ຄຳຖາມທີ່ 15 : ຄວາມໝາຍຂອງຫຼັກສັດທາແມ່ນຫຍັງ?
- الموضوعات
- الإيمانالإيمان بالله تعالىالإيمانالإيمان بالملائكةالإيمانالإيمان بالكتب السماويةالإيمانالإيمان بالرسل عليهم السلام
- التصنيف الشرعي
- العقيدةالإيمان بالله عز وجلالعقيدةالإيمان بالملائكةالعقيدةالإيمان بالكتبالعقيدةالإيمان بالرسل
- الباب / الفصل
- قسم العقيدة
السؤال
س15: ما معنى أركان الإيمان؟
ຄຳຖາມທີ່ 15 : ຄວາມໝາຍຂອງຫຼັກສັດທາແມ່ນຫຍັງ?
الجواب
ج:الإيمان بالله تَعَالَى:
أن تؤمن بأن الله هو الذي خلقك ورزقك، وهو المالك والمدبر وحده للمخلوقات.
وهو المعبود، لا معبود بحقٍّ سواه. الذي له الخلق والأمر، والحكم والتشريع وحده لا شريك له.
وأنه العظيم الكبير الكامل الذي له الحمد كله، وله الأسماء الحسنى والصفات العُلى، ليس له ند، ولا يشبهه شيء سُبْحَانَهُ.
الإيمان بالملائكة:
وهي مخلوقات خلقها الله من نور، لعبادته وللانقياد التام لأمره.
- قال تعالى:
﴿بَلۡ عِبَاد مُّكۡرَمُونَ *
لَا يَسۡبِقُونَهُۥ بِٱلۡقَوۡلِ وَهُم بِأَمۡرِهِۦ يَعۡمَلُونَ﴾
[الأنبياء: ٢٦-٢٧].
- وقال عليه الصلاة والسلام:
«خُلِقَتِ الْمَلَائِكَةُ مِنْ نُورٍ»
رواه مسلم.
- ومنهم جبريل عَلَيْهِ السَّلَامُ الذي ينزل بالوحي على الأنبياء.
قال تعالى:
﴿وَإِنَّهُۥ لَتَنزِيلُ رَبِّ ٱلۡعَٰلَمِينَ *
نَزَلَ بِهِ ٱلرُّوحُ ٱلۡأَمِينُ *
عَلَىٰ قَلۡبِكَ لِتَكُونَ مِنَ ٱلۡمُنذِرِينَ *
بِلِسَانٍ عَرَبِيّٖ مُّبِينٖ﴾
[الشعراء: ١٩٢-١٩٥].
الإيمان بالكتب:
وهي الكتب التي أنزلها الله على رسله.
- كالقرآن: على محمد صلى الله عليه وسلم.
- الإنجيل: على عيسى عَلَيْهِ السَّلَامُ.
- التوراة: على موسى عَلَيْهِ السَّلَامُ.
- الزبور: على داود عَلَيْهِ السَّلَامُ.
- صحف إبراهيم وموسى: على إبراهيم وموسى عليهما السلام.
الإيمان بالرسل:
وهم من أرسلهم الله إلى عباده ليعلموهم، ويبشروهم بالخير والجنة، وينذروهم عن الشر والنار.
وأفضلهم: أولو العزم، وهم:
- نوح عَلَيْهِ السَّلَامُ.
- إبراهيم عَلَيْهِ السَّلَامُ.
- موسى عَلَيْهِ السَّلَامُ.
- عيسى عَلَيْهِ السَّلَامُ.
- محمد صلى الله عليه وسلم.
الإيمان باليوم الآخر:
وهو ما بعد الموت في القبر، ويوم القيامة، ويوم البعث والحساب، حيث يستقر أهل الجنة في منازلهم وأهل النار في منازلهم.
