ຫູຣອຍເຣາະ ຣໍດິຍັລລໍຮຸ ອັນຮຸ ເລົ່າວ່າ: ທ່ານຣໍຊູລ ﷺ ເຫັນຊາຍຄົນໜຶ່ງນອນຄ້ອມ ທັບທ້ອງຂອງລາວ ທ່ານນະບີ ຈຶ່ງເວົ້າວ່າ:
« ແທ້ຈິງ ການນອນເຊັ່ນນີ້ ເປັນການນອນທີ່ອັລລໍຫ໌ບໍ່ມັກ»
ບັນທຶກໂດຍ ອັດ-ຕັຣມີຊີ ແລະ ອະຫມັດ.
- ແລະ ຄຳກ່າວຂອງທ່ານຣໍຊູລ ﷺ ວ່າ:
«ເມື່ອຄົນໜຶ່ງໃນພວກທ່ານຈະຂຶ້ນໄປນອນເທິງຕຽງຂອງຕົນ ກໍ່ຈົ່ງປັດກວດຕຽງຂອງຕົນ ດ້ວຍດ້ານໃນຂອງເສື້ອຜ້າ ເພາະແທ້ຈິງ ລາວບໍ່ຮູ້ວ່າແມ່ນຫຍັງອາດຈະຢູ່ບົນນັ້ນ»
- ຂ້ອຍອ່ານດູອາກ່ອນນອນ, ອ່ານອາຍະຫ໌ກຸຣຊີ, ແລະ ສູເຣາະຫ໌ອັລ-ອິກລາສ, ແລະ ສອງສຸເຣາະຫ໌ແຫ່ງຄວາມຄຸ້ມຄອງ ສາມເທື່ອ. ພ້ອມກ່າວວ່າ;
«ບິສມິ ກັລລໍຮຸມມາ ອະມູຕຸ ວະອະຫ໌ຢາ». ຄວາມໝາຍ: ດ້ວຍພຣະນາມຂອງອັລລໍຫ໌ ຜູ້ໃຫ້ຂ້ອຍຕາຍ (ຫຼັບ) ແລະ ໃຫ້ັຟືນຕື່ນ.
- ຂ້ອຍຕື່ນນອນເພື່ອລະຫມາດຟະຈັຣ.
- ແລະ ຂ້ອຍກໍ່ອ່ານດຸອາຫຼັງຈາກຕື່ນນອນ.
«ອັລຮຳດຸ ລິລລາຫ໌ ຮິລລະຊີ ອະຫ໌ຢານາ ບະອຼດະມາ ອະມາຕານາ ວະອິໄລ ຮິນນຸຊູຣ». ຄວາມໝາຍ: ມວນການສັນລະເສີນເປັນຂອງອັລລໍຫ໌ ຜູ້ຊົງເຮັດໃຫ້ເຮົາມີຊີວິດຫຼັງຈາກທີ່ພວກເຮົາໄດ້ຕາຍ (ຫຼັບ)ໄປ ພຣະອົງເທົ່ານັ້ນຄືການຟືນຄືນຊີບກັບໄປ.
ຕອບ : 1.ການກິນດື່ມຂອງຂ້ອຍນັ້ນມີເຈດຕະນາເພື່ອໃຫ້ຂ້ອຍມີຕັກວາເຊື່ອຟັງຕໍ່ອັລລໍຫ໌ຜູ້ຊົງກຽງໄກ.
- ຂ້ອຍລ້າງມືທັ້ງສອງກ່ອນຈະກິນ.
- ອ້າງລາຍງານຈາກແມ່ຂອງບັນດາຜູ້ສັດທາ ທ່ານຍິງອາອີຊະຫ໌ ຣໍດີຍັລລໍຮຸ ອັນຮາ ທ່ານນະບີ ﷺ ເຄີຍປະຕິບັດໄວ້:
« ເມື່ອທ່ານຕ້ອງການຈະກິນ ຫຼື ດື່ມ, ທ່ານກໍ່ລ້າງມືຂອງທ່ານ ແລ້ວຈຶ່ງກິນ ແລະ ດື່ມ»
ບັນທຶກໂດຍ ທ່ານອີມ່າມອະມັດ.
- ຂ້ອຍກ່າວ "ບິສມິລລາຫ໌" ແລະ ກໍ່ກິນດ້ວຍມືຂວາ ແລະ ຂ້ອຍກິນສະເພາະອາຫານທີ່ຢູ່ຕໍ່ຫນ້າຂ້ອຍ, ຂ້ອຍຈະບໍ່ກິນອາຫານບ່ອນກາງ ຫຼື ອາຫານທີ່ຢູ່ຕໍ່ໜ້າຄົນອື່ນ.
ຈາກຮະດິຊ:
« ໂອ້ ເດັກນ້ອຍ, ຈົ່ງກ່າວບິສມິລລາຫ໌, ແລະ ກິນດ້ວຍມືຂວາຂອງເຈົ້າ, ແລະ ກິນອາຫານທີ່ຢູ່ຫນ້າຕົວເອງ.
ມຸດຕະຟັກ ກຸລອະໄລ.
- ເມື່ອຂ້ອຍລືມທີ່ຈະອ່ານບິສມິລລາຫ໌ ຂ້ອຍກໍ່ຈະກ່າວແທນຄືນວ່າ: "ບິສມິລລາຮິ ເອົາວະລາຮູ ວະອາຄິຣໍຫູ"
- ອ້າງລາຍງານຈາກແມ່ຂອງບັນດາຜູ້ສັດທາ ທ່ານຍິງອາອີຊະຫ໌ ຣໍດີຍັລລໍຮຸ ອັນຮາ ເລົ່າວ່າ: ທ່ານນະບີ ﷺ ກ່າວວ່າ:
« ເມື່ອຄົນໃດໜຶ່ງໃນພວກທ່ານຈະກິນອາຫານ, ກໍ່ຈົ່ງກ່າວ ບິສມິລລາຫ໌, ຖ້າຫາກລືມກ່າວດຸອາຕອນທຳອິດ, ກໍ່ຈົ່ງອ່ານ ບິສມິລລາຮິ ຟີເອົາວະລາຮູ ວະອາຄິຣໍຫູ»
ບັນທຶກໂດຍ ອັດ-ຕັຣມີຊີ ແລະ ອະຫມັດ.
