Skip to content

ຄຖ ທີ່ 17: ມາລະຍາດວ່າດ້ວຍການເຂົ້າຫ້ອງນ້ຳມີຫຍັງແນ?

الباب / الفصل
قسم الآداب الإسلامية

السؤال

س17: ما آداب قضاء الحاجة؟

ຄຖ ທີ່ 17: ມາລະຍາດວ່າດ້ວຍການເຂົ້າຫ້ອງນ້ຳມີຫຍັງແນ?

الجواب

ج:1. أدخل بقدمي اليسرى.

  1. وأقول قبل الدخول:

«بسم الله، اللهم إني أعوذ بك من الخبث والخبائث».

  1. لا أدخل شيئًا فيه ذِكر الله.
  • عن أنس رضي الله عنه قال:

«كان النبي صلى الله عليه وسلم إذا دخل الخلاء وضع خاتمه»

رواه أبو داود وابن ماجه.

  1. أستتر حال قضاء الحاجة.
  • في الحديث:

«وكان أحب ما استتر به رسول الله صلى الله عليه وسلم لحاجته هدف أو حائش نخل»

رواه مسلم.

  1. لا أتكلم في مكان قضاء الحاجة.
  2. لا أستقبل القبلة، ولا أستدبرها أثناء البول أو الغائط.
  • لقول النبي صلى الله عليه وسلم:

«لا تستقبلوا القبلة بغائط، أو بول، ولكن شرقوا أو غربوا»

متفق عليه.

  1. أستعمل يدي اليسرى في إزالة النجاسة، ولا أستعمل اليمنى.
  • لحديث:

«لقد نهانا… أن نستنجي باليمين»

  1. لا أقضي حاجتي في طريق الناس أو ظلهم.
  • لحديث أبي هريرة رضي الله عنه أن رسول الله صلى الله عليه وسلم قال:

«اتقوا اللعانين» قالوا: وما اللعانان يا رسول الله؟ قال: «الذي يتخلى في طريق الناس، أو في ظلهم»

  1. أغسل يدي بعد قضاء الحاجة.

لحديث جرير رضي الله عنه كنت مع النبي صلى الله عليه وسلم، فأتى الخلاء، فقضى الحاجة، ثم قال:

«يا جرير هات طهورًا» فأتيته بالماء، فاستنجى بالماء، وقال بيده، فدلك بها الأرض.

رواه النسائي.

  1. أخرج بقدمي اليسرى، وأقول: «غفرانك».

ຕອບ : 1.ຂ້ອຍເຂົ້າຫ້ອງນ້ຳດ້ວຍຕີນຊ້າຍ.

  1. ແລະ ຂ້ອຍກໍ່ອ່ານດຸອາກ່ອນເຂົ້າວ່າ:

« ບິສມິລລາຮິ, ອັລລໍຮຸມມະ ອິນນີ ອະອຸຊຸ ບິກະ ມິີນັລຄຸບສິ ອັລຄໍບາອິສ».

  1. ຂ້ອຍຈະບໍ່ພາສິ່ງໄດ້ເຂົ້າໄປທີ່ເປັນສັນຍາລັກໃນການລຳເລິກເຖິງອັລລໍຫ໌.
  • ຮະດິຊ ລາຍງານຈາກທ່ານອະນັສ ຣໍດິຍັລລໍຮຸ ອັນຮຸ ກ່າວວ່າ:

« ເມື່ອທ່ານນະບີ ﷺ ຈະເຂົ້າຫ້ອງນ້ຳ ທ່ານໄດ້ຖອດແຫວນຂອງທ່ານອອກແລ້ວວ່າງໄວ້ ».

ບັນທຶກໂດຍ ອະບູ ດາວູດ ແລະ ອິບນຸ ມາຈະຫ໌.

  1. ຂ້ອຍເຂົ້າຫ້ອງນ້ຳທີ່ປົກປິດມິດຊິດບໍ່ໃຫ້ເຫັນ.

