Skip to content

ຖາມ 20​: ຄວາມຈອງຫອງ ທີ່ຕ້ອງຫ້າມມີຈັກປະເພດ?

الباب / الفصل
قسم الأخلاق

السؤال

س٢٠: ما أنواع الكِبْرُ المحرم؟

ຖາມ 20​: ຄວາມຈອງຫອງ ທີ່ຕ້ອງຫ້າມມີຈັກປະເພດ?

الجواب

ج:١. الكِبْر على الحق، وهو رد الحق وعدم قبوله.

  1. الكِبْرُ على الناس، وهو احتقارهم والاستهانة بهم.

قال رسول الله صلى الله عليه وسلم:

«لا يَدخُلُ الجَنَّةَ مَن كان في قَلبِه مِثْقالُ ذَرَّةٍ مِن كِبْرٍ».

فقال رَجُلٌ: إنَّ الرَّجُلَ يُحِبُّ أن يَكونَ ثَوبُه حسَنًا، ونَعْلُه حسَنةً؟ قال:

«إنَّ اللهَ جَميلٌ يُحِبُّ الجَمالَ، الكِبْرُ: بَطَرُ الحَقِّ، وَغَمْطُ النَّاسِ»

رواه مسلم.

  • بَطَرُ الحَقِّ: رده
  • غَمْطُ النَّاسِ: استحقارهم.
  • الثوب الحسن والنعل الحسن ليس من الكبر.

ຕອບ : 1. ຄວາມຈອງຫອງກັບສັດຈະທຳ ຄືການປະຕິເສດ ຫຼື ບໍ່ຍອມຮັບ ສິ່ງທີ່ເປັນຄວາມຈິງ.

  1. ຄວາມຈອງຫອງພອງຂົນກັບມະນຸດ, ຄືການດູຖູກ ຫຍຽດຍາມ ບໍ່ໃຫ້ກຽດຕໍ່ພວກເຂົາ.

ທ່ານຣໍຊຸລ ໄດ້ກ່າວໄວ້ວ່າ:

« ຈະບໍ່ໄດ້ເຂົ້າສວນສະຫວັນສຳຫຼັບໃຜກໍ່ຕາມທີ່ໃນໃຈຂອງລາວມີເສດນ້ອຍນິດຈາກຄວາມຈອງຫອງຍິ່ງຍະໂສ».

ແລ້ວ ຊາຍຄົນໜຶ່ງກໍ່ກ່າວວ່າ : ຖ້າຫາກຊາຍຜູ້ໜຶ່ງລາວມັກເສື້ອຜ້າ , ເກີບທີ່ງາມ ເບິ່ງມີລະດັບ ຈະໄດ້ບໍ່? ທ່ານຕອບວ່າ:

« ແທ້ຈິງ ອັລລໍຫ໌ຜູ້ຊົງງົດງາມ ແລະ ຊົງຮັກຄວາມງົດງາມທັ້ງຫຼາຍ, ຄວາມຈອງຫອງຍິ່ງຍະໂສແມ່ນ: ການປະຕິເສດສັດຈະທັມຄວາມຈິງ, ແລະ ດູຖູກຜູ້ອື່ນ »

ບັນທຶກໂດຍມຸສລິມ.

  • ຄວາມໝາຍຄື: ການບໍ່ຍອມຮັບ ຫຼື ປະຕິເສດຄວາມຈິງທີ່ມາເຖິງຕົນເອງ ເພາະຄວາມຈອງຫອງ ແລະ ການເຫັນແກ່ຕົວ.
  • ຄວາມໝາຍຄື: ການດູຖູກ, ດູໝິ່ນ ຫຼື ເຫັນວ່າຄົນອື່ນຕໍ່າກວ່າຕົນເອງ.
  • ເຄື່ອງນຸ່ງທີ່ສວຍງາມ ແລະ ເກີບທີ່ດີ ບໍ່ແມ່ນຄວາມຈອງຫອງ .