- ຂ້ອຍພໍໃຈອາຫານທີ່ໄດ້ກິນ, ຂ້ອຍຈະບໍ່ຕຳຫນິອາຫານ, ຖ້າຂ້ອຍມັກແຊ່ບຂ້ອຍກໍ່ກິນ, ແລະ ຖ້າບໍ່ມັກບໍ່ຫິວຂ້ອຍກໍ່ບໍ່ກິນ.
- ຈາກຮະດິຊ ທ່ານອະບີ ຫູຣອຍເຣາະຫ໌ ຣໍດິຍັລລໍຮຸ ອັນຮຸ, ກ່າວວ່າ:
« ທ່ານນະບີ ﷺ ບໍ່ເຄີຍຕຳຫນິອາຫານເລີຍຈັກເທື່ອ ຫາກທ່ານຢາກ ທ່ານກໍ່ຈະກິນມັນ ແລະ ຫາກບໍ່ຫິວກໍ່ຈະເວັ້ນໄວ້»
- ຂ້ອຍກິນໃຫ້ອິ່ມພໍປະມານ, ແລະ ບໍ່ກິນຫຼາຍຈົນເກິນໄປ.
ດັງໃນຫະດິຊ:
« ມະນຸດບໍ່ເຄີຍເຕິມເຕັມພາຊະນະໃດທີ່ຊົ່ວຮ້າຍຍິ່ງກວ່າທ້ອງຂອງລາວ ພໍພຽງສຳຫຼັບມະນຸດ້ວຍອາຫານພຽງບໍ່ຈັກຄຳ ເພື່ອໃຫ້ຮ່າງກາຍຕັ້ງກົງຢູ່ໄດ້ ແຕ່ຫາກລາວຫຼີກລ່ຽງບໍ່ໄດ້ (ຕ້ອງການກິນຫຼາຍ) ກໍ່ຈົງທ້ອງໄວ້ໃຫ້ໜຶ່ງໃນສາມສຳຫຼັບອາຫານ ໜື່ງໃນສຳຫຼັບນ້ຳດື່ມ ແລະ ໜຶ່ງໃນສາມສຳຫຼັບລົມຫາຍໃຈ »
ບັນທຶກໂດຍ ອັດ-ຕັຣມີຊີ ແລະ ອິບນຸ ມາຈະຫ໌.
- ຂ້ອຍຈະບໍ່ເປົ່າອາຫານ ຫຼື ເຄື່ອງດື່ມ, ຂ້ອຍຈະປ່ອຍໃຫ້ມັນເຢັນແລ້ວຈຶ່ງກິນ.
« ທ່ານນະບີ ﷺ ໄດ້ສັ່ງຫ້າມເປົ່າລົມຫາຍໃຈໃສ່ອາຫານ ແລະ ເຄື່ອງດື່ມ »
ບັນທຶກໂດຍ ອະຫ໌ມັດ ແລະ ອິບນຸ ມາຈະຫ໌.
- ຂ້ອຍກິນເຂົ້າຮ່ວມກັບຄົນໃນຄອບຄົວ ແລະ ແຂກຜູ້ມາເຢືອນ.
- ຈາກຮະດິຊ ມີຊາຍຄົນໜຶ່ງກ່າວກັບທ່ານນະບີ ﷺ ວ່າ: ແທ້ຈິງພວກເຮົາກິນອາຫານແຕ່ບໍ່ອິ່ມ, ທ່ານນະບີຈຶ່ງກ່າວວ່າ:
« ອາດຈະເປັນຍ້ອນພວກທ່ານກຳລັງກິນແຍກກັນ ຈົ່ງມາຮວມກັນກິນອາຫານຂອງພວກທ່ານ ແລະ ຈົ່ງກ່າວພຣະນາມຂອງອັລລໍຫ໌ (ບິສມິລລາຫ໌) ແລ້ວ ອັລລໍຫ໌ຈະປະທານຄວາມຈຳເລິນໃຫ້ແກ່ພວກທ່ານໃນອາຫານນັ້ນ »
ບັນທຶກໂດຍ ອະບູ ດາວູດ ແລະ ອິບນຸ ມາຈະຫ໌.
- ຂ້ອຍຈະບໍ່ເລິ່ມກິນກ່ອນຄົນອື່ນໆ ຈາກຄົນທີ່ມີອາຍຸຫຼາຍກວ່າຂ້ອຍ.
- ຂ້ອຍດື່ມນ້ຳດ້ວຍພຣະນາມຂອງອັລລໍຫ໌, ແລະ ຂ້ອຍກໍ່ນັ່ງດື່ມນ້ຳ, ຢົກແກ້ວນ້ຳສາມອຶກ, ແລະ ຂ້ອຍບໍ່ປ່ອຍລົມຫາຍໃຈລົງໃນພາຊະນະ.
« ເມື່ອຜູ້ໃດຄົນໜຶ່ງຈາກພວກທ່ານດື່ມນ້ຳ ກໍ່ຢ່າໄດ້ປ່ອຍລົມຫາຍໃຈລົງໃນພາຊະນະ »
- ແລະ ຈາກຮະດິຊຂອງທ່ານອານັສ ຣໍດິຍັລລໍຮຸ ອັນຮຸ,
« ແທ້ຈິງ ທ່ານນະບີ ﷺ ສັ່ງຫ້າມບໍ່ໃຫ້ຢືນຂະນະດື່ມນ້ຳ »
ບັນທຶກໂດຍມຸສລິມ.
- ແລະ ມີຮະດິຊ:
« ທ່ານນະບີ ﷺ ໄດ້ດື່ມນ້ຳ ທ່ານກໍ່ຢຸດພັກຫາຍໃຈສາມຄັ້ງ »
- ຂ້ອຍກ່າວຂອບໃຈສັນລະເສີນ "ອັລຮຳດຸລິລລາຫ໌" ຫຼັງຈາກເສັດສິ້ນການກິນດື່ມ.
« ແທ້ຈິງ ອັລລໍຫ໌ຊົງພໍໃຈຕໍ່ບ່າວ ເມື່ອກິນອາຫານແລ້ວກໍ່ກ່າວສັນລະເສິນຂອບໃຈ, ແລະ ດື່ມນ້ຳແລ້ວ ກໍ່ກ່າວສັນລະເສິນຂອບໃຈ "ອັລຮຳດຸລິລລາຫ໌" »
ຕອບ : 1. ຂ້ອຍເລິ່ມສ່ວມໃສ່ເສື້ອຜ້າດ້ານຂວາ, ແລ້ວຂ້ອຍກໍ່ກ່າວອັລຮຳດຸລິລລາຫ໌ ກັບສິ່ງນັ້ນ.
- ລາຍງານຈາກທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍ ອັນຮຸ ເລົ່າວ່າ: ທ່ານຣໍສູລຸລລໍຫ໌ ﷺ ກ່າວວ່າ:
« ເມື່ອພວກທ່ານຈະສ່ວມເສື້ອຜ້າ ຫຼື ເອົານ້ຳລະຫມາດກໍ່ຕາມ ກໍ່ຈົ່ງເລິ່ມດ້ວຍດ້ານຂວາຂອງພວກທ່ານ »
ບັນທຶກໂດຍ ອະບູດາວູດ ແລະ ອີຫມ່ຳອະມັດ.
- ຂ້ອຍຈະບໍ່ປ່ອຍໃຫ້ເສື້ອຜ້າຍາວກາຍຕາຕຸມທັ້ງສອງ.
ດັງໃນຫະດິຊ:
« ສ່ວນໃດທີ່ຍາວກາຍຕາຕຸມທັ້ງສອງມານັ້ນ ກໍ່ຢູ່ໃນໄຟນະລົກ »
ບັນທຶກໂດຍ ອັລ-ບຸກຄໍຣີ.
ຕາຕຸມທັ້ງສອງແມ່ນ ກະດູກທີ່ນູນອອກມາທັ້ງສອງຂ້າງຕີນ.
- ຂ້ອຍຈະບໍ່ສ່ວມໃສ່ເສື້ອຜ້າທີ່ເປັນຂອງແມ່ຍິງ, ແລະ ເດັກນ້ອຍແມ່ຍິງກໍ່ຈະບໍ່ສ່ວມໃສ່ເສື້ອຜ້າຂອງເດັກນ້ອຍຜູ້ຊາຍ.
« ທ່ານນະບີ ﷺ ສາບເເຊ່ງ ຜູ້ຊາຍທີ່ໃສ່ຊຸດເສື້ອຜ້າສຳຫຼັບຜູ້ຍິງ, ແລະ ຜູ້ຍິງທີ່ໃສ່ຊຸດເສື້ອຜ້າສຳຫຼັບຜູ້ຊາຍ »
- ຂ້ອຍບໍ່ໃສ່ຊຸດທີ່ເປັນການລຽນແບບ ພວກກາຟິຣ ຫຼື ພວກຟາສິກ.
ຈາກຮະດິຊ:
« ໃຜກໍ່ຕາມທີ່ລຽນແບບກຸ່ມຊົນໃດ ລາວກໍ່ເປັນພວກຂອງເຂົາ »
ບັນທຶກໂດຍອະບູດາວູດ.
- ກ່າວບິສມິລລາຫ໌ ຕອນຖອດເສື້ອຜ້າ.
« ສິ່ງທີ່ປົກປິດລະຫວ່າງຄວາມເປືອຍເປົ່າຂອງລູກຫຼານອະດຳກັບພວກຈິນ ຄືການທີ່ເມື່ອຜູ້ໃດໃນພວກທ່ານຖອດເສື້ອຜ້າຂອງເຂົາແລ້ວ ກໍ່ກ່າວວ່າ: ບິສມິລລາຫ໌ »
ບັນທຶກໂດຍ ອັດ-ຕ໋ອບຣໍນີ ແລະ ອິບນຸ ອະບີ ໄຊບະຫ໌.
- ຕອນສ່ວມໃສ່ໃຫ້ສຸບເຂົ້າທາງຂວາກ່ອນ, ຕອນແກະເຄື່ອງໃຫ້ຖອດຈາກທາງຊ້າຍກ່ອນ.
ຈາກຫະດິຊ: ລາຍງານຈາກແມ່ຂອງບັນດາຜູ້ສັດທາ ອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ໄດ້ກ່າວວ່າ:
"ທ່ານນະບີມຸຮຳມັດ (ຊໍລລັລລໍຮຸ ອະໄລຮິ ວະຊັລສຳ) ທ່ານມັກການເລິ່ມຕົ້ນດ້ວຍເບື້ອງຂວາ ໃນການໃສ່ເກີບ, ການຫວີຜົມ, ແລະ ການເຮັດຄວາມສະອາດ (ເຮັດນ້ຳລະຫມາດ) ແລະ ໃນທຸກເລື່ອງຂອງທ່ານ"
ຕອບ: 1. ຂ້ອຍຍ່າງແບບພໍດິບພໍດີ ສຸພາບບໍ່ຝ້າວ ແລະ ກໍ່ບໍ່ໄດ້ຊ້າ.
ອັລລໍຫ໌ໄດ້ກ່າວວ່າ :
( ແລະຢ່າໄດ້ຍ່າງບົນແຜ່ນດິນຢ່າງເຍີຫຍິ່ງ ແທ້ຈິງເຈົ້າຈະແຍກແຜ່ນດິນບໍ່ໄດ້ເລີຍ ແລະ ຈະບໍ່ບັນລຸຄວາມສູງຂອງພູຜ່າ)
[ສູເຣາະຫ໌ ອິສຣໍອຼ: 57].
- ຂ້ອຍໃຫ້ສະລາມກັບຄົນທີ່ເດິນຜ່ານມາພົບເຈີກັນ.
- ມີຄົນຖາມທ່ານຣໍຊູລລຸລລໍຫ໌ ﷺ : ອິສລາມແບບໃດດີທີ່ສຸດ? ທ່ານຕອບວ່າ:
« ການລ້ຽງອາຫານແກ່ຜູ້ຄົນ, ແລະ ການທັກທາຍໃຫ້ສະລາມທັ້ງຄົນທີ່ຮູ້ຈັກ ແລະ ບໍ່ຮູ້ຈັກ»
ມຸດຕະຟັກ ກຸລອະໄລ.
- ຂ້ອຍຢ່າງກົ້ມລົດສາຍຕາ, ແລະ ບໍ່ເຮັດຮ້າຍບໍ່ດີຕໍ່ຜູ້ອື່ນ.
- ຂ້ອຍສົ່ງເສິມໃນການເຮັດຄວາມດີ, ແລະ ຫັກຫ້າມການເຮັດສິ່ງບໍ່ດີຊົ່ວ.
