Skip to content

ຈົ່ງບອກສຸນນະຫ໌ທີ່ຄວນເຮັດໃນວັນສຸກ.

الباب / الفصل
قسم الفقه

السؤال

س33: أذكر سنن يوم الجمعة.

ຄຳຖາມທີ່ 33 : ຈົ່ງບອກສຸນນະຫ໌ທີ່ຄວນເຮັດໃນວັນສຸກ.

الجواب

ج:١. الاغتسال.

لقوله عليه الصلاة والسلام:

«غسل يوم الجمعة واجب على كل محتلم»

رواه البخاري.

  1. التطيب.

لحديث:

«حق على المسلمين أن يغتسلوا يوم الجمعة، وليمس أحدهم من طيب أهله»

رواه أحمد والترمذي.

  1. لبس أحسن الثياب.

«ما على أحدكم إن وجد سعة أن يتخذ ثوبين لجمعته، سوى ثوبي مهنته»

رواه ابن ماجة ومالك في الموطأ.

  1. التبكير إلى المسجد.
  2. الذهاب إلى المسجد ماشيًا.

«من اغتسل يوم الجمعة، وغسل، وبكر، وابتكر، ودنا، واستمع، وأنصت كان له بكل خطوة يخطوها أجر سنة، صيامها وقيامها»

رواه الترمذي والنسائي.

  1. الإكثار من الصلاة على النبي صلى الله عليه وسلم.

قال عليه الصلاة والسلام:

«أكثروا الصلاة علي يوم الجمعة فإنه مشهود تشهده الملائكة، وإن أحدًا لن يصلي علي إلا عرضت علي صلاته حتى يفرغ منها»

رواه ابن ماجة.

۷. قراءة سورة الكهف.

«من قرأ سورة الكهف يوم الجمعة، أضاء له من النور ما بين الجمعتين»

رواه الحاكم وغيره.

۸. تحري ساعة إجابة الدعاء.

للحديث عن أبي هريرة رضي الله عنه أن رسول الله صلى الله عليه وسلم ذكر يوم الجمعة، فقال:

«فيه ساعة لا يوافقها عبد مسلم، وهو قائم يصلي يسأل الله تعالى شيئًا، إلا أعطاه إياه»

متفق عليه.

ຕອບ : 1.ອາບນ້ຳລ້າງຕົວໃຫ້ສະອາດ.

ເນື່ອງຈາກທ່ານນະບີໄດ້ສອນໄວ້ວ່າ:

« ອາບນ້ຳໃນວັນສຸກ ວາຈິບ ສຳຫຼັບມຸສລິມສາວໜຸ່ມທຸກຄົນ».

ບັນທຶກໂດຍ ອັລ-ບຸກຄໍຣີ.

  1. ໃສ່ນ້ຳຫອມ.

ຈາກຮະດິຊ:

« ສິດທິເໜືອຊາວມຸສລິມທຸກຄົນຄືຕ້ອງອາບນ້ຳໃນວັນສຸກ, ແລະ ໃຫ້ຄົນໜຶ່ງຈາກພວກທ່ານສຳພັດໃສ່ນ້ຳຫອມ ຂອງຄອບຄົວຂອງເຂົາ. (ຫາກຕົວເອງບໍ່ມີກໍ່ໃຫ້ຂໍນຳເມຍ ຫຼື ຄົນໃນຄອບຄົວ)

ບັນທຶກໂດຍທ່ານອະມັດ ແລະ ຕິຣມີຊີ .

  1. ໃຫ້ສ້ວມໃສ່ເສື້ອຜ້າທີ່ດີງາມ.

« ບໍ່ເປັນການລຳບາກອີ່ຫຍັງແກ່ຄົນໃດຄົນໜຶ່ງໃນພວກທ່ານ ຫາກລາວມີຄວາມສາມາດ (ມີກຳລັງຊັບສິນ) ທີ່ຈະຈັດກຽມເສື້ອຜ້າສອງຊຸດສຳຫຼັບວັນສຸກ ນອກເໜືອຈາກເຄື່ອງນຸງທີ່ໃຊ້ເຮັດວຽກເປັນປະຈຳຂອງລາວ» -ຫະດິຊນີ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການແຕ່ງກາຍສະອາດ ແລະ ເໝາະສົມ.

