ໃຜແມ່ນບັນດາສໍຮາບະຫ໌? ຈຳເປັນທີ່ເຮົາຕ້ອງຮັກພວກເພິ່ນບໍ່?
- التصنيف الشرعي
- العقيدةالصحابة وفضلهم
- الباب / الفصل
- قسم العقيدة
السؤال
س25: من هم الصحابة؟ وهل يجب علينا حبُّهم؟
ຄຳຖາມທີ່ 25 : ໃຜແມ່ນບັນດາສໍຮາບະຫ໌? ຈຳເປັນທີ່ເຮົາຕ້ອງຮັກພວກເພິ່ນບໍ່?
الجواب
ج:الصحابي: هو من لقي النبي صلى الله عليه وسلم مؤمنًا به ومات على الإسلام.
يجب أن نحبهم ونقتديَ بهم، وهم خير الناس وأفضلهم بعد الأنبياء.
وأفضلهم: الخلفاء الأربعة:
أبو بكر رَضِيَ اللَّهُ عَنْهُ.
عمر رَضِيَ اللَّهُ عَنْهُ.
عثمان رَضِيَ اللَّهُ عَنْهُ.
علي رَضِيَ اللَّهُ عَنْهُ.
قال تعالى عن الصحابة رضي الله عنهم أجمعين:
﴿وَٱلسَّٰبِقُونَ ٱلۡأَوَّلُونَ مِنَ ٱلۡمُهَٰجِرِينَ وَٱلۡأَنصَارِ وَٱلَّذِينَ ٱتَّبَعُوهُم بِإِحۡسَٰنٖ رَّضِيَ ٱللَّهُ عَنۡهُمۡ وَرَضُواْ عَنۡهُ وَأَعَدَّ لَهُمۡ جَنَّٰتٖ تَجۡرِي تَحۡتَهَا ٱلۡأَنۡهَٰرُ خَٰلِدِينَ فِيهَآ أَبَدٗاۚ ذَٰلِكَ ٱلۡفَوۡزُ ٱلۡعَظِيمُ﴾
[التوبة: ١٠٠].
ຄຳຕອບ: ບັນດາສໍຮາບະຫ໌ຄື: ຜູ້ທີ່ທັນພົບເຫັນ ລວມໃຊ້ຊີວິດພ້ອມກັບທ່ານນະບີ ມີຄວາມສັດທາຕໍ່ທ່ານ ແລະ ສິ້ນຊີວິດໃນສະພາບການເປັນມຸສລິມ.
ເຮົາຄວນຮັກພວກເຂົາ ແລະ ຍຶດຖືພວກເຂົາເປັນແບບຢ່າງ ເພາະພວກເຂົາເປັນບຸກຄົນທີ່ດີທີ່ສຸດຮອງຈາກບັນດານະບີ.
ຈາກບັນດາສໍຮາບະຫ໌ທີ່ດີເລິດ: ຄືຜູ້ປົກຄອງທັ້ງ 4 :
ທ່ານອະບູ ບັກຣ ຣໍດິຍັລລໍຮຸ ອັນຮຸ.
ທ່ານອຸມັຣ ຣໍດິຍັລລໍຮຸ ອັນຮຸ.
ທ່ານອຸສມານ ຣໍດິຍັລລໍຮຸ ອັນຮຸ.
ທ່ານອາລີ ຣໍດິຍັລລໍຮຸ ອັນຮຸ.
ພຣະອົງອັລລໍຫ໌ໄດ້ກ່າວກ່ຽວກັບບັນດາສໍຮາບະຫ໌ທັ້ງຫຼາຍເຫຼົ່ານັ້ນວ່າ:
ພວກບັນພະຊົນຮຸ່ນກ່ອນໃນຫມູ່ຜູ້ອົບພະຍົບ (ຊາວມຸຮາຍິຣີນຈາກມັກກະຮ໌) ແລະໃນຫມູ່ຜູ້ໃຫ້ຄວາມຊ່ວຍເຫຼືອ (ຊາວອັນສໍຣຈາກມາດີນະຮ໌) ແລະ ບັນດາຜູ້ດໍາເນີນຕາມພວກເຂົາດ້ວຍການເຮັດຄວາມດີນັ້ນ, ອັລລໍຮ໌ຊົງພໍໃຈໃນພວກເຂົາ ແລະພວກເຂົາກໍ່ພໍໃຈໃນພຣະອົງດ້ວຍ ແລະ ພຣະອົງຊົງກຽມໄວ້ໃຫ້ພວກເຂົາແລ້ວ ເຊິ່ງບັນດາສວນສະຫວັນທີ່ມີແມ່ນ້າຫລາຍສາຍໄຫລຜ່ານຢູ່ເບື້ອງລຸ່ມ ພວກເຂົາຈະພຳນັກຢູ່ໃນນັ້ນຕະຫຼອດການ ນັ້ນຄືຄວາມສໍາເລັດໄຊຊະນະອັນຍິ່ງໃຫຍ່)
[ສູເຣາະຫ໌ ເຕົາບະຫ໌ : 6].