ແມ່ນຫຍັງຄືຂໍ້ບັງຄັບໃນການອາບນ້ຳລະຫມາດ? ແລະ ຫຍັງແດ່?
- الموضوعات
- الطهارةأحكام الوضوء
- التصنيف الشرعي
- الفقهالطهارةالوضوءأركان الوضوء
- الباب / الفصل
- قسم الفقه
السؤال
س5: ما هي فرائض الوضوء، وعددها؟
ຄຳຖາມທີ່ 5: ແມ່ນຫຍັງຄືຂໍ້ບັງຄັບໃນການອາບນ້ຳລະຫມາດ? ແລະ ຫຍັງແດ່?
الجواب
ج:هي التي لا يصح وضوء المسلم إذا ترك واحدة منها.
- غسل الوجه، ومنه المضمضة والاستنشاق.
- غسل اليدين إلى المرفقين.
- مسح الرأس ومنه الأذنين.
- غسل الرجلين إلى الكعبين.
- الترتيب بين الأعضاء، بأن يغسل الوجه، ثم اليدين، ثم مسح الرأس، ثم غسل الرجلين.
قال تعالى:
﴿يَٰٓأَيُّهَا ٱلَّذِينَ ءَامَنُوٓاْ إِذَا قُمۡتُمۡ إِلَى ٱلصَّلَوٰةِ فَٱغۡسِلُواْ وُجُوهَكُمۡ وَأَيۡدِيَكُمۡ إِلَى ٱلۡمَرَافِقِ وَٱمۡسَحُواْ بِرُءُوسِكُمۡ وَأَرۡجُلَكُمۡ إِلَى ٱلۡكَعۡبَيۡنِۚ﴾
[المائدة: ٦].
- الموالاة: وهي الوضوء في وقت متواصل، دون فاصل من الوقت حتى تجف الأعضاء من الماء.
كأن يتوضأ نصف وضوء، ويكمل في وقت آخر، فلا يصح وضُوؤُه.
لحديث:
«أن النبي صلى الله عليه وسلم رأى رجلًا يصلي وفي ظهر قدمه لمعة قدر الدرهم، لم يصبها الماء، فأمره النبي صلى الله عليه وسلم أن يعيد الوضوء والصلاة»
رواه أبو داود.
ຕອບ: ສິ່ງເຫຼົ່ານັ້ນຄື ການອາບນ້ຳລະຫມາດຂອງມຸສລິມຈະບໍ່ຖືກຕ້ອງ ຫາກຕົກຂາດຂໍ້ໃດຂໍ້ຫນຶ່ງ.
- ການລ້າງໃບຫນ້າ, ເຊິ່ງລວມເຖິງການບ້ວນປາກ ແລະ ສູດນ້ຳເຂົ້າຫູດັງ.
- ການລ້າງມືທັ້ງສອງຈົນຮອດຂໍ້ສອກທັ້ງສອງ.
- ການເຊັດຫົວ ແລະ ລວມເຖິງໃບຫູທັ້ງສອງ.
- ການລ້າງຕີນທັ້ງສອງ ຈົນຮອດຕາຕຸ່ມທັ້ງສອງ.
- ເຮັດຕາມລຳດັບລະຫວ່າງອະໄວຍາວະ, ໂດຍໃຫ້ລ້າງຫນ້າ, ຕາມດ້ວຍລ້າງແຂນທັ້ງສອງ, ຕາມດ້ວຍເຊັດຫົວ, ແລ້ວລ້າງຕີນທັ້ງສອງ.
ອັລລໍຫ໌ໄດ້ກ່າວວ່າ :
(ໂອ້ ບັນດາຜູ້ສັດທາທັ້ງຫຼາຍ ເມື່ອພວກເຈົ້າຢື່ນຂຶ້ນຈະໄປລະຫມາດ ກໍ່ຈົງລ້າງໜ້າຂອງພວກເຈົ້າ ແລະ ມືຂອງພວກເຈົ້າຮອດຂໍ້ສອກ ແລະ ຈົງລູບຫົວພວກຂອງເຈົ້າ ແລະ ລ້າງຕີນຂອງພວກເຈົ້າຮອດຕາຕຸ່ມທັ້ງສອງ)
(ສູເຣາະຫ໌ອັລ-ມາອິດະຫ໌ :6)
- ຄຳວ່າ "ອັລມຸວາລາຕຸ" ໝາຍເຖິງ ການອາບນ້ຳລະຫມາດ ຫຼື ເຮັດວຸດຸ ໃນຊ່ວງເວລາຕໍ່ເນື່ອງ ໂດຍບໍ່ມີການຢຸດພັກລະຫວ່າງການລ້າງອະໄວຍາວະຈົນກວ່າຈະບໍ່ມີນ້ຳເຫຼືອຢູ່ບົນຜິວໜັງ(ແຫ້ງໄປ).
ຫາກເຮັດການອາບນ້ຳລະຫມາດ ຫຼື ວຸດຸ ແຕ່ບາງສ່ວນແລ້ວຢຸດໄປເຮັດກິດຈະກຳແນວອື່ນ ແລ້ວກັບມາເຮັດສ່ວນທີ່ເຫຼືອໃນພາບຫຼັງໂດຍບໍ່ເຮັດໃຫ້ເເລ້ວພາຍໃນເວລາຕໍ່ເນື່ອງ ການອາບນ້ຳວຸດຸແບບນີ້ຈະບໍ່ຖືກຕ້ອງ ແລະ ບໍ່ສົມບູນ.
ຈາກຮະດິຊ:
"ທ່ານນະບີ (ຊໍລັລລໍຯ) ໄດ້ເຫັນຊາຍຄົນໜຶ່ງກຳລັງລະຫມາດ ແລະ ຢູ່ຫຼັງຕີນຂອງລາວມີຈຸດແຫ້ງຂະນາດເທົ່າກັບລຽນດິຣຫັມ ເຊິ່ງບໍ່ຖືກນ້ຳຈາກການອາບນ້ຳວຸດຸ ທ່ານນະບີຈຶ່ງສັ່ງໃຫ້ລາວເຮັດນ້ຳລະຫມາດໃຫມ່ ແລະ ລະຫມາດໃຫມ່".
ບັນທຶກໂດຍອະບູດາວູດ.