﴿كُلُّ نَفۡسٖ ذَآئِقَةُ ٱلۡمَوۡتِۗ وَإِنَّمَا تُوَفَّوۡنَ أُجُورَكُمۡ يَوۡمَ ٱلۡقِيَٰمَةِۖ فَمَن زُحۡزِحَ عَنِ ٱلنَّارِ وَأُدۡخِلَ ٱلۡجَنَّةَ فَقَدۡ فَازَۗ وَمَا ٱلۡحَيَوٰةُ ٱلدُّنۡيَآ إِلَّا مَتَٰعُ ٱلۡغُرُورِ﴾
[آلِ عِمۡرَانَ: ١٨٥].
الإيمان بالقدر خيره وشره:
- القدر: هو الاعتقاد بأن الله يعلم كل شيء يقع في الكون، وأنه كتب ذلك في اللوح المحفوظ، وشاء وجوده وخلقه.
قال تَعَالَى:
﴿إِنَّا كُلَّ شَيۡءٍ خَلَقۡنَٰهُ بِقَدَرٖ﴾
[القمر: ٤٩].
- وهو على أربع مراتب:
الأولى: علم الله تَعَالَى، ومن ذلك علمه المسبق لكل شيء، قبل وقوع الأشياء وبعد وقوعها.
دليلها: قوله تَعَالَى:
﴿إِنَّ ٱللَّهَ عِندَهُۥ عِلۡمُ ٱلسَّاعَةِ وَيُنَزِّلُ ٱلۡغَيۡثَ وَيَعۡلَمُ مَا فِي ٱلۡأَرۡحَامِۖ وَمَا تَدۡرِي نَفۡسٞ مَّاذَا تَكۡسِبُ غَدٗاۖ وَمَا تَدۡرِي نَفۡسُۢ بِأَيِّ أَرۡضٖ تَمُوتُۚ إِنَّ ٱللَّهَ عَلِيمٌ خَبِيرُۢ﴾
[لقمان: 34].
الثانية: أن الله كتب ذلك في اللوح المحفوظ، فكل شيء وقع وسيقع فهو مكتوب عنده في كتاب.
﴿۞ وَعِندَهُۥ مَفَاتِحُ ٱلۡغَيۡبِ لَا يَعۡلَمُهَآ إِلَّا هُوَۚ وَيَعۡلَمُ مَا فِي ٱلۡبَرِّ وَٱلۡبَحۡرِۚ وَمَا تَسۡقُطُ مِن وَرَقَةٍ إِلَّا يَعۡلَمُهَا وَلَا حَبَّةٖ فِي ظُلُمَٰتِ ٱلۡأَرۡضِ وَلَا رَطۡبٖ وَلَا يَابِسٍ إِلَّا فِي كِتَٰبٖ مُّبِينٖ﴾
[الأنعام: 59].
الثالثة: وهو أن كل شيء يقع بمشيئة الله ولا يقع شيء منه أو من خلقه إلا بمشيئته تَعَالَى.
والعبد له اختيار وله إرادة وله مشيئة، لكن هذه الإرادة وهذه المشيئة لا تقع إلا بعد مشيئة الله سبحانه وتعالى.
﴿لِمَن شَآءَ مِنكُمۡ أَن يَسۡتَقِيمَ 28
وَمَا تَشَآءُونَ إِلَّآ أَن يَشَآءَ ٱللَّهُ رَبُّ ٱلۡعَٰلَمِينَ 29﴾
[التكوير: 28 - 29].
الرابعة: الإيمان أن جميع الكائنات مخلوقة خلقها الله، وخلق ذواتها وصفاتها وحركاتها، وكل شيء فيها.
﴿وَٱللَّهُ خَلَقَكُمۡ وَمَا تَعۡمَلُونَ﴾
[الصافات: 96].