ໃນຄຳກ່າວຮະດິຊ ຂອງທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ວ່າ:
ຈົ່ງໃຫ້ສິດຂອງຖະນົນຫົນທາງແກ່ມັນເຖິດ; ຊໍຮາບະຫ໌ຈຶ່ງຖາມວ່າ: ແລ້ວສິດຂອງຖະນົນຫົນທາງແມ່ນຫຍັງ? ທ່ານນະບີ ﷺ ຕອບວ່າ: "ຄືການລົດສາຍຕາ (ບໍ່ເບິ່ງສິ່ງທີ່ຕ້ອງຫ້າມ), ການບໍ່ເຮັດອັນຕະລາຍແກ່ຜູ້ອື່ນ, ການຕອບຮັບຄຳທັກທາຍສະລາມ, ການສົ່ງເສິມໃນການເຮັດຄວາມດີ, ແລະ ຫັກຫ້າມການເຮັດສິ່ງບໍ່ດີຊົ່ວ.
- ຂ້ອຍຂະຈັດສິ່ງກີດຂວ້າງອອກຈາກຖະນົນຫົນທາງ.
ດັງໃນຫະດິຊ:
« ແລະ ການຂະຈັດສິ່ງກີດຂວ້າງອອກຈາກຖະນົນຫົນທາງເປັນການສໍດາເກາະຫ໌ »
ຕອບ: 1.ໃຫ້ອອກຈາກບ້ານດ້ວຍຕີນຂ້າງຊ້າຍ ແລະ ກ່າວດຸອາວ່າ:
« ບິສມິລລາຮິ, ຕະວັກກັລຕຸ ອະລັລລໍຮິ, ລາເຮົາລະ ວະລາກູ ວະຕາ ອິລລາບິລລາຫ໌, ອັລລໍຮຸມມະ ອິນນີ ອະອຸຊຸບິກະ ອັນ ອຸດິລລະ ເອົາອຸດໍລລະ, ເອົາອຸຊິລລະ ເອົາອຸຊັລລາ, ເອົາອັຊລິມາ ເອົາອຸຊລະມາ, ເອົາອັຈຮາລະ ເອົາຍຸຈຮາລາ ອະໄລ ».
- ຂ້ອຍເຂົ້າເຮືອນດ້ວຍຕີນຂວາ, ແລະ ກ່າວວ່າ:
« ບິສມິລລາຮິ ວະລຸຈນາ, ວະບິສມິລລາຮິ ຄໍຣໍຈນາ, ວະອາລາ ຣອບບະນາ ຕະວັກກັລນາ».
- ແລະ ຂ້ອຍເລິ່ມໃຊ້ໄມ້ສີວາກ, ແລ້ວກໍ່ໃຫ້ສະລາມແກ່ຄົນໃນບ້ານ.
ດັງໃນຫະດິຊ:
«ທ່ານນະບີຈະເຂົ້າບ້ານ ທ່ານກໍ່ໃຊ້ໄມ້ສິວາກ»
ບັນທຶກໂດຍ ອິບນຸມາຈະຫ໌.
ຕອບ : 1.ຂ້ອຍເຂົ້າຫ້ອງນ້ຳດ້ວຍຕີນຊ້າຍ.
- ແລະ ຂ້ອຍກໍ່ອ່ານດຸອາກ່ອນເຂົ້າວ່າ:
« ບິສມິລລາຮິ, ອັລລໍຮຸມມະ ອິນນີ ອະອຸຊຸ ບິກະ ມິີນັລຄຸບສິ ອັລຄໍບາອິສ».
- ຂ້ອຍຈະບໍ່ພາສິ່ງໄດ້ເຂົ້າໄປທີ່ເປັນສັນຍາລັກໃນການລຳເລິກເຖິງອັລລໍຫ໌.
- ຮະດິຊ ລາຍງານຈາກທ່ານອະນັສ ຣໍດິຍັລລໍຮຸ ອັນຮຸ ກ່າວວ່າ:
« ເມື່ອທ່ານນະບີ ﷺ ຈະເຂົ້າຫ້ອງນ້ຳ ທ່ານໄດ້ຖອດແຫວນຂອງທ່ານອອກແລ້ວວ່າງໄວ້ ».
ບັນທຶກໂດຍ ອະບູ ດາວູດ ແລະ ອິບນຸ ມາຈະຫ໌.
- ຂ້ອຍເຂົ້າຫ້ອງນ້ຳທີ່ປົກປິດມິດຊິດບໍ່ໃຫ້ເຫັນ.
ດັງໃນຫະດິຊ:
« ແລະ ສິ່ງທີ່ທ່ານຣໍຊູລ ﷺ ມັກໃຊ້ປິດບັງເມື່ອຕ້ອງການເຮັດທຸລະສ່ວນຕົວ (ຖ່າຍໜັກ ຖ່າຍເບົາ) ຄື ເນິນດິນຕ້ຽຍໆ ຫຼື ສວນອິນທະຜາລຳທີ່ມືດທຶບ »
ບັນທຶກໂດຍມຸສລິມ.
- ຂ້ອຍບໍ່ເວົ້າສົ່ງສຽງດັງບໍລິເວນຫ້ອງນ້ຳ.
- ຂ້ອຍບໍ່ຈະຫັນຫນ້າ ຫຼື ຫັນໄປທາງກິບລັດ, ຂະນະຖ່າຍໜັກຖ່າຍເບົາ.
ດັ່ງທີ່ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ໄດ້ກ່າວວ່າ :
« ຈົ່ງຢ່າຫັນຫນ້າໄປທາງກິບລັດ ຂະນະຖ່າຍເບົາຖ່າຍໜັກ, ໃຫ້ຫັນໄປທາງເໜືອ ຫຼື ທາງໃຕ້ແທນ»
ມຸດຕະຟັກ ກຸລອະໄລ.
- ຂ້ອຍໃຊ້ມືຊ້າຍໃນການຂະຈັດລ້າງສິ່ງສົກກະປົກ, ແລະ ຂ້ອຍຈະບໍ່ໃຊ້ມືຂວາໃນການລ້າງ.
ຈາກຮະດິຊ:
« ທ່ານນະບີໄດ້ຫ້າມພວກເຮົາ ບໍ່ໃຫ້ໃຊ້ມືຂວາໃນການລ້າງສິ່ງສົກກະປົກ»
- ຂ້ອຍຈະບໍ່ຖ່າຍຊະສຸຍຊະສາຍ ເຊັ່ນ ທາງຍ່າງ ຫຼື ໃຕ້ຮົ່ມເງົາ.
