السؤال
س3: كيف يكون الأدب مع الوالدين؟
ຄຳຖາມທີ່ 3 : ມາລະຍາດຕໍ່ພໍ່ແມ່ ມີຫຍັງແດ່?
الجواب
ج:1. طاعة الوالدين في غير معصية.
- خدمة الوالدين.
- مساعدة الوالدين.
- قضاء حوائج الوالدين.
- الدعاء للوالدين.
- التأدب معهم في القول؛ فلا يجوز قول: "أف"، وهي أقل الأقوال.
- الابتسام في وجه الوالدين ولا أعبس.
- لا أرفع صوتي فوق صوت الوالدين، وأصغي إليهما، ولا أقاطعهما بالكلام، ولا أناديهما باسمهما، بل أقول: " أبي"، "أمي".
- أستأذن قبل الدخول على أبي وأمي وهما في الغرفة.
- تقبيل يد ورأس الوالدين.
- قال تعالى:
﴿۞ وَقَضَىٰ رَبُّكَ أَلَّا تَعۡبُدُوٓاْ إِلَّآ إِيَّاهُ وَبِٱلۡوَٰلِدَيۡنِ إِحۡسَٰنًاۚ إِمَّا يَبۡلُغَنَّ عِندَكَ ٱلۡكِبَرَ أَحَدُهُمَآ أَوۡ كِلَاهُمَا فَلَا تَقُل لَّهُمَآ أُفّٖ وَلَا تَنۡهَرۡهُمَا وَقُل لَّهُمَا قَوۡلٗا كَرِيمٗا٢٣
وَٱخۡفِضۡ لَهُمَا جَنَاحَ ٱلذُّلِّ مِنَ ٱلرَّحۡمَةِ وَقُل رَّبِّ ٱرۡحَمۡهُمَا كَمَا رَبَّيَانِي صَغِيرٗا﴾
[الإسراء: ٢٣-٢٤].
- وفي الحديث جاء رجل إلى النبي صلى الله عليه وسلم يستأذنه في الجهاد، فقال:
«ألك والدان؟» قال نعم. قال: «ففيهما فجاهد»
رواه الترمذي.
ຕອບ: 1. ເຊື່ອຟັງພໍ່ແມ່ ໃນສິ່ງທີ່ບໍ່ເຮັດໃຫ້ຝ່າຝືນພຣະເຈົ້າ.
- ບໍລິການຮັບໃຊ້ເອົາໃຈໃສ່ຕໍ່ທ່ານທັ້ງສອງ.
- ໃຫ້ການຊ່ວຍເຫລືອທ່ານທັ້ງສອງ.
- ປົດທຸກແບ່ງເບົາພາລະໃຫ້ທ່ານທັ້ງສອງ.
- ຂໍດຸອາວິງວອນໃຫ້ທ່ານທັ້ງສອງ.
- ມີມາລະຍາດຕໍ່ທ່ານດ້ວຍຄຳເວົ້າວ່າທີ່ດີ ບໍ່ອະນຸຍາດໃຫ້ເວົ້າ "ອຸຟ" ກັບທ່ານທັ້ງສອງ.
- ຍິ້ມແຍ່ມ ແຈ່ມໃສບົນໃບຫນ້າ ຢ່າສຸເຮັດຫນ້າບຶ່ງຕໍ່ທ່ານທັ້ງສອງ.
- ບໍ່ໃຫ້ເວົ້ານ້ຳສຽງດັງກວ່າພໍ່ແມ່ ໃຫ້ຟັງທ່ານທັ້ງສອງ ບໍ່ຂັດຈັງວະທ່ານດ້ວຍຄຳເວົ້າ ແລະ ບໍ່ໃຫ້ເອິ້ນຊື່ທ່ານໂດຍກົງ ໃຫ້ເອີ້ນ : ພໍ່ຂ້ອຍ, ແມ່ຂ້ອຍ.
- ຕ້ອງຂໍອະນຸຍາດກ່ອນຈະເຂົ້າອອກ ຫາກທ່ານທັ້ງສອງຢູ່ບ້ານ.
- ຫອມຈູບມື ແລະ ຫນ້າຜາກທ່ານທັ້ງສອງ.
ອັລລໍຫ໌ໄດ້ກ່າວວ່າ :
( ແລະ ພຣະເຈົ້າຂອງເຈົ້າບັນຊາວ່າ ພວກເຈົ້າຢ່າເຄົາລົບພັກດີຜູ້ໃດນອກຈາກພຣະອົງເທົ່ານັ້ນ ແລະ ຈົ່ງເຮັດດີຕໍ່ບິດາມານດາ ເມື່ອຜູ້ໃດໃນທັ້ງສອງ ຫຼື ທັ້ງສອງບັນລຸສູ່ໄວສະລາເຖົ້າແກ່ຢູ່ກັບເຈົ້າ ດັງນັ່ນ ຢ່າໄດ້ເວົ້າແກ່ທ່ານທັ້ງສອງວ່າ ອຸຟ ແລະ ຢ່າຂູ່ເຂັນທ່ານທັ້ງສອງ ແລະ ຈົ່ງເວົ້າແກ່ທ່ານທັ້ງສອງດ້ວຍຖ້ອຍຄຳທີ່ອ່ອນໂຍນ)
( ແລະ ຈົ່ງນອບນ້ອມແກ່ທ່ານທັ້ງສອງ ເຊິ່ງການຖ່ອມຕົນເນື່ອງຈາກຄວາມເມດຕາ ແລະ ຈົ່ງກ່າວວ່າ ຂ້ານ້ອຍຂໍແຕ່ພຣະເຈົ້າຂອງຂ້ອຍ ຊົງໂປດເມດຕາແກ່ທ່ານທັ້ງສອງເຊັ່ນທີ່ທ່ານທັ້ງສອງໄດ້ລ້ຽງດູຂ້ອຍ ເມື່ອເຍົາໄວ)
[ສູເຣາະຫ໌ ອິສຣໍອຼ: 57].
- ແລະ ໃນຫະດິຊ ມີຊາຍຜູ້ໜຶ່ງໄດ້ມາຢັງທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ເພື່ອຂໍອະນຸຍາດໄປອອກສົງຄາມ ຈິຮາດ, ທ່ານຈຶງກ່າວວ່າ:
"ເຈົ້າຢັງມີພໍ່ແມ່ໃຫ້ດູແລບໍ່?" ລາວກໍ່ຕອບວ່າ "ມີ" ທ່ານກໍ່ກ່າວວ່າ: "ຈົ່ງພະຍາຍາມໃນສິ່ງເຫຼົ່ານັ້ນ" ໝາຍເຖິງດູແລທ່ານທັ້ງສອງກໍ່ເທົ່າກັບການຈິຮາດ.
ບັນທຶກໂດຍຕິຣມີຊີ.