Skip to content

السؤال

س24: ما هو الكسل؟

ຖາມ 24 : ຄວາມຂີ້ຄ້ານ ແມ່ນຫຍັງ?

الجواب

ج:هو التثاقل عن فعل الخير وما يجب على الإنسان فعله.

ومن ذلك: التكاسل في فعل الواجبات.

  • قال الله تَعَالَى:

﴿إِنَّ ٱلۡمُنَٰفِقِينَ يُخَٰدِعُونَ ٱللَّهَ وَهُوَ خَٰدِعُهُمۡ وَإِذَا قَامُوٓاْ إِلَى ٱلصَّلَوٰةِ قَامُواْ كُسَالَىٰ يُرَآءُونَ ٱلنَّاسَ وَلَا يَذۡكُرُونَ ٱللَّهَ إِلَّا قَلِيلٗا﴾

[النساء: ١٤٢].

فينبغي للمؤمن ترك الكسل والخمول والقعود، والسعي في العمل والحركة، والجد والاجتهاد في هذه الحياة بما يرضي الله تَعَالَى.

ຕອບ : ໝາຍເຖິງການບໍ່ຢາກເຮັດຄວາມດີ ຫຼື ການບໍ່ມີຄວາມພະຍາຍາມ ເຖິງວ່າຈະມີຄວາມສາມາດໃນການເຮັດສິ່ງນັ້ນ.

ຈາກຕົວຢ່າງເຊັ່ນ : ຂີ້ຄ້ານປະຕິບັດໃນບົດບັນຍັດຈຳເປັນທາງສາສະໜາ.

  • ພຣະອົງອັລລໍຫ໌ຕຣັດວ່າ:

(ແທ້ຈິງ ພວກມູນາຟິກ (ໜ້າຊື່ໃຈຄົດ) ນັ້ນ ກຳລັງຫຼອກລວງອັລລໍຫ໌ຢູ່ ຂະນະດຽວກັນພຣະອົງກໍຊົງຫຼອກລວງພວກເຂົາ ແລະ ເມື່ອພວກເຂົາລຸກຂຶ້ນໄປເຮັດການລະຫລາດ (ນະມາສ), ພວກເຂົາກໍລຸກຂຶ້ນດ້ວຍສະພາບທີ່ ຂີ້ຄ້ານ ໂດຍຫວັງໃຫ້ຜູ້ຄົນເຫັນເທົ່ານັ້ນ ແລະ ພວກເຂົາຈະບໍ່ກ່າວລະນຶກເຖິງອັລລໍຫ໌ ເວັ້ນເສຍແຕ່ເລັກນ້ອຍເທົ່ານັ້ນ)

[ສູເຣາະຫ໌ ນິຊາ : 80].

ສະນັ້ນ, ສົມຄວນແລ້ວທີ່ຜູ້ສັດທາ (ມຸອ໌ມິນ) ຈະຕ້ອງປະຖິ້ມການຂີ້ຄ້ານ, ຄວາມເຊື່ອງຊ້າ ແລະ ການບໍ່ລົງມືປະຕິບັດ, ແລະ ໃຫ້ພະຍາຍາມໃນການເຮັດວຽກ, ການເຄື່ອນໄຫວ, ຄວາມພາກພຽນ ແລະ ຄວາມດຸໝັ່ນອົດທົນໃນຊີວິດນີ້ ດ້ວຍສິ່ງທີ່ພຣະອົງອັລລໍຫ໌ຊົງພໍໃຈ.