ດັງໃນຫະດິຊ:

« ແລະ ສິ່ງທີ່ທ່ານຣໍຊູລ ﷺ ມັກໃຊ້ປິດບັງເມື່ອຕ້ອງການເຮັດທຸລະສ່ວນຕົວ (ຖ່າຍໜັກ ຖ່າຍເບົາ) ຄື ເນິນດິນຕ້ຽຍໆ ຫຼື ສວນອິນທະຜາລຳທີ່ມືດທຶບ »

ບັນທຶກໂດຍມຸສລິມ.

  1. ຂ້ອຍບໍ່ເວົ້າສົ່ງສຽງດັງບໍລິເວນຫ້ອງນ້ຳ.
  2. ຂ້ອຍບໍ່ຈະຫັນຫນ້າ ຫຼື ຫັນໄປທາງກິບລັດ, ຂະນະຖ່າຍໜັກຖ່າຍເບົາ.

ດັ່ງທີ່ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ໄດ້ກ່າວວ່າ :

« ຈົ່ງຢ່າຫັນຫນ້າໄປທາງກິບລັດ ຂະນະຖ່າຍເບົາຖ່າຍໜັກ, ໃຫ້ຫັນໄປທາງເໜືອ ຫຼື ທາງໃຕ້ແທນ»

ມຸດຕະຟັກ ກຸລອະໄລ.

  1. ຂ້ອຍໃຊ້ມືຊ້າຍໃນການຂະຈັດລ້າງສິ່ງສົກກະປົກ, ແລະ ຂ້ອຍຈະບໍ່ໃຊ້ມືຂວາໃນການລ້າງ.

ຈາກຮະດິຊ:

« ທ່ານນະບີໄດ້ຫ້າມພວກເຮົາ ບໍ່ໃຫ້ໃຊ້ມືຂວາໃນການລ້າງສິ່ງສົກກະປົກ»

  1. ຂ້ອຍຈະບໍ່ຖ່າຍຊະສຸຍຊະສາຍ ເຊັ່ນ ທາງຍ່າງ ຫຼື ໃຕ້ຮົ່ມເງົາ.
  • ດັ່ງທີ່ມີລາຍງານຈາກທ່ານອະບູ ຫຸຣອຍເຣາະຫ໌ ແທ້ຈິງທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລັມ ໄດ້ກ່າວວ່າ :

« ຈົ່ງລະວັງການຊາບແຊ່ງສອງຢ່າງ» ແລ້ວພວກເຮົາກໍ່ຖາມວ່າ: ສອງຢ່າງນັ່ນແມ່ນຫຍັງ ໂອ້ທ່ານຣໍຊູລລຸລລໍຫ໌? ທ່ານຕອບວ່າ: ຜູ້ທີ່ຖ່າຍໜັກຖ່າຍເບົາຢູ່ຫົນທາງທີ່ຄົນໃຊ້ໄປມາ, ຫຼື ສະຖານທີ່ພັກຮ້ອນໃຕ້ຮົມ.

  1. ຂ້ອຍລ້າງມືຫຼັງແລ້ວເສັດອອກຈາກຫ້ອງນ້ຳ .

ດ້ວຍຮະດິຊຈາກທ່ານຈາຣີຣ ຣໍດີຍັລລໍຮຸ ອັນຮຸ ທີ່ເຄີຍຢູ່ກັບທ່ານນະບີ ﷺ ແລ້ວທ່ານກໍ່ໄປເຂົ້າຫ້ອງນ້ຳເພື່ອຂັບຖ່າຍ, ແລ້ວທ່ານກໍ່ເອີ້ນຂຶ້ນວ່າ:

« ໂອ້ ຈະຣີຣ ເອົານ້ຳສະອາດມາໃຫ້ແນ» ຂ້ອຍຈຶ່ງເອົານ້ຳໄປໃຫ້ທ່ານ ແລ້ວທ່ານກໍ່ໃຊ້ນ້ຳລ້າງຊຳລະ, ຈາກນັ້ນທ່ານກໍ່ໃຊ້ມືລູບກັບພື້ນດິນ.

ບັນທຶກໂດຍ ອັນ-ນະຊາອີ.

  1. ຂ້ອຍອອກຈາກຫ້ອງນ້ຳດ້ວຍຕີນຂວາ, ແລະ ກ່າວວ່າ: "ກຸຟຣໍນະກະ".