ມາລະຍາດທີ່ຕ້ອງມີຕໍ່ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ມີຫຍັງແດ່?
- الباب / الفصل
- قسم الآداب الإسلامية
السؤال
س2: كيف يكون الأدب مع الرسول صلى الله عليه وسلم؟
ຄຳຖາມທີ່ 2 : ມາລະຍາດທີ່ຕ້ອງມີຕໍ່ທ່ານນະບີ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ມີຫຍັງແດ່?
الجواب
ج:1. اتباعه والاقتداء به.
قال تعالى:
﴿لَّقَدۡ كَانَ لَكُمۡ فِي رَسُولِ ٱللَّهِ أُسۡوَةٌ حَسَنَةٞ لِّمَن كَانَ يَرۡجُواْ ٱللَّهَ وَٱلۡيَوۡمَ ٱلۡأٓخِرَ وَذَكَرَ ٱللَّهَ كَثِيرٗا﴾
[الأحزاب: ٢١].
- طاعته.
- ترك معصيته.
﴿مَّن يُطِعِ ٱلرَّسُولَ فَقَدۡ أَطَاعَ ٱللَّهَۖ وَمَن تَوَلَّىٰ فَمَآ أَرۡسَلۡنَٰكَ عَلَيۡهِمۡ حَفِيظٗا﴾
[النساء: ٨٠].
- تصديقه فيما أخبر.
﴿وَمَا يَنطِقُ عَنِ ٱلۡهَوَىٰٓ٣
إِنۡ هُوَ إِلَّا وَحۡيٞ يُوحَىٰ﴾
[النجم: ٣-٤].
- عدم الابتداع في الزيادة على سنته.
قال عليه الصلاة والسلام:
«من أحدث في أمرنا هذا ما ليس فيه فهو رد»
متفق عليه.
- محبته أكثر من النفس ومن كل الناس.
«لا يؤمن أحدكم حتى أكون أحب إليه من والده وولده، والناس أجمعين»
- تعظيمه ونصرته ونصرة سنته.
قال سبحانه:
﴿لِّتُؤۡمِنُواْ بِٱللَّهِ وَرَسُولِهِۦ وَتُعَزِّرُوهُ وَتُوَقِّرُوهُۚ ﴾
[الفتح: ٩].
ຕອບ : 1. ຕ້ອງປະຕິບັດຕາມແບບຢ່າງຂອງທ່ານ.
ອັລລໍຫ໌ໄດ້ກ່າວວ່າ :
(ໂດຍແນ່ນອນ ໃນຣໍຊູລຂອງອັລລໍຫ໌ມີແບບສະບັບອັນດີງາມສຳຫຼັບພວກເຈົ້າແລ້ວ ສຳຫຼັບຜູ້ທີ່ຫວັງ "ຈະພົບ" ອັລລໍຫ໌ ແລະ ວັນສິ້ນໂລກ, ແລະລຳລຶກເຖິງອັລລໍຫ໌ຢ່າງຫຼວງຫຼາຍ)
[ຊູເຣາະຫ໌ ອັລອະຫ໌ຊາບ : 21].
- ຕ້ອງເຊື່ອຟັງ ແລະ ປະຕິບັດຕາມຄຳບັນຊາຂອງອັລລໍຫ໌.
- ຈະຕ້ອງລະຖິ້ມສິ່ງບໍ່ດີ ສິ່ງທີ່ຝ່າຝືນຕໍ່ອັລລໍຫ໌.
( ຜູ້ໃດເຊື່ອຟັງຣໍຊູລ ແນ່ນອນລາວກໍ່ໄດ້ເຊື່ອຟັງອັລລໍຫ໌ແລ້ວ ແລະ ຜູ້ໃດຜິນຫຼັງໃຫ້ ເຮົາກໍ່ບໍ່ໄດ້ສົ່ງເຈົ້າໄປໃນຖານະເປັນຜູ້ຄວບຄຸມພວກເຂົາແຕ່ຢ່າງໃດ)
[ສູເຣາະຫ໌ ນິຊາ : 80].
2.ເຊື່ອໃນສິ່ງທີ່ທ່ານນຳມາບອກສອນ.
(ແລະເຂົາ "ທ່ານນະບີ" ບໍ່ໄດ້ເວົ້າຕາມອາລົມ 3
ສິ່ງ "ທີ່ເຂົາວ່າ" ນັ້ນ ບໍ່ເເມ່ນສິ່ງອື່ນໃດນອກຈາກເປັນວະຫ໌ຮີ ທີ່ຖືກປະທານລົງມາ 4)
[ສູເຣາະຫ໌ ນັຈມີ : 3-4].
- ຫ້າມບໍ່ໃຫ້ເຮັດສິ່ງທີ່ບໍ່ມີ ແລະ ເພິ່ມເຕີມໃນສຸນນະຫ໌ຂອງທ່ານ.
- ທ່ານນະບີໄດ້ກ່າວໄວ້ວ່າ:
“ໃຜກໍ່ຕາມທີເຮັດສິ່ງອືນໃນກິດຈະການສາສະໜາຂອງເຮົາ ເຊິ່ງສິ່ງນັ້ນ ເຮົາບໍ່ໄດ້ສັ່ງໃຊ້ໃຫ້ເຮັດ (ບໍ່ມີແບບຢ່າງ) ດັງນັ້ນສິ່ງທີ່ເຮັດຂຶ້ນມາໃໝ່ນັ້ນຍ່ອມຖືກປະເສດ (ບໍ່ຖືກຕອບຮັບຈາກອັລລໍຫ໌)”
ມຸດຕະຟັກ ກຸລອະໄລ.
- ຕ້ອງຮັກທ່ານນະບີ ໃຫ້ຫຼາຍກວ່າຕົວເອງ ແລະ ທຸກຄົນ.
“ຜູ້ໃດຜູ້ໜຶ່ງໃນໝູ່ພວກທ່ານຈະຢັງບໍ່ສັດທາ(ໂດຍສົມບູນ) ຈົນກວ່າລາວຈະຮັກຂ້ອຍ(ທ່ານນະບີ) ຫຼາຍກວ່າພໍ່ແມ່ ລູກຫຼານ ແລະ ມະນຸດທັ້ງມວນ".
- ຕ້ອງໃຫ້ກຽດຕໍ່ທ່ານນະບີ ຊ່ວຍເຫລືອຕໍ່ທ່ານ ແລະ ສະໜັບສະໜູນສົ່ງເສິມຊຸນນະຫ໌ຂອງທ່ານ.
ພຣະອົງຜູ້ຊົງມະຫາບໍລິສຸດຕຣັດວ່າ:
( ເພື່ອໃຫ້ພວກເຈົ້າສັດທາຕໍ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງ ແລະ ໃຫ້ຄວາມຊ່ວຍເຫລືອຕໍ່ຣໍຊູລ ແລະ ຢົກຍ່ອງໃຫ້ກຽດເພິ່ນ )
[ສຸເຣາະຫ໌ ອັລ-ຟັຕຫ໌ : 29].