- ດັ່ງທີ່ມີລາຍງານຈາກທ່ານອະບູ ຫຸຣອຍເຣາະຫ໌ ແທ້ຈິງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ໄດ້ກ່າວວ່າ :
« ຈົ່ງລະວັງການຊາບແຊ່ງສອງຢ່າງ» ແລ້ວພວກເຮົາກໍ່ຖາມວ່າ: ສອງຢ່າງນັ່ນແມ່ນຫຍັງ ໂອ້ທ່ານຣໍຊູລລຸລລໍຫ໌? ທ່ານຕອບວ່າ: ຜູ້ທີ່ຖ່າຍໜັກຖ່າຍເບົາຢູ່ຫົນທາງທີ່ຄົນໃຊ້ໄປມາ, ຫຼື ສະຖານທີ່ພັກຮ້ອນໃຕ້ຮົມ.
- ຂ້ອຍລ້າງມືຫຼັງແລ້ວເສັດອອກຈາກຫ້ອງນ້ຳ .
ດ້ວຍຮະດິຊຈາກທ່ານຈາຣີຣ ຣໍດີຍັລລໍຮຸ ອັນຮຸ ທີ່ເຄີຍຢູ່ກັບທ່ານນະບີ ﷺ ແລ້ວທ່ານກໍ່ໄປເຂົ້າຫ້ອງນ້ຳເພື່ອຂັບຖ່າຍ, ແລ້ວທ່ານກໍ່ເອີ້ນຂຶ້ນວ່າ:
« ໂອ້ ຈະຣີຣ ເອົານ້ຳສະອາດມາໃຫ້ແນ» ຂ້ອຍຈຶ່ງເອົານ້ຳໄປໃຫ້ທ່ານ ແລ້ວທ່ານກໍ່ໃຊ້ນ້ຳລ້າງຊຳລະ, ຈາກນັ້ນທ່ານກໍ່ໃຊ້ມືລູບກັບພື້ນດິນ.
ບັນທຶກໂດຍ ອັນ-ນະຊາອີ.
- ຂ້ອຍອອກຈາກຫ້ອງນ້ຳດ້ວຍຕີນຂວາ, ແລະ ກ່າວວ່າ: "ກຸຟຣໍນະກະ".
ຕອບ : 1. ຂ້ອຍເຂົ້າມັສຍິດ້ວຍຕີນຂວາ ແລະ ກ່າວວ່າ:
« ບິສມິລລາຮິ, ອັລລໍຮຸມມັຟ ຕະຫ໌ລີ ອັບວາບະ ເຣາະມະຕິກ».
- ຂ້ອຍຈະບໍ່ນັ່ງລົງ ຈົນກວ່າຈະລະຫມາດສອງຣໍກະອັດ.
ຈາກຮະດິຊ:
« ເມື່ອພວກທ່ານຄົນໃດເຂົ້າໄປໃນມັສຍິດ ຈົ່ງຢ່າໄດ້ນັ່ງຈົນກວ່າຈະລະຫມາດສອງຣໍກະອັດເສຍກ່ອນ »
ມຸດຕະຟັກ ກຸລອະໄລ.
- ຂ້ອຍຈະບໍ່ຍ່າງຂ້າມຄົນທີ່ກຳລັງລະຫມາດ, ແລະ ບໍ່ປະກາດຊອກຫາເຄື່ອງທີ່ເສຍໃນມັສຍິດ, ຫຼື ຈະບໍ່ຊື້ ບໍ່ຂາຍໃນມັສຍິດ.
- ທ່ານນະບີໄດ້ກ່າວໄວ້ວ່າ:
« ຫາກຜູ້ທີ່ຍ່າງຂ້າມຫນ້າຄົນທີ່ກຳລັງລະຫມາດຮູ້ເຖິງໂທດທີ່ຈະເກິດຂຶ້ນກັບລາວ ແນ່ນອນວ່າ ການຢືນຄອຍຢູ່ 40 ປີ (ເວລາ) ຈະດີກວ່າສຳຫຼັບລາວ ແທນທີ່ຈະຍ່າງຂ້າມໜ້າຄົນລະຫມາດ»
- ແລະ ຄຳເວົ້າຂອງທ່ານນະບີ ﷺ ອີກວ່າ:
« ຜູ້ໃດທີ່ໄດ້ຍິນຊາຍໜຶ່ງປະກາດຫາຂອງທີ່ເສຍໃນມັສຍິດ ກໍ່ຈົ່ງກ່າວກັບລາວວ່າ : ຂໍອັລລໍຫ໌ຢ່າໄດ້ຊົງໃຫ້ສິ່ງນັ້ນກັບຄືນແກ່ເຈົ້າເລີຍ ເພາະແທ້ຈິງມັສຍິດບໍ່ໄດ້ຖືກສ້າງມາເພື່ອສິ່ງນີ້»
ບັນທຶກໂດຍມຸສລິມ.
- ແລະ ໃນຫະດິຊ:
« ເມື່ອພວກທ່ານເຫັນໃຜກໍ່ຕາມເຮັດການຊື້ຂາຍໃນມັສຍິດ ກໍ່ຈົ່ງກ່າວກັບລາວວ່າ: ຂໍອັລລໍຫ໌ຢ່າໄດ້ຊົງເຮັດໃຫ້ການຄ້າຂາຍຂອງເຈົ້າມີກຳໄລເລີຍ»
ບັນທຶກໂດຍ ອັດຕິຣມີຊີ ແລະ ດາຣໍມີ.
- ຂ້ອຍກະຕື້ລືລົ້ນເຮັດຄວາມສະອາດມັສຍິດ.
- ໃນຮະດິຊຈາກແມ່ຂອງບັນດາຜູ້ສັດທາ ທ່ານຍິງອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ກ່າວວ່າ:
« ທ່ານນະບີ ﷺ ສັ່ງເສຍໃຫ້ສ້າງມັສຍິດຕາມຊຸມຊົນຕ່າງໆ ແລະ ໃຫ້ເຮັດຄວາມສະອາດ, ອົບນ້ຳຫອມໃຫ້ມັສຍິດ»
ບັນທຶກໂດຍ ອັດຕິຣມີຊີ ແລະ ອະບູ ດາວູດ ແລະ ອະຫມັດ.
