Skip to content

ນິຟາກແມ່ນຫຍັງ? ແລະມີຈັກຢ່າງ?

الباب / الفصل
قسم العقيدة

السؤال

س٢٢: ما هو النفاق وأنواعه؟

ຄຳຖາມທີ່ 22 : ນິຟາກແມ່ນຫຍັງ? ແລະມີຈັກຢ່າງ?

الجواب

ج:1. النفاق الأكبر: وهو إبطان الكفر وإظهار الإيمان.

ويُخرِجُ من الإسلام وهو من الكفر الأكبر.

قال تَعَالَى:

﴿إِنَّ ٱلۡمُنَٰفِقِينَ فِي ٱلدَّرۡكِ ٱلۡأَسۡفَلِ مِنَ ٱلنَّارِ وَلَن تَجِدَ لَهُمۡ نَصِيرًا﴾

[النساء: ١٤٥].

  1. النفاق الأصغر:

مثل: الكذب، وإخلاف الوعد، وخيانة الأمانة.

ولا يُخرج من الإسلام، وهو من الذنوب، وصاحبه معرَّض للعذاب.

قال رسول الله صلى الله عليه وسلم:

«آية المنافق ثلاث: إذا حدث كذب، وإذا وعد أخلف، وإذا اؤتمن خان»

رواه البخاري ومسلم.

ຄຳຕອບ: ນິຟາກ(ການກັບກອບ ຄືການທີ່ສະແດງອອກມາວ່າເປັນຜູ້ສັດທາແຕ່ເຊື່ອງການປະຕິເສດສັດທາໄວ້ພາຍໃນ) ມີສອງແບບຄື: 1. ນິຟາກໃຫຍ່ ຄືການເຊື່ອງການປະຕິເສດສັດທາ ແລະ ສະແດງອອກມາວ່າເປັນຜູ້ສັດທາ.

ນັບວ່າເປັນການປະຕິເສດສັດທາຢ່າງຮ້າຍແຮງ ແລະ ເຮັດບຸກຄົນນັ້ນອອກຈາກສາສະໜາອິສລາມ.

ອັລລໍຫ໌ໄດ້ກ່າວວ່າ :

(ແທ້ຈິງ ບັນດາມຸນາຟິກນັ້ນຢູ່ໃນຊັ້ນຕ່ຳທີ່ສຸດຈາກຂຸມນະລົກ ແລະຈະບໍ່ພົບຜູ້ຊ່ວຍເຫລືອໃດໆ ສໍາລັບພວກເຂົາເປັນອັນຂາດ)

[ສູເຣາະຫ໌ ນິຊາ : 80].

2.ນິຟາກນ້ອຍຄື:

ເຊັ່ນ: ການເວົ້າຕົວະ, ຜິດນັດໝາຍ, ຜິດສັນຍາທີ່ໃຫ້ກັບຜູ້ອື່ນ.

ແລະບໍ່ເຮັດໃຫ້ອອກຈາກອິສລາມ, ແຕ່ຖືວ່າເປັນບາບ ຜູ້ທີ່ກະທຳຈະຕ້ອງຜະເສິນກັບການລົງໂທດ.

ທ່ານຣໍຊຸລ ໄດ້ກ່າວໄວ້ວ່າ:

<< ລັກສະນະຂອງມຸນາຟິກສາມປະການຄື: ເມື່ອລາວເວົ້າ ລາວກໍ່ຈະເວົ້າຕົວະ, ເມື່ອລາວໃຫ້ສັນຍາ ລາວກໍ່ຈະບໍ່ຮັກສາສັນຍາ, ແລະ ເມື່ອລາວຖືກມອບໃຫ້ເຮັດສິ່ງໃດ ລາວກໍ່ຈະຫັກຫຼັງຄວາມໄວ້ວາງໃຈນັ້ນ >>

ບັນທຶກໂດຍ: ອັລ-ບຸຄໍຣີ ແລະ ມຸສລິມ.