Skip to content

ມາລະຍາດວ່າດ້ວຍການຂໍອະນຸຍາດແມ່ນຫຍັງ?

الباب / الفصل
قسم الآداب الإسلامية

السؤال

س20: ما آداب الاستئذان؟

ຄຳຖາມທີ່ 20 : ມາລະຍາດວ່າດ້ວຍການຂໍອະນຸຍາດແມ່ນຫຍັງ?

الجواب

ج:1. أستأذن قبل الدخول إلى المكان.

  1. أستأذن ثلاث مرات ولا أزيد، وبعدها أنصرف.

في الحديث:

«إذا استأذن أحدكم ثلاثا فلم يؤذن له، فليرجع»

متفق عليه.

  1. أطرق الباب برفق، ولا أقف في مواجهة الباب، بل على يمينه أو يساره. وأقول: السلام عليكم.

لحديث:

«كان رسول الله صلى الله عليه وسلم إذا أتى باب قوم لم يستقبل الباب من تلقاء وجهه، ولكن من ركنه الأيمن أو الأيسر ويقول: السلام عليكم، السلام عليكم»

رواه أبو داود.

  1. لا أدخل على أبي وأمي أو أحد الغرف قبل الاستئذان، وخصوصًا قبل الفجر، ووقت القيلولة من الظهر، وبعد صلاة العشاء.
  • لقوله تعالى:

﴿يَٰٓأَيُّهَا ٱلَّذِينَ ءَامَنُواْ لِيَسۡتَـٔۡذِنكُمُ ٱلَّذِينَ مَلَكَتۡ أَيۡمَٰنُكُمۡ وَٱلَّذِينَ لَمۡ يَبۡلُغُواْ ٱلۡحُلُمَ مِنكُمۡ ثَلَٰثَ مَرَّٰتٖۚ مِّن قَبۡلِ صَلَوٰةِ ٱلۡفَجۡرِ وَحِينَ تَضَعُونَ ثِيَابَكُم مِّنَ ٱلظَّهِيرَةِ وَمِنۢ بَعۡدِ صَلَوٰةِ ٱلۡعِشَآءِۚ ثَلَٰثُ عَوۡرَٰتٖ لَّكُمۡۚ لَيۡسَ عَلَيۡكُمۡ وَلَا عَلَيۡهِمۡ جُنَاحُۢ بَعۡدَهُنَّۚ طَوَّٰفُونَ عَلَيۡكُم بَعۡضُكُمۡ عَلَىٰ بَعۡضٖۚ كَذَٰلِكَ يُبَيِّنُ ٱللَّهُ لَكُمُ ٱلۡأٓيَٰتِۗ وَٱللَّهُ عَلِيمٌ حَكِيمٞ﴾

[النور: ٥٨].

  1. يمكن أن أدخل الأماكن غير المسكونة، مثل: المشفى أو المتجر بدون استئذان.
  • قال تعالى:

﴿لَّيۡسَ عَلَيۡكُمۡ جُنَاحٌ أَن تَدۡخُلُواْ بُيُوتًا غَيۡرَ مَسۡكُونَةٖ فِيهَا مَتَٰعٞ لَّكُمۡۚ وَٱللَّهُ يَعۡلَمُ مَا تُبۡدُونَ وَمَا تَكۡتُمُونَ﴾

[النور: ٢٩].

ຕອບ : 1. ຂ້ອຍຂໍອະນຸຍາດກ່ອນຈະເຂົ້າເຮືອນພັກອະໄສຜູ້ຄົນ.

  1. ຂ້ອຍຂໍອະນຸຍາດສາມຄັ້ງ ແລະ ບໍ່ຫຼາຍຈາກນັ້ນ, ແລະ ຖ້າເຂົາບໍ່ອະນຸຍາດຂ້ອຍກໍ່ຈາກໄປ.

ດັງໃນຫະດິຊ:

« ເມື່ອທ່ານຂໍອະນຸຍາດຈາກໃຜ ກໍ່ຈົ່ງຂໍສາມຄັ້ງ ແລະ ຖ້າເຂົາບໍ່ອະນຸຍາດ, ກໍ່ຈົ່ງກັບໄປ».

ມຸດຕະຟັກ ກຸລອະໄລ.

