Skip to content

ລັກສະນາຂອງ ຮິຈາບ ສຳຫຼັບແມ່ຍິງມຸສລິມະຫ໌ ເປັນແນວໃດ?

الباب / الفصل
قسم المنوعات

السؤال

س١٤: ما صفات حجاب المرأة المسلمة؟

ຖາມ 14 : ລັກສະນາຂອງ ຮິຈາບ ສຳຫຼັບແມ່ຍິງມຸສລິມະຫ໌ ເປັນແນວໃດ?

الجواب

ج:- أن يكون ساترًا لجميع البدن.

– أن لا يكون به زينة.

– أن لا يكون شفافًا.

– أن يكون واسعًا غير ضيق.

– أن لا يكون مبخرًا مطيبًا.

– أن لا يشبه لباس الرجل.

– أن لا يشبه لباس الكافرات والفاسقات.

  • قال تعالى:

﴿يَٰٓأَيُّهَا ٱلنَّبِيُّ قُل لِّأَزۡوَٰجِكَ وَبَنَاتِكَ وَنِسَآءِ ٱلۡمُؤۡمِنِينَ يُدۡنِينَ عَلَيۡهِنَّ مِن جَلَٰبِيبِهِنَّۚ ذَٰلِكَ أَدۡنَىٰٓ أَن يُعۡرَفۡنَ فَلَا يُؤۡذَيۡنَۗ وَكَانَ ٱللَّهُ غَفُورٗا رَّحِيمٗا﴾

[الأحزاب: ٥٩].

معنى الآية:

يا أيها النبي قل لأزواجك وبناتك ونساء المؤمنين يرخين على رؤوسهن ووجوههن مِن أرديتهن وملاحفهن؛ لستر وجوههن وصدورهن ورؤوسهن؛ ذلك أقرب أن يميَّزن بالسَّتر والصيانة، فلا يُتعرَّض لهن بمكروه أو أذى. وكان الله غفورًا رحيمًا حيث غفر لكم ما سلف، ورحمكم بما أوضح لكم من الحلال والحرام.

ຕອບ : ຈະຕ້ອງເປັນຜ້າທີ່ປົກປິດທັ້ງໝົດຂອງຮ່າງກາຍ.

  • ຈະຕ້ອງບໍ່ເປັນໄປເພື່ອການປະດັບ ຕົກແຕ່ງ.
  • ຈະຕ້ອງບໍ່ເປັນຜ້າທີ່ບາງ ໂປງໃສ່.
  • ຈະຕ້ອງເປັນຜ້າທີ່ຍາວ ບໍ່ ສັ່ນຮັດຮູບ.
  • ຕ້ອງບໍ່ໃຫ້ມີກິ່ນຫອມ ຫຼື ບໍ່ຈຸດເຄື່ອງຫອມ (ເຊັ່ນ ກຳຍານ ນ້ຳຫອມ)
  • ຕ້ອງບໍ່ລຽນແບບຄ້າຍຄືກັບເສື້ອຜ້າຜູ້ຊາຍ.
  • ຕ້ອງບໍ່ລຽນແບບ ຄ້າຍຄືກັບເສື້ອຜ້າຂອງພວກກາຟິຣ ແລະ ພວກຟາສິກ.

ອັລລໍຫ໌ໄດ້ກ່າວວ່າ :

( ໂອ້ ນະບີເອີ໋ຍ ຈົ່ງກ່າວແກ່ບັນດາພະລິຍາຂອງເຈົ້າ ແລະ ລູກສາວຂອງເຈົ້າ ແລະ ບັນດາແມ່ຍິງຂອງບັນດາຜູ້ສັດທາ ໃຫ້ພວກນາງດຶງເສື້ອຄຸມຂອງພວກນາງລົງມາປິດຕົວຂອງພວກນາງ ນັ່ນເປັນການເໝາະສົມກວ່າທີ່ນາງຈະເປັນທີ່ຮູ້ຈັກ ເພື່ອທີ່ພວກນາງຈະບໍ່ຖືກລົບກວນ ແລະ ອັລລໍຫ໌ຊົງເປັນຜູ້ອະໄພ ຜູ້ຊົງເມດຕາສະເໝີ)

[ຊູເຣາະຫ໌ ອັລອະຫ໌ຊາບ : 21].

ອັດຖະທິບາຍ ໂອງການ:

( ໂອ້ ນະບີເອີ໋ຍ ຈົ່ງກ່າວແກ່ບັນດາພະລິຍາຂອງທ່ານ ລູກສາວຂອງທ່ານ ແລະ ບັນດາແມ່ຍິງຜູ້ສັດທາທັ້ງຫຼາຍ ໃຫ້ພວກນາງປ່ອຍຜ້າຄຸມຂອງຕົນລົງມາຄຸມຫົວ ແລະ ໃບຫນ້າຈາກຜ້າຄຸມ ຫຼື ຜ້າຄຸມໄຫລ່ຂອງພວກນາງ ເພື່ອປົກປິດໃບຫນ້າ ຫນ້າເອິກ ແລະ ຜົມຂອງພວກນາງ ນັ່ນເປັນສິ່ງທີ່ເຮັດໃຫ້ພວກນາງຖືກຈຳແນກໄດ້ວ່າເປັນແມ່ຍິງທີ່ມີຄວາມຮຽບຮ້ອຍ ແລະ ໄດ້ຮັບການປົກປ້ອງ ເພື່ອຈະໄດ້ບໍ່ຖືກລ່ວງເກິນ ຫຼື ຖືກລົບກວນ ແລະ ອັລລໍຫ໌ຊົງອະໄພແລະຊົງເມດຕາ ເພາະພຣະອົງຊົງອະໄພສິ່ງທີ່ຜ່ານໄປແລ້ວແກ່ພວກທ່ານ ແລະ ຊົງເມດຕາດ້ວຍການຊີ້ແຈງສິ່ງທີ່ ຮາລາລ ແລະ ສິ່ງທີ່ຫະຣອມໃຫ້ພວກທ່ານໄດ້ຮັບຮູ້)