ບັນທຶກໂດຍ: ອິບນຸມາຈະຫ໌ ແລະ ທ່ານມາລິກໃນມຸວັດຕໍ.

  1. ໃຫ້ຝ້າວໄປມັສຍິດຕັ້ງແຕ່ເນິ່ນໆ.
  2. ໃຫ້ຢາງໄປມັສຍິດ.

« ຜູ້ໃດເຮັດການສຳລະລ້າງອາບນ້ຳໃນວັນສຸກ, ແລ້ວອອກໄປແຕ່ເຊົ້າ ຝ້າວໄປສູ່ມັສຍິດ, ນັ່ງແຖວຫນ້າ ຕັ້ງໃຈຟັງຄຸດບະຫ໌, ແລະ ສະງົບງຽບ, ແລະ ທຸກ ໆ ກ້າວທີ່ລາວຢາງໄປລາວຈະໄດ້ຮັບຜົນລະບຸນເທົ່າກັບການເຮັດອີບາດະຫ໌ ໜຶ່ງປີ ທັ້ງການຖືສິນອົດ ແລະ ການລະຫມາດໃນຍາມມືດ.

ບັນທຶກໂດຍ: ຕິຣມີຊີ ແລະ ນະສາອີ.

  1. ໃຫ້ກ່າວສໍລະວາດຕໍ່ທ່ານນະບີຫຼາຍໆ.
  • ທ່ານນະບີໄດ້ກ່າວໄວ້ວ່າ:

« ພວກທ່ານຈົ່ງກ່າວຫຼາຍ ໆ ໃນການກ່າວສໍລະວາດມຸ່ງມາທີ່ຂ້ອຍ ໃນວັນສຸກເຖິດ ເພາະວັນນັ້ນເປັນມື້ທີ່ມີພະຍານ ເຊິ່ງບັນດາມະລາອິກະຫ໌ເປັນພະຍານ ແລະ ແທ້ຈິງຈະບໍ່ມີໃຜກ່າວສໍລະວາດແກ່ຂ້ອຍເລີຍ ນອກຈາກສໍລະວາດຂອງລາວຈະຖືກນຳສະເໜີຕໍ່ຂ້ອຍ ຈົນກວ່າລາວຈະເສັດສິ້ນຈາກການກ່າວນັ້ນ».

ບັນທຶກໂດຍ : ອິບນຸ ມາຈະຫ໌.

  1. ໃຫ້ອ່ານສຸເຣາະຫ໌ ອັລ-ກະຫ໌ຟີ.

«ໃຜທີ່ອ່ານສຸເຣາະຫ໌ ອັລ-ກະຫ໌ຟີໃນວັນສຸກ, ລາວຈະໄດ້ຮັບແສງນູຣຄຸ້ມຄອງ ລະຫວ່າງສອງສຸກ ຄືວັນສຸກນີ້ ແລະ ວັນສຸກທີ່ຈະມາຮອດ.

ບັນທຶກໂດຍ : ອັລຮາກິມ ແລະ ທ່ານອື່ນໆ.

  1. ຮັກສາເວລາເພື່ອຂໍດຸອາຫຼາຍໆ ໃນວັນສຸກ.

ໂດຍມີລາຍງານຫາດິຊ ຈາກທ່ານອະບີ ຫູຣອຍເຣາະຫ໌ ຣໍດິຍັລລໍຮຸ ອັນຮຸ ເລົ່າຈາກທ່ານນະບີ ຊໍລລັລລໍຮຸ ອະໄລຮິ ວະສັລລຳ ເຄີຍກ່າວໄວ້ເຖິງຄວາມສຳຄັນຂອງວັນສຸກ ວ່າ:

« ໃນວັນສຸກນັ້ນ ມີຊ່ວງເວລາໜຶ່ງ ທີ່ບ່າວມຸສລິມຄົນໃດກົງກັບມັນ ຂະນະທີ່ລາວຢືນລະຫມາດ ແລະ ວິງວອນຂໍຕໍ່ອັລລໍຫ໌ ຕະອາລາ ໃນສິ່ງໃດກໍ່ຕາມ ອັລລໍຫ໌ຈະປະທານສິ່ງນັ້ນແກ່ລາວ».

ມຸດຕະຟັກ ກຸລອະໄລ.