ຄວາມໝາຍການປະຕິຍານຕົນວ່າ "ມຸຮຳດັຣ ຣໍຊູລ ລຸລລໍຫ໌" ແມ່ນຫຍັງ?
- الباب / الفصل
- قسم العقيدة
السؤال
س6: ما معنى شهادة أنَّ محمدًا رسول الله؟
ຄຳຖາມທີ່ 6 : ຄວາມໝາຍການປະຕິຍານຕົນວ່າ "ມຸຮຳດັຣ ຣໍຊູລ ລຸລລໍຫ໌" ແມ່ນຫຍັງ?
الجواب
ج:معناها: أن الله أرسله للعالمين بشيرًا ونذيرًا.
- ويجب:
- طاعته فيما أمر.
- تصديقه فيما أخبر.
- عدم معصيته.
- لا يعبد الله إلا بما شرع، وهو الاقتداء بالسنة وترك البدعة.
قال تَعَالَى:
﴿مَّن يُطِعِ ٱلرَّسُولَ فَقَدۡ أَطَاعَ ٱللَّهَۖ﴾
[النساء: 80]،
وقال سُبْحَانَهُ:
﴿وَمَا يَنطِقُ عَنِ ٱلۡهَوَىٰٓ 3
إِنۡ هُوَ إِلَّا وَحۡيٞ يُوحَىٰ 4﴾
[النجم: 3-4].
وقال جَلَّ وَعَلَا:
﴿لَّقَدۡ كَانَ لَكُمۡ فِي رَسُولِ ٱللَّهِ أُسۡوَةٌ حَسَنَةٞ لِّمَن كَانَ يَرۡجُواْ ٱللَّهَ وَٱلۡيَوۡمَ ٱلۡأٓخِرَ وَذَكَرَ ٱللَّهَ كَثِيرٗا﴾
[الأحزاب: 21].
ຄຳຕອບ: ຄວາມໝາຍກໍ່ຄື: ອັລລໍຫ໌ສົ່ງທ່ານມາແກ່ມະນຸດສະຍາຊາດ ເພື່ອເປັນຜູ້ເເຈ້ງຂ່າວດີ ແລະ ເປັນຜູ້ຕັກເຕືອນ.
ເຮົາຈຳເປັນຕ້ອງ:
1.ເຊື່ອຟັງຄຳສັ່ງສອນຂອງທ່ານ.
2.ເຊື່ອໃນສິ່ງທີ່ທ່ານນຳມາບອກສອນ.
3.ງົດເວັ້ນຈາກການບໍ່ເຊື່ອຟັງທ່ານ.
4.ເຄົາລົບກາບໄຫວ້ອັລລໍຫ໌ຕາມຮູບແບບຂອງຊາຣີອະຫ໌, ກໍ່ຄືປະຕິບັດຕາມສຸນນະຫ໌ແບບຢ່າງຂອງທ່ານ ແລະ ລະຖິ້ມສິ່ງທີ່ເປັນບິດອະຫ໌. (ການປະດິດໃຫມ່ທາງສາສະໜາ)
ອັລລໍຫ໌ໄດ້ກ່າວວ່າ :
(ຜູ້ໃດ້ເຊື່ອຟັງຣໍຊູລ ເເນ່ນອນລາວກໍເຊື່ອຟັງອັລລໍຫ໌ເເລ້ວ)
[ສູເຣາະຫ໌ ນິຊາ : 80].
ແລະ ພຣະອົງໄດ້ຕຣັດວ່າ:
(ແລະເຂົາ "ທ່ານນະບີ" ບໍ່ໄດ້ເວົ້າຕາມອາລົມ 3
ສິ່ງ "ທີ່ເຂົາວ່າ" ນັ້ນ ບໍ່ເເມ່ນສິ່ງອື່ນໃດນອກຈາກເປັນວະຫ໌ຮີ ທີ່ຖືກປະທານລົງມາ 4)
[ສູເຣາະຫ໌ ນັຈມີ : 3-4].
ແລະ ອັລລໍຫ໌ໄດ້ຕຣັດອີກວ່າ:
(ໂດຍແນ່ນອນ ໃນຣໍຊູລຂອງອັລລໍຫ໌ມີແບບສະບັບອັນດີງາມສຳຫຼັບພວກເຈົ້າແລ້ວ ສຳຫຼັບຜູ້ທີ່ຫວັງ "ຈະພົບ" ອັລລໍຫ໌ ແລະ ວັນສິ້ນໂລກ, ແລະລຳລຶກເຖິງອັລລໍຫ໌ຢ່າງຫຼວງຫຼາຍ)
[ຊູເຣາະຫ໌ ອັລອະຫ໌ຊາບ : 21].