Skip to content

السؤال

س2: اشرح هذه الأحكام الخمسة.

ຖາມ 2 : ຂະຫຍາຍຄວາມ ຂໍບັງຄັບໃຊ້ທັ້ງຫ້າ.

الجواب

ج:١. الواجب: وهو على وجه اللزوم، مثل الصلوات الخمس، وصيام رمضان وبر الوالدين.

  • الواجب يثاب فاعله ويعاقب تاركه.
  1. المستحب: وهو ليس على وجه اللزوم، مثل السنن الرواتب، وقيام الليل وإطعام الطعام والسلام. ويسمى السنة والمندوب.
  • المستحب يثاب فاعله ولا يعاقب تاركه.

ملاحظة مهمة:

ينبغي للمسلم عندما يسمع أن هذا الأمر سنة أو مستحب أن يبادر إلى فعله، والاقتداء بالنبي ﷺ.

  1. المحرم: وهو ما تركه لازم، مثل شرب الخمر، وعقوق الوالدين، وقطع الأرحام.
  • المحرم يثاب تاركه ويعاقب فاعله.
  1. المكروه: تركه غير لازم، مثل الأخذ والإعطاء باليد الشمال، كف الثوب في الصلاة.
  • المكروه يثاب تاركه ولا يعاقب فاعله.
  1. المباح: وهو على التخيير بين تركه وفعله، مثل أكل التفاحة وشرب الشاي، ويسمى: الجائز والحلال.
  • المباح لا يثاب تاركه ولا يعاقب فاعله.

ຕອບ : 1. ວາຈິບ; ຄືສິ່ງທີ່ຈຳເປັນຕ້ອງເຮັດຢ່າງເຄັ່ງຄັດ ເຊັ່ນ ການລະຫມາດຫ້າເວລາ, ການຖືສິນອົດເດືອນຣໍມະດອນ, ແລະ ການກະຕັນຍູຮູ້ບຸນຄຸນຕໍ່ພໍ່ແມ່.

  • ວາຈິບ ຜູ້ທີ່ເຮັດປະຕິບັດຈະໄດ້ຮັບຜົນລະບຸນ ແລະ ຜູ້ທີ່ລະຖິ້ມບໍ່ເຮັດຈະລົງໂທດ.
  1. ມຸສຕະຮັບ: ຄືສິ່ງທີ່ບໍ່ໄດ້ບັງຄັບໃຫ້ປະຕິບັດ, ເຊັ່ນການລະຫມາດສຸນນະຫ໌ຣໍວາຕິບ, ການຕື່ນຂຶ້ນລະຫມາດໃນຍາມຄ່ຳຄືນ ແລະ ລ້ຽງອາຫານ, ການກ່າວສະລາມ. ມີຊື່ເອີ້ນກໍ່ຄືສຸນນະຫ໌ ແລະ ມັນດູບ.
  • ມຸສຕະຮັບ ຜູ້ເຮັດຈະໄດ້ຮັບຜົນລະບຸນ ແລະ ຖ້າບໍ່ເຮັດກໍ່ບໍ່ເປັນຫຍັງ.

ຂໍ້ສັງເກດສຳຄັນ:

ມຸສລິມສົມຄວນ ເມື່ອໄດ້ຍິນຄຳວ່າສິ່ງໃດເປັນສຸນນະຫ໌ ຫຼື ສິ່ງທີ່ເປັນມຸສຕະຮັບ ກໍ່ໃຫ້ຮີບເຮັ່ງປະຕິບັດ ແລະ ຈະເລີນຮອຍຕາມທ່ານນະບີ ﷺ .

  1. ມຸຫັຣອມ: ຄືສິ່ງທີ່ຈຳເປັນຕ້ອງລະຖິ້ມຫ້າມບໍ່ໃຫ້ເຮັດ ເຊັ່ນ ການດື່ມເຫລົ້າສິ່ງເມົາຢາ, ການເນລະຄຸນພໍ່ແມ່, ການຕັດສາຍສຳພັນຄອບຄົວເຄື່ອຍາດ.
  • ມຸຫັຣຣອມ ຫ້າມບໍ່ໃຫ້ເຮັດຈຳເປັນຕ້ອງລະຖິ້ມ ຜູ້ໃດກະທຳຈະຖືກລົງໂທດ.
  1. ມັກຣູຫ໌ : ສິ່ງທີ່ລະຖິ້ມໄດ້ບໍ່ບັງຄັບ ແຕ່ບໍ່ຄວນເຮັດ, ເຊັ່ນການຮັບ ຫຼື ໃຫ້ດ້ວຍມືຊ້າຍ, ການຜັບເເຂນເສື້ອໃນລະຫມາດ.
  • ມັກຣູຫ໌ ຜູ້ທີ່ລະເວັ້ນຈະໄດ້ຮັບຜົນລະບຸນ ແຕ່ຜູ້ທີ່ເຮັດຈະບໍ່ຖືກລົງໂທດ.
  1. ມູບາຫ໌: ໝາຍເຖິງສິ່ງທີ່ສາມາດເລືອກໄດ້ວ່າຈະເຮັດ ຫຼື ຈະລະເວັ້ນບໍ່ເຮັດ, ຕົວຢ່າງ: ການກິນໝາກແອັບເປີ້ນ ຫຼື ການດື່ມຊາ, ອະນຸຍາດ ຮາລາລ.
  • ມູບາຫ໌ ບໍ່ມີບຸນ ແລະ ບໍ່ມີບາບ ຫາກເຮັດ ຫຼື ລະເວັ້ນການເຮັດ. ເວັ້ນເສຍແຕ່ຈະມີເຈດຕະນາທີ່ເຊື່ອມໂຍງກັບສິ່ງທີ່ບັງຄັບໃຊ້ ຫຼື ສິ່ງທີ່ດີ (ເຊັ່ນ: ກິນເພື່ອໃຫ້ມີແຮງໄປນະມັດສະການ).