ມາລະຍາດຕໍ່ພຣະອົງອັລລໍຫ໌ ຜູ້ຊົງສູງສົ່ງ ຈຳເປັນຕ້ອງປະຕິບັດຕົນແນວໃດ?
- الباب / الفصل
- قسم الآداب الإسلامية
السؤال
س1: كيف يكون الأدب مع الله تَعَالَى؟
ຄຳຖາມທີ່ 1 : ມາລະຍາດຕໍ່ພຣະອົງອັລລໍຫ໌ ຜູ້ຊົງສູງສົ່ງ ຈຳເປັນຕ້ອງປະຕິບັດຕົນແນວໃດ?
الجواب
ج:1. تعظيمه سُبْحَانَهُ وَتَعَالَى.
قال تعالى:
﴿وَمَا قَدَرُواْ ٱللَّهَ حَقَّ قَدۡرِهِۦ وَٱلۡأَرۡضُ جَمِيعٗا قَبۡضَتُهُۥ يَوۡمَ ٱلۡقِيَٰمَةِ وَٱلسَّمَٰوَٰتُ مَطۡوِيَّٰتُۢ بِيَمِينِهِۦۚ سُبۡحَٰنَهُۥ وَتَعَٰلَىٰ عَمَّا يُشۡرِكُونَ﴾
[الزمر: ٦٧].
- عبادته وحده لا شريك له.
قال سبحانه:
﴿وَمَآ أُمِرُوٓاْ إِلَّا لِيَعۡبُدُواْ ٱللَّهَ مُخۡلِصِينَ لَهُ ٱلدِّينَ حُنَفَآءَ﴾
[البينة: ٥].
- طاعته.
﴿يَٰٓأَيُّهَا ٱلَّذِينَ ءَامَنُوٓاْ أَطِيعُواْ ٱللَّهَ﴾
[محمد: ٣٣].
- ترك معصيته.
﴿وَمَن يَعۡصِ ٱللَّهَ وَرَسُولَهُۥ وَيَتَعَدَّ حُدُودَهُۥ يُدۡخِلۡهُ نَارًا خَٰلِدٗا فِيهَا وَلَهُۥ عَذَابٞ مُّهِينٞ﴾
[النساء: ١٤].
- شكره وحمده جَلَّ وَعَلَا على فضله ونعمه التي لا تحصى.
﴿وَٱشۡكُرُواْ نِعۡمَتَ ٱللَّهِ إِن كُنتُمۡ إِيَّاهُ تَعۡبُدُونَ﴾
[النحل: ١١٤].
- والصبر على أقداره.
﴿وَٱصۡبِرُوٓاْۚ إِنَّ ٱللَّهَ مَعَ ٱلصَّٰبِرِينَ﴾
[الأنفال: ٤٦].
ຕອບ : 1.ຕ້ອງໃຫ້ຄວາມຍິ່ງໃຫຍ່ຕໍ່ພຣະອົງອັລລໍຫ໌ ຜູ້ຊົງສູງສົ່ງ.
ອັລລໍຫ໌ໄດ້ກ່າວວ່າ :
( ແລະ ພວກເຂົາບໍ່ໄດ້ໃຫ້ຄວາມຍິ່ງໃຫຍ່ແດ່ອັລລໍຫ໌ ອັນພຶງມີຕໍ່ພຣະອົງຢ່າງແທ້ຈິງ ແລະ ແຜ່ນດິນນີ້ທັ້ງໝົດເປັນພຽງກຳມືໜຶ່ງຂອງພຣະອົງໃນວັນກີຍາມະຫ໌ ແລະ ຊັ້ນຟ້າທັ້ງຫຼາຍຈະມ້ວນກິ້ງດ້ວຍມືຂວາຂອງພຣະອົງ ມະຫາບໍລິສຸດຍິ່ງແດ່ພຣະອົງ ແລະ ພຣະອົງຊົງສູງສົ່ງເຫນືອຈາກສິ່ງທີ່ພວກເຂົາຕັ້ງພາຄີ )
[ສູເຣາະຫ໌ ຊຸມັຣ: 65].
- ຕ້ອງໃຫ້ການເຄົາລົບພັກດີກາບໄຫວ້ຕໍ່ອັລລໍຫ໌ພຽງພຣະອົງດຽວ.
ພຣະອົງຜູ້ຊົງມະຫາບໍລິສຸດຕຣັດວ່າ:
( ແລະ ພວກເຂົາບໍ່ໄດ້ຖືກບັນຊາໃຫ້ກະທຳອື່ນໃດນອກຈາກ ເພື່ອເຄົາລົບພັກດີຕໍ່ອັລລໍຫ໌ ເປັນຜູ້ມີເຈຕະນາບໍລິສຸດໃນການພັກດີຕໍ່ອັລລໍຫ໌ ເປັນຜູ້ຢູ່ໃນແນວທາງທີ່ທຽງກົງ)
[ສູເຣາະຫ໌ ອັລອຳບິຍາ : 5].
- ຕ້ອງເຊື່ອຟັງ ແລະ ປະຕິບັດຕາມຄຳບັນຊາຂອງອັລລໍຫ໌.
( ໂອ້ບັນດາຜູ້ສັດທາທັ້ງຫຼາຍ ຈົ່ງເຊື່ອຟັງຕໍ່ອັລລໍຫ໌)
[ສຸເຣາະຫ໌ ມຸຮຳມັດ : 19].
- ຈະຕ້ອງລະຖິ້ມສິ່ງບໍ່ດີ ສິ່ງທີ່ຝ່າຝືນຕໍ່ອັລລໍຫ໌.
( ແລະ ບໍ່ໃດຝ່າຝືນຕໍ່ອັລລໍຫ໌ ແລະ ຣໍຊູລຂອງພຣະອົງ ແລະ ລະເມິດຂອບເຂດຂອງພຣະອົງຢ່າງແທ້ແລ້ວ, ພຣະອົງກໍ່ຈະຊົງໃຫ້ລາວເຂົ້ານະລົກ ໂດຍທີ່ລາວຈະຢູ່ໃນນະລົກນັ້ນຕະຫຼອດການ ເເລະ ລາວຈະໄດ້ຮັບການລົງໂທດທີ່ແສນອັບປະຍົດ)
[ສູເຣາະຫ໌ ນິຊາ : 80].
- ຕ້ອງຮູ້ຂອບໃຈ ສັນລະເສິນຕໍ່ອັລລໍຫ໌ຜູ້ຊົງກຽດອັນສູງສົ່ງ ຈາກນຽະມະຫ໌ຄວາມໂປດປານທີ່ເຮົາບໍ່ສາມາດຈະນັບໄດ້.
( ແລະ ພວກເຈົ້າຈົ່ງຂອບໃຈຕໍ່ຄວາມໂປດປານຂອງອັລລໍຫ໌ ຫາກພວກເຈົ້າເຄົາລົບພັກດີສະເພາະພຣະອົງເທົ່ານັ້ນ )
[ສຸເຣາະຫ໌ ອັນ ນະຫ໌ລຸ :114].
- ແລະ ຕ້ອງມີຄວາມອົດທົນ ຕໍ່ກົດສະພາວະກຳໜົດຂອງອັລລໍຫ໌.
( ແລະ ຈົ່ງອົດທົນ ແທ້ຈິງອັລລໍຫ໌ຢູ່ກັບບັນດາຜູ້ອົດທົນທັ້ງຫຼາຍ)
[ສູເຣາະຫ໌ ອັນຟານ : 2].