Skip to content

ມາລະຍາດຕໍ່ເຄື່ອງນຸ່ງຫົມມີຫຍັງແນ?

الباب / الفصل
قسم الآداب الإسلامية

السؤال

س 13: ما آداب اللباس؟

ຄຳຖາມທີ່ 13: ມາລະຍາດຕໍ່ເຄື່ອງນຸ່ງຫົມມີຫຍັງແນ?

الجواب

ج:1. أبدأ بلبس ثوبي باليمين، وأحمد الله على ذلك.

  • لحديث أبي هريرة رضي الله عنه قال: قال رسول الله صلى الله عليه وسلم:

«إذا لبستم وإذا توضأتم فابدءوا بأيامنكم»

رواه أبو داود وأحمد.

  1. لا أطيل الثوب تحت الكعبين.
  • في الحديث:

«ما أسفل من الكعبين من الإزار ففي النار»

رواه البخاري.

والكعبان العظمان الناتئان على جانبي القدم.

  1. لا يلبس الأولاد لبس البنات، ولا البنات لبس الأولاد.

«لعن رسول الله صلى الله عليه وسلم الرجل يلبس لبسة المرأة، والمرأة تلبس لبسة الرجل»

  1. عدم التشبه بلباس الكافرين أو الفاسقين.
  • لحديث:

«من تشبه بقوم فهو منهم»

رواه أبو داود.

  1. التسمية عند خلع الملابس.

«ستر ما بين عورات بني آدم والجن إذا وضع أحدكم ثوبه أن يقول بسم الله»

رواه الطبراني وابن أبي شيبة.

  1. لبس النعال في اليمنى أولاً، والخلع من اليسرى.
  • لحديث أم المؤمنين عائشة رضي الله عنها قالت:

«كان النبي صلى الله عليه وسلم يعجبه التيمن في تنعله، وترجله، وطهوره وفي شأنه كله»

ຕອບ : 1. ຂ້ອຍເລິ່ມສ່ວມໃສ່ເສື້ອຜ້າດ້ານຂວາ, ແລ້ວຂ້ອຍກໍ່ກ່າວອັລຮຳດຸລິລລາຫ໌ ກັບສິ່ງນັ້ນ.

  • ລາຍງານຈາກທ່ານອາບູ ຮູຣອຍເຣາະຫ໌ ຣໍດີຢັລລໍ ອັນຮຸ ເລົ່າວ່າ: ທ່ານຣໍສູລຸລລໍຫ໌ ﷺ ກ່າວວ່າ:

« ເມື່ອພວກທ່ານຈະສ່ວມເສື້ອຜ້າ ຫຼື ເອົານ້ຳລະຫມາດກໍ່ຕາມ ກໍ່ຈົ່ງເລິ່ມດ້ວຍດ້ານຂວາຂອງພວກທ່ານ »

ບັນທຶກໂດຍ ອະບູດາວູດ ແລະ ອີຫມ່ຳອະມັດ.

  1. ຂ້ອຍຈະບໍ່ປ່ອຍໃຫ້ເສື້ອຜ້າຍາວກາຍຕາຕຸມທັ້ງສອງ.

ດັງໃນຫະດິຊ:

« ສ່ວນໃດທີ່ຍາວກາຍຕາຕຸມທັ້ງສອງມານັ້ນ ກໍ່ຢູ່ໃນໄຟນະລົກ »

ບັນທຶກໂດຍ ອັລ-ບຸກຄໍຣີ.

ຕາຕຸມທັ້ງສອງແມ່ນ ກະດູກທີ່ນູນອອກມາທັ້ງສອງຂ້າງຕີນ.

  1. ຂ້ອຍຈະບໍ່ສ່ວມໃສ່ເສື້ອຜ້າທີ່ເປັນຂອງແມ່ຍິງ, ແລະ ເດັກນ້ອຍແມ່ຍິງກໍ່ຈະບໍ່ສ່ວມໃສ່ເສື້ອຜ້າຂອງເດັກນ້ອຍຜູ້ຊາຍ.

« ທ່ານນະບີ ﷺ ສາບເເຊ່ງ ຜູ້ຊາຍທີ່ໃສ່ຊຸດເສື້ອຜ້າສຳຫຼັບຜູ້ຍິງ, ແລະ ຜູ້ຍິງທີ່ໃສ່ຊຸດເສື້ອຜ້າສຳຫຼັບຜູ້ຊາຍ »

  1. ຂ້ອຍບໍ່ໃສ່ຊຸດທີ່ເປັນການລຽນແບບ ພວກກາຟິຣ ຫຼື ພວກຟາສິກ.

ຈາກຮະດິຊ:

« ໃຜກໍ່ຕາມທີ່ລຽນແບບກຸ່ມຊົນໃດ ລາວກໍ່ເປັນພວກຂອງເຂົາ »

ບັນທຶກໂດຍອະບູດາວູດ.

  1. ກ່າວບິສມິລລາຫ໌ ຕອນຖອດເສື້ອຜ້າ.

« ສິ່ງທີ່ປົກປິດລະຫວ່າງຄວາມເປືອຍເປົ່າຂອງລູກຫຼານອະດຳກັບພວກຈິນ ຄືການທີ່ເມື່ອຜູ້ໃດໃນພວກທ່ານຖອດເສື້ອຜ້າຂອງເຂົາແລ້ວ ກໍ່ກ່າວວ່າ: ບິສມິລລາຫ໌ »

ບັນທຶກໂດຍ ອັດ-ຕ໋ອບຣໍນີ ແລະ ອິບນຸ ອະບີ ໄຊບະຫ໌.

  1. ຕອນສ່ວມໃສ່ໃຫ້ສຸບເຂົ້າທາງຂວາກ່ອນ, ຕອນແກະເຄື່ອງໃຫ້ຖອດຈາກທາງຊ້າຍກ່ອນ.

ຈາກຫະດິຊ: ລາຍງານຈາກແມ່ຂອງບັນດາຜູ້ສັດທາ ອາອີຊະຫ໌ ຣໍດິຍັລລໍຮຸ ອັນຮາ ໄດ້ກ່າວວ່າ:

"ທ່ານນະບີມຸຮຳມັດ (ຊໍລລັລລໍຮຸ ອະໄລຮິ ວະຊັລສຳ) ທ່ານມັກການເລິ່ມຕົ້ນດ້ວຍເບື້ອງຂວາ ໃນການໃສ່ເກີບ, ການຫວີຜົມ, ແລະ ການເຮັດຄວາມສະອາດ (ເຮັດນ້ຳລະຫມາດ) ແລະ ໃນທຸກເລື່ອງຂອງທ່ານ"