Skip to content

ມາລະຍາດວ່າດ້ວຍການໃຫ້ສະລາມຕ້ອງເຮັດແນວໃດ?

الباب / الفصل
قسم الآداب الإسلامية

السؤال

س19: ما آداب السلام؟

ຄຳຖາມທີ່ 19 : ມາລະຍາດວ່າດ້ວຍການໃຫ້ສະລາມຕ້ອງເຮັດແນວໃດ?

الجواب

ج:1. عندما ألقى مسلمًا أبدأ بالسلام، بقول: «السلام عليكم ورحمة الله وبركاته» لا يبدأ بغير السلام، ولا أشير بيدي وحدها.

  1. أتبسم في وجه من أسلم عليه.

في الحديث:

«لا تحقرن من المعروف شيئًا، ولو أن تلقى أخاك بوجه طلق»

رواه مسلم.

  1. وأصافحه بيدي اليمنى.
  2. إذا حياني أحد بتحية أحييه بأحسن منها، أو أرد مثلها.
  • لقوله تعالى:

﴿وَإِذَا حُيِّيتُم بِتَحِيَّةٖ فَحَيُّواْ بِأَحۡسَنَ مِنۡهَآ أَوۡ رُدُّوهَآۗ إِنَّ ٱللَّهَ كَانَ عَلَىٰ كُلِّ شَيۡءٍ حَسِيبًا﴾

[النساء: ٨٦].

  1. لا أبدأ الكافر بالسلام، وإذا سلم أرد عليه "وعليكم".
  • لحديث:

«لا تبدؤوا اليهود، ولا النصارى بالسلام»

  1. ويسلم الصغير على الكبير، والراكب على الماشي، والماشي على القاعد، والقليل على الكثير.

قال رسول الله صلى الله عليه وسلم:

«يسلم الراكب على الماشي، والماشي على القاعد، والقليل على الكثير»

متفق عليه.

  1. عدم مصافحة المرأة التي لا تحل من غير المحارم.
  • في الحديث عن أم المؤمنين عائشة رضي الله عنها قالت:

«ولا والله، ما مست يد رسول الله صلى الله عليه وسلم يد امرأة قط»

ຕອບ: 1. ຂ້ອຍຈະເລິ່ມໃຫ້ສະລາມກ່ອນສະເໝີຖ້າພົບເຈີກັບພີ່ນ້ອງມຸສລິມ, ດ້ວຍຄຳກ່າວ: "ອັສລາມມຸອະໄລກຸມ ວະເຣາະມາຕຸລລໍຮິ ວະບາຣໍກາຕຸຫ໌" ຂ້ອຍຈະເລິ່ມສິ່ງໃດອື່ນນອກຈາກສະລາມ, ແລະ ຂ້ອຍກໍ່ບໍ່ໂບກມືທັກທາຍເທົ່ານັ້ນ.

  1. ຂ້ອຍຍິ້ມແຍ້ມບົນໃບໜ້າ ເມື່ອມີການສະລາມຈາກພີ່ນ້ອງມຸສລິມ.

ດັງໃນຫະດິຊ:

« ຢ່າໄດ້ດູຖູກດູແຄນ ການເຮັດຄວາມດີໃດ ໆ ເລີຍ, ແມ້ພຽງແຕ່ການພົບເຈີພີ່ນ້ອງຂອງທ່ານດ້ວຍໃບໜ້າທີ່ຍິ້ມແຍ້ມ ແຈ່ມໃສ»

ບັນທຶກໂດຍມຸສລິມ.

  1. ແລະ ຂ້ອຍກໍ່ຈັບມືລາວ ດ້ວຍມືຂວາຂອງຂ້ອຍ.
  2. ເມື່ອມີຄົນທັກທາຍຂ້ອຍດ້ວຍຄຳທັກທາຍທີ່ດີ ຂ້ອຍກໍ່ຈະທັກທາຍລາວດ້ວຍຄຳທັກທາຍທີ່ດີກວ່າ, ຫຼືກໍ່ຕອບລາວດ້ວຍຄຳທັກທາຍນັ້ນ.

ຈາກຄຳຕຣັັດຂອງອັລລໍຫ໌:

( ແລະ ເມື່ອພວກເຈົ້າໄດ້ຮັບຄຳອວຍພອນຈະດ້ວຍຄຳອວຍພອນໃດໆ ກໍ່ຕາມ ກໍ່ຈົງກ່າວຄຳອວຍພອນຕອບທີ່ດີກວ່ານັ້ນ ຫຼືບໍ່ກໍກ່າວຄຳອວຍພອນນັ້ນຕອບກັບໄປ ແທ້ຈິງອັລລໍຫ໌ຊົງຄຳນວນນັບໃນທຸກສິ່ງທຸກຢ່າງ)

[ສູເຣາະຫ໌ ນິຊາ : 80].

  1. ບໍ່ໃຫ້ເລິ່ມກ່າວສະລາມໃຫ້ກາຟີຣກ່ອນ, ແລະ ຖ້າຫາກລາວກ່າວສະລາມມາ ກໍ່ໃຫ້ຕອບໄປວ່າ" ວະອາໄລກຸມ".

ຈາກຮະດິຊ:

«ບໍ່ໃຫ້ເລິ່ມດ້ວຍການສະລາມແກ່ພວກຍະຮູດ (ຍິວ) ແລະ ນາຊໍຣໍ (ຄຣິສຕຽນ)».

  1. ແລະ ເດັກນ້ອຍໃຫ້ກ່າວສະລາມ ແກ່ຜູ້ໃຫຍ່, ແລະ ຜູ້ຂັບຂີ່ພາຫານະໃຫ້ສະລາມແກ່ຜູ້ທີ່ຍ່າງ, ແລະ ຜູ້ທີ່ກຳລັງຍ່າງ ໃຫ້ສະລາມແກ່ຜູ້ທີ່ນັ່ງ, ແລະ ຄົນຈຳນວນນ້ອຍ ໃຫ້ສະລາມແກ່ຄົນຈຳນວນຫຼາຍ.

ທ່ານຣໍຊຸລ ໄດ້ກ່າວໄວ້ວ່າ:

«ຜູ້ຂັບຂີ່ພາຫານະໃຫ້ສະລາມແກ່ຜູ້ທີ່ຍ່າງ, ແລະ ຜູ້ທີ່ກຳລັງຍ່າງໃຫ້ສະລາມແກ່ຜູ້ທີ່ນັ່ງ, ແລະ ຄົນຈຳນວນນ້ອຍ ໃຫ້ສະລາມແກ່ຄົນຈຳນວນຫຼາຍ».

ມຸດຕະຟັກ ກຸລອະໄລ.

  1. ບໍ່ອະນຸຍາດໃຫ້ຈັບມືສະລາມກັບແມ່ຍິງ ທີ່ບໍ່ແມ່ນຄົນໃນຄອບຄົວ ມະຫ໌ຣອມ.
  • ໃນຮະດິຊຈາກແມ່ຂອງບັນດາຜູ້ສັດທາ ທ່ານຍິງອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ກ່າວວ່າ:

« ແລະ ຂໍສາບານຕໍ່ອັລລໍຫ໌ ມືຂອງທ່ານຣໍຊູລລຸລລໍຫ໌ ﷺ ບໍ່ເຄີຍແຕະຕ້ອງມືແມ່ຍິງ (ທີ່ບໍ່ແມ່ນມະຫ໌ຣອມ) ເລີຍຈັກເທື່ອດຽວ»