ຄຳຕອບ : ການສັດທາຕໍ່ອັລລໍຫ໌ຄື:
ການສາທະທາຕໍ່ອັລລໍຫ໌ ໝາຍເຖິງ ການເຊື່ອວ່າພຣະອັລລໍຫ໌ເປັນຜູ້ສ້າງເຮົາ ແລະຊົງປະທານປັດໃຈຍັງຊີບໃຫ້ແກ່ພວກເຮົາ ພຣະອົງເປັນເຈົ້າຂອງ ແລະ ເປັນຜູ້ດູແລຈັດການເລື່ອງລາວຂອງສິ່ງທີ່ພຣະອົງໄດ້ສ້າງຂື້ນມາທັງໝົດ.
ພຣະອົງເປັນຜູ້ທີ່ສົມຄວນໄດ້ຮັບການບູຊາພຽງຜູ້ດຽວ. ການສ້າງ, ການບັນຊາ, ການຕັດສິນ, ແລະການກຳນົດກົດບັງຄັບຕ່າງໆ ເປັນຂອງພຣະອົງພຽງຜູ້ດຽວ ໂດຍປາດສະຈາກຫຸ້ນສ່ວນ.
ພຣະອົງເປັນຜູ້ຊົງຍິ່ງໃຫຍ່ ແລະ ຜູ້ຊົງມີຄວາມສົມບູນທີ່ຄວນໄດ້ຮັບການສັນລະເສີນທັງຫມົດ, ພຣະອົງມີພຣະນາມທີ່ງົດງາມ ແລະຄຸນລັກສະນະທີ່ສູງສົ່ງ, ພຣະອົງບໍ່ມີຜູ້ປຽບທຽບ ແລະບໍ່ມີສິ່ງໃດຄືກັບພຣະອົງ.
ການສັດທາຕໍ່ບັນດາມະລາອິກະຫ໌ຄື:
ບັນດາມະລາອິກະຫ໌ເປັນສິ່ງຖືກສ້າງທີ່ສ້າງມາຈາກລັດສະໝີຂອງອັລລໍຫ໌, ເພື່ອເຄົາລົບບູຊາຕໍ່ພຣະອົງ ແລະ ເຊື່ອຟັງຄຳບັນຊາຂອງພຣະອົງຢ່າງດຽວເທົ່ານັ້ນ.
ອັລລໍຫ໌ໄດ້ກ່າວວ່າ :
(ແຕ່ວ່າພວກເຂົາ *ມະລາອິກະຫ໌* ເປັນບ່າວຜູ້ມີກຽດ-
ພວກເຂົາຈະບໍ່ເວົ້າກາຍໜ້າກ່ອນພຣະອົງ ພວກເຂົາມີມະລາຍາດດີຍີ່ງ ແລະ ພວກເຂົາປະຕິບັດຕາມພຣະບັນຊາຂອງພຣະອົງ)
[ສູເຣາະຫ໌ ອຳບິຍາ: 26-27].
ທ່ານນະບີມູຮຳມັດ ຊັລລັລລໍຮຸ ອະໄລຮິ ວະສັລລຳ ໄດ້ກ່າວໄວ້ວ່າ:
<<ມະລາອິກະຫ໌ຖືກສ້າງມາຈາກນູຣ (ລັດສະໝີ)>>
ບັນທຶກໂດຍມຸສລິມ.
ໜຶ່ງຈາກບັນດາມະລາອີກະຫ໌ ຄືທ່ານຈິບຣີລ (ຂໍຄວາມສັນຕິຈົ່ງມີແກ່ທ່ານ) ຜູ້ທີ່ໄດ້ຮັບມອບໝາຍໃຫ້ນຳວະຫ໌ຮີ(ສານຈາກອັລລໍຫ໌)ໄປສອນໃຫ້ແກ່ບັນດານະບີ.
