ສິ່ງທີ່ກົງຂັນຂ້າມກັບຄວາມອົດທົນ ແມ່ນຫຍັງ?
- الباب / الفصل
- قسم الأخلاق
السؤال
س١١: ما ضد الصبر؟
ຖາມ 11 : ສິ່ງທີ່ກົງຂັນຂ້າມກັບຄວາມອົດທົນ ແມ່ນຫຍັງ?
الجواب
ج:- وهو عدم الصبر على الطاعة، وعدم الصبر عن المعصية، والتسخط على الأقدار بالقول أو الفعل.
من صوره:
- تَمنِّي الموتِ.
- قَالَ النَّبِيُّ صَلَّى اللَّهُ عَلَيْهِ وَسَلَّمَ:
«لَا يَتَمَنَّيَنَّ أَحَدُكُمُ الْمَوْتَ مِنْ ضُرٍّ أَصَابَهُ، فَإِنْ كَانَ لَا بُدَّ فَاعِلًا فَلْيَقُلِ: اللَّهُمَّ أَحْيِنِي مَا كَانَتِ الْحَيَاةُ خَيْرًا لِي، وَتَوَفَّنِي إِذَا كَانَتِ الْوَفَاةُ خَيْرًا لِي»
متفق عليه.
- ضرْبُ الخُدودِ.
- شَقُّ الثِّيابِ.
- نَشْرُ الشُّعورِ.
- الدُّعاءُ على النفس بالهلاك.
- قال عليه الصلاة والسلام:
«لَيْسَ مِنَّا مَنْ لَطَمَ الْخُدُودَ، وَشَقَّ الْجُيُوبَ، وَدَعَا بِدَعْوَى الْجَاهِلِيَّةِ»
رواه البخاري.
- قال النبي عَلَيْهِ الصَّلَاةُ وَالسَّلَامُ:
«إِنَّ عِظَمَ الْجَزَاءِ مَعَ عِظَمِ الْبَلَاءِ وَإِنَّ اللَّهَ إِذَا أَحَبَّ قَوْمًا ابْتَلَاهُمْ، فَمَنْ رَضِيَ فَلَهُ الرضا، وَمَنْ سَخِطَ فَلَهُ السَّخَطُ»
رواه الترمذي وابن ماجة.
ຕອບ : ໝາຍເຖິງສິ່ງຄ້ານກັບສິ່ງທີ່ກ່າວມາຂ້າງຕົ້ນ ຄື; ການບໍ່ມີຄວາມອົດທົນໃນການເຊື່ອຟັງຕໍ່ຄຳສັ່ງຂອງພຣະເຈົ້າ, ການບໍ່ມີຄວາມອົດທົນໃນການລະເວັ້ນຫັກຫ້າມຕົວເອງຈາກບາບ, ແລະ ການສະແດງຄວາມບໍ່ພໍໃຈຕໍ່ການກຳໜົດສະພາວະການ ດ້ວຍຄຳເວົ້າ ຫຼື ການກະທຳ.
ດັງເຊັ່ນ:
- ມີຄວາມຄິດຢາກຈະຕາຍ.
ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ກ່າວວ່າ:
« ຢ່າໃຫ້ຜູ້ໃດໃນໝູ່ພວກທ່ານປາດຖະນາຄວາມຕາຍ ເນື່ອງດ້ວຍໄພອັນຕະລາຍທີ່ປະສົບກັບລາວ, ຫາກລາວຈຳເປັນຕ້ອງເຮັດເຊັ່ນນັ້ນແທ້ໆ ກໍ່ໃຫ້ກ່າວວ່າ : ໂອ້ ອັລລໍຫ໌ ຂໍພຣະອົງໂປດໃຫ້ຂ້ອຍມີຊີວິດຢູ່ ຕາບໃດທີ່ການມີຊີວິດຢູ່ເປັນຄວາມດີສຳຫຼັບຂ້ອຍ ແລະ ຂໍພຣະອົງໂປດໃຫ້ຂ້ອຍເສຍຊີວິດຫາກຄວາມຕາຍເປັນຄວາມດີງາມສຳຫຼັບຂ້ອຍ »
ມຸດຕະຟັກ ກຸລອະໄລ.
- ການຕົບແກ້ມ.
- ການຈີກເສື້ອຜ້າ.
- ການປ່ອຍຜົມຍາວ.
- ດຸອາໃຫ້ຕົນເອງປະສົບກັບຫາຍະນະ ຄວາມຕາຍ.
- ທ່ານນະບີໄດ້ກ່າວໄວ້ວ່າ:
« ບໍ່ແມ່ນພວກຂອງເຮົາ (ມຸສລິມ) ສຳຫຼັບຄົນທີ່ ຕົບແກ້ມ, ຈີກເຄື່ອງນຸ່ງ, ແລະ ຮ້ອງແຂກໂວຍວາຍ ດ້ວຍຮ້ອງແບບຍຸກຈາຮີລີຍະຫ໌ »
ບັນທຶກໂດຍ ອັລ-ບຸກຄໍຣີ.
ທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ:
« ແທ້ຈິງ ຄວາມຍິ່ງໃຫຍ່ຂອງລາງວັນ (ຜົນຕອບແທນ) ຈະມາພ້ອມກັບຄວາມຍິ່ງໃຫຍ່ຂອງການທົດສອບ, ແລະ ແທ້ຈິງເມື່ອອັລລໍຫ໌ຊົງຮັກກຸ່ມຊົນໃດ ພຣະອົງຈະຊົງທົດສອບພວກເຂົາ ດັງນັ້ນ ຜູ້ໃດທີ່ພໍ່ໃຈ (ຍອມຮັບຊະຕາກຳນັ້ນ) ລາວກໍ່ຈະໄດ້ຮັບຄວາມພໍໃຈຈາກອັລລໍຫ໌ ແລະ ຜູ້ໃດທີ່ໂມໂຫບໍ່ພໍໃຈ ລາວກໍ່ຈະໄດ້ຮັບຄວາມຊັງບໍ່ມັກຈາກອັລລໍຫ໌ ».
ບັນທຶກໂດຍ ຕິຣມີຊີ ແລະ ອິບນຸ ມາຈະຫ໌.