- ຂ້ອຍອອກຈາກມັສຍິດດ້ວຍຕີນຊ້າຍ, ແລະ ກ່າວດຸອາວ່າ:
« ອັລລໍຮຸມມະ ອິນນີ ອັສອະລຸກະ ມິນ ຟັດລິກ».
ຕອບ: 1. ຂ້ອຍຈະເລິ່ມໃຫ້ສະລາມກ່ອນສະເໝີຖ້າພົບເຈີກັບພີ່ນ້ອງມຸສລິມ, ດ້ວຍຄຳກ່າວ: "ອັສລາມມຸອະໄລກຸມ ວະເຣາະມາຕຸລລໍຮິ ວະບາຣໍກາຕຸຫ໌" ຂ້ອຍຈະເລິ່ມສິ່ງໃດອື່ນນອກຈາກສະລາມ, ແລະ ຂ້ອຍກໍ່ບໍ່ໂບກມືທັກທາຍເທົ່ານັ້ນ.
- ຂ້ອຍຍິ້ມແຍ້ມບົນໃບໜ້າ ເມື່ອມີການສະລາມຈາກພີ່ນ້ອງມຸສລິມ.
ດັງໃນຫະດິຊ:
« ຢ່າໄດ້ດູຖູກດູແຄນ ການເຮັດຄວາມດີໃດ ໆ ເລີຍ, ແມ້ພຽງແຕ່ການພົບເຈີພີ່ນ້ອງຂອງທ່ານດ້ວຍໃບໜ້າທີ່ຍິ້ມແຍ້ມ ແຈ່ມໃສ»
ບັນທຶກໂດຍມຸສລິມ.
- ແລະ ຂ້ອຍກໍ່ຈັບມືລາວ ດ້ວຍມືຂວາຂອງຂ້ອຍ.
- ເມື່ອມີຄົນທັກທາຍຂ້ອຍດ້ວຍຄຳທັກທາຍທີ່ດີ ຂ້ອຍກໍ່ຈະທັກທາຍລາວດ້ວຍຄຳທັກທາຍທີ່ດີກວ່າ, ຫຼືກໍ່ຕອບລາວດ້ວຍຄຳທັກທາຍນັ້ນ.
ຈາກຄຳຕຣັັດຂອງອັລລໍຫ໌:
( ແລະ ເມື່ອພວກເຈົ້າໄດ້ຮັບຄຳອວຍພອນຈະດ້ວຍຄຳອວຍພອນໃດໆ ກໍ່ຕາມ ກໍ່ຈົງກ່າວຄຳອວຍພອນຕອບທີ່ດີກວ່ານັ້ນ ຫຼືບໍ່ກໍກ່າວຄຳອວຍພອນນັ້ນຕອບກັບໄປ ແທ້ຈິງອັລລໍຫ໌ຊົງຄຳນວນນັບໃນທຸກສິ່ງທຸກຢ່າງ)
[ສູເຣາະຫ໌ ນິຊາ : 80].
- ບໍ່ໃຫ້ເລິ່ມກ່າວສະລາມໃຫ້ກາຟີຣກ່ອນ, ແລະ ຖ້າຫາກລາວກ່າວສະລາມມາ ກໍ່ໃຫ້ຕອບໄປວ່າ" ວະອາໄລກຸມ".
ຈາກຮະດິຊ:
«ບໍ່ໃຫ້ເລິ່ມດ້ວຍການສະລາມແກ່ພວກຍະຮູດ (ຍິວ) ແລະ ນາຊໍຣໍ (ຄຣິສຕຽນ)».
- ແລະ ເດັກນ້ອຍໃຫ້ກ່າວສະລາມ ແກ່ຜູ້ໃຫຍ່, ແລະ ຜູ້ຂັບຂີ່ພາຫານະໃຫ້ສະລາມແກ່ຜູ້ທີ່ຍ່າງ, ແລະ ຜູ້ທີ່ກຳລັງຍ່າງ ໃຫ້ສະລາມແກ່ຜູ້ທີ່ນັ່ງ, ແລະ ຄົນຈຳນວນນ້ອຍ ໃຫ້ສະລາມແກ່ຄົນຈຳນວນຫຼາຍ.
ທ່ານຣໍຊຸລ ໄດ້ກ່າວໄວ້ວ່າ:
«ຜູ້ຂັບຂີ່ພາຫານະໃຫ້ສະລາມແກ່ຜູ້ທີ່ຍ່າງ, ແລະ ຜູ້ທີ່ກຳລັງຍ່າງໃຫ້ສະລາມແກ່ຜູ້ທີ່ນັ່ງ, ແລະ ຄົນຈຳນວນນ້ອຍ ໃຫ້ສະລາມແກ່ຄົນຈຳນວນຫຼາຍ».
ມຸດຕະຟັກ ກຸລອະໄລ.
- ບໍ່ອະນຸຍາດໃຫ້ຈັບມືສະລາມກັບແມ່ຍິງ ທີ່ບໍ່ແມ່ນຄົນໃນຄອບຄົວ ມະຫ໌ຣອມ.
- ໃນຮະດິຊຈາກແມ່ຂອງບັນດາຜູ້ສັດທາ ທ່ານຍິງອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ກ່າວວ່າ:
« ແລະ ຂໍສາບານຕໍ່ອັລລໍຫ໌ ມືຂອງທ່ານຣໍຊູລລຸລລໍຫ໌ ﷺ ບໍ່ເຄີຍແຕະຕ້ອງມືແມ່ຍິງ (ທີ່ບໍ່ແມ່ນມະຫ໌ຣອມ) ເລີຍຈັກເທື່ອດຽວ»
ຕອບ : 1. ຂ້ອຍຂໍອະນຸຍາດກ່ອນຈະເຂົ້າເຮືອນພັກອະໄສຜູ້ຄົນ.
- ຂ້ອຍຂໍອະນຸຍາດສາມຄັ້ງ ແລະ ບໍ່ຫຼາຍຈາກນັ້ນ, ແລະ ຖ້າເຂົາບໍ່ອະນຸຍາດຂ້ອຍກໍ່ຈາກໄປ.
ດັງໃນຫະດິຊ:
« ເມື່ອທ່ານຂໍອະນຸຍາດຈາກໃຜ ກໍ່ຈົ່ງຂໍສາມຄັ້ງ ແລະ ຖ້າເຂົາບໍ່ອະນຸຍາດ, ກໍ່ຈົ່ງກັບໄປ».
ມຸດຕະຟັກ ກຸລອະໄລ.
- ຂ້ອຍເຄາະປະຕູຄ່ອຍໆ, ແລະ ຂ້ອຍບໍ່ຢືນຫັນໜ້າເຂົ້າຫາປະຕູ, ແຕ່ທະວ່າໃຫ້ຢືນທາງຊ້າຍ ຫຼື ທາງຂວາ. ແລະ ຂ້ອຍກໍ່ກ່າວ: ອັສສະລາມມຸອາໄລກຸມ.
ຈາກຮະດິຊ:
«ເມື່ອທ່ານຣໍຊູລລຸລລໍຫ໌ ﷺ ມາຍັງປະຕູເຮືອນຂອງຜູ້ຄົນ ທ່ານກໍ່ຈະບໍ່ຢືນກົງປະຕູຈາກດ້ານໜ້າ ແຕ່ຈະຢືນດ້ານມຸມຂວາ ຫຼື ມຸມຊ້າຍ ແລ້ວກ່າວວ່າ: "ອັສສະລາມມຸອະໄລກຸມ ອັສສະລາມມຸອະໄລກຸມ" »
ບັນທຶກໂດຍອະບູດາວູດ.
- ຂ້ອຍຈະບໍ່ເຂົ້າຫ້ອງຂອງພໍ່ແມ່ ຫຼື ຫ້ອງຄົນອື່ນກ່ອນໄດ້ຮັບອະນຸຍາດ, ໂດຍສະເພາະແມ່ນກ່ອນລະຫມາດຊຸບຮີ (ຟະຈັຣ), ແລະ ເວລາພັກຜ່ອນຕອນສວາຍ, ແລະ ຫຼັງລະຫມາດອີຊາ.
ຈາກຄຳຕຣັັດຂອງອັລລໍຫ໌:
( ໂອ້ບັນດາຜູ້ສັດທາເອີ໋ຍ ຈົ່ງໃຫ້ບັນດາຜູ້ທີ່ມີມືຂວາຂອງພວກເຈົ້າຄອບຄອງ ແລະ ບັນດາຜູ້ທີ່ຫຍັງບໍ່ບັນລຸສະພາວະໃນໝູ່ພວກເຈົ້າ, ຂໍອະນຸຍາດພວກເຈົ້າສາມເວລາຄື ກ່ອນເວລາລະຫມາດຟັຈຣີ ແລະ ເວລາພວກເຈົ້າເປື້ອງເສື້ອຜ້າໃນເວລາກາງເວັ້ນ ແລະ ຫຼັງຈາກເວລາລະຫມາດອິຊາ ທັ້ງສາມນີ້ເປັນເວລາສ່ວນຕົວສຳຫຼັບພວກເຈົ້າ ຫຼັງຈາກນີ້ແລ້ວບໍ່ເປັນທີ່ນ່າຕຳຫນິແກ່ພວກເຈົ້າ ແລະ ແກ່ພວກເຂົາ ເພາະພວກເຂົາວົນວຽນຮັບໃຊ້ບາງຄົນໃນໝູ່ພວກເຈົ້າ ເຊັ່ນນັ້ນແຫລະ ອັລລໍຫ໌ຊົງແຈງໂອງການທັ້ງຫຼາຍໃຫ້ເປັນທີ່ຊັດແຈ້ງແກ່ພວກເຈົ້າ ແລະ ອັລລໍຫ໌ເປັນຜູ້ຊົງຮອບຮູ້ ຜູ້ຊົງປຣີຊາຍານ)
[ຊູເຣາະຫ໌ ອັນນູຣ: 27].
- ອະນຸຍາດໃຫ້ເຂົ້າສະຖານທີ່ໃດທີ່ບໍ່ເປັນທີ່ພັກອາໄສ, ເຊັ່ນໂຮງໝໍ ຮ້ານຄ້າ ໂດຍບໍ່ຕ້ອງຂໍອະນຸຍາດ.
ອັລລໍຫ໌ໄດ້ກ່າວວ່າ :
(ບໍ່ຖືເປັນຄວາມຜິດແກ່ພວກເຈົ້າ ທີ່ຈະເຂົ້າໄປໃນສະຖານທີ່ໃດທີ່ບໍ່ເປັນທີ່ພັກອາໄສ ເຊິ່ງ ນະ ທີ່ນັ້ນມີສິ່ງທີ່ເປັນປະໂຫຍດແກ່ພວກເຈົ້າ ແລະ ອັລລໍຫ໌ ຊົງຮັບຮູ້ດີສິ່ງທີ່ພວກເຈົ້າເປິດເຜີຍ ແລະ ສິ່ງທີ່ພວກເຈົ້າປົກປິດ)
ຕອບ: 1. ຂ້ອຍໃຫ້ອາຫານ ແລະ ນ້ຳແກ່ສັດ.
ດັງໃນຫະດິຊ:
ພວກເຮົາກ່າວວ່າ: ໂອ້ທ່ານຣໍຊູລຂອງອັລລໍຫ໌, ການເຮັດດີເມດຕາກັບສັດມີຜົນລະບຸນບໍ? ທ່ານຕອບວ່າ: "ໃນທຸກໆ ຕັບທີ່ຊູມຊື່ນຍ່ອມມີລາງວັນຜົນບຸນ"
ມຸດຕະຟັກ ກຸລອະໄລ.
- ແລະ ທ່ານນະບີ ﷺ ໄດ້ຍ່າງຜ່ານອູດໂຕໜຶ່ງທີ່ຫຼັງຂອງມັນຕິດກັບທ້ອງ (ເພາະໂຕມັນຈອຍເນື່ອງຈາກຄວາມຫິວໂຫຍ), ທ່ານຈຶ່ງກ່າວວ່າ:
« ຈົ່ງຍຳເກຼງຕໍ່ອັລລໍຫ໌ເຖິດ ໃນການປະຕິບັດຕໍ່ສັດເຫຼົ່ານີ້»
ບັນທຶກໂດຍອະບູດາວູດ.
- ຄວາມເມດຕາ ຄວາມສົງສານ ແລະ ບໍ່ບັງຄັບໃຫ້ສັດແບກນ້ຳໜັກຫຼາຍເກິນທີ່ມັນຈະສາມາດຮັບໄດ້.
- ດັງໃນຮະດິຊ: ທ່ານນະບີ ﷺ ກ່າວວ່າ:
« ໃຜເປັນເຈົ້າຂອງອູດໂຕນີ້? ມັນເປັນຂອງໃຜ? ແລ້ວຊາຍໜຸ່ມຊາວອັນຊໍຣຄົນໜຶ່ງກໍເອີ່ຍຂຶ້ນວ່າ: ເປັນຂອງຂ້ານ້ອຍເຈົ້າ ທ່ານຣໍຊູລຂອງອັລລໍຫ໌ ຈຶ່ງກ່າວວ່າ: ເຈົ້າຈະບໍ່ຍຳເກຼງອັລລໍຫ໌ດອກລື? ກ່ຽວກັບສັດນີ້ທີ່ອັລລໍຫ໌ຊົງມອບໃຫ້ເຈົ້າ ເປັນເຈົ້າຂອງ ແທ້ຈິງມັນໄດ້ຮ້ອງຮຽນຕໍ່ຂ້ອຍວ່າ ເຈົ້າເຮັດໃຫ້ມັນຫິວ ແລະ ໃຊ້ງານມັນຢ່າງໜັກ»
ບັນທຶກໂດຍ ອະບູດາວູດ ແລະ ອີຫມ່ຳອະມັດ.
ຕາດະບະຫ໌ : ໝາຍເຖິງເຮັດໃຫ້ເມື່ອຍອ່ອນແຮງ.
- ຂ້ອຍບໍ່ທໍລະມານສັດດ້ວຍຄວາມເຈັບປວດ ຫຼື ອັນຕະລາຍໃດໆ.
- ດັງໃນຫະດີຊ ຈາກທ່ານຈາບິຣ ຣໍດິຍັລລໍຮຸ ອັນຮຸ, ແທ້ຈິງທ່ານນະບີ ﷺ ໄດ້ຍ່າງຜ່ານລາໂຕໜຶ່ງທີ່ຖືກຕີຕາໄວ້ບົນໃບໜ້າຂອງມັນ ແລ້ວທ່ານກໍ່ກ່າວວ່າ:
« ພວກທ່ານຢັງບໍ່ຮູ້ດອກບໍ່ ວ່າຂ້ອຍໄດ້ສາບແຊ່ງຜູ້ທີ່ຕີສັດ ຫຼື ປະທັບກາບ່ອນໃບໜ້າຂອງມັນ ດັງນັ້ນ ທ່ານນະບີຈຶ່ງຫ້າມກະທຳເຊັ່ນນັ້ນ »
ບັນທຶກໂດຍ ມຸສລິມ ແລະ ອະບູ ດາວູດ ເປັນການລາຍງານຂອງເຂົາ.
ຕອບ : 1. ຂ້ອຍຕັ້ງໃຈອອກຳລັງກາຍຫຼິ້ນກິລາ ເພື່ອໃຫ້ມີຄວາມຕັກວາຕໍ່ອັລລໍຫ໌ ການເຊື່ອຟັງພຣະອົງ ແລະ ໄດ້ຮັບຄວາມພໍໃຈຈາກພຣະອົງ.
- ຂ້ອຍຈະບໍ່ຫຼິ້ນກິລາ ເມື່ອເຂົ້າເວລາລະຫມາດ.
ອັລລໍຫ໌ໄດ້ກ່າວວ່າ :
(4 ຟະໄວລຸລ ລິລ ມຸສໍລ ລີນ)
(5 ອັລລະຊີ ນະ ຮູມ ອັນສໍລາ ຕິຮີມ ສາຮູ໋ນ)
[ຊູເຣາະຫ໌ ອັລມາອູນ : 4-5].
- ບໍ່ໃຫ້ມີການອອກກຳລັງກາຍປະປົນກັນລະຫວ່າງ ຊາຍ ຍິງ.
- ຂ້ອຍຈະໃສ່ເຄື່ອງກິລາທີ່ປົກປິດຮ່າງກາຍ ເອົາເຣາະຫ໌ຂອງຂ້ອຍ.
- ຂ້ອຍຫຼີກລຽງກິລາທີ່ຕ້ອງຫ້າມ, ເຊັ່ນກິລາຊົກມວຍ ແລະ ກິລາທີ່ເປິດເຜີຍເອົາເຣາະຫ໌.
ດັງໃນຫະດິຊ:
« ຖ້າຫາກຄົນໃດຄົນໜຶ່ງ ໃນພວກທ່ານຕໍ່ສູ້ກັບພີ່ນ້ອງຂອງຕົນ ໃຫ້ລາວຫຼີກລຽງໃບໜ້າຂອງເຂົາ»
ບັນທຶກໂດຍມຸສລິມ.
ຕອບ : 1. ເວົ້າຈາຊື່ສັດບໍ່ເວົ້າຕົວະໃນການຢອກຫຼິ້ນ.
ດັງໃນຫະດິຊ:
« ຄວາມຫາຍະນະຈົ່ງມີແກ່ຜູ້ທີ່ເລົ່າເລື່ອງ ແລ້ວຂີ້ຕົວະເພື່ອໃຫ້ຜູ້ຄົນຫົວເລາະ , ຄວາມຫາຍະນະຈົ່ງມີແກ່ລາວ, ຄວາມຫາຍະນະຈົ່ງມີແກ່ລາວ »
ບັນທຶກໂດຍ: ອະບູ ດາວູດ ແລະ ອະຫ໌ມັດ ແລະ ຕິຣມີຊີ .
- ການຢອກຫຼິ້ນຈະຕ້ອງປາດສະຈາກການສຽດສີ ເຍາະເຍີ້ຍ ທຳຮ້າຍ ແລະ ຂົ່ມຂູ່.
- ທ່ານນະບີໄດ້ກ່າວໄວ້ວ່າ:
« ບໍ່ອະນຸຍາດໃຫ້ມຸສລິມ ສ້າງຄວາມຢ້ານກົວແກ່ພີ່ນ້ອງມຸສລິມ »
ບັນທຶກໂດຍ ອະບູດາວູດ ແລະ ອີຫມ່ຳອະມັດ.
- ຫ້າມບໍ່ໃຫ້ຢອກຫຼິ້ນຫລາຍຈົນເກິນໄປ.
« ບໍ່ໃຫ້ຫົວເລາະ ຢອກຫຼິ້ນຫຼາຍ; ເພາະການຫົວເລາະຈະເຮັດໃຫ້ຫົວໃຈຕາຍກະດ້າງ».
ບັນທຶກໂດຍ ອັດ-ຕັຣມີຊີ ແລະ ອິບນຸ ມາຈະຫ໌.