السؤال
س۸: ما هي أعياد المسلمين؟
ຖາມ 8 : ວັນສະເລິມສະລອງຂອງອິສລາມແມ່ນມື້ໃດ?
الجواب
ج:عيد الفطر وعيد الأضحى.
لما جاء في حديث أَنَسٍ رضي الله عنه، قَالَ:
قَدِمَ رَسُولُ اللَّهِ ﷺ الْمَدِينَةَ وَلَهُمْ يَوْمَانِ يَلْعَبُونَ فِيهِمَا، فَقَالَ: «مَا هَذَانِ الْيَوْمَانِ؟»، قَالُوا: كُنَّا نَلْعَبُ فِيهِمَا فِي الْجَاهِلِيَّةِ، فَقَالَ رَسُولُ اللَّهِ ﷺ:«إِنَّ اللَّهَ قَدْ أَبْدَلَكُمْ بِهِمَا خَيْرًا مِنْهُمَا: يَوْمَ الْأَضْحَى، وَيَوْمَ الْفِطْرِ»
رواه أبوداود.
وما سواهما من الأعياد فمن البدع.
ຕອບ : ວັນອີດທັ້ງສອງ (ອີດຸລ-ຟິດຣີ ແລະ ວັນອີດຸລອັດຮາ)
ໂດຍມີທີ່ການລາຍງານຈາກຮາດິຊຂອງທ່ານອະນັສ ຣໍດິຍັລລໍຮຸ ອັນຮຸ, ເລົ່າວ່າ:
" ເມື່ອທ່ານຣໍຊູລຂອງອັລລໍຫ໌ ﷺ ມາຮອດນະຄອນມາດີນະຫ໌ ຊາວເມືອງມີສອງມື້ທີ່ພວກເຂົາລີ້ນສະນຸກກັນໃນວັນນັ້ນ ທ່ານນະບີ ﷺ ຈຶ່ງຖາມວ່າ "ສອງມື້ນີ້ ແມ່ນວັນອີ່ຫຍັງ?" ພວກເຂົາຕອບວ່າ : ເຮົາເຄີຍຫຼິ້ນສະນຸກສະນານໃນສອງມື້ນີ້ໃນສະໄໝ ຈາຮີລີຍະຫ໌ (ກ່ອນອິສລາມຈະມາ) ທ່ານຣໍຊຸລຂອງອັລລໍຫ໌ ﷺ ຈຶ່ງກ່າວວ່າ: "ແທ້ຈິງອັລລໍຫ໌ໄດ້ປະທານສິ່ງທີ່ດີກວ່າສອງມື້ນັ້ນໃຫ້ແກ່ພວກທ່ານແລ້ວ ຄືວັນອີດອັດຮາ ແລະ ວັນອີດຟິດຣີ"
ບັນທຶກໂດຍ ອະບູ ດາວູດ.
ແລະ ແມ່ນຫຍັງກໍ່ຕາມທີ່ເປັນວັນສະເລິມສະລອງນອກເໜືອຈາກວັນອີດທັ້ງສອງນັ້ນ ກໍ່ຖືວ່າເປັນບິດອະຫ໌.