(ແລະ ແທ້ຈິງມັນ ເປັນການປະທານລົງມາຂອງພຣະເຈົ້າແຫ່ງສາກົນລະໂລກ
ອັຣຣູຫ໌ ຜູ້ສັດຊື່ ໄດ້ນຳມັນລົງມາ (ຜູ້ສັດຊື່ແຫ່ງຊັ້ນຟ້າ ຄືທ່ານ ຈິບຣີລ)
ມາຍັງຫົວໃຈຂອງເຈົ້າ ເພື່ອເຈົ້າຈັກໄດ້ເປັນຜູ້ຕັກເຕືອນຄົນໜຶ່ງ
ເປັນພາສາອາຣັບອັນຊັດແຈ້ງ)
[ສູເຣາະຫ໌ ຊຸອະຣໍ : 192-195].
ການສັດທາຕໍ່ບັນດາຄຳພີຂອງອັລລໍຫ໌ຄື:
ຄຳພີທີ່ຖືກປະທານລົງມາໃຫ້ແກ່ບັນດາຣໍຊູລ (ສາດສະດາທູດຂອງອັລລໍຫ໌)
-ດັງເຊັ່ນ : ອັລກຸຣອານ ປະທານລົງມາໃຫ້ແກ່ທ່ານນະບີມຸຮຳມັດ.
-ອັລອິນຈີນ : ປະທານລົງມາໃຫ້ແກ່ທ່ານນະບີອີຊາ.
-ອັດເຕົາຣອດ : ປະທານລົງມາໃຫ້ແກ່ທ່ານນະບີມູຊາ.
-ອັຊຊາບູຣ : ປະທານລົງມາໃຫ້ແກ່ທ່ານນະບີດາວູດ.
- ສຸຮູຟ ປະທານລົງມາໃຫ້ທ່ານນະບີອິບຣໍຫີມ ແລະ ນະບີມູຊາ.
ການສັດທາຕໍ່ບັນດາຣໍສຸລຄື:
ພວກທ່ານຄືຜູ້ປະກາດສານຈາກພຣະເຈົ້າ, ອັລລໍຫ໌ໄດ້ສົ່ງພວກທ່ານໄປຍັງບ່າວຂອງພຣະອົງເພື່ອສອນພວກເຂົາ, ນຳຂ່າວດີກ່ຽວກັບສວນສະຫວັນມາແຈ້ງໃຫ້ຊາບ ແລະຕັກເຕືອນພວກເຂົາກ່ຽວກັບຄວາມຊົ່ວຮ້າຍຂອງໄຟນະລົກ.
ບັນດານະບີທີ່ປະເສີດທີ່ສຸດແມ່ນ ອູລຸລອັຊມີ ຄື:
-ນະບີນັວຫ໌ (ໂນອາ)
ນະບີອິບຣໍຫິມ (ອັບຣາຮຳ)
-ນະບີມູຊາ (ໂມເຊດ)
-ນະບີອີຊາ (ພະເຍຊູ)
-ນະບີມຸຮຳມັດ ຂໍພອນຈາກອັລລໍຫ໌ມີແດພວກທ່ານ.
ການສັດທາຕໍ່ວັນສິ້ນໂລກຄື:
ເລື່ອງນີ້ ໝາຍຖືງສິ່ງທີ່ເກີດຂຶ້ນຫຼັງຈາກຄວາມຕາຍ, ໃນຫຼຸມຝັງສົບ, ໃນວັນແຫ່ງການພິພາກສາ, ແລະໃນວັນແຫ່ງການຟື້ນຄືນຊີວິດ ແລະການພິພາກສາ, ຫຼັງຈາກນັ້ນຜູ້ອາໄສໃນສະຫວັນຈະຢູ່ໃນທີ່ພຳນັກຂອງພວກເຂົາ, ແລະຜູ້ອາໄສໃນນະລົກຈະຢູ່ໃນທີ່ພຳນັກຂອງພວກເຂົາ.
(ທຸກຊີວິດນັ້ນຈະຕ້ອງໄດ້ລິ້ມລົດແຫ່ງຄວາມຕາຍ ແລະ ແທ້ຈິງແລ້ວພວກເຈົ້າຈະໄດ້ຮັບລາງວັນຕອບແທນຂອງພວກເຈົ້າຢ່າງຄົບຖ້ວນໃນວັນປໍລະໂລກ(ກີຍາມະຫ໌) ແລະຜູ້ໃດທີ່ຖືກໃຫ້ຫ່າງໄກຈາກໄຟນະລົກ ແລະ ຖືກເຂົ້າສວັນແລ້ວ ແນ່ນອນ ລາວກໍ່ໄດ້ໄຊຊະນະແລ້ວ ແລະຊີວິດຄວາມເປັນຢູ່ແຫ່ງໂລກນີ້ບໍ່ໄດ້ເປັນອີ່ຫຍັງອື່ນ ນອກໄປຈາກສິ່ງທີ່ມີໄວ້ເພື່ອການຫລອກລວງເທົ່ານັ້ນ)
[ສູເຣາະຫ໌ ອະລາອິມຣອນ : 185].
ຄວາມໝາຍຂອງການສັດທາຕໍ່ກົດສະພາວະກຳໜົດທັ້ງຄວາມດີ ແລະ ຊົ່ວຄື:
ອັລ-ກໍດັຣ ໝາຍເຖິງການເຊື່ອວ່າພຣະອົງ (ອັລລໍຫ໌) ຮູ້ທຸກສິ່ງທີ່ເກີດຂຶ້ນໃນຈັກກະວານ ໂດຍທີ່ພຣະອົງໄດ້ບັນທຶກໄວ້ລ່ວງໜ້າໃນແຜ່ນຈາລຶກທີ່ຖືກປົກປ້ອງໄວ້, ແລະພຣະອົງຊົງປະສົງໃຫ້ສິ່ງນັ້ນຖືກສ້າງ ແລະເກີດຂຶ້ນ.
(ແທ້ຈິງທຸກໆ ສິ່ງນັ້ນເຮົາສ້າງມັນຕາມສັດສວນ)
[ສູເຣາະຫ໌ ອັລ-ກໍມັຣ : 49].
-ມີຢູ່ດ້ວຍກັນ 4 ປະການຂັ້ນລຳດັບ
ປະການທີ່ໜຶ່ງ: ຄວາມຮູ້ຂອງອັລລໍຫ໌ຜູ້ຊົງກຽງໄກ, ເຊິ່ງລວມເຖິງຄວາມຮູ້ຂອງອັລລໍຫ໌ສາມາດຮູ້ລ່ວງຫນ້າກ່ຽວກັບທຸກສິ່ງ, ທັ້ງກ່ອນ ແລະ ຫຼັງທີ່ສິ່ງນັ້ນຈະເກິດຂຶ້ນ.
ຫຼັກຖານຈາກເລື່ອງດັງກ່າວ :
(ແທ້ຈິງແລ້ວພຣະອົງອັລລໍຫ໌ ຄວາມຮູ້ແຫ່ງວັນອາວະສານຢູ່ ນະທີ່ພຣະອົງ ແລະ ພຣະອົງໄດ້ປະທານຝົນລົງມາ ແລະພຣະອົງຮອບຮູ້ສິ່ງທີ່ຢູ່ໃນມົດລູກ ແລະ ບໍ່ມີຊີວິດໃດຮູ້ວ່າສິ່ງທີ່ຈະຫາມາໄດ້ໃນມື້ອື່ນແມ່ນຫຍັງ ແລະບໍ່ມີຊີວິດໃດຮູ້ວ່າໃນແຜ່ນດິນໃດທີ່ຈະຕາຍ ແທ້ຈິງພຣະອົງຄືຜູ້ມີຄວາມຮູ້ຢ່າງລະອຽດຖີ່ຖ້ວນ)
[ສູເຣາະຫ໌ ລຸກມານ : 34].
ປະການທີ່ສອງ: ອັລລໍຫ໌ຊົງບັນທຶກສິ່ງນັ້ນໄວ້ໃນແຜ່ນຈາລຶກທີ່ຖືກປົກປ້ອງ ດັງນັ້ນສິ່ງທີ່ເກິດຂຶ້ນແລ້ວ ແລະ ສິ່ງທີ່ຈະເກິດຂຶ້ນໃນອະນາຄົດລ້ວນຖືກບັນທຶກໄວ້ກັບອັລລໍຫ໌ແລ້ວ ໃນຫນັງສືບັນທຶກນັ້ນ.
(ແລະຢູ່ກັບພຣະອົງນັ້ນ ມີກະແຈແຫ່ງຄວາມເລັ້ນລັບ ໂດຍບໍ່ມີໃຜຮູ້ກະແຈເຫຼົ່ານັ້ນ ນອກເຫນືອຈາກພຣະອົງເທົ່ານັ້ນ ແລະພຣະອົງຮູ້ທຸກສິ່ງທີ່ຢູ່ໃນແຜ່ນດິນ ແລະໃນທະເລ ແລະບໍ່ມີໃບໄມ້ໃດລ່ວງລົງມາ ນອກຈາກພຣະອົງຈະຮູ້ມັນ ແລະບໍ່ມີເມັດພືດໃດທີ່ຢູ່ໃນຄວາມມືດຂອງແຜ່ນດິນ ແລະບໍ່ມີສິ່ງໃດທີ່ອ່ອນນຸ່ມ(ມີຊີວິດ) ແລະສິ່ງທີ່ແຫ້ງໃດໆ (ຕາຍ) ນອກຈາກຈະຢູ່ໃນບັນທຶກອັນຊັດແຈ້ງ)
[ສູເຣາະຫ໌ ອັນອາມ : 18].
ປະການທີ່ສາມ: ທຸກສິ່ງເກີດຂຶ້ນຕ້ອງເປັນໄປຕາມພຣະປະສົງຂອງອັລລໍຫ໌ ກ່າວຄື ບໍ່ມີສິ່ງໃດເກີດຂຶ້ນຈາກພຣະອົງ ຫຼື ຈາກສິ່ງຖືກສ້າງຂອງພຣະອົງ ນອກຈາກວ່າມັນເກີດຈາກພຣະປະສົງຂອງພຣະອົງ.
ບ່າວມີສິດເລືອກ ແລະ ມີອິດສະລະໃນການຕັດສິນໃຈ ຢ່າງໃດກໍ່ຕາມ ຄວາມຕັ້ງໃຈຂອງລາວຢັງຄົງຢູ່ພາຍໃນຂອບເຂດຂອງພຣະປະສົງຂອງອັລລໍຫ໌.
(ສຳຫຼັບຜູ້ໃດໃນຫມູ່ພວກເຈົ້າທີ່ປະສົງທີ່ຈະຢູ່ໃນແນວທາງອັນທຽງກົງ 28
ແລະ ພວກເຈົ້າຈະບໍ່ສົມດັງປະສົງສິ່ງໃດ ເວົ້ນແຕ່ອັລລໍຫ໌ ພຣະເຈົ້າແຫ່ງສາກົນລະໂລກຈະຊົງປະສົງ 29)
[ສູເຣາະຫ໌ ຕັກວີຣ : 28-29].
ການເຊື່ອວ່າມວນສັບພະສິ່ງທັ້ງປວງຖືກສ້າງໂດຍອັລລໍຫ໌ ພຣະອົງຊົງສ້າງພວກເຂົາ ລວມເຖິງຄຸນລັກສະນະ ການເຄື່ອນໄຫວ ແລະ ທຸກສິ່ງທີ່ກ່ຽວຂ້ອງກັບພວກເຂົານຳດ້ວຍ.
(ທັ້ງ ໆ ທີ່ພຣະອົງອັລລໍຫ໌ສ້າງພວກເຈົ້າ ແລະສິ່ງທີ່ພວກທ່ານປະດິດມັນຂຶ້ນມາ)
[ສູເຣາະຫ໌ ສໍຟາດ : 96].