Skip to content

ຄຸນນະລັກສະນະຂອງການມີເມດຕາເປັນແນວໃດ?

الباب / الفصل
قسم الأخلاق

السؤال

س١٤: ما صور خُلق الرحمة؟

ຖາມ 14 : ຄຸນນະລັກສະນະຂອງການມີເມດຕາເປັນແນວໃດ?

الجواب

ج:- رحمة كبار السن وتوقيرهم.

  • رحمة صغار السن والأطفال.

في الحديث:

«لَيْسَ مِنَّا مَنْ لَمْ يُوَقِّرْ كَبِيرَنَا، وَيَرْحَمْ صَغِيرَنَا»

رواه أحمد.

  • رحمة الفقير والمسكين والمحتاج.
  • رحمة الحيوان بأن تطعمه ولا تؤذيه.

من ذلك قول النبي عَلَيْهِ الصَّلَاةُ وَالسَّلَامُ:

«تَرَى المُؤْمِنينَ في تَراحُمِهِم وتَوادِّهِم وتَعاطُفِهِم كمَثَلِ الجَسَدِ، إذا اشتَكَى عُضْوٌ تَداعَى لهُ سائِرُ جَسَدِهِ بالسَّهَرِ والحُمَّى»

متفق عليه.

  • وقال رسولُ اللهِ ﷺ:

«الرَّاحِمونَ يَرحَمُهُمُ الرَّحمنُ، ارْحَمُوا أهْلَ الأَرضِ، يَرحَمُكُمْ مَن في السَّماءِ»

رواه أبو داود والترمذي.

ຕອບ : 1. ມີເມດຕາຕໍ່ຜູ້ເຖົ້າແກ່ ຜູ້ອະວຸໂສ ແລະ ໃຫ້ກຽດແກ່ພວກເຂົາ.

  1. ມີເມດຕາເອັນດູຕໍ່ເດັກນ້ອຍ ຜູ້ອາຍຸນ້ອຍ.

ດັງໃນຫະດິຊ:

« ບໍ່ແມ່ນພວກຂອງເຮົາ ສຳຫຼັບໃຜທີ່ບໍ່ໃຫ້ກຽດຜູ້ອະວຸໂສຈາກພວກເຮົາ, ແລະ ບໍ່ມີເມດຕາຕໍ່ເດັກນ້ອຍຂອງພວກເຮົາ »

ບັນທຶກໂດຍ ທ່ານອີມ່າມອະມັດ.

  1. ມີເມດຕາຕໍ່ຄົນທຸກຄົນຍາກ ຂາດເຂີນ ແລະ ຜູ້ທີມີພາລະຄວາມຕ້ອງ.
  2. ມີເມດຕາຕໍ່ສັດ ໃຫ້ອາຫານມັນ ແລະ ບໍ່ທໍລະມານມັນ.

ດັງເຊັ່ນຄຳກ່າວຂອງ ທ່ານຣໍຊຸລ ລຸລລໍຫ໌ ຊັລລັລລໍຮຸ ອະໄລຮິ ວະຊັລລຳ ໄດ້ກ່າວວ່າ:

« ເຈົ້າຈະເຫັນບັນດາຜູ້ສັດທາໃນຄວາມຮັກ ຄວາມເມດຕາ ແລະ ຄວາມເຫັນອົກເຫັນໃຈເຊິງກັນແລະກັນຂອງພວກເຂົາເຈົ້າ ປຽບເປັນດັງເຮືອນຮ່າງດຽວກັນ ເມື່ອອະໄວຍະວະໜຶ່ງເຈັບປ່ວຍ ອະໄວຍະວະສ່ວນອື່ນ ໆ ຂອງຮ່າງກາຍກໍ່ຈະຂານຮັບດ້ວຍການບໍ່ຫຼັບນອນ ແລະ ມີໄຂ້»

ມຸດຕະຟັກ ກຸລອະໄລ.

ທ່ານນະບີມຸຮຳມັດໄດ້ກ່າວວ່າ:

« ບັນດາຜູ້ມີເມດຕານັ້ນ ອັລລໍຫ໌ຜູ້ຊົງເມດຕາ ກໍ່ຈະຊົງເມດຕາພວກເຂົາ, ຈົ່ງມີເມດຕາຕໍ່ຊາວໂລກເຖິດ ແລ້ວຜູ້ທີ່ຢູ່ຟາກຟ້າເບື້ອງບົນຈະຊົງເມດຕາພວກເຈົ້າ »

ບັນທຶກໂດຍ: ອະບູ ດາວູດ ແລະ ຕິຣມີຊີ .