Skip to content

ສາເຫດສຳຄັນອັນໃດທີ່ຊ່ວຍເຮັດໃຫ້ຊາວມຸສລິມພັດທະນາປ່ຽນແປງເປັນຄົນດີ ມີຄຸນນະທຳ ມາລະຍາດີ?

الباب / الفصل
قسم الأخلاق

السؤال

س٣٠: ما الأسباب التي تعين المسلم على التخلق بالأخلاق الحسنة؟

ຖາມ 30 : ສາເຫດສຳຄັນອັນໃດທີ່ຊ່ວຍເຮັດໃຫ້ຊາວມຸສລິມພັດທະນາປ່ຽນແປງເປັນຄົນດີ ມີຄຸນນະທຳ ມາລະຍາດີ?

الجواب

ج:١. الدعاء بأن يرزقك الله حسن الخلق ويعينك عليه.

  1. مراقبة الله عَزَّ وَجَلَّ، وأنه يعلم بك ويسمعك ويراك.
  2. تذكر ثواب حسن الخلق وأنه سبب لدخول الجنة.
  3. تذكر عاقبة سوء الخلق وأنه سبب لدخول في النار.
  4. أن حسن الخُلق يجلب محبة الله تَعَالَى ومحبة خلقه، وأن سوء الخُلق يجلب بغض الله وبغض خلقه.
  5. قراءة سيرة النبي عَلَيْهِ الصَّلَاةُ وَالسَّلَامُ والاقتداء به.
  6. مصاحبة الأخيار وتجنب صحبة الأشرار.

*******

ຕອບ : 1. ດຸອາ ວິງວອນຂໍຕໍ່ອັລລໍຫ໌ໃຫ້ປະທານຣິສກີມາລະຍາດທີ່ດີງາມໃຫ້ຕົນ ແລະ ຊົງຊ່ວຍເຫຼືອຕົວເຮົາ.

  1. ລຳລຶກຢູ່ສະເໝີວ່າອັລລໍຫ໌ຊົງເຝົ້າຕິດຕາມຢູ່ ແລະ ແທ້ຈິງ ພຣະອົງຊົງຮູ້ເລື່ອງຂອງເຮົາ ຊົງໄດ້ຍິນ ແລະ ຊົງເບິ່ງເຫັນເຮົາ.
  2. ລຳລຶກເຖິງລາງວັນຜົນຕອບແທນຂອງຄົນທີ່ມີອຸປະນິໄສທີ່ດີ ແລະ ເເທ້ຈິງມັນເປັນສາເຫດໃຫ້ໄດ້ເຂົ້າສະຫວັນ.
  3. ລຳລຶກເຖິງຜົນຮ້າຍຂອງການມີອຸປະນິໄສຊົ່ວບໍ່ດີ ແລະ ແທ້ຈິງມັນເປັນເຫດເຮັດໃຫ້ເຂົ້ານະຣົກ.
  4. ແທ້ຈິງການມີອຸປະນິໄສດີນໍາມາເຊິ່ງຄວາມຮັກຂອງອັລລໍຫ໌ ຕະອາລາ ແລະ ຄວາມຮັກຈາກມວນມະນຸດ ແລະ ການມີອຸປະນິໄສຊົ່ວຊ້າບໍ່ດີ ນໍາມາເຊິ່ງຄວາມກຽດຊັງຂອງອັລລໍຫ໌ ແລະ ຄວາມກຽດຊັງຈາກມວນມະນຸດ.
  5. ການອ່ານຊີວະ ປະຫວັດຂອງທ່ານສາດສະດາ ມຸຮຳມັດ ຊໍລລັລລໍຮຸ ອະໄລຮິ ວະຊັລສຳ ແລະ ການຈະເລີນຮອຍຕາມທ່ານ.
  6. ການຄົບຫາສະມາຄົມກັບຄົນດີ ແລະ ຫຼີກລ່ຽງຈາກການຄົນຫາຄົນຊົ່ວບໍ່ດີ.