  1. ຂ້ອຍເຄາະປະຕູຄ່ອຍໆ, ແລະ ຂ້ອຍບໍ່ຢືນຫັນໜ້າເຂົ້າຫາປະຕູ, ແຕ່ທະວ່າໃຫ້ຢືນທາງຊ້າຍ ຫຼື ທາງຂວາ. ແລະ ຂ້ອຍກໍ່ກ່າວ: ອັສສະລາມມຸອາໄລກຸມ.

ຈາກຮະດິຊ:

«ເມື່ອທ່ານຣໍຊູລລຸລລໍຫ໌ ﷺ ມາຍັງປະຕູເຮືອນຂອງຜູ້ຄົນ ທ່ານກໍ່ຈະບໍ່ຢືນກົງປະຕູຈາກດ້ານໜ້າ ແຕ່ຈະຢືນດ້ານມຸມຂວາ ຫຼື ມຸມຊ້າຍ ແລ້ວກ່າວວ່າ: "ອັສສະລາມມຸອະໄລກຸມ ອັສສະລາມມຸອະໄລກຸມ" »

ບັນທຶກໂດຍອະບູດາວູດ.

  1. ຂ້ອຍຈະບໍ່ເຂົ້າຫ້ອງຂອງພໍ່ແມ່ ຫຼື ຫ້ອງຄົນອື່ນກ່ອນໄດ້ຮັບອະນຸຍາດ, ໂດຍສະເພາະແມ່ນກ່ອນລະຫມາດຊຸບຮີ (ຟະຈັຣ), ແລະ ເວລາພັກຜ່ອນຕອນສວາຍ, ແລະ ຫຼັງລະຫມາດອີຊາ.

ຈາກຄຳຕຣັັດຂອງອັລລໍຫ໌:

( ໂອ້ບັນດາຜູ້ສັດທາເອີ໋ຍ ຈົ່ງໃຫ້ບັນດາຜູ້ທີ່ມີມືຂວາຂອງພວກເຈົ້າຄອບຄອງ ແລະ ບັນດາຜູ້ທີ່ຫຍັງບໍ່ບັນລຸສະພາວະໃນໝູ່ພວກເຈົ້າ, ຂໍອະນຸຍາດພວກເຈົ້າສາມເວລາຄື ກ່ອນເວລາລະຫມາດຟັຈຣີ ແລະ ເວລາພວກເຈົ້າເປື້ອງເສື້ອຜ້າໃນເວລາກາງເວັ້ນ ແລະ ຫຼັງຈາກເວລາລະຫມາດອິຊາ ທັ້ງສາມນີ້ເປັນເວລາສ່ວນຕົວສຳຫຼັບພວກເຈົ້າ ຫຼັງຈາກນີ້ແລ້ວບໍ່ເປັນທີ່ນ່າຕຳຫນິແກ່ພວກເຈົ້າ ແລະ ແກ່ພວກເຂົາ ເພາະພວກເຂົາວົນວຽນຮັບໃຊ້ບາງຄົນໃນໝູ່ພວກເຈົ້າ ເຊັ່ນນັ້ນແຫລະ ອັລລໍຫ໌ຊົງແຈງໂອງການທັ້ງຫຼາຍໃຫ້ເປັນທີ່ຊັດແຈ້ງແກ່ພວກເຈົ້າ ແລະ ອັລລໍຫ໌ເປັນຜູ້ຊົງຮອບຮູ້ ຜູ້ຊົງປຣີຊາຍານ)

[ຊູເຣາະຫ໌ ອັນນູຣ: 27].

  1. ອະນຸຍາດໃຫ້ເຂົ້າສະຖານທີ່ໃດທີ່ບໍ່ເປັນທີ່ພັກອາໄສ, ເຊັ່ນໂຮງໝໍ ຮ້ານຄ້າ ໂດຍບໍ່ຕ້ອງຂໍອະນຸຍາດ.

ອັລລໍຫ໌ໄດ້ກ່າວວ່າ :

(ບໍ່ຖືເປັນຄວາມຜິດແກ່ພວກເຈົ້າ ທີ່ຈະເຂົ້າໄປໃນສະຖານທີ່ໃດທີ່ບໍ່ເປັນທີ່ພັກອາໄສ ເຊິ່ງ ນະ ທີ່ນັ້ນມີສິ່ງທີ່ເປັນປະໂຫຍດແກ່ພວກເຈົ້າ ແລະ ອັລລໍຫ໌ ຊົງຮັບຮູ້ດີສິ່ງທີ່ພວກເຈົ້າເປິດເຜີຍ ແລະ ສິ່ງທີ່ພວກເຈົ້